Home Blog Page 152

ສຶກສາອົບຮົມ ພ້ອມປັບໃໝກຸ່ມໄວລຸ້ນ 2 ກຸ່ມ ຕັ້ງວົງຊຸມແຊວ

ປກສ ກຸ່ມທ່າເດື່ອ ສຶກສາອົບຮົມ ປັບໃໝກຸ່ມໄວລຸ້ນ 2 ກຸ່ມ ຕັ້ງວົງຊຸມແຊວ.

ວັນທີ 3 ພະຈິກ 2021, ເວລາ 00:46 ໂມງ ປກສ ກຸ່ມທ່າເດື່ອ ໄດ້ສົມທົບກັບການຈັດຕັ້ງບ້ານດົງໂພສີ ເມືອງຫາດຊາຍຟອງ ນວ, ສຶກສາອົບຮົມ ແລະ ປັບໄໝກຸ່ມໄວລຸ້ນ 2 ກຸ່ມ ມີ 16 ຄົນ, ຍິງ 3 ຄົນ ຕັ້ງວົງຊຸມແຊວ ຢູ່ເຂດປ່າສະຫງວນ ແລະ ຢູ່ເຮືອນເຊົ່າ, ໜ່ວຍ 18 ບ້ານດົງໂພສີ; ເຊິ່ງເປັນການ ລະເມີດຕໍ່ແຈ້ງຂອງຄະນະສະເພາະກິດ ເລກທີ 40/ສພກ.ນວ ລົງວັນທີ 30 ຕຸລາ 2021 ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19.

ຈິ່ງໄດ້ເຊີນຕົວ ຂຶ້ນມາຫ້ອງການ ປກສ ກຸ່ມ ທ່າເດື່ອ ເພື່ອເຮັດບົດບັນທຶກສຶກສາອົບຮົມ ກ່າວເຕືອນ ແລະ ປັບໃໝ ຕາມລະບຽບການ.ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຊາວ ນວ ຈົ່ງພ້ອມກັນຮ່ວມມືຮ່ວມໃຈກັນ ແລະ ປະຕິບັດຄຳສັ່ງ, ແຈ້ງການ ຂອງຂັ້ນເທິງຢ່າງເຂັ້ມງວດ ເພື່ອເປັນການສະກັດກັ້ນການແຜ່ລະບາດເຊື້ອພະຍາດໂຄວິດ 19 ທີ່ກຳລັງແຜ່ລະບາດໃນປັດຈຸບັນ.

ຖ້າພົບເຫັນສະພາບ ແລະ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ໃນນະຄອນຫຼວງວຽງຈັນ ແຈ້ງໄດ້ຊ່ອງທາງ whatsapp 020 2889 9774 ຫຼື ທາງຂໍ້ຄວາມ Facebook ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂສະພາບຢ່າງທັນເຫດການ.

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຈ້ງກ່ຽວກັບຜູ້ອອກແຮງງານ

ທົ່ວປະເທດ ມີຜູ້ອອກແຮງງານທີ່ຖືກເລີກຈ້າງ ແລະ ໂຈະການເຮັດວຽກກວ່າ 400.000 ຄົນ

ໃນຕອນເຊົ້າວັນທີ 4 ພະຈິກ 2021, ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງຕໍ່ຄຳຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາແຮງງານລາວ ທີ່ກັບມາຈາກຕ່າງປະເທດ ແລະ ແຮງງານ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ການລະບາດຂອງພະຍາດໂຄວິດ- 19 ໄດ້ສົ່ງຜົນກະທົບເຮັດໃຫ້ບັນດາຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານ, ບໍລິສັດ ແລະ ໂຄງການລົງທຶນ ສ່ວນຫລາຍກໍຫລຸດຜ່ອນ ຫລື ໂຈະການດຳເນີນກິດຈະການຊົ່ວຄາວເປັນບາງໄລຍະ ຫລື ບາງບ່ອນກໍໄດ້ປິດກິດຈະ ການລົງ ອັນໄດ້ສົ່ງຜົນກະທົບຕໍ່ການມີວຽກເຮັດງານທຳ ຂອງແຮງງານລາວບໍ່ໜ້ອຍ.

ຜ່ານການປະສານສົມທົບ ກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ລວມທັງອົງການຈັດຕັ້ງ 3 ຝ່າຍ ເກັບກຳຂໍ້ມູນຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບໃນຄັ້ງນີ້ເຫັນວ່າມີຜູ້ຖືກເລີກຈ້າງ ແລະ ໂຈະການເຮັດວຽກ ຈໍານວນ 439.082 ຄົນ. ໃນຂະນະທີຂໍ້ມູນແຮງ ງານ ທີ່ກັບມາຈາກຕ່າງປະເທດທີ່ວ່າງງານ ແລະ ຜູ້ວ່າງງານພາຍໃນປະເທດ ມີຈໍານວນ 496.000 ຄົນ, ເທົ່າກັບ 21,8%, ໃນນີ້ ກັບມາຈາກຕ່າງປະເທດ 56.918 ຄົນ ແລະ ວ່າງງານພາຍໃນປະເທດຈໍານວນ 439.082 ຄົນ. ສໍາລັບຕົວເລກແຮງງານທີ່ໄປອອກແຮງງານ ຢູ່ຕ່າງປະເທດ ທີ່ເກັບກຳໄດ້ທັງໝົດນັບແຕ່ປີ 2020 ມາຮອດເດືອນ ກັນຍາ 2021 ມີ 224.118 ຄົນ. ໃນນີ້, ກັບຄືນມາໃນປີ 2020 ຈຳນວນ 158.753 ຄົນ.

ໃນປີ 2021 ນັບແຕ່ເດືອນ ມັງ ກອນ ຫາ ກັນຍາ 2021 ຈຳນວນແຮງງານ ທີ່ໄດ້ກັບຄືນປະເທດ ມີ 56.918 ຄົນ ແລະ ຍັງຄ້າງ 8.447 ຄົນ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຊີ້ແຈງວ່າ: ເຖິງວ່າຈະມີຄວາມຫຍຸ້ງຍາກຫລາຍພໍສົມຄວນກໍຕາມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຊີ້ນໍາຂະແໜງການສາຍຕັ້ງ ປະຕິບັດບັນດາຄາດໝາຍທີ່ກຳນົດໃນມະຕິກອງປະຊຸມ ສະບັບເລກທີ 12/ສພຊ ພ້ອມທັງໄດ້ຕັ້ງໜ້າຈັດຕັ້ງຜັນຂະຫຍາຍທິດຊີ້ນຳ ກົມການເມືອງສູນ ກາງພັກ, ຄຳແນະນຳ ຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ແລະ ການຊີ້ນຳໂດຍກົງຂອງລັດຖະບານ ໂດຍໄດ້ສ້າງກົນໄກຕິດຕາມການເຄື່ອນໄຫວ ແລະ ຄວາມຕ້ອງການຂອງຕະຫລາດແຮງງານລາວ ທີ່ຢາກມີວຽກເຮັດງານທຳ ແລະ ຢາກຝືກວິຊາຊີບຕ່າງໆ ເຊັ່ນ: ອອກແຈ້ງການໃຫ້ພະແນກ ຮສສ ສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ ເພື່ອເກັບກຳຂໍ້ມູນແຮງ ງານດັ່ງກ່າວ, ໄດ້ສ້າງສູນບໍລິການຂໍ້ມູນເພື່ອຊ່ວຍເຫລືອແຮງງານ (Call Center), ສ້າງລະບົບໂຄສະນາ ແລະ ຂຶ້ນທະບຽນທາງອອນລາຍເຊັ່ນ: ເວບໄຊ, Facebook, Line, Whatsapp ເພື່ອເກັບກໍາຈໍານວນ ແລະ ຊ່ວຍເຫລືອໃນການຈັດຫາວຽກເຮັດງານທຳ ໃຫ້ແກ່ແຮງງານທັງພາຍໃນ ແລະ ແຮງງານທີ່ກັບຈາກຕ່າງປະເທດ.

ຜ່ານການປະຕິ ບັດຕົວຈິງ ໃນ 9 ເດືອນຕົ້ນປີ 2021 ສາມາດເກັບກຳຕຳແໜ່ງງານວ່າງໄດ້ທັງໝົດ 25.254 ຕໍາ ແໜ່ງ ແລະ ສາມາດຈັດຫາວຽກເຮັດງານທຳໄດ້ 7.167 ຄົນ, ຍິງ 3.120 ຄົນ.

ອີງໃສ່ການປະສານງານຢ່າງໃກ້ຊິດກັບອົງການ 3 ຝ່າຍ, ເຂດເສດຖະກິດພິເສດ, ເຂດເສດຖະ ກິດສະເພາະ, ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະ ເທດ ແລະ ຫົວໜ່ວຍແຮງງານ ເຊິ່ງການລາຍງານເບື້ອງຕົ້ນ ຂອງສູນບໍລິການຂໍ້ມູນເພື່ອຊ່ວຍເຫລືອແຮງງານ ໃນເດືອນຕຸລາ 2021 ຜ່ານມານີ້ ສາມາດເກັບກຳຈຳນວນແຮງງານເຂົ້າສູ່ຕຳແໜ່ງໄດ້ຕື່ມຈຳນວນ 11.461 ຄົນ, ຍິງ 1.821 ຄົນ, ຄາດວ່າຈະສາມາດສະໜອງແຮງງານເຂົ້າສູ່ຕຳແໜ່ງງານໄດ້ທັງໝົດ 18.628 ຄົນ, ຍິງ 4.941 ຄົນ. ພ້ອມກັນນັ້ນ, ກໍເຫັນວ່າ ຍັງມີຕໍາແໜ່ງງານວ່າງຢ່າງໜ້ອຍ 6.626 ຕໍາແໜ່ງ ທີ່ພ້ອມຈະຮັບເອົາແຮງງານເຂົ້າເຮັດວຽກນຳ.

ແຫຼ່ງຂ່າວ: ຂປລ

ເຮັງຕົ້ນເດືອນແທ້ໆ ແຕກ 1,200,000,000 ກີບ ຈາກແອັບ SokxayPlus

ແຕກ 1,200,000,000 ກີບຈາກແອັບ SokxayPlus

ວັນທີ 3 ພະຈິກ 2021 ທີ່ຜ່ານມາ, ນະຄອນຫຼວງວຽງຈັນ ມີຜູ້ໂຊກດີຈາກຫວຍທັນສະໄໜໂຊກໄຊສາຂາ4 ຈຳນວນ 2 ທ່ານ ຄື:

ຜູ້ທີ 1 Saipanhya Sisouphanh ຢູ່ບ້ານສາລາຄຳເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກຫວຍ 6 ໂຕ 2000 ກີບ ມູນຄ່າ 800,000,000 ກີບ;

ຜູ້ທີ 2 Vanlla Soukkaseum ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຖືກຫວຍ 6 ໂຕ 1000 ກີບ ມູນຄ່າ 400,000,000 ກີບ

ເຊີ່ງຫຼັງຈາກເລກອອກທີມງານ ກໍໄດ້ຕິດຕໍ່ຫາທັນທີ ເຊິ່ງ Saipanhya Sisouphanh ແມ່ນກຳລັງຈະເຂົ້ານອນ ແລະ Vanlla Soukkaseum ແມ່ນບໍ່ຮູ້ໂຕວ່າໂຕເອງຖືກເລກດ້ວຍຊໍ້າ ເຊິ່ງການຖືກເລກດັ່ງກ່າວແມ່ນຈາກການສຸ່ມຊື້ເລກໃນແອັບ SokxayPlus ເຊິ່ງພາຍໃນ 2 ຊົ່ວໂມງເງິນກໍໂອນເຂົ້າບັນຊີອັດໂຕໂນມັດເລີຍ ສະດວກສະບາຍບໍ່ຕ້ອງໄປແອອັດຂື້ນເງິນ.

ດັ່ງສະໂລແກນຂອງແອັບ SokxayPlus ປ່ຽນຊີວິດໃຫ້ງ່າຍຂື້ນ ເຊິ່ງທ່ານສາມາດດາວໂຫຼດແອັບໄດ້ທີ່ ລະບົບ IOS ແລະ Andriod.

📱ລະບົບ IOS: https://apps.apple.com/vn/app/sokxayallplus/id1587092986

📱 ລະບົບ Andriod: https://play.google.com/store/apps/details?id=app.sokxayall.plus

ພິທີເປີດນໍາໃຊ້ຂົວນໍ້າພະນາຍ 3 ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ

ພິທີເປີດນໍາໃຊ້ຂົວນໍ້າພະນາຍ 3 ບ້ານເກິນກາງ ເມືອງທຸລະຄົມແຂວງວຽງຈັນ

ໃນວັນທີ 3 ພະຈິກ 2021 ນີ້, ອົງການປົກຄອງເມືອງທຸລະຄົມ ແຂວງວຽງຈັນໄດ້ຈັດພິທີເປີດນໍາໃຊ້ຂົວຂ້າມນໍ້າພະນາຍ 3, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ທັງເປັນຜູ້ຊີ້ນໍາວຽກງານຮອບ ດ້ານປະຈໍາເມືອງທຸລະຄົມ ແລະ ທ່ານ ນາງ ວົງເດືອນ ວັດຕະໂສ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງທຸລະ ຄົມ, ມີທ່ານຮອງເຈົ້າເມືອງ, ພ້ອມບັນດາການນໍາຂອງເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງ, ນັກທຸລະກິດ, ບໍລິສັດ ຟ້າໃສ ການຊ່າງ, ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ, ອົງການຈັດຕັ້ງບ້ານເຂດເທດສະບານເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຈໍານວນໜຶ່ງ.

ໃນບົດຄໍາເຫັນກ່າວເປີດນໍາໃຊ້ຂົວ ຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ ກ່າວວ່າ: ພິທີ ເປີດການນໍາໃຊ້ຂົວນໍ້າພະນາຍ 3 ທີ່ບ້ານເກິນກາງ ເມືອງທຸລະຄົມ, ໄດ້ເລີ່ມລົງມືກໍ່ສ້າງໄລຍະທ້າຍເດືອນກັນຍາ ແລະ ສໍາເລັດໃນທ້າຍເດືອນຕຸລາ 2021 ລວມໄລຍະເວລາກໍ່ສ້າງ 1 ເດືອນ, ຮັບເໝົາໂດຍ ບໍລິສັດ ຟ້າໃສ ການຊ່າງ, ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ ໃນມູນຄ່າ 120.000.000 ກີບ , ຂະໜາດຂອງຂົວ ຄວາມຍາວ 33 ແມັດ, ກວ້າງ 4 ແມັດ, ອະນຸຍາດນໍາໃຊ້ສະເພາະລົດເບົາ ຮັບນໍ້າໜັກບໍ່ເກີນ 8 ໂຕ່ນ, ຈໍາກັດລວງສູງທີ່ເໝາະສົມ, ດ້ວຍຮາວເຫຼັກກັ້ນ 3 ຈຸດ, ມີຮາວເຫຼັກຂອບຂົວທັງສອງຟາກ ກໍ່ສ້າງຕາມແລວຂົວເກົ່າທີ່ເຄີຍມີມາໃນແຕ່ກ່ອນ.

ຂົວນໍ້າພະນາຍ 3 ກໍ່ສ້າງສໍາເລັດ ແລະ ເປີດນໍາໃຊ້ແລ້ວ ແຕ່ສິ່ງທີ່ຂ້າພະເຈົ້າມີຄວາມເປັນຫ່ວງທີ່ສຸດກໍ່ຄືການປົກປັກຮັກສາ ແລະ ການຄຸ້ມຄອງນໍາໃຊ້ ເພື່ອໃຫ້ຂົວແຫ່ງນີ້ເກີດຜົນປະໂຫຍດແກ່ທຸກທ່ານ, ມີອາຍຸການໃຊ້ງານໄດ້ຍາວນານ ແລະ ເປັນຂົວອະນຸລັກຄູ່ບ້ານເມືອງຕາມການເວລາ, ຈຶ່ງຂໍຮຽກຮ້ອງໃຫ້ຂະແໜງການກ່ຽວຂ້ອງ, ປະຊາຊົນທຸກຊັ້ນຄົນ ຈົ່ງມີສ່ວນຮ່ວມໃນການຊົມໃຊ້, ການບູລະນະສ້ອມແປງຖ້າຫາກມີການເປ່ເພໃນອະນາຄົດ, ໂດຍບໍ່ໃຫ້ເປັນຄວາມຮັບຜິດຊອບຂອງພາກສ່ວນໃດໜຶ່ງ ເພື່ອຜົນປະໂຫຍດສ່ວນລວມຂອງທຸກໆຄົນ;

ກະຊວງການເງິນ ຊີ້ແຈງ ການອອກຫວຍ 3 ຄັ້ງຕໍ່ອາທິດ ເພື່ອສ້າງວຽກເຮັດງານ ທຳແກ່ສັງຄົມ

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະ ມົນ ຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງ ຊາດ (ສສຊ) ກ່ຽວກັບບັນຫາ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນງົບປະມານປີ 2022 ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ຜ່ານລະບົບທາງໄກ ໃນຕອນບ່າຍຂອງວັນທີ 3 ພະຈິກ 2021, ນີ້ວ່າ: ບັນຫາການອອກຫວຍພັດທະນາລາວ ໃນປີ 2016 ຜ່ານມາ ແມ່ນ 3 ຄັ້ງຕໍ່ອາທິດ (ວັນຈັນ, ພຸດ, ສຸກ) ເຊິ່ງໃນເວລານັ້ນມີຕົວແທນຂາຍຫວຍ (ຜູ້ທີ່ຂາຍຢູ່ແຄມທາງ) ໃນທົ່ວປະເທດມີປະມານ 15.000 -20.000 ຄົນ ແລະ ມີ 50 ຕົວແທນຈໍາໜ່າຍ (ແມ່ຫວຍ) ເຮັດໃຫ້ພັນທະງົບປະມານໄດ້ສະເລ່ຍປະມານ 80 ຕື້ກີບ.

ຕໍ່ມາກໍໄດ້ມີຫາງສຽງຈາກສັງຄົມ ວ່າມັນເປັນການສ້າງຄວາມເບື່ອເມົາ ແລະ ຕິດການສ່ຽງໂຊກລາບຂອງພໍ່ແມ່ປະຊາຊົນຫລາຍເກີນໄປ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນປີ 2018 ລັດຖະບານໄດ້ຢຸດການອອກຫວຍ 3 ຄັ້ງຕໍ່ອາທິດ ມາເປັນອາທິດລະຄັ້ງ ພ້ອມທັງລົບລ້າງຫວຍຂູດ ເຮັດໃຫ້ພວກເຮົາສູນເສຍລາຍຮັບຈາກ 80 ຕື້ ເຫລືອ 40 ຕື້ກີບ, ໃນຂະນະດຽວກັນ, ຊ້ຳພັດມີຫວຍເຖື່ອນເຂົ້າມາແທນທີ່ ເຮັດໃຫ້ລັດເຮົາສູນເສຍລາຍຮັບໄປ ປະມານ 60% ຂອງຈໍານວນທີ່ເຮົາເຄີຍໄດ້ຈໍາໜ່າຍຜ່ານມາ ໂດຍທີ່ລັດບໍ່ໄດ້ຫຍັງ.

ຍົກຕົວຢ່າງຄື ຫວຍໄທ ແມ່ນອອກເດືອນໜຶ່ງສອງຄັ້ງ (ວັນທີ 1 ແລະ ວັນທີ 16), ຫວຍຫວຽດນາມ ອອກ 4 ຄັ້ງຕໍ່ມື້ ທີ່ໄດ້ແຜ່ກະຈາຍຫລາຍໃນສັງຄົມລາວ.

ສ່ວນຫວຍກຳປູເຈຍພວມເຂົ້າມາແຜ່ລາມໃນສັງຄົມລາວ ເຊິ່ງຖ່າຍທອດສົດທຸກມື້ ອອກ 3 ຄັ້ງຕໍ່ມື້, ຫວຍຈີນອອກມື້ລະຄັ້ງ, ຫວຍອອນລາຍ ມີ 3 ຫວຍທີ່ພວກເຮົາຍັງບໍ່ສາມາດເຂົ້າຫາຂໍ້ມູນໄດ້ ໂດຍມີເງິນສະສົມລາງວັນ 800 ລ້ານກີບ ເຊິ່ງບໍ່ແມ່ນຫວຍຂອງລັດຖະບານ ແຕ່ແມ່ນຫວຍເຖື່ອນ (ຫວຍອອນລາຍເຖື່ອນ) ທີ່ປະກາດໂຄສະນາຢູ່ໃນເຟສບຸກ.

ສ່ວນຫວຍມາເລເຊຍ ອອກ 25 ຄັ້ງຕໍ່ມື້ ອອກອອນລາຍທຸກໆ 30 ນາທີ ເຊິ່ງບັນຫາຂອງຫວຍເຖື່ອນນີ້ ໄດ້ເຮັດໃຫ້ເກີດມີບັນຫາຂອງສັງຄົມຂຶ້ນ ໂດຍສະເພາະຖືກຫວຍແລ້ວແຕ່ບໍ່ໄດ້ເງິນ ພ້ອມກັນນີ້ ບັນດາແມ່ຫວຍເຖື່ອນ ກໍບໍ່ໄດ້ປະກອບສ່ວນພັນທະຫຍັງ ໃຫ້ແກ່ປະເທດຊາດຂອງເຮົາ.

ສະນັ້ນ, ພວກເຮົາຈິ່ງໄດ້ຄົ້ນຄວ້າຄືນວ່າ ຄວາມຕ້ອງການສ່ຽງໂຊກຂອງປະຊາຊົນ ແມ່ນຍັງມີຢູ່ຫລາຍ, ລັດຖະ ບານຈຶ່ງໄດ້ຕົກລົງກັນຄືນໃໝ່ ໃນປີ 2020 ແມ່ນໄດ້ອອກຫວຍ 2 ຄັ້ງຕໍ່ອາທິດ ເຮັດໃຫ້ຕົວແທນຈຳໜ່າຍເລີ່ມກັບມາມີວຽກເຮັດອີກຄັ້ງ ແລະ ລັດເຮົາກໍໄດ້ຮັບລາຍຮັບເພີ່ມຂຶ້ນຕື່ມປະມານ 70 ຕື້ກີບຕໍ່ປີ.

ມາຮອດປັດຈຸບັນ ຕົວແທນ ຫລື ຜູ້ທີ່ເຄີຍຂາຍຫວຍ ນອກຈາກໄດ້ມີວຽກເຮັດງານທຳແລ້ວ ຍັງສ້າງລາຍຮັບແກ່ເຂົາເຈົ້າຕື່ມອີກ.

ດ້ວຍເຫດຜົນນີ້, ລັດຈຶ່ງໄດ້ຕົກລົງທົດລອງອອກຄືນໃນ 3 ຄັ້ງຕໍ່ອາທິດ ເພື່ອຈະໄດ້ແກ້ໄຂ ແລະ ທັງເປັນການສົ່ງເສີມບັນຫາການສ້າງວຽກເຮັດງານທຳໃຫ້ແກ່ຜູ້ວ່າງງານຢູ່ໃນສັງຄົມເຮົາ ໂດຍສະເພາະ ຄົນເສຍອົງຄະ, ຄົນພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າສູ່ການເປັນຕົວແທນການຈຳໜ່າຍຫວຍ, ເຊິ່ງຄາດວ່າຈະສ້າງລາຍຮັບເຂົ້າງົບປະມານ ຢູ່ປະມານ 80-120 ຕື້ກີບ.

ນອກຈາກນີ້ ຍັງຈະປະກອບສ່ວນຊ່ວຍເຫລືອສັງຄົມຫລາຍຕື້ເຊັ່ນດຽວກັນ.

ຕົວຢ່າງ ໃນປີ 2016 ພວກເຮົາໄດ້ຈ່າຍເງິນຄ່າເປີເຊັນຂາຍ ປະມານ 200 ກວ່າຕື້ກີບ ໃນຈຳນວນ 15.000-20.000 ຄົນ, ມາຮອດປີນີ້ແມ່ນຈະເລັ່ງໃສ່ ສູນເສຍອົງຄະ, ຜູ້ພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າມາເປັນຕົວແທນຈຳໜ່າຍ.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ລາຍລະອຽດຜູ້ເສຍຊີວິດໃໝ່ ແລະຜູ້ຕິດເຊື້ອໃໝ່ ວັນທີ 4 ພະຈິກ 2021

ຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 4 ພະຈິກ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,179 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,170 ຄົນ (ຕິດເຊື້ອພາຍໃນ ມີ 1.165 ຄົນ ແລະ ຕິດເຊື້ອນໍາເຂົ້າ05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,165 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

1.ນະຄອນຫຼວງ 589 ຄົນ: ມາຈາກ 194 ບ້ານ, ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 59 ຄົນ 26 ບ້ານ
  • ເມືອງສີໂຄດ ມີ 124 ຄົນ 41 ບ້ານ
  • ເມືອງໄຊເສດຖາ ມີ 115 ຄົນ 33 ບ້ານ
  • ສີສັດຕະນາກ ມີ 80 ຄົນ 19 ບ້ານ
  • ເມືອງນາຊາຍທອງ ມີ 28 ຄົນ 13 ບ້ານ
  • ເມືອງໄຊາທານີ ມີ 135 ຄົນ 45 ບ້ານ
  • ເມືອງຫາດຊາຍຟອງ ມີ 42 ຄົນ 16 ບ້ານ
  • ເມືອງປາກງື່ມ ມີ 5 ຄົນ 2 ບ້ານ
  • ເມືອງສັງທອງ ມີ 1 ຄົນ 1 ບ້ານ

–  ຕ່າງແຂວງ 2 ຄົນ

2.ຫຼວງພະບາງ: 109 ຄົນ ມາຈາກ 38 ບ້ານ, ໃນ 8 ເມືອງ

3.ບໍ່ແກ້ວ: 18 ຄົນ ມາຈາກ 12 ບ້ານ, ໃນ 2 ເມືອງ

4.ອຸດົມໄຊ: 46 ຄົນ ມາຈາກ 18 ບ້ານ, ໃນ 2 ເມືອງ

5.ຫຼວງນໍ້າທາ: 154 ຄົນ ມາຈາກ 38 ບ້ານ, ໃນ 3 ເມືອງ

6.ແຂວງວຽງຈັນ: 167 ຄົນ ມາຈາກ 43 ບ້ານ, ໃນ 8 ເມືອງ

7.ບໍລິຄຳໄຊ: 2 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ

8.ຜົ້ງສາລີ: 1 ຄົນ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ)

9.ໄຊຍະບູລີ 1 ຄົນ ມາຈາກ 1​ບ້ານ, ໃນ 1​ ເມືອງ

10.ໄຊສົມບູນ: 5 ຄົນ ມາຈາກ 1 ບ້ານ, ໃນ 1 ເມືອງ

11.ຄໍາມ່ວນ: 15 ຄົນ ມາຈາກ 7 ບ້ານ, ໃນ 2 ເມືອງ

12.ສາລະວັນ: 7 ຄົນ ມາຈາກ 4 ບ້ານ, ໃນ 2 ເມືອງ

13.ສະຫວັນນະເຂດ 5 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ

14.ຈໍາປາສັກ: 27 ຄົນ ມາຈາກ 16 ບ້ານ, ໃນ 4 ເມືອງ

15.ເຊກອງ: 19 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ

ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 05 ຄົນ: ນະຄອນຫຼວງ 2 ຄົນ, ສາລະວັນ 1​ ຄົນ ແລະ ໄຊຍະບູລີ 2 ຄົນ, ທັງໝົດແມ່ນຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 04 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 44.061 ຄົນ, ເສຍຊີວິດສະສົມ 76 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 532 ຄົນ, ກໍາລັງປິ່ນປົວ 7.699 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

ຜູ້ທີ 1 : ເພດຊາຍ, ອາຍຸ 67 ປີ, ບ້ານໂພນຫີນ, ເມືອງນານ, ແຂວງຫລວງພະບາງ

  • ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 22 ຕຸລາ 2021: ໄດ້ເຂົ້າມາກວດ ຢູ່ໂຮງໝໍແຂວງ ດ້ວຍອາການໄອ, ຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
  • ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22 ຕຸລາ 2021 – 02 ພະຈິກ 2021, ເປັນເວລາ 12 ວັນ
  • ມາຮອດເວລາ 13:40 ໂມງ ຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ 

ຜູ້ທີ 2: ເພດຊາຍ, ອາຍຸ 59 ປີ, ອາຊີບ: ກຳມະກອນ, ບ້ານຫ້ວຍຫົງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ

  • ພະຍາດປະຈຳຕົວ:  ປະດົງຄໍ່
  • ຜ່ານມາໄດ້ສັກຢາວັກຊີນຄົບ
  • ວັນທີ 14 ຕຸລາ 2021: ກວດຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19
  • ວັນທີ 15 ຕຸລາ 2021: ຜົນກວດພົບເຊື້ອ ນຳສົ່ງໄປປິ່ນປົວຢູ່ພາກສະຫມາມ ມຊ
  • ວັນທີ 21 ຕຸລາ 2021: ມີອາການເຈັບເອິກ, ໄອຫລາຍ  ຈຶ່ງໄດ້ນຳສົ່ງມາປິ່ນປົວຢູ່ໂຮງຫມໍມິດຕະພາບ ໃນມື້ດຽວກັນນັ້ນ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 21 ຕຸລາ 2021-03 ພະຈິກ 2021.
  • ຮອດເວລາ ~05:30 ໂມງຂອງວັນທີ 03 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເພດຍິງ, ອາຍຸ 29 ປີ, ອາຊີບ:ກຳມະກອນ, ບ້ານາມົນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ

  • ພະຍາດປະຈຳໂຕ: ເບົາຫວານ
  • ຜ່ານມາໄດ້ສັກຢາວັກຊີນຄົບ
  • ວັນທີ 30 ຕຸລາ 2021: ມີອາການວິນຫົວ, ຫາຍໃຈຝືດ ແລະ ກະວົນກະວາຍ
  • ວັນທີ 02 ພະຈິກ 2021: ກວດຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນ ຜົນກວດ ອອກມາພົບເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 2 – 3 ພະຈິກ 2021
  • ຮອດເວລາ 08:40 ຂອງວັນທີ 3 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ລາຍງານສະພາບໂຄວິດ-19 ວັນທີ 4 ພະຈິກ 2021

ຕາມການລາຍງານ ຂອງສູນຂ່າວຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງຖະແຫຼງຂ່າວປະຈຳວັນ

ລັດຖະບານ ກວດພົບໂຄງການມູນຄ່າເກີນຈິງ ແລະ ນອກແຜນ ຫຼາຍຮ້ອຍຕື້ກີບ

ລັດ ກວດພົບໂຄງການມູນຄ່າເກີນຈິງ ແລະ ນອກແຜນ ຫລາຍຮ້ອຍຕື້ກີບ

ໃນຕອນບ່າຍວັນທີ 3 ພະຈິກ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາ ແຫ່ງຊາດ(ສສຊ) ໃນຫລາຍບັນຫາກ່ຽວກັບ ການຄຸ້ມຄອງບັນດາໂຄງການລົງທຶນໃນຂອບ ເຂດທົ່ວປະ ເທດ, ແຕ່ບັນຫາທີ່ ສສຊ ມີຄວາມສົນໃຈຫລາຍອີກປະການໜຶ່ງ ກໍແມ່ນຄວາມຄືບໜ້າໃນການກວດກາ ຄືນໂຄງການທີ່ມີມູນຄ່າສູງເກີນຈິງ ແລະ ວິທີແກ້ໄຂຂອງລັດຖະບານ.

ຕໍ່ບັນຫານີ້, ທ່ານ ສອນໄຊ ສີພັນດອນ ໄດ້ຊີ້ແຈງວ່າ: ຜ່ານມາ, ລັດຖະບານ ໄດ້ດໍາເນີນຫລາຍ ມາດຕະການ ເພື່ອຮັບປະກັນໃຫ້ການລົງທຶນຂອງລັດ ມີປະສິດທິຜົນສູງເທື່ອລະກ້າວ, ອັນສໍາຄັນແມ່ນ ທ່ານນາຍົກລັດຖະມົນຕີ ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອຊີ້ນໍາການກວດກາຜົນການລົງທຶນຂອງລັດ ແລະ ອອກຂໍ້ຕົກລົງເລກທີ 34 ອອກມາຕື່ມອີກ ເພື່ອແບ່ງຄວາມຮັບພິຊອບລະຫວ່າງຄະນະສະເພາະກິດ ຂັ້ນສູນກາງ ໃຫ້ຮັບພິຊອບກວດກາໂຄງການທີ່ມີ ມູນຄ່າ 10 ຕື້ກີບຂຶ້ນໄປ.

ສ່ວນຂັ້ນຂະແໜງການ ແລະ ຂັ້ນທ້ອງຖິ່ນແມ່ນກວດກາໂຄງການລົງທຶນທີ່ມີມູນຄ່າ 10 ຕື້ກີບລົງມາ ເຊິ່ງການກວດກາໄດ້ດໍາເນີນມາ ແຕ່ເດືອນສິງຫາ 2019 ມາຮອດເດືອນເມສາ 2021, ຜ່ານການກວດ ກາຕົວຈິງຂອງຄະນະສະເພາະ ກິດຂັ້ນສູນກາງເຫັນວ່າກວດກາທັນ 206 ໂຄງການ, ມີມູນຄ່າຫລາຍກວ່າ 97.834 ຕື້ກີບ. ໃນນີ້ ກວດ ກາສໍາເລັດ 760 ໂຄງການ ເທົ່າກັບ 63% ຂອງແຜນການ, ມີມູນຄ່າຫລາຍກວ່າ 55.492 ຕື້ກີບ ແລະ ຜ່ານການກວດກາຄືນເຫັນວ່າມີຕົວເລກບໍ່ສອດຄ່ອງຈໍານວນ 1.781 ຕື້ກວ່າກີບ ແລະ 383.000 ໂດລາ ສະຫະລັດ ທີ່ຈະຕ້ອງໄດ້ເກັບກູ້ຄືນ ແລະ ຫັກອອກຈາກມູນຄ່າໂຄງການ. ນອກນີ້, ຍັງພົບເຫັນໂຄງ ການ ທີ່ບໍ່ທັນໄດ້ຜ່ານ ການຮັບຮອງຈາກສະພາ (ນອກແຜນ) ຈໍານວນໜຶ່ງ ແລະ ພົບເຫັນອີກ 121 ໂຄງການ ມີມູນຄ່າຕາມສັນຍາສູງກວ່າມູນຄ່າໂຄງການທີ່ຄິດໄລ່ຕາມຫົວໜ່ວຍ ຂອງກະຊວງກ່ຽວຂ້ອງໄດ້ກໍານົດປະ ມານ 20% ຂຶ້ນໄປ ເທົ່າກັບ 3.127 ຕື້ກີບ. ສໍາລັບໂຄງການທີ່ ມີມູນຄ່າ 10 ຕື້ກີບລົງມາ ໃນຂອບ ເຂດທົ່ວປະເທດ ມີຈໍານວນ 4.336 ໂຄງການ, ລວມມີມູນຄ່າກວ່າ 11.693 ຕື້ກີບ.

ໃນນີ້ ໄດ້ ກວດກາ ສໍາເລັດແລ້ວ 1.244 ໂຄງການ ເທົ່າກັບ 28,7% ຂອງແຜນການ ແລະ ຍັງ ພົບເຫັນຕົວເລກ ມູນຄ່າ ທີ່ບໍ່ສອດຄອງທັງໝົດ 26,38 ຕື້ກີບ ແລະ 15.400 ກວ່າໂດລາສະຫະລັດ ທີ່ຈະຕ້ອງໄດ້ເກັບກູ້ຄືນ ແລະ ຫັກລົບອອກ ຈາກມູນຄ່າໂຄງ ການ. ນອກນີ້ ຍັງພົບເຫັນໂຄງການທີ່ສະພາບໍ່ທັນຮັບຮອງ (ໂຄງການນອກແຜນ) ຈໍານວນ 23,91 ຕື້ ກີບ ແລະ ກວດພົບອີກ 62 ໂຄງການທີ່ມີມູນຄ່າຕາມສັນຍາສູງກວ່າໂຄງການທີ່ຄິດໄລ່ຕາມຫົວຫນ່ວຍ ຂອງກະຊວງກ່ຽວຂ້ອງໄດ້ກໍານົດອີກປະມານ 20% ທີ່ຈະຕ້ອງໄດ້ມີການຕໍ່ລອງເພື່ອ ໃຫ້ມູນຄ່າໂຄງການ ຫຍັບຫລຸດລົງມາຢູ່ໃນລະດັບທີ່ສົມເຫດສົມຜົນ.ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

ຂໍ້ມູນ: ຂປລ. (ຮູບ: ເກດສະໜາ-ອ່າຍຄໍາ)

ສສຊ ເຂດ 7 ເຫັນວ່າຄວນເພີ່ມການລົງທຶນ ໃສ່ຂະແຫນງສາທາ ແລະ ສຶກສາ

ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ 7 ເຫັນວ່າຄວນເພີ່ມການລົງທຶນ ໃສ່ຂະແຫນງສາທາ ແລະ ສຶກສາ ໃນປີ 2022

ທ່ານ ລີເບີ ລີບົວປາວ ສະມາຊິກສະພາແຫ່ງ ຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ມີຄຳເຫັນຕໍ່ວຽກງານໂຄງການລົງທຶນຂອງລັດ ໃນການຈັດສັນງົບປະມານໃຫ້ແກ່ການລົງທຶນ ປະຈຳປີ 2022 ທີ່ຈະມາເຖິງນີ້ ໂດຍສະເພາະຢາກໃຫ້ເພີ່ມໃຫ້ແກ່ຂະແໜງການສຶກສາ, ສາທາ ເຊິ່ງຈຸດນີ້ຕ້ອງມາເບິ່ງຄືນກ່ຽວກັບກົດໝາຍການລົງທຶນຂອງລັດ ມາດຕາ 24 ວ່າດ້ວຍການຈັດສັນງົບປະມານ ທີ່ໄດ້ກຳນົດ ສຳລັບທ້ອງຖິ່ນບໍ່ໃຫ້ຫລຸດ 50%, ສູນກາງ 50%, ແຕ່ບໍ່ໄດ້ກຳນົດວ່າແຕ່ລະຂະແໜງການວ່າຈັກເປີເຊັນ ສະນັ້ນ, ຄວນພິຈາລະນາຄືນ ກ່ຽວກັບການປັບປຸງກົດໝາຍ ວ່າດ້ວຍການລົງທຶນຂອງລັດ.

ພ້ອມນີ້, ການລົງທຶນຂອງລັດ ຍັງຕິດພັນກັບເລື່ອງໜີ້ສິນ ເນື່ອງຈາກວ່າ ໜີ້ສະສົມມາຫລາຍປີ ຍ້ອນບໍ່ມີງົບປະມານຊໍາລະ ສະນັ້ນ ລັດຖະບານຄວນມີກົນໄກ ເພື່ອມາຊຳລະໃຫ້ໄປຕາມແຜນ ແລະ ໄປຕາມສັນຍາທີ່ໄດ້ເຊັນກັບບໍລິສັດຮັບເໝົາກໍ່ສ້າງ.

ຂໍ້ມູນ: ຂປລ

ລາວ ແລະ ສະຫະພາບ ເອີຣົບ ຫາລືການສະໜັບສະໜູນງົບປະມານ 210 ຕື້ກີບ ໃຫ້ແກ່ວຽກງານການສຶກສາ ແລະ ໂພຊະນາການ

ລັດຖະບານລາວ ແລະ ສະຫະພາບ ເອີຣົບ ປຶກສາຫາລືກການສະໜັບສະໜູນງົບປະມານຈໍານວນ 210 ຕື້ກີບ ໃຫ້ແກ່ວຽກງານການສຶກສາ ແລະ ໂພຊະນາການ.

ໃນວັນທີ 2 ພະຈິກ, ສະຫະພາບ ເອີຣົບ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ໄດ້ຈັດກອງປະຊຸມຄະນະ​ຊີ້ນຳແຜນງານສະໜັບສະໜູນດ້ານ​ງົບປະມານລະຫວ່າງກະຊວງຄັ້ງທີ 4 ຂຶ້ນ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອທົບທວນພາບລວມຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງຂະແຫນງໂພຊະນາການ ແລະ ການສຶກສາ, ເພື່ອປະເມີນບັນດາເງື່ອນໄຂການເບີກຈ່າຍງົບປະມານທີ່ຄາດຄະເນໄວ້ສໍາລັບປີ 2021 (18,4 ລ້ານເອີໂຣ) ພາຍໃຕ້ແຜນງານດັ່ງກ່າວ.

ກອງປະຊຸມດັ່ງກ່າວໄດ້ຮັບການເປັນປະທານຮ່ວມໂດຍ ພະນະທ່ານ ດຣ. ບຸນແຟງ ພົມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພະນະທ່ານ ນາງ ອີນາ ມາຈູລີໂອນີແຕ, ເອກອັກຄະລັດຖະທູດສະຫະພາບ ເອີຣົບ ປະຈຳ ສປປ ລາວ.

ກອງ​ປະຊຸມ​ໄດ້​ຕີ​ລາຄາ​ເຖິງຄວາມ​ຄືບ​ໜ້າ ​ແລະ ສິ່ງ​ທ້າ​ທາຍ​ໃນ​ວຽກງານ​ໂພ​ຊະ​ນາ​ການ ​ແລະ ການ​ສຶກສາ ພ້ອມທັງຕີລາຄາມາດ​ຕະການ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ ​ແລະ ການເງິນ ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​​

ຜ່ານ​ການ​ສະໜັບສະໜູນ​ງົບປະມານ​ດ້ານ​ການ​ສຶກສາ ​ແລະ ໂພຊະນາ​ການ, ສະຫະພາບ ເອີຣົບ ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອຄວາມ​ພະຍາຍາມ​ຂອງ​ລັດຖະບານ​ລາວ ​ໃນການ (1) ​ເພີ່ມ​ທະວີ​ການ​ເຂົ້າ​ເຖິງ​ການ​ສຶກສາ​ຂັ້ນ​ພື້ນຖານ​ທີ່​ມີ​ຄຸ​ນະພາ​ບ ​ແລະ ຈັດຕັ້ງປະຕິບັດ​ການ​ປະຕິ​ຮູບ​ດ້ານ​ການ​ຄຸ້ມ​ຄອງ​ບໍລິຫານຄູອາຈານ, ການ​ວາງ​ແຜນ​ການ​ສຶກສາ ​ແລະ ການ​ສະໜອງ​ທຶນ​ ​ແລະ (2) ປັບປຸງ​ໂພຊະນາ​ການ​ຂອງ​ແມ່ ​ແລະ ເດັກ ແລະ ສ້າງຄວາມເຂັ້ມແຂງແກ່ການຄຸ້ມຄອງດ້ານໂພຊະນາການໃນ ສປປ ລາວ. 

ໃນກອງປະຊຸມດັ່ງກ່າວ, ພະນະທ່ານ ດຣ. ບຸນແຟງ ພົມມະໄລສິດ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ໄດ້​ເນັ້ນ​ຢໍ້າວ່າການ​ສ້າງ​ຈິດ​ສຳ​ນຶກ ​ແລະ ສົ່ງເສີມໂຄສະນາຫຼັກການ​ປະຕິບັດ​ທີ່ດີດ້ານ​ໂພ​ຊະ​ນາ​ການ​ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນ, ສາມາດເຂົ້າເຖິງ​ບັນດາ​ກຸ່ມ​ຄົນ​ດ້ອຍ​ໂອກາດ​​ເພື່ອແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ​ຢູ່ ສປປ ລາວ. ໂດຍສະເພາະ ແມ່ນການຮັບຮອງເອົາ ດໍາລັດວ່າດ້ວຍ “ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ” ແລະ ຄູ່ມືຄໍາແນະນໍາໃນການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ເຊິ່ງຖືວ່າເປັນເຄື່ອງມືທາງດ້ານກົດໝາຍທີ່ໄດ້ຮັບການປັບປຸງເພື່ອປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່. ໃນຂະນະທີ່ອຸປະສັກການຕໍ່ການເຕີບໂຕຂອງເດັກອາຍຸຕ່ຳກວ່າ 5 ປີ ໄດ້ຫຼຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງໃນ 2 ທົດສະວັດທີ່ຜ່ານມາ, ແຕ່ຍັງມີຄວາມແຕກໂຕນກັນຢ່າງໃຫຍ່ຫຼວງຫຼາຍຢູ່ໃນທົ່ວແຕ່ລະແຂວງ ລະຫວ່າງເດັກນ້ອຍໃນເຂດຊົນນະບົດທີ່ມີຄວາມສ່ຽງໃນການຮັບຜົນກະທົບຫຼາຍກວ່າເດັກນ້ອຍຢູ່ໃນຕົວເມືອງເຖິງ 2-3 ເທົ່າ. ດັ່ງນັ້ນ, ຈຶ່ງຕ້ອງ​ມີການສືບຕໍ່ເຮັດວຽກເພີ່ມເຕີມ​ອີກ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ສະ​ເໝີ​ພາບດັ່ງກ່າວ. ພະນະທ່ານ ດຣ. ບຸນແຟງ ພົມມະໄລສິດ ກ່າວຕື່ມວ່າ “ຂ້າພະເຈົ້າຂໍສະແດງຄວາມຍິນດີມາຍັງ ສະຫະພາບ ເອີຣົບ ທີ່ໄດ້ຢູ່ສືບຕໍ່ຊ່ວຍເຫຼືອຄຽງຂ້າງກັບ ລັດຖະບານ ສປປ ລາວ ໃນວຽກງານໂພຊະນາການ ແລະ ການສຶກສາ”. 

ສໍາລັບຂະ​ແໜງ​ການ​ສຶກສາ, ​​ເຖິງ​ວ່າ​ພະຍາດ​ໂຄ​ວິດ-19 ຈະ​ເປັນອຸປະສັກ​ຕໍໍ່ສົກ​ຮຽນ​ຂອງປີ​ນີ້​ກໍ່ຕາມ, ​ກະຊວງ​ສຶກສາ​ທິການ ແລະ ກິລາ ​ຍັງ​ຄົງຢືດໝັ້ນຕໍ່ການປົກປ້ອງຮັກສາ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກສາ, ຮັກສາ​ຄຸ​ນະພາ​ບການ​ຮຽນ-ການ​ສອນ ​ແລະ ອຳນວຍ​ຄວາມ​ສະດວກການເຂົ້າເຖິງການສຶກສາ​ແບບ​ຕໍ່​ເນື່ອງ​ຂອງ​ເດັກ​ຍິງ ​ແລະ ຊາຍ. ​ເຖິງຢ່າງໃດກໍ່ຕາມ, ຄວາມ​ແຕກ​ຕ່າງ​ກັນ​ຂອງຂົງເຂດຍັງ​ຄົງ​ເປັນ​ສິ່ງ​ທ້າ​ທາຍ. ຄຸນະພາບການຮຽນການສອນແມ່ນຍັງຖືວ່າຕໍ່າໂດຍສະເພາະສໍາລັບໂຮງຮຽນທີ່ຕັ້ງຢູ່ເມືອງທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍ. ພະນະທ່ານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: “ລັດຖະບານ ຮ່ວມກັບຄູ່ຮ່ວມມືດ້ານການສຶກສາ ມີຄວາມຕັ້ງໃຈທີ່ຈະພະຍາຍາມສະໜອງການເຂົ້າເຖິງ ແລະ ມອບການສຶກສາທີ່ມີຄຸນະພາບມາດຕະຖານໃຫ້ແກ່ທຸກຄົນ. ພະນະທ່ານຍັງເນັ້ນໜັກວ່າ: “ການສຸມໃສ່ວຽກງານຄຸ້ມຄອງລະບົບການສຶກສາທີ່ດີແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ການຄຸ້ມຄອງບໍລິຫານແຫຼ່ງງົບປະມານທີ່ຈຳກັດໃຫ້ແກ່ຂະແໜງການສຶກສາຢ່າງມີປະສິດທິພາບ, ໂດຍເພີ່ມທະວີການເຊື່ອມສານການວາງແຜນ ແລະ ຈັດສັນງົບປະມານຂັ້ນສູນກາງ, ແຂວງ ແລະ ເມືອງ; ວຽກງານດັ່ງກ່າວຍັງຈະປະກອບສ່ວນເຂົ້າໃນການນໍາໃຊ້ງົບປະມານຢ່າງມີປະສິດທິພາບອີງຕາມບູລິມະສິດ ແລະ ວຽກງານທີ່ກ່ຽວຂ້ອງ.”

ກອງປະຊຸມດັ່ງກ່າວ ຍັງໄດ້ປຶກສາຫາລືຕື່ມກ່ຽວກັບການຈັດສັນ, ຄວາມໂປ່ງໃສ ແລະ ການຄຸ້ມຄອງດ້ານງົບປະມານ ເພື່ອປະເມີນລະດັບລາຍຈ່າຍພາກລັດໃນການສະໜອງການບໍລິການທີ່ກ່ຽວຂ້ອງກັບໂພຊະນາການ ແລະ ການສຶກສາ. ພະນະທ່ານ ດຣ. ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ ​ໄດ້​ຊີ້​ແຈງ​ວ່າ: ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ລະດົມ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ ເຮັດ​ໃຫ້​ລັດຖະບານ​ຕ້ອງ​ຕັດ​ງົບປະມານ​ລົງ​ຢ່າງ​ຫຼວງ​ຫຼາຍ. ຂະນະດຽວກັນ​ ບັນດາແຜນງານຂອງ​ຂະ​ແໜງ​ການ​ສຶກສາ ​ແລະ ​ໂພຊະນາ​ການ​ແຫ່ງ​ຊາດ ​ກໍ່ຖືກຕັດງົບປະມານ​ລົງເຊັ່ນດຽວກັນ, ​ເຖິງຢ່າງໃດກໍ່ຕາມ ການ​ຫຼຸດງົບປະມານ​ລົງຂອງສອງຂະແໜງການ​ດັ່ງກ່າວແມ່ນ​ຖືວ່າໜ້ອຍ​​ເມື່ອ​ທຽບ​ໃສ່​ກະຊວງ​ອື່ນໆ. ເຊິ່ງໃນຄວາມຈິງແລ້ວ ອັດຕາສ່ວນການຈັດສັນງົບປະມານດັ່ງກ່າວຕໍ່ GDP ແມ່ນໄດ້ເພີ່ມຂຶ້ນກວ່າເກົ່າອີກ.” ການດໍາເນີນການຕ່າງໆໄດ້ຖືກຈັດຕັ້ງປະຕິບັດເພື່ອ​ປັບປຸງ​ການ​ເກັບ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ​​ຜ່ານ​ການ​ປັບປຸງ​ ກົດໝາຍ​ວ່າ​ດ້ວຍ​ສ່ວຍສາ​ອາກອນ, ການ​ຈັດ​ຊື້​-ຈັດຈ້າງພາກລັດ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແລະ ການ​ປະ​ເມີນຜົນປະໂຫຍດ ແລະ ​ຕົ້ນທຶນ​ລາຍ​ຈ່າຍດ້ານ​ພາສີ​ໃຫ້ແກ່ບັນດາ​ບໍລິສັດ​ໃຫຍ່ໆ. ມາດ​ຕະ​ການ​ຕ່າງໆເຫຼົ່າ​ນີ້​ໄດ້​ຖືກ​ເຊື່ອມເຂົ້າ​ໃນ​ແຜນ​ການ​ປະ​ຕິ​ຮູບການຄຸ້ມຄອງດ້ານການເງິນພາກລັດຂອງ​ລັດ​ຖະ​ບານ 2021-2025 ຢ່າງ​ເຕັມ​ສ່ວນ.

ພະນະທ່ານ ນາງ ອີນາ ມາຊິວລີໂອນີເຕີ, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ກ່າວວ່າ “ສະຫະພາບ ເອີຣົບ ຍັງຄົງໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນການປັບປຸງຂະແໜງການສຶກສາ ແລະ ລຶບລ້າງການຂາດສານອາຫານໃນ ສປປ ລາວ ໂດຍຜ່ານປຶກສາຫາລືດ້ານນະໂຍບາຍທີ່ເປີດກວ້າງ ແລະ ມີສ່ວນຮ່ວມ”.

“ພວກເຮົາມີຄວາມພາກພູມໃຈຕໍ່ກັບຜົນສຳເລັດທີ່ສາມາດບັນລຸໄດ້ແລະພວກເຮົາຍັງຄົງຈະສືບຕໍ່ສ້າງຄວາມຄືບໜ້າແກ່ສອງຂະແໜງການດັ່ງກ່າວ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງ.” 

ແຜນງານສະໜັບສະໜູນງົບປະມານດ້ານໂພຊະນາການ ແລະ ການສຶກສາຂອງສະຫະພາບເອີຣົບ ໃຫ້ແກ່ປະເທດລາວ ມີມູນຄ່າທັງໝົດ 1,120 ຕື້ກີບ (95,5 ລ້ານເອີໂຣ) ໂດຍມີເປົ້າໝາຍເພື່ອປະກອບສ່ວນເຂົ້າໃນການເຕີບໂຕແບບຍືນຍົງ ມີສ່ວນຮ່ວມ ແລະ ສະເໝີພາບ ຂອງ ສປປ ລາວ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8  ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).