ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ – ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ 2 ລຸ້ນຄື ລົດ SUV ລຸ້ນ JOYEE S04 (ໄຟຟ້າ 100%) ແລະ JOYEE S08 (Plug-in Hybrid) ສູ່ຕະຫຼາດລາວ. ງານຄັ້ງນີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Yang Zhiyong ປະທານຄະນະກວດກາ ກຸ່ມບໍລິສັດ ເຕີຫຼົງ ໂອໂຕ, ພ້ອມດ້ວຍແຂກຜູ້ມີກຽດ, ອິນຟູເລນເຊີ ແລະ ບັນດາສື່ມວນຊົນຈາກຫຼາຍສຳນັກ.

ການເປີດໂຕຄັ້ງນີ້, ຖືເປັນອີກກ້າວສຳຄັນຂອງ FAWCAR ໃນການເລັ່ງຂະຫຍາຍຍຸດທະສາດໃນພາກພື້ນອາຊຽນ. ເຊິ່ງອາໄສຮາກຖານການຜະລິດລົດອັນເຂັ້ມແຂງຂອງ China FAW ແລະ ຄຸນນະພາບທີ່ໄດ້ຮັບການຮັບຮອງຈາກລັດວິສາຫະກິດຊັ້ນນຳຂອງ ສປ ຈີນ, ໂດຍເນັ້ນ ການອອກແບບທີ່ໂດດເດັ່ນ, ປະຢັດພະລັງງານ, ປອດໄພ ແລະ ຮອງຮັບຮູບແບບການໃຊ້ງານຫຼາຍດ້ານ. ພ້ອມນີ້ ຍັງຊ່ວຍຍົກລະດັບອຸດສາຫະກຳການຂົນສົ່ງສີຂຽວໃນທ້ອງຖິ່ນ. FAWCAR ໄດ້ນຳໃຊ້ລົດໄຟຈີນ-ລາວ ໃນການຈັດສົ່ງລົດ, ສະໜອງອາໄຫຼ່ໄດ້ຢ່າງວ່ອງໄວ ເພື່ອຕອບໂຈດແກ່ຜູ້ໃຊ້ລົດໃນລາວ ຕັ້ງແຕ່ການຊື້ລົດ, ການໃຊ້ລົດ ເຖິງການບຳລຸງຮັກສາ. ພິເສດ, ລົດທັງ 2 ລຸ້ນນີ້ ໄດ້ຮັບການອອກແບບ ແລະ ຜະລິດ ສຳລັບຕະຫຼາດລາວ ເພື່ອຮັບມືກັບສະພາບອາກາດ ແລະ ຖະໜົນຫຫົນທາງທັງໃນ ແລະ ນອກເມືອງ.

ສຳລັບ JOYEE S04: SUV ໄຟຟ້າ 100% ລຸ້ນ 445KM ລາຄາ 22,500 USD ແລະ ລຸ້ນ 565KM ລາຄາ 23,800 USD. ລະບົບການຂັບເຄື່ອນໄຟຟ້າ Jigull ທີ່ມີປະສິດທິພາບ 88%, ຮອງຮັບທັງການເດີນທາງໄປວຽກປະຈຳວັນ ແລະ ການຂັບລົດທ່ອງທ່ຽວໄລຍະສັ້ນ, ປະຢັດ ແລະ ອຸ່ນໃຈ ເພາະແບັດເຕີຣີ ນຳໃຊ້ເທັກໂນໂລຊີ High-molecular Carbon Nanocoating ເປັນຄັ້ງທຳອິດໃນອຸດສາຫະກຳ ຜ່ານການທົດສອບຄວາມປອດໄພເຖິງ 169 ຂັ້ນ. ສາມາດຮັບມືກັບໄຟໄໝ້, ການແຊ່ນ້ຳທະເລ ແລະ ກັນກະແທກຢູ່ພື້ນລົດ. ພາຍໃນໂຕລົດມີເນື້ອທີ່ກວ້າງຂວາງ, ຫຼັງຄາແກ້ວພາໂນຣາມາ ແລະ ແກ້ວແວ່ນກັນຄວາມຮ້ອນ, ເຮັດໃຫ້ຫ້ອງໂດຍສານປອດໂປ່ງ ແລະ ບໍ່ຮູ້ສຶກອຶດອັດ, ມີຈໍຄວບຄຸມ 14.6 ນິ້ວ, ພ້ອມລະບົບຊ່ວຍຂັບຂີ່ອັດສະລິຍະ L2, ກ້ອງ 360° ຮອບຄັນ, ຊ່ວຍເລື່ອງການຈອດຢູ່ບ່ອນທີ່ແຄບ, ດ້ານຫຼັງເບາະນັ່ງ ສາມາດເກັບເຄື່ອງໄດ້ຫຼາຍຢ່າງ ແລະ ມີຫົວຈ່າຍໄຟເພື່ອຕໍ່ອຸປະກອນຕ່າງໆ ເຊິ່ງຕອບໂຈດການໃຊ້ງານແບບຄອບຄົວໄດ້ຢ່າງເຕັມທີ່.

ສຳລັບ JOYEE S08: SUV Plug-in Hybrid ລາຄາ 24,800 USD, ໃຊ້ລະບົບຂັບເຄື່ອນປະສົມປະສານກັນລະຫວ່າງ ນໍ້າມັນ ແລະ ໄຟຟ້າ, ສາມາດຂັບຂີ່ດ້ວຍໄຟຟ້າລ້ວນໄດ້ເຖິງ 200 km ແລະ ຮອງຮັບ 2C ການສ້າງໄວ (Fast Charging). ເມື່ອແບັດເຕີຣີ – ນໍ້າມັນເຕັມຖັງ ສາມາດແລ່ນໄດ້ເຖິງ1,500km, ແບັດເຕີຣີທົນທານ ຮອງຮັບການກັນນ້ຳ, ພ້ອມລະບົບຊ່ວຍຂັບຂີ່ອັດສະລິຍະຮອບດ້ານ ແລະ ມີກ້ອງ 360° ອ້ອມຄັນຕະຫຼອດການເດີນທາງ. rkp.oຫ້ອງໂດຍສານເນັ້ນຄວາມກວ້າງສະບາຍ ພ້ອມຈຸດໄວ້ເຄື່ອງ 33 ຈຸດ, ເບາະນັ່ງຫຸ້ມດ້ວຍ ວັດສະດຸໜັງຈາກເຫັດຫຼິນຈື່ ຊ່ວຍລະບາຍຄວາມຮ້ອນໄດ້ດີ ແລະ ມີຫຼັງຄາແກ້ວພາໂນຣາມາ ສາມາດເປີດ- ປິດໄດ້ຢ່າງສະດວກ. ເຊິ່ງເໝາະສຳລັບເປັນລົດຄອບຄົວອີກໜຶ່ງຄັນ. ພິເສດ, ລົດລຸ້ນນີ້ ຍັງຕິດອັນດັບທີ 4 ຈາກ 10 ອັນດັບ ສຳລັບລົດທີ່ດີທີ່ສຸດ ໃນປະເພດລົດ Hybrid ອີກດ້ວຍ.
ເພື່ອທົດສອບຄວາມສາມາດໃນການອອກແບບໃຫ້ເໝາະກັບຕະຫຼາດລາວ ແລະ ທົດລອງຄຸນນະພາບຂອງລົດທັງ 2 ລຸ້ນ, ທີມ FAWCAR ໄດ້ເລີ່ມການທົດສອບຂັບຂີ່ໃນໄລຍະທາງ 1,500km ຈາກນະຄອນຫຼວງວຽງຈັນ ສປປ ລາວ ໄປສູ່ ພະນົມເປັນ, ກຳປູເຈຍ. ສຳລັບ JOYEE S04 ເນັ້ນການທົດສອບສະພາບການເດີນທາງໃນເມືອງ ແລະ ຊານເມືອງຂອງລາວ, ສ່ວນ JOYEE S08 ຈະເດີນທາງຜ່ານຫົນທາງເຂດສາຍແດນທັງສອງປະເທດ.
ປັດຈຸບັນ ຄວາມຕ້ອງການລົດພະລັງງານໃໝ່ໃນລາວກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ແບຣນລົດຈາກຈີນກໍໄດ້ຮັບການຍອມຮັບເພີ່ມຂຶ້ນ. ສຳລັບກ້າວຕໍ່ໄປ ຈະຂະຫຍາຍການຈຳໜ່າຍຈາກນະຄອນວຽງຈັນສູ່ຂອບເຂດທົ່ວປະເທດ.
ສາມາດໄປສຳຜັດລົດຕົວຈິງໄດ້ແລ້ວມື້ນີ້ ທີ່ສູນຈຳໜ່າຍລົດ FAWCAR ຕັ້ງຢູ່: ບ້ານດົງນາໂຊກໃຕ້, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ເບີໂທຕິດຕໍ່: 020 9538 7666, ເພຈ: @Delong Auto ເຕີຫລົງ ອໍໂຕ້
#FAWCAR #JOYEES04 #JOYEES08#FAWCARCambodiaLaunch#DrivingForwardWithFAWCAR#FAWCARTHEEVENT










ຈາກການລົງພື້ນທີ່ຕົວຈິງພົບເຫັນ: ຍິງສາວຊາວລາວ 1 ຄົນ ລັກລອບປະກອບອາຊີບຂາຍເປັດພະໂລ້ມາແລ້ວ 3 ປີ ໂດຍບໍ່ໄດ້ຮັບອະນຸຍາດ ຈາກການກວດສອບພົບວ່າ: ຜູ້ຖືກຫາເຄີຍໄດ້ຮັບໃບອະນຸຍາດເຮັດວຽກກັບນາຍຈ້າງຄົນໄທ ແຕ່ພາຍຫຼັງກໍໄດ້ປ່ຽນມາປະກອບອາຊີບນີ້ແທນ.

ສ່ວນຄະດີ ຂອງນາງ ພຸດທິດາວັນ ໄກສອນເສນາ ແມ່ນຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສີນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026. ຜູ້ກ່ຽວໄດ້ກະທຳຜິດທີ່ເປັນການ ການສໍ້ລາດບັງຫຼວງ ໃນຂໍ້ຫາ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 297 ແລະ 298 ຂອງປະມວນກົດໝາຍອາຍາ, ເຊິ່ງສານໄດ້ຕັດສີນ ໃຫ້ຜູ້ກ່ຽວຖືກລົງໂທດຕາມແຕ່ລະຂໍ້ຫາຄື:ລົງໂທດຕັດອິດສະລະພາບ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກໍານົດ ຫົກເດືອນ ແລະ ປັບໃໝ 5,000, 000 ກີບ,ລົງໂທດຕັດອິດສະລະພາບ ໃນຂໍ້ຫາການຄິດໄລ່ດອກເບ້ຍສູງກໍານົດ ຫົກ ເດືອນ ແລະ ປັບໃໝ 5,000,000 ກີບ.









