Homeຂ່າວພາຍໃນທ່ານ ພັນຄໍາ ວິພາວັນ ກ່າວປາໃສ ໃນກອງປະຊຸມທາງໄກ

ທ່ານ ພັນຄໍາ ວິພາວັນ ກ່າວປາໃສ ໃນກອງປະຊຸມທາງໄກ

ນາຍົກລັດຖະມົນຕີ ກ່າວປາໃສໃນ ກອງປະຊຸມ ທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022.

ວັນທີ 21 ເມສາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໃສໃນພິທີເປີດກອງປະຊຸມທາງໄກ ເວທີປຶກສາຫາລື ໂບອາວ ເພື່ອອາຊີ 2022 ພາຍໃຕ້ຫົວຂໍ້ “ໂລກໃນທ່າມກາງການລະບາດຂອງພະຍາດໂຄວິດ-19: ຮ່ວມມືກັນເພື່ອການພັດທະນາ ແລະ ອະນາຄົດຮ່ວມກັນ”. ໂດຍມີ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍການນໍາຂັ້ນສູງຈາກບັນດາປະເທດໃນອາຊີ ແລະ ເຈົ້າໜ້າທີ່ຂັ້ນສູງ ຈາກອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ພັນຄຳ ວິພາວັນ ໄດ້ຍົກໃຫ້ເຫັນຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19, ການຮ່ວມມືຂອງວົງຄະນາຍາດສາກົນໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ແລະ ຜົນສໍາເລັດທີ່ຍາດມາໄດ້ ໂດຍໄດ້ກ່າວວ່າ: “ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຫລວງຫລາຍ ຕໍ່ວົງຄະນະຍາດສາກົນ ໃນທຸກລະດັບບໍ່ວ່າໃນລະດັບໂລກ, ພາກພື້ນ ແລະ ລະດັບຊາດ ເຊິ່ງໄດ້ກາຍເປັນສິ່ງທ້າທາຍຢ່າງໃຫຍ່ຫລວງ ຕໍ່ລະບົສາທາລະນະສຸກ ກໍຄື ການພົວພັນໃນສັງຄົມ ຢູ່ພາຍໃນປະເທດ ແລະ ລະຫວ່າງປະເທດ ແລະ ຍັງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ.

ຕໍ່ໜ້າສະພາບການດັ່ງກ່າວ, ວົງຄະນະຍາດສາກົນ ກໍໄດ້ໃຊ້ຄວາມພະຍາຍາມຮ່ວມກັນ ຢ່າງຕັ້ງໜ້າ ເພື່ອສະກັດກັ້ນການແພ່ລະບາດ ແລະ ວາງມາດຕະການຮັບມືກັບພະຍາດໂຄວິດ-19 ໄດ້ຢ່າງທັນການ ໂດຍສະເພາະແມ່ນການຮ່ວມມືກັນ ໃນການຄົ້ນຄວ້າວິທະຍາສາດການແພດ ເພື່ອຜະລິດວັກຊິນ ແລະ ຢາປົວພະຍາດໂຄວິດ-19, ການປັບຕົວເຂົ້າກັບການດໍາລົງຊິວິດປົກກະຕິແບບໃໝ່.”

ແຫຼ່ງຂ່າວ: ປະເທດລາວ