Home Blog Page 207

ແຂວງຈໍາປາສັກ ເພີ່ມມາດຕະການກວດກາ ຢ່າງເຂັ້ມງວດ

ແຂວງຈໍາປາສັກ ເພີ່ມມາດຕະການກວດກາ ຢ່າງເຂັ້ມງວດ.

.

.

ມ້ຽນສົບຜູ້ເສຍຊີວິດຈາກ ໂຄວິດ-19 ຄົນ ທີ 5 ໃນ ສປປ ລາວ

ໃນຕອນເຊົ້າຂອງມື້ນີ້ 17 ກໍລະກົດ 2021, ແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ໂດຍເຈົ້າໜ້າທີ່ສະເພາະກິດໄດ້ທຳການຊາປະນະກິດສົບແລ້ວ ໂດຍທີມງານ 1629 ແຂວງສະຫວັນນະເຂດ ປະຕິບັດໜ້າທີມ້ຽນສົບຜູ້ເສຍຊີວິດຈາກໂຄວິດ-19.

ຂໍ້ມູນເບື້ອງຕົ້ນ ຂອງຜູ້ເສຍຊີວິດຈາກໂຄວິດ-19 ຄົນທີ 5 ແມ່ນ ເພດຊາຍ ອາຍຸ 49 ປີ, ເປັນຄົນ ບ້ານໜອງບົວທ່າ,ເມືອງສອງຄອນ ແຂວງສະຫວັນນະເຂດ ເຊິ່ງຜູ້ກ່ຽວເປັນແຮງງານ ທີ່ກັບມາຈາກປະເທດໄທ.

ຂໍສະແດງຄວາມເສຍໃຈ ມາຍັງຄອບຄົວຜູ້ເສຍຊີວິດກໍລະນີທໍາອິດ ທີ່ ສະຫວັນນະເຂດ, ກໍລະນີທີ່ 5 ທົ່ວປະເທດຄົນຕິດ ໂຄວິດ-19 ເສຍຊີວິດ 17 ກໍລະກົດ 2021

ລາຍງານໂດຍ: 1629 ໜ່ວຍກູ້ໄພແຂວງສະຫວັນນະເຂດ

ຄະນະສະເພາະກິດແຂວງຫຼວງພະບາງ ປະຊຸມດ່ວນ! ເລັ່ງຊອກຫາຜູ້ເດີນທາງຈາກແຂວງບໍ່ແກ້ວ

ອີງຕາມການລາຍງານຂອງ ຂ່າວສານຫຼວງພະບາງ Luangprabang News ໃຫ້ຮູ້ວ່າ: ຄະນະສະເພາະກິດປະຊຸມດ່ວນ ເພື່ອເລັ່ງຊອກຫາຜູ້ເດີນທາງຈາກແຂວງບໍ່ແກ້ວ ເຂົ້າຫຼວງພະບາງ 35 ຄົນ ເຂົ້າສູນກັກກັນໃຫ້ໄວຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຫຼວງພະບາງ ໄດ້ປະຊຸມດ່ວນ ໃນຕອນເຊົ້າວັນທີ 16 ກໍລະກົດ 2021 ນີ້.

ຫຼັງຈາກທີ່ໄດ້ຮັບຂ່າວລົດເມໂດຍສານຈາກແຂວງບໍ່ແກ້ວ 45 ບ່ອນນັ່ງ ນໍາສົ່ງຜູ້ໂດຍສານຈາກແຂວງບໍ່ແກ້ວ ເດີນທາງສູ່ແຂວງຫຼວງພະບາງ ໃນວັນທີ 11 ກໍລະກົດ 2021 ຜ່ານມານີ້ ເຊິ່ງມີຜູ້ໂດຍສານມານໍາກັນ ທັງໝົດ 47 ຄົນ (ລວມທັງໂຊເຟີ-ແອັດລົດ) ແລະມີຜູ້ໂດຍສານທີ່ລົງຢູ່ແຂວງອຸດົມໄຊ ທີ່ຮ່ວມເດີນທາງມານໍາລົດຄັນດັ່ງກ່າວ ກວດພົບວ່າຕິດເຊື້ອໂຄວິດ-19.

ທາງຄະນະສະເພາະກິດຫຼວງພະບາງ ຈິ່ງໄດ້ຈັດປະຊຸມດ່ວນຮ່ວມກັນເພື່ອຊອກຫາວິທີທາງ ແນະນໍາເອົາຜູ້ໂດຍສານທີ່ຮ່ວມເດີນທາງມານັ້ນ ເຂົ້າສູ່ສູນກັກກັນ ແລະ ກວດຫາເຊື້ອໂຄວິດ-19 ໃຫ້ທັນການ.

ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດຂັ້ນແຂວງ, ຊີ້ນໍາຂັ້ນເມືອງ ໂດຍຍົກສູງຄວາມຮັບຜິດຊອບຮ່ວມກັນ, ວາງແຜນຊອກຫານໍາເອົາຜູ້ເດີນທາງມາຈາກແຂວງບໍ່ແກ້ວ ເຂົ້າແຂວງຫຼວງພະບາງ ຈໍານວນ 35 ຄົນ, ຍິງ 27 ຄົນ, ໃນນັ້ນຢູ່ ນະຄອນ ຫຼວງພະບາງ ມີ 19 ຄົນ, ເມືອງປາກແຊງ 3 ຄົນ, ນໍ້າບາກ 8 ຄົນ, ຊຽງເງິນ 3 ຄົນ, ເມືອງງອຍ ແລະ ເມືອງວຽງຄໍາ ເມືອງລະ 1 ຄົນ ເຂົ້າສູນກັກກັນໃຫ້ໄວ ແລະ ກວດຫາເຊື້ອໂຄວິດ-19 ໃຫ້ທັນການ.

ພ້ອມນັ້ນຍັງໄດ້ຮ່ວມກັນປະກອບ ຄໍາຄິດເຫັນ ແລະຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຄະນະຜ່ານມາ ແລະ ວາງແຜນໃນການສຶບຕໍ່ຈັດຕັ້ງປະຕິບັດມາດຕະການຕໍ່ໄປອີກ ລວມເຖິງບັນຫາການກວດກາຄົນເຂົ້າອອກດ່ານຕ້ອງເຂັ້ມງວດ ແລະ ການກະກຽມສະຖານທີ່ກັກກັນແຮງງານກັບບ້ານເກີດ ແລະ ບັນຫາອື່ນໆອີກ.

ຈາກບັນຫາດັ່ງກ່າວ ທາງຄະນະສະເພາະກິດຂັ້ນແຂວງ ແລະຂັ້ນເມືອງ ຈິ່ງໄດ້ວາງແຜນປຶກສາຫາລືນໍາກັນເພື່ອຊອກຫາແນວທາງແກ້ໄຂວຽກງານດັ່ງກ່າວ ໂດຍເນັ້ນໃຫ້ຄະນະສະເພາະກິດແຕ່ລະເມືອງຈັດສັນຊອກບ່ອນພັກກັກກັນແຮງງານໃຫ້ພຽງພໍ ແລະ ຄຸມເຂັ້ມປະຕິບັດຕາມມາດຕະການຂອງຄະນະສະເພາະກິດວາງອອກ, ຄຸມເຂັ້ມຈຸດຫຼໍ່ແຫຼມໂດຍສະເພາະເຂດແດນລະຫວ່າງແຂວງຕໍ່ແຂວງ ເພື່ອຮັບປະກັນການລັກລອບເຂົ້າເມືອງບໍ່ຜ່ານການກວດໂຄວິດ-19 ຫຼື ສູນກັກກັນ ອັນຈະເຮັດໃຫ້ເກີດການແຜ່ເຊື້ອສູ່ຊຸມຊົນອີກຮອບໃໝ່.

ສົງສານຜູ້ເປັນແມ່ ເສຍທັງສາມີ ແລະ ລູກ ໃນປີດຽວກັນ

ສົງສານເຈົ້າຫຼາຍ ເດັກນ້ອຍ 7 ເດືອນ ເສຍຊີວິດ ໂດຍພະຍາດປະຈຳໂຕ ເຊິ່ງທາງຄອບຄົວ ກໍບໍ່ມີເງື່ອນໄຂ ເອົານ້ອງກັບບ້ານ, ຈິ່ງມອບໃຫ້ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ມ້ຽນຄາບອາບສົບໃຫ້.

ຕາມ ໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1624 ລາຍງານໃຫ້ຮູ້ວ່າ: ເດັກຊາຍຊື່ ທ້າວ ໄຊຊະນະ ອາຍຸ 7 ເດືອນ ຢູ່ບ້ານ ນ້ຳເພີນ, ຢູ່ບ້ານ ນ້ຳເພີນ ເມືອງ ໜື່ນ ແຂວງ ວຽງຈັນ ເສຍຊີວິດດ້ວຍພະຍາດປະຈໍາໂຕ, ເກີດມາ 24 ມື້ ຜູ້ເປັນພໍ່ກໍມາເສຍຊີວິດລົງ, ມາບາດນີ້ເດັກອາຍຸໄດ້ 7 ເດືອນ ກໍມາເສຍຊີວິດລົງອີກ.

ເຊິ່ງທາງທີມງານໜ່ວຍກູ້ໄພ ກໍໄດ້ປ່ຽນເຄື່ອງ ທາແປ້ງ ເພາະ ຄອບຄົວບໍ່ມີເງື່ອນໄຂເອົານ້ອງກັບບ້ານ, ສະນັ້ນ ຈິ່ງໄດ້ມອບໃຫ້ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ມ້ຽນຄາບອາບສົບໃຫ້. ສົງສານແຕ່ຜູ້ເປັນແມ່ຕ້ອງ ທີ່ຕ້ອງມາເສຍທັງຜົວ ແລະ ລູກ ໃນປີດຽວກັນ. ເຊິ່ງມື້ນີ້ ເວລາ 2 ໂມງ ຂອງວັນທີ 16 ກໍລະກົດ 2021 ກໍຈະໄດ້ນຳເອົາສົບນ້ອງໄປຝັງຕາມຮອດຄອງປະເພນີ.

ສະຫະພາບ ເອີຣົບ ໄດ້ມອບຕຽງໂຮງໝໍ 200 ຕຽງ ໃຫ້ເເກ່ກະຊວງສາທາລະນະສຸກ

ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2021 ໄດ້ມີພິທີມອບຮັບຕຽງ ICU ທາງການແພດຈໍານວນ 200 ຊຸດໃຫ້ແກ່ກະຊວງສາທາລະນະສຸກ ທີ່ຕົກເປັນມູນຄ່າທັງໝົດ 1,170,000,000 ກີບ.

ຊຸດຕຽງເຫຼົ່ານີ້ຈະຖືກສົ່ງໄປຊ່ວຍບັນດາສູນຈໍາກັດບໍລິເວນໃນ 15 ແຂວງທົ່ວປະເທດ ພາຍໃຕ້ການສະໜັບສະໜູນຈາກ “ໂຄງການຕອບໂຕ້ ແລະ ກຽມພ້ອມຕໍ່ກັບການລະບາດພະຍາດໃນອາຊີຕາເວັນອອກສຽງໃຕ້” ຂອງ ສະຫະພາບເອີຣົບ.

ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ດຣ. ສະໜອງ ທອງສະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ນາງ ອີນາ ມາຊິວລີໂອນີເຕີ, ເອກອັກຄະລັດຖະທູດ ສະຫະພາບເອີຣົບປະຈຳ ສປປ ລາວ ແລະ ດຣ. ຈຸ່ນ ກ່າວ ຮັກສາການຜູ້ຕາງໜ້າອົງການອະນາໄມໂລກປະຈໍາ ສປປ ລາວ.ນອກຈາກນີ້ ໃນອາທິດທີ່ຜ່ານມາ ເຕົາອົບຂີ້ເຫຍື້ອກໍ່ໄດ້ສໍາເລັດການນໍາສົ່ງໃຫ້ແຂວງຈໍາປາສັກ ແລະ ສາລະວັນ ເພື່ອຊຸກຍູ້ເຂົ້າວຽກງານຕອບໂຕ້ພະຍາດໂຄວິດ-19

ເຊັນສັນຍາສຳປະທານ ໂຄງການຂຸດຄົ້ນ ຫີນອ່ອນ ມາໂບ້

ມີເດຍລາວ ແຂວງບໍລິຄຳໄຊ ລາບງານ: ພິທີເຊັນສັນຍາ ສຳປະທານໂຄງການຂຸດຄົ້ນຫີນອ່ອນ ມາໂບ້ ( Marble ) ຢູ່ບ້ານ ທົ່ງວຽງຄໍາ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ 2021 ຢູ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ຫູຊຽວ ຮອງອຳນວຍການບໍລິສັດ ຈີນໄທເຕີ້ຄຳເກີດມາໂບ້ ພັດທະນາບໍ່ແຮ່ ຈຳກັດ ຊ້ອງໜ້າໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊ່ວງປ້ອງກັນປະເທດ ພ້ອມດ້ວຍການນຳຂອງແຂວງ, ຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ບໍລິສັດ ແມ່ນຈຸດປະສົງຈະພັດທະນາເສດຖະກິດຂອງ ສປປ ລາວ ກໍ່ຄືແຂວງບໍລິຄຳໄຊ ເພື່ອເປົ້າໝາຍຊຸກຍູ້ ແລະ ສົ່ງເສີມການພັດທະນາການຂຸດຄົ້ນແຮ່ທາດ ເພື່ອຈຳໜ່າຍທົ່ວໄປ ແລະ ຕ້ອງການໄດ້ຮັບຜົນປະໂຫຍດທີ່ເໝາະສົມ ຈາກການນຳໃຊ້ທ່າແຮງບົ່ມຊ້ອນພາຍໃນແຂວງ ໂດຍສະເພາະແມ່ນການນຳໃຊ້ເນື້ອທີ່ດິນ ແລະ ເງື່ອນໄຂທຳມະຊາດ ທີ່ເອື້ອອຳນວຍຕໍ່ການພັດທະນາການຂຸດຄົ້ນແຮ່ທາດ, ເພື່ອສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ, ນອກນັ້ນ ຍັງເປັນການຖ່າຍທອດສີມືແຮງງານ ຄວາມຮູ້ ແລະ ເຕັກໂນໂລຊີ ໃຫ້ຄົນລາວ ກ່ຽວກັບການຂຸດຄົ້ນແຮ່ທາດ.

ເນື້ອທີ່ໃນການສຳປະທານ 4 ເຮັກຕາ ຄາດຄະເນການລົງທຶນຂອງໂຄງການທັງໝົດແມ່ນ 15.000.000 ໂດລາສະຫະລັດ, ແຕ່ໄລຍະເບື້ອງຕົ້ນແມ່ນ 5.000.000 ໂດລາສະຫະລັດ, ໄລຍະເວລາສຳປະທານແມ່ນ 10 ປີ.

ເຈົ້ານະຄອນໄກສອນ ພົມວິຫານ ເນັ້ນໜັ້ກໃຫ້ອ້າຍນ້ອງທະຫານ ເຂັ້ມງວດຕິດຕາມເຮືອຕາມລຳແມ່ນໍ້າຂອງ

ເຈົ້ານະຄອນ ໄກສອນ ພົມວິຫານ ໄດ້ເນັ້ນໜັກອ້າຍນ້ອງທະຫານຊາຍແດນ ແລະ ເລຂາ ພັກບ້ານ-ນາຍບ້ານເອົາໃຈໃສ່ຄຸ້ມຄອງເຮືອຕາມລໍາແມ່ນໍ້າຂອງຢ່າງເຂັ້ມງວດ.

Lao National Radio ລາຍງານ ໃຫ້ຮູ້ວ່າ: ວັນທີ 13 ກໍລະກົດ2021ນີ້, ທ່ານ ປະສົງສິນ ຈະເລີນສຸກເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມດ້ວຍຄະນະນໍາຂອງນະຄອນ, ກໍ່ໄດ້ລົງເຄື່ອນໄຫວຕິດຕາມການຄຸ້ມຄອງເຮືອໃນຈໍານວນ 5 ບ້ານຄື: ບ້ານ ໂພນສະຫວັນ, ບ້ານ ດອນເຊັງ, ບ້ານ ສົ້ມປ່ອຍ, ບ້ານຫ້ວຍໄຜ່ ແລະ ບ້ານຜັກຂະ.

ໃນການລົງເຄື່ອນໄຫວຄັ້ງນີ້, ກໍ່ໄດ້ຮັບຟັງການການລາຍງານເຖິງສະພາບການຈັດ ຕັ້ງປະຕິບັດວຽກງານການຄຸ້ມຄ້ອງການນຳໃຊ້ເຮືອປະເພດຕ່າງໆຕາມລຳແມ່ນ້ຳຂອງ ຈາກເລຂາພັກບ້ານ-ນາຍບ້ານທັງ 5 ບ້ານກໍ່ເຫັນວ່າສະພາບໂດຍລວມແມ່ນມີຄວາມເປັນລະບຽບຮຽບຮ້ອຍດີ,ສັງຄົມມີຄວາມສະຫງົບໂດຍພື້ນຖານ ເຊິ່ງແຕ່ລະບ້ານກໍ່ເຫັນວ່າ ປະຕິບັດໜ້າທີ່ຢ່າງເປັນເຈົ້າການ,ສ່ວນປະຊາຊົນພາຍໃນບ້ານມີຄວາມເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະ ຕິບັດ ຕໍ່ກັບມາດຕະການ ແລະ ຄໍາສັ່ງ, ແຈ້ງການຕ່າງໆຂອງຂັ້ນເທິງວາງອອກ, ເພື່ອໃຫ້ການຄຸ້ມຄອງເຮືອຫາປາຂອງປະຊາຊົນຕາມລໍາແມ່ນໍ້າຂອງ ລຽບຊາຍ ແດນລາວ-ໄທ ເພື່ອປ້ອງກັນບໍ່ໃຫ້ມີການລັກລອບເຂົ້າມາໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ມີການສ່ຽງໃນການນໍາເຊື້ອພະຍາດໂຄວິດ-19 ມາສູ່ປະຊາຊົນພາຍໃນນະຄອນໄກສອນພົມວິຫານ ໂດຍແມ່ນກໍາລັງທະຫານຊາຍແດນປະຈໍາແຕ່ລະຈຸດ ໂດຍໄດ້ສົມທົບກັບກໍາລັງ ປກຊ-ປກສ ບ້ານແລະ ອໍານາດການປົກ ຄອງບ້ານເວນຍາມກໍ່ໄດ້ເປັນເຈົ້າການໃນການຮັກສາຄວາມສະຫງົບປອດໄພຂອງປະຊາຊົນໂດຍບໍ່ຂັດກັບຄໍາສັ່ງຂອງຄະນະສະເພາະກິດວາງອອກ ທັງນີ້ກໍ່ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືມາສູ່ສະພາບປົກກະຕິ.

ຈາກນັ້ນ,ທ່ານ ເຈົ້ານະຄອນ ກໍ່ໄດ້ຮຽກ ຮ້ອງໃຫ້ຄະນະພັກ-ອໍານາດການປົກຄອງທະຫານຊາຍແດນແຕ່ລະບ້ານຕະຫຼອດເຖິງພໍ່ແມ່ປະຊາຊົນເອົາໃຈໃສ່ສຶບຕໍ່ຄໍາສັ່ງ ແລະ ແຈ້ງການອື່ນໆ ຂອງຂັ້ນເທິງຢ່າງເຂັ້ມງວດ ແລະການຄຸ້ມຄອງ ເຮືອຫາປາຕາມລໍາແມ່ນໍ້າຂອງໂດຍໃຫ້ໂຮມເຮືອໄວ້ຈຸດດຽວ, ເພື່ອເປັນການປ້ອງກັນການລັງລອບຂອງແຮງງານລາວທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19ມາແຜ່ລະບາດໃນຊຸມຊົນກໍ່ຄືໃນນະຄອນ.ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.

ທຳລາຍສິນຄ້າໝົດອາຍຸ ສິນຄ້າຜິດກົດໝາຍ ມູນຄ່າ 19.850.000 ກີບ

ພິທີທຳລາຍສິນຄ້າເສຍຄຸນນະພາບ, ສິນຄ້າຫ້າມຈຳໝ່າຍ, ສິນຄ້ານອກລະບົບ ແລະ ສິນຄ້າຜິດກົດໝາຍ ທີ່ ເມືອງ ບຸນເໜືອ ແຂວງ ຜົ້ງສາລີ.

ອີງຕາມ Media Laos ລາຍງານ: ຕອນບ່າຍ ຂອງວັນທີ 14 ກໍລະກົດ 2021 ທີ່ຜ່ານມາ, ຢູ່ທີ່ສະໝາມຂີ້ເຫຍື້ອ ຂອງເມືອງໄດ້ຈັດພິທີ ທຳລາຍສີນຄ້າເສຍຄູນນະພາບ, ສyນຄ້າຫ້າມຈຳໝ່າຍ,ສີນຄ້ານອກລະບົບ ແລະ ສີນຄ້າຜິດກົດໝາຍ ທີ່ເມືອງບຸນເໜືອ ແຂວງ ຜົ້ງສາລີ ຂຶ້ນຢ່າງເປັນທາງການ ເມີບັນດາຮອງຫົວໜ້າຫ້ອງການ, ພະນັກງານວິຊາການທີ່ມາ ຈາກອົງການກ່ຽວຂອງເມືອງເຂົ້າຮ່ວມ.

ຈາກນັ້ນທ່ານ ຄໍາທອງ ບົວລະພາ ຮອງຫົວໜ້າຫ້ອງການວິທະຍາສາດ ເຕັກໂນໂລຊີ ເມືອງ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດການລົງກວດກາສີນຄ້າໝົດອາຍຸການນຳໃຊ້ ສີນຄ້າບໍ່ໄດ້ມາດຖານ ສີນຄ້ານອກລະບົບ ສີນຄ້າຜິດກົດໝາຍ ແລະ ສີນຄ້າຫ້າມຈຳໜ່າຍ ໃນທົ່ວເມືອງ ບຸນເໜືອ ປະຈຳ 6 ເດືອນຕົ້ນປີ 2021 ແລະພົບເຫັນສີນຄ້າທັງໝົດ 119 ຮ້ານ, ຄົນຈີນ 22 ຮ້ານ,ຫວຽດນາມ 5 ຮ້ານ ພົບເຫັນສີນຄ້າທີ່ບໍ່ຖືກລະບຽບທັງໝົດ 100 ຮ້ານ ໃນນີ້ສີນຄ້າທີ່ຍຶດໄດ້ຕົວຈີງທັງໝົດ 11 ໝວດ 34 ຊະນິດ, ເບຍຈີນ,ພ້າຍ,ໝາກກະໂພະ,ຢາຂ້າຫຍ້າ ແລະ ຢາປັບສັດຕູພືດ, ສານໝູ,ຢາສູບຈີນ, ຢາທັນໃຈ, ເຄື່ອງສຳອ່າງ, ເຄື່ອງບໍລິໂພກທົ່ວໄປ, ເຄື່ອງດື່ມ, ສີນຄ້າປອມແປງ ຄິດເປັນມູນຄ່າທັງໝົດ ສີບເກົ້າລ້ານກ່ວາກິບ ຖ້າທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ. ສີນຄ້າໝົດອາຍຸກວມຈຳນວນຫຼາຍກ່າວໝູ່ມແມ່ນປະເພດເຄື່ອງດື່ມ ແລະ ເຄື່ອງບໍລິໂພກເຂົ້າໝົມ,ໝີ່ໄວໆ ແລະ ອື່ນໆ.

ການຈຸດທຳລາຍສີນຄ້າມົດອາຍຸການນຳໃຊ້ແມ່ນຢູ່ສະໝາມຂີ້ເຫຍື້ອຂອງເມືອງ ຢູ່ທີ່ກິໂລເມັດທີ 11 ທາງໄປບ້ານ ຢໍ້ ຈາກນັ້ນ, ບັນດາທ່ານທີ່ມາຈາກອົງການທີ່ກ່ຽວຂ້ອງ ຂອງເມືອງ ທີມງານຍັງໄດ້ພ້ອມກັນຂຶ້ນຈູດເພື່ອທຳລາຍຖີ້ມ.

ເຈົ້າໜ້າທີີ່ ປກສ ເມືອງປາກຊັນ ຈັບກຸ່ມແກ້ງຂ້າຂາຍຢາເສບຕິດ

ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນວັນທີ 8 ມິຖຸນາ ປິ 2021 ທີ່ຜ່ານມາ, ທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ມີກຸ່ມເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດ ປະເພດຢາບ້າ, ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຫຼ່ງຂ່າວແລ້ວ ກໍໄດ້ຈັດກຳລັງວິຊາສະເພາະ ລົງກວດກາ ຕິດຕາມບັນດາເປົ້າໝາຍດັ່ງກ່າວ, ເຫັນວ່າມີມູນຄວາມຈິງແທ້.

ມາຮອດວັນທີ 11 ມິຖຸນາ ປີ 2021 ກຳລັງວິຊາສະເພາະ ໄດ້ລົງໄປຕິດຕາມການເຄື່ອນໄຫວຂອງເປົ້າໝາຍ ຈຶ່ງສາມາດກັກໂຕເປົ້າໝາຍໄດ້ 1 ຄົນ ທ້າວ ສົມບູນ ຫຼື ແຫຼ້ ອາຍຸ 34 ປີ ປະຊາຊົນ ບ້ານມີໄຊ, ເມືອງປາກຊັນ, ແຂວງບໍລິຄຳໄຊ ພ້ອມຂອງກາງຢາບ້າ ຈໍານວນ 691 ເມັດ ຜ່ານການສືບສວນສອບສວນ ແລະ ຂະຫຍາຍຜົນ, ຜູ້ກ່ຽວໄດ້ຮັບສາລະພາບວ່າ ຢາບ້າ ຈຳນວນດັ່ງກ່າວແມ່ນໄດ້ຮັບຊຶ້ມາຈາກ ທ້າວ ກ ບໍ່ຮູ້ຊື່ ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ.

ມາຮອດວັນທີ 7 ກໍລະກົດ ປີ 2021 ຈຶ່ງສາມາດກັກຕົວຜູ້ຮ່ວມຂະບວນການໄດ້ຕື່ມອີກ 2 ຄົນຄື: 1.ທ້າວ ນິດໄຊຍາ (ແຫຼ້) ອາຍຸ 30 ປີ ປະຊາຊົນ ບ້ານ ນາຄ້ໍລຸ່ມ ພ້ອມຂອງການຢາບ້າ ຈຳນວນ 837 ເມັດ, 2 ທ້າວ ສີໂພທອງ (ເນ່) ອາຍຸ 28 ປິ ບ້ານ ອານຸສອນໄຊ ພ້ອມຂອງການຢາບ້າ ຈໍານວນ 816 ເມັດ ທັງສອງແມ່ນຢູ່ ເມືອງປາກຊັນ ແຂວງບໍລິຄຳໄຊ.

ຕໍ່ກັບບັນຫາດັ່ງກ່າວ, ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງປາກຊັນ ກຳລັງສືບສວນສອບສວນ ແລະ ສົ່ງຈຳນວນຄະດີໃຫ້ໄອຍະການ ສັ່ງຟ້ອງ ສານຕັດສິນຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ເອົາໃຈໃສ່ຕື່ມ 6 ບັນຫາສຳຄັນ

ທ່ານ ພັນຄຳ ວິພາວັນ ເນັ້ນໃຫ້ 4 ພາກ ສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາເອົາໃຈໃສ່ຕື່ມ 6 ບັນຫາສຳຄັນ

ຕາມ Lao National Radio ລາຍງານ: ກອງປະຊຸມ 4 ພາກສ່າວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ VI ລະຫວ່າງ ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະ ຊາຊົນສູງສຸດ ໄດ້ເປີດຂຶ້ນໃນວັນທີ 14-15 ກໍລະກົດ 2021 ທີ່ ສານປະຊາຊົນສູງສຸດ ໂດຍການເປັນປະທານຂອງ ທ່ານ ນາງ ວຽງ​ທອງ ສີ​ພັນ​ດອນ ​ຄະນະ​ເລຂາທິການສູນ​ກາງ​ພັກ ​ເລຂາຄະນະ​ພັກ​ ປະທານ​ສານ​ປະຊາຊົນ​ສູງ​ສຸດ ແລະ ໃຫ້ກຽດເຂົ້າ ຮ່ວມໂອ້ລົມຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງມີທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ລັດຖະມົນຕີກະຊວງຍຸຕິທໍາ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍການນໍາຂອງ 4 ພາກ ສ່ວນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ 4 ພາກສ່ວນໄດ້ພ້ອມ ກັນກວດກາ, ຕີລາຄາ ແລະ ປະເມີນຜົນໃນການເຄື່ອນ ໄຫວຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ V ຜ່ານມາ ໂດຍສະເພາະແມ່ນການແກ້ໄຂຄະດີ ແລະ ການປະສານງານຕ່າງໆ ເຖິງແມ່ນວ່າສະພາບພາກພື້ນ ແລະ ສາກົນ ມີຄວາມຜັນແປຢ່າງສະຫຼັບສັບຊ້ອນ, ມີທັງກາລະໂອກາດທີ່ເອື້ອອໍານວຍ ແລະ ສິ່ງທ້າທາຍ ທົດສອບຫຼາຍປະການເປັນຕົ້ນບັນຫາທາງດ້ານການເມືອງ, ວິກິດການທາງດ້ານການເງິນ ແລະ ສົງຄາມການຄ້າຂອງບາງປະເທດໃນພາກພື້ນ ແລະ ສາກົນ, ການໂຈລະກໍາ, ການກໍ່ການຮ້າຍ, ໄພພິບັດທາງທໍາມະຊາດ, ພະຍາດລະບາດ ໂດຍສະເພາະຕິດພັນພະຍາດໂຄວິດ-19 ກໍຕາມ ເຈົ້າໜ້າທີ່ຕໍາຫຼວດ, ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານ ກໍໄດ້ສຸມໃສ່ບຸກບືນຜ່ານຜ່າແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໄສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາ, ປັບປຸງກົນໄກ, ປະສານງານ ແລະ ການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີການຫັນປ່ຽນທີ່ຕັ້ງໜ້າ, ສາມາດເຮັດສໍາເລັດບົດບາດໜ້າທີ່ຂອງຕົນໃນໄລຍະໃໝ່ ເພື່ອພັດທະນາວຽກງານການດໍາເນີນຄະດີຕາມຂະບວນການຍຸຕິທໍາ, ຍົກສູງການຄຸ້ມຄອງລັດ-ຄຸ້ມຄອງສັງຄົມໃຫ້ຖືກຕ້ອງຕາມກົດໝາຍ ແລະ ຍຸຕິທໍາ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍເທື່ອລະກ້າວ ຕາມທີ່ໄດ້ກໍານົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກົມການເມືອງສູນກາງພັກ ເລກທີ 112/ກມສພ ແລະ ມະຕິຄະນະບໍລິຫານງານສູນກາງພັກ ເລກທີ 037/ຄບສພ ຊອກໃຫ້ເຫັນດ້ານດີ ເພື່ອເປັນບົດຮຽນໃນການສືບຕໍ່ເສີມຂະຫຍາຍ, ຊອກຮູ້ສິ່ງທີ່ເປັນຂໍ້ຫຍຸ້ງຍາກ, ຂໍ້ຂາດຕົກບົກຜ່ອງ, ເພື່ອພ້ອມກັນຫາວິທີປັບປຸງແກ້ໄຂ, ສ້າງເງື່ອນໄຂເຮັດໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານຂອງພວກເຮົາໃຫ້ເປັນຮູບປະທໍາ ແລະ ມີຄຸນນະພາບສູງຂຶ້ນເທື່ອລະກ້າວ.

ພ້ອມນັ້ນກອງປະຊຸມ 4 ພາກສ່ວນກ່ຽວກັບການດຳເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ VI ຍັງໄດ້ເຊັນບົດບັນທຶກຮ່ວມກັນທາງດ້ານວິຊາການກ່ຽວກັບກົດໝາຍ ແລະ ການດຳເນີນຄະດີ ເພື່ອເປັນບ່ອນອີງໃນການປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບໃນການດຳເນີນຄະດີ ແລະ ການປະຕິບັດ.ເພື່ອຮັບປະກັນໃຫ້ທິດທາງແຜນການໃນຕໍ່​ໜ້າໄດ້ຮັບຜົນສຳເລັດສູງສຸດ ທ່ານ ພັນຄຳ ວິພາວັນ ໄດ້ມີຄຳເຫັນໂ​ອ້​ລົມເນັ້ນໃຫ້ 4 ພາກສ່ວນເອົາໃຈໃສ່ຕື່ມ 6 ບັນຫາສຳຄັນດັ່ງນີ້:

1. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ (ເຈົ້າໜ້າທີ່ຕໍາຫຼວດ, ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານ) ໃຫ້ມີຈັນຍາບັນ-ຈັນຍາທໍາໃນການປະຕິບັດໜ້າທີ່ແທ້ໆ ເນື່ອງຈາກວ່າໃນເງື່ອນໄຂແຫ່ງການປະຕິບັດກົນໄກເສດຖະກິດຕະຫຼາດ, ການເຊື່ອມໂຍງກັບສາກົນບວກໃສ່ກຸ່ມຄົນບໍ່ດີ ແລະ ອິດທິກໍາລັງປໍລະປັກ ໄດ້ດໍາເນີນສົງຄາມຫັນປ່ຽນໂດຍສັນຕິ ຊຶ່ງໄດ້ຊັກຈູງໃຫ້ສະມາຊິກພັກ-ພະນັກງານຂອງພວກເຮົາຈຳນວນໜຶ່ງ ບໍ່ມີຫຼັກໝັ້ນ, ອຸດົມການ, ຂາດຈັນຍາບັນ,​ ຈັນຍາທໍາ. ສ້າງເງື່ອນໄຂ, ສວຍໃຊ້ຊ່ອງວ່າງຂອງກົດໝາຍກົດໜ່ວງການດໍາເນີນຄະດີຊັກຊ້າ, ຫຼົບໄປຫຼົບມາ, ບໍ່ໄປຕາມກົດໝາຍກໍານົດ ເພື່ອຫາຜົນປະໂຫຍດສ່ວນຕົວ.

2. ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ກໍຄືມະຕິ 112/ກມສພ ລົງວັນທີ 2 ​ມິຖຸນາ 2021 ວ່າດ້ວຍການຍົກສູງປະສິດທິພາບໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ເປັນແຜນງານປະຕິບັດລະອຽດແຕ່ລະດ້ານວ່າ ການສືບສວນ-ສອບສວນ ຈະປັບປຸງແກ້ໄຂດ້ານໃດໃຫ້ຖືກເປົ້າໝາຍ, ມີຫຼັກຖານຄົບຖ້ວນຮັດກຸມ. ການສັ່ງຟ້ອງ ຈະເຮັດແນວໃດໃຫ້ສັ່ງຟ້ອງຜູ້ທີ່ໄດ້ກະທໍາຜິດແທ້ໃຫ້ສານຕັດສິນ.

3. ສຸມໃສ່ສ້າງພະນັກງານດໍາເນີນຄະດີໃຫ້ມີຄວາມຮູ້ ຄວາມສາມາດ, ມີຄວາມຊ່ຽວຊານ ແລະ ເປັນມືອາຊີບໃນສະເພາະດ້ານ ເພື່ອເຮັດໃຫ້ບັນຫາຂໍ້ຂັດແຍ່ງ ແລະ ການລະເມີດກົດໝາຍທີ່ເກີດຂຶ້ນ ໄດ້ຮັບການແກ້ໄຂຢ່າງວ່ອງໄວ ແລະ ຖືກຕ້ອງ. ເນື່ອງຈາກວ່າການພັດທະນາເສດຖະກິດ-ສັງຄົມມີການຂະຫຍາຍຕົວສູງ, ການຄ້າ-ການລົງທຶນ ໄດ້ເປີດກວ້າງຢູ່ໃນສັງຄົມ. ຂໍ້ຂັດແຍ່ງ ແລະ ອາດຊະຍາກໍາທີ່ເກີດຂຶ້ນ ກໍໄປຄຽງຄູ່ກັບການພັດທະນາ, ມີຄວາມຫຍຸ້ງຍາກ, ສັບສົນ,​ ສະຫຼັບສັບຊ້ອນ ແລະ ພົວພັນກັບຫຼາຍບຸກຄົນ, ຫຼາຍຝ່າຍ ທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ, ພົວພັນຫຼາຍກົດໝາຍ ທັງກົດໝາຍພາຍໃນປະເທດ ແລະ ກົດໝາຍສາກົນ.

4. ເອົາໃຈໃສ່ປັບປຸງແບບແຜນ, ກົນໄກການດໍາເນີນຄະດີຢູ່ແຕ່ລະຂັ້ນຕອນໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ໃຫ້ສາມາດກວດສອບໄດ້ທຸກຂັ້ນຕອນການດຳເນີນຄະດີ. ເຮັດຕາມກົດໝາຍກໍານົດຢ່າງເຄັ່ງຄັດ. ຫຼີກລ່ຽງທີ່ສຸດ ບໍ່ມີກົດໝາຍ, ບໍ່ມີນິຕິກໍາ ກໍພາກັນເຮັດ, ສວຍໃຊ້ຊ່ອງວ່າງກົດໝາຍ ກົດໜ່ວງທ່ວງດຶງການດຳເນີນຄະດີໃຫ້ຊັກຊ້າ ແກ່ຍາວ ແລະ ມີສອງມາດຕະຖານໃນການປະຕິບັດ ພາໃຫ້ເກີດມີການຊັ່ງຊາ ປຽບທຽບການແກ້ໄຂຄະດີຂອງແຕ່ລະອົງການ.

5. ເອົາໃຈໃສ່ ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນສັງຄົມ ເພື່ອໃຫ້ປະຊາຊົນ ຮັບຮູ້, ເຂົ້າໃຈຕໍ່ກົດໝາຍ,​ ຍົກສູງສະຕິກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ ເນື່ອງຈາກວ່າຜ່ານມາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໄດ້ອອກມາຫຼາຍ ແຕ່ກົດໝາຍ ແລະ ນິຕິກໍາເຫຼົ່ານັ້ນຍັງຢູ່ໃນຕູ້, ຢູ່ຫ້ອງການເຮັດວຽກ, ຍັງບໍ່ໄດ້ແຈກຢາຍ ຫຼື ເຜີຍແຜ່ໃຫ້ປະຊາຊົນ ແລະ ພາກສ່ວນອື່ນຮັບຮູ້ ເຂົ້າໃຈຢ່າງທົ່ວເຖິງ. ຈຶ່ງເຮັດໃຫ້ການສ້າງຂໍ້ຜູກພັນ, ສັນຍາຕ່າງໆ ບໍ່ໄປຕາມກົດໝາຍກໍານົດ, ມີການລະເມີດກົດ ໝາຍ, ກໍອາດຊະຍາກໍາທີ່ຂັດກັບກົດໝາຍນັບມື້ນັບຫຼາຍຂຶ້ນ.

6. ເພີ່ມທະວີຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວິຊາສະເພາະຂອງແຕ່ລະພາກສ່ວນໃຫ້ເຂັ້ມງວດຕາມກົດໝາຍ ເພື່ອເຮັດໃຫ້ການດໍາເນີນຄະດີມີຄວາມໂປ່ງໃສ, ວ່ອງໄວ ແລະ ມີຄຸນນະພາບ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງລັດ, ຂອງພົນລະເມືອງ. ຮັບປະກັນສິດເສລີພາບ, ກຽດສັກສີ, ສຸຂະພາບ ແລະ ຊິວິດຂອງພົນລະເມືອງຢູ່ໃນທຸກຂັ້ນຕອນຂອງການດຳເນີນຄະດີຕາມຂະບວນຍຸຕິທໍາ.