Home Blog Page 179

ເຂດສ່ຽງ ແລະຂໍ້ມູນຜູ້ຕິດເຊື້ອໃນຊຸມຊົນ ນະຄອນຫຼວງວຽງຈັນ

ລາຍງານວັນທີ 15 ກັນຍາ 2021 ຂໍ້ມູນເບື້ອງຕົ້ນສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:

ນະຄອນຫຼວງ 2 ຄົນ:

1.ເພດຊາຍ, ອາຍຸ 29 ປີ, ບ້ານນາທົ່ມ, ເມືອງໄຊທານີ, ອາຊີບ: ພະນັກງານ ປກສ, ບໍ່ມີພະຍາດປະຈຳໂຕ, ໄດ້ສັກວັກຊີນຄົບໂດສ.

  • ຜູ້ກ່ຽວປະຈຳການຢູ່ສູນຈຳກັດບໍລິເວນ ມຊ ແຕ່ວັນທີ 6 ຫາ 31 ສິງຫາ 2021 ( ວັນທີ 30 ສິງຫາ 2021 ຜູ້ກ່ຽວກວດບໍ່ພົບເຊື້ອ ແຕ່ໝູ່ຂອງຜູ້ກ່ຽວ ກວດພົບເຊື້ອ ​).
  • ວັນທີ 1​ ກັນຍາ 2021​ ເຂົ້າຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ຈົນມາຮອດ ວັນທີ 14 ກັນຍາ ໄດ້ເກັບຕົວຢ່າງກວດຄັ້ງທີ 2 ຈຶ່ງພົບເຊື້ອ.

2.ເພດຊາຍ, ອາຍຸ 58 ປີ, ບ້ານດ່ານຊ້າງ, ເມືອງໄຊທານີ, ອາຊີບ: ພະນັກງານ ປກສ, ບໍ່ມີພະຍາດປະຈຳໂຕ, ໄດ້ສັກວັກຊີນຄົບໂດສ. ຜູ້ກ່ຽວເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ.

  • ວັນທີ 6 ຫາ 8 ກັນຍາ ຜູ້ກ່ຽວເຂົ້າຮ່ວມກອງປະຊຸມທາງໄກຢູ່ຫ້ອງການ ມີເພື່ອນຮ່ວມງານ 10 ກວ່າຄົນ
  • ວັນທີ 11 ຫາ 12 ກັນຍາ ຢູ່ບ້ານ
  • ວັນທີ 13 ກັນຍາ ມາການປົກກະຕິ
  • ວັນທີ 14 ກັນຍາ ຄອບຄົວ (ພັນລະຍາຕິດເຊື້ອ) ຈຶ່ງໄດ້ໄປກວດ ແລະ ພົບເຊື້ອ

–ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ: ຫ້ອງການ ປກສ ນະຄອນຫຼວງ

ຍັງຄົງຖືເບົາຢູ່ ແລ້ວມື້ໃດໂຄວິດຈະໝົດໄປນໍ້

ຕັ້ງວົງຊຸມແຊວ…ຖືເບົາຕໍ່ການແຜ່ລະບາດພະຍາດໂຄວິດ-19

ຕາມ ແຟນເພຈ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 20 ໂມງ 00 ນາທີ ວັນທີ 14 ກັນຍາ 2021 ປກສ ນວ ໄດ້ຮັບແຈ້ງຂໍ້ມູນຜ່ານ ເບີວອດແອັບ ປກສ ນວ 020 28899774 ຈຶ່ງໄດ້ແຕ່ງຕັ້ງວິຊາສະເພາະລົງກວດກາພົບເຫັນ ກຸ່ມຄົນຈຳນວນໜຶ່ງຢູ່ຮ່ອມ 6 ບ້ານດົງປ່າລານ ເມືອງສີສັດຕະນາກ ນວ ຖືເບົາຕັ້ງວົງຊຸມແຊວ ບໍ່ຢ້ານກົວຕໍ່ການແຜ່ລະບາດຂອງພະຍາດໂຄວິດ-19 ເຈົ້າໜ້າທີ່ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນພ້ອມທັງເຮັດບົດບັນທຶກໄວ້ ແລະ ມອບໃຫ້ບ້ານຕິດຕາມຖ້າຍັງລະເມີດຈະດຳເນີນຕາມລະບຽບກົດໝາຍ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ບີວອດແອັບ 020 28899774 ຮັບແຈ້ງຂໍ້ມູນ ແລະ ຄຳສະເໜີຂອງສັງຄົມ.

ເຮັດແນວໃດກາບໍ່ລອດ! ຈັບຊາວຕ່າງຊາດ ພ້ອມຂອງກາງຢາເສບຕິດຫຼາຍປະເພດ ແລະ ປືນສັ້ນ 1 ກະບອກ

ຊົມເຊີຍ ປກສ ກຸ່ມສີຖານ ສົມທົບກັບບ້ານ ກວດກາຫ້ອງເຊົ່າບ້ານ ໜອງສະໂນຄໍາ ພົບເຫັນສິ່ງເສບຕິດຫຼາຍລາຍການ.

ຕາມເພຈ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນລາຍງານ ໃຫ້ຮູ້ວ່າ: ໃນເວລາ 22: 40 ນາທີ ຂອງວັນທີ 09 ກັນຍາ 2021, ປກສ ກຸ່ມສີຖານ ສົມທົບ ບ້ານ ໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າກວດກາຫ້ອງເຊົ່າ ຂອງທ້າວ ຖັງຫຼົງເຂດບ້ານ ໜອງສະໂນຄໍາ ພົບແກັດເຈ້ຍຮູບໝາກກ້ວຍ 1 ແກັດ, ດ້ານໃນບັນຈຸຊອງກາເຟສີຂາວ ໃນນັ້ນມີຢາໄອຢູ່ໃນຊອງເກເຟ 51 ຊອງ, ຖົງສີຂາວບັນຈຸຢາໄອ້ມຸ່ນ 1 ຖົງນ້ຳໜັກ 1 ກິໂລ, ເຮໂຣອິນ 9 ຖົງນ້ອຍ, ຢາອີສີສົ້ມຈໍານວນ 105 ຖົງນ້ອຍ (ບໍ່ຮູ້ນໍ້າໜັກ) ຢາອີ 4 ຖົງມີ 403 ເມັດ, ຢາອີມຸ່ນ 1 ຖົງນ້ອຍ, ຢາໄອສີນ້ຳຕານ 2 ຖົງນ້ອຍ(ບໍ່ຮູ້ນ້ຳໜັກ), ກ່ອງຢາງບັນຈຸຢາໄອ້ 1 ກ່ອງນ້ອຍ, ເຄື່ອງບົດຢາໄອ້ 1 ເຄື່ອງ, ກາວຕິດ 3 ກ່ອງ, ອຸປະກອນເສບຢາເສບຕິດ 1 ອັນ, ຖົງສີເຫຼືອງຍາວ 15 ຊັງຕີເເມັດ 2 ມັດ, ຖົງກາເຟສີຂາວ 2 ຖົງເປົ່າ ແລະ ປືນສັ້ນ 9 ມມ 1 ກະບອກ.

ຈື່ງໄດ້ກັກຕົວເຈົ້າຂອງຫ້ອງເຊົ່າ ຊື່ທ້າວ ຖັງຫຼົງ ອາຍຸ 22 ປີ ສັນຊາດຈີນ ອາຊີບຄ້າຂາຍ ສົ່ງໃຫ້ພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນວ ສືບຕໍ່ຂະຫຍາຍຜົນ. ຜ່ານການສອບສວນຂອງເຈົ້າໜ້າທີ່ທາ້ວ ຖັງຫຼົງໄດ້ໃຫ້ການຮັບສາລະພາບວ່າ: ເດືອນເມສາ 2021 ໄດ້ຮູ້ຈັກກັບທ້າວ ອາຫຼົງ ຢູ່ຄາສິໂນຂົວມິດຕະພາບທ່ານາແລ້ງ ຕົກມາຮອດວັນທີ 09 ກັນຍາ 2021 ຊາຍຄົນດັ່ງກ່າວ ໄດ້ໂທລະສັບໃຫ້ຕົນມາຮັບເອົາຢາ ໄອ້ຢູ່ໂຮງແຮມແຫ່ງໜື່ງເຂດຕະຫຼາດຊັງຈ່ຽງ ພາຍຫຼັງໄດ້ຢາ ຈຶ່ງກັບມາຫ້ອງພັກ ຢູ່ບ້ານ ໜອງສະໂນຄຳ ຈາກນັ້ນໄດ້ຫໍ່ຢາໄອ້ຍັດໃສ່ເປືອກ ໝາກກ້ວຍງ້າວ ບັນຈຸໃສ່ຖົງກາເຟໃຫ່ຍ ເພື່ອສົ່ງໄປສາມຫຼ່ຽມຄໍາ, ສ່ວນຢາປະເພດເປັນເມັດສີຂຽວ ຜົງສີສົ້ມ, ສີຂາວ ແລະ ອີກຈຳນວນໜຶ່ງບໍ່ຮູ້ວ່າເປັນຢາປະເພດໃດ ຜ່ານມາຕົນໄດ້ເຄີຍຮັບຈ້າງຫໍ່ຢາເສບຕິດມາແລ້ວ 2 ຄັ້ງ, ໄດ້ຄ່າຈ້າງ 400,000 -700,000 ຢວນ, ສ່ວນປືນສັ້ນ ພ້ອມລູກປືນ 6 ລູກ ເປັນຂອງຊາຍຄົນໜື່ງທີ່ມາຝາກໃຫ້ຕົນຂາຍໃນລາຄາ 8,000 ຢວນ (ແຕ່ຍັງບໍ່ທັນໄດ້ຂາຍ). ປັດຈຸບັນ ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກຽມສົ່ງຕົວຜູ້ກ່ຽວໄປສູນກັກກັນ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ພາຍຫຼັງຄົບກໍານົດ 14 ວັນ ທີ່ຄະສະເພາະກິດວາງອອກ ຈື່ງນໍາມາດຳເນີນຄະດີຕາມກົດໝາຍ.

ດີໃຈນຳເດີ້! 2 ມື້ຈຳປາສັກ ປິ່ນປົວຜູ້ຕິດເຊື້ອຫາຍດີຕື່ມ +225 ຄົນ

ຊົມເຊີຍທ່ານໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງທຸກທ່ານ

ວັນທີ 12-13 ກັນຍາ ນີ້ ແຂວງຈຳປາສັກ ໄດ້ປິ່ນປົວຜູ້ປ່ວຍໂຄວິດ-19 ຫາຍດີ ທັງໝົດ 225 ຄົນເຊິ່ງມີລາຍລະອຽດດັ່ງນີ້:

ໃນວັນທີ 13/09/2021 ປິ່ນປົວຫາຍດີເພີ່ມອີກ 59 ຄົນ ຈາກໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ໃ

ໃນວັນທີ 12 – 13/09/2021 ໂຮງໝໍພາກສະໜາມມະຫາວິທະຍາໄລຈຳປາສັກ ໄດ້ປິ່ນປົວຜູ້ປ່ວຍຫາຍດີ 166 ຄົນ

ທັງໝົດ 225 ຄົນ ແມ່ນໃຫ້ເມືອຈຳກັດບໍລິເວນຕໍ່ທີ່ສູນຈຳກັດບໍລິເວນ ຂອງແຕ່ລະເມືອງອີກ 14 ວັນ, ຈິ່ງຈະໃຫ້ກັບເມືອຫາຄອບຄົວ ແລະ ໃຫ້ປະຕິບັດມາດຕະການ New Normal ຢ່າງເຄັງຄັດ

ສຳລັບແຂວງຈຳປາສັກ ຖ້າມີບັນຫາສອບຖາມສາຍດ່ວນ 031 166

ປະຫວັດຜູ້ຕິດເຊື້ອໃໝ່ມື້ນີ້ຊຸມຊົນນະຄອນຫຼວງວຽງຈັນ +24 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 14 ກັນຍາ 2021 ໃຫ້ຮູ້ວ່າ: ໄດ້ກວດວິເຄາະທັງໝົດ 3,985 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ127 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 54 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 73 ຄົນ ເຊິງ ມາຈາກ ແຂວງສະຫວັນນະເຂດ 24 ຄົນ, ນະຄອນຫຼວງ 11 ຄົນ, ຄຳມ່ວນ 30 ຄົນ, ສາລະວັນ 6 ຄົນ ແລະ ຫຼວງພະບາງ 2​ ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.   

ສໍາລັບການຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ມີລາຍລະອຽດດັ່ງນີ້:

ນະຄອນຫຼວງ 24 ຄົນ:

  • ບ້ານ ອາມອນ, ເມືອງໄຊເສດຖາ 02 ຄົນ (ພໍ່ ແລະ ລູກ)
  • ບ້ານ ດອນນົກຂຸ້ມ 02 ຄົນ
  • ບ້ານ ດົງນາໂຊກໃຕ້, ເມືອງ ສີໂຄດ 01 ຄົນ (ນັກສຶກສາ, ແຕ່ພັກຮຽນ ເຮັດວຽກເສີມຢູ່ຮ້ານ Mini BigC ສາຂາແຖວທະນາຄານກາງ) ຜູ້ກ່ຽວພັກຢູ່ຫ້ອງແຖວດຽວກັນ ກັບກໍລະນີຕິດເຊື້ອ ທີ່ລາຍງານວັນທີ 11 ກັນຍາ ບໍ່ໄດ້ສຳຜັດໂດຍກົງ ບໍ່ໄດ້ພົບກັນ, ຜູ້ກ່ຽວພັກຢູ່ຫ້ອງເບິ 10 ແລະ ຜູ້ຕິດເຊື້ອພັກຢູ່ຫ້ອງເບີ 12. ໝາຍເຫດ: ຢູ່ຫ້ອງນຳກັນ 3 ຄົນລວມທັງຜູ້ກ່ຽວ, ໝູ່ 2 ຄົນໄດ້ເກັບຕົວຢ່ງພ້ອມກັນ ຢູ່ບຶງຂະຫຍອງວັນທີ 13 ກັນຍາ 2021.
  • ບ້ານ ໄຊສະຫວ່າງ, ເມືອງ ໄຊທານີ 02 ຄົນ (ທັງ 2 ຄົນແມ່ນ ຄົນໄທ, ເປັນວິຊາການ ຊ່າງແປງຈັກ ຂອງໂຮງງານຕັດຫຍິບ ອິນເຕີເມັດ ແຟຊັນ)
  • ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ 03 ຄົນ (ຄອບຄົວດຽວກັນ, ທັງໝົດບໍ່ມີອາການ, ທັງສາມຄົນເດີນທາງໄປຮ່ວມເຮືອນດີ ຢູ່ບ້ານສາງນ້ຳມັນ, ນະຄອນປາກເຊ ວັນທີ  3-10 ກັນຍາ 2021 ພ້ອມກັນກັບ 9 ຄົນ ທີ່ລາຍງານມື້ວານນີ້, ໃນຄອບຄົວມີອີກ 4 ຄົນ ທີ່ເປັນຜູ້ສຳຜັດໃກ້ຊິດ: ເມຍ, ລູກອີກ 2 ຄົນ ແລະ ແມ່ເຖົ້າ ທີ່ຈະໄປກວດມື້ນີ້)
  • ບ້ານ ດອນກະຊາຍ, ເມືອງຫາດຊາຍຟອງ 4 ຄົນ (ເປັນຄອບຄົວດຽວກັນ ພໍ່ແມ່ ແລະລູກ ເດີນທາງ ໄປເຮືອນດີ ບ້ານສາງນໍ້າມັນ, ນະຄອນປາກເຊ ເຊັ່ນດຽວກັນ)
  • ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ  01 ຄົນ, ອາຊີບ: ຂັບລົດທ່ອງທ່ຽວ, ປະຫວັດເດີນທາງ ໄປເຮືອນດີ ບ້ານສາງນໍ້າມັນ, ນະຄອນປາກເຊ ໄລຍະວັນທີ 4-6 ກັນຍາ 2021, ຊ່ວງກັບມານະຄອນຫລວງວຽງຈັນ ໃນວັນທີ 11 ຜູ້ກ່ຽວ ໄປຊ່ວຍວຽກເຮືອນດີ ບ້ານ ໂພນເຄັງ (ຂັບລົດຮັບສົ່ງຄູບາ) ແຕ່ງານສົ່ງສະການ ແມ່ນຢູ່ຮ່ອງສຸພາບ.
  • ບ້ານ ດົງໝາກຄາຍ 01 ຄົນ, ເພດຍິງ, ພະນັກງານຊັບພະຍາກອນນໍ້າ ມີປະຫວັດ ເດີນທາງໄປເຮືອນດີຢູ່ ບ້ານສ້າງນ້ຳມັນ, ນະຄອນປາກເຊ ໃນຊ່ວງຕົ້ນເດືອນ 9, ຫລັງຈາກກັບມານະຄອນຫຼວງ ຊ່ວງວັນທີ 7-10 ກັນຍາ ຜູ້ກ່ຽວໄປວຽກປົກກະຕິ (ເພື່ອນຮ່ວມງານທີ່ນັ່ງຢູ່ຫ້ອງດຽວກັນປະມານ 10 ຄົນ)

-ໝາຍເຫດ: ຄົນໃນຄອບຄົວມີ 5 ຄົນ , ຕິດເຊື້ອແລ້ວ 2 ຄົນ ຍັງແຕ່ລູກ 3 ຄົນ (ອາຍຸ 15 ປີ ເພດຍິງ, ອາຍຸ 12 ປີ ເພດຊາຍ: ມີໄຂ້ ວັນທີ 10 ກັນຍາ ແລະ ອາຍຸ 3 ປີ ເພດຊາຍ)

-ວັນທີ 10 ກັນຍາ: ຜູ້ກ່ຽວໄດ້ໄປຮັບເອົາລູກຊາຍ ອາຍຸ 12 ປີ ຢູ່ແຂວງວຽງຈັນ ເມືອງໂພນໂຮງ ບ້ານໂພນງາມ.

-ກຸ່ມຕະຫລາດ ດົງໝາກຄາຍ , ເມືອງໄຊທານີ ທັງໝົດ 06 ຄົນ (ເຊື່ອມໂຍງກັບຜູ້ ຂາຍຜັກ ຕະຫລາດດອນໜູນ ທີ່ລາຍງານຕິດເຊື້ອ ໃນອາທິດຜ່ານມາ) ບ້ານ ດ່ານຊ້າງ, ບ້ານ ໂນແສງຈັນ ແລະ ບ້ານ ລາດຄວາຍ.

ນະຄອນປາກເຊເຂັ້ມງວດ! ສະກັດກັ້ນໂຄວິດ-19 ໃນເຂດບ້ານແດງ ແລະເຫຼືອງ

ແຈ້ງການຈາກ ຄະນະສະເພາະກິດນະຄອນປາກເຊ ເລື່ອງ ການເຂັ້ມງວດມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ການລະບາດ ຂອງໂຄວິດ-19 ໃນເຂດພື້ນທີ່ສີແດງ-ເຫຼືອງ ແລະ ສະຖານທີ່ສ່ຽງຕ່າງໆ

ເຈົ້າໜ້າທີ່ ນະຄອນໄກສອນ ພົມວິຫານ ກວດສອບເຂັ້ມງວດ ພ້ອມອົບຮົມຕໍ່ຜູ້ລະເມີດຄຳສັ່ງ

ນະຄອນ ໄກສອນ ພົມວິຫານ ເພີ່ມຄວາມເຂັ້ມງວດຕໍ່ຜູ້ລະເມີດ ຝາຝືນ ຕໍ່ຄຳສັ່ງຂອງທ່ານເຈົ້າແຂວງ ເປີດຮ້ານຂາຍເສື້ອຜ້າ, ຕັ້ງວົງຊຸມແຊວເຫຼົ້າ-ເບຍ ແລະ ກິລາໃນຮົ່ມ.

ເພື່ອສືບຕໍ່ປະຕິບັດຕາມຄຳສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.

ຢູ່ນະຄອນ ໄກສອນ ພົມວິຫານ ໃນວັນທີ 12 ກັນຍາ ທີ່ຜ່ານມາ ທີມງານກອງເລຂາຄະນະສະເພາະກິດນະຄອນ ນໍາໂດຍ ທ່ານ ທິບພະມົນ ພິມມະສອນ ຮອງຫົວໜ້າຫ້ອງວ່າການນະຄອນ ໄກສອນ ພົມວິຫານ ທັງເປັນກອງເລຂາຄະນະສະເພາະກິດນະຄອນ,ໄດ້ສົມທົບກັບກໍາລັງ ເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນ ,ປກສ ກຸ່ມບ້ານ ແລະ ນາຍບ້ານ ໄດ້ລົງເຮັດບົດທຶກ ກ່າວເຕືອນ ປະຊາຊົນຈຳນວນໜຶ່ງ ທີ່ຍັງຖືກເບົາ ຕັ້ງວົງຊຸມແຊວເຫຼົ້າເບຍ,ຮ້ານຂາຍເສື້ອ ,ແລະ ກິລາໃນຮົ່ມທຸກປະເພດ ຍັງພົບເຫັນວ່າ:ຍັງມີຫຼາຍຮ້ານທີ່ລະເມີດ ແລະ ຝາຝືນຕໍ່ຄຳສັ່ງດັ່ງກ່າວໂດຍມີການລັກເປີດຮ້ານຂາຍເສື້ອຜ້າ,ຊຸມແຊວເຫຼົ້າເບຍແລະ ກິລາໃນຮົ່ມ ລະເມີດຕໍ່ຄຳສັ່ງແຈ້ງການຂອງຂັ້ນເທິງວາງອອກ ຈາກນັ້ນທາງພະນັກງານເຈົ້າໜ້າທີ່ໄດ້ອະທີບາຍ ເພື່ອກ່າວເຕືອນເຈົ້າຂອງຮ້ານຜູ້ປະກອບການ,ຕັ້ງວົງຊຸມແຊວເຫຼົ້າເບຍ ແລະ ກິລາໃນຮົ່ມ ຂໍໃຫ້ການຮ່ວມໄມ້ຮ່ວມມື ແລະ ເປັນເຈົ້າການນໍາກັນ ໃນການປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງຮ້ານ ແນະນໍາໃຫ້ປິດຮ້ານຊົ່ວຄາວ ປະເພດຮ້ານຮ້ານຂາຍເສື້ອຜ້າຈໍານວນໜຶ່ງ ເພື່ອເປັນຫຼັກຖານຖ້າຫາກວ່າຜູ້ກຽ່ວຍັງມີການລະເມີດຝາຝືນ ບໍ່ປະຕິບັດມາດຕະການ ຫຼື ແຈ້ງການ,ຄໍາແນະນໍາຕ່າງໆ ທີ່ຜິດຕໍ່ລະບຽບກົດໝາຍ ຈະບໍ່ມີຂໍ້ຍົກເວັ້ນໃດໆ ແລະ ສັ່ງຈະໂຈະບໍ່ໃຫ້ເປີດຮ້ານ ພ້ອມທັງປັບໃໝ ຕາມລະບຽບການ.

ນີ້ກໍ່ເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອ,ແຜ່ເຊື້ອພະຍາດ ພະຍາດໂຄວິດ-19 ຢູ່ໃນຊຸມຊົນນະຄອນ ໄກສອນ ພົມວິຫານກໍ່ຄືແຂວງສະຫວັນນະເຂດ ທີນັບມື້ຫຼຸດລົງ ປະຊາຊົນຈະໄດ້ທໍາມາຫາກິນ ສູ່ສະພາບປົກກະຕິ.

ລາຍງານມີຜູ້ເສຍຊີວິດ ຈາກໄພທຳມະຊາດຄັ້ງນີ້

ແຫຼງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເວລາປະມານ 18:00 ແລງ ວັນທີ 11 ກັນຍາ 2021 ເກີດເຫດມີລົມພະຍຸເຂດຮ້ອນ ໂກນເຊີນ ພັດຜ່ານ ເຮັດໃຫ້ເຮືອນຂອງພໍ່ແມ່ປະຊາຊົນ ບ້ານໂພນໃຜ່ ເມືອງສາລະວັນ ໄດ້ຮັບຜົນເສຍຫາຍ ມີເຮືອນລົ້ມ, ຫລັງຄາເລີກ ຈຳນວນ 75 ຫລັງ, ໃນນັ້ນເສຍຫາຍໜັກຈໍານວນ 20 ຫລັງ, ເ ສຍຫາຍປານກາງ 45 ຫລັງ ແລະ ເສຍຫາຍເລັກນ້ອຍ 10 ຫລັງ, ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ເພດຍິງ ອາຍຸ 50 ກວ່າ ປີ, ບາດເຈັບສາຫັດ 2 ຄົນ ແລະ ບາດເລັກນ້ອຍ 6 ຄົນ, ປັດຈຸບັນ ປະຊາຊົນຈຳນວນ 139 ຄົນ ຂາດທີ່ຢູ່ອາໄສ.

ທ່ານ ພິດສະໄໝ ເຂັມວິໄລ ຮອງເລຂາພັກເມືອງສາລະວັນ ໄດ້ໃຫ້ສໍາພາດໃນຕອນເຊົ້າວັນ 12 ກັນຍາ 2021 ນີ້ວ່າ: ປັດຈຸບັນ ອຳນາດການປົກຄອງແຂວງ ແລະ ເມືອງ ໄດ້ມີການຄົ້ນຄ້ວາ, ແຕ່ງຕັ້ງຄະນະຮັບຜິດຊອບລົງຊ່ວຍເຫລືອພໍ່ແມ່ປະຊາຊົນ, ຈັດຫາທີ່ພັກອາໄສຊົ່ວຄາວ ແລະ ຈັດວາງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຊ່ວຍເຫລືອສ້ອມແປງເຮືອນໃຫ້ພໍ່ແມ່ປະຊາຊົນຢ່າງຮີບດ່ວນ.

ໃນໂອກາດດຽວກັນ, ຫ້ອງການສະພາປະຊາຊົນແຂວງສາລະວັນ ກໍໄດ້ນຳເອົາເຂົ້າ ສານໜຽວ ຈຳນວນ 1 ໂຕນ ມາມອບໃຫ້ອຳນາດການປົກຄອງ ບ້ານໂພນໃຜ່ ເພື່ອເປັນການບັນເທົາໃນເບື້ອງຕົ້ນ.