ອີງຕາມການລາຍງານ ຂອງ ຂ່າວສານຫຼວງພະບາງໃຫ້ຮູ້ວ່າ: ກ່ຽວກັບກໍລະນີຜູ້ຕິດເຊື້ອກໍລະນີ 59 ແຂວງຫຼວງພະບາງ ຕິດເຊື້ອໃນຊຸມຊົນ ມີລາຍລະອຽດດັ່ງນີ້:

ອີງຕາມການລາຍງານ ຂອງ ຂ່າວສານຫຼວງພະບາງໃຫ້ຮູ້ວ່າ: ກ່ຽວກັບກໍລະນີຜູ້ຕິດເຊື້ອກໍລະນີ 59 ແຂວງຫຼວງພະບາງ ຕິດເຊື້ອໃນຊຸມຊົນ ມີລາຍລະອຽດດັ່ງນີ້:

ຄໍາສັ່ງເຈົ້ານະຄອນ ຫຼວງພະບາງ ວ່າດ້ວຍການເຂັ້ມງວດ ເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ ຫ້ອງການສະຫະພັນນັກຮົບເກົ່າ ນະຄອນ ຫຼວງພະບາງ.
ເຖິງ: ຄະນະພັກ, ປະທານສະຫະພັນນັກຮົບເກົ່າ ນະຄອນ ຫຼວງພະບາງ,
ເລື່ອງ: ປຶດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນຶກຮົບເກົ່າ ນະຄອນ ຫຼວງພະບາງ

ພະຍາດໂຄວິດ-19 ຄັ້ງວັນທີ 6 ກັນຍາ(9) 2021. ປະຈຸບັນໄດ້ມີຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ສໍາພັດ, ໃກ້ຊິດ ກັບຜູ້ຕິດເຊື້ອ ກໍລະນີທີ 50 ຂອງແຂວງຫຼວງພະບາງ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ຂະຫຍາຍອອກເປັນວົງກວ້າງ ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນ, ພະນັກງານ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ເຮັດໃຫ້ສະຖານທີ່ດັ່ງກ່າວໄດ້ຮັບການຂີດຢາຂ້າເຊື້ອຢ່າງທັນເວລາ
– ເຈົ້ານະຄອນ ຫຼວງພະບາງ ໄດ້ອອກຄໍາສັ່ງ ດັ່ງນີ້:
1. ປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນັກຮົບເກົ່າ ນະຄອນ ຫຼວງພະບາງ.
2. ຫ້າມພະນັກງານ ແລະ ບຸກຄົນທີ່ໄດ້ສໍາຜັດ, ໃກ້ຊິດ ກັບຜູ້ຕິດເຊື້ອໂຄວິດ-19 ເຄື່ອນໄຫວຢູ່ຊຸມຊົນ, ຕາມສະ ່ ຖານທີ່ຕ່າງໆເປັນເດັດຂາດ ແລະ ໃຫ້ພະນັກງານທັງຫມົດຢູ່ພາຍໃນຫ້ອງການສະຫະພັນນົກຮົບເກົ່ານະຄອນ ຫຼວງ ພະບາງ ຈໍາກັດບໍລິເວນຢູ່ສູນ ຫຼື ຢູ່ເຮືອນຂອງຕົນ ຕາມການແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ ນັບແຕ່
ວັນທີ 6 – 26 ກັນຍາ 2021.
3. ຜູ່ທີ່ມີຄວາມສ່ຽງຕ້ອງຮີບຮ້ອນລາຍງານຕົວເພື່ອເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຢູ່ໂຮງຫມໍທະຫານ 107.
4. ມອບໃຫ້ຄະນະພັກ, ສະເພາະກິດຂັ້ນນສອນ, ປະທານ-ຮອງປະທານ ສະຫະພັນນັກຮົບເກົ່າ ຊີ້ນໍາຕາມຄໍາແນະນໍາ – ທີ່ທາງຄະສະສະເພາະກິດຢ່າງເຂັ້ມງວດ(ຖ້າບຸກຄົນໃດຫາກຝ່າຝືນແມ່ນໃຫ້ປະຕິບັດວິໄນຕາມລະບຽບການ).
5, ຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 6 ກັນຍາ 2011 ເປັນຕົ້ນໄປ ຈົນກ່ວາຈະມີການປ່ຽນແປງ.
ຊົມເຊີຍທ່ານໝໍ ແລະພາກສ່ວນທີ່ກ່ຽວຂ້ອງ ປິ່ນປົວຜູ້ປ່ວຍໂຄວິດ-19 ຫາຍດີຕື່ມ 86 ຄົນ.

ວັນທີ 06 ກັນຍາ 2021 ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ໄດ້ປິ່ນປົວຜູ້ຕິດເຊື້ອໂຄວິດ- 19 ຫາຍດີຈຳນວນ 86 ຄົນ ແລ້ວສົ່ງໃຫ້ເມືອຈຳກັດບໍລິເວນຕໍ່ ທີ່ສູນຈຳກັດບໍລິເວນຂອງແຕ່ລະເມືອງອິກ 14 ວັນ ຈິ່ງກັບຫາຄອບຄົວ ແລະ ໃຫ້ປະຕິບັດມາດຕະການດຳລົງຊີວິດອບບໃໝ່ (New Normal)

ຂໍ້ມູນ: ໂຮງໝໍແຂວງຈຳປາສັກ
ເພື່ອເປັນການກະກຽມອາຄານສະຖານທີ່ກັກກັນແຮງງານລາວທີ່ກັບມາຈາກປະເທດເພື່ອນບ້ານໃຫ້ມີຄວາມພຽງພໍກັບຈໍານວນແຮງງານດັ່ງກ່າວ, ສູນກັກກັນຜ່ານມາແຂວງ ໄຊຍະບູລີ ໄດ້ກໍານົດເອົາໂຮງຮຽນເປັນສູນກັກກັນ, ເຊິ່ງຮອດປະຈຸບັນແຂວງ ໄຊຍະບູລີ ກຽມຈະໄຂສົກຮຽນໃໝ່ ຈຶ່ງຈໍາເປັນຕ້ອງສ້າງສູນກັກກັນແຫ່ງໃໝ່, ໂດຍໄດ້ປັບປຸງເດິ່ນກິລາ ເປຕັ່ງໃນຮົມ ເພື່ອເປັນບ່ອນກັກກັນ.

ໃນຕອນເຊົ້າຂອງວັນທີ 6 ກັນຍາ ປີນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ, ປະທານຄະນະສະເພາະກິດ ຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ພ້ອມຄະນະ ໄດ້ລົງກວດກາເບິ່ງການກໍ່ສ້າງສູນກັກກັນແຫ່ງໃໝ່, ສູນກັກກັນແຫ່ງນີ້ແມ່ນໄດ້ປັບປຸງເອົາເດິ່ນກິລາ ເປຕັງໃນຮົມຂອງແຂວງເປັນບ່ອນກັກກັນ, ໂດຍໄດ້ເຖພື້ນດ້ວຍເບຕົງ, ຂັ້ນຫ້ອງລວມທັງໝົດມີ 18 ຫ້ອງນອນ, ແຕ່ລະຫ້ອງນອນບັນຈຸໄດ້ 10 ຄົນ, ການກໍ່ສ້າງສໍາເລັດແລ້ວ 80%, ສ້າງຫ້ອງນໍ້າ 10 ຫ້ອງ, ສໍາເລັດແລ້ວ 40%, ໂດຍແມ່ນ ບໍລິສັດມົງຄຸນຈະເລີນ ກໍ່ສ້າງຈໍາກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າທັງໝົດ 300 ລ້ານກວ່າກີບ, ຄາດວ່າການກໍ່ສ້າງຈະສໍາເລັດ ແລະ ຍ້າຍແຮງງານເຂົ້າມາຢູ່ໃນທ້າຍເດືອນ ກັນຍານີ້, ໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ຮຽກຮ້ອງໃຫ້ຜູ້ຮັບເໝົາກໍ່ສ້າງຈົ່ງຮີບຮ້ອນກໍ່ສ້າງໃຫ້ສໍາເລັດໂດຍໄວ, ເພື່ອຈະໄດ້ຍ້າຍແຮງງານທີ່ສູນກັກກັນຢູ່ບັນດາໂຮງຮຽນໃຫ້ໄດ້ມາຢູ່ສູນໃໝ່ໂດຍໄວ ແລະ ຈະໄດ້ໄຂສົກຮຽນໃໝ່ໃຫ້ບັນດານ້ອງນັກຮຽນໄດ້ຮຽນໜັງສື, ຈາກນັ້ນ ທ່ານເຈົ້າແຂວງກໍ່ໄດ້ລົງຢ້ຽມຢາມເບິ່ງພື້ນຖານການຜະລິດຂອງປະຊາຊົນ ບ້ານ ນາຕໍໃຫຍ່ ເປັນຕົ້ນແມ່ນໄດ້ເບິ່ງການລ້ຽງງົວແບບເປັນຟາມ ຕິດພັນກັບການປູກຫຍ້າ ແລະ ເບິ່ງສວນປາມ, ໃຫ້ການຕ້ອບຮັບ ແລະ ນໍາພາລົງເບິ່ງຕົວຈິງໂດຍ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງ ໄຊຍະບູລີ ພ້ອມຄະນະ.

ຂໍ້ມູນຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ, News.XBL
ຕາມປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານໃຫ້ຮູ້ວ່າ: ໃນວັນທີ 4 ກັນຍາ 2021 ທີ່ຜ່ານມາ, ປກສ ກຸ່ມສີວິໄລ ແລະ ບ້ານຄຳຮຸ່ງແກ້ໄຂ ຈັບເປົ້າໝາຍ ຊື່ ທ້າວ ສີສຸພັນ ຫຼື ໂບ້ ອາຍຸ 35ປີ ແລະ ນາງ ວົງເພັດ ອາຍຸ 37 ປີ ພ້ອມຢາມ້າ 10 ເມັດ.

ສອບຂະຫຍາຍຜົນ ຈັບໄດ້ອີກ ຊື່ ທ້າວ ຄຳເພັດ ພ້ອມຢາ 262 ເມັດ ຄະດີດັ່ງກ່າວ ກອງບັນຊາການ ປກສ ໄຊທານີ້ ກຳລັງ ດຳເນີນຕາມກົດໝາຍ ຮ່ວມແຮງຮ່ວມໃຈ ຕ້ານສະກັດກັ້ນບັນຫາຢາເສບຕິດໃຫ້ໝົດໄປ ດ້ວຍຄວາມຫ່ວງໃຍຈາກ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ
ຕາມການລາຍງານ ຂອງ ຂປລ ໃຫ້ຮູ້ວ່າ: ວັນທີ 6 ກັນຍາ 2021 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດສົກຮຽນໃໝ່ ສົກຮຽນ 2021-2022 ແບບທາງໄກທົ່ວເທດ, ເຊິ່ງເຫັນດີເປັນເອກະພາບ ໃຫ້ແຕ່ຊັ້ນການສຶກສາກ່ອນໄວຮຽນຈົນຮອດການສຶກສາຊັ້ນສູງ ແຕ່ເວລາເປີດຮຽນ ຂອງສະຖານການສຶກສາແຕ່ລະແຫ່ງ ແຕ່ລະທ້ອງຖິ່ນຈະແຕກຕ່າງກັນ ຂຶ້ນກັບສະຖານະການ ແລະ ການພິຈາລະນາ ຂອງຄະນະສະເພາະກິດ ຕ້ານພະຍາດໂຄວິດ-19 ໃນແຕ່ລະແຫ່ງ. ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໂອກາດໄຂສົກຮຽນໃໝ່ 2021-2022 ວ່າ: ການໄຂສົກຮຽນໃໝ່ປີນີ້, ອະນຸຍາດໃຫ້ເປີດການຮຽນການສອນຢູ່ໂຮງຮຽນ ສະເພາະແຂວງ, ເມືອງ ແລະ ທ້ອງຖິ່ນ ທີ່ບໍ່ມີການແຜ່ລະບາດຂອງໂຄວິດ-19 ຢູ່ໃນຊຸມຊົນໃນ 14 ວັນຜ່ານມາ ຫລື ເວົ້າຢ່າງໜຶ່ງວ່າ ຖ້າທ້ອງຖິ່ນໃດບໍ່ມີກໍລະນີຕິດເຊື້ອໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ ແມ່ນສາມາດເປີດຮຽນໃນໂຮງຮຽນໄດ້.

ສຳລັບທ້ອງຖິ່ນໃດ ທີ່ຍັງມີຄວາມສ່ຽງຫລາຍ ແມ່ນຈະໄດ້ໂຈະການເປີດຮຽນໄວ້ເສຍກ່ອນ, ແຕ່ຢູ່ໃນສະຖານການສຶກສາ ສາມາດຈັດການຮຽນການສອນ ດ້ວຍຫລາຍຊ່ອງທາງ ເຊັ່ນ: ຮຽນທາງໄກ ຜ່ານຊ່ອງທາງອີເລັກໂຕຣນິກຕ່າງໆ, ໂທລະພາບ, ແອບຄັງປັນຍາລາວ, ຄູ ແລະ ນັກຮຽນພົບເປັນກຸ່ມນ້ອຍ, ໃຫ້ຄູປະສານນໍາພໍ່ແມ່ຜູ້ປົກຄອງ ຊ່ວຍລູກຮຽນຢູ່ເຮືອນ ຫລື ຄູ ໄປແນະ ນຳນັກຮຽນກັບເຮືອນ; ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ສັງຄົມນັ້ນ, ຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ທຸກທ່ານ ຈະຕ້ອງໄດ້ຮັບການສັກວັກຊິນຄົບໂດສ, ສະຖານການສຶກສາຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມໂຄວິດ-19 ທີ່ເຂັ້ມງວດ ເຊັ່ນ: ມີການກວດອຸນນະພູມທຸກຄົນທີ່ເຂົ້າມາໃນໂຮງຮຽນ, ໃສ່ຜ້າອັດປາກ-ອັດດັງ, ປະຕິບັດມາດຕະການຮັກສາໄລຍະຫ່າງ, ໝັ່ນລ້າງມືໃສ່ສະບູ ແລະ ໃຊ້ເຈວຂ້າເຊື້ອເປັນປົກກະຕິ ເປັນຕົ້ນ.

ທ່ານ ພຸດ ສິມມາລາວົງ ກ່າວຕື່ມວ່າ: ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ຄູ-ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ຕ້ອງເພີ່ມທະວີບົດບາດຂອງຕົນເອງ ໃນການຮັກສາສະພາບແວດລ້ອມການຮຽນຮູ້ທີ່ປອດໄພ ແລະ ຮັບປະກັນການຮຽນ-ການສອນໃຫ້ຕໍ່ເນື່ອງ ຜ່ານຊ່ອງທາງຕ່າງໆ ສະນັ້ນ ຜູ້ບໍລິຫານການສຶກສາ ແລະ ກິລາ ຕ້ອງໄດ້ເອົາໃສ່ສ້າງທຸກເງື່ອນໄຂ ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ຄູ-ອາຈານ ໄດ້ສືບຕໍ່ປະຕິບັດໜ້າທີ່ຂອງຕົນເອງ; ຄູ-ອາຈານ ຈໍາເປັນຕ້ອງໄດ້ຮຽນຮູ້ເນື້ອໃນຄວາມຮູ້ໃໝ່, ຄົ້ນຄວ້າວິທີການສອນໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການແຕ່ລະໄລຍະ, ອາດຈະຫລຸດປະລິມານເນື້ອໃນການຮຽນທີ່ເຫັນວ່າບໍ່ຈຳເປັນລົງ, ປັບປ່ຽນ ຫລື ຫລຸດຜ່ອນການວັດຜົນໃນຕອນທ້າຍພາກຮຽນ ເປັນການວັດ ແລະ ປະເມີນຜູ້ຮຽນແບບຕໍ່ເນື່ອງຫລາຍຂຶ້ນ; ຜູ້ປົກຄອງຄວນໄດ້ເພີ່ມທະວີບົດບາດຂອງຕົນຕໍ່ການຮຽນຂອງລູກຫລາຍຂຶ້ນ, ຕິດຕາມການຮຽນຂອງລູກຫລານ ແລະ ຊຸກຍູ້ໃຫ້ເຂົາເຈົ້າຮຽນເປັນປົກກະຕິ, ຊ່ວຍອຳນວຍຄວາມສະດວກບັນດາສື່ ແລະ ອຸປະກອນທີ່ໃຊ້ໃນການຮຽນ-ການສອນ ພ້ອມທັງຕິດຕາມພຶດຕິກຳຂອງລູກຫລານຕົນຢ່າງໃກ້ຊິດ; ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ເມືອງ ແລະ ຜູ້ປະກອບການໃນແຕ່ລະທ້ອງຖິ່ນ ຊ່ວຍປັບປຸງ ແລະ ຊຸກຍູ້ສະຖານການສຶກສາ ສ້າງໂອກາດໃຫ້ສະຖານການສຶກສາ ສາມາດເຂົ້າເຖິງແຫລ່ງການຮຽນຮູ້ທີ່ທັນສະໄໝຫລາຍຂຶ້ນ.
ສຳລັບທ້ອງຖິ່ນໃດທີ່ສາມາດສອນແບບອອນລາຍ ຫລື ແບບທາງໄກ ທີ່ຮັບປະກັນທັງຜູ້ສົ່ງ ແລະ ຜູ້ຮັບ ສາມາດສື່ສານຫາກັນໄດ້ ແມ່ນໃຫ້ປະຕິບັດຕາມຄໍາແນະນໍາຂອງກົມວິຊາການ ທີ່ໄດ້ອອກລະບຽບການສະເພາະແລ້ວນັ້ນ; ສໍາລັບທ້ອງຖິ່ນ ແລະ ສະຖານການສຶກສາໃດ ທີ່ບໍ່ສາມາດຮຽນທາງອອນລາຍແມ່ນໃຫ້ຄູມອບວຽກບ້ານໃຫ້, ມີການນັດພົບເປັນກຸ່ມນ້ອຍເປັນບາງຄັ້ງ ເພື່ອກວດວຽກບ້ານ ແລະ ມອບວຽກບ້ານຕໍ່ໄປ, ປະກອບປຶ້ມແບບຮຽນໃຫ້ນັກຮຽນໃຫ້ຄົບເພື່ອສະດວກໃນການຮຽນຢູ່ເຮືອນ, ແນະນຳພໍ່ແມ່ ຊ່ວຍແນະນຳລູກຫລານຢູ່ເຮືອນຕື່ມອີກ.
ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ອອກແຈ້ງການ ສືບຕໍ່ເພີ່ມທະວີມາດຕະການປ້ອງກັນ ຄວມຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຮອດວັນທີ 20 ກັນຍາ 2021 ຂອງຂະແໜງການສຶກສາ ແລະ ກິລາ.
ພະແນກສຶກສາທິການ ແລະ ກິລາແຂວງ ອອກແຈ້ງການ ດັ່ງນີ້:



ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 6/09/2021 ໃຫ້ຮູ້ວ່າ: ປັດຈຸບັນ ສັງຄົມໃຫ້ຄວາມສົນໃຈຫຼາຍ ກ່ຽວກັບ ການສັກວັກຊີນເຂັມ 3 (Booster). ຕໍ່ບັນຫາດ່ັງກ່າວ, ຍັງບໍ່ທັນມີຫຼັກຖານຢັ້ງຢືນ ທາງດ້ານວິທະຍາສາດ ຈາກອົງການອະນາໄມໂລກ ກໍ່ຄື ນະໂຍບາຍຂອງກະຊວງສາທາລະນະສຸກ ວ່າ ມັນສາມາດກະຕຸ້ນພູມຄຸ້ມກັນເພິ່ມຂຶ້ນໄດ້ ດັ່ງທີ່ຖືກຍົກຂຶ້ນໃນສື່ສັງຄົມອອນລາຍ.
ແຕ່ເຖິງຢ່າງໃດກໍ່ຕາມ, ພັກ-ລັດຖະບານ ກໍ່ຄື: ກະຊວງສາທາລະນະສຸກ ແມ່ນໄດ້ ຕິດຕາມຢ່າງໃກ້ຊິດ ແລະ ມອບໝາຍໃຫ້ທີມງານວິຊາການ ໂດຍສົມທົບກັບອົງການອະນາໄມໂລກ ຄົ້ນຄວ້າ, ສັງລວມຂໍ້ມູນ ກ່ຽວກັບ ການສັກວັກຊີນເຂັມທີ 3 ລວມທັງ ການສັກວັກຊີນໃນກຸ່ມອາຍຸຕໍ່າກວ່າ 18 ປີ ລວມທັງ ການສັກວັກຊີນຊະນິດໄຂ່ວຊະນິດກັນ ເພື່ອນຳສະເໜີໃຫ້ແກ່ກອງປະຊຸມຄະນະສະເພາະກິດ ເປັນບ່ອນອິງໃນການຕັດສິນວາງມາດຕະການໃນຕໍ່ໜ້າ.
ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ບັນດາແຂວງ ເຊິ່ງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:
–ຈໍາປາສັກ 16 ຄົນ: ທັງໝົດແມ່ນ ຈຸ້ມຂອງເມືອງ ປະທຸມພອນ, ໃນນັ້ນ ຈາກບ້ານສ້າງທ່ຽງ ນະຄອນປາກເຊ 1 ຄົນ
–ຄໍາມ່ວນ 15 ຄົນ: 14 ຄົນ (8 ຄົນ ຈາກຕະຫລາດຫຼັກ 2 ແລະ 6 ຄົນ ຈາກຕະຫລາດຫຼັກ 3) ແລະ 1 ຄົນ ແມ່ນເຈົ້າໜ້າທີ່ຕຳຫລວດ ຄ້າຍຄຸມຂັງ
–ສະຫວັນນະເຂດ 8 ຄົນ: ເປັນພະນັກງານແພດປະຈໍາຢູ່ສູນຫຼັກ 9 ຈຳນວນ 04 ຄົນ ເຂົ້າມາປະຈໍາການວັນທີ 24 ສີງຫາ 2021 ເຊິ່ງເປັນທີມແພດ ມາຈາກເມືອງອາດສະພັງທອງ, (ທ່ານໝໍ 01 ຄົນ ແລະ ພະຍາບານ 02 ຄົນ) ແລະ ພະຍາບານຈາກ ເມືອງພິນ 01 ຄົນ
ສ່ວນ04 ຄົນ ເຊິ່ງເປັນທີມງານແພດຈາກໂຮງໝໍສູນກາງ ທີ່ລົງໄປຊ່ວຍວຽກ ຢູ່ສະຖານທີ່ຄຸມຂັງ ແຂວງສະຫວັນະເຂດ.
–ບໍ່ແກ້ວ 8 ຄົນ: ມາຈາກ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ (ຈີນ 6 ຄົນ, ພະມ້າ 01 ຄົນ ແລະ ລາວ 01 ຄົນ).
–ສາລະວັນ 2 ຄົນ: ລູກຊາຍຝາແຝດ ຊື່ງພໍ່ ແລະ ແມ່ຕິດເຊື້ອ ເປັນພະນັກງານໄອຍະການ ແຂວງສາລະວັນ ທີ່ໄດ້ລາຍງານໃນວັນທີ 5 ກັນຍາ 2021.
–ຫຼວງພະບາງ 1 ຄົນ: ເປັນເພດຊາຍ, ອາຊີບ: ກໍາມະກອນກໍ່ສ້າງທາງລົດໄຟ ຊື່ງຜູ້ກ່ຽວ ເດີນທາງມາຈາກເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເດີນທາງກັບໄປຫລວງພະບາງ ແລ້ວຖືກນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ທາງແຂວງໄດ້ກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,058 ຄົນ, ເສຍຊີວິດສະສົມ16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,394 ຄົນ.
ໃນຄັ້ງວັນທີ 31 ສິງຫາ 2021 ໃນຕອນເຊົ້າຂອງວັນທີ 31 ສິງຫາ 2021 ທີ່ຜ່ານມາ ໄດ້ມີກອງປະຊຸມຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດ ບຶງທາດຫຼວງ ພາຍໃຕ້ການເປັນປະທານ ຂອງທ່ານ ສາດສະດາຈານ ປອ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ, ໂດຍມີພຣະຫຼັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ, ບັນດາທ່ານຮອງລັດຖະມົນຕີ, ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ວາການຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງປະຖົມມະລຶກຂອງ ຄະນະຊີ້ນຳລະດັບຊາດ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ໃນຄັ້ງນີ້ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ກ່ຽວກັບການກະກຽມວຽກງານ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ແລະ ສະເໜີຜ່ານຮ່າງຂໍ້ຕົກລົງຄະນະຮັບຜິດຊອບການຈັດຕັ້ງປະຕິບັດໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ປະກອບມີຄະນະຊີ້ນຳລວມ, ຄະນະຕິດຕາມກວດກາພາກສະໝາມແລະ ກອງເລຂາຊ່ວຍວຽກ ພ້ອມທັງ ປຶກສາຫາລືຄົ້ນຄວ້າ ການແບ່ງໜ້າທີ່ຄວາມຮັບຜິດຊອບວຽກງານຂອງ ຄະນະຊີ້ນຳລະດັບຊາດໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ຕາມຂໍ້ຕົກລົງ ສະບັບເລກທີ 47/ນຍ, ລົງວັນທີ 28 ພຶດສະພາ 2021.

ໃນໂອກາດນີ້ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນວ່າ ເຂດເສດຖະກິດພິເສດ ຢູ່ ສປປ ລາວ ໃນປະຈຸບັນໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ມີການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ບໍ່ວ່າໃນທາງກົງ ແລະ ທາງອ້ອມ ຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນການສ້າງວຽກເຮັດງານທຳ ຍົກລະດັບສີມືແຮງງານໃຫ້ປະຊາຊົນ ພ້ອມທັງເປັນອີກຖານລາຍຮັບໜຶ່ງໃຫ້ກັບລັດຖະບານຂອງພວກເຮົາ.

ຊຶ່ງການພັດທະນາຢູ່ເຂດເສດຖະກິດພິເສດ ກໍ່ເຫັນວ່າມີຫຼາຍຮູບແບບການພັດທະນາ ທີ່ມີເຂດອຸດສາຫະກຳການຜະລິດ, ການຂົນສົ່ງ ແລະ ການພັດທະນາເມືອງໃໝ່ທີ່ທັນສະໄໜໂດຍຕິດພັນກັບສິ່ງແວດລ້ອມ ແລະ ວັດທະນະທໍາ ໂດຍສະເພາະ ໂຄງການກໍ່ສ້າງພະພຸດທະຮູບໃຫຍ່ ຢູ່ເຂດເສດຖະກິດພິເສດບຶງທາດຫຼວງ ແມ່ນເປັນໂຄງການທີ່ແນ່ໃສ່ການອະນຸລັກ ແລະ ສົ່ງເສີມທາງດ້ານວັດທະນະທຳ, ປະຫວັດສາດ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ, ເສີມສ້າງທາງດ້ານພຸດທະສາສະໜາໃຫ້ມີຄວາມຍືນຢົງທັນກັບຍຸກສະໄໝໂລກາວິວັດ, ທັງເປັນການກະຕຸກຊຸກຍູ້ເຮັດໃຫ້ເຂດເສດຖະກິດພິເສດບຶງທາດຫຼວງ ກາຍເປັນແຫຼ່ງສູນລວມທາງດ້ານເສດຖະກິດມີການພັດທະນາຮອບດ້ານ ເປັນແຫຼງທ່ອງທ່ຽວທີ່ຕິດພັນທາງດ້ານວັດທະນະທຳ, ປະຫວັດສາດອັນດີງາມຂອງຊາດລາວ. ສະນັ້ນ ເພື່ອຄວາມເປັນເອກະພາບຮ່ວມກັນຂອງຂະແໜງການພາກລັດພວກເຮົາ ກໍ່ຄືການຫຼີກລ້ຽງບັນຫາຕ່າງໆທີ່ກະທົບຕໍ່ກັບການດຳເນີນໂຄງການກໍ່ສ້າງດັ່ງກ່າວ ແລະ ຮັບປະກັນຄວາມຖືກຕ້ອງສອດຄ່ອງຕາມຫຼັກການແລ້ວ ຂໍໃຫ້ບັນດາກະຊວງເອົາໃຈໃສ່ໃນການຄົ້ນຄວ້າຮູບແບບ, ໂຄງສ້າງຂອງພະພຸດທະຮູບໃຫຍ່ ດັ່ງກ່າວໃຫ້ຖືກຕ້ອງທາງດ້ານສະຖາປັດຕະຍະກຳ ແລະ ສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳຂອງຊາດລາວ ໃຫ້ມີການຂຽນປະຫວັດຄວາມເປັນມາຢ່າງຈະແຈ້ງພ້ອມນັ້ນກໍ່ໃຫ້ເອົາໃຈໃສ່ໃນດ້ານເຕັກນິກ-ວິຊາການ, ແລະ ມາດຕະຖານຕ່າງໆໃນການກໍ່ສ້າງ ເພື່ອຮັບປະກັນຄວາມປອດໄພໃນດ້ານຕ່າງໆ.

ຫຼັງຈາກນັ້ນ ຜູ້ແທນເຂົ້າຮ່ວມກອງປະຊຸມ ກໍ່ໄດ້ລົງເບິ່ງພຶ້ນທີ່ຈະນໍາໃຊ້ເປັນສະຖານທີ່ກໍ່ສ້າງ ແລະ ປະດິດສະຖານພະພຸດທະຮູບໃຫຍ່ ລວມເຖິງຮູບຈໍາລອງເບື້ອງຕົ້ນພະພຸດທະຮູບໃຫຍ່ ແລະ ໂຄງການພັດທະນາ ຂສພ ບຶງທາດຫຼວງ ທີ່ຈະກໍ່ສ້າງໃນອານາຄົດ.
ຂໍ້ມູນຈາກ: ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ