ການເປີດໂຕວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ໃນກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນຄັ້ງທີ 16 ເພື່ອສ້າງຄວາມເຂັ້ມແຂງໃນການກຽມພ້ອມຮັບມືກັບພະຍາດລະບາດແລະປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດຂອງປະຊາຄົມອາຊຽນ
ວຽງຈັນ , ສປປ ລາວ , 8 ສິງຫາ 2024 – ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ໄດ້ມີການເປີດໂຕຢ່າງເປັນທາງການໃນມື້ນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດອາຊຽນ ໃນການຕອບໂຕ້ກັບພະຍາດວັນນະໂລກ, ລະບົບສຸຂະພາບ ແລະ ການກຽມຄວາມພ້ອມໃນການຮັບມືກັບພະຍາດລະບາດ ເພື່ອແກ້ໄຂບັນຫາພະຍາດຊຶມເຊື້ອໃນທາງເດີນຫາຍໃຈທີ່ເກີດຂຶ້ນທາງອາກາດຢ່າງຂະຫຍາຍຕົວ.
ໂຄງການດັ່ງກ່າວ ເລີ່ມຕົ້ນເປີດໂຕໂຄງການຄຽງຄູ່ກັບ ກອງປະຊຸມລັດຖະມົນຕີ ສາທະລະນະສຸກອາຊຽນ, ໂດຍມີຜູ້ນຳລັດຖະບານ ຈາກບັນດາປະເທດສະມາຊິກອາຊຽນ ໄດ້ມາລວມກັນ. ກ່າວເປີດພິທີ ໂດຍ ພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ເປັນກຽດເຂົ້າຮ່ວມ ມີ ທ່ານ ດຣ ວຽງສະຫວັນ ກິດຕິພົງ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ບັນດາຄະນະຜູ້ແທນຈາກປະເທດອາຊຽນ, ພ້ອມດ້ວຍບັນດາການນຳ ອົງການຄູ່ຮ່ວມມື ຕໍ່ຕ້ານພະຍາດວັນນະໂລກ (Stop TB Partnership) ໃນການເຂົ້າຮ່ວມຢ່າງພ້ອມພຽງກັນເພື່ອປັບປຸງຄວາມເຂົ້າໃຈຕໍ່ກັບພະຍາດວັນນະໂລກ ແລະ ການກຽມຄວາມພ້ອມໃນການຮັບມືກັບພະຍາດລະບາດໃນຂົງເຂດອາຊຽນ, ເສີມສ້າງການຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ສ້າງຂີດຄວາມສາມາດຢ່າງເຂັ້ມແຂງໃນການຈັດການກັບພະຍາດຊຶມເຊື້ອໃນທາງເດີນຫາຍໃຈທີ່ເກີດຂຶ້ນທາງອາກາດ.
AIDP ໄດ້ຮັບການສະຫນັບສະຫນູນໂດຍອົງການພັດທະນາສາກົນ ປະເທດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍອົງການຄູ່ຮ່ວມມື ຕໍ່ຕ້ານພະຍາດວັນນະໂລກ (Stop TB Partnership) ແລະ ອົງການຄູ່ຮ່ວມມື ຕໍ່ຕ້ານພະຍາດວັນນະໂລກ ອິນໂດເນເຊຍ (STPI), ເປັນອົງການທີ່ບໍ່ຂຶ້ນກັບລັດຖະບານ ເຊິ່ງເຮັດໜ້າທີ່ໃນການລົບລ້າງພະຍາດວັນນະໂລກ. ຮູບແບບດັ່ງກ່າວໄດ້ຮັບການຮັບຮອງໂດຍບັນດາປະເທດອາຊຽນ.
ອີງຕາມບົດລາຍງານ ພະຍາດວັນນະໂລກທົ່ວໂລກ 2023, ຄາດຄະເນວ່າມີປະຊາກອນຈຳນວນຫລາຍກວ່າ 2.4 ລ້ານຄົນທົ່ວປະເທດອາຊຽນ ໄດ້ຮັບຜົນກະທົບຈາກວັນນະໂລກ. 5ປະເທດອາຊຽນ (ອິນໂດເນເຊຍ, ມຽນມາ, ຟິລິບປິນ, ໄທ ແລະ ຫວຽດນາມ) ແມ່ນຢູ່ໃນລາຍຊື່ທີ່ມີພາລະສູງຕໍ່ພະຍາດວັນນະໂລກ ຂອງອົງການອະນາໄມໂລກ. ຍິ່ງໄປກວ່ານັ້ນ, ການລະບາດຂອງພະຍາດໂຄວິດ-19 ໄດ້ທຳລາຍໂຄງການປ້ອງກັນ ແລະ ຮັກສາພະຍາດວັນນະໂລກແຫ່ງຊາດ ເຊິ່ງມີບຸກຄະລາກອນ ແລະ ຊັບພະຍາກອນທີ່ຖືກໃຫ້ປ່ຽນແນວທາງ ຈາກພະຍາດວັນນະໂລກ ໄປເປັນພະຍາດໂຄວິດ-19, ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດຈາກວັນນະໂລກເພີ່ມຂຶ້ນເກືອບເຄິ່ງລ້ານຄົນຈາກປີ 2020 ເຖິງ 2022
ອີງຕາມອົງການອະນາໄມໂລກ, ຢູ່ປະເທດລາວ ມີ 5 ປັດໃຈຫຼັກທີ່ສ່ຽງຕໍ່ການເປັນພະຍາດວັນນະໂລກຄື: ການສູບຢາ, ການດື່ມສິ່ງມຶນເມົາ, ການຂາດສານອາຫານ, ໂລກເອດ ແລະ ພະຍາດເບົາຫວານ. ການຂາດສານອາຫານເປັນເລື່ອງປົກກະຕິຂອງຜູ້ເປັນວັນນະໂລກ ຊຶ່ງອາດເພີ່ມຄວາມສ່ຽງໃນການຕິດເຊື້ອວັນນະໂລກ ຫຼື ເຮັດໃຫ້ເຊື້ອທີ່ແຝງຢູ່ອອກອາການ. ການຄົ້ນຄວ້າໃນປີ 2022 ພົບວ່າມີ 41% ຂອງຜູ້ເຂົ້າຮ່ວມ ແມ່ນຂາດສານອາຫານ ໃນນັ້ນດັດສະນີມວນສານຂອງຮ່າງກາຍ ມີຕໍ່າກວ່າ 18.5. ໃນປີ 2022, ມີປະມານ 10,000 ຄົນໄດ້ຖືກກວດພົບວ່າເປັນພະຍາດວັນນະໂລກ (TB), ໃນອັດຕາ 138 ຄົນຕໍ່ 100,000 ຄົນ. ມີເຖິງ 1,000 ຄົນທີ່ເສຍຊີວິດ, ອີງຕາມອົງການອະນາໄມໂລກ.
ໃນບົດກ່າວເປີດກອງປະະຊຸມ ຂອງ ພະນະທ່ານ ດຣ. ບຸນແຝງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ກ່າວວ່າ: “ການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຕໍ່ຊີວິດມະນຸດເກືອບທຸກດ້ານ. ພວກເຮົາຕ້ອງຮຽນຮູ້ຈາກປະສົບການ ຂອງພວກເຮົາ ແລະ ກຽມພ້ອມໃຫ້ດີກວ່າເກົ່າ ສໍາລັບສະຖານະການທີ່ຄ້າຍຄືກັນໃນອະນາຄົດ. ລະບົບສາທາລະນະສຸກ ໃນພາກພື້ນຂອງພວກເຮົາ ກໍາລັງພັດທະນາ ແລະ ພວກເຮົາຈໍາເປັນຕ້ອງສ້າງລະບົບທີ່ເຂັ້ມແຂງ ແລະ ຍືນຍົງ ກວ່າເກົ່າ. ໂຄງການພະຍາດວັນນະໂລກ ມີການຄຸ້ມຄອງຫຼາຍຫຼັກການ ທີ່ສາມາດນໍາໃຊ້ສໍາຫຼັບພະຍາດຕ່າງໆທີ່ມາທາງອາກາດ ເຊັ່ນ: ເຄື່ອງມືກວດແບບວ່ອງໄວ, ການຕິດຕາມການສໍາພັດ, ລະບົບດິຈິຕອນ ແລະ ຊຸມຊົນ ແລະ ລະບົບເຕືອນໄພລ່ວງໜ້າ. ພວກເຮົາ ຕ້ອງລົງທຶນໃນຮູບແບບເຕັກໂນໂລຊີ ແລະ ສ້າງພື້ນຖານໂຄງລ່າງ ທີ່ສາມາດນຳໃຊ້ໄດ້ສຳລັບພະຍາດລະບາດທາງອາກາດໃນອະນາຄົດ.”
ໃນລະຫວ່າງການໂອ້ລົມຂອງຜູ້ນໍາໃນງານ, ທ່ານ ດຣ. ວຽງສະຫວັນ ກິດຕິພົງ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ໄດ້ກ່າວວ່າ: “ພະຍາດວັນນະໂລກ ເປັນພະຍາດອັນດັບຕົ້ນໆ ໃນຂົງເຂດສາທາລະນະສຸກ ຂອງປະເທດເຮົາ. ພວກເຮົາໄດ້ນຳໃຊ້ ເຕັກໂນໂລຊີໃໝ່ໆ ເຊັ່ນ: ການກວດຫາພະຍາດແບບ GeneExpert ເພື່ອກວດຫາພະຍາດວັນນະໂລກ, ການເອັກຊເລ໌ ແບບດິຈິຕອນ, ແລະ ເຄື່ອງມືບົ່ງມະຕິເບື້ອງຕົ້ນ. ພ້ອມດຽວກັນ, ພວກເຮົາຍັງມີການແບ່ງປັນຂໍ້ມູນກັບປະເທດສະມາຊິກອາຊຽນອື່ນໆ ເພື່ອສ້າງຄວາມອາດສາມາດ ໃນຫ້ອງທົດລອງ, ການສະໜັບສະໜຸນ ການກວດ ແລະ ບົ່ງມະຕິພະຍາດເບື້ອງຕົ້ນ ແລະ ສ້າງຄວາມເຂັ້ມແຂງ ໃນການເບິ່ງແຍງສຸຂະພາບຂັ້ນພື້ນຖານ”
ໃນການສົ່ງເສີມການຮ່ວມມືຕໍ່ສູ້ກັບພະຍາດຊຶມເຊື້ອໃນທາງເດີນຫາຍໃຈທີ່ເກີດຂຶ້ນທາງອາກາດ, AIDP ຈະເຮັດວຽກຮ່ວມກັບປະເທດອາຊຽນ ແລະ ອົງກອນທີ່ສຳຄັນລະດັບໂລກເພື່ອຕົກລົງກັນກ່ຽວກັບ ນະໂຍບາຍ ແລະ ວິທີການຕ່າງໆ ຕະຫຼອດຮອດການແລກປ່ຽນບົດຮຽນ, ການນຳໃຊ້ພື້ນຖານໂຄງລ່າງ, ຮູບແບບເຕັກໂນໂລຊີ ແລະ ກຳລັງແຮງງານ ໃນການສ້າງຂີດຄວາມສາມາດໃຫ້ເພີ່ມຂຶ້ນ ເພື່ອຄົນເຈັບພະຍາດວັນນະໂລກ ແລະ ຍົກລະດັບການກຽມຄວາມພ້ອມຮັບມືກັບພະຍາດລະບາດ.
ພະນະທ່ານ ດຣ ທຽນດຣາ ໂຢກະ ອາດິຕະມະ , ທີ່ປຶກສາອາວຸໂສ ອົງການຄູ່ຮ່ວມມື ຕໍ່ຕ້ານວັນນະໂລກ ອິນໂດເນເຊຍ ແລະ ທັງເປັນ ຫົວຫນ້າໂຄງການ ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ກ່າວວ່າ “ຈຳນວນຜູ້ເສຍຊີວິດຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສູງນັ້ນ ສະແດງໃຫ້ເຫັນວ່າໂລກເຮົາບໍ່ໄດ້ກຽມພ້ອມທີ່ຈະຕໍ່ສູ້ກັບພະຍາດລະບາດນີ້ເທື່ອ. ນອກຈາກການສູນເສຍຊີວິດຜູ້ຄົນແລ້ວ, ພະຍາດໂຄວິດ-19 ຍັງສົ່ງຜົນກະທົບຢ່າງຮຸນແຮງຕໍ່ກັບໂຄງການ ການປ້ອງກັນ, ການເຂົ້າເຖິງ ແລະ ການຮັກສາພະຍາດວັນນະໂລກອີກດ້ວຍ. ສະຖານະການວັນນະໂລກໃນປະເທດອາຊຽນຂ້ອນຂ້າງຫນ້າເປັນຫ່ວງ, ໂດຍຫລາຍປະເທດໃນພາກພື້ນຍັງປະສົບກັບສິ່ງທ້າທາຍທີ່ສຳຄັນໃນການຄວບຄຸມ ແລະ ຈັດການກັບພະຍາດວັນນະໂລກ. ສິ່ງນີ້ສະແດງໃຫ້ເຫັນເຖິງຄວາມສຳຄັນໃນການເຮັດວຽກຮ່ວມກັນຂອງບັນດາປະເທດອາຊຽນ ເພື່ອສ້າງຄວາມເຂັ້ມແຂງໃນລະບົບການຕອບໂຕ້ກັບພະຍາດວັນນະໂລກ ບໍ່ພຽງແຕ່ການສ້າງຂີດຄວາມສາມາດໃຫ້ເພີ່ມຂຶ້ນ ເພື່ອຊ່ວຍຄົນເຈັບພະຍາດວັນນະໂລກເທົ່ານັ້ນ ແຕ່ຕ້ອງເພີ່ມການກະກຽມຮັບມືກັບພະຍາດລະບາດອີກດ້ວຍ”
ກ່ອນການດຳເນີນໂດຍການປະເມີນທາງດ້ານພູມສັນຖານ, ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ ຈະສຸມໃສ່ການສ້າງຄວາມເຂັ້ມແຂງໃນການຕອບໂຕ້ພະຍາດລະບາດ ແລະ ວັນນະໂລກ ໃນແຕ່ລະປະເທດອາຊຽນ, ລວມທັງຂັ້ນຊຸມຊົນ ແລະ ສູຂະພາບຂັ້ນເລີ່ມຕົ້ນ. ສິ່ງດັ່ງກ່າວຈະດຳເນີນໂດຍການເສີມສ້າງໂຄງລ່າງພື້ນຖານດ້ານສາທາລະນະສຸກທີ່ມີຢູ່ແລ້ວ ເພື່ອປັບປຸງ ກວດຫາເຊື້ອ, ປິ່ນປົວ ແລະ ປ້ອງກັນ. ນອກຈາກນີ້ ຍັງລວມມີການໃຊ້ປະໂຫຍດຈາກເຕັກໂນໂລຊີທີ່ຖືກພັດທະນາມາຕັ້ງແຕ່ພະຍາດລະບາດ ໂຄວິດ-19, ລວມທັງເຄື່ອງເອກຊະເລ (X-ray) ແບບເຄື່ອນທີ່ ທີ່ສາມາດນຳໃຊ້ໄດ້ໃນທ້ອງຖິ່ນ ໂດຍປະສາຈາກການເດີນທາງຂອງຜູ້ຄົນໄປເຖິງໂຮງຫມໍ ຫລື ຄລີນິກ, ເຕັກໂນໂລຊີການກວດສອບຫາເຊື້ອແບບວ່ອງໄວ, ແລະ ເຄື່ອງມືການເຝົ້າລະວັງແບບດີຈິຕອນຕາມເວລາໂຕຈິງ. ມາດຕະການການຮັບມືກັບພະຍາດວັນນະໂລກຕ່າງໆນີ້ ຈະເປັນປະໂຫຍດໃນເວລາປະສົບກັບພະຍາດລະບາດໃນອະນາຄົດ ທີ່ອາດຈະກາຍເປັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດໄດ້.
ດຣ. ສຸວານັນ ຊາຫຸ, ຮອງອຳນວຍການ ອົງການຄູ່ຮ່ວມມື ຕ້ານພະຍາດວັນນະໂລກ (Stop TB Partnership), ກ່າວວ່າ “ໄລຍະທຳອິດຂອງໂຄງການ ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ຈະປັບປຸງ ຄວາມເຂົ້າໃຈໂດຍການປະເມີນພູມສັນຖານຂອງ 10ປະເທດ ອາຊຽນ. ຂໍ້ມູນນີ້ຈະລະບຸເຖິງ ຂີດຄວາມສາມາດປະຈຸບັນຂອງແຕ່ລະປະເທດທີ່ມີ ໃນການຕອບໂຕ້ຕໍ່ພະຍາດວັນນະໂລກ ແລະ ພະຍາດລະບາດທີ່ເກີດຂຶ້ນທາງອາກາດໃນອະນາຄົດ, ແລະ ຄຳແນະນຳກ່ຽວກັບແຜນການປະຕິບັດເພື່ອໃຫ້ບັນລຸການກຽມພ້ອມກັບພະຍາດລະບາດໃຫ້ດີຂຶ້ນ. ຕໍ່ຈາກຈຸດນີ້, ໄລຍະທີສອງພວກເຮົາຈະສະຫນັບສະໜູນ ກິດຈະກຳ ແລະ ການລິເລີ່ມຕ່າງໆ ຂອງຂັ້ນຊຸມຊົນ ແລະ ສາທາລະນະສຸກຂັ້ນຕົ້ນ ເພື່ອສ້າງຄວາມເຂັ້ມແຂງ ໃນການກຽມພ້ອມຄວາມອາດສາມາດ ເພື່ອຕອບໂຕ້ກັບພະຍາດວັນນະໂລກຢູ່ທົ່ວປະເທດອາຊຽນ ໃຫ້ມີການຈັດການຕໍ່ພະຍາດຊຶມເຊື້ອໃນທາງເດີນຫາຍໃຈ ຫລື ພະຍາດລະບາດທີ່ເກີດຂຶ້ນທາງອາກາດໃຫ້ດີຂຶ້ນ. ດັ່ງນັ້ນ, ພວກເຮົາຂໍສະແດງຄວາມຂອບໃຈຕໍ່ USAID ສຳລັບການສືບຕໍ່ໃຫ້ຄຳຫມັ້ນສັນຍາໃນ ການແກ້ໄຂຮັບມືກັບພະຍາດວັນນະໂລກໃນທົ່ວໂລກ, ໂດຍສະເພາະໃນພາກພື້ນອາຊຽນ, ເຊິ່ງສະໜັບສະໜູນຢ່າງຫຼວງຫຼາຍໃນໂຄງການ ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP). ພ້ອມດຽວກັນນັ້ນ ພວກເຮົາກໍສະແດງຄວາມຂອບໃຈມາຍັງລັດຖະບານ ສປປ ລາວ ໃນການເປັນຜູ້ນຳຈັດຕັ້ງກອງປະຊຸມ ວຽກງານປ້ອງກັນພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ (AIDP) ຄັ້ງທຳອິດນີ້ອີກດ້ວຍ.”
ສຸດທ້າຍ, ປະທານຄະນະກຳມະການການຮ່ວມມືການຕ້ານພະຍາດວັນນະໂລກ ( Stop TB Partnership ), ທ່ານ ດຣ. ແທວດໍ ເຮີໂບຊາ ໄດ້ກ່າວວ່າ: “ສິ່ງຫນຶ່ງທີ່ພວກເຮົາໄດ້ຮຽນຮູ້ຈາກການແຜ່ລະບາດຂອງພະຍາດ ແມ່ນລະບົບຕ້ານວັນນະໂລກທີ່ເຂັ້ມແຂງ ທີ່ສາມາດເປັນຊັບສິນອັນສໍາຄັນໃນການຮັບມືກັບພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດອື່ນໆ. ການລົງທຶນຈັດການ ກັບການພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ ເຊັ່ນ: ພະຍາດວັນນະໂລກ ແມ່ນການລົງທຶນໃນການແກ້ໄຂບັນຫາຂອງທຸກພະຍາດຊຶມເຊື້ອທີ່ເກີດຂຶ້ນທາງອາກາດ”
ພະຍາດວັນນະໂລກມີອັດຕາການຕາຍສູງເກືອບ 15%, ຖ້າທຽບໃສ່ພະຍາດໂຄວິດ-19 ທີ່ມີ 3.5%. ບົດຄົ້ນຄວ້າຂອງ ຮໍແກນ ແລະ ຄະນະ (2020) ສະແດງໃຫ້ເຫັນວ່າການປ້ອງກັນ ແລະ ປິ່ນປົວພະຍາດວັນນະໂລກ ສົ່ງຜົນກະທົບອັນສຳຄັນໃນໄລຍະການແຜ່ລະບາດພະຍາດ ໂຄວິດ-19 ເຊິ່ງຜູ້ຕິດເຊື້ອວັນນະໂລກຫລຸດລົງ, ການແຜ່ເຊື້ອວັນນະໂລກຢູ່ໃນຄົວເຮືອນເພີ່ມຂຶ້ນ, ອັດຕາການສີດວັກຊີນ BCG ຫລຸດລົງ, ການເຂົ້າເຖິງຢາ ປົວວັນນະໂລກ ແລະ ການກວດຫາເຊື້ອກໍຫລຸດລົງເຊັ່ນກັນ.