Home Blog Page 75

ເພື່ອພັດທະນາເຂດຊົນນະບົດຫ່າງໄກສອກຫຼີກ ທີ່ຍັງທຸກຍາກໃຫ້ໄດ້ຮັບການພັດທະນາ

ກອງປະຊຸມສະໄໝສາມັນຄັ້ງທີ 25 ຂອງສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ

ກອງປະຊຸມສະໄໝສາມັນຄັ້ງທີ 25 ຂອງສະພາບໍລິຫານ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ໄຂຂື້ນໃນຕອນເຊົ້າ ຂອງວັນທີ 22 ເມສາ 2022 ຜ່ານມາ ທີ່ນະຄອນຫລວງວຽງຈັນ. ກອງປະຊຸມ ເທື່ອນີ້ ແມ່ນມີຄວາມໝາຍ ຄວາມສໍາຄັນຫຼາຍ ເຊິ່ງໄດ້ໄຂຂຶ້ນ ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວທັງຊາດ ກໍາລັງຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຢ່າງເປັນຂະບວນຟົດຟື້ນ ທີ່ໄດ້ກໍານົດ 6 ເປົ້າໝາຍໃຫຍ່ ແລະ 25 ແຜນວຽກຈຸດສຸມ ໂດຍສະເພາະແມ່ນເປົ້າໝາຍທີ 3 ກ່ຽວກັບແຜນວຽກຈຸດສຸມ ເພື່ອພັດທະນາເຂດຊົນນະບົດຫ່າງໄກສອກຫຼີກ ທີ່ຍັງທຸກຍາກ ໃຫ້ໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ.

ກອງປະຊຸມ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປະລິນຍາເອກ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານ ທລຍ ພອ້ມດ້ວຍບັນດາ ຮອງລັດຖະມົນຕີຈາກກະຊວງ, ອົງການທຽບເທົ່າກະຊວງ ແລະ ທ່ານຮອງເຈົ້າແຂວງ 10 ແຂວງເປົ້າໝາຍທີ່ ທລຍ ໃຫ້ການສະໜັບສະໜູນ ເຊິ່ງເປັນກຳມະການສະພາບໍລິຫານ. ພິເສດໄດ້ມີຜູ້ຕາງໜ້າ ທະນາຄານໂລກ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ (SDC) ຊຶ່ງລວມຜູ້ເຂົ້າຮ່ວມທັງໝົດ 75 ທ່ານ, ຍິງ 18 ທ່ານ.

ໃນກອງປະຊຸມ ທ່ານ ພັດນະຄອນ ຄັນທະມີໄຊ, ຜູ້ອໍານວຍການບໍລິຫານ ກອງທຶນຫລຸດຜອ່ນຄວາມທຸກຍາກ ໄດ້ລາຍງານ ຕໍ່ທີ່ປະຊຸມວ່າ: “ຕະຫຼອດໄລຍະ 18 ປີ ຜ່ານມາ (2003-2021) ພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ-ລັດຖະບານ ກໍ່ຄືອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກອົງການສາກົນ ເພື່ອຊ່ວຍປັບປຸງເງື່ອນໄຂການດໍາລົງຊີວິດຂອງພໍ່ແມ່ປະຊາຊົນ ໂດຍຜ່ານຂະບວນການມີສ່ວນຮ່ວມ ແລະ ຕັດສິນໃຈຂອງປະຊາຊົນ ໂດຍສະເພາະແມ່ຍິງ ແລະ ຊົນເຜົ່າ ໃນພື້ນທີ່ເປົ້າໝາຍທີ່ທຸກຍາກທຸລະກັນດານ ຢູ່ 11 ແຂວງ ຄື:

ຈໍາປາສັກ (ໄດ້ຖອນອອກໃນປີ 2011), ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ຫຼວງພະບາງ, ອຸດົມໄຊ ກວມເອົາທັງໝົດ 55 ເມືອງ ເທົ່າກັບ 37% ຂອງເມືອງທັງໝົດໃນທົ່ວປະເທດ (148 ເມືອງ) ໃນນັ້ນ 44 ເມືອງ ທີ່ນອນໃນ 47 ເມືອງ ແລະ 72 ເມືອງທຸກຍາກ ແລະ ທຸກທີ່ສຸດ ໃນປີ 2002. ປະກອບມີ 413 ກຸ່ມບ້ານ, ກວມເອົາ 2.841 ບ້ານ, ມີ 2.262 ບ້ານ ທີ່ເປັນບ້ານທຸກຍາກທີ່ສຸດ ແລະ ກວມເອົາປະຊາກອນທັງໝົດຫຼາຍກວ່າ 1.3 ລ້ານຄົນ.

ແຫຼ່ງຂ່າວ ແລະ ຮູບພາບຈາກ: ທລຍ

ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມ ທີ່ປະເທດຍີ່ປຸ່ນ

ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ທີ່ປະເທດຍີ່ປຸ່ນ.

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ກິຊິດະ ຟຸມິໂອະ (H.E. Mr. KISHIDA Fumio) ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 22 ເມສາ 2022 ນີ້.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນເຖິງ ແຂວງຄຸມາໂມໂຕະ, ປະເທດຍີ່ປຸ່ນ ເພື່ອຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 “The 4^thAsia-Pacific Water Summit (APWS)”.

ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ແມ່ນ ເວທີປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ລະຫວ່າງ ບັນດາປະເທດໃນພາກພື້ນອາຊີ-ປາຊິຟິກ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນໃຫ້ມີຄວາມຍືນຍົງໂດຍຜ່ານກົນໄກການຄຸ້ມຄອງນໍ້າ ໂດຍຈະດໍາເນີນໄປພາຍໃຕ້ຫົວຂໍ້ “ນໍ້າເພື່ອການພັດທະ ນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ”

ໂດຍແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິບັດ ໂດຍສະເພາະຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19, ການພື້ນຟູເສດຖະກິດຈາກການແພ່ລະບາດຂອງພະຍາດໂຄວິດ-19, ການນໍາໃຊ້ງົບປະມານ, ການບໍລິຫານປົກຄອງ ແລະ ການນໍາໃຊ້ເຕັກໂນໂລຊີວິທະຍາສາດ ເຂົ້າໃສ່ວຽກງານການຄຸ້ມຄອງນໍ້າ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນໍ້າ ເພື່ອການພັດທະນາແບບຍືນຍົງ ແລະ ວາລະ 2030.

ແຫຼ່ວງຂ່າວ: ປະເທດລາວ

ກຳນົດຫ້າມກາຍທ້າຍເດືອນມິຖຸນາ 2022!

ພາກັນໄປເສຍລະບໍ່? ຄ່າທາງປີ 2022 (ລາຍລະອຽດເພີ່ມເຕີມໃນແຈ້ງການ)

.

ເກີນກຳນົດມີປັບໃໝເດີ້.

ອຸບັດຕິເຫດກາງສີ່ແຍກ ເສຍຊີວິດຄາທີ່ 1 ຄົນ

ຕາມການລາຍງານ ຂອງກູ້ໄພມູນນິທິຈີນ1628 ໃຫ້ຮູ້ວ່າ: ເວລາປະມານທ່ຽງຄືນ ຂອງວັນທີ 22 ເມສາ 2022 ໄດ້ມີລາຍງານ ອຸບັດຕິເຫດ ລະຫວ່າງ ລົດເກັງ + ລົດກະບະ ທີ່ສີ່ແຍກໄຟແດງທົ່ງຂັນຄຳ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຮັດໃຫ້ມີຜູ້ເສຍຊີວິດ 1 ແລະ ບາດເຈັບ 1 ເຊິ່ງໄດ້ນຳຕົວສົ່ງໂຮງໝໍມິດຕະພາບເປັນທີ່ຮຽບຮ້ອຍ.

.

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ

ປ້າຍລົດຂອງລົດກະບະທີ່ເສຍຊີວິດຄາທີ່

ສຳລັບປ້າຍຂອງລົດເກງແມ່ນ ວຣໍຮ 9669

ລາຍງານມື້ນີ້! ບໍ່ມີຜູ້ເສຍຊີວິດໃໝ່

ຕາມການລາຍງານຈາກສູນຂ່າວສານການແພດສຸຂະສຶກສາ

ສາລະວັນ ສະຫຼຸບການແກ້ໄຂບັນຫາຢາເສບຕິດ

ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະທີ 1 ນັບແຕ່ເດືອນກັນຍາ ຫາເດືອນທັນວາ 2021 ແລະ 3 ເດືອນຕົ້ນປີ 2022 ຂຶ້ນໃນວັນທີ 21 ເມສາ ນີ້ ທີ່ຫ້ອງປະຊຸມສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ປະທານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີບັນດາພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນໄລຍະຜ່ານມາ, ແຂວງສາລະວັນ ໄດ້ເກັບກຳຂໍ້ມູນພື້ນຖານ ຢ່າງລະອຽດ ແລະ ຂຶ້ນເປົ້າໝາຍ ທີ່ພົວພັນກັບຢາເສບຕິດ ໃນປີ 2021 ມີທັງໝົດ 11 ພັນກວ່າຄົນ. ໃນນັ້ນ, ຜູ້ເສບ 6 ພັນກວ່າຄົນ, ຄ້າ-ຂາຍ 4 ພັນກວ່າຄົນ ຍິງ 324 ຄົນຊຶ່ງມີລາຍໃຫຍ່ 534 ຄົນ ຍິງ 36 ຄົນ, ກາງ 964 ຄົນ ຍິງ 164 ຄົນ ແລະ ລາຍຍ່ອຍ 3 ພັນກວ່າຄົນ ຍິງ 124 ຄົນ, ມີສະຖານທີ່ອຳນວຍຄວບຄຸມຄວາມສະດວກບ່ອນມົ້ວສຸມ 1 ພັນກວ່າຈຸດ. ມາຮອດເດືອນ 3 ປີ 2022 ຈຳນວນເປົ້າໝາຍທີ່ມີການພົວພັນກັບຢາເສບຕິດ ຫຼຸດລົງຍັງເຫຼືອ 5 ພັນກວ່າຄົນ. ໃນນັ້ນ, ຜູ້ເສບ 5 ພັນກວ່າຄົນ, ຄ້າ-ຂາຍ 704 ຄົນ ຊຶ່ງມີຜູ້ຄ້າ-ຂາຍ ລາຍໃຫຍ່ 40 ຄົນ, ກາງ 69 ຄົນ ຍິງ 6 ຄົນ ລາຍຍ່ອຍມີ 595 ຄົນ ຍິງ 8 ຄົນ.

ນັບແຕ່ເດືອນກັນຍາ 2021 ຫາ ເດືອນມີນາ 2022 ສາມາດມ້າງຄະດີຢາເສບຕິດໄດ້ 114 ເລື່ອງ, ກັກຜູ້ຖືກຫາໄດ້ທັງໝົດ 167 ຄົນ ຍິງ 11 ຄົນ, ຢຶດຂອງກາງ (ຢາບ້າ) 186.608 ເມັດ, ໂທລະສັບມືຖື 81 ໜ່ວຍ, ລົດຈັກ 28 ຄັນ, ລົດໃຫຍ່ 24 ຄັນ, ເງິນກີບ 290 ລ້ານກວ່າກີບ, ສະເພາະ 3 ເດືອນຕົ້ນປີ 2022 ມ້າງຄະດີໄດ້ 29 ເລື່ອງ, ກັກຜູ້ຖືກຫາໄດ້ 42 ຄົນ ຍິງ 2 ຄົນ, ຢຶດຂອງກາງໄດ້ທັງໝົດຄື: ຢາບ້າ 89.845 ເມັດ, ຢາໄອ 10 ຖົງນ້ອຍ, ໂທລະສັບມືຖື 39 ໜ່ວຍ, ລົດໃຫຍ່ 6 ຄັນ, ລົດຈັກ 8 ຄັນ, ເງິນ 261 ລ້ານກວ່າກີບ.

ສຳລັບທິດທາງຕໍ່ໜ້າສືບຕໍ່ກວດກາ ແລະ ຈັດຕັ້ງປະຕິບັດແຜນວຽກຕາມວາລະແຫ່ງຊາດ ແລະ ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມວຽກງານດັ່ງກ່າວ ໃຫ້ກັບບັນດາພະແນກການຕ່າງໆ, ອົງການຈັດຕັ້ງ ເປັນຜູ້ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ໂຄສະນາຜ່ານສື່ຕ່າງໆໃຫ້ສັງຄົມໄດ້ຮັບຮູ້, ສືບຕໍ່ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດ, ປັບປຸງການຈັດຕັ້ງ ແລະ ຍົກລະດັບຄວາມສາມາດ ຂອງອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຮ່ວມືກັບຄະນະປະສານງານຢາເສບຕິດປະຈຳພື້ນທີ່ຕາມບໍລິເວນຊາຍແດນ ແລະ ບັນຫາອື່ນໆ.

(ຂ່າວ-ພາບ: ສິດຕາ ເພັດວົງສາ)

ເຫດລົດຈັກ+ລົດໃຫຍ່ ເສຍຊີວິດຄ່າທີ 1 ຄົນ

ຕາມການລາຍງານ ຂອງໜ່ວຍກູ້ໄພມູນນິທິພັດທະນາຜາສຸກ Rescue Fondation Phatthana Phasouk ໃຫ້ຮູ້ວ່າ: ໃນວັນທີ 21 ເມສາ 2022 ເວລາ 09:01 ທາງໜ່ວຍກູ້ໄພມູນນິທິພັດທະນາຜາສຸກໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 02055599880 ວ່າມີລົດຈັກຕຳກັບລົດໃຫຍ່ທາງໜ່ວຍກູ້ໄພມູນນິທິພັດທະນາຜາສຸກໄດ້ອອກກວດສອບເຫດພົບເຫັນຄົນເສຍຊີວິດ 1 ຄົນ ເປັນເພດຍິງຈຸດເກີດເຫດ 4 ແຍກໂຮງຮຽນເພຍວັດ ນາງ ບີນໍ້າທິບ ແສງຄົມ ອາຍຸ 19 ປີ, ບ້ານພູເຂົາຄຳ, ເມືອງແກ້ວອຸດົມ ແຂວງວຽງຈັນ.

ອາການເບື້ອງຕົ້ນ: ແອວຫັກແລະກະທົບຫົວ ດັ່ງນັ້ນ,ທາງໜ່ວຍກູ້ໄພມູນນິທິພັດທະນາຜາສຸກຈຶ່ງໄດ້ທຳການມ້ຽນສົບແລ້ວນຳສົ່ງໄປວັດພູເຂົາຄຳແຂວງວຽງຈັນເພື່ອໃຫ້ພໍ່ແມ່ພີ່ນ້ອງທຳພິທີທາງສາສະໜາ.

.

.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍເສຍຊີວິດໃນເຫດການຄັ້ງນີ້ດ້ວຍ.

ເຂົ້າຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດກາຊັກສະຖານ

ວັນທີ 19 ເມສາ 2022 , ທ່ານ ນາງ ວິລາວັນ ເຍ່ຍປໍເຮີ່, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະລັດກາຊັກສະຖານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາ ລະນະລັດກາຊັກສະຖານ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫລວງມົດສະກູ, ສ. ຣັດເຊຍ.

ໃນພິທີຍື່ນສານ ໄດ້ມີບັນດາເອກອັກຄະລັດຖະທູດປະເທດຕ່າງໆ ເຂົ້າຮ່ວມທັງຫມົດ 10 ປະເທດ, ຊຶ່ງລວມມີ ປະເທດ ກູບາ, ສປປ ລາວ, ໂດມານີແກນ, ອາເຈນຕິນາ, ບັງກາລາເທດ, ເປຣູ, ຣູອານດາ, ເບນິນ, ນີເກເຣຍ ແລະ ຈາດ.

ກ່ອນໜ້າມື້ຍື່ນສານຕາຕັ້ງຢ່າງເປັນທາງການ, ວັນທີ 18 ເມສາ 2022 ທ່ານ ທູດເຮົາ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Adil Kapanovich Tursunov, ຮອງລັດຖະມົນຕິກະຊວງການຕ່າງປະເທດ ກາຊັກ ສະຖານ ເພື່ອຍື່ນສຳເນົາສານຕາຕັ້ງ ແລະ ໃນໂອກາດດັ່ງກ່າວນັ້ນ, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ-ກາຊັກສະຖານ ແລະ ໄດ້ປຶກສາຫາລື ກ່ຽວກັບແຜນການພົວພັນ ໃນຕໍ່ຫນ້າ.

ໃນໂອກາດການຍື່ນສານຕາຕັ້ງ, ທ່ານ Kassym-Jomart Tokayev, ປະທານາທິບໍດີ ແຫ່ງ ສາທາລະນະລັດກາຊັກສະຖານ ໄດ້ອອກຄຳເຫັນ ແລະ ໄດ້ເນັ້ນຫນັກເຖິງ ສະພາບການທາງດ້ານພູມສາດ-ການເມືອງ ແລະ ພື້ນ ຖານເສດຖະກິດໃນທົ່ວໂລກ ໃນໄລຍະຜ່ານມາ ເຫັນວ່າພົບຄວາມຫຍຸ້ງຍາກທີ່ສຸດ, ເນື່ອງຈາກ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ກາຍເປັນບົດທົດສອບທີ່ຮ້າຍແຮງ ສໍາລັບປະເທດຂອງພວກເຮົາ.ຄຽງຄູ່ກັນນັ້ນ, ຄວາມເຄັ່ງຕຶງທີ່ກຳລັງເກີດຂຶ້ນ ທີ່ກ່ຽວ ພັນກັບການພົວພັນສາກົນໃນປັດຈຸບັນ ກໍ່ໄດ້ສົ່ງຜົນສະທ້ອນເຖິງການພັດທະນາໃນທົ່ວໂລກ.

ພ້ອມນັ້ນ, ທ່ານ ປະທານາທິບໍດີກາຊັກສະຖານ ກໍ່ໄດ້ສະແດງຄວາມມຸ້ງຫວັງ ໃຫ້ມີການແກ້ໄຂຂໍ້ຂັດແຍ່ງທີ່ກຳລັງເກີດຂື້ນຢ່າງຮີບດ່ວນ ແລະ ຍຸຕິທຳ ໂດຍອີງຕາມກົດບັດຂອງອົງການ ສປຊ. ໃນໂອກາດດຽວກັນ ທ່ານ Kassym-Jomart Tokayev ໄດ້ກ່າວວ່າ: ກາຊັກສະຖານ ແມ່ນກຽມພ້ອມທີ່ຈະໃຫ້ການຊ່ວຍ ເຫຼືອ ແລະ ສະຫນັບສະໜູນ ຢ່າງເຕັມທີ່. ສະນັ້ນ, ເພື່ອເປັນການກໍ່ສ້າງລັດ ໃນສະພາບການທີ່ມີການແຂ່ງຂັນ, ມີປະຊາທິປະໄຕ ແລະ ມີສັງຄົມຢ່າງແທ້ຈິງ, ພວກເຮົາ ຈຶ່ງມີຄວາມຈຳເປັນທີ່ຈະກ້າວໄປສູ່ການພັດທະນາສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ເສີມສ້າງມິດຕະພາບ ກັບບັນດາປະເທດຕ່າງໆໃນທົ່ວໂລກ. ພ້ອມທັງໄດ້ກ່າວເຖິງຜົນສຳເລັດໃນການພັດທະນາເສດຖະກິດສັງຄົມ ຂອງກາຊັກ ສະຖານ ແລະ ພ້ອມນັ້ນ, ທ່ານ Kassym-Jomart Tokayev ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທູດປະເທດຕ່າງໆ ທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສາທາ ລະນະລັດກາຊັກສະຖານ ຢ່າງເປັນທາງການ, ໃນນັ້ນ ລວມທັງ ທ່ານ ທູດເຮົາ ແລະ ກໍ່ໄດ້ອວຍພອນປີໃຫມ່ລາວ ພສ 2565 ທີ່ຫາກໍ່ຜ່ານພົ້ນໄປຫວ່າງບໍ່ດົນມານີ້.

ພ້ອມດຽວກັນນັ້ນ, ທ່ານ ທູດເຮົາ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເປັນເອກອັກຄະລັດຖະທູດ ປະຈຳ ສາທາ ລະນະລັດກາຊັກສະຖານ ແລະ ພ້ອມທັງ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໃຊອັນປະເສີດຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ກາຊັກສະຖານ, ລວມທັງ ປະຊາ ຊົນ ກາສັກສະຖານ ທຸກຖ້ວນຫນ້າ, ຊຶ່ງເພິ່ນກໍ່ໄດ້ສະແດງຄວາມຂອບໃຈ ແລະ ຝາກຄຳອວຍພອນ ເຖິງຄູ່ຮ່ວມຕໍ່າແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

ຂ່າວ ແລະ ພາບ: ກົມການຂ່າວ ກະຊວງການຕ່າງປະເທດ.

ທ່ານ ພັນຄໍາ ວິພາວັນ ກ່າວປາໃສ ໃນກອງປະຊຸມທາງໄກ

ນາຍົກລັດຖະມົນຕີ ກ່າວປາໃສໃນ ກອງປະຊຸມ ທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022.

ວັນທີ 21 ເມສາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໃສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022 ພາຍໃຕ້ຫົວຂໍ້ “ໂລກໃນທ່າມກາງການລະບາດຂອງພະຍາດໂຄວິດ-19: ຮ່ວມມືກັນເພື່ອການພັດທະນາ ແລະ ອະນາຄົດຮ່ວມກັນ”. ໂດຍມີ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍການນໍາຂັ້ນສູງຈາກບັນດາປະເທດໃນອາຊີ ແລະ ເຈົ້າໜ້າທີ່ຂັ້ນສູງ ຈາກອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ຍົກໃຫ້ເຫັນຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19, ການຮ່ວມມືຂອງວົງຄະນາຍາດສາກົນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ແລະ ຜົນສໍາເລັດທີ່ຍາດມາໄດ້ ໂດຍໄດ້ກ່າວວ່າ: “ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຫລວງຫລາຍ ຕໍ່ວົງຄະນະຍາດສາກົນ ໃນທຸກລະດັບບໍ່ວ່າໃນລະດັບໂລກ, ພາກພື້ນ ແລະ ລະດັບຊາດ ເຊິ່ງໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫລວງ ຕໍ່ລະບົສາທາລະນະສຸກ ກໍຄື ການພົວພັນໃນສັງຄົມ ຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ ແລະ ຍັງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ.

ຕໍ່ໜ້າສະພາບການດັ່ງກ່າວ, ວົງຄະນະຍາດສາກົນ ກໍໄດ້ໃຊ້ຄວາມພະຍາຍາມຮ່ວມກັນ ຢ່າງຕັ້ງໜ້າ ເພື່ອສະກັດກັ້ນການແພ່ລະບາດ ແລະ ວາງມາດຕະການຮັບມືກັບພະຍາດໂຄວິດ-19 ໄດ້ຢ່າງທັນການ ໂດຍສະເພາະແມ່ນການຮ່ວມມືກັນ ໃນການຄົ້ນຄວ້າວິທະຍາສາດການແພດ ເພື່ອຜະລິດວັກຊິນ ແລະ ຢາປົວພະຍາດໂຄວິດ-19, ການປັບຕົວເຂົ້າກັບການດໍາລົງຊິວິດປົກກະຕິແບບໃໝ່.”

ແຫຼ່ງຂ່າວ: ປະເທດລາວ

ປກສ ແຂວງ ບໍລິຄໍາໄຊ ໄດ້ມອບລົດກະບະທີ່ຖືກລັກຄືນເຈົ້າຂອງເດີມ

ວັນທີ 12 ເມສາ 2022 ນີ້ ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ມອບລົດກະບະໂຕໂຍຕ່າລີໂວ່ ສີຂາວ ໝາຍເລກທະບຽນ ຄພ 9119 ກໍາແພງນະຄອນ ທີ່ຖືກຄົນຮ້າຍລັກໄປ ເມື່ອວັນທີ 8 ເມສາ 2022 ຄືນໃຫ້ເຈົ້າຂອງເດີມ, ກ່າວມອບໂດຍທ່ານ ພັນໂທ ປານີ ຫຼວງຊົມພູ ຮອງຫົວໜ້າຫ້ອງຕໍາຫຼວດ.

ກ່າວຮັບໂດຍ ທ່ານ ດາວວົງ ອິນທະວົງ ອາຊີບພະນັກງານ ຢູ່ບ້ານ ສີບຸນເຮືອງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ(ຜູ້ເປັນເຈົ້າຂອງລົດ), ມີເຈົ້າໜ້າທີ່ພ້ອມຍາດພີ່ນ້ອງຂອງເຈົ້າຂອງລົດເຂົ້າຮ່ວມເປັນສັກຂີພະຍານ.

ແຫຼ່ງຂ່າວ: ຄວາມສະຫງົບ