Home Blog Page 153

ລາຍງານຜູ້ເສຍຊີວິດໃໝ່ ແລະຕິດເຊື້ອໃໝ່ ວັນທີ 3 ພະຈິກ 2021

ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 3 ພະຈິກ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.602 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.062 ຄົນ (ຕິດເຊື້ອພາຍໃນ ມີ 1.053 ຄົນ ແລະ ຕິດເຊື້ອນໍາເຂົ້າ09 ຄົນ) ແລະ ເສຍຊີວິດໃໝ່ +3 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

ຜູ້ທີ 1 : ເພດຊາຍ, ອາຍຸ 75 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ

  • ພະຍາດປະຈໍາຕົວ: ຄົນເຈັບເປັນອໍາມະພາດ, ບໍ່ໄດ້ສະຕິ, ຍ່າງບໍ່ໄດ້ 1 ປີ ແລ້ວ, ຮ່າງກາຍຈ່ອຍຜ່ອມ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 31 ຕຸລາ 2021: ພັນລະຍາຂອງຜູ້ກ່ຽວ ອາຍຸ 65 ປີ ກວດພົບເຊື້ອ
  • ວັນທີ 01 ພະຈິກ 2021: ລູກສາວ, ລູກເຂີຍ ແລະ ຫຼານຊາຍ ກວດພົບເຊື້ອໂຄວິດ-19 ເຊັ່ນກັນ
  • ວັນທີ 02 ພະຈິກ 2021 ເວລາ 11:25 ໂມງ: ທີມງານແພດ ໄດ້ເກັບຕົວຢ່າງຜູ້ກ່ຽວ ແລະ ຜົນກວດແມ່ນພົບເຊື້ອ. ຜູ້ກ່ຽວ ບໍ່ຕອບສະໜອງ, ແທກຄວາມດັນເລືອດບໍ່ໄດ້ ແລະ ມາຮອດເວລາ 11:30 ໂມງ ຜູ້ກ່ຽວກໍເສຍຊີວິດ ຢູ່ເຮືອນຜູ້ກ່ຽວເອງ 

ຜູ້ທີ 2: ເປັນເພດຊາຍ, ອາຍຸ 69 ປີ, ອາຊິບ: ຊາວນາ, ບ້ານດົງເຫັນ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ.

  • ພະຍາດປະຈໍາຕົວ: ເຄີຍເປັນພະຍາດ Ischemic Stroke ມາໄດ້ 4-5 ປີ +ຄວາມດັນເລືອດ + ພະຍາດເບົາຫວານ
  • ໄດ້ຮັບການສັກຢາວັກຊີນຄົບ
  • ວັນທີ 31 ຕຸລາ 2021: ມາກວດຢູ່ໂຮງໝໍແຂວງ ດ້ວຍອາການອິດເມື່ອຍ, ເຈັບຫົວ, ປວດຕາມຕົນໂຕ, ມືນຊາຕາມຕີນມື ເປັນມາໄດ້ 2-3 ວັນ
  • ວັນທີ 01 ຕຸລາ 2021 ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອ ຈຶ່ງຖືກນຳສົ່ງເຂົ້າມານອນປີ່ນປົວຢູ່ໂຮງໝໍພາກສະໜາມ
  • ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 31 ຕຸລາ-02 ພະຈິກ 2021 ລວມເປັນ 03 ມື້
  • ມາຮອດເວລາ 2:40 ໂມງເຊົ້າຂອງວັນທີ 02 ພະຈິກ 2021: ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ບໍ່ຕອບສະຫນອງແລະ ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 3: ເພດຊາຍ, ອາຍຸ 43 ປີ, ອາຊີບ: ປະຊາຊົນ, ສັນຊາດ: ຫວຽດນາມ, ບ້ານຢູ່ປະຈຸບັນ: ໜອງທາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ

  • ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ແລະ ຄວາມດັນເລືອດສູງ
  • ວັນທີ 01 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ອິດເມືອຍ ແລະ ຖ່າຍເປັນນໍ້າ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ
  • ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 01-02 ພະຈິກ 2021 ລວມເປັນ 02 ມື້
  • ມາຮອດເວລາ 5:30 ໂມງຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.053 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 517 ຄົນ: ມາຈາກ 247 ບ້ານ, ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 65 ຄົນ 32 ບ້ານ
  • ເມືອງສີໂຄດ ມີ 81 ຄົນ ມີ 47 ບ້ານ
  • ໄຊເສດຖາ ມີ 107 ຄົນ ແລະ 44 ບ້ານ
  • ສີສັດຕະນາກ ມີ 75 ຄົນ ມີ 30 ບ້ານ
  • ເມືອງນາຊາຍທອງ ມີ 35 ຄົນ ມີ 16 ບ້ານ
  • ເມືອງໄຊາທານີ ມີ 82 ຄົນ ມີ 41 ບ້ານ
  • ເມືອງຫາດຊາຍຟອງ ມີ 47 ຄົນ ແລະ 31 ບ້ານ
  • ເມືອງປາກງື່ມ ມີ 03 ຄົນ 03 ບ້ານ
  • ເມືອງສັງທອງ ມີ 05 ຄົນ ມີ 03 ບ້ານ ສືບຕໍ່ເກັບກໍາຂໍ້ມູນ 17 ຄົນ

–ຫຼວງພະບາງ: 122 ຄົນ ມາຈາກ 19 ບ້ານ, ໃນ 4 ເມືອງ

–ບໍ່ແກ້ວ: 53 ຄົນ ມາຈາກ 12 ບ້ານ, ໃນ 3 ເມືອງ

–ອຸດົມໄຊ: 24 ຄົນ ມາຈາກ  10 ບ້ານ, ໃນ 1 ເມືອງ

–ຫຼວງນໍ້າທາ: 134 ຄົນ ມາຈາກ 35  ບ້ານ, ໃນ 4 ເມືອງ

–ວຽງຈັນ: 100 ຄົນ ມາຈາກ  23 ບ້ານ, ໃນ 6 ເມືອງ

–ຊຽງຂວາງ: 1 ຄົນ ມາຈາກ  1 ບ້ານ, ໃນ 1 ເມືອງ

-ໄຊສົມບູນ: 13 ຄົນ ມາຈາກ  2 ບ້ານ, ໃນ 2 ເມືອງ

–ຄໍາມ່ວນ: 20 ຄົນ ມາຈາກ  9 ບ້ານ, ໃນ 2 ເມືອງ

–ສາລະວັນ: 5 ຄົນ ມາຈາກ  3 ບ້ານ, ໃນ 2 ເມືອງ

–ສະຫວັນນະເຂດ: 20 ຄົນ ມາຈາກ 9  ບ້ານ, ໃນ 4 ເມືອງ

-ຈໍາປາສັກ: 26 ຄົນ ມາຈາກ  11 ບ້ານ, ໃນ 5 ເມືອງເຊກອງ: 18 ຄົນ. ມາຈາກ 8 ບ້ານ, ໃນ 1ເມືອງ

ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 09 ຄົນ: 5 ຄົນຈາກແຂວງໄຊຍະບູລີ, 03 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 1 ຄົນຈາກແຂວງຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 02 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 42.891 ຄົນ, ເສຍຊີວິດສະສົມ 73ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 348 ຄົນ, ກໍາລັງປິ່ນປົວ 7.864 ຄົນ.

ໂຫດຮ້າຍ! ມື້ດຽວຕິດເຊື້ອໃໝ່ +1062 ຄົນ

ຕາມການລາຍງານ ຂອງແຟນເພຈ ສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງຖະແຫຼງຂ່າວປະຈຳວັນ!

ກະຊວງສາທາລະນະສຸກອະນຸຍາດໃຫ້ແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນທີ່ສາມາດນໍາໃຊ້ຊຸດກວດແບບໄວ

ປັດຈຸບັນ ກະຊວງສາທາລະນະສຸກອະນຸຍາດໃຫ້ແພດທີ່ໄດ້ຜ່ານການອົບຮົມເທົ່ານັ້ນທີ່ສາມາດນໍາໃຊ້ຊຸດກວດແບບໄວ.

ຈຸດປະສົງຫຼັກຂອງການນຳໃຊ້ແມ່ນເພື່ອໃຫ້ສາມາດຄົ້ນຫາຜູ້ຕິດເຊື້ອ ແລະ ແຍກປ່ຽວຜູ້ຕິດເຊື້ອອອກຈາກຄົນອື່ນໄດ້ແຕ່ຫົວທີ ໂດຍສະເພາະຈຸດທີ່ມີຄວາມສ່ຽງຢູ່ເຂດຫ່າງໄກສອກຫຼີກ ທີ່ເຂົ້າເຖິງການກວດຫາເຊື້ອໄດ້ຍາກ ແລະ ຕ້ອງໄດ້ເວລາຫຼາຍໃນຂົນສົ່ງຕົວຢ່າງເຂົ້າມາຫ້ອງວິເຄາະ. ຊຸດກວດແບບໄວຈຶ່ງເປັນໜຶ່ງຍຸດທະສາດທີ່ນຳໃຊ້ເພື່ອຈຳກັດການແຜ່ເຊື້ອອອກສູ່ວົງກ້ວາງ.

ມີຫຼາຍຄົນຊື້ຊຸດກວດແບບໄວມາກວດເອງ ຊຶ່ງເປັນສິ່ງທີ່ພວກເຮົາບໍ່ແນະນໍາມາຕັ້ງແຕ່ຕົ້ນ, ມີຫຼາຍເຫດຜົນທີ່ຄະນະສະເພາະກິດບໍ່ອະນຸຍາດໃຫ້ບຸກຄົນໄປຊື້ມາກວດດ້ວຍຕົນເອງຍ້ອນວ່າ:

  • ຊຸດກວດທີ່ມີຂາຍແບບຊະຊາຍມີຫຼາຍຊະນິດ ບໍ່ໄດ້ຜ່ານການພິຈາລະນາ ແລະ ອະນຸມັດຈາກກົມອາຫານ ແລະ ຢາ.
  • ຊຸດກວດທີ່ເຫັນໂຄສະນາຂາຍນີ້ ສ່ວນໃຫຍ່ແມ່ນບຸກຄົນນໍາເຂົ້າແບບບໍ່ໄດ້ຮັບການອະນຸຍາດ.
  • ຊຸດກວດແບບໄວທັງໝົດທີ່ມີໃນປະຈຸບັນ ບໍ່ມີໂຕໃດທີ່ໃຫ້ຜົນຖືກຕ້ອງ 100%, ໝາຍຄວາມວ່າ ມັນມີສາມາດຜິດພາດໄດ້ສູງ ໂດຍສະເພາະຖ້າຜົນກວດເປັນລົບ (ອອກເປັນລົບແຕ່ບໍ່ໄດ້ໝາຍຄວາມວ່າບໍ່ຕິດເຊື້ອ).
  • ບຸກຄົນທີ່ຊື້ມາກວດເອງບໍ່ມີຄວາມຊໍານານໃນການເກັບຕົວຢ່າງຊຶ່ງຖ້າເກັບຕົວຢ່າງບໍ່ຖືກຕ້ອງ ຫຼື ບໍ່ຖືກຈຸດ ຜົນກວດກໍຈະບໍ່ຖືກຕ້ອງ.
  • ການຖີ້ມໄມ້ຕ້ອຍຕົວຢ່າງ ແລະ ຊຸດກວດທີ່ໃຊ້ແລ້ວລົງຖັງຂີ້ເຫຍື້ອຢູ່ເຮືອນຕົນເອງ ໂດຍບໍ່ໄດ້ຂ້າເຊື້ອກ່ອນແມ່ນຍິ່ງອັນຕະລາຍ ເພາະຊຸດກວດທີ່ມີເຊື້ອນັ້ນສາມາດກາຍເປັນແຫຼ່ງແຜ່ເຊື້ອ ແລະ ເຮັດໃຫ້ເກີດການຕິດເຊື້ອລາມເປັນວົງກວ້າງໃນຄອບຄົວ ແລະ ຄົນອ້ອມຂ້າງໄດ້.ທ່ານຄວນຊາບວ່າ ການກວດເພື່ອຢັ້ງຢືນສຸດທ້າຍຕ້ອງແມ່ນການກວດໃນຫ້ອງວິເຄາະດ້ວຍເຕັກນິກສະເພາະເທົ່ານັ້ນ.

ສະນັ້ນ, ເຖິງທ່ານຈະໄດ້ກວດແບບໄວມາແລ້ວ ທ່ານມີຄວາມຈໍາເປັນຕ້ອງໄປກວດໃນຈຸດບໍລິການບ່ອນທີ່ກຳນົດໄວ້ ໂດຍສະເພາະທ່ານທີ່ໄດ້ກວດເອງແລ້ວພົບວ່າຕິດເຊື້ອ ເພື່ອຢັ້ງຢືນສຸດທ້າຍວ່າຕິດເຊື້ອແທ້.

ທ່ານສາມາດແຈ້ງຕໍ່ເຈົ້າໜ້າທີ່ໃນຈຸດທີ່ທ່ານຈະໄປກວດນັ້ນຊາບກ່ອນວ່າທ່ານໄດ້ກວດດ້ວຍເຄື່ອງກວດແບບໄວພົບຜົນບວກ ເພື່ອເຈົ້າໜ້າທີ່ໃນຈຸດບໍລິການນັ້ນຈະໄດ້ອໍານວຍຄວາມສະດວກໃຫ້ທ່ານໄດ້ກວດ ແລະ ຫຼີກເວັ້ນການໄກ້ຊິດກັບຄົນອື່ນ.

ຖ້າຜົນຢັ້ງຢືນອອກມາວ່າທ່ານຕິດເຊື້ອແພດ ແລະ ລົດແພດຈະຕິດຕໍ່ມາຫາທ່ານເພື່ອມາຮັບເຂົ້າໄປປິ່ນປົວໂດຍໄວ.

ດີໃຈນຳ! ເມືອງນ້ຳບາກ ປິ່ນປົວຫາຍດີອີກ 332 ຄົນ

ເມືອງນ້ຳບາກ ປິ່ນປົວຫາຍດີອີກ 332 ຄົນ

ຕາມການລາຍງານ ຂອງຂ່າວສານຫຼວງພະບາງ ໃຫ້ຮູ້ວ່າ: ຄະນະສະເພາະກິດເພື່ອປ້ອງກກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ທ້າຍເດືອນກັນຍາມາຮອດຕົ້ນເດືອນພະຈິກ 2021 ນີ້ ເມືອງນໍ້າບາກ ມີຜູ້ທີ່ຕິດເຊື້ອສະສົມທັງໝົດ 396 ຄົນ, ໃນນັ້ນໄດ້ປີ່ນປົວຫາຍດີແລ້ວ 332 ຄົນ.

ໂດຍໄດ້ແບ່ງອອກເປັນ 2 ຊຸດຄື: ຊຸດທີ1 ແມ່ນໄດ້ອອກໃນວັນທີ 18 ຕຸລາ 2021 ປິ່ນປົວດີ ຈຳນວນ 140ຄົນ ແລະຊຸດທີ2 ອອກວັນທີ 1 ພະຈິກ 2021 ປິ່ນປົວຫາຍດີ 192 ຄົນ ແລະຍັງສືບຕໍ່ປີ່ນປົວ 64 ຄົນ, ບໍ່ມີກໍລະນີເສຍຊີວິດ. ພ້ອມນັ້ນເພີ່ນຍັງແນະນຳໃຫ້ຜູ້ທີ່ອອກຈາກໂຮງໝໍພາກສະໜາມແລ້ວ ແຕ່ຕ້ອງສືບຕໍ່ໃຊ້ຊີວິດແບບໃຫມ່, ກໍ່ຄືຕ້ອງໃສ່ຜ້າອັດປາກ-ອັດດັງ ໃນເວລາອອກຈາກເຮືອນເມື່ອມີຄວາມຈຳເປັນ, ຮັກສາໄລຍະຫ່າງຈາກຄົນອື່ນ 2 ແມັດ, ຫມັ່ນລ້າງມືໃສ່ສະບູ, ນ້ຳສະອາດ ຫຼື ເຈວລ້າງມືທີ່ມີສວ່ນປະສົມຂອງເຫຼົ້າ 70% – 90 % ເວລາຈັບສິ່ງຂອງຕ່າງໆ ພ້ອມທັງພັກຜ່ອນໃຫ້ພຽງພໍ ແລະກິນອາຫານໃຫ້ຄົບ5ໝູ່.

ຂ່າວ: ພອນສັກ ສິງດາລັກ ເມືອງນ້ຳບາກ

ກວດເບິ່ງຜູ້ຕິດເຊື້ອໃໝ່ທັງໝົດມາຈາກບ້ານ ເມືອງໃດ ໃນຂອບເຂດທົ່ວປະເທດ

ຍັງມີຫຼາຍກວ່ານີ້ອີກບໍ່? ນະຄອນຫຼວງວຽງຈັນມີຜູ້ຕິດເຊື້ອໃໝ່ຈາກ 144 ບ້ານ ໃນ 7 ເມືອງ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 2 ພະຈິກ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,415 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 873 ຄົນ (ຕິດເຊື້ອພາຍໃນ ມີ 871 ຄົນ ແລະ ຕິດເຊື້ອນໍາເຂົ້າ2 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 871 ຄົນ ຈາກ 13 ແຂວງ ແລະ ນະຄອນຫຼວງ ເຊິ່ງລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 427 ຄົນ: ມາຈາກ 144 ບ້ານ, ໃນ 7 ເມືອງ

ເມືອງຈັນທະບູລີ ມີ 19 ບ້ານ (48 ຄົນ)

  • ດົງປ່າແຫຼບ 6
  • ໂພນສະຫ່ວາງ  6
  • ໜອງປີງ    5
  • ໜອງທາເໜືອ 4
  • ຫ້ວຍຫົງ   4
  • ຮ່ອງໄກ່ແກ້ວ    3
  • ສີດຳດວນ   2
  • ສີບຸນເຮືອງ 2
  • ຮ່ອງແຊງ   2
  • ຂົວຫຼວງ    2
  • ບໍ່ນາງົວ 2
  • ທົ່ງຕູມ 2
  • ໂພນຕ້ອງ   1
  • ສີຫອມ 1
  • ສີສະຫວາດ     1
  • ໜອງທາ   1
  • ປ້ອງກັນສູນກາງ 1
  • ດົງໝ້ຽງ    1
  • ສະຫວ່າງ   1
  • ທົ່ງຂັນຄຳ   1

ເມືອງສີໂຄດຕະບອງ ມີ 25 ບ້ານ (49 ຄົນ)

  • ນາເລົາ  7
  • ໜອງໝ້ຽວ 4
  • ໜອງແຕ່ງ  4
  • ໜອງສະໂນຄຳ  4
  • ດົງນາທອງ  3
  • ດົງນາໂຊກໃຕ້    3
  • ດົງນາໂຊກ  2
  • ຫຼັກຫີນ     2
  • ໂນນແກ້ວ   2
  • ທົ່ງປົ່ງ  2
  • ໃໝ່     2
  • ເມືອງວາທົ່ງ 1
  • ໂພນຄໍາ 1
  • ວຽງສະຫັວນ    1
  • ຈັນສະຫວ່າງ    1
  • ດ່ານຄໍາ 1
  • ໂພນແກ້ວ   1
  • ໂນນຂີ້ເຫຼັກ 1
  • ສີຊົມຊື່ນ     1
  • ໂພສີ    1
  • ໜອງໜຽ້ວ 1
  • ຕາດທອງ   1
  • ສີໄຄທົ່ງ 1
  • ໜອງດ້ວງ  1
  • ໜອງດ້ວງໃຕ້    1

ເມືອງໄຊເສດຖາ ມີ 34 ບ້ານ (93 ຄົນ)

  • ຈອມມະນີ   12
  • ໂນນສະຫວ່າງ   11
  • ສົມສະຫງ່າ 6
  • ໂຊກຄໍາ 5
  • ແສງສະຫວ່າງ  5
  • ຝາຍ    5
  • ຄໍາສະຫວາດ    4
  • ໂພນສະອາດ     3
  • ຊຽງດາ 3
  • ໜອງບອນ  3
  • ຂາມງອຍ    3
  • ວຽງຈະເລີນ 3
  • ໂນນສະຫັວນ    2
  • ທາດຫຼວງກາງ  2
  • ໂພນທັນ    2
  • ນາໄຊ   2
  • ທາດຫຼວງເໜືອ 2
  • ວັງຊາຍ 2
  • ອາມອນ 2
  • ນາບຽນ 2
  • ໂນນສະຫງ່າ     1
  • ນາຄວາຍກາງ    1
  • ທາດຫຼວງ  1
  • ສະພັງໝໍ້   1
  • ໜອງໜ່ຽງ 1
  • ສີສັງວອນ   1
  • ທົ່ງຕູມ  1
  • ນາໂນ   1
  • ໂນນຫວາຍ 1
  • ຫົວຂົວ 1
  • ໂພນທອງ   1
  • ໂຊກໃຫ່ຍ    1
  • ໂນນຄໍ້   1
  • ຮ່ອງແກ     1

ເມືອງສີສັດຕະນາກມີ 20 ບ້ານ (50 ຄົນ)

  • ໂພນປ່າເປົ້າ 8
  • ດົງສະຫວາດ    7
  • ທົ່ງກາງ 6
  • ທົ່່ງພານທອງ    5
  • ຈອມແຈ້ງ   3
  • ດອນນົກຂູ້ມ 3
  • ວັດນາກ 3
  • ຈອມເພັດໃຕ້     2
  • ໂພນສະຫວັນເໜືອ 2
  • ໂພນສະຫວັນ   1
  • ຫໍພັກລວມສະໜາມມ້າ 1
  • ຫາຍໂສກ   1
  • ສະພານທອງ    1
  • ໂພນສະຫວ່າງ  1
  • ສະພານທອງເໜືອ  1
  • ໂຮງໝໍກະເສມເລດ  1
  • ດອນກອຍ   1
  • ດົງປ່າລານ  1
  • ຈອມເພັດ   1
  • ທ່າພະລານໄຊ   1

ເມືອງນາຊາຍທອງ ມີ 8 ບ້ານ (12 ຄົນ)

  • ນາຊັນ  4
  • ໂພນແກ້ວ   2
  • ອີ່ໄລໃຕ້ 1
  • ນາສ້ຽວ 1
  • ນາຊາຍເໜືອ    1
  • ເປີກ     1
  • ດົງຫຼວງ 1
  • ນາລຽນ 1
  • ເມືອງໄຊທານີ ມີ 22 ບ້ານ (51 ຄົນ)
  • ດົງໂດກ 11
  • ສີວິໄລ   4
  • ຕານມີໄຊ    4
  • ໜອງພະຍາ     3
  • ດອນໜູນ   3
  • ພະຂາວ 3
  • ນາແຄຄຳ    2
  • ຊ້າງຄູ້   2
  • ໂຄກສີວິໄລ  2
  • ໂຄກສະຫວ່າງ   2
  • ນາທົມ  2
  • ໄຊສະຫ່ວາງ     2
  • ຄຳຮຸ່ງ   2
  • ໂນນແຕ້ 1
  • ນາສ້ຽວ 1
  • ອຸດົມຜົນ     1
  • ຫ້ວຍເຕີຍ   1
  • ສະພັງເມິກ  1
  • ຫນອງພະຍາ    1
  • ລາດຄວາຍ  1
  • ດົງສ້າງຫິນ 1
  • ນາລ້ອມ 1

ເມືອງຫາດຊາຍຟອງ ມີ 15 ບ້ານ (29 ຄົນ)

  • ດອນດູ່  6
  • ນາໄຫ  5
  • ດົງຄໍາຊ້າງ   4
  • ສົມຫັວງເໜືອ  2
  • ປ່າຝາງ 2
  • ດອນກອຍ   1
  • ດົງຄຳຊ້າງ   1
  • ນາທາມ     1
  • ສາລາຄຳເຫນືອ 1
  • ໜອງໄຮ     1
  • ໂພສີ    1
  • ໂຄກຊາຍ    1
  • ຈຽມປາງ    1
  • ນາຍາງ 1
  • ຖິ່ນຕົມ 1
  • ຕ່າງແຂວງ 2​ ຄົນ

ຍັງສືບຕໍ່ເອົາຂໍ້ມູນ 13 ຄົນ

–ຫຼວງພະບາງ, ມີ 58 ຄົນ ໃນ 15 ບ້ານ ແລະ 4 ເມືອງ

–ແຂວງວຽງຈັນ, ມີ 105 ຄົນ ໃນ 21 ບ້ານ ແລະ 5 ເມືອງ

–ບໍ່ແກ້ວ, ມີ 40 ຄົນ ໃນ 11 ບ້ານ ແລະ 2 ເມືອງ

–ຫຼວງນໍ້ທາ, ມີ 172 ຄົນ ໃນ 35 ບ້ານ ແລະ 4 ເມືອງ

–ສະຫວັນນະເຂດ, ມີ 6 ຄົນ ໃນ 5 ບ້ານ ແລະ 3 ເມືອງ

–ອຸດົມໄຊ, ມີ 16 ຄົນ ໃນ 6 ບ້ານ ແລະ 1 ເມືອງ

–ຈໍາປາສັກ, ມີ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ

–ຄໍາມ່ວນ, ມີ 15 ຄົນ ໃນ 2 ບ້ານ ແລະ 1 ເມືອງ

–ບໍລິຄໍາໄຊ, ມີ 12 ຄົນ ໃນ 4 ບ້ານ ແລະ 1 ເມືອງ

-ເຊກອງ, ມີ 7 ຄົນ ໃນ 5 ບ້ານ ແລະ 1 ເມືອງ

-ໄຊສົມບູນ, ມີ 4 ຄົນ ໃນ 1 ບ້ານ ແລະ 1 ເມືອງ

-ຊຽງຂວາງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

–ສາລະວັນ, ມີ 3 ຄົນ ໃນ 3 ບ້ານ ແລະ 2 ເມືອງ

–ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ ຈາກ ແຂວງສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

-ມາຮອດວັນທີ 1 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 41,829 ຄົນ, ເສຍຊີວິດສະສົມ 70 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 572 ຄົນ, ກໍາລັງປິ່ນປົວ 7,695ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ຈາກນະຄອນຫຼວງ ແລະ ແຂວງວຽງຈັນ

ຕາມດານລາຍງານ ຂອງວັນທີ 2 ພະຈິກ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມ 3 ຄົນ ສະສົມລວມແລ້ວ 70 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 23 ປີ, ສັນຊາດ: ລາວ, ບ້ານໂນນແຕ້, ເມືອງໄຊທານີ, ນະຄອນຫລວງວຽງຈັນ

  • ຢູ່ສະຖານທີຄຸມຂັງຊົ່ວຄາວ ເມືອງໄຊເສດຖາ
  • ວັນທີ 29 ຕຸລາ 2021: ຜູ້ກ່ຽວມີອາການລ່ອຍ, ຈ່ອຍຜ່ອມ ແລະ ຈືດມ້ານ ໄດ້ເກັບຕົວຢ່າງ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19
  • ໄລຍະເວລາປີ່ນປົວ: ນັບແຕ່ວັນທີ 29 ຕຸລາ – 01 ພະຈິກ 2021 ເປັນເວລາ 04 ມື້
  • ວັນທີ 01 ພະຈິກ 2021 ເວລາ 16:00 ໂມງ ຜູ້ກ່ຽວ ໄດ້ເສຍຊີິວິດ

ຜູ້ທີ 2: ເພດຊາຍ, ອາຍຸ 73 ປີ, ບ້ານພູຄຳ, ເມືອງກາສີ, ແຂວງວຽງຈັນ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ (ເຄີຍເສັ້ນເລືອດໃນສະໝອງແຕກ ຫາກໍ່ພັກຟຶ້ນ ແລະ ເລີ່ມຊ່ວຍເຫລືອຕົນເອງໄດ້ 3 ເດືອນ)
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 01 ພະຈິກ 2021: ຜູ້ກ່ຽວມາໂຮງຫມໍເມືອງກາສີ ດ້ວຍອາການ ອິດເມື່ອຍ, ແຂນຂາອ່ອນແຮງ ເປັນໄດ້ 3 ມື້ ແລະ ໄອເລັກນ້ອຍ ຈຶ່ງໄດ້ກວດຊອດຫາເຊື້ອ ແລະ ຜົນກວດພົບເຊື້ອໂຄວິດ-19. ເວລາ 21:00 ໂມງ ຄົນເຈັບມີອາການຊ໋ອກ, ແພດໝໍພະຍາບານໄດ້ເຊີດຊູຄົນເຈັບ ແລະ ນຳສົ່ງໄປຍັງສູນໂຄວິດໂພນໂຮງ. ໃນໄລຍະເຄື່ອນຍ້າຍຄົນເຈັບຂື້ນລົດ ໄດ້ເຊີດຊູອີກ 1 ຄັ້ງ ໃນລົດ. ເວລາ 23:45 ໂມງ ມາຮອດສູນໂຄວິດໂພນໂຮງ ຄົນເຈັບໄດ້ເສຍຊີວິດລົງ.

ຜູ້ທີ 3: ເພດຊາຍ, ອາຍຸ 82 ປີ, ອາຊີບ: ປະຊາຊົນ, ບ້ານດົງປ່າແຫລບ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ

–    ວັນທີ 2 ພະຈິກ 2021: ຜູ້ກ່ຽວ ເຂົ້າມາກວດໂຮງໝໍມິດຕະພາບ ດ້ວຍອາການບໍ່ໄດ້ສະຕິ ພ້ອມທັງ ເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ. ເວລາ 1:30 ໂມງເຊົ້າ ຂອງວັນທີ 02 ພະຈິກ 2021 ຜູ້ກ່ຽວໄດ້ເສຍຊີວິດ (ຜູ້ກ່ຽວເສຍຊີວິດ ກ່ອນມາໂຮງໝໍ)

ລາຍງານໂຄວິດ-19 ວັນທີ 2 ພະຈິກ 2021

ຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາໃຫ້ຮູ້ວ່າ: ກວດພົບຜູ້ຕິດເຊື້ອໃໝ່ +873 ຄົນ ແລະ ເສຍຊີວິດໃໝ່ +3 ຄົນ.

  • ນະຄອນຫຼວງ: 427 (ຊຸມຊົນ)
  • ຫຼວງພະບາງ: 58 (ຊຸມຊົນ)
  • ບໍ່ແກ້ວ: 40 (ຊຸມຊົນ)
  • ອຸດົມໄຊ: 16 (ຊຸມຊົນ)
  • ຫຼວງນໍ້າທາ: 172 (ຊຸມຊົນ)
  • ວຽງຈັນ: 105 (ຊຸມຊົນ)
  • ຊຽງຂວາງ: 1 (ຊຸມຊົນ)
  • ບໍລິຄໍາໄຊ: 12 (ຊຸມຊົນ)
  • ໄຊສົມບູນ: 4 (ຊຸມຊົນ)
  • ຄໍາມ່ວນ: 15 (ຊຸມຊົນ)
  • ສາລະວັນ: 3 (ຊຸມຊົນ)
  • ສະຫວັນນະເຂດ: 8
    2 (ນໍາເຂົ້າ)
    6 (ຊຸມຊົນ)
  • ຈໍາປາສັກ: 5 (ຊຸມຊົນ)
  • ເຊກອງ: 7 (ຊຸມຊົນ)

ລາຍລະອຽກດຫຼັງຈາກຖະແຫຼງຂ່າວປະຈຳວັນ ເວລາ 10 ໂມງ

ເຫດການໄຟໄໝ້ ຢູ່ບ້ານໜອງບົວທອງເໜືອ ເສຍຫາຍ 800 ລ້ານກີບ

ເສຍຫາຍ 800 ລ້ານກີບ ເຫດການໄຟໄໝ້ ຢູ່ບ້ານໜອງບົວທອງເໜືອ

ຈາກເຫດການໄຟໄໝ້ ເຮືອນປະຊາຊົນ ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເມື່ອເວລາ 11: 15 ໂມງ ຂອງວັນທີ 31 ຕຸລາ 2021 ສ້າງຜົນເສຍຫາຍລວມມູນຄ່າ 800 ລ້ານກວ່າກີບ ເຊິ່ງເຮືອນຫຼັງດັ່ງກ່າວ ເປັນເຮືອນສອງຊັ້ນ ຂັ້ມລຸ່ມແມ່ນກໍ່ສ່ວນຊັ້ນສອງ ແອ້ມດວ້ຍໄມ້ ເປັນເຮືອນຂອງ ແມ່ຕູ້ ອ່ອນຕາ ອາຍຸ 85 ປີ.ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງວ່າມີເຫດໄຟໄໝ້ ຢູ່ບ້ານໜອງບົວທອງເໜືອ ເຈົ້າໜ້າທີ່ພວກເຮົາກໍໄດ້ຈັດກໍາລັງ 25 ສະຫາຍ ພ້ອມດ້ວຍພະຫານະມອດໄຟ 2 ຄັນ ລົງສະຖານທີ່ເກີດເຫດຢ່າງຮີບດ່ວນ ໂດຍໃຊ້ເວລາ 1 ຊົ່ວໂມງ ຈິ່ງສາມາດຄວບຄຸມໄຟໄດ້.

ສ່ວນສາເຫດທີ່ພາໃຫ້ເກີດອັກຄີໄພຄັ້ງນີ້ ແມ່ນເກີດຈາກ ໄຟຟ້າລັດວົງຈອນ ຢູ່ຊັ້ນສອງ.ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ໃຫ້ມີສະຕິໃນການນຳໃຊ້ໄຟຟ້າ ຖອດປັກໄຟທຸກຄັ້ງກ່ອນອອກຈາກເຮືອນ, ການນຳໃຊ້ຟືນ-ໄຟ ແຕ່ງຢູ່ຄົວກິນ ການຈູດຂີ້ເຫຍື້ອ ແລະ ອື່ນໆ ຄວນກວດເບີ່ງຄືນວ່າດັບມອດດີແລ້ວຫຼືບໍ່ ເພື່ອຄວາມປອດໄພ ທາງດ້ານຊີວິດ ແລະ ຊັບສີນຂອງທ່ານ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ກະຊວງການເງິນ ຄາດຄະເນລາຍຮັບໝົດປີ ຈະສາມາດປະຕິບັດໄດ້ 26.957 ຕື້ກີບ

ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນ ຫລວງວຽງຈັນ, ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານ ກ່ຽວກັບການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນຜ່ານມາ ເຫັນວ່າມີຄວາມທ້າທາຍຫລາຍສົມຄວນ, ແຕ່ເຖິງຢ່າງກໍຕາມ ກະຊວງການເງິນ ກໍໄດ້ມີຄວາມພະຍາຍາມໃນການປະສານສົມທົບກັບຂະແໜງການສູນກາງແລະທ້ອງຖິ່ນ ເພື່ອຕິດຕາມ, ຊຸກຍູ້ຈັດເກັບລາຍຮັບໃນຂອບເຂດທົ່ວປະເທດ, ໂດຍສະເພາະການຂຸດຄົ້ນແຫລ່ງລາຍຮັບໃໝ່ ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າ ຮ່ວມ ຮຸ້ນໃນລັດວິສາຫະກິດ, ເງິນປັນຜົນເພີ່ມອີກຈຳນວນໜຶ່ງ ແລະ ອື່ນໆ, ເຊິ່ງສາມາດຄາດຄະເນລາຍຮັບໝົດປີຈະສາມາດປະຕິບັດໄດ້ ປະມານ 26.957 ຕື້ກີບ, ເທົ່າກັບ 98% ຂອງແຜນການປີ.

ພ້ອມດຽວກັນນັ້ນ, ກະຊວງການເງິນ ຈະໄດ້ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດບັນດາລາຍຈ່າຍ ທີ່ຈຳເປັນ ແລະ ບູລິມະສິດຂອງລັດຖະບານ ໂດຍສະ ເພາະລາຍຈ່າຍເງິນເດືອນ, ເງິນບໍລິຫານ, ຊຳລະໜີ້ສິນ,ປ້ອງກັນພະຍາດໂຄວິດ-19 ໃຫ້ສາມາດເຄື່ອນ ໄຫວໄດ້ເປັນປົກກະຕິ,ພ້ອມທັງຄົ້ນຄວ້າຫລຸດລາຍ ຈ່າຍ, ສະລໍລາຍຈ່າຍ ແລະ ເລື່ອນຈ່າຍບາງຮ່ວງລາຍຈ່າຍຈຳນວນໜຶ່ງ ຂອງຂະແໜງການຂັ້ນສູນ ກາງ 15%, ທ້ອງຖິ່ນ 10% ແລະ ບາງລາຍຈ່າຍ ຂອງລັດຖະບານທີ່ເຫັນວ່າບໍ່ຈຳເປັນ ເຊິ່ງສາມາດຫລຸດຜ່ອນ (ປະຢັດ) ໄດ້ປະມານ 558 ຕື້ກີບ.

ແຕ່ເຖິງຢ່າງໃດກໍ່ຕາມ ເຫັນວ່າຍັງມີຄວາມຈຳເປັນຕ້ອງໄດ້ດັດສະເລ່ຍເພີ່ມໃສ່ບາງລາຍຈ່າຍ ທີ່ເປັນບູລິມະສິດ ຕາມນະໂຍບາຍຂອງລັດຖະບານ ເປັນຕົ້ນ: ເພີ່ມລາຍຈ່າຍເງິນແຮລັດຖະບານ ເພື່ອສືບຕໍ່ຮັບມືກັບພະຍາດໂຄວິດ-19 ແລະ ໄພພິບັດ 50 ຕື້ກີບ,ເພີ່ມແຜນລາຍຈ່າຍເງິນເດືອນແລະເງິນນະໂຍ ບາຍ ຕາມການສະເໜີ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ປະມານ 100 ກວ່າຕື້ກີບ ແລະ ຈັດສັນແຜນລາຍຈ່າຍເງິນບຳເນັດເກັບລາຍຮັບເກີນແຜນຂອງທ້ອງຖິ່ນ ປີ 2020 ປະມານ 408 ຕື້ກີບ ຕາມມາດຕາ 49 ຂອງກົດໝາຍ ວ່າດ້ວຍງົບປະ ມານແຫ່ງລັດ. ສ່ວນການຂາດດຸນງົບປະມານ ບົນພື້ນຖານ ການຄາດຄະເນລາຍຮັບຈະບໍ່ໄດ້ 2% ຫລື ປະມານ 670 ຕື້ກີບ ຈະເຮັດໃຫ້ການຂາດດຸນເພີ່ມຈາກ 3.955 ຕື້ກີບ ເທົ່າກັບ 2,17% ຂອງ ຈີດີພີ ມາເປັນ 4.626 ຕື້ກີບ ເທົ່າກັບ 2,53% ຂອງ ຈີດີພີ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕື່ມວ່າ: ສຳ ລັບ ຄວາມຕ້ອງການແຫລ່ງທຶນທັງໝົດ 18.701 ຕື້ກີບ ໃນນັ້ນ, ການດຸນດ່ຽງງົບປະມານໃນປີ 4.626 ຕື້ກີບ, ການທົດແທນຕົ້ນທຶນເງິນກູ້ 14.075 ຕື້ກີບ ໃນນີ້, ການທົດແທນຕົ້ນທຶນເງິນກູ້ພາຍໃນ 4.138 ຕື້ກີບ, ການທົດແທນຕົ້ນທຶນເງິນກູ້ຕ່າງປະເທດ 9.937 ຕື້ກີບ. ສ່ວນແຫລ່ງທຶນເພື່ອມາດຸນດ່ຽງທັງໝົດ 18.701 ຕື້ກີບ.ໃນນັ້ນ ໄດ້ຈາກ ແຫລ່ງທຶນພາຍໃນ 4.778 ຕື້ກີບ, ໃນນີ້, ພັນ ທະບັດ 3.390 ຕື້ກີບ, ມີຍອດເງິນເຫລືອງົບປະ ມານປີ 2020 ຈຳ ນວນ 1.388 ຕື້ກີບ (ລວມມີເງິນບຳເນັດເກີນແຜນຂອງທ້ອງຖິ່ນ 408 ຕື້ກີບ), ໄດ້ຈາກຕ່າງປະເທດ 13.923 ຕື້ກີບ ໃນນີ້: ກູ້ຢືມເປັນໂຄງການເພື່ອການພັດທະນາ 3.986 ຕື້ກີບ, ອອກພັນທະບັດເພື່ອທົດແທນຕົ້ນທຶນຕ່າງປະເທດ 9.937 ຕື້ກີບ.

ທຫລ ດໍາເນີນຫຼາຍນະໂຍບາຍດ້ານສິນເຊື່ອ ຫຼຸດຜົນກະທົບໂຄວິດ ພ້ອມຄຸມອັດຕາແລກປ່ຽນ

ທຫລ ດໍາເນີນຫຼາຍນະໂຍບາຍດ້ານສິນເຊື່ອ ຫຼຸດຜົນກະທົບໂຄວິດ ພ້ອມຄຸມອັດຕາແລກປ່ຽນບໍ່ໃຫ້ຜັນຜວນ.

ການລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ ມາເປັນເວລາກວ່າ 2 ປີ ສົມທົບກັບສະ ພາບການເໜັງຕີງ ແລະ ຫຼຸດໂຕນກັນຂອງອັດຕາແລກ ປ່ຽນ ເງິນຕາລະຫວ່າງທາງການ ກັບຕະຫຼາດນອກ, ໄດ້ສົ່ງຜົນກະທົບໂດຍກົງຕໍ່ ລະບົບເສດຖະກິດມະຫາພາກຂອງລັດຖະບານ ແລະ ການດໍາເນີນທຸລະກິດຂອງພາກເອກະຊົນ ລວມເຖິງການດໍາລົງຊີວິດຂອງປະຊາຊົນ.

ສາເຫດຍ້ອນການແຂງຄ່າ ຂອງເງິນຕາຕ່າງປະເທດສະກຸນຫຼັກ, ການເພີ່ມຂຶ້ນຂອງລາຄາຄໍາ, ນໍ້າມັນດິບ, ລາຄາສະບຽງອາຫານຢູ່ຕະຫຼາດສາກົນ, ຄວາມຕ້ອງການໃນການຊໍາລະກັບ ຕ່າງປະເທດຢູ່ໃນລະດັບສູງ ແຕ່ແຫຼ່ງລາຍຮັບຂອງປະເທດຫຼຸດລົງຫຼາຍ ແລະ ກ້າວໄປສູ່ການຂາດດຸນການຄ້າກັບຕ່າງປະເທດສູງສົມຄວນ.

ຕໍ່ສະພາບດັ່ງກ່າວ, ທະນາຄານແຫ່ງ ສປປ ລາວ (ທຫລ) ຈຶ່ງໄດ້ຄົ້ນ ຄວ້າ ແລະ ດໍາເນີນ ຫລາຍນະໂຍບາຍດ້ານສິນເຊື່ອເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ພ້ອມທັງເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງອັດຕາແລກປຽນເງິນຕາບໍ່ໃຫ້ເກີດການຜັນຜວນເໜັງຕີງແຮງ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ທີ່ພວມດໍາເນີນມື້ທຳອິດ ທີ 1 ພະຈິກ 2021 ໂດຍຊີ້ໃຫ້ເຫັນວ່າ: 9 ເດືອນຜ່ານມານີ້, ປະເທດເຮົາຍັງຂາດດຸນດ້ານການບໍລິການ ແລະ ຂາດດຸນລາຍຮັບ ຂັ້ນໜຶ່ງກັບຕ່າງປະເທດ ເຮັດໃຫ້ມີກະແສເງິນໄຫລອອກນອກປະເທດປະມານ 303 ລ້ານໂດລາສະຫະລັດ (ປະມານ 34 ລ້ານໂດລາສະຫະລັດຕໍ່ເດືອນ).

ເພື່ອແກ້ໄຂບັນຫາດັ່ງກ່າວ ທຫລ ໄດ້ສືບຕໍ່ປະຕິບັດນະໂຍບາຍເງິນຕາ ຕາມທິດແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ແລະ ຊຸກຍູ້ການຂະ ຫຍາຍຕົວ ຂອງເສດຖະກິດ ໂດຍໄດ້ດໍາເນີນການຮັກສາອັດຕາດອກເບ້ຍພື້ນຖານຂອງ ທຫລ ໄວ້ໃນລະດັບເທົ່າກັບລະດັບທີ່ມີການປັບຫລຸດໃນຕົ້ນປີຜ່ານມາ, ຮັກສາ ອັດຕາສ່ວນເງິນແຮຝາກບັງຄັບໄວ້ ໃນລະດັບເທົ່າທີ່ມີການປັບຫລຸດໃນເດືອນພຶດສະພາ 2021,ເພື່ອສ້າງເງື່ອນໄຂອໍາ ນວຍດ້ານສະພາບຄ່ອງໃຫ້ແກ່ລະບົບທະນາຄານ. ສືບຕໍ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ທີ່ໄດ້ອະນຸມັດທັງໝົດແລ້ວໃຫ້ແກ່ ລູກຄ້າຈໍານວນ 503 ລາຍ, ມາຮອດເດືອນກັນຍາ 2021 ໄດ້ເບີກຖອນນໍາໃຊ້ແລ້ວຫລາຍກວ່າ 1.665 ຕື້ກີບ.

ໃນນັ້ນ, ເປັນສິນເຊື່ອໃຫ້ຂະແໜງກະສິກໍາ, ປູກຝັງ ແລະ ລ້ຽງສັດ ກວມ 58% ຂອງຍອດການປ່ອຍກູ້ທັງໝົດ ແລະ ສ່ວນທີ່ເຫລືອແມ່ນໃຫ້ຂະ ແໜງຫັດຖະກໍາ, ອຸດສາຫະກໍາປຸງແຕ່ງ, ຂະແໜງການ ທ່ອງທ່ຽວ, ການບໍລິການປິ່ນອ້ອມ ແລະ ທຸລະກິດອື່ນໆ ທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກໃນຂອບເຂດທົ່ວປະເທດ ຄື: ນະຄອນ ຫລວງວຽງຈັນ ກວມ 39%, ແຂວງວຽງຈັນ ກວມ 18%, ຈໍາປາສັກ ກວມ 11% ຂອງຍອດການ ປ່ອຍກູ້ທັງໝົດ ແລະ ຢູ່ບັນດາແຂວງອື່ນໆ ໃນທົ່ວປະ ເທດ. ພ້ອມນີ້,ໄດ້ສະໜອງແຫລ່ງທຶນໃຫ້ແກ່ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ(SME) ຜ່ານກະຊວງການເງິນ ຈໍານວນ 100 ຕື້ກີບ, ໄດ້ປະ ກອບສ່ວນແກ້ໄຂສະພາບຄ່ອງດ້ານງົບປະມານດ້ວຍຫລາຍຮູບການ ຄື: ຈັດຕັ້ງປະມູນຂາຍ ພັນ ທະ ບັດຄັງເງິນໃຫ້ທະນາຄານທຸລະກິດ ແລະ ບັນດາກອງທຶນໄດ້ຈໍານວນ 968 ຕື້ກີບ, ພ້ອມທັງຂາຍພັນທະບັດລັດຖະບານ ຜ່ານຕະຫລາດຫລັກຊັບລາວ ໄດ້ກວ່າ 1.073 ຕື້ກີບ ແລະ 33,3 ລ້ານໂດລາສະຫະລັດ. ປະຕິບັດການແກ້ ໄຂບັນຫາໜີ້ໂຄງການລົງທຶນຂອງລັດ (ບ້ວງ 10.000 ຕື້ກີບ) ດ້ວຍຮູບການ ອວ່າຍໜີ້ 3 ແຈ ເປັນສອງໄລຍະ ເຊິ່ງປະຕິບັດໄດ້ປະມານ 3.300 ຕື້ກີບ ກວມ 82,5% ຂອງແຜນການອວ່າຍໜີ້ 3 ແຈ (ໃນນີ້, ທະນາຄານກາງໄດ້ ຮັບຊື້ພັນທະບັດບ້ວງອວ່າຍໜີ້ 3 ແຈ ຈໍານວນໜຶ່ງ ເພື່ອຊ່ວຍເພີ່ມສະພາບຄ່ອງໃຫ້ແກ່ທະນາຄານທຸລະກິດ ສາມາດສະໜອງສິນເຊື່ອໃຫ້ພາກສ່ວນເສດຖະກິດໄດ້ຫລາຍຂຶ້ນ).

ສ່ວນດ້ານນະໂຍບາຍເງິນຕາ ແມ່ນໄດ້ສືບຕໍ່ນໍາໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງ ຂອງລັດ. ໃນນີ້ນະໂຍບາຍ ແລະ ມາດຕະການທີ່ພົ້ນເດັ່ນ ທີ່ໄດ້ປະຕິບັດ ແມ່ນປັບປຸງກົນໄກການຄຸ້ມຄອງຮ້ານແລກປ່ຽນເງິນຕາໃຫ້ຮັດກຸມ ໂດຍໄດ້ຢຸດຮັບການສະເໜີ ແລະ ຢຸດການອອກໃບອະນຸ ຍາດເຄື່ອນໄຫວທຸລະກິດແລກປ່ຽນເງິນຕາໃນ ເດືອນມິຖຸນາ 2021 ແລະ ດໍາເນີນການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານ ແລກປ່ຽນຕົວແທນຂອງທະນາຄານທຸລະກິດໃນການແລກປ່ຽນເງິນຕາ.

ມາຮອດ ປັດຈຸບັນ ມີ 419 ແຫ່ງຈາກ 550 ແຫ່ງຂອງຮ້ານແລກປ່ຽນເງິນຕາທັງໝົດໃນ ເມື່ອກ່ອນ ແລະ ຮ້ານທີ່ບໍ່ຫັນເປັນຮ້ານຕົວແທນຂອງທະນາຄານທຸລະກິດແມ່ນ ບໍ່ອະນຸຍາດໃຫ້ເຄື່ອນ ໄຫວແລກປ່ຽນເງິນຕາຕາມລະບຽບກົດໝາຍ. ປັດຈຸບັນ,ກໍາລັງຢູ່ໃນຂັ້ນຕອນຍົກເລີກຖອດ ຖອນ ໃບອະນຸຍາດຂອງບັນດາຮ້ານດັ່ງກ່າວ ແລະ ສືບຕໍ່ດໍາເນີນການຫັນຮ້ານແລກປ່ຽນເງິນຕາໄປຂຶ້ນກັບທະນາຄານທຸລະກິດໃຫ້ສໍາເລັດໃນປີ 2021 ນີ້.

ນອກນີ້, ກໍໄດ້ປັບປຸງກົນໄກການກໍານົດອັດຕາ ແລກປ່ຽນໃນກາງເດືອນກັນຍາ 2021, ສ້າງເງື່ອນໄຂໃຫ້ທະນາຄານທຸລະກິດ ສາມາດເກັບຊື້ເງິນຕາຕ່າງປະເທດໄດ້ຫລາຍຂຶ້ນ ແລະ ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນທາງການ ແລະ ຕະຫລາດນອກລະບົບແຄບເຂົ້າ, ໂດຍໄດ້ອະນຸຍາດໃຫ້ທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງິນຕາ ສາມາດກໍານົດອັດຕາແລກປ່ຽນຂອງຕົນໄດ້ໃນຂອບທີ່ກວ້າງອອກເປັນ ±1,5% ທຽບກັບອັດຕາແລກປ່ຽນອ້າງອີງຂອງທະນາຄານກາງ ຈາກລະດັບ ±0,25% ທີ່ເຄີຍໄດ້ກໍານົດມາແຕ່ປີ 2008. ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ມາເຖິງປັດຈຸບັນ, ການປະຕິບັດນະໂຍບາຍ ດັ່ງກ່າວເວົ້າໄດ້ວ່າປະສົບຜົນສໍາເລັດຕາມຄາດໝາຍວາງໄວ້ໃນລະດັບດີສົມຄວນ, ເຮັດໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາຂອງ ທະນາຄານ ແລະ ຕະຫລາດນອກລະບົບແຄບເຂົ້າຢູ່ໃນລະດັບ 17,4% ແລະ ແຄບລົງຕື່ມຢູ່ໃນລະດັບ 13,36% ໃນວັນທີ 31 ຕຸລາ 2021.

ພ້ອມນີ້ ສ່ວນ ຕ່າງລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນບາດແມ່ນຢູ່ໃນລະດັບທີ່ຕໍ່າກວ່າ 1% ແລະ ຫຍັບເຂົ້າຫາ 0% ຈາກທີ່ເຄີຍກວ້າງອອກສູງສຸດໃນປີນີ້ເຖິງ 6,13% ໃນຕົ້ນເດືອນກໍລະກົດ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.