Home Blog Page 143

ໃຈບໍ່ດີ! ຈຳນວນຜູ້ຕິດເຊື້ອກະໂດດຂຶ້ນສູງ ແລະ ເສຍຊີວິດໃໝ່ +1

ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງ.

ສືບຕໍ່ໃຊ້ມາດຕະການ ຕໍ່ຮ້ານອິນເຕີເນັດກາເຟ ທີ່ລະເມີດຄຳສັ່ງ

ປກສ ເມືອງສີສັດຕະນາກ ສືບຕໍ່ໃຊ້ມາດຕະການ ຕໍ່ຮ້ານອິນເຕີເນັດກາເຟ ທີ່ລະເມີດຄຳສັ່ງ

ໃນວັນທີ 22 ພະຈິກ 2021 ພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ນວ ສົມທົບກັບອຳນາດການປົກຄອງບ້ານໂພນປ່າເປົ້າ ກວດພົບເຫັນຮ້ານອິນເຕີເນັດກາເຟ1 ຮ້ານ ລັກເປີດເຕີມເຊີ ຢູ່ບ້ານໂພນປ່າເປົ້າ ໜ່ວຍ 24 ເຮືອນເລກທີ 494 ເມືອງສີສັດຕະນາກ ທີ່ເປັນການລະເມີດຕໍ່ແຈ້ງການ 40/ສພກ ນວ.

ຜ່ານການກວດກາຂອງເຈົ້າໜ້າທີ່ ຈິ່ງຮູ້ໄດ້ວ່າ: ຮ້ານດັ່ງກ່າວ ເປັນຮ້ານຂອງ ນາງ ວົງສາຍຄຳ ອາຍຸ 30 ປີ ອາຊີບຄ້າຂາຍ ທີ່ລັກເປີດໃຫ້ບໍລິການລູກຄ້າເຕີມເຊີ ( ຫຼີ້ນການພະນັນອອນລາຍ ) ຢູ່ພາຍໃນຮ້ານພົບເຫັນຄອມພິວເຕີ 1 ຊຸດ, ພ້ອມດ້ວຍອຸປະກອນປິ່ນເຊີ ຈຳນວນ 01 ອັນ, ເຈົ້າໜ້າທີ່ ຈຶ່ງໄດ້ຢຶດອຸປະກອນຈຳນວນດັ່ງກ່າວ ພ້ອມທັງໃຫ້ຢຸດເຊົາ ຈົນກວ່າຈະໄດ້ຮັບການແກ້ໄຂ. ສໍາລັບເຈົ້າຂອງຮ້ານ ເຈົ້າໜ້າທີ່ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ເຊີນຜູ້ກ່ຽວມາສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຕາມລະບຽບການ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ບັນດາຫົວໜ່ວຍທຸລະກິດ ໃຫ້ປະຕິບັດຕາມຄຳສັ່ງ ແລະ ແຈ້ງການ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ ຖ້າຍັງສືບຕໍ່ລະເມີດ ຈະໄດ້ນຳໃຊ້ມາດຕະການທາງກົດໝາຍໂດຍບໍ່ມີຂໍ້ຍົກເວັນ, ຖ້າພົບເຫັນສະຖານທີ່, ຫົວໜ່ວຍທຸລະກິດໃດ ຍັງລະເມີດຕໍ່ແຈ້ງການ, ຄໍາສັ່ງ ສາມາດແຈ້ງ ມາທາງເຟສບຸກ ປກສ ນວ ຫຼື ເບີວ໋ອດແອບ 020: 28879 9774.

ຄວາມປອດໄພ ແມ່ນສິ່ງທີ່ປະຊາຊົນລາວ-ຈີນ ສອງປະເທດໃຫ້ຄວາມສຳຄັນສູງ

ບໍລິສັດຟຣອນເທຍ ເຊີວິດ ລີມິເຕັດ ຜູ້ຮັບຜິດຊອບຮັກສາຄວາມປອດໄພ ຕາມເສັ້ນທາງ ລົດໄຟ ລາວ-ຈີນ

ອີກບໍ່ພໍເທົ່າໃດມື້ ຂະບວນລົດໄຟໂດຍສານລາວ-ຈີນ ຊື່ວ່າຂະບວນລ້ານຊ້າງ ກໍຈະໃຫ້ບໍລິການສາຍພາຍໃນປະເທດຢ່າງເປັນທາງການ ໜຶ່ງໃນຫລາຍຂະແໜງການທີ່ໃຫ້ບໍລິການແກ່ຂະບວນລົດໄຟກໍແມ່ນການຮັກສາຄວາມປອດໄພຕາມເສັ້ນທາງທັງໝົດ ແລະສະຖານີຕ່າງໆ, ທ່ານ ກົວເຈຍຄ່າຍ (Gua Jia Kai) ຜູ້ຈັດການໂຄງການຮັກສາຄວາມປອດໄພ ບໍລິສັດຟຣອນເທຍ ເຊີວິດ ລີມິເຕັດ ທີ່ຮັບຜິດຊອບຮັກສາຄວາມປອດໄພຕາມເສັ້ນທາງ ລົດໄຟລາວ-ຈີນ ກ່າວວ່າ:

ບໍລິສັດຂອງພວກເຮົາໄດ້ເຮັດໜ້າທີ່ ເພື່ອຮັກສາຄວາມປອດໄພຕາມແລວທາງລົດໄຟລາວ-ຈີນ ແຕ່ລະສະຖານີ, ປະກອບມີ ພະນັກງານທັງໝົດ160 ກວ່າຄົນ, ແຕ່ສະຖານີໂດຍສານນະຄອນຫລວງວຽງຈັນ ຫາບໍ່ເຕນ ພ້ອມນີ້ ຍັງມີສະຖານີຂົນສົ່ງສິນຄ້າ ແລະ ບ່ອນເກັບມ້ຽນສິນຄ້າຕ່າງໆ ອີກ. ສຳລັບວຽກຮັກສາຄວາມປອດໄພ ຫລື ການປະຕິບັດຕົວຈິງ ,ແມ່ນພວມຢູ່ໃນຂັ້ນທົດລອງເພື່ອກວດສອບ ແລະ ທົດລອງວຽກການຮັກສາຄວາມປອດໄພຕົວຈິງ ຍັງມີຄວາມຕ້ອງການ ແລະ ມີຈຸດໃດທີ່ຈະຕ້ອງໄດ້ເພີ່ມເຕີມ ຫລື ມີການປັບປຸງ, ຫລັງຈາກ ນັ້ນບໍລິສັດຈະໄດ້ຝຶກຊ້ອມ ແລະ ເພີ່ມຈຳນວນຄົນເຂົ້າຕື່ມ ຕາມຄວາມຈຳເປັນ.

ທ່ານ ກົວເຈຍຄ່າຍ ກ່າວຕື່ມວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫລາຍ ທີ່ໄດ້ເຂົ້າຮ່ວມ ແລະ ເປັນສ່ວນໜຶ່ງໃນໂຄງການລົດໄຟລາວ-ຈີນ, ເຊິ່ງໄດ້ມີຄວາມພະຍາຍາມສູງໃນການປະກອບສ່ວນເຂົ້າວຽກງານຮັກສາຄວາມປອດໄພ ຕາມເສັ້ນທາງລົດໄຟລາວ-ຈີນ, ເຊິ່ງເປັນເສັ້ນທາງມິດຕະພາບ ແລະ ເປັນເສັ້ນທາງທີ່ສຳຄັນຂອງສອງປະເທດລາວ-ຈີນ ໃນເຊື່ອມໂຍງສາຍພົວພັນລະຫວ່າງສອງປະເທດ.

ທ່ານ ຈັນທະລັກ ເນົາວະລັດ ຮອງປະທານໂຄງການ ຮັບຜິດຊອບ ຮັກຄວາມປອດໄພຕາມເສັ້ນທາງລົດໄຟລາວ-ຈີນ, ທັງເປັນເລຂາບໍລິສັດຮັກສາຄວາມປອດໄພ ໃຫ້ສຳພາດວ່າ: ພາຍຫລັງທີ່ທາງລົດໄຟເປີດໃຫ້ບໍລິການແລ້ວ, ການເຮັດໃຫ້ທາງລົດໄຟໃຫ້ມີຄວາມປອດໄພ ແມ່ນສິ່ງທີ່ປະຊາຊົນລາວ-ຈີນ ສອງປະເທດໃຫ້ຄວາມສຳຄັນສູງ.

ເຊິ່ງໜ້າທີ່ຮັບຜິດຊອບຕົ້ນຕໍຂອງບໍລິສັດ ແມ່ນການຮັກສາຄວາມປອດໄພ ແລະ ຮັບຜິດຊອບທາງລົດໄຟທັງໝົດ ເປັນຕົ້ນ ບໍ່ໃຫ້ມີຂີ້ລັກງັດແງະ, ແລະເຮັດສິ່ງບໍ່ດີ ຕາມແລວທາງລົດໄຟ ຮັບປະກັນບໍ່ໃຫ້ເກີດບັນຫາຕ່າງໆ ໃນເວລາຂະບວນລົດໄຟກຳລັງແລ່ນຢູ່ເທິງລາງ.

ໃນໄລຍະຜ່ານມາພວກເຮົາກໍໄດ້ຝຶກອົບຮົມພະນັກງານຮັກສາຄວາມປອດໄພ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ແລະ ກວດກາແຕ່ລະຈຸດຂອງທາງລົດໄຟຕະຫລອດເວລາ. ບໍລິສັດຮັກສາຄວາມປອດໄພຟຣອນເທຍ ເຊີວິດ ລີມິເຕັດ (Frontier Services Limited) ແມ່ນກຸ່ມທຳອິດທີ່ໄດ້ເຂົ້າມາເຮັດໜ້າທີ່ຮັກສາຄວາມປອດໄພ ແລະ ໄດ້ເຮັດວຽກຮ່ວມກັບໂຄງການລົດໄຟລາວ-ຈີນ

ຂໍ້ມູນ: Lao National Radio

ເຫດການປຸ້ນເຄື່ອງແບນເນມ ຄົນຮ້າຍ 80 ຄົນ ໃນຊານຟຣານຊິສໂກ

ຕາມການລາຍງານ ຂອງສື່ທ້ອງຖິ່ນ ໃຫ້ຮູ້ວ່າ: ໃນວັນທີ 20 ພະຈິກຜ່ານມາ ມີກຸ່ມຄົນປະມານ 80 ຄົນ ພ້ອມຖືທ່ອນເຫຼັກໃນມື ລວມທັງອາວຸດອື່ນໆ ບຸກເຂົ້າຮ້ານແບນເນມ Nordstrom, ໃນຊານຟຣານຊິສໂກ.

ກຸ່ມຄົນດັ່ງກ່າວໄດ້ປຸ້ນສະດົມເອົາສິນຄ້າຫຼູພາຍໃນຮ້ານ ກ່ອນຈະເອົາຕົວຫຼົບໜີໄປພ້ອມກັບລົດປະມານ 25 ຄັນ ທີ່ຈອດຂວາງເສັ້ນທາງຢູ່ນອກຮ້ານ ຂະນະທີ່ເຈົ້າໜ້າທີ່ຕຳຫຼວດໄດ້ຮວບຮວມກຳລັງຕິດຕາມຕົວ ແຕ່ສາມາດຈັບກຸມຜູ້ກໍ່ເຫດໄດ້ພຽງ 3 ຄົນ ເຊິ່ງການປຸ້ນຄັ້ງນີ້ເກີດຂຶ້ນທ່າມກາງສາຍຕາຂອງຜູ້ຄົນຈຳນວນຫຼາຍ ແຕ່ບັນດາຜູ້ກໍ່ເຫດຊໍ້າພັດບໍ່ຮູ້ສຶກຢ້ານກົວ ທັງທ້າທາຍຕໍ່ກົດໝາຍບ້ານເມືອງ. ຢ່າງໃດກໍຕາມ, ໂຊກດີບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດຈາກເຫດການຄັ້ງນີ້.

ກົດເຂົ້າເບິ່ງວີດີໂອ: https://www.facebook.com/laothai.org/videos/pcb.3228422450724173/954278185437506

ກ່ອນເກີດເຫດປຸ້ນຮ້ານແບນເນມ Nordstrom ຜ່ານໄປພຽງ 1 ວັນ ກໍຍັງມີຮ້ານຄ້າຫຼູຫຼາຍແຫ່ງ ໃນເຂດຢູນຽນສະແຄວຣ໌ ຂອງຊານຟຣານຊິສໂກ ເຊິ່ງເປັນຈຸດຊັອບປິ້ງຍອດນິຍົມ ກໍຖືກກຸ່ມຄົນບໍ່ດີພາກັບທຸບແວ່ນແກ້ວ ພ້ອມລັກເອົາສິນຄ້າ ກ່ອນຈະເອົາຕົບຫຼົບໜີໄປ.

ລາຍລະອຽດຜູ້ເສຍຊີວິດມື້ນີ້ +5

ຕາມສູນຂ່າວສານການແພດສຸຂະສຶກສາ ໃຫ້ຮູ້ວ່າ:

ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຊາຍ, ອາຍຸ 32 ປີ, ອາຊີບ ກຳມະກອນ, ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫລວງ.

  • ປະຫັວດພະຍາດປະຈໍາຕົວ: ຄົນເຈັບຜ່ານມາແຂງແຮງດີ  ແຕ່ສູບຢາປະຈຳ
  • ຂໍ້ມູນສັກຢາວັກຊີນ (ສອບຖາມຄືນ)
  • ວັນທີ່ 09 ພະຈິກ 2021:  ລົດຕໍາຜູ້ກ່ຽວ ແລ້ວໄດ້ເຂົ້າມານອນປີ່ນປົວ ຢູ່ພະແນກ ICU ຂອງໂຮງໝໍມິດຕະພາບ ແລ້ວຄົນເຈັບ ໄດ້ແຍ່ທໍ່ຊ່ວຍຫາຍໃຈ
  • ວັນທີ 10 ພະຈິກ 2021: ເກັບຕົວຢ່່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍ Gene x-pert ຢູ່ໂຮງໝໍມິດຕະພາບ ແລະ ພົບກວດພົບເຊື້ອ, ຄົນນເຈັບຢູ່ໃນອາການ Coma ແຍ່ທໍ່ຊ່ວຍຫາຍໃຈ 
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ່ 10-23 ພະຈິກ 2021, ເປັນເວລາ 14 ວັນ
  • ເວລາ 10:18 ນາທີ່ ຂອງວັນທີ່ 23 ະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 70 ປີ, ອາຊີບ: ຜູ້ເຖົ້າ, ບ້ານໂຊກຄຳ, ເມືອງໄຊເສດຖາ, ນະຄອນຫລວງ

  • ປະຫວັດພະຍາດປະຈໍາຕົວ: ເປັນພະຍາດໄຂ່ຫລັງຊຸດໂຊມ ແຕ່ປີ 2018 ໄດ້ຟອກໄຂ່ຫລັງ 2-3ເທື່ອ/ອາທິດ, 
  • ຍັງບໍ່ທັນໄດ້ຮັບການສັກຢາວັກຊີນ
  • ວັນທີ 18 ພະຈິກ 2021: ຄົນເຈັບອິດເມື່ອຍ, ກິນຫຍັງກໍ່ຮາກ ແລ້ວມາກວດຢູ່ສຸກເສີນຂອງໂຮງໝໍມິດຕະພາບ ພ້ອມທັງເກັບຕົວຢ່່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍ Ag RDT ແມ່ນພົບເຊື້ອ ແລ້ວຮັບເຂົ້ານອນປີ່ນປົວຢູ່ໂຮງຫມໍມິດຕະພາບ
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 18-23 ພະຈິກ 2021, ເປັນເວລາ 06 ວັນ
  • ມາຮອດເວລາ 15:48 ນາທີຂອງວັນທີ່ 23 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3). ລະຫັດກໍລະນີຕິດເຊື້ອ 61284: ເພດຊາຍ, ອາຍຸ 23 ປີ, ອາຊີບ: ກໍາມະກອນ, ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ

  • ພະຍາດຜ່ານມາ: ບໍ່ເຄີຍກວດ
  • ຍັງບໍ່ທັນໄດ້ສັກຢາວັກຊີນ
  • ວັນທີ 21 ພະຈິກ 2021: ເກັບຕົວຢ່່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍ Gene x-pert ຢູ່ພະແນກສຸກເສີນຂອງໂຮງໝໍມະໂຫສົດ ແລະ ພົບກວດພົບເຊື້ອ
  • ຜ່ານການຕິດຕາມເປັນເວລາ 01 ຄືນ ຂອງວັນທີ 21 ພະຈິກ 2021 ຢູ່ໂຮງໝໍມະໂຫສົດ ຊື່ງຄົນເຈັບຢູ່ໃນສະພາບສະຕິບໍ່ດີ ແລະ ໄດ້ພົວພັນເພື່ອສົ່ງຄົນເຈັບ ມາປິ່ນປົວຢູ່ໂຮງໝໍມິດຕະພາບ
  • ຕອນເວລາ 20:10 ນາທີ ຂອງວັນທີ່ 22 ພະຈິກ 2021: ໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍມະໂຫສົດ ແລະ ຄົນເຈັບມາຮອດໂຮງໝໍມິດຕະພາບ ມີອາການຄົນເຈັບບໍ່ໄດ້ສະຕິ (SGC=1+2+1), ສະພາບຮ່າງກາຍກ່ຳແຫຼ້, ໜ່ວຕາທັງສອງດູນອອກມາ, TA: 110/70,  P:151, T: 38.5, RR: 62, SO2: 50% on Mask oxygen
  •   ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22-23 ພະຈິກ 2021, ເປັນເວລາ 02 ວັນ
  • ມາຮອດເວລາ 03:28 ນາທີຂອງວັນທີ່ 23 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4). ເພດຊາຍ, ອາຍຸ 47 ປີ, ບ້ານນໍ້າຫຸມ, ເມືອງນາຊາຍທອງດ ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ ມາໄດ້ 07 ປີ ຕິດຕາມປີ່ນປົວນໍາຄຼີນິກ ແລະ ຄວາມດັນເລືອດສູງ ແຕ່ກິນຢາບໍ່ປົກກະຕິ
  • ໄດ້ສັກຢາວັກຊີນ J&J
  • ວັນທີ 18 ພະຈິກ 2021: ຜົນກວດພົບເຊື້ອພະຍາດໂຄວິດ-19 ແລ້ວ ໄດ້ເຂົ້າມາປີ່ນປົວ ຢູ່ສູນສີໄຄ
  • ມາຮອດວັນທີ 22 ພະຈິກ 2021: ຄົນເຈັບມີອາການອິດເມື່ອຍ, ແໜ້ນໜ້າເອີກ, ມີອາການໄອແກມເລືອດອອກມາ ແລະ ຫາຍໃຈຫອບ ແລະ ເວລາ 21:00 ໂມງ ຂອງມື້ດຽວກັນ ໄດ້ມາຮອດໂຮງໝໍເສດຖາທິລາດ ດ້ວຍອາການອິດເມື່ອຍ,ຫາຍໃຈຫອບ, ຈືດມ້ານ, ກໍາແຫລ້ ແລະ ອົກຊີໃນເລືອດ 59%
  • ມາຮອດເວລາ 9:00ໂມງ ຂອງວັນທີ 23 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ ແລະ ລວມການປີ່ນປົວ ໄດ້ 12 ຊົ່ວໂມງ

ຜຸ້ທີ 5). ເພດຊາຍ, ອາຍຸ 72 ປີ, ບ້ານນາຄູນ, ເມືອງນາຊາຍທອງດ ນະຄອນຫລວງ

  •   ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມບໍ່ໄດ້ສັກຢາວັກຊີນ
  • ວັນທີ 19 ພະຈິກ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ດ້ວຍອາການໄອ, ແໜ້ນໜ້າເອີກ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດພົບເຊື້ອພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ແລ້ວ ໄດ້ເຂົ້ານອນປີ່ນປົວ ຢູ່ໂຮງໝໍ 103
  • ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 19-23 ພະຈິກ 2021, ເປັນເວລາ 05 ມື້
  • ມາຮອດເວລາ 17:30 ໂມງຂອງວັນທີ 23 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ຕິດເຊື້ອໃໝ່ໃນນະຄອນຫຼວງວຽງຈັນ ລາຍງານ 24/11/2021

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ

ຜູ້ຕິດເຊື້ອໃໝ່ ຢູ່ນະຄອນຫຼວງວຽງຈັນ

ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິສັດແພນອອສ໌ (ຖືຮຸ້ນໂດຍ ລັດວິສາຫະກິດ ຈີນ ແລະ ເປັນບໍລິສັດ ແມ່ຂອງບໍລິສັດ ພູເບ້ຍ ມາຍນິງ) ເຂົ້າພົບການນໍາລັດຖະບານລາວ

ໃນເດືອນ ຕຸລາ, ດຣ ກຸນ ຢາງ ​ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານບໍລິສັດ ແພນອອສ໌ ເຊິ່ງຖືຮຸ້ນໂດຍບໍລິສັດ ກວາງດົງ ຣາຍຊິງ ເອທເຄ (ໂຮນດິງ) ຈໍາກັດ ເຊິ່ງແມ່ນບໍລິສັດໃນເຄືອລັດວິສາຫະກິດ ສປ ຈີນ ແລະ ເປັນເຈົ້າຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ເຂົ້າລາຍງານການນໍາລັດຖະບານລາວຂັ້ນສູງຫຼາຍທ່ານ ໃນໄລຍະການຢ້ຽມຢາມຫວ່າງບໍ່ດົນມານີ້.

ດຣ ຢາງ ໄດ້ເຂົ້າພົບ ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ; ພະນະທ່ານ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ; ພະນະທ່ານ ນາງ ບຸນຄໍາ ວໍລະຈິດ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ທ່ານ ທອງພັດ ອິນທະວົງ, ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ; ທ່ານ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງໆ ໄຊສົມບູນ ແລະ ທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງໆ ຊຽງຂວາງ.

ການເດີນທາງມາສປປ ລາວໃນຄັ້ງນີ້ ເປີດໂອກາດໃຫ້ ດຣ ຢາງ ສະແດງຄວາມຮູ້ບຸນຄຸນຕໍ່ລັດຖະບານລາວ ສໍາລັບການສະໜັບສະໜູນອັນຕໍ່ເນື່ອງທີ່ມີຕໍ່ບໍລິສັດ ພູເບ້ຍ ມາຍນິງ ແລະ ບໍລິສັດ ແພນອອສ໌. ດຣ ຢາງ ຍັງໄດ້ລາຍງານການນໍາລັດຖະບານລາວ ຊາບກ່ຽວກັບຄວາມມຸ້ງໝັ້ນຂອງບໍລິສັດ ແພນອອສ໌ໃນການສ້າງຄວາມເຕີບໃຫຍ່ ແລະ ຄວາມມັ້ງຄົງທາງທຸລະກິດໃນປະເທດສືບຕໍ່ໄປຜ່ານການດໍາເນີນງານປະຈຸບັນຂອງບໍລິສັດ ແລະ ບໍລິສັດມີຄວາມສົນໃຈປຶກສາຫາລືໂອກາດໃນການພັດທະນາ ແລະ ການຂະຫຍາຍທຸລະກິດຕໍ່ໜ້າທີ່ບໍລິສັດ ກໍາລັງຈັດຕັ້ງໃນລາວ.

ດຣ ຢາງ ກ່າວວ່າ: “ລັດວິສາຫະກິດ ສປ ຈີນ ຍັງຄົງໃຫ້ການສະໜັບສະໜູນການດໍາເນີນທຸລະກິດໃນລາວຫຼາຍຍິ່ງຂຶ້ນ ແລະ ເປັນວິໄສທັດອັນໜຶ່ງ ເພື່ອສືບຕໍ່ດໍາເນີນທຸລະກິດຢູ່ລາວ ໃນໄລຍະຍາວ ຜ່ານການພັດທະນາໂອກາດໃໝ່ໆເພື່ອຜົນປະໂຫຍດດ້ານການຄ້າຮ່ວມກັນທັງສປປ ລາວ ແລະ ສປ ຈີນ. ນີ້ແມ່ນສິ່ງທີ່ໜ້າຕື່ນເຕັ້ນ ເພາະໂອກາດທີ່ບົ່ມຊ້ອມເຫຼົ່ານີ້ ຈະຊ່ວຍພັດທະນາເສດຖະກິດຂອງລາວ ແລະ ສ້າງໄລຍະໃໝ່ແຫ່ງຄວາມວັດທະນະຖາວອນສໍາລັບປະເທດຊາດ.ໃນຕອນທ້າຍ, ດຣ ຢາງ ຂໍຂອບໃຈມາຍັງລັດຖະບານ ລາວ ສໍາລັບການຕ້ອນຮັບອັນອົບອຸ່ນໃນໄລຍະການຢ້ຽມຢາມລາວຂອງທ່ານຄັ້ງທໍາອິດ ນັບແຕ່ມີສະພາບການລະບາດຂອງໂຄວິດ-19 ແລະ ສ້າງຄວາມເຊື່ອໝັ້ນວ່າບໍລິສັດ ແພນອອສ໌ ແລະ ລັດວິສາຫະກິດສປ ຈີນ ຈະສືບຕໍ່ສະໜັບສະໜູນບໍລິສັດ ພູເບ້ຍ ມາຍນິງ, ລັດຖະບານ ແລະ ປະຊາຊົນລາວໃນໄລຍະການລະບາດຂອງໂຄວິດ-19.

ຈໍາປາສັກ ໄດ້ຈັດພິທີມອບ-ຮັບສັນຊາດລາວໃຫ້ແກ່ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດ

ຕາມການລາຍງານ ຂອງຂ່າວເສດຖະກິດສັງຄົມ ໃຫ້ຮູ້ວ່າ: ໃນວັນທີ 23 ພະຈິກ 2021 ທີ່ຫ້ອງ ວ່າການແຂວງຈໍາປາສັກ ໄດ້ຈັດພິທີມອບ-ຮັບສັນຊາດລາວໃຫ້ແກ່ຄົນຕ່າງປະເທດ, ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດທີ່ດໍາລົງຊີວິດຢູ່ແຂວງຈໍາປາສັກຈັດຂຶ້ນ ໂດຍເຂົ້າຮ່ວມຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງໆຈໍາປາສັກ, ມີພະແນກການ-ຂະແຫນງການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີທ່ານ ແສງອາທິດ ຂັນດາລາ ຮອງຫົວຫນ້າພະແນນພາຍໃນໄດ້ຜ່ານຂໍ້ຕົກລົງນາຍົກລັດຖະມົນຕີວ່າດ້ວຍການໃຫ້ສັນຊາດລາວເຊິ່ງເຫັນດີອະນຸມັດໃຫ້ ສັນຊາດລາວ ແກ່ນາງ ຫູທິເຟືອງ ເກີດເມື່ອວັນທີ 18 ພຶດສະພາ 1978, ເກີດທີ່ບ້ານທົ່ງ, ນະຄອນປາກເຊ, ແຂວງຈໍາປາສັກ, ເຊື້ອຊາດ ແລະສັນຊາດ ຫວຽດນາມ, ອາຊີບຄ້າຂາຍ, ເຂົ້າເປັນສັນຊາດລາວຊຶ່ງມີຊື່ ແລະນາມສະກຸນ ໃໝ່ວ່າ: ນາງ ພອນສຸດາ ລັດຕະນະວົງ ປັດຈຸບັນຜູ້ກ່ຽວດໍາລົງຊີວິດຖາວອນຢູ່ບ້ານທົ່ງ, ນະຄອນປາກເຊ, ແຂວງຈໍາປາສັກ.

ນອກນັ້ນຍັງເຫັນດີອະນຸມັດໃຫ້ສັນຊາດລາວແກ່ນາງ ຫງຽນທິເຊື່ອງ ເກີດເມື່ອວັນທີ 23 ມັງກອນ 1986 ເກີດ ທີ່ບ້ານເຮືອງໂຮ, ເມືອງເຫວ້, ແຂວງເທື່ອທຽນ ເຫ້ວ, ສສ ຫວຽດນາມ, ເຊື້ອຊາດ ແລະ ສັນຊາດຫວຽດນາມ, ອາຊີບຄ້າຂາຍ, ເຂົ້າເປັນສັນຊາດລາວຊຶ່ງມີຊື່ ແລະນາມສະກຸນໃຫມ່ວ່າ: ນາງ ສົມຈິດ ແສງມີໄຊ, ປັດຈຸບັນ ຜູ້ກ່ຽວດໍາລົງຊີວິດຖາວອນຢູ່ບ້ານໂພນກຸງ, ນະຄອນປາກເຊ, ແຂວງຈໍາປາສັກ ສປປ ລາວ.

ຍັງໜ້າເປັນຫ່ວງ! ຜູ້ຕິດເຊື້ອໃໝ່ທະລຸພັນລຽນມື້ຕິດ

ຕາມສູນການແພດສຸຂະສຶກສາລາຍງານ

ຂໍ້ມູນເພີ່ມເຕີມພາຍຫຼັງ

ກອງທັບປົດປ່ອຍປະຊາຊົນຈີນ ຊ່ວຍເຫຼືອອຸປະກອນການແພດປ້ອງກັນໂຄວິດ-19 ໃຫ້ກອງທັບປະຊາຊົນລາວ

ກອງທັບປົດປ່ອຍປະຊາຊົນຈີນ ຊ່ວຍເຫລືອອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ກອງທັບປະຊາຊົນລາວ ວັນທີ 23 ພະຈິກ 2021 ທີ່ສະໜາມບິນວັດໄຕສາກົນ ໄດ້ມີພິທີມອບຮັບອຸປະ ກອນການແພດເພື່ອປ້ອງກັນພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາ ຊົນຈີນ ໃຫ້ກອງທັບປະຊາຊົນລາວ, ກ່າວມອບໂດຍທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາລາວ ແລະ ກ່າວຮັບໂດຍທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ໄດ້ຕາງໜ້າເຊັນມອບຢ່າງເປັນທາງການໂດຍທ່ານ ພັນ ເອກ ພິເສດ ລີປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາລາວ ໂດຍຕາງໜ້າເຊັນຮັບຂອງທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະ ບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ ມີ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂດຍພື້ນຖານການເສີມຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດ ໝັ້ນຄົງ ຍາວນານ ບົນຈິດໃຈ 4 ດີລະຫວ່າງ ຈີນລາວ- ລາວຈີນ ສະນັ້ນ ກອງທັບປົດປ່ອຍປະ ເທດຈີນໄດ້ໃຫ້ການສືບຕໍ່ຊ່ວຍເຫຼືອລ້າອຸປະກອນການແພດປ້ອງກັນພະຍາດໂຄວິດ-19 ໃຫ້ກອງທັບປະຊາຊົນລາວຄັ້ງນີ້ມີທັງໝົດ 14 ລາຍການຄື: ເຄື່ອງກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 403.200 ຊຸດ ຊຸດເກັບກວດເອົາຕົວຢ່າງ 30.000 ຊຸດ ກັບໃສ່ຕົວຢ່າງ 30.000 ກັບ ເຄື່ອງແຍກດີເອັນເອ 5 ຊຸດ ເຄື່ອງກວດ PCR 5 ຊຸດ ນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 30.000 ຊຸດ ເຄື່ອງຊ່ວຍຫາຍໃຈ 15 ເຄື່ອງ ເຄື່ອງດູດຂີ້ກະເທິ 15 ເຄື່ອງ ເຄື່ອງຕິດຕາມຄົນເຈັບໜັກ 10 ເຄື່ອງ ເຄື່ອງແທກຄື້ນໄຟຟ້າຫົວໃຈ 10 ເຄື່ອງ ເຄື່ອງວັດແທກອົກຊີປາຍມື 20 ເຄື່ອງ ຕູ້ເກັບວັກຊິນຂະໜາດ 650 ລິດ 5 ຕູ້ ຂະໜາດ 390 ລິດ 10 ຕູ້ ແລະ ຕູ້ເກັບວັກຊິນຂະໜາດ 65 ລິດ 30 ຕູ້.

ໄລຍະຜ່ານມາໃນສະພາບການທີ່ເຊື້ອພະຍາດໂຄວິດ-19 ມີການແຜ່ລະບາດເປັນວົງກວ້າງໃນທົ່ວສັງຄົມລາວ ພັກ ແລະ ລັດຖະບານກໍ່ຄືປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອວັກຊິນຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 6.200.000 ໂດສ ພ້ອມນັ້ນກອງທັບປະຊາຊົນຈີນກໍ່ໄດ້ໃຫ້ການຊ່ວຍເຫຼືອວັກຊິນດັ່ງກ່າວໃຫ້ແກ່ກອງທັບປະຊາຊົນລາວ 700.000 ໂດສ ເຊິ່ງເປັນການຊ່ວຍ ເຫຼືອທີ່ລໍ້າຄ່າເຮັດໃຫ້ກອງທັບ ແລະ ປະຊາຊົນລາວບັນດາເຜົ່າສາມາດສ້າງພູມຄຸ້ມກັນ ສະກັດກັ້ນເຊື້ອພະຍາດໂຄວິດ-19 ໄດ້ເປັນຢ່າງດີ ສະແດງໃຫ້ເຫັນເຖິງມູນເຊື້ອແຫ່ງການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງກອງທັບປົດປ່ອຍປະເທດຈີນ ແລະ ກອງທັບປະຊາຊົນລາວທີ່ໄດ້ມີມາແຕ່ດົນນານ ໂດຍສະເພາະໄລຍະເຮັດການປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດ ກອງທັບປົດປ່ອຍປະຊາຊົນຈີນກໍ່ໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸ ອຸປະກອນຕ່າງໆ ປະກອບສ່ວນເຮັດໃຫ້ກອງທັບປະຊາຊົນລາວເຮັດໄດ້ສໍາເລັດໜ້າທີ່ຢ່າງສະຫງ່າງາມ ປີ 1992 ສອງກອງທັບລາວ ແລະ ຈີນ ໄດ້ເປີດການພົວພັນຮ່ວມມື ແລກປ່ຽນບົດຮຽນທາງດ້ານການທະຫານນໍາກັນ ກອງທັບປົດປ່ອຍຈີນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ກອງທັບປະຊາຊົນລາວດ້ານວິຊາການ ວັດຖຸເຕັກນິກ ອາວຸດຍຸດໂທປະກອນອື່ນໆເປັນຈໍານວນຫຼວງຫຼາຍ.