Home Blog Page 142

ການລະບາດພະຍາດໂຄວິດ-19 ຮອບໃໝ່ທີ່ບັນດາປະເທດໃນຍູໂຣບກຳລັງປະເຊີນ

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 26 ພະຈິກ 2021, ລາຍງານໂດຍ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໄດ້ໃຫ້ຊາບວ່າ:

ຕໍ່ສະພາບຂອງການລະບາດຮອບໃໝ່ທີ່ບັນດາປະເທດໃນຍູໂຣບກຳລັງປະເຊີນໜ້ານັ້ນ, ໄດ້ມີລາຍງານຂອງການປ່ຽນແປງພັນທຸກຳຂອງເຊື້ອຈຸລາໂລກ ໂຄວິດ 19 ຊຶ່ງເພີ່ນໃສ່ລະຫັດ B.1.1.5.29 ຊຶ່ງກາຍພັນກ່ວາ ສາຍພັນແດນຕາ. ສາຍພັນໃໝ່ແມ່ນກຳລັງລະບາດໃນຂົງເຂດອາຟຣິກາໃຕ້ ແລະ ເປັນທີ່ຕາຈັບຕາຂອງບັນດາຜູ້ຊ່ຽວຊານທົ່ວໂລກ ເພາະການປ່ຽນແປງພັນທຸກຳແມ່ນເກີດຂື້ນໂດຍສະເພາະໃນຂົງເຂດທີ່ເປັນໜາມຂອງເຊື້ອໂຄວິດ(spike protein) ຊື່ງເຮັດໃຫ້ການຕິດເຊື້ອໄດ້ໄວ ແລະ ງ່າຍຂື້ນກ່ວາເກົ່າ ນອກຈາກນັ້ນຍັງເຮັດໃຫ້ສາຍພັນໃໝ່ນີ້ສາມາດຫຼົບຫຼີກລະບົບພຸມປ້ອງກັນຂອງຮ່າງກາຍຄົນເຮົາໄດ້.

ລາຍລະອຽດຜູ້ຕິດເຊື້ອໃໝ່ມື້ນີ້ +4 ແລະ ຜູ້ຕິດເຊື້ອໃໝ່ທົ່ວປະເທດ.

 ຈາກການຖະແຫຼງຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 26 ພະຈິກ 2021 ໃຫ້ຮູ້ວ່າ

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,509 ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງວຽງຈັນ 856 ຄົນ ໃນ 204 ບ້ານ ແລະ 9 ເມືອງ
  • ຫຼວງພະບາງ ມີ 134 ຄົນ ໃນ 43 ບ້ານ ແລະ 8 ເມືອງ
  • ແຂວງວຽງຈັນ ມີ 107 ຄົນ ໃນ 31 ບ້ານ ແລະ 9 ເມືອງ
  • ໄຊຍະບູລີ ມີ 74 ຄົນ ໃນ 12 ບ້ານ ແລະ 2 ເມືອງ
  • ບໍ່ແກ້ວ ມີ 70 ຄົນ ໃນ 27 ບ້ານ ແລະ 4 ເມືອງ
  • ສະຫວັນນະເຂດ ມີ 63 ຄົນ ໃນ 28 ບ້ານ ແລະ 5 ເມືອງ
  • ຈຳປາສັກ ມີ 48 ຄົນ ໃນ 25 ບ້ານ ແລະ 3 ເມືອງ
  • ອຸດົມໄຊ ມີ 42 ຄົນ ໃນ 13 ບ້ານ ແລະ 2 ເມືອງ
  • ບໍລິຄຳໄຊ ມີ 36 ຄົນ ໃນ 4 ບ້ານ ແລະ 2 ເມືອງ
  • ຫົວພັນ ມີ 21 ຄົນ ໃນ 6 ບ້ານ ແລະ 2 ເມືອງ
  • ເຊກອງ ມີ 13 ຄົນ ໃນ 1 ບ້ານ ແລະ 1 ເມືອງ
  • ສາລະວັນ ມີ 12 ຄົນ ໃນ 7 ບ້ານ ແລະ 3 ເມືອງ
  • ຫຼວງນ້ຳທາ ມີ 11 ຄົນ, ໃນ 3 ບ້ານ ແລະ 1 ເມືອງ
  • ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 4 ເມືອງ
  • ຄຳມ່ວນ ມີ 5 ຄົນ ໃນ 14 ບ້ານ ແລະ 3 ເມືອງ
  • ຊຽງຂວາງ ມີ 5 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  • ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
  • ອັດຕະປື 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແມ່ນມີ 1 ຄົນຈາກແຂວງບໍລິຄຳໄຊ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 25 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 68,832 ຄົນ, ເສຍຊີວິດສະສົມ 148 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 761ຄົນ ແລະ ກໍາລັງປິ່ນປົວ 10,981

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 64 ປີ, ອາຊີບ: ແມ່ເຮືອນ, ບ້ານນາຂ່າ, ເມືອງນາຊາຍທອງ,  ນະຄອນຫລວງວຽງຈັນ.

  • ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ
  • ເລີ່ມວັນທີ 25 ພະຈິກ 2021:  ມີອາການຖອກທ້ອງ, ອິດເມື່ອຍ ແລະ ໝົດສະຕິໄປໂຮງໝໍເມືອງນາຊາຍທອງ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ພົບເຊື້ອໄດ້ຖືກນຳສົ່ງໄປໂຮງໝໍມິດຕະພາບເພື່ອປີ່ນປົວ ແຕ່ຄົນເຈັບໄດ້ເສຍສະຕິ ແພດໄດ້ແຍ່ທໍ່ຊ່ວຍຫາຍໃຈ ເພື່ອເຊີດຊູຄົນເຈັບ
  • ຮອດວັນທີ 25 ພະຈິກ 2021ເວລາ 10:30 ຂອງ: ຄົນເຈັບ ໄດ້ເສຍຊີວິດ
  • ຜູ້ທີ 2: ເພດຍິງ, ອາຍຸ 72 ປີ, ບ້ານຄໍາຮຸ່ງ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ
  • ມີພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ນໍ້າຖ້ວມປອດ ແລະ ມີອາການຕິດເຊື້ອ.
  • ສັກຢາວັກຊີນຄົບ
  • ວັນທີ 20 ພະຈິກ 2021: ມີອາການໄອ, ອິດເມື່ອຍ, ຫາຍໃຈຝືດ ແລະ ນອນພຽງບໍ່ໄດ້
  • ວັນທີ 23 ພະຈິກ 2021: ມາຮອດສຸກເສີນຂອງໂຮງໝໍມິດຕະພາບ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ຜົນກວດ ແມ່ນພົບເຊື້ອ ແລະ ໄດ້ເຂົ້ານອນຕິດຕາມ
  • ວັນທີ 23-25 ພະຈິກ 2021, ເປັນເວລາ 03 ວັນ
  • ວັນທີ 25 ພະຈິກ 2021ມາຮອດເວລາ 19:14 ນາທີ ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3: ເພດຍິງ, ອາຍຸ 44 ປີ, ບ້ານຫ້ວຍກໍ້, ເມືອງຈອມເພັດ, ແຂວງຫຼວງພະບາງ

  • ບໍ່ມີພະຍາດປະຈຳຕົວ ແລະ ບໍ່ໄດ້ສັກວັກຊີນ
  • ວັນທີ 08 ພະຈິກ 2021: ຜົນກວດພົບເຊື້ອ ແລ້ວເຂົ້ານອນຕິດຕາມ ຢູສູນເຂື່ອນນ້ຳຂອງ ເມືອງຈອມເພັດ ແຂວງຫຼວງພະບາງ
  • ວັນທີ 15 ພະຈິກ 2021: ໄດ້ນໍາສົ່ງຄົນເຈັບຈາກສູນເຂື່ອນນ້ຳຂອງ ເມືອງຈອມເພັດ ມາໂຮງໝໍແຂວງດ້ວຍອາການອິດເມື່ອຍ,  ມີອາການບວມຕາມແຂ່ງຂາ ແລະ ໃບໜ້າ.
  • ເວລາ 8:10 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບມີອາການອິດເມື່ອຍ
  • ຕໍ່ມາຄົນເຈັບມີອາການໜັກຂື້ນ ຈຶ່ງນຳສົ່ງເຂົ້າຫ້ອງ ICU ແລະ ເສຍຊີວິດໃນເວລາຕໍ່ມາ

ຜູ້ທີ 4 ເພດຍິງ, ອາຍຸ 51 ປີ, ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ພະຍາດປະຈຳໂຕ: ເບົາຫວານ
  • ໄດ້ສັກວັກຊີນສອງເຂັມຄົບ
  • ເວລາ 23:30ໂມງຂອງວັນທີ 24 ພະຈິກ 2021: ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ.
  • ມາຮອດເວລາ 21:05 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ກອງປະຊຸມສຸຂະພາບໜຶ່ງດຽວ ຄັ້ງທີ 10 ເພື່ອເຝົ້າລະວັງ 5 ພະຍາດ

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາໃຫ້ຮູ້ວ່າ: ກອງປະຊຸມສຸຂະພາບໜຶ່ງດຽວ ຄັ້ງທີ 10 ສຸຂະພາບໜຶ່ງດຽວແມ່ນນອນຢູ່ໃນແຜນງານທີ 2 ຂອງກະຊວງສາທາລະນະສຸກ, ເປັນພະຍາດທີ່ເຝົ້າລະວັງ ໂດຍສະເພາະພະຍາດຈາກສັດສູ່ຄົນເປັນຕົ້ນແມ່ນ ພະຍາດວໍ້, ໄຂ້ຫວັດສັດປີກ, ພະຍາດລໍຊໍ (ພົບໃນຊີ້ນສັດ), ໄຂ້ຍ່ຽວໜູ, ພະຍາດປາກເປື່ອຍລົງເລບ (ພົບໃນງົວ, ຄວາຍ) ຊຶ່ງໄດ້ຈັດບູລິມະສິດກິດຈະກໍາ ເຂົ້າໃນການເຝົ້າລະວັງໃນ 5 ພະຍາດນີ້ ແລະ ມີຄາດໝາຍຕົວຊີ້ວັດໃນປີ 2030 ແມ່ນພະຍາດວໍ້ ຮ່ວມກັບຂະແໜງການກະສິກຳ, ຂະແໜງການສິ່ງແວດລ້ອມ ແລະ ຂະແໜງການອື່ນໆ.

ປະທານກອງປະຊຸມໂດຍທ່ານ ດຣ. ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ກິແກ້ວ ສິງນາມວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍອົງການສາກົນທີ່ກ່ຽວຂ້ອງ ນະຄອນຫຼວງວຽງຈັນ, 25 ພະຈິກ 2021.

ຍັງໜັກຄືເກົ່າ! ນະຄອນຫຼວງວຽງຈັນມື້ນີ້ +856

ຈາກສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ

ສະຫະປະຊາຊາດ ຮັບຮອງເອົາ ສປປ ລາວ ອອກຈາກລາຍຊື່ປະເທດດ້ອຍພັດທະນາແລ້ວ!

ຕາມການລາຍງານ ຂອງ United Nations ໃຫ້ຊາບວ່າ: ໃນວັນທີ 24 ພະຈິກ 2021 ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ໄດ້ຮັບຮອງເອົາ 3 ປະເທດ ໃຫ້ຫຼຸດພົ້ນອອກຈາກ ສະຖານະປະເທດດ້ອຍພັດທະນາ ເຊິ່ງລວມມີ ສປປ ລາວ, ບັງກະລາເທດ ແລະ ເນປານ.

​ໃນ​ມະຕິ​ກອງ​ປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ​ໄດ້​ຕັດສິນ​ໃຈ​ ຈັດ​ 3 ​ປະ​ເທດ ​ບົນ​ພື້ນຖານ​ທີ່​ພິ​ເສດ, ​ໂດຍ​ໃຫ້ມີ​ໄລຍະ​ກະກຽມ ເປັນເວລາ 5 ປີ ​(ປົກກະຕິ 3 ປີ) ເພື່ອກ້າວອອກຈາກສະຖານະ ປະເທດດ້ອຍພັດທະນາ ໂດຍສະເພາະ ແມ່ນການຟື້ນຟູ ແລະ ຜັນຂະຫຍາຍ ບັນດາຍຸດທະສາດ ເພື່ອຕອບໂຕ້ ຜົນກະທົບອັນໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19.

ຖືວ່າເປັນຂ່າວດີຫຼາຍ ແລະ ຈະກາຍເປັນບາດກ້າວສຳຄັນທີ່ສຸດ ຂອງລາວເຮົາ.

ດີຕໍ່ໃຈ! ສະຖານທູດລາວ ປະຈໍາປະເທດຝຣັ່ງ ມອບພາສປອດ ໃຫ້ ບີນລີ ເກດແກ້ວພົມພອນ

ສະຖານທູດລາວ ປະຈໍາປະເທດຝຣັ່ງ ມອບ ໜັງສືເດີນທາງລາວ (Passport) ແລະ ຊຸດເຄື່ອງນຸ່ງທີມຊາດ ໃຫ້ ບີນລີ ເກດແກ້ວພົມພອນ, ນັກກິລາເຊື້ອຊາດລາວ ເພື່ອລຸຍສຶກ AFF SUZUKI CUP 2020 ທີ່ສິງກະໂປ​ ຈັດຂຶ້ນລະຫວ່າງວັນທີ 5 ທັນວາ 2021 ຫາວັນທີ 1 ມັງກອນ 2022​ທັບນັກເຕະທີມຊາດລາວຊຸດໃຫຍ່ ມີ 30​ ຄົນ​ ເຊິ່ງມີລາຍຊື່ຂອງ ບິນລີ້ ເກດແກ້ວພົມພອນ​ ໃນລາຍຊື່ກອງໜ້າ.

ໃນວັນທີ່ 25 ພະຈິກ 2021 ໂດຍຕ່າງໜ້າ ໃຫ້ ສະຫະພັນ ບານເຕະລາວ ໃນພິທີ ຈັດຂື້ນເປັນ ພິເສດ ຢູ່ຫ້ອງຮັບແຂກ ສະຖານ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດ ຝຣັ່ງ ທ່ານ ຢົງ ຈັນທະລັງສີ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ສປປ ລາວ ປະຈຳປະເທດ ຝຣັ່ງ ໄດ້ ມອບ ປື້ມຜ່ານແດນທາງການ (Passport) ສປປ ລາວ ພ້ອມດ້ວຍ ເສື້ອເລກ 21 ຂອງ ທີມຊາດ ສປປ ລາວ ໃຫ້ແກ່ ທ່ານ ບີນລີ ເກດແກ້ວພົມພອນ ນັກເຕະບານອາຊີບ ສາຍສອງ ສັງກັດຢູ່ ສະໂມສອນ USL Dunkerque ທາງພາກເໜືອ ຂອງ ປະເທດ ຝຣັງ.ທ່ານ ບີນລີ ເກດແກ້ວພົມພອນ ແມ່ນລູກຫລານຊາວລາວເຮົາ ທີ່ດຳລົງຊີວິດ ຢູ່ປະເທດ.

ບີນລີ ເກີດຢູ່ເມືອງ Champigny-sur-Marne ໃນປີ 1990 ແລະ ໄດ້ເລິ້ມຕົ້ນເປັນນັກກີລາ ອາຊີບ ຢູ່ ສະໂມສອນ Paris Racing Club ກ່ອນຖືກສົງໄປຮຽນຢູ່ ໂຮງຮຽນ Clairefontaine ເຊີ່ງເປັນໂຮງຮຽນນັກກີລາບານເຕະດີເດັ່ນລະດັບຊາດ ຂອງ ປະເທດ ຝຣັ່ງ ໃນປີ 2006. ພາຍຫລັງໜື່ງປີ ໄດ້ຍ້າຍໄປ ສະໂມສອນ RC Strasbourg. ໃນປີ 2011 ໄດ້ເຊັນສັນຍາ ກັບ ສະໂມສອນ FC Sion ແຫ່ງປະເທດ ສະວິດສ ແລະ ຕໍ່ມາກໍ່ເຂົ້າສັງກັດ ສະໂມສອນ ຂອງ ເມືອງ Tour (ປະເທດ ຝຣັ່ງ).

ຮອດປີ 2015 ມາເຕະໃຫ້ ສະໂມສອນ Anger SCO, AJ Auxerre ແລະ SO Cholet ກ່ອນຈະມາເຕະໃຫ້ ສະໂມສອນ USL Denkerque.ນັບວ່າ ຄັ້ງທຳອິດທີ່ ບີນລີ ເກດແກ້ວ ໄດ້ຖືກຄັດເລືອກ ເຂົ້າໃນທີມຊາດລາວ ເພື່ອເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2020 ຫລຶ AFF SUZUKI CUP 2020. ສຳລັບຄວາມພ້ອມຂອງທີມຊາດລາວ ຊຸດໃຫຍ່ ໄດ້ມີການເກັບໂຕຝຶກຊ້ອມມາແຕ່ຕົ້ນເດືອນກັນຍາ ຜ່ານມາ ທີ່ສະໜາມກິລາ ແຫ່ງຊາດ (ຫຼັກ16) ໂດຍໄດ້ກຳນົດຄັດເລືອກນັກກິລາມີທັງໝົດ 46 ຄົນ, ໃນນັ້ນ ຄັດເລືອກນັກກິລາ 30 ຄົນສຸດທ້າຍເຂົ້າຮ່ວມການແຂ່ງຂັນ , ສຳລັບລາຍຊື່ນັກກິລາ 30 ຄົນສຸດທ້າຍມີ ລາຍຊື່ນັກກິລາ ກອງຫນ້າ ປະສົບການສູງ ບິນລີ້ເກດແກ້ວພົມພອນ ນັກເຕະເຊື້ອສາຍລາວ ທີ່ຫລິ້ນໃນລີກ 2 ປະເທດຝຣັ່ງ ຮ່ວມທີມ ປະສົມປະສານກັບນັກເຕະທີ່ມີປະສົບປະການສູງຫລາຍຄົນນຳໂດຍ ສຸກອາພອນ ວົງຈຽງຄຳ, ມິດສະດາ ສາຍໃຕ້ຟ້າ ແລະ ພຸດທະໄຊ ໂຄຈະເລີນ ທີ່ຫລິ້ນໃນລີກ ຂອງປະເທດໄທ, ມະໂນລົມ ເພັດພັກດີ, ພາຍໃຕ້ການຄຸມທີມຂອງ ທ່ານ ຊີວວາຣັດ ເວນກາດາລຳ ( Selvaraj S/O Vengadalam ) ຫົວຫນ້າຄູຝຶກທີມຊາດລາວ ຊາວສິງກະໂປ ໂດຍມີ ທ່ານ ກັນລະຍາ ສີສົມຫວັງ ແລະ ທ່ານ ນາງ ພອນທິບ ແສງມະນີ ເປັນຜູ້ຊ່ວຍຄູຝຶກ. ການແຂ່ງຂັນຄັ້ງນີ້ແມ່ນຈະແຕກຕ່າງຈາກການແຂ່ງຂັນແຕ່ລະຄັ້ງທີ່ຜ່ານມາ, ແຕ່ລະທີມສາມາດສົ່ງລາຍຊື່ນັກກິລາໄດ້ 30 ຄົນສຸດທ້າຍ ໂດຍໃນແຕ່ລະນັດສາມາດສົ່ງລາຍຊື່ 23 ຄົນ, ເພື່ອປະຕິບັດຕາມມາດຕະການປ້ອງກັນ COVID-19 ຂອງປະເທດສິງກະໂປ ແລະ ເພື່ອໃຫ້ລັດຖະບານສິງກະໂປ ຍົກເວັ້ນການກັກຕົວ 14 ມື້.

ຂໍ້ມູນຂ່າວໂດຍ: ສະຖານທູດລາວ ປະຈໍາປະເທດ ຝຣັ່ງ

ມ.ຊ ສຳເລັດການສອບເສັງທາງໄກເປັນຄັ້ງທຳອິດ ຄັດເລືອກເອົານັກສຶກສາເຂົ້າຮຽນປະຈຳສົກສຶກສາ 2021-2022

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກເອົານັກສຶກສາ ປະຈຳສົກສຶກສາ 2021-2022. ຜ່ານທາງລະບົບທາງໄກ (ອອນລາຍ) ຂຶ້ນໃນວັນທີ 25 ພະຈິກ 2021, ໂດຍມີຈຸດສູນລວມຄະນະກຳມະການຕັ້ງຢູ່ທີ່ສະໂມສອນຂອງສະຖາບັນຂົງຈື ມ.ຊ ໂດຍການໃຫ້ກຽດລົງຕິດຕາມການສອບເສັງຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມ.ຊ, ມີບັນດາທ່ານຮອງອະທິການບໍດີ, ບັນດາຄະນະກຳມະການຮັບຜິດຊອບການສອບເສັງຜ່ານທາງລະບົບອອນລາຍ ພ້ອມດ້ວຍບັນດາຄະນະກຳມະການທັງ 12 ຈຸດເຂົ້າຮ່ວມ.

ໃນສົກສຶກສາ 2021-2022 ນີ້ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງ ມ.ຊ ຈຶ່ງໄດ້ຫັນປ່ຽນຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (ລະບົບອອນລາຍ) ໂດຍນຳໃຊ້ Google Platform (Gmail, Classroom, Meet and Chrome).

ໃນການສອບເສັງຄັ້ງນີ້, ມ.ຊ ກໍໄດ້ວາງແຜນ ແລະ ກຽມຄວາມພ້ອມໃນທຸກໆດ້ານ ເປັນຕົ້ນແມ່ນການພັດທະນາໂປຣແກມເພື່ອຮັບຮອງໃຫ້ການສອບເສັງມີປະສິດຕິພາບ, ການແຕ່ງຕັ້ງອະນຸກຳມະການ, ຈັດຝຶກອົບຮົມດ້ານເຕັກນິກໄອທີໃຫ້ແຕ່ລະອະນຸກຳມະການ ຊຶ່ງໄດ້ຈັດການສອບເສັງທົດລອງເຖິງ 2 ຄັ້ງເພື່ອໃຫ້ນັກສອບເສັງມີຄວາມພ້ອມ ແລະ ເຂົ້າໃຈລະບົບການສອບເສັງແບບທາງໄກ. ການສອບເສັງຄັດເລືອກເອົານັກສຶກສາໃນສົກສຶກສາ 2021-2022 ໄດ້ແບ່ງອອກເປັນ 12 ຈຸດສອບເສັງ, ມີ 91 ຈຸ, ມີ 458 ຫ້ອງສອບເສັງ, ມີກຳມະການຍາມຫ້ອງສອບເສັງຈໍານວນ 458 ທ່ານ, ຫ້ອງ 1 ບັນຈຸນັກສອບເສັງຈຳນວນ 20 ຄົນ. ມີນັກຮຽນທີ່ມີໜ້າສອບເສັງຕົວຈິງຈຳນວນ 6.625 ຄົນ, ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື ກຸ່ມ A ສອບເສັງວິຊາ ຄະນິດສາດ A, ຟີຊິກສາດ, ພາສາລາວ-ວັນນະຄະດີ, ເຄມີສາດ, ຊີວະສາດ ແລະ ພາສາອັງກິດ ມີຜູ້ສອບເສັງຕົວຈິງຈຳນວນ 2.378 ຄົນ ແລະ ກຸ່ມ B ສອບເສັງວິຊາຄະນິດສາດ B, ພາສາລາວ-ວັນນະຄະດີ, ພູມີສາດ, ປະຫວັດສາດ ແລະ ພາສາອັງກິດ; ມີຜູ້ສອບເສັງຕົວຈິງຈຳນວນ 4.249 ຄົນ, ການສອບເສັງແມ່ນຈັດຂຶ້ນພາຍໃນໜຶ່ງວັນ; ເລີ່ມຕອນເຊົ້າເວລາ 9:00 ໂມງ ເຖິງ 11:00 ໂມງ ແລະ ຕອນບ່າຍເວລາ 14:00 ໂມງເຖິງ 15:30 ນາທີ.

ທ່ານ ພຸດ ສິມມາລາວົງ ກໍໄດ້ມີຄຳເຫັນຕໍ່ການສອບເສັງແບບທາງໄກຂອງ ມ.ຊ ຊຶ່ງທ່ານໄດ້ກ່າວບາງຕອນວ່າ: ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໃນຫຼາຍດ້ານ ໂດຍສະເພາະໃນຂົງເຂດວຽກງານການສຶກສາ, ຕາມທຳມະດາແລ້ວການສອບເສັງເຂົ້າ ມ.ຊ ແມ່ນຈະຈັດຂຶ້ນໃນໄລຍະເດືອນ ກໍລະກົດ ຫາ ເດືອນ ສິງຫາ ຂອງທຸກໆປີ ແຕ່ມາໃນສົກສຶກສານີ້ ຈຳເປັນຕ້ອງໄດ້ປັບປ່ຽນຮູບແບບການສອບເສັງຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (online) ຖືເປັນຄັ້ງທຳອິດຂອງມະຫາວິທະຍາໄລແຫ່ງຊາດ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກ ແຕ່ຄະນະນຳ ແລະ ພະນັກງານ, ຄູ-ອາຈານຂອງ ມ.ຊ ກໍໄດ້ສຸມທຸກກຳລັງແຮງເພື່ອຈັດການສອບເສັງຄັ້ງນີ້ເພື່ອໃຫ້ໄດ້ຮັບຜົນສຳເລັດ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກໃນການປັບປ່ຽນການສອບເສັງກໍຕາມ ແຕ່ທາງ ມ.ຊ ກໍມີການກະກຽມຄວາມພ້ອມທັງສາມາດຮັບປະກັນໄດ້ທັງຄວາມໂປ່ງໃສ ແລະ ຄຸນນະພາບ.

ຂ່າວ-ພາບ: ມຊ

ໄຂກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການໃນ ວັນທີ25ພະຈິກ2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນ ຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ, ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນຄືນຜົນຂອງການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງແນວລາວສ້າງຊາດ ໃນໄລຍະ 5 ປີ ຜ່ານມາ ເພື່ອຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້, ພ້ອມທັງກຳນົດຄາດໝາຍລວມ, ເນື້ອໃນການຫັນປ່ຽນ ແລະ ແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ, ພິຈາລະນາ ແລະ ຮັບຮອງເອົາແຜນພັດ ທະນາອົງການແນວລາວສ້າງຊາດ 5 ປີ (2021-2025), ກົດລະບຽບແນວລາວສ້າງຊາດ ສະໄໝທີ XI ສະບັບປັບປຸງໃໝ່, ຜ່ານບົດສຳຫລວດການນຳ ພາລວມຂອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ X ແລະ ຮັບຮອງເອົາໂຄງປະກອບບຸກຄະລາກອນ ຄະນະກຳມະການສູນກາງແນວລາວສ້າງຊາດ, ທັງຜູ້ປະ ຈຳການ ແລະ ບໍ່ປະຈຳການ ສະໄໝທີ XI.

ນອກຈາກນີ້ ກອງປະຊຸມຍັງຈະໄດ້ຮັບຟັງການໂອ້ລົມຊີ້ນຳຂອງ ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ຄະນະກຳມະ ການສູນກາງແນວລາວສ້າງຊາດ ໃນການເສີມຂະຫຍາຍບົດບາດ ແລະ ສ້າງການຫັນປ່ຽນໃໝ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດຜ່ານບົດລາຍງານການເມືອງຕໍ່ກອງປະຊຸມຄັ້ງນີ້ ທ່ານ ສິນລະວົງ ຄຸດໄພທູນ ໄດ້ຍົກໃຫ້ເຫັນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງແນວລາວສ້າງຊາດ ຕະຫລອດໄລຍະ 5 ປີ ຜ່ານມາ ໄດ້ຮັບຜົນສໍາເລັດໃນຫລາຍດ້ານ ເປັນຕົ້ນ:

ຜົນແຫ່ງການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາ ໂດຍໄດ້ເປີດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງ ດອງທົ່ວປະເທດ ເຮັດໃຫ້ມາຮອດປັດຈຸບັນ ທົ່ວປະເທດສາມາດຮອງຮັບຄອບຄົວສາມັກຄີປອງດອງ ຈໍານວນ 873.875 ຄອບຄົວ, ບ້ານສາມັກຄີປອງດອງ ຈໍານວນ 5.561 ບ້ານ, ດ້ານການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນ, ຮັບຟັງຄໍາຄິດຄໍາເຫັນຂອງປະຊາຊົນ, ທັງປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ແລະ ເຮັດວຽກຕິດຕາມກໍາຫາງສຽງ ແລະ ຄໍາສະເໜີຂອງປະຊາຊົນ ເຊີ່ງ 5 ປີ ຜ່ານມາ ໄດ້ຮັບຄໍາຮ້ອງ-ຄໍາສະເໜີ ຈໍານວນ 158 ສະບັບສ່ວນໃຫຍ່ແມ່ນຂໍ້ຂັດແຍ່ງທາງທີ່ດິນ, ການປະ ຕິບັດຄໍາຕັດສິນຂອງສານ ແລະ ອື່ນໆ ໄດ້ຄົ້ນຄ້ວາ ແລະ ໃຫ້ຄໍາເຫັນຕໍ່ພາກ ສ່ວນກ່ຽວຂ້ອງ ຈໍານວນ 108 ສະບັບ, ແຈ້ງຕອບຜູ້ສະເໜີ 18 ສະບັບ ແລະ ກໍາລັງຄົ້ນຄ້ວາ 20 ສະບັບ ແລະ ອື່ນໆ.

ນອກຈາກນີ້ ປະທານສູນກາງແນວລາວສ້າງຊາດ ຍັງໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ຍາດມາໄດ້ໃນດ້ານການພົວພັນ ແລະ ຮ່ວມມືກັບອົງການພາຄີ ແລະ ພາກສ່ວນຕ່າງໆ, ດ້ານວຽກງານການທູດປະຊາຊົນ, ແລະ ການປັບ ປຸງບູລະນະດ້ານການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກຂອງອົງການແນວລາວສ້າງຊາດຂັ້ນຕ່າງໆ, ລວມເຖີງດ້ານຄົງຄ້າງ, ບາງບົດຮຽນທີ່ຖອດ ຖອນໄດ້, ທິດທາງໜ້າທີ່, ຄາດໝາຍ ແລະ ແຜນວຽກຈຸດຂອງຄະນະກໍາມະການແນວລາວສ້າງຊາດ ໄລຍະ 5 ປີ (2021-2026 ) ຕື່ມອີກ.

ສໍາລັບກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດຄັ້ງທີ XI ພາຍໃຕ້ຄໍາຂັວນ “ເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກຳລັງແຮງຂອງປະຊາຊົນທຸກຊັ້ນຄົນ, ປະກອບສ່ວນຢ່າງແຂງ ແຮງເຂົ້າໃນພາລະກິດປົກປັກຮັກສາ-ສ້າງສາປະເທດຊາດ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໃຫ້ບັນລຸຜົນເປັນຈິງ” ຈະດໍາເນີນຈົນຮອດຕອນເຊົ້າວັນທີ 26 ພະຈິກ 2021 ຈິ່ງຈະສໍາເລັດ.

ຂ່າວ: ມົດແດງນ້ອຍພາບ: ຂປລ

ປກສ ເມືອງຫາດຊາຍຟອງ ປະກາດກົງຈັກການຈັດຕັ້ງຂັ້ນໜ່ວຍງານຕຳຫຼວດລົດໄຟ

ໃນວັນທີ 23 ພະຈິກ 2021 ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ປະກາດກົງຈັກການຈັດຕັ້ງຂັ້ນໜ່ວຍງານ ຕຳຫຼວດລົດໄຟ ເພື່ອເຮັດໜ້າທີ່ບໍລິການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ສະຖານີ ແລະ ການນໍາໃຊ້ລົດໄຟລາວ-ຈີນ ຢູ່ເຂດເມືອງຫາດຊາຍຟອງໃຫ້ມີຄວາມສະຫງົບ-ປອດໄພ.

ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ທ່ານ ພັທ ວຽງທອງ ຜາງພິລະວົງ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ, ມີຫົວໜ້າພະແນກ-ຮອງຫົວໜາພະແນກ, ປກສ ກຸ່ມ ແລະ ກໍາລັງທີ່ຖືກແຕ່ງຕັ້ງ 20 ສະຫາຍ ເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ຂວັນຍືນ ສີສົມບູນ ຫົວໜ້າພະແນກການເມືອງ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 4626/ປກສ.ນວ, ລົງວັນທີ 10 ພະຈິກ 2021 ວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງໜ່ວຍງານຕຳຫຼວດລົດໄຟ ຂອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ;

ໃນນີ້ໄດ້ແຕ່ງຕັ້ງ ພັທ ຄຳໝັ້ນ ປີຍະວົງ ເປັັນຫົວໜ້າ ແລະ ແຕ່ງຕັ້ງຮອງຫົວໜ້າໜ່ວຍງານອີກ 2 ສະຫາຍ ແລະ ຂໍ້ຕົກລົງສະບັບເລກທີ 4688/ປກສ. ນວ, ລົງວັນທີ 22 ພະຈິກ 2021 ວ່າດ້ວຍການຍົກຍ້າຍ ນາຍ ແລະ ພົນຕຳຫຼວດ 13 ສະຫາຍໄປປະຈໍາຢູ່ໜ່ວຍງານຕໍາຫຼວດລົດໄຟ ປກສ ເມືອງຫາດຊາຍຟອງ.

ທ່ານ ພັທ ວຽງທອງ ຜາງພິລະວົງ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ເນັ້ນໃຫ້ຜູ້ຖືກແຕ່ງຕັ້ງເອົາໃຈໃສ່ 3 ບັນຫາຕົ້ນຕໍ

1. ຮຽກຮ້ອງໃຫ້ບັນດາສະຫາຍ ຕ້ອງມີຄວາມຕັດສິນໃຈສູງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຮັກສາຄວາມສາມັກຄີເປັນເອກະພາບ, ເຮັດວຽກຕາມຫຼັກການແບບແຜນ ແລະ ວິທີເຮັດວຽກຂອງພັກ, ຂອງກໍາລັງ ປ້ອງກັນຄວາມສະຫງົບ.

2. ຕັ້ງໃຈ ແລະ ເສຍສະຫຼະອົດທົນຜ່ານຜ່າ ເຮັດໜ້າທີ່ໃຫ້ສົມກຽດ, ສົມກັບຄະນະພັກ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄວ້ວາງໃຈ ແລະ ໃຫ້ຄວາມເຊື່ອໝັ້ນ.

3. ນາຍ ແລະ ພົນຕໍາຫຼວດ ທີ່ປະຕິບັດໜ້າທີ່ ຈົ່ງຮັກສາລະບຽບວິໄນ, ມີກິລິຍາມາລະຍາດໃນການເຮັດວຽກ, ເປັນແບບຢ່າງທີ່ດີໃຫ້ແຂກພາຍໃນ ແລະ ຕ່າງປະເທດ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ພິທີປະກາດເລື່ອນຊັ້ນຈາກພົນໂທ ຂຶ້ນເປັນພົນເອກ ໃຫ້ ທ່ານ ວິໄລ ຫຼ້າຄໍາຟອງ

ທ່ານ ວິໄລ ຫລ້າຄໍາຟອງ ໄດ້ຮັບເລື່ອນຊັ້ນເປັນພົນເອກ

ໃນວັນທີ 25 ພະຈິກ 2021 ທີ່ສະໂມສອນສະໜາມມ້າ ກະຊວງປ້ອງກັນຄວາມສະຫງົບ, ໄດ້ມີພິທີປະກາດເລື່ອນຊັ້ນຈາກພົນໂທ ຂຶ້ນເປັນພົນເອກ ໃຫ້ ທ່ານ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແລະ ປະກາດເລື່ອນຊັ້ນຈາກ ພົນຕີ ຂຶ້ນເປັນພົນໂທ ໃຫ້ທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ປະດັບຊັ້ນຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນໍາຂັ້ນສູງພັກ-ລັດ, ຄະນະບັນຊາ, ພ້ອມດ້ວຍນາຍ ແລະ ພົນຕໍາຫລວດ ອ້ອມຂ້າງສູນກາງເຂົ້າຮ່ວມຢ່າງພ້ອມພຽງ, ເພື່ອປະຕິບັດຕາມລັດຖະດໍາລັດຂອງປະທານປະເທດ ແຫ່ງ ສປປ ລາວ.

ແນວໃດກໍຕາມ, ໃນຕໍ່ໜ້າ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະພັກ-ຄະນະບັນຊາ ຂອງກໍາລັງປ້ອງກັນຄວາມສະຫງົບ ສືບຕໍ່ເອົາໃຈໃສ່ບາງບັນຫາ ເປັນຕົ້ນແມ່ນ ການຮັກສາສະເຖຍລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງ ຄົມ, ໂດຍສະເພາະ ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຂອງພັກ, ເພີ່ມທະວີວຽກງານສະກັດກັ້ນ, ທັບມ້າງທຸກກົນອຸບາຍ, ການ ເຄື່ອນໄຫວຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ລວມເຖິງບັນດາໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບ, ເອົາໃຈໃສ່ປັບປຸງແບບແຜນວິທີການເຮັດວຽກໃຫ້ສອດຄ່ອງຫລັກການ ກໍຄື ໜ້າທີ່ການເມືອງ, ແລະ ແກ້ໄຂບັນຫາໃຫ້ຈະແຈ້ງ, ເປັນລະບົບ, ອັນສໍາຄັນແມ່ນຕ້ອງເດັດຂາດແກ້ໄຂຕໍ່ການປະພຶດແບບອາຍາສິດ, ການສໍ້ລາດບັງຫລວງ, ການເຊື່ອມຖອຍທາງດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນ ທໍາປະຕິວັດປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເອົາໃຈໃສ່ການຕິດຕາມກວດກາລະ ຫວ່າງຂັ້ນເທິງກັບຂັ້ນລຸ່ມໃຫ້ເປັນປົກກະຕິ, ເຂັ້ມງວດຕາມຫລັກການ ແລະ ແກ້ໄຂຖັນແຖວພະນັກງານທີ່ປະພຶດບໍ່ດີຢ່າງເດັດຂາດ ແລະ ເຖິງຖອງ.

ນອກຈາກນີ້, ກໍເອົາໃຈໃສ່ສູ້ຊົນວຽກງານພາລາທິການກັບທີ່ຕາມເງື່ອນໄຂ, ທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ, ເພີ່ມທະວີການຮ່ວມມືກັບບັນດາປະ ເທດເພື່ອນມິດຍຸດທະສາດ ແລະ ປະເທດໃກ້ຄຽງ ເພື່ອຮ່ວມມືແກ້ໄຂຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ປາກົດການຫຍໍ້ທໍ້ຕ່າງໆ ຕາມຊາຍແດນໃຫ້ມີຄວາມສະຫງົບດີຂຶ້ນ.

ຂ່າວ: ຂປລ (ສຸພາສະຫວັນ ສີຊະນະມຸງຄຸນ), ຮູບ: ຂັນໄຊ ເຫກສົມບັດ.