Home Blog Page 157

ລາຍລະອຽດຜູ້ຕິດເຊື້ອໃໝ່ທົ່ວປະທດ ວັນທີ 27 ຕຸລາ 2021

1.ນະຄອນຫຼວງ: 358 ຄົນ: ມາຈາກ 165 ບ້ານ, ໃນ 7 ເມືອງ

-ເມືອງຈັນທະບູລີ ມີ 17 ບ້ານ (36 ຄົນ)

  • ໜອງປິງ   4
  • ທົ່ງສ້າງນາງ         4
  • ຊຽງຍືນ     3
  • ໜອງທາເໜືອ 3
  • ຫ້ວຍຫົງ   3
  • ໂພນຕ້ອງຈອມມະນີ     2
  • ສີສະຫວາດ    2
  • ດອນແດງ  2
  • ຮ່ອງຄ້າ     2
  • ດົງຫມ້ຽງ  2
  • ໂພນຕ້ອງສະຫວາດ     2
  • ຂົວຫຼວງ         2
  • ຫັດສະດີ   1
  • ສີບຸນເຮືອງ 1
  • ບໍ່ນາງົວ     1
  • ສະຫວ່າງ  1
  • ທົ່ງຕູມ 1

-ເມືອງສີໂຄດຕະບອງ ມີ 20 ບ້ານ (33 ຄົນ)

  • ໜອງໜ້ຽວ     5
  • ຫນອງບົວທອງເໜືອ   4
  • ໂນນສະຫວ່າງ 3
  • ໜອງແຕ່ງໃຕ້  3
  • ວັດໄຕໃຫ່ຍທົ່ງ 2
  • ໜອງແຕ່ງເໜືອ    2
  • ໂພນຄຳ    1
  • ໜອງປາໃນ     1
  • ໜອງສະໂນຄຳ 1
  • ສິໄຄທົ່ງ    2
  • ວຽງຄຳ 1
  • ສີຖານເຫນືອ   1
  • ຫນອງດ້ວງໃຕ້ 1
  • ໂນນສົມບູນ     1
  • ໂພນສະຫວາດເໜືອ    1
  • ສີຊົມຊື່ນ    1
  • ໂພນສົມບູນ     1
  • ຈັນສະຫວ່າງ   1
  • ຫນອງແຕ່ງເໜືອ   1

-ເມືອງໄຊເສດຖາ ມີ 29 ບ້ານ (80 ຄົນ)

  • ຫົວຂົວ     16
  • ເມືອງນ້ອຍ 7
  • ໂຊກຄຳ     6
  • ໂນນສະຫວ່າງ 6
  • ຮ່ອງແກ    6
  • ແສງສະຫ່ວາງ 5
  • ຈອມມະນີ 4
  • ໂນນສະຫງ່າ    3
  • ໂພນສະອາດ   2
  • ໂນນສະຫວັນ  2
  • ໂນນຫວາຍ     2
  • ທາດຫຼວງໃຕ້   2
  • ໂນນຄໍ້ເໜືອ     2
  • ສົມສະຫງ່າ     2
  • ຊໍາເຄ້  1
  • ໂພນທັນ   1
  • ໜອງສ້າງທໍ່    1
  • ໂພນປາເປົ້າ     1
  • ວຽງຈະເລີນ     1
  • ໂພນພະເນົາ    1
  • ນາຊ່າງໄພ 1
  • ນາໂນ  1
  • ອາມອນ    1
  • ໂຊກນ້ອຍ  1
  • ຂາມງອຍ   1
  • ນາໄຊ  1
  • ໂພນເຄັງ   1
  • ຊຽງດາ 1

-ເມືອງສີສັດຕະນາກ ມີ 14 ບ້ານ (37 ຄົນ)

  • ໂພນປ່າເປົ້າ     10
  • ໂພນສະຫວ່າງ 5
  • ທົ່ງພານທອງ  3
  • ທົ່ງກາງ     4
  • ສ້າງເຫວີຍ 3
  • ໂພນສະຫວັນເໜືອ 3
  • ດອນກອຍ 2
  • ສະພານທອງ   1
  • ພະໂພ 1
  • ຈອມແຈ້ງ  1
  • ດອນນົກຂຸ້ມ    1
  • ດອນປ່າໃຫມ່   1
  • ດົງສະຫວາດ   1
  • ທ່າພະລານໄຊ 1
  • ເມືອງໄຊທານີ ມີ 23 ບ້ານ (58 ຄົນ)
  • ຕານມີໄຊ   9
  • ອຸດົມຜົນ   6
  • ພະຂາວ    5
  • ຄຳຮຸ່ງ  4
  • ໜອງພະຍາ    3
  • ລາດຄວາຍ 3
  • ດົງໂດກ     3
  • ໂນນສະອາດ    2
  • ທົ່ງມັ່ງ 2
  • ຈະເລີນໄຊ 2
  • ດອນໜູນ  2
  • ສີວິໄລ 2
  • ດົງໝາກຄາຍ  2
  • ໂນນແຕ້    2
  • ຂຸດສາມບາດ    2
  • ນາແຄ 2
  • ສະພັງເມິກ 1
  • ສ້າງຫົວບໍ  1
  • ຊ້າງຄູ່  1
  • ຫ້ວຍແດນເມືອງ   1
  • ໂພຄຳ  1
  • ສາມສະອາດ    1
  • ດອນຕິ້ວ   1
  • ດອຮກອຍ 1

-ເມືອງນາຊາຍທອງ ມີ 14 ບ້ານ (31 ຄົນ)

  • ດົງຊຽງດີ   7
  • ໂພນຄຳ    4
  • ອ່າງນ້ຳຫຸມ     4
  • ນ້ຳກ້ຽງ     4
  • ອີ່ໄລເໜືອ  2
  • ສີວິໄລ 2
  • ໄຊມຸງຄຸນ   1
  • ນາຍາງ     1
  • ນາສັງ  1
  • ນາທ່ອນ   1
  • ໂພນແກ້ວ 1
  • ຫ້ວຍນ້ຳເຢັນ   1
  • ຊຳ ເກດ    1
  • ນາດີ   1

-ເມືອງຫາດຊາຍຟອງ ມີ 14 ບ້ານ (19 ຄົນ)

  • ຈອມທອງ 3
  • ສາລາຄຳໃຕ້     2
  • ນາໄຫ 2
  • ດອນດູ່ 2
  • ຖິ່ນເພຍ    1
  • ຊຽງຄວນ   1
  • ນາທາມ    1
  • ໜອງແວງ 1
  • ແກ້ງປາຢ້າງ    1
  • ໜອງໄຮ   1
  • ດົງຄຳຊ້າງ  1
  • ສະຫວ່າງ  1
  • ໂພເງິນ 1
  • ດົງໂພສີ     1

-ຄຸມຂັງນາໄຫ  64 ຄົນ

2.ຫຼວງພະບາງ: 177 ຄົນ ໃນ 17 ບ້ານ ແລະ 3 ເມືອງ

3.ບໍ່ແກ້ວ: 73 ຄົນ ໃນ 14 ບ້ານ ແລະ 2 ເມືອງ

4.ວຽງຈັນ: 29 ຄົນ ໃນ 12 ບ້ານ ແລະ 4 ເມືອງ

5.ອຸດົມໄຊ: 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ຂໍເພີ້ມເຕີມຂໍ້ມູນກ່ຽວກັບ ກໍລະນີຕິດເຊື້ອຢູ່ແຂວງ ອຸດົມໄຊທີ່ໄດ້ລາຍງານໃນມື້ວານນີ້ (23 ຄົນ) ທັງໝົດເອີ້ນວ່າຜູ້ສໍາພັດໃກ້ຊິດ ເຊິ່ງເປັນຄົນ ອຸດົມໄຊ ທີ່ເດີນທາງມາຈາກ ນະຄອນຫລວງວຽງຈັນ, ສາລະວັນ, ບໍ່ແກ້ວ, ວຽງຈັນ ແລະ ຫລວງພະບາງ, ທັງໝົດແມ່ນໄດ້ຈໍາກັດບໍລິເວນຢູ່ “ສູນໄຊພັດທະນາ” ແລະ ການກວດພົບຜູ້ຕິດເຊື້ອດັ່ງກ່າວ ແມ່ນການປະຕິບັດການຊອກຫາການຕິດເຊື້ອຕາມຍຸດທະສາດທີ່ໄດ້ວາງໄວ້, ສະນັ້ນ ຂໍໃຫ້ປະຊາຊົນ ບໍ່ຕ້ອງແຕກຕື່ນ ເພາະທັງໝົດແມ່ນໄດ້ ຈໍາກັດບໍລິເວນ ແລະ ຖືກສົ່ງໄປປິ່ນປົວ ຕາມສະຖານທີ່ທີ່ທາງ ຄະນະສະເພາະກິດ ກໍານົດໄວ້ ຕາມມາດຕະການທີ່ວາງໄວ້.

6.ບໍລິຄໍາໄຊ: 24 ຄົນ ໃນ 3 ບ້ານ ແລະ 2 ເມືອງ

7.ໄຊສົມບູນ: 13 ຄົນ ໃນ 2 ບ້ານ ແລະ 1 ເມືອງ

8.ຄໍາມ່ວນ: 17 ຄົນ ໃນ  4 ບ້ານ ແລະ 3 ເມືອງ

9.ສາລະວັນ: 11 ຄົນ ໃນ 5 ບ້ານ ແລະ 3 ເມືອງ

10.ສະຫວັນນະເຂດ: 9 ຄົນ ໃນ 3 ບ້ານ ແລະ 2 ເມືອງ

11.ຈໍາປາສັກ: 14 ຄົນ ໃນ 8 ບ້ານ ແລະ 4 ເມືອງ

12.ເຊກອງ: 5 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 02 ຄົນ: ຈາກນະຄອນຫຼວງວຽງຈັນ ແລະ ແຂວງບໍ່ແກ້ວ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ຈັບໄດ້ອີກແລ້ວຫຼາຍລ້ານເມັດ ລົດຂົນລັງເບຍບັງໜ້າແຕ່ຍັດຢາເສບຕິດ

ປກສ ແຂວງບໍ່ແກ້ວ ຢຶດ ຢາ ບ້ າ ຈໍານວນ ຈໍານວນຫຼາຍ

.

.

.

.

.

ຄລິບ

ລາຍລະອຽດຖ້າຟັງຂ່າວທາງການຕື່ມ

ລາຍລະອຽດຜູ້ເສຍຊີວິດໃໝ່ມື້ນີ້ + 3 ຄົນ ຈາກໂຄວິດ-19

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 27 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ +3 ເຊິ່ງມີລາຍລະອຽດດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 85 ປີ, ອາຊີບ: ພະນັກງານບຳນານ, ບ້ານດ່ານຄຳ, ເມືອງ ສີໂຄດຕະບອງ, ນະຄອນຫລວງວຽງຈັນ

  • ຄອບຄົວຂອງຜູ້ກ່ຽວກວດພົບເຊື້ອ (ຄົນເຈັບຕິດເຊື້ອ ລະຫັດທີ 32053, ເປັນເມຍ ອາຍຸ 74 ປີ)
  • ໃນວັນທີ 17 ຕຸລາ 2021: ຜູ້ກ່ຽວມີອາການໄອ ໄດ້ມາກວດຢູ່ໂຮງໝໍ 103 ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19 ແລ້ວໄດ້ສົ່ງເຂົ້ານອນປີ່ນປົວຢູ່ ໂຮງຫມໍມິດຕະພາບ
  • ພະຍາດປະຈຳຕົວ:  ຄວາມດັນເລືອດສູງ.
  • ໄດ້ສັກຢາວັກຊິນ 1 ເຂັມ, Johnson and Johnson ໃນວັນທີ 6 ສິງຫາ 2021
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 17-26 ຕຸລາ 2021 ເປັນເວລາ 10 ວັນ
  • ຮອດເວລາ ~7:30 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2 ເປັນເພດຊາຍ, ອາຍຸ 58 ປີ, ອາຊີບປະຊາຊົນ ບ້ານໂພນສີວິໄລ, ເມືອງໝື່ນ, ແຂວງວຽງຈັນ

  • ມີພະຍາດປະຈຳຕົວ:  ຄວາມດັນເລືອດສູງ
  • ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
  • ວັນທີ 23 ຕຸລາ 2021: ມີອາການໄຂ້ ແລະ ຖອກທ້ອງ ແລ້ວມານອນປີ່ນປົວ ຢູ່ໂຮງໝໍເມືອງໝື່ນ ເປັນເວລາ 03 ມື (ແຕ່ວັນທີ 23-25 ຕຸລາ 2021)
  • ເວລາ 21 ໂມງ 30 ນາທີ ຂອງວັນທີ 25 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມາກວດຢູ່ສຸກເສີນໂຮງໝໍແຂວງ ຊື່ງຄົນເຈັບໄດ້ນໍາສົ່ງມາຈາກໂຮງໝໍເມືອງໝື່ນ ຍ້ອນມີອາການໄຂ້, ເຈັບທ້ອງ, ຖ່າຍເປັນນໍ້າ ແລະ ບົ່ງມະຕິ ສຸກເສີນເປັນ Cholecystis ພ້ອມທັງເກັບຕົວຢ່າງໄປກວດຊອກຫາພະຍາດໂຄວີດ-19 ແລະ ຜົນກວດພົບເຊື້ອ
  • ເວລາ 23:00 ໂມງ ຂອງມື້ດຽວກັນ ຈື່ງໄດ້ນໍາສົ່ງມາສູນປີ່ນປົວໂຄວິດ ຊື່ງທີມງານແພດ ໄດ້ປະເມີນສະພາບຄົນເຈັບ ສະຕິງ້ວງຊຶມ, ຫາຍໃຈຍາກ, ກະວົນກະວາຍ ແລະ ບົ່ງມະຕິ Covid-19 ຂັ້ນຮຸນແຮງ. ໄດ້ປີ່ນປົວໃຫ້ດົມອົກຊີ ປະມານ 10 ລິດແລ້ວໃຫ້ຢາ ຕ້ານເຊື້ອ
  • ເວລາ 08 ໂມງ 30 ນາທີ ຂອງວັນທີ 26 ຕຸລາ 2021: ຄົນເຈັບຍັງຫາຍໃຈຫອບ, ເພຍ, ງ້ວງຊຶມ ແລະ ປີ່ນປົວ ໃຫ້ enoxaparin ເພີ້ມອົກຊີ ເປັນຈໍານວນ 15 ລິດ ແລະ ຄົນເຈັບຍັງມີອາການຫາຍໃຈຫອບ ໃສ່ Hight Flow 30 L ໃຫ້ Dexamethazol
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນ ແຕ່ວັນທີ 25-27 ຕຸລາ 2021 ເປັນເວລາ 03 ວັນ
  • ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 27 ຕຸລາ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 3: ເປັນເພດຊາຍ, ອາຍຸ 54 ປີ, ອາຊີບ: ປະຊາຊົນ, ບ້ານສີເມືອງ, ເມືອງສີສັດຕະນາກ, ນະຄອນຫລວງ

  • ໃນວັນທີ 19 ຕຸລາ 2021: ຜູ້ກ່ຽວມາກວດຢູ່ໂຮງໝໍ 103 ຍ້ອນພະຍາດໄຂ່ຫຼັງ ແລະ ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ ພອ້ມທັງເກັບຕົວຢ່າງ ແລະ ຜົນກວດອອກມາພົບເຊື້ອພະຍາດໂຄວິດ-19
  • ພະຍາດປະຈຳຕົວ: ພະຍາດເບົາຫວານ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ, ກະດັນຕັບ, ຄວາມດັນເລືອດສູງ, ບາດແຜຊືມເຊື້ອຢູ່ຕີນເບື້ອງຂວາ
  • ບໍ່ທັນໄດ້ສັກຢາວັກຊິນ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 19-26 ຕຸລາ 2021 ເປັນເວລາ 08 ວັນ
  • ຮອດເວລາ ~11:55 ໂມງຂອງວັນທີ 26 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ.

ເມືອງໝື່ນ ແຂວງວຽງຈັນ ສືບຕໍ່ປິດເມືອງ ເພື່ອປ້ອງກັນບໍ່ໃຫ້ໂຄວິດ-19 ອອກເປັນວົງກ້ວາງ

ເມືອງໝື່ນເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງໝື່ນ ແຕ່ວັນທີ 25 ຕຸລາ 2021 ຫາ 07 ພະຈິກ 2021

ບໍ່ມີຢ້ານ! ຄົນຮ້າຍລັກຕັດສາຍໄຟມູນຄ່າປະມານ 50 ລ້ານກີບ

ຄົນຮ້າຍລັກຕັດສາຍໄຟມູນຄ່າປະມານ 50 ລ້ານກີບ

ຕາມລາຍງານປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ວັນທີ 23 ຕຸລາ 2021 ເວລາ 11:00 ໂມງ ອຳນາດການປົກຄອງບ້ານ ພະຂາວ ໄດ້ສົມທົບ ກັບບໍລິສັດ (LK) ຕັ້ງຢູ່ບ້ານ ພະຂາວ ເມືອງໄຊທານີ ໄດ້ກວດກາຈຸດຄົນຕັດສາຍໄຟຟ້າ ເຊິ່ງປະເມີນມູນຄ່າເບື້ອງຕົ້ນ ມູນຄ່າເສຍຫາຍປະມານ 50ລ້ານກີບ.

ເຄື່ອງເສຍຫາຍທີ່ຖືກລັກຕັດໄປປະກອບມີ: 1.ສາຍໄຟຟ້າ NYY ຂະໜາດ 4 ຄູນ 70 ມີຄວາມຍາວ 15 ແມັດ ຈໍານວນ 1ເສັ້ນ, 2.ສາຍໄຟ້າ NYY ຂະໜາດ 4 ຄູນ 16 ມີຄວາມຍາວ 15 ແມັດ ຈຳນວນ 2 ເສັ້ນ, 3.ສາຍໄຟ້າ NYY ຂະໜາດ 1 ຄູນ 120 ມີຄວາມຍາວ 10 ແມັດ ຈຳນວນ 4 ເສັ້ນ ແລະ 4.(CB ) ເຊັບຕີຄັດ ຂະໜາດປະມານ 500 ແອັມແປ 1 ໜ່ວຍ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່,ແມ່ ແລະ ປະຊາຊົນ ໂດຍສະເພາະ ຊາວນະຄອນຫຼວງວຽງຈັນ ຈົ່ງຊ່ວຍກັນເປັນຫູ, ເປັນຕາໃນການເຝົ້າລະວັງຊັບສົມບັດ ເພື່ອຫຫຼີກລ່ຽງການຕົກເປັນເຍື່ອ ຂອງກຸ່ມຄົນບໍ່ດີ ຖ້າພົບເຫັນພຶດຕິກຳອັນບໍ່ເໝາະສົມ ທີ່ແຕະຕ້ອງເຖິງຄວາມສະຫງົບຂອງສັງຄົມ ກະລຸນາ ແຈ້ງມາທີ່ເບີ ວັອດແອັບ 020 28899774 ແລະ ຊ່ອງທາງ ເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຍັງໜ້າເປັນຫ່ວງ! ລາຍງານໂຄວິດ 27 ຕຸລາ 2021

ຕາມການລາຍງານຂອງແຟນເພຈ ສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ວ່າ:

ອັບເດດໃໝ່ ເສຍຊີວິດໃໝ່ມື້ນີ້ +3 ຄົນ ລາຍງານຈາກຄະນະສະເພາະກິດປະຈຳວັນທີ 27 ຕຸລາ 2021

ປກສ ເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ ຢຶດຢາບ້າ ຈໍານວນ 6 ລ້ານເມັດ.

ວັນທີ 25 ຕຸລາ 2021, ເວລາ ປະມານ 2 :14 ນາທີ ທາງເຈົ້າໜ້າທີກອງບັນຊາການ ປ ກ ສ ເມືອງຕົ້ນເຜິ້ງ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີການຂົນສົ່ງ ຢ າ ເ ສ ບ ຕິ ດ ຈາກເມືອງຕົ້ນເຜິ້ງ ຫາ ເມືອງຫ້ວຍຊາຍ.

ຈາກນັ້ນ, ກອງບັນຊາການ ປ ກ ສ ເມືອງຕົ້ນເຜິ້ງ ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະລົງສົມທົບກັບ ປ ກ ສ – ປ ກ ຊ ທີປະຈຳຢູ່ຈຸດກວດທາງເຂົ້າໂຄງການກໍ່ສ້າງສະໜາມບີນ ເຂດບ້ານໃຫຍ່ສີເມືອງງາມ ຕິດຕາມພົບເຫັນລົດເປົ້າໝາຍ 02 ຄັນ ບໍ່ມີປ້າຍທະບຽນ ຄື:

ລົດຍີຫໍ້ປາລາໂດ 01 ຄັນ ແລະ ລົດລີໂວສີຂາວ 01 ຄັນ ແລ່ນອອກຈາກເສັ້ນທາງເວັ້ນສະໝາມບີນເຂດຫາງບ້ານໃຫຍ່ສີເມືອງງາມ ທາງເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເພື່ອກວດກາລົດເປົ້າໝາຍດັ່ງກ່າວ ແຕ່ຄັນທີ່ໜຶ່ງແລ່ນໜີດ້ວຍຄວາມໄວໄປທາງເສັ້ນທາງຈາກບ້ານໃຫຍ່ສີເມືອງງາມໄປຫາບ້ານດອນທາດ ຄັນທີສອງ ຈອດ ຫ່າງຈາກເຈົ້າໜ້າທີ 50 – 60 ແມັດ ແລ້ວຜູ້ຂັບໄດ້ແລ່ນລົບໜີເຂົ້າໄປໃນປ່າທາງເຈົ້າໜ້າທີ່ໄດ້ແລ່ນນໍາແຕ່ບໍ່ທັນ.

ຫຼັງຈາກນັ້ນ, ທາງເຈົ້າໜ້າທີ ປ ກ ສ – ປ ກ ຊ ເມືອງ ຈຶ່ງໄດ້ສົມທົບກັບພາກສວນທີ່ກ່ຽວຂ້ອງກວດກາລົດ(ລີໂວ)ຄັນດັ່ງກ່າວ ພົບ ຢ າເ ສ ບ ຕິ ດ ປະເພດ ຢ າ ບ້ າ ຈຳນວນ 30 ເປົາ, ເທົາກັບ 3,000 ມັດ ຫຼື 6,000,000 ເມັດ.

ຕໍ່ຜູ້ກະທຳຜິດດັ່ງກ່າວ ທາງເຈົ້າໜ້າທີກອງບັນຊາການ ປ ກ ສ ເມືອງຕົ້ນເຜິ້ງ ໄດ້ມອບໃຫ້ພະແນກສະກັ້ດກັ້ນ ແລະ ຕ້ານ ຢ າເ ສ ບ ຕິ ດ ຫ້ອງຕໍາຫຼວດກອງບັນຊາການ ປ ກ ສ ແຂວງບໍ່ແກ້ວ ສືບຕໍ່ດຳເນີນການຕິດຕາມເພື່ອຊອກຫາຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.

ພາບ – ຂ່າວ: ກອງບັນຊານການ ປ ກ ສ ເມືອງຕົ້ນເຜິ້ງ

ເລັ່ງຜ່າດ່ານສຸດທ້າຍຖືກຈັບ ພ້ອມແຮ່ທາດ 24 ເປົາ

ດ່ານກວດກາເມືອງປາກງື່ມ ພົບເຫັນການເຄື່ອນຍ້າຍແຮ່ທາດ 1492 ກິໂລກຼາມ

ຕາມການລາຍງານ ຂອງປ້ອງກັານຄວາມສາະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ເວລາປະມານ 00:10 ໂມງ ວັນທີ 25 ຕຸລາ 2021 ມີລົດ landcruiser ໝາຍເລກທະບຽນ ກກ 2499 ກໍາແພງນະຄອນ ທີ່ແລ່ນຜ່າດ່ານໜີການກວດກາ 3 ແຍກ ທົງເມັກ ຈຸດເຂົ້າ-ອອກເມືອງ ບໍ່ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່, ສນ 1191 ເມືອງປາກງື່ມ ຈຶ່ງຂັບຂີ່ລົດນຳລົດຄັນດັ່ງກ່າວໄດ້ທັນ ຢູ່ເຂດບ້ານໄຮ່ ເມືອງປາກງື່ມ ຫ່າງຈາກຈຸດກວດກາ ປະມານ 3-4 ກິໂລແມັດ, ເຈົ້າໜ້າທີ່ ຈຶ່ງໄດ້ຂໍກວດຄົ້ນລົດ ພົບເຫັນ ແຮ່ທາດຄ້າຍຄືຫີນ ຈຳນວນ 24 ເປົາ, ນໍ້າໜັກ 1492 ກິໂລກຼາມ, ບໍ່ມີເອກະສານເຄື່ອນຍ້າຍ ຈຶ່ງນໍາຕົວມາສອບສວນ.

ຜ່ານການສອບສວນເບື້ອງຕົ້ນ ຮູ້ໄດ້ວ່າ: ຜູ້ຂັບຂີ່ລົດ ຊື່ ທ້າວ ເພັດປະເສີດ ອາຍຸ 35 ປີ, ຄ້າຂາຍ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນວ ເປັນຄົນຂົນສົ່ງຮັບຈ້າງ ໃຫ້ຂົນສົ່ງແຮ່ທາດສີຂຽວ-ເຫຼືອງ ຈຳນວນ 24 ເປົາ ແທ້ເພື່ອນໍາສົ່ງໃຫ້ໝູ່ ຢູ່ເຂດບ້ານທ່າພະບາດ ເມືອງບໍລິຄໍາໄຊ ແຂວງບໍລິຄໍາໄຊ ໄດ້ຮັບຄ່າຈ້າງ 1,000,000 ກີບ ຕໍ່ຖ້ຽວ.

ຕໍ່ກັບບັນຫາດັ່ງກ່າວ ເຈົ້າໜ້າທີ່ ກຳລັງທຳການສືບສວນ-ສອບສວນ ໃຫ້ຮູ້ລາຍລະອຽດຈະແຈ້ງ ຮູ້ໄດ້ທີ່ມາຂອງແຮ່ທາດ ແລະ ການອະນຸຍາດການຂົນສົ່ງ.

ວ່າວເຕີ້ ນັກກິລາເຊື້ອສາຍລາວ-ອາເມລິກາ ຕົວແທນລາວ ເຂົ້າຮ່ວມຊິງແຊ້ມມວຍໂລກ

ສົ່ງແຮງໃຈເຊຍ ວ່າວເຕີ້ ສະນ້ອຍ ອຸປະຖານາ ! ວ່າວເຕີ້, ນັກກິລາເຊື້ອສາຍລາວ-ອາເມລິກາ ເປັນຕົວແທນ ສປປ ລາວ ເຂົ້າຮ່ວມແຂ່ງຂັນຊິງແຊ້ມມວຍໂລກ AIBA men’s World Boxing Championships ທີ່ເມືອງເບລເກຣດ, ປະເທດເຊີຣເບຍ.

ພິທີໄດ້ເປີດຢ່າງເປັນທາງການມື້ວານນີ້ ເຊິ່ງຈະມີນັກກິລາເຂົ້າຮ່ວມແຂ່ງຂັ້ນ 500 ກວ່າຄົນ ຈາກ 88 ກວ່າປະເທດ ລວມທັງ ປະເທດລາວ.

ເຊິ່ງນັກກິລາທັງໝົດຈະເຂົ້າຮ່ວມແຂ່ງຂັນໃນ 13 ປະເພດນຳ້ໜັກ ນັບຕັ້ງແຕ່ວັນທີ 24 ຕຸລາ – 6 ພະຈິກນີ້ ແລະ ຍົກທຳອິດຂອງວ່າວເຕີ້ແມ່ນມື້ວັນສຸກນີ້ ວັນທີ 29 ຕຸລານີ້, ສາມາດຮ່ວມຮັບຊົມ ແລະ ເຊຍໃຫ້ກຳລັງໃຈຜ່ານຊ່ອງຢູທູບ AIBA Boxing Youtube Channel https://bit.ly/3nHFeX1 ຢ່າລືມຄອມເມັ້ນໃຫ້ກຳລັງໃຈ ແລະ ໃຫ້ວ່າວເຕີ້ຄວ້າໄຊຊະນະຂອງຍົກທຳອິດໃຫ້ໄດ້.

ຂໍ້ມູນຈາກ: US Embassy Vientiane

ສສ ຫວຽດນາມ ມອບເງິນສົດ ແລະ ອຸປະກອນການແພດໃຫ້ແກ່ ສປປ ລາວ

ລັດຖະບານ ສສ ຫວຽດນາມ ມອບເງິນສົດ ແລະ ອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຮັບມືກັບການແຜ່ລະ ບາດຂອງເຊື້ອພະຍາດໂຄວິດ-19 ຢູ່ລາວ.

ຕອນແລງຂອງວັນທີ 25 ຕຸລາ 2021 ທີ່ ກະຊວງການຕ່າງປະເທດ ສສ ຫວຽດ ນາມ ໄດ້ມີພິທີມອບ-ຮັບເງິນ ສົດ ແລະ ເຄື່ອງຊ່ວຍເຫຼືອອຸປະກອນການແພດ ຈາກລັດຖະບານຫວຽດນາມມອບໃຫ້ລັດຖະບານລາວ ໂດຍສະຫາຍ ຫງວຽນ ກວກ ຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຕາງໜ້າໃຫ້ແກ່ລັດຖະບານ ສສ ຫວຽດ ນາມ ເປັນຜູ້ກ່າວມອບ ແລະ ກ່າວຮັບໂດຍ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດຖະບານລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະນຳສະ ຖານທູດລາວ ທີ່ຮ່າໂນ້ຍ ພ້ອມດ້ວຍພະນັກ ງານຂອງທັງສອງຝ່າຍລາວ-ຫວຽດນາມ.

ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ມີ ເງິນສົດຈຳນວນ 2.150.000 ໂດລາສະຫະລັດ (ສອງລ້ານໜຶ່ງແສນຫ້າໝື່ນໂດລາສະຫະລັດ) ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ລວມມູນຄ່າ 2.270.000 ໂດລາສະຫະລັດ (ສອງລ້ານສອງແສນເຈັດໝື່ນໂດລາສະຫະລັດ).ໃນພິທີ ສະຫາຍ ຫງວຽນ ກວກ ຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕາງໜ້າພັກ, ລັດສະແດງຄວາມເປັນຫວ່ງເປັນໃຍຕໍ່ການລະບາດພະຍາດໂຄວິດ-19 ຮອບໃໝ່ (ຮອບ 3) ຢູ່ ສປປ ລາວ ຊຶ່ງເງິນ ແລະ ອຸປະກອນການແພດທີ່ນຳມາມອບໃນຄັ້ງນີ້ຈະບໍ່ຫຼາຍ ແຕ່ກໍເປັນການປະກອບສ່ວນດ້ວຍຄວາມຈິງໃຈເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ສປປ ລາວ ໃນການປ້ອງກັນໂຄວິດ-19 ທີ່ກຳລັງລະບາດຢູ່ລາວໃນປັດຈຸບັນ ຫວັງວ່າລັດຖະບານ ແລະ ປະຊາຊົນລາວຈະພ້ອມກັນຕ້ານ ແລະ ສະກັດກັ້ນເຊື້ອພະຍາດໂຄດວິດ-19 ໄດ້ ແລະ ຂໍໃຫ້ປະຊາຊົນລາວກັບມາໃຊ້ຊີວິດແບບປົກກະຕິໂດຍໄວ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນຫວຽດນາມ, ສະແດງຄວາມຂອບໃຈມາຍັງສະຫາຍ ຫງວຽນ ກວກ ຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ການຊ່ວຍເຫຼືອຄັ້ງນີ້ເປັນການສະແດງໃຫ້ເຫັນເຖິງນຳ້ໃຈມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ ທີ່ເວລາໃດກໍໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ ໂດຍສະເພາະໃນເວລາທີ່ກໍາລັງພົບຄວາມຫຍຸ້ງຍາກ. ເຖິງວ່າ ຢູ່ ຫວຽດນາມ ກໍກຳລັງພົບຄວາມຫຍຸ້ງຍາກ ເນື່ອງຈາກປະເຊີນໜ້າກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຮອບທີ 4 ໃນຂອບເຂດທົ່ວປະເທດ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດປະຊາຊົນເປັນຈຳນວນຫຼວງຫຼາຍ, ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນຫວຽດນາມອ້າຍນ້ອງ, ກໍຄືເສດຖະກິດຢ່າງມະຫາສານ. ແຕ່ເຖິງຢ່າງໃດກໍຕາມພັກ, ລັດ ແລະ ປະຊາຊົນຫວຽດນາມ ກໍຍັງສະແດງຄວາມເປັນຫ່ວງເປັນໄຍ ແລະ ບິແບ່ງວັດຖຸ ເງິນຄຳໄປຊ່ວຍເຫຼືອພັກ, ລັດ ແລະ ປະຊາຊົນລາວຕະຫຼອດມາ.

ໃນໂອກາດນີ້, ສະຫາຍເອກອັກຄະລັດ ຖະທູດ ຍັງໄດ້ຢືນຢັນວ່າ ການຊ່ວຍເຫຼືອອັນລ້ຳຄ່າຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນໃຫ້ແກ່ ສປປ ລາວ ໃນການຮັບມື ແລະ ຜ່ານຜ່າ ຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າກັບຄືນສະພາບປົກກະຕິໂດຍໄວ.

ຂ່າວ, ພາບ: ໂອລຳ Lao National Radio