HomeUncategorizedສານປະຊາຊົນແຂວງອັດຕະປື ຕັດສິນຄະດີສໍ້ລາດບັງຫຼວງ ລົງໂທດຈຳເລີຍ 15 ຄົນ ໃນນັ້ນຈໍາຄຸກຕະຫຼອດຊີວິດ 10 ຄົນ

ສານປະຊາຊົນແຂວງອັດຕະປື ຕັດສິນຄະດີສໍ້ລາດບັງຫຼວງ ລົງໂທດຈຳເລີຍ 15 ຄົນ ໃນນັ້ນຈໍາຄຸກຕະຫຼອດຊີວິດ 10 ຄົນ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງ ຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ ມີຈໍານວນ 10 ຄົນ, ຍິງ 2 ຄົນ. ທ່ານ ນາງ ລັດຕະນາ ສິມາວັດ, ຫົວໜ້າຫ້ອງການສານປະຊາຊົນແຂວງອັດຕະປື ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 30 ກໍລະກົດ 2026 ໃຫ້ຮູ້ວ່າ: ສານປະຊາຊົນແຂວງອັດຕະປື ໄດ້ພິຈາ ລະນາຕັດ ສີນຄະດີ ກ່ຽວກັບການກະທຳຜິດ ສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື. ເຊີ່ງມີລາຍລະອຽດດັ່ງນີ້: ໃນປີ 2021 ຫາ 2024 ພວກຈຳເລີຍໄດ້ຮ່ວມມືກັນ ກະທຳຜິດ ໂດຍມີ ທ້າວ ສຸລິໄຊ ສຸລິຍາໄລ ຫຼື ໝູ (ຈໍາເລີຍ) ເປັນຫົວໂປ່ຕົວການ ໃນການສໍ້ລາດບັງຫຼວງ ໃນຈໍານວນເງິນ 8 ບ້ວງ ຂອງແຂວງອັດຕະປື ມີເງິນຈໍານວນດັ່ງນີ້: ເງີນກີບ ຈໍານວນ103,489,679,995 ກີບ, ເງີນໂດລາ ຈໍານວນ 2,356,000 ໂດລາສະຫະລັດ ແລະ ເງີນດົງ ຈໍານວນ 1,500,000,000 ດົງ, ເຊຶ່ງເງິນດົງຈໍານວນດັ່ງກ່າວໄດ້ຖອນ ແລະ ແລກປ່ຽນເປັນເງິນກີບ ແລະ ເງິນບາດ.
May be an image of text that says 'ลานปะดามิ้ม PEOPLE' COURT สามปะทุาลุ้มแ2ว) สามปะ ดกลุม อัดตะปิ පී The People's Court of Attapeu Province'
ກ່ຽວກັບການກະທຳຜິດ ຂອງພະນັກງານຢູ່ແຂວງອັດຕະປື ໃນຂໍ້ຫາ ສໍ້ລາດບັງຫຼວງ, ໃນນີ້ ມີຈຳເລີຍ ທັງໝົດ 15 ຄົນ, ຍິງ 4 ຄົນ ຄື:
1) ທ້າວ ສຸລິຈັນ ພອນແກ້ວ (ຈໍາເລີຍ1), ອາຍຸ 53 ປີ, ອາຊີບ ພະນັກງານ (ອາດີດກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງອັດຕະປື), ປັດຈຸບັນຢູ່ ບ້ານໄຊສີ, ເມືອງໄຊເສດຖາ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ຂໍ້ຫາການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ການປອມ ແປງເອກະສານ ຫຼື ການນໍາໃຊ້ເອກະສານປອມ, ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 358, 359, 364, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ ໜື່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ ຈຳນວນ 992,816,961 ກີບ, 60,898 ໂດລາສະຫະລັດ ແລະ 30,000,000 ດົງ, ຮິບເງິນ ທ້າວ ສຸລິຈັນ ພອນແກ້ວ(ຈຳເລີຍ1) ຈໍານວນ 1,551,712,000 ກີບ ເຂົ້າເປັນຂອງລັດ, ໃຫ້ ທ້າວ ສຸລິຈັນ ພອນແກ້ວ(ຈຳເລີຍ1) ສົ່ງເງິນສ່ວນຕ່າງໄດ້ຈາກການປ່ອຍເງີນກູ້ດອກເບ້ຍສູງ ທັງໝົດ ຈຳນວນ 4,200,249,000 ກີບ ຄືນແກ່ລັດ.
2) ທ້າວ ສູນນະຄອນ ແກ້ວວຽງຄໍາ (ຈໍາເລີຍ2 ), ອາຍຸ 59 ປີ, ອາຊີບ ພະນັກງານ (ອາດີດກໍາມະການພັກແຂວງ, ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງອັດຕະປື), ປັດຈຸບັນຢູ່ບ້ານ ຫຼັກ 3, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ ແລະ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາ ຍາ, ລົງໂທດ ຕັດອິດສະລະພາບ ທ້າວ ສູນນະຄອນ ແກ້ວວຽງຄໍາ(ຈໍາເລີຍ2) ຕະຫຼອດຊີວິດ ແລະ ປັບໃໝ ໜື່ງສ່ວນຮ້ອຍ(1%) ຂອງມູນຄ່າຄວາມເສຍຫາຍ ທັງໝົດ ຈຳນວນ 34,420,000 ກີບ ແລະ 4,340 ໂດລາສະຫະລັດ ຮິບເງິນ ຈໍານວນ 42,000,000 ກີບ ແລະ 2,000 ໂດລາສະຫະລັດ ເຂົ້າເປັນຂອງລັດ.
3) ທ້າວ ຄໍາເຜີຍ ໂສມຖາວອນ(ຈໍາເລີຍ 3), ອາຍຸ 60 ປີ, ອາຊີບ ພະນັກງານບໍານານ (ອາດີດກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງ), ປັດຈຸບັນຢູ່ບ້ານໂພນສະຫວ່າງ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ທ້າວ ຄໍາເຜີຍ ໂສມຖາວອນ (ຈໍາເລີຍ3) ຕະຫຼອດຊີວິດ ແລະ ປັບໃໝ ຈຳນວນ 1,828,008,205 ກີບ, ຈໍານວນ 40,000 ໂດລາສະຫະລັດ, ຮິບເງິນຈາກທ້າວ ຄໍາເຜີຍ ໂສມຖາ ວອນ (ຈໍາເລີຍ3) ຈໍານວນ 1,500,000,000 ກີບ ເຂົ້າເປັນຂອງລັດ.
4) ທ້າວ ທູນໄຊ ເມກດາວົງ(ຈໍາເລີຍ 4), ອາຍຸ 60 ປີ, ອາຊີບ ພະນັກງານບໍານານ (ອາດີດຮອງພະ ແນກການເງິນແຂວງອັດຕະປື), ປັດຈຸບັນຢູ່ບ້ານ ໄຊສະອາດ, ເມືອງ ສາມັກຄີໄຊ, ແຂວງອັດຕະປື, ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ ແລະ ການດໍາເນີນທຸລະກິດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 358, 359, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ທ້າວ ທູນໄຊ ເມກດາວົງ (ຈໍາເລີຍ4) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈໍານວນ 32,250,000 ກີບ ແລະ ຈໍານວນ 40,000 ໂດລາສະຫະລັດ, ຮິບເງີນຈາກທ້າວ ທູນໄຊ ເມກດາວົງ(ຈໍາເລີຍ4) ຈຳນວນ 225,000,000 ກີບ ເປັນຂອງລັດ.
6) ທ້າວ ອິນປົງ ສີລາວິກອນ (ຈໍາເລີຍ6 ), ອາຍຸ 38 ປີ, ອາຊີບ ພະນັກງານ (ອາດີດວິຊາການຂະ ແໜງບໍລິການ ຂື້ນກັບຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານສົມໂຄດ, ເມືອງໄຊເສດຖາ, ແຂວງ ອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ ແລະ ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດ ສະລະພາບ ທ້າວ ອິນປົງ ສີລາວິກອນ (ຈໍາເລີຍ6) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈຳນວນ 2,033,989,750 ກີບ ແລະ ຈໍານວນ 46,320 ໂດລາສະຫະລັດ, ຮິບເງີນຈາກທ້າວ ອິນປົງ ສີລາວິກອນ (ຈໍາເລີຍ6) ຈຳນວນ 130,000,000 ກີບ ເປັນຂອງລັດ.
7) ທ້າວ ສຸລິໄຊ ສຸລິຍາໄລ ຫຼື ໝູ (ຈໍາເລີຍ 7), ອາຍຸ 37 ປີ, ອາຊີບ ພະນັກງານ (ອາດີດຮອງຂະ ແໜງຄົ້ນຄວ້າສັງລວມ ຂື້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ບ້ານ ຫຼັກ3, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການໃຫ້ສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ, ການປອມແປງເອກະສານ ຫຼື ການນໍາໃຊ້ເອກະສານປອມ, ການຫຼີ້ນການພະນັນທີ່ຕ້ອງຫ້າມ ແລະ ການຟອກເງິນ, ຕາມມາດຕາ 354, 355, 357, 359, 364, 141 ແລະ 130 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ທ້າວ ສຸລິໄຊ ສຸລິຍາໄລ (ຈຳເລີຍ7) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຄື: ຈໍານວນ 3,459,996,813 ກີບ, ຈໍານວນ 70,198 ໂດລາສະຫະລັດ ແລະ ຈໍານວນ 45,000,000 ດົງ.
8. ທ້າວ ອຸດທະລີ ສີງທໍາມະວົງ (ຈໍາເລີຍ 8, ອາຍຸ 43 ປີ, ອາຊີບ ພະນັກງານ (ອາດີດ ຫົວໜ້າຂະ ແໜງບໍລິຫານ ຂື້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ບ້ານ ຫຼັກ3, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນ ບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ. ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງ ໂທດຕັດອິດສະລະພາບ ທ້າວ ອຸດທະລີ ສີງທໍາມະວົງ(ຈຳເລີຍ8) ທັງໝົດ ຊາວ ປີ ແລະ ປັບໃໝ ຈໍານວນ 1,000,000 ກີບ, ຈໍານວນ 400 ໂດລາສະຫະລັດ ແລະ ຈໍານວນ 30,000,000 ດົງ, ຮິບເງີນຈາກທ້າວ ອຸດທະລີ (ຈໍາເລີຍ8) ຈໍານວນ 100,000,000 ກີບເປັນຂອງລັດ.
9) ນາງ ມະນີສອນ ເພັດວິໄລ (ຈໍາເລີຍ 9), ອາຍຸ 34 ປີ ອາຊີບ ພະນັກງານ (ອາດີດວິຊາການການເງິນຂະແໜງບໍລິຫານ ຂື້ນກັບຫ້ອງວ່າການແຂວງ), ປັດຈຸບັນຢູ່ ບ້ານ​​​​​​​​​​​​​​​ສາມັກຄີ, ເມືອງສາ ມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະ ລະພາບ ນາງ ມະນີສອນ ເພັດວິໄລ (ຈໍາເລີຍ 9) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ, ຈຳນວນ 1,839,298,031 ກີບ, ຈໍານວນ 400 ໂດລາສະຫະລັດ ແລະ ຈໍານວນ 30,000,000 ດົ້ງ, ຮິບເງີນນາງ ມະນີສອນ ເພັດວິໄລ (ຈໍາເລີຍ 9) ຈຳນວນ 30,000,000 ກີບ ເປັນຂອງລັດ.
No photo description available.
10) ນາງ ນິພາພອນ ໂພທິລາດ(ຈໍາເລີຍ 10), ອາຍຸ 34 ປີ, ອາຊີບ ພະນັກງານອາສາສະໝັກຢູ່ຫ້ອງວ່າການແຂວງອັດຕະປື, ປັດຈຸບັນຢູ່ບ້ານ ໂພນສະຫວ່າງ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການໃຫ້ສິນບົນ, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ການຟອກເງິນ, ຕາມມາດຕາ 354, 355, 357, 358, 359 ແລະ 130 ຂອງປະມວນກົດໝາຍອາຍາ ລົງໂທດ ຕັດອິດສະລະພາບ ນາງ ນິພາພອນ ໂພທິລາດ (ຈໍາເລີຍ10) ຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈຳນວນ 2,353,579,750 ກີບ ແລະ 47,520 ໂດລາສະຫະລັດ.
11) ທ້າວ ແກ້ວພູທອນ ວິລະທໍາ (ຈໍາເລີຍ 11), ອາຍຸ 47 ປີ, ອາຊີບ ພະນັກງານ (ອາດີດຮອງຂະ ແໜງຈັດຕັ້ງ-ບໍລິຫານ ຂື້ນກັບພະແນກການເງິນແຂວງ), ປັດຈຸບັນຢູ່ບ້ານ​​​​​​​​​​​​​​​ວົງສໍາພັນ, ເມືອງພູວົງ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກ ຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະ ລະພາບ ທ້າວ ແກ້ວພູທອນ ວິລະທໍາ (ຈໍາເລີຍ11) ສິບຫົກ ປີ ຫົກເດືອນ ແລະ ປັບໃໝ ຈໍານວນ 8,883,770 ກີບ, ຮິບເງິນ ທ້າວ ແກ້ວພູທອນ ວິລະທໍາ (ຈໍາເລີຍ11) ທີ່ໄດ້ຈາກການຮັບສີນບົນ ຈໍານວນ 888,377,000 ກີບ ເປັນຂອງລັດ.
12) ທ້າວ ສຸກສະຫວັນ ບຸນພັນ (ຈໍາເລີຍ12 ), ອາຍຸ 55 ປີ, ອາຊີບ ພະນັກງານ (ອາດີດຮອງຫົວໜ້າຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານເມືອງໃໝ່, ເມືອງສາມັກຄີໄຊ, ແຂວງອັດຕະປື. ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບ ຂອງລັດ, ລວມໝູ່ ຫຼື ບຸກຄົນ, ຕາມມາດຕາ 354, 355, 358 ແລະ 359 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ທ້າວ ສຸກສະຫວັນ ບຸນພັນ (ຈໍາເລີຍ12) ຫ້າ ປີ ແລະ ປັບໃໝ ຈໍານວນ 1,000,000 ກີບ.
ຮິບເງິນຈາກ ທ້າວ ສຸກສະຫວັນ ບຸນພັນ (ຈໍາເລີຍ12) ຈໍານວນ 100,000,000 ກີບ ເປັນຂອງລັດ.
13) ທ້າວ ພອນພິລຸນ ໄຊສົມບັດ (ຈໍາເລີຍ 13), ອາຍຸ 49 ປີ, ອາຊີບ ພະນັກງານ (ອາດີດຮອງຂະ ແໜງບັນຊີ ແລະ ກວດກາ ຂື້ນກັບຄັງເງິນປະຈໍາແຂວງ), ປັດຈຸບັນຢູ່ບ້ານເມືອງໃໝ່, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານການຮັບສິນບົນ ຕາມມາດຕາ 354 ແລະ 358 ຂອງປະມວນກົດໝາຍອາຍາ, ລົງໂທດຕັດອິດສະລະພາບ ທ້າວ ພອນພິລຸນ ໄຊສົມບັດ (ຈໍາເລີຍ13) ສອງ ປີ ຫົກ ເດືອນ ໃຫ້ປະຕິບັດຕົວຈິງ ເຈັດ ເດືອນ ສິບເອັດ ວັນ ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ ຈໍານວນ 295,000 ກີບ, ຮິບເງີນຈາກທ້າວ ພອນພິລຸນ ໄຊສົມບັດ (ຈໍາເລີຍ13) ຈໍານວນ 29,500,000 ກີບ ເປັນຂອງລັດ.
14) ນາງ ສິມມະລີ ຄໍາໝັ້ນ(ຈໍາເລີຍ 14), ອາຍຸ 44 ປີ ອາຊີບ ພະນັກງານ ຫ້ອງວ່າການແຂວງ, ປັດຈຸ ບັນຢູ່ບ້ານ​​​​​​​​​​​​​​​ສາມັກຄີ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ລາດບັງຫຼວງ ໃນສະຖານ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການສວຍໃຊ້ຊັບຂອງລັດ ຫຼື ລວມໝູ່ ແລະ ຄວາມເລິນເລີ້ໃນການປະຕິບັດໜ້າທີ່, ຕາມມາດຕາ 354, 355, 360 ແລະ 368 ຂອງປະມວນກົດໝາຍອາຍາ, ລົງ ໂທດຕັດອິດສະລະພາບ ນາງ ສິມມະລີ ຄໍາໝັ້ນ (ຈໍາເລີຍ14) ສິບແປດ ປີ ຫົກ ເດືອນ ແລະ ປັບໃໝ ຈໍານວນ 10,855,649 ກີບ, ໃຫ້ ມອບເງີນ ຈຳນວນ 200,000,000 ກີບ ທີ່ນາງ ສິມມະລີ ຄໍາໝັ້ນ (ຈໍາເລີຍ14) ໄດ້ມອບເປັນຂອງກາງ ຄືນແກ່ຫ້ອງວ່າການແຂວງ ແລະ ໃຫ້ (ຈຳເລີຍ14) ໃຊ້ແທນເງີນ ຂອງຫ້ອງວ່າການແຂວງ(ທີ່ຍັງບໍ່ທັນມອບ) ຈໍານວນ 292,782,473 ກີບ.
15) ນາງ ພຸດທິດາວັນ ໄກສອນເສນາ (ຈໍາເລີຍ 15), ອາຍຸ 36 ປີ, ອາຊີບ ພະນັກງານພະແນກການເງິນແຂວງ, ປັດຈຸບັນຢູ່ບ້ານ​​​​​​​​​​​​​​​ໂພນສະຫວ່າງ, ເມືອງສາມັກຄີໄຊ, ແຂວງອັດຕະປື ຖືກຫາວ່າ: ການສໍ້ ລາດບັງຫຼວງ ໃນສະຖານການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການດໍາເນີນທຸລະກິດໂດຍບໍ່ຖືກ ຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 297 ແລະ 298 ຂອງປະມວນກົດໝາຍອາຍາ, ລົງໂທດ ຕັດອິດສະລະພາບ ນາງ ພຸດທິດາວັນ ໄກສອນເສນາ (ຈໍາເລີຍ15) ຕະຫຼອດຊີວິດ ແລະ ປັບໃໝ ຈໍານວນ 110,000,000 ກີບ ໃຫ້ ນາງ ພຸດທິດາວັນ ໄກສອນເສນາ (ຈໍາເລີຍ15) ສົ່ງເງີນຈໍານວນ 22,000,000 ກີບ ຄືນແກ່ລັດ.
ພ້ອມນັ້ນແມ່ນໃຫ້ພວກຈຳເລີຍ ຮ່ວມກັນໃຊ້ແທນຄ່າເສຍຫາຍໃຫ້ແກ່(ລັດ) ຈຳນວນ 51,951,708,972 ກີບ , ຈຳນວນ 2,316,000 ໂດລາສະຫະລັດ ແລະ ຈໍານວນ 60,000 ບາດ, ຖ້າວ່າ ພວກຈຳເລີຍ ບໍ່ສາມາດໃຊ້ແທນລັດໄດ້ ກໍ່ໃຫ້ປະກາດຂາຍຊັບທີ່ຢຶດ ແລະ ອາຍັດໄວ້ ເພື່ອເອົາມາໃຊ້ແທນ ຖ້າເຫຼືອກໍ່ໃຫ້ສົ່ງຄືນພວກຈຳເລີຍ, ຖ້າບໍ່ພໍກໍ່ໃຫ້ພວກຈໍາເລີຍ ສືບຕໍ່ຮັບຜິດຊອບໃຊ້ແທນ, ໃຫ້ ພວກຈຳເລີຍ ຮັບຜິດຊອບ ຄ່າໃຊ້ຈ່າຍໃນການດຳເນີນຄະດີຂອງເຈົ້າໜ້າທີ່ສະ ເພາະກິດຂອງແຂວງ, ໃຫ້ ພວກຈຳເລີຍ ຮ່ວມກັນຮັບຜິດຊອບ ຄ່າທຳນຽມສານ.
ສ່ວນທ້າວ ສຸກໃໝ ສຸດບຸນລົ້ນ ໃນໄລຍະດໍາເນີນຄະດີຜູ້ກ່ຽວໄດ້ເສຍຊີວິດ ຈຶ່ງເປັນສາເຫດໃຫ້ຊັດມ້ຽນທາງອາຍາ ຕາມຄໍາສັ່ງ ສະບັບເລກທີ 67/ອກລ.ຂ ລົງວັນທີ 28 ຕຸລາ 2024 ຂອງອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ, ແຕ່ຄວາມເສຍຫາຍທາງແພ່ງແມ່ນໃຫ້ຜູ້ກ່ຽວຮັບ ຜິດຊອບໃຊ້ແທນໃຫ້ແກ່ລັດໂດຍເອົາຊັບຜູ້ກ່ຽວທີ່ໄດ້ຢືດ ແລະ ອາຢັດໄວ້ນັ້ນມາໃຊ້ແທນໃຫ້ແກ່ລັດ.
ທ່ານນາງ ລັດຕະນາ ສິມາວັດ, ຫົວໜ້າຫ້ອງການ ສານປະຊາຊົນແຂວງ ຍັງໄດ້ກ່າວອີກວ່າ: ທັງໝົດທີ່ຖະແຫຼງໄປນັ້ນເປັນການສັງລວມເອົາແຕ່ຜົນຕັດສິນຂອງສານ ເພື່ອຖະແຫຼງຂ່າວ ໃຫ້ມວນຊົນໄດ້ຮັບຊາບ ສ່ວນລາຍລະອຽດແມ່ນຢູ່ໃນຄໍາຕັດສິນ. ພາຍຫຼັງຄະນະສະເພາະກິດໄດ້ເກັບກໍາຂໍ້ມູນແລ້ວເຫັນວ່າ ໄດ້ສ້າງຄວາມເສຍຫາຍຕົວຈິງໃຫ້ແກ່ແຂວງອັດຕະປື ເປັນເງີນ ຈໍານວນ 51,951,708,972 ກີບ, ຈຳນວນ 2,316,000 ໂດລາສະຫະລັດ ແລະ ຈໍານວນ 60,000 ບາດ. ພາຍຫຼັງ ໄດ້ຮັບຄຳສັ່ງຟ້ອງ ຂອງຫົວໜ້າອົງ ການໄອຍະການປະຊາຊົນແຂວງອັດຕະປື, ຄະນະສານອາຍາ ຂອງສານປະຊາຊົນ ແຂວງອັດຕະປື ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານຕ່າງໆຢ່າງຮອບດ້ານ ແລະ ໃນວັນທີ 30 ກໍລະກົດ 2026 ເວລາ 8 ໂມງ 00 ນາທີ ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ເປີດປະຊຸມສານ ເພື່ອພິຈາລະນາຕັດສີນ ຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສີນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026.