Home Blog Page 184

ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້້ອໂຄວິດ-19 ເດີນທາງໄປ

ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງວຽງຈັນ ລາຍງານວັນທີ 5/9/2021:

–ວັນທີ 31/8/2021: ຮ້ານມ່າລ່າ ແຖວຊ້າງເຜືອກ, ຮ້ານຕັດຜົມຕໍ່ໜ້າບໍລິສັດ ສະກາຍ ,ວັດທ່າແຂກ ເມືອງຫາດຊາຍຟອງ, ຮ້ານເສີມສວຍ ດອນນົກຂຸ້ມ

-ວັນທີ 1/9/2021: ຕະຫຼາດໜອງໄຮ

–ວັນທີ 2/9/2021: ຮ້ານ J-mark ສາຂາທາດຫຼວງ, ຮ້ານ 365 ຢູ່ຫຼັກ 8

  •  -ວັນທີ 3/9/2021: ຮ້ານອາຫານ ຊັ້ນ 6 ຢູ່ໄອເຕັກ

ລາຍງານ 5 ກັນຍາ ຕິດເຊື້ອໃນຊຸມຊົນຕໍ່ເນື່ອງ ເຖິງ +56 ຄົນ

ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 5 ກັນຍາ 2021 ໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ຕິດເຊື້ອໃໝ່ ນຳເຂົ້າ + 172 ແລະ ຊຸມຊົນ +56

ໄດ້ກວດວິເຄາະທັງໝົດ 3,093 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ172 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 56 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 116 ຄົນ ຈາກ ສະຫວັນນະເຂດ 68 ຄົນ, ສາລະວັນ 14 ຄົນ, ນະຄອນຫຼວງວຽງຈັນ 13 ຄົນ, ຈໍາປາສັກ 12 ຄົນ, ຄໍາມ່ວນ 5 ຄົນ, ແລະ ບໍລິຄໍາໄຊ 4 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.   

ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

–ສະຫວັນນະເຂດ 21 ຄົນ

–ຈໍາປາສັກ 13 ຄົນ

–ຄໍາມ່ວນ 7 ຄົນ: ທັງໝົດແມ່ນ ພະນັກງານ ປກສ ຢູ່ຄ້າຍຄຸມຂັງ, ບ້ານຄຳຂີ້ໄກ່.

–ຫຼວງນໍ້າທາ 5 ຄົນ  

–ສາລະວັນ 2​ ຄົນ:​ ຄົນໃນຄອບຄົວດຽວກັນ (ຜົວ ແລະ ເມຍຕິດເຊື້ອ ເປັນພະນັກງານທັງສອງຄົນ)

–ບໍ່ແກ້ວ 2 ຄົນ: ບ້ານຂຸນບົງ ມີປະຫວັດພົວພັນ ກັບບ້ານໃໝ່ສີເມືອງງາມ

ນະຄອນຫຼວງວຽງຈັນ 6 ຄົນ (ຄົນໃນຄອບຄົວດຽວກັນ):

  1. ເພດຊາຍ, ອາຍຸ 24 ປີ, ບ້ານ ຫາດຊາຍຂາວ,​ ເມືອງຫາດຊາຍຟອງ, ອາຊີບ ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຕິດເຊື້ອ ສັກຢາວັກຊີນຄົບ 2 ເຂັມ
  2. ເພດຊາຍ , ອາຍຸ 52 ປີ, ບ້ານ ຫາດຊາຍຂາວ, ເມືອງ ຫາດຊາຍຟອງ ອາຊີບ: ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຜູ້ຕິດເຊື້ອ ໄດ້ສັກຢາວັນຊີນ 2 ເຂັມ ພະຍາດປະຈຳໂຕ: ເບົາຫວານ ແລະ ຄວາມດັນເລືອດສູງ
  3. ເພດຍິງ, ອາຍຸ 19 ປີ,  ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ,​ ອາຊີບ ຂາຍເຄື່ອງ Online ຄົນໃນຄອບຄົວຕິດເຊື້ອ ບໍ່ມີພະຍາດປະຈຳໂຕ ແລະ ຍັງບໍ່ໄດ້ສັກຢາວັນຊີນ
  4.  ເພດຊາຍ, ເດັກອາຍຸ 8 ເດືອນ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ຄົນໃນຄອບຄົວຕິດເຊື້ອ ມີອາການວັນທີ 2/9: ໄຂ້, ນ້ຳມູກຍ້ອຍ
  5. ເພດຍິງ , ອາຍຸ 52 ປີ ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ອາຊີບ: ພະນັກງານທະຫານ (ໂພນເຄັງ) ຄົນໃນຄອບຄົວຕິດເຊື້ອ ພະຍາດປະຈຳໂຕ: ເບົາຫວານ ໄດ້ສັກຢາວັນຊີນ 2 ເຂັມ
  6. ເພດຊາຍ, ອາຍຸ 18 ປີ, ບ້ານຫາດຊາຍຂາວ, ເມືອງຫາດຊາຍຟອງ ອາຊີບ ນັກຮຽນ ຄົນໃນຄອບຄົວຕິດເຊື້ອ ບໍ່ມີພະຍາດປະຈຳໂຕ ສັກຢາວັກຊີນ 2 ເຂັມ.

ຂໍ້ມູນເບື້ອງຕົ້ນຜູ້ຕິດເຊື້ອໃໝ່ໃນຊຸມຊົນທົ່ວປະເທດ

ຖະແຫຼ່ງຂ່າວ ປະຈຳວັນທີ 4 ກັນຍາ 2021: ໄດ້ກວດວິເຄາະທັງຫມົດ 3,180 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ ທັງຫມົດ 156 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 64 ຄົນ ເປັນຜູ້ສໍາຜັດໃກ້ຊິດນໍາຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 92 ຄົນ ຈາກ ສາລະວັນ 46 ຄົນ, ສະຫວັນນະເຂດ 17 ຄົນ, ຈໍາປາ ສັກ 12 ຄົນ, ຫຼວງພະບາງ 7 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ຄໍາມ່ວນ 2 ຄົນ, ແລະ ໄຊຍະບູລີ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນ ບ້ານ ເຂົ້າຕາມຈຸດຜ່ານແດນສາກົນ. ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ແມ່ນເປັນຜູ້ສໍາຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາລາຍລະອຽດດັ່ງນີ້: ຄໍາມ່ວນ 25 ຄົນ, ຈໍາປາສັກ 20 ຄົນ, ສະຫວັນນະເຂດ 6 ຄົນ, ຫຼວງພະບາງ 5 ຄົນ ແລະ ບໍ່ແກ້ວ 2 ຄົນ.

-ນະຄອນຫລວງ ວຽງຈັນ: 06 ຈາກ ຊຸມຊົນ ຊື່ງມີດັ່ງລຸ່ມນີ້: 04 ຄົນ ຈາກ ບ້ານຈອມເພັດເຫນືອ, ເມືອງ ສີສັດຕະນາກມີ (03 ຄົນ, ແມ່ນ ຄອບຄົວດຽວກັນ) ແລະ ອີກ 01 ຄົນ ກໍາມະກອນ ເຊື່ອມໂຍງກັບ ກຸ່ມ ບໍລິສັດຂົນສົ່ງ ທາງບົກ ທາງນ້ໍາ, 01 ຄົນ ຈາກ ບ້ານ ຫາດຊາຍຂາວ, ເມືອງ ຫາດຊາຍຟອງ, ພົວພັນ ກັບຜູ້ ຕິດເຊື້ອຜ່ານມາແລ້ວ 01 ຄົນ ຈາກ ບ້ານຫນອງແວງ ເມືອງຫາດຊາຍຟອງ (ອົງການroom to read),

-ສະຫວັນນະເຂດ: ຊຸມຊົນ 06ຄົນ, ພ້ອມດຽວກັນ ມີຜູ້ເສັຍຊີວິດຫນື່ງຄົນ; ບ້ານສະພານເຫນືອ ມິ 02 ຄົນ ທີ່ພົວພັນກັບກໍລະນີຕິດເຊື້ອຜ່ານມາ, – ບ້ານຫນອງຜື ມີ 01 ກໍລະນີ ເປັນເມຍພະນັກງານແພດ ຢູ່ຕຶກເດັກໂຮງຫມໍແຂວງ, – ບ້ານວຽງສະຫັວນ, ບ້ານໂພນສະຫວ່າງເຫນຶອ ແລະ ບ້ານລັດຕະນະລັງສີໃຕ້ ມີບ້ານ ລະ 01 ຄົນ ແຕ່ຍັງບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ.

-ຈໍາປາສັກ: 20 ຄົນ ມາຈາກ ກຸ່ມ ທີ່ເຊື່ອມໂຍງ ກັບກຸ່ມ ໂຮງຫມໍ ຊຸມຊົນເມືອງ ປະທຸມພອນ ທີ່ລາຍງານໃນວັນ ສອງວັນຜ່ານມາ ມາດຕະການທີ່ໄດ້ຈັດຕັ້ງປະຕິບັດ:

• ປິດໂຮງຫມໍ ເພື່ອຂ້າເຊື້ອ ແລະຈັດສັນພະນັກງານປະຈໍາການ

• ສືບຕໍ່ຄົ້ນຫາຜູ້ສໍາຜັດໃກຊິດ ເພື່ອສືບຕໍ່ເກັບຕົວຢ່າງ ແລະ ຈໍາກັດບໍລິເວນສືບຕໍ່ຕັ້ງຈຸດເກັບຕົວຢ່າງຢູ່ເມືອງປະທຸມພອນ ແລະ ເມືອງອື່ນ

• ປິດບ້ານທີ່ມີຜູ້ຕິດເຊື້ອໃຫມ່

• ໂຄສະນາສຸຂະສຶກສາໃນບ້ານເຂດສ່ຽງ

-ຄໍາມ່ວນ: ຊຸມຊົນ 25 ຄົນ: 24 ຄົນ ຈາກຊຸມຊົນ ຫວຽດນາມ ຢູ່ ຕະຫລາດ ຫລັກ 2 ແລະ 3 (ເກັບຕົວຢ່າງ ທັງຫມົດ 120 ຕົວຢ່າງ) 1 ຄົນ ຈາກບ້ານ ບົງ ແມ່ນຜູ້ສໍາຜັດໃກ້ຊິດກ່ອນຫນ້ານີ້ກັບກໍລະນີຢູ່ເມືອງຫີນບູນ

-ບໍ່ແກ້ວ: 2 ຄົນ ເປັນກໍລະນີ ຊຸມຊົນ ຈາກບ້ານຂຸນບົງ, ເມືອງ ຕົ້ນເຜີ້ງ.

-ແຂວງຫລວງພະບາງ: ຊຸມຊົນ 05 ຄົນ, 03 ຄົນແມ່ນຄອບຄົວດງວກັນ (ພໍ່, ແມ່ ແລະ ລູກ) ຢູ່ບ້ານພູຊ້າງຄໍາ ນະຄອນຫລວງພະບາງ ທີ່ເປັນເຊື່ອມໂຍງກັບບ້ານ ໂຄມຂວາງ ທີ່ເຄີຍລາຍງານຜ່ານມາ; 01 ຄົນ ຈາກ ບ້ານປ່າໄຜ່; 01 ຄົນຈາກ ບ້ານນາຝາຍ ເມືອງນານ.

ລາຍລະອຽດຜູ້ເສຍຊີວິດໃໝ່ ກໍລະນີ ທີ 16

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 4 ກັນຍາ 2021 ໃຫ້ຮູ້ວ່າ: ສ ປປ ລາວ ມີຜູ້ເສຍຊີວິດໃໝ່ ຈາກໂຄວິດ-19 ເພີ່ມອີກ 1 ຄົນ

ລາຍລະອຽດຄົນເຈັບເສຍຊີວິດໃຫມ່: ເພດຊາຍ ອາຍຸ 31 ປີ, ບ້ານ ຫນອງເດີນ, ເມືອງ ສອງຄອນແຂວງ ສະຫວັນນະເຂດ.

ຕິດເຊື້ອໃນວັນທີ 12 ສິງຫາ 2021 ແລະ ໄດ້ຮັບການປິ່ນປົວ, ໄລຍະປີ່ນປົວບໍ່ມີອາການຫຍັງ ມີແຕ່ມັກ ເຈັບກະເພາະເປັນບາງຄັ້ງຄາວ.

ຮອດວັນທີ່ 30 ສິງຫາ 2021 ມີອາການໄຂ້, ເຈັບກະເພາະຮຸນແຮງ ແຕ່ອາການຊີວິດປົກກະຕິດີ ຫມໍໄດ້ໃຫ້ຢາຕາມອາການ ແລະ ບັນເທົາລົງ, ຮອດເວລາ 11:00ມ ຂອງວັນທີ່ 31 ສີງຫາ 2021 ຜູ້ກ່ຽວ ເມື່ອຍ, ມີຮາກອອກເລືອດ ແລະ ກະວົນກະວາຍ ອາການຊີວິດບໍ່ປົກກະຕິ ຄວາມດັງເລືອດສູງ 170/100, ຊີບພະຈອນ 116 ເທື່ອ, ປະລິມານອົກຊີເຈນໃນເລືອດ 77 ເປີເຊັນ, ຫມໍໄດ້ໃຫ້ຢາເຊີດຊູ ຈົນຮອດເວລາ 17:25 ຄົນເຈັບເສຍຊີວິດ, ທາງແຂວງໄດ້ມ້ຽນສົບຕາມລະບຽບຫຼັກການ.

ສາເຫດນໍ້າມັນແອັດຊັງຂາດປໍ້າ ຢູ່ບາງແຂວງສາລະວັນ ແລະແຂວງໃກ້ຄຽງ

ຕາມການລາຍງານ ຂອງແຟນເພສ ມີເດຍລາວໃຫ້ຮູ້ວ່າ: ມີເດຍລາວແຂວງສາລະວັນ: ກ່ຽວກັບສາເຫດ ທີ່ພາໃຫ້ເກີດນໍ້າມັນຂາດປໍ້າ

ເຊິ່ງຕາມການ ໃຫ້ສຳພາດ ຂອງທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງສາລະວັນ ວັນທີ 2 ກັນຍາ 2021 ວ່າ: ມີ 5 ສາຍເຫດ ທີ່ພາໃຫ້ນໍ້າມັນແອັດຊັງຂາດປໍ້າບາງປໍ້າ ພາຍໃນແຂວງສາລະວັນ ແລະ ກໍ່ບໍ່ແມ່ນຈະເປັນແຕ່ ຢູ່ແຂວງສາລະວັນ ເທົ່ານັ້ນ, ບັນດາແຂວງໄກ້ຄຽງກໍ່ເປັນເຊັ່ນດຽວກັນຄື: ແຂວງອັດຕະປື, ເຊກອງ ແລະ ແຂວງຈຳປະສັກ.

1.ເນື່ອງຈາກວ່າ: ທະນະຄານ ບໍ່ສາມາດສະໜອງເງິນຕາຕ່າງປະເທດ ໂດຍສະເພາະສະກຸນເງິນໂດລາ ໃຫ້ແກ່ບໍລິສັດຈັດຊື້ນຳເຂົ້ານໍ້າມັນເຊື້ອໄຟໄດ້ພຽງແຕ່ 50-60% ເທົ່ານັ້ນ ຈິ່ງເປັນສາຍເຫດໃຫ້ການສະໝອງນໍ້າມັນບໍ່ພຽງພໍກັບຄວາມຕ້ອງການຂອງສັງຄົມ.

2.ອັດຕາແລກປ່ຽນເງິນຕາຕ່າງປະເທດສູງ

3 ການຄິດໄລອາກອນມູນຄ່າເພີ້ມສູງ, ໃນເມືອກ່ອນຄິດໄລ່ພຽງແຕ່ 10 ກີບຕໍ່ລິດ ແຕ່ປະຈຸບັນນີ້ແມ່ນຄິດໄລ່ 26 ກີບຕໍ່ລິດ

4 ບັນຫາການຂົນສົ່ງຈາກຕົ້ນທາງ. ເພາະວ່າໃນເມືອງກ່ອນແມ່ນຂົນສົ່ງເຖິງສ້າງພັກນໍ້າມັນເລີຍແຕ່ປະຈຸບັນນີ້ແມ່ນຂົນສົ່ງຮອດດ່ານເຮັດໃຫ້ການນຳເຂົ້າມີການສິ້ນເປືອງຂື້ນຕື່ມອີກ

5 ຍ້ອນມີການລະບາດຂອງພະຍາດໂຄວິດ-19

ກະຊວງສຶກສາທິການ ແລະ ກິລາ ເຊີນເຂົ້າຮ່ວມພິທີເປີດສົກຮຽນໃໝ່!

ໜັງສືເຊີນຈາກກະຊວງສຶກສາທິການ ແລະ ກິລາ

ເປັນການຈັດພິທີເປີດສົກຮຽນໃໝ່ແບບທາງໄກ (Online)

ລາຍລະອຽດຄົນເຈັບໂຄວິດ-19 ເສຍຊີວິດໃໝ່ ແຂວງສາລະວັນ

ລາຍລະອຽດຄົນເຈັບເສຍຊີວິດໃຫມ່ : ເພດຊາຍ ອາຍຸ 45 ປີ ,ບ້ານນາເມັກ ເມືອງຄົງເຊໂດນ ແຂວງສາລະວັນ ເຊິ່ງເປັນແຮງງານລາວທີ່ກັບມາແຕ່ໄທ ວັນທີ 14 ສິງຫາ 2021 ໄດ້ກັກໂຕທີ່ສູນຈໍາກັດບໍລິເວນ ແຂວງສາລະວັນ, ເກັບຕົວຢ່າງກວດຫາເຊື້ອຄັ້ງທີ 1 ບໍ່ພົບ ແລະ ຜູ້ກ່ຽວເປັນຄົນອ້ວນເກີນມາດຕະຖານ ແຕ່ບໍ່ຮູ້ວ່າມີພະຍາດປະຈໍາໂຕພາຍຫຼັງເສຍຊີວິດໄດ້ເກັບຕົວຢ່າງ ເປັນຄັ້ງທີ່2 ຈີງ ພົບເຊື້ອ , ຜູ້ກ່ຽວເສຍຊີວິດ ໃນຕອນເຊົ້າວັນທີ 3 ກັນຍາ 2021 ທາງແຂວງໄດ້ ເຮັດພິທີມ້ຽນສົບຖືກຕ້ອງຕາມລະບຽບຫຼັກການ.

ມາຮອດມື້ນີ້ ສປປ ລາວ ມີຜູ້ເສຍຊີວິດສະສົມແລ້ວ 15 ຄົນ.

ຄຳມ່ວນອອກຄຳສັ່ງເພີ່ມເຕີມ ວ່າດ້ວຍມາດຕະການປ້ອງກັນໂຄວິດ-19

ຍ້ອນການແຜ່ລະບາດ ຂອງໂຄວິດ-19 ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ມາເຖິງປັດຈຸບັນ ຍັງມີຄວາມສ່ຽງທີ່ຈະເພີ່ມຂຶ້ນ ໃນແຕ່ລະວັນ ສະນັ້ນ ເຈົ້າເມືອງທ່າແຂກ ຈຳເປັນຕ້ອງອອກຄຳສັ່ງມາດຕະການຄືດັ່ງນີ້:

ລາຍງານ 3 ກັນຍາ ຕິດເຊື້ອໃໝ່ +146 (ຊຸມຊົນ +81)

ວັນທີ 2/9/21 ໄດ້ກວດວິເຄາະທັງໝົດ 2807 ຕົວຢ່າງ ກວດພົບເຊື້ອໃໝ່ 146 ຕົວຢ່າງ

  • ນະຄອນຫຼວງ: 6
    5 (ນໍາເຂົ້າ)
    1 (ຊຸມຊົນ)
  • ບໍ່ແກ້ວ : 7
    1 (ນໍາເຂົ້)
    6 (ຊຸມຊົນ)
  • ໄຊຍະບູລີ: 1 (ຊຸມຊົນ)
  • ຫຼວງພະບາງ: 4
    1 (ນໍາເຂົ້າ)
    3 (ຊຸມຊົນ)
  • ອຸດົມໄຊ: 2 (ຊຸມຊົນ)
  • ວຽງຈັນ: 2 (ຊຸມຊົນ)
  • ບໍລິຄໍາໄຊ: 6
    3 (ນໍາເຂົ້າ)
    3 (ຊຸມຊົນ)
  • ໄຊສົມບູນ: 1 (ຊຸມຊົນ)
  • ຄໍາມ່ວນ: 9
    7 (ນໍາເຂົ້າ)
    2 (ຊຸມຊົນ)
  • ສາລະວັນ: 21 (ນໍາເຂົ້າ)
  • ສະຫວັນນະເຂດ: 18
    12 (ນໍາເຂົ້າ)
    6 (ຊຸມຊົນ)
  • ຈໍາປາສັກ: 69
    15 (ນໍາເຂົ້າ)
    54 (ຊຸມຊົນ)
  • ມາຮອດວັນທີ 3 ກັນຍາ 2021 ຕິດເຊື້ອສະສົມ 15,605 ຄົນ, ເສຍຊີວິດສະສົມ 15 (+1) ແລະ ກຳລັງປິ່ນປົວ 5,463 ຄົນ.

ລັດຖະບານ ເຫັນດີທົດລອງ ການຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານ ຂອງ 5 ຫົວໜ່ວຍງົບປະມານ

ຕາມ ຂປລ ລາຍງານ: ໃນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ ປີ 2021 ຜ່ານມາ, ລັດຖະບານ ໄດ້ເຫັນດີຮັບຮອງເອົາບົດລາຍງານ ແລະ ການທົດລອງຈັດຕັ້ງປະຕິບັດ ການຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານ ຂອງ 5 ຫົວໜ່ວຍງົບປະມານ ໃນໄລຍະ 3 ປີ ເຊິ່ງປະກອບດ້ວຍ: ໂຮງໝໍມິດຕະພາບ 150 ຕຽງ ລວມທັງຕຶກທີ່ໄດ້ກໍ່ສ້າງໃໝ່, ໂຮງໝໍມະໂຫສົດ ລວມທັງຕຶກໃໝ່ທີ່ກຳລັງກໍ່ສ້າງ, ໂຮງໝໍເສດຖາທິລາດ, ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລ ເຕັກນິກປາກປ່າສັກ.

ສໍາລັບຕຶກສ້າງໃໝ່ຂອງໂຮງໝໍ 150 ຕຽງ ໂດຍນໍາໃຊ້ເງິນກູ້ຢືມຈາກຕ່າງປະເທດນັ້ນ, ພາກລັດເປັນຜູ້ດຳເນີນບໍລິການເອງ ການຮ່ວມມືກັບພາກເອກະຊົນ ແມ່ນໃຫ້ສືບຕໍ່ສົ່ງເສີມຕາມນະໂຍບາຍທີ່ລັດເຄີຍປະຕິບັດ ໃນພາກປະຕິບັດຕົວຈິງຜ່ານມາ.ການຫັນໄປສູ່ກຸ້ມຕົນເອງດ້ານງົບປະມານ ຂອງຫົວໜ່ວຍງົບປະມານ ໂດຍມອບໃຫ້ກະຊວງການເງິນ ເປັນໃຈກາງສົມທົບກັບບັນດາຂະແໜງການກ່ຽວຂ້ອງ ສືບຕໍ່ຊຸກຍູ້, ຕິດ ຕາມ, ກວດກາການຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ, ມີຄວາມຍືນຍົງ ເພື່ອເປັນຕົວແບບທີ່ດີ.

ນອກຈາກນັ້ນ, ສະເໜີໃຫ້ປັບປຸງຄືນນິຕິກຳທີ່ຈໍາເປັນ ເພື່ອຄຸ້ມຄອງ ແລະ ສົ່ງເສີມການຫັນໄປສູ່ການກຸ້ມຕົນເອງດ້ານງົບປະມານ ຂອງບັນດາຫົວໜ່ວຍວິຊາການອື່ນໆ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນບ່ອນທີ່ມີເງື່ອນໄຂ. ພ້ອມນີ້ ກໍໄດ້ມອບໃຫ້ກະຊວງພາຍໃນ ສຶກສາຄົ້ນຄວ້າໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ໃນວຽກງານດັ່ງກ່າວຕື່ມອີກ.