HomeUncategorizedສານແຂວງອັດຕະປື ຊີ້ແຈງຄະດີ ນ. ດາວິນ ມະນີວົງ ເປັນບຸກຄົນທົ່ວໄປ ກະທຳຜິດເຮັດທຸລະກິດບໍ່ຖືກຕ້ອງ ສ່ວນ ນ. ພຸດທິດາວັນ ໄກສອນເສນາ...

ສານແຂວງອັດຕະປື ຊີ້ແຈງຄະດີ ນ. ດາວິນ ມະນີວົງ ເປັນບຸກຄົນທົ່ວໄປ ກະທຳຜິດເຮັດທຸລະກິດບໍ່ຖືກຕ້ອງ ສ່ວນ ນ. ພຸດທິດາວັນ ໄກສອນເສນາ ກະທຳຜິດ ເປັນພະນັກງານທີ່ສໍ້ລາດບັງຫຼວງ

ໂດຍອີງຕາມການໃຫ້ຂໍ້ມູນ​ ຂອງ ສານປະຊາຊົນແຂວງອັດຕະປື ໃນຄັ້ງວັນທີ 3 ສິງຫາ 2026 ວ່າ: ເພຶ່ອເປັນການຊີ້ແຈ້ງກ່ຽວກັບຄະດີ 2 ເລື່ອງທີ່ສານປະຊາຊົນແຂວງອັດຕະປື ໄດ້ຕັດສີນແລ້ວນັ້ນ ປັດຈຸ ບັນເຫັນໄດ້ວ່າ: ສື່ສັງຄົມອອນລາຍໄດ້ລົງຂ່າວໄປໃນທາງທີ່ບິດເບືອນຄວາມເປັນຈິງ ເຮັດໃຫ້ສັງຄົມກໍາລັງໃຫ້ຄວາມສົນໃຈ ແລະ ເຂົ້າໃຈໄປໃນທາງທີ່ຜິດ ຕໍ່ຄໍາຕັດສິນຂອງສານ ລະຫວ່າງ ຄະດີກ່ຽວກັບການກະທຳ​ຜິດ ຂອງເຈົ້າກຳທົ່ວໄປ (ບຸກຄົນທົ່ວໄປ) ຕິດພັນກັບຈຳນວນເງີນ ຖືກເສຍຫາຍ ຈາກການກະທຳຜິດຂອງພະນັກງານທີ່ສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື ທີ່ສານໄດ້ເປີດປະ​ຊຸມສານ ໃນຄັ້ງວັນທີ 16 ກໍລະກົດ 2026, ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20 ເມສາ 2026, ຕາມຄຳຕັດສີນ ເລກທີ 89/ ຂຕ.ອ, ລົງວັນທີ 16 ກໍລະກົດ 2026. ໃນນີ້ ມີຈຳເລີຍ ທັງໝົດ 9 ຄົນ, ຍິງ 6 ຄົນ ແລະ ຄະດີອາຍາ ເລກທີ 59/ ຂຕ.ອ​, ລົງວັນທີ 17 ມີນາ 2026, ຕາມຄຳຕັດສີນ ເລກທີ 90/ ຂຕ.ອ, ລົງວັນ​ທີ 30 ກໍລະກົດ 2026. ກ່ຽວກັບ ການກະທຳຜິດ ຂອງພະນັກງານຢູ່ແຂວງອັດຕະປື ໃນຂໍ້ຫາ ສໍ້ລາດບັງຫຼວງ,​ ໃນນີ້ ມີຈຳເລີຍ ທັງໝົດ 15 ຄົນ, ຍິງ 4. ດັ່ງນັ້ນ ຈຶ່ງຢາກໃຫ້ຜູ້ຮັບຂໍ້ມູນຂ່າວ​ສານ ທາງສື່ສັງຄົມອອນລາຍ ຈົ່ງໃຊ້ວິຈາລະນະຍານໃນການຕິດຕາມຂໍ້​ມູນທີ່ເປັນທາງການ ໃຫ້ຖືກຕ້ອງ,​ ສະນັ້ນ ເພື່ອເຮັດໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງ ຈິ່ງໄດ້ຊີ້ແຈ້ງກ່ຽວກັບ ການກະທຳຜິດ ຂອງນາງ ດາວິນ ມະນີວົງ ແລະ ນາງ ພຸດທິດາວັນ ໄກສອນເສນາ ດັ່ງນີ້:

ຄະດີ ຂອງນາງ ດາວິນ ມະນີວົງ ແມ່ນຄະດີອາຍາ ເລກທີ 64/ ຂຕ.ອ​, ລົງວັນທີ 20 ເມສາ 2026, ຕາມຄຳຕັດສີນ ເລກທີ 89/ ຂຕ.ອ, ລົງວັນທີ 16 ກໍລະກົດ 2026,ເຊິ່ງສານໄດ້ຕັດສີນໃຫ້ຜູ້ກ່ຽວ ມີຄວາມຜິດໃນສະຖານໂທສານຸໂທດ ຕາມມາດ​ຕາ 297​ ແລະ​ ມາດຕາ​ 298 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ ຕາມປະມວນກົດ​ໝາຍອາຍາ ປີ 2017. ເຊິ່ງສານໄດ້ຕັດສີນ ລົງໂທດ ນາງ ດາວິນ ມະນີວົງ (ຈໍາເລີຍ4) ໃນຂໍ້ຫາ ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກຳນົດ ຫົກເດືອນ ແລະ ປັບໃໝ 5,000,000 ກີບ,​ ລົງໂທດ ນາງ ດາວິນ ມະນີວົງ (ຈໍາເລີຍ4) ໃນຂໍ້ຫາ ການຄິດໄລ່ດອກເບ້ຍສູງ ກຳ​ນົດ ຫົກເດືອນ ແລະ ປັບໃໝ 5,000,000 ກີບ,​ ລວມລົງໂທດຕັດອິດສະລະພາບຈຳເລີຍ ທັງໝົດ ໜື່ງ ປີ ໃຫ້ປະຕິບັດ ຫ້າເດືອນ ຊາວສີ່ວັນ ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ 10,000,000 ກີບ​ ແລະໃຫ້ໃຊ້ແທນເງີນສ່ວນຕ່າງທີ່ໄດ້ຈາກການກະທຳ​ຜິດ ຈຳນວນ 5,054,100,000 ກີບ ຄືນແກ່ລັດ ເຊິ່ງເງີນຈຳນວນດັ່ງກ່າວນີ້ ຜູ້ກ່ຽວໄດ້ມາຈາກການກະທຳຜິດໃນຂໍ້ຫາ ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ການກະທຳ​ຜິດຂອງ ນາງ ດາວີນ ມະນີວົງ ຜູ້ກ່ຽວບໍ່ໄດ້ກະທຳຜິດ ໃນຂໍ້ຫາການສໍ້ລາດບັງຫຼວງ.

ສ່ວນຄະດີ ຂອງນາງ ພຸດທິດາວັນ ໄກສອນເສນາ ແມ່ນຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສີນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026. ຜູ້ກ່ຽວໄດ້ກະທຳຜິດທີ່ເປັນການ ການສໍ້ລາດບັງຫຼວງ ໃນຂໍ້ຫາ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການດໍາເນີນທຸລະກິດໂດຍບໍ່ຖືກ​ຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 297 ແລະ 298 ຂອງປະມວນກົດໝາຍອາຍາ, ເຊິ່ງສານໄດ້ຕັດສີນ ໃຫ້ຜູ້ກ່ຽວຖືກລົງໂທດຕາມແຕ່ລະຂໍ້ຫາຄື:ລົງໂທດຕັດອິດສະລະພາບ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກໍານົດ ຫົກເດືອນ ແລະ ປັບໃໝ 5,​000, 000 ກີບ,ລົງໂທດຕັດອິດສະລະພາບ ໃນຂໍ້ຫາການຄິດໄລ່ດອກເບ້ຍສູງກໍານົດ ຫົກ ເດືອນ ແລະ ປັບໃໝ 5,​000,000 ກີບ.

– ໃນຂໍ້ຫາ ການຍັກຍອກຊັບ ຂອງລັດ ຫຼື ລວມໝູ່ ຕະຫຼອດຊີວິດ ແລະ ປັບໃໝ ໜື່ງສ່ວນຮ້ອຍ(1%) ຂອງມູນຄ່າຄວາມເສຍຫາຍ​ ຄື: ເງີນຈຳ ນວນ 10,000,000,000 ກີບ X 1% ເທົ່າ 100,000,000 ກີບ,​ ລວມລົງ​ໂທດ ນາງ ພຸດທິດາວັນ ໄກສອນເສ ນາ (ຈໍາເລີຍ15) ຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ ທັງ​ໝົດ ຈຳນວນ 110,000,000 ກີບ
ສ່ວນເງີນ ຈຳນວນ 22,000,000 ກີບ ທີ່ສານໃຫ້ຜູ້ກ່ຽວສົ່ງຄືນ ແກ່ລັດນັ້ນ ແມ່ນເງີນທີ່ນາງ ພຸດທິດາວັນ ໄກສອນເສນາ ໄດ້ຈາກການກະທຳ​ຜິດ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ(ມາດຕາ 297,298) ພ້ອມນັ້ນ​ ກໍ່ຍັງໃຫ້ຮັບ​ຜິດຊອບ ໃຊ້ແທນເງີນຂອງລັດທີ່ຖືກເສຍຫາຍ ຕາມບ້ວງເງີນທີ່ຜູ້ກ່ຽວໄດ້ຮ່ວມກະທຳຜິດ.

——–
©️ຂ່າວສານອອນລາຍ ອັດຕະປື