Home Blog Page 161

ໂຄງການລົດໄຟລາວ-ຈີນ ແມ່ນມາດຕະຖານຊັ້ນ I ຮັບນ້ຳໜັກການຂົນສົ່ງໄດ້ເຖິງ 3.000 ໂຕນ

ໂຄງການລົດໄຟລາວ-ຈີນ ໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນ I ສາມາດຮອງຮັບນ້ຳໜັກການຂົນສົ່ງ ໄດ້ເຖິງ 3.000 ໂຕນ

ອີງຕາມເອກະສານໂຄສະນາເຜີຍແຜ່ນຳພາແນວຄິດ ກ່ຽວກັບໂຄງການກໍ່ສ້າງລົດໄຟລາວ-ຈີນ ໄດ້ໃຫ້ຮູ້ວ່າ: ໂຄງການລົດໄຟລາວ-ຈີນ ແມ່ນໄດ້ອອກແບບເປັນລົດໄຟມາດຕະຖານຊັ້ນ I ແລະ ປະ ເພດເສັ້ນທາງດ່ຽວ, ລັດສະໝີໂຄ້ງຕ່ຳສຸດ 2.000 ແມັດ ແລະ ເຂດທົ່ວໄປ 1.600 ແມັດ, ພະລັງງານການຂັບເຄື່ອນແມ່ນພະລັງງານໄຟຟ້າ, ລະບົບຄວບຄຸມການຈອດລົດ ເປັນລະບົບອັດຕະໂນມັດ, ປະເພດການບັນຊາການຈໍລະຈອນ ມີສູນກາງລະບົບຄວບຄຸມ.

ການກຳນົດຄວາມເນີນອອກແບບສູງສຸດຂອງໂຄງ ການແມ່ນ 1,2% ຢູ່ເຂດທົ່ງພຽງ ແລະ 2,4% ເຂດພູສູງ, ການກຳນົດເຕັກນິກການອອກແບບເສັ້ນທາງລົດໄຟດັ່ງກ່າວ ແມ່ນອີງໃສ່ພູມີປະເທດເປັນຫລັກ, ຊຶ່ງໃນນີ້ໄດ້ແບ່ງການອອກແບບເປັນ 2 ໄລຍະ ຄື: ບໍ່ເຕ່ນ-ວັງວຽງ ເປັນເຂດພູຜາຊັນ ແລະ ໄລຍະ ວັງວຽງ-ນະຄອນຫລວງວຽງຈັນ ເປັນເຂດທົ່ງພຽງ. ອີງໃສ່ບົດຮຽນຂອງຫລາຍປະເທດ ແລະ ເພື່ອຮັບປະກັນຄວາມປອດໄພ ໃນການກຳນົດຄວາມໄວອອກແບບສຳລັບຂົນສົ່ງໂດຍສານ ທີ່ມີປະສິດທິຜົນສະເພາະເຂດພູດອຍແມ່ນ 160 ກມ/ຊມ, ແຕ່ສຳລັບເຂດທົ່ງພຽງ ໄລຍະ ວັງວຽງຫາ ນະຄອນຫລວງວຽງຈັນ ແມ່ນໄດ້ມີການອອກແບບຮອງຮັບຄວາມໄວ 200 ກມ/ຊມ ໃນອະນາຄົດ.

ສ່ວນຄວາມໄວອອກແບບ ສໍາລັບການຂົນສົ່ງສິນຄ້າແມ່ນກໍານົດເອົາ 120 ກມ/ຊມ ເຫັນວ່າມີປະສິດທິຜົນສູງ, ແຕ່ເຖິງຢ່າງໃດກໍຕາມ ການກໍານົດຄວາມໄວອອກແບບແມ່ນຕິດພັນກັບມູນຄ່າການກໍ່ສ້າງ ຖ້າກຳນົດຄວາມໄວອອກແບບສູງ ກໍ່ຈະເຮັດໃຫ້ມູນຄ່າການກໍ່ສ້າງສູງຂຶ້ນເຊັ່ນດຽວກັນ, ລະບົບການຂັບເຄື່ອນຂະບວນລົດໄຟ ແມ່ນນຳໃຊ້ພະລັງງານໄຟຟ້າ ແລະ ຄວາມສາມາດຮອງຮັບນ້ຳໜັກການຂົນສົ່ງໄດ້ເຖິງ 3.000 ໂຕນ ໃນໄລຍະເລີ່ມຕົ້ນ ແລະ ສາມາດເພີ່ມຂຶ້ນເປັນ 4.000 ໂຕນ ໃນໄລຍະຍາວ, ບັນດາໜ້າວຽກຕົ້ນຕໍຂອງການກໍ່ສ້າງໂຄງການລວມມີ ການກໍ່ສ້າງຊັ້ນຍົກລະດັບລວງຍາວ 175,59 ກມ ກວມເອົາ 41,10% ຂອງລວງຍາວທັງໝົດ, ກໍ່ສ້າງຂົວ 170 ແຫ່ງ, ຊຶ່ງມີລວງຍາວລວມແມ່ນ 69,20 ກມ ກວມເອົາ 15,80%, ຂອງລວງຍາວທັງໝົດ.

ໃນນີ້, ລວມທັງຂົວຂ້າມນ້ຳຂອງຢູ່ເຂດແຂວງຫລວງພະບາງ 2 ແຫ່ງ, ວຽກກໍ່ສ້າງທໍ່ 567 ແຫ່ງ, ລວງຍາວ 21,60 ກມ, ກໍ່ສ້າງອຸໂມງ 72 ແຫ່ງ ລວງຍາວລວມ 183,90 ກມ ກວມເອົາ 43,07% ຂອງລວງຍາວທັງໝົດ. ອຸໂມງ ທີ່ມີຄວາມຍາວເກີນ 7 ກມ ມີ 7 ແຫ່ງ ແລະ ຍາວກວ່າໝູ່ແມ່ນ ປະມານ 9,50 ກມ, ໃຊ້ເວລາໃນການກໍ່ສ້າງ 5 ປີ.

ຂ່າວ: ມະນີທອນ, ສຳນັກຂ່າວ ປະເທດລາວ Pathedlao

ຕິດເຊື້ອພາຍໃນມື້ນີ້ +656 ຄົນ ນະຄອນຫຼວງສູງສຸດ ຮອງລົງມາແມ່ນແຂວງວຽງຈັນ

ຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 19 ຕຸລາ 2021 ໃຫ້ຮູ້ວ່າ:

+ແຂວງວຽງຈັນ 155 ຄົນ

  •  ເມືອງກາສີ ມີ 09 ບ້ານ, 65 ຄົນ: ບ້ານວຽງແກ້ວ ມີ 34 ຄົນ,ບ້ານພູຄໍາ ມີ 16 ຄົນ, ບ້ານນາມົນ ມີ 11 ຄົນ ,    ບ້ານທາງແບ່ງ, ບ້ານນາແທ່ນ, ບ້ານບົວທອງ, ບ້ານຜາຊ້າງ, ບ້ານໜອງບົວທອງ ແລະ ບ້ານໂພນງາມ ບ້ານລະ01 ຄົນ
  •  ເມືອງ ຫີນເຫີບ, ມີ 02 ບ້ານ, 32 ຄົນ: ບ້ານມຸກ ມີ 29 ຄົນ , ບ້ານນາທອງ ມີ 03 ຄົນ
  • ເມືອງໂພນໂຮງ, ມີ 11 ບ້ານ, 19 ຄົນ:    ບ້ານນາທອງ ມີ 03 ຄົນ, ບ້ານໂພນໄຊ ມີ 02 ຄົນ,      ບ້ານນໍ້າແຈ້ງ, ບ້ານໂພນຄໍາໃຕ້, ບ້ານໂພນສະຫວ່າງ, ບ້ານໂພນສູງ ແລະ ບ້ານໂພນໄຂ ມີບ້ານລະ 01 ຄົນ,    ບ້ານຫຼັກ 52 ມີ 01 ຄົນ ,       ບ້ານໂພນງາມໃຕ້ ມີ 01 ຄົນ , ບ້ານນາເລົ່າ ມີ 02 ຄົນ , ບ້ານນາໂພໃຕ້ ມີ 05 ຄົນ
  • ເມືອງແກ້ວອຸດົມ, ມີ 05 ບ້ານ, 11 ຄົນ: ບ້ານດານສະຫວັນ ມີ 01 ຄົນ , ບ້ານທ່າຊັບ ມີ 02 ຄົນ ,      ບ້ານນາປູນ ມີ 02 ຄົນ ,   ບ້ານແສງສະຫວ່າງ ມີ 02 ຄົນ, ບ້ານພູເຂົາຄໍາ ມີ 04 ຄົນ
  •  ເມືອງວຽງຄໍາ, ບ້ານໂພນຊ່ອງ ມີ 04 ຄົນ
  • ເມືອງທຸລະຄົມ, ມີ 1 ບ້ານຄື ບ້ານໂພນແຮ່ ມີ 01 ຄົນ
  • ເມືອງວັງວຽງ ມີ1 ບ້ານຄື ບ້ານວຽງແກ້ວ ມີ 01 ຄົນ

+ແຂວງຄໍາມ່ວນ 126 ຄົນ

  •  ເມືອງທ່າແຂກ ມີ 106 ຄົນ ຄື:

– ຈາກບໍລິສັດລາວຄາຍຢວນ ບໍ່ແຮ່ຈຳກັດ (ກວດຕົວຢ່າງຄັ້ງທີ່ 2) ມີ 63 ຄົນ (ຈີນ 59 ຄົນ); ປະຈຸບັນ ມີຜູ້ຕິດເຊື້ອສະສົມທັງໜົດມີ 671 ຄົນ;  ໃນຈໍານວນພະນັກງານທັງໜົດ 1,102 ຄົນ (ຈີນມີທັງໝົດ 410 ຄົນ)

  • ບ້ານ ໜອງຜື ມີ 34 ຄົນ
  • ບໍລິສັດຕັງຈະເລີນ ມີ 1 ຄົນ
  • ບ້ານ ນາບົງ ມີ 1 ຄົນ
  • ບ້ານ ນາບວບ ມີ 1 ຄົນ
  • ບ້ານ ສົມສະອາດ 3 ຄົນ
  • ບ້ານ ຈອມແກ້ວ, ບ້ານ ສົມສະໜຸກ ແລະ ບ້ານທ່າແຄ ມີບ້ານລະ 1 ຄົນ
  • ເມືອງຄູນຄໍາ, ບ້ານ ຜາຊ້າງ ມີ 20 ຄົນ

ແຂວງຫຼວງພະບາງ 72 ຄົນ, ທັງໜົດ ໄດ້ພົວພັນກັບຄົນຕິດເຊື້ອຜ່ານມາ.

  • ນະຄອນຫຼວງພະບາງ,ມີ 41 ຄົນ, 17 ບ້ານ
  • ບ້ານໂພນສະອາດ ມີ 5 ຄົນ
  • ບ້ານໂພສີ ມີ 5 ຄົນ
  • ບ້ານພູໝອກ ມີ 5 ຄົນ
  • ບ້ານປາກປາ ມີ 4 ຄົນ
  • ບ້ານໜອງຄຳ ມີ 3 ຄົນ
  • ບ້ານຜາໂອ ມີ 3 ຄົນ (ວັດຜາໂອ)
  • ບ້ານຜາສຸກ ມີ 3 ຄົນ
  • ບ້ານປາກເຊືອງ ມີ  2 ຄົນ
  • ບ້ານເມືອງງາ ມີ  2 ຄົນ
  • ບ້ານໂຄມຂວາງ ມີ  2 ຄົນ
  • ບ້ານກອກຫວານ, ບ້ານຄອຍ, ບ້ານຄົກວ່າ, ບ້ານຊ່າງຄ້ອງ, ບ້ານຊຽງແກ້ວ, ບ້ານປ່ອງຄຳ, ບ້ານຫາດຮ່ຽນ, ມີ ບ້ານລະ  1 ຄົນ
  • ເມືອງປາກອູ,ມີ 22 ຄົນ, 3 ບ້ານ
  • ບ້ານສ້ຽວ ມີ 20 ຄົນ
  • ບ້ານວັງແລ ແລະ ບ້ານ ຫາດປາງ, ບ້ານລະ  1 ຄົນ
  • ເມືອງງອຍ,ມີ 5 ຄົນ, ທັງໝົດຈາກ ບ້ານ ໜອງຂຽວ
  • ເມືອງນໍ້າບາກ,ມີ 2 ຄົນ, ບ້ານແສນຫຼວງ ແລະ ບ້ານຫ້ວຍຢາງ ບ້ານລະ 1 ຄົນ
  • ເມືອງວຽງຄໍາ,ມີ 2 ຄົນ, ທັງສອງຄົນແມ່ນພະນັກງານດ່ານໜ້າ

+ແຂວງບໍລິຄໍາໄຊ 25 ຄົນ

  • ເມືອງປາກຊັນ ມີ  9 ກໍລະນີ , ບ້ານມີໄຊ 6 ຄົນ, ບ້ານນາຈິກ 2 ຄົນ, ນໍ້າງຽບ 1 ຄົນ
  • ເມືອງປາກກະກິງ, 3 ຄົນ
  •  ທົ່ງນາມີ 8 ຄົນ,  ບ້ານຫ້ວຍໄຮ 3 ຄົນ, ບ້ານຫ້ວຍໄຮ ແລະ ຫ້ວຍເພັດ ບ້ານລະ 1 ຄົນ

+ແຂວງໄຊສົມບູນ 16 ຄົນ:

  •  ເມືອງອະນຸວົງ, ບ້ານໂພນພະ ມີ 11 ຄົນ
  • ເມືອງລ້ອງຊານ, ບ້ານສັນປາຕອງ ມີ 05 ຄົນ

+ແຂວງສະຫວັນນະເຂດ  9 ຄົນ

  • ນະຄອນໄກສອນ ມີ 08 ຄົນ, 05 ບ້ານຄື: ບ້ານດົງນາຄໍາ ມີ 02 ຄົນ ,ບ້ານທ່າແຮ່ ມີ 02 ຄົນ ,     ບ້ານໜອງຜື ມີ 02 ຄົນ, ບ້ານຊອກ ມີ 01 ຄົນ ,      ບ້ານໂພນສະຫວ່າງໃຕ້ ມີ 01 ຄົນ.
  • ເມືອງຈໍາພອນ, ຫຼັກ 35 ມີ 01 ຄົນ

ແຂວງຈໍາປາສັກ 9 ຄົນ

  • ນະຄອນປາກເຊ, ມີ 07 ບ້ານ (08 ຄົນ)

–    ບ້ານໂພນກຸງ ມີ 02 ຄົນ

–    ບ້ານກັນເກີງ ມີ 01 ຄົນ , ບ້ານຫ້ວຍຍາວຄໍາ ມີ 01 ຄົນ

–    ບ້ານແກ້ວສໍາພັນ 1 ຄົນ

–    ບ້ານໂພນສະຫວັນ ມີ 01 ຄົນ

–    ບ້ານສະໜາມໄຊ ມີ 01 ຄົນ

–    ບ້ານໂຊກອໍານວຍ ມີ 01 ຄົນ (

  • ເມືອງໂພນທອງ, ບ້ານສະໝໍລຽບ ມີ 01 ຄົນ

+ແຂວງສາລະວັນ 4 ຄົນ:
+ແຂວງບໍ່ແກ້ວ 1 ຄົນ

ນະຄອນຫຼວງວຽງຈັນລາຍລະອຽດກົດອ່ານທີ່ລິ້ງ: https://th0lakhong.com/37740/

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.

ລາຍລະອຽດຜູ້ຕິດເຊື້ອໃໝ່ ນະຄອນຫຼວງວຽງຈັນ 239 ຄົນ ຢູ່ແຕ່ລະບ້ານ

ນະຄອນຫຼວງ 239 ຄົນ: ມາຈາກ 80 ບ້ານ, ໃນ 7 ເມືອງ

-ເມືອງຈັນທະບູລີ, ມີ 19 ຄົນ, 10 ບ້ານ ຄື:

  • ບ້ານສີສະຫວາດ
  • ດົງໝ້ຽງ
  • ທ່ັງສາງນາງ
  • ສະຫວ່າງ
  • ຫ້ວຍຫົງ,
  • ໜອງປີງ
  • ຮ່ອງຄ້າ
  • ຮ່ອງໄກ່ແກ້ວ
  • ໂພນສະຫ່ວາງ
  • ໂພນຕ້ອງຈອມມະນີ.

-ເມືອງສີໂຄດຕະບອງ, ມີ 27 ຄົນ, 19 ບ້ານຄື:

  • ບ້ານຂຸນຕາທົ່ງ
  • ສີບຸນເຮືອງທ່າ
  • ດ່ານຄຳ
  • ດົງນາໂຊກເໜືອ
  • ຕາດທອງ
  • ນາຄຳ
  • ຍາພະ
  • ທົ່ງປົ່ງ
  • ນາແຮ່
  • ປາກທ້າງ
  • ວັດໄຕທົ່ງ,
  • ໜອງສະໂນຄຳ
  • ໜອງດ້ວງ
  • ໜອງບົວທອງເໜືອ
  • ອຸບມຸງ
  • ໂນນແກ້ວ
  • ໂພສີ
  • ໂພນສະຫວາດໃຕ້
  • ໂພນສົມບູນ

-ເມືອງໄຊເສດຖາ, ມີ 143 ຄົນ, 20 ບ້ານຄື:

  • ບ້ານ ຄຳສະຫວາດ (ຄ້າຍຄຸມຂັງ),
  • ຈອມມະນີ
  • ສະພານທອງເໜືອ
  • ສະພັງໝໍ້
  • ສີສັງວອນ
  • ສົມສະຫງ່າ
  • ຊຽງດາ
  • ນາສ້າງໄພ
  • ຝາຍ
  • ຫົວຂົວ
  • ຮ່ອງແກ
  • ເມືອງນ້ອຍ
  • ແສງສະຫວ່າງ
  • ໂຊກຄຳ
  • ໂຊກນ້ອຍ
  • ໂຊກໃຫ່ຍ
  • ໂນນສະຫວັນ
  • ໂນນຫວາຍ
  • ໂພນສະຫວ່າງ
  • ໂພນພະເນົາ.

-ເມືອງສີສັດຕະນາກມີ, ມີ 13 ຄົນ, 8 ບ້ານຄື:

  • ບ້ານຈອມເພັດໃຕ້
  • ສີບຸນເຮືອງ
  • ທົ່ງພານທອງ
  • ພະໄຊ
  • ພັນໝັ້ນ
  • ໂພນສີນວນ
  • ໂພນປ່າເປົ້້າ
  • ໄຊສະຖານ.

-ເມືອງໄຊທານີ, ມີ 20 ຄົນ, 11 ບ້ານຄື:

  • ບ້ານດອນໜູນ
  • ດົງໝາກຄາຍ
  • ທ່ານາກ
  • ທ່າຈຳປາ
  • ທົ່ງມັ່ງ
  • ພະຂາວ
  • ໜອງພະຍາ
  • ອຸດົມຜົນ
  • ໂນນບໍ່ແກ້ວ
  • ໄຊ
  • ໄຊສະຫວ່າງ.

-ເມືອງຫາດຊາຍຟອງ, ມີ 15 ຄົນ, 11 ບ້ານຄື: 

  • ສົມສະໜຸກ
  • ດອນຂະຊາຍ
  • ດອນຝ້າຍ
  • ດົງໂພນເລົາ
  • ດົງໂພນແຮ່
  • ທ່ານາ
  • ນາໄຫ
  • ຫ້ອມ
  • ຫາດຊາຍຂາວ
  • ຫາດຊາຍຟອງ
  • ໂຄກຊາຍ .

-ເມືອງສັງທອງ, ມີ 1 ບ້ານ: ປາກຕອນ

ສຸດເສົ້າ! ຜູ້ເສຍຊີວິດໃໝ່ມີອາຍຸນ້ອຍສຸດ 16 ປີ ລາຍງານວັນທີ 19 ຕຸລາ 2021

ຕາມການລາຍງານຂອງຄະນະສະເພາະກິດປະຈຳວັນທີ 19 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີລາຍງານຜູ້ຕິດເຊື້ອໃໝ່ຈາກໂຄວິດ-19 ຕື່ມອີກ 5 ຄົນ ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 45 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 35 ປີ, ອາຊີບ: ກໍາມະກອນ, ບ້ານທ່າດິນແດງເໜຶອ,  ເມືອງໄຊທານີ, ນະຄອນຫຼວງວຽງຈັນ

  • ວັນທີ 24 ສິງຫາ 2021: ຜູ້ກ່ຽວໄດ້ເຂົ້າຝາກສູນດັດສ້າງ
  • ໄດ້ສັກຢາວັກຊີນ J &J
  • ມີພະຍາດປະຈຳຕົວ:  ມີບັນຫາທາງພະຍາດລະບົບຫາຍໃຈ, ຊື່ງລັກສະນະຂອງຜູ້ກ່ຽວເປັນຄົນຈ່ອຍຜ່ອມ ແລະ ຂາດສານອາຫານ
  • ມີອາການປວດຕາມຕົນໂຕ ແລະ ເຈັບຫົວຕະຫລອດ
  • ວັນທີ 12 ຕຸລາ 2021: ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນຜົນກວດອອກມາພົບເຊື້ອ
  • ໄລຍະເວລາຕິດຕາມ ແລະ ປິ່ນປົນ ແຕ່ວັນທີ 12-17/10/2021 ເປັນເວລາ 07 ມື້.
  • ມາຮອດເວລາ 14:00 ນາທີ ຂອງວັນທີ 17/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ .

ຜູ້ທີ 2: ເພດຊາຍ, ອາຍຸ 65 ປີ, ອາຊີບ:ຊາວນາ, ບ້ານຫຼັກ 35, ເມືອງຈໍາພອນ, ແຂວງສະຫວັນນະເຂດ.

  • ຍັງບໍ່ທັນໄດ້ຮັບການສັກຢາວັກຊິນເທື່ອ
  • ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ມາໄດ້ 10 ປີ ແລະ ກິນຢາປະຈໍາ
  • ເວລາ 12:40 ໂມງ ຂອງວັນທີ 17 ຕຸລາ 2021: ຄົນເຈັບໄດ້ມາກວດ ໂດຍຜ່ານຈຸດຂັດກອງສຸກເສີນ ຂອງໂຮງໝໍແຂວງ ຍ້ອນມີອາການໄຂ້, ໄອ, ອິດເມື່ອຍ, ຫາຍໃຈຝືດ ເປັນມາໄດ້ 05 ວັນ.
  • ໄດ້ເກັບຕົວຢ່າງກວດຫາເຊື້ອ COVID 19 ໃນເບື້ອງຕົ້ນດ້ວຍ rapid antigen test (-)
  • ເວລາ 13:00 ໂມງ: ຄົນເຈັບໄດ້ໄປນອນຢູ່ຕຶກຂັດກອງ ດ້ວຍອາການຫາຍໃຈຍາກ, ອິດເມື່ອຍ, ເຫື່ອໃຄຄາວຊຶມ ແລະ ກະວົນກະວາຍ ແລະ ລໍຖ້າຜົນກວດຫາເຊື້ອພະຍາດໂຄວີດ-19ດ້ວຍ PCR
  • ເວລາ 10:00 ໂມງຂອງວັນທີ  18 ຕຸລາ 2021:  ຜູ້ກ່ຽວນອນປີ່ນປົວຢູ່ຕຶກຂັດກອງ ແລະ ມີອາການ ອິດເມື່ອຍ ແລະ ສະຕິງ້ວງນອນຊຶມ,  ຄົນເຈັບມີອາການຫາຍໃຈຍາກ (ຫາຍໃຈປາ), ມີອາການກໍ່າແຫຼ້, ບໍ່ຮູ້ສະຕິ ໄດ້ນອນແຍກຢູ່ຫ້ອງມໍລະສຸມ, ແພດໝໍໄດ້ພະຍາຍາມສຸມທຸກກຳລັງເພື່ອປີ່ນປົວເຊີດຊູແຕ່ອາການຜູ້ກ່ຽວບໍ່ດີຂື້ນ ແລະ ຄົນເຈັບໄດ້ເສຍຊີວິດໃນເວລາຕໍ່ມາ ແລະ   ຜົນກວດ PCR ພົບຕິດເຊື້ອພະຍາດໂຄວິດ-19

ຜູ້ທີ່3:   ເພດຊາຍ, ອາຍຸ 16 ປີ, ອາຊີບ: ນັກຮຽນ, ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ

  • ຄົນເຈັບແຂງແຮງດີ, ບໍ່ມີພະຍາດປະຈໍາໂຕ, ຊ່ວງມີການລະບາດຂອງພະຍາດ ຄົນເຈັບຫລີ້ນແຕ່ໂທລະສັບຢູ່ໃນຫ້ອງຄົນດຽວ, ກິນດື່ມບໍ່ປົກະຕິ
  • ວັນທີ 17 ຕຸລາ 2021: ໄຂ້,ໄອ ແລະ ຫາຍໃຈຫອບ
  • ເວລາ 17 ໂມງ 00 ນາທີ ຂອງວັນທີ 18 ຕຸລາ 2021 : ຄົນເຈັບຫາຍໃຈຫອບຫຼາຍ, ແໜ້ນເອິກແຮງ ຈື່ງໄດ້ເຂົ້າມາໂຮງໝໍເມືອງແກ້ວອຸດົມ ພ້ອມທັງເກັບຕົວຢ່າງ ຜົນກວດພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ນໍາສົງເຂົ້າສູນປີ່ນປົວໂຄວິດໂພນໂຮງ ເວລາ 19 ໂມງ 30 ນາທີ 
  • ຄົນເຈັບ ງ້ວງຊຶມ ອ່ອນເພຍ, ຫາຍໃຈຫອບຕື້ນ , ຕົນໂຕລາຍ, ກໍ່າແຫຼ້ຕາມຮີມສົບ, ຕີນມືເຢັນ, ເຫືອຊຶມ ອາການຊີວິດບໍ່ດີ, ແພດໝໍໄດ້ສຸມທຸກກຳລັງເຊີດຊູ ແຕ່ອາການບໍ່ຕອບສະໜອງ ແລະ ເສຍຊີວິດ ເວລາ 01 ໂມງ 30 ນາທີ ຂອງວັນທີ 19 ຕຸລາ 2021

ຜູ້ທີ່4:    ເພດຍີງ ອາຍຸ 66 ປີ, ອາຊີບ: ຫວ່າງງານ.  ບ້ານ ຫ້ວຍນ້ຳເຢັນ  ເມືອງ  ນາຊາຍທອງ  ແຂວງ  ນະຄອນຫລວງ

  • ຜູ້ກ່ຽວ ຕິດເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ ໃນວັນທີ 12/10/2021.
  • ພະຍາດປະຈຳຕົວ:  ເບົາຫວານ,ຄວາມດັນເລືອດສູງ ແລະ ມີນ້ຳໃນທ້ອງ(ບໍ່ຮູ້ສາເຫດ).
  • ບໍ່ໄດ້ສັກວັນຊີນມາກ່ອນ.
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນເປັນເວລາ 7 ວັນ ແຕ່ວັນທີ 12/10/2021-18/10/2021, ໄລຍະເວລາປີ່ນປົວຜູ້ກ່ຽວກໍ່ມີອາການໜັກມາແຕ່ເບື້ອງຕົ້ນ, ແພດໝໍໄດ້ປີ່ນປົວ ແລະ ຕິດຕາມຢ່າງໃກ້ຊິດ, ຮອດເວລາ 13:00 ໂມງຂອງວັນທີ 18/10/2021 ຜູ້ກ່ຽວໄດ້ມີອາການໜັກລົງ ແພດໝໍໄດ້ສຸມທຸກກຳລັງເພື່ອເຊີດຊູແຕ່ຜູ້ກ່ຽວບໍ່ຕອບສະໜອງ ແລະ ເສຍຊີວິດລົງ.

ຜູ້ທີ່ 5: ເພດຍິງ, ອາຍຸ 51 ປີ, ອາຊີບ: ແມ່ເຮືອນ, ບ້ານໂພນໄຊ, ນະຄອນຫລວງພະບາງ, ແຂວງຫລວງພະບາງ

  • ໄດ້ຮັບການສັກຢາວັກຊີນຊີໂນຟາມຄົບ 02 ເຂັມ
  • ພະຍາດປະຈໍາຕົວ: ພະຍາດເບົາຫວານ, ໜາກໄຂ່ຫຼັງຊຸດໂຊມ
  • ວັນທີ 12 ຕຸລາ 2021: ຜູ້ກ່ຽວ ໄດ້ເຂົ້າມານອນປີ່ນປົວ ຢູ່ໂຮງໝໍແຂວງຫລວງພະບາງ ຍ້ອນອາການຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ແລະ ໃນມື້ດຽວກັນນັ້ນ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19
  • ວັນທີ 13 ຕຸລາ 2021: ຜົນກວດພົບເຊື້ອພະຍາດໂຄວິດ-19
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 12-18 ຕຸລາ 2021 ເປັນເວລາ 09 ວັນແພດໝໍໄດ້ສຸມທຸກກຳລັງເພື່ອປີ່ນປົວເຊີດຊູຜູ້ກ່ຽວ ຮອດ  ເວລາ 17 ໂມງ 55 ນາທີ ຂອງວັນທີ 18 ຕຸລາ 2021: ຜູ້ກ່ຽວບໍ່ມີອາການຕອບສະໜອງແລະ ໄດ້ເສຍຊີວິດ.

ເຫັນແລ້ວສົບຜູ້ສູນຫາຍ ຈາກເຫດເຮືອຫຼົ້ມ ຢູ່ອ່າງນ້ຳໄຜ່ ບ້ານໜອງພູນໄຊ ເມືອງລ້ອງແຈ້ງ

ພົບເຫັນໝົດແລ້ວ 5 ສົບຈາກເຫດການເຮືອຫຼົ້ມ ທີ່ອ່າງນ້ຳໄຜ່, ບ້ານໜອງພູນໄຊ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ

ວັນ 17 ຕຸລາ2021 ເວລາ ປະມານ6ໂມງ ຕອນເຊົ້າ ການຈັດຕັ້ງຂັ້ນເມືອງ, ອ້າຍນ້ອງທະຫານກອງພັນ 468, ການຈັດຕັ້ງທຸກພາກສ່ວນຂອງບ້ານ ແລະ ຍາດພີ້ນ້ອງ ໄດ້ຄົ້ນພົບເຫັນ 2 ສົບ ຟູຂຶ້ນມາໜ້ານ້ຳ ສົບ ນາງ ວຽງ ອາຍຸ 55 ປີ ຜູ້ເປັນແມ່ດອງ ພົບເຫັນໄກຈາກຈຸດເກີດເຫດປະມານ 20 ແມັດ ແລະ ສົບ ນາງ ສອນ ອາຍຸ21ປີ ເປັນລູກໄພ ພົບເຫັນໄກຈາກຈຸດເກີດເຫດປະມານ 200 ກວ່າແມັດ ຕອນແລງຂອງມື້ດຽວກັນພົບເຫັນ ສົບ ທ້າວ ທອງພັນ ອາຍຸ 63 ປີ ຜູ້ເປັນພໍ່ ແລະ ນາງ ເດັກ ອາຍຸ 28 ປີ ຜູ້ເປັນລູກ ຟູຂື້ນມາ ຢູ່ຈຸດເຮືອຫຼົ້ມ ແລະ ຕອນເຊົ້າ ມື້ນີ້.

ນັບເປັນມື້ທີ່ 5 ຫຼັງຈາກການເກີດອຸບັດຕິເຫດເຮືອຫຼົ້ມ ໃນວັນທີ 13 ຕຸລາ ຜ່ານມາ ແລະ ໄດ້ພົບເຫັນອີກ 1ສົບ ສຸດທ້າຍ ຄື ທ້າວ ດວງ ອາຍຸ 22 ປີ ຊື່ງພົບເຫັນໄກຈາກຈຸດເກີດເຫດ ປະມານ100ກວ່າແມັດ ທັງໝົດການຈັດຕັ້ງບ້ານ,ຍາດຕິພີ້ນ້ອງ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມ ໄດ້ເຮັດພິທີຮີດຄອງທາງສາສະໜາຢູ່ທີ່ແຄມອ່າງນ້ຳໄຜ່ໃກ້ຈຸດເກີດເຫດເປັນທີ່ຮຽບຮ້ອຍແລ້ວ ທ້າຍນີ້ຂໍ ສະແດງຄວາມເສົ້າສະຫຼົດໃຈເສຍໃຈມາຍັງຄອບຄົວຍາດພີ້ນ້ອງຜູ້ເສຍຊີວີດດ້ວຍ.

ຂໍ້ມູນ: ສື່ເພື່ອສັງຄົມ All in All

ລາຍງານຜູ້ຕິດເຊື້ອໃໝ່ວັນທີ 19 ຕຸລາ 2021

ຕາມການລາຍງານຂອງເພຈ ສູນຂ່າວສານການແພດສຸຂະສຶກສາໃຫ້ຮູ້ວ່າ: ເສຍຊີວິດໃໝ່ +ຄົນ ແລະ ກວດພົບຜູ້ຕິດເຊື້ອໃໝ່ 657 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

  • ນະຄອນຫຼວງ: 239 (ຊຸມຊົນ)
  • ຫຼວງພະບາງ: 72 (ຊຸມຊົນ)
  • ບໍ່ແກ້ວ: 1 (ຊຸມຊົນ)
  • ວຽງຈັນ: 155 (ຊຸມຊົນ)
  • ບໍລິຄໍາໄຊ: 25 (ຊຸມຊົນ)
  • ໄຊສົມບູນ: 16 (ຊຸມຊົນ)
  • ຄໍາມ່ວນ: 126 (ຊຸມຊົນ)
  • ສາລະວັນ: 4 (ຊຸມຊົນ)
  • ສະຫວັນນະເຂດ: 10 ຄົນ, 1 ນໍາເຂົ້າ ແລະ 9 ຊຸມຊົນ
  • ຈໍາປາສັກ: 9 (ຊຸມຊົນ)

ຮູບຈາກເພຈ ສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດຜູ້ເສຍຊີວິດທັງ 5 ກົດອ່ານຢູ່ລິ້ງ: https://th0lakhong.com/37736/

ປົກປັກຮັກສາ ແລະ ຮັກຫອມທາງລົດໄຟລາວ-ຈີນ ຮັບປະກັນຄວາມປອດໄພດ້ານການດໍາເນີນການ ແລະ ຄວາມປອດໄພຂອງຄົນ

ຜ່ານຄວາມດຸໝັ່ນຂະຫຍັນແຂງມາເປັນເວລາຫຼາຍປິ ຂອງປະຊາຊົນສອງຊາດ ລາວ-ຈີນ,ໃນຂະນະນີ້,ທາງລົດໄຟລາວ-ຈີນກໍໃກ້ຈະເປີດດຳເນີນການແລ້ວ,ວຽກງານກໍ່ສ້າງທາງລົດໄຟກໍໃກ້ຈະສໍາເລັດຢ່າງຈົບງາມ.ຫຼັງທີ່ທາງລົດໄຟເປີດການບໍລິການແລ້ວ, ການດໍາເນີນການທາງລົດໄຟໃຫ້ມີຄວາມປອດໄພ ແມ່ນສິ່ງທີ່ປະຊາຊົນລາວ-ຈີນສອງປະເທດໃຫ້ສຳຄັນສູງ.

ການສະໜອງໄຟຟ້າໃຫ້ແກ່ລະບົບຈ່າຍໄຟເໜືອຫົວ ແລະ ສາຍໄຟຕາມເສັ້ນທາງລົດໄຟໃຫ້ເປັນປົກກະຕິ ແລະ ໝັ້ນຄົງແມ່ນເປັນການຮັບປະກັນຄວາມປອດໄພໃນການເປີດດໍາເນີນການທາງລົດໄຟທີ່ສໍາຄັນ,ການທໍາລາຍວັດສະດຸອຸປະກອນໄຟຟ້າຂອງທາງລົດໄຟບໍ່ພຽງແຕ່ເປັນອັນຕະລາຍຕໍ່ຄວາມປອດໄພດ້ານການດໍາເນີນການຂອງທາງລົດໄຟ ແຕ່ຍັງຈະເຮັດໃຫ້ເກີດເຫດການໄຟຟ້າຊັອດຈົນເຖິງແກ່ຊີວິດໄດ້.

ເຄື່ອງອຸປະກອນໄຟຟ້າຂອງທາງລົດ ໄຟລາວ-ຈີນ ເລີ່ມມີການຊັກນໍາໄຟຟ້າຕັ້ງແຕ່ ເດືອນ 8 ປີ 2021 ນີ້, ສ່ວນລະບົບຈ່າຍໄຟ ເໜືອຫົວ ແມ່ນຈະເລີ່ມຊັກນໍາໄຟຟ້າແຕ່ຕົ້ນເດືອນ 10 ເປັນຕົ້ນໄປ,ເພື່ອຮັບປະກັນໃຫ້ທາງລົດໄຟລາວ-ຈີນສາມາດເປີດການບໍລິການໄດ້ຕາມກໍານົດ ແລະ ຮັບປະກັນດ້ານຄວາມປອດໄພຂອງປະຊາຊົນ ແລະ ຄວາມປອດໄພໃນການດໍາເນີນການ ສະນັ້ນ, ທາງລົດໄຟລາວ-ຈີນ ຈໍາກັດຈຶ່ງຂໍແຈ້ງເຕືອນມາຍັງພໍ່ແມ່ພີ່ນ້ອງປະຊາຊົນທັງປວງໃຫ້ປະຕິບັດຕາມກົດລະບຽບດ້ານຄວາມປອດໄພດັ່ງຕໍ່ໄປນີ້:

1.ຫ້າມລັກ,ທໍາລາຍສາຍເຄເບິ້ນ,ສາຍໄຟຂອງທາງລົດໄຟ ແລະ ເຄື່ອງອຸປະກອນ ລະບົບຈ່າຍໄຟເໜືອຫົວ ແລະ ເຄື່ອງຕິດຕັ້ງໄຟຟ້າອື່ນໆ ຢ່າງເດັດຂາດ. ກໍລະນີຫາກພົບເຫັນ ນອກຈາກຈະໃຫ້ຊົດເຊີຍຄ່າເສຍຫາຍທາງເສດຖະກິດແລ້ວ ຍັງຈະຕ້ອງມອບໃຫ້ໜ່ວຍງານກົດໝາຍທີ່ກ່ຽວຂ້ອງດໍາເນີນຄະດິຕາມກົດໝາຍ.

2.ມວນຊົນໃນສັງຄົມຖ້າຫາກພົບເຫັນເຄື່ອງອຸປະກອນໄຟຟ້າຂອງທາງລົດໄຟຖືກລັກ, ທໍາລາຍ,ມ້າງເພ,ເກີດອັກຄີໄຟ ແລະ ອື່ນໆ,ຈະຕ້ອງໄດ້ລາຍງານຕໍ່ພະນັກງານທີ່ຢູ່ໃນສະຖານີທີ່ໃກ້ຄຽງ ຫຼື ເຈົ້າໜ້າທີ່ຕໍາຫຼວດທີ່ຮັບຜິດຊອບດ້ານຄວາມປອດໄພຂອງທາງລົດໄຟທັນທີ.

3.ຫ້າມຖິ້ມ ຫຼື ໂຍນ ວັດຖຸສິ່ງຂອງໃສ່ລະບົບຈ່າຍໄຟເໜືອຫົວ ຂອງທາງລົດຢ່າງເດັດຂາດ, ຫ້າມປັດສະວະໃສ່ສາຍສົ່ງກາງຫາວທີ່ຢູ່ບໍລິເວນຂົວເທິງທາງລົດໄຟເດັດຂາດ.

4.ຫ້າມປ່ອຍວ່າວ, ລູກປູມເປົ້າ ແລະ ວັດຖຸທີ່ສາມາດລອຍໃນອາກາດພາຍໃນຂອບເຂດ 500 ເເມັດ ທັງສອງເບື້ອງຂອງລະບົບຈ່າຍໄຟເໜືອຫົວ ຢ່າງເດັດຂາດ.

5.ຫ້າມປີນໄຕ່ຂຶ້ນເສົາໄຟຟ້າທີ່ຢູ່ຕາມທາງລົດໄຟ ຫຼື ຕິດຕັ້ງອຸປະກອນຕ່າງໆໃສ່ເທິງເສົາໄຟຟ້າ.

6.ຫ້າມຂຸດດິນ,ຕອກເສົາເຂັມ,ເຈາະຂຸດຄົ້ນ ຫຼື ປ່ອຍນ້ຳເປື້ອນ,ຖີ້ມຂີ້ເຫຍື້ອຍ ແລະ ວັດຖຸຕ່າງໆທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງທາງລົດໄຟພາຍໃນຂອບເຂດ 20 ເເມັດ
ຂອງເສົາໄຟຟ້າ ແລະ ຫ້າມດຶງສາຍໄຟ, ສາຍເຄເບິ້ນທີ່ຢູ່ອ້ອມຂ້າງຕາມແລວທາງລົດໄຟຢ່າງເດັດຂາດ.

7.ຫ້າມສໍາພັດກັບລະບົບຈ່າຍໄຟເໜືອຫົວຂອງທາງລົດໄຟຢ່າງເດັດຂາດ.

8.ຖ້າຫາກພົບເຫັນສາຍໄຟລະບົບຈ່າຍໄຟເໜືອຫົວ ຂາດ ແລະ ຊິ້ນສ່ວນຂອງມັນມີການເປ່ເພເສຍຫາຍ ຫຼື ມີປາຍຂອງສາຍໄຟ,ສາຍເຊືອກ ແລະ ວັດຖຸຕ່າງໆທີ່ແຂວນຫ້ອຍຢູ່ເທິງລະບົບຈ່າຍໄຟເໜືອຫົວ ແມ່ນຫ້າມບໍ່ໃຫ້ໄປສໍາພັດເດັດຂາດ ໃນເວລາດຽວກັນນັ້ນໃຫ້ຮັກສາໄລຍະຫ່າງຄວາມປອດໄພ 10 ແມັດ ຂຶ້ນໄປ. ຖ້າຫາກພົບເຫັນສິ່ງຜິດປົກກະຕິຕ້ອງລາຍງານຕໍ່ສະຖານີທີ່ໃກ້ຄຽງໃຫ້ທັນເວລາ.

9.ຫ້າມຈູດປ່າ, ລ້ຽງສັດ, ປູກພືດພັນ ແລະ ປູກຕົ້ນໄມ້ອື່ນໆ ພາຍໃນຂອບເຂດຮັກສາຄວາມປອດໄພຂອງແລວທາງລົດໄຟຢ່າງເດັດຂາດ ເຊິ່ງຈະສົ່ງຜົນກະທົບຕໍ່ຄວາມປອດໄພຂອງເສັ້ນທາງລົດໄຟ ແລະ ການແລ່ນລົດໄຟ.

10.ບຸກຄົນທີ່ບໍ່ເເມ່ນພະນັກງານທາງລົດໄຟ, ຫ້າມເຂົ້າໄປໃນຮົ້ວປ້ອງກັນຂອງທາງລົດໄຟ ແລະ ສະຖານນີໄຟຟ້າແບບຂັບເຄື່ອນຂອງທາງລົດໄຟຢ່າງເດັດຂາດ, ຫ້າມເຂົ້າໄປຫຼິ້ນ, ລ້ຽງສັດ ຫຼື ຢືນຈຶ້ງຢູ່ພາຍໃນຖະໜົນທາງລົດໄຟ ຢ່າງເດັດຂາດ.

11.ບຸກຄົນທີ່ບໍ່ແມ່ນພະນັງການທາງລົດໄຟ, ຫ້າມເຂົ້າໄປໃນອາຄານຄວບຄຸມລະບົບໄຟຟ້າຂອງທາງລົດໄຟຢ່າງເດັດຂາດ, ຫ້າມບໍ່ໃຫ້ຈັບສະວິດສ໌ ຫຼື ປຸ່ມຕ່າງໆເພື່ອຫຼີກຫຼ່ຽງບໍ່ໃຫ້ມີຜົນກະທົບຕໍ່ການດໍາເນີນງານຂອງອຸປະກອນ ແລະ ນໍາໄປສູ່ບັນຫາຄວາມປອດໄພຂອງການຂັບຂີ່ຂອງລົດໄຟ ແລະ ຄວາມປອດໄພຂອງຄົນ.

ນໍາເຂົ້າ 5 ຊຸມຊົນ 280 ຕິດເຊື້ອລາຍງານ 18 ຕຸລາ 2021

ວັນທີ 17/10/21 ໄດ້ກວດວິເຄາະທັງໝົດ 3637 ຕົວຢ່າງ, ນະຄອນຫຼວງ 1454 ຕົວຢ່າງ, ສະຫວັນນະເຂດ 376, ຈໍາປາສັກ 104, ຫຼວງພະບາງ 569, ຄໍາມ່ວນ 243. ນໍາເຂົ້າ 5 , ຕິດໃນຊຸມຊົນ 280.

ກວດພົບເຊື້ອ 285 ຕົວຢ່າງ ມີດັ່ງນີ້:

  1. – ນະຄອນຫຼວງ: 85 ໃນນີ້ມີ 2 (ນໍາເຂົ້າ) ແລະ 83 (ຊຸມຊົນ)
  2. – ຫຼວງພະບາງ: 101 (ຊຸມຊົນ)
  3. – ໄຊຍະບູລີ: 2 (ນໍາເຂົ້າ)
  4. – ບໍ່ແກ້ວ: 3 (ຊຸມຊົນ)
  5. – ຫຼວງນໍ້າທາ: 8 (ຊຸມຊົນ)
  6. – ອຸດົມໄຊ: 1 (ຊຸມຊົນ)
  7. – ວຽງຈັນ: 17 (ຊຸມຊົນ)
  8. – ບໍລິຄໍາໄຊ: 1 (ຊຸມຊົນ)
  9. – ໄຊສົມບູນ: 1 (ຊຸມຊົນ)
  10. – ຄໍາມ່ວນ: 24 (ຊຸມຊົນ)
  11. – ສາລະວັນ: 14 (ຊຸມຊົນ)
  12. – ສະຫວັນນະເຂດ: 16 ໃນນີ້ມີ 1 (ນໍາເຂົ້າ) ແລະ 15 (ຊຸມຊົນ)
  13. ຈໍາປາສັກ: 12 ຊູມຊົນ

.

ລາຍງານມື້ນີ້ ເສຍຊີວິດ +2 ຄົນ ຕິດເຊື້ອໃໝ່ +296 ຄົນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 17 ຕຸລາ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດຈາກໂຄວິດ-19 ເພີ່ມອີກ 2 ຄົນ ແລະ ກວດພົບຕິດເຊື້ອໃໝ່ທັງໝົດ 296 ຄົນ (ນຳເຂົ້າ 13 ຄົນ)

-ລາຍລະອຽດຄົນເຈັບເສຍຊີວິດ 2 ຄົນ ດັ່ງນີ້:

-ຜູ້ທີ່ 1:

  • ເພດຊາຍ, ອາຍຸ 69 ປີອາຊີບ: ນັກທຸລະກິດ
  • ບ້ານຈອມມະນີ, ເມືອງໄຊເສດຖາ,
  • ນະຄອນຫລວງວຽງຈັນ, ຜ່ານມາ ຍັງບໍ່ໄດ້ຮັບວັກຊີນປ້ອງກັນເຊື້ອໂຄວິດ-19.
  • ພະຍາດປະຈໍາຕົວ ມີພະຍາດຊັກບ້າຫມູ, ເບົາຫວານ ແລະ ຄວາມດັນເລືອດສູງ.
  • ຜູ້ກ່ຽວເປັນຄົນເຈັບນອນປິ່ນປົວຢູ່ພະແນກລະບົບປະສາດ ຂອງໂຮງຫມໍມິດຕະພາບ ແຕ່ວັນທີ 26/09/2021
  • ວັນທີ 29 ກັນຍາ 2021 ໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ ຈິ່ງໄດ້ຍ້າຍ ເຂົ້ານອນປິ່ນປົວຢູ່ພະແນກຊືມເຊື້ອໂຮງຫມໍມິດຕະພາບ ໃນວັນທີ 02/10/2021.
  • ມາຮອດເວລາ 06:14 ນາທີ ຂອງວັນທີ 16/10/2021 ຜູ້ກ່ຽວໄດ້ເສຍຊີວິດ.

-ຜູ້ທີ 2:

  • ເພດຊາຍ, 33 ປີ, ອາຊີບ: ຫວ່າງງານ, ສັນຊາດ ມຽນມາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ.
  • ຜູ້ກ່ຽວ ມີພະຍາດປະຈໍາຕົວ ເບົາຫວານ, ຜ່ານມາຍັງບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19.
  • ມີອາການໄຂ້, ໄອ ແລະ ເຈັບຄໍ ໄດ້ປະມານ 01 ອາທິດ ແຕ່ຜູ້ກ່ຽວຊື້ຢາກິນເອງ
  • ວັນທີ 25/09/2021: ໄດ້ເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19
  • ວັນທີ 26/09/2021: ຜົນກວດພົບເຊື້ອໂຄວິດ-19 ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງຫມໍສະຫນາມ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ໄລຍະເວລານອນປິ່ນປົວ ຢູ່ມໍລະສຸມຂອງໂຮງຫມໍດັ່ງກ່າວ (ຜູ້ກ່ຽວ ບໍ່ໄດ້ໃຫ້ການຮ່ວມໃນການປິ່ນປົວເທົ່າທີ່ຄວນ). ວັນທີ 15/10/2021 ເວລາ 2ໂມງ ຜູ້ກ່ຽວໄດ້ເສຍຊີວິດ ຢູ່ໂຮງຫມໍສະຫນາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ.

ສຳລັບຂໍ້ມູນໂດຍຫຍໍ້ ກ່ຽວກັບຄົນຕິດເຊື້ອໃຫມ່ 296 ຄົນ ມີດັ່ງນີ້:

ສໍາລັບການຕີດເຊື້ອໃນຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 13 ຄົນ ຄື: ນະຄອນຫຼວງ 7 ຄົນ, ສະຫວັນນະເຂດ 4 ຄົນ, ສາລະວັນ 1 ຄົນ ແລະ ໄຊຍະບູລີ 1 ຄົນ ນັ້ນແມ່ນ ໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິ ເວນ ຂອງແຕລະ ແຂວງ ເລີ້ມ ແຕ່ມື້ເດີນທາງເຂົ້າມາສປປລາວ, ເມືອຜົນກວດເປັນບວກພວກກ່ຽວຈະ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້

-ການຕິດເຊື້ອພາຍໃນປະເທດ ຈໍານວນ 283 ຄົນ ເຊິ່ງຈະລາຍງານຈາກແຂວງຕາມລໍາດັບທີ່ມີການຕິເຊື້ອສູງຄືດັ່ງນີ້:

1.ນະຄອນຫຼວງ 105 ຄົນ ມາຈາກ 42 ບ້ານ, ໃນ 8 ເມືອງ:

  • ເມືອງຈັນທະບູລີ ມີ 03 ບ້ານ (04 ກໍລະນີ)
  • ເມືອງສີໂຄດຕະບອງ ມີ 10 ບ້ານ (16 ກໍລະນີ)
  • ເມືອງໄຊເສດຖາ ມີ 10 ບ້ານ (14 ກໍລະນີ)
  • ເມືອງສີສັດຕະນາກມີ 09 ບ້ານ (16 ກໍລະນີ)
  • ເມືອງນາຊາທອງ ມີ 01 ບ້ານ (26 ກໍລະນີ) ເມືອງໄຊທານີ ມີ 04 ບ້ານ (18 ກໍລະນີ)
  • ເມືອງຫາດຊາຍຟອງ ມີ 04 ບ້ານ (05 ກໍລະນີ)
  • ເມືອງ ປາກງື່ມ ມີ 01 ບ້ານ (01 ກໍລະນີ)
  • ສືບຕໍ່ເອົາຂໍ້ມູນ 12 ກໍລະນີ

2.ຫຼວງພະບາງ 49 ຄົນ

  • ນະຄອນຫຼວງພະບາງ ມີ 9 ບ້ານ (37 ກໍລະນີ) – ບ້ານຜາສຸກ ມີ 12 ກໍລະນີ, ບ້ານຜາໂອ ມີ 12 ກໍລະນີ ບ້ານນາສໍາພັນ ມີ 4 ກໍລະນີ, ບ້ານໂພສີ ມີ 3 ກໍລະນີ ບ້ານໂພນສະອາດ ມີ 2 ກໍລະນີ, ບ້ານຂາມຢ່ອງ, ບ້ານຄົກວ່າ, ບ້ານນາຫຼວງ, ບ້ານປ່ອງຄໍາ ມີ ບ້ານລະ 1 ກໍລະນີ.
  • ເມືອງຊຽງເງິນ ມີ 1 ບ້ານ (ບ້ານ ດອນໂມ ມີ 3 ກໍລະນີ) • ເມືອງງອຍ ມີ 3 ບ້ານ (3 ກໍລະນີ), ວັດສົບຮຸນ, ບ້ານຫນອງຂຽວ ແລະ ບ້ານພູຫຼວງ ມີ ບ້ານ ລະ 1 ກໍລະນີ
  • ເມືອງຈອມເພັດ ມີ 1 ບ້ານ ຫນອງຈອງ) ມີ 3 ກໍລະນີ • ເມືອງນ້ໍາບາກ ມີ 1 ບ້ານ (ບ້ານໂພສະອາດ) ມີ 2 ກໍລະນີ

3.ແຂວງວຽງຈັນ 47 ຄົນ

  • ເມືອງແກ້ວອຸດົມ, ມີ 35 ຄົນ, 13 ບ້ານ: ບ້ານແສງສະຫວ່າງ ມີ 10 ຄົນ, ບ້ານພູເຂົາຄໍາ ມີ 06 ຄົນ, ບ້ານໂພນຄໍາ ມີ 04 ຄົນ, ມີ 12 ຄົນຈາກບ້ານຖິ່ນແກ້ວ, ບ້ານທ່າຊັນ, ບ້ານນາປູນ, ບ້ານວຽງແກ້ວ, ບ້ານຫ້ວຍໂຂງ ແລະ ບ້ານຫາດທາ ມີບ້ານລະ 02 ຄົນ, ມີ 04 ຄົນ ຈາກບ້ານທ່າລາດ, ບ້ານນາແຊະ, ບ້ານໂພນມ່ວງ ແລະ ບ້ານໃຫມ່ ມີບ້ານລະ 11 ຄົນ
  • ເມືອງໂພນໂຮງ, ມີ 08 ຄົນ, 02 ບ້ານ: ມີ 06 ຄົນຈາກບ້ານນາໂພໃຕ້ ແລະ ບ້ານໂພນງາມ ມີບ້ານລະ 03 ຄົນ – ມີ 02 ຄົນ ຈາກບ້ານນາເລົ່າ ແລະ ບ້ານໂພນໂຮງ ມີບ້ານລະ 01 ຄົນ ເມືອງວຽງຄໍາ, ມີ 02 ຄົນ, 02 ບ້ານ ມີ 02 ຄົນ ຈາກບ້ານໂພນຫມີ ແລະ ບ້ານນາມິນ ມີບ້ານລະ 01 ຄົນ
  • ເມືອງທຸລະຄົມ, ບ້ານນາແພງ ມີ 02 ຄົນ

4.ຈໍາປາສັກ 24 ຄົນ:

  • ເມືອງໂພນທອງ ມີ 13 ຄົນ: 03 ບ້ານ ບ້ານສະຫມໍລຽບ ມີ 08 ຄົນ, ບ້ານໂພໄຊ ມີ 04 ຄົນ ບ້ານວັດຫໍພະແກ້ວ ມີ 01 ຄົນ
  • ນະຄອນປາກເຊ ມີ 06 ຄົນ, 03 ບ້ານ: ບ້ານປາກເຊ ມີ 03 ຄົນ – ບ້ານສະຫນາມໄຊ ມີ 02 ຄົນ – ບ້ານໂພນງາມ ມີ 01 ຄົນ, ເມືອງບາຈຽງຈະເລີນສຸກ, ບ້ານຫ້ວຍລືສີ ມີ 03 ຄົນ, ເມືອງຊະນະສົມບູນ, ບ້ານສະຜ່າຍກາງ ມີ 61 ຄົນ
  • ເມືອງປາກຊ່ອງ, ບ້ານຫຼັກ 48 ມີ 01 ຄົນ

5.ບໍ່ແກ້ວ 20 ຄົນ

  • ເມືອງຕົ້ນເຜີ້ງ ມີ 15 ຄົນ
  • ເຂດພັດທະນາສາມລຽມຄໍາ ມີ 14 ຄົນ – ບ້ານຄ້ວານສາມຫຼ່ຽມຄໍາ ມີ 01 ຄົນ
  • ເມືອງຫ້ວຍຊາຍ, ບ້ານນ້ໍາປ່ອງ ມີ 03 ຄົນ,
  • ເມືອງຜາອຸດົມ, ບ້ານໂພນໄຊ ມີ 02 ຄົນ ມີປະຫວັດເດີນທາງມາແຕ່ນະຄອນຫລວງວຽງຈັນຄົນ

6.ຄໍາມ່ວນ 15 ຄົນ

  • ເມືອງທ່າແຂກ ມີ 08 ຄົນ ບ້ານສຸກສະຫວັນ ມີ 3 ຄົນ, ບ້ານຫນອງຜື ມີ 3 ຄົນ ບໍລິສັດຕັງຈະເລີນ (ກວດຄັ້ງທີ 2) ມີ 2 ຄົນ
  • ເມືອງຄູນຄໍາ, ບ້ານຜາຊ້າງ ມີ 6 ຄົນ
  • ເມືອງຫນອງບົກ, ບ້ານຫນອງບົກ ມີ 1 ຄົນ

7.ສາລະວັນ 12 ຄົນ

  • ມືອງສາລະວັນ ມີ 12 ຄົນ, 04 ບ້ານ, ບ້ານນາກົກໂພ ມີ 05 ຄົນ – ບ້ານເຕົ້າປູນ 65 ຄົນ, ມີ 02 ຄົນ ຈາກບ້ານຫຼັກສອງ ແລະ ບ້ານໂພນແກ້ວ ມີບ້ານລະ 01 ຄົນ

8.ສະຫວັນນະເຂດ 8 ຄົນ ເມືອງອຸທຸມພອນ, ບ້ານໄຊຍະເພັດ ມີ 05 ຄົນ

9.ບໍລິຄໍາໄຊ 2 ຄົນ

  • ເມືອງປາກກະດິງ ມີ 02 ຄົນ, 02 ບ້ານ, ບ້ານນ້ໍາສ້າງ ມີ 01 ຄົນ – ບ້ານທົ່ງນາມີ ມີ 61 ຄົນ

10.ຫຼວງນໍ້າທາ 1 ຄົນ ບ້ານດອນຄູນ, ເມືອງນ້ໍາທາ, ແຂວງຫຼວງນໍ້າທາ ຊື່ງໄດ້ສໍາຜັດໄກ້ຊິດກັບກໍລະນີຕິດເຊື້ອ ບ້ານຂອນ, ເມືອງນ້ໍາທາ, ແຂວງຫຼວງນ້ໍາທາ ທີ່ໄດ້ເດີນທາງມາຈາກນະຄອນຫຼວງພະບາງ, ແຂວງຫລວງພະບາງ ເພື່ອກັບແຂວງຫຼວງນໍ້າທາ.

Nissan TERRA ລຸ້ນສືບທອດລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ

ລົດ SUV ຂະໜາດ 7 ບ່ອນນັ່ງ ເພື່ອຕອບສະໜອງຄວາມຕ້ອງການລົດ SUV ອະເນກປະສົງທີ່ເພີ່ມຂຶ້ນໃນອາຊີຕາເວັນອອກສຽງໃຕ້.

ເດືອນຕຸລາ ປີ 2021 – ບໍລິສັດ Tan Chong Motor (Lao) Co. Ltd. (“TCML”), ຕົວແທນຈໍາໜ່າຍພາຫະນະຂອງ Nissan ພຽງໜຶ່ງດຽວ ໃນ ສປປ ລາວ ແລະ ເປັນບໍລິສັດລູກຂອງ Tan Chong Motor Holdings Berhad (Malaysia), ມີແຜນຈະເປີດໂຕແລະວາງຈໍາໜ່າຍລົດ Nissan Terra ລຸ້ນໃໝ່ໃນໄວໆນີ້ ຫຼັງຈາກເປີດໂຕໄປແລ້ວໃນບາງປະເທດເຂດອາຊີຕາເວັນອອກສຽງໃຕ້.

ລົດ Nissan Terra ໃໝ່ ແມ່ນເປັນລຸ້ນສືບທອດຕະກຸນລົດ SUV ຂອງ Nissan ທີ່ມີມາຢ່າງຍາວນານກວ່າ 60 ປີ ທີ່ປະກອບມີບັນດາລຸ້ນຕ່າງໆທີ່ໜ້າຈົດຈໍາເຊັ່ນ: Nissan Patrol, Nissan Safari, Nissan Terrano ແລະ Nissan Xterra.

ລຸ້ນ “Patrol” ເປັນລຸ້ນທໍາອິດທີ່ຖືກວາງຈໍາໜ່າຍໃນປີ 1951 ແລະ ມີຍອດຂາຍດີຕະຫຼອດຈົນຮອດປີ 1980.

ລຸ້ນ Nissan Safari 4WD Hardtop Standard roof AD ຖືກຜະລິດຈໍຳໜ່າຍຕັ້ງແຕ່ປີ 1980 ຮອດປີ 1985.

ລຸ້ນ Nissan Terrano ເປັນລົດ SUV ຂະໜາດກາງທີ່ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1986 ຫາປີ 1995.

ລຸ້ນ Nissan Terrano II ຖືກຜະລິດຈໍຳໜ່າຍນັບຕັ້ງແຕ່ປີ 1993 ຫາປີ 2006.

Nissan ໄດ້ນໍາສະເໜີລຸ້ນ X-Terra’s ສູ່ທ້ອງຕະຫຼາດ ນັບຕັ້ງແຕ່ປີ 1999 ເຖິງປີ 2015.

Nissan ໄດ້ເປີດໂຕລົດ premium SUV ໃນປີ 2018, ລົດ all-new Nissan Terra ດັ່ງກ່າວ ຖືກຜະລິດທີ່ໂຮງງານຜະລິດທີ່ປະເທດໄທ ເພື່ອຈໍາໜ່າຍໃນຕະຫຼາດອາຊີຕາເວັນອອກສຽງໃຕ້ ທີ່ລວມເອົາເຄື່ອງຍົນທີ່ມີຄຸນະພາບລະດັບຕົ້ນໆ ໃສ່ກັບດ້ານໃນຂອງລົດທີ່ກວ້າງຂວາງສະດວກສະບາຍ ແລະ ມີລະບົບຂັບເຄື່ອນລົດທີ່ທັນສະໄໝອັນລ່າສຸດຂອງ Nissan ທີ່ໃຫ້ລູກຄ້າສາມາດເດີນທາງດ້ວຍຄວາມໝັ້ນໃຈໃນທຸກໆການເດີນທາງ.

ປີ 2021 – ລຸ້ນ New Nissan TERRA ໃໝ່ ຈະຖືກວາງຈໍາໜ່າຍໃນ ສປປ ລາວ ໃນໄວໆນີ້ ແລະ ຈະບໍ່ພຽງແຕ່ຮັກສາມາດຕະຖານໃນການປະຢັດນໍ້າມັນ, ການປະຕິບັດງານ, ຄວາມນິ້ມນວນ, ຄວາມສະດວກສະບາຍ, ເທັກໂນໂລຢີ AI, ຄວາມປອດໄພ, ຄວາມຫຼູຫຼາ ແລະ ຄວາມປະທັບໃຈໃນການຂັບຂີ່ ເທົ່ານັ້ນ, ແຕ່ຍັງມີລາຄາທີ່ເປັນມິດ ແລະ ມີລາຍລະອຽດພາຍນອກ ແລະ ພາຍໃນທີ່ສະດຸດຕາ ອີກດ້ວຍ.  

ລົດລຸ້ນ New Nissan TERRA ໃໝ່ ຈະມີການວາງຈໍາໜ່າຍພາຍໃນ 2-3 ອາທິດນີ້, ລົດລຸ້ນດັ່ງກ່າວ ມີການອອກແບບຮູບຊົງດ້ານໜ້າແບບ V-motion  ທີ່ໃຫຍ່ ແລະ ເງົາງາມຂຶ້ນ ພ້ອມດ້ວຍອົງປະກອບພາຍໃນທີ່ມີຄຸນະພາບສູງ. ພ້ອມນີ້, ເທັກໂນໂລຢີໃນການຂັບເຄື່ອນອັດຊະລິຍະລ່າສຸດຂອງ Nissan ກໍຖືກນໍາມາໃຊ້ໃນລົດ SUV ໃໝ່ນີ້.

ທ່ານສາມາດເຂົ້າຢ້ຽມຊົມໃນເວັບໄຊທ໌ www.nissan-lao.la/ ຫຼື ຕິດຕາມ Facebook Page ຂອງ Nissan Laos ທີ່ fb.com/NissanLaos/ ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບລົດ Nissan ທຸກໆລຸ້ນ.