Home Blog Page 70

ແຈ້ງການ ການນໍາໃຊ້ເຄື່ອງທົດສອບແບບໄວ ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ

ເຖິງ: ບັນດາສະຖານທີ່ບໍລິການສາທາລະນະສຸກທີ່ໄດ້ຮັບອະນຸຍາດກວດວິເຄາະຊອກຫາການຕິດເຊື້ອໂຄວິດ-19 ດ້ວຍເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ. ເລື່ອງ: ການນໍາໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ. 

– ອີງຕາມ ກົດຫມາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011; – ອີງຕາມ ຄໍາສັ່ງວ່າດ້ວຍການນໍາເຂົ້າ, ຈໍລະຈອນຈໍາຫນ່າຍ ແລະ ນໍາໃຊ້ ເຄື່ອງທົດສອບແບບໄວ AgRDT ເພື່ອກວດວິເຄາະ ຊອກຫາການຕິດເຊື້ອໂຄວິດ-19 ສະບັບເລກທີ 3994/ສທ, ລົງວັນທີ 30 ທັນວາ-2022.

ການນໍາໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ເປັນພາກສ່ວນຫນຶ່ງທີ່ສໍາຄັນໃນການຄັດກອງ ແລະ ຄົ້ນຫາກໍລະນີຜູ້ຕິດເຊື້ອໄດ້ທັນການ, ສະນັ້ນ ເຄື່ອງທົດສອບແບບໄວ AgRDT ຕ້ອງມີຄຸນນະພາບ ແລະ ປະສິດທິພາບ ເຊິ່ງໃນໄລຍະຜ່ານມາກົມອາຫານ ແລະ ຢາ ໄດ້ຈັດຕັ້ງປະຕິບັດການອະນຸຍາດ ນໍາໃຊ້ໃນພາວະສຸກເສີນ (Emergency Use Authorization, EUA) ໂດຍອີງໃສ່ການອະນຸຍາດນໍາໃຊ້ໃນພາວະສຸກເສີນ ຈາກອົງການອະນາໄມໂລກ ຫຼື ຈາກປະເທດທີ່ເຂັ້ມແຂງ ເຊິ່ງປະຈຸບັນເຄື່ອງທົດສອບແບບໄວ AgRDT ທີ່ໄດ້ຮັບອະນຸຍາດ ຈາກກົມອາຫານ ແລະ ຢາ ມີທັງຫມົດ 10 ລາຍການ (ລາຍລະອຽດດັ່ງເອກະສານຄັດຕິດທີ 1).

ສະນັ້ນ ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງບັນດາສະຖານທີ່ບໍລິການສາທາລະນະສຸກທີ່ໄດ້ຮັບອະນຸຍາດກວດວິເຄາະ ຊອກຫາການຕິດເຊື້ອໂຄວິດ-19 ດ້ວຍເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະ ການຕິດເຊື້ອໂຄວິດ-19 ທັງພາກລັດ ແລະ ເອກະຊົນ ຈົ່ງຕິດຕາມບັນຊີລາຍການ ແລະ ເລືອກນໍາໃຊ້ສະເພາະລາຍການທີ່ໄດ້ ຮັບອະນຸຍາດຕາມລະບຽບການ ຈາກກົມອາຫານ ແລະ ຢາເທົ່ານັ້ນ ເພື່ອຮັບປະກັນປະສິດທິພາບ ແລະ ຄວາມຊັດເຈນຂອງການ ກວດວິເຄາະ (ລາຍລະອຽດດັ່ງເອກະສານຄັດຕິດທີ 2).

.

.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ຜູ້ອໍານວຍການທະນາຄານໂລກ ປະຈໍາ ສປປ ລາວ ພົບປະກັບ ລັດຖະມົນຕີກະຊວງການເງິນ

ນະຄອນຫຼວງວຽງຈັນ, ວັນທີ 4 ພຶດສະພາ 2022 – ທ່ານ ນາງ ມາຣ່ຽມ ເຊີແມນ, ຜູ້ອໍານວຍການທະນາຄານໂລກ ປະຈໍາ ມຽນມາ, ກຳປູເຈຍ ແລະ ສປປ ລາວ, ໄດ້ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຄັ້ງທໍາອິດມື້ນີ້ ໂດຍການເຂົ້າພົບ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ.

ທ່ານ ​ນາງ ເຊີແມນ ​ໄດ້ເຂົ້າມາ​ເປັນ​ຜູ້ອຳນວຍການ​ທະນາຄານ​ໂລກ ​ຂອງ​ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ນັບ​ແຕ່​ຕົ້ນ​ປີ 2020 ​ແຕ່​ກ່ອນ​ໜ້າ​ນີ້​ບໍ່​ສາມາດ​ເດີນທາງ​ມາ​ຢ້ຽມຢາມ​ປະເທດລາວ​ໄດ້ ​ຍ້ອນ​ຂໍ້​ຈຳກັດ​ໃນການ​ເດີນທາງໃນຊ່ວງ​​ພະຍາດ​ໂຄ​ວິດ19.

ໃນ​ລະຫວ່າງ​ການ​ສົນທະນາ​ກັບ​ທ່ານ​ລັດຖະມົນຕີ​ກະຊວງການ​ເງິນ, ທ່ານ​ນາງ ເຊີແມນ ​ໄດ້​ລາຍງານກ່ຽວ​ກັບການ​ຮ່ວມ​ມື​ລະຫວ່າງ ກຸ່ມ​ທະນາຄານ​ໂລກ ແລະ ສປປ ລາວ ໃນຕໍ່ໜ້າ​.

ຂອບ​ການ​ຮ່ວມ​ມື​ດັ່ງກ່າວ ໄດ້ກໍານົດຂົງເຂດແລະວິທີການເຮັດວຽກຮ່ວມກັນລະຫວ່າງ ສປປ ລາວ ແລະ ກຸ່ມທະນາຄານໂລກແຕ່ປີ 2022 ຫາ 2026.

ທ່ານໄດ້ເນັ້ນຫນັກເຖິງຄວາມພ້ອມຂອງທະນາຄານໂລກ ທີ່ຈະສະຫນັບສະຫນູນວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ, ຕົວຢ່າງເຊັ່ນ ການໃຫ້ຄໍາແນະນໍາດ້ານວິຊາການ ກ່ຽວກັບຫນີ້ສິນ ແລະ ການຮັບມືກັບສິ່ງທ້າທາຍທາງດ້ານເສດຖະກິດ ທີ່​ເກີດ​ຈາກ​ການ​ແຜ່​ລະ​ບາດ​ຂອງໂຄ​ວິດ19 ແລະ​ ຜົນກະທົບຈາກສົງ​ຄາມ​ໃນປະເທດຢູເຄຣນ:

ທ່ານ ບຸນໂຈມ ແລະ ທ່ານ ນາງ ເຊີແມນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການຊ່ວຍເຫຼືອດ້ານວິຊາການຂອງທະນາຄານໂລກ ໃນວຽກງານຄຸ້ມຄອງໜີ້ສິນ ແລະ ການຈັດຕັ້ງປະຕິບັດນະໂຍບາຍ ເພື່ອປັບປຸງຄວາມໂປ່ງໃສ ແລະ ຄວາມຍືນຍົງທາງດ້ານການເງິນ.

ທັງສອງຝ່າຍຍັງໄດ້ປຶກສາຫາລືຕື່ມອີກ ກ່ຽວກັບໂຄງການຊ່ວຍເຫຼືອຂອງທະນາຄານໂລກຕໍ່ກະຊວງການເງິນ ລວມທັງການຄຸ້ມຄອງການເງິນພາກລັດ ແລະ ການຫັນປ່ຽນລະບົບພາສີເປັນທັນສະໄໝ, ຄຽງຄູ່ກັບການປຶກສາຫາລືເລື່ອງຄວາມສຳຄັນທາງດ້ານທຶນມະນຸດ, (ສາທາລະນະສຸກ ແລະ ການສຶກສາ) ເພື່ອການພັດທະນາເສດຖະກິດຂອງລາວໃນອະນາຄົດ.

ໃນອາທິດນີ້ ທ່ານ ນາງ ເຊີແມນ ຍັງຈະພົບປະກັບ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ກ່ອນທີ່ຈະເດີນທາງ ໄປຢ້ຽມຢາມ 3 ແຂວງພາກເໜືອ ແລະ ຈະໄປຢ້ຽມຢາມແຂວງບໍລິຄຳໄຊ ແລະ ຄຳມ່ວນ ໃນອາທິດໜ້າ ກ່ອນທີ່ຈະເດີນທາງກັບປະເທດມຽນມາ.

ໂຄງການການປູດພືດທົດແທນການປູກຝິ່ນ

ໃນວັນທີ່ 4 ພືດສະພາ ຜ່ານມາ, ຢູ່ທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມີພິທີມອບ-ຮັບ ທຶນຊ່ວຍເຫຼືອຈາກໂຄງການການປູດພືດທົດແທນການປູກຝິ່ນເພື່ອນຳເຂົ້າໂຄງການສົ່ງເສີມການພັດທະນາສີມີແຮງງານຊ່າງຈອດໂລຫະຢູ່ສູນສ້າງຊິວິດໃໝ່ ທີ່ບ້ານນ້ຳຈ້ວມ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວໃຫ້ ຈຳນວນ 7 ບໍລິສັດດັ່ງນີ້:

1.ບໍລິສັດຈີງເສີນ ຢາງພາລາ ຈຳກັດ ຈຳນວນ: 10.000.000ກີບ

2.ບໍລິສັດພັດທະນາເຕັກໂນໂລຊີຊີວະສາດ ລີຮັງຈີນ-ລາວ ຈຳນວນ: 10.000.000ກີບ

3.ໂຮງງານລາວ-ຈີນ ເຊິນເຊິ້ງຈຳກັດ ຈຳນວນ: 10.000.000ກີບ.

4.ບໍລິສັດ ຢາງພາລາ ຢູນນາ ຈຳກັດ ຈຳນວນ: 5.000.000ກີບ

5. ບໍລິສັດ ພັດທພນາກະສິກຳ ເຕີຊານ ບໍ່ແກ້ວ ຈຳນວນ: 5.000.000ກີບ

6. ບໍລິສັດ ບໍ່ແກ້ວ-ນາຍຸງ ຈຳກັດຜູ້ດຽວ ຈຳນວນ: 5.000.000 ກີບ

7.ບໍລິສັດ ເປົ່າເຊີນ ຢາງພາລາ ບໍ່ແກ້ວ ຈຳນວນ 2.000.000ກີບ

ຕາງໜ້າຮັບໂດຍ ທ່າຍ ພັອ ຈັນພອນເພັດ ຄໍາສີ ຄະນະພັກ ຮອງກອງບັນຊາການ ປກສ ແຂວງບໍ່ແກ້ວ, ຫຼັງຈາກນັ້ນທາງກອງບັນຊາການ ປກສ ແຂວງໄດ້ມອບໃບກຽດຕິຄຸນ ແລະ ໃບຍ້ອງຍໍ ໃຫ້ບັນດາບໍລິນສັດທີ່ມີສ່ວນຮ່ວມເຂົ້າໃນໂຄງການສົ່ງເສີມການພັດທະນາສີມີແຮງງານຊ່າງຈອດໂລຫະຢູ່ສູນສ້າງຊິວິດໃໝ່.

ແຫຼ່ງຂ່າວ: PL Bokeo news

ກອງປະຊຸມ ກວດກາເນື້ອໃນຮອບດ້ານກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ

ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບປັບປຸງກົດໝາຍ ຈັດກອງປະຊຸມກວດກາເນື້ອໃນຮອບດ້ານກ່ຽວກັບ ການປັບປຸງກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ ໂດຍການເປັນປະທານຂອງ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີປະທານກຳມາທິການກົດໝາຍ, ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບຂອງສະພາແຫ່ງຊາດ, ຕາງໜ້າຈາກກະຊວງຍຸຕິທຳ, ຫ້ອງວ່າການລັດຖະບານ ແລະ ບັນດາກົມອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມ.ໃນກອງປະຊຸມ, ທ່ານ ບຸນປອນ ວັນນະຈິດ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບທີ່ນຳງໃຊ້ໃນປັດຈຸບັນ ເລກທີ14/ສພຊ, ລົງວັນທີ 05 ກໍລະກົດ 2021 ເປັນການປັບປຸງຈາກກົດໝາຍຊັບສິນຂອງລັດ ສະບັບເລກທີ 09/ສພຊ, ລົງວັນທີ 12 ຕຸລາ 2002 ເຊິ່ງກົດໝາຍສະບັບດັ່ງກ່າວ ໄດ້ຖືກສ້າງຂຶ້ນມີໜ້າທີ່ກຳນົດປະເພດ, ການຄຸ້ມຄອງ, ການນຳໃຊ້, ການປົກປັກຮັກສາ ແລະ ການພັດທະນາຊັບສິນຂອງລັດໃຫ້ມີປະສິດທິຜົນ, ຖືກຕ້ອງຕາມຈຸດປະສົງ, ເປົ້າໝາຍ, ລະບຽບກົດໝາຍ ແນ່ໃສ່ປະກອບສ່ວນເຂົ້າໃນການພັດທະນເສດຖະກິດ-ສັງຄົມແຫ່ງຊາດ ລວມທັງການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ສຳລັບຮ່າງກົດໝາຍດັ່ງກ່າວ ປະກອບດ້ວຍ 9 ພາກ, 7 ໝວດ, 66 ມາດຕາ ເຊິ່ງຈະເປັນບ່ອນອີງທາງດ້ານນິຕິກຳທີ່ໜັກແໜ້ນ ໃຫ້ແກ່ອົງການຈັດຕັ້ງລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງຊັບສິນຂອງລັດ, ກົດໝາຍມີຄວາມຮັດກຸມ, ເປັນລະບົບຄົບຊຸດ, ມີເນື້ອໃນຈະແຈ້ງຄົບຖ້ວນ ແລະ ເຂົ້າໃຈງ່າຍ, ຮັບປະກັນປະ ສິດທິພາບໃນການຈັດຕັ້ງປະຕິບັດ, ສາມາດປົກປ້ອງສິດຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ປົກປັກຮັກສາ ແລະ ພັດທະນາຊັບສິນຂອງລັດ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານ, ຍົກສູງບົດບາດການຄຸ້ມຄອງຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ, ມີຄວາມໂປ່ງໃສເອກະພາບ ແລະ ສາມາດກວດສອບໄດ້, ອັນເປັນການປະກອບສ່ວນເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.ຮ່າງກົດໝາຍດັ່ງກ່າວ, ໄດ້ຜ່ານການທາບທາມຄໍາຄິດເຫັນຢູ່ພາກກາງ, ພາກເໜືອ ແລະ ພາກໃຕ້ໃນເດືອມີນາ 2022 ຜ່ານມາ, ພ້ອມທັງໄດ້ຜ່ານການກວດກາເນື້ອໃນຮອບດ້ານກ່ຽວກັບການປັບປຸງ ກົດໝາຍວ່າດ້ວຍຊັບສິນຂອງລັດ(ສະບັບປັບປຸງ) ແລ້ວຈຶ່ງສະເໜີຕໍ່ລັດຖະບານໃນເດືອນເມສາ 2022 ຜ່ານຮູບແບບ ກອງປະຊຸມລັດຖະບານສະໄໝວິສາມັນ ເພື່ອພິຈາລະນາຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ ຄັ້ງວັນທີ 12 ເມສາ 2022, ພ້ອມທັງຈະເໜີຮ່າງກົດໝາຍເບື້ອງຕົ້ນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ປະຈຳປີ 2022 ນີ້.

ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ປະກອບຄຳຄິດຄຳເຫັນກົງໄປກົງມາ ເພື່ອເຮັດໃຫ້ຮ່າງເນື້ອໃນຊັດແຈ້ງ ແລະ ຮັດກຸມຫລາຍຂຶ້ນ, ກົດໝາຍສະບັບນີ້ ກໍເປັນໜຶ່ງໃນກົດໝາຍ ທີ່ຈະເອົາເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ປະຈຳປີ 2022, ສ່ວນບາງມາດຕາ ທີ່ຍັງບໍ່ສາມາດໄດ້ຂໍ້ສະຫລຸບ ຈະໄດ້ນຳໄປປຶກສາຫາລືກັບຂັ້ນເທິງ ເພື່ອຄົ້ນຄວ້າພິຈາລະນາປັບປຸງເນື້ອໃນໃຫ້ຄົບຖ້ວນ ແລະ ຮັດກຸມຂຶ້ນຕື່ມ.

ຂ່າວ-ພາບ: ກະຊວງການເງິນ

ພິທີເຊັນສັນຍາ ຊື້ຂາຍຮຸ້ນຂອງບໍລິສັດລັດວິສາຫະກິດໄປສະນີລາວ

ໃນວັນທີ 28 ເມສາ2022 ທີ່ຫ້ອງປະຊຸມໃຫຍ່ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາ ຊື້ຂາຍຮຸ້ນຂອງບໍລິສັດລັດວິສາຫະກິດໄປສະນີລາວ ເຊັນສັນຍາຮ່ວມຮຸ້ນສ້າງຕັ້ງບໍລິສັດໄປສະນີລາວຈຳກັດ ລະຫວ່າງ ກະຊວງການເງິນ ຕ່າງໜ້າຜູ້ປະຕິຮູບລັດວິສາຫະກິດ ກັບປະກັນໄພ ກັບບໍລິສັດໂລຈິດສຕິກ ເວັນເຈີ ຈຳກັດ ບໍລິສັດໃນເຄືອ ບໍລິສັດເອເຊຍລົງທຶນ ແລະ ບໍລິການຈຳກັດຜູ້ດຽວ ໂດຍຕາງໜ້າລົງນາມ ຂອງທ່ານ ປອ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງ ການເງິນ ແລະ ທ່ານລັດຕະນະມະນີ ຄູນນີວົງ ຮອງປະທານອາວຸໂສ ກຸ່ມບໍລິສັດ ເອເຊຍ ລົງທຶນ ແລະ ບໍລິການຈຳກັດຜູ້ດຽວ.

ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ປອ ສັນຕິສຸກ ສີມມະລາວົງ ຮອງລັດຖະມົນຕີ ກະຊວງເທັກໂນໂລຊີ ແລະ ການສື່ສານ, ມີທ່ານຫົວໜ້າຫ້ອງການກະຊວງການເງີນ, ຫົວໜ້າກົມໄປສະນີ, ສະຊວງເຕັກໂນໂລຊີ ແລະ ການສື່ສານ ບັນດາຫົວໜ້າກົມ, ຮອງກົມ, ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍການປະຕິບັດແຈ້ງການ ຂອງຫ້ອງວ່າການ ສຳນັກງານ ນາຍົກລັດຖະມົນຕີ ວ່າດ້ວຍທິດຊີ້ນຳ ຜົນການປະມູນຊື້ຂາຍຫຮຸ້ນບໍລິສັດລັດວິສາຫະກິດ ໄປສະນີລາວ ແລະ ມອບໃຫ້ກະຊວງການເງິນເຊັນສັນຍາຊື້ຂາຍຮຸ້ນ ແລະ ສັນຍາຮ່ວມຮຸ້ນ ກັບບໍລິສັດ ໂລຈິດສຕິກ ເວັນເຈີ ຈຳກັດ ສະບັບເລກທີ 225/ຫສນຍ ລົງວັນທີ 18 ກຸມພາ ປີ 2022 ແລະ ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງການເງິນ ສະບັບເລກທີ 1091/ກງ ລົງວັນທີ 22 ເມສາ 2022 ວ່າດ້ວຍການອານຸມັດເຫັນດີໃຫ້ເຊັນສັນຍາຊື້ຂາຍຮຸ້ນບໍລິສັດ ລັດວິສະຫະກິດ ໄປສະນີລາວ ແລະ ສັນຍາຮ່ວມຫຸ້ນ ບໍລິສັດ ໄປສະນີລາວ ຈຳກັດ ລະຫວ່າງກະຊວງການເງິນ ຕາງໜ້າໂດຍ ກົມປະຕິຮູບລັດວິສະຫະກິດ ແລະ ການປະກັນໄພ ຮ່ວມກັບ ບໍລິສັດໂລຈິສຕິກ ເວນເຈີຈຳກັດ ໂດຍລັດຖະບານລາວຕາງໜ້າດ້ວຍກະຊວງການເງີນ ຖືຮຸ້ນ 49%  ແລະ ບໍລິສັດໂລຈິສຕິກ ເວນເຈີຈຳກັດຖືຮຕນ 51%.

ບໍລິສັດໂລຈິສຕິກ ເວນເຈີ ຈຳກັດ ເປັນບໍລິສັດ ໃນເຄືອຂອງກຸ່ມບໍລິສັດ ເອເຊຍລົງທຶນ ແລະ ບໍລິການ ຈຳກັດຜູ້ດຽວ ທີ່ດຳເນີນທຸລະກິດໃນຫຼາຍຂະແໜງການ ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ທະນາຄານການບໍລິການ, ການຂົນສົ່ງ, ໂທລະຄົມ, ໄອທີ, ການພັດທະນາຊັອບແວ ແລະ ອື່ນໆ.

ພາຍຫຼັງທີບໍລິສັດໄດ້ຮັບການປະມູນຊຶ້ຂາຍຫຸ້ນ ຂອງລັດວິສະຫະກິດ ໄປສະນີລາວ ໂດຍອີງຕາມເອກະສານການປະມູນຊື້ຂາຍຮຸ້ນຂອງລັດວິສະຫະກິດ ໄປສະນີລາວ ກຸ່ມບໍລິສັດໂລຈິສຕິກ ເວັນເຈີ ຈຳກັດ ເປັນຜູ້ຊະນະການປະມູນ ຄະນະກຳມະການຄົ້ນຄວ້າ ລັດວິສະຫະກິດໄປສະນີລາວ ກໍໄດ້ເຫັນດີໃຫ້ບໍລິສັດ ໂລຈິສຕິກ ເວັນເຈີ ຈຳກັດ ຖືກດຳເນີນການປະມູນຄ່າຊັບສິນຂອງ ລັດວິສະຫະກິດ ໄປສະນີລາວ ຄືນໃໝ່ ທັງບໍລິສັດກໍໄດ້ດຳເນີນການຈັດຫາບໍລິສັດທີ່ປຶກສາທາງດ້ານການເງິນ ເພື່ອທຳການປະມູນຫຸ້ນຄືນຕໍ່ກັບມູນຄ່າຊັບສິນຂອງລັດວິສະຫະກິດ ໄປສະນີລາວ ຫຼັງຈາກນັ້ນກົມປະຕິຮູບ ລັດວິສະຫະກິດ ແລະ ການປະກັນໄພ ກໍໄດ້ຄັດເລືອກ ເອົາບໍລິສັດລັກຊັບລາວ-ຈີນ ເປັນຜູ້ປະເມີນຊັບສິນໃນຄັ້ງນີ້.

ທັງນີ້ກໍເພື່ອສືບຕໍ່ການຫັນວິສະຫະກິດຂອງລັດໃຫ້ທັນສະໃໝ ພ້ອມທັງເປັນການສະໜອງທຶນໃຫ້ແກ່ງົບປະມານຂອງຊາດນຳອີກດ້ວຍ.

ແຫຼ່ງຂ່າວ: ກະຊວງການເງິນ

ອະໄພຍະໂທດປ່ອຍຕົວນັກໂທດ ແລະ ຫຼຸດຜ່ອນໂທດ ຈໍານວນ 100 ຄົນ

ແຂວງວຽງຈັນ ອະໄພຍະໂທດປ່ອຍຕົວນັກໂທດ ແລະ ຫຼຸດຜ່ອນໂທດ ຈໍານວນ 100 ຄົນ ຍິງ 13 ຄົນ.

ໃນວັນທີ 29 ເມສາ 2022 ຜ່ານມາ ຢູ່ທີ່ສະໂມສອນອົງການໄອຍະການແຂວງວຽງຈັນ ໄດ້ຈັດພິທີ ອະໄພຍະໂທດປ່ອຍຕົວນັກໂທດ ແລະ ຫຼຸດຜ່ອນໂທດ ຈໍານວນ 100 ຄົນ ຍິງ 13 ຄົນ ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄໍ້າ ທໍາມະວົງ ຫົວໜ້າອົງການໄອຍະການແຂວງວຽງຈັນ, ທ່ານ ພັທ ຈັນທະນົງສັກ ສີສົມພອນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງວຽງຈັນ ມີບັນດາພະແນກການທີ່ກ່ຽວຂ້ອງ, ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ບຸນຄໍ້າ ທໍາມະວົງ ຫົວໜ້າອົງການໄອຍະການແຂວງວຽງຈັນ ຂື້ນຜ່ານຄຳແນະນໍາ ສະບັບເລກທີ 016/ຄອຊ ລົງວັນທີ 24 ເມສາ 2018 ແລະ ສະບັບເລກທີ 001/ປປທ ລົງວັນທີ 20 ມີນາ 2018 ກ່ຽວກັບການຈັດຕັ້ງປະຕິບັດ ລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການໃຫ້ ອະໄພຍະໂທດ ປ່ອຍຕົວນັກໂທດເນືື່ອງ ໃນໂອກາດວັນຊາດທີ 2 ທັນວາ ໃນທຸກໆປີ ສະນັ້ນ ຄະນະກຳມະການອະໄພຍະໂທດຂັ້ນແຂວງຊີ້ນຳຄ້າຍຄຸມຂັງ-ດັດສ້າງ ແຂວງວຽງຈັນ ຈັດຕັ້ງພິທີປະກາດອະໄພຍະໂທດປ່ອຍຕົວນັກໂທດ ແລະ ຫຼຸດຜ່ອນໂທດ ຈຳນວນທັງໝົດມີ 100 ຄົນ, ຍິງ 13 ຄົນ, ໃນນັ້ນ ອະໄພຍະໂທດປ່ອຍຕົວມີຈໍານວນ 37 ຄົນ, ຍິງ 03 ຄົນ, ອະໄພຍະໂທດຫຼຸດຜ່ອນໂທດ ມີຈໍານວນ 63 ຄົນ ຍິງ 10 ຄົນ ຕື່ມອີກ.

ການຂຸດຄົ້ນບໍ່ແຮ່ ຕ້ອງຄຽງຄູ່ກັບການຮັກສາສິ່ງແວດລ້ອມ

ປະທານສະພາແຫ່ງຊາດ ເນັ້ນໃຫ້ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຕ້ອງຮັກສາສິ່ງແວດລ້ອມ

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ຢູ່ແຂວງອັດຕະປື ໃນ​ວັນ​ທີ 3 ພຶດ​ສະ​ພາ ຜ່ານ​ມາ ໂດຍການຕ້ອນຮັບຂອງ ທ່ານ ພົງໄຊ ໄຊສະນະ ໄຊຍະເສນາ ປະທານ ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ພ້ອມດ້ວຍຄະນະ.

ໃນ​ໂອ​ກາດ​ດັ່ງ​ກ່າວ​ນີ້ ທ່ານປະທານ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດ ໄດ້ສ້າງຕັ້ງຂຶ້ນໃນປີ 2009 ຢູ່ເຂດບ້ານວັງຕັດໃຫຍ່-ບ້ານຢຽງດາກ ເມືອງຊານໄຊ ແຂວງອັດຕະປື, ໄດ້ດຳເນີນໂຄງການຊອກຄົ້ນ, ສຳຫຼວດ ແລະ ຂຸດຄົ້ນແຮ່ທາດທີ່ເຂດຈຸດສຸມວັງຕັດ ເມືອງຊານໄຊ ແລະ ເນື້ອທີ່ຈຳນວນໜຶ່ງທີ່ເຂດດາກລຸກ ເມືອງດາກຈຶງ ແຂວງເຊກອງ.

ປັດຈຸບັນ ມີເນື້ອທີ່ຊອກຄົ້ນ, ສຳ ຫຼວດທັງໝົດ 399,1 ກິໂລຕາແມັດ ແລະ ເນື້ອທີ່ໆໄດ້ຮັບອະນຸຍາດຂຸດຄົ້ນມີພຽງ 18 ກິໂລຕາແມັດ.

ໂຄງການດັ່ງກ່າວ ນອນໃນເຂດພູມສັນຖານເນີນພູ, ໃນພື້ນທີ່ສຳ​ຫຼວດ-ຂຸດ​ຄົ້ນແມ່ນພົບຄວາມຫຍຸ້ງຍາກ ແລະ ລະບົບພື້ນຖານໂຄງລ່າງແມ່ນຍັງບໍ່ທັນຮັບການພັດທະນາ.

ປີຜ່ານມາ, ບໍລິສັດໄດ້ສຸມໃສ່ການສຳຫຼວດ ເປີດເນື້ອທີ່ ທີ່ໄດ້ຮັບອະນຸຍາດຊອກຄົ້ນ-ສຳຫຼວດ ແລະ ສຸມໃສ່ການສຳຫຼວດເລິກ ໃນບັນດາພື້ນທີ່ ທີ່ໄດ້ຮັບອະນຸຍາດການຂຸດຄົ້ນ ເພື່ອແນໃສ່ປະເມີນລາຄາທີ່ແນ່ນອນທາງດ້ານຄຸນນະພາບ ແລະ ປະລິມານສະສົມຂອງແຮ່, ໄດ້ດຳເນີນການເຊັນສັນຍາ ກັບໜ່ວຍງານຊີເຈາະສຳຫຼວດທີ່ມີຊື່ສຽງລະດັບສາກົນ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ບໍລິສັດເອົາໃຈໃສ່ບາງບັນຫາ ເປັນຕົ້ນແມ່ນວຽກງານການປົກປັກຮັກສາສິ່ງແວດລ້ອມ ແລະ ທໍາມະຊາດ ເນື່ອງຈາກວ່າການລົງທຶນຂຸດຄົ້ນບໍ່ແຮ່ ມີການນໍາໃຊ້ເຕັກນິກ ເຕັກໂນໂລຊີທີ່ທັນສະໄໝ ຊຶ່ງອາດສົ່ງຜົນກະທົບຕໍ່ຄຸນນະພາບຂອງນໍ້າ ທີ່ປະຊາຊົນນໍາໃຊ້ເຂົ້າໃນການດໍາລົງຊີວິດປະຈໍາວັນ.

ຖ້າການຂຸດຄົ້ນບໍ່ແຮ່ ສົ່ງຜົນກະທົບຕໍ່ແມ່ນໍ້າລໍາເຊ ກໍຂໍໃຫ້ບໍລິສັດຄົ້ນຄວ້າຊອກຫາວິທີການບໍາບັດ ແລະ ວິທີການອື່ນທີ່ຈະເກີດຜົນກະທົບໜ້ອຍທີ່ສຸດ. ການຊົດເຊີຍຜົນກະທົບຕໍ່ບ່ອນຢູ່ອາໄສ, ທີ່ດິນທໍາການຜະລິດຂອງປະຊາຊົນ ຖ້າມີກໍໃຫ້ເອົາໃຈໃສ່ຄົ້ນຄວ້າຊອກຫາວິທີແກ້ໄຂຢ່າງເໝາະສົມ. ພ້ອມກັນນີ້, ການລົງທຶນຂຸດຄົ້ນບໍ່ແຮ່ ເປັນການລົງທຶນທີ່ປະຊາຊົນໃຫ້​ຄວາມສົນໃຈຫຼາຍ ແລະ ເອົາໃຈໃສ່ຕິດຕາມການດໍາເນີນໂຄງການ ໂດຍສະເພາະປະຊາຊົນທີ່ອາໄສຢູ່ທ້ອງຖິ່ນທີ່ຕິດພັັນກັບຊັບພະ​ຍາ​ກອນດັ່ງກ່າວ.

ສະນັ້ນ, ຈຶ່ງສະເໜີໃຫ້ບໍລິສັດເອົາໃຈໃສ່ປະຕິບັດໂຄງການລົງທຶນຕາມກົດໝາຍກໍານົດ; ພ້ອມ​ທັງຮັບປະກັນ 3 ຜົນປະໂຫຍດ ເປັນຕົ້ນຜົນປະໂຫຍດລວມຂອງປະເທດຊາດ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜົນປະໂຫຍດຂອງທ້ອງຖິ່ນ, ບ່ອນບໍ່ແຮ່ຕັ້ງຢູ່ກໍໃຫ້ໄດ້ຮັບການພັດທະນາ.

ນອກຈາກນີ້.ການປະກອບສ່ວນຂອງຜູ້ລົງທຶນ ເຂົ້າໃນການພັດທະນາທ້ອງຖິ່ນ ເປັນແນວທາງນະ ໂຍບາຍ ທັງເປັນວຽກງານທີ່ສໍາຄັນຫຼາຍ, ໂຄງການລົງທຶນໄດ້ຮັບຜົນສໍາເລັດ, ທ້ອງຖິ່ນກໍໄດ້ຮັບການພັດທະນາ ເພື່ອແກ້ໄຂບັນຫາຮ້ອງຂໍຕໍ່ວ່າຂອງປະຊາຊົນ ທີ່ດໍາລົງຊີວິດຢູ່ຂອບເຂດດັ່ງກ່າວ ທັງເປັນການສ້າງຄວາມກົມກຽວ ລະຫວ່າງ ຜູ້ລົງທຶນ ແລະ ປະຊາຊົນ.

ຂໍ້​ມູນ​ຈາກ: ສະ​ພາ​ແຫ່ງ​ຊາດ

ລມ​ຕ ກະຊວງການເງິນ ເຄື່ອນໄຫວຊຸກວຽກການເງິນ ຕ້ານການຮົ່ວໄຫຼລາຍຮັບ

ລມ​ຕ ກະຊວງການເງິນ ເຄື່ອນໄຫວຊຸກວຽກການເງິນ ຕ້ານການຮົ່ວໄຫຼລາຍຮັບຢູ່ແຂວງຊຽງຂວາງ ໃນຫວ່າງບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຊຽງຂວາງ, ໂດຍການຕ້ອນຮັບຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເຈົ້າແຂວງຊຽງຂວາງ, ຄະນະພະແນກການເງິນ, ຫົວໜ້າຫ້ອງການ-ການເງິນ, ພະນັກງານ – ລັດຖະກອນຂະແໜງການເງິນເຂົ້າຮ່ວມ.

ໂອກາດນີ້, ທ່ານລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາຂອງຂະແໜງການເງິນແຂວງຊຽງຂວາງ ຈາກທ່ານ ຄຳພູມີ ບົວລະພີມ ຫົວໜ້າພະແນກການເງິນແຂວງຊຽງຂວາງ ຊຶ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານການຈັດຕັ້ງປະຕິບັດວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຕິດພັນກັບຄຳສັ່ງເລກທີ 18/ນຍ ວ່າດ້ວຍ ການຕ້ານການຮົ່ວໄຫຼລາຍຮັບທຸກຮູບແບບ, ການແກ້ໄຂພາຫະນະທີ່ນຳເຂົ້າທີ່ບໍ່ຖືກຕ້ອງ, ການຕິດຕັ້ງຊິງຊັ່ງທີ່ທັນສະໄໝຢູ່ດ່ານສາກົນນ້ຳກັ່ນ (ສ້າງແລ້ວ, ແຕ່ຍັງເປີດນຳໃຊ້ບໍ່ໄດ້ເພາະເຄື່ອງປະກອບຍັງບໍ່ຄົບ), ຄາດຄະເນລາຍຮັບງົບປະມານທັງໝົດ 148,93 ຕື້ກີບ, ຄາດຄະເນລາຍຈ່າຍງົບປະມານທັງໝົດ 424,21 ຕື້ກີບ (ບໍ່ມີລາຍຈ່າຍພາກລົງທຶນ).

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ເນັ້ນໃຫ້ການ​ເງິນ​ແຂວງເອົາໃຈໃສ່ໃນການຄຸ້ມຄອງການຈັດເກັບລາຍຮັບ, ຊິງຊັ່ງ, ແຮ່ທາດ ຫັນໄປສູ່ຄວາມທັນສະໄໝ ໂດຍນຳໃຊ້ເຄື່ອງເອເລັກໂຕຣນິກເປັນຕົ້ນແມ່ນຊິງຊັ່ງຢູ່ດ່ານສາກົນນ້ຳກັ່ນ, ເພື່ອສະດວກໃນການກວດກາຕິດຕາມ ແລະ ຕ້ານການຮົ່ວໄຫຼລາຍຮັບ, ກວດກາເກັບອາກອນທີ່ດິນ, ແຮງງານ, ສິ່ງແວດລ້ອມໃຫ້ມີຄຸນນະພາບ, ປັບປຸງບຸກຄະລາກອນ, ປະເມີນຜົນພະນັກງານ, ຝຶກອົບຮົມວຽກງານອຸປະກອນຮັບໃຊ້, ກວດກາຄືນລົດປະຈຳຕຳແໜ່ງ ແລະ ບັນຫາອື່ນໆ.

ຂໍ້ມູນຂ່າວ-ພາບ: ກະ​ຊວງ​ການ​ເງິນ

ພົບຫຼາຍສາເຫດທີ່ພາໃຫ້ນໍ້າມັນຂາດປໍ້າ

ໃນວັນທີ 4/5/2022 ທ່ານ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ຊີ້ແຈງ ບັນຫານໍ້າມັນຂາດປໍ້າ ມີຫຼາຍສາເຫດ.

ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ວິທະຍຸກະຈາຍສຽງ ຂອງພວກເຮົາວ່າ:

ເລື່ອງນໍ້າມັນມີລາຄາສູງຂຶ້ນ ແລະບາງປໍ້າ ແມ່ນຂາດນໍ້າມັນ ເປັນຕົ້ນປະເພດ ນໍ້າມັນແອັດຊັງນັ້ນ ແມ່ນມີຄວາມຈິງແທ້ ເນື່ອງຈາກ ບັນຫາຄວາມຂັດແຍ່ງ ຂອງປະເທດທີ່ຜະລິດນໍ້າມັນລາຍໃຫຍ່ ທີ່ສົ່ງອອກທົ່ວໂລກຜະລິດໜ້ອຍລົງ,ເຮັດໃຫ້ລາຄານໍ້າມັນດິບ ໃນຕະຫຼາດໂລກມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ,ເຊິ່ງເຮັດໃຫ້ປະເທດທີ່ນໍາເຂົ້ານໍ້າມັນ ໄດ້ຮັບຜົນກະທົບ, ອັດຕາຄ່າແລກປ່ຽນເງິນຕາເໜັງຕີງ ໃນແຕ່ລະວັນ, ຈຶ່ງເຮັດໃຫ້ບັນຫາຄ່າຄອງຊີບ ກໍ່ຄືຄ່ານໍ້າມັນເຊື້ອໄຟສູງຂຶ້ນ ເຊິ່ງເປັນບັນຫາຫຼັກທີ່ຈະຕ້ອງ ແກ້ໄຂຢ່າງຮີບດ່ວນ.

ການນໍາເຂົ້າສິນຄ້າຈາກຕ່າງປະເທດມີຈຳນວນຫຼາຍຂຶ້ນ,ສົ່ງຜົນໃຫ້ມີຄວາມຕ້ອງການເງິນຕາຕ່າງປະເທດ ເປັນຈຳນວນຫຼາຍ ໃນການຊໍາລະສະສາງ ເມື່ອມີຄວາມຕ້ອງການເງິນຕາສູງ ເງິນຕາຕ່າງປະເທດກໍ່ຈະແຂງຄ່າຂຶ້ນ ສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ,ອີກດ້ານໜຶ່ງແຫຼ່ງເງິນຕາຕາປະເທດ ໂດຍສະເພາະ ເງິນໂດລາ ທີ່ສະໜອງໃຫ້ແກ່ພາກທຸລະກິດ ໃນການຊື້ນໍ້າມັນເຂົ້າມາຈໍາໜ່າຍ ບໍ່ທ່ວງທັນຕາມຄວາມຕ້ອງການ ຈຶ່ງສົ່ງຜົນກະທົບ ຕໍ່ການນໍາເຂົ້າ ນໍ້າມັນເຊື້ອໄຟ ບໍ່ພຽງພໍ ກັບຄວາມຕ້ອງການຂອງສັງຄົມ ແລະບັນຫາສຸດທ້າຍ ແມ່ນການນໍາເຂົ້ານໍ້າມັນເຊື້ອໄຟມີຈໍານວນຫຼຸດລົງ ແຕ່ຄວາມຕ້ອງການຊົມໃຊ້ຍັງສູງ.

ຕໍ່ບັນຫາທີ່ສັງຄົມໃຫ້ຄວາມສົນໃຈອີກດ້ານໜຶ່ງ ແມ່ນການຂາຍນໍ້າມັນ ແບບເປັນແກ້ວ ເປັນຈຸດຕາມແຄມທາງ ແລະມີລາຄາທີ່ສູງນັ້ນ ທາງໜ່ວຍວິຊາສະເພາະຂອງພະແນກ ອຸດສາຫະກໍາແລະການຄ້າແຂວງ ໄດ້ລົງຕິດຕາມແລະແກ້ໄຂໄປຕາມຂັ້ນຕອນແລ້ວ ເພື່ອບໍ່ໃຫ້ມີການສວຍໂອກາດ ໃນສະພາບທີ່ເປັນຢູ່ໃນປັດຈຸບັນ.ສ່ວນ ທ່ານ ປະດິດສິນ ຣາຊະມົນຕຼີ ຫົວໜ້າລັດວິສາຫະກິດ ນໍ້າມັນ ເຊື້ອໄຟລາວ ສາຂາ ແຂວງສະຫວັນນະເຂດ ຍັງແຈ້ງໃຫ້ຮູ້ຕື່ມອີກວ່າ ການນໍາເຂົ້ານໍ້າມັນ ເຊື້ອໄຟໃນແຕ່ລະເດືອນ ແມ່ນຫຼຸດລົງຫຼາຍ ເຊິ່ງໃນເດືອນກຸມພາ ຕໍ່ເດືອນມີນາ ການນໍາເຂົ້າຫຼຸດລົງ 18% ແລະ ມາຮອດເດືອນເມສາ ຫຼຸດລົງ ເຖິງ 24%.

ແຫຼ່ງຂ່າວ: Media Laos

ເຮືອບິນອິນເດຍ ມີຜູ້ໂດຍສານ 200 ຄົນ ໄດ້ຕົກຂຸມອາກາດ

ເຮືອບິນອິນເດຍ ຕົກຂຸມອາກາດໄດ້ຮັບບາດເຈັບ 17 ຄົນ.

ຕາມຫານລາຍງານຈາກ ສຳນັກ​ຂ່າວ BBC ໃຫ້ຮູ້ວ່າ: ໃນວັນ​ທີ3​ພຶດສະພາ​ນີ້, ເຮືອບິນ ອິນ​ເດຍ ສາຍ​ການບິນ SpiceJet ພ້ອມ​ດ້ວຍຜູ້​ໂດຍສານ​ 200 ຄົນ ກຳລັງ​ເດີນທາງ ຈາກ​ນະຄອນ ມຸມ​ໄບ ໄປຫາ​ເມືອງທຸ​ປຸຣະ ລັດ​ເບັງ​ກໍ​ ຕາ​ເວັນ​ຕົກຂອງປະເທດ ໄດ້​ເກີດ​ອຸບັດ​ເຫດຕົກ​ຂຸມອາກາດຫຼາຍ​ຄັ້ງ ກ່ອນ​ລົງ​ຈອດ ​ເຮັດ​ໃຫ້​ມີຜູ້​ໂດຍສານ ​ໄດ້​ຮັບ​ບາດ​ເຈັບ 17 ຄົນ ​ເນື່ອງ​ຈາກ​ ເຮືອບິນໂບອິງ 737 ມີ​ສະພາບຄື ລູກ​ບານ​ຢາງ ຕົກລົງ​ຈາກ​ບ່ອນ​ສູງ ​ແລ້ວ​ດີດ​ໂຕ​ ຂຶ້ນ​ສູ່​ອາກາດຫຼາຍ​ຄັ້ງ.

ປັດຈຸບັນ, ຄົນ​ເຈັ ​ທັງ​ໝົດໄດ້ຖືກ​ນຳ​ສົ່ງ ​ໄປ​ປິ່ນປົວ ​ໃນ​ໂຮງໝໍ​ແລ້ວ.

ແຫຼ່ງຂ່າວ: ຂປລ