Home Blog Page 158

ຜູ້ຕິດເຊື້ອໃໝ່ໃນຂອບເຂດທົ່ວປະເທດ ວັນທີ 26 ຕຸລາ 2021

ນະຄອນຫຼວງ 337 ຄົນ: ມາຈາກ 101 ບ້ານ, ໃນ 08 ເມືອງ

-ເມືອງຈັນທະບູລີ ມີ 18 ບ້ານ (37 ຄົນ)

  • ໂພນສະຫວ່າງ     9
  • ໂພນຕ້ອງສະຫວາດ    4
  • ສີບຸນເຮືອງ     4
  • ຫ້ວຍຫົງ 3
  • ດອນແດງ 2
  • ສີສະຫວາດ   2
  • ໂພນຕ້ອງຈອມມະນີ    2
  • ຮ່ອງໄກ່ແກ້ວ  1
  • ໜອງປີງ  1
  • ໜອງທາໃຕ້   1
  • ທົ່ງຂັນຄຳ 1
  • ອານຸ  1
  • ທົ່ງສັງນາງ     1
  • ສີຫອມ    1
  • ໜອງທາເໜືອ    1
  • ບໍນາງົວ   1
  • ສະຫວ່າງ 1
  • ມີໄຊ  1

-ເມືອງສີໂຄດຕະບອງ ມີ 14 ບ້ານ (47 ຄົນ)

  • ໜອງດ້ວງໃຕ້ 11
  • ໂນນແກ້ວ 6
  • ດົງນາໂຊກໃຕ້ 5
  • ດົງນາໂຊກເຫນຶອ  4
  • ໜອງດ້ວງເໝືອ   4
  • ໜອງສະໂນຄຳ     3
  • ໜອງດ້ວງທົ່ງ 3
  • ດົງນາທອງ    3
  • ໜອງໜ້ຽວ   3
  • ໂພນສະຫວາດໃຕ້ 1
  • ທົ່ງປົ່ງ     1
  • ໂພນສົມບູນ   1
  • ໜອງບົວທອງເໜືອ   1
  • ໂພສີ  1

-ເມືອງໄຊເສດຖາ ມີ 21 ບ້ານ (69 ຄົນ)

  • ຫົວຂົວ    20
  • ແສງສະຫວ່າງ     10
  • ໂຊກຄຳ    7
  • ນາໄຊ 4
  • ໂຮງງານ VL   3
  • ວັງຊາຍ    3
  • ໂນນສະຫງ່າ  2
  • ໂພນທັນ  2
  • ໂນນຫວາຍ    2
  • ວຽງຈະເລີນ   2
  • ບ້ານໂພນພະເນົາ  2
  • ສະພັງໝໍ້ 2
  • ຮ່ອງແກ່   2
  • ຊໍາເຄ 1
  • ເມືອງນ້ອຍ    1
  • ຈອມມະນີ 1
  • ໂນນຄໍ້ເໜືອ   1
  • ໂພນໄຊ   1
  • ໂນນຄໍ້ໃຕ້  1
  • ນາໄຫ     1
  • ທາດຫຼວງເໜືອ   1

-ເມືອງສີສັດຕະນາກມີ 15 ບ້ານ (62 ຄົນ)

  • ໂຮງງານ VL   33
  • ສະພານທອງໃຕ້   7
  • ດອນກອຍ 3
  • ທົ່ງພານທອງ 3
  • ສະພານທອງເໜືອ    2
  • ໂພນສະຫວັນ 2
  • ດົງສະຫວາດ  2
  • ວຽງຈັນເຊັນເຕີ     2
  • ຈອມເພັດເໜືອ    1
  • ໂພນສີນວນ   1
  • ສ້າງເຫວີຍ    1
  • ຈອມເພັດໃຕ້  1
  • ໂພນໄຊ   1
  • ໜອງຈັນ 1
  • ບຶງຂະຍອງ     1
  • ໂຄກນິນ   1

-ເມືອງ ນາຊາຍທອງ ມີ 3 ບ້ານ (4 ຄົນ)

  • ນາຊາຍທອງເໜືອ 2
  • ໂພນມ່ວງ 1
  • ອີໄລ  1

-ເມືອງໄຊທານີ ມີ 13 ບ້ານ (41 ຄົນ)

  • ໜອງພະຍາ  9
  • ດົງໂດກ    6
  • ດ່ານຊ້າງ  5
  • ພະຂາວ   4
  • ນາທົ່ມ    4
  • ສະພັງມືກ 3
  • ຄຳາຮຸ່ງ    3
  • ເວີນຄຳ    2
  • ທົ່ງມັ່ງ     1
  • ສີວີໄລ 1
  • ຊ້າງຄູ້ 1
  • ໂນນສະອາດ   1
  • ຕານມີໄຊ 1

-ເມືອງຫາດຊາຍຟອງ ມີ 13 ບ້ານ (16 ຄົນ)

  • ດົງຄຳຊ້າງ 2
  • ສົມຫວັງເໜືອ 2
  • ທ່າເດື່ອ   2
  • ໜອງແວງ     1
  • ໜອງສະໂນຄຳ     1
  • ແກ້ງປາຢ້າງ   1
  • ດົງໂພສີ   1
  • ໜອງເເຫ້ວ   1
  • ດົງໂພນເລົາ   1
  • ໜອງໄຮ  1
  • ດອນຝ້າຍ 1
  • ດອນດູ່    1
  • ຫາດຊາຍຂາວ     1

-ເມືອງ ສັງທອງ ມີ 3 ບ້ານ (15 ຄົນ)

  • ຫີນສີ່ວ    10
  • ໄຮ່ໃຕ້ 4
  • ເພຍລາດ 1

-ເຫຼືອນັ້ນ ທີມງານກຳລັງເກັບກຳຂໍ້ມູນລະອຽດ.

2.ຫຼວງພະບາງ, ມີ 160 ຄົນ ໃນ 14 ບ້ານ ແລະ 4 ເມືອງ

3.ວຽງຈັນ, ມີ 135 ຄົນ ໃນ 33 ບ້ານ ແລະ 5 ເມືອງ

4.ບໍ່ແກ້ວ, ມີ 41 ຄົນ ໃນ 9 ບ້ານ ແລະ 2 ເມືອງ

5.ສາລະວັນ, ມີ 25 ຄົນ ໃນ 2 ບ້ານ ແລະ 2 ເມືອງ

6.ອຸດົມໄຊ, ມີ 23 ຄົນ ໃນ 18 ບ້ານ ແລະ 6 ເມືອງ

7.ຈໍາປາສັກ, ມີ 20 ຄົນ ໃນ 8 ບ້ານ ແລະ 3 ເມືອງ

8.ຄໍາມ່ວນ, ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ

9.ບໍລິຄໍາໄຊ, ມີ 8 ຄົນ ໃນ 3 ບ້ານ ແລະ 1 ເມືອງ

10.ສະຫວັນນະເຂດ, ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ

11.ຫຼວງນໍ້າທາ, ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ

12.ເຊກອງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

13.ໄຊສົມບູນ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ: ແຂວງ ໄຊຍະບູລີ ມີ 2 ຄົນ, ສະຫວັນນະເຂດ 1 ຄົນ ແລະ ນະຄອນຫຼວງວຽງຈັນ 1​ ຄົນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 25 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 37,018 ຄົນ, ເສຍຊີວິດສະສົມ 56 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 497 ຄົນ, ກໍາລັງປິ່ນປົວ 6,909 ຄົນ.

ຜູ້ເສຍຊີວິດໃໝ່ +3 ຄົນ ຈາກໂຄວິດ-19 ວັນທີ 26 ຕຸລາ 2021

ຕາມການລາຍງານ ຂອງຄະສະເພາະກິດປະຈຳວັນທີ 26 ຕຸລາ 2021 ໃຫເຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມ +3 ຄົນ ເຊິ່ງລວມສະສົມແລ້ວ 56 ຄົນ.

ສຳລັບຜູ້ເສຍຊີວິດໃໝ່ມີຂໍ້ມູນດັ່ງນີ້:

ຜູ້ທີ1: ເພດຊາຍ, ອາຍຸ 77 ປີ, ບ້ານໜອງໃສ, ເມືອງສາລະວັນ, ແຂວງສາລະວັນ,

  • ຜູ້ກ່ຽວມີພະຍາດປະຈໍາຕົວ: ເປັນເບົາຫວານ, ວັນນະໂລກປອດ ແລະ ຄວາມດັນເລືອດສູງ.
  • ຜ່ານມາໄດ້ສັກວັກຊີນກັນໂຄວິດ J&J ຄົບ
  • ວັນທີ 25 ກັນຍາ 2021: ມາກວດຢູ່ໂຮງໝໍແຂວງສາລະວັນ ດ້ວຍອາການ ອິດເມື່ອຍ, ອ່ອນເພຍ.    
  • ຜູ້ກ່ຽວປິ່ນປົວຢູ່ໂຮງໝໍດັ່ງກ່າວ 2 ອາທິດ ແຕ່ອາການບໍ່ດີຂຶ້ນ
  • ວັນທີ 9 ຕຸລາ 2021: ໄດ້ນຳສົ່ງຄົນເຈັບໄປປິ່ນປົວ ຢູ່ໂຮງໝໍ 106 ກອງທັບ, ຫລັງຈາກນັ້ນ ຈິ່ງສົ່ງຕໍ່ເຂົ້າປິ່ນປົວຢູ່ໂຮງໝໍແຂວງຈໍາປາສັກ ຍ້ອນອາການທາງລະບົບຫາຍໃຈຮຸນແຮງກະທັນຫັນ ແລະ ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19.
  • ວັນທີ 10 ຕຸລາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ນໍາສົ່ງໄປປິ່ນປົວໂຄວິດຢູ່ໂຮງໝໍໂພນທອງ ເປັນເວລາ 10 ວັນ
  • ວັນທີ 19 ຕຸລາ 2021: ອາການຜູ້ກ່ຽວບໍ່ດີຂື້ນ ຈຶ່ງໄດ້ຍ້າຍມາປີ່ນປົວຢູ່ສູນປີ່ນປົວໂຮງໝໍແຂວງສາລະວັນ.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ນັບແຕ່ວັນທີ 19-25 ຕຸລາ 2021
  • ວັນທີ 25 ຕຸລາ 2021 ເວລາ 02:00 ໂມງເຊົ້າ ຜູ້ກ່ຽວອາການບໍ່ດີຂື້ນ, ຫາຍໃຈຝືດ, ແໜ້ນໜ້າເອີກ ເເລະ ເສຍຊີວິດໃນເວລາຕໍ່ມາ.

ຜູ້ທີ 2: ເພດຊາຍ, ອາຍຸ 57 ປີ, ອາຊີບ: ກຳມະກອນ, ບ້ານ ໂນນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

  • ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອທີ່ໄດ້ນອນປີ່ນປົວຢູ່ ໂຮງໝໍມິດຕະພາບ ໃນວັນທີ  21/10/2021.
  • ພະຍາດປະຈຳຕົວ: ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ, ໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ນັບແຕ່ວັນທີ 21-25/10/2021
  • ວັນທີ 25/10/2021 ເວລາ ~19:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 3: ເດັກອາຍຸ 4 ປີ, ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ຄົນໃນຄອບຄົວ (ແມ່ ແລະ ອ້າຍ) ກວດພົບເຊື້ອພະຍາດໂຄວິດ-19

  • ບໍ່ມີພະຍາດປະຈໍາຕົວ ແລະ ຜູ້ກ່ຽວມີສຸຂະພາບແຂງແຮງ
  • ວັນທີ 24 ຕຸລາ 2021 ເວລາ 18:00 ໂມງ ໄດ້ເຂົ້າມາກວດຢູ່ສຸກເສີນ ຂອງໂຮງໝໍແຂວງວຽງຈັນ ຍ້ອນຖືກອຸບັດຕິເຫດໃບໜ້າ ແລະ ຫົວໄຂ່ບວມ, ບໍ່ໄດ້ສະຕິ
  • ມາຮອດເວລາ 24:00 ໂມງ: ເດັກມີອາການຫາຍໃຈຊ້າ, ຢຸດຫາຍໃຈ ເເລະ ຕໍ່ມາໄດ້ເສຍຊີວິດ
  • ໄດ້ເກັບຕົວຢ່າງເພື່ອມາກວດຊອກຫາພະຍາດໂຄວິດ-19, ແຕ່ວ່າຜູ້ກ່ຽວເສຍຊີວິດກ່ອນທີ່ຜົນກວດຈະອອກມາວ່າພົບເຊື້ອພະຍາດໂຄວິດ-19.

ລາຍງານໂຄວິດ-19 ວັນທີ 26 ຕຸລາ 2021

ຕາມການລາຍງານ ຂອງເພຈ ສູນຂໍ້ມູນຂ່າວສານການແພດ

ລາຍລະອຽດພາຍຫຼັງ, ຫຼັງຈາກຖະແຫຼງຂ່າວປະຈຳວັນ.

ຈັບເປົ້າໝາຍຢາເສບຕິດພ້ອມຂອງກາງ ຢາໄອ 3 ເປົາ ແລະ 33 ແທ່ງ ໜັກ 35 ກິໂລ

ຕາມການລາຍງານ ຂອງຂ່າວ ປກສ ແຂວງບໍລິຄຳໄຊ, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ໃນເວລາ 16 ໂມງ ຂອງວັນທີ 21 ຕຸລາ 2021 ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າມີເປົ້າໝາຍຈະຂົນສົ່ງຢາເສບຕິດ (ປະເພດຢາໄອ້) ດັ່ງນັ້ນ ຈຶ່ງໄດ້ຈັດວາງກໍາລັງ ອອກກວດກາ ຕາມຈຸດເສັ້ນທາງ ເຂດບ້ານນາເມືອງ ຫາບ້ານ ທົ່ງແປ ເມືອງຄໍາເກີດ.

ພໍມາຮອດ ເວລາ ປະມານ 19 ໂມງ ຂອງວັນດຽວກັນ ຈຶ່ງພົບເຫັນລົດເປົ້າໝາຍ ເປັນລົດກະບະ ຟອດແລັນເຈີ່ບໍ່ຕິດແຜ່ນປ້າຍທະບຽນ ຂັບຂີ່ອອກມາຈາກບ້ານນາເມືອງ.

ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ສະກັດ ແລະ ກວດຄົ້ນລົດຄັນດັ່ງກ່າວ ພົບເຫັນ ຢາເສບຕິດ (ປະເພດຢາໄອ້) ຈໍານວນ 3 ເປົາ, ມີ 33 ແທ່ງ ນໍ້າໜັກ 35 ກິໂລກຼາມ, ປືນແວງ 01 ກະບອກ, ໂທລະສັບ 07 ໜ່ວຍດັແລະ ໄດ້ກັກຕົວເຈົ້າຂອງລົດດັ່ງກ່າວ ຊື່ ທ້າວ ປາຮົວມົວ ອາຍຸ 36 ປີ ປະຊາຊົນ ບ້ານທົ່ງຈະເລີນ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພ້ອມຂອງກາງຄະດີ ມາສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

ແຈ້ງການ ຈາກກະຊວງອຸດສາຫະກຳ ແລະ ການຄ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການວ່າດ້ວຍການລົບລ້າງອອກໃບອະນຸຍາດນຳເຂົ້າລົດແທຣັກເຕີທີ່ຮັບໃຊ້ສະເພາະການຜະລິດກະສິກຳ ສະບັບເລກທີ 0982/ອຄ ລົງວັນທີ 19 ຕຸລາ 2021 ນະຄອນຫຼວງວຽງຈັນ.

ແອັດມິນເພຈໄທ ຢື່ນຄຳຮ້ອງໃຫ້ສະຖານທູດລາວ ກວດສອບບັ້ງໄຟພະຍານາກຈາກຝັ່ງລາວ

ແອັດມິນເພສ ພິສູດບັ້ງໄຟພະຍານາກ ຍື່ນຄຳຮ້ອງໃຫ້ສະຖານທູດ ສປປ ລາວ ປະຈຳໄທ ເພື່ອຂໍໃຫ້ກວດສອບມູນຄວາມຈິງ ກໍລະນີທີ່ມາຂອງບັ້ງໄຟພະຍານາກ ທີ່ເກີດຈາກການຍິງລູກປືນແສງ ຈາກບ້ານເຂດຝັ່ງລາວ ເຮັດໃຫ້ຄົນໄທເຂົ້າໃຈຜິດວ່າເປັນບັ້ງໄຟພະຍາຍນາກມາຫຼາຍສິບປີ.

ຈາກການລາຍງານຂ່າວ ຂອງ Thairath ໃຫ້ຮູ້ວ່າ: ເຊົ້າມື້ນີ້ ວັນທີ 25 ຕຸລາ 2021 ໄດ້ມີແອັດມິນເພຈພິສູດບັ້ງໄຟພະຍານາກ ນຳຫຼັກຖານເປັນລາຍຊື່ບ້ານ ຮູບຖ່າຍ ແລະ ວີດີໂອທີ່ໄດ້ບັນທຶກການເກີດບັ້ງໄຟພະຍານາກວ່າ ເປັນການຍິງລູກປືນແສງ ຈາກບ້ານເຂດຝັ່ງລາວ ເຊິ່ງໄດ້ສ້າງຄວາມເຂົ້າໃຈຜິດໃຫ້ຄົນໄທວ່າ ເປັນບັ້ງໄຟພະຍານາກ.

ແອັດມິນເພຈ ດັ່ງກ່າວ ບອກວ່າ: ໄດ້ກວດສອບ ແລະ ສັ່ງເກດການເລື່ອງນີ້ມາດົນເຖິງ 10 ປີ ແລະ ໃນປີ 2011, ໄດ້ເດີນທາງໄປເບິ່ງບັ້ງໄຟພະຍານາກດ້ວຍໂຕເອງ ໂດຍໃຊ້ກ້ອງ DSLR ເປີດໜ້າກ້ອງໄວ້ ເພື່ອໃຫ້ເຫັນລູກໄຟເປັນເສັ້ນ ແຕ່ພາບທີ່ໄດ້ມາພັດບໍ່ແມ່ນລູກໄຟຂຶ້ນຈາກນໍ້າ ສ່ວນໃຫຍ່ແມ່ນຂຶ້ນມາຈາກຝັ່ງລາວທັງໝົດ ໂດຍລັກສະນະຄ້ານຄືຂອງແຂງ ແລະ ລອຍຂຶ້ນເປັນເສັ້ນຊື່.

ພ້ອມຍັງກ່າວອີກວ່າ: ຕົນເອງໄດ້ປ່ຽນບ່ອນເບິ່ງບັ້ງໄຟພະຍານາກໄປຫຼາຍໆບ່ອນ ເພື່ອຈະເຫັນບັ້ງໄພຂຶ້ນຈາກນໍ້າ ໂດຍຫວັງຊ່ວງປີກ່ອນໆ ໄດ້ນຳໃຊ້ໂດຣນມາຖ່າຍເພື່ອເປັນຫຼັກຖານ ເປັນການຕັ້ງກ້ອງຈາກຝັງໄທ ເຊິ່ງໄດ້ພົບວ່າ ໃນວີດີໂແທີ່ບັນທຶກໄດ້ ສ່ວນໃຫຍ່ບັ້ງໄຟແມ່ນປາກົດຂຶ້ນມາຈາກຝັ່ງລາວທັງໝົດ ເປັນການຍິງເລີກເຂົ້ສໄປໃນນໍ້າ ແລະ ເຊື່ອວ່າບັ້ງໄຟພະຍານາກ ແມ່ນເກີດຈາກຄົນເຮັດ.

ກຽມຮັບມື້! ພາຍຸດີເປລຊັ້ນ ລະຫວ່າງ 26-29 ຕຸລານີ້

ແຈ້ງເຕືອນ ພາຍຸດີເປລຊັ້ນ (Tropical Depression) ສະບັບທີ 1, ພາຍຸດີເປູ່ຊັ້ນ ໄດ້ກໍ່ຕົວຢູ່ເຂດ ທະເລຈີນຕອນລຸ່ມ, ຊຶ່ງໃນເວລາ 07 ໂມງ 00 ຂອງວັນທີ 25 ຕຸລາ 2021 ມີຈຸດສູນກາງຢູ່ເສັ້ນຂະຫນານທີ 10.8 ອົງສາເຫນືອ ແລະ ເສັ້ນແວງທີ 114.2 ອົງສາຕາເວັນອອກ, ກໍາລັງເຄື່ອນທີ່ໃນທິດຕາເວັນຕົກສ່ຽງເຫນືອ ຊຶ່ງຄວາມໄວສູງສຸດຢູ່ໃກ້ຈຸດສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.

ພາຍຸຫົວນີ້ ຈະເຄື່ອນທີ່ຂຶ້ນຝັ່ງທາງພາກໃຕ້ຂອງປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ 27 ຕຸລາ 2021 ແລະ ສືບຕໍ່ເຄື່ອນ ທີ່ຜ່ານພາກເຫນືອຂອງປະເທດກໍາປູເຈຍໃຫ້ກັບພາກໃຕ້ຂອງ ປະເທດລາວ ໃນວັນທີ 28 ຕຸລາ 2021 ນີ້.

ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກໃຕ້ ແລະ ພາກກາງໃນ ໄລຍະວັນທີ 26 ຫາ 29 ຕຸລາ 2021.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຫນັກ ແລະ ລົມພັດແຮງ ທີ່ ຈະເຮັດໃຫ້ມີ ນ້ໍາຖ້ວມອັ່ງ ແລະ ນ້ໍາຖ້ວມຶ່ງ, ຕົ້ນໄມ້ຫັກລົ້ມ ແລະ ເຮືອນເປ່ເພ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້, ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ຫນ້ານີ້.

ຕົວເລກແຕ່ລະມື້ຍັງສູງ! ເສຍຊີວິດໃໝ່ລຽນຕິດ ມື້ນີ້ +1 ລວມ 53 ກໍລະນີ

ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 25 ຕຸລາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,741ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 615 ຄົນ (ຕິດເຊື້ອພາຍໃນ ມີ 612 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 612 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1.ຫຼວງພະບາງ 229 ຄົນ

  • ນະຄອນຫຼວງພະບາງ ມີ 12 ບ້ານ , 207 ຄົນ, (ບ້ານຜາໂອ,  ບ້ານໂພສີ, ບ້ານວັງເງີນ ,ບ້ານຄົກມັນ, ບ້ານມ້າ, ບ້ານພອນໄຊ , ບ້ານຄອຍ, ບ້ານປ່ອງຄຳ, ບ້ານປາກປາ, ບ້ານຜານົມ, ບ້ານໂພນສະອາດ )
  • ເມືອງນ້ຳບາກ ມີ 5 ບ້ານ , 10 ຄົນ ( ບ້ານຫ້ວຍເຢັນ , ບ້ານຫົວນາ , ບ້ານຄົກນາງ, ບ້ານບົມ, ບ້ານແສນຫຼວງ)
  •  ເມືອງປາກອູ ມີ 2 ບ້ານ 9 ຄົນ( ບ້ານຖິ່ນຈະເລີນ, ບ້ານຫາດຄໍ້ )
  •  ເມືອງງອຍມີ 2 ບ້ານ 3 ຄົນ (ບ້ານສົບກອງ, ບ້ານພູຫຼວງ)

2.ນະຄອນຫຼວງ 114 ຄົນ: ມາຈາກ 56 ບ້ານ, ໃນ 6 ເມືອງ

  • ເມືອງຈັນທະບູລີ ມີ 08 ບ້ານ ,16 ຄົນ ( ບ້ານ ໜອງປີງ, ໜອງທາເໜືອ, ສີດຳດວນ, ສາຍລົມ, ທົ່ງຕູ່ມ, ຮ່ອງຄ້າ, ສີສະຫວາດ, ດົງປ່າແຫຼບ)
  • ເມືອງສີໂຄດຕະບອງ ມີ 17 ບ້ານ 30 ຄົນ (ບ້ານ ສີໄຄທົ່ງ, ນາແຮ່, ຕາດທອງ, ດ່ານຄຳ, ໂພສີ, ຈຳປາ, ໂນນຂີ້ເຫຼັກ, ໜອງປາໃນ, ໜອງດ້ວງເໜືອ, ໂພນສົມບູນ, ໜອງແຕ່ງ, ດົງນາໂຊກ, ຫລັກຫີນ, ບ້ານໃໜ່, ວຽງຄຳ, ຫນອງຫນ້ຽວ ແລະ ປົກຄອງ ມ. ສີໂຄດ)
  •    ເມືອງໄຊເສດຖາ ມີ 13 ບ້ານ , 21 ຄົນ , (ບ້ານຈອມມະນີ, ນາໄຊ, ຫົວຂົວ, ເມືອງນ້ອຍ, ໂພນເຄັງ, ໂນນຫວາຍ, ໂນນສະຫວັນ, ໂພນໄຊ, ໂພນສະອາດ, ວັງຊາຍ, ສະພັງຫມໍ້, ໂນນສະຫວ່າງ, ແສງສະຫວ່າງ)
  •    ເມືອງສີສັດຕະນາກມີ 08 ບ້ານ , 27 ຄົນ,  (ບ້ານໂພນສີນວນ, ທົ່ງກາງ, ໂພນສະຫວ່າງ, ໂພນປ່າເປົ້າ, ຈອມເພັດເຫນືອ, ທ່າພະລານໄຊ, ສະພານທອງເໜືອ, ພະໂພ)
  •    ເມືອງໄຊທານີ ມີ 09 ບ້ານ, 15 ຄົນ , (ບ້ານໄຊສະຫວ່າງ, ອຸດົມຝົນ, ຊ້າງຄູ້, ຕານມີໄຊ, ສີວິໄລ, ຄຳຮຸ່ງ, ສະພັງຄະນົງ, ນາແຄ, ພະຂາວ)
  • ເມືອງຫາດຊາຍຟອງ ມີ 01 ບ້ານ (01 ຄົນ) ບ້ານບໍ່ໂອ.
  • ຍັງສືບຕໍ່ເອົາຂໍ້ມູນ 04 ຄົນ

3.ວຽງຈັນ 98  ຄົນ ຈາກ 5 ເມືອງ.

  • ເມືອງກາສີ, ມີ 09 ບ້ານ, 33 ຄົນ ( ບ້ານວຽງແກ້ວ, ບ້ານພູຄໍາ , ບ້ານນາມົນ , ບ້ານນາແທ່ນ, ບ້ານນາຊູ ,    ບ້ານຜາຕໍ່, ບ້ານໂພນສີດາ, ບ້ານໂພນທ່ຽງ ແລະ ບ້ານໜອງບົວວຽງ )
  •  ເມືອງແກ້ວອຸດົມ, ມີ 05 ບ້ານ, 23 ຄົນ  (    ບ້ານທ່າຊັນ ,ບ້ານພູເຂົາຄໍາ , ບ້ານທ່າລາດ , ບ້ານໂພນຄໍາ , ບ້ານກົກກ້ຽງ.
  •  ເມືອງທຸລະຄົມ, ມີ 02 ບ້ານ, 16 ຄົນ ( ບ້ານນາແພງ ,     ບ້ານຫາດສວນ)
  • ເມືອງວຽງຄໍາ, ມີ 03 ບ້ານ, 12 ຄົນ  (   ບ້ານເມືອງເກົ່າ , ບ້ານໂພນໝີ , ບ້ານໂພນຊ່ອງ )
  •  ເມືອງໂພນໂຮງ, ມີ 03 ບ້ານ, 03 ຄົນ ( ບ້ານແຈ້ງງສະຫວ່າງ , ບ້ານໂພນໄຊ , ບ້ານພູສັນ)
  • ມາຈາກຕ່າງແຂວງ (ບ້ານໂພສີ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ມີ 03 ຄົນ) ຊື່ງ ເປັນຄອບຄົວດຽວກັນ.

4.ຄໍາມ່ວນ 48 ຄົນ

  • ເມືອງທ່າແຂກ, ມີ 09 ບ້ານ, 47 ຄົນ ( ບ້ານດອນມະໄຫຼ, ບ້ານນາຕາດ, ບ້ານສຸກສະຫວັນ, ບ້ານສົມສະໜຸກ, ບ້ານໜອງຜື, ບ້ານນາໜອງແກ້ວ, ບ້ານນາມ່ວງ, ບ້ານມ່ວງສຸມ, ບ້ານໂພນສີທ່າ )
  •    ເມືອງຫີນບູນ, ບ້ານໄຊສົມບູນ ມີ 01 ຄົນ.

5.ບໍ່ແກ້ວ 48 ຄົນ

  • ຈາກເມືອງຫ້ວຍຊາຍ, ມີ 13 ບ້ານ, 48 ຄົນ, ( ບ້ານຫ້ວຍຊາຍໃຕ້, ບ້ານປ່າອ້ອຍ , ບ້ານ ຫ້ວຍຊາຍເໜຶອ, ບ້ານ ປາກຮາວເໜຶອ, ບ້ານ ມົກກະຈົກ, ບ້ານ ອຸດົມ, ບ້ານ ພິບຸນທອງ, ບ້ານຫ້ວຍມອນ, ບ້ານວຽງໃໝ່, ບ້ານໂພນໄຊ ,ບ້ານດອນພ້າວ, ບ້ານນໍ້າມ້າ, ບ້ານໂພນທອງ.

6.ຫຼວງນໍ້ທາ 26 ຄົນ

• ເມືອງນໍ້າທາ, ມີ 19 ບ້ານ, 26 ຄົນ (ບ້ານໄຊສົມບູນ, ບ້ານຂອນ , ບ້ານໂພນໄຊ, ບ້ານຫລວງ, ບ້ານພຽງງາມ , ບ້ານໂພນໄຊສະຫວ່າງ, ບ້ານວຽງຄໍາ, ບ້ານດອນສໍາພັນ,  ບ້ານທົ່ງໄຈ້ເໜຶອ , ບ້ານດອນໄຊ, ບ້ານນໍ້າທຸງ, ບ້ານນາຫ້ອມ, ບ້ານບໍ່ແຕນ, ບ້ານປ່າສັກ, ບ້ານວຽງເງິນ, ບ້ານວຽງໃຕ້, ບ້ານໜອງບົວວຽງ )

7.ໄຊສົມບູນ 18 ຄົນ

  •  ເມືອງອະນຸວົງ, ບ້ານພູຫົວຊ້າງ ມີ 16 ຄົນ
  • ເມືອງທ່າໂທມ, ບ້ານໂພນໂຮມ ມີ 01 ຄົນ
  •  ເມືອງລ້ອງຊານ, ບ້ານນໍ້າຄຸຍ ມີ 01 ຄົນ

8.ບໍລິຄໍາໄຊ 14 ຄົນ

  •    ເມືອງປາກກະດີງ, ມີ 04 ບ້ານ, 09 ຄົນ ( ບ້ານທົ່ງນາມີ ,     ບ້ານນໍ້າສ້າງ , ບ້ານຫ້ວຍໄຮ , ບ້ານໂພນຈະເລີນ.
  • ເມືອງປາກຊັນ, ມີ 02 ບ້ານ, 02 ຄົນ ( ບ້ານຫົງໄຊ , ບ້ານສອງຄອນ)

9.ຈໍາປາສັກ 12 ຄົນ

  •  ນະຄອນປາກເຊ, ມີ 05 ບ້ານ, 07 ຄົນ
  • ເມືອງໂພນທອງ ມີ 02 ບ້ານ, 03 ຄົນ
  • ເມືອງບາຈຽງຈະເລີນສຸກ, ບ້ານໄຊສະຫວ່າງ ມີ 02 ຄົນ

10.ສະຫວັນນະເຂດ 3 ຄົນ: ນະຄອນໄກສອນ ມີ 02 ບ້ານ, 03 ຄົນ

11.ສາລະວັນ 2 ຄົນ

  • ເມືອງສະໜ້ວຍ, ບ້ານເທດສະບານ ມີ 01 ຄົນ
  • ເມືອງສາລະວັນ, ບ້ານບືງຂາມ ມີ 01 ຄົນ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 3 ຄົນ: ທັງ 3 ຈາກ ແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 24 ຕຸລາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 36,248 ຄົນ, ເສຍຊີວິດສະສົມ 53ຄົນ (ໃໝ່ 1), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 381 ຄົນ, ກໍາລັງປິ່ນປົວ 7,088 ຄົນ.

ຊົມເຊີຍ! ທຸກພາກສ່ວນກ່ຽວຂ້ອງ ເຮັດໃຫ້ຕົວເລກຜູ້ປ່ວຍໂຄວິດ-19 ໜ້ອຍລົງ

ຂໍໃຫ້ເປັນສູນໄວໆເດີ້!

ຕາມການລາຍງານຂອງ ຄະນະສະເພາະກິດໂຄວິດ-19 ເມືອງວິລະບູລີ ໃຫ້ຮູ້ວ່າ: ຍ້ອນຄວາມເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຂອງການນຳ ພັກ-ລັດກໍ່ຄືຄະນະສະເພາະກິດ ຂັ້ນຕ່າງໆ ບວກກັບການສຸ່ມເຫື່ອເທແຮງເຂົ້າໃສ່ການປິ່ນປົວຂອງແພດໝໍ ເຮັດໃຫ້ມາຮອດປະຈຸບັນ ຕົວເລກຜູ້ທີ່ຕິດພະຍາດໂຄວິດ-19 ທີ່ຍັງຄ້າງສູນປິ່ນປົວພາຍໃນໂຮງໝໍພາກສະໜາມຂອງແຂວງສະຫວັນນະເຂດ ຫຼຸດລົງຢ່າງຕໍ່ເນື່ອງ ເຊິ່ງຍັງເຫຼືອພຽງ 327 ຄົນເທົ່າ ນັ້ນ, ຫວັງວ່າອີກບໍ່ດົນຕົວເລກນີ້ ຈະກາຍເປັນສູນ.ໃນວັນທີ 21 ຕຸລາ 2021 ເວລາ 9:30 ໂມງ ໄດ້ມີພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 45 ກໍລະນີ ທີ່ໄດ້ຮັບການປິ່ນປົວດີຈາກໂຮງໝໍສະໜາມຫຼັກ 9 ມີຈຳນວນ 44 ຄົນ ແລະໂຮງໝໍສະໜາມແພໄໝ 1 ຄົນ.

ເຊິ່ງກ່ອນກັບບ້ານ-ເຮືອນ, ທາງກຸ່ມວຽກຂ່າວສານເພື່ອສຸ ຂະພາບ ແລະສຸຂະສຶກສາ ໄດ້ໃຫ້ ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະຄອບຄົວວ່າ: ພາຍຫຼັງທີ່ກັບ ເມືອບ້ານ-ເຮືອນແລ້ວ ຕ້ອງໄດ້ມີ ການສືບຕໍ່ແຍກປ່ຽວກັກບໍລິເວນ ໂຕເອງຢູ່ສູນກັກບໍລິເວນຂອງ ເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດ ໄວ້ໃຫ້ໃນແຕ່ລະເມືອງ, ບ້ານ ແລະ ສະຖານທີ່ສ່ວນຕົວ ຈາກນີ້ກໍ່ໃຫ້ ເອົາໃຈໃສ່ປະຕິບັດມາດຕະການ ປ້ອງກັນຢ່າງເຂັ້ມງວດ, ໃຫ້ຮັກ ສາໄລຍະຫ່າງທາງສັງຄົມ, ໃສ່ ຜ້າອັດປາກ ແລະໝັ່ນລ້າງມືໃສ່ ສະບູ ຫຼືເຈວຂ້າເຊື້ອເປັນປະຈໍາຕະ ຫຼອດເຖິງການຕິດຕາມອຸນຫະພູມ ແລະອາການເຈັບເປັນຂອງຕົນ ເອງໃນແຕ່ລະວັນ, ຖ້າມີອາການ ເຈັບເປັນໃດໜຶ່ງແມ່ນໃຫ້ໂທປຶກ ສາແພດ ເພື່ອຂໍຄໍາແນະນໍາໃນການ ປະຕິບັດຕົນ ພ້ອມດຽວກັນນີ້, ພີ່ ນ້ອງຄົນອ້ອມຂ້າງກໍ່ຕ້ອງໃຫ້ກຳ ລັງໃຈ ແລະໃຫ້ໂອກາດຜູ້ຕິດເຊື້ອ ໄດ້ກັບມາໃຊ້ຊີວິດຕາມປົກກະຕິ.ສຳລັບຕົວ ເລກຜູ້ຕິດເຊື້ອພະ ຍາດໂຄວິດ-19 ສະສົມຢູ່ແຂວງ ສະຫວັນນະເຂດ ມາຮອດວັນທີ 21 ຕຸລາ 2021 ມີຈຳນວນທັງໝົດ 7.522 ຄົນ, ປິ່ນປົວດີເເລ້ວສະ ສົມ 7.195 ຄົນ, ຍັງປິ່ນປົວຢູ່ໂຮງ ໝໍສະໜາມ 327 ຄົນ, ເສັຍຊີວິດ ສະສົມ 11 ຄົນ, ຍິງ 2 ຄົນ./.

ຂ່າວ: ສະຫວັນພັດທະນາ

ເຈົ້າໜ້າທີ່ພົບອິນເຕີເນັດກາເຟ ລັກເປີດບໍລິການ ເຂດບ້ານສວນມອນ

ປກສ ກຸ່ມສວນມອນ ສົມທົບພາກສ່ວນກ່ຽວຂ້ອງ ປະຕິບັດຕາມຄໍາສັ່ງ ເລກທີ 38/ສພກ.ນວ ຕໍ່ຮ້ານອິນເຕີເນັດກາເຟ ທີ່ລັກເປີດບໍລິການ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 21:47 ໂມງ ຂອງວັນທີ 23 ຕຸລາ 2021, ປກສ ກຸ່ມສວນມອນ ສົມທົບກັບອໍານາດການປົກຄອງບ້ານ ອອກກວດກາລາດຕະເວນ ພົບເຫັນຮ້ານອິນເຕີເນັດກາເຟ ລັກເປີດບໍລິການ ຈໍານວນ 1 ຮ້ານ ຂອງທ້າວ ສາຍຟ້າ ອາຍຸ 28 ປີ ອາຊີບ ນັກທຸລະກິດ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ເຊິ່ງຜູ້ກ່ຽວ ໄດ້ເຊົ່າເຮືອນ ຢູ່ບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເພື່ອເປີດຮ້ານອິນເຕີເນັດກາເຟ. ຜ່ານການກວດກາ ຂອງເຈົ້າໜ້າທີ່ ພົບເຫັນຄົນມາເຕີມເຊີ 1 ຄົນ ຢູ່ຮ້ານດັ່ງກ່າວ. ດັ່ງນັ້ນ, ເຈົ້າໜ້າທີ່ ໄດ້ເຮັດບົດທຶກໄວ້ເປັນຫຼັກຖານ.

ສ່ວນການແກ້ໄຂ ໄດ້ເຊີນເຈົ້າຂອງກິດຈະການ ຂຶ້ນມາຫ້ອງການ ກອງບັນຊາການ ປກສ ເມືອງສີສັດຕະນາກ ປະຕິບັດຕາມຄໍາສັ່ງເລກທີ 38/ສພກ.ນວ ຕໍ່ ຮ້ານອິນເຕີເນັດກາເຟ ລັກເປີດບໍລິການເຕີມເຊີ ເຊິ່ງເປັນການກະທໍາທີ່ລະເມີດຄໍາສັ່ງຂອງຂັ້ນເທິງວາງອອກ.

ກອງບັນຊາການ ປກສ ນວ ຮຽກຮ້ອງປະຊາຊົນ ນວ ຈົ່ງປະຕິບັດຕາມຄໍາສັ່ງເລກທີ 38/ສພກ.ນວ ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນວ ໃຫ້ຫຼຸດໜ້ອຍຖອຍລົງ, ຖ້າບຸກຄົນ ຫຼື ນິຕິບຸກຄົນໃດ ບໍ່ປະຕິບັດຕາມ ຈະຖືກປັບໃໝ 3.000.000 ກີບ/ຄົນ/ຄັ້ງ ແລະ ນິຕິບຸກຄົນ 10.000.000 ກີບ/ຄົນ/ຄັ້ງ.