Home Blog Page 156

ຕຶກຂອງໂຮງໝໍເສດຖາທິຣາດ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນສ້າງສໍາເລັດແລ້ວ

ຕຶກສຸກເສີນ ແລະ ກວດເຂດນອກ ຂອງໂຮງໝໍເສດຖາທິຣາດ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນຖືກກໍ່ສ້າງສໍາເລັດແລ້ວ

ຕາມ Embassy of Japan in Laos ລາຍງານວ່າ: 27 ຕຸລາ, ພິທີມອບຮັບໂຄງການກໍ່ສ້າງ ແລະ ປັບປຸງໂຮງໝໍເສດຖາທິຣາດທີ່ແມ່ນໂຄງການສະໜັບສະໜຸນຈາກລັດຖະບານຍີ່ປຸ່ນໄດ້ຖືກຈັດຂຶ້ນທີ່ນະຄອນຫຼວງວຽງຈັນ. ໂຄງການດັ່ງ່ກາວໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນທີ່ມີມູນຄ່າທັງໝົດປະມານ 17 ລ້ານໂດລາສະຫະລັດ ໃນການກໍ່ສ້າງຕຶກສຸກເສີນ ແລະ ກວດເຂດນອກຂອງໂຮງໝໍເສດຖາທິຣາດ ແລະ ຍົກລະດັບອຸປະກອນການແພດໃຫ້ແກ່ໂຮງໝໍເສດຖາທິຣາດ ແລະ ໂຮງໝໍແຂວງຈໍາປາສັກ.

ໃນພິທີມອບຮັບ, ພະນະທ່ານ ເຄໂຊ ທາເກວາກະ, ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ກ່າວຊົມເຊີຍ ແລະ ຍິນດີຕໍ່ໝາກຜົນສໍາເລັດອັນສໍາຄັນຂອງໂຄງການດັ່ງກ່າວ. ພ້ອມດຽວກັນນັ້ນ, ພະນະທ່ານ ດຣ. ສະໜອງ ທອງສະນະ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ຫວັງນະຄອນ ດິດຕະພົງ, ຜູ້ອໍານວຍການໂຮງໝໍເສດຖາທິຣາດ ແລະ ທ່ານ ໂຕຊິໂອະ ຮິໂລເຊະ, ຫົວໜ້າອົງການໄຈກ້າປະຈໍາລາວ ກໍ່ໄດ້ກ່າວຍິນດີ ແລະ ຊົມເຊີຍ ໃນງານເຊັ່ນດຽວກັນ.

ເປົ້າໝາຍໂຄງການດັ່ງກ່າວນີ້ກໍ່ແມ່ນເພື່ອຍົກລະດັບສະພາບແວດລ້ອມດ້ານການແພດໃຫ້ແກ່ທັງສອງໂຮງໝໍເພື່ອຮັບປະກັນການເຂົ້າຮັບການບໍລິການການແພດທີ່ເໝາະສົມຂອງປະຊາຊົນໃນທ້ອງຖິ່ນ ແລະ ສ້າງໂອກາດໃຫ້ແພດໝໍ ແລະ ພະຍາບານໄດ້ຍົກລະດັບຄວາມສາມາດ ແລະ ທັກສະຂອງພວກເຂົາໂດຍການນໍາໃຊ້ອຸປະກອນການແພດທີ່ຖືກມອບ.ທ່ານທູດ ທາເກວາກະ ຍັງໄດ້ກ່າວຕື່ມອີກວ່າ:

“ພວກເຮົາຫວັງເປັນຢ່າງຍິ່ງວ່າການສະໜັັບສະໜຸນໃນຄັ້ງນີ້ຈະເປັນອີກໜຶ່ງກໍາລັງແຮງຊຸກຍູ້ການບັນລຸໜ້າທີ່ອັນສໍາຄັນຂອງໂຮງໝໍເສດຖາທິລາດ ແລະ ໂຮງໝໍແຂວງສະຫວັນນະເຂດ ແລະ ລວມໄປເຖິງການປິ່ນປົວຄົນເຈັບຈາກ Covid-19”.

ການຕິດເຊື້ອພາຍໃນເພີ່ມຂື້ນໃນແຕ່ລະວັນ ຈຳນວນຜູ້ເສຍຊີວິດຈາກໂຄວິດ-19 ກໍ່ເພີ່ມຂື້ນສູງ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 27 ຕຸລາ 2021 ໂດຍທ່ານນາງ ດຣ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:

ຄຽງຄູ່ກັບການຕິດເຊື້ອພາຍໃນຊຸມຊົນທີ່ເພີ່ມຂື້ນໃນແຕ່ລະວັນ ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ກໍ່ເພີ່ມຂື້ນສູງແບບກ້າວກະໂດດ ເຊັ່ນດຽວກັນ ເຫັນໄດ້ຈາກ ໃນຕົ້ນເດືອນຕຸລາ ມີຈຳນວນຜູ້ເສຍຊີວິດສະສົມ ຈາກພະຍາດດັ່ງກ່າວ 20 ຄົນ ມາຮອດວັນທີ 28 ຕຸລາ ຈຳນວນຜູ້ເສຍຊີວິດສະສົມ ແມ່ນ 59 ຄົນ.

ສາເຫດທີ່ຄົນເຈັບຕິດເຊື້ອ ແລ້ວກ້າວສູ່ຂັ້ນວິກິດ ແລະ ເສຍຊີວິດ ສ່ວນໜື່ງ ກໍ່ແມ່ນມີພະຍາດປະຈໍາຕົວ, ເປັນກຸ່ມຜູ້ສູງອາຍຸ ທີ່ສວ່ນໃຫຍ່ບໍ່ໄດ້ຮັບການສັກວັກຊິນ ແລະ ບາງຄົນຕິດເຊື້ອມາໄດ້ໄລຍະໜື່ງແລ້ວ ຈຶ່ງເຂົ້າມາປິ່ນປົວ.

ການມາປິ່ນປົວທີ່ໂຮງໝໍຊ້າ ສົ່ງຜົນໃຫ້ອາການຜູ້ກ່ຽວພັດທະນາສູ່ຂັ້ນວິກິດຢ່າງໄວວາຈົນເຖິງຂັ້ນເສຍຊີວິດໄດ້.

ສະນັ້ນ ຖ້າມີຄົນຕິດເຊື້ອໃນຊຸມຊົນຫຼາຍ ແລະ ລາມເປັນວົງກວ້າງໃນຫຼາຍບ້ານ ຈະເປັນຄວາມສ່ຽງແກ່ຜູ້ທີ່ມີພະຍາດປະຈໍາຕົວ ແລະ ຜູ້ສູງອາຍຸທີ່ສຸດ. ດັ່ງນັ້ນ, ຫາກທ່ານນອນຢູ່ໃນກຸ່ມສ່ຽງ ຫຼື ມີອາການ ຄວນຮີບຮ້ອນພົບແພດ ເພື່ອເກັບຕົວຢ່າງກວດ ເພື່ອສະກັດກັ້ນບໍ່ໃຫ້ອາການເຂົ້າຂັ້ນວິກິດ.

ປກສ ເມືອງຄໍາເກີດ ຈັບຜູ້ຄ້າຂາຍຢາເສບຕິດມາຂະຫຍາຍຜົນຈົນຈັບໄດ້ຕື່ມ

ຕາມການລາຍງານຂອງແຟນເພຈ ຂ່າວ ປກສ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 20 ຕຸລາ 2021 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມທົ່ງແຄະ ກັກຕົວ ທ້າວ ທັນ ອາຍຸ 47 ປີ, ຢູ່ບ້ານ ທົ່ງວຽງຄໍາ ເມືອງຄໍາເກີດ ໃນຂໍ້ຫາ ຄ້າຂາຍຢາເສບຕິດ (ຢາບ້າ) ພ້ອມຢຶດຂອງກາງ (ຢາບ້າ) ຈໍານວນ 1,919 ເມັດ ແລະ ໂທລະສັບ 02 ໜ່ວຍ ມາທໍາການສືບສວນ-ສອບສວນ ຜ່ານການສືບສວນ-ສອບສວນ ທ້າວ ທັນ ໄດ້ໃຫ້ການຮັບສາລະພາບວ່າ: ຜູ້ກ່ຽວແມ່ນໄດ້ເຄື່ອນໄຫວ ຄ້າຂາຍຢາເສບຕິດປະເພດຢາບ້າຢ່າງແທ້ຈິງ, ເລີ່ມຂາຍມາແຕ່ເດືອນ ມິຖຸນາ 2020 ຂາຍມາແລ້ວ 06 ຄັ້ງ, ຢາບ້າທີ່ຜູ້ກ່ຽວຊື້ມາຂາຍແຕ່ລະຄັ້ງແມ່ນໄດ້ໄປຊື້ນໍາ ທ້າວ ກ (ນາມສົມມຸດ) ຢູ່ບ້ານທົ່ງວຽງຄໍາ ເມືອງຄໍາເກີດ ຊື້ຈໍານວນ 05 ຄັ້ງ, ຄັ້ງລະ 01 ຖົງ, ລາຄາຖົງລະ 300,000 ກີບ (ສາມແສນກີບ) ໄດ້ຢາມາແລ້ວຜູ້ກ່ຽວກໍ່ໄດ້ເອົາໄປຂາຍໃຫ້ພວກໄວໜຸ່ມຈໍານວນຫຼາຍຄົນຢູ່ໃນເທດສະບານເມືອງ ຄໍາເກີດ, ລາຄາເມັດລະ 5,000 ກີບ (ຫ້າພັນກີບ) ຄັ້ງສຸດທ້າຍ ເວລາປະມານ 15 ໂມງ ຂອງວັນທີ 19 ຕຸລາ 2021 ຜູ້ກ່ຽວໄດ້ຍ່າງໄປຊື້ເຄື່ອງຍ່ອຍຢູ່ຮ້ານນາງ ຂັນດອກໄມ້ ບ້ານ ທົ່ງວຽງຄໍາ ເມືອງ ຄໍາເກີດ, ນາງຂັນດອກໄມ້ ໄດ້ຖາມຜູ້ກ່ຽວວ່າ: ຢາກຂາຍຢາບ້າບໍ ຜູ້ກ່ຽວຈຶ່ງຕອບວ່າຂາຍ ຈາກນັ້ນນາງ ຂັນດອກໄມ້ ຈຶ່ງໄດ້ຂາຍຢາບ້າໃຫ້ທ້າວ ທັນ ຈໍານວນ 10 ຖົງໃນລາຄາ 3,500,000 ກີບ ( ສາມລ້ານຫ້າແສນກີບ) ແຕ່ບໍທັນຈ່າຍເງີນ, ຖ້າຂາຍໝົດແລ້ວຈື່ງຈ່າຍເງີນຕາມພາຍຫຼັງ, ເເລ້ວຜູ້ກ່ຽວກໍ່ໄດ້ນໍາຢາບ້າຈໍານວນດັ່ງກ່າວໄປຂາຍໃຫ້ໄວໜຸ່ມຈໍານວນຫຼາຍຄົນ ຢູ່ກຸ່ມທົ່ງແຄະແລ້ວຈໍານວນ 19 ເມັດ, ຍັງເຫຼືອ 1,919 ເມັດ.

ມາຮອດເວລາປະມານ 08 ໂມງ ຂອງວັນທີ 20 ຕຸລາ 2021 ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງຄໍາເກີດກັກຕົວມາສືບສວນ-ສອບສວນ ຮອດເວລາປະມານ 16 ໂມງຂອງວັນດຽວກັນເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ຈື່ງໄດ້ສົມທົບກັບເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງເຂົ້າກວດຄົ້ນເຮືອນ ຂອງນາງຂັນດອກໄມ້ ຕາມການຊັກທອດຂອງທ້າວທັນ ພົບເຫັນຢາບ້າຈໍານວນ 05 ມັດ, ມີ 10,000 ເມັດ ແລະ ປຶນສັ້ນ 01 ກະບອກ ພ້ອມກັກຕົວນາງຂັ້ນດອກໄມ້ ມາດໍາເນີນການສືບສວນ-ສອບສວນເຊີ່ງຜູ້ກ່ຽວໄດ້ໃຫ້ການຊັດທອດຫາພັກພວກທີ່ຮ່ວມຂະບວນການຕື່ມອີກ, ປະຈຸບັນເຈົ້າໜ້າທີ່ຕໍາຫຼວດພວມສືບຕໍ່ຂະຫຍາຍຜົນເພື່ອນໍາຈັບຕົວກຸ້ມແກ້ງຮ່ວມຂະບວນການດຽວກັນມາດໍາເນີນຄະດີຕາມກົດໝາຍໃນຂັ້ນຕໍ່ໄປ.

ມອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະສຳພາວຸດປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ

ກະຊວງແຮງງານ ແລະສະຫວັດດີການສັງຄົມ ມອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະສຳພາວຸດປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ

ຕາມການລາຍງານ ຂອງ Lao National Radio ໃຫ້ຮູ້ວ່າ: ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ກະຊວງແຮງງານ ແລະສະຫວັດດີການສັງຄົມ ມອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະສຳພາວຸດທີ່ປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດ ໃນຕອນເຊົ້າວັນທີ 28 ຕຸລາ 2021, ທີ່ຫໍພິພິດທະພັນປະຫວັດສາດກອງທັບ ໂດຍການເຂົ້າຮ່ວມຂອງທ່ານນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫ່ຍການເມືອງກອງທັບ ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີທ່ານ ໂຈມແຍງ ແພງທອງສະຫວັດ, ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ຊີ້ໃຫ້ເຫັນວ່າ: ລາວ ເປັນປະເທດທີ່ຖືກຖີ້ມລະເບີດໜັກໜ່ວງທີ່ສຸດໃນໂລກເມື່ອສະເລ່ຍໃສ່ຫົວຄົນ, ໄລຍະສົງຄາມອິນດູຈີນ ລະຫວ່າງ ປີ 1964 ເຖິງ 1973 ສປປ ລາວກາຍເປັນສະໝໍລະພູມສູ້ຮົບທາງພາກພື້ນດິນ ແລະ ທາງອາກາດຢ່າງຮ້າຍແຮງ, ຈັກກະພັດອາເມລິກາໄດ້ນໍາໃຊ້ຍົນມາຖີ້ມລະເບີດ ລົງໃສ່ດິນແດນຂອງ ສປປ ລາວ ຈໍານວນ 580,000 ຖ້ຽວບິນ ໃນທຸກໆ 8 ນາທີ່ຕະຫຼອດ 24 ຊົ່ວໂມງ ເປັນເວລາ 9 ປີ, ມີລະເບີດຖືກຖີ້ມຫຼາຍກວ່າ 2 ລ້ານໂຕນ ໃນນັ້ນມີລະເບີດລູກຫວ່ານ ຫຼາຍກວ່າ 270 ລ້ານໜ່ວຍ ແລະ ຄາດວ່າມີປະມານ 30% ຫຼື 80 ລ້ານໜ່ວຍ ຂອງລະເບີດດັ່ງກ່າວຍັງບໍ່ທັນແຕກ ເປັນເນື້ອທີ່ 87,000 ກິໂລຕາແມັດ ທີ່ເປັນອຸປະສັກອັນໃຫຍ່ຫຼວງໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດຈົນຮອດທຸກມື້ນີ້, ສະນັ້ນຈຸດປະສົງໃນການມອບລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະສຳພາວຸດທີ່ປອດທາດແຕກ ໃຫ້ກະຊວງປ້ອງກັນປະເທດໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນການວາງສະແດງຢູ່ຫໍພິທິທະພັນກອງທັບປະຊາຊົນລາວ ກໍ່ຄືການສຶກສາຮຽນຮູ້ ປູກຈິດສໍານຶກກ່ຽວກັບການຕໍ່່ສູ້ອັນພິລາດອາດຫານຂອງກອງທັບປະຊາຊົນປະຕິວັດລາວ.

ທ່ານ ໂຈມແຍງ ແພງທອງສະຫວັດ ໃຫ້ຮູ້ຕື່ມວ່າ: ລູກລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ສຳພາວຸດທີ່ປອດທາດແຕກທີ່ມອບໃຫ້ຫໍພິທິທະພັນປະຫວັດສາດກອງທັບປະຊາຊົນລາວ, ກະຊວງປ້ອງກັນປະເທດ ໃນຄັ້ງນີ້ປະກອບມີລູກບົ່ມໃຫ່ຍ, ບົ່ມບີ, ລູກປືນຄົກ, ລູກປືນໃຫຍ່, ລູກຈະຫຼວດ, ສໍາພະວຸດອື່ນໆອີກຈໍານວນ 14 ລາຍການ ນອກຈາກນີ້, ຍັງໄດ້ມອບຂໍ້ມູນທີ່ຄໍາຄັນ ແລະຈໍາເປັນຈໍານວນໜຶ່ງເຊັ່ນ: ແຜນທີ່ການຖິ້ມລະເບີດຂອງ ສ. ອາເມລິກາ, ແຜ່ນປ້າຍໂຄສະນາກ່ຽວກັບລະເບີດລູກຫວ່ານ, ແຜນທີ່ປະຕິບັດງານຂອງອົງການປະຕິບັດງານເພື່ອມະນຸດສະທໍາ ແກ້ໄຂບັນຫາລູກລະເບີດບໍ່ທັນແຕກ, ແຜ່ນປ້າຍໂຄສະນາສຶກສາຄວາມສ່ຽງໄພຈາກລູກລະເບີດບໍ່ທັນແຕກ, ຟິມວີດີໂອ ກ່ຽວກັບການສົ່ງເສີມການແກ້ໄຂບັນຫາ ລບຕ ແລະ ຂໍ້ມູນກ່ຽວກັບການຖິ້ມລະເບີດຂອງ ສ.ອາເມລິກາຢູ່ ສປປ ລາວ. ໃນຕໍ່ໜ້າຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ກະຊວງແຮງງານ ແລະສະຫວັດດີການສັງຄົມ ຈະສືບຕໍ່ປະສານສົມທົບກັບອົງການປະຕິບັດແກ້ໄຂບັນຫາລະເບີດບໍ່ທັນແຕກ ໂດຍສະເພາະແມ່ນໂຄງການເກັບກູ້ລະເບີດແຫ່ງຊາດ ເພື່ອຊອກ ແລະ ແກ້ໄຂລະເບີດລະເບີດບໍ່ທັນແຕກທີ່ຕົກຄ້າງມອບໃຫ້ແກ່ ຫໍພິທິທະພັນປະຫັວດສາດກອງທັບຕື່ມອີກ.

ຂໍ້ມູນຜູ້ຕິດເຊື້ອໃໝ່ ຢູ່ແຕ່ລະບ້ານ, ເມືອງ ຂອງແຕ່ລະແຂວງທົ່ວປະເທດ

ຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 28 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ຕິດເຊື້ອໃໝ່ +530 ໃນນັ້ນຕິດເຊື້ອພາຍໃນ +528 ແລະ ຕິດເຊື້ອນຳເຂົ້າ +2 ຄົນ

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 528 ຄົນ ຈາກ 12 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

1.ນະຄອນຫຼວງ 306 ຄົນ: ມາຈາກ 126ບ້ານ, ໃນ 8 ເມືອງ

ເມືອງຈັນທະບູລີ ມີ 15 ບ້ານ (27 ຄົນ)

  • ສີບຸນເຮືອງ 6
  • ສີຫອມ    5
  • ດອນແດງ 2
  • ໜອງທາເໜືອ 2
  • ທົ່ງຂັນຄຳ  2
  • ຮ່ອງແຊງ  1
  • ໜອງທາໃຕ້     1
  • ດົງໝ້ຽງ   1
  • ໂພນຕ້ອງຈອມມະນີ 1
  • ຮ່ອງຄ້າ    1
  • ສີສະຫວາດ     1
  • ໂພນສະຫວ່າງ  1
  • ຫ້ວຍຫົງ  1
  • ດົງປ່າແຫລບ   1
  • ບໍ່ນາງງົວ   1

ເມືອງສີໂຄດຕະບອງ ມີ 27 ບ້ານ (54 ຄົນ)

  • ດົງນາໂຊກໃຕ້    7
  • ໜອງດ້ວງທົ່ງ   4
  • ຈັນສະຫວ່າງ    4
  • ສີໄຄທົ່ງ    4
  • ໜອງໝ້ຽວ     3
  • ໂພນສົມບູນ     3
  • ໃໝ່  3
  • ດົງນາໂຊກເໜືອ 2
  • ໂນນແກ້ວ  2
  • ອາກາດ    2
  • ນາເລົ່າ     2
  • ໜອງບົວທອງ  2
  • ຫນອງແຕ່ງເໜືອ    2
  • ໜອງບົວທອງໃຕ້     1
  • ສີຊົມຊື່ນ   1
  • ປາກທ້າງ  1
  • ຫນອງບຶກໃຕ້   1
  • ໜອງບົວທອງເໜືອ  1
  • ສີບຸນເຮືອງ 1
  • ຕາດທອງ  1
  • ຫຼັກຫີນ    1
  • ໂນນສະຫວ່າງ  1
  • ດົງນາທອງ 1
  • ຈຳປາ 1
  • ນາຄໍາ 1
  • ຫນອງດ້ວງໃຕ້  1
  • ຫນອງດາ 1

ເມືອງໄຊເສດຖາ ມີ 20 ບ້ານ (42 ຄົນ ແລະ ສະຖານທີ່ຄຸມຂັງ 4​ ຄົນ)

  • ຈອມມະນີ 6
  • ຊຽງດາ     5
  • ຮ່ອງແກ   4
  • ໂນນສະຫວ່າງ  3
  • ດົງຈອງ    3
  • ໂຊກນ້ອຍ  2
  • ໂຊກຄຳ     2
  • ຄຳສະຫວາດ    2
  • ໂນນຫວາຍ      2
  • ວັງຊາຍ    2
  • ໂພນທັນ   2
  • ໂນນສະຫວັນ   1
  • ຊຳເຄ 1
  • ສະພັງໝໍ້  1
  • ໂພນປ່າເປົ້າ     1
  • ໂພນສະຫວ່າງ  1
  • ໄຮຄຳ 1
  • ແສງສະຫ່ວາງ  1
  • ຂາມງອຍ  1
  • ເມືອງນ້ອຍ 1

ເມືອງສີສັດຕະນາກມີ 18 ບ້ານ (68 ຄົນ)

  • ສ້າງເຫວີຍ 11
  • ທ່າພະລານໄຊ  8
  • ດອນກອຍ 7
  • ໂພນປ່າເປົ້າ     6
  • ທົ່ງກາງ    6
  • ທົ່ງພານທອງ   4
  • ທາດຂາວ  4
  • ໂພນສີນວນ     3
  • ໂພນສະຫວ່າງ  3
  • ສະພານທອງ   3
  • ສະພານທອງເໜືອ   3
  • ວັດນາກ    3
  • ຢູ່ຫໍພັກ 103    2
  • ດອນນົກຂຸ້ມ     1
  • ໂພນສະຫວັນໃຕ້     1
  • ຫາຍໂສກ  1
  • ຫນອງຈັນ 1
  • ຈອມເພັດໃຕ້    1

ເມືອງນາຊາຍທອງ ມີ 13 ບ້ານ (23 ຄົນ)

  • ນ້ຳກ້ຽງ     4
  • ໂພສີ  4
  • ນາສ້ຽວ    3
  • ດົງຫລວງ  2
  • ແຈ້ງສະຫວ່າງ  2
  • ຫ້ວຍນ້ຳເຢັນ    1
  • ດົງຊຽງດີ   1
  • ອ່າງນ້ຳຫຸມ      1
  • ອີ່ໄລເໜືອ 1
  • ສົງເປືອຍ   1
  • ສີວິໄລ 1
  • ປັກແຮດ   1
  • ນາທ່ອນ   1

ເມືອງໄຊທານີ ມີ 20 ບ້ານ (35 ຄົນ)

  • ດົງໂດກ     8
  • ທ່ານາກ   3
  • ໜອງພະຍາ    3
  • ຕານມີໄຊ  3
  • ດົງຫມາກຄາຍ  2
  • ຊ້າງຄູ້ 2
  • ນາເເຄ     1
  • ໂຄກໃຫຍ່  1
  • ວຽງແກ້ວ  1
  • ດອນຕີ້ວ   1
  • ດອນໜູນ  1
  • ສະເພັງມຶກ 1
  • ລາດຄວາຍ 1
  • ຄຳຮຸ່ງ 1
  • ສີວິໄລ 1
  • ສາມສະອາດ    1
  • ໂນນທອງ  1
  • ໂພນງາມ  1
  • ນາທົ່ມ     1
  • ນາສາລາ   1

ເມືອງຫາດຊາຍຟອງ ມີ 10 ບ້ານ (30 ຄົນ)

  • ຫນອງໄຮ  8
  • ດົງໂພສີ    7
  • ຫ້ອມໃຕ້   3
  • ສົມຫວັງໃຕ້      3
  • ຫນອງແຫ້ວ    2
  • ສະຫວ່າງ  2
  • ດົງຄໍາຊ້າງ 2
  • ສົມສະນຸກ 1
  • ທ່າມວ່ງ    1
  • ດອນດູ່     1

ເມືອງ ສັງທອງ ມີ 3 ບ້ານ (14 ຄົນ)

  • ໄຮ່ໃຕ້ 8
  • ຫີນສີວ    5
  • ຫ້ວຍຄຳ   1

ຍັງສືບຕໍ່ເກັບກຳຂໍ້ມູນລະອຽດຕື່ມອີກ 9 ຄົນ

    2.ບໍ່ແກ້ວ, ມີ 82 ຄົນ ໃນ 12 ບ້ານ ແລະ 2 ເມືອງ

    3.ຫຼວງພະບາງ, ມີ 44 ຄົນ ໃນ 24 ບ້ານ ແລະ 6 ເມືອງ

    4.ຄໍາມ່ວນ, ມີ 30 ຄົນ ໃນ 7 ບ້ານ ແລະ 1 ເມືອງ

    5.ໄຊສົມບູນ, ມີ 21 ຄົນ ໃນ 2 ບ້ານ ແລະ 2 ເມືອງ

    6.ຈໍາປາສັກ, ມີ 13 ຄົນ ໃນ 9 ບ້ານ ແລະ 3 ເມືອງ

    7.ວຽງຈັນ, ມີ 10 ຄົນ ໃນ 9 ບ້ານ ແລະ 3 ເມືອງ

    8.ບໍລິຄໍາໄຊ, ມີ 11 ຄົນ ໃນ 3 ບ້ານ ແລະ  3 ເມືອງ

    9.ອຸດົມໄຊ, ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ

10.ສະຫວັນນະເຂດ, ມີ 6 ຄົນ ໃນ 6 ບ້ານ ແລະ 3 ເມືອງ

11.ເຊກອງ, ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

12.ຜົ້ງລາລີ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: ທັງສອງ ຈາກແຂວງຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 28 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 38,281 ຄົນ, ເສຍຊີວິດສະສົມ 59ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 759 ຄົນ, ກໍາລັງປິ່ນປົວ 6,777 ຄົນ.

ເຊິ່ງໃນບົດລາຍງານ ທ່ານ ນາງ ດຣ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ກ່າວຕື່ມວ່າ: ສະພາບການລະບາດ ໃນສປປ ລາວ ຂອງພວກເຮົາ ຍັງຄົງໜ້າເປັນຫ່ວງ ໂດຍສະເພາະ ການລະບາດພາຍໃນ ຢູ່ນະຄອນຫຼວງວຽງຈັນ ທີ່ຍັງສືບຕໍ່ມີທ່າອ່ຽງເພິ່ມຂຶ້ນໃນແຕ່ລະວັນ ຢູ່ໃນຫຼາຍບ້ານ, ຫຼາຍເມືອງ ແລະ ຫຼາກຫຼາຍອາຊີບ ເຊິ່ງເຫັນໄດ້ຈາກ ມີລາຍງານຕົວເລກຜູ້ຕິດເຊື້ອຫຼາຍຮ້ອຍຄົນພາຍໃນມື້ດຽວ. ນອກຈາກນັ້ນ ແຂວງທີ່ບໍ່ມີລາຍງານຕົວເລກຜູ້ຕິດເຊື້ອມາດົນ ເຊັ່ນແຂວງຜົ້ງສາລີ ມື້ນີ້ກໍ່ພົບວ່າ ມີລາຍງານຜູ້ຕິດເຊື້ອພາຍໃນແລ້ວ ເຊິ່ງຜູ້ກ່ຽວກໍ່ແມ່ນມີປະຫວັດເດີນທາງມາຈາກນະຄອນຫຼວງວຽງຈັນ.

ການກໍ່ສ້າງຂົວນໍ້າພະນາຍ 3 ມີຄວາມຄືບໜ້າໃກ້ຈະສໍາເລັດແລ້ວ!

ການກໍ່ສ້າງຂົວນໍ້າພະນາຍ 3 ມີຄວາມຄືບໜ້າໃກ້ຈະສໍາເລັດ ແລະ ເປີດນໍາໃຊ້ໃນອີກບໍ່ດົນນີ້

ຂົວນໍ້າພະນາຍ 3 ມີ ທີ່ຕັ້ງ ຢູ່ບ້ານເກິນກາງ, ເມືອງທຸລະຄົມ, ແຂວງວຽງຈັນ ເສັ້ນທາງແຕ່ 3 ແຍກຄຸ້ມໝື່ນໝັ້ນ ລັດໄປໃສ່ທາງໜ້າທະນາຄານສົ່ງເສີມກະສິກໍາ ໜ່ວຍບໍລິການເມືອງທຸລະຄົມ, ໂດຍຜ່ານທາງຫລັງຂອງສໍານັກງານປົກຄອງເມືອງ ຮັບເໝົາໂດຍ ບໍລິສັດ ຟ້າໃສ ການຊ່າງ ກໍ່ສ້າງຂົວທາງ ແລະ ເຄຫາສະຖານ ຈໍາກັດ, ເລີ່ມລົງມືກໍ່ສ້າງ ວັນທີ 24 ກັນຍາ 2021 ເປັນຕົ້ນມາ ໂດຍການເຫັນດີເຫັນພ້ອມຂອງພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນຊາວເມືອງ, ຈຸດປະສົງຂອງການກໍ່ສ້າງຂົວດັ່ງກ່າວນີ້ ເພື່ອຫລຸດຜ່ອນການສັນຈອນແອອັດ, ເຮັດໃຫ້ການເດີນທາງມີຄວາມສະດວກສະບາຍຂຶ້ນກວ່າເກົ່າ, ເປັນຂົວສໍາຮອງໃຊ້ສະເພາະລົດເບົາທີ່ນໍ້າໜັກບໍ່ເກີນ 8 ໂຕ່ນ, ມີຮາວເຫຼັກທັງສອງຟາກຂ້າງ ແລະ ຮາວກັ້ນລວງສູງ 3 ຈຸດ, ຄວາມຍາວ 33 ແມັດ, ກວ້າງ 4 ແມັດ, ເປັນຂົວເກົ່າທີ່ສະມັດຕະພາບຍັງໃຊ້ງານໄດ້ດີ ໄດ້ຜ່ານການກວດກາເຕັກນິກມາດຖານ ແລະ ຄຸນນະພາບຈາກ ຂະແໜງໂຍທາທິການ ແລະ ຂົນສົ່ງ, ສໍາລັບຊິ້ນສ່ວນອຸປະກອນຂອງຂົວທີ່ບໍ່ພຽງພໍ ແມ່ນໄດ້ຮັບການສະໜອງຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ, ຂົວແຫ່ງນີ້ຈະກາຍເປັນຂົວອະນຸລັກຮູບແບບຂົວເບເລ່ ເປັນອະນຸສອນໄປອີກຍາວນານ.

ຕາມການລາຍງານຂອງ ທ່ານ ພົມມະສອນ ວົງໄຊ ປະທານບໍລິສັດຮັບເໝົາໃຫ້ຮູ້ວ່າ ພາຍຫລັງໄດ້ຮັບຂໍ້ຕົກລົງອະນຸມັດ ແລະ ໃບສັ່ງວຽກແລ້ວ ຕົນເອງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານວິຊາການຂອງບໍລິສັດ ຮີບຮ້ອນເລັ່ງມືປະຕິບັດທຸກໜ້າວຽກຕາມແບບໂຄງສ້າງ, ຕາມເຕັກນິກ ແລະ ຕາມວິຊາສະເພາະ ເຖິງວ່າຈະມີຄວາມຫຍຸ້ງຍາກບາງວຽກ ກໍ່ໄດ້ອົດທົນຜ່ານຜ່າຈຶ່ງເຮັດໃຫ້ວຽກງານສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້, ລວມໄລຍະເວລາກໍ່ສ້າງ-ປະກອບຂົວ 33 ວັນ, ນອກຈາກນັ້ນສໍາລັບວຽກເພີ່ມເຕີມທີ່ບໍ່ນອນຢູ່ໃນສັນຍາ ເຊັ່ນ: ວຽກອະນາໄມອ້ອມກໍາແພງສໍານັກງານປົກຄອງເມືອງ, ອະນາໄມທາງຮ່ອມ, ເຫຼົ່າທາງ ແລະ ລວງຮ່ອງ ນໍ້າລະບາຍແຄມທາງແມ່ນເປັນການປະກອບສ່ວນຊ່ວຍເຫຼືອລ້າ, ພາຍໃຕ້ການຕິດຕາມຊຸກຍູ້ຊີ້ນໍາຢ່າງຕໍ່ເນື່ອງຂອງວິຊາການຂະແໜງໂຍທາທິການ ແລະ ຂົນສົ່ງ, ການນໍາເມືອງ ແລະ ພາກສ່ວນກ່ຽວຂ້ອງ, ປະຊາຊົນໃກ້ຄຽງກໍ່ເຫັນດີສະໜັບສະໜູນ, ຕື່ນຕົວຫຍັບຍ້າຍສິ່ງກີດຂວາງ ຈຶ່ງເຮັດໃຫ້ການກໍ່ສ້າງດໍາເນີນໄປດ້ວຍດີ ແລະ ວຽກງານມີຄວາມຄືບໜ້າວ່ອງໄວຕາມແຜນການ; ໂອກາດທີ່ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ແລະ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງທຸລະຄົມ ໄດ້ລົງໄປຕິດຕາມຊຸກຍູ້, ກວດກາ ແລະ ໃຫ້ທິດຊີ້ນໍາຕໍ່ບໍລິສັດຮັບເໝົາ.

ໃນວັນທີ 27 ຕຸລາ 2021 ນີ້ ທ່ານ ພົມມະສອນ ວົງໄຊ ປະທານບໍລິສັດ ໄດ້ລາຍງານໜ້າວຽກທີ່ຍັງຄ້າງເລັກນ້ອຍອີກຈໍານວນໜຶ່ງທີ່ຈະຕ້ອງໄດ້ເລັ່ງລົງມືຈັດຕັ້ງປະຕິບັດໃຫ້ສໍາເລັດໂດຍໄວ ເປັນຕົ້ນ: ວຽກອະນາໄມ, ທາສີ ແລະ ຄວາມຮຽບຮ້ອຍດ້ານອື່ນໆ ເຊິ່ງຄາດວ່າການຈັດພິທີເປີດ-ມອບຮັບ ຈະມີຂຶ້ນໃນອີກບໍ່ດົນນີ້ຕາມຄວາມພ້ອມຂອງການນໍາເມືອງ, ທ່ານເຈົ້າເມືອງ ແລະ ຮອງເຈົ້າເມືອງທຸລະຄົມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ທ່ານ ພົມມະສອນ ວົງໄຊ ທີ່ໄດ້ມີຄວາມຮັບຜິດຊອບສູງ ເອົາໃຈໃສ່ປະຕິບັດທຸກໜ້າວຽກຢ່າງເປັນເຈົ້າການ ຈົນເຮັດໃຫ້ວຽກງານສໍາເລັດຕາມເວລາທີ່ກໍານົດ ແລະ ສືບຕໍ່ປະຕິບັດວຽກຄ້າງຄາໃຫ້ສໍາເລັດໃນເວລາອັນຄວນ ເພື່ອໃຫ້ໄດ້ຈັດພິທີມອບຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນອີກບໍ່ດົນນີ້.

ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ

ລາຍງານໂຄວິດ-19 ວັນທີ 28 ຕຸລາ 2021 ບໍ່ມີລາຍງານຜູ້ເສຍຊີວິດໃໝ່

ຕາມການລາຍງານ ຂອງແຟນເພຈ ສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງຖະແຫຼງຂ່າວປະຈຳວັນ.

ຕົ້ນເຫດການເກີດອັກຄີໄພ ຢູ່ບ້ານຮ່ອງໄກ່ແກ້ວ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 20:30 ໂມງ ວັນທີ 25 ຕຸລາ 2021 ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າ: ມີເຫດໄຟໄໝ້ເຮືອນປະຊາຊົນ, ຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນວ, ຫຼັງຈາກໄດ້ຮັບແຈ້ງ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ນະຄອນຫຼວງວຽງຈັນ ກໍ່ໄດ້ກຽມຄວາມພ້ອມ ກຳລັງພົນ ແລະ ພາຫະນະ ພ້ອມທັງປະສານສົມທົບກັບ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ, ອອກໄປຫາຈຸດເກີດເຫດ ໂດຍມີ ລົດມອດໄຟ 3 ຄັນ, ໃຊ້ເວລາປະມານ 1 ຊົ່ວໂມງ ຈື່ງສາມາດດັບມອດໄຟໄດ້.

ພັທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານ ອັກຄີໄພ ນວ ໃຫ້ຮູ້ວ່າ: ເຮືອນຫຼັງທີ່ເກີດເຫດດັ່ງກ່າວ ແມ່ນເປັນເຮືອນຂອງ ແມ່ຕູ້ ແວງ ທອງວັນ ອາຍຸ 73 ປີ, ເປັນເຮືອນ 2 ຊັ້ນ, ຊັ້ນລຸ່ມກໍ່ດ້ວຍສີມັງ, ຊັ້ນສອງແອ້ມດ້ວຍໄມ້, ມຸງສັງກະສີ, ຈຸດທີ່ເກີດເຫດແມ່ນຢູ່ຊັ້ນ 2 ຂອງເຮືອນ ເປັນຫ້ອງນອນຂອງ ແມ່ຕູ້ ແວງ, ພາຍໃນຫ້ອງນອນມີເຄື່ອງໃຊ້ໄຟຟ້າຈຳນວນໜື່ງ ໃນມື້ທີ່ເກີດເຫດ ວັນທີ 25 ຕຸລາ 2021 ເວລາ 19 : 00 ໂມງ ຜູ້ກ່ຽວບໍ່ໄດ້ຢູ່ເຮືອນ ໃນຂະນະທີ່ໄຟພວມລຸກໄໝ້ໄດ້ມີຫຼານຊາຍ ກັບ ໝູ່ ອີກໜື່ງຄົນ ໄດ້ຍີນສຽງຄົນຮ້ອງໃສ່ວ່າມີໄຟໄໝ້ເຮືອນ ເມື່ອໄດ້ຍີນຜູ້ກ່ຽວກັບໝູ່ໄດ້ພາກັນແລ່ນຂື້ນໄປເບີ່ງຊັ້ນສອງ ເຫັນປະຕູຫ້ອງນອນ ແມ່ຕູ້ ແວງ ໄຂປະໄວ້ເຫັນຄວັນໄຟກຸ້ມຢູ່ໃນຫ້ອງ ແລະ ຈຸດທີ່ເກີດປະກາຍໄຟ ແມ່ນຢູ່ກ້ອງໂທລະພາບ ເຊີ່ງເປັນປັກໄຟ ຜູ້ກ່ຽວຈິ່ງແລ່ນລົງມາງັບສະວີກໄຟຟ້າຢູ່ຊັ້ນລຸ່ມ ແລ້ວພາກັນຫິ້ວຄຸນ້ຳຂື້ນໄປເພື່ອຈະດັບມອດໄຟ ແຕ່ບໍ່ສາມາດດັບໄຟໄດ້ ເພາະໄຟເລີ່ມໄໝ້ແຮງ ຫຼັງຈາກນັ້ນຈິ່ງພາກັນອອກໄປນອກເຮືອນ ແລະ ອີກປະມານ 15 ນາທີ ລົດມອດໄຟກໍ່ມາເຖີງທີ່ເກີດເຫດ, ສາເຫດທີ່ເກີດອັກຄີໄພໃນຄັ້ງນີ້ເກີດຍ້ອນ ໄຟຟ້າຊ໊ອດ ຈາກປັກໄຟໂທລະພາບ ລວມມູນຄ່າຄວາມເສຍຫາຍ 250.000.000 ( ສອງຮ້ອຍຫ້າສິບລ້ານກີບ ).

ພະແນກຕຳຫຼວດ ສະກັດກັ້ນ ແລະ ຕ້ານ ອັກຄີໄພ ນວ, ຈິ່ງຮຽກຮ້ອງມາຍັງປະຊາຊົນ ຈົ່ງເປັນເຈົ້າການມີສະຕິໃນການນຳໃຊ້ໄຟຟ້າ ຖອດປັກໄຟທຸກຄັ້ງກ່ອນອອກຈາກເຮຶອນ, ການນຳໃຊ້ຟືນ-ໄຟ ແຕ່ງຢູ່ຄົວກີນ ການຈູດຂີ້ເຫຍື້ອ ແລະ ອື່ນໆ ຄວນກວດເບີ່ງຄືນວ່າດັບມອດດີແລ້ວຫຼືບໍ່ ເພື່ອຄວາມປອດໄພ ທາງດ້ານຊີວິດ ແລະ ຊັບສີນຂອງທ່ານ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ກັບ ຄູ່ຮ່ວມເຈລະຈາ

ຕອນເຊົ້າວັນທີ 27 ຕຸລາ 2021 ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 24 ແລະ ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 1 ໂດຍຜ່ານຮູບແບບທາງໄກ. ສໍາລັບກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 24 ພາຍໃຕ້ການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ທ່ານ ກິຊິດະ ຟູມິໂອະ, ນາຍົກລັດຖະມົນຕີ ຍີ່ປຸ່ນກອງປະຊຸມ ໄດ້ຕີລາຄາສູງຕໍ່ການຮ່ວມມືອາຊຽນ-ຍີ່ປຸ່ນ ເຊິ່ງໄດ້ຮັບຜົນສຳເລັດທີ່ສຳຄັນຫຼາຍດ້ານ.

ຜູ້ນຳອາຊຽນ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນຂອງ ຍີ່ປຸ່ນ ໂດຍສະເພາະ ການຊ່ວຍເຫຼືອ ໃນດ້ານການພັດທະນາຊັບພະຍາກອນມະນຸດ, ການຈັດຕັ້ງປະຕິບັດແຜນແມ່ບົດເພື່ອການເຊື່ອມຈອດອາຊຽນ 2025 ແລະ ຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4 ກໍ່ຄື ການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການປະ ກອບສ່ວນຂອງ ຍີ່ປຸ່ນ ເຂົ້າໃນກອງທຶນອາຊຽນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຈໍານວນ 1 ລ້ານໂດລາສະຫະລັດ ແລະ 50 ລ້ານໂດລາສະຫະລັດ ໃນການສ້າງຕັ້ງສູນອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດລະບາດ, ກໍ່ຄືການສະໜອງວັດຖຸອຸປະກອນທາງການແພດ ແລະ ສະໜອງວັກຊີນ ໃຫ້ແກ່ປະເທດສະມາຊິກອາຊຽນ ໂດຍສະເພາະ ສປປ ລາວ.

ຍີ່ປຸ່ນ ໄດ້ສືບຕໍ່ໃຫ້ຄຳໝາຍໝັ້ນທີ່ຈະໃຫ້ການຊ່ວຍ ເຫຼືອອາຊຽນ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄື ການຟື້ນຟູລະບົບເສດຖະກິດຫຼັງໂຄວິດ-19, ສືບຕໍ່ເພີ່ມທະວີການຮ່ວມມືໃນການສົ່ງເສີມການເຊື່ອມໂຍງເສດຖະກິດພາກພື້ນ, ການຫັນເປັນດິຈິຕອນ, ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາ ກອນມະນຸດ, ນະວັດຕະກຳ ແລະ ອື່ນໆ. ໃນໂອກາດນີ້, ທ່ານ ພັນຄໍາ ວິພາວັນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລາວ-ຍີ່ປຸ່ນ, ພ້ອມທັງສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ສືບຕໍ່ ໃຫ້ການ ສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໂຄງລ່າງພື້ນຖານ ແລະ ເສດຖະກິດ-ສັງຄົມ ຂອງ ປະເທດຕະຫຼອດມາ.

ສ່ວນກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ຄັ້ງທີ 1: ພາຍໃຕ້ການເປັນປະທານຮ່ວມຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ທ່ານ ສະກອ໊ດ ມໍຣິສັນ ນາຍົກລັດຖະມົນຕີ ອົດສະຕຣາລີຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ແບບປະຈຳປີ ເປັນຄັ້ງທຳອິດ ຫຼັງຈາກທີ່ສອງຝ່າຍໄດ້ເຫັນດີຮ່ວມກັນໃນປີ 2020 ທີ່ຜ່ານມາ.

ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານ ການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບກຽດອ່ານບົດຄໍາເຫັນລວມ (ASEAN Common Statement) ຂອງ ອາຊຽນ ຕໍ່ກອງປະຊຸມສຸດຍອດດັ່ງກ່າວ, ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນ-ຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະຜ່ານມາ, ເຊິ່ງອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ອາຊຽນ ໃນຂົງເຂດຕ່າງໆ ເຊັ່ນ: ດ້ານການສຶກສາ, ການເຊື່ອມໂຍງພາກພື້ນ, ການເຊື່ອມຈອດອາຊຽນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ການຊ່ວຍເຫຼືອໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19.

ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ການປະກາດໃຫ້ການຊ່ວຍເຫຼືອຂອງ ລັດຖະບານອົດສະຕຣາລີ ຈຳ ນວນ 1 ລ້ານໂດລາອົດສະຕຣາລີ ເຂົ້າໃນກອງທຶນອາຊຽນເພື່ອຮັບມືກັບພະຍາດໂຄວິດ-19, 1 ລ້ານໂດລາອົດສະຕຣາລີ ເຂົ້າໃນແຜນຟື້ນຟູຮອບດ້ານຂອງອາຊຽນ ແລະ 21 ລ້ານໂດລາອົດສະຕຣາລີ ເພື່ອສະໜັບສະໜູນການສ້າງຕັ້ງສູນອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນຂະແໜງສາທາລະນະສຸກ ແລະ ພະຍາດແຜ່ລະບາດ.ກອງປະຊຸມ ໄດ້ໃຫ້ຄຳໝາຍໝັ້ນທີ່ຈະສືບຕໍ່ຮ່ວມມືໃນບາງຂົງເຂດບູລິມະສິດ ເຊັ່ນ: ສາທາລະນະສຸກ ລວມທັງ ການຮັບມືກັບພະຍາດໂຄວິດ-19; ການຍົກລະດັບການເຊື່ອມໂຍງເສດຖະກິດພາກພື້ນໂດຍການຫັນເປັນດີຈິຕອນ; ການສຶກສາ, ການເຊື່ອມຈອດອາຊຽນ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 4 ແຕ່ປີ 2021-2025; ການພັດທະນາແບບຍືນຍົງ ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ໃນໂອກາດກອງປະຊຸມ ບັນດາຜູ້ນຳອາຊຽນ ແລະ ອົດສະຕຣາລີ ໄດ້ເຫັນດີໃນດ້ານຫຼັກການ ໃນການຍົກລະດັບການຮ່ວມມືຈາກການເປັນຄູ່ຮ່ວມຍຸດທະສາດອາຊຽນ-ອົດສະຕຣາລີ ຂື້ນສູ່ລະດັບການ.

ຂໍ້ມູນ: Lao National Radio

ດີໃຈນຳ! ເມືອງງອຍ ແຂວງຫຼວງພະບາງ ຫາຍດີຈາກໂຄວິດ 67 ຄົນແລ້ວ

ຂ່າວດີ ອີກແລ້ວ ເມືອງງອຍ ຫາຍດີ 67 ຄົນ ໂຊກດີເດີ້່ທຸກຄົນ

ຕາມການລາຍງານ ຂອງຂ່າວສານຫຼວງພະບາງ ໃຫ້ຮູ້ວ່າ: ວັນທີ 26 ຕຸລາ 2021 ທ່ານ ສອນເພັດ ທະສີນິພອນ ຮອງເຈົ້າເມືອງ ພ້ອມດ້ວຍທິມງານຄະນະສະເພາະກິດຂອງເມືອງ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ທີ່ສູນປິ່ນປົວໂຮງຮຽນ ມສ ເມືອງງອຍ 67 ຄົນ,ຍິງ 31 ຄົນ ພາຍຫຼັງໄດ້ກັກຕົວປິ່ນປົວຢູ່ໃນສູນຄົບກຳນົດ 21 ວັນ,ຕາມທີ່ຄະນະສະເພາະກິດຂອງເມືອງ ວາງໄວ້ ແລະໄດ້ກວດຫາເຊື້ອບໍ່ພົບ 2 ຄັ້ງຕິດຕໍ່ກັນ. ປັດຈຸບັນນີ້ເມືອງງອຍ ມີຜູ້ຕິດເຊື້ອໂຄວິດ-19 ທັງໝົດ 569 ຄົນ,ໄດ້ປິ່ນປົວດີ 441 ຄົນ, ສົ່ງຕໍ່ແຂວງ 16 ຄົນ,ບໍມີກໍລະນີເສຍຊີວິດ ແລະກໍາລັງສຶບຕໍ່ປີ່ນປົວ 126 ຄົນ ແລະນຳສົ່ງມາແຕ່ແຂວງ 3 ຄົນ, ລວມ 168 ຄົນ.

ໂອກາດດັ່ງກ່າວນີ້ທ່ານ ຈັນທີ ແກ້ວມະນີວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ກໍໄດ້ມີຄຳເຫັນ ສະແດງຄວາມເປັນຫ່ວງເປັນໄຍ ມາຍັງບັນດາຜູ້ຕິດເຊື້ອໂຄວິດທີ່ໄດ້ປິ່ນປົວຫາຍດີທີ່ຈະກັບໄປໃຊ້ຊີວິດຢູ່ໃນຄອບຄົວຂອງຕົນ ແລະ ໄດ້ຮຽກຮ້ອງໃຫ້ປະຕິບັດ ບັນດາມາດຕະການຕ່າງ ທີ່ທາງຄະນະສະເພາະກິດວາງອອກ ເປັນຕົ້ນວິທີການປ້ອງກັນຕົນເອງ,ຄອບຄົວ ແລະ ຊຸມຊົນຕ້ອງເອົາໃຈໃສ່ດ້ວຍການລ້າງມືໃສ່ສະບູ ແລະ ນໍ້າສະອາດ,ໃຊ້ເຈວລ້າງມືທີ່ມີທາດເຫຼົ້າ,ຄວນຮັກສາໄລຍະຫ່າງຢ່າງໜ້ອຍ 1 ແມັດ,ຈະເດີນທາງໄປໃສຕ້ອງໃສ່ຜ້າອັດປາກ-ດັງ,ເຮັດໃຫ້ອາກາດຖ່າຍເທ, ໜັ່ນອະນາໄມ ແລະຂ້າເຊື້ອເປັນປະຈໍາ,ຮັກສາສິ່ງແວດລ້ອມໃຫ້ເປັນລະບົບ,ລະບຽບ,ຮຽບຮ້ອຍ,ເອົາໃຈໃສ່ໃຫ້ຮັກສາເບິ່ງແຍງອະນາໄມ, ຮັກສາສຸຂະພາບຂອງຕົນເອງ ກັບການດູແລຊີວິດໃຫ້ດີ ເພື່ອສະກັດກັ້ນພະຍາດຕ່າງໆ ທີ່ຈະເກີດຂື້ນຕາມລະດູການ ເປັນຕົ້ນແມ່ນພະຍາດໄຂ້ເລືອດອອກ, ພະຍາດຖອກທ້ອງ ແລະພະຍາດອື່ນໆ. ພາບ ແລະ ຂ່າວ; ສາຍສະໝອນ ຈິດຕະປັນຍາ ຫ້ອງການຖວທ ເມືອງງອຍ.