Home Blog Page 155

ແຜ່ນດິນໄຫວ 4 ຄັ້ງ ຕໍ່ເນື່ອງ ເຂດ ແຂວງໄຊຍະບູລີ

ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ລາຍງານວ່າ ພົບສັນຍານການເກີດແຜ່ນດິນໄຫວພາຍໃນ ປະເທດລາວ ໃນວັນທີ 29-30 ຕຸລາ 2021 ເວລາ 22:46 ຫາ 05:08 ໂມງ ຈໍານວນ 04 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ລາຍລະອຽດຂອງການເກີດ ແຜ່ນດິນໄຫວມີດັ່ງນີ້:

-ວັນທີ 29 ຕຸລາ 2021 ເວລາ 22:46:32 ໂມງຂອງໂມງທ້ອງຖິ່ນ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.317 ອົງສາເໜືອ ແລະ ເສັ້ນແວງທີ 101.374 ອົງສາຕາເວັນອອກ, ຄວາມແຮງສັ່ນສະເທືອນວັດແທກໄດ້ 1.8 ຣີກເຕີ ເຊິ່ງມີຄວາມເລິກຈາກ ໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ເມືອງ ໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກ ເທສະບານເມືອງໄຊສະຖານ ປະມານ 12 ກິໂລແມັດ.

-ວັນທີ 29 ຕຸລາ 2021 ເວລາ 22:51:15 ໂມງຂອງໂມງທ້ອງຖິ່ນໄດ້ພົບ ສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.312 ອົງສາເໜືອ ແລະ ເສັ້ນແວງທີ 101.486 ອົງສາຕາເວັນອອກ, ຄວາມແຮງ ສັ່ນສະເທືອນວັດແທກໄດ້ 1.6 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງໄຊສະຖານ ປະມານ 28 ກິໂລແມັດ.

-ວັນທີ 30 ຕຸລາ 2021 ເວລາ 02:03:28 ໂມງຂອງໂມງທ້ອງຖິ່ນໄດ້ພົບ ສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.527 ອົງສາເໜືອ ແລະ ເສັ້ນແວງທີ 101.329 ອົງສາຕາເວັນອອກ, ຄວາມແຮງ ສັ່ນສະເທືອນວັດແທກໄດ້ 4.7 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 3 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບ້ານເສົາດຽວ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນ ຫ່າງຈາກເທສະບານເມືອງໄຊສະຖານ ປະມານ 16 ກິໂລແມັດ.

-ວັນທີ 30 ຕຸລາ 2021 ເວລາ 05:08:06 ໂມງຂອງໂມງທ້ອງຖິ່ນໄດ້ພົບ ສັນຍານການເກີດແຜ່ນດິນໄຫວ ຈດສູນກາງເສັ້ນຂະໜານທີ 19.486 ອົງສາເໜືອ ແລະ ເສັ້ນແວງທີ 101.274 ອົງສາຕາເວັນອອກ, ຄວາມແຮງ ສັ່ນສະເທືອນວັດແທກໄດ້ 3.6 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 4 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ບ້ານສາມັກຄີ ເມືອງໄຊສະຖານ ແຂວງໄຊຍະບູລີ ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງ ຈາກເທສະບານເມືອງໄຊສະຖານ ປະມານ 11 ກິໂລແມັດ.

ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

ເມືອງປາກງື່ມຢືນຢັນ ບໍ່ມີການຍິງຂຶ້ນຟ້າ ໃນມື້ບຸນອອກພັນສາ

ອີງຕາມການໃຫ້ສໍາພາດຂອງ ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງ ເມືອງປາກງື່ມ ຜ່ານໂທລະພາບ ນະຄອນຫຼວງວັນທີ 27 ຕຸລາ 2021 ທີ່ຜ່ານມາວ່າ:

ພາຍຫຼັງໄດ້ຮັບເລື່ອງລາວທີ່ເກີດຂຶ້ນຢູ່ໄທ ຄືມີກຸ່ມພິສູດບັ້ງໄຟພະຍານາກ ຍື່ນຄໍາຮ້ອງຕໍ່ສະຖານທູດລາວປະຈໍາໄທ ພ້ອມທັງໄດ້ຮັບການຊີ້ນໍາຈາກນະຄອນຫຼວງວຽງຈັນ ຈຶ່ງໄດ້ ສົມທົບກັບຫຼາຍພາກສ່ວນ ເພື່ອລົງກວດສອບ ລົງເຮັດບົດບັນທຶກກັບແຕ່ລະບ້ານຄື: ບ້ານໜອງຂຽດ, ບ້ານປາກງື່ມ, ບ້ານນາກຸງ ແລະ ບ້ານໂດນເໜືອ ເຊິ່ງທັງໝົດພາກັນຢືນຢັນວ່າ ບໍ່ມີມູນຄວາມຈິງ ແລະ ຮັບປະກັນໄດ້.

ອີງຕາມ ທ່ານ ພັນໂທ ຄໍາສິງ ລໍວັນໄຊ ຮັກສາຫົວຫນ້າກອງບັນຊາການ ປກສ ເມືອງປາກງື່ມ ໃຫ້ຮູ້ວ່າ: ໃນໄລະຍະການລະບາດໂຄວິດ-19 ແລະ ໃນໄລຍະບຸນອອກພັນສາໄດ້ມີການຈັດການເວນຍາມ ຕະຫຼອດ 24 ຊົ່ວໂມງ ຕາມບ້ານແຄມຝັ່ງແມ່ນໍ້າຂອງ ທີ່ເຄີຍມີປະຊາຊົນມາຢ່າງໜາແໜ້ນ ເຊິ່ງໃນປີນີ້ມີລະບຽບຫ້າມ ເຂົ້າ-ອອກ ໃນບ້ານເຂດແຄມຝັ່ງແມ່ນ້ໍາຂອງ ເນື່ອງຈາກການລະບາດໂຄວິດ-19.

ອີກປະເດັນໜຶ່ງ ຄືການນໍາໃຊ້ອາວຸດໃນ ສປປ ລາວ ເປັນມາດຕະການເຂັ້ມງວດ ບໍ່ໄດ້ອະນຸຍາດໃຫ້ຍິງປືນຊະຊາຍ, ບໍ່ມີການຍິງປືນ ໃນງານບຸນປະເພນີຕ່າງໆ ເຊິ່ງຖືວ່າເປັນມາດຕະການລະບຽບຂອງກອງທັບ ຫາກໃຜລະເມີດຕ້ອງເຖິງຂັ້ນຕ້ອງປະຕິບັດວິໄນ, ໃສ່ລະບຽບກົດໝາຍ ແລະ ຈະຖືກໄລ່ອອກຈາກກອງບັນຊາການ.

ນອກຈາກນີ້ ທາງດ້ານ ປກສ ກຸ່ມ, ນາຍບ້ານທີ່ມີລາຍຊື່ ໃນເອກະສານຂອງເພຈພິສູດບັ້ງໄຟພະຍານາມ ກໍລ້ວນແຕ່ເຫັນວ່າບໍ່ມີຄວາມເປັນຈິງ.

ແຂວງບໍ່ແກ້ວ ກຳນົດເອົາສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍສະໜາມ

ບໍ່ແກ້ວ ກຳນົດເອົາສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍສະໜາມປົວຕິດເຊື້ອໂຄວິດ-19

ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງ ບໍ່ແກ້ວ ໃນວັນທີ 29 ຕຸລາ 2021 ອີງຕາມແຫຼ່ງຂໍ້ມູນ ພະແນກສາທາລະນະສຸກແຂວງ, ຫ້ອງວິເຄາະໂຮງໝໍແຂວງ ຫຼ້າສຸດນີ້, ໄດ້ກວດຕົວຢ່າງໃໝ່ ຈໍານວນ 472 ຕົວຢ່າງ, ພົບກໍລະນີຜູ້ຕິດເຊື້ອບວກໃໝ່ໃນຊຸມຊົນ 52 ຄົນ ຖືວ່າເປັນຕົວເລກທີ່ສູງ.

ຕາມການລາຍງານ ໃນນັ້ນແມ່ນຜູ້ຕິດເຊື້ອໃໝ່ທັງໝົດຢູ່ເມືອງຫ້ວຍຊາຍປະກອບມີ: ບ້ານປ່າອ້ອຍ 38 ຄົນ, ບ້ານນໍ້າງາວ 4 ຄົນ, ບ້ານໜອງຄຳ 3 ຄົນ, ບ້ານຫ້ວຍຊາຍເໜືອ 2 ຄົນ, ບ້ານອຸດົມ 5 ຄົນ, ບ້ານປາກງາວ 1 ຄົນ, ບ້ານໂພນໄຊ 1 ຄົນ, ບ້ານຫ້ວຍຊາຍໃຕ້ 1 ຄົນ. ປະຈຸບັນສູນທີ່ໃຊ້ປິ່ນປົວຜູ້ຕິດເຊື້ອແມ່ນມີຢູ່ 7 ແຫ່ງຄື: ໂຮງໝໍແຂວງ, ສູນປີ່ນປົວທະຫານແຂວງ, ສູນປີ່ນປົວມົກກະຈອກ, ໂຮງໝໍເມືອງຕົ້ນເຜີ້ງ, ໂຮງໝໍສະໜາມເມືອງປາກທາ, ໂຮງໝໍເມືອງຜາອຸດົມ ແລະ ໂຮງໝໍສະໜາມເຂດເສດຖະກິດພິເສດແຂວງບໍ່ແກ້ວ.

ແຕ່ຕໍ່ກັບສະພາບການດັ່ງກາວ ຄະນະສະເພາກິດແຂວງບໍ່ແກ້ວ ຈິ່່ງໄດ້ສືບຕໍ່ຂະຫຍາຍ ໂຮງໝໍສະໜາມເພີ່ມ ຢູ່ເມືອງຫ້ວຍຊາຍ ໂດຍກຳນົດເອົາສະໂມສອນໃຫຍ່ຂອງແຂວງ ບໍ່ແກ້ວ ເປັນໂຮງໝໍສະໜາມຄັ້ງທີ II ຈິ່ງໄດ້ພ້ອມກັນອອກແຮງງານລວມ ໂດຍການອານາໄມ, ປັດກວາດ, ຈັດຕຽງນອນ ໃຫ້ເປັນລະບຽບ ໂດຍນໍາໃຊ້ກຳລັງແຮງານຂອງຊາວໜຸ່ມຕະລຸ່ມບ່ອນ

ນຳໂດຍ ທ່ານ ນາງ ດວງຕາ ໄຊຍະຫົງ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍ່ແກ້ວ ເພື່ອກຽມຄວາມພ້ອມຮອບດ້ານໃນການຂະຫຍາຍສະຖານທີ່ປິ່ນປົວໃນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫລາຍ ໃນກໍລະນີ ທີ່ຜູ້ຕິດເຊື້ອລົ້ນໂຮງໝໍ, ຫຼຸດຜ່ອນຄວາມແອອັດ.

ເຊິ່ງຕອນນີ້ ທົ່ວແຂວງບໍ່ແກ້ວ ມີຜູ້ຕິດເຊື້ອສະສົມທັງໝົດຈໍານວນ 1.783 ຄົນ, ປິ່ນປົວຫາຍດີ 1.417 ຄົນ, ສືບຕໍ່ປິ່ນປົວປິ່ນປົວ 365 ຄົນ , ປິ່ນປົວດີໃໝ່ 10 ຄົນ, ເສຍຊີວິດສະສົມ 01 ຄົນ.

ຂໍ້ມູນ: ເສດຖະກິດການຄ້າ

ແຂວງສະຫວັນນະເຂດ ຈັດພິທີທໍາລາຍຢາເສບຕິດ

29/10/21 ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີທໍາລາຍຢາເສບຕິດ

ຢາເສບຕິດແມ່ນສິ່ງທ້າທາຍອັນໃຫຍ່ຫລວງທີ່ເປັນໄພອັນຕະລາຍຕໍ່ມວນມະນຸດ, ເປັນບໍ່ເກີດແຫ່ງການກໍ່ອາດຊະຍາກໍາ, ການສໍ້ລາດບັງຫລວງ, ກົດໜ່ວງຖ່ວງດຶ່ງການສ້າງສາພັດທະນາເສດຖະກິດ-ສັງຄົມ ສະນັ້ນ, ມາໃນຕອນເຊົ້າຂອງວັນທີ 29 ຕຸລາ 2021 ນີ້ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທໍາລາຍຢາເສບຕິດ ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ, ໃນວັນທີ 12 ຕຸລາ 2001 ຫາ 12 ຕຸລາ 2021 ໂດຍການເປັນທານຂອງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້້າແຂວງໆສະຫວັນນະເຂດ, ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານກະກຽມສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ, ທ່ານ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະບັນຊາ, ພະນັກງານຫລັກແຫລ່ງ, ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ, ທັງເປັນປະທານກະກຽມສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດໄດ້ໃຫ້ຮູວ່າ: ຄະນະພັກ, ອໍານາດການປົກຄອງແຂວງສະຫວັນນະເຂດ, ຮ່ວມກັບຄະນະກໍາມະການກວດກາ-ຄວບຄຸມຢາເສບຕິດ ແລະ ຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງ ໄດ້ຈັດພິທີສະເຫລີມສະຫລອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ ແລະ ພິທີທໍາລາຍຢາເສບຕິດທີ່ສານຕັດສິນຢ່າງເດັດຂາດ, ທັງນີ້ກໍເພື່ອສະແດງເຖິງເຈດຈໍານົງ ແລະ ການຮ່ວມມືຂອງສັງຄົມທີ່ພ້ອມຈິດພ້ອມໃຈໃນການຕໍ່ຕ້ານກັບບັນຫາຢາເສບຕິດ ເຊິ່ງເປັນໄພຮຸກຮານເຖິງການພັດທະນາເສດຖະກິດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລ ຄວາມໝັ້ນຄົງຂອງຊາດ. ຍ້ອນແນວນັ້ນໃນໄລຍະຜ່ານມາກໍ່ຄືປະຈຸບັນ ພັກ ແລະ ລັດຖະບານຈຶ່ງໄດ້ຖຶເອົາການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສໍາຄັນ ແລະ ໄດ້ຊີ້ນໍາ-ນໍາພາການຈັດຕັ້ງທີ່ກ່ຽວຂ້ອງປະຕິບັດວຽກງານຢ່າງຕັ້ງໜ້າ ແລະ ຈິງຈັງຕະຫລອດມາ.

ຕໍ່ກັບບັນຫາດັ່ງກ່າວພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມທຸກຊັ້ນຄົນໃນສັງຄົມເປັນຕົ້ນແມ່ນ ຊາວໜຸ່ມ, ເຍົາວະຊົນ ຜູ້ທີ່ເປັນໜໍ່ແໜງຂອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພຶດໄພ ແລະ ຜົນຮ້າຍຂອງຢາເສບຕິດ. ທ່ານຍັງໃຫ້ຮູ້ຕື່ມອີກວ່າ ໃນໄລຍະໜຶ່ງປີຜ່ານມາສູນບໍາບັດປິ່ນປົ່ວ ແລະ ພື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຫລັກ 26 ແຂວງສະຫວັນນະເຂດ ໄດ້ຮັບຜູ້ຕິດຢາເສບຕິດເຂົ້າປິ່ນປົ່ວທັງໝົດ 567 ຄົນ, ຍິງ 26 ຄົນ, ປິ່ນປົວຫາຍດີ ແລະ ກັບຄຶນສູ່ຄອບຄົວແລ້ວມີ 449 ຄົນ, ຍິງ 20 ຄົນ, ສາມາດສ້າງ ແລະ ຮັບຮອງປະກາດບ້ານເປັນບ້ານປອດຢາເສບຕິດໄດ້ 601 ບ້ານ, ໂຮງຮຽນປອດຢາເສບຕິດໄດ້ 1.407 ແຫ່ງ, ໃນນີ້ມີຊັ້ນປະຖົມສຶກສາ 1.182 ແຫ່ງ, ຊັ້ນມັດທະຍົມສຶກສາ 225 ແຫ່ງ; ໂຮງງານປອດຢາເສບຕິດໄດ້ 1 ແຫ່ງ, ໄລຍະໜຶ່ງປີຜ່ານມາສາມາດມ້າງຄະດີ ແລະ ຈັບກຸມຜູ້ກະທໍາຜິດຄ້າຂາຍຢາເສບຕິດໄດ້ທັງໝົດ 342 ລາຍ, ຜູ້ຖືກຫາ 592 ຄົນ, ຍິງ 53 ຄົນໃນນັ້ນມີຕ່າງປະເທດ 10 ຄົນ, ຢຶດຂອງກາງຄະດີປະເພດຢາບ້າໄດ້ 1.578.413 ເມັດ, ຢາໄອສ໌ 13 ຖົງໃຫຍ່ 8 ຖົງກາງ 144 ຖົງນ້ອຍ ແລະ 23 ຫລອດ, ກັນຊາແຫ້ງ 1.070 ແທ່ງກັບ 3 ກິໂລກຣາມ, ຢາເຄ 1 ຖົງນ້ອຍ, ໂຄເຄນ 0,7948 ກຣາມ ແລະ ໄດ້ຢຶດຊັບສິນປະເພດຕ່າງໆເຊັ່ນ: ພາຫະນະ, ສິ່ງປຸກສ້າງ, ອາວຸດ ແລະ ວັດຖຸມີຄ່າເປັນຈໍານວນຫລວງຫລາຍ. ສ່ວນຂອງກາງຄະດີປະເພດຢາເສບຕິດທີ່ສານຕັດສິນໃຊ້ໄດ້ຢ່າງເດັດຂາດ ທີ່ຈະນໍາອອກທໍາລາຍໃນມື້ນີ້ມີ: ຢາບ້າ 621.247 ເມັດ, ນໍ້າໜັກ 76,910 ກຣາມ, ຢາໄອສ໌ 1,014 ກຣາມ, ກັນຊາແຫ້ງ 590,515 ກຣາມ.

ນຳໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝໄວລຸ້ນໃນຂໍ້ຫາເປັນນັກເລງອັນທະພານ

ປກສ ກຸ່ມດົງໂດກ ນຳໃຊ້ມາດຕະການສຶກສາອົບຮົມ ແລະ ປັບໃໝໄວລຸ້ນໃນຂໍ້ຫາ ເປັນນັກເລງອັນທະພານ

ຕາມ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 26 ຕຸລາ 2021, ເວລາ 22:00 ໂມງ, ປກສ ກຸ່ມດົງໂດກ ສົມທົບກັບ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ອອກກວດກາລາດຕະເວນຕາມຂອບເຂດພື້ນທີ່ຮັບຜິດຊອບໄດ້ພົບເຫັນກຸ່ມໄວລຸ້ນ 11 ຄົນ, ຍິງ 3 ຄົນ ກໍາລັງລວມຕົວກັນກຽມກໍ່ອາລະວາດຕີກັນ ຢູ່ເສັ້ນທາງ 4 ແຍກບ້ານນາທົ່ມ ເມືອງໄຊທານີ ນວ, ເຈົ້າໜ້າທີ່ຈິ່ງໄດ້ເຂົ້າໄປສະກັດກັ້ນເຫດການພ້ອມຄຸມຕົວໄດ້ 7 ຄົນ, ມາຫ້ອງການ ປກສ ກຸ່ມ ເພື່ອສອບສວນ ສ່ວນອີກ 4 ຄົນໄດ້ເອົາຕົວຫຼົບໜີ.

ຜ່ານການສືບສວນ-ສອບສວນ ເບື້ອງຕົ້ນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ການມາເຕົ້າໂຮມຕົວກັນຢູ່ 4 ແຍກບ້ານນາທົ່ມ ແມ່ນມີຈຸດປະສົງນັດຕີກັບໄວລຸ້ນ ບ້ານນາໄຊ ເມືອງໄຊເສດຖາ ນວ, ໃນນັ້ນ, ອຸປະກອນທີ່ກຽມມາຄື ໄມ້ຄ້ອນທີ່ເປັນໂລຫະ ຈໍານວນ 2 ອັນ, ຍາວ 1 ແມັດແລະ ມິດນ້ອຍ 1 ດວງ, ແຕ່ໄວລຸ້ນບ້ານນາໄຊ ຍັງບໍ່ທັນມາ ເຈົ້າໜ້າທີ່ຈິ່ງໄດ້ກັກຕົວກ່ອນ ແລະ ນໍາຕົວມາຂຶ້ນມາ ຫ້ອງການ ປກສ ກຸ່ມດົງໂດກ ເພື່ອສຶກສາອົບຮົມ ໃສ່ລະບຽບການ ແລ້ວມອບໃຫ້ຜູ້ປົກຄອງໄປສຶກສາອົບຮົມຕື່ມ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງ ປະຊາຊົນລາວບັນດາເຜົ່າ ຈົ່ງເປັນເຈົ້າການໃນການຮັກສາຄວາມສະຫງົບ ແລະ ເອົາໃຈໃສ່ປ້ອງກັນ, ສະກັດກັ້້ນ, ການແຜ່ລະບາດພະຍາດໂຄວິດ-19 ຢ່າງເຂັ້ມງວດ ຖ້າພົບເຫັນເຫດການໃດ ທີ່ເປັນສາເຫດກໍ່ຄວາມບໍ່ສະຫງົບໃນສັງຄົມ ຫຼື ເປັນສາເຫດພາໃຫ້ມີການແຜ່ເຊື້ອພະຍາດໂຄວິດ-19 ແຈ້ງມາທີ່ເບີ 020 2889 9774 ຫຼື ທາງ ເຟັສບຸກ ປກສ ນວ.

ຕິດເຊື້ອໃໝ່ມື້ນີ້ +447 ຕິດເຊື້ອພາຍໃນ +432 ເຊິ່ງນະຄອນຫຼວງຍັງສູງສຸດ

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,588ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 447 ຄົນ (ຕິດເຊື້ອພາຍໃນ ມີ 432 ຄົນ ແລະ ຕິດເຊື້ອນໍາເຂົ້າ 15 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 432 ຄົນ ຈາກ 12 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 253 ຄົນ: ມາຈາກ 77 ບ້ານ, ໃນ 8 ເມືອງ

ເມືອງຈັນທະບູລີ ມີ 16 ບ້ານ (29 ຄົນ)

  • ທົ່ງຂັນຄໍາ    5
  • ຫ້ວຍຫົງ    4
  • ໜອງທາເໜືອ   2
  • ຂົວຫຼວງ     2
  • ຊຽງຍືນ      2
  • ດົງໝ້ຽງ     2
  • ຮ່ອງຄ້າ 2
  • ຫັດສະດີ    1
  • ສະຫ່ວາງ   1
  • ໜອງປີງ     1
  • ດົງປາແຫຼບ 1
  • ສີບຸນເຮືອງ  1
  • ໂພນສະຫ່ວາງ    1
  • ໂພນຕ້ອງສະຫວາດ    1
  • ໂຮງແຮມຊົວສະເຕ     1
  • ທົ່ງສາງນາງ 1
  • ມາປີ່ນປົວຢູ່ໂຮງໝໍມິດຕະພາບ   1

ເມືອງສີໂຄດຕະບອງ ມີ 11 ບ້ານ (16 ຄົນ)

  • ໂນນແກ້ວ   4
  • ອາກາດ      2
  • ດົງນາໂຊກໃຕ້     2
  • ນາຄຳ  1
  • ຈັນສະຫວ່າງ     1
  • ໂພນສົມບູນ 1
  • ເມືອງວາທາ 1
  • ນາເລົ່າ 1
  • ໂພນທັນ     1
  • ວຽງສະຫັວນ     1
  • ວັດໄຕນ້ອຍ  1

ເມືອງໄຊເສດຖາ ມີ 18 ບ້ານ (36 ຄົນ, ສະຖານທີ່ຄຸມຂັງ 3 ຄົນ)

  • ໂພນທັນ     7
  • ໂຊກຄຳ 5
  • ຈອມມະນີ   4
  • ໂນນຄໍ້ໃຕ້    2
  • ໂນນສະຫວ່າງ    2
  • ສົມສະຫງ່າ 2
  • ຮ່ອງແກ     2
  • ອາມອນ     2
  • ໂນນສະຫັວນ     1
  • ຝ້າຍ   1
  • ໜອງສ່າງທໍ່ 1
  • ຮ່ອງສຸພາບ  1
  • ຫົວຂົວ 1
  • ຊຽງດາ 1
  • ໂພນສະອາດ      1
  • ແສງສະຫວ່າງ    1
  • ຄຳສະຫວາດ     1
  • ບ້ານສີສັງວອນ    1

ເມືອງສີສັດຕະນາກມີ 11 ບ້ານ (17 ຄົນ)

  • ດົງສະຫວາດ     3
  • ດອນກອຍ   3
  • ສວນມອນ   2
  • ຫາຍໂສກ   2
  • ທົ່າກາງ      1
  • ສະພານທອງໃຕ້  1
  • ໂພນສະຫວັນ     1
  • ໂພນສີນວນ 1
  • ສະພານທອງ     1
  • ຈອມເພັດໃຕ້      1
  • ດອນນົກຂຸ້ມ 1

ເມືອງ ນາຊາຍທອງ ມີ 1 ບ້ານ (1 ຄົນ)

  • ນາຊອນ     1

ເມືອງໄຊທານີ ມີ 14 ບ້ານ (41 ຄົນ)

  • ສາຍນ້ຳເງິນ 9
  • ສະພັງເມິກ  7
  • ທ່າງ່ອນ     7
  • ໜອງພະຍາ 7
  • ດົງໂດກ 2
  • ພະຂາວ     1
  • ສະພັງຂະນົງ      1
  • ຈະເລີນໄຊ   1
  • ວຽງແກ້ວ    1
  • ໂພນສົມບູນ 1
  • ໂຄກສິວິໄລ   1
  • ສີວິໄລ  1
  • ຄຳຮຸ່ງ  1
  • ດອນຕີ້ວ     1

ເມືອງຫາດຊາຍຟອງ ມີ 6 ບ້ານ (16 ຄົນ)

  • ນາໄຫ 4
  • ສົມຫັວງເໜືອ    4
  • ສົມຫວັງໃຕ້ 3
  • ດົງໂພສີ      2
  • ດົງຄໍາຊ້າງ   2
  • ທ່າເດືອ່      1
  • ເມືອງ ສັງທອງ ມີ 1 ບ້ານ (1 ຄົນ)
  • ໄຮ້ໃຕ້  1

ຍັງສືບຕໍ່ເອົາຂໍ້ມູນ 5 ຄົນ

2.ຫຼວງພະບາງ, ມີ 54 ຄົນ ໃນ 18 ບ້ານ ແລະ 6 ເມືອງ

3.ບໍ່ແກ້ວ, ມີ 52 ຄົນ ໃນ 8 ບ້ານ ແລະ 1 ເມືອງ

4.ແຂວງວຽງຈັນ 23 ຄົນ

5.ສະຫວັນນະເຂດ, ມີ 18 ຄົນ

6.ຈໍາປາສັກ, ມີ 10 ຄົນ ໃນ 5 ບ້ານ ແລະ 3 ເມືອງ

  7.ສາລະວັນ, ມີ 10 ຄົນ ໃນ 4 ບ້ານ ແລະ 2 ເມືອງ

8.ຄໍາມ່ວນ, ມີ 7 ຄົນ

9.ອຸດົມໄຊ, ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

10.ຊຽງຂວາງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

11.ບໍລິຄໍາໄຊ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

12.ເຊກອງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ: ແຂວງໄຊຍະບູລີ 8 ຄົນ, ຈໍາປາສັກ 5 ຄົນ ແລະ ສະຫວັນນະເຂດ 2 ຄົນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 29 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 38,728 ຄົນ, ເສຍຊີວິດສະສົມ 61ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 639 ຄົນ, ກໍາລັງປິ່ນປົວ 6.769 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ ກໍລະນີທີ 60 ແລະ 61

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 29 ຕຸລາ 2021 ໃຫ້ຮູ້ວ່າ ສປປ ລາວ ມີຜູ້ເສຍຊີວິດໃໝ່ + 2 ຈາກໂຄວິດ-19 ເຊິ່ງລາຍລະອຽດຜູ້ເສຍຊີວິດໃໝ່ 2 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 42 ປີ, ອາຊີບ: ປະຊາຊົນ, ບ້ານສະກ້າ, ເມືອງໂພນໂຮງ, ແຂວງວຽງຈັນ

  • ປະຫວັດພະຍາດປະຈໍາຕົວ: ເປັນພະຍາດເລຶອດ 2 ປີ
  • ຜ່ານມາຍັງບໍ່ທັນໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 26 ຕຸລາ 2021 ເວລາ 19:00ໂມງ: ຜູ້ກ່ຽວເຂົ້າມາປີ່ນປົວ ຢູ່ໂຮງໝໍແຂວງ ດ້ວຍອາການຈືດມ້ານ, ຈ່ອຍຜອມ, ອິດເມື່ອຍຫລາຍ ເປັນໄດ້ຫລາຍມື້ແລ້ວ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ-19 ແລະ ຜົນກວດອອກມາ ແມ່ນພົບເຊື້ອ, ຈຶ່ງນຳສົ່ງເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ໂພນໂຮງແຂວງວຽງຈັນ
  • ໄລຍະນອນປິ່ນປົວຢູ່ໂຮງໝໍ 4 ວັນ (ນັບແຕ່ວັນທີ 26-28 ຕຸລາ 2021)
  • ວັນທີ 28 ຕຸລາ 2021 ເວລາ ~14:15 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.


ຜູ້ທີ 2:​
ເພດຊາຍ, ອາຍຸ 23 ປີ, ອາຊີບ: ຫວ່າງງານ, ບ້ານເມືອງນ້ອຍ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ

  • ບໍ່ມີພະຍາດປະຈໍາຕົວ
  • ຜ່ານມາໄດ້ຮັບການສັກຢາວັກຊີນ 01 ເຂັມ (ຊີໂນຟາມ)
  • ວັນທີ 28 ຕຸລາ 2021 ເວລາ 20:00 ໂມງ: ຜູ້ກ່ຽວໄດ້ເສຍຊີວິດ (ຢູ່ສະຖານທີ່ຄຸມຂັງ ເມືອງໄຊເສດຖາ) ແລະ ຜົນກວດພົບເຊື້ອພະຍາດໂຄວິດ (ຜົນກວດອອກໃນພາຍຫຼັງ)

ໄທ​ ສົນໃຈ ແລະ ຕ້ອງຊອກ​ຫາ​ວິ​ທີ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຈີນ-ລາວ

ຕາມການລາຍງານ ຂອງສຳນັກຂ່າວ CRI-FM93 ໃຫ້ຮູ້ວ່າ: ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ: ໄທ​ຕ້ອງຊອກ​ຫາ​ວິ​ທີ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຈີນ-ລາວ ​ໂດຍ​ໄວ ທາງ​ລົດ​ໄຟ​ຈີນ-ລາວ ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ປີ 2016, ຄາດ​ວ່າ​ຈະ​ເລີ່ມ​ເປີດ​ບໍ​ລິ​ການໃນ​ເດືອນ​ທັນ​ວາ​ປີ​ນີ້.

ຫວ່າງ​ມໍ່ໆ​ມາ​ນີ້, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ: ໄທ​ຕ້ອງ​ຊອ​ກ​ຫາ​ວິ​ທີ​ທີ່​ຈະ​ສາ​ມາດ​​ເຊື່ອ​ມ​ຈອດ​​ກັບ​ທາງ​ລົດ​ໄຟ​ຈີນ-ລາວໄດ້​ແນວ​ໃດ​ໂດຍ​ໄວ.

ໂດຍ​ສະ​ເພາະ​ໃນ​​ຂະ​ນະ​ທີ່​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-​ໄທ​ ມີ​ຄວາມ​ຄືບ​ໜ້າ​ຊ້າ​ລົງ, ກໍ​ອາດ​ຈະ​ສາ​ມາ​ດ​ປະ​ຕິ​ບັດ​ແຜນ​ວິ​ເຄາະ​ທາງ​ດ້ານ​ເສດ​ຖະ​ກິດເປັນ​ບຸ​ລິ​ມະ​ສິດ​ເພື່ອ​ສ້າງ​​ໂຄງການ​ເຊື່ອມ​ຈອດ​ລະ​ຫວ່າງ​ແຂວງ​ໜອງຄາຍປະ​ເທດ​ໄທ​ກັບ​​ນະ​ຄອນ​ຫຼວງວຽງ​ຈັນ​ປະ​ເທດ​ລາວ​ໂດຍຜ່ານ​ທາງ​ລົດ​ໄຟ​ຈີນ-ລາວ.

ໃນ​ຕໍ່​ໜ້າ, ​ນັກ​ທ່ອງ​ທ່ຽວ​ຈາກ​ແຂວງ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຈະ​ມີ​ທາງ​ເລືອກ​ຫຼາຍ​ທາງ​ໃນ​ການ​ໄປ​ທ່ຽວ​​ປະ​ເທດລາວ​ແລະ​ໄທ, ການ​ອອກ​ໄປ​ທ່ຽວ​ຢູ່​ຕ່າງ​ປະ​ເທດ​ດ້ວຍ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈະ​ແມ່ນ​​ທາງ​ເລືອກ​ທີ່​ເໝາະ​ສົມ.

ກ່ອນ​ໜ້າ​ນີ້, ຮອງ​ໂຄ​ສົກ​ຄະ​ນະ​ລັດ​ຖະ​ບານ​ໄທ​​ໄດ້ເຜີຍ​ໃຫ້​ຮູ້​ວ່າ: ທ່ານ ປ​ຣາ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ໄດ້​ມີ​ຄວາມ​ສົນ​ໃຈ​ຫຼາຍ​ແລະ​​ໄດ້​ໃຫ້​ການສະ​ໜັບ​ສະ​ໜູນ​ວຽກ​ງານ​ກະ​ກຽມ​ເປີດ​ບໍ​ລິ​ການ​ທາງ​ລົດ​ໄຟ​ຈີນ-ລາວ​ໃນ​ເດືອນ​ທັນ​ວາ​ປີ​ນີ້.

ລາຍງານໂຄວິດ-19 ວັນທີ 29 ຕຸລາ 2021

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 29 ຕຸລາ 2021 ໃຫ້ຮູ້ວ່າ:

ລາຍງານມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 447 ຄົນ

  • ນະຄອນຫຼວງ: 253 (ຊຸມຊົນ)
  • ຫຼວງພະບາງ: 54 (ຊຸມຊົນ)
  • ບໍ່ແກ້ວ: 52 (ຊຸມຊົນ)
  • ຊຽງຂວາງ: 1 (ຊຸມຊົນ)
  • ອຸດົມໄຊ: 2 (ຊຸມຊົນ)
  • ໄຊຍະບູລີ: 8 (ນໍາເຂົ້າ)
  • ວຽງຈັນ: 23 (ຊຸມຊົນ)
  • ບໍລິຄໍາໄຊ: 1 (ຊຸມຊົນ)
  • ຄໍາມ່ວນ: 7 (ຊຸມຊົນ)
  • ສາລະວັນ: 10 (ຊຸມຊົນ)
  • ສະຫວັນນະເຂດ: 20
    2(ນໍາເຂົ້າ)
    18 (ຊຸມຊົນ)
  • ຈໍາປາສັກ: 15
    5 (ນໍາເຂົ້າ)
    10 (ຊຸມຊົນ)
  • ເຊກອງ: 1 (ຊຸມຊົນ)

ລາຍລະອຽດພາຍຫຼັງຖະແຫຼງຂ່າວປະຈຳວັນ

Facebook ເປັນ Meta ເພື່ອປັບຕົວເຂົ້າສູ່ໂລກ Metaverse ເຕັມຕົວ

​ມີຂ່າວ​ລືມາ​ເປັນ​ເວ​ລາ​ຫຼາຍ​ມື້​ວ່າ Facebook ຈະປ່ຽນຊື່ບໍລິສັດ, ເຊິ່ງໃນມື້ນີ້ Mark Zuckerberg ກໍໄດ້ປະກາດຊື່ໃໝ່ອອກມາແລ້ວ ອອກມາເປັນ ‘Meta’ ໂດຍຊື່ນີ້ແມ່ນເກີດຂຶ້ນໃນວິດີໂອຖະແຫຼງເຖິງແນວທາງການນໍາພາຜູ້ໃຊ້ເຟສບຸກ ເຂົ້າໄປໃນໂລກຂອງ Metaverse ທີ່ບໍລິສັດກໍາລັງກະກຽມໄວ້ໃຫ້.

Zuckerberg ກ່າວວ່າ ຊື່ຂອງບໍລິສັດໄດ້ຖືກຜູກມັດເຂົ້າກັບໂປຣດັກຊັ່ນດຽວ ນັ້ນກໍຄືເຟສບຸກ, ເຖິງແມ່ນວ່າບໍລິສັດຈະມີໂປຣດັກຊັ່ນອີກຈໍານວນຫນຶ່ງໃນເຄືອ ເຊັ່ນ: Instagram ແລະ WhatsApp ຈຶ່ງຈໍາເປັນຕ້ອງປ່ຽນຊື່ເພື່ອໃຫ້ກວມໂປຣດັກຊັ່ນຕ່າງໆ ທີ່ກໍາລັງກ້າວໄປສູ່ໂລກໃໝ່ເຊັ່ນ Metaverse ຫຼາຍຂຶ້ນ.

ຢ່າງໃດກໍຕາມ, ການປ່ຽນຊື່ຄັ້ງນີ້ ມັນຍັງເປັນພຽງແຕ່ການປ່ຽນຊື່ສໍາລັບ ‘ບໍລິສັດ’ ເທົ່ານັ້ນ, ແຕ່ໂປຣດັກຊັ່ນຕ່າງໆ ການບໍລິການ ທີ່ເປັນສື່ສັງຄົມອອນລາຍ ຊື່ແອັບຕ່າງໆ ຍັງໃຊ້ຊື່ເກົ່າຕໍ່ໄປ.

Metaverse ຄືໂລກແຫ່ງໃໝ່ທີ່ ‘Meta’ ກໍາລັງຈະສ້າງຂຶ້ນມາ ໂດຍການເປີດຕົວໃນມື້ນີ້ Zuckerberg ແລະ ທີມງານໄດ້ສາຍພາບໃຫ້ເຫັນເຖິງການຍ້ານ ຄົນເຮັດວຽກຈາກໂລກທີ່ແທ້ຈິງ ມາເຮັດວຽກຮ່ວມກັນໃນໂລກທີ່ຄືກັບວ່າ ເຂົາເຈົ້າສາມາດພົວພັນກັນໄດ້ແທ້ໆ ແລະ ​ສ້າງ​ຄວາມ​ເປັນ​ໄປ​ໄດ້​ໃໝ່ໆ ຂຶ້ນມາ ​ໃນ​ແບບທີ່​ໂລກ​ທີ່​ແທ້​ຈິງ​​ຍັງ​ບໍ່​ສາ​ມາດ​ເຮັດ​ໄດ້​.

ຕະຫຼອດການນໍາສະເໜີຂອງທີມງານ Zuckerberg ຈຸດສໍາຄັນແມ່ນພະຍາຍາມສື່ສານວ່າໂລກ Metaverse ຈະເປັນສິ່ງທີ່ບໍລິສັດແຫ່ງນີ້ຈະສ້າງຂຶ້ນມາຢ່າງຈິງຈັງ ເຖິງແມ່ນວ່າເຕັກໂນໂລຊີທີ່ສາມາດສ້າງໂລກນີ້ ຈະຍັງຢູ່ໃນຂັ້ນຕອນການຄົ້ນຄວ້າກໍຕາມ.

ຂໍ້ມູນຈາກ: Facebook Reality Laps, Theverge