Home Blog Page 154

ຮອດທ້າຍປີ 2021 ນີ້ ຄາດວ່າຈະບັນລຸການສັກວັກຊິນໄດ້ຄົບໂດສບໍ່ຕ່ຳກວ່າ 70%

ນາຍົກລັດຖະມົນຕີ ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ແຜນການ ປະຈໍາປີ 2022 ເຊິ່ງໃນໄລຍະ 7 ເດືອນຜ່ານມາ ລັດຖະບານໄດ້ພະຍາຍາມບຸກບືນ, ສູ້ຊົນຢ່າງຕັ້ງໜ້າ ແລະ ເຮັດສຸດຄວາມສາມາດແກ້ໄຂບັນຫາ ໂດຍໄດ້ໃຊ້ມາດຕະການເບື້ອງຕົ້ນຈຳນວນໜຶ່ງເປັນຕົ້ນ ໄດ້ພະຍາຍາມສ້າງລາຍຮັບ, ຄຸ້ມຄອງລາຍຈ່າຍ, ສູ້ຊົນຊຳລະສະສາງໜີ້ສິນທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງໄດ້ລະດົມການປະ ກອບສ່ວນຂອງຜູ້ປະກອບການພາຍໃນ ເຂົ້າຮ່ວມໃນການຊຳລະສະສາງໜີ້ສິນ ຕໍ່ຕ່າງປະເທດ ສຳເລັດຕາມແຜນການ.

ສາມາດປະຄັບປະຄອງບໍ່ໃຫ້ເສດຖະກິດຕົກຢູ່ໃນສະພາບວິກິດ, ພ້ອມກັນນີ້ ກໍໄດ້ສ້າງພື້ນຖານສຳຄັນຈຳນວນໜຶ່ງ ເພື່ອບືນຕົວກ້າວຕໍ່ໄປ ຄາດວ່າໝົດປີ 2021 ຈີດີພີຈະຂະຫຍາຍຕົວໃນລະດັບ 3% (ມະຕິສະພາ 4% ຂຶ້ນໄປ). ສຳລັບດ້ານລາຍຮັບງົບປະມານ ໃນ 10 ເດືອນຜ່ານມາປະຕິບັດໄດ້ທັງໝົດ 20.436 ຕື້ກີບ ເທົ່າກັບ 74% ຂອງແຜນການປີ ເຊິ່ງເຫັນວ່າຍັງມີຄວາມທ້າທາຍຫລາຍສົມຄວນ ເມື່ອທຽບໃສ່ໄລຍະເວລາທີ່ຍັງເຫລືອ, ແຕ່ລັດຖະບານຈະພະຍາຍາມ ຊຸກຍູ້ການຈັດເກັບລາຍຮັບ ແລະ ຂຸດຄົ້ນແຫລ່ງລາຍຮັບໃໝ່ຈາກຂະແໜງບໍ່ແຮ່, ການລະດົມພາກທຸລະກິດເຂົ້າຮ່ວມຮຸ້ນໃນລັດວິສາຫະກິດ, ເງິນປັນຜົນເພີ່ມອີກຈຳນວນໜຶ່ງ ແລະ ອື່ນໆ ບົນພື້ນຖານນັ້ນ ຈະສາມາດຄາດຄະເນສະເລ່ຍລາຍຮັບ ຈະປະຕິບັດໄດ້ປະມານ 26.957 ຕື້ກີບ, ເທົ່າກັບ 98% ຂອງແຜນການປີ. ສຳລັບດ້ານລາຍຈ່າຍງົບປະມານປະຕິບັດໄດ້ທັງໝົດ 19.012 ຕື້ກີບ, ເທົ່າກັບ 60% ຂອງແຜນການປີ, ລາຍຈ່າຍສ່ວນໃຫຍ່ ແມ່ນການເບີກຈ່າຍເງິນເດືອນ ແລະ ເງິນນະໂຍບາຍຕ່າງໆ ພ້ອມກັນນີ້, ຍັງໄດ້ແກ້ໄຂບັນຫາຮ້ານແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບ.ທ່ານ ພັນຄໍາ ວິພາວັນ ຍັງໃຫ້ຮູ້ຕື່ມວ່າ:

ລັດຖະບານຍັງໄດ້ຈັດຕັ້ງປະຕິບັດແຜນງານທີ່ສຳຄັນຈຳນວນໜຶ່ງໃນການສົ່ງເສີມການຜະລິດ, ການແກ້ໄຂໄພວ່າງງານ, ການພັດທະນາຂົງເຂດວັດທະນະ ທຳ-ສັງຄົມ ລວມທັງປະຕິບັດນະໂຍບາຍໃນການເອົາແຮງງານລາວ ທີ່ກັບຄືນປະເທດຍ້ອນການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດໃກ້ຄຽງມີທັງໝົດ 61.497 ຄົນ ຍິງ 28.083 ຄົນ ໃນນີ້ ຜູ້ມີເອກະສານຖືກຕ້ອງ 25.085 ຄົນ. ສຳລັບວຽກງານປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຮອດວັນທີ 1 ພະຈິກ 2021 ມີຜູ້ຕິດເຊື້ອສະສົມ 40.956 ຄົນ, ປະມານ 0,52% ຂອງພົນລະເມືອງ, ກຳລັງປິ່ນປົວ 7.381 ກໍລະນີ, ປິ່ນປົວຫາຍດີຫລາຍກວ່າ 31.000 ກໍລະນີ ແລະ ເສຍຊີວິດ 67 ກໍລະນີ. ສ່ວນການສັກຢາວັກຊິນໃຫ້ປະຊາຊົນ ເຂັມທີ 1 ໄດ້ 3.306.082 ຄົນ ກວມ 45,06% ແລະ ສັກຄົບໂດສ 2.841.465 ຄົນ ກວມ 38,72%.

ຮອດທ້າຍປີ 2021 ນີ້ ຄາດວ່າຈະບັນລຸການສັກວັກຊິນໄດ້ຄົບໂດສບໍ່ຕ່ຳກວ່າ 70%.

ພ້ອມກັນນີ້, ລັດຖະບານຍັງໄດ້ເອົາໃຈໃສ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ທັງໄດ້ສຸມໃສ່ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດອອກເປັນນິຕິກຳ, ແຜນງານ ແລະ ແບ່ງຄວາມຮັບຜິດຊອບລະອຽດ ເຊິ່ງເລີ່ມປະຕິບັດຢ່າງຈິງຈັງ ແຕ່ເດືອນ ສິງຫາ 2021 ເປັນຕົ້ນມາ ແລະ ໄດ້ມີຄວາມຄືບໜ້າຫລາຍດ້ານເປັນຕົ້ນ ທຳລາຍແຫລ່ງຜະລິດ, ເຄືອຂ່າຍການຂົນສົ່ງ ແລະ ຈຳໜ່າຍ ໄດ້ຈຳນວນຫລວງຫລາຍ ສາມາດມ້າງຄະດີໄດ້ 1.106 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 1.562 ຄົນ, ຍຶດຢາບ້າໄດ້ 10.158 ກິໂລກຣາມ (101.586.361 ເມັດ) ແລະ ຍັງມີຢາເສບຕິດປະເພດອື່ນໆເຊັ່ນ: ຢາໄອສ, ຝິ່ນ, ເຮໂລອິນອີກຈຳນວນຫລາຍ. ທ່ານ ນາຍົກລັດຖະມົນຕີ ກ່າວຕື່ມວ່າ:

ຄຽງຄູ່ກັບຈຸດດີ ແລະຜົນງານ ພວກເຮົາຍັງມີຈຸດອ່ອນ ແລະ ຂໍ້ຄົງຄ້າງຫລາຍດ້ານ ທີ່ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້ເຊັ່ນ: ການຂະຫຍາຍໂຕຂອງຈີດີພີ ຍັງບໍ່ໄດ້ຕາມຄາດໝາຍ, ການຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ ຍັງບໍ່ທັນຕັ້ງໜ້າ, ການສົ່ງເສີມການລົງທຶນຜ່ານປະຕູດຽວ ຍັງບໍ່ສາມາດບຸກທະລຸໄດ້, ອັດຕາມການວ່າງງານເພີ່ມສູງຂຶ້ນ, ການເກັບລາຍຮັບ, ການປະຕິບັດລາຍຈ່າຍ, ອັດຕາເງິນເຟີ້, ການຄຸ້ມຄອງອັດຕາແລກ ປ່ຽນ ຍັງບໍ່ທັນດຸນດ່ຽງ ແລະ ໝັ້ນທ່ຽງ. ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງແມ່ນວ່າຢູ່ໃນລະດັບດີ ເມື່ອທຽບໃສ່ຫລາຍປະເທດໃນໂລກ ແລະ ພາກພື້ນ, ແຕ່ມາເບິ່ງສະເພາະພາຍໃນປະເທດເຮົາ ແມ່ນຍັງມີລັກສະນະເພີ່ມຂຶ້ນ, ການຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກມາດຕະການແຜ່ລະບາດຂອງພະຍາດດັ່ງກ່າວ ເຖິງມີຄວາມພະຍາຍາມ ແຕ່ກໍຍັງບໍ່ທັນໄດ້ພຽງພໍ ແລະ ທົ່ວເຖິງ, ການປະສານສົມທົບ ເຊິ່ງກັນ ແລະ ກັນ ເພື່ອແກ້ໄຂບັນຫາຕ່າງໆມີຄວາມຊັກຊ້າ ແລະ ອື່ນໆ.

ບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງເຫລົ່ານີ້ ແມ່ນມາຈາກຫລາຍສາເຫດ ແຕ່ສາເຫດຕົ້ນຕໍກໍຍັງແມ່ນ ຄວາມຮັບຜິດຊອບການເມືອງຂອງພະນັກງານ ທີ່ໄດ້ຮັບການມອບໝາຍ ຍັງບໍ່ທັນສູງແທ້, ຍັງຄອງເດີມ, ຫັນປ່ຽນຍາກ, ບໍ່ກ້າຄິດກ້າເຮັດ ແລະກ້າຮັບຜິດຊອບ, ເສຍສະຫລະເພື່ອສ່ວນລວມບໍ່ທັນສູງ ແລະ ແບບແຜນວິທີເຮັດວຽກ ຍັງບໍ່ທັນໄດ້ສະດຸ້ງໄວ ແລະ ອື່ນໆ, ແຕ່ລັດຖະບານ ຍັງຈະຕ້ອງໄດ້ຕັ້ງໜ້າປັບປຸງແກ້ໄຂໃນຕໍ່ໄປ.

ຂ່າວ: ມະນີທອນ, ພາບ: ອ່າຍຄຳ, ເກດສະໜາ

ລາຍລະອຽດຜູ້ເສຍຊີວິດໃໝ່ +2 ແລະ ຕິດເຊື້ອໃໝ່ +685

ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 1 ພະຈິກ 2021 ໃຫ້ຮູ້ວ່າ: ກວດພົບຜູ້ຕິດເຊືື້ອໃໝ່ 685 ຄົນ (ຕິດເຊື້ອພາຍໃນ ມີ 673 ຄົນ ແລະ ຕິດເຊື້ອນໍາເຂົ້າ 12 ຄົນ). ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 40.956 ຄົນ, ເສຍຊີວິດສະສົມ 67ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 219ຄົນ, ກໍາລັງປິ່ນປົວ 7.381ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:

ຜູ້ທີ 1: ເປັນເພດຊາຍ, ອາຍ 46 ປີ, ສັນຊາດ: ລາວ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ (ເສຍຊີວິດ ຢູ່ນະຄອນຫລວງວຽງຈັນ)

  • ຜູ້ກ່ຽວ ໄດ້ກັກໂຕ ຢູ່ຄ້າຍຄຸມຂັງນາໄຫນາໂນ ຍ້ອນເສບຢາ ແລະ ກໍານົດໂທດ ເປັນເວລາ 02 ປີ
  • ປະຫວັດພະຍາດຜ່ານມາ: ຄົນເຈັບບໍ່ມີອາການສະແດງອອກ, ຄົນເຈັບນອນປ່ວຍຕິດຕຽງຊ່ວຍເຫລຶອຕົນເອງບໍ່ໄດ້ ແລະ ຄົນເຈັບເປັນພະຍາດວັນນະໂລກປອດ ແລ້ວເລີ້ມປີ່ນປົວ ແຕ່ວັນທີ 13ກັນຍາ 2021
  • ເວລາ 09:00 ໂມງ ຂອງວັນທີ 31 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2:  ເປັນເພດຍິງ, ອາຍຸ 48 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານໜອງປຸ່ງ, ເມືອງໂພນໂຮງ, ແຂວງວຽງຈັນ)

  • ຄອບຄົວທັງໝົດ ມີ 4 ຄົນລວມທັງຜູ້ກ່ຽວ ຊື່ງທີ່ຕິດເຊື້ອມີ 2 ຄົນ (ຜົວ ແລະ ຫຼານສາວ).
  • ພະຍາດປະຈໍາຕົວ: ຄົນເຈັບເປັນຄວາມດັນເລືອດສູງ ບໍ່ໄດ້ກີນຢາປະຈໍາ ແລະ ພະຍາດຫືດ ບໍ່ໄດ້ກິນຢາປະຈຳ
  • ໄດ້ຮັບການສັກຢາວັກຊີນ 02 ເຂັມຄົບແລ້ວ.
  • ຜູ້ມີອາການປວດຕົນໂຕ, ໄອ, ອີດເມື່ອຍ, ເປັນຫວັດຕະຫຼອດ, ຄະນະສະເພາະກິດເມືອງ ຈື່ງໄດ້ໄປເກັບຕົວຢ່າງໃນວັນທີ 25 ຕຸລາ 2021
  • ວັນທີ 26 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ຢູ່ ມສ ໂພນໂຮງ, ແຂວງວຽງຈັນ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 26-31 ຕຸລາ 2021 ເປັນເວລາ 5 ວັນ
  • ເວລາ 14:30 ໂມງ ຂອງວັນທີ 31 ຕຸລາ 2021: ມີອາການໄອຢ່າງຕໍ່ເນື່ອງ, ເຈັບແຫ້ນນຫນ້າເອິກ ແລະ ຫາຍໃຈຝຶດ
  • ມາຮອດເວລາ 19:30 ໂມງ ຂອງມືດຽວກັນ: ຄົນເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການກະຕຸ້ນ, ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ໄດ້ເຊິດຊູຄົນເຈັບ, ຄົນເຈັບບໍ່ຕອບສະຫນອງ ເເລະ ເສຍຊີວິດເວລາຕໍ່ມາ

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 673 ຄົນ ຈາກ 14 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

1.ນະຄອນຫຼວງວຽງຈັນ 345 ຄົນ: ມາຈາກ 90 ບ້ານ, ໃນ 8 ເມືອງ

 ຈັນທະບູລີ35 ຄົນ ຈາກ 13 ບ້ານ
1ຫນອງປີງ7
2ຮ່ອງໄກແກ້ວ6
3ໜອງທາເໜືອ4
4ທົ່ົ່ງຕູມ3
5ໂພນສະຫວ່າງ3
6ສີສະຫວາດ3
7ຫ້ວຍຫົງ3
8ໂພນຕ້ອງຈອມມະນີ1
9ດົງຫນ້ຽງ1
10ດອນແດງ1
11ຫັດສະດີ1
12ສີດຳດວນ1
13ຫນອງທາໃຕ້1
   
  ສີໂຄດຕະບອງ43 ຄົນ ຈາກ 24 ບ້ານ
1ຈັນສະຫວ່າງ5
2ໂນນແກ້ວ5
3ດົງນາທອງ4
4ໜອງແຕ່ງເໜືອ3
5ນາແຮ່3
6ອາກາດ2
7ໂພນສົມບູນ2
8ທົ່ງປົ່ງ2
9ຫນອງສະໂນຄຳ2
10ວັດໄຕໃຫຍ່ທົ່ງ1
11ໂພສີ1
12ໂນນຂີ້ເຫຼັກ1
13ຫ້ວຍຫ້ອມ1
14ໂພນສະຫວາດເໜືອ1
15ຂຸນຕາທ່າ1
16ນາເລົ່າ1
17ຫນອງບຶກໃຕ້1
18ສີບຸນເຮືອງທົ່ງ1
19ຫນອງບົວທອງໃຕ້1
20ໂພນຄຳ1
21ໜອງດ້ວງເໜືອ1
22ວຽງຄຳ1
23ໜອງໜ້ຽວ1
24ຊຳເກດ1
   
  ໄຊເສດຖາ43 ຄົນ ຈາກ 18 ບ້ານ
1ທາດຫລວງກາງ5
2ນາໄຊ5
3ໄຮ່ຄຳ5
4ແສງສະຫວ່າງ4
5ໂນນຫວາຍ3
6ຄຳສະຫວາດ3
7ໂພນໄຊ2
8ຈອມມະນີ2
9ໂພນທັນ2
10ເມືອງນ້ອຍ2
11ວຽງຈະເລີນ2
12ຂາມງອຍ2
13ຊຽງດາ1
14ໂຊກຄຳ1
15ທາດຫຼວງເໜືອ1
16ໂນນສະຫວ່າງ1
17ນາສ້າງໄພ1
18ນາໄຫ1
   
  ສີສັດຕະນາກ24 ຄົນ ຈາກ 10 ບ້ານ
1ສ້າງເຫວີຍ5
2ໂພນສະຫວັນໃຕ້3
3ສະພານທອງເຫນືອ3
4ທົ່ງພານທອງ3
5ສະພານທອງໄຕ້2
6ຫາຍໂສກ2
7ວັດນາກ2
8ໂພນປ່າເປົ້າ2
9ໂສກປ່າຫຼວງ1
10ພະໂພ1
   
 ນາຊາຍທອງ13 ຄົນ ຈາກ 07 ບ້ານ
1ບົວ5
2ນາສ້ຽວ3
3ດົງຫຼວງ1
4ອີ່ໄລເໜືອ1
5ອີໄລ1
6ນາທ່ອນ1
7ນໍ້າກ້ຽງ1
   
 ໄຊທານີ25 ຄົນ ຈາກ 11 ບ້ານ
1ກອງພັນໃຫຍ່ 6059   ບ້ານອຸດົມຜົນ
2ນາແຄ3
3ສີວິໄລ2
4ດົງໂດກ2
5ຊ້າງຄູ່2
6ໄຜ່ລ້ອມ2
7ໂນນແສງຈັນ1
8ໂຄກໃຫ່ຍ1
9ຫນອງພະຍາ1
10ສາຍນໍ້າເງິນ1
11ພະຂາວ1
   
 ຫາດຊາຍຟອງ12 ຄົນ ຈາກ 06 ບ້ານ
1ຫາດຊາຍຟອງໃຕ້4
2ໂພສີ3
3ດອນຂາຊ້າຍ2
4ດອນດູ່1
5ດົງຄຳຊ້າງ1
6ດອນຝ້າຍ1
 ສັງທອງ3 ຄົນ ຈາກ 01 ບ້ານ
1ໄຮ່ໃຕ້3
  • ກອງບັນຊາການປ້ອງກັນເຄຶ່ອນທີ    2 ຄົນ
  • ໂຮງງານ CKL      83 ຄົນ
  • ໂຮງງານ VL         39 ຄົນ
  • ວິທະຍາຄານ ໄກສອນ  11 ຄົນ
  • ຫຼັກ 27             07 ຄົນ

2.ຫຼວງພະບາງ, ມີ 102 ຄົນ ໃນ 15 ບ້ານ ແລະ 4 ເມືອງ

3.ວຽງຈັນ, ມີ 75 ຄົນ ໃນ 23 ບ້ານ ແລະ 8 ເມືອງ

4.ບໍ່ແກ້ວ, ມີ 35 ຄົນ ໃນ 12 ບ້ານ ແລະ 1 ເມືອງ

5.ຫຼວງນໍ້ທາ, ມີ 20 ຄົນ ໃນ 11 ບ້ານ ແລະ 3 ເມືອງ

6.ສະຫວັນນະເຂດ, ມີ 19 ຄົນ ໃນ 8 ບ້ານ ແລະ 5 ເມືອງ

7.ອຸດົມໄຊ, ມີ 19 ຄົນ ໃນ 13 ບ້ານ ແລະ 2 ເມືອງ

8.ຈໍາປາສັກ, ມີ 15 ຄົນ ໃນ 9 ບ້ານ ແລະ 2 ເມືອງ

9.ຄໍາມ່ວນ, ມີ 14 ຄົນ ໃນ 8 ບ້ານ ແລະ 1 ເມືອງ

10.ບໍລິຄໍາໄຊ, ມີ 12 ຄົນ ໃນ 5 ບ້ານ ແລະ 2 ເມືອງ

11.ເຊກອງ, ມີ 9 ຄົນ ໃນ 5 ບ້ານ ແລະ 1 ເມືອງ

12.ໄຊສົມບູນ, ມີ 5 ຄົນ ໃນ 2 ບ້ານ ແລະ 2 ເມືອງ

13.ສາລະວັນ, ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

14.ອັດຕະປື, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 12 ຄົນ: 4 ຄົນຈາກແຂວງສະຫວັນນະເຂດ, 4 ຄົນຈາກນະຄອນຫຼວງວຽງຈັນ, 2 ຄົນຈາກບໍລິຄໍາໄຊ ແລະ 2 ຄົນຈາກ ຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ລາຍງານໂຄວິດ-19 ວັນທີ 1 ພະຈິກ 2021

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ ຫຼັງຈາກຖະແຫຼງຂ່າວປະຈຳວັນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 1 ພະຈິກ 2021 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະດໍາເນີນໄປເຖິງວັນທີ 17 ພະຈິກ 2021 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຜູ້ນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງເຂົ້າຮ່ວມ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:

  • ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
  • ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
  • ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022,
  • ບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ ປີ 2020;
  • ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022;
  • ບົດລາຍງານ ກ່ຽວກັບແຜນພັດທະນາພະລັງງານໄຟຟ້າ ຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025);
  • ບົດລາຍງານ ກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025);
  • ບົດລາຍງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການກວດສອບແຫ່ງລັດ;
  • ຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ຂອງອົງການກວດສອບແຫ່ງລັດ;
  • ບົດລາຍງານການ ຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງອົງການກວດກາແຫ່ງລັດ;
  • ການກວດກາຕາມຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ຂອງອົງການກວດກາແຫ່ງລັດ;
  • ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022 ຂອງສານປະຊາຊົນສູງສຸດ;
  • ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ;
  • ການສະເໜີແຕ່ງຕັ້ງສະມາຊິກສະພາ ຜູ້ພິພາກສາຂອງສານປະຊາຊົນສູງສຸດ;
  • ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ 2022 ຂອງສະພາແຫ່ງຊາດ;
  • ບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບົດລາຍງານການເຄື່ອນໄຫວຂອງສະພາແຫ່ງຊາດ;

ພ້ອມກັນນີ້, ໃນກອງປະຊຸມ ຍັງຈະໄດ້ພິຈາລະນາຮັບຮອງເອົາ ຮ່າງກົດໝາຍໃໝ່ ແລະ ປັບປຸງຈໍານວນ 11 ສະບັບ ໃນນີ້, ຮ່າງກົດໝາຍສ້າງໃໝ່ຈໍານວນ 4 ສະບັບ ຄື:

ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ, ຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ, ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ, ຮ່າງກົດໝາຍວ່າດ້ວຍການສໍາຫລວດວັດແທກ ແລະ ສ້າງແຜນທີ່. ສ່ວນຮ່າງກົດໝາຍປັບປຸງຈໍານວນ 7 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍລັດຖະບານ, ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ, ຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ, ຮ່າງກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ, ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ, ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ ແລະ ຮ່າງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ. ນອກນັ້ນ, ກອງປະຊຸມສະພາແຫ່ງຊາດ ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.

ເພື່ອພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຈໍານວນຫລາຍຄືດັ່ງກ່າວນີ້ ໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້ ທ່ານ ປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມື ຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມເທື່ອນີ້, ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າ, ປະກອບ ຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມຜ່ານສາຍດ່ວນ 156.

ຂ່າວ: ມະນີທອນ, ພາບ: ເກດສະໜາ

ຂ່າວສານປະເທດລາວ

ສະຖານະການໂຄວິດ-19 ຫຼວງພະບາງ ວັນທີ 1 ພະຈິກ 2021

ມື້ນີ້ໜັກ 102 ກໍລະນີສະຖານະການໂຄວິດ-19 ແຂວງຫຼວງພະບາງປະຈຳວັນທີ 1/11/2021 ອີງຕາມຜົນກວດວິເຄາະ ວັນທີ 31/10/2021ໄດ້ກັບຕົວຢ່າງກວດທັງໝົດ 710 ຕົວຢ່າງ, ພົບເຊື້ອໃໝ່ ຜົນບວກ 102 ກໍລະນີ: ນະຄອນຫຼວງພະບາງ 22 ກໍລະນີ (ພາຍໃນ 22), ຈອມເພັດ 73 ກໍລະນີ ( ພາຍໃນ 73), ປາກອູ 4 ກໍລະນີ (ພາຍໃນ 4), ນ້ຳບາກ 3 ກໍລະນີ (ພາຍໃນ 3)

ຂໍ້ມູນ: ຂ່າວສານຫຼວງພະບາງ Luangprabang News

ວັກຊີນ 523,200 ໂດສ໌ ຈາກ COVAX Facility ມາຮອດລາວແລ້ວ!

ວັກຊີນກັນພະຍາດ ໂຄວິດ-19 Astra Zeneca/Oxford ຈໍານວນ 523,200 ໂດສ໌ ຈາກ COVAX Facility ໄດ້ມາຮອດ ສປປ ລາວ ແລ້ວ.

ນະຄອນຫຼວງວຽງຈັນ, ວັນທີ 31 ຕຸລາ 2021 – ມື້ນີ້ ສປປ ລາວ ໄດ້ຮັບວັກຊີນກັນພະຍາດ ໂຄວິດ-19 Astra Zeneca/Oxford ຊຸດໃໝ່ ຈໍານວນ 523,200 ໂດສ໌ ໂດຍຜ່ານ COVAX Facility, ຊຶ່ງແມ່ນ​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), Gavi ຊຶ່ງເປັນ​ພັນທະມິດວັກຊີນ ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ.

ການສົ່ງມອບວັກຊີນຄັ້ງລ່າສຸດນີ້ແມ່ນເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງ COVAX Facility ເພື່ອຮັບປະກັນການເຂົ້າເຖິງວັກຊີນປ້ອງກັນພະຍາດ ໂຄວິດ-19 ຢ່າງເທົ່າທຽມກັນໃນທົ່ວໂລກ ແລະ ເປັນການສົ່ງມອບຕໍ່ຈາກການປະກອບສ່ວນຊ່ວຍເຫຼືອວັກຊີນກັນພະຍາດ ໂຄວິດ-19 ໃຫ້ເເກ່ ສປປ ລາວ ຜ່ານ COVAX Facility ໂດຍລັດຖະບານຍີ່ປຸ່ນ ໃນເດືອນສິງຫາ 2021.

ວັກຊີນຈໍານວນດັ່ງກ່າວຈະຖືກນຳໃຊ້ໂດຍລັດຖະບານແຫ່ງ ສປປ ລາວ ເພື່ອໃຫ້ການປ້ອງກັນແກ່ປະຊາຊົນລາວຢ່າງຕໍ່ເນື່ອງ ແລະ ບັນລຸເປົ້າໝາຍການສັກວັກຊິນກັນພະຍາດ ໂຄວິດ-19 ໃຫ້ໄດ້ 50 ສ່ວນຮ້ອຍຂອງປະຊາກອນໃນທົ່ວປະເທດພາຍໃນທ້າຍປີນີ້.

ວັກຊີນດັ່ງກ່າວຈະຖືກນໍາໄປສັກໃຫ້ຜູ້ທີ່ມີຄວາມສ່ຽງສູງຕໍ່ການເປັນພະຍາດ ໂຄວິດ-19 ຂັ້ນຮ້າຍແຮງ ແຕ່ຍັງບໍ່ທັນໄດ້ຮັບວັກຊີນຄົບສອງເຂັມເທື່ອ.

ໃນປະຈຸບັນ ການສັກວັກຊິນກັນພະຍາດໂຄວິດ-19 ແມ່ນສຸມໃສ່ກຸ່ມບູລິມະສິດ ທີ່ປະກອບມີຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີພະຍາດປະຈໍາໂຕ, ແມ່ຍິງຖືພາ, ພະນັກງານແພດ ແລະ ບຸກຄະລາກອນທີ່ສໍາຄັນເຊັ່ນ: ຄູສອນ ແລະ ພະນັກງານໃນທົ່ວປະເທດ ຕາມທີ່ລະບຸໄວ້ໃນແຜນແຫ່ງຊາດສໍາລັບການສັກຢາປ້ອງກັນພະຍາດ ໂຄວິດ-19.

ມື້ນີ້ແຜ່ນດິນໄຫວທີ່ແຂວງໄຊຍະບູລີ ອີກແລ້ວເຖິງ 4 ຄັ້ງ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ລາຍງານວ່າ ໃນວັນທີ 31 ຕຸລາ 2021 ເວລາ 10:04 ຫາ 11:40 ໂມງ ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 04 ຄັ້ງ ໃນບໍລິເວນເຂດແຂວງໄຊຍະບູລີ ເຊິ່ງລາຍລະອຽດຂອງການເກີດ ແຜ່ນດິນໄຫວມີດັ່ງນີ້:

-ໃນເວລາ 10:04:53 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.54 ອົງສາເໜືອ ແລະ ເສັ້ນແວງທີ 101.36 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 4.7 ຣີກເຕີ ເຊິ່ງ ມີຄວາມເລິກຈາກໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດແຜ່ນ ດິນໄຫວ ຢູ່ບໍລິເວນບ້ານນໍ້າສິບ ເມືອງຫົງສາ ແຂວງໄຊຍະບູລີ ເຊິ່ງຈຸດເກີດ ເຫດແມ່ນຫ່າງຈາກຕົວເມືອງໄຊສະຖານ ປະມານ 18 ກິໂລແມັດ.

-ໃນເວລາ 10:27:38 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.50 ອົງສາເໜືອ ແລະ ເສັ້ນແວງທີ 101.31 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.7 ຣີກເຕີ ມີ ຄວາມເລິກຈາກໜ້າດິນປະມານ 1 ກິໂລແມັດ ຈຸດເກີດແຜ່ນດິນໄຫວ ຢູ່ ບໍລິເວນບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນ ດິນໄຫວແມ່ນຫ່າງຈາກຕົວເມືອງໄຊສະຖານ ປະມານ 12 ກິໂລແມັດ.

-ໃນເວລາ 11:23:09 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.46 ອົງສາເໜືອ ແລະ ເສັ້ນແວງທີ 101.37 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.9 ຣີກເຕີ ມີ ຄວາມເລິກຈາກໜ້າດິນປະມານ 2 ກິໂລແມັດ ຈຸດສູນກາງເກີດແຜ່ນດິນ ໄຫວ ຢູ່ບໍລິເວນບ້ານສະມະ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດ ແຜ່ນດິນໄຫວແມ່ນຫ່າງຈາກຕົວເມືອງໄຊສະຖານ ປະມານ 6 ກິໂລແມັດ.

-ໃນເວລາ 11:40:16 ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.50 ອົງສາເໜືອ ແລະ ເສັ້ນແວງທີ 101.30 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 2.0 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 3 ກິໂລແມັດ ຈຸດສູນກາງເກີດແຜ່ນດິນ ໄຫວ ຢູ່ບໍລິເວນບ້ານສາມັກຄີ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດ ເກີດແຜ່ນດິນໄຫວແມ່ນຫ່າງຈາກຕົວເມືອງເມືອງໄຊສະຖານ ປະມານ 12 ກິໂລແມັດ.

ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ຂ່າວຮ້າຍເສຍຊີວິດອີກ 3 ແລະ ຕິດເພີ່ມ 685 ຂ່າວດີອອກໂຮງໝໍ 372

ຄະນະສະເພາະກິດລາຍງານຜ່ານເພຈທາງການໃນວັນທີ 31 ຕຸລາ 2021 ນີ້ວ່າ.

ວັນທີ 30 ຕຸລາ 20/21 ໄດ້ກວດວິເຄາະທັງໝົດ 6173 ຕົວຢ່າງ, ນະຄອນຫຼວງ 2606 ຕົວຢ່າງ, ສະຫວັນນະເຂດ 284, ຈໍາປາສັກ 109, ຫຼວງພະບາງ 788, ຄໍາມ່ວນ 301.

ກວດພົບເຊື້ອ 685 ຕົວຢ່າງ ໃນນີ້ມີຕິດໃນຊຸມຊົນ 679 ຄົນ ແລະ ນໍາເຂົ້າ 6 ຄົນ.

ມີລາຍງານຜູ້ເສຍຊີວິດໃໝ່ອີກ 3 ຄົນ ຈາກ ນະຄອນຫຼວງວຽງຈັນ 1 ແລະ ແຂວງຫຼວງພະບາງ 2.

ຂ່າວດີມີຄົນອອກໂຮງໝໍເພີ່ມ 372 ຄົນ.

  • – ນະຄອນຫຼວງ: 290 ໃນນີ້ມີ 3(ນໍາເຂົ້າ) ແລະ287 (ຊຸມຊົນ)
  • – ຫຼວງພະບາງ: 40 ໃນນີ້ມີ 1 (ນໍາເຂົ້າ) ແລະ39 (ຊຸມຊົນ)
  • – ບໍ່ແກ້ວ: 39 (ຊຸມຊົນ)
  • – ຊຽງຂວາງ: 2 (ຊຸມຊົນ)

.

  • – ອຸດົມໄຊ: 59 (ຊຸມຊົນ)
  • – ໄຊຍະບູລີ: 1 (ນໍາເຂົ້າ)
  • – ຫຼວງນໍ້າທາ: 55 (ຊຸມຊົນ)
  • – ວຽງຈັນ: 122 (ຊຸມຊົນ)

.

  • – ບໍລິຄໍາໄຊ: 1 (ຊຸມຊົນ)
  • – ໄຊສົມບູນ: 6 (ຊຸມຊົນ)
  • – ຄໍາມ່ວນ: 21 (ຊຸມຊົນ)
  • – ສາລະວັນ: 18 ໃນນີ້ມີ 1 (ນໍາເຂົ້າ) ແລະ 17 (ຊຸມຊົນ)

.

  • – ສະຫວັນນະເຂດ: 12 (ຊຸມຊົນ)
  • – ຈໍາປາສັກ: 7 (ຊຸມຊົນ)
  • – ເຊກອງ: 12 (ຊຸມຊົນ).

ລາຍງານໂຄວິດ-19 ນະຄອນຫຼວງຕິດເຊື້ອຫຼາຍສຸດ ແລະ ເສຍຊີວິດໃໜ່ +1

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 29 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,175 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 858 ຄົນ (ຕິດເຊື້ອພາຍໃນ ມີ 856 ຄົນ ແລະ ຕິດເຊື້ອນໍາເຂົ້າ02 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 856 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 361 ຄົນ: ມາຈາກ 124 ບ້ານ, ໃນ 7 ເມືອງ

ເມືອງຈັນທະບູລີ ມີ 18 ບ້ານ (58 ຄົນ)

1ໂພນຕ້ອງຈອມມະນີ11ຄົນ
2ທົ່ງຂັນຄຳ9ຄົນ
3ສີີຫອມ6ຄົນ
4ຮ່ອງແຊງ5ຄົນ
5ຮ່ອງຄ້າ4ຄົນ
6ໂພນຕ້ອງສະຫວາດ3ຄົນ
7ດົງປ່າແຫລບ3ຄົນ
8ຫ້ວຍຫົງ3ຄົນ
9ໜອງປິງ2ຄົນ
10ຫນອງທາໃຕ້2ຄົນ
11ດອນແດງ2ຄົນ
12ບໍ່ນາງົວ2ຄົນ
13ສີຫອມ1ຄົນ
14ສີບຸນເຮືອງ1ຄົນ
15ສີສະຫວາດ1ຄົນ
16ຂົວຫຼວງ1ຄົນ
17ໜອງທາເໜືອ1ຄົນ
18ສີດຳດວນ1ຄົນ
 ລວມ58ຄົນ

ເມືອງສີໂຄດຕະບອງ ມີ 29 ບ້ານ (85 ຄົນ)

1ໜອງດ້ວງທົ່ງ12ຄົນ
2ໜອງໜ້ຽວ8ຄົນ
3ໂນນແກ້ວ8ຄົນ
4ນາແຮ່5ຄົນ
5ສີໄຄທົ່ງ4ຄົນ
6ໂພສີ4ຄົນ
7ນາຄໍາ4ຄົນ
8ຫນອງບົວທອງ4ຄົນ
9ດົງນາທອງ3ຄົນ
10ໂນນຂີ້ເຫຼັກ3ຄົນ
11ນາເລົ່າ3ຄົນ
12ວັດໄຕນ້ອຍທ່າ2ຄົນ
13ວັດໃຕ້ໃຫຍ່ທົ່ງ2ຄົນ
14ໜອງໝ້ຽວ2ຄົນ
15ໂນນສະຫວ່າງ2ຄົນ
16ຈັນສະຫວ່າງ2ຄົນ
17ໃຫມ່2ຄົນ
18ຫນອງບົວທອງໃຕ້2ຄົນ
19ໜອງສະໂນຄຳ2ຄົນ
20ດົງນາໂຊກໃຕ້2ຄົນ
21ໂພນສົມບູນ1ຄົນ
22ສີບຸນເຮື່ອງທົ່ງ1ຄົນ
23ວັດໄຕໃຫຍ່ທ່າ1ຄົນ
24ອ່າງໃຫ່ຍ1ຄົນ
25ປາກທ້າງ1ຄົນ
26ອາກາດ1ຄົນ
27ທົ່ງປົງ1ຄົນ
28ຫນອງປິງ1ຄົນ
29ວຽງຄຳ1ຄົນ
 ລວມ85ຄົນ

ເມືອງໄຊເສດຖາ ມີ 26 ບ້ານ (72 ຄົນ)

1ຫົວຂົວ14ຄົນ
2ໂນນສະຫງ່າ12ຄົນ
3ທາດຫຼວງກາງ5ຄົນ
4ໂພນໄຊ4ຄົນ
5ວຽງຈະເລີນ4ຄົນ
6ຊຽງດາ3ຄົນ
7ເມືອງນ້ອຍ3ຄົນ
8ຮ່ອງແກ3ຄົນ
9ສົມສະຫງ່າ2ຄົນ
10ໂພນປ່າເປົ້າ2ຄົນ
11ໂນນສະຫວັນ2ຄົນ
12ແສງສະຫວ່າງ2ຄົນ
13ໂນນຄໍ້ເໜືອ2ຄົນ
14ໂຊກນ້ອຍ2ຄົນ
15ໂນນຫວາຍ1ຄົນ
16(blank)1ຄົນ
17ຈອມມະນີ1ຄົນ
18ຝາຍ1ຄົນ
19ຂາມງອຍ1ຄົນ
20ທາດຫຼວງໃຕ້1ຄົນ
21ໂພນທັນ1ຄົນ
22ສະພັງຫມໍ້1ຄົນ
23ທາດຫຼວງເໜືອ1ຄົນ
24ວັງຊາຍ1ຄົນ
25ຊຳເຄ້1ຄົນ
26ໂນນສະຫວ່າງ1ຄົນ
 ລວມ72ຄົນ

ເມືອງສີສັດຕະນາກມີ 20 ບ້ານ (59 ຄົນ)

1ຫາຍໂສກ12ຄົນ
2ສະພານທອງ9ຄົນ
3ດອນປ່າໃໝ່4ຄົນ
4ທົ່ງພານທອງ4ຄົນ
5ໂພນສີນວນ3ຄົນ
6ດອນກອຍ3ຄົນ
7ໂພນປ່າເປົ້າ3ຄົນ
8ດອນນົກຂຸ້ມ3ຄົນ
9ທາດຂາວ3ຄົນ
10ດົງສະຫວາດ2ຄົນ
11ຈອມເພັດໃຕ້2ຄົນ
12ພະໂພ2ຄົນ
13ວັດນາກ2ຄົນ
14ພະໄຊ1ຄົນ
15ທ່າພະລານໄຊ1ຄົນ
16ທົ່ງກາງ1ຄົນ
17ສີເມືອງ1ຄົນ
18ໂພໄຊ1ຄົນ
19ສວນມອນ1ຄົນ
20ໂສກປາຫລວງ1ຄົນ
 ລວມ59ຄົນ

ເມືອງ ນາຊາຍທອງ ມີ 5 ບ້ານ (6 ຄົນ)

1ດົງຫລວງ2ຄົນ
2ໜອງສະ1ຄົນ
3ໂພນແກ້ວ1ຄົນ
4ນໍ້າກ້ຽງ1ຄົນ
5ປາກແຮດ1ຄົນ
  6   

ເມືອງໄຊທານີ ມີ 10 ບ້ານ (23 ຄົນ)

1ສະພັງມຶກ6ຄົນ
2ຄຳຮຸ່ງ4ຄົນ
3ພະຂາວ3ຄົນ
4ອຸດົມຜົນ2ຄົນ
5ຊ້າງຄູ້2ຄົນ
6ຕານມີໄຊ2ຄົນ
7ໂນນບໍ່ແກ້ວ1ຄົນ
8ແກ້ງໃຄ້1ຄົນ
9ດົງໂດກ1ຄົນ
10ທານາກ1ຄົນ
 ລວມ23ຄົນ  

ເມືອງຫາດຊາຍຟອງ ມີ 16 ບ້ານ (23 ຄົນ)

1ດົງຄຳຊ້າງ5ຄົນ
2ນາໄຫ2ຄົນ
3ດອນດູ່2ຄົນ
4ສົມຫວັງເຫນືອ2ຄົນ
5ຖິ່ນເພຍ1ຄົນ
6ຫາດຊາຍຂາວ1ຄົນ
7ຫ້ອມໃຕ້1ຄົນ
8ໂພສີ1ຄົນ
9ໜອງໄຮ1ຄົນ
10ດົງໂພສີ1ຄົນ
11ບໍ່ໂອ1ຄົນ
12ນາຍາງ1ຄົນ
13ທ່າພະບາດ1ຄົນ
14ທວາຍ1ຄົນ
15ເຟືອງ1ຄົນ
16ໂພນໄຊ1ຄົນ
  23 

-ຍັງສືບຕໍ່ເອົາຂໍ້ມູນ 35 ຄົນ

2.ຫຼວງນໍ້ທາ, ມີ 155 ຄົນ ໃນ 20 ບ້ານ ແລະ 3 ເມືອງ

3.ວຽງຈັນ, ມີ 131 ຄົນ ໃນ 42 ບ້ານ ແລະ 10 ເມືອງ

4.ຫຼວງພະບາງ, ມີ 67 ຄົນ ໃນ 14 ບ້ານ ແລະ 4 ເມືອງ

 5.ບໍ່ແກ້ວ, ມີ 67 ຄົນ ໃນ 14 ບ້ານ ແລະ 2 ເມືອງ

6.ຈໍາປາສັກ, ມີ 21 ຄົນ ໃນ 16 ບ້ານ ແລະ 4 ເມືອງ

7.ຄໍາມ່ວນ, ມີ 15 ຄົນ ໃນ 6 ບ້ານ ແລະ 1 ເມືອງ

8.ບໍລິຄໍາໄຊ, ມີ 12 ຄົນ ໃນ 3 ບ້ານ ແລະ 2 ເມືອງ

9.ສະຫວັນນະເຂດ, ມີ 10 ຄົນ ໃນ 8 ບ້ານ ແລະ 4 ເມືອງ

10.ສາລະວັນ, ມີ 7 ຄົນ ໃນ 3 ບ້ານ ແລະ 1 ເມືອງ

11.ອຸດົມໄຊ, ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ.

12.ເຊກອງ, ມີ 3 ຄົນ ໃນ 3 ບ້ານ ແລະ 2 ເມືອງ

13.ໄຊສົມບູນ, ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

14.ຊຽງຂວາງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

15.ຜົ້ງສາລີ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ມີຈໍານວນ 02 ຄົນ: ແຂວງ ໄຊຍະບູລີ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 30 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 39.586 ຄົນ, ເສຍຊີວິດສະສົມ 62ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 557 ຄົນ, ກໍາລັງປິ່ນປົວ 6.672 ຄົນ.

ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:

–ເປັນເພດຍິງ, ອາຍ 83 ປີ, ອາຊີບ: ຜູ້ເຖົ້າ, ບ້ານໃຫມ່, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ

  • ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ກວດພົບຢູ່ພະແນກສຸກເສີນຂອງໂຮງຫມໍມະໂຫສົດ, ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບ ໃນວັນທີ 28/10/2021 ອາການເບື້ອງຕົ້ນເມື່ອຍຫາຍໃຈຝືດ BP80/60, RR35 bpm, SpO2 70% (room air)
  • ພະຍາດປະຈຳຕົວ:  ຄວາມດັນເລືອດສູງ, ຂາດການຕິດຕາມ.
  • ໄດ້ສັກຢາວັກຊີນຊີໂນຟາມ ຈໍານວນ 2 ເຂັມ.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 28-29 ຕຸລາ 2021
  • ຮອດເວລາ 08:30 ໂມງຂອງວັນທີ 29 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ໜ້າເປັນຫ່ວງ! ໂຄວິດ-19 ວັນທີ 30 ຕຸລາ 2021

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ດັ່ງນີ້:

ຕິດເຊື້ອໃໝ່ +858 ແລະ ເສຍຊີວິດ+1

  • ນະຄອນຫຼວງ: 361 (ຊຸມຊົນ)
  • ຫຼວງພະບາງ: 67 (ຊຸມຊົນ)
  • ບໍ່ແກ້ວ: 67 (ຊຸມຊົນ)
  • ຊຽງຂວາງ: 1 (ຊຸມຊົນ)
  • ອຸດົມໄຊ: 3 (ຊຸມຊົນ)
  • ໄຊຍະບູລີ: 2 (ນໍາເຂົ້າ)
  • ຫຼວງນໍ້າທາ: 155 (ຊຸມຊົນ)
  • ຜົ້ງສາລີ: 1 (ຊຸມຊົນ)
  • ວຽງຈັນ: 136 (ຊຸມຊົນ)
  • ບໍລິຄໍາໄຊ: 12 (ຊຸມຊົນ)
  • ໄຊສົມບູນ: 2 (ຊຸມຊົນ)
  • ຄໍາມ່ວນ: 15 (ຊຸມຊົນ)
  • ສາລະວັນ: 7 (ຊຸມຊົນ)
  • ສະຫວັນນະເຂດ: 10 (ຊຸມຊົນ)
  • ຈໍາປາສັກ: 21 (ຊຸມຊົນ)
  • ເຊກອງ: 3 (ຊຸມຊົນ)

ລາຍລະອຽດເພີ່ມເຕີມ: ກົດອ່ານຢູ່ນີ້ ໂຄວິດ-19 ວັນທີ 30 ຕຸລາ 2021