ຕາມການລາຍງານ ຂອງເພຈສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ, ໃນຖະແຫຼງຂ່າວປະຈຳວັນ
ຕາມການລາຍງານ ຂອງເພຈສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ, ໃນຖະແຫຼງຂ່າວປະຈຳວັນ
ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 24 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ເພີ່ມ 2 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:
ຜູ້ເສຍຊີວິດ ທີ 1: ເພດຍິງ, ອາຍຸ 70 ປີ, ປະຈຸບັນຢູ່ບ້ານ ດານສະຫວັນ ເມືອງແກ້ວອຸດົມ, ແຂວງວຽງຈັນ
ຜູ້ເສຍຊີວິດ ທີ 2: ເພດຍິງ, ອາຍຸ 31 ປີ, ອາຊີບ ພະນັກງານອາສາສະໜັກ, ບ້ານຢູ່ ບ້ານຊຽງຫວາງທ່າ, ເມືອງ ໜອງບົກ, ແຂວງຄຳມ່ວນ

ສຳລັບຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃໝ່ 648 ຄົນ ມີດັ່ງນີ້
ສຳລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈຳນວນ 13 ຄົນ ຄື: ສະຫວັນນະເຂດ 12 ແລະ ສາລະວັນ 1 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈຳກັດບໍລິເວນຢູ່ສູນຈຳກັດບໍລິ ເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາ ສປປລາວ, ເມື່ອຜົນກວດເປັນບວກພວກກ່ຽວຈະ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ທີ່ ແຂວງກຳນົດໄວ້, ສ່ວນການຕິດເຊື້ອພາຍໃນປະເທດ ຈຳນວນ 635 ຄົນ ຄື:
1.ແຂວງວຽງຈັນ 184 ຄົນ ລາຍລະອຽດຄື:
2.ນະຄອນຫຼວງວຽງ ຈັນ 183 ຄົນ ຈາກ 8 ເມືອງ 76 ບ້ານ
3.ຫຼວງພະບາງ ມີ165 ຄົນ ຈາກ 4 ເມືອງ
4.ບໍ່ແກ້ວ 27 ຄົນ ຈາກ 2 ເມືອງ
5.ຈໍາປາສັກ 23 ຄົນ ຈາກ 3 ເມືອງ
6.ບໍລິຄາໄຊ 16 ຈາກ 2 ເມືອງ
7.ຫຼວງນໍ້າທາ 15 ຄົນ ມາຈາກ 4 ເມືອງຄື: ເມືອງນໍ້າທາ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງສິງ
8.ສະຫວັນະເຂດ 9 ຄົນ ຈາກ 2 ເມືອງ ແລະ ນະຄອນໄກສອນ
9.ສາວະວັນ ມີ 9 ຄົນ ຈາກ 3 ເມືອງ
10. ຄໍາມ່ວນ 3 ຄົນ ຈາກ 2 ເມືອງ
11. ອັດຕະປື 1 ຄົນ
ລາຍງານຈາກຄະນະສະເພາະກິດໃຫ້ຮູ້ວ່າ ວັນທີ 23/10/21 ໄດ້ກວດວິເຄາະທັງໝົດ 6838 ຕົວຢ່າງ, ນະຄອນຫຼວງ 2516 ຕົວຢ່າງ, ສະຫວັນນະເຂດ 416, ຈໍາປາສັກ 197, ຫຼວງພະບາງ 908, ຄໍາມ່ວນ 139:
ກວດພົບເຊື້ອ 648 ຕົວຢ່າງ ດັ່ງລາຍລະອຽດຂ້າງລຸ່ມນີ້.
ໃນນີ້ມີລາຍງານຜູ້ເສຍຊີວິດໃໝ່ 2 ຄົນ ເຮັດໃຫ້ຍອດສະສົມ ແມ່ນ 52, ປົວດີມື້ນີ້ 409. ຕິດເຊື້ອສະສົມ 35.633 ຄົນ
ແຂວງວຽງຈັນ: ໃນວັນທີ 23 ຕຸລາ 2021 ເວລາ 8:15ນາທີ ໜວ່ຍກູ້ຊີບອົງການກາແດງແຂວງວຽງຈັນ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອຜ່ານເບີ 023 1625ວ່າມີຄົນເສຍຊີວິດຈາກການຕິດເຊື່ອໂຄວິດ-19 ຢູ່ສູນປີ່ນປົວໂພນໂຮງ ແຂວງວຽງຈັນ.
ເມື່ອໜ່ວຍກູ້ຊີບ-ກູ້ໄພສຸກເສີນໄປຮອດສະຖານທີ່ພົບເຫັນຜູ້ເສຍຊີວິດ ເຈັບ01ຄົນ,ເປັນຍີງ.ອາຍຸ 70 ປີ ຢູ່ບ້ານດານສະຫວັນ ເມືອງແກ້ວອຸດົມ ແຂວງວຽງຈັນ.

ດັ່ງນັ້ນ,ໜ່ວຍກູ້ຊີບອົງການກາແດງແຂວງວຽງຈັນຈື່ງໄດ້ຫໍ-ມ້ຽນສົບຜູ້ເສຍຊີວິດແລ້ວນຳໄປສົ່ງສະການທີ່ປ່າຊ້ານັກຮົບປະຕິວັດນິລະນາມ ແຂວງວຽງຈັນ.
ອຸບັດຕິເຫດ&ເຈັບ-ປວ່ຍສຸກເສີນໂທແຈ້ງ:☎️023 1625 ; 0304555114☎️ຕະຫລອດ24ຊົ່ວໂມງ. 🚑🚑ທ່ານໃດຢາກຊ່ວຍເຫລືອໜ່ວຍງານ ສາມາດບໍລິຈາກປະເພດເຂົ້າສານ
ຊື່ບັນຊີ: RED CROSS VIENTIANT PROVINCE EMERGENCY RECOVERY UNIT
ເລກບັນຊີ: 0191100002370 ສາມາດຕິດຕໍ່ເຂົ້າເບີ 023 1625🚑🚑.
ຕາມການລາຍງານ ຂອງຄະນະສະເພາະກິດ ປະຈຳວັນທີ 23 ຕຸລາ 2021 ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດໃໝ່ +1 ຄົນ ຈາກໂຄວິດ-19 ເຊິ່ງມີລາຍລະອຽດດັ່ງນີ້:
ລາຍລະອຽດຜູ້ຕິດເຊື້ອໃໝ່ທັງໝົດ +467 ຄົນ ມີດັ່ງນີ້: ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາ ເຊື້ອ COVID-19 ທັງຫມົດ 5,717 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 467 ຄົນ (ຕິດເຊື້ອພາຍໃນປະເທດ = 452 ຄົນ,ເດີນທາງຈາກຕ່າງປະເທດ 15 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວິດ 19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 34,985 ຄົນ, ເສຍຊີວິດສະ ສົມ 50 (ໃຫມ່ 1), ປິ່ນປົວຫາຍດີໃນມື້ວານນີ້ 306 ຄົນ.
ຮອດປະຈຸບັນມີຈໍານວນຜູ້ທີ່ຍັງປິ່ນປົວ ແມ່ນ 7,042 ເຊິ່ງຫມາຍຄວາມວ່າ ມາຮອດມື້ນີ້ຍັງມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວມ 0.096 % ຂອງ ຈໍານວນພົນລະເມືອງທັງຫມົດຂອງສປປລາວ
ຈໍານວນແຂວງທີ່ມີລາຍງານການຕິດເຊື້ອ ມື້ນີ້ ແມ່ນມີ ນະຄອນຫຼວງວຽງຈັນ ແລະ 10 ແຂວງ ຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 467 ຄົນ ມີດັ່ງນີ້ 0 ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ ຄື: ຈໍາປາສັກ 11 ຄົນ ແລະ ສະຫວັນນະເຂດ 4 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດ ບໍລິ ເວນ ຂອງແຕ່ລະແຂວງແຕ່ມື້ເດີນທາງ ເຂົ້າມາສປປລາວ, ເມື່ອຜົນກວດເປັນບວກພວກ ກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ທີ່ ແຂວງກໍານົດໄວ້ ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 452 ຄົນ ຄື:
ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 452 ຄົນ ຄື:
1.ນະຄອນຫຼວງ 232 ຄົນ ຈາກ 7 ເມືອງ ແລະ 66 ບ້ານ
• ເມືອງຈັນທະບູລີ ມີ 08 ບ້ານ (25 ຄົນ)
• ເມືອງສີໂຄດຕະບອງ ມີ 12 ບ້ານ (40 ຄົນ)
• ເມືອງໄຊເສດຖາ ມີ 16 ບ້ານ (31 ຄົນ ແລະ ສະຖານທີ່ຄຸມຂັງ 75 ຄົນ)
• ເມືອງສີສັດຕະນາກ 08 ບ້ານ (20 ຄົນ )
• ເມືອງ ນາຊາຍທອງ ມີ 03 ບ້ານ ( 06 ຄົນ)
• ເມືອງໄຊທານີ ມີ 11 ບ້ານ (23 ຄົນ)
• ເມືອງຫາດຊາຍຟອງ ມີ 97 ບ້ານ (11 ຄົນ)
• ຍັງສືບຕໍ່ເອົາຂໍ້ມູນ 01 ຄົນ
2.ຫຼວງພະບາງ 57 ຄົນ
• ນະຄອນຫຼວງພະບາງ ມີ 10 ບ້ານ ແລະ 1 ສະຖານທີ່ຄຸມຂັງ (35 ຄົນ)
– ວັດຫາດຮຽນ ມີ 14 ຄົນ – ບ້ານທາດໂບສົດມີ 6 ຄົນ, – ບ້ານປາກປາ ມີ 4 ຄົນ – ບ້ານຜາສຸກ ມີ 3 ຄົນ, ບ້ານໂພສີ ມີ 2 ຄົນ – ບ້ານຄອຍ, ສະຖານທີ່ຄຸມຂັງຜາໂອ, ບ້ານພູຫມອກ, ບ້ານພູເຫຼັກ, ບ້ານມ້າ, ບ້ານວັງເງີນ, ມີ ບ້ານລະ 1 ຄົນ
• ເມືອງນ້ໍາບາກ ມີ (14 ຄົນ)
– ບ້ານວັງຄໍາ ມີ 6 ຄົນ – ບ້ານນ້ໍາມອງ ມີ 5 ຄົນ – ບ້ານຫ້ວຍເຢັນ ມີ 2 ຄົນ – ບ້ານປາກມອງ ມີ 1 ຄົນ
• ເມືອງປາກອູ ມີ 2 ບ້ານ (7 ຄົນ) ບ້ານຫາດຄໍ້ ມີ 4 ຄົນ, ບ້ານຖິ່ນຈະເລີນ ມີ 3 ຄົນ • ເມືອງງອຍ ມີ 1 ຄົນ ຈາກບ້ານສົບກອງ
3.ບໍ່ແກ້ວ 3 ຄົນ : ເມືອງຫ້ວຍຊາຍ, ບ້ານມົກກະຈອກ ມີ 03 ຄົນ
4.ແຂວງວຽງຈັນ 6 ຄົນ
• ເມືອງໂພນໂຮງ, ມີ 03 ຄົນ ຈາກ 02 ບ້ານ,
– ບ້ານສະກ້າ ມີ 02 ຄົນ
– ບ້ານຫຼັກ 52 ມີ 01 ຄົນ • ເມືອງແກ້ວອຸດົມ, ມີ 2 ຄົນ ຈາກ 2 ບ້ານ
– ບ້ານທ່າລາດ ມີ 01 ຄົນ
– ບ້ານແສງສະຫວ່າງ ມີ 61 ຄົນ
• ເມືອງວຽງຄໍາ, ບ້ານໂພນຊອງ ມີ 61 ຄົນ
5.ຫຼວງນ້ໍາທາ 49 ຄົນ
• ເມືອງນ້ໍາທາ, ມີ 10 ບ້ານ, 43 ຄົນ – ບ້ານຫຼັກຄໍາໃຫມ່ ມີ 31 ຄົນ
ບ້ານຫລວງ ມີ 02 ຄົນ
ບ້ານໂພນໄຊ ທີ 01 ຄົນ – ບ້ານນໍ້າກົງ ແລະ ບ້ານໄຊສົມບູນ ມີບ້ານລະ 02 ຄົນ – ບ້ານຂອນ, ບ້ານນາລີ, ບ້ານນ້ໍາແດງ, ບ້ານພຽງງາມ, ບ້ານຫນອງວຽງ ມີບ້ານລະ 01 ຄົນ
• ເມືອງສີງ, ມີ 03 ບ້ານ, 05 ຄົນ
– ບ້ານສິງຈະເລີນ ມີ 03 ຄົນ
ບ້ານຊຽງແລ ມີ 01 ຄົນ – ບ້ານຊຽງຍືນ ມີ 1 ຄົນ
• ເມືອງວຽງພູຄາ, ບ້ານທົ່ງແປງ ມີ 1 ຄົນ
6.ບໍລິຄໍາໄຊ 15 ຄົນ
• ເມືອງປາກຊັນ 1 ຄົນ, ບ້ານ ອານຸສອນໄຊ • ເມືອງ ປາກກະດິງ 13 ຄົນ
– ບ້ານນ້ໍາສາງ 8 ຄົນ
– ບ້ານທົ່ງນາມີ 3 ຄົນ
– ຫ້ວຍໄຮ 2 ຄົນ
– ບ້ານ ນາຄູນນ້ອຍ,
ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ 1 ຄົນ (ຂັບລົດ ຢູ່ບໍລິສັດແຫ່ງຫນື່ງ)
7.ຄໍາມວນ 27 ຄົນ
• ເມືອງທ່າແຂກ ມີ 10 ບ້ານ, 22 ຄົນ
ບ້ານສົມສະອາດ ມີ 4 ຄົນ ບ້ານ ສົມສະຫນຸກ ມີ 4 ຄົນ ບ້ານດອນມະໄຫຼ ມີ 3 ຄົນ ບ້ານນາຕາດ ມີ 2 ຄົນ ບ້ານສຸກສະຫວັນ ມີ 2 ຄົນ ບ້ານຈອມແກ້ວ ມີ 2 ຄົນ, ບ້ານນາບົງ ມີ 2 ຄົນ – ບ້ານມ່ວງສຸມ, ບ້ານນາມວງ ແລະ ບ້ານກົກຕ້ອງ ມີບ້ານລະ 1 ຄົນ • ເມືອງຄູນຄໍາ, ບ້ານ ຜາຊ້າງ ມີ 03 ຄົນ • ສໍາລັບເມືອງເຊບັ້ງໄຟ, ບ້ານສັງ ແລະ ເມືອງຫີນບູນ, ບ້ານຫ້ວຍເຂົ້າຫີ້ນ ບ້ານລະ1 ຄົນ
8.ສາລະວັນ 25 ຄົນ
• ເມືອງສະຫນ່ວຍ, ມີ 02 ບ້ານ, 13 ຄົນ – ບ້ານເທດສະບານ ມີ 11 ຄົນ
ບ້ານລະຮາງ ມີ 02 ຄົນ • ເມືອງສາລະວັນ, ມີ 03 ບ້ານ, 12 ຄົນ
– ບ້າຄັນທະລາດ ມີ 06 ຄົນ – ບ້ານບືງຂາມ ມີ 04 ຄົນ
– ບ້ານໂພນບົກ ມີ 02 ຄົນ
9.ສະຫວັນນະເຂດ 17 ຄົນ
• ນະຄອນໄກສອນ ມີ 07 ບ້ານ, 15 ຄົນ: ບ້ານດົງນາຄໍາ ມີ 06 ຄົນ, ບ້ານໂພນສະຫວ່າງໃຕ້ ມີ 04 ຄົນ,ບ້ານສະຫນາມໄຊ ມີ 61 ຄົນ, ບ້ານໂນນສະຫວາດ ມີ 01 ຄົນ ບ້ານສຸນັນທາ ມີ 01 ຄົນ, ບ້ານຊອກ ມີ 1 ຄົນ, ບ້ານຫນອງຜື ມີ 1 ຄົນ
• ເມືອງອຸທຸມພອນ, ມີ 02 ບ້ານ, 02 ຄົນ
– ບ້ານຈະເລີນສຸກ ມີ 61 ຄົນ
– ບ້ານໄຊຍະເພັດ ມີ 01 ຄົນ
10.ຈໍາປາສັກ 18 ຄົນ
• ນະຄອນປາກເຊ, ມີ 08 ບ້ານ, 13 ຄົນ
– ບ້ານທົ່ງ ມີ 05 ຄົນ – ບ້ານແກ ມີ 01 ຄົນ, ບ້ານດົງກະໂລງ ມີ 01 ຄົນ ບ້ານໂພນງາມ ມີ 01 ຄົນ ບ້ານສາງນ້ໍາມັນ ມີ 01 ຄົນ ບ້ານສະຫນາມໄຊ ມີ 01 ຄົນ ບ້ານໂນນສະຫວ່າງ ມີ 01 ຄົນ, ບ້ານກາງ ມີ 61 ຄົນ
• ເມືອງໂພນທອງ ມີ 03 ບ້ານ, 05 ຄົນ, ບ້ານທ່າຫລວງ ມີ 02 ຄົນ, ບ້ານຫ້ວຍເພັກ ມີ 02 ຄົນ, ບ້ານຫມໍສະລຽບ ມີ 01 ຄົນ.

ຕາມການລາຍງານ ຂອງເພຈ ສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ວ່າ ວັນທີ 23 ຕຸລາ 2021 ສປປ ລາວ ມີຜູ້ເສຍຊີວິດໃໝ່ +1, ຕິດເຊື້ອໃໝ່ +467 (ພາຍໃນ +449)

ລາຍລະອຽດພາຍຫຼັງ, ຫຼັງຈາກຄະນະສະເພາະກິດຖະແຫຼງປະຈຳວັນ.
ລາຍງານຈາກ ຄະນະສະເພາະກິດ ເຊົ້າວັນທີ 22 ຕຸລາ 2021 ມີຜູ້ຕິດເຊື້ອໃໝ່ 520 ຄົນ ໃນນີ້ ນໍາເຂົ້າ 2 ແລະ ຊຸມຊົນ 518. ປົວດີ 304 ບໍ່ມີຜູ້ເສຍຊີວິດເພີ່ມ. ຕິດເຊື້ອເພີ່ມຫຼາຍກວ່າໝູ່ແມ່ນ ນະຄອນຫຼວງວຽງຈັນ +289 ກໍລະນີ.
ລາຍງານຈາກຄະນະສະເພາະກິດ ກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນເຊົ້າວັນທີ 22 ຕຸລາ 2021 ນີ້ໃຫ້ຮູ້ວ່າ: ວັນທີ 21 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,580 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 520 ຄົນ (ຕິດເຊື້ອພາຍໃນ ມີ 518 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 518 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:
ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 2 ຄົນ: ທັງສອງແມ່ນຈາກແຂວງ ສະຫວັນນະເຂດ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
ມາຮອດວັນທີ 21 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 34,518 ຄົນ, ເສຍຊີວິດສະສົມ 49 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 304 ຄົນ, ກໍາລັງປິ່ນປົວ 6,975 ຄົນ.
ຕາມການລາຍງານ ຈາກ Khammouanenews ໃຫ້ຮູ້ວ່າ: ພິທີລະນຶກວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 20 ປີ (12 ຕຸລາ 2001-12 ຕຸລາ 2021) ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 21 ຕຸລາ 2021 ຢູ່ທີ່ຄ້າຍສື່ສານ ປກສ ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມມີທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີທ່ານ ພັທ. ຄຳຮຸ່ງ ອາລຸນສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາ ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະ ເຈົ້າໜ້າທີ່ ປກສ ແຂວງເຂົ້າຮ່ວມ. ໂດຍມີການປະຕິບັດມາດ ຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.
ທ່ານ ພັທ. ແກ້ວອຸ່ນເຮືອນ ແພງດາລາ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ໄດ້ລາຍງານການ ຈັດຕັ້ງປະຕິບັດວຽກງານຕ້ານຢາເສບຕິດ ໃນໄລຍະ 01 ປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງໄພຄຸກຄາມຂອງຢາເສບຕິດ ອັນໄດ້ສ້າງຄວາມສັບສົນວຸ້ນວາຍຢູ່ໃນສັງຄົມ, ສ້າງຄວາມແຕກແຍກຄວາມສາມັກຄີພາຍໃນຊາດ, ກໍ່ໃຫ້ເກີດປະກົດ ການຫຍໍ້ທໍ້ໃນສັງຄົມເຊັ່ນ: ຂີ້ລັກ, ງັດແງະ, ກໍ່ອາລະວາດ ຂ້າຟັນລັນແທງ, ການມົ່ວສຸມ, ແລ່ນລົດໄວ ກໍ່ໃຫ້ເກີດອຸປະຕິເຫດ, ທຳລາຍຊັບສິນຂອງລັດ, ພົນລະເມືອງ, ການປະລະການຮຽນ ແລະ ອື່ນໆ.
ຍິ່ງໄປກວ່ານັ້ນ ຢາເສບຕິດແມ່ນເປັນເງື່ອນໄຂອັນໜຶ່ງທີ່ພວກສັດຕູໃຊ້ເປັນເຄື່ອງມືໃນການໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ ແລະ ສວຍໃຊ້ບັນດາພໍ່ຄ້າຢາເສບຕິດເປັນເຄື່ອງມືໃນການເຄື່ອນໄຫວຕ້ານຕໍ່ກັບການພັດທະນາ ສ້າງສາປະ ເທດຊາດ.
ໂອກາດດຽວກັນ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ກໍ່ໄດ້ກ່າວມີຄຳເຫັນ ເຊິ່ງທ່ານຍັງໄດ້ຍົກໃຫ້ເຫັນ ເຖິງຜົນຮ້າຍຂອງຢາເສບຕິດ ທີ່ເປັນໄພອັນທະລາຍຕໍ່ຊາດ, ຕໍ່ສຸຂະພາບ, ເປັນອຸປະສັກໃນການກົດໜ່ວງ, ກີດຂວາງ ຕໍ່ການພັດທະນາປະເທດຊາດ, ເສດຖະກິດ, ວັດທະນະທຳ-ສັງຄົມ. ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງ ພະນັກງານທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນທຸກຊັ້ນຄົນພາຍໃນແຂວງຄຳມ່ວນ ຈົ່ງພ້ອມກັນເປັນເຈົ້າການ ເຂົ້າຮ່ວມໃນຂະບວນການຕ້ານ ແລະ ສະກັດກັ້ນ ເພື່ອກຳຈັດຢາເສບຕິດໃຫ້ໝົດໄປຈາກສັງຄົມລາວ, ປຸກລະດົມ ທຸກພາກສ່ວນຮ່ວມກັນຕ້ານ, ສະກັດກັ້ນຂະບວນການຜະລິດ, ຄ້າຂາຍ, ຈຳໜ່າຍ ແລະ ການລຳລຽງ ຢາເສບຕິດທຸກປະເທດທີ່ຜິດຕໍ່ລະບຽບກົດໝາຍ ໃຫ້ໝົດໄປຢ່າງສິ້ນເຊິງ. ໃນພິທີດັ່ງກ່າວ ກໍ່ໄດ້ມີການຈູດທຳລາຍຢາເສບຕິດ ເຊິ່ງປະກອບມີ: ປະເພດຢາບ້າ 154.403 ເມັດ ລວມນໍ້າໜັກ 15 ກິໂລກຼາມ, ຢາໄອ 360 ແທ່ງ ລວມນໍ້າໜັກ 600 ກວ່າກິໂລກຼາມ, ເຮໂລອິນ 1 ຖົງ ນໍ້າໜັກ 0,05 ກຼາມ ແລະ ປະເພດກັນຊາ 700 ແທ່ງ ນໍ້າໜັກ 668,4 ກິໂລກຼາມ.
ອ່ານໃຫ້ລະອຽດ ແຈ້ງການປີນີ້ ບຸນເຂົ້າພັນສາ



ແຈ້ງເຊີນ: ບັນດາບໍລິສັດ, ຫ້າງຮ້ານ, ຜູ້ປະກອບການນຳເຂົ້າ ແລະ ຂາຍລົດ ທີ່ເປັນຕົວແທນຢ່າງເປັນທາງການໃນ ສປປ ລາວ ເຂົ້າຮ່ວມການນຳສະເໜີກ່ຽວກັບລົດ EV ທີ່ນຳໃຊ້ໄຟຟ້າ 100%
ເພື່ອເປັນການປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການຫັນພາຫະນະທີ່ນໍາໃຊ້ນ້ໍາມັນເຊື້ອໄຟ ໄປສູ່ການນໍາ ໃຊ້ພາຫະນະທີ່ແລ່ນດ້ວຍໄຟຟ້າ (EV) ເທື່ອລະກ້າວນັ້ນ, ຫ້ອງການກະຊວງການເງິນ ໃນນາມຄະນະຮັບຜິດ ຊອບຈັດຊື້-ຈັດ ຈ້າງ ຈຶ່ງຂໍແຈ້ງມາຍັງບັນດາ ບໍລິສັດ, ຫ້າງຮ້ານ, ຜູ້ປະກອບການທີ່ເປັນຕົວ ແທນຈໍາຫນ່າຍລົດ (EV) ໃນປະຈຸບັນ ຫຼື ມີແຜນທີ່ ຈະນໍາເຂົ້າຈໍາຫນ່າຍບໍລິການໃນຕໍ່ຫນ້າ ເຂົ້າຮ່ວມການນໍາສະເຫນີ (Present) ກ່ຽວກັບລົດ (EV) ໂດຍພົວພັນປະສານຂໍ້ມູນເພີ່ມຕື່ມ ນໍາກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ນັບແຕ່ວັນທີ 21-29 ຕຸລາ 2021 ຊຶ່ງມີເງື່ອນໄຂພື້ນຖານດັ່ງນີ້:
1. ເງື່ອນໄຂພື້ນຖານກ່ຽວກັບລົດ
1. ເປັນປະເພດລົດເກັງ ທີ່ນໍາໃຊ້ພະລັງງານໄຟຟ້າ 100% ໃນການຂັບເຄື່ອນ Battery Electric Vehicle “BEV” ທີ່ສາມາດສາກໄຟຟ້າໄດ້.
2. ຕ້ອງເປັນລົດ ທີ່ນໍາໃຊ້ປະເພດ ລິທຽມໄອອອນ ( ຫມໍ້ໄຟແຫ້ງ ) Battery Litium-ion ທີ່ຜ່ານຂະບວນການ ທົດສອບ ຕາມມາດຕະຖານຂອງສາກົນ UNECE A100, R136 ໂດຍຕ້ອງມີໃບຢັ້ງຢືນ ທົດສອບຈາກໂຮງງານຜະລິດ.
3. ຕ້ອງສາມາດ ຮອງຮັບ ການສາກໄຟຟ້າກັບກໍາລັງກະແສໄຟຟ້າ ໃນ ສປປ ລາວ ລະຫວ່າງ 220~250 V ແລະ ມີຄວາມສາມາດຮອງຮັບ ກັບລະບົບສາກທໍາມະດາດ້ວຍກະແສໄຟຟ້າສະລັບ AC, ລະບົບສາກໄວດ້ວຍກະແສໄຟຟ້າກົງ DC ແລະ ລະບົບການສາກໄຟຟ້າໃນຮູບແບບອື່ນໃນອານາຄົດ.
4. ມີຕົວແທນຈໍາຫນ່າຍຢ່າງເປັນທາງການໃນ ສປປ ລາວ.
5. ມີການຮັບປະກັນສິນຄ້າ, ອາໄຫຼ່ປ່ຽນຖ່າຍ, ນາຍຊ່າງສ້ອມແປງ ທີ່ຊໍານານ ແລະ ບໍລິການຫຼັງການຂາຍ.
II. ເງື່ອນໄຂພື້ນຖານກ່ຽວກັບບໍລິສັດທີ່ເຂົ້ານໍາສະເຫນີລົດ
1. ເປັນບໍລິສັດທີ່ດໍາເນີນທຸລະກິດເກີນ 02 ປີ ຂື້ນໄປ.
2. ເປັນບໍລິສັດທີ່ມີໃບອະນຸຍາດດໍາເນີນທຸລະກິດຖືກຕ້ອງຕາມກົດຫມາຍໃນການດໍາເນີນທຸລະກິດເປັນຕົວແທນຈໍາ ຫນ່າຍລົດໃນ ສປປ ລາວ.
3. ມີໃບທະບຽນອາກອນພາຍໃນຖືກຕ້ອງຕາມລະບຽບກົດຫມາຍ.
4. ມີໃບທະບຽນວິສາຫະກິດ ທີ່ອອກໃຫ້ໂດຍຂະແຫນງອຸດສາຫະກໍາ ແລະ ການຄ້າ.
5. ມີໃບຢັ້ງຢືນການຊໍາລະອາກອນ ແລະ ພັນທະຕ່າງໆ ທີ່ອອກໃຫ້ໂດຍຂະແຫນງສ່ວຍສາອາກອນ ທີ່ໃຊ້ໄດ້ໃນປີ 2021.
6. ມີໃບຢັ້ງຢືນຂອງການກວດສອບຈາກພາກສ່ວນພາຍນອກ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ເຂົ້າຮ່ວມຕາມເນື້ອໃນແຈ້ງເຊີນສະບັບນີ້ດ້ວຍ.