Homeແຈ້ງການພະແນກ ອຄ ນວ ແຈ້ງໃຫ້ຢຸດຊົ່ວຄາວການຂຸດຄົ້ນດິນແດງ-ດິນປະເພດຕ່າງໆ ໃນ ນວ ແຕ່ວັນທີ 01 ກໍລະກົດ ຫາ ວັນທີ 30...

ພະແນກ ອຄ ນວ ແຈ້ງໃຫ້ຢຸດຊົ່ວຄາວການຂຸດຄົ້ນດິນແດງ-ດິນປະເພດຕ່າງໆ ໃນ ນວ ແຕ່ວັນທີ 01 ກໍລະກົດ ຫາ ວັນທີ 30 ຕຸລາ 2026.

ອີງຕາມແຈ້ງການຂອງພະແນກ ອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 25 ມິຖຸນາ 2026 ກ່ຽວກັບໃຫ້ຢຸດເຊົາຊົ່ວຄາວ ການຂຸດຄົ້ນດິນແດງ-ດິນປະເພດຕ່າງໆ ໃນ ນວ ແຕ່ວັນທີ 01 ກໍລະກົດ ຫາ ວັນທີ 30 ຕຸລາ 2026 ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດຈົບງາມ ດ້ານພື້ນຖານໂຄງລ່າງ ແລະ ການປົກປັກຮັກສາສິ່ງແວດລ້ອມ ຢູ່ຂອບເຂດ ນະຄອນຫຼວງວຽງຈັນ ໃນໄລຍະລະດູຝົນ ໃຫ້ຈັດຕັ້ງປະຕິບັດດັ່ງນີ້:

1. ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການຂຸດຄົ້ນ ດິນແດງ ແລະ ດິນປະເພດຕ່າງໆ ໃນນະຄອນຫຼວງວຽງຈັນ ຢຸດເຊົາຊົ່ວຄາວ ການຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ໃນໄລຍະລະດູຝົນ ນັບແຕ່ມື້ວັນທີ 01 ກໍລະກົດ ຫາ ວັນທີ 30 ຕຸລາ 2026.

2. ໄລຍະນີ້, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການ ກ່ຽວກັບການຂຸດຄົ້ນ ດິນແດງ ແລະ ດິນປະເພດຕ່າງໆ ທີ່ເປັນໂຄງການບູລິມະສິດ ຂອງລັດຖະບານ, ເຈົ້າຂອງໂຄງການ ຕ້ອງປະກອບເອກະສານຄົບຖ້ວນ ເພື່ອສະເໜີ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ຄົ້ນຄວ້າພິຈາລະນາຕາມລະບຽບການ.

3. ໃນກໍລະນີພົບເຫັນບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການ ຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ໃນໄລຍະລະດູຝົນ ໂດຍບໍ່ໄດ້ຮັບອະນຸຍາດຈາກ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ລະເມີດແຈ້ງການສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໄໝ, ທົດແທນຄ່າເສຍຫາຍ ຫຼື ດຳເນີນຄະດີຕາມກົດໝາຍ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

4. ມອບໃຫ້ຂະແໜງທໍລະນີສາດ ແລະ ບໍ່ແຮ່, ຫ້ອງການອຸດສາຫະກຳ ແລະ ການຄ້າ 07 ເມືອງ ນະຄອນຫຼວງວຽງຈັນ ເປັນໃຈກາງໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາ ການຂຸດຄົ້ນດິນແດງ ແລະ ດິນປະເພດຕ່າງໆ ເພື່ອໄລ່ລຽງເກັບບໍລິມາດຂຸດຄົ້ນ, ຈ່າຍຄ່າທຳນຽມ ແລະ ການປະຕິບັດພັນທະ ແລ້ວສັງລວມລາຍງານ ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ແລະ ອົງການປົກຄອງເມືອງ ຂອງຕົນ ຮັບຊາບ ແລະ ມີທິດຊີ້ນຳ.

5. ອົງການປົກຄອງເມືອງ, ຫ້ອງການ, ຂະແໜງການ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.