ກະຊວງສຶກສາທິການ ແລະກິລາ ແຂວງຫຼວງພະບາງ ແຈ້ງການ ເລື່ອງ ເກັບຄ່າທຳນຽມ ແລະ ຄ່າບໍລິການ ຂະແໜງການສຶກສາ ແລະ ກິລາ ສົກຮຽນ 2021-2022




ກະຊວງສຶກສາທິການ ແລະກິລາ ແຂວງຫຼວງພະບາງ ແຈ້ງການ ເລື່ອງ ເກັບຄ່າທຳນຽມ ແລະ ຄ່າບໍລິການ ຂະແໜງການສຶກສາ ແລະ ກິລາ ສົກຮຽນ 2021-2022




ຕາມຖະແຫຼງຂ່າວ ຂອງຄະນະສະເພາະກິດລາຍງານ ວັນທີ 13 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 3,425 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 198 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 104 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 94 ຄົນ ເຊິງ ມາຈາກ ແຂວງ ສະຫວັນນະເຂດ 39 ຄົນ, ສາລະວັນ 26 ຄົນ, ນະຄອນຫຼວງວຽງຈັນ 21 ຄົນ, ,ຈໍາປາສັກ 5 ຄົນ, ຫຼວງພະບາງ 2 ຄົນ ແລະ ໄຊຍະບູລີ 1 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.
ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:
-ຄໍາມ່ວນ 43 ຄົນ:
-ຈຳປາສັກ 25 ຄົນ: ຈາກເມືອງປະທຸມທັງໝົດ 25 ຄົນ ທີ່ເຊື່ອມໂຍງກັບໂຮງໝໍຊຸມຊົນເມືອງປະທຸມພອນທີ່ໄດ້ລາຍງານກ່ອນໜ້ານີ້ ຄື: ຊຸມຊົນ 25 ຄົນ ມາຈາກຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທູພອນຄື:
-ສະຫວັນນະເຂດ 13 ຄົນ:
-ຫຼວງພະບາງ 9 ຄົນ:
-ນະຄອນຫຼວງວຽງຈັນ 9 ຄົນ: ທັງໝົດ 9 ຄົນ ແມ່ນໄດ້ໄປຮ່ວມງານຊາປານາກິດສົບພີ່ນ້ອງທີ່ເສຍຊີວິດ ຢູ່ບ້ານ ສາງນ້ຳມັນ ເມືອງ ປາກເຊ ແຂວງຈຳປາສັກ ໃນວັນທີ່ 5 ກັນຍາ 2021ມີ 3 ຄອບຄົວຄື:
–ຫຼວງນໍ້າທາ 3 ຄົນ:
–ບໍ່ແກ້ວ 1 ຄົນ: ຈາກເມືອງຕົ້ນເຜີ້ງ
-ເຊກອງ 1 ຄົນ: ຍັງສອບສວນຂໍ້ມູນລະອຽດ
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,555 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,270ຄົນ.
ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແມ່ນຫົວໜ່ວຍທຸລະກິດໜຶ່ງທີ່ຂຶ້ນກັບການຄຸ້ມຄອງໂດຍກົງຂອງກະຊວງການເງີນ,ໂດຍດຳເນີນກິດຈະການຫວຍເພື່ອເປັນການພັກຜ່ອນຢ່ອນອາລົມຂອງຜູ້ມັກສ່ຽງໂຊກ-ຊິງລາງວັນຄຽງຄູ່ກັນນີ້, ຍັງສ້າງວຽກເຮັດງານທຳ, ລາຍໄດ້ແກ່ຜູ້ຂາຍຫວຍ, ສ້າງລາຍຮັບງົບປະມານດ້ວຍການເກັບກູ້ເງິນສົດສ່ວນໜຶ່ງທີ່ຈໍລະຈອນໃນສັງຄົມເຂົ້າສູ່ລະບົບການເງິນ-ທະນາຄານນຳອີກດ້ວຍ.
ອີງຕາມການໃຫ້ສຳພາດຂອງທ່ານ ອັກຄະວອນ ຫຼວງສຸວັນນະວົງ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ໃນທ້າຍອາທິດຜ່ານມານີ້ວ່າ: ການດຳເນີນທຸລະກິດແມ່ນໄດ້ນຳໃຊ້ຫຼາຍພາກສ່ວນເສດຖະກິດເຂົ້າຮ່ວມໃນການຈຳໜ່າຍຜະລິດຕະພັນຫວຍພັດທະນາທຸກປະເພດຕາມມາດຖານເງື່ອນໄຂ ແລະ ລະບຽບການທີ່ໄດ້ກຳນົດໄວ້, ບັນດາຕົວແທນຈຳໜ່າຍຫວຍພັດທະນາລ້ວນແຕ່ເປັນຄົນລາວ, ຊຶ່ງໄດ້ຮັບການສ້າງຕັ້ງຕາມການເຫັນດີຂອງອຳນາດການປົກຄອງ ແລະ ຄຸ້ມຄອງການເຄື່ອນໄຫວຈຳໜ່າຍພາຍໃຕ້ລະບຽບກົດໝາຍ.

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ມີພາລະບົດບາດໃນການເຄື່ອນໄຫວພິມ-ຈຳໜ່າຍໃບຫວຍພັດທະນາທຸກປະເພດ, ຄົ້ນຄວ້າຮູບແບບການຈຳໜ່າຍໃບຫວຍທຸກປະເພດ, ສ້າງແຜນການຈຳໜ່າຍໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະຄຸ້ມຄອງການຈຳໜ່າຍ, ກຳນົດມູນຄ່າລາງວັນ, ກຳນົດອັດຕາເປີເຊັນຜູ້ຂາຍຫວຍສະເໜີຕໍ່ກະຊວງການເງິນພິຈາລະນາຮັບຮອງ, ຈັດຕັ້ງການອອກເລກລາງວັນຢູ່ບໍລິສັດ ລັດວິສາຫະກິດ ຫວຍພັດທະນາບ່ອນດຽວ, ນຳສະເໜີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງການອອກເລກລາງວັນຂັ້ນສູນກາງ, ເພື່ອເຂົ້າຮ່ວມກິດຈະກຳອອກເລກລາງວັນ, ກວດກາອຸປະກອນທີ່ຈະນຳໃຊ້ອອກເລກລາງວັນ, ຄັດເລືອກຕິດຊັ່ງນ້ຳໜັກໜ່ວຍບານ ແລະ ຢັ້ງຢືນຜົນການອອກເລກລາງວັນ.
ປັດຈຸບັນຫວຍພັດທະນາພິມ-ຈຳໜ່າຍຫວຍພັດທະນາທຸກປະເພດ ທີ່ໄດ້ຮັບອະນຸຍາດປະກອບມີ: ຫວຍເລກ 6 ໂຕ, ເລກ 5 ໂຕ 4 ໂຕ, ເລກ 3 ໂຕ, ເລກ 2 ໂຕ, ເລກ 1 ໂຕທ້າຍ, ຫວຍຕຳລາຝັນ 3/40, ຫວຍຂູດ ແລະ ມີຕົວແທນຈຳໜ່າຍຫວຍພັດທະນາທົ່ວປະເທດທັງໝົດ 52 ຕົວແທນ, ມີສະມາຊິກຜູ້ຂາຍຫວຍປະມານ 20 ພັນກວ່າຄົນ, ມີເຄື່ອງຂາຍຫວຍຂື້ນທະບຽນແລ້ວຈຳນວນ 37.483 ເຄື່ອງ, ມູນຄ່າຈຳໜ່າຍຫວຍພັດທະນາທຸກປະເພດ 6 ເດືອນຕົ້ນປີ 2021 ປະມານ 1.615 ຕື້ກີບ ເທົ່າກັບ 123,76% ຂອງແຜນການ, ລື່ນແຜນການ 23,76 % ຂອງຕົວເລກແຜນການຈຳໜ່າຍ.

ດ້ານຕົວເລກລາຍຮັບປະຕິບັດໄດ້ທັງໝົດ 48,937 ຕື້ກີບເທົ່າກັບ 119,80% ຂອງແຜນການ, ທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ້ມຂຶ້ນ 31,53%, ປະຕິບັດພັນທະເຂົ້າງົບປະມານຈຳນວນ 28,5 ຕື້ກວ່າກີບເທົ່າກັບ 115,33% ຂອງແຜນການ,ທຽບໃສ່ໄລຍະດຽວກັນຂອງປີ 2020 ເພີ້ມຂຶ້ນ 19,82%.
ຄຽງຄູ່ກັນນີ້, ໄດ້ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ອຸປະຖໍາເຄື່ອງນຸ່ງຫົ່ມຕ້ານໄພໜາວໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມເມືອງວຽງໄຊ ແຂວງຫົວພັນ, ອຸປະຖຳມູນນິທິການສຶກສາເພື່ອພັດທະນາສຳລັບນັກຮຽນທີ່ມີຄວາມຕ້ອງການພິເສດ (ພິການ), ອຸປະຖຳກອງທຶນສົ່ງເສີມການສຶກສາໃຫ້ແກ່ບຸກຄົນໂອທິສະຕິກ, ປະກອບສ່ວນໃຫ້ປະເທດ ສ.ສ ຫວຽດນາມໂດຍມອບຜ່ານຫ້ອງການກະຊວງການເງິນ, ເພື່ອຊື້ຜ້າອັດປາກ-ດັງປ້ອງກັນພະຍາດໂຄວິດ-19 ແລະ ອື່ນໆໃນ 6 ເດືອນ ຕົ້ນປີ 2021 ລວມມູນຄ່າ 400 ລ້ານກວ່າກີບ.

ທ່ານ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ເນັ້ນຕື່ມອີກວ່າ: ສໍາລັບທິດທາງແຜນການດຳເນີນທຸລະກິດໃນ 6 ເດືອນທ້າຍປີ, ຈະສືບຕໍ່ສູ້ຊົນປະຕິບັດຕົວເລກແຜນການດຳເນີນທຸລະກິດໃຫ້ໄດ້ຕາມແຜນ ການ ຫຼື ລື່ນແຜນການທີ່ສະພາບໍລິຫານໄດ້ຮັບຮອງແລ້ວ, ປະກອບສ່ວນພັນທະງົບປະມານໃຫ້ລັດຕາມກົດໝາຍກຳນົດຢ່າງເຂັ້ມງວດ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນ: ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມກ່ຽວກັບສະພາບການຈຳໜ່າຍຫວຍນອກລະບົບ ແລະ ການນຳຫວຍຈາກປະເທດໃກ້ຄຽງເຂົ້າມາຈຳໜ່າຍຢ່າງແຜ່ຫຼາຍໃນຂອບເຂດທົ່ວປະເທດໃຫ້ຫລຸດໜ້ອຍຖອຍລົງ, ພັດທະນາລະບົບໄອທີແບບທັນສະໄໝຄົບຊຸດ, ສົ່ງເສີມພັດທະນາດ້ານບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ, ເພື່ອມາຮັບໃຊ້ວຽກງານການຄຸ້ມຄອງການເຄື່ອນໄຫວເພື່ອຮັບປະກັນທາງດ້ານຄຸນນະພາບ, ໂປ່ງໃສຕິດຕາມກວດກາການຈຳໜ່າຍໄດ້ຢ່າງຖືກ ຕ້ອງທັນເວລາ, ຄົ້ນຄວ້າປັບປຸງສ້າງນິຕິກຳຄຸ້ມຄອງການຈຳໜ່າຍໃຫ້ສອດຄ່ອງແຕ່ລະໄລຍະ,ສືບຕໍ່ສົມທົບຄະນະສະເພາະກິດທີ່ໄດ້ຮັບການແຕ່ງຕັ້ງຈາກກະຊວງການເງິນ, ເພື່ອປຶກສາຫາລືກຳນົດທິດທາງແຜນການ, ມາດຕະການໃນການສະກັດກັ້ນ, ເຜີຍແຜ່ໂຄສະນານິຕິກຳກ່ຽວກັບວຽກງານການຕ້ານ ແລະ ສະກັດກັ້ນການຈຳໜ່າຍຫວຍ ນອກລະບົບທຸກຮູບແບບຢ່າງກວ້າງຂວາງ, ຈັດຕັ້ງປະຕິບັດມາດຕະການຕໍ່ຜູ້ລະເມີດທັງຜູ້ຊື້-ຜູ້ຂາຍ, ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ສືບຕໍ່ປະກອບສ່ວນຊ່ວຍເຫລືອສັງຄົມຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ.
ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ຂອງລາວ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງ.
ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງຈະສືບຕໍ່ພາດຜ່ານຢູ່ເຂດ ພາກກາງ ແລະ ພາກໃຕ້ຂອງປະເທດລາວ, ພ້ອມດຽວກັນພາຍຸດີເປູເຊິນ ໃນ ເວລາ 7 ໂມງເຊົ້າ ຂອງວັນທີ 13 ກັນຍາ 2021, ຍັງເຄື່ອນທີ່ຢູ່ເສັ້ນຂະຫນານທີ 15.4 ອົງສາເຫນືອ ແລະ ເສັ້ນແວງທີ 108.7 ອົງສາຕາເວັນອອກ ແລະ ສືບຕໍ່ເຄື່ອນທີ່ມາທາງທິດຕາເວັນຕົກ -ຕາເວັນຕົກສ່ຽງໃຕ້, ຊຶ່ງວົງລັດສະຫມີຂອງພາຍຸຫົວນີ້ຍັງກວມເອົາເຂດພາກກາງ ແລະ ພາກໃຕ້ຂອງ ປະເທດລາວ, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ຕື່ມອີກ.
ດັ່ງນັ້ນຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສ ຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໃສລຽບຕາມຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆຢູ່ແຂວງ ຄໍາມ່ວນ, ສະຫັວນນະເຂດ, ສາລະວັນ, ຈໍາປາ ສັກ, ອັດຕະປື, ເຊກອງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊູ ແລະ ນ້ໍາຖ້ວມຍິ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກ ກະສາດ ໃນໄລຍະ 1 ຫາ 2 ວັນຕໍ່ຫນ້ານີ້.
ຕາມການລາຍງານຂ່າວ ຂອງຄະນະສະເພາະກິດປະຈຳວັນທີ 12 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 4,092 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ217 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 96 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 121 ຄົນ ເຊິງ ມາຈາກ ແຂວງສາລະວັນ 49 ຄົນ, ສະຫວັນນະເຂດ 46 ຄົນ, ນະຄອນຫຼວງວຽງຈັນ 12 ຄົນ, ຄໍາມ່ວນ 9 ຄົນ,ຈໍາປາສັກ 4 ຄົນ, ແລະ ຫຼວງພະບາງ 1 ຄົນ . ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.
ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນມີລາຍລະອຽດດັ່ງນີ້:
–ຈຳປາສັກ 57 ຄົນ: 57 ຄົນ ມາຈາກຊຸມຊົນ ທີ່ເປັນຈຸ້ມກໍລະນີທີ່ກ່ຽວຂ້ອງກັບ ໂຮງໝໍຊຸມຊົນເມືອງປະທູພອນ ທີ່ ໄດ້ ລາຍງານ ມາແຕ່ຕົ້ນເດືອນກັນຍາ ຈົນຮອດປະຈຸບັນນີ້ ລາຍລະອຽດມີດັ່ງນີ້:
-ຄຳມ່ວນ 24 ຄົນ:
–ສະຫວັນນະເຂດ 5 ຄົນ:
–ສາລະວັນ 4 ຄົນ:
–ຫຼວງພະບາງ 2 ຄົນ:
–ບໍ່ແກ້ວ 2 ຄົນ: ຈາກຊຸມຊົນຈາກ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ
–ຫຼວງນໍ້າທາ 1 ຄົນ: 01 ຄົນ ຊຸມຊົນ ສັນຊາດຈີນ ມາຈາກ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ (ຄົນເຂົ້າເມືອງ ຜິດກົດໝາຍ (ເດີນທາງຈາກ ສາມຫຼ່ຽມຄຳ ມາຫາ ເມືອງລອງ ຜ່ານທາງເຮືອ ເພື່ອຈະກັບຄືນໄປຈີນ 04 ຄົນ ປະຊາຊົນໄດ້ແຈ້ງໃຫ້ເຈົ້າໜ້າທີ່ສະກັດໄດ້)
–ນະຄອນຫຼວງວຽງຈັນ 1 ຄົນ: ຊຸມຊົນ 1 ຄົນ ມາຈາກ: ບ້ານດົງນາໂຊກໃຕ້ ເມືອງສີໂຄດຕະບອງ, ຜູ້ກ່ຽວໄດ້ເກັບຕົວຢ່າງ 03 ຄັ້ງ, ຊື່ງສໍາຜັດກັບກໍລະນີຕິດເຊື້ອທີ່ເຮັດວຽກຢູ່ບໍລິສັດທາງນໍ້າ-ທາງບົກ ທີ່ໄດ້ລາຍງານໃນວັນທີ 27/08/2021
ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17,357 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,228 ຄົນ.
ລາຍລະອຽດຜູ້ຕິດເຊື້ອໃໝ່ ຢູ່ຫຼວງພະບາງມື້ນີ້
ຕາມການລາຍງານຈາກຂ່າວສານຫຼວງພະບາງ ໃຫ້ຮູ້ວ່າ: ວັນທີ 12/9/2021 ຕິດເຊື້ອເພີ່ມ 3 ຄົນ (ຊຸມຊົນ 2 ຄົນ, ນຳເຂົ້າ 1 ຄົນ) ອີງຕາມຜົນກວດວິເຄາະຈາກໂຮງໝໍແຂວງຫຼວງພະບາງ ປະຈຳວັນທີ 11 ກັນຍາ 2021



ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ ຢູ່ແຕ່ລະແຂວງ ມີລາຍລະອຽດດັ່ງນີ້:
1.ນະຄອນຫລວງ ວຽງຈັນ: ຊຸມຊົນ 02 ຄົນ ມາຈາກ:
ບ້ານອ່າງໃຫ່ຍ 1 ຄົນ, ເມືອງສັງທອງ ຊື່ງແມ່ນກຸ່ມດຽວກັນກັບກໍລະນີຕິດເຊື້ອ ໃນໄລຍະຜ່ານມາ.
ບ້ານ ໜອງແຫ້ວ ມີ 1 ຄົນ , ເມືອງຫາດຊາຍຟອງ, ຊື່ງມາຈາກຄອບຄົວຂອງຜູ້ຕິດເຊື້ອຜ່ານມາ
2. ສະຫວັນນະເຂດ: ຊຸມຊົນ ມີ 13 ຄົນ ຄື:
– ພະຍາບານ 04 ຄົນ ຊື່ງມາຈາກ ເມືອງຊົນບູລີ, ເມືອງເຊໂປນ ແລະ ນະຄອນໄກສອນ ເມືອງລະ 01 ຄົນ, ເຂົ້າປະຈໍາການຢູ່ໂຮງໝໍພາກສະໜາມຫຼັກ 9
3. ຈໍາປາສັກ: 38 ຄົນ ມາຈາກຊຸມຊົນ ທີ່ເປັນຈຸ້ມກໍລະນີທີ່ກ່ຽວຂ້ອງ ກັບ ໂຮງໝໍຊຸມຊົນ ທີ່ພົວພັນກັບການຕິດເຊື້ອໃນໂຮງໝໍເມືອງປະທູພອນ ທີ່ໄດ້ລາຍງານມາແຕ່ທ້າຍອາທິດຜ່ານມາ;
4. ຄຳມ່ວນ: ມາຈາກຊຸມຊົນ 24 ຄົນ ມາຈາກ 4 ຈຸດຄື:
5. ສາລະວັນ: 1 ຄົນ ມາຈາກຊຸມຊົນ: ເປັນເພດຊາຍ ອາຍຸ 40 ປີ ອາຊີບພະນັກງານຕໍາຫລວດ ເຮັດວຽກຢູ່ກອງບັນຊາການ ປກສແຂວງ.
6. ບໍ່ແກ້ວ: 08 ຄົນ; ຈາກເຂດເສດຖະກິດພິເສດ ສາມລຽມຄໍາ
7. ຫລວງພະບາງ: 34 ຄົນ ມາຈາກຊຸມຊົນ ຊື່ງມາຈາກ 06 ກຸ່ມຄື:
ຕາມການຖະແຫຼງຂ່າວປະຈຳວັນ ຂອງຄະນະສະເພາະກິດ ປະຈຳວັນທີ 11 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 4440 ຕົວຢ່າງ, ເຊິ່ງໄດ້ກວດພົບເຊື້ອ 204 ຕົວຢ່າງ
ຕາມຫ້ອງການຖະແຫຼງຂ່າວ ວັດທະນາທຳ ແລະ ທ່ອງທ່ຽວ ເມືອງແກ່ນທ້າວ ໃຫ້ຮູ້ວ່າ: ນໍ້າເຫືອງ ລົ້ນຝັ່ງເຂົ້າຖ້ວມເຮືອນປະຊາຊົນເມືອງແກ່ນທ້າວຍ້ອນຝົນຕົກໜັກຕິດຕໍ່ກັນ 2 ວັນ ຄື ວັນທີ 9-10 ກັນຍາ 2021 ນີ້, ເຮັດນໍ້າເຫືອງຂຶ້ນສູງລົ້ນຝັ່ງເຂົ້າຖ້ວມເຮືອນ, ນາຂອງປະຊາຊົນ ແລະ ຂົວຢູ່ເທດສະບານເມືອງແກ່ນທ້າວ ແຂວງໄຊຍະບູລີ ເຂດບ້ານຈອມແກ້ວ, ທ່າດ່ານປະເພນີສີພູມ ບ້ານທ້າວແກ່ນ, ຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ ແລະ ນາຂອງປະຊາຊົນຈໍານວນໜຶ່ງ.

ສະເພາະເຮືອນປະຊາຊົນບ່ອນທີ່ນໍ້າຖ້ວມ ແລະ ບ່ອນທີ່ມີຄວາມສ່ຽງ ແມ່ນໄດ້ຂົນເຄື່ອງອອກແລ້ວຈາກເຮືອນແລ້ວ.

ສ່ວນຂົວຂ້າມນໍ້າຕໍາ ລະຫວ່າງບ້ານພວນ-ຫາດແດງ ລົດບໍ່ສາມາດໄປ-ມາໄດ້. ປັດຈຸບັນ, ລະດັບນໍ້າຍັງສູງຂຶ້ນຢ່າງຕໍ່ເນື່ອງ.

ພ້ອມນີ້, ທາງຫ້ອງວ່າການເມືອງ ໄດ້ອອກແຈ້ງການ ໃຫ້ຕິດຕາມເຝົ້າລະວັງ ຜົນກະທົບຈາກສະພາບຝົນຕົກໜັກ ຈາກພາຍຸໂກນເຊິນ ໂດຍອີງໃສ່ແຈ້ງການເຕືອນຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ພາຍຸເຂດຮ້ອນໂກນເຊິນ ເຊິ່ງມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ຄາດຄະເນວ່າ ພາຍຸຫົວນີ້ ຈະເຄື່ອນຂຶ້ນຝັ່ງທາງພາກກາງ ຕອນເທິງຂອງ ສສ ຫວຽດນາມ ໃນຕອນກາງເວັນຂອງວັນທີ 13 ກັນຍາ 2021.

ຈາກນັ້ນ, ຈະອ່ອນກໍາລັງລົງເປັນພາຍຸດີເປຊັນ ເຄື່ອນທີ່ຜ່ານພາກກາງ ຫາພາກເໜືອ ຂອງ ສປປ ລາວ ໃນວັນທີ 13-14 ກັນຍາ 2021 ນີ້. ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ໃນສປປລາວ ກໍ່ຄື ແຂວງໄຊຍະບູລີ ຈຶ່ງຂໍແຈ້ງເຖິງອົງການປົກຄອງທຸກພາກສ່ວນ ແລະ ປະຊາຊົນໃນທົ່ວເມືອງ ຈົ່ງມີສະຕິລະວັງຕົວ ເຊິ່ງອາດຈະເກີດດິນເຈື່ອນ, ນໍ້າຖ້ວມຊຸ ແລະ ຖ້ວມຍຶ່ງ.

ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ສູງ ແລະ ປອດໄພ,ໃຫ້ແຕ່ລະພາກສ່ວນຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະນີ້ ໃຫ້ເປັນປົກກະຕິ.
ລາຍງານ ວັນທີ 10 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 4,371 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ194 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 86 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 108 ຄົນ ຈາກ ສະຫວັນນະເຂດ 72 ຄົນ, ຈໍາປາສັກ 15 ຄົນ, ຄໍາມ່ວນ 12 ຄົນ, ບໍລິຄໍາໄຊ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ, ແລະ ສາລະວັນ 1 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.
ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
– ບ້ານຫຼັກ 40 ມີ 18 ຄົນ, ຄົນບ້ານມ່ວງ 1 ຄົນ ແລະ ຄົນບ້ານສະໂນດ 1 ຄົນ
– ບ້ານ ນໍ້າໃສ ເທີງ 16 ຄົນ
– ບ້ານໜອງປັກແຮດ 9 ຄົນ
– ບ້ານ ດອນຊ້າງ 3 ກໍລະນີ
– ບ້ານ ເມືອງສຸມ 1 ກໍລະນີ
– ບ້ານ ມ່ວງສຸ່ມ 1 ກໍລະນີ
– ບ້ານ ຈອມແຈ້ງ 1 ກໍລະນີ
– ບ້ານ ຈອມເພັດ 4 ກໍລະນີ
– ບ້ານ ຈອມແກ້ວ 1 ກໍລະນີ
– ບ້ານ ສັນຕິສຸກ 1 ກໍລະນີ
– ບ້ານ ຈອມທອງ 2 ກໍລະນີ
– ບ້ານ ສົມສະໜຸກ 1 ກໍລະນີ
– ບ້ານ ໂພນສະອາດ 6 ກໍລະນີ
– ບ້ານ ສຸກສະຫວັນ 1 ກໍລະນີ
– ບ້ານ ຖ້ຳ 1 ກໍລະນີ
– ບ້ານ ລຳມະລາດ 1 ກໍລະນີ
– ບ້ານ ວຽງວິໄລ 2 ກໍລະນີ
-ເພດຊາຍ, ອາຍຸ 28 ປີ, ອາຊີບ: ພະນັກງານແພດເຮັດວຽກຢູ່ເມືອງຈຳພອນ ທີ່ໄດ້ມາປະຈຳການຢູ່ໂຮງໝໍພາກສະໜາມ
-ເພດຍິງ, ອາຍຸ 48 ປີ, ອາຊີບ: ແມ່ເຮືອນ, ບ້ານ ໄຊຍະມຸງຄຸນ, ເມືອງນະຄອນໄກສອນ (ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ)
-ເພດຊາຍ, ອາຍຸ 53 ປີ, ອາຊີບ: ພະນັກງານຕຳຫຼວດ, ບ້ານຊອກ, ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ)
-ເພດຊາຍ, ອາຍຸ 49 ປີ, ອາຊີບ: ພະນັກງານຕຳຫຼວດ, ບ້ານອຸດົມວິໄລ, ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ)
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,936 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,093 ຄົນ.