Home Blog Page 160

ຊົມທິວທັດທຳມະຊາດລຽບຕາມທາງລົດໄຟລາວ-ຈີນ ແຕ່ວຽງຈັນ ຫາ ບໍ່ເຕັນ

ຕາມການລາຍງານຂອງ ສຳນັກຂ່າວ CRI-FM93 ຜ່ານແຟນເພສໃຫ້ຮູ້ວ່າ: ທິວທັດລຽບຕາມທາງລົດໄຟລາວ-ຈີນແຕ່ວຽງຈັນ-ບໍ່ເຕັນ 20 ຕຸລາ 2021 ນີ້, ໃນຂະນະທີ່ທາງລົດໄຟລາວ-ຈີນ ໄດ້ເຮັດການທົດລອງເຕັກນິກລົດໄຟເຄື່ອນທີ່ຕົວຢ່າງ ເພື່ອປະເມີນຜົນ ແລະກວດກາທຸກລະບົບຂອງກ່ຽວກັບລົດໄຟ ແລະລາງ ເພື່ອຮັບປະກັນຄວາມປອດໄພທຸກສະຖານະການ.

ທີມງານນັກຂ່າວ CRI ນອກຈາກ ໄດ້ເກັບພາບການເຮັດວຽກການກວດກາເຕັກນິກເຄື່ອນທີ່ລົດໄຟຢ່າງຮອບດ້ານແລ້ວ, ພວກເຮົາຍັງໄດ້ເກັບພາບບັນຍາກາດດ້ານໃນ ແລະວິວດ້ານນອກຂອງລົດໄຟ ເພື່ອມາໃຫ້ທຸກທ່ານໄດ້ເຫັນເຖິງທິວທັດຄວາມສວຍສົດງົດງາມຂອງທໍາມະຊາດ ທີ່ອອ້ອມຮອບເຕັມໄປດ້ວຍພູຜາປ່າໄມ້, ແມ່ນໍ້າລໍາເຊ, ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່ານັບແຕ່ນະຄອນຫຼວງວຽງຈັນຈົນຮອດບໍ່ເຕັນແຂວງຫຼວງນໍ້າທາທີ່ເປັນຊາຍແດນຕິດຈອດກັບ ສປ ຈີນ.

ພາບງາມໆຈາກ: ສອນປະເສີດ.

ຕິດເຊື້ອພາຍໃນໃໝ່ +389 ຄົນ ໃນນັ້ນນະຄອນຫຼວງຍັງສູງກວ່າບັນດາແຂວງອື່ນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 21 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6,579ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 392ຄົນ (ຕິດເຊື້ອພາຍໃນ ມີ 389 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 389 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

ນະຄອນຫຼວງ 158 ຄົນ: ມາຈາກ 71ບ້ານ, ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 06 ບ້ານ (18 ກໍລະນີ)
  • ເມືອງສີໂຄດຕະບອງ ມີ 16 ບ້ານ (36 ກໍລະນີ)
  • ເມືອງໄຊເສດຖາ ມີ 16 ບ້ານ (33 ກໍລະນີ)
  • ເມືອງສີສັດຕະນາກມີ 09 ບ້ານ (17 ກໍລະນີ)
  • ເມືອງ ນາຊາຍທອງ ມີ 03 ບ້ານ ( 07 ກໍລະນີ)
  • ເມືອງໄຊທານີ ມີ 13 ບ້ານ (19 ກໍລະນີ)
  • ເມືອງຫາດຊາຍຟອງ ມີ 05 ບ້ານ (11 ກໍລະນີ)
  • ເມືອງ ສັງທອງ ມີ 02 ບ້ານ (02 ກໍລະນີ)
  • ເມືອງ ປາກງື່ມມີ 01 ບ້ານ ( 01 ກໍລະນີ)
  • ຍັງສືບຕໍ່ເອົາຂໍ້ມູນ 14 ກໍລະນີ

ວຽງຈັນ 99 ຄົນ

  • ເມືອງແກ້ວອຸດົມ, ມີ 11 ບ້ານ, 42 ຄົນ

–  ບ້ານດານສະຫວັນ ມີ 08 ຄົນ

–  ບ້ານພູເຂົາຄໍາ ມີ 08 ຄົນ

–  ບ້ານແສງສະຫວ່າງ ມີ 07 ຄົນ

–  ບ້ານຖີ່ນແກ້ວ ມີ 05 ຄົນ

–  ບ້ານທ່າຊັນ ມີ 02 ຄົນ

–  ບ້ານທ່າລາດ ມີ 04 ຄົນ

–  ບ້ານາປູນ ມີ 04 ຄົນ

–  ບ້ານນາປູນ ມີ 01 ຄົນ

–  ບ້ານກົກກ້ຽງ ມີ 02 ຄົນ

–  ບ້ານຂາມຊ້າງ ມີ 01 ຄົນ

– ບ້ານລ້ອງແຄນ ມີ 01 ຄົນ

  •  ເມືອງກາສີ, ມີ 05 ບ້ານ, 29 ຄົນ

–  ບ້ານວຽງແກ້ວ ມີ 07 ຄົນ

–  ບ້ານພູຄໍາ ມີ 07 ຄົນ

–  ບ້ານນາຊູ ມີ 09 ຄົນ

–  ບ້ານນາແທນ ແລະ ບ້ານໜອງບົວທອງ ມີບ້ານລະ 02 ຄົນ

  •  ເມືອງໂພນໂຮງ, ມີ 09 ບ້ານ, 16 ຄົນ

–  ບ້ານຫຼັກ 52 ມີ 04 ຄົນ

–  ບ້ານນາເລົ່າ ມີ 03 ຄົນ

–  ບ້ານໜອງປຸງ ມີ 02 ຄົນ 

–  ບ້ານໂພນງາມໃຕ້ ມີ 01 ຄົນ

–  ບ້ານໂພນຄ້ອງ ມີ 02 ຄົນ

–  ບ້ານນາໂພພະລາດ, ບ້ານໂພນຄໍາໃຕ້, ບ້ານນາມ່ວງ ແລະ ບ້ານໂພນສະຫວາດ ມີບ້ານລະ 01 ຄົນ

  • ເມືອງທຸລະຄົມ, ມີ 03 ບ້ານ, 07 ຄົນ

–  ບ້ານນາແພງ ມີ 03 ຄົນ

–  ບ້ານຫາດສວນ ມີ 03 ຄົນ

–  ບ້ານຫາດໄຊ ມີ 01 ຄົນ

  • ເມືອງວຽງຄໍາ,  ບ້ານປາກແຈ້ງ 03 ຄົນ

ຫຼວງພະບາງ 44 ຄົນ

  • ນະຄອນຫຼວງພະບາງ ມີ 11 ບ້ານ (26 ກໍລະນີ)
  • ບ້ານ ປາກປາ ມີ 8 ກໍລະນີ
  • ບ້ານຊ່າງຄ້ອງ ມີ 4 ກໍລະນີ
  • ບ້ານຜາສຸກ ມີ  3 ກໍລະນີ
  • ບ້ານນາວຽງຄຳມີ  2 ກໍລະນີ
  • ບ້ານຄົກວ່າ ມີ  2 ກໍລະນີ
  • ວັດຜາໂອ ມີ  2 ກໍລະນີ
  • ບ້ານຂົວທີ່1, ບ້ານຄອຍ, ບ້ານທາດໂບສົດ, ບ້ານຜານົມ , ບ້ານໂພສີ ມີ ບ້ານລະ  1 ກໍລະນີ
  •  ເມືອງງອຍ ມີ 2 ບ້ານ (3 ກໍລະນີ)
  • ບ້ານພູຫຼວງ ມີ 2 ກໍລະນີ
  • ບ້ານໜອງຂຽວ ມີ 1 ກໍລະນີ
  •  ເມືອງນ້ຳບາກ ມີ 4 ບ້ານ (10 ກໍລະນີ)
  • ບ້ານວັງອ່າງ ມີ 4 ກໍລະນີ
  • ບ້ານບົມ ມີ 3 ກໍລະນີ
  • ບ້ານວັງຄຳ ມີ 2 ກໍລະນີ
  • ບ້ານປາກມອງ ມີບ້ານ ລະ 1 ກໍລະນີ
  • ເມືອງປາກອູ ມີ 2 ບ້ານ (5 ກໍລະນີ)
  • ບ້ານຫາດປາງ ມີ 3 ກໍລະນີ
  • ບ້ານສ້ຽວ ມີ 2 ກໍລະນີ  

ຄໍາມ່ວນ 28 ຄົນ

  • ເມືອງຄູນຄໍາ, ບ້ານ ຜາຊ້າງ ມີ 17 ຄົນ
  • ເມືອງທ່າແຂກ ມີ 05 ບ້ານ, 11 ຄົນ

–  ບ້ານໜອງຜື ມີ 5 ຄົນ

–  ບ້ານດອນມະໄຫຼ ມີ 2 ຄົນ

–  ບ້ານຈອມແກ້ວ ມີ 2 ຄົນ

–  ບ້ານສົມສະໜຸກ  ມີ 1 ຄົນ

–  ບ້ານໜອງບົວຄຳ ມີ 1 ຄົນ

ສະຫວັນນະເຂດ 25 ຄົນ

  • ນະຄອນໄກສອນ ມີ 04 ບ້ານ, 23 ຄົນ

– ສະຖານທີ່ຄຸມຂັງ ມີ 06 ຄົນ

– ບ້ານທ່າແຮ່ ມີ 06 ຄົນ

– ບ້ານດົງດໍາດວນ ມີ 02 ຄົນ

– ບ້ານໂນນສະຫວາດ ມີ 02 ຄົນ

– ບ້ານສະພານເໜຶອ ມີ 01 ຄົນ

– ບ້ານສະພານໃຕ້ ມີ 01 ຄົນ

– ບ້ານສະໜາມໄຊ ມີ 01 ຄົນ

– ບ້ານສົ້ງ ມີ 01 ຄົນ

– ບ້ານລາດຊະວົງໄຊ ມີ 01 ຄົນ

– ບ້ານຫົວເມືອງເໜຶອ ມີ 01 ຄົນ

– ບ້ານສອນໄຊ ມີ 01 ຄົນ

  • ເມືອງຈໍາພອນ, ຫຼັກ 35 ມີ 02 ຄົນ

 ບໍລິຄໍາໄຊ 12 ຄົນ

  •    ເມືອງປາກກດິງ :

– ບ້ານນໍ້າສາງ 12 ກໍລະນີ

– ກູ່ມ 2 ຄອບຄົວ ໄປກຽ່ວເຂົ້າຊ່ວຍຄົນຕິດເຊື້ອ, ກູ່ມໝູ່ນັກຮຽນນໍາກັນກັບຄົນຕິດເຊື້້ອ

ຫຼວງນໍ້ທາ 8 ຄົນ

• ເມືອງນໍ້າທາ, ມີ 03 ບ້ານ, 08 ຄົນ

– ບ້ານຫຼັກຄໍາໃໝ່ ມີ 06 ຄົນ

– ບ້ານໂພນໄຊສະຫວ່າງ ແລະ ບ້ານຈະເລີນສຸກ ມີບ້ານລະ 01 ຄົນ

ຈໍາປາສັກ 7 ຄົນ

  • ນະຄອນປາກເຊ, ມີ 03 ບ້ານ, 05 ຄົນ

–  ຫ້ວຍຍາງຄຳໃຕ້ ມີ 02 ຄົນ

–  ຫ້ວຍຍາງຄຳກາງ ມີ 02 ຄົນ

–  ບ້ານສວນສະຫວັນ ມີ 01 ຄົນ

  • ເມືອງບາຈຽງຈະເລີນສຸກ, ບ້ານໄຊສະຫວ່າງ ມີ 01 ຄົນ
  • ເມືອງປະທຸມພອນ, ບ້ານຫຼັກ 30 ມີ 01 ຄົນ

ສາລະວັນ 4 ຄົນ

  • ເມືອງສະໜ້ວຍ, ມີ 02 ບ້ານ, 04 ຄົນ

– ບ້ານດ່ານສະໄລ ມີ 03 ຄົນ

           – ບ້ານຫຼັກ 2 ມີ 01 ຄົນ

ໄຊສົມບູນ 3 ຄົນ

  • ເມືອງອະນຸວົງ, ບ້ານໂພນພະ ມີ 02 ຄົນ
  • ເມືອງລ້ອງຊານ, ບ້ານຖໍ້າດິນ ມີ 01 ຄົນ

ບໍ່ແກ້ວ 1 ຄົນ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 3 ຄົນ: ແຂວງະຫວັນນະເຂດ 2 ຄົນ ແລະ ອຸດົມໄຊ 1 ຄົນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

  • ມາຮອດວັນທີ 20 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 33,998 ຄົນ, ເສຍຊີວິດສະສົມ 48ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 725 ຄົນ, ກໍາລັງປິ່ນປົວ 6985 ຄົນ.

ລາຍງານໂຄວິດ-19 ປະຈຳວັນທີ 21 ຕຸລາ 2021

ຕາມການລາຍງານ ຂອງແຟນເພຈ ສູນຂ່າວສານການແພດສຸຂະສຶກສາ ໃນວັນທີ 21 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ພົບຜູ້ຕິເຊື້ອໃໝ່ +392 ຄົນ ຕິດເຊື້ອພາຍໃນ 391 ຄົນ ແລະ ຕິດເຊື້ອນຳເຂົ້າພຽງ 3 ຄົນ ພ້ອມມີລາຍງານຜູ້ເສຍຊີວິດເພີ່ມ +2 ຄົນ.

ຂໍ້ມູນຈາກ ສູນຂ່າວສານການແພດສຸຂະສຶກສາ ລາຍລະອຽດ ພາຍຫຼັງ 10:30 ໂມງ ຂອງທຸກມື້.

ພິທີຄອບໄຂ່ວມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາປະວໍຣະນາ

ໃນຕອນເຊົ້າ ວັນທີ 20 ຕຸລາ ທ່ານ ດວງຕາ ສຸລີວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະ ແລະເຖົ້າແກ່ແນວໂຮມ ໄດ້ຈັດພິທີຄອບໄຂ່ວມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາປະວໍຣະນາ, ປະເພນີນ່ານນ້ຳຊ່ວງເຮືອທ່າວັດຈັນ ແລະ ໄຫລເຮືອໄຟ ອັນເປັນຮີດຄອງທີ່ສືບທອດກັນມາຕັ້ງແຕ່ດົນນານ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19.

ຕາມປົກກະຕິແລ້ວຫລັງບຸນອອກພັນສາປະວໍຣະນາແລ້ວ ການແຂ່ງຂັນເຮືອຊ່ວງຖືເປັນປາງບຸນໃຫຍ່ປະຈຳປີຂອງຊາວນະຄອນຫລວງວຽງຈັນ ກໍຄືທົ່ວປະເທດ ຄຽງຄູ່ກັນກໍໄດ້ຈັດງານຕະຫລາດນັດຄົບງັນຢ່າງຄຶກຄື້ນມ່ວນຊື່ນເປັນເວລາຫລາຍວັນ ຖືເປັນການກະຕຸ້ນເສດຖະກິດ ແລະການທ່ອງທ່ຽວ ພ້ອມດຽວກັນກໍໄດ້ເປັນວາລະແຫ່ງການເຕົ້່າໂຮມຄວາມສາມັກຄີຂອງບັນດາສີພາຍເຮືອຊ່ວງແຕ່ລະບ້ານ ແຕ່ລະກົມກອງ ພ້ອມທັງຊາວບ້ານກອງເຊຍທີ່ຍົກຂະບວນກັນມາເຕົ້າໂຮມສ້າງຄວາມມ່ວນຊື່ນທີ່ທ່າວັດຈັນ.

ແຕ່ເນື່ອງຈາກສະຖານນະການການແຜ່ລະບາດຂອງພະຍາດໂຄວິດທີ່ຍັງຫນ້າເປັນຫ່ວງ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດຕາມມາດຕະການທີ່ທາງຂັ້ນເທິງວາງອອກຢ່າງເຄັ່ງຄັດເຮັດໃຫ້ບຸນຊ່ວງເຮືອປີນີ້ຕ້ອງໂຈະໄປເສຍກ່ອນ.

ຂ່າວ: ກິນທີ່ນີ້, ທ່ຽວທີ່ນີ້

ພາບໂດຍ:ສອນດາຣາ.

ຊົມເຊີຍ! ສະຫວັນນະເຂດ ຍັງມີຜູ້ປີ່ນປົວຢູ່ໂຮງໝໍສະໜາມ 370 ຄົນ ເທົ່ານັ້ນ

ຕາມການລາຍງານ ຂອງພະແນກສາທາລະນະສຸກ ແຂວງສະຫວັນນະເຂດໃຫ້ຮູ້ວ່າ: ໃນມື້ນີ້້, ວັນທີ 20 ຕຸລາ 2021 ເວລາ 9:30 ໂມງ ໄດ້ມີພິທີມອບ – ຮັບ ຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 55 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ຈຳນວນ 52 ຄົນ ແລະ ໂຮງໝໍສະໜາມ ແພໄໝ 3 ຄົນ.

ເຊີ່ງໃນປະຈຸບັນ ແຂວງສະຫັວນນະເຂດ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ 7.510 ຄົນ, ປີ່ນປົວດີເເລ້ວສະສົມ 7.140 ຄົນ, ຍັງປີ່ນປົວຢູ່ໂຮງໝໍສະໜາມ 370 ຄົນ, ເສັຍຊີວິດສະສົມ 10 ຄົນ,ຍິງ 2 ຄົນ.ໃນການມອບ-ຮັບ ຄັ້ງນີ້ ກຸ່ມວຽກຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໄດ້ສຸຂະສຶກສາ ໃຫ້ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວ ດັ່ງນີ້:

-ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ,ບ້ານ ແລະ ສະຖານທີ່ສ່ວນຕົວ.

-ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

-ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ຂ່າວ-ພາບ: ສຸກສາຄອນ ໂກດຫລຽນທອງ

ຊົມເຊີຍ! ໝາກຜົນຂອງການເປັນຄູ່ຮ່ວມມືແບບກວມລວມ ສະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ

ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ສະຫະລັດອາເມລິກາ ໃນຍຸກສະໄໝແຫ່ງການສ້າງສາພັດທະນາປະເທດຊາດ ແລະ ການຮ່ວມມືເປັນອີກຂີດໝາຍສໍາຄັນຂອງສອງສາຍພົວພັນ ເພື່ອສົ່ງເສີມຄວາມຮັກແພງ, ເຂົ້າໃຈເຊິ່ງກັນ ແລະ ກັນ. ຕະຫຼອດໄລຍະຫຼາຍປີທີ່ຜ່ານມາສາຍພົວພັນຂອງສອງປະເທດໄດ້ມີການຮັດແໜ້ນຢ່າງພົ້ນເດັ່ນ.ສະຫະລັດອາເມລິກາ ມີຄວາມໝາຍໝັ້ນໃນການການພັດທະນາສາຍພົວພັນ ກັບ ສປປ ລາວ ໃຫ້ແໜ້ນແຟ້ນກວ່າເກົ່າພາຍໃຕ້ວຽກງານການສົ່ງເສີມເປີດກວ້າງອິນໂດປາຊີຟິກ.

ໃນການມາຢ້ຽມຢາມຄັ້ງປະຫວັດສາດຂອງອະດີດປະທານາທິບໍດີ ໂອບາມາ ໃນປີ 2016, ຜູ້ນຳຂອງພວກເຮົາໄດ້ປະກາດກາຮ່ວມມືແບບກວມລວມເພື່ອເພີ່ມທະວີຂອບການຮ່ວມມື ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ. ສະຫະລັດອາເມລິກາ ພັດທະນາສາຍພົວພັນບົນພື້ນຖານ ການເຄົາລັບເຊິ່ງກັນ ແລະ ກັນ ລວມທັງເຄົາລົບ ຄວາມເປັນເອກະລາດ ແລະ ອະທິປະໄຕ. ສະຫະລັດອາເມລິກາ ມີຄວາມໝາຍໝັ້ນໃນການເຮັດວຽກຮ່ວມກັບ ປະຊາຊົນລາວ ແລະ ລັດຖະບານລາວ ເພື່ອຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ກາຍເປັນປະເທດທີ່ມີຄວາມຜາສຸກຍິ່ງຂື້ນ ໂດຍມີການເຊື່ອມໂຍງກັບບັນດາປະເທດອາຊຽນຢ່າງເຕັມທີ່. ປີນີ້ ແມ່ນຄົບຮອບ 5 ປີ ຂອງການເປັນຄູ່ຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ, ເຮົາຈະມາເບິ່ງວຽກງານໃນຂົງເຂດຕ່າງໆທີ່ສະຫະລັດອາເມລິກາໄດ້ເຮັດວຽກຮ່ວມກັບ ສປປ ລາວ.

ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ກໍ່ຄືຢູ່ ສປປ ລາວ, ໃນເດືອນກໍລະກົດ 2021 ລັດຖະບານສະຫະລັດອາເມລິກາ ໄດ້ມອບວັກຊີນຕ້ານໂຄວິດ 19 ຈອນສັນ & ຈອນສັນ ຈຳນວນ 1,008,000 ໂດສ ໃຫ້ແກ່ ສປປ ລາວ ໂດຍຜ່ານໂຄງການໂຄແວັກ (COVAX) ເຊິ່ງຈະຊ່ວຍໃຫ້ ສປປ ລາວ ບັນລຸເປົ້້າໝາຍການສັກວັກຊີນໃຫ້ໄດ້ 50 ເປີເຊັນຂອງປະຊາກອນລາວໃນທ້າຍປີ 2021.

ການຮ່ວມກັນຕ້ານກັບພະຍາດ COVID-19 ເປັນໜຶ່ງໃນການຮ່ວມມືດ້ານສຸຂະພາບ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ, ໃນຂະນະທີ່ພວກເຮົາກຳລັງເດີນໜ້າເພື່ອຢຸດຕິໂລກລະບາດນີ້, ພວກເຮົາມີຄວາມໝາຍໝັ້ນໃນການສະໜັບສະໜູນ ລັດຖະບານ ສປປ ລາວ ແລະ ປະຊາຊົນລາວ ໃນການພັດທະນາການຮ່ວມມືໃນຂະແໜງການສຶກສາ ແລະ ການພັດທະນາເສດທະກິດ.  ຄວາມເຂັ້ມແຂງຂອງ ສປປ ລາວ ແມ່ນມີຄວາມສຳຄັນໃນຂົງເຂດພາກພື້ນ ແລະ ພວກເຮົາເຫັນຄວາມສຳຄັນທາງດ້ານໂອກາດທີ່ຈະສຶບຕໍ່ສາຍພົວພັນທີ່ດີລະຫວ່າງສອງຊາດຂອງພວກເຮົາ. ການເຂົ້າເຖິງວັກຊີນທີ່ມີປະສິດທິພາບເປັນສິ່ງຈຳເປັນ ໃນການຢຸດຕິໂລກລະບາດ COVID-19. ພວກເຮົາຕ້ອງສັກໄດ້ສັກແວກຊີນໃຫ້ແກ່ປະຊາຊົນຫຼາຍທີ່ຈະຫຼາຍໄດ້ ແລະ ໄວທີ່ຈະໄວໄດ້. ນີ້ຈະເປັນການປົກປ້ອງຊີວິດ, ການສ້າງເສດຖະກິດໂລກຄືນໃຫມ່ ແລະ ຢູດໄພຂົ່ມຂູ່ຈາກໂຄວິດສາຍພັນໃໝ່.  

ທ່ານ ເອກອັກຄະລັດຖະທູດ ປີເຕີ ເຮມ໋ອນ ໄດ້ກ່າວວ່າ: ການຊ່ວຍດັ່ງກ່າວນີ້ແມ່ນໄດ້ສະທ້ອນໃຫ້ເຫັນເຖິງການເປັນຮ່ວມມືແບບກວມລວມຢ່າງແທ້ຈິງ.

ສະຫະລັດອາເມລິກາຈະສຶບຕໍ່ມອບວັກຊີນຈຳນວນສ່ວນທີ່ເຫຼືອ ແລະ ຈະປະສານງານຢ່າງໃກ້ສິດກັບໂຄງການ COVAX ແລະ ປະເທດຄູ່ຮ່ວມງານໃນທົ່ວໂລກ ເຊິ່ງຈະຈັດສົ່ງວັກຊີນໃຫ້ໄວເທົ່າທີ່ຈະໄວໄດ້. ສິ່ງທີ່ສຳຄັນ, ນອກຈາກນັ້ນ,
ສະຫະລັດອາເມລິກາໄດ້ມີຄວາມພາກພູມໃຈໃນການສະໜັບສະໜູນ ໂຄງການ COVAX ເຊິ່ງໄດ້ປ່ອຍເງິນຈຳນວນ 2ຕື້ ໂດລາ ຮຽບຮ້ອຍແລ້ວ ແລະ ມຸ້ງໝັ້ນ ຈະໃຫ້ເພີ່ມອີກ 2ຕື້ ໂດລາ, ລວມທັງໝົດເປັນຈຳນວນ 4ຕື້ ໂດລາ, ໂດຍການຮ່ວມກັນກັບຄູ່ຮ່ວມງານສາກົນ, ພວກເຮົາກຳລັງເຮັດວຽກໃນການຈັດຫາແວກຊີນສຳລັບທຸກໆຄົນຢູ່ທີ່ນີ້ ແລະ ຜູ້ຄົນທີ່ມີຄວາມຕ້ອງການຫຼາຍທີ່ສຸດ.

ນອກຈາກຊ່ວຍເຫຼືອ ສປປ ລາວ ດ້ານວັກຊີນ COVID ແລ້ວ, ສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອອື່ນທີ່ບໍ່ແມ່ນວັກຊິນຄື: ສະໜັບສະໜູນທຶນເກືອບເຖິງ 8 ລ້ານໂດລາໃຫ້ແກ່ ສປປ ລາວ ໃນການປ້ອງກັນ COVID-19 ເພື່ອເຮັດໃຫ້ປະຊາຊົນລາວມີຄວາມປອດໄພໃນທຸກໆບາດກ້າວ. ພ້ອມນັ້ນ, ຍັງໄດ້ເຮັດວຽກຮ່ວມກັບອົງການຢູນີເຊັບ (UNICEF) ແລະ ອົງການອະນາໄມໂລກ (WHO) ໃນການຝຶກອົບຮົມໃຫ້ແພດ,ໝໍ, ເຈົ້າຫນ້າທີ່ກວດຄົນເຂົ້າເມືອງ ແລະ ນັກວິທະຍາສາດ ເພື່ອໃຫ້ຕ້ານການແຜ່ລະບາດຂອງພະຍາດ COVID-19. ຈັດການຝຶກອົບຮົມ, ກວດສອບໃຫ້ແນ່ໃຈວ່າໄດ້ຕິດຕັ້ງລະບົບການສັກວັກຊິນທີ່ເໝາະສົມ ແລະ ສືບຕໍ່ສະໜອງຊຸດປ້ອງກັນ PPE ແລະ ອຸປະກອນພື້ນຖານອື່ນໆທີ່ຈຳເປັນໃນການປ້ອງກັນພະຍາດໂຄວິດ-19.

ສະຫະລັດອາເມລິກາຈະສະໜັບສະໜູນ ສປປ ລາວ ໃນການສັກວັກຊິນໂຄວິດ 19 ຢ່າງປອດໄພ ໂດຍການຈັດການຝຶກອົບຮົມ, ກວດສອບໃຫ້ແນ່ໃຈວ່າໄດ້ຕິດຕັ້ງລະບົບການສັກວັກຊິນທີ່ເໝາະສົມ ແລະ ສືບຕໍ່ສະໜອງຊຸດ PPE ແລະ ອຸປະກອນພື້ນຖານອື່ນໆທີ່ຈຳເປັນໃນການປ້ອງກັນໂຄວິດຈາກການແຜ່ລະບາດໃນປະເທດ. ນອກຈາກນີ້, ສະຫະລັດອາເມລິກາ ຍັງຮ່ວມກັບບັນດາສະມາຊິກຈາກ GAVI ມີຄວາມໝຸ້ງໝັ້ນ ຕໍ່ກັບສຸຂະພາບ ແລະຄວາມປອດໄພ ຂອງປະຊາຊົນ ລາວ. ຄວາມພະຍາຍາມທັງໝົດນີ້ ແລະ ການເປັນຄູ່ຮ່ວມມືໄດ້ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງການຮ່ວມມືແບບກວມລວມຂອງພວກເຮົາ, ທີ່ອະດີດປະທານາທິບໍດີໂອບາມາ ແລະ ອະດີດປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ໄດ້ລິເລີ່ມໃນ 5 ປີ ທີ່ຜ່ານມາ.

ດ້ານກະສິກຳ: ສະຫະລັດອາເມລິກາໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງກະສິກຳ ເຊິ່ງມີໂຄງການ Laos Microenterprise Project ທີ່ໄດ້ເຮັດວຽກຮ່ວມກັບຜູ້ປະກອບການ ແລະ ຊາວກະສິກອນຢູ່ແຂວງຊຽງຂວາງ ໃນການພັດທະນາຂະແໜງກະສິກຳໃຫ້ມີປະສິດທິພາບ, ມີປະສິດທິຜົນ ແລະ ໃຫ້ມີການແຂ່ງຂັນໃຫ້ຫຼາຍຂື້ນ. ນອກຈາກໂຄງການນີ້ແລ້ວ, ຍັງມີໂຄງການຄຣີນ (CLEAN) ທີ່ເຮັດວຽກຮ່ວມມືກັບ ກົມປູກຝັງ, ກະຊວງກະສິກຳ ໃນການຊ່ວຍໃຫ້ ຜູ້ປະກອບການ, ຊາວກະສິກອນ ແລະ ຜູ້ຂາຍກາເຟ,​ ມັນຕົ້ນ, ກະລໍ່າ ແລະ ແລະ ໝາກດາວ (ໝາກດາວອິນຄາ) ຢູ່ທີ່ພູພຽງບໍລິເວນ ແລະ ນະຄອນຫຼວງວຽງຈັນ ມີຄວາມພ້ອມທາງການຕະຫຼາດໃນການເພີ່ມຜົນພະລິດ, ຫຼຸດຜ່ອນການສູນເສຍພາຍຫຼັງການເກັບກ່ຽວ, ພັດທະນາຄຸນນະພາບ ແລະ ລະບົບຮັບປະກັນຄຸນນະພາບ, ພັດທະນາລະບົບການເຊື່ອມຕໍ່, ການສົ່ງເສີມຄວາມຕ້ອງການ ຜະລິດຕະພັນກະສິກຳໃຫ້ມີຄຸນນະພາບສູງພາຍໃນປະເທດ, ພາກພື້ນ, ແລະ ຕະຫຼາດໂລກ.

ອີກໂຄງການໜຶ່ງແມ່ນການຮັບມືກັບໄພຂົ່ມຂູ່ ກັບພະຍາດຕິດຕໍ່ທີ່ຈະເກີດຂື້ນໃນຂະແໝງການລ້າງສັດເຊິ່ງ ເປັນການສ້ງຄວາມເຂັ້ມແຂງ ທາງດ້ານການພັດທະນາເສດຖະກິດ  ແລະ ສາທາລະນະສຸກ. ໂດຍການຮ່ວມກັນ, ໂຮມເຂົ້າກັນ, ໂຄງການທັງສອງມີມູນຄ່າ ເກືອບເຖິງ 8ລ້ານ ໂດລາ ທີ່ສະຫະລັດອາເມລິກາໄດ້ຊ່ວຍສະໜັບສະໜູນຂະແໜງການທາງດ້ານກະເສດຕະກອນໃນ ສປປ ລາວ.  

ສະຫະລັດອາເມລິກາໄດ້ໃຫ້ທຶນແກ່ໂຄງການ CLEAN ໂດຍການເຮັດວຽກຮ່ວມມືກັບ ກົມປູກຝັງ ຂອງ ສປປ ລາວ ໃນການຊ່ວຍໃຫ້ມີຄວາມພ້ອມດ້ານຕະຫຼາດໃຫ້ກະເສດຕະກອນ, ຜູ້ປະກອບການ ແລະ ຜູ້ຄ້າຂາຍກາເຟ, ມັນຕົ້ນ, ກະລໍ່າ ແລະ ແລະ ໝາກດາວ (ໝາກດາວອິນຄາ) ຢູ່ທີ່ພູພຽງບໍລິເວນ ແລະ ນະຄອນຫຼວງວຽງຈັນ ໃນການເພີ່ມຜົນພະລິດ, ຫຼຸດຜ່ອນການສູນເສຍຫຼັງການເກັບກ່ຽວ, ພັດທະນາຄຸນນະພາບຂອງການເຊື່ອມໂຍງ ແລະ ລະບົບການຮັບປະກັນຄຸນນະພາບ, ການພັດທະນາລະບົບການເຊື່ອມຕໍ່, ການສົ່ງເສີມຄວາມຕ້ອງການ ພະລິດທະພັນການກະເສດທີ່ມີຄຸນນະພາບສູງ ພາຍໃນປະເທດ, ພາກພື້ນ, ແລະ ຕະຫຼາດໂລກ.

ຄຽງຄູ່ກັນນັ້ນ, ສະຫະລັດອາເມລິກາໄດ້ຊ່ວຍເຫຼືອໂຄງການອາຫານທ່ຽງແກ່ ສປປ ລາວ ນັບແຕ່ປີ 2006 ພາຍໃຕ້ໂຄງການ USDA McGovern-Dole International Food for Education and Child Nutrition ດ້ານການພັດທະນາດ້ານເສດຖະກິດ, ສະຫະລັດອາເມລິກາ ມີຄວາມຕ້ອງການເຮັດວຽກຮ່ວມກັບ ສປປ ລາວ ໃນການພັດທະນາແບບຍືນຍົງ. ເພື່ອໃຫ້ບັນລຸເປົ້າໝາຍ, ພວກເຮົາໄດ້ດໍາເນີນໃສ່ການລົງທຶນໃນອະນາຄົດໃຫ້ແກ່ປະຊາຊົນລາວ.

ດ້ານການພັດທະນາເສດຖະກິດ: ສະຫະລັດອາເມລິກາຕ້ອງການເຮັດວຽກຮ່ວມກັບ ສປປ ລາວ ໃນການພັດທະນາແບບຍືນຍົງ ແລະ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ ໃນຊຸມປີທີ່ຜ່ານມາ, ສະຫະລັດອາເມລິກາ ໄດ້ ປະກອບສ່ວນທັງໝົດຫຼາຍກວ່າ 22 ລ້ານໂດລາ ໃນການສະໜັບສະໜູນຊ່ວຍເຫຼືອການພັດທະນາເສດຖະກິດຂອງ ສປປ ລາວ ແລະ ຊ່ວຍສ້າງຄວາມເອື້ອອໍານວຍບັນຍາກາດໃນການລົງທຶນລວມໄປເຖິງ ການຄ້າໃນພາກພື້ນ ແລະ ສາກົນ ໂດຍການຜ່ານໂຄງການ Laos Business Environment ແລະ ໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (World Bank Lao Competitiveness and Trade). ໂຄງການດັ່ງກ່າວ ໄດ້ເຮັດວຽກຮ່ວມກັບ ລັດຖະບານລາວ ແລະ ພາກທຸລະກິດເອກະຊົນ ໃນການສົ່ງເສີມພັດທະນາເສດຖະກິດ, ເສີມສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍປະກອບການຂະໜາດນ້ອຍ ແລະ ກາງ ແລະ ແກ້ໄຂຜົນກະທົບທາງດ້ານເສດຖະກິດທີ່ເກີດຈາກການລະບາດຂອງພະຍາດໂຄວິດ19 ໂດຍສະເພາະແມ່ນຂະແໜງການທ່ອງທ່ຽວ, ຫັດຖະກໍາ ແລະ ດ້ານຂໍ້ມູນຂ່າວສານເຕັກໂນໂລຊີ.

ດ້ານການສຶກສາ: ຊັບພະຍາກອນທີ່ສໍາຄັນທີ່ສຸດຂອງປະເທດຊາດກໍ່ຄືໄວໜຸ່ມ ທີ່ຕ້ອງໄດ້ລົງທຶນໃນດ້ານການສຶກສາ ແລະ ເປີດໂອກາດໃຫ້ໄວໜຸ່ມຢ່າງເທົ່າທຽມກັນ ພ້ອມນັ້ນພາສາທີ່ພົ້ນເດັ່ນຂອງບັນດາປະເທດອາຊຽນ ກໍ່ຄືພາສາອັງກິດ ທີ່ຈະຊ່ວຍໃຫ້ໄວໜຸ່ມສາມາດສື່ສານ ກັບບັນດາປະເທດຊຽນບໍ່ວ່າຈະເປັນ ດ້ານການສຶກສາ, ວັດທະນະທໍາ-ສັງຄົມ ແລະ ການແຂ່ງຂັນທາງດ້ານເສດຖະກິດ. ໃນແຕ່ລະປີ ມີນັກຮຽນຫຼາຍພັນຄົນໄດ້ເຂົ້າມາສຶກສາຮໍ່າຮຽນທັກສະຕ່າງໆທີ່ສູນອາເມລິກາທາດດຳ ທີ່ມີຄູອາເມລິກາສິດສອນພາສາອັງກິດ ແລະ ທັກສະອື່ນ. ນອກຈາກສູນອາເມລິກາຈະເປັນສູນຮຽນຮູ້ໃຫ້ນ້ອງໆຫຼາຍຄົນແລ້ວ, ສະຫະລັດອາເມລິກາຍັງໄດ້ໃຫ້ການສະໜັບສະໜູນໂຄງການຮຽນອ່ານ ທີ່ສາມາດເຂົ້າເຖິງນ້ອງນັກຮຽນຫຼາຍກວ່າ 65,000 ຄົນໃນຫຼາຍໆແຂວງທົ່ວ ສປປ ລາວ. ໂຄງການຮຽນອ່ານ ໄດ້ພັດທະນາທັກສະການອ່ານ ໃຫ້ແກ່ເດັກນ້ອຍໃນລະດັບ ປໍກຽມ ຈົນເຖິງ ປໍ ສອງ ພາຍໃຕ້ທຶນສະໜັບສະໜູນໂຄງການປະມານ 20 ລ້ານໂດລາ.

ຫຼາຍພັນຄົນໄດ້ເຂົ້າຮ່ວມການຮຽນທີ່ສູນອາເມລິກາທາດດໍາ ທີ່ນະຄອນຫຼວງວຽງຈັນໃນແຕ່ລະປີ ແລະ ມີຈຳນວນຫຼາຍຄົນທີ່ໄດ້ຮັບການສິດສອນໂດຍສ່ຽວຊານຈາກໂຄງການ Fulbright ທີ່ມາຈາກະຫະລັດອາເມລິກາໃນແຕ່ລະປີທີ່ມາອາໄສ ແລະ ເຮັດວຽກໃນ ສປປ ລາວໃນການສອນພາສາອັງກິດ. ສໍາລັບເງິນຈໍານວນ 20 ລ້ານໂດລາ ຂອງໂຄງການຮຽນອ່ານແມ່ນໄດ້ໄປຮອດນັກຮຽນຫຼາຍກວ່າ 65,000 ຄົນໃນຫຼາຍແຂວງທົ່ວ ສປປ ລາວ ເຊິ່ງໂຄງການຮຽນອ່ານ ໄດ້ເພີ່ມຄວາມພະຍາຍາມໃຫ້ແກ່ລັດຖະບານລາວ ໃນການພັດທະນາທັກສະການອ່ານ ໃຫ້ແກ່ເດັກນ້ອຍໃນລະດັບ ປໍກຽມ ຈົນເຖິງ ປໍ 2.

ດ້ານສາທາລະນະສຸກ ແລະ ໂພສະນາການ: ເປັນໜຶ່ງໃນອຸປະສັກທີ່ໃຫຍ່ທີ່ສຸດສຳລັບເດັກນ້ອຍເພື່ອໃຫ້ບັນລຸການຮຽນຢ່າງເຕັມທີ່ ຄືການຂາດໂພສະນາການທີ່ເໝາະສົມ. ລັດຖະບານສະຫະລັດອາເມລິກາໄດ້ສະໜອງທຶນຫຼາຍກວ່າ 54 ລ້ານໂດລາ ນັບແຕ່ປີ 2016 ເພື່ອສະໜອງອາຫານທ່ຽງທີ່ດີໃຫ້ແກ່ໂຮງຮຽນໃນເຂດຫ່າງໄກສອກຫຼີກຂອງລາວ ເພື່ອຊ່ວຍໃນການປັບປຸງການຮູ້ໜັງສື ແລະ ໂພສະນາການທີ່ດີຂອງນ້ອງນັກຮຽນ.

ສະຫະລັດອາເມລິກາໄດ້ປະກອບທຶນ, ການຝຶກອົບຮົມ ແລະ ອຸປະກອນໃຫ້ລັດຖະບານແຫ່ງ ສປປ ລາວ ເພື່ອຊ່ວຍໃນການປັບປຸງວຽກງານສາທາລະນະສຸກສຳລັບປະຊາຊົນລາວ. ວິກິດດ້ານວຽກງານສາທາລະນະສຸກແມ່ນເກີດຂຶ້ນທຸກບ່ອນທົ່ວໂລກເຊິ່ງເປັນອຸປະສັກຂອງທຸກຄົນທຸກບ່ອນ, ເຊິ່ງໄດ້ເຮັດວຽກຮ່ວມກັບລັດຖະບານລາວໃນການປັບປຸງຄວາມອາດສາມາດໃນການຕອບໂຕ້ກັບພະຍາດທີ່ມີການຕິດຕໍ່.

ນອກນັ້ນ, ສະຫະລັດອາເມລິກາໄດ້ຄຽງຂ້າງ ສປປ ລາວ ໃນການຕ້ານກັບພະຍາດລະບາດຫຼາຍກວ່າ 10 ປີ ເຊັ່ນ ມາລາເລຍ ເຊິ່ງໄດ້ໃຫ້ການຊ່ວຍເຫຼືອ ຫຼາຍກວ່າ 4.2 ລ້ານໂດລາ ແລະ ຊ່ວຍເຫຼືອມຸ້ງກັນຍຸງຫຼາຍກວ່າ 700,000 ດາງ, ຊຸດກວດກາເຊື້ອເກືອບ 1,000,000 ຊຸດ ແລະ ຢາຕ້ານໄຂ້ມາເລເລຍແກ່ປະຊາຊົນລາວ. ຕໍ່ກັບການຊ່ວຍເຫຼືອດັ່ງກ່າວ ໄດ້ເຮັດກໍລະນີການຕິດເຊື້ອໄຂ້ມາເລເລຍຢູ່ ສປປ ລາວ ຫຼຸດລົງ 90 ເປີເຊັນ, ເຊິ່ງກຽມພ້ອມໃນການຍຸດພະຍາດດັ່ງກ່າວໃຫ້ໄດ້ໃນປີ 2030.

ນັບແຕ່ຕົ້ນປີ 2020, ສະຫະລັດອາເມລິກາໄດ້ ໃຫ້ຄຳໝັ້ນສັນຍາໃນການສະໜອງທຶນ 8 ລ້ານໂດລາສະຫະລັດ ໂດຍຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID), ອົງການ CDC ແລະ ຄູ່ຮ່ວມງານອື່ນໆໃນການຊ່ວຍປັບປຸງຄວາມອາດສາມາດໃນການກວດຫາເຊື້ອໂຄວິດ19 ແລະ ການປົກປ້ອງປະຊາຊົນຈາກພະຍາດດັ່ງກ່າວ. ການຊ່ວຍເຫຼືອນີ້ລວມມີ ຊຸດກວດ, ອຸປະກອນປ້ອງກັນ, ອຸປະກອນການແພດ ແລະ ເຄື່ອງກວດ, ການຮັກສາ, ຢາ ແລະ ອື່ນໆໃຫ້ແກ່ກະຊວງສາທາລະນະສຸກ ແລະ ອົງການຈັດຕັ້ງອື່ນໆທີ່ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ.

ທີ່ຜ່ານມາລັດຖະບານສະຫະລັດອາເມລິກາໄດ້ຊ່ວຍເຫຼືອໂຄງການ HIV ເພື່ອຮັບປະກັນວ່າປະຊາຊົນຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອເຮສໄອວີ ແລະ ຜູ້ທີ່ຕິດເຊື້ອເຮສໄອວີໄດ້ຮັບການເຂົ້າເຖິງບໍລິການຢ່າງເທົ່າທຽມໃນການປ້ອງກັນ ຜ່ານການເບິ່ງແຍງ ແລະ ປິ່ນປົວຕາມທີ່ຕ້ອງການ. ນອກນີ້, ໂຄງການດ້ານສຸຂະພາບທີ່ອົງການ USAID ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວໃນການແກ້ໄຂບັນຫາຄວາມຕ້ອງການດ້ານສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ພາວະຂາດສານອາຫານ, ການດູແລກ່ອນເກີດ ແລະ ຫຼຸດການແຜ່ການຈາຍການຕິດເຊື້ອ. ບໍ່ພຽງແຕ່ເທົ່ານັ້ນ, ຍັງໄດ້ຊ່ວຍວຽກງານຊ່ວຍເຫຼືອຄົນພິການ, ພະຍາດເຂດຮ້ອນ, ການຂາດສານອາຫານ, ຂາດການເບິ່ງແຍງກ່ອນເກີດລູກ, ອຸປະຕິເຫດ ແລະ ການຂາດການປິ່ນປົວ.

ການຕ້ານພະຍາດຕິດຕໍ່ ບໍ່ພຽງແຕ່ໃຫ້ປະຊາຊົນລາວປອດໄພ ແລະ ເປັນການປົກປ້ອງທຸກໆຄົນ. ໂຄງການທີ່ຊ່ວຍເຫຼືອຄົນທີ່ມີຄວາມພິການ ແລະ ສຸຂະພາບ ແມ່ນໂຄງການທີ່ຊ່ວຍເຫຼືອປະຊາຊົນຜູ້ທີ່ມີຄວາມສ່ຽງຢູ່ ສປປ ລາວ. ການຊ່ວຍເຫຼືອຂອງລັດຖະບານສະຫະລັດອາເມລິກາ ໄດ້ຮັບການຊ່ວຍເຫຼືອໂດຍໂຄງການດ້ານສຸຂະພາບ USAID ທີ່ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານລາວໃນການແກ້ໄຂບັນຫາຄວາມຕ້ອງການດ້ານສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ພາວະຂາດສານອາຫານ, ການດູແລກ່ອນເກີດ ແລະ ຫຼຸດການແຜ່ການຈາຍການຕິດເຊື້ອ

ຄວາມພີການ ແລະ ບັນຫາດ້ານສຸຂະພາບ ທີ່ເກີດຂຶ້ນໃນບັນດາປະເທດທີ່ກຳລັງພັດທະນາແມ່ນເກີດຈາກຫຼາຍປັດໃຈ ເຊິ່ງລວມມີ ພະຍາດເຂດຮ້ອນ, ການຂາດສານອາຫານ, ຂາດການເບິ່ງແຍງກ່ອນເກີດລູກ, ອຸປະຕິເຫດ ແລະ ການຂາດການປິ່ນປົວ.

ການຕ້ານການຄ້າມະນຸດ: ລັດຖະບານສະຫະລັດອາເມລິກາໄດ້ຊ່ວຍປົກປ້ອງປະຊາຊົນທີ່ມີຄວາມສ່ຽງຢູ່ ສປປ ລາວ ໂດຍການເຮັດວຽກຮ່ວມກັບລັດຖະບານລາວໃນການຕ້ານການຄ້າມະນຸດ. ຮອດປັດຈຸບັນ, ພວກເຮົາໄດ້ສະໜອງທຶນຫຼາຍກວ່າ 10 ລ້ານໂດລາສະຫະລັດໃນວຽກງານການຕ້ານການຄ້າມະນຸດ, ແລະ ຕັ້ງເປົ້າໝາຍໃນການເປີດອີກສອງໂຄງການໃນການສະໜັບສະໜູນວຽກງານທີ່ສຳຄັນນີ້. ໂຄງການຕ້ານການຄ້າມະນຸດ ຊ່ວຍລັດຖະບານລາວໃນການສ້າງຄວາມເຂັ້ມແຂງໃນການຕອບໂຕ້ຄະດີການຄ້າມະນຸດ, ຫຼຸດຜ່ອນຄວາມສ່ຽງແກ່ບັນດາແມ່ຍິງ, ເດັກນ້ອຍ ໃນການຖືກຄ້າມະນຸດ ແລະ ຊ່ວຍໃຫ້ຜູ້ເຄາະຮ້າຍເຂົ້າເຖິງການບໍລິການ ແລະ ໂອກາດດ້ານເສດຖະກິດ.

ຢຸດຕິການຄ້າມະນຸດ ແມ່ນບຸລິມະສິດຫຼັກສຳລັບສະຫະລັດອາເມລິກາ ແລະ ລັດຖະບານ ສປປ ລາວ. ອົງການ USAID ມີໂຄງການຮ່ວມມືທີ່ສະໜັບສະໜູນ ສປປ ລາວ ເພື່ອຫຼຸດຄວາມສ່ຽງຈາກການຄ້າມະນຸດ. ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ 19, ອົງການ USAID ໄດ້ຊ່ວຍເຫຼືອແຮງງານທີ່ກັບຄືນມາບ້ານມາທີ່ສູນກັກກັນ, ທີ່ພັກ ແລະ ຊຸມຊົນ ຫຼາຍກວ່າ 18 ແຫ່ງ ໂດຍການສະໜອງອຸປະກອນສຸຂະອະນາໄມ ພ້ອມທັງ ໃຫ້ຄວາມຮູ້ໃນການໄປມາທີ່ປອດໄພ.

ການຕ້ານການຄ້າສັດປ່າ: ສະຫະລັດອາເມລິກາຍັງຊ່ວຍສ້າງຄວາມອາດສາມາດໃນການຕ້ານການຄ້າຂາຍສັດປ່າ ແລະ ປົກປ້ອງຄົນຈາກພະຍາດທີ່ເກີດຈາກສັດ. ຈາກປີ 2018-2021 ສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 2.5 ລ້ານໂດລາ ໃນການຕ້ານການຄ້າຂາຍສັດປ່າທີ່ຜິດກົດໝາຍ ແລະ ພະຍາດທີ່ເກີດຈາກສັດທີ່ຈະເປັນໄພຄຸກຄາມປະຊາຊົນລາວ. ວຽກທີ່ສຳຄັນນີ້ຈະເປັນໄປບໍ່ໄດ້ຖ້າບໍ່ມີການຮ່ວມມືກັບລັດຖະບານແຫ່ງ ສປປ ລາວ, ອົງການສະຫະປະຊາຊາດ ແລະ ນຳພາໂດຍອົງການທີ່ບໍ່ຫວັງຜົນກຳໄລເຊັ່ນອົງການ Wildlife Conservation Society ແລະ ອົງການ World Wildlife Fund.

ການຕ້ານການຄ້າສິ່ງເສບຕິດ: ຖືເປັນອີກວຽກງານທີ່ສໍາຄັນ ທີ່ສະຫະລັດອາເມລິກາໄດ້ເຮັດວຽກຮ່ວມກັບລັດຖະບານລາວໃນການຕ້ານການຄ້າສິ່ງເສບຕິດມາຫຼາຍກວ່າ 30 ປີກວ່າປີແລ້ວ. ໂຄງການສະໜັບສະໜູນຂອງສະຫະລັດອາເມລິກາ ເພື່ອບຳບັດຜູ້ຕິດຢາເສບຕິດ, ການເຮັດວຽກຮ່ວມກັນເພື່ອສ້າງຄວາມເຂັ້ມແຂງໃຫ້ການບັງຄັບໃຊ້ກົດໝາຍຂອງ ສປປ ລາວ ໂດຍການສົ່ງເສີມການຝຶກອົບຮົມໃຫ້ແກ່ໄອຍະການ, ຜູ້ພິພາກສາ ແລະ ຕຳຫຼວດ.

ລັດແຫ່ງກົດໝາຍ: ເພື່ອສະໜັບສະໜູນນະໂຍບາຍຂອງ ສປປ ລາວ ເພື່ອສົ່ງເສີມລັດແຫ່ງກົດໝາຍ, ລັດຖະບານສະຫະລັດອາເມລິກາ ໄດ້ເປີດໂຄງການໃນປີ 2020 ເພື່ອຮັບປະກັນວ່າປະຊາຊົນລາວໄດ້ຮັບການເຂົ້າເຖິງການບໍລິການຊ່ວຍເຫຼືອທາງດ້ານກົດໝາຍໄດ້ຫຼາຍຂຶ້ນ, ໂດຍສະເພາະຜູ້ທີດ້ອຍໂອກາດ. ໃນປີ 2021, ອົງການ USAID ຈະຊ່ວຍລັດຖະບານລາວເພີ່ມຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ໄດ້ສາມເທົ້າ, ເຊິ່ງຈະເປັນປະໂຫຍດໃຫ້ແກ່ປະຊາຊົນຫຼາຍຮ້ອຍພັນຄົນໃນການເຂົ້າເຖິງການບໍລິການທາງດ້ານກົດໝາຍແບບບໍ່ໄດ້ເສຍຄ່າ ໃນການຫຼາຍປີຕໍ່ໜ້າ.

ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID): ອົງການ USAID ໄດ້ເພີ່ມການຊ່ວຍເຫຼືອລັດຖະບານລາວໃນການປັບປຸງບັນຍາກາດການລົງທຶນ ແລະ ການຄ້າ, ການເສີມສ້າງຄວາມອາດສາມາດໃນການແຂ່ງຂັນສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງລັດແຫ່ງກົດໝາຍ ແລະ ດ້ານວຽກງານສາທາລະນະສຸກ ແລະ ການສຶກສາສຳລັບປະຊາຊົນລາວ – ທັງໝົດນີ້ແມ່ນເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ສາມາດເຂົ້າເຖິງ, ການເຕີບໂຕທາງດ້ານການຕະຫຼາດ, ການສະໜັບສະໜູນຄວາມເປັນເອກະລາດທາງດ້ານເສດຖະກິດ ແລະ ການເຊື່ອມໂຍງກັບບັນດາປະເທດອາຊຽນ ແລະ ການລົງທຶນລະຫວ່າງປະເທດທີ່ມີຄຸນນະພາບສູງ.

ນັບແຕ່ປີ 2016, ອົງການ USAID ໄດ້ເພີ່ມການຊ່ວຍເຫຼືອລັດຖະບານລາວໃນການປັບປຸງບັນຍາກາດການລົງທຶນ ແລະ ການຄ້າ, ການເສີມສ້າງຄວາມອາດສາມາດໃນການແຂ່ງຂັນສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງລັດແຫ່ງກົດໝາຍ ແລະ ດ້ານວຽກງານສາທາລະນະສຸກ ແລະ ການສຶກສາສຳລັບປະຊາຊົນລາວ – ທັງໝົດນີ້ແມ່ນເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ສາມາດເຂົ້າເຖິງ, ການເຕີບໂຕທາງດ້ານການຕະຫຼາດ, ການສະໜັບສະໜູນຄວາມເປັນເອກະລາດທາງດ້ານເສດຖະກິດ ແລະ ການເຊື່ອມໂຍງກັບບັນດາປະເທດອາຊຽນ ແລະ ການລົງທຶນລະຫວ່າງປະເທດທີ່ມີຄຸນນະພາບສູງ.

ລາຍລະອຽດຜູ້ຕິດເຊື້ອໃໝ່ໃນຂອບເຂດທົ່ວປະເທດ +635 ຄົນ (ພາຍໃນ+628)

ລາຍງານສະຖານະການໂຄວິດ-19 ປະຈຳວັນທີ 20 ຕຸລາ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,710ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 635ຄົນ (ຕິດເຊື້ອພາຍໃນ ມີ 628 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 628 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍ ຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:

1.ນະຄອນຫຼວງ 439 ຄົນ: ມາຈາກ 82 ບ້ານ, ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 07 ບ້ານ (22 ຄົນ)
  • ເມືອງສີໂຄດຕະບອງ ມີ 13 ບ້ານ (32 ຄົນ)
  • ເມືອງໄຊເສດຖາ ມີ 16 ບ້ານ (35 ຄົນ , ສະຖານທີ່ຄຸມຂັງ 96 ຄົນ)
  • ເມືອງສີສັດຕະນາກມີ 09 ບ້ານ (21 ຄົນ, ວິທະຍາຄານໄກສອນ 128 ຄົນ)
  • ເມືອງ ນາຊາຍທອງ ມີ 02 ບ້ານ ( 02 ຄົນ)
  • ເມືອງໄຊທານີ ມີ 24 ບ້ານ (77 ຄົນ)
  • ເມືອງຫາດຊາຍຟອງ ມີ 08 ບ້ານ (13 ຄົນ)
  • ເມືອງ ສັງທອງ ມີ 2 ບ້ານ (03 ຄົນ)
  • ເມືອງ ປາກງື່ມມີ 01 ບ້ານ ( 4 ຄົນ)
  • ຍັງເອົາຂໍ້ມູນ 06 ຄົນ

2.ຫຼວງພະບາງ 72 ຄົນ

  • ນະຄອນຫຼວງພະບາງ ມີ 14 ບ້ານ (48 ຄົນ)
  • ບ້ານປາກປາ ມີ 13 ຄົນ
  • ບ້ານຫາດຮ່ຽນ ມີ 10 ຄົນ
  • ຜາສຸກ ມີ 9 ຄົນ
  • ບ້ານຄອຍ ມີ 3 ຄົນ
  • ບ້ານໜອງໂຕກ ມີ 2 ຄົນ
  • ບ້ານພູໝອກ ມີ 2 ຄົນ
  • ບ້ານຂົວທີ່1 ມີ 2 ຄົນ
  • ບ້ານທາດຫຼວງ, ບ້ານບ້ານວັງເງິນ, ບ້ານປົ່ງຫວ້ານ, ບ້ານຜາໂອ, ບ້ານພອນໄຊ, ວັດໝື່ນນາ, ບ້ານຫ້ວຍພາຍ,  ມີ ບ້ານລະ  1 ຄົນ
  •  ເມືອງປານອູ ມີ 3 ບ້ານ (10 ຄົນ)
  • ບ້ານສ້ຽວ ມີ 8 ຄົນ
  • ບ້ານຫ້ວຍໂລແລະ ບ້ານ ຫາດຄໍ້ ມີ ບ້ານລະ 1 ຄົນ
  • ເມືອງນານ ມີ 4 ບ້ານ (6 ຄົນ)
  • ບ້ານໂພນຫີນ ມີ 3 ຄົນ
  • ບ້ານຫ້ວຍຜັກເນົ່າ, ບ້ານຜາຕ້ອງລົມ ແລະ ສູນ ມ ສ ມີ ບ້ານລະ 1 ຄົນ
  • ເມືອງນ້ຳບາກ ມີ 2 ບ້ານ (2 ຄົນ)
  • ບ້ານປາກມອງ ແລະ ບ້ານປາກມອງ ມີ ບ້ານລະ 1 ຄົນ
  • ເມືອງຈອມເພັດ ມີ 2 ບ້ານ: 2 ຄົນ
  • ບ້ານໂຄກສະຫວ່າງ ແລະ ບ້ານນາຄຳ ມີ ບ້ານລະ 1 ຄົນ
  • ເມືອງພູຄູນ ມີ 2 ບ້ານ: 3 ຄົນ
  • ບ້ານຈີມ ມີ 2 ຄົນ
  • ຜາແກ້ວ ມີ 1 ຄົນ
  • ເມືອງໂພນໄຊ ມີ 1 ຄົນ ຈາກບ້ານຫາດຈອງ

3.ວຽງຈັນ 39 ຄົນ

  • ເມືອງໂພນໂຮງ, ມີ 11 ບ້ານ, 22 ຄົນ

–  ບ້ານຫຼັກ 52 ມີ 07 ຄົນ

–  ບ້ານນາເລົ່າ ມີ 03 ຄົນ

–  ບ້ານໂພນຫໍ ມີ 02 ຄົນ

–  ບ້ານໂພນໄຊ ມີ 01 ຄົນ

–  ບ້ານໂພນງາມ ມີ 01 ຄົນ

–  ບ້ານໂພນງາມໃຕ້ ມີ 01 ຄົນ

–  ບ້ານໂພນສູງ ມີ 02 ຄົນ

–  ບ້ານເຕົາຖ່ານ, ບ້ານແຈ້ງສະຫວ່າງ, ບ້ານໂພນສິມ ແລະ ບ້ານໂພນທັນ ມີບ້ານລະ 01 ຄົນ

  • ເມືອງແກ້ວອຸດົມ, ມີ 03 ບ້ານ, 09 ຄົນ

–  ບ້ານທ່າຊັບ ມີ 04 ຄົນ

–  ບ້ານທ່າລາດ ມີ 03 ຄົນ

–  ບ້ານແສງສະຫວ່າງ ມີ 02 ຄົນ

  • ເມືອງວັງວຽງ, ມີ 04 ບ້ານ, 05 ຄົນ

–  ບ້ານກອງພົນທີ່ 01 ມີ 02 ຄົນ

–  ບ້ານຫ້ວຍສະເຫງົ້າ, ບ້ານນໍາແປະ ແລະ ບ້ານໂພນສະຫວ່າງ ມີບ້ານລະ 01 ຄົນ

  • ເມືອງວຽງຄໍາ, ມີ 02 ບ້ານ, 02 ຄົນ

–  ບ້ານໂພນໝີ ມີ 01 ຄົນ

–  ບ້ານໂພນຊ່ອງ ມີ 01 ຄົນ

  • ເມືອງຫີນເຫີບ, ບ້ານນໍ້າແພດ ມີ 01 ຄົນ

4.ຄໍາມ່ວນ 19 ຄົນ

  • ເມືອງທ່າແຂກ ມີ 09 ຄົນ

–  ບ້ານນາໂບ ມີ 06 ຄົນ

–  ບ້ານສຸກສະຫວັນ ມີ 2 ຄົນ

–  ບ້ານ ນາບົງ ມີ 1 ຄົນ

  • ເມືອງຄູນຄໍາ, ບ້ານຜາຊ້າງ ມີ 10 ຄົນ

 5.ຈໍາປາສັກ 18 ຄົນ

  • ເມືອງຈໍາປາສັກ ມີ 02 ບ້ານ, 06 ຄົນ

–  ບ້ານພົງໂພດ ແລະ ບ້ານຫົວນາ ມີບ້ານລະ 03 ຄົນ

  • ນະຄອນປາກເຊ, ມີ 03 ບ້ານ, 04 ຄົນ

–  ບ້ານນາແກ ມີ 02 ຄົນ

–  ບ້ານນ້າແຫກ ແລະ ບ້ານໂນນດູ່ ມີບ້ານລະ 01 ຄົນ

  • ເມືອງບາຈຽງຈະເລີນສຸກ, ບ້ານລົ່ມສັກເໜືອ ມີ 03 ຄົນ
  • ເມືອງປະທຸມພອນ ມີ 03 ບ້ານ, 03 ຄົນ

–  ບ້ານມ່ວງ, ບ້ານຫຼັກ 40 ແລະ ບ້ານຫຼັກ 41 ມີບ້ານລະ 01 ຄົນ

  • ເມືອງໂພນທອງ ມີ 02 ບ້ານ, 02 ຄົນ

–  ບ້ານສະໝໍລຽບ ມີ 01 ຄົນ 

–  ບ້ານໂພໄຊ ມີ 01 ຄົນ

6.ສາລະວັນ 15 ຄົນ

  • ເມືອງສະໜ້ວຍ, ບ້ານເທດສະບານ 11 ຄົນ
  • ເມືອງສາລະວັນ ມີ 02 ບ້ານ, 04 ຄົນ 

–  ບ້ານບືງຂາມ ມີ 03 ຄົນ

–  ບ້ນນາກົກໂພ ມີ 01 ຄົນ

7.ສະຫວັນນະເຂດ 13 ຄົນ

  • ນະຄອນໄກສອນ ມີ 04 ບ້ານ, 07 ຄົນ

– ບ້ານສົ້ງ ມີ 01 ຄົນ

– ບ້ານດົງດໍາດວນ ມີ 01 ຄົນ

– ບ້ານທ່າແຮ່ ມີ 01 ຄົນ

– ບ້ານຫົວເມືອງໃຕ້ ມີ 02 ຄົນ

  • ເມືອງຈໍາພອນ, ຫຼັກ 35 ມີ 02 ຄົນ
  • ເມືອງອຸທຸມພອນ, ບ້ານນາຈານ ມີ 02 ຄົນ
  • ເມືອງພະລານໄຊ, ບ້ານໂນນມິໄຊ ມີ 01 ຄົນ
  • ເມືອງເຊໂປນ, ບ້ານໂພໄຊ ມີ 01 ຄົນ

8.ອຸດົມໄຊ 6 ຄົນ

  • ເມືອງປາກແບງ ມີ 02 ບ້ານ, 04 ຄົນ

–  ບ້ານຈອມແລງ ມີ 03 ຄົນ

–  ບ້ານໄຊຊະນະ ມີ 01 ຄົນ

  • ເມືອງໄຊ ມີ 02 ບ້ານ, 02 ຄົນ

–  ບ້ານລ້ອງກໍເດື່ອ ມີ 01 ຄົນ

–  ບ້ານແຟນ ມີ 01 ຄົນ

9.ຫຼວງນໍ້ທາ 3 ຄົນ

  • ເມືອງນໍ້າທາ, ບ້ານຫຼັກຄໍາໃໝ່ ມີ 01 ຄົນ 
  • ອີກ 02 ຄົນ ແມ່ນເປັນຄົນຈີນ

10.ບໍ່ແກ້ວ 2 ຄົນ ຈາກ ບ້ານ ໂພນໄຊ ເມືອງ ຜາອຸດົມ 01 ຄົນ ແລະ ບ້ານ ຂອນແກ້ວ ເມືອງ ຫ້ວຍຊາຍ 01 ຄົນ.

11.ບໍລິຄໍາໄຊ 1 ຄົນ     ເມືອງປາກກະດິງ, ບ້ານທົ່ງນາມີ ມີ 01 ຄົນ

12.ເຊກອງ 1 ຄົນ ເມືອງທ່າແຕງ, ບ້ານທ່າແຕງ ມີ 01 ຄົນ ຊື່ງເປັນກຸ່ມສ່ຽງ ທີ່ມີໝູ່ເດີນທາງມາຈາກນະຄອນປາກເຊ, ແຂວງຈໍາປາສັກ ແລະ ໄດ້ກິນເຂົ້າຮ່ວມກັນ.

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 7 ຄົນ: 5 ຄົນ ຈາກ ແຂວງະຫວັນນະເຂດ ແລະ 2 ຄົນ ຈາກ ຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ເສົ້າໃຈ! ເສຍຊີວິດລຽນຕິດ ມື້ນີ້ເສຍຊີວິດໃໝ່ +2 ຄົນ

ຕາມການລາຍງານ ຂອງຖະແຫຼງຂ່າວຈາກຄະນະສະເພາະກິດ ປະຈຳວັນທີ 20 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ເພີ່ມອີກ 2 ຄົນ ສະສົມແລ້ວ 47 ຄົນ.

ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ລາຍລະອຽດ ດັ່ງນີ້ :

ຜູ້ທີ 1: ເພດຍິງ, ອາຍຸ 83 ປີ, ບ້ານ ສີເກີດ, ເມືອງນາຊາຍທອງ, ນະຄອນຫລວງ.

  • ພະຍາດປະຈຳຕົວມີ ຄວາມດັນເລືອດສູງ, ຫົວໃຈເຕັ້ນນອກລະບົບ.
  • ຜ່ານມາ ບໍ່ໄດ້ຮັບການສັກວັກຊີນກັນໂຄວິດ
  • ຜູ້ກ່ຽວເປັນກໍລະນີຢັ້ງຢືນຕິດເຊື້ອ ເບື້ອງຕົ້ນໄດ້ເຂົ້ານອນປີ່ນປົວຢູ່ສູນດາວເຮືອງໃນວັນທີ 03/10/2021.
  • ຫລັງຈາກນັ້ນໃນວັນທີ 04/10/2021ໄດ້ຍ້າຍເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 04/10/2021-19/10/2021
  • ຮອດເວລາ 15:45 ໂມງຂອງວັນທີ 19/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2: ເພດຊາຍ, ອາຍຸ 63 ປີ, ບ້ານປາກຕອນ, ເມືອງສັງທອງ, ນະຄອນຫຼວງວຽງຈັນ

  • ພະຍາດປະຈຳຕົວ ມີ ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາໄດ້ສັກຢາວັກຊີນກັນໂຄວິດຄົບ
  • ຜູ້ກ່ຽວມີອາການລ່ອຍມາຈາກເສັ້ນເລືອດສະໝອງຕີບໄດ້ໜຶ່ງອາທິດ ໄປປິ່ນປົວຢູ່ໂຮງໝໍ ແລະ ສືບຕໍ່ກິນຢາຢູ່ເຮືອນ
  • ກ່ອນໜ້າມາໂຮງໝໍອາການໜັກຂື້ນ ຈຶ່ງມາກວດຢູ່ໂຮງໝໍ 103 ແລະ ເກັບຕົວຢ່າງກວດ ຜົນພົບເຊື້ອໂຄວິດ-19 ຈຶ່ງໄດ້ເຂົ້າປິ່ນປົວ ໃນວັນທີ 17/10/21
  • ວັນທີ 18/10/21: ບໍ່ຮູ້ສະຕິ, ຖາມຕອບບໍ່ໄດ້, ອິດເມື່ອຍ ທ່ານໝໍໄດ້ຕິດຕາມຢ່າງໄກ້ຊິດ ແລະ ເຊີດຊູຢ່າງເຕັມສຸດຄວາມ ສາມາດ ແຕ່ຄົນເຈັບອາການບໍ່ດີຂື້ນ ມາຮອດເວລາ 10:30 ໂມງ ຂອງວັນທີ 19/10/21 ຄົນເຈັບໄດ້ເສຍຊີວິດ.

ລາຍງານມື້ນີ້ ຈຳນວນຜູ້ຕິດເຊື້ອໃໝ່ນະຄອນຫຼວງວຽງຈັນສູງສຸດ

ຕາມການລາຍງານ ຂອງແຟນເພຈ ສູນຂ່າວສານການແພດສຸຂະສຶກສາ ຫຼື ເພຈ ຂອງຄະນະສະເພາະກິດ ໃຫ້ຮູ້ວ່າ:

ລາຍລະອຽດພາຍຫຼັງ, ໃນຖະແຫຼງຂ່າວປະຈຳວັນເວລາ 10:30 ໂມງ

20 ຕຸລາ 2021 ແຈ້ງປັບລາຄານໍ້າມັນເຊຶ້ອໄຟ ໃນຂອບເຂດທົ່ວປະເທດ

ກະຊວງອຸສາຫະກຳ ແລະ ການຄ້າອອກແຈ້ງການ! ແຈ້ງປັບລາຄາຍ່ອຍນໍ້າມັນເຊຶ້ອໄຟ ໃນຂອບເຂດທົ່ວປະເທດ