ໃນ 5 ເດືອນຕົ້ນປີ 2026, ນະຄອນປາກເຊ ແຂວງຈໍາປາສັກ ສາມາດຈັດເກັບລາຍຮັບໄດ້ 18 ຕື້ 349 ລ້ານກວ່າກີບ, ເທົ່າ 43,2% ຂອງແຜນການປີ, ທຽບໃສ່ແຜນການ 5 ເດືອນ ໄດ້ 103,6%, ທຽບໃສ່ໄລຍະດຽວຂອງປີກ່ອນໄດ້ 104,9%, ໃນນັ້ນ ລາຍຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 18 ຕື້ 57 ລ້ານກວ່າກີບ, ຈາກໜ່ວຍງານຄຸ້ມຄອງຊັບສິນແຫ່ງລັດ 292 ລ້ານກວ່າກີບ.

ຂໍ້ມູນລາຍຮັບດັ່ງກ່າວ ໄດ້ລາຍງານໃນໂອກາດທີ່ຫ້ອງການ ການເງິນນະຄອນປາກເຊ ແຂວງຈໍາປາສັກ ຈັດກອງປະຊຸມປະຊຸມສະຫຼຸບວຽກງານການເງິນ ທົ່ວນະຄອນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ທີ່ຈັດຂຶ້ນໃນວັນທີ 12 ມິຖຸນາ 2026 ຢູ່ສະໂມສອນນະຄອນ ໂດຍການເປັນປະທານຮ່ວມຂອງທ່ານ ສຸກວິໃສ ສີສົມຫວັງ ປະທານຄະນະກໍາມະການປົກຄອງນະຄອນປາກເຊ, ທ່ານ ສີສະຫວັດ ສີລິວັດ ຮອງຫົວໜ້າພະແນກການເງິນແຂວງ. ມີທ່ານ ອຸດອນ ແສງດາລາ ຫົວໜ້າຫ້ອງການ ການເງິນນະຄອນປາກເຊ ພ່ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ພາຍຫຼັງທ່ານ ສຸກວິໃສ ສີສົມຫວັງ ປະທານຄະນະກໍາມະການປົກຄອງນະຄອນປາກເຊ ກ່າວເປີດແລ້ວ, ທ່ານ ອຸດອນ ແສງດາລາ ຫົວໜ້າຫ້ອງການ ການເງິນນະຄອນປາກເຊ ກໍໄດ້ຜ່ານບົດສະຫຼຸບວຽກງານການເງິນທົ່ວນະຄອນ ປີ 2025 ໂດຍຍົກ ໃຫ້ເຫັນພາບລວມ, ທີ່ຕັ້ງພາລະບົດບາດ, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງຫ້ອງການ ການເງິນນະຄອນ.ສໍາລັບວຽກງານການຈັດຕັ້ງປະຕິບັດດ້ານແຜນງົບປະມານແຫ່ງລັດ, ຫ້ອງການ ການເງິນນະຄອນປາກເຊ ໄດ້ຮັບແຜນຕົວເລກລາຍຮັບ ປີ 2025 ຈາກພະແນກການເງິນແຂວງ ມອບໃຫ້ຈັດເກັບທັງໝົດ 39,4 ຕື້ກວ່າກີບ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ ໝົດປີ ເກັບລາຍຮັບໄດ້ 51 ຕື້ 663 ລ້ານກວ່າກີບ, ທຽບໃສ່ແຜນການປີໄດ້ 132,5%; ສາມາດປະຕິບັດໄດ້ລື່ນແຜນແຜນການປີ 32,5% ເປັນເງິນຈານວນ 12,66 ຕື້ກີບ. ພ້ອມນີ້, ຍັງໄດ້ທິດທາງແຜນການ ປະຈຳປີ 2026, ໃນປີນີ້ຫ້ອງການ ການເງິນນະຄອນປາກເຊ ໄດ້ຮັບແຜນຕົວເລກລາຍຮັບ ຈາກພະແນກການເງິນແຂວງ ມອບໃຫ້ຈັດເກັບທັງໝົດ 42 ຕື້ 510 ລ້ານກີບ, ໃນນັ້ນ ຈາກສ່ວຍສາອາກອນ 41 ຕື້ກີບ, ຈາກໜ່ວຍງານຄຸ້ມຄອງຊັບສິນແຫ່ງລັດ 1.510 ລ້ານກີບ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາເຫັນດ້ານວຽກງານວິຊາສະເພາະ.
——-
©️ໜັງສືພິມຈຳປາໃໝ່


