Home Blog Page 182

ແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ຍັງສືບຕໍ່ເດີນທາງເຂົ້າສູນກັກກັນ

ຕາມ ຂປລ ໃຫ້ຮູ້ວ່າ: ຕາມການລາຍງານ ຈາກຄະນະຮັບຜິດຊອບສູນກັກບໍລິເວນຫລັກ 4 ແລະ ສູນອັບເກນ ແຂວງສະຫວັນນະເຂດ, ເຊິ່ງເປັນສູນກັ່ນກອງແຮງງານລາວທີ່ກັບມາຈາກປະ ເທດເພື່ອນບ້ານ ເພື່ອກັກຕົວກັ່ນກອງຫາເຊື່ອພະຍາດໂຄວິດ 19 ກ່ອນຈະກັບຄືນສູ່ຄອບຄົວດ້ວຍສຸຂະພາບທີ່ແຂງແຮງ ແລະ ປອດໄພຈາກເຊື້ອພະຍາດໂຄວິດ-19 ໄດ້ລາຍງານຕົວເລກແຮງງານລາວທີ່ເຂົ້າສູນໃນວັນທີ 7 ກັນຍາ 2021 ນີ້ວ່າ: ສຳລັບສູນຫລັກ 4 ມີແຮງງານທັງໝົດ 531 ຄົນ, ຍິງ 231 ຄົນ, ເປັນແຮງງານເຂົ້າມາໃໝ່ 67 ຄົນ ຍິງ 36 ຄົນ, ຍ້າຍລົງບັນດາເມືອງ 90 ຄົນ ຍິງ, 39 ຄົນ, ເກັບຕົວຢ່າງເພື່ອສົ່ງກວດໄດ້ 67 ຄົນ, ປັດຈຸບັນ ຍັງຄ້າງສູນ 508 ຄົນ ຍິງ, 228 ຄົນ ແລະ ຢູ່ສູນອັບເກນ ມີແຮງງານກັກກັນຕົວທັງໝົດ 344 ຄົນ, ຍິງ 171 ຄົນ, ຍ້າຍລົງບັນດາເມືອງ 145 ຄົນ, ຍິງ 70 ຄົນ, ຄ້າງໃນສູນ 199 ຄົນ, ຍິງ 101 ຄົນ.

ສຳລັບຕົວເລກ ຕາມການລາຍງານຜົນກວດວັນທີ 7 ກັນຍາ 2021 ແຂວງສະຫວັນນະເຂດ ໄດ້ກວດວິເຄາະ ແລະ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 63 ຄົນ ໃນນັ້ນແຮງງານນຳເຂົ້າ 53 ຄົນ ແລະ ຕິດເຊື້ອໃນຊຸມຊົນ 10 ຄົນ.ຂໍ້ມູນ: ວິທະຍຸກະຈາຍສຽງ ສະຫວັນນະເຂດ

ເຈົ້າໜ້າທີ່ທຳລາຍໃບຫວຍເຖື່ອນ ແລະ ເຄື່ອງຫຼີ້ນການພະນັນທີ່ຕ້ອງຫ້າມ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕອນບ່າຍວັນທີ 3 ກັນຍາ 2021, ເຈົ້າໜ້າທີ່ ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ທໍາລາຍເຄື່ອງຫຼີ້ນການພະນັນທີ່ຕ້ອງຫ້າມ ລວມມີ ຕູ້ເກມສະຫຼອດມາກຊີ່ນ 5 ຕູ້, ອຸປະກອນໄກ່ໂຕນຄອນ 6 ຊຸດ ແລະ ໃບຫວຍຂອງລັດຖະບານໄທ 5.000 ໃບ, ຢູ່ສູນບໍາບັດຂີ້ເຫຍື້ອຫຼັກ 32 ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີ ພັຕ ຄໍາເບົ້າ ປີວແກ້ວປະເສີດ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນການທໍາລາຍຄັ້ງນີ້, ພັຕ ຄໍາເບົ້າ ປີວແກ້ວປະເສີດ ໃຫ້ຮູ້ວ່າ: ຕົ້ນປີ 2020 ໄດ້ຮັບແຈ້ງຂໍ້ມູນຈາກພົນລະເມືອງ ວ່າ: ມີການລັກລອບຂາຍຫວຍ ໂດຍບໍ່ໄດ້ຮັບອະນຸດຍາດ ແລະ ເປີດໃຫ້ບໍລິການ ຫຼີ້ນການພະນັນທີ່ຕ້ອງຫ້າມ ຢູ່ຕະຫຼາດເຊົ້າມໍ ບ້ານຫັດສະດີ ເມືອງຈັນທະບູລີ ນວ. ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຕິດຕາມ, ກວດກາ ແລະ ພົບເຫັນ ຕາມການແຈ້ງຂອງພົນລະເມືອງ; ເຊິ່ງເປັນການລະເມີດຕໍ່ແຈ້ງການຂອງ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 2253/ຫສນຍ ລົງວັນທີ 25 ທັນວາ 2019; ລະເມີດຕໍ່ຄໍາສັ່ງແນະນໍາຂອງທ່ານຫົວໜ້າກົມຕໍາຫຼວດເສດຖະກິດ ສະບັບເລກທີ 688/302 ລົງວັນທີ 26 ມີນາ 2020 ແລະ ກົດໝາຍ ມາດຕາ 141 ຂອງປະມວນກົດໝາຍອາຍາ.

ສະນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຢຶດໃບຫວຍເຖື່ອນ ແລະ ອຸປະກອນເຄື່ອງຫຼີ້ນການພະນັນຕ້ອງຫ້າມ ມາໄວ້ຫ້ອງຕໍາຫຼວດ ປກສ ນວ ເພື່ອທໍາລາຍຖິ້ມ. ພ້ອມທັງ ນໍາໃຊ້ມາດຕະການສຶກສາອົບຮົມກ່າວເຕືອນໃຫ້ຢຸດເຊົາ ປັບໃໝ ຕາມກົດໝາຍຕາມລະບຽບການຕໍ່ເຈົ້າຂອງອຸປະກອນເຄື່ອງຫຼີ້ນການພະນັນຕ້ອງຫ້າມ ແລະ ຜູ້ລັກລອບຂາຍຫວຍໂດຍບໍ່ໄດ້ຮັບອະນຸດຍາດ.

ແຮງງານລາວຖືກຈັບ ຂໍ້ຫາລັກລອບຂົນເຄື່ອງຂ້າມຊາຍແດນ!

ສະຫຍາມລັດ ລາຍງານ: ຕຳຫຼວດນະຄອນພະນົມ ປະເທດໄທ ວາງແຜນສະກັດກັ້ນຈັບຂະບວນການຂົນອາຫານແຊ່ແຂງ ສົ່ງຂ້າມລາວ ສວຍໂອກາດຊ່ວງດ່ານປິດ ສົ່ງອອກໃຫ້ພໍ່ຄ້າລາວ ຫວັງເອົາກຳໄລຊ່ວງຂາດຕະຫຼາດ ມູນຄ່າເກືອບແສນບາດ. ດັ່ງນັ້ນ, ເຈົ້າໜ້າທີ່ໄທ ຈິ່ງເພີ່ມມາດຕະການ ຄວບຄຸມ ເຂັ້ມງວດຊາຍແດງ 4 ເມືອງ ເພື່ອສະກັດກັ້ນຢາເສບຕິດ ໜີພາສີ ສິນຄ້າໜີພາສີ ທີ່ຈະສວຍໂອກາດຊ່ວງໂຄວິດ-19 ນີ້.

ເຊິ່ງເຈົ້າໜ້າທີ່ສາມາດຈັບກຸມແຮງງານລາວໄດ້ 4 ຄົນ ມີ ທ້າວ ກົບ ອາຍຸ 40 ປີ, ທ້າວ ຕົ້ນ ອາຍຸ 21 ປີ, ທ້າວ ຊານ ອາຍຸ 18 ປີ ແລະ ທ້າວ ຖຶມ ອາຍຸ 19 ປີ ພ້ອມຂອງກາງອາຫານແຊ່ແຂງ ເຊັ່ນ ໂຄງໄກ່, ລູກຊີ້ນ ລວມນໍ້າໜັກ 1 ໂຕນ ລວມມູນຄ່າບໍ່ຕໍ່າກ່ວາໜຶ່ງແສນບາດ.

ໂດຍຈັບໄດ້ ຂະນະທີ່ກຳລັງຂົນອາຫານລົງເຮືອຫາງຍາວ ບໍລະເວນແຄມຝັງນໍ້າຂອງ ໃນເຂດເທດສະບານທາດພະນົມ ເພື່ອກຽມຂົນສົ່ງໄປຂາຍ ສປປ ລາວ ໂດຍເຈົ້າໜ້າທີ່ ກໍໄດ້ຂະຫຍາຍຜົນຫາທີ່ໄປທີ່ມາຂອງອາຫານ ແລະສືບສວນດຳເນີນຄະດີ ຕາມກົດໝາຍຕໍ່ໄປ.

ລາຍງານ 8 ກັນຍາ ຕິດເຊື້ອໃນຊຸມຊົນເຖິງ 7 ແຂວງ

ຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 8 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 5.385 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 211 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 77 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 134 ຄົນ ຈາກ ສະຫວັນນະເຂດ 53 ຄົນ, ຈໍາປາສັກ 15 ຄົນ, ນະຄອນຫຼວງວຽງຈັນ 16 ຄົນ,  ສາລະວັນ 34 ຄົນ, ຄໍາມ່ວນ 10 ຄົນ ແລະ ຫຼວງພະບາງ 6 ຄົນ .

ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.   

ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

  • ນະຄອນຫຼວງ 7 ຄົນ: ຈາກ ບ. ດອນຕິ້ວ ມ. ໄຊທານີ 1 ຄົນ, ບ້ານ. ໄຊ ເມືອງໄຊທານີ 1 ກໍລະນີ (ມາຈາກແຂວງບໍ່ແກ້ວ ກັກໂຕ ຢູ່ ສູນປາກງື່ມ),  ບ້ານຊຽງດາ ເມືອງໄຊເສດຖາ 1 ຄົນ ມີອາການໄລຍະກັກຕົວ, ບ້ານອ່າງໃຫ່ຍ 3 ຄົນ ເປັນຜູ້ສຳຜັດກັບຜູ້ຕິດເຊື້ອຜ່ານມາ  ແລະ ບ້ານ ຫາດຊາຍຂາວ ເມືອງຫາດຊາຍຟອງ 1 ຄົນ ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາເຊັ່ນກັນ.
  • ຄໍາມ່ວນ 30 ຄົນ: ກຳລັງເກັບກຳຂໍ້ມູນຄົນເຈັບຕິດເຊື້ອທັງໝົດ ສ່ວນລາຍລະອຽດຈະແຈ້ງໃຫ້ທ່ານຊາບພາຍຫຼັງ
  • ຈໍາປາສັກ 16 ຄົນ:  10 ຄົນແມ່ນພົວພັນກັບກຸ່ມຕິດເຊື້ອເມືອງປະທຸມພອນ, 2 ຄົນແມ່ນຢູ່ນະຄອນປາກເຊ ແລະ ກຳລັງສອບຖາມຂໍ້ມູນເພີ່ມເຕີມ 6 ຄົນ.
  • ສະຫວັນນະເຂດ 10  ຄົນ:  05 ຄົນແມ່ນເຈົ້າໜ້າທີ່ຢູ່ຄ້າຍຄຸມຂັງ, ພະນັກງານຂັບລົດບໍລິສັດຫຸມຄຳ 02 ຄົນ, 1 ຄົນແມ່ນພະນັກງານເກັບຂີ້ເຫຍື້ອ, 2 ຄົນແມ່ນປະຊາຊົນ ຈາກບ້ານສະພານເໜືອ ແລະ ບ້ານໂພນສະຫ່ວາງໃຕ້.  
  • ບໍ່ແກ້ວ 5 ຄົນ:  ໃນນີ້ຈາກເຂດເສດຖະກິດພິເສດ 3 ຄົນ ແລະ 2 ຄົນຈາກເມືອງຫ້ວຍຊາຍ.
  • ສາລະວັນ 7​ ຄົນ:​  ທັງໝົດເປັນຄົນໃນຄອບຄົວດຽວກັນກັບຜູ້ຕິດເຊື້ອຜ່ານມາ
  • ຫຼວງພະບາງ 2 ຄົນ:  1 ຄົນເດີນທາງມາຈາກແຂວງບໍ່ແກ້ວທີ່ກັກໂຕຢູ່ສູນຈຳກັດບໍລິເວນ ແລະ 1 ຄົນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອຜ່ານມາ.

ຄົນໄທລະເມີດຊາຍແດນ ຂ້າມມາຮັບເອົາຄົນຂ້າມຝັ່ງ

ຕາມ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 21 ໂມງ 15 ນາທີ ຂອງວັນທີ 7 ກັນຍາ 2021, ທະຫານຊາຍແດນກອງຮ້ອຍ 245 ອອກລາດຕະເວນພົບເຫັນການລະເມີດຊາຍແດນ, ລັກລອບເອົາເຮືອຂ້າມມາຈອດຢູ່ຝັ່ງລາວ ຈຶ່ງນຳຕົວມາສອບສວນຮູ້ໄດ້ວ່າ: ທ້າວ ມານັດ ອາຍຸ 40 ປິ, ສັນຊາດໄທ ປະຊາຊົນ ບ້ານ ນ້ຳເປ ເມືອງລັດຕະນະວາປີ ແຂວງໜອງຄາຍ ປະເທດໄທ ເຊິ່ງຜູ້ກ່ຽວໄດ້ຖືກນາຍໜ້າຈ້າງມາຮັບເອົາຄົນຂ້າມໄປໄທ ໂດຍໄດ້ຮັບຄ່າຈ້າງ 500 ບາດ/ຄົນ,

ດັ່ງນັ້ນຈຶ່ງສົ່ງມອບໃຫ້ ພະແນກສັນຕິບານເມືອງປາກງື່ມດຳເນີນຄະດີຕາມກົດໝາຍ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງປະຊາຊົນທີ່ອາໄສຢູ່ເຂດຊາຍແດນແມ່ນ້ຳຂອງ ຈົ່ງປະຕິບັດພັນທະຊ່ວຍເຈົ້າໜ້າທີ່

ຖ້າພົບເຫັນການລະເມີດແຈ້ງເບີວອບແອັບ 020 28899774 ຫຼື ຜ່ານທາງຂໍ້ຄວາມເຟສບຸກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

ສຸດອາໄລ! ເຈົ້າຂອງຜົນງານເພງ ”ໄກ່ຕາຟາງ” ເສຍຊີວິດແລ້ວ

ຂ່າວເສົ້າວົງການເພງ ແລະ ແຟນເພງຕ່າງກໍຕົກໃຈ ກັບກສນຈາກໄປບໍ່ມື້ກັບ ຂອງສິນລະປິນນັກຮອງຊື່ດັງ ທັນວາ ລາສີທະນູ ເຊິ່ງປ່ວຍຈາກໂຄວິດ-19 ເສຍຊີວິດດ້ວຍອາຍຸ 51 ປີ.

8 ກັນຍາ 2021, ຂ່າວເສົ້າທຸກວົງການໄທ ໂດຍສະເພາະວົງການເພງໄທ ນັກຮ້ອງຄວາມສາມຫຼາກຫຼາຍ ທັນວາ ລາສີທະນູ ເຈົ້າຂອງຜົນງານດັງຫຼາຍເພງ ບໍ່ວ່າຈະເປັນ ໄກ່ຕາຟາງ, 11 ຮດ, ກິ້່ງກ່າທອງ ແລະ ກົບເຖົ້າ ເສຍຊີວິດຫຼັງຈາກປ່ວຍໂຄວິດ-19 ມື້ຄືນທີ່ຜ່ານມາ.

ສິນລະປິນຫຼາຍທ່ານ ແລະ ແຟນເພງຕ່າງກໍຮ່ວມໄວ້ອາໄລກັບການຈາກໄປຄັ້ງນີ້.

ເຈົ້າຂອງເຄຫາສະຖານ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຈົນກວ່າຈະຄົບ 14 ວັນ

ກັກກັນຜູ້ລະເມີດກັບທີ່ ເຈົ້າຂອງເຄຫາສະຖານຮັບຜິດຊອບຄ່າໃຊ້ຈ່າຍຈົນກວ່າຈະຄົບ 14 ວັນ

ຕາມເພສປ້ອງກັນຄວາມສະຫງົບນະຄອນຫຼວວຽງຈັນ ໃຫ້ຮູ້ວ່າ: ເວລາ 22:20 ໂມງຂອງວັນທີ 01 ກັນຍາ 2021, ເຈົ້າໜ້າທີ່ ພະແນກຕຳຫຼວດທ່ອງທ່ຽວ ຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກອງພັນເຄື່ອນທີີ່ໄວ, ອຳນາດການປົກຄອງບ້ານ, ປກສ ກອງຫຼອງບ້ານ ດົງນາທອງ ເມືອງສີໂຄດຕະບອງ ນວ ລົງກວດພົບຮ້ານຂາຍເຄື່ອງທາງອອນລາຍຂອງນາງ ຫຼຽນຄຳ ອາຍຸ 24 ປີ ຢູ່ບ້ານ ດົງນາທອງ ເມືອງສີໂຄດຕະບອງ ນວ ທີ່ມີການຊຸມແຊວກິນດື່ມທາດເຫຼົ້າ (ປະເພດເບຍ) ແລະ ເປີດເພັງສົ່ງສຽງເນື່ອງນັນ ລົບກວນຄົນອ້ອມຂ້າງສ້າງມົນລະພິດທາງສຽງເດືອດຮ້ອນລຳຄານໃຫ້ແກ່ຄົນຢູ່ໃກ້ຄຽງ ທັງເປັນການລະເມີດຕໍ່ຄໍາສັ່ງ, ແຈ້ງການຂັ້ນສູນກາງ ເຈົ້າໜ້າທີ່ກອງບັນຊາການ ຈຶ່ງໄດ້ອອກຄຳສັ່ງໃຫ້ກັກກັນບໍລິເວນກັບທີ່ ຈົນຄົບ 14 ວັນ ພ້ອມຮັບຜິດຊອບໃຊ້ຈ່າຍສິ້ນເປືອງໃ ນການກັກກັນໃນຄັ້ງນີ້.

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕໍ່ໍກັບບັນດາຮ້ານທີ່ລະເມີດຄຳສັ່ງ ແລະ ແຈ້ງການພວກເຮົາໄດ້ສຸມໃສ່ແກ້ຢ່າງເດັດຂາດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃນເວລາປະຕິບັດໜ້າທີ່ ພວກເຮົາ ພົບເຫັນຮ້ານດັ່ງກ່າວ ເປີດເພັງສົ່ງສຽງເນື່ອງນັນຊຸມແຊວມີໄວລຸ້ນຈຳນວນ 10 ຄົນ, ຍິງ 3 ຄົນ ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົົບຮົມກ່າວເຕືອນ ແລະ ມອບໃຫ້ອຳນາດການປົກຄອງບ້ານຈຳກັດບໍລິເວນ ພວກກ່ຽວຢູ່ສະຖານທີ່ດັ່ງກ່າວເປັນເວລາ 14 ວັນ ຕາມມາດຕະການຄະນະສະເພາະກິດກຳນົດໄວ້ ພ້ອມທັງສະເໜີຂະແໜງການທີ່ກ່ຽວຂ້ອງເກັບຕົວຢ່າງ ເພື່ອຊອກຫາເຊື້ອພະຍາດໂຄວິດ-19 ສ່ວນຄວາມຮັບຜິດຊອບໃນການໃຊ້ຈ່າຍເຂົ້າໃນການໃຊ້ຈ່າຍກິນຢູ່ກວດກາຫາເຊື້ອພະຍາດມອບໃຫ້ ນາງ ຫຼຽນຄຳ ເຈົ້າຂອງສະຖານທີ່ເປັນຜູ້ຮັບຜິດຊອບທັງໝົດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງບັນດາຫ້າງຮ້ານທຸລະກິດທຸກພາກສ່ວນ ໃນໄລຍະປະຕິບັດຄຳສັ່ງແຈ້ງການໃຫ້ພ້ອມກັນປະຕິບັດຢ່າງເຂັ້ມງວດ ເພື່ອປ້ອງກັນພະຍາດໂຄວິດ-19 ບໍ່ໃຫ້ແຜ່ລາມອອກເປັນວົງກວ້າງ ແລະ ຊ່ວຍກັນປະຕິບັດພັນທະລາຍງານຕໍ່ເຈົ້າໜ້າທີ່ ຖ້າພົບເຫັນເຫດການທີ່ລະເມີດໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ໃກ້ຄຽງ ຫຼືລາຍງານທາງເບີວອດແອບ 02028899774 ຫຼືທາງເຟດບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຫວຽດນາມຈັບຜູ້ລະເມີດການກັກໂຕ ແຜ່ເຊື້ອໃຫ້ຜູ້ອື່ນ ຂັງຄຸກ 5 ປີ ເຕັມ

ຫວຽດນາມເຮັດແທ້! ຂັງຄຸກ ຊາຍ 28 ປີ ລະເມີດການກັກໂຕ ໄປແຜ່ເຊື້ອໃຫ້ຄົນອື່ນຈົນເຮັດໃຫ້ມີຜູ້ເສຍຊີວິດ.

ຫວຽດນາມເຄີຍເປັນປະເທດໜຶ່ງ ທີ່ສາມາດຄວບຄຸມສະຖານະການໂຄວິດ-19 ໄດ້ເປັນຢ່າງດີ ຈົນມາເຖິງເດືອນເມສາ ເລີ່ມມີຜູ້ຕິດເຊື້ອໃໝ່ເພີ່ມຂື້ນ.

ຊາຍ 28 ປີ ທີ່ຖືກຈັບ ແມ່ນເດີນທາງມາຈາກ ໂຮ່ຈີມິນ ໄປກ່າເມົາ (ແຂວງທາງໃຕ້ຂອງຫວຽດນາມ) ແລະໄດ້ລະເມີດລະບຽບການກັກໂຕ 21 ມື້ ສຳນັກຂ່າວ ຫວຽດນາມນິວ ເອເຈຊີ ລາຍງານວ່າ ຜູ້ກ່ຽວແມ່ນໄດ້ແຜ່ເຊື້ອສູ້ຄົນອື່ນ ຈຳນວນ 8 ຄົນ ໜຶ່ງໃນນັ້ນມີຜູ້ເສຍຊີວິດ 1 ຄົນ ຫຼັງຈາກທີ່ປິ່ນປົວ 1 ເດືອນ.

ກຽມຜະລິດຢາປົວໂຄວິດ ຈາກຢາພື້ນເມືອງລາວເຮົາ

ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 7 ກັນ ຍາ 2021 ໃຫ້ຮູ້ວ່າ:

ປັດຈຸບັນນີ້ຫຼາຍປະເທດໄດ້ມີການຄົ້ນຄ້ວານໍາໃຊ້ຢາປິ່ນປົວ ເຊິ່ງໃນນັ້ນມີທັງຢາຫຼວງ ແລະ ຢາພື້ນເມືອງ, ແລະ ນະໂຍບາຍຂອງພັກກໍ່ຄືລັດຖະບານພວກເຮົາໄດ້ສົ່ງເສີມ ໃຫ້ນໍາໃຊ້ຢາພື້ນເມືອງ ເຊິ່ງເປັນຊັບສົມບັດທໍາມະຊາດອັນລ້ໍາຄ່າຂອງປະເທດເຮົາ, ຄືດັ່ງທີ່ ທ່ານ ລັດຖະມົນຕີກະຊວງສາທາລະນະສຸກກໍ່ໄດ້ຊີ້ນໍາໃຫ້ມີການຄົ້ນຄ້ວາ ແລະ ຜະລິດຈໍາຫນ່າຍຢາປ້ອງກັນ ແລະ ປິ່ນປົວພະຍາດໂຄວິດ-19, ດັ່ງນັ້ນ ສະຖາບັນການແພດ ແລະ ຢາພື້ນເມືອງໄດ້ຄົ້ນຄ້ວາ ແລະ ຜະລິດຢາ ຊະນິດແຄັບຊຸນເປັນຕົ້ນແມ່ນ ລາຊາບີ, ຄາວທອງ ແລະ ກະຊາຍຂາວ.

ປະຫວັດຜູ້ຕິດເຊື້ອໃນຊຸມຊົນມື້ນີ້ +86 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 7 ກັນຍາ 2021 ໃຫ້ຮູ້ວ່າ: ລາຍລະອຽດຜູ້ຕິດເຊື້ອໃໝ່ໃນຊຸມຊົນທົ່ວປະເທດ

-ຄໍາມ່ວນ 29 ຄົນ:

  • ແພດທີ່ຈໍາກັດບໍລະເວນ 2 ຄົນ, ຊຸມຊົນໂພນສະຫວ່າງ 8 ຄົນ,
  • ຕະຫລາດຫລັກ3: 1 ຄົນ, ຄອບຄົວໄຟຟ້າ: 3 ຄົນ,
  • ໂຮງຮຽນ ການເມືອງ: 5 ຄົນ ແລະ ຊຸມຊົນອື່ນໆ 10 ຄົນ.

-ສະຫວັນນະເຂດ 26 ຄົນ:

  • ສະຫັວນ ປາກ 2 ກໍລະນີ, ພະນັກງານຫ້ອງການກຸ່ມ 2 ກໍລະນີ
  • ຄອບຄົວພະນັກງານກຸ່ມ 1 ກໍລະນີ ,
  • ສ່ວນທີ່ເຫຼືອແມ່ນສໍາຜັດກັບກໍລະນີຕິດເຊື້ອທີ່
  • ຜ່ານມາ ແລະ ອີກສ່ວນທີ່ເຫຼືອທີມງານລະບາດກໍາລັງສອບສວນ ແລະ ເກັບກໍາຂໍ້ມູນເພີ່ມ ເຕີມ.

-ບໍ່ແກ້ວ 13 ຄົນ:

  • ເຂດເສດຖະກິດພິເສດ ສາມຫຼຽມຄໍາ 11 ຄົນ (ຕໍາຫລວດ 02, ຄົນ.ຈີນ 09),
  • 01 ຈາກ ບ້ານຂອນແກ້ວ ເມືອງຫ້ວຍຊາຍ

-ຈໍາປາສັກ 10 ຄົນ: ມາຈາກຊຸມຊົນ ເຂດ ຫລັກ 40 ກ່ຽວພັນກັບ ກຸ່ມໂຮງຫມໍ ເມືອງ ປະທຸມພອນ.

-ສາລະວັນ 4 ຄົນ: ແມ່ນ ກຸ່ມ ທີ່ພົວພັນ ກັບ ເຈົ້າຫນ້າທີ່ ໄອຍະການ ແລະ ຫ້ອງການ ຍຸດທິທໍາແຂວງ ທີ່ເຄີຍໄດ້ ລາຍງານໃນ ສອງວັນຜ່ານມາ.

-ຫຼວງນ້ໍາທາ 2 ຄົນ: ຈາກບ້ານວຽງເງີນ, ເມືອງນ້ໍາທາ ພົວພັນ ກັບ ຜູ້ຕິດເຊື້ອ ຜ່ານມາຈາກບ້ານທົ່ງໄຈ້ເຫນືອ, ເມືອງນ້ໍາທາ.

-ນະຄອນຫຼວງວຽງຈັນ 1 ຄົນ: ບ້ານ ດອນດູ່ ເມືອງ ຫາດຊາຍຟອງ ເປັນລູກຂອງຜູ້ ທີ່ຕິດເຊື້ອ ຊື່ງໄດ້ລາຍງານ ໄລຍະວັນທີ 24 ສິງຫາ ຜ່ານມາ

– ຫຼວງພະບາງ 1 ຄົນ: ແມ່ນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອມາກ່ອນ