Home Blog Page 141

ລາຍລະອຽດຜູ້ເສຍຊີວິດໃໝ່ ວັນທີ 28 ພະຈິກ 2021

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ຈາກໂຄວິດ-19 ໃໝ່ 5 ຄົນ ເຊິ່ງຄົນເຈັບເສຍຊີວິດ 5 ຄົນ, ລາຍລະອຽດ ດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 68 ປີ, ບ້ານຫ້ວຍສະເຫງົາ, ເມືອງວັງວຽງ, ແຂວງວຽງຈັນ ພະຍາດປະຈໍາຕົວ: ເປັນ Laryngeal cancer ໄດ້ 8 ເດືອນ ໄດ້ສັກຢາວັກຊີນ ຄົບ ວັນທີ 25 ພະຈິກ 2021: ເຂົ້າໄປນອນປິ່ນປົວຢູ່ໂຮງຫມໍ 108 ດ້ວຍອາການໄອ ແລະ ຫາຍໃຈຝືດ ພ້ອມທັງເກັບ ຕົວຢ່າງມາກວດເພື່ອຊອກຫາພະຍາດໂຄວິດ-19 ແລະ ໃຫ້ຜົນ ບວກ. ຫຼັງຈາກນັ້ນໂຮງຫມໍ 108 ໄດ້ນໍາສົ່ງຄົນເຈັບເຂົ້າສູນປິ່ນປົວ ໂຄວິດ-19 ວັງວຽງ ວັນທີ 26/11/2021 ເວລາ 12:00ນາທີ ມາຮອດເວລາ 08:00 ໂມງຂອງວັນທີ 27 ພະຈິກ 2021: ຄົນ ເຈັບບໍ່ໄດ້ສະຕິ, ບໍ່ຕອບສະຫນອງຕໍ່ການເຊີດຊແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ

ຜູ້ທີ 2: ເພດຍິງ, ອາຍຸ 81 ປີ, ບ້ານນໍ້ຮອນ, ເມືອງຫມື່ນ, ແຂວງວຽງຈັນພະຍາດປະຈໍາຕົວ: ເປັນ ແຜກະເພາະຊໍາເຮື້ອ, ປະດົງ ແລະຄວາມດັນ ເລືອດສູງ ບໍ່ໄດ້ສັກຢາວັກຊີນຄົນເຈັບມີອາການໄອ, ເມື່ອຍ, ຈິດມ້ານ ມາໄດ້ 3 ອາທິດ ຈຶ່ງໄດ ເຂົ້າໄປກວດ ແລະ ນອນປິ່ນປົວຢູ່ໂຮງຫມໍແຂວງວຽງຈັນ ວັນທີ 15 ພະຈິກ 2021 ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດ ໂຄວິດ-19 ແລະ ໃຫ້ຜົນບວກ, ວັນທີ 17 ພະຈິກ 2021: ຄອບຄົວຂໍເອົາມາບ້ານ ຕິດຕາມຢູ່ ເຮືອນ (ບ້ານນ້ໍາຮອນ, ເມືອງຫມື່ນ, ແຂວງວຽງຈັນ) ພາຍໃຕ້ ເງື່ອນໄຂ ແລະ ບົດບັນທຶກຕາມມາດຕະການສະເພາະກິດ ລະຫວ່າງຫນ່ວຍສະເພາະກິດແຂວງວຽງຈັນ ແລະ ຄອບຄົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ທີ່ເປັນເອກະພາບກັນໃນວັນທີ 16 ພະຈິກ 2021. ່ ແຕ່ວັນທີ 17-26 ພະຈິກ 2021: ຄົນເຈັບກັກໂຕຢູ່ເຮືອນ ແລະ ຕິດຕາມອາການໃນແຕ່ລະມື້ (ເມື່ອຍ, ວິນຫົວ,ຈືດມ້ານ, ກິນດື່ມ ໄດ້ນ້ອຍ ແລະ ນອນກັບຕຽງ-ຍ່າງບໍ່ໄດ້) ມາຮອດວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ ຢູ່ເຮືອນ.

ຜູ້ທີ 3: ເພດຊາຍ, ອາຍຸ 30 ປີ, ບ້ານຢູ່ປະຈຸບັນ: ບ້ານນາເລົ່າ, ນະຄອນໄກສອນ, ແຂວງສະຫັວນນະເຂດ – ພະຍາດປະຈໍາຕົວ: ເປັນປະດົງ, ໄຂ່ຫລັງຊຸດໂຊມໄດ້ສັກຢາວັກຊີນ ຄົບ ເວລ 11:00 ໂມງ ຂອງວັນທີ 26 ພະຈິກ 2021: ຄົນເຈັບໄດ້ເຂົ້າ ມາກວດວດຢູ່ໂຮງຫມໍແຂວງສະຫັວນນະເຂດ ຍ້ອນມີອາການ ອິດເມື່ອຍ, ຫາຍໃຈຝືດ ແລະ ແຫນ້ນຫນ້າເອິກ. ມາຮອດໂຮງຫມໍພາກສະຫນາມຫຼັກ 9 ເວລາ 17:00 ໂມງ: ສະຕິງ້ວງຊຶມ, ກະວົນກະວາຍ, ຫາຍໃຈໄວ ແລະ ຈືດມ້ານ ເວລາ 08:00 ໂມງ ຂອງວັນທີ 27 ພະຈິກ 2021: ຄົນເຈັບ ອາການບໍ່ດີຂື້ນ, ບໍ່ຕອບສະຫນອງຕໍ່ການຊັກຖາມ, ແຂນຂາອອ່ນ ແຮງ. ເວລາ 13:00 ໂມງ: ຄົນເຈັບ ຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ ໄດ້ເຊີດຊ ເຮັດ CPR, ຄົນເຈັບບໍ່ຕອບສະຫນອງຕໍ່ຢາ ແລະ ເສຍ ຊີວິດໃນເວລາ 13:30 ນາທີ ຂອງວັນທີ 27 ພະຈິກ 2021.

ຜູ້ທີ 4: ເພດຍິງ, ອາຍຸ 74 ປີ, ບ້ານໂພນແກ້ວ, ເມືອງສີໂຄດຕະບອງ, ນະຄອນຫລວງ ໄດ້ສັກຢາວັກຊີນຄົບ ໄລຍະ 06 ມື້ຜ່ານມາ ໄດ້ໄປຢາມລູກທີ່ມີອາການໄຂ້ ຢູ່ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ ໃນຕອນເຊົ້າ ແລະ ກັບບ້ານຕອນແລງ ຜູ້ກ່ຽວມີອງການ ໄຂ້ ແລະ ໄອເລັກນ້ອຍ ເວລາ 07:00 ໂມງເຊົ້າ ຂອງວັນທີ 06 ພະຈິກ 2021: ໄປກວດ ຢູ່ໂຮງຫມໍ 103 ແລະ ກຽມເຄື່ອງໄປນອນ ຍ້ອນວ່າມີອາການ ຫາຍໃຈຝືດ ພ້ອມທັງເກັບຕົວຢ່າງມາກວດເພື່ອຊອກຫາພະຍາດໂຄ ວິດ-19 ກວດດ້ວຍ Ag RDT ໃຫ້ຜົນບວກ ແລະ ແພດໄດ້ແນະ ນໍາໃຫ້ຕິດຕາມ ອາການຢູ່ບ້ານ ແລະ ໃຫ້ຢາຈໍານວນນື່ງມາກິນ ມາຮອດຕອນເຊົ້າ ຂອງວັນທີ 27 ພະຈິກ 2021: ຜູ້ກ່ຽວ ມີ ອາການຫນັກຂື້ນ ແລະ ໄດ້ປະສານງານລົດ ເພື່ອຮັບເຂົ້າປິ່ນປົວ. ເມື່ອລົດໄປຮອດ, ຜູ້ກ່ຽວໄດ້ເສຍຊີວິດ ຢູ່ບ້ານ ໃນເວລາ 8:00 ໂມງເຊົ້າ ຂອງມື້ດຽວກັນ

ຜູ້ທີ 5: ເພດຍິງ, ອາຍຸ 27 ປີ, ອາຊີບ: ຄ້າຂາຍ, ບ້ານຫນອງວຽງ, ເມືອງໄຊ ທານີ, ນະຄອນຫລວງ, ຖືພາ 05 ເດືອນ ບໍ່ໄດ້ຮັບການສັກຢາວັກຊີນ ວັນທີ 17 ພະຈິກ 2021: ໄດ້ໄປກວດຢູ່ໂຮງຫມໍມະໂຫສົດ ແລະ ນອນ 01 ຄືນ ເວລາ 16:58 ນາທີ ຂອງວັນທີ 18 ພະຈິກ 2021: ສົ່ງຄົນເຈັບ ມາໂຮງຫມໍເສດຖາທິລາດ ດ້ວຍອາການໄອ ແລະ ຫາຍໃຈຝືດ, ຜົນ ກວດພົບເຊື້ອພະຍາດໂຄວິດ-19 ໄລຍະເວລານອນປິ່ນປົວ ຢູ່ໂຮງຫມໍດັ່ງກ່າວ ແຕ່ທີ່ 18-27 ພະຈິກ 2021, ເປັນເວລາ 10 ວັນ ມາຮອດເວລາ 6:00 ໂມງຂອງວັນທີ 27 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ.

ສຳເລັດໄປດ້ວຍດີ ໃສ້ຕີ່ງອັກເສບໃຫ້ຄົນເຈັບປ່ວຍໂຄວິດ-19

ຊົມເຊີຍແພດໝໍ

ໃນວັນທີ 27 ພະຈິກ 2021 ສູນຄຸ້ມຄອງກໍລະນີໂຄວິດ-19 ໂຮງໝໍເມືອງໂພນທອງໄດ້ ທຳການຜ່າຕັດໃສ້ຕີ່ງອັກເສບໃນຄົນເຈັບເພດຊາຍ ອາຍຸ 49 ປີ ເຊິ່ງແມ່ນຜູ້ທີ່ຕິດເຊື້ອໂຄວິດ-19 ແລະ ເປັນກໍລະນີທຳອິດຂອງສູນໂພນທອງ ແຂວງຈຳປາສັກ ເຊິ່ງຜົນຂອງການຜ່າຕັດດຳເນີນໄປດ້ວຍດີ.

ຄົນເຈັບປອດໄພເນື່ອງຈາກສະພາບການລະບາດຂອງໂຄວິດ-19 ເພີ່ມຂຶ້ນຫຼາຍ ໃນແຂວງຈຳປາສັກດັ່ງນັ້ນຄວາມສາມາດທີ່ຈະເກີດໃສ້ຕີ່ງອັກເສບ ຫຼື ພະຍາດຜ່າຕັດອື່ນໆ ກໍຫຼາຍຂື້ນ ຖ້າຕິດເຊື້ອໂຄວິດ-19 ໄດ້ທຳຜ່າຕັດຈະມີຄວາມສຽງສູງໃນການວາງຢາສະຫຼົບ ໂດຍສະເພາະກໍລະນີທີ່ມີອັກເສບປອດຮ່ວມນຳ.

ດັ່ງນັ້ນຈິ່ງຂໍຄວາມຮ່ວມມືນຳພໍ່ແມ່ພີ່ນ້ອງປະຊາຊົນ ໃຫ້ຮັກສາໄລຍະຫ່າງ ໝັ່ນລ້າງມື, ໃສ່ຜ້າປິດປາກປິດດັງຕະຫຼອດ ແລະ ດີທີ່ສຸດບໍ່ໃຫ້ກີນເຂົ້າຮ່ວມກັບຄົນອື່ນຈີ່ງຈະເຮັດໃຫ້ພວກເຮົາຮ່າງໄກຈາກໂຄວິດ-19

ລາຍງານຈຳນວນຜູ້ຕິດເຊື້ອໂຄວິດ-19 ປະຈຳວັນ

ຕາມສູນຂ່າວສານການແພດສຸຂະສຶກສາ

ສະພາບພະຍາດໂຄວີດວິດ-19 ຢູ່ ສປປ ລາວຍັງສືບຕໍ່ມີການລາຍງານຕົວເລກເພີ້ມຂຶ້ນໃນແຕ່ລະມື້ ເຊິ່ງໃນມື້ວານນີ້ທົ່ວປະເທດ ໄດ້ ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 7,123 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 1,195 ຄົນ ( ຈໍານວນທີ່ໃຫ້ຜົນບວກທຽບໃສ່ຈໍານວນ ຕົວຢ່າງທີ່ກວດ ມີ 16.7 % ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະ ສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 71,518 ຄົນ, ( ພາຍໃນ 57,390 ຄົນ, ຕ່າງປະເທດ 14,128 ຄົນ, ເສຍຊີວິດສະສົມ 159 ຄົນ (ໃຫມ່ 05), ປິ່ນປົວຫາຍດີໃນມື້ວານນີ້ 713 ຄົນ ຮອດມື້ນີ້ຈໍານວນຜູ້ທີ່ຍັງຕິດຕາມ ປິ່ນປົວ ແມ່ນ 11,513 ຄົນ (ນັ້ນກໍ່ຫມາຍຄວາມວ່າ ໃນຈໍານວນຕິດເຊື້ອສະສົມ 71,518 ຄົນນັ້ນແມ່ນໄດ້ຖືກປິ່ນປົວຫາຍດີແລ້ວ 59,846 ຄົນ).

1. ນະຄອນຫຼວງ 528 ຄົນ: ມາຈາກ 189 ບ້ານ, ໃນ 8 ເມືອງ

  • ເມືອງຈັນທະບູລີ ມີ 18 ບ້ານ (58 ຄົນ)
  • ເມືອງສີໂຄດຕະບອງ ມີ 36 ບ້ານ (93 ຄົນ)
  • ເມືອງໄຊເສດຖາ ມີ 37 ບ້ານ (91 ຄົນ)
  • ເມືອງສີສັດຕະນາກມີ 20 ບ້ານ (58 ຄົນ)
  • ເມືອງ ນາຊາຍທອງ ມີ 20 ບ້ານ (32 ຄົນ)
  • ເມືອງໄຊທານີ ມີ 36 ບ້ານ (145 ຄົນ)
  • ເມືອງຫາດຊາຍຟອງ ມີ 20 ບ້ານ (29 ຄົນ)
  • ເມືອງ ສັງທອງ ມີ 61 ບ້ານ (01 ຄົນ)
  • ຕ່າງແຂວງ ມີ 04 ຄົນ
  • ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ

2. ຫຼວງພະບາງ ມີ 121 ຄົນ ໃນ 37 ບ້ານ ແລະ 7 ເມືອງ

3. ຈໍາປາສັກ ມີ 45 ຄົນ ໃນ 31 ບ້ານ ແລະ 9 ເມືອງ

4. ໄຊຍະບູລີ ມີ 21 ຄົນ ໃນ 18 ບ້ານ ແລະ 2 ເມືອງ

5. ອຸດົມໄຊ ມີ 43 ຄົນ ໃນ 19 ບ້ານ ແລະ 2 ເມືອງ

6. ຫຼວງນ້ໍາທາ ມີ 21 ຄົນ ໃນ 11 ບ້ານ ແລະ 2 ເມືອງ

7. ວຽງຈັນ ມີ 82 ຄົນ ໃນ 40 ບ້ານ ແລະ 7 ເມືອງ

8. ບໍ່ແກ້ວ ມີ 93 ຄົນ ໃນ 3 ເມືອງ

9. ຜົ້ງສາລີ ມີ 11 ຄົນ ໃນ 4 ບ້ານ ແລະ 3 ເມືອງ

10. ບໍລິຄໍາໄຊ ມີ 29 ຄົນ ໃນ 13 ບ້ານ ແລະ 4 ເມືອງ

11. ເຊກອງ ມີ 10 ຄົນ ໃນ 6 ບ້ານ ແລະ 3 ເມືອງ

12. ສະຫວັນນະເຂດ ມີ 67 ຄົນ ໃນ 36 ບ້ານ ແລະ 10 ເມືອງ

13. ຄໍາມ່ວນ ມີ 32 ຄົນ

14. ສາລະວັນ ມີ 23 ຄົນ ໃນ 11 ບ້ານ ແລະ 4 ເມືອງ

15. ຫົວພັນ ມີ 43 ຄົນ ໃນ 5 ບ້ານ ແລະ 4 ເມືອງ

16. ຊຽງຂວາງ ມີ 15 ຄົນ ໃນ 14 ບ້ານ ແລະ 3 ເມືອງ

17. ອັດຕະປື ມີ 6 ຄົນ ໃນ 3 ບ້ານ ແລະ 2 ເມືອງ 1

8. ໄຊສົມບູນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ເສັ້ນທາງລົດໄຟລາວ – ຈີນ ພ້ອມຈະເປີດນຳໃຊ້ຢ່າງເປັນທາງການໃນໄວໆນີ້

ອຸໂມງຜ່ານພູເຂົາ, ຂົວໃຫຍ່ຂ້າມແມ່ນ້ຳ, ເສັ້ນທາງຜ່ານຕົວເມືອງ ແລະ ຊົນນະບົດ. ໃນເມື່ອກ່ອນ, ພູເຂົາສູງຊັນແມ່ນເປັນອຸປະສັກໃນການກີດຂວາງຄວາມຝັນຂອງປະຊາຊົນລາວລວມເຖິງການສັນຈອນທາງບົກທຸກທິດທາງ. ແຕ່ປັດຈຸບັນນີ້, ຍ້ອນວິສະວະກອນລາວ ແລະ ຈີນ ໄດ້ທຸ້ມເທເຫື່ອແຮງ, ບວກກັບການສ້າງສາຍສຳພັນຂອງສອງປະເທດ. ຈຶ່ງເຮັດໃຫ້ເສັ້ນທາງລົດໄຟລາວ – ຈີນ ພ້ອມຈະເປີດນຳໃຊ້ຢ່າງເປັນທາງການໃນໄວໆນີ້.

ຮູບຕໍ່ໄປນີ້ແມ່ນໄລຍະການກໍ່ສ້າງທາງລົດໄຟລາວ – ຈີນ ຂອງກຸ່ມບໍລິສັດ POWERCHINA

DCIM100MEDIADJI_0514.JPG

ເພີ່ມຂຶ້ນ! ເສຍຊີວິດມື້ນີ້ +7 ຄົນ ຈາກນະຄອນຫຼວງ ແລະ ອີກ 2 ແຂວງ

ຕາມການລາຍງານຈາກຄະນະສະເພາະກິດ ປະຈຳວັນ ໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອໃໝ່ +7 ສະສົມລວມແລ້ວ 154 ເຊິ່ງ ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້:

 ຜູ້ທີ 1 ເພດຊາຍ, ອາຍຸ 59 ປີ, ບ້ານນາກໍາ, ເມືອງໂພນໂຮງ, ແຂວງວຽງຈັນ

  • ບໍ່ມີພະຍາດປະຈຳໂຕ
  • ໄດ້ສັກຢາວັກຊີນຄົບ
  • ເວລາ 22:15 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບບໍ່ໄດ້ສະຕິ ຫຼັງຈາກລົ້ມຢູ່ບ້ານ,   ຄອບຄົວໄດ້ພາ ໄປກວດຢູ່ໂຮງໝໍເມືອງ ແລະ ຖືກນຳສົ່ງມາຍັງສຸກເສີນຂອງໂຮງໝໍແຂວງວຽງຈັນໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ 
  • ໃນເວລາ 23:00 ໂມງ: ຄົນເຈັບໄດ້ເສຍຊີິວິດ

ຜູ້ທີ 2 ເພດຍິງ, ອາຍຸ 50 ປີ, ອາຊີບ: ຄ້າຂາຍ, ບ້ານຫາດສະ, ເມືອງປາກທາ,  ແຂວງບໍ່ແກ້ວ

  • ພະຍາດປະຈໍາຕົວ:  ຄວາມດັນເລືອດສູງ, ເຄີຍຜ່າຕັດໜີ້ວໄຂ່ຫຼັງໄດ້ 10 ປີ
  • ຜ່ານມາບໍ່ໄດ້ສັກວັກຊີນ ກັນໂຄວິດ -19
  • ວັນທີ 24 ພະຈິກ 2021 :  ມາໂຮງໝໍດ້ວຍອາການຊຸດໂຊມທາງລະບົບຫາຍໃຈ, ຕົນຕົວກໍ່າແຫຼ້, ກະວົນກະວາຍ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອຄົນເຈັບເຂົ້າມາປິ່ນປົວຢູ່ຫ້ອງມໍລະສຸມ , ດ້ວຍລະບົບຫາຍໃຈຊຸດໂຊມ, ຕົນຕົວກໍ່າແຫຼ້, ກະວົນກະວາຍ, ວັດແທກຄວາມດັນບໍ່ໄດ້ ແລະ ອົກຊີຕໍ່າ.
  • ຮອດ ວັນທີ 25 ພະຈິກ 2021.ຄົນເຈັບມີ ໄດ້ ເສຍ ຊີວິດ .

ຜູ້ທີ 3 ເພດຊາຍ, ອາຍຸ 49  ປີ, ອາຊີບ: ເຮັດນາ, ບ້ານໂພນສະຫວ່າງ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ

  • ພະຍາດປະຈໍາຕົວ:   ໄຂ່ຫຼັງຊຸດໂຊມ.
  • ຜ່ານມາໄດ້ສັກວັກຊີນກັນໂຄວິດ -19 ຄົບ.
  • ວັນທີ 19 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້າມານອນປິ່ນປົວຢູ່ໂຮງໝໍແຂວງ ດ້ວຍອາການງ່ວງຊືມ ແລະ ບໍ່ໄດ້ສະຕິ ໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອ covid-19 ພົບເຊື້ອ.
  • ໄລຍະທີ່ນອນປິ່ນປົວຢູ່ມໍລະສຸມຂອງໂຮງໝໍດັ່ງກ່າວ ເປັນເວລາ 07 ວັນ 
  • ມາເວລາ 19:30 ໂມງ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 4 ເພດຊາຍ,  ອາຍຸ 73 ປີ, ບ້ານທົ່ງສ້າງນາງ, ເມືອງຈັນທະບູລີ, ນະຄອນຫລວງ 

  • ພະຍາດປະຈໍາຕົວ: 10 ປີ ຫລັງເປັນວັນນະໂລກປອດກິນຢາຄົບ, ເປັນເບົາຫວານ ແລະ ຄວາມດັນເລືອດສູງ
  • ໄດ້ຢາສັກຢາວັກຊີນຄົບ
  • ວັນທີ 15 ພະຈິກ 2021: ຄົນເຈັບມີໄອ ແຕ່ບໍ່ໄດ້ໄປກວດ
  • ວັນທີ 18 ພະຈິກ 2021: ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ ແລ້ວສົ່ງໄປສົ່ງສູນລ້ານຊ້າງ
  • ວັນທີ 19 ພະຈິກ 2021: ຜູ້ກ່ຽວມີອາການຫນັກລົງ ຫາຍໃຈຝືດ, ໄອ, ອົກຊີຕໍ່າ, ກະວົນກະວາຍ ຈຶ່ງໄດ້ຍ້າຍມາ  ຕິດຕາມຢູ່ໂຮງຫມໍມິດຕະພາບ
  • ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ ເປັນເວລາ 8 ວັນ
  • ຮອດເວລາ 06:10 ວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 5 ເພດຍິງ, ອາຍຸ 42 ປີ, ອາຊີບແມ່ເຮືອນ, ບ້ານດົງນາທອງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ

  • ບໍ່ມີພະຍາດປະຈໍາຕົວ ແລະ  ບໍ່ໄດ້ສັກຢາວັກຊີນ
  • ວັນທີ 22 ພະຈິກ 2021 ກວດພົບຕິດເຊື້ອໂຄວິດ-19
  • ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍເມືອງປາກງື່ມ (ຫຼັງການຜ່າຕັດເກີດລູກເວລາ 00:00 ໂມງ 24 ພະຈິກ 2021 ທີ່ໂຮງໝໍເມືອງປາກງື່ມ). ໄດ້ສົ່ງຕໍ່ປິ່ນປົວທີ່ໂຮງໝໍມິດຕະພາບ
  • ເວລາ ຕໍ່ມາມີອາການຫາຍໃຈບໍ່ອິ່ມ, ຊັກ , ຄົນເຈັບກະວົນກະວາຍ ແລະ ບໍ່ໄດ້ສະຕິ ໄດ້ແຍ່ທໍ່ຊ່ວຍຫາຍໃຈ
  • ເວລາ 15:30 ນທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 6 ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ
  • ໄດ້ຮັບສັກຢາວັກຊີນຄົບສອງເຂັມ
  • ຄົນເຈັບມີອາການບໍ່ສະບາຍ ມາໄດ້ປະມານສອງອາທິດ ແລະ ໄດ້ໄປຫາໝໍ ຫຼາຍຄຣິນິກ ແຕ່ອາການບໍ່ດີຂື້ນ
  • ວັນທີ 26 ພະຈິກ 2021: ຜູ້ກ່ຽວມາກວດ ຢູ່ໂຮງໝໍກະເສມລາດ ດ້ວຍອາການຖອກທ້ອງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາເຊື້ອພະຍາດໂຄວິດ-19 ພົບເຊື້ອ ແລະ ເວລາຕໍ່ມາຄົນເຈັບໜັກລົງແພດໄດ້ຊ່ວຍປ້ຳຫົວໃຈ ແລະ ເຊີດຊູ ແຕ່ຄົນເຈັບບໍ່ຕອບສະໜອງ ແລະ ໄດ້ເສຍຊີວິດລົງ.

ຜູ້ທີ 7 ເພດຊາຍ, ອາຍ 72 ປີ, ບ້ານທ່ານາແລ້ງ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ ຫລາຍກວ່າ 03 ປີ ແລະ ຄວາມດັນເລືອດສູງ ກິນຢາປະຈໍາ
  •    ໄດ້ສັກຢາວັກຊີນ ຄົບ
  •    ວັນທີ 11 ພະຈິກ 2021: ຜົນກວດຢັ້ງຢືນພົບເຊື້ອພະຍາດໂຄວິດ-19 ແລະ ໄດ້ກັກໂຕ ຢູ່ໂຮງແຮມລະອອງດາວ
  •    ມາຮອດທີ 13 ພະຈິກ 2021: ຄົນເຈັບ ມີອາການເມື່ອຍ ແລະ ຫາຍໃຈບໍ່ສະດວກຈີ່ງສົ່ງ ເຂົ້າມາປົວ ຢູ່ໂຮງໝໍເສດຖາທິລາດ ເປັນເວລາ 12 ວັນ
  •    ມາຮອດເວລາ 10:35 ນາທີ ຂອງວັນທີ 26 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດທັງ 7 ດ້ວຍ.

ລາຍລະອຽດຜູ້ຕິດເຊື້ອພາຍໃນໃໝ່ ວັນທີ 27 ພະຈິກ 2021

ຕາມການລາຍງານ ຂອງຄະນະສະເພາະກິດໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 11,171 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,491 ຄົນ (ຕິດເຊື້ອພາຍໃນ  1,491  ຄົນ ແລະ ກໍລະນີນຳເຂົ້າ 0 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,491ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

1.ນະຄອນຫຼວງ 481 ຄົນ ໃນ 155 ບ້ານ ແລະ 9 ເມືອງ

2.ແຂວງວຽງຈັນ ມີ 219 ຄົນ ໃນ 42 ບ້ານ ແລະ 9 ເມືອງ

3.ຈຳປາສັກ ມີ 121 ຄົນ ໃນ 63 ບ້ານ ແລະ 9 ເມືອງ

4.ຫຼວງພະບາງ ມີ 107 ຄົນ ໃນ 52 ບ້ານ ແລະ 10 ເມືອງ

5.ໄຊຍະບູລີ ມີ 99 ຄົນ ໃນ 19 ບ້ານ ແລະ 2 ເມືອງ

6.ບໍ່ແກ້ວ ມີ 76 ຄົນ ໃນ 22 ບ້ານ ແລະ 2 ເມືອງ

7.ອຸດົມໄຊ ມີ 71 ຄົນ ໃນ 13 ບ້ານ ແລະ 1 ເມືອງ

8.ສະຫວັນນະເຂດ ມີ 66 ຄົນ ໃນ 31 ບ້ານ ແລະ 7 ເມືອງ

9.ອັດຕະປື 52 ຄົນ ໃນ 21 ບ້ານ ແລະ 3 ເມືອງ

10.ຜົ້ງສາລີ ມີ 51 ຄົນ ໃນ 8 ບ້ານ ແລະ 3 ເມືອງ

11.ບໍລິຄຳໄຊ ມີ 39 ຄົນ ໃນ 9 ບ້ານ ແລະ 5 ເມືອງ

12.ຊຽງຂວາງ ມີ 29 ຄົນ ໃນ 12 ບ້ານ ແລະ 2 ເມືອງ

13.ຄຳມ່ວນ ມີ 24 ຄົນ ໃນ 5 ບ້ານ ແລະ 3 ເມືອງ

14.ສາລະວັນ ມີ 15 ຄົນ ໃນ 6 ບ້ານ ແລະ 3 ເມືອງ

15.ຫົວພັນ ມີ 15 ຄົນ ໃນ 8 ບ້ານ ແລະ 4 ເມືອງ

16.ຫຼວງນ້ຳທາ ມີ 15 ຄົນ, ໃນ 8 ບ້ານ ແລະ 2 ເມືອງ

17.ເຊກອງ ມີ 9 ຄົນ ໃນ 4 ບ້ານ ແລະ 2 ເມືອງ

18.ໄຊສົມບູນ ມີ 2 ຄົນ ໃນ 2ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແມ່ນ ບໍ່ມີ

ມາຮອດວັນທີ 26 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 70,323 ຄົນ, ເສຍຊີວິດສະສົມ 154 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 607ຄົນ ແລະ ກໍາລັງປິ່ນປົວ 11,378.

ລາຍງານຕົວເລກຜູ້ຕິດເຊື້ອໃໝ່ໂຄວິດ-19

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 27 ພະຈິກ 2021

ລາຍລະອຽດພາຍຫຼັງ

ລັດຖະບານຈີນຊ່ວຍເຫຼືອ 5 ແຂວງພາກເໜືອ ຂອງລາວ

ແຂວງຜົ້ງສາລີເຂົ້າຮ່ວມພິທີມອບຮັບວັກຊິນທີ່ລັດຖະບານ ແລະ ປະຊາຊົນຈີນໄດ້ຊ່ວຍເຫຼືອ ແກ່ລັດຖະບານ ແລະ ປະຊາຊົນລາວ.

ໃນວັນທີ 25 ພະຈິກ 2021 ນີ້, ຢູ່ທີ່ຫຼັກໝາຍ 7 ຊາຍແດນ ລາວຈີນ ທາງອົງການປົກຄອງແຂວງ ເຊິ່ງນຳໂດຍ ທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງໆຜົ້ງສາລີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ຂັ້ນແຂວງ ໄດ້ເຂົ້າຮ່ວມພິທີມອບ-ຮັບ ວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 7 ແສນໂດສ ແລະ ອຸປະກອນການແພດ ຈໍານວນ 10 ລ້ານຢວນ ຫຼື 17 ຕຶ້ກີບ ທີ່ລັດຖະບານ ແລະ ປະຊາຊົນຈີນໄດ້ຊ່ວຍເຫລືອ ແກ່ລັດຖະບານ ແລະ ປະຊາຊົນລາວ ເພື່ອນຳເຂົ້າໃຊ້ໃນວຽກງານການປ້ອງກັນພະຍາດໂຄວິດ ຢູ່ບັນດາ 5 ແຂວງ ຄື: ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫລວງນໍ້າທາ, ແຂວງຜົ້ງສາລີ, ແລະ ແຂວງຫຼວງພະບາງ.

ຕາງໜ້າໃຫ້ລັດຖະບານ ສປ ຈີນ ກ່າວມອບທາງກອງປະຊຸມທາງໄກ (ອອນລາຍ) ໂດຍທ່ານ ເຈັ່ນ ເຄີມິງ ຮອງລັດຖະມົນຕີກະຊວງການຄ້າຈີນ, ທ່ານ ເຕິ້ນ ໂປຊິ້ງ ຮອງປະທານອົງການຮ່ວມມືສາກົນເພື່ອການພັດທະນາແຫ່ງ ສປ ຈີນ, ທ່ານ ລີ ມາລີນ ຮອງເຈົ້າແຂວງ ແຂວງຢຸນນານ, ທ່ານ ຈ່ຽງຈ່າຍ ຕຸ່ງ ເອກອັກຄະລັດທະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ, ຮັບໂດຍທ່ານ ປອ. ດຣ.ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຫົວຫນ້າຫ້ອງການ, ກົມຕ່າງໆກໍ່ໄດ້ເຂົ້າຮ່ວມ. ເຄື່ອງປ້ອງກັນພະຍາດໂຄວິດ-19 ຈຳນວນ 6 ລ້ານຢວນ ຫຼື 10 ຕື້ກີບ ມອບໃຫ້ແກ່ກະຊວງສາທາລະນະສຸກ ແລະ ອຸປະກອນການແພດຈຳນວນ 4 ລ້ານຢວນ ຫຼື 7 ຕື້ກີບ ແລະ ວັກຊີນຈຳນວນ 7 ແສນໂດສ ແມ່ນຈະມອບໃຫ້ບັນດາແຂວງພາກເຫນືອ.

ໃນນີ້ສຳລັບແຂວງຜົ້ງສາລີແມ່ນໄດ້ຮັບວັກຊິນ ຈຳນວນ 24.800 ໂດສ໌ ວັກຊິນຈຳນວນດັ່ງກ່າວນີ້ແມ່ນບຸລິມະສິດອັນດັບໜຶ່ງ ແມ່ນສັກໃຫ້ພົນລະເມືອງ ຂອງເມືອງຍອດອູສຳເລັດກ່ອນ, ສ່ວນທີ່ຍັງເຫຼືອ ກໍ່ສາມາດຈັດແບ່ງໃຫ້ອົງການປົກຄອງເມືອງບຸນເໜືອ ແລະ ເມືອງບຸນໃຕ້ ແລະ ຢາວັກຊິນຊຸດນີ້ສາມາດສັກໃຫ້ເດັກເລີ່ມແຕ່ເກນອາຍຸ 03 ປີ ຂຶ້ນໄປ.

ໃນ ພິທີ ທັງສອງຝ່າຍຍັງໄດ້ ລົງນາມເຊັນບົດບັນທືກມອບຮັບຮ່ວມກັນລະຫ່ວາງແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ເມືອງຈຽງເຊີນ ນະຄອນພູເອີ ແຂວງຢຸນນານ ແຫ່ງ ສປ ຈີນ ໂດຍ ຕ່າງໜ້າຝ່າຍຈີນ ເຊັນ ມອບໂດຍທ່ານ ຫູຊິງຮົວ ເລຂາພັກເມືອງຈຽງເຊິນ ຕ່າງໜ້າຝ່າຍແຂວງຜົ້ງສາລີ ເຊັນຮັບໂດຍ ທ່ານ ຄຳເຫຼັກ ໃຈອິສານ ຮອງເຈົ້າແຂວງໆຜົ້ງສາລີ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ – 19 ຂັ້ນແຂວງ ແລະ ໂດຍຊ່ອງໜ້າຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຄີພິຍານ.

ພາບ -​ ຂ່າວ: ແສງຄຳ ສາລີວັນ

ນາຍົກລັດຖະມົນຕີ ອອກດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສສກ

ສຶກສາດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສຶກສາທິການ ແລະ ກິລາ ອີງຕາມ ກົດຫມາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ, ລົງວັນທີ 08 ພະຈິກ2016;

  • ອີງຕາມ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສັບຊ້ອນວຽກງານຂອງລັດຖະບານ ສະບັບເລກທີ 17/ນຍ, ລົງວັນທີ 11 ມີນາ 2021;
  • ອີງຕາມ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກ ແລະ ສະມາຊິກ ລັດຖະບານ ສະບັບເລກທີ 09/ສພຊ, ລົງວັນທີ 22 ມີນາ 2021;
  • ອີງຕາມ ຫນັງສືສະເຫນີ ຂອງກະຊວງພາຍໃນ ສະບັບເລກທີ 214/ພນ, ລົງວັນທີ 10 ກັນຍາ 2021.

ນາຍົກລັດຖະມົນຕີ ອອກດໍາລັດ:ຫມວດທີ 1 ບົດບັນຍັດທົ່ວໄປ

-ມາດຕາ 1 ຈຸດປະສົງ: ດໍາລັດສະບັບນີ້ ກໍານົດທີ່ຕັ້ງ, ພາລະບົດບາດ, ຫນ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກ ການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງ ກະຊວງສຶກສາທິການ ແລະ ກິລາ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ປະຕິບັດກົດຫມາຍ ແລະ ລະບຽບການຂອງລັດ ໃນການຄຸ້ມຄອງ ແລະ ພັດທະນາວຽກງານ ການສຶກສາ, ວິທະຍາສາດ ແລະ ກິລາ.

ມາດຕາ 2 ທີ່ຕັ້ງ ແລະ ພາລະບົດບາດ: ກະຊວງສຶກສາທິການ ແລະ ກິລາ ຂຽນເປັນຕົວອັກສອນຫຍໍ້ວ່າ “ສສກ” ແມ່ນກົງຈັກການຈັດຕັ້ງຫນຶ່ງ ຂອງລັດຖະບານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ແລະ ຄຸ້ມຄອງມະຫາພາກກ່ຽວກັບ ວຽກງານການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ວຽກງານກິລາ-ກາຍຍະກໍາ ໃນຂອບເຂດທົ່ວປະເທດ, ເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ ຕາມສາມລັກສະນະ ແລະ ຫ້າຫຼັກມູນ ຂອງການສຶກສາ ແຫ່ງຊາດ.