Home Blog Page 181

ລາຍງານ 10 ກັນຍາ ພົບຜູ້ຕິດເຊື້ອໃໝ່ +194

ຕາມບົກຖະແຫຼງການປະຈຳວັນ ຂອງຄະນະສະເພາະກິດໃຫ້ຮູ້ວ່າ: ວັນທີ 9/9/21 ໄດ້ກວດວິເຄາະທັງໝົດ 4371 ຕົວຢ່າງ ເຊິ່ງກວດພົບເຊື້ອໃໝ່ທັງໝົດ 194 ຕົວຢ່າງ.

  • ນະຄອນຫຼວງ: 4
    2 (ນໍາເຂົ້າ)
    2 (ຊຸມຊົນ)
  • ບໍ່ແກ້ວ : 6
    6 (ຊຸມຊົນ)
  • ວຽງຈັນ: 1 (ຊຸມຊົນ)
  • ຫຼວງນໍ້າທາ: 1 (ຊຸມຊົນ)
  • ບໍລິຄໍາໄຊ: 6 (ນໍາເຂົ້າ)
  • ຄໍາມ່ວນ: 38
    12 (ນໍາເຂົ້າ)
    26 (ຊຸມຊົນ)
  • ສາລະວັນ: 2
    1 (ນໍາເຂົ້າ)
    1 (ຊຸມຊົນ)
  • ສະຫວັນນະເຂດ: 76
    72 (ນໍາເຂົ້າ)
    4 (ຊຸມຊົນ)
  • ຈໍາປາສັກ: 60
    15 (ນໍາເຂົ້າ)
    45 (ຊຸມຊົນ)
  • ໄຊສົມບູນ: 1 (ຊຸມຊົນ)

ປກສ ເມືອງສັງທອງ ແລະ ທະຫານເມືອງ ກວດພົບຜູ້ລັກລອບ ຕັດໄມ້ເຂດພູພະນັງ

ກວດພົບກຸ່ມນັກທຸລະກິດ 6 ຄົນ ພ້ອມອາຍັດໄມ້ທີ່ລັກລອບຕັດຈາກພູພະນັງ

ຮູບຈາກເພສ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ວັນທີ 9 ກັນຍາ 2021 ຄະນະສະເພາະກິດເມືອງ, ປກສ ເມືອງສັງທອງ ແລະ ທະຫານເມືອງ ລົງກວດກາພົບເຫັນກຸ່ມຄົນນັກທຸລະກິດທີ່ລັກລອບຕັດໄມ້ເຂດພູພະນັງທີ່ຜິດກົດໝາຍ.

ດັ່ງນັ້ນ, ຈຶ່ງໄດ້ອາຍັດໄມ້ໄວ້ເພື່ອສືບສວນ-ສອບສວນດຳເນີນຄະດີ ໂດຍປະຕິບັດຄຳສັ່ງເລກທີ 013/ຈນວ ລົງວັນທີ 18 ສິງຫາ 2021 ວ່າດ້ວຍການປົກປັກຮັກສາປ່າສະຫງວນແຫ່ງຊາດພູພະນັງ ແລະ ປະຕິບັດຕາມປະທານປ້ອງກັນຊາດ ຫົວໜ້າຄະນະສະສະເພາະກິດເມືອງສັງທອງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເບີວອດແອັບ 020 28899774 ຮັບແຈ້ງມູນ ແລະ ຄຳສະເໜີຂອງສັງຄົມ.

ຈະລາຈອນ ນວ ສຶກສາອົບຮົມນັກຂັບຂີ່ຜູ້ລະເມີດຄໍາສັ່ງ 1 ພັນກວ່າຄົນ ໃນມື້ດຽວ

ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 7 ກັນຍາ 2021, ເຈົ້າໜ້າທີ່ຕໍາຫຼວດ ຈະລາຈອນ ນວ ໄດ້ສຸມໃສ່ຕັ້ງດ່ານກວດກາພາຫະນະຕາມທ້ອງຖະໜົນ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ໃນນີ້ ພົບເຫັນຜູ້ລະເມີດຄໍາສັ່ງເລກທີ 015/ຈນວ ແລະ ໄດ້ສຶກສາອົບຮົມທັງໝົດ 1.123 ຄົນ, ຍິງ 336 ຄົນ.

ພະແນກຕໍາຫຼວດຈະລາຈອນ ນວ ໃຫ້ຮູ້ວ່າ: ການປະຕິບັດຕາມຄໍາສັ່ງເລກທີ 015/ຈນວ ລົງວັນທີ 30 ສິງຫາ 2021, ວ່າດ້ວຍການເພີ່ມທະວີການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ຈຶ່ງໄດ້ສຸມໃສ່ລົງຕັ້ງດ່ານກວດກາພາຫະນະ ສັນຈອນໄປ-ມາຕາມທ້ອງຖະໜົນ ທົ່ວນະຄອນຫຼວງວຽງຈັນ ໃນ 1 ວັນ.

ເຊິ່ງພົບເຫັນນັກຂັບຂີ່ລະເມີດຄໍາສັ່ງ ທັງໝົດ 1.123 ຄົນ, ຍິງ 336 ຄົນ ໄດ້ສຶກສາອົບຮົມກ່າວເຕືອນ ພ້ອມທັງແນະນໍາໃຫ້ເຂົາເຈົ້າເອົາໃຈໃສ່ປະຕິບັດຕາມຄໍາສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ.ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງນັກຂັບຂີ່ຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງຊ່ວຍກັນເປັນເຈົ້າການ ໃນການປະຕິບັດຄໍາສັ່ງເລກທີ 015/ຈນວ ຢ່າງເຂັ້ມງວດ ຖ້າບໍ່ມີຄວາມຈໍາເປັນກໍໃຫ້ຢູ່ບ້ານ ເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ!

ແຈ້ງການຈາກກະຊວງອຸດສາຫະກຳ ແລະ ການຄ້າ ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ

ເລື່ອງ: ການຈັດຕັ້ງປະຕິບັດນິຕິກໍາຂົງເຂດວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພາຍຫຼັງການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ – ອີງຕາມ ກົດຫມາຍ ວ່າດ້ວຍການສ້າງນິຕິກໍາ ສະບັບເລກທີ 19/ສພຊ, ລົງວັນທີ 12 ກໍລະກົດ 2012; – ອິງຕາມ ມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 09/ກມສພ, ລົງວັນທີ 25 ກຸມພາ 2001;

– ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ສະບັບເລກທີ ຂ30/ນຍ, ລົງວັນທີ 24 ກໍລະກົດ 2017.

ເພື່ອຄວາມເຂົ້າໃຈເປັນເອກະພາບກັນໃນຂອບເຂດທົ່ວປະເທດໃນການຈັດຕັ້ງປະຕິບັດນິຕິກໍາຂົງເຂດວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພາຍຫຼັງການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ໄດ້ຊັບຊ້ອນວຽກງານດັ່ງກ່າວ ໃຫ້ຂຶ້ນກັບກົງຈັກການຈັດຕັ້ງຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ:

1. ການຈັດຕັ້ງປະຕິບັດນິຕິກໍາຂົງເຂດວຽກງານ ຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ທັງກົດຫມາຍ ແລະ ນິຕິກໍາໃຕ້ກົດຫມາຍ ທີ່ປະກາດໃຊ້ ກ່ອນການຍຸບເລີກກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແມ່ນໃຫ້ ສືບຕໍ່ຈັດຕັ້ງປະຕິບັດ ຈົນກວ່າຈະມີນິຕິກໍາສະບັບໃຫມ່ປ່ຽນແທນ.

2. ໃຫ້ກົມຊັບສິນທາງປັນຍາ, ກົມມາດຕະຖານ ແລະ ວັດແທກ ຄົ້ນຄວ້າ ແລະ ກວດກາຄືນ ນິຕິກໍາໃນຂົງເຂດ. ວຽກງານຂອງຕົນ ທີ່ປະກາດໃຊ້ໃນໄລຍະຜ່ານມາທັງຫມົດ ຖ້າເຫັນວ່ານິຕິກໍາສະບັບໃດ ມີຄວາມຈໍາເປັນຕ້ອງປັບປຸງ ແມ່ນໃຫ້ສົມທົບກັບຫ້ອງການກະຊວງ ເພື່ອຄົ້ນຄວ້າດໍາເນີນການປັບປຸງຕາມຂັ້ນຕອນການສ້າງ ແລະ ປັບປຸງນິຕິກໍາ,

3. ມອບໃຫ້ ຫ້ອງການກະຊວງ ເປັນເຈົ້າການສົມທົບກັບ ກົມຊັບສິນທາງປັນຍາ, ກົມມາດຕະຖານ ແລະ ວັດ ແທກ ໃນການເຜີຍແຜ່ແນະນໍາແຈ້ງການສະບັບນີ້ ໃຫ້ບັນດາພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນ ຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ພ້ອມທັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ ຮັບຊາບຢ່າງທົ່ວເຖິງ. ດັ່ງນັ້ນ, ຈຶ່ງແຈ້ງເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ແກ້ໄຂບັນຫາເດັກເລລ້ອນ ທີ່ລົງເຕົ້າໂຮມຢູ່ຕາມເທດສະບານແຂວງອຸດົມໄຊ

ຕາມການລາຍງານຂອງ ສະຖານນີ ວິທະຍຸ ໂທລະພາບ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ຄະນະກໍາມະການແກ້ໄຂບັນຫາເດັກເລລ້ອນ ລົງເຕົ້າໂຮມເອົາເດັກເລລ້ອນຢູ່ຕາມຈຸດຕ່າງໆ ພາຍໃນເທດສະບານແຂວງ ມາຮັບການກວດສຸຂະພາບ ແລະ ສານເສບຕິດຂ່າວ: ຄານມະນີ ຮຽນດໍຈັນ ຕອນເຊົ້າວັນທີ 9 ກັນຍານີ້ ຄະນະກໍາມະການແກ້ໄຂບັນຫາເດັກເລລ້ອນ ແຂວງອຸດົມໄຊ ສົມທົບກັບ ຄະນະກຳມະການຂັ້ນເມືອງ ແລະ ອົງການປົກຄອງບ້ານພູຂຽວ ໄດ້ລົງເຄື່ອນໄຫວເຕົ້າໂຮມເອົາເດັກເລລ້ອນທີ່ເຄື່ອນໄຫວອາໄສຢູ່ຕາມຈຸດຕ່າງໆ ພາຍໃນເທດສະບານ ແຂວງອຸດົມໄຊ ເພື່ອມາຮັບການກວດສຸຂະພາບ ແລະ ສານເສດຕິດໃນຮ່າງກາຍ.

ການລົງເຄື່ອນໄຫວແກ້ໄຂບັນຫາເດັກເລລ້ອນຂອງຄະນະກຳມະການຂັ້ນແຂວງ ແລະ ເມືອງ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພາຍໃນເທດສະບານ ແຂວງອຸດົມໄຊ ມີຄວາມເປັນລະບຽບຮຽບຮ້ອຍ ທັງເປັນການຊຸກຍູ້, ຊ່ວຍເຫຼືອເດັກເລລ້ອນດັ່ງກ່າວມີຊີວິດການເປັນຢູ່ທີ່ດີ ແລະຮັບການດູແລດ້ານສຸຂະພາບ.

ເບື້ອງຕົ້ນເປົ້າຫມາຍທີ່ຈະນຳມາເຕົ້າໂຮມຮັບການກວດສຸຂະພາບໃນຄັ້ງນີ້ ມີທັງຫມົດ 11 ຄົນ, ຍິງ 4 ຄົນ ສາມາດເຕົ້າໂຮມເຂົ້າມາຮັບການກວດຕົວຈິງ ຈຳນວນ 9 ຄົນ, ຍິງ 3 ຄົນ ທັງຫມົດແມ່ນມາຈາກບ້ານພູຂຽວ ແລະ ບ້ານມອນໃຕ້, ເມືອງໄຊ, ແຂວງອຸດົມໄຊ.

ຜົນການກວດຕົວຈິງຂອງວິຊາການແພດ ຈາກໂຮງຫມໍແຂວງອຸດົມໄຊ ພົບເຫັນ ມີເດັກຂາດສານອາຫານ, ນ້ຳຫນັກ ແລະ ລວງສູງ ຫຼຸດມາດຕະຖານ, ເກີດມີພະຍາດຕາມຜິວຫນັງ ແລະເດັກຈຳນວນໜຶ່ງມີສານເສບຕິດໃນຮ່າງກາຍ.

ພາຍຫຼັງສຳເລັດການກວດກາສຸຂະພາບໃຫ້ແກ່ເດັກ ທາງຄະນະກຳມະການແກ້ໄຂບັນຫາເດັກເລລ້ອນ ຂັ້ນແຂວງ, ຂັ້ນເມືອງ ແລະ ອົງການປົກຄອງບ້ານພູຂຽວ ໄດ້ປຶກສາຫາລື ເພື່ອຊ່ວຍເຫຼືອ, ແກ້ໄຂບັນຫາຊີວິດການເປັນຢູ່, ດ້ານອາຫານ, ການສຶກສາ, ສຸຂະພາບ ແລະ ການບຳບັດ ຜູ້ທີ່ມີສານເສບຕິດໃນຮ່າງກາຍ ແລະຊອກຫາທາງອອກທີ່ດີແກ່ເຂົາເຈົ້າ ດັ່ງນັ້ນຂໍຮຽກຮ້ອງມາຍັງທຸກຄົນໃນສັງຄົມຈົ່ງຊ່ວຍກັນຫາທາງອອກ ແລະ ບໍ່ໃຫ້ລັງກຽດເດັກເລົ່ານີ້.

ປະຫວັດຜູ້ຕິດເຊື້ອໃໝ່ໃນຊຸມຊົນ +82 ລາຍງານ 9 ກັນຍາ 2021

ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສໍາຜັດໃກ້ຊິດກັບ ຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

-ຄໍາມ່ວນ 36 ຄົນ: ໃນ 36 ຄົນ ແມ່ນຈາກຈຸດເກັບຕົວຢ່າງ ມັດທະຍົມຈອມທອງ 24 ຄົນ, ທີມເກັບຕົວຢ່າງເຄື່ອນທີ່ 4 ຄົນ, ຈຸດເກັບຕົວຢ່າງໂຮງຫມໍແຂວງ 8 ຄົນ ລາຍລະອຽດ
ກໍາລັງເກັບກໍາຂໍ້ມູນ ແລະ ຈະແຈ້ງບັນດາທ່ນຊາບພາຍຫຼັງ.

– ຈໍາປາສັກ 13 ຄົນ: ແມ່ນພົວພັນກັບຜູ້ຕິດເຊື້ອໃນກຸ່ມໂຮງຫມໍຊຸມຊົນເມືອງປະທຸມພອນ

– ບໍ່ແກ້ວ 11 ຄົນ: ໃນນີ້ມາຈາກເຂດເສດຖະກິດພີເສດ 10 ຄົນ ເປັນຄົນຈີນ , 1 ຄົນ ແມ່ນແຮງງານລາວທີ່ເຂົ້າມາດ່ານແຂວງສະຫວັນນະເຂດກັກໂຕຢູ່ນະຄອນຫຼວງວຽງຈັນ
ແລະ ແຂວງຫຼວງພະບາງ ແລ້ວກັບໄປແຂວງບໍ່ແກ້ວ ກວດພົບເຊື້ອໃນໄລຍະກັກໂຕຕໍ່.

– ສາລະວັນ 9 ຄົນ: ໃນນີ້ພະນັກງານແພດ 2 ຄົນທີ່ເຮັດວຽກຢູ່ສູນຈໍາກັດບໍລິເວນກວດພົບ
ເຊື້ອໃນຊ່ວງກັກໂຕພາຍຫຼັງປະຕິຫນ້າທີ່ສໍາເລັດ, 7 ຄົນແມ່ນເຈົ້າຫນ້າທີ່ ປກສ ທີ່ໄດ້ປະຊຸມ ຮ່ວມກັນກັບຈຸ່ມໄອຍະການແຂວງທີ່ຕິດເຊື້ອຜ່ານມາ.

– ສະຫວັນນະເຂດ 5 ຄົນ: 2 ຄົນເປັນເຈົ້າຫນ້າທີ່ຕໍາຫຼວດ, 1 ຄົນເປັນພະນັກງານບໍລິສັດ
ເກັບຂີ້ເຫຍື້ອ, 1 ຄົນເປັນພະນັກງານບໍລິສັດບັນໂດ ຢູ່ຫຼັກ 9 ແລະ ອີກ 1 ຄົນເປັນ ກໍາມະກອນຢູ່ບ້ານໂພນສະຫ່ວາງເຫນືອ ນະຄອນໄກສອນ.

– ຫຼວງນ້ໍາທາ 3 ຄົນ: ທັງ 3 ແມ່ນເປັນຄົນຈີນທີ່ເດີນທາງມາຈາກເຂດເສດຖະກິດພິເສດ
ແຂວງບໍ່ແກ້ວ ເຂົ້າໄປກວດຢູ່ດ່ານບໍ່ເຕນເພື່ອກຽມກັບຄືນປະເທດ. • ນະຄອນຫຼວງວຽງຈັນ 3 ຄົນ: ເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ, 1 ຄົນຢູ່ບ້ານ
ອ່າງໃຫ່ຍ ເມືອງສີໂຄດຕະບອງ ໄດ້ກັກໂຕຢູ່ບ້ານ, 1 ຄົນ ບ້ານສະພັງຫມໍ້ ເມືອງໄຊເສດຖາ ໄດ້ກັກໂຕຢູ່ບ້ານ ແລະ ອີກ 1 ຄົນ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ໄດ້ກັກໂຕຢູ່
ໂຮງແຮມ.

– ຫຼວງພະບາງ 2 ຄົນ: 1 ຄົນແມ່ນເດີນທາງຈາກບ້ານໂຊກຄໍາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ໄປເກັບຕົວຢ່າງໃນໄລຍະກັກໂຕຢູ່ສູນຈໍາກັດບໍລິເວນແຂວງ ຫຼວງພະບາງ ແລະ 1 ຄົນ ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາທີ່ກັກໂຕຢູ່ບ້ານ.

ສາລະວັນແຈ້ງ ໃຫ້ກະກຽມອາຫານ ແລະ ເຄື່ອງໃຊ້ສຳລັບການລັອກດາວ

ແຂວງສາລະວັນ ອອກແຈ້ງການ! ໃຫ້ກະກຽມສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອກະກຽມໃຫ້ແກ່ການລ໋ອກດາວຂັ້ນສູງ

ຫ້ອງວ່າການແຂວງສາລະວັນ, ຂໍຖືເປັນກຽດແຈ້ງ ມາຍັງທ່ານຊາບດັ່ງນີ້:

ເນື່ອງຈາກວ່າ ມາຮອດປັດຈຸບັນນີ້ ສະພາບການແຜ່ລະບາດຂອງພະຍາດ ໂຄວິດ – 19 ຢູ່ແຂວງສາລະວັນ ມີທ່າອ່ຽງຮຸນເເຮງຂຶ້ນ ໂດຍສະເພາະການລະບາດໃນຊຸມຊົນ, ສະນັ້ນ, ເພື່ອຮັບປະກັນໃຫ້ການດໍາລົງຊີວິດປະຈຳວັນຂອງພໍ່ແມ່ປະຊາຊົນ ໃນໄລຍະທີ່ຈະມີການລອ໋ກດາວ ຂັ້ນສູງແຂວງສາລະວັນ:

1. ໃຫ້ບັນດາເມືອງ, ພະແນກການ – ອົງການທຽບເທົ່າອ້ອມຂ້າງແຂວງ ແຈ້ງພະນັກງານ – ລັດຖະກອນ ແລະ ພໍ່ແມ່ປະຊາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ກະກຽມຈັດຊື້ສະບຽງອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນ ເພື່ອແຮໄວ້ນຳໃຊ້ໃນຊ່ວງໄລຍະການລ໋ອກດາວແຂວງຂັ້ນສູງ ເພື່ອສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 10 ໃນຊຸມຊົນ ຢູ່ແຂວງສາລະວັນ.

2. ຫ້າມຊາວຄ້າ – ຂາຍ ສວຍໂອກາດກັກຕຸນສິນຄ້າ ຫຼື ຂື້ນລາຄາສີນຄ້າ ໃນຊ່ວງໄລຍະນີ້ ຢ່າງເດັດຂາດ, ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ລົງຕິດຕາມ, ຖ້າຜູ້ໃດຜ່າຜືນແມ່ນໃຫ້ປະຕິບັດມາດຕະການທາງກົດໝາຍຢ່າງເຂັ້ມງວດ.

3. ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຄົ້ນຄວ້າສະໜອງແນວພັນ, ແນະນຳໃຫ້ປະຊາຊົນຫັນມາປູກຝັງ – ລ້ຽງສັດກຸ້ມຕົນເອງໃຫ້ຫຼາຍຂຶ້ນໃນໄລຍະລ໋ອກດາວ.

ລາຍງານ 9 ກັນຍາ ຕິດເຊື້ອໃໝ່ +166 ຄົນ

ວັນທີ 8/9/21 ໄດ້ກວດວິເຄາະທັງໝົດ 4322 ຕົວຢ່າງ, ກວດພົບເຊື້ອ 166 ຕົວຢ່າງ

  • ນະຄອນຫຼວງ: 26
    23 (ນໍາເຂົ້າ)
    3 (ຊຸມຊົນ)
  • ບໍ່ແກ້ວ : 11
    11 (ຊຸມຊົນ)
  • ຫຼວງພະບາງ: 12
    10 (ນໍາເຂົ້າ)
    2 (ຊຸມຊົນ)
  • ຫຼວງນໍ້າທາ: 3 (ຊຸມຊົນ)
  • ຄໍາມ່ວນ: 42
    6 (ນໍາເຂົ້າ)
    36 (ຊຸມຊົນ)
  • ສາລະວັນ: 12
    3 (ນໍາເຂົ້າ)
    9 (ຊຸມຊົນ)
  • ສະຫວັນນະເຂດ: 40
    35 (ນໍາເຂົ້າ)
    5 (ຊຸມຊົນ)
  • ຈໍາປາສັກ: 20
    7 (ນໍາເຂົ້າ)
    13 (ຊຸມຊົນ)

ມີຄຣິບ! ເຫັນລົດແພງໆ ແລ້ວຢາກໂດດໃສ່

ເຫດການນີ້ເກີດຂຶ້້ນ ທີ່ລັດລຸຍເຊຍນາ ສະຫະລັດ ອາເມລິກາ ເມື່ອເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງວ່າ: ມີຄົນຖືກລົດຕຳໄດ້ຮັບບາດເຈັບ ເມື່ອເຈົ້າໜ້າທີ່ໄປຮອດບ່ອນເກີດເຫດ ຜູ້ຊາຍໃນຄຣິບແຈ້ງວ່າ: ຖືກລົດ Tesla ຖອຍຕຳ ຈົນເຮັດໃຫ້ຕົນລົ້ມລົງພື້ນ ເຮັດໃຫ້ຕົນໄດ້ຮັບບາດເຈັບ ແລ້ວລົດ Tesla ກໍຂັບໜີໄປ ບໍ່ຮັບຜິດຊອບ.

ຫຼັງຈາກນັ້ນ ເຈົ້າໜ້າທີ່ກໍໄດ້ປະສານຫາເຈົ້າຂອງລົດຄັນດັ່ງກ່າວຈົນຮູ້ວ່າ: ໃນຕອນທີ່ ກຳລັງລົດກຳລັງຖອຍ ຢູ່ດີໆ ຊາຍຄົນນີ້ກໍໂດດມາໃສ່ລົດລາວເອງ ພ້ອມທັງໂຊພາບວີດີໂອທີ່ບັນທຶກຢູ່ກ້ອງຫຼັງລົດ.

ເມື່ອຮູ້ຄວາມຈິງແລ້ວຊາຍຄົນດັ່ງກ່າວກໍຖືກຕັ້ງຂໍ້ຫາສ້າງເລື່ອງ ແລະແຈ້ງຄວາມໂດຍບໍ່ມີມູນຄວາມຈິງ.

ລູກຈ້າງລັກ ແລະ ມ້າງເອົາເງິນໃນຕູ້ເຊັບ

ຕາມເພສ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ສີໂຄດຕະບອງ ກັກຕົວ ທ້າວ ນົກ ອາຍຸ 26 ປີ, ອາຊີບ ກໍາມະກອນ, ບ້ານຫ້ວຍແກ້ວ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ປະຈໍາຢູ່ຮ້ານຂອງ ນາງ ດາວັນ ໃນວັນທີ 4 ສິງຫາ 2021 ໃນຂໍ້ຫາລັກຊັບພົນລະເມືອງ (ຕູ້ເຊບ)ມີເງິນ7,000,000ກີບ, 14,000 ຢວນ ແລະ 350ໂດລາ, ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍ.

ຜ່ານການສອນສວນ ທ້າວ ນົກ ຮັບສາລະພາບວ່າ: ພາຍຫຼັງນາຍຈ້າງອອກຈາກຮ້ານໄປວຽກ ໄດ້ປະລູກ 2 ຄົນໄວ້ນໍາຕົນເປັນຄົນຮັບເບີ່ງແຍງຖ້າ, ໃນເວລາປະມານ 17:00 ໂມງ ຂອງວັນທີ2 ກັນຍາ 2021, ຕົນສັງເກດເຫັນປະຕູຫ້ອງບໍ່ໄດ້ລ໋ອກ, ຈຶ່ງເຂົ້າໄປເບີ່ງແລ້ວລັກເອົາຕູ້ເຊບ ນໍາໄປເຊືີ່ອງໄວ້ປ່າແຖວໃກ້ເຮືອນຮອດເວລາ 20:00 ໂມງ, ນາຍຈ້າງກັບມາເຮືອນແລ້ວບໍ່ເຫັນຕູ້ເຊັບຈິີ່ງໄດ້ແຈ້ງຄວາມ, ຮອດເວລາ 01:00 ໂມງ ຂອງວັນທີ 4 ກັນຍາ 2021 ຕົນໄດ້ຊອກເຫຼັກໄປງັດຕູ້ເຊບແລ້ວເອົາເງິນໄປຊຸກເຊືີ່ອງໄວ້ຄອກໝູ ໂດຍບໍ່ໄດ້ນັບຈຳນວນ ຮອດເວລາປະມານ 10:00 ໂມງ ຂອງວັນດຽວກັນເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວ ແລະ ຕົນໄດ້ພາເຈົ້າໜ້າທີ່ໄປເອົາທີ່ຊຸກເຊືີ່ອງໄວ້ຢູ່ບ່ອນດັ່ງກ່າວ.ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມດຳເນີນຕາມຂັ້ນຕອນຂອງກົດໝາຍ.

ສ່ວນເງິນທີ່ເກັບກູ້ໄດ້ຄືນວັນທີ 6 ກັນຍາ 2021 ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ນຳເງິນດັ່ງກ່າວມອບໃຫ້ຜູ້ເສຍຫາຍ ຕາງໜ້າມອບໂດຍ ພັທ ຄຳປ່ຽນ ອຸດົມວິໄລ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີໂຄດຕະບອງ ຕາງໜ້າຮັບໂດຍ ນາງ ດາວັນ.