Home Blog Page 185

ຈຳປາສັກປິ່ນປົວຜູ້ປ່ວຍໂຄວິດ-19 ຫາຍດີຕື່ມ 45 ຄົນ ແລ້ວ

ຕາມການລາຍງານ ຂອງແຟນເພສ ໂຮງໝໍຈຳປາສັກ ໃນວັນເຊົ້າວັນທີ່ 3 ກັນຍາ 2021 ໃຫ້ຮູ້ວ່າ: ວັນທີ 02 ກັນຍາ 2021 (ມື້ວານນີ້) ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ໄດ້ ປິ່ນປົວຜູ້ປ່ວຍໂຄວິດ-19 ຫາຍດີຕື່ມ 45 ຄົນ.

ເຊິ່ງທັງໝົດຕ້ອງໃຫ້ໄປຈຳກັດບໍລິເວນຕໍ່ ທີ່ສູນຈຳກັດບໍລິເວນຂອງແຕ່ລະເມືອງ ອີກ 14 ວັນ

ເມື່ອຄົບກຳນົດແລ້ວ ຈິ່ງອະນຸຍາດ ໃຫ້ກັບຫາຄອບຄົວ ແລະ ໃຫ້ປະຕິບັດມາດຕະການ New Normal ຢ່າງເຄັງຄັດ

ສຳລັບ ແຂວງຈຳປາສັກ ຖ້າມີບັນຫາສອບຖາມສາຍດ່ວນ 031 166

ມອບ-ຮັບເຮືອນຈັດສັນເມືອງມ່ວນ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1

ໃນວັນທີ 2 ກັນຍາ 2021 ຢູ່ບ້ານຈັດສັນ ບ້ານເມືອງມ່ວນ ເມືອງວຽງທອງ ໄດ້ຈັດພິທີ ມອບ-ຮັບ ເຮືອນຈັດສັນເມືອງມວນ ພາຍຫລັງກໍ່ສ້າງສໍາເລັດ ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄໍາໄຊ, ມີທ່ານເຈົ້າເມືອງວຽງທອງ, ຮອງຜູ້ອໍານວຍການໃຫຍ່ບໍລິສັດນໍ້າເທີນ 1 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປໍລີ ຜູ້ຈັດການພາກສະໜາມ ໄດ້ຜ່ານບົດລາຍງານ ການກໍ່ສ້າງເຮືອນຈັດສັນ ບ້ານເມືອງມ່ວນ ໃຫ້ປະຊາຊົນທີຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 ໂດຍໄດ້ເລີ່ມບຸກເບີກກໍ່ສ້າງມາແຕ່ກາງເດືອນ ມີນາ 2020 ມາຮອດ ວັນທີ 23 ສິງຫາ 2021 ໄດ້ສໍາເລັດການກໍ່ສ້າງ, ເຊິ່ງປະກອບມີ ເຮືອນທັງໝົດ 88 ຫລັງ, ມີ 4 ຂະໜາດຄື: ຂະໜາດ 48 ຕາແມັດ ຈໍານວນ 1 ຫຼັງ, ຂະໜາດ 50 ຕາແມັດ 14 ຫລັງ, ຂະໜາດ 60 ຕາແມັດ 41 ຫຼັງ ແລະ ຂະໜາດ 70 ຕາແມັດ 32 ຫຼັງ, ພ້ອມນີ້ ຍັງໄດ້ກໍ່ສ້າງໂຮງຮຽນປະຖົມ 1 ຫລັງ ຂະໜາດ 508 ຕາແມັດ ປະກອບມີ 6 ຫ້ອງ, ສ້າງຫ້ອງການບ້ານ 1 ຫລັງ ຂະໜາດ 96 ຕາແມັດ, ໄດ້ກໍ່ສ້າງກັນເຈື່ອນຂອງເນື້ອທີ່ດິນປຸກເຮືອນ ຄວາມຍາວ 293 ແມັດ, ສູງ 2 ແມັດ, ກໍ່ສ້າງເສັ້ນທາງພາຍໃນບ້ານ ຍາວ 1.919 ແມັດ, ກວ້າງ 7 ແມັດ ແລະ ສໍາເລັດການດຶງຕາຂ່າຍໄຟຟ້າ 22 ກິໂລໂວນ ແລະ 0,4 ກິໂລໂວນ ເຂົ້າບ້ານ.

ຂ່າວ-ພາບ: ກ້ອງ ປາເຢັງລີ

ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຄວບຄຸມ ໂຄວິດ-19 ຢູ່ແຂວງຫຼວງພະບາງ

ເນື່ອງຈາກ ນະຄອນຫຼວງພະບາງ ແມ່ນໄດ້ມີການລະບາດ ໃນຊຸມຊົນເປັນຮອບທີ 3 ເຊິ່ງຕິດເຊື້ອຈາກໍລະນີ ທີ່ເດີນທາງມາແຕ່ແຂວງບໍ່ແກ້ວ ທີ່ມາສົ່ງສະການພີ່ນ້ອງຢູ່ເມືອງນານ ແຂວງຫຼວງພະບາງ ພ້ອມດຽວກັນຍັງມີແຮງງານນຳເຂົ້າ ຈາກຕ່າງປະເທດ ແລະ ບັນດາແຂວງຕ່າງໆ ທີ່ພວມເດີນທາງກັບທ້ອງຖິ່ນພູມລຳເນົາ ຂອງຕົນເອງເປັນຈໍານວນຫຼວງຫຼາຍ ບວກກັບສະຖານທີ່ຈໍາກັດບໍລິເວນບໍ່ພຽງພໍ, ມີຄວາມແອອັດ, ເຊິ່ງເຮັດໃຫ້ ມີຄວາມສ່ຽງໃນການຕິດເຊື້ອພາຍໃນສູນ ແລະ ແຜ່ລະບາດໄປໃນຊຸມຊົນ, ການແຜ່ລະບາດພະຍາດ ໂຄວິດ-19 ຮອບໃຫມ່ ຢູ່ແຂວງຫຼວງພະບາງ ພວກເຮົາ ແມ່ນມີທ່າອ່ຽງຂະຫຍາຍຕົວເປັນວົງກ້ວາງຂື້ນ ຖ້າສັງຄົມບໍ່ ປະຕິບັດມາດຕະການຕ່າງໆທີ່ການຈັດຕັ້ງແຕ່ລະຂັ້ນວາງອອກ ດ້ວຍຄວາມຕື່ນຕົວ ແລະ ເຂັ້ມງວດ.

ສະນັ້ນ, ຈິງມີ ຄວາມຈໍາເປັນຕ້ອງໄດ້ສືບຕໍ່ເຂັ້ມງວດປະຕິບັດບາງມາດຕະການທີ່ໄດ້ລະບຸໃນຄໍາສັ່ງ ສະບັບເລກທີ 15/ນຍ, ຄໍາສັ່ງ ສະບັບເລກທີ 01/ຈຂ.ຫຼບ, ແຈ້ງການສະບັບເລກທີ 6898/ສພກ.ຫຼບ, ລົງວັນທີ 19 ສິງຫາ 2021 ອອກໄປຕື່ມ ອີກ 15 ວັນ ໂດຍເລີ່ມແຕ່ວັນທີ 02-15 ກັນຍາ 2021, ພ້ອມທັງ ຜ່ອນຜັນບາງມາດຕະການ ດັ່ງນີ້:

ນິວຢອກ ຕ້ານບໍ່ໄຫວ ຫຼັງຈາກພາຍຸໄອດາຖະຫຼົ່ມ ເຮັດໃຫ້ນໍ້າຖ້ວມໜັກ!

ວັນທີ 2 ກັນຍາ 2021 ສຳນັກຂ່າວຕ່າງປະເທດລາຍງານ: ນະຄອນນິວຢອກ ຂອງສະຫະລັດອາເມລິກາ ປະກາດພາວະສຸກເສີນໃນ ມື້ຄືນທີ່ຜ່ານມາ ເນື່ອງຈາກພາກຕາເວັນອອກສຽງເໜືອ ຂອງອາເມລິກາໄດ້ມີຝົນຕົກໜັກ ຈາກອິດທິພົນ ຂອງພາຍຸເຮີລິເຄນໄອດາ ທີ່ເຮັດໃຫ້ນໍ້າຖ້ວມໜັກ ແລະ ຕ້ອງປະຕິບັດພາລະກິດຊ່ວຍເຫຼືອທາງນໍ້າຫຼາຍຄັ້ງ.

ຖືວ່າເປັນຄັ້ງປະຫວັດສາດ ທີ່ມີສະພາບອາກາດທີ່ຮຸນແຮງແບບນີ້ ຈົນເຮັດໃຫ້ເມືອງຖືກນໍ້າຖ້ວມ ເຊິ່ງເສັ້ນທາງລົດໄຟໃຕ້ດິນເກືອບທັງໝົດ ຂອງນິວຢອກຖືກລະງັບການໃຊ້ງານ ເນື່ອງຈາກນໍ້າພັດເຂົ້າຖ້ວມ ດ້ານກົມອຸຕຸນິຍົມ ໃນນະຄອນນິວຢອກເຕືອນ ປະຊາຊົນໃຫ້ຫຼີກລ້ຽງ ການສັນຈອນ ເພາະໄດ້ຮັບລາຍງານມີປະຊາຊົນ ຕິດຢູ່ໃນລົດໃນລະຫວ່າງນໍ້າຖ້ວມຈຳນວນຫຼາຍ ພ້ອມທັງບໍ່ແນະນຳໃຫ້ຂັບລົດຜ່ານນໍ້າຖ້ວມ ຍ້ອນວ່າບໍ່ຮູ້ຄວາມເລິກຂອງນໍ້າ ເຊິ່ງຈະເປັນອັນຕະລາຍໄດ້.

ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ +41

– ນະຄອນຫຼວງວຽງຈັນ 9 ຄົນ:

  • 1 ຄົນ ແມ່ນເພດຊາຍ ອາຍຸ 44 ປີ ມາຈາກ ບ້ານ ໜອງແຫ້ວ ເມືອງຫາດຊາຍຟອງ ເຊິ່ງໄດ້ກັກໂຕແຍກປ່ຽວຢູ່ບ້ານຕັ້ງແຕ່ວັນທີ່ 24 ສິງຫາ 2021 ແລະ ອີກ 8 ຄົນ

ເດີນທາງມາຈາກບໍ່ແກ້ວ ທີ່ມາກັກຕົວ ຢູ່ ສູນຫລັກ 27 ແລະ ສູນ ປາກງື່ມ

– ສະຫວັນນະເຂດ 22 ຄົນ:

  • ພະນັກງານແພດ 1 ຄົນ,
  • 01 ຄົນ ເປັນພະຍາບານ ຢູ່ບ້ານໄຊຍະພູມ ແຕ່ເຮັດວຽກຢູ່ຕຶກເດັກຂອງໂຮງໝໍ ແຂວງສະຫວັນນະເຂດ;
  • 03 ຄົນ ເປັນພະນັກງານ ລັດຕະນະລັງສີ,
  • 02 ຄົນ ເປັນພະນັກງານລ້ານຊ້າງ ທີ່ກັກໂຕຢູ່ໂຮງແຮມ ເຊິ່ງມີສາຍພົວພັນກັບພະນັກງານຂັບລົດ ບໍລິສັດຕະນະວົງ
  • ອີກ 13 ຄົນ ເປັນພະນັກງານເວນຍາມຂອງບໍລິສັດສະຫວັນປາກ – 01 ຄົນ ປະຊາຊົນຢູ່ບ້ານອຸດົມວິໄລ ແລະ 01 ຄົນ ຢູ່ບ້ານລັດຕະນະລັງສີໃຕ້
  • ອີກ 01 ຄົນ ຢູ່ບ້ານໂພນສະຫວ່າງໃຕ້

– ຄໍາມ່ວນ 4 ຄົນ,

  • 03 ຄົນ ແມ່ນອາສາສະຫນັກ ທີ່ເປັນພະຍາບານ ມາປະຈໍາການຢູ່ສູນກັກກັນສະຫນາມກິລາແຂວງຄໍາມ່ວນ ໃນວັນທີ 21 ສິງຫາ 2021) ເຊິ່ງທັງ 03 ຄົນ ມີອາການໄຂ້ ແລະ ໄອ ໃນວັນທີ 31 ສິງຫາ 2021
  • ອີກ 01 ຄົນ ຢູ່ບ້ານເລົ່າໂພນໄຊ ເມືອງທ່າແຂກ ເປັນຜູ້ສໍາຜັດໃກ້ຊິດກັບ ຜູ້ຕິດເຊື້ອ

– ບໍ່ແກ້ວ 4 ຄົນ: 3 ຄົນຈາກເມືອງຕົ້ນເຜິ້ງ (ໜຶ່ງໃນ 3 ຄົນ ແມ່ນ ເຈົ້າໜ້າທີ່ຕໍາຫຼວດ ຈາກເມືອງຕົ້ນເຜິ້ງ) ແລະ ອີກ 1 ຄົນ ຈາກເມືອງຫ້ວຍຊາຍ.

-ຫຼວງພະບາງ 1 ຄົນ : ເປັນເພດຍິງ ອາຍຸ 49 ປີ ອາຊີບເຮັດນາ ບ້ານນາຝາຍ ເມືອງນານ ເປັນຜູ້ສໍາຜັດກັບຜູ້ຕິດເຊື້ອ ກ່ອນໜ້ານີ້ (ໄດ້ໄປຮ່ວມງານສົບ)

-ສາລະວັນ 1 ຄົນ : ເປັນພະນັກງານຂັບລົດທະຫານ ປະຈໍາ ຢູ່ສູນວິທະຍາໄລຄູເມືອງສາລະວັນ

ລາຍງານ 2 ກັນຍາ ຕິດເຊື້ອໃໝ່ +170 (ຊຸມຊົນ +41)

ລາຍງານ ວັນທີ 1 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 3,711 ຕົວຢ່າງ ກວດພົບເຊື້ອ 170 ຕົວຢ່າງ

– ນະຄອນຫຼວງ: 17 (ນໍາເຂົ້າ), 9 (ຊຸມຊົນ)

– ບໍ່ແກ້ວ : 4 ຄົນ (ຊຸມຊົນ)

-ໄຊຍະບູລີ: 1 ຄົນ (ນໍາເຂົ້າ)

-ຫຼວງພະບາງ: 1 ຄົນ (ຊຸມຊົນ)

-ບໍລິຄໍາໄຊ: 3 ຄົນ (ນໍາເຂົ້າ)

-ຄໍາມ່ວນ: 13 (ນໍາເຂົ້າ) 4 (ຊຸມຊົນ)

-ສາລະວັນ: 41 (ນໍາເຂົ້າ), 1 (ຊຸມຊົນ)

-ສະຫວັນນະເຂດ: 48 (ນໍາເຂົ້າ), 22 (ຊຸມຊົນ)

-ຈໍາປາສັກ: 6 ຄົນ (ນໍາເຂົ້າ)

ປັດຈຸບັນ ມີຜູ້ຕິດເຊື້ອສະສົມທັງໝົດ 15,459 ຄົນ, ເສຍຊີວິດ ສະສົມ 14 ຄົນ ແລະ ກຳລັງປິ່ນປົວ 5,317 ຄົນ

ເຊົ້າມື້ນີ້ ແຂວງໄຊຍະບູລີ ເກີດແຜ່ນດິນໄຫວ

ໃນຕອນເຊົ້າຂອງມື້ນີ້ເວລາ 5:16 ໂມງ ໄດ້ເກີດເຫດແຜ່ນດິນໄຫວ ດ້ວຍຄວາມແຮງສັ່ນສະເທືອນ 1.7 ຣີກເຕີ ຢູ່ ເຂດບ້ານປາກລອງ, ເມືອງໄຊສະຖານ, ແຂວງໄຊຍະບູລີ.

ອີງຕາມການລາຍງານຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດໃນຄັ້ງວັນທີ 2 ກັນຍາ 2021 ເວລາ 05:16 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 1 ຄັ້ງ ໃນບໍລິເວນແຂວງໄຊຍະບູລີ ເຊິ່ງມີຈຸດສູນກາງຢູ່ເສັ້ນຂະໜານທີ 19.33 ອົງສາເໜືອ ແລະ ເສັ້ນແວງທີ 101.43 ອົງສາຕາເວັນອອກ.

ແຜ່ນດິນໄຫວຄັ້ງນີ້ມີຄວາມແຮງສັ່ນສະເທືອນວັດແທກໄດ້ 1.7 ຣິກເຕີ, ມີຄວາມເລິກຈາກໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ບ້ານປາກລອງ, ເມືອງໄຊສະຖານ ແຂວງໄຊຍະບູລີ ຫ່າງຈາກເທສະບານເມືອງໄຊສະຖານ ປະມານ 12 ກິໂລແມັດ.

ເຫດການດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ຖືກລັດຍິງກາງຫຼັງ 3 ນັດອາການສາຫັດ

ວັນທີ 01/09/2021 ເວລາ 20:30 ນາທີ ໄດ້ມີ ເພດຊາຍ ອາຍຸ 45 ປີ ສັນຊາດ ຈີນ ພະນັກງານທະນາຄານ ແຫ່ງໜຶ່ງ.

ຜູ້ຖືກຍິງໄດ້ຂີ່ລົດຈັກຍີຫຍໍ້ ສະກູບບີ້ປ້າຍ ຍບ 8016 ສີບົວດຳ ມຸງຫນ້າກັບບ້ານມາຮອດຈຸດຫນ້ານກວດກາສູນກາງ (ສນຍ) ບ້ານສີບຸນເຮືອງແມ່ນໄດ້ຖືກລັດຍີງດ້ວຍປືນບໍ່ຮູ້ລຸ້ນ3 ລູກເຂົ້າກາງຫລັງ.

ກູ້ໄພ 1624 ນຳສົ່ງໂຮງຫມໍ 150

ລາຍລະອຽດເພີ່ມເຕີມຖ້າຕິດຕາມຂ່າວຈາກ ປກສ ນະຄອນຫຼວງວຽງຈັນ.

.

ຣາຊະອານາຈັກໄທ ຊ່ວຍເຫລືອ ອຸປະກອນຕ້ານພະຍາດ ໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ ມູນຄ່າ 40 ລ້ານກວ່າກີບ

ວັນທີ 1 ກັນຍາ 2021 ທີ່ກະຊວງປ້ອງກັນປະເທດ ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມພິທີມອບອຸປະກອນປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ແກ່ກົມທະຫານຊາຍແດນ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ມູນຄ່າ 115.000 ບາດ ຫຼື ປະມານ 40.250.000 ລ້ານກີບ. ກ່າວຮັບໂດຍພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ແລະຄະນະ.

ອຸປະກອນດັ່ງກ່າວ, ປະກອບດ້ວຍເຄື່ອງວັດແທກອຸນຫະພູມ ຈຳນວນ 10 ເຄື່ອງ, ຜ້າອັດປາກ-ດັງ ຈຳນວນ 630 ກັບ. ແລະ ເຈລແອລກໍຮໍ ຈຳນວນ 200 ກວດ. ເຊິ່ງແມ່ນການຮ່ວມມືລະຫວ່າງສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ແລະສຳນັກງານຜູ້ຊ່ວຍທູດທະຫານ ປະຈຳສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເພື່ອນໍາໄປຊ່ວຍເຫລືອເຈົ້າໜ້າທີ່ທະຫານຊາຍແດນ ທີ່ພວມປ້ອງກັນການລັກລອບຂ້າມແດນ ໂດຍສະເພາະໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ 19. ທັງນີ້, ສະເພາະປີ 2021 ການຊ່ວຍເຫຼືອຈາກປະເທດໄທ ທັງພາກລັດຖະບານ, ພາກເອກກະຊົນ ແລະ ພາກປະຊາຊົນ ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ສປປ ລາວ ມີມູນຄ່າລວມທັງໝົດ 23 ລ້ານກວ່າບາດ ຫຼື ປະມານ 7.600 ລ້ານກີບ.

ຂ່າວແລະພາບ: ຈາກສະຖານທູດໄທ ປະຈໍາ ສປປ ລາວ.

ແຈ້ງການຂອງກະຊວງສຶກສາທິການແລະກິລາ ໃນການຮັບມື ໂຄວິດ-19

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການສະບັບເລກທີ 846/ສສກ ລົງວັນທີ 01 ກັນຍາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ,ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະວັນທີ 01-15 ກັນຍາ 2021 ຂອງຂະແໜງສຶກສາທິການ ແລະ ກິລາ.”

.

.