HomeUncategorizedອັດຕະປື ແຈ້ງຫ້າມຊື້-ຂາຍ ໝູຊີ້ນ (ໝູໜ້າຟາມ) ຕໍ່າ ຫຼື ສູງກວ່າ ລາຄາຕົ້ນທຶນການລ້ຽງ

ອັດຕະປື ແຈ້ງຫ້າມຊື້-ຂາຍ ໝູຊີ້ນ (ໝູໜ້າຟາມ) ຕໍ່າ ຫຼື ສູງກວ່າ ລາຄາຕົ້ນທຶນການລ້ຽງ

ວັນທີ 30 ມິຖຸນາ 2026 ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ໄດ້ຈັດກອງປະຊຸມ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ, ເຜີຍແຜ່ ຄໍາແນະນໍາ ເລກທີ 0609/ກຄພນ ເລື່ອງ ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ແລະ ບັນດາເອກະສານທີ່ຕິດພັນກັບວຽກງານການສ້າງໂຄງປະກອບລາຄາ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ.
ໂດຍການເປັນປະທານຂອງ ທ່ານ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື, ມີຫ້ອງການອຸດສາຫະກຳ ແລະ ການຄ້າ 5 ເມືອງ ພ້ອມດ້ວຍຕົວແທນນໍາເຂົ້າໝູ ແລະ ເຈົ້າຂອງຟາມໝູ ເຂົ້າຮ່ວມ.

May be an image of dais and text

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ:
ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ 6 ຂອງດໍາລັດ ວ່າດ້ວຍການຄຸ້ມ ຄອງລາຄາສິນຄ້າ ແລະ ຄ່າບໍລິການ ກ່ຽວກັບການປະຕິບັດບັນດາມາດຕະການຄວບຄຸມລາຄາ ແລະ ມາດຕະການກຳນົດລາຄາສູງສຸດ, ລາຄາຕໍ່າສຸດ ຫຼື ຂອບເຂດລາຄາ ເພື່ອຮັກສາສະຖຽນລະພາບທາງດ້ານລາຄາ ຂອງຊີ້ນໝູ ໃນທ້ອງຕະຫຼາດ ທັງເປັນການປົກປ້ອງ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການຜະລິດ/ລ້ຽງໝູຊີ້ນ ໃຫ້ມີຄວາມໝັ້ນຄົງ, ຮັບປະກັນການສະໜອງຊີ້ນໝູ ໃຫ້ແກ່ຕະຫຼາດ ກໍຄືສັງຄົມຢ່າງພຽງພໍ ແລະ ລາຄາເໝາະສົມ ຕາມກົນໄກຕະຫຼາດ ໃນແຕ່ລະໄລຍະ ແລະ ຮັບຟັງ ຄຳແນະນຳ ການຈັດຕັ້ງປະຕິບັດແຈ້ງການ ກ່ຽວກັບຫ້າມຊື້-ຂາຍ ໝູຊີ້ນ(ໝູເປັນໜ້າຟາມ) ຕໍ່າກວ່າຕົ້ນທຶນການລ້ຽງ ສະບັບເລກທີ 0786/ຫກ

May be an image of ticket stub and text

ໃນນັ້ນ, ການກໍານົດລາຄາໜ້າຟາມ ຫ້າມຜູ້ປະກອບການລ້ຽງໝູ ແລະ ນາຍຮ້ອຍ ຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ໃນລາຄາທີ່ ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ ທີ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຄິດໄລ່ ແລະ ຢັ້ງຢືນອອກໃນແຕ່ລະເດືອນ ຢ່າງເດັດຂາດ, ຊຶ່ງໝູຊີ້ນ (ໝູເປັນໜ້າຟາມ) ທີ່ນໍາມາຄິດໄລ່ ແລະ ຢັ້ງຢືນໂຄງປະກອບລາຄາຕົ້ນທຶນເພື່ອກຳນົດ ລາຄາຂາຍໜ້າຟາມ ແມ່ນໝູຊີ້ນທີ່ມີນໍ້າໜັກ ແຕ່ 100 ຫາ 120 ກິໂລ.May be an illustration of text

ສ່ວນໝູຊີ້ນທີ່ມີນໍ້າໜັກຫຼຸດ ຫຼື ເກີນ ທີ່ໄດ້ກໍານົດໄວ້ນີ້ ແມ່ນໃຫ້ອີງຕາມການຕົກລົງລາຄາກັນເອງ ລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ, ຮັບຟັງການເຜີຍແຜ່ ການຄຸ້ມຄອງ, ການຈັດຕັ້ງປະຕິບັດດ້ານວິຊາການ ໃນ ການການຄິດໄລ່ໂຄງປະກອບລາຄາ ຕົ້ນທຶນ / ຕົ້ນທາງ ການຜະລິດ ແລະ ການນໍາເຂົ້າ ໝູ ແລະ ຊາກໝູ ທີ່ຂະ ແໜງກະສິກຳ ແລະ ສິ່ງແວດລ້ອມ ຈັດຕັ້ງປະຕິບັດ, ລາຍງານການຄຸ້ມຄອງ, ການຈັດຕັ້ງປະຕິບັດການຄິດໄລ່ ໂຄງສ້າງລາຄາ ຊີ້ນໝູ ໜ້າຂຽງ ໃນຂອດການຈໍາໜ່າຍ ຂາຍຍົກ-ຂາຍຍ່ອຍ.

May be an image of ticket stub and text

———
©️ຂ່າວສານອອນລາຍ ອັດຕະປື