Home Blog Page 209

ປິ່ນປົວຫາຍດີແລ້ວ ພ້ອມສົ່ງກັບບ້ານ 19 ຄົນ ຢູ່ ແຂວງວຽງຈັນ

ຕາມມີເດຍລາວ ແຂວງວຽງຈັນ ລາຍງານໃຫ້ຮູ້ວ່າ: ຄະນະສະເພາະກິດທຸກຂັ້ນກໍ່ຄືທີມງານແພດໝໍແລະພະຍາບານແຂວງວຽງແລະເມືອງໂພນໂຮງທີ່ໄດ້ເອົາໃຈໃສ່ໃນການຕິດຕາມ,ປິ່ນປົວແລະໃຫ້ສຸຂະສຶກສາຄົນເຈັບທຸກໆວັນກ່ຽວກັບການປະຕິບັດຕົນເອງບັນຫາທາງດ້ານຈິດໃຈແລະອື່ນໆຂອງຄົນເຈັບຈົນເຮັດໃຫ້ຄົນເຈັບແຕ່ລະຄົນອາການດີຂຶ້ນໝົດທຸກຄົນແລະສາມາດອອກໂຮງໝໍໄດ້ຕາມກຳນົດຂອງການປິ່ນປົວ19ຄົນໃນຈຳນວນຜູ້ຕິດເຊື້ອ 50 ຄົນ.

ພິທີມອບ – ຮັບຜູ້ທີ່ປິ່ນປົວຫາຍດີຈາກພະຍາດໂຄວິດ 19 ຄົນ ທີ່ໄດ້ປິ່ນປົວຢູ່ສູນ ປິ່ນປົວໂຄວິດ ແຂວງວຽງຈັນ ໄດ້ມີຂຶ້ນໃນວັນທີ 14 ກໍລະກົດ 2021 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູວົງບຸນຊູຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະຕ້ານແລະສະກັດກັ້ນ ພະຍາດໂຄວິດ 19 ແຂວງວຽງຈັນ, ມີບັນດາຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ, ແພດໝໍ ແລະ ອຳນາດການປົກຄອງບ້ານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣ ນາງ ຈັນຫອມຄອນສະຫວັນຫົວໜ້າທີມຄຸ້ມຄອງກໍລະນີຄົນເຈັບຢູ່ສູນປິ່ນປົວໂຄວິດແຂວງວຽງຈັນ ກ່າວວ່າ: ຜູ້ຕິດເຊື້ອໂຄວິດຮອບ2ແຕ່ວັນທີ27ມິຖຸນາ2021ມາຮອດປະຈຸບັນທີ່ໄດ້ຮັບການປິ່ນປົວຢູ່ສູນປິ່ນປົວໂຄວິດ ໃນທົ່ວແຂວງວຽງຈັນມີທັງຫມົດ 50 ກໍລະນີ, ຍິງ 20 ຄົນ,ຊາຍ 30 ຄົນ,ມາຈາກ8ບ້ານຂອງເມືອງໂພນໂຮງ ໃນນີ້ແມ່ນໄດ້ຮັບການປິ່ນປົວມາຮອດມື້ນີ້ ວັນທີ 14 ກໍລະກົດ 2021 ແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ ພ້ອມຈັດສົ່ງກັບບ້ານຈຳນວນ 19 ຄົນ,ເປັນຊຸດທຳອິດຂອງການແຜ່ລະບາດຮອບ2 ໃນນັ້ນ ມີ : ບ້ານໃໝ່13ກໍລະນີຄື: ທ້າວ ພຸດທະສິນ ແກ້ວໄຊຍາ, ທ້າວ ກິ ຈູມທະລັງສີ, ນາງ ວິໄລວຽງ ຫລວງໂຄດ, ນາງ ອໍລະໄທ ຫລວງໂຄດ, ນາງ ຕຸ່ນ ຈູມທະລັງສີ, ນາງ ອ້ວນຄຳ ເພງວັນນະວົງ, ນາງ ປູນາ ລັກສະໝີ, ທ້າວ ສອນວິໄລ ແກ້ວໄຊຍາ, ທ້າວ ວິໄລສຸກ ແກ້ວໄຊຍາ, ນາງ ນ້ອຍ ແກ້ວດາວເຮືອງ, ນາງ ວຽງໄຊ ແສນສຸເພັດ, ນາງ ຊຽນ ແກ້ວຕາມໃຈ, ທ້າວ ຫລອດ ແລະ ບ້ານນາເລົາມີ 6 ກໍລະນີ ຄື: ທ້າວ ພູທອນ ແສງພະຈັນ, ທ້າວ ເຈດສະດາ ພອນແສງພະຈັນ, ນາງ ປະກາຍເພັດ ພອນແສງພະຈັນ, ນາງ ນ້ອຍ ຫຼວງອາດສະຫມຸດ, ນາງ ເຂີງຄຳຈັນທະລາດ, ທ້າວ ອາແລັກ ແສນສຸກ.ຈຳນວນທີ່ອອກໂຮງໝໍ 19 ຄົນນີ້ ອານການປານກາງ 1 ກໍລະນີ, ເບົາບາງ 12 ກໍລະນີ ແລະ ບໍ່ມີອາການ 49 ກໍລະນີ, ໃນປະຈຸບັນຄົນເຈັບຍັງສືບຕໍ່ປິ່ນປົວ 31 ກໍລະນີ ຊຶ່ງແຕ່ລະຄົນແມ່ນມີອາການເບົາບາງ.

ທ່ານ ດຣ ສົມຍົດ ດວງພະຈັນ ຜູ້ອຳນວຍການໂຮງໝໍແຂວງວຽງຈັນ ກ່າວວ່າ: ທັງ 19 ຄົນນີ້ ແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ ພ້ອມທັງສົ່ງກັບບ້ານ ແຕ່ຈະຕ້ອງໄດ້ມີການກັກບໍລິເວນໂຕເອງຢູ່ບ້ານໃຫ້ເຂັ້ມງວດຕື່ມອີກ 14 ມື້ຄືກັບຕອນຢູ່ໃນໂຮງໝໍ ໂດຍມອບໃຫ້ຄະນະສະເພາະກິດຂັ້ນເມືອງ ແລະ ອຳນາດການປົກຄອງບ້ານເພື່ອຊີ້ນຳ, ຕິດຕາມ, ກວດກາຄືນ ຫາເຊື້ອພະຍາດໂຄວິດ19 ຕື່ມອີກ ເພື່ອສ້າງຄວາມແນ່ໃຈວ່າເຊື້ອ ໂຄວິດ 19 ຫາຍຂາດ 100%. ເພື່ອໃຫ້ໄດ້ໃຊ້ຊີວິດ ແລະ ດຳລົງຊີວິດແບບປົກກະຕິໃນຄອບຄົວ ແລະ ສັງຄົມ.

ຈັດການແທ້! ທຳລາຍອາວຸດລ່າເນື້ອຫຼາຍລາຍການ

ມີເດຍລາວ ແຂວງຫຼວງພະບາງ ພາບ-ຂ່າວ ສົມເພັດ ໄຊມີກອນ ວັນທີ 13 ກໍລະກົດ 2021 ນີ້ ກອງບັນຊາການ ປກສ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະເຄື່ອງມືຜິດລະບຽບກົດໝາຍ, ມີ ທ່ານ ສົມວອນ ແກ້ວຄຳພອນ ຮອງເລຂາພັກເມືອງ, ພ້ອມດ້ວຍຫົວໜ້າ ຮອງຫົວໜ້າຫ້ອງການ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດການຈັດຕັ້ງບ້ານ ອ້ອມຂ້າງເທດສະບ້ານເມືອງເຂົ້າຮ່ວມ.

ໃນພິທີທ່ານ ພັນໂທ ຄຳກາ ສັນທະວົງ ຫົວໜ້າກອງບັນຊາ ປກສ ເມືອງໂພນທອງໄດ້ຜ່ານບົດສະຫຼຸບໂດຍຫຍໍ້ວ່າ: ເພື່ອສະກັດກັ້ນບໍ່ໃຫ້ພວກກຸ່ມຄົນບໍ່ດີ ສວຍໃຊ້ອາວຸດ ແລະວັດຖຸອຸປະກອນ ເຂົ້າໃນການເຄື່ອນໄຫວ ກໍ່ຄວາມບໍ່ສະຫງົບ ທັງເປັນການສະກັດກັ້ນ ບັນດາບັນດາປະກົດການຫຍໍ້ທໍ້ ທີ່ຈະເກີດຂື້ນໃນສັງຄົມ ເຊີ່ງໄລຍະຜ່ານມາ ມັກເກີດການຫຼົງຍິ່ງກັນ, ປື້ນລັ່ນໃຊ້ກັນ, ຫ້າງທາດແຕ່ກ, ທາດລະເມີດ ຫຼື ວັດຖຸອຸປະກອນອື່ນໆ ເພື່ອເຂົ້າທຳລາຍສັດນໍ້າ-ສັດປ່າແບບດັບສູນ ແລະບັນຫາອື່ນ ທີ່ເກີດຂື້ນລາຍເຫດການ, ເຊີ່ງຄະນະບັນຊາ ກອງບັນຊາການ ປກສ ເມືອງໂພນທອງ ໄດ້ສົມທົບກັບພາກສ່ວນທີກ່ຽວຂ້ອງຂອງເມືອງ ລົງກວດກາເລີກຮື້ ແລະປຸກລະດົມ ການມອບອາວຸດລາເນື້ອປະເພດປື້ນແກັບ ຈາກປະຊາຊົນຈຳນວນ 119 ກະບອກ ແລະຈາກພະນັກງານພາຍໃນເມືອງນໃນ 8 ກະບອກ ໃຫ້ກັບເຈົ້າໜ້າທີ່, ນອກນັ້ນ ແມ່ນໄດ້ມາຈາກການນໍາໃຊ້ ເຂົ້າໃນການກະທິຜິດ, ເປັນຕົ້ນ ຫຼົງຍິງກັນ, ປື້ລັ່ນໃສ່ກັນຈຳນວນ 19 ກະບອກ ລວມທັງໝົດ 146 ກະກອກ, ພ້ອມນີ້ ສາມາດຍຶດໝໍ້ຊອ໋ດປາໄດ້ 2 ໜ່ວຍ, ຈັກສະຕິນ ຫຼື ຈັກຕັດໄມ້ 7 ເຄື່ອງ ທີ່ປະຊາຊົນນຳໃຊ້ແບບບໍ່ຖຶກຕ້ອງ ຕາມລະບຽບກົດໝາຍຂອງບ້ານເມືອງ.

ຕອນທ້າຍພິທີ ທ່ານຮອງເລຂາພັກເມືອງ ໄດ້ມີຄຳເຫັນໂອລົມ ພ້ອມທັງຮ່ວມທຳລາຍອາວຸດລ່າເນື້ອ ແລະເຄື່ອງມືຜິດລະບຽບກົດໝາຍ ທີ່ຍືດມາໄດ້ ຢ່າງເປັນທາງການ.

ເມືອງບໍ່ແຕນ ມີງົວຄວາຍ 1,800 ກວ່າໂຕ ເປັນພະຍາດຜີວໜັງອັກເສບ

ງົວ-ຄວາຍ ປະຊາຊົນ 22 ບ້ານ ຢູ່ເມືອງບໍ່ແຕນ ຕິດເຊື້ອພະຍາດຜີວໜັງອັກເສບ 1.800 ກວ່າໂຕ

ຕາມ ຂປລ.ລາຍງານ ໃຫ້ຮູ້ວ່າ: ຕາມການລາຍງານຈາກ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງບໍ່ແຕນ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເລີ່ມແຕ່ກາງເດືອນ ເມສາ 2021 ຜ່ານມາ ໄດ້ເກີດການແຜ່ລະບາດຂອງພະຍາດສັດລ້ຽງ ປະເພດ ງົວ-ຄວາຍ ເປັນວົງກວ້າງຢ່າງວ່ອງໄວ ຢູ່ເຂດບ້ານ ໂພນໄຊ, ບ້ານໃຫຍ່ນ້ຳພຸ ເຂດບ້ານບໍ່ແຕນ ແລະ ບ້ານອື່ນໆ ໂດຍວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງກວດກາ ແລະ ວິເຄາະຫາສາເຫດຂອງພະຍາດແມ່ນ ພະຍາດຜີວໜັງອັກເສບ (ລໍາປີສະກິນ) ມາຮອດປັດຈຸບັນ ທົ່ວເມືອງບໍ່ແຕນ ມີງົວ-ຄວາຍຕິດເຊື້ອທັງໝົດ 1.809 ໂຕ, ໃນນີ້ ມີຄວາຍ 2 ໂຕ, ສາມາດປິ່ນປົວດີແລ້ວ 1.726 ໂຕ, ກຳລັງປິ່ນປົວ 83 ໂຕ, ຕາຍ 62 ໂຕ ຄິດເປັນມູນຄ່າເສຍຫາຍ 316 ລ້ານກວ່າກີບ.ພະຍາດຜີວໜັງອັກເສບ (ລໍາປີສະກິນ) ເກີດຈາກເຊື້ອໄວລັດຊະນິດໜຶ່ງ ໂດຍມີອາ ການ ເປັນຕຸ່ມຕາມຕົນໂຕ, ໄຂ້ສູງ, ບໍ່ກິນອາຫານ ແລະ ແພ່ລາມໄປໃສ່ສັດໂຕອື່ນໄດ້ໄວ ໂດຍຜ່ານແມງດູດເລືອດ, ໂຕເຫລືອດ, ຍຸງ ແລະ ເຫັບ ເປັນພາຫະນະນຳເຊື້ອ.

ຕໍ່ກັບການແຜ່ລະບາດ ຂອງພະຍາດດັ້ງກ່າວ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ອອກມາດຕະການ-ແຈ້ງການ ຫ້າມຊື້-ຂາຍສັດ, ຫ້າມເຄື່ອນຍ້າຍສັດປະເພດງົວ-ຄວາຍຊົ່ວຄາວ ຈົນກວ່າພະຍາດດັ່ງກ່າວຈະຫາຍເປັນປົກກະຕິ ແລະ ໄດ້ຈັດສົ່ງພະນັກງານວິຊາການລົງໃຫ້ຄຳແນະນຳໃນການປິ່ນປົວ, ໃຫ້ຜູ້ລຽ້ງສັດເອົາໃຈໃສ່ເບິ່ງແຍງຕິດຕາມສຸຂະພາບສັດ, ໃຫ້ອາຫານ ແລະ ນໍ້າຢ່າງພຽງພໍ, ພ້ອມທັງອະນາໄມຄອກສັດໃຫ້ສະອາດ.

ປູກໝາກເງາະ ຂາຍໄດ້ 50,000,000 ກວ່າກີບ ຕໍ່ລະດູ

ເສດຖະກິດຄອບຄົວ ໄດ້ຮັບການພັດທະນາດີຂຶ້ນ ຍ້ອນການປູກໝາກເງາະ ເປັນສິນຄ້າ

ມີເດຍລາວແຂວງໄຊສົມບູນ ລາຍງານ: ຈິນລະວອນ ວໍລະສົມບູນ ເງາະ ເປັນໝາກໄມ້ອີກຊະນິດໜຶ່ງທີ່ມີລົດຫວານ ແລະ ມີຄຸນຄ່າສູງທາງໂພຊະນາການ ຊຶ່ງສັງຄົມໃຫ້ຄວາມສົນໃຈບໍລິໂພກໝາກໄມ້ຊະນິດນີ້ ເປັນອັນດັບຕົ້ນໆ ກໍວ່າໄດ້ ນອກນີ້ ບັນດາຕະຫຼາດຕ່າງໆ ໃນຂອບເຂດທົ່ວປະເທດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ ຊຶ່ງປັດຈຸບັນ ໝາກເງາະ ໄດ້ກາຍເປັນພືດທີ່ປະຊາຊົນລາວບັນດາເຜົ່າ ໃຫ້ຄວາມນິຍົມໃນການບໍລິໂພກ ແລະ ແຂ່ງຂັນກັນປູກເພື່ອຜະລິດເປັນສິນຄ້າ ຢ່າງແຜ່ຫຼາຍ ທັງສາມາດສ້າງລາຍຮັບເຂົ້າຄອບຄົວ ແລະ ແກ້ໄຂຄວາມທຸກຍາກ ໄດ້ເປັນຢ່າງດີ.

ດັ່ງຄອບຄົວຂອງທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ປະຊາຊົນບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກໝາກເງາະເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວໄດ້ຮັບການພັດທະນາດີຂຶ້ນ ຢ່າງຕໍ່ເນື່ອງ. ທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ໃຫ້ຮູ້ວ່າ: ສຳລັບແຮງບັນດານໃຈທີ່ເຮັດໃຫ້ເພິ່ນຢາກປູກໝາກເງາະ ເປັນສິນຄ້າ ກໍເນື່ອງຈາກວ່າ ໃນໄລຍະຜ່ານມາ ເມືອງລ້ອງຊານ ກໍຄືແຂວງໄຊສົມບູນ ຍັງບໍ່ທັນມີໝາກເງາະຂາຍເທື່ອ ແລະ ມີກໍນຳມາຈາກທ້ອງຖິ່ນອື່ນ ດັ່ງນັ້ນ ເພິ່ນຈຶ່ງໄດ້ຕັດສິນໃຈໝູນໃຊ້ເນື້ອທີ່ດິນທີ່ເປົ່າວ່າງພຽງເລັກນ້ອຍ ໃຫ້ເກີດປະໂຫຍດສູງສຸດ ໂດຍນຳໃຊ້ເຂົ້າໃນການບຸກເບີກເປັນສວນໝາກເງາະ ສວນທີ 1 ໃນໄລຍະປີ 2012 ຊຶ່ງນຳແນວພັນມາຈາກປະເທດໄທ ເບື້ອງຕົ້ນເປັນພຽງການທົດລອງທໍ່ນັ້ນ, ແຕ່ຜ່ານການດຳເນີນການປູກຕົວຈິງ ສັງເກດເຫັນວ່າ ໄດ້ຮັບຜົນຜະລິດດີໂດຍພື້ນຖານ, ສັງຄົມກໍໃຫ້ຄວາມຍອມຮັບເປັນຢ່າງດີ ແລະ ຕະຫຼາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ ດັ່ງນັ້ນ ເພິ່ນຈຶ່ງໄດ້ສືບຕໍ່ນຳໃຊ້ເນື້ອທີ່ດິນ ອີກ 1 ເຮັກຕາກວ່າ ເຂົ້າໃນການບຸກເບີກເປັນສວນໝາກເງາະ ສວນທີ 2 ຢ່າງຈິງຈັງ ນັບແຕ່ໄລຍະປີ 2016 ເປັນຕົ້ນມາ. ຊຶ່ງການປູກແມ່ນໃຊ້ເວລາ 3 ປີ ຈຶ່ງໄດ້ຮັບຜົນຜະລິດ, ໃນນີ້ ລາຍຮັບຈາກການຂາຍຕົວຈິງ ແມ່ນຕົກຢູ່ໃນຈຳນວນເງິນ 50,000,000 ກວ່າກີບ ຕໍ່ລະດູ ອາດເວົ້າໄດ້ວ່າ ເປັນລາຍຮັບທີ່ເປັນກອບເປັນກຳ ແລະ ຫຼວງຫຼາຍພໍສົມຄວນ ສົມກັບເຫື່ອແຮງທີ່ເພິ່ນໄດ້ທຸ່ມເທ ແລະ ໃຫ້ຄວາມສຳຄັນ ຢູ່ກັບການປູກໝາກເງາະຕະຫຼອດມາ.

ສຳລັບການຂາຍ ສ່ວນໃຫຍ່ແມ່ນເພິ່ນໄດ້ນຳໄປສົ່ງຂາຍຕາມທ້ອງຕະຫຼາດ ຢູ່ບັນດາເມືອງຕ່າງໆ ໃນທົ່ວແຂວງ ແລະ ບາງຄັ້ງ ກໍເປີດໃຫ້ຄົນທົ່ວໄປເຂົ້າມາທ່ອງທ່ຽວ ພາຍໃນສວນ ແລ້ວຊື້ກັບທີ່ກິນກັບທີ່. ສ່ວນລາຄາຂາຍຖ້າຂາຍສົ່ງ ຫາກລູກຄ້າຍສັ່ງຊື້ ໃນລະດັບ 500 ກິໂລ ຂຶ້ນໄປ ແມ່ນຂາຍຢູ່ໃນລາຄາ 10,000 ກີບ ຕໍ່ກິໂລ ໃນນີ້ ຖ້າຂາຍຍ່ອຍໂດຍການສົ່ງໃຫ້ແມ່ຄ້າ ພາຍໃນບ້ານເທດສະບານເມືອງ ແມ່ນຕົກຢູ່ໃນລາຄາ 12 ,000 ກີບ ຕໍ່ກິໂລ ແລະ ຖ້າຫາກມາສັ່ງຊື້ກັບສວນ ແມ່ນຂາຍຢູ່ໃນລາຄາ 13,000 ກີບ ຕໍ່ກິໂລ. ນອກຈາກຢຶດຖືການປູກໝາກເງາະ ເປັນລາຍໄດ້ຕົ້ນຕໍແລ້ວ ທ່ານຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ຍັງໄດ້ຕັ້ງຮ້ານສ້ອມແປງເຄື່ອງໄຟຟ້າ ເປັນລາຍຮັບເພີ່ມເຕີມ ຕື່ມອີກ.

ຜ່ານຈາກການຢຶດຖືການປູກໝາກເງາະ ເປັນອາຊີບຫຼັກ ໃນການຜະລິດເປັນສິນຄ້າ ເຮັດໃຫ້ເສດຖະກິດຄອບຄົວຂອງທ່ານຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ປະຊາຊົນບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ມີບາດກ້າວຂະຫຍາຍຕົວດີຂຶ້ນ ຢ່າງຕໍ່ເນື່ອງ, ຖານະການເງິນພາຍໃນຄອບຄົວມີຄວາມໝັ້ນທ່ຽງ, ຊີວິດການເປັນຢູ່ນັບມື້ນັບມີທ່າກ້າວພົ້ນເດັ່ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ສຳລັບລາຍຮັບທີ່ໄດ້ຈາກການຂາຍໝາກເງາະ ນອກຈາກຈະໝູນໃຊ້ເຂົ້າໃນວຽກງານທີ່ຈຳເປັນ ພາຍໃນຄອບຄົວແລ້ວ ຍັງສາມາດຊຸກຍູ້ສົ່ງເສີມໃຫ້ບັນດາລູກໆ ຂອງເພິ່ນ ໄດ້ຮັບການຮໍ່າຮຽນເພື່ອອະນາຄົດທີ່ດີ ນຳອີກ.

ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ໄດ້ກາຍເປັນບຸກຄົນ ແລະ ຄອບຄົວແບບຢ່າງ ຂອງບ້ານຄອນວັດ ເມືອງລ້ອງຊານ ແຂວງໄຊສົມບູນ ໃນການປະກອບອາຊີບ ແລະ ທຳມາຫາກິນ ທີ່ບໍ່ຂັດກັບລະບຽບກົດໝາຍ ຂອງບ້ານເມືອງ. ອີກຢ່າງໜຶ່ງ ກໍຍ້ອນເຫັນໄດ້ແນວທາງອັນຖືກຕ້ອງ ແລະ ສະຫຼາດສ່ອງໃສ ຂອງພັກ-ລັດຖະບານ ຊຶ່ງຍາມໃດກໍຖືເອົາການແກ້ໄຂຄວາມທຸກຍາກ ຂອງປະຊາຊົນລາວບັນດາເຜົ່າ ເປັນບັນຫາກົກ ແລະ ຕໍ່ເນື່ອງ ຢ່າງສະເໝີຕົ້ນສະເໝີປາຍ ຕະຫຼອດມາ. ທ່ານຜູ້ຊົມທີ່ເຄົາລົບ ແລະ ຮັກແພງ ທຸກໆ ທ່ານ ຍ້ອນຄວາມດຸໝັ່ນ, ຊື່ສັດ, ປະຢັດ ແລະ ອົດທົນ ບວກກັບຄວາມມີຫົວຄິດປະດິດສ້າງ ໃນການປະກອບອາຊີບ, ກ້າຄິດ, ກ້າເຮັດ ແລະ ກ້າຕັດສິນໃຈ ຈິ່ງເຮັດໃຫ້ເສດຖະກິດຄອບຄົວ ຂອງທ່ານ ຊົ່ງຢ່າງ ເຊ່ຍເຢັ້ງຢ່າງ ໄດ້ຮັບການຂະຫາຍຕົວເປັນກ້າວໆ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ອີ່ມໜຳສຳລານ.

ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນ 600,000 ໂດສ ແກ່ລາວ

ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນ ອາຊຕຣ້າເຊເນກ້າ ໃຫ້ແກ່ ສປປ ລາວ ຈຳນວນ 600,000 ໂດສ, ໂດຍຈະມີການຈັດສົ່ງຢ່າງເປັນທາງການໃນບໍ່ຊ້ານີ້ ພາຍຫຼັງສຳເລັດການປະສານງານດ້ານການຂົນສົ່ງທີ່ຈຳເປັນ.

ທ່ານ ໂມເຕງິ ໂທຊິມິດຊຶ, ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ປະກາດໃນວັນທີ 13 ກໍລະກົດ 2021 ວ່າ: ປະເທດຍີ່ປຸ່ນເຫັນດີສະໜອງວັກຊີນອາຊຕຣ້າເຊເນກ້າທີ່ຜະລິດໃນຍີ່ປຸ່ນຈຳນວນ 600,000 ໂດສໃຫ້ແກ່ປະຊາຊົນລາວ ເຊິ່ງວັກຊີນດັ່ງກ່າວຈະຖືກມອບຜ່ານໂຄງການ COVAX facility ແລະ ຈະຖືກສົ່ງມາຍັງ ສປປ ລາວ ໂດຍໄວທີ່ສຸດພາຍຫຼັງສຳເລັດການປະສານງານດ້ານການຂົນສົ່ງທີ່ຈຳເປັນ.

ປະເທດລາວແມ່ນໜຶ່ງໃນຫຼາຍປະເທດໃນຂົງເຂດອາຊີປາຊີຟິກທີ່ໄດ້ຮັບການຊ່ວຍເຫຼືອດ້ານວັກຊີນຈາກປະເທດຍີ່ປຸ່ນ. ຂະນະທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ເປັນຈໍານວນຫຼາຍໃນການຕໍ່ສູ້ກັບພະຍາດໂຄວິດ-19 ເຊິ່ງໃນນັ້ນລວມມີອຸປະກອນການແພດ, ຊຸດປ້ອງກັນ PPEs ແລະ ວັກຊີນ. ພ້ອມດຽວກັນນັ້ນ, ປະເທດຍີ່ປຸ່ນຍັງໄດ້ເອົາໃຈໃສ່ໃນການປັບປຸງລະບົບຂົນສົ່ງເຢັນໃນປະເທດລາວນໍາອີກ ໂດຍມີການມອບຕູ້ເຢັນ ແລະ ຕູ້ແຊ່ ທີ່ຢູ່ພາຍໃຕ້ໂຄງການທີ່ມີຊື່ວ່າ “ການສົ່ງເສີມການສົ່ງວັກຊີນໃຫ້ທົ່ວເຖິງ”.

ມອບເງິນຊ່ວຍເຫຼືອໃຫ້ປະຊາຊົນທຸກຍາກ ທີ່ໄດ້ຮັບຜົນກະທົບໂຄວິດ-19

ຕາມການລາຍງານ ຂອງ Media Laos : ໃນຕອນບ່າຍຂອງ ວັນທີ 8 ກໍລະກົດ 2021 ນີ້, ທີ່ຫ້ອງປະຊຸມຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຕິ່ງສົມເຮືອງ ຮອງເຈົ້າເມືອງຜົ້ງສາລີ, ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນເມືອງ, ມີທ່ານ ບຸນເສີດ ໄຊຍະວົງສີ ກຳມະການພັກເມືອງ, ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ, ມີພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນ ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເຂົ້າຮ່ວມ.

ໃນພິທີ ທ່ານ ບຸນເສີດ ໄຊຍະວົງສີ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ສະບັບເລກທີ 505/ຮສສຂ.ຜລ, ລົງວັນທີ 29 ມິຖຸນາ 2021 ວ່າດ້ວຍການອະນຸມັດງົບປະມານ ເພື່ອຊ່ວຍເຫຼືອສຸກເສີນ ໃຫ້ປະຊາຊົນທຸກຍາກ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19, ໃນນີ້ ເມືອງຜົ້ງສາລີ ໄດ້ມອບເງິນຊ່ວຍເຫຼືອສຸກເສີນໃຫ້ປະຊາຊົນທີ່ທຸກຍາກ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ຈຳນວນ 55 ຄົນ, 18 ຄົນ ລວມມູນຄ່າທັງໝົດ 13,750,000 ກີບ. ຂຶ້ນມອບໂດຍທ່ານ ບຸນທອງ ຕິ່ງສົມເຮືອງ ຮອງເຈົ້າເມືອງຜົ້ງສາລີ, ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນເມືອງ ແລະ ຂຶ້ນຮັບໂດຍຜູ້ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໃນຈຳນວນ 55 ຄົນ ຕາມລຳດັບ.

ຄົ້ນພົບວັດຖຸບູຮານອາຍຸເກົ່າແກ່ 2000 ປີ

ໃນ​ອາ​ທິດ​ຜ່ານ​ມາ, ບໍ​ລິ​ສັດ ລ້ານ​ຊ້າງ ມີ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (LXML) ບໍ່​ຄຳ-ທອງ​ເຊ​ໂປນ ໄດ້​ຄົ້ນ​ພົບ​ວັດ​ຖຸ​ບູ​ຮານ​ຈຳ​ນວນ​ໜຶ່ງ​ທີ່​ມີ​ອາ​ຍຸ​ເກົ່າ​ແກ່ 2,000 ປີ​ພາຍ​ໃນຂົງ​ເຂດ​ຂອງ​ບໍ່​ຄຳ-ທອງ​ເຊ​ໂປນ. ວັດ​ຖຸ​ບູ​ຮານ​ທີ່​ຄົ້ນ​ພົບ​ລວມ​ມີ ຂວານ​ເຫຼັກ ແລະ ໄຫ​ຂະ​ໜາດ​ໃຫຍ່​ທີ່​ໃຊ້​ເຂົ້າ​ໃນ​ພິ​ທີ​ກຳ​ການ​ຝັງ​ສົບ​ຄັ້ງ​ທີ 2 ໃນ​ໄລ​ຍະ​ທ້າຍ​ຍຸກ​ທອງ​ຕົ້ນ​ຍຸກ​ເຫຼັກ.

ໃນ​ປີ 2008 ກໍ​ໄດ້​ຄົ້ນ​ພົບ​ໄຫ​ທີ່​ຄ້າຍ​ຄື​ໄຫ​ຂະ​ໜາດ​ໃຫຍ່​ດັ່ງ​ກ່າວ ຢູ່​ເຂດ​ທົ່ງ​ນາ​ເງືອກ ເຊິ່ງ ໄດ້​ຖືກ​ສະ​ເໜີ​ເປັນ ສະ​ຖານ​ທີ່​ມໍ​ລະ​ດົກ​ຂອງ​ແຂວງ​ສະ​ຫວັນ​ນະ​ເຂດ.

ນອກ​ນາກ​ນັ້ນ, ທີມ​ງານ​ບູ​ຮານວິທະຍາ​ຂອງ LXML ຍັງ​ໄດ້​ຄົ້ນ​ພົບ​ໄຫ​ເນື້ອ​ແຂງ​ເຊິ່ງ​ໃນ​ໄຫ​ມີ​ຂວານ​ເຫຼັກ, ປອກ​ແຂນ​ທອງ​ ແລະ ໝາກ​ປັດ​ທີ່​ເຮັດ​ດ້ວຍ​ເປືອກ​ຫອຍ ແລະ ກ້າງ​ປາ ທີ່​ມີ​ອາ​ຍຸ​ປະ​ມານ ໄລ​ຍະສະ​ຕະ​ວັດ​ທີ 12; ພ້ອມ​ເຄື່ອງ​ມື​ທັນ​ສະ​ໄໝ​ທີ່​ສັນ​ນິ​ຖານ​ໃນ​ເບື້ອງ​ຕົ້ນ​ວ່າ ມາ​ຈາກ ສະ​ໄໝ​ລ້ານ​ຊ້າງ​ລະ​ຫວ່າງ ສະ​ຕະ​ວັດ​ທີ 17 ເຖິງ 19.

ໃນ​ໄລ​ຍະ​ຕົ້ນ​ປີ​ນີ້, LXML ​ຍັງໄດ້​ຄົ້ນ​ພົບ​ວັດ​ຖະ​ບູ​ຮານ​ອາ​ຍຸ​ເກົ່າ​ແກ່ 6,000 ປີ​ຈາກ ຍຸກ​ຫີນ​ຂັດ ຢູ່​ໃກ້​ບໍ່​ຄຳ-ທອງ​ເຊ​ໂປນ.

ນັບ​ຕັ້ງ​ແຕ່​ເລີ່ມ​ດຳ​ເນີນ​ງານ​ໂຄງ​ການ​ຄຳ-ທອງ​ເຊ​ໂປນ ​ໃນ​ປີ 2003, LXML ໄດ້​ອຸ​ປະ​ຖຳ​ແຜນ​ງານ​ທີ່​ສຳ​ຄັນ​ໃນ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ທາງວັດ​ທະ​ນະ​ທຳ​ໃນ​ເມືອງວິ​ລະ​ບູ​ລີ​ ໂດຍ​ການ​ຮ່ວມ​ມື​ກັບ ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ ເພື່ອຮັບ​ປະ​ກັນ​ການ​ອະ​ນຸ​ລັກ​ປະ​ຫວັດ​ສາດ​ລາວ​ສຳ​ລັບ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ຮຸ່ນ​ຕໍ່​ໄປ. ວັດ​ຖະ​ບູ​ຮານ​ຈຳ​ນວນ​ໜຶ່ງ​ແມ່ນ​ໄດ້​ນຳ​ໄປ​ວາງ​ສະ​ແດງ​ຢູ່​ຫໍ​ວັດ​ທະ​ນະ​ທຳ​ເມືອງວິ​ລະ​ບູ​ລີ, ຫໍພິ​ພິດ​ທະ​ພັນ​ແຂວງ​ສະ​ຫວັນ​ນະ​ເຂດ ແລະ ​ຫໍພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຢູ່​ນະ​ຄອນຫຼວງວຽງ​ຈັນ.

ທ່ານ ສະ​ໝານ ອະ​ເນ​ກາ, ຜູ້​ອຳ​ນວຍ​ການ​ໃຫຍ່​ LXML ໄດ້​ກ່າວ​ວ່າ: “ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ຍົກ​ສູງ​ ການ​ເຄົາ​ລົບ​ນັບ​ຖື​ວັດ​ທະ​ນະ​ທຳ ແລະ ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊຸມ​ຊົນ​ເຈົ້າ​ພາບ​ຂອງ​ພວກ​ເຮົາ​. ຕັ້ງ​ແຕ່​ປີ 2008 ເປັນ​ຕົ້ນ​ມາ, LXML ໄດ້​ລົງ​ທຶນຫຼາຍກວ່າ US$1.5 ລ້ານ ​ເພື່ອ​ສະ​ໜັບ​ສະ​ໜູນ ການ​ອະ​ນຸ​ລັກ​ປະ​ຫວັດ​ສາດ​ລາວ ແລະ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ສຳ​ລັບ​ຄົນ​ຮຸ່ນ​ຕໍ່​ໄປ.”

ໃນ​ໄລ​ຍ​ຜ່ານ​ມາ ແມ່ນ​ໄດ້​ມີ​ການ​ຄົ້ນ​ພົບ​ວັດ​ຖຸ​ບູ​ຮານ​ສຳ​ຄັນຫຼາຍ​ອັນຢູ່ ບໍ່​ຄຳ-ທອງ​ເຊ​ໂປນ. ພວກ​ເຮົາ​ເຊື່ອ​ວ່າ ການ​ຂຸດ​ຄົ້ນ-ປຸງ​ແຕ່ງ​ແຮ່​ບູຮານ​ໃນ​ຂົງ​ເຂດ​ບໍ່​ຄຳ-ທອງ​ເຊ​ໂປນ​ນີ້ ໄດ້​ສືບ​ຕໍ່​ມາ​ເຖິງ​ປະ​ມານ 1300 ປີ​ກ່ອນ (ປະ​ມານ ຄ​ສ 700) ເຊິ່ງ​ເປັນ​ໄລ​ຍະ​ທີ່ ຜູ້​ຄົນ​ໄດ້​ຂຸດ​ຄົ້ນ​ແຮ່​ທອງ​ທີ່​ອຸ​ດົມ​ສົມ​ບູນ ຢູ່​ເຂດ​ທີ່​ຮູ້​ກັນ​ວ່າ “ເປີ້ນ​ເບົ້າຫຼໍ່” ແລະ “ທົ່ງ​ນາ​ເງືອກ” ແລ້ວ​ນຳ​ໄປ​ປຸງ​ແຕ່ງ ແລະ ແລກ​ປ່ຽນ. ການ​ສັນ​ນິ​ຖານ​ນີ້ ແມ່ນ ມາ​ຈາກ ກາກບອນ​ທີ່​ພົບ​ໃນ​ຝາ​ກະ​ແຕະ​ໄມ້​ໄຜ່ ຈາກ​ຂຸມ​ບໍ່​ແຮ່​ບູ​ຮານ​ໃນ​ຕະ​ກອນ​ຕົມ​ທີ່​ຢູ່​ເລິກ​ໄປ​ຈາກ​ໜ້າ​ດິນ​ (ເລິກ 10 – 40 ແມັດ).

ການ​ຂຸດ​ຄົນ​ບໍ່​ແຮ່ ເປັນ​ປັດ​ໃຈ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ພົນ​ລະ​ເມືອງ ແລະ ສັງ​ຄົມ​ມາ​ແຕ່​ປະ​ຫວັດ​ສາດ. ການ​ຂຸດ​ຄົ້ນ ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ ແລະ ພວກ​ເຮົາ​ຫວັງ​ວ່າ ຈະ​ໄດ້​ເຜີຍ​ແຜ່​ການ​ຄົ້ນ​ພົບ​ອັນ​ໜ້າ​ຕື່ນ​ເຕັ້ນ​ກວ່າ​ເກົ່າ ກ່ຽວ​ກັບ ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ລາວ.

ປະກາດການຈັດຕັ້ງ ຄະນະພັກ ແລະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ

ກະຊວງແຮງງານ ແລະສະຫວັດດີການ ສັງຄົມ ປະກາດການຈັດຕັ້ງ ຄະນະພັກ ແລະຮອງລັດຖະມົນຕີ

ຕາມການລາຍງານຂອງ Lao National Radio: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຈັດພິທີປະກາດການຈັດຕັ້ງຂັ້ນຮອງເລຂາຄະນະພັກ, ຄະນະປະຈຳພັກ, ກຳມະການຄະນະພັກ ແລະ ຮອງລັດຖະມົນຕີ,ໃນຕອນເຊົ້າ ຂອງວັນທີ 13​ ກໍລະກົດ​2021​ ທີ່ຜ່ານມາ, ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ໃບຄຳ ຂັດຕິຍະ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ,ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະນຳກະຊວງ, ປະທານອົງການການແດງລາວ, ຫົວຫນ້າກົມ, ຮອງກົມ ແລະຕາງພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ.

ໃນພິທີ, ຕາງໜ້າຄະນະຈັດຕັ້ງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການແຕ່ງຕັ້ງ ທ່ານ ປະເດີມພອນ ສົນທະນີ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ, ທ່ານ ລີ ປາວ ຢ່າງ ເປັນກຳມະກນປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ພົງໄຊສັກ ອິນທິລາດ ເປັນຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ສີສະຫວາດ ກົມພົນ ກຳມະການຄະນະພັກກະຊວງ ຫົວຫນ້າກົມນະໂຍບາຍຕໍ່ຜູ້ມີຜົນງານ ກະຊວງແຮງງານ ແລະ ສະຫວັດດີສັງຄົມ.

ໃນໂອກາດນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ,ລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ ມີຄຳເຫັນວ່າ: ການແຕ່ງຕັ້ງຕຳແໜ່ງບໍລິຫານປະເພດຕ່າງໆ ແມ່ນວຽກງານຍຸດທະສາດສຳຄັນ ຂອງພັກ ແລະ ລັດ, ເປັນວຽກງານກົກ ແລະ ເປັນວຽກງານປົກກະຕິ ຂອງວຽກງານພັກ ແລະ ວຽກງານພະນັກງານ ຂອງພັກ ແລະ ລັດເຮົາ. ທ່ານ ນາງ ໃບຄຳ ຂັດຕິຍະ ຮຽກຮ້ອງເຖິງຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງທີ່ໄດ້ຮັບການແຕ່ງຕັ້ງໃຫ້ເພີ່ມກຳລັງແຮງ ໃນການຊີ້ນຳ-ນຳພາ ວຽກງານ ຂອງຄະນະພັກ ແລະ ຄະນະນຳ ກະຊວງແຮງງານແລະສະຫວັດດີການສັງຄົມ, ສະມາຊິກພັກ ແລະພະນັກງານທັງໝົດ ຈົ່ງໄດ້ເອົາໃຈໃສ່ໃຫ້ການຮ່ວມມື ສະໝັບສະໜູນ ຊ່ວຍເຫຼືອ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ຮັບມອບໝາຍຈາກພັດ-ລັດຖະບານໃຫ້ມີຜົນສຳເລັດເປັນຢ່າງດີ.

ລູກຄ້າເງິນຝາກ ຂອງທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນພາຍໃນເດືອນສິງຫາ

ດັ່ງທີ່ຫຼາຍທ່ານຮັບຮູ້, ໃນທ້າຍປີ 2019 ຜ່ານມາ, ກົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການໃຫ້ລູກຄ້າເງິນຝາກ ແລະ ເຈົ້າໜີ້ຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ເຂົ້າແຈ້ງຂໍ້ມູນເງິນຝາກ ແລະ ໜີ້ສິນຂອງຕົນ ຢູ່ທະນາຄານ ລາວກໍ່ສ້າງ ເພື່ອແກ້ໄຂບັນຫາທະນາຄານດັ່ງກ່າວ ທີ່ຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມໝັ້ນຄົງ, ທຫລ ມີຄວາມຈໍາເປັນເຂົ້າຄວບຄຸມ ເພື່ອແກ້ໄຂບັນຫາດັ່ງກ່າວ ຕາມລະບຽບກົດໝາຍ ໄດ້ກໍານົດໄວ້.

ຕໍ່ກັບບັນຫາດັ່ງກ່າວ, ໃນຕອນເຊົ້າ ຂອງວັນທີ 12 ກໍລະກົດ 2021  ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງທະນາຄານ ທຸລະກິດ ທຫລ ໄດ້ເປີດເຜີຍຢ່າງເປັນທາງການ ຕໍ່ສື່ມວນຊົນ ກ່ຽວກັບການເບີກຈ່າຍເງິນຝາກ ຂອງລູກຄ້າ ເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ ໂດຍອີງຕາມຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄຸ້ມຄອງຊັບສິນ ແລະ ດໍາເນີນຄະດີທະນາຄານ ລາວກໍ່ສ້າງ ຈໍາກັດ ສະບັບເລກ ທີ 689/ທຫລ ລົງວັນທີ 03 ທັນວາ 2020 ແລະ ອີງຕາມຂໍ້ຕົກລົງ ວ່າດ້ວຍການຈ່າຍຄືນເງິນຝາກ ໃຫ້ລູກຄ້າເງິນຝາກ ສະບັບເລກທີ 09/ຄຊ. ທລກ ລົງວັນທີ 30 ມິຖຸນາ 2021.

ປະຈຸບັນ, ທຫລ ກະກຽມ ຈ່າຍຄືນເງິນຝາກ ໃຫ້ແກ່ລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ. ສຳລັບການຈ່າຍຄືນເງິນຝາກ ແມ່ນອີງຕາມຈໍານວນເງິນ ຕົວຈິງ ທີ່ສາມາດເກັບກູ້ຊັບສິນຂອງທະນາຄານຮອດປະຈຸບັນ ໂດຍການນໍາໃຊ້ຖານຕົວເລກເງິນຝາກຮອດມື້ ທີ່ທະນາຄານດັ່ງກ່າວ ຖືກຄວບຄຸມໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນຊໍາລະຄືນເຂົ້າບັນຊີເງິນຝາກຂອງລູກ ຄ້າທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ (ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ, ທະ ນາຄານ ພັດທະນາລາວ ແລະ ທະນາຄານ ສົ່ງເສີມກະສິກໍາ), ສ່ວນທີ່ເຫຼືອ ແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫຼັງທີ່ສານໄດ້ຕັດສິນ ແລະ ການປະຕິບັດຕາມຄໍາຕັດສິນຂອງສານ.

ທ່ານຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ຮຽກຮ້ອງມາຍັງລູກຄ້າເງິນຝາກ ຂອງທະນາຄານ ລາວກໍ່ ສ້າງ ຈໍາກັດ ປະຕິບັດຄື:

  1. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເປີດໄວ້ຢູ່ທະນາຄານທຸ ລະກິດຂອງລັດແລ້ວ ກໍໃຫ້ໄປສະໜອງຂໍ້ມູນເງິນຝາກຂອງຕົນ ແລະ ປະກອບເອກະສານໃນການເບີກຈ່າຍເງິນຕາມການແນະນໍາ ຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ (ພ້ອມກັນນັ້ນ ໃຫ້ກຽມເອກະສານ ເພື່ອມາຢັ້ງຢືນຄວາມຖືກຕ້ອງຂອງ ເງິນຝາກ ຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ໜັງສືຜ່ານແດນ ຫຼື ປຶ້ມ ສໍາມະໂນຄົວ).
  2. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງຈໍາກັດ ທີ່ຍັງບໍ່ທັນໄດ້ເປີດບັນຊີນໍາທະນາຄານທຸລະກິດຂອງລັດ ກໍ່ໃຫ້ໄປເປີດບັນຊີເງິນຝາກນໍາທະນາຄານທຸລະກິດຂອງລັດ ໂດຍແຈ້ງຈຸດປະສົງຂອງການເປີດບັນຊີ ແມ່ນເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນ ທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ.
  3. ໃຫ້ລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງຈໍາກັດ ໄປສະໜອງຂໍ້ມູນເງິນຝາກຂອງຕົນ ທີ່ທະນາ ຄານ ລາວກໍ່ສ້າງ ຈໍາກັດ ດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂ້າງເທິງ ນັບແຕ່ວັນທີ 12 ຫາ 30 ກໍລະກົດ 2021.

ທ່ານ ອາລຸນ ບຸນຍົງ ຢືນຢັນວ່າ: ການເບີກຈ່າຍເງິນຄືນແມ່ນ ທຫລ ຈະໂອນເງິນ ຜ່ານທະນາຄານທຸລະກິດລັດ 3 ແຫ່ງ ເພື່ອເຂົ້າບັນຊີເງິນຝາກ ຂອງລູກຄ້າພ້ອມກັນທັງໝົດ ຕາມຂໍ້ມູນທີ່ລູກຄ້າມາແຈ້ງໄວ້ກັບຄະນະຮັບຜິດຊອບ ແລະ ຈະຈ່າຍໃຫ້ສຳເລັດພາຍຫຼັງ ທີ່ລູກຄ້າມາແຈ້ງຂໍ້ມູນຄົບຖ້ວນ ເຊິ່ງຈະໃຫ້ສຳເລັດພາຍໃນເດືອນສິງຫາ 2021 ນີ້.

ຫາກລູກຄ້າທີ່ຝາກເງິນຢູ່ ທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ຢາກຊອບຖາມຂໍ້ມູນເພີ່ມເຕີມ ກະລຸນາໂທຕິດຕໍ່ ມາຍັງຄະນະຮັບຜິດຊອບການເບີກຈ່າຍເງິນຝາກ ຂອງລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດໄດ້ ທີ່ເບີໂທລະສັບ 030 9336690; 030 9338065; 030 9335094 ຕາມໂມງລັດຖະການ ແລະ ຂໍໃຫ້ທຸກທ່ານ ຈົ່ງປະຕິບັດຕາມມາດຕະການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ຂໍ້ມູນ: ຂ່າວເສດຖະກິດ-ການຄ້າ

ແຂວງສະຫວັນນະເຂດ ແຈ້ງການ (ເພີ່ມເຕີມ) ການເພີ່ມທະວີມາດຕະການປ້ອງກັນ ຕ້ານໂຄວິດ-19

ແຂວງ ສະຫວັນນະເຂດ ໄດ້ອອກແຈ້ງການ​ເພີ່ມເຕີມ ເລື່ອງການເພີ່ມທະວີມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ-19.

ເພື່ອສືບຕໍ່ເພີ່ມທະວີການປ້ອງກນ, ຄວບຄຸມ ແລະ ສະກັດກັນການລະບາດ ຂອງພະຍາດໂຄວິດ-19 ໃຫ້ເຂັ້ມງວດ, ມີປະສິດທິພາບ ແລະ ຮັບປະກັນບໍ່ໃຫ້ເກີດລະບາດອີກຮອບໃໝ່ ຢູ່ໃນຊຸມຊົນທົ່ວແຂວງສະຫວັນນະເຂດ, ຄະນະສະເພາະກິດຂັ້ນແຂວງມີຄວາມຈຳເປັນອອກມາດຕະການເພີ່ມເຕີມດັ່ງນີ້

1..ໃຫ້ເຈົ້າໜ້າທີ ປກສ ຈັກຳລັງຕັ້ງຈຸດກວດກາຜູ້ເດີນທາງເຂົ້າ-ອອກ ແຂວງສະຫວັນນະເຂດ ຕາມຈຸດຕ່າງໆດັ່ງນີ້

  • ​ຢູ່ເຊນວນ ເມືອງສອງຄອນ.
  • ຊາຍແດນເມືອງທ່າປາງທອງຫາເມືອງຕຸ້ມລານ ແຂວງສາລະວັນ.
  • ຂົວເຊບັ້ງໄຟ ເສັ້ນທາງເລກທີ 13
  • ຂົວຂ້າມເຊບັ້ງໄຟ ເມືອງໄຊບູລີ ແຂວງສະຫວັນນະເຂດ​ຫາ​ ເມືອງໜອງບົກ ແຂວງຄຳມ່ວນ

ຜູ້ທີ່ຈະເດີນທາງຜ່ານ ຫຼື ເຂົ້າມາແຂວງ ສະຫວັນນະເຂດຈະຕ້ອງມີໃບອະນຸຍາດ ເດີນທາງຈາກ ຄະນະສະເພາະກິດດ້ານໂຄວິດ-19 ຂັ້ນແຂວງຕົ້ນທາງ ແລະ ມີບັດຢືນຢັນສັກວັກແຊງຄົບ 02 ເຂັ້ມ ຈຶ່ງອະນຸຍາດເດີນທາງເຂົ້າມາໄດ້.

2.ໃຫ້ເຈົ້າໜ້າທີ ປກສ ນະຄອນ, ເມືອງ ແລະ ອຳນາດການປົກຄອງທ້ອງຖິ່ນປະຕິບັດມາດຕະການປັບໃໝ ແລະ ດຳເນີນຄະດີຕໍ່ບຸກຄົນທີ່ລະເມີດວ່າດ້ວຍມາດຕະການຕ້ານ ແລະ ຄວມຄຸມພະຍາດໂຄວິດ-19 ລວມໄປເຖິງຜູ້ປະກອບການທີ່ລະເມີດເປີດຮ້ານບັນເທິງ, ຮ້ານຄາຣາໂອເກະ, ຮ້ານກິນ-ດື່ມ (ທີ່ມີທາດເຫຼົ້າ) ຮ້ານບໍລິການນວດສະປາທຸກປະເພດ,​ ຮ້ານສະໜຸກເກີ້,​ ຮ້ານອິນເຕີເນັດ ແລະ ຮ້ານເກມທຸກປະເພດ ໃນແຂວງສະຫວັນນະເຂດ​ ທີ່​ຍັງລະເມີດແຈ້ງການວ່າດ້ວຍການຕ້ານ ແລະ ຄວບຄຸມພະຍາດໂຄວິດ-19 ດັ່ງນີ້:

-ຄັ້ງທຳອິດ​ ປັບໃຫມ 10,000,000 ກີບ​ ພ້ອມໂຈະກິດຈະການຊົ່ວຄາວ​ພ້ອມທັງນຳຕົວເຈົ້າຂອງຮ້ານໄປສືກສາອົບຮົມ 48 ຊົ່ວໂມງ

-​ຖ້າສືບຕ່ໍລະເມີດ ປັບໃຫມ​ 30,000,000 ກີບແລະ ຖອນໃບອະນຸຍາດກດຳເນີນກິດຈະການຖາວອນ ແລະ​ນຳເຈົ້າຂອງຮ້ານດຳເນີນຄະດີຕາມກົດໝາຍພ້ອມກັນນີ້.