Home Blog Page 208

ແຂວງຜົ້ງສາລີ ໂຈະຊົ່ວຄາວ ສາຍຂົນສົ່ງໂດຍສານ ຕ່າງແຂວງ

ແຈ້ງການຈາກພະແນກ ໂຍທາທິການ ແລະ ຂົນສົ່ງ ເລື່ອງ ໂຈະການຂົນສົ່ງໂດຍສານລະຫວ່າງແຂວງ ຜົ້ງສາລີ-ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ ແລະ ແຂວງ ອຸດົມໄຊ ຊົ່ວຄາວ ເພື່ອປ້ອງກັນ ແລະ ຄວມຄຸມແຜ່ລະບາດເຊື້ອພະຍາດ ໂຄວິດ-19 ລາຍລະອຽດດັ່ງລຸ່ມນີ້:

  1. ຊົ່ວຄາວ ສາຍຂົນສົ່ງ ສາຍຕ່າງແຂວງງ ທັງສາຍເຂົ້າ ແລະ ສາຍອອກ ທຸກສາຍ ນັບແຕ່ວັນທີ 15 ກໍລະກົດ 2021 ເປັນຕົ້ນໄປ ຈົນກວ່າສະພາບປົກກະຕິ ຈຶ່ງກັບມາສືບຕໍ່ດໍາເນີນບໍລິການ.

ດ່ວນທີ່ສຸດ! ຄະນະສະເພາະກິດ ຫຼວງພະບາງ ເລັ່ງຊອກຫາ ແຮງງານ 4 ຄົນ ລັກລອບຜ່ານເຂົ້າມາແຕ່ ເຂດພິເສດສາມຫຼ່ຽມຄໍາ

ດ່ວນທີ່ສຸດ! ຄະນະສະເພາະກິດ ຫຼວງພະບາງ ເລັ່ງຊອກຫາ ແຮງງານ 4 ຄົນ ລັກລອບຜ່ານເຂົ້າມາແຕ່ ເຂດພິເສດສາມຫຼ່ຽມຄໍາ

ຢຶດຢາບ້າເກືອບ 2 ໂຕນ ພ້ອມຜູ້ຖືກຫາ ແລະ ລົດເຄນ

ເຈົ້າໜ້າທີ່ ປກສ ສນ 1191 ສະເມິກ ເມືອງ ໄຊທານີ ຢຶດຢາບ້າ ໄດ້ເກືອບ 2 ໂຕນ

ຕາມການລາຍງານ ຂອງ ຄວາມສະຫງົບ Lao Security News ໃຫ້ຮູ້ວ່າ: ໃນວັນທີ 13 ກໍລະກົດ 2021, ເຈົ້າໜ້າທີ່ຕຳຫຼວດປະຈຳ ສະຖານີ 1191 ສະພັງເມິກ ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ 450 ປີ ໄດ້ພົບເຫັນລົດຖືກສົງໄສ ບັນທຸກເປົາສີຟ້າ ຈຳນວນຫຼາຍເປົາ ແລະ ຜູ້ຂັບລົດມີພິລຸດສົງໄສ.

ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງຂັບລົດໄລ່ຕິດຕາມ ຈົນສາມາດຈັບຄົນຂັບລົດໄດ້ ພ້ອມກວດຄົ້ນເປົ້າໃນລົດພົບເຫັນຢາບ້າ 85 ເປົາ.

ໃນບົດລາຍງານຂອງເຈົ້າໜ້າທີ່ຕຳຫຼວດ ປະຈຳສະຖານີ 1191 ສະພັງເມີກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາປະມານ 10 ໂມງຂອງວັນທີ 13 ກໍລະກົດ ນີ້, ໄດ້ອອກກວດກາລາດຕະເວນຕາມເສັ້ນທາງ 450 ປີ ໄດ້ໄປໂຄ້ງລົດຢູ່ຕໍ່ໜ້າສຸນ ການຄ້າສຸວັນນີ ໄດ້ພົບເຫັນລົດຕ້ອງສົງໄສ ເປັນລົດເຄນ 6 ລໍ້ນ້ອຍ ຂັບຂີ່ມາແຕ່ທາງບ້ານໂຊກ ນ້ອຍ ເມືອງໄຊເສດຖາ ເມື່ອລົດຄັນດັ່ງກ່າວໄດ້ເຫັນສາຍກວດຂອງເຈົ້າໜ້າທີ່ ຈຶ່ງມີທ່າທີ່ຜິດປົກກະຕິ. ດັ່ງນັ້ນ, ເຈົ້າ ໜ້າທີ່ ຈຶ່ງໄດ້ຂັບຂີ່ລົດນຳໄປ ແລະ ຂໍກວດຄົ້ນ. ແຕ່ຄົນຂັບລົດບໍ່ຍອມຈອດ ແລ້ວຂີ່ລົດອອກໄປຢ່າງໄວວາ; ຈາກນັ້ນ, ໄດ້ມີລົດຟໍຈູນເນີ ສີຂາວ ຂີ່ຕາມລົດຄັນດັ່ງກ່າວ ພ້ອມທັງແຊງລົດເຈົ້າໜ້າທີ່ ເພື່ອບໍ່ໃຫ້ລົດເຈົ້າໜ້າທີ່ໄລ່ຕາມລົດເຄນທັນ. ແຕ່ເຈົ້າໜ້າທີ່ ໄດ້ພະຍາຍາມຂີ່ລົດຕິດຕາມ ຈົນຮອດຕໍ່ໜ້າຕະຫຼາດຊຸມຊົນເຂດບ້ານນາແຄ ລົດຟໍຈູນເຈີ ໄດ້ຂີ່ແຊງໜ້າກາຍໄປ ແລະ ລົດເຄນ 6 ລໍ້ ໄດ້ຫຼຸດຜ່ອນຄວາມໄວ ແລ້ວກຳມະກອນຢູ່ຫຼັງລົດເຄນຈຳນວນ 2 ຄົນ ໄດ້ໂຕນໜີ ແລະ ອີກ 2 ຄົນ ຄື: ຄົນຂັບລົດ ແລະ ຜູ້ນັ່ງທາງໜ້າລົດນຳ ກໍກະໂດດລົງຈາກລົດ ເພື່ອເອົາຫຼົບໜີ, ແຕ່ຄົນຂັບລົດໂດດລົງລົດຜິດພາດຕົກລົງກາງທາງ ເຈົ້າໜ້າທີ່ ຈຶ່ງຈັບຕົວໄວ້ໄດ້; ສ່ວນລົດໄດ້ໄຫຼໄປທາງໜ້າປະມານ 50 ແມັດຈຶ່ງຢຸດລົດໄດ້.

ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງເຂົ້າກວດຄົ້ນລົດຄັນດັ່ງກ່າວ ໝາຍເລກທະບຽນ ບຄ 0614 ສີຟ້າ ໃນລົດບັນທຸກເປົາ ສີຟ້າຈຳນວນ 85 ເປົາ ໃນເປົາໜຶ່ງມີຢາບ້າ ຈຳນວນ 10 ມັດ ເທົ່າກັບ 8.488 ມັດ ເທົ່າກັບ 16.976.000 ເມັດ ນໍ້າໜັກລວມທັງໝົດ 1,953 kg; ຜູ້ຂັບລົດເຄນທີ່ເຈົ້າໜ້າທີ່ຈັບໄດ້ຊື່ ທ້າວ ເນັງຊົ່ງ. ປັດຈຸບັນ, ເຈົ້າໜ້າທີ່ ໄດ້ນຳຕົວຜູ້ກ່ຽວ ໄປດຳເນີນການສອບສວນຂະຫຍາຍຜົນ, ສ່ວນຜູ້ທີ່ເອົາຕົວຫຼົບໜີນັ້ນ, ເຈົ້າໜ້າທີ່ ກຳລັງຕິດຕາມນຳຈັບຕົວມາດຳເນີນຄະດີ.

ຮັບໂທດຕາມກົດໝາຍແລ້ວ ຜູ້ທີ່ກ່ຽວຂ້ອງ ການລະບາດ ໂຄວິດ-19 ໃນເດືອນ ເມສາ 2021

ໃນວັນທີ 15 ກໍລະກົດ 2021, ຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕັດສິນຄະດີທີ່ມີຈໍາເລີຍຊື່ ນາງ ພາວະດີ ຫຼື ຕຸກຕິກ (ຈໍາເລີຍ 1) ອາຍຸ 26 ປີ ຢູ່ບ້ານຫຼັກ 2 ເມືອງ-ແຂວງສາລະວັນ, ນາງ ມອນມີນາ ຫຼື ຕີນ່າ (ຈໍາເລີຍ 2) ອາຍຸ 22 ປີ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທ້າວ ພານ (ຈໍາເລີຍ 3) ອາຍຸ 46 ປີ ຢູ່ບ້ານໝາກນາວເໜືອ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ທ້າວ ພູໃສ ຫຼື ຕື້ (ຈໍາເລີຍ 4) ອາຍຸ 34 ປີ ຢູ່ບ້ານໂພນສະຫວ່າງໃຕ້ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ນາງ ສອນນາລີ ຫຼື ນີນ່າ (ຈໍາເລີຍ 5) ອາຍຸ 21 ປີ ຢູ່ບ້ານສະໜາມໄຊ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ແລະ ທ້າວ ສົມປະສົງ (ຈໍາເລີຍ 6) ອາຍຸ 24 ປີ ຢູ່ບ້ານທ່າແຮ່ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ຕາມຄໍາສັ່ງຟ້ອງຂອງອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໃນຂໍ້ຖືກຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງກະທໍາຜິດ ຕາມປະມວນກົດໝາຍອາຍາ ມາດຕາ 128 ວັກ 02, ມາດຕາ 199 ວັກ 03 ແລະ 380 ວັກ 01. ໂດຍມີເນື້ອໃນຄະດີລະອຽດດັ່ງລຸ່ມນີ້:

1.ນາງ ພາວະດີ ຫຼື ຕຸກຕິກ (ຈໍາເລີຍ 1) ໄດ້ຮັບສາລະພາບວ່າ: ໄດ້ຮູ້ຈັກ ແລະ ຕິດຕໍ່ພົວພັນກັບນາງ ມອນມີນາ ຫຼື ຕິນ່າ ມາແຕ່ເດືອນພະຈິກ 2019 ເປັນຕົ້ນມາ ແລະ ມາຮອດວັນທີ 8 ມີນາ 2021 ຜູ້ກ່ຽວຈຶ່ງໄດ້ຮູ້ຈັກ ກັບຄົນໄທ ຈໍານວນ 2 ຄົນທີ່ລັກລອບເຂົ້າເມືອງແບບຜິດກົດໝາຍ ຊື່ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ ແທ້; ເຊິ່ງໃນນັ້ນ ນາງ ພາວະດີ ຍັງເຄີຍລັກຂ້າມໄປຫາທ້າວ ຊິດຕະພົນ (ຄົນຮັກ) ແລະ ທັງສອງກໍໄດ້ຕິດຕໍ່ພົວພັນ, ຂົນຂວາຍໂຄສະນາຊວນເຊື່ອ, ອໍານວຍຄວາມສະດວກໃຫ້ການຊ່ວຍເຫຼືອທ້າວ ຊິຕະພົນ ແລະ ທ້າວ ຖະນະກິດ ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ລັກລອບເຂົ້າ-ອອກ ສປປ ລາວ ດ້ວຍການໄປຮັບເອົາ ແລ້ວພາໄປຫຼິ້ນໄປທ່ຽວ (ແພ່ເຊື້ອ) ຢູ່ຮ້ານບັນເທີງທັງໃນແຂວງສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ຈົນເປັນສາເຫດເຮັດໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດເປັນຈໍານວນຫຼວງຫຼາຍ. ຈຳເລີຍ ຈິ່ງມີຄວາມຜິດໃນຂໍ້ຖືກ ຫາ ການຂົນຂວາຍສົ່ງຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ, ການແຜ່ເຊື້ອພະຍາດ ທີ່ຮ້າຍແຮງ ແລະ ປິດບັງການກະທຳຜິດ. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາເລີຍ ເປັນເວລາ 10 ປີ ກັບ 3 ເດືອນ ແລະ ປັບໃໝ 105.000.000 ລ້ານກີບ. ແຕ່ຍ້ອນການກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ໂດຍໄດ້ຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 5 ປີ 1 ເດືອນ ກັບ 15 ວັນ ແລະ ປັບໃໝ 52.500.000 ກີບ

2.ນາງ ມອນມີນາ ຫຼື ຕິນ່າ (ຈໍາເລີຍ 2) ໄດ້ຮັບສາລະພາບວ່າ: ໄດ້ໃຫ້ການຮ່ວມມື, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ (ຄົນໄທ) ໃນການມາແພ່ເຊື້ອພະຍາດໂຄວິດ-19 ໂດຍຜູ້ກ່ຽວໄດ້ຮູ້ຈັກກັບນາງ ພາວະດີ ແລະ ໄດ້ຕິດຕໍ່ພົວພັນຄົນໄທຂຶ້ນມາຫຼິ້ນບຸນປີໃໝ່ ຢູ່ນະຄອນຫຼວງວຽງຈັນ ເຊິ່ງຜູ້ກ່ຽວກໍໄດ້ໄປຮັບນາງ ພາວະດີພ້ອມໝູ່ຄົນໄທ ໄປຫຼິ້ນ-ທ່ຽວຕາມຮ້ານອາຫານ-ບັນເທິງ ຈໍານວນຫຼາຍຮ້ານ ເປັນເວລາຫຼາຍວັນ; ເຫັນວ່າ ນາງ ມອນມະນີ ຫຼື ຕິນ່າ ໄດ້ກະທໍາຜິດໃນສະຖານ ການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ; ເບື້ອງຕົ້ນ ຄະນະສານອາຍາ ໄດ້ຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 7 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ. ຍ້ອນການກະທໍາຜິດຂອງຈຳ ເລີຍເປັນການກະທຳຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ດັ່ງນັ້ນ, ຄະນະສານ ຈຶ່ງໄດ້ຫຼຸດຜ່ອນໂທດທາງອາຍາໃຫ້ຈຳເລີຍ ໂດຍຕັດສິນຕັດອິດສະຫຼະພາບ 3 ປີ 7 ເດືອນ ກັບ 15 ວັນ ແລະ ປັບໃໝ 27.500.000 ກີບ.

3.ທ້າວ ພານ (ຈໍາເລີຍ 3) ໄດ້ກະທໍາຜິດໃນຂໍ້ກ່າວຫາ ການຂົນຂວາຍສົ່ງຄົນອອກ ຫຼື ເອົາຄົນເຂົ້າປະເທດແບບຜິດກົດໝາຍ ເຊິ່ງມັນສະແດງອອກ ໂດຍຜູ້ກ່ຽວໄດ້ຕິດຕໍ່ພົວພັນ, ຂົນຂວາຍໂຄສະນາຊວນເຊື່ອ, ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ນາງ ພາວະດີ ແລະ ທ້າວ ຊິດຕະພົນ (ຄົນໄທ) ລັກໜີອອກຈາກ ສປປ ລາວ ໂດຍການຂັບລົດກະບະໝາຍເລກທະບຽນ 8586 ກໍາແພງນະຄອນ ໄປຮັບພວກກ່ຽວຢູ່ເຮືອນພັກ ແລ້ວພາພວກກ່ຽວລັກໜີອອກນອກປະເທດຜ່ານທາງເຮືອນ້ອຍຂ້າມນໍ້າຂອງ ແລ້ວຮັບເອົາຄ່າຈ້າງນໍານາງ ພາວະດີ ມອບໃຫ້ເປັນຜົນປະໂຫດ; ດ້ວຍເຫດນີ້ ຄະນະສານຈຶ່ງໄດ້ຕັດສິນຕັດອິດສະລະພາບຈໍາເລີຍ 3 ປີ ປັບໃໝ 50.000.000 ກີບ ຕາມປະມວນກົດໝາຍອາຍາມາດຕາ 128 ວັກ 02. ແຕ່ຈຳເລີຍໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ໂດຍຕັດອິດສະຫຼະພາບ 1 ປີ 6 ເດືອນ ແລະ ປັບໃໝ 25.000.000 ກີບ.

4.ທ້າວ ພູໃສ ຫຼື ຕື້ (ຈໍາເລີຍ 4) ໄດ້ກະທໍາຜິດໃນສະຖານການແພ່ເຊື້ອພະຍາດທີ່ຮ້າຍແຮງ ແລະ ການປິດບັງການກະທໍາຜິດ ໂດຍໄດ້ມີການຕິດຕໍ່ພົວພັນ, ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອ ທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ (ຄົນໄທ) ເຊິ່ງພວກກ່ຽວແມ່ນໄດ້ຮູ້ຈັກກັນມາແຕ່ປີ 2019 ແລະ ໄດ້ພົວພັນກັນມາ, ພາຍຫຼັງທີ່ຄົນໄທທັງສອງລັກລອບເຂົ້າມາ ສປປ ລາວ ຜ່ານທາງແຂວງສະຫວັນນະເຂດ ແມ່ນໄດ້ຕິດຕໍ່ ແລະ ຊັກຊວນກັນໄປຫາຢູ່ຮ້ານຄາລາໂອເກະ ແລະ ຮ້ານສະໜຸກເກີ ທັງໆທີ່ຜູ້ກ່ຽວກໍຮັບຮູ້ດີວ່າ ເປັນໄລຍະທີ່ປະເທດລາວເຮົາປິດດ່ານ-ເຂົ້າອອກລະຫວ່າງປະເທດ ແລະ ການຈັດຕັ້ງກໍໄດ້ມີມາດຕະການຕ່າງໆເພື່ອຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19, ນອກນັ້ນ, ເມືອງຄົນໄທສອງຄົນລັກລອບເຂົ້າມາ ຜູ້ກ່ຽວຍັງບໍ່ໄດ້ລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຊາບ. ດ້ວຍເຫດຜົນດັ່ງກ່າວ ຄະນະສານອາຍາ ຈຶ່ງໄດ້ຕັດສິນຕັດອິດສະລະພາບຈໍາເລີຍ 7 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ ຕາມປະມານກົດໝາຍອາຍາ ມາດຕາ 199 ວັກ 03 ແລະ 380 ວັກ 01. ແຕ່ຜູ້ກ່ຽວໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດ ໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ໂດຍໄດ້ຕັດອິດສະຫຼະພາບ ທ້າວ ພູໃສ 3 ປີ 7 ເດືອນ ກັບ 15 ວັນ ແລະ ປັບໃໝ 27.500.000 ກີບ.

5.ນາງ ສອນນາລີ ຫຼື ນີນ່າ (ຈໍາເລີຍ 5) ໄດ້ກະທໍາຜິດໃນຂໍ້ກ່າວຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ແລະ ການປິດບັງກະທໍາຜິດ ໂດຍຜູ້ກ່ຽວໄດ້ນໍາໃຊ້ລົດເກັງເກຍປີແຄນໂຕ້ ສີຂຽວ ພານາງ ພາວະດີ ໄປຮັບເອົາຄົນໄທສອງຄົນທີ່ລັກລອບເຂົ້າມາ ສປປ ລາວ ຢ່າງຜິດກົດໝາຍ ແລ້ວພາຄົນໄທ ພ້ອມທັງນາງ ພາວະດີ ໄປສົ່ງຢູ່ໂຮງແຮມ ແລະ ໄປຫຼິ້ນຢູ່ຮ້ານຄາລາໂອເກະ ດ້ວຍເຫດຜົນດັ່ງກ່າວ ຄະນະສານຈຶ່ງເຫັນຄວນຕັດສິນຕັດອິດສະລະພາບຈໍາເລີຍ 3 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ. ຍ້ອນຈຳເລີຍໄດ້ກະທໍາຜິດພຽງຄັ້ງດຽວ ແລະ ມີຄວາມຈິງໃຈລາຍງານຕໍ່ເຈົ້າໜ້າທີ່ຕາມປະມວນກົດ ໝາຍອາຍາ ມາດຕາ 64 ຂໍ້ 10, ຄະນະສານ ຈຶ່ງເຫັນຄວນຫຼຸດຜ່ອນໂທດທາງອາຍາໃຫ້ ຈຳເລີຍ ຕາມມາດຕາ 78 ຂອງປະມວນກົດໝາຍອາຍາ ໂດຍໄດ້ຕັດສິນຕັດອິດສະຫຼະພາບຈຳເລີຍ 1 ປີ 7 ເດືອນ ກັບ 15 ວັນ ພ້ອມທັງປັບໃໝ 25.000.000 ກີບ.

6.ທ້າວ ສົມປະສົງ (ຈໍາເລີຍ 6) ກະທໍາຜິດໃນຂໍ້ຫາ ການຂົນຂວາຍຄົນອອກ ຫຼື ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ແລະ ການປິດບັງກະທໍາຜິດ ໂດຍຜູ້ກ່ຽວໄດ້ໃຫ້ການຊ່ວຍເຫຼືອທ້າວ ຊິດຕະພົນ ແລະ ທ້າວ ຖະນະກິດ ທີ່ລັກລອບເຂົ້າມາ ສປປ ລາວ ດ້ວຍການຂ້າມມາທາງແມ່ນໍ້າຂອງ ແລ້ວນໍາໃຊ້ລົດຈັກໄປຮັບເອົາຄົນໄທທັງສອງໄປສົ່ງໃຫ້ນາງ ພາວະດີ ແລ້ວກໍພາກັນໄປເລາະຫຼິ້ນຢູ່ຮ້ານບັນເທີງ ດ້ວຍເຫດນີ້ ຄະນະສານອາຍາ ຈຶ່ງໄດ້ຕັດສິນລົງໂທດຕັດອິດສະລະພາບຈໍາເລີຍ 3 ປີ ກັບ 3 ເດືອນ ແລະ ປັບໃໝ 55.000.000 ກີບ. ແຕ່ການກະທຳຜິດຂອງ ຈຳເລີຍ ເປັນການກະທຳຜິດພຽງຄັ້ງດຽວ ແລະ ຈິງໃຈລາຍງານຕໍ່ເຈົ້າໜ້າທີ່ ຕາມປະມວນກົດໝາຍ ອາຍາ ມາດຕາ 64 ຂໍ້ 10, ຄະນະສານອາຍາ ຈິ່ງໄດ້ຫຼຸດຜ່ອນໂທດໃຫ້ຈຳເລີຍຕາມສົມຄວນ ໂດຍ ໄດ້ ຕັດອິດສະຫຼະພາບ 1 ປີ 7 ເດືອນ ກັບ 15 ວັນ ພ້ອມປັບໃໝ 25.000.000 ກີບ.

ຂ່າວ: Lao National Radio, ມົດແດງນ້ອຍ ແລະ ພາບ: ອາພິນຍາ

ພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ

ຕາມ ມີເດຍລາວ ລາຍງານ: ໃນວັນທີ 12 ກໍລະກົດ 2021 ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າຝຣັັ່ງ (EDF) ໄດ້ຮ່ວມລົງນາມໃນສັນຍາວ່າດ້ວຍການພັດທະນາໂຄງການ (PDA) ພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີ່ອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າເທີນ 2 ຢູ່ແຂວງຄໍາມ່ວນ, ຕາງໜ້າຝ່າຍລາວ ຮ່ວມລົງນາມໃນຄັັ້ງນີ້ ແມ່ນທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຝ່າຍບໍລິສັດ EDF ໂດຍທ່ານ ນາງ ເບອາທຣິດ ບັບຟົງ ອໍານວຍການປະຈໍາຄະນະບໍລິຫານກຸ່ມບໍລິສັດ EDF ຜູ້ຊີ້ນໍາພະແນກສາກົນ.

ພິທິລົງນາມໄດ້ຈັດຂຶ້ນ ໃນຮູບແບບການປະຊຸມທາງໄກ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ. ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍໍ່ແຮ່, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ບັນດາຜູ້ຕາງໜ້າຈາກກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ເອກອັກຄະລັດຖະທູດຝຣັັ່ງ ແລະ ລາຊະອານາຈັກໄທ ປະຈໍາ ສປປ ລາວ ແລະ ຄະນະອໍານວຍການ ບໍລິສັດໄຟຟ້ານໍ້າເທີນ 2 (NTPC) ແລະ ການຮ່ວມຮູບແບບການປະຊຸມທາງໄກ ໂດຍບັນດາຜູ້ຕາງໜ້າ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ແລະ ບໍລິສັດໄຟຟ້າຝຣັັ່ງ (EDF) ຈາກນະຄອນຫຼວງປາຣີ ປະເທດຝຣັັ່ງ. ໂຄງການພະລັງງານໄຟຟ້າແສງຕາເວັນແບບປະສົມປະສານ ນໍາພາໂດຍ ບໍລິສັດໄຟຟ້າຝຣັັ່ງ (EDF) ແລະ ຮ່ວມພັດທະນາໂດຍ ລັດວິສາຫະກິດຖືຮຸ້ນລາວ (LHSE) ແລະ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ໂດຍຄາດຄະເນວ່າຈະເລີ່ມການກໍ່ສ້າງໃນປີ 2022 ແລະ ເລີ່ມຜະລິດພະລັງງານໄຟຟ້າ ໃນປີ 2024.

ເຊິ່ງຈະເປັນໂຄງການທີ່ໃຫຍ່ທີ່ສຸດໃນໂລກ, ມີກໍາລັງຕິດຕັ້ງ 240 ເມກາວັດ ກວມເອົາເນື້ອທີ່ 3,2 ກິໂລຕາແມັດ (ໜ້ອຍກ່ວາ 1 ສ່ວນຮ້ອຍຂອງອ່າງເກັບນໍ້າທີ່ມີລະດັບນໍ້າເຕັມອ່າງ). ການຕິດຕັັ້ງພະລັງງານໄຟຟ້າແບບປະສົມປະສານ ຈະສາມາດຜະລິດພະລັງງານໄຟຟ້າຈາກແສງຕາເວັນ ໄປຄຽງຄູ່ກັບການຜະລິດໄຟຟ້າພະລັງງານນໍ້າຕົກ (1.080 ເມກາວັດ), ມີຈຸດປະສົງເພື່ອຮັກສານໍ້າໄວ້ເມື່ອມີແສງຕາເວັນ ໂດຍລະບົບຜະລິດໄຟຟ້າພະລັງງານນໍ້າຈະນໍາໃຊ້ນໍ້າໜ້ອຍລົງ ໂດຍຈະນໍາໃຊ້ພະລັງງານແສງຕາເວັນແທນ, ເພື່ອເກັບຮັກສານໍ້າໄວ້ໃຊ້ໃນລະດູແລ້ງ. ໂດຍສະເລ່ຍໂຄງການນີ້ຈະຊ່ວຍເພີ່ມກໍາລັງການຜະລິດໄຟຟ້າທັງໝົດ ຂອງໂຄງການໄຟຟ້ານໍ້າເທີນ 2 ຂຶ້ນອີກ 6 ສ່ວນຮ້ອຍ. “ໂຄງການພະລັງງານໄຟຟ້າແບບປະສົມປະສານ NT2-Solar ຈະຕອບສະໜອງພະລັງງານໄຟຟ້າທີ່ສະອາດ, ປອດໄພ, ຍືນຍົງ ແລະ ໃນລາຄາທີ່ສົມເຫດສົມຜົນ,

ໂດຍທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໜ້ອຍທີ່ສຸດ. ແນວຄວາມຄິດໃນການປະຢັດການນໍາໃຊ້ນໍ້າສໍາລັບການຜຼິດ ໂດຍການນໍາໃຊ້ພະລັງງານແສງຕາເວັນ ເພື່ອຊ່ວຍເພີ່ມປະສິດຕິຜົນຂອງການຜະລິດ ໄຟຟ້າພະລັງງານນໍ້າໃຫ້ມີຄວາມໝັ້ນຄົງ, ເປັນນະວັດຕະກໍາໃນການຜະລິດພະລັງງານໄຟຟ້າທົດແທນທີ່ໜ້າເຊື່ອຖື. ໂຄງການດັ່ງກ່າວໄດ້ເຮັດໃຫ້ EDF ມີຄວາມເຊື່ອໝັ້ນ ແລະ ຍິນດີສືບຕໍໍ່ພັດທະນາໂຄງການຮ່ວມກັບ ລັດຖະບານ ແຫ່ງ ສປປ ລາວ ພ້ອມດ້ວຍ EGCO ແລະ LHSE.” ໂຄງການນໍ້າເທີນ 2 ແມ່ນຜົນສໍາເລັດອັນຍິ່ງໃຫຍ່ຂອງນະໂຍບາຍສົ່ງເສີມການລົງທຶນຂອງ ສປປ ລາວ.

ໂຄງການໄຟຟ້າພະລັງງານແສງຕາເວັນ ນໍ້າເທີນ 2 ຈະເປັນການປະກອບສ່ວນທີ່ສໍາຄັນຕໍ່ນະໂຍບາຍດ້ານພະລັງງານຂອງພວກເຮົາ, ນັ້ນແມ່ນການສົ່ງເສີມການຜະລິດໄຟຟ້າພະລັງງານນໍ້າໄປພ້ອມກັບພະລັງງານທົດແທນອື່ນໆ. ”ໂຄງການນໍ້າເທີນ 2 ເປັນໂຄງການໄຟຟ້າພະລັງງານນໍ້າ (ກໍາລັງຕິດຕັັ້ງ 1.080 ເມກາວັດ) ພາຍໃຕ້ການຮ່ວມມືລະຫວ່າງເອກະຊົນ ກັບ ລັດຖະບານແຫ່ງ ສປປ ລາວ ທີ່ຖືຮຸ້ນໃນໂຄງການ ຈໍານວນ 25% ໂດຍ ລັດວິສາຫະກິດຖືຮຸ້ນລາວ (LHSE), ບໍລິສັດໄຟຟ້າຝຣັັ່ງ (EDF) ຖືຮຸ້ນໃນໂຄງການ ຈໍານວນ 40% ແລະ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ຖືຮຸ້ນໃນໂຄງການ ຈໍານວນ 35% ແລະ ມີສັນຍາສໍາປະທານ 25 ປີ ນັບຕັ້ງແຕ່ປິ 2010.

ໂຄງການນໍ້າເທີນ 2 ຜະລິດໄຟຟ້າ ຈໍານວນ 6.000 ກິກກາວັດໂມງ (GWh) ຕໍໍ່ປີ, ສະໜອງໄຟຟ້າພາຍໃນ ສປປ ລາວ 5% ແລະ ສົ່ງອອກໃຫ້ ຣາຊະອະນາຈັກໄທ 95%. ບໍລິສັດໄຟຟ້າຝຣັ່ງ (EDF) ແມ່ນບໍລິສັດຝຣັ່ງທີ່ຄຸ້ມຄອງໂດຍລັດຖະບານ ແລະ ເປັນຜູ້ນໍາໃນຕະຫຼາດພະລັງງານໃນຢູໂຣບ. ກຸ່ມບໍລິສັດ EDF ແມ່ນບໍລິສັດພະລັງງານທີ່ດໍາເນີນກິດຈະການໃນທຸກສາຂາອຸດສາຫະກໍາ ເຊັ່ນ: ການຜະລິດ, ການສະໜອງ, ການຈໍາໜ່າຍ, ການຄ້າ ແລະ ຂາຍພະລັງງານ.

ລັດວິສາຫະກິດຖືຮຸ້ນລາວ (LHSE) ແມ່ນບໍລິສັດຂອງລັດວິສາຫະກິດ ສ້າງຕັ້ງຂຶ້ນໃນປີ 2005 ເພື່ອຖືຮຸ້ນໃຫ້ລັດຖະບານ ໃນບັນດາໂຄງການໂຄງຮ່າງພື້ນຖານຂະໜາດໃຫຍ່, ລວມທັງ ໂຄງການນໍ້າເທີນ 2. ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ແມ່ນຜູ້ຜະລິດພະລັງງານເອກະຊົນຜູ້ທໍາອິດໃນຣາຊະອະນາຈັກໄທ. ໂຮງງານໄຟຟ້າຂອງ EGCO ຕອບສະໜອງໄຟຟ້າສໍາລັບການຊົມໃຊ້ພາຍໃນປະເທດໄທ ແລະ ຕ່າງປະເທດ, ໂດຍນໍາໃຊ້ແຫຼ່ງພະລັງງານຫຼາຍຊະນິດ ເຊັ່ນ: ແກັສທຳມະຊາດ, ຖ່ານຫີນ, ຊີວະມວນ, ພະລັງງານນ້ຳ, ພະລັງງານແສງຕາເວັນ, ພະລັງງານລົມ ແລະ ຄວາມຮ້ອນໃຕ້ດິນ.

ສປປ ລາວ ມີຜູ້ເສຍຊີວິດໃໝ່ 1 ຄົນ ຈາກໂຄວິດ-19

ອີງຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 15 ກໍລະກົດ 2021 : ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ໄດ້ກວດວິເຄາະທັງໝົດ 1,451 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 116 ຄົນ, ຈາກ ນະຄອນຫຼວງ 01 ກໍລະນີ, ຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ, ສາລະວັນ 04 ກໍລະນີ ແລະ ອຸດົມໄຊ 01 ກໍລະນີ.

ໃນນັ້ນ ມີກໍລະນີນຳເຂົ້າ 114 ຄົນ ມາຈາກ ແຂວງຈໍາປາສັກ 41 ກໍລະນີ, ສະຫວັນນະເຂດ 67 ກໍລະນີ, ຄໍາມ່ວນ 02 ກໍລະນີ ແລະ ສາລະວັນ 04 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ສ່ວນຕິດເຊື້ອໃນຊຸມຊົນ 2 ຄົນ ມາຈາກນະຄອນຫຼວງ 1 ຄົນ  ແລະ ອຸດົມໄຊ 1 ຄົນ ເຊິ່ງມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າທີ່ຜ່ານມາ.

– ສຳລັບ ກໍລະນີໃໝ່ ໃນນະຄອນຫຼວງວຽງຈັນ ແມ່ນເປັນພະຍາບານ ເຊິ່ງຕິດເຊື້ອຈາກການດູແລປິ່ນປົວຄົນເຈັບໂຄວິດ-19 ເຊິ່ງມີຜູ້ສຳຜັດໃກ້ຊິດ 6 ຄົນ, ຜູ້ກ່ຽວແມ່ນບໍ່ໄດ້ໄປໃສ, ສຳລັບ ຜູ້ໃກ້ຊິດ ແມ່ນຖືກເກັບຕົວຢ່າງ ຜົນກວດໃຫ້ຜົນລົບ ແລະ ຖືກສົ່ງເຂົ້າຈຳກັດບໍລິເວນ ຢູ່ສະຖານທີ່ກຳນົດໄວ້.​

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 3,092 ຄົນ, ເສຍຊີວິດສະສົມ 4 ຄົນ ( ເສຍຊີວິດໃໝ່ 1) ແລະ ກໍາລັງປິ່ນປົວ ທັງໝົດ 708 ຄົນ.

-ຜູ້ເສຍຊີວິດ 1 ກໍລະນີ ເປັນເພດຊາຍ, ອາຍຸ 67 ປີ ຕິດເຊື້ອຈາກຄົນໃນຄອບຄົວ ຜູ້ກ່ຽວມີໂລກປະຈຳໂຕ ເປັນພະຍາດ ໝາກໄຂ່ຫຼັງຍາວນານ

ປະຈຸບັນ ຈຳນວນບ້ານແດງ ແລະ ບ້ານເຫຼືອງ ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ.

ສະຫວັນນະເຂດ ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19

ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19

ຕາມ Media Laos ລາຍງານ 15/7/2021 ເພື່ອເປັນການຮອງຮັບດ້ານສະຖານທີ່ປິ່ນປົວສຳລັບຜູ້ຕິດເຊື້ອພະຍາດໂຄວິດ 19 ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດຂອງຜູ້ຕິດເຊື້ອພະຍາດໂຄວິດ 19 ພາຍໃນສູນປິ່ນປົວ ຊຶ່ງແຂວງສະຫວັນນະເຂດກໍ່ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆຂອງປະເທດ ແລະ ກໍ່ມີແຮງງານເປັນຈຳນວນຫຼວງຫຼາຍທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງໂດຍສະເພາະແມ່ນປະເທດໄທ ເຊິ່ງໃນແຕ່ລະວັນໄດ້ມີແຮງງານກັບຄືນປະເທດເປັນຈຳນວນບໍ່ໜ້ອຍ ສ່ວນໃຫຍ່ກໍ່ແມ່ນຂ້າມມາທາງຂົວມິດຕະພາບ 2 ສະຫວັນນະເຂດ – ມຸກດາຫານ ໃນນັ້ນກໍ່ໄດ້ມີແຮງງານຈໍານວນໜຶ່ງທີ່ກວດພົບວ່າຕິດເຊື້ອພະຍາດໂຄວິດ 19 ຊຶ່ງໃນແຕ່ລະວັນແມ່ນມີຫຼາຍກໍລະນີພໍສົມຄວນ.

ອີງຕາມບົດລາຍງານຂອງຄະນະສະເພາະກິດປ້ອງກັນ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ 19 ຂັ້້ນແຂວງປະຈຳວັນທີ 13 ກໍລະກົດ 2021 ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວແຂວງສະຫວັນນະເຂດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສະສົມທັງໝົດ 427 ກໍລະນີ,ຕິດເຊື້ອໃໝ່ 7 ກໍລະນີ, ກໍາລັງປິ່ນປົວ 282 ກໍລະນີ.ໃນນີ້ເປັນແຮງງານນຳເຂົ້າຈຳນວນ 401 ກໍລະນີ ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນອີກໃນແຕ່ລະວັນ. ສະນັ້ນທາງຄະນະສະເພາະກິດຂັ້ນແຂວງຈຶ່ງໄດ້ສ້າງໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ 19 ໂດຍໄດ້ກຳນົດເອົາ ບໍລິສັດອາເດີລານ ລາວຈຳກັດ ເປັນໂຮງໝໍສຳລັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ເຊິ່ງຈຸດດັ່ງກ່າວແມ່ນມີພື້ນທີ່ກວ້າງ ຫ່າງໄກຈາກຊຸມຊົນ ແລະ ສາມາດຮອງຮັບຜູ້ຕິດເຊື້ອໄດ້ສູງເຖິງ 1.000 ຄົນ ມາຮອດປັດຈຸບັນໂຮງໝໍດັ່ງກ່າວແມ່ນສາມາດເປີດໃຫ້ບໍລິການປິ່ນປົວເປັນທີ່ຮຽບຮ້ອຍແລ້ວ.ພາບ-ຂ່າວ: ອັກສອນສິນ ພົມມະຈັນ

ຮ່ວມເຊຍ 4 ນັກກິລາ ໄດ້ສິດໄປ ໂອແລມປິກ ທີ່ຍີ່ປຸ່ນ

ຄະນະກໍາມະທິການໂອແລມປິກແຫ່ງຊາດລາວ ປະກາດຢ່າງເປັນທາງການ ໃນທ້າຍອາທິດທີ່ຜ່ານມາ ສໍາລັບນັກກິລາລາວ ທີ່ຈະເຂົ້າຮ່ວມຊີງໄຊໃນໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021. ສໍາລັບ 4 ນັກກິລາທີ່ໄດ້ໄປປະກອບມີ:

1.ທ້າວ ສຸພະໄຊ ສິດທິສານ ນັກກີລາຢູໂດ ລົງແຂ່ງຂັນໃນຮຸ່ນ 60 ກິໂລ

2.ນາງ ສິຣິອາລົມ ບຸດຈະເລີນ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ

3.ທ້າວ ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ

4.ນາງ ສິຣິນາ ພະອໍາໄພ ນັກກີລາແລ່ນ-ລານ ປະເພດແລ່ນ 110 ແມັດ

ສ່ວນ 2 ນັກກີລາທີ່ບໍ່ໄດ້ໄປປະກອບມີ:
1.ທ້າວ ວໍເຕີ ນັກກິລາມວຍສາກົນຊາຍ ອາເມຣິກາ ເຊື້ອສາຍລາວ ຕົວແທນທີມຊາດລາວ

2.ທ້າວ ອານຸສອນ ນັກແລ່ນຂ້າມຮົ້ວ 110

ດັ່ງທີ່ເຮົາຮູ້ ໂຄວິດ-19 ຍັງຄົງແຜ່ລະບາດຢູ່ທົ່ວໂລກ ລວມທັງປະເທດລາວເຮົາ ກໍຍັງພົບກໍລະນີທີ່ຕິດເຊື້ອໃນຊຸມຊົນ ເລີຍເຮັດໃຫ້ຫຼາຍຢ່າງພົບຄວາມຍຸ້ງຍາກບໍ່ວ່າວຽກງານໃດກໍຕາມ.

ພະແນກສາທາລະນະສຸກແຂວງໄຊຍະບູລີ ປະກາດພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນບໍານານ

ຕາມ News.XBL ລາຍງານ ພິທີປະກາດ ພະນັກງານ-ລັດຖະກອນຮັບອຸດໜູນບໍານານພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2021 ນີ້ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມມີ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງການ ແລະ ພະນັກງານເຂົ້າຮ່ວມ.

ທ່ານ ຄູນສະຫວັດ ດີດາລາວົງ ຫົວໜ້າຂະແໜງຈັດຕັ້ງພະແນກສາທາລະນະສຸກແຂວງ ໄດ້ຂືຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 852, 853, 854, 849, 848, 846 ລົງວັນທີ 29 ມິຖຸນາ 2021 ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນ ອອກພັກການຮັບອຸດໜູນບໍານານ. ດັ່ງນັ້ນ ເຈົ້າແຂວງໄຊຍະບູລີ ຕົກລົງ: ໃຫ້ ທ່ານ ດຣ ຄໍາພັນ ຈັນສົມດີ ຮອງອໍານວຍການໂຮງໝໍແຂວງໄຊຍະບູລີ ອອກພັກການຮັບອຸດໜູນບໍານານ ນັບແຕ່ວັນທີ 1 ກໍລະກົດ 2021 ເປັນຕົ້ນໄປ, ທ່ານ ດຣ ທອງຈັນ ອານຸພັນ ຫົວໜ້າຫ້ອງການປະກັນສຸຂະພາບໂຮງໝໍແຂວງ ອອກພັກການຮັບອຸດໜູນບໍານານ, ທ່ານ ດຣ ສົມນຶກ ພົນລັດ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ສັງກັດພະແນກສາທາລະນະສຸກແຂວງ, ທ່ານ ວັນດີ ບຸນເລີດ ວິຊາການຂະແໜງອານາໄມ ແລະ ສົ່ງເສີມສຸຂະພາບ ສັງກັດພະແນກສາທາລະນະສຸກແຂວງ, ທ່ານ ນາງ ສຸວັນນາ ສີລິຍາ ຫ້ອງການປະກັນສຸຂະພາບພະແນກສາທາລະນະສຸກແຂວງ, ທ່ານ ນາງ ຄໍາເຄືອ ແກ້ວໄພທູນ ວິຊາການຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກແຂວງ ອອກພັກການຮັບອຸດໜູນບໍານານ.

ຕອນທ້າຍ ທ່ານ ດຣ ນາງ ໄກຍະສອນ ສີດາ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ໃຫ້ກຽດໂອ້ລົມ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ບັນດາທ່ານໄດ້ປະກອບສ່ວນຄວາມຮູ້ຄວາມສາມາດ, ສະຕິປັນຍາ, ເຫື່ອແຮງ ເຂົ້າໃນວິຊາສະເພາະທີ່ຕົນເອງຮັບຜິດຊອບເປັນໄລຍະເວລາ 30 ກວ່າປີ ແຕ່ແນວໃດກໍ່ຕາມ ເມື່ອພວກທ່ານອອກພັກຜ່ອນໄປແລ້ວ ກໍ່ຂໍໃຫ້ພວກທ່ານຈົ່ງໃຫ້ຄວາມຮ່ວມມືປຶກສາຫາລື ໃຫ້ຄໍາຄິດຄໍາເຫັນຊ່ວຍຊີ້ແນະໃຫ້ພະນັກງານ ຜູ້ທີ່ຈະສືບທອດປ່ຽນແທນໃນອະນາຄົດ ເພື່ອເຂົາເຈົ້າເລົ່ານັ້ນຈະເປັນຜູ້ສືບທອດ ແລະ ພັດທະນາວຽກງານສາທາລະນະສຸກຂອງພວກເຮົາ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ເປັນສິ່ງຍອມຮັບຂອງສັງຄົມເທື່ອລະກ້າວ.

ກອງປະຊຸມ 4 ພາກສ່ວນກ່ຽວກັບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ຄັ້ງທີ VI

ຕາມການລາຍງານຂອງ ປະຊາຊົນ: ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມ 4 ພາກສ່ວນກ່ຽວກັບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ຄັ້ງທີ VI ໃນວັນທີ 14 ກໍລະກົດນີ້ ທີ່ ສປສສ ພາຍໃຕ້ການເປັນປະທານ ຂອງທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງລັດຖະມົນຕີ ກະຊວງຍຸຕິທຳ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມພະນັກງານວິຊາການທີ່ກ້ຽວຂ້ອງເຂົ້າຮ່ວມ.ພາຍຫຼັງກອງປະຊຸມແລກປ່ຽນຄໍາຄິດຄໍາເຫັນ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ V ເປັນຕົ້ນມາ, ເຖິງວ່າການເຄື່ອນໄຫວວຽກງານຈະມີອຸປະສັກ ແລະ ສິ່ງທ້າທາຍຫຼາຍໆດ້ານກໍຕາມ ແຕ່ສານປະຊາຊົນ, ອົງການໄອຍະການປະຊາຊົນ, ເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກໍໄດ້ມີຄວາມພະຍາຍາມ, ບຸກບືນສູ້ຊົນ ດ້ວຍການຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຈັດຕັ້ງຜັນຂະຫຍາຍບັນດາບົດບັນທຶກກອງປະຊຸມ, ປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນຈັດວາງພະນັກງານ ໃຫ້ແທດເໝາະກັບຕົວຈິງ, ສຶກສາອົບຮົມດ້ານການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະໃຫ້ແກ່ພະນັກງານ-ລັດຖະກອນ ທີ່ເຮັດວຽກໃນຂົງເຂດດັ່ງກ່າວ.

ນອກຈາກນີ້, ທຸກອົງການຍັງສຸມໃສ່ເຮັດວຽກໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆໃຫ້ແກ່ສໍານັກງານ, ອົງການຈັດຕັ້ງ, ຫົວໜ້າໜ່ວຍທຸລະກິດ ແລະ ທ້ອງຖິ່ນຮາກຖານ ເຮັດໃຫ້ການດໍາເນີນຄະດີຕາມຂະບວນຍຸຕິທໍາ ມີຜົນສໍາເລັດຫຼາຍດ້ານຊຶ່ງສະແດງອອກດັ່ງນີ້:ອົງການສືບສວນ-ສອບສວນ ໄດ້ເກັບກໍາຂໍ້ມູນຫຼັກຖານ ກໍໄດ້ເອົາໃຈໃສ່ປະຕິບັດໂດຍເລັ່ງໃສ່ຊອກໃຫ້ເຫັນ 4 ອົງປະກອບຂອງການກະທໍາຜິດທາງອາຍາ ຊຶ່ງກົດໝາຍໄດ້ກໍານົດແຈ້ງ, ການກວດຄົ້ນ, ການຊັນນະສູດສະຖານທີ່ເກີດເຫດ ແລະ ການທົດສອບຂໍ້ມູນຄືນໃໝ່ ກໍໄດ້ນໍາໃຊ້ຫຼັກການວິຊາສະເພາະ ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ການດໍາເນີນຄະດີຕະຫຼອດໄລຍະຜ່ານມາ ຖືກຕ້ອງຕາມກົດໝາຍ ສະແດງອອກທົ່ວປະເທດມີຄະດີອາຍາເກີດຂຶ້ນ 14.010 ລາຍ, ສາມາດດໍາເນີນສໍາເລັດສົ່ງໄອຍະການປະຊາຊົນຈໍານວນ 10.807 ລາຍ, ມີຜູ້ຖືກຫາຈໍານວນ 15.935 ຄົນ (ຍິງ 1.968 ຄົນ) ໃນນັ້ນມີຜູ້ຖືກຫາຕ່າງປະເທດຈໍານວນ 293 ຄົນ (ຍິງ 13 ຄົນ).

ອົງການໄອຍະການປະຊາຊົນ ໃນກໍລະນີເຈົ້າໜ້າທີ່ສືບສວນ-ສອບສວນ ສະເໜີຂໍຄໍາສັ່ງຈັບຕົວ, ຄໍາສັ່ງກັກຂັງພາງ ອົງການໄອຍະການປະຊາຊົນທີ່ປະຕິບັດສິດ ແລະ ໜ້າທີ່ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໂດຍສະເພາະແມ່ນການນໍາໃຊ້ມາດຕະການສະກັດກັ້ນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຄົ້ນຄວ້າ ການປະກອບຂໍ້ມູນຫຼັກຖານ, ເມື່ອຄົບເງື່ອນໄຂຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 139 ແລະ ມາດຕາ 142 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ກໍໄດ້ອອກຄໍາສັ່ງສົ່ງໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ຈັດຕັ້ງປະຕິບັດ, ໃນປີ 2018-2019 ຜ່ານມາ ໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນ 1.467 ສະບັບ, ອອກຄໍາສັ່ງຢຶດ ແລະ ອາຍັດຊັບ 51 ສະບັບ, ອອກຄໍາສັ່ງກວດຄົ້ນ 1.466 ສະບັບ, ອອກຄໍາແນະນໍາກ່ຽວກັບການດໍາເນີນຄະດີອາຍາ 2.911 ສະບັບ, ອອກຄໍາສັ່ງຈັບຕົວຜູ້ຖືກຫາ 3.967 ສະບັບ, ອອກຄໍາສັ່ງກັກຂັງພາງ 17.756 ສະບັບ, ອອກຄໍາສັ່ງຕໍ່ກໍານົດເວລາການກັກຂັງພາງ 12.825 ສະບັບ, ອອກຄໍາສັ່ງປ່ອຍຕົວພາງ 1.542 ສະບັບ, ອອກຄໍາສັ່ງປ່ອຍຕົວກ່ອນກໍານົດ 475 ສະບັບ. ວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ອົງ​ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແຕ່ລະຂັ້ນ ພ້ອມ​ທັງ​ພະ​ນັກ​ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໄດ້​ປະ​ຕິ​ບັດ​ສິດ ແລະ ໜ້າ​ທີ່ຂອງຕົນ ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ ​ວ່າ​ດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໂດຍ​ສະ​ເພາະນັບແຕ່ກອງປະຊຸມ ດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ V ມາເຖິງທ້າຍເດືອນພະຈິກ 2019 ມີຄຳຕັດສິນທັງໝົດ 38.892 ເລື່ອງ, ຄະດີແພ່ງ 10.333 ເລື່ອງ, ຄະດີອາຍາ 28.559 ເລື່ອງ. ຈັດຕັ້ງປະຕິບັດສໍາເລັດ 4.321 ເລື່ອງ, ຄະດີແພ່ງ 1.887 ເລື່ອງ, ຄະດີອາຍາ 2.434 ເລື່ອງ; ອົງການໄອຍະການທວງສຳນວນ 305 ເລື່ອງ, ຄະດີແພ່ງ 212 ເລື່ອງ, ຄະດີອາຍາ 93 ເລື່ອງ. ປັດຈຸບັນຍັງຄ້າງ 34.266 ເລື່ອງ, ຄະດີແພ່ງ 8.234 ເລື່ອງ, ຄະດີອາຍາ 26.032 ເລື່ອງ.

ລວມເງິນທີ່ເກັບໄດ້ ແລະ ມອບໃຫ້ຄູ່ຄວາມມີທັງໝົດ 72.853.697.182 ກີບ, 93.646.915 ບາດ, 2.664.165 ໂດລາ, 16.200 ຢວນ; ລວມເງິນອາກອນ, ເງິນປັບໃໝ, ເງິນຮິບທີ່ເກັບໄດ້ ແລະ ມອບໃຫ້ລັດມີ 16.745.522.505 ກີບ, 7.134.433 ບາດ 317 ໂດລາ, 210.700 ດົງ. (ຂ່າວ-ພາບ:ຕຸໄລເພັດ)