Home Blog Page 144

ຫຼວງພະບາງ​ແຈ້ງ! ຜູ້ຕິດເຊື້ອໂຄວິດທີ່ປິ່ນປົວຕ້ອງໄດ້ຮັບຜິດຊອບຄ່າກິນຢູ່ເອງ

 ແຂວງຫຼວງພະບາງ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ອອກແຈ້ງການ ເລື່ອງ: ການຈັດຕັ້ງປະຕິບັດ ໃນການຮັບຜິດຊອບພັນທະດ້ວຍຕົນເອງ ຂອງພາກສ່ວນທີ່ຕິດເຊື້ອໂຄວິດ-19 ຢູ່

ແຂວງຫຼວງພະບາງ ອີງຕາມ: ແຈ້ງການຂອງ ອົງການກາແດງລາວ, ສະບັບເລກທີ 1105/ ກດລ, ລົງວັນທີ 16 ພະຈິກ (1) 2021 ວ່າດ້ວຍເລື້ອງການໂຈະສະຫນອງ ອາຫານ, ນ້ໍາດື່ມ ແລະ ເຄື່ອງໃຊ້ພື້ນຖານໃຫ້ແກ່ ໂຮງຫມໍພາກສະຫນາມ ປິ່ນປົວ ພະຍາດໂຄວິດ-19 ຢູ່ ແຂວງຫຼວງພະບາງ. ອິງຕາມ: ຜົນກອງປະຊຸມຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດ ຂອງພະຍາດໂຄ ວິດ-19, ຄັ້ງວັນທີ 19 ພະຈິກ () 2021.

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ຂໍຖືເປັນກຽດ ແຈ້ງມາຍັງ ທ່ານ ຊາບດັ່ງນີ້:

ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະ ການຕ່າງໆ ຕາມທີ່ລະບຸ ໄວ້ໃນແຈ້ງການ ແລະ ມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດ ໂຄວິດ-19 ຂັ້ນແຂວງ, ນະຄອນ ແລະ ຂັ້ນເມືອງ ໄດ້ວາງອອກ ເຫັນວ່າແຂວງຂອງພວກເຮົາ ໄດ້ຮັບຜົນສໍາເລັດເປັນກ້າວໆ ເຊີ່ງສະແດງອອກບາງດ້ານ ທີ່ພົ້ນ ເດັ່ນ ຄື:

ການສັກວັກຊີນ ເຂັມທີ 01 ໄດ້ 250,018 ຄົນ, ກວມ 53,1%, ສັກດົບໂດສ 196.160 ຄົນ, ກວມ 4 1,7%, ເຊິ່ງປະຈຸບັນນີ້ແມ່ນຍັງມີຜູ້ທີ່ຕິດເຊື້ອເປັນຈໍານວນຫຼວງຫຼາຍຢູ່, ມາຮອດປະຈຸບັນມີຜູ້ຕິດເຊື້ອທັງຫມົດ 5,865 ຄົນ, ປິ່ນປົວ ຫາຍດີ 3,1 10 ຄົນ, ກວມ 53% ຂອງຈໍານວນຜູ້ຕິດເຊື້ອ; ອົງການປົກຄອງ ກໍ່ຄືຄະນະສະເພາະກິດ ທຸກຂັ້ນຕະຫຼອດ ຮອດພະນັກ ງານແພດຫມໍ ແລະ ເຈົ້າຫນ້າທີ່ກ່ຽວຂ້ອງທຸກພາກສ່ວນໃນທົ່ວແຂວງ ສືບຕໍ່ປະຕິບັດຫນ້າທີ່ ທີ່ການຈັດຕັ້ງມອບ

ຫມາຍ ໃຫ້ດ້ວຍຄວາມອົດທົນ ແລະ ຜ່ານຜ່າ ການຈັດຕັ້ງກໍ່ຄືຄອບຄົວ-ບຸກຄົນ ທຸກພາກສ່ວນໃນສັງຄົມ ໃນບັນດາເມືອງ ແລະ ນະຄອນ ສືບຕໍ່ໃຫ້ການສະຫນັບສະຫນູນ ແລະ ປະກອບ ເຂົ້າໃນວຽກງານຄວບຄຸມພະຍາດໂຄວິດ-19 ທັງທາງດ້ານ ວັດຖຸ ແລະ ທຶນຮອນຢ່າງເປັນຂະບວນ. ເຖິງຢ່າງໃດກໍ່ຕາມ ສະພາບການລະບາດຂອງພະຍາດ ຍັງບໍ່ມີທ່າອ່ຽງວ່າຈະລຸດ ລົງ ຍັງກວດພົບຜູ້ຕິດເຊື້ອໃນແຕ່ລະວັນ, ການຕິດເຊື້ອດັ່ງກ່າວ ສ່ວນຫຼາຍແມ່ນເກີດຢູ່ຕາມສະຖານທີ່ທີ່ມີ ຊຸມຊົນແອອັດ ລວມທັງຢູ່ໃນງານປະເພນີຕ່າງໆ, ສໍານັກງານ-ອົງການ, ຫົວຫນ່ວຍທຸລະກິດ, ໂຄງການກໍ່ສ້າງຕ່າງໆ ແລະ ລາມໄປຮອດການຕິດເຊື້ອກັນໃນຄອບຄົວນັບມື້ຫຼາຍຂຶ້ນ.

ສາເຫດການແຜ່ລະບາດ ຍ້ອນປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ ຕໍາຫຼວດ, ຜູ້ປະກອບການ ຈໍານວນຫນຶ່ງ ຍັງບໍ່ທັນປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມ ງວດ. ໄລຍະຜ່ານມາທາງພາກລັດ ແລະ ອົງການຈັດຕັ້ງສາກົນ ກໍ່ໃຫ້ການສະຫນັບສະຫນູນ ດ້ານງົບປະມານເຂົ້າໃນ ວຽກ ງານຄວບຄຸມ ແລະ ແກ້ໄຂສະພາບການລະບາດ, ເຊັ່ນ:

ທາງອົງການກາແດງສະວິສ ໄດ້ສະຫນັບສະຫນູນຄ່າອາຫານສໍາລັບ ແຮງງານເຄື່ອນຍ້າຍ ຢູ່ໃນສູນກັກກັນ ແລະ ຄ່າອາຫານສໍາລັບຜູ້ຕິດເຊື້ອໃນໂຮງຫມໍພາກສະຫນາມມາຕະຫຼອດ ແຕ່ ມາຮອດ ປະຈຸບັນທາງອົງການກາແດງໄດ້ຢຸດ ສະຫນັບສະຫນູນຕາມແຈ້ງການ ສະບັບເລກທີ 05/ ກລ, ລົງວັນທີ 16 ພະຈິກ (11) 2021.

ວ່າດ້ວຍເລື່ອງການໂຈະສະຫນອງ ອາຫານ, ນ້ໍາດື່ມ ແລະ ເຄື່ອງໃຊ້ພື້ນຖານໃຫ້ແກ່ ໂຮງຫມໍພາກສະຫນາມ ປິ່ນປົວພະຍາດໂຄວິດ-19 ຢູ່ ແຂວງຫຼວງພະບາງ, ສະນັ້ນ ຈິ່ງມີຄວາມຈໍາເປັນ ຕ້ອງໄດ້ຮຽກຮ້ອງມາຍັງ ຜູ້ທີ່ຕິດເຊື້ອ ພະບາດໂຄວິດ-19 ທີ່ຈະມາປິ່ນປົວຢູ່ໂຮງຫມໍແຂວງ ແລະ ໂຮງຫມໍພາກສະຫນາມ ປະກອບສ່ວນຊ່ວຍຄ່າອາຫານ, ການ ກິນຢູ, ທີ່ພັກເຊົາ, ເຊິ່ງຈະໄດ້ເລີ່ມຈັດຕັ້ງປະຕິບັດນັບຕັ້ງແຕ່ ວັນທີ 23 ພະຈິກ (11) 2021 ເປັນຕົ້ນໄປ, ເຊີ່ງມີລາຍ ລະອຽດ ຄືດັ່ງນີ້:

1. ຈະໄດ້ເລີ່ມເກັບຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ໍາດື່ມຂອງພາກສ່ວນທີ່ຕິດເຊື້ອ ເພື່ອຈະຈັດຊື້ ແລະ ອໍານວຍ ຄວາມສະດວກ ໃນການສະຫນອງອາຫານ ໃຫ້ແກ່ພາກສ່ວນທີ່ເຂົ້ານອນປິ່ນປົວຢູ່ໂຮງຫມໍພາກສະຫນາມ ໃນແຫ່ງ ຕ່າງໆ ພາຍໃນແຂວງຫຼວງພະບາງເວົ້າລວມ, ເວົ້າສະເພາະ ກໍແມ່ນຜູ້ໃດຕິດເຊື້ອ ແມ່ນຈະໄດ້ຮັບຜິດຊອບ ຄ່າໃຊ້ຈ່າຍເປັນຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ໍາດື່ມ ດວ້ຍຕົນເອງ ..

2. ສໍາລັບພາກສ່ວນພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍທົ່ວໄປ ແມ່ນຈະໄດ້ຈ່າຍຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ໍາດື່ມດ້ວຍຕົນເອງ.

ໂດຍກໍານົດ ຄ່າອາຫານ 30.000 ກີບ/ຄົນ/ມື້ (ອາຫານສາມຄາບ),ຄ່ານ້ໍາດື່ມ 10.000ກີບ/ຄົນ/ມື້ ໄລຍະ ນອນປິ່ນປົວຜູ້ທີ່ມີອາການປົກກະຕິແມ່ນ 14 ວັນ ຄ່າໃຊ້ຈ່າຍສໍາລັບອາຫານ ລວມມູນຄ່າ 560.000 ກີບ/ ຄົນ.ກໍລະນີ້ຜູ້ທີ່ຕິດເຊື້ອຫາກມີອາການແມ່ນຈະໄດ້ສືບຕໍ່ປິ່ນປົວແມ່ນຈະໄດ້ຈ່າຍເພີ້ມອີກຕາມວັນທີ່ນອນປີ່ນປົວຕົວຈິງ, ສ່ວນຄ່າໃຊ້ຈ່າຍເຄື່ອງ ໃຊ້ສອຍສ່ວນຕົວ ແມ່ນຜູ້ກ່ຽວຮັບຜິດຊອບເອງ.

3. ສໍາລັບພາກສ່ວນ ໂຮງຈັກ, ໂຮງງານ ຫຼື ສະຖານທີ່ຕ່າງໆ ທີ່ມີສະມາຊິກ, ກໍາມະກອນ ຕັ້ງ 50 ຄົນຂື້ນໄປ ແມ່ນກໍລະນີເກີດລະບາດແມ່ນໃຫ້ພົວພັນທາງເຈົ້າຫນ້າທີ່ ທີ່ກ່ຽວຂ້ອງ ເພື່ອຈັດຕັ້ງໂຮງພາກສະຫນາມເພື່ອປິ່ນປົວຢູ່ກັບທີ່ ສ່ວນຄ່າໃຊ້ຈ່າຍຕ່າງໆແມ່ນມອບໃຫພາກສ່ວນກ່ຽວຂ້ອງເປັນຜູ້ຮັບຜິດຊອບເອງ.

4. ສໍາລັບບັນດາສໍານັກງານ, ອົງການ, ພະແນກການ, ກົມກອງ, ລັດວິສາຫະກິດ, ບັນດາຫົວຫນ່ວຍຖູລະກິດຕ່າງໆ

ໃຫ້ມີມາດຕະການປ້ອງກັນຕົນເອງ, ຖ້າຫາກພະນັກງານທີ່ສັງກັດຢູ່ໃນຄວາມຮັບຜິດຊອບຂອງຕົນ ຫາກມີກໍ ລະນີຜູ້ຕິດເຊື້ອ ແມ່ນຈະໄດ້ມອບໃຫ້ພາກສ່ວນດັ່ງກ່າວ ເປັນຜູ້ຮັບຜິດຊອບຄ່າອາຫານ, ຄາບເຂົ້າ ແລະ ຄ່ານ້ໍາດື່ມດ້ວຍຕົນເອງ.

5. ທາງພາກລັດແມ່ນຈະໄດ້ຮັບຜິດຊອບແຕ່ ສະຖານທີ່ປິ່ນປົວ, ຢາປົວພະຍາດ ແລະ ອໍານວຍຄວາມສະດວກຕ່າງໆ ໃນການຮັບເຂົ້າສູນ, ໂຮງຫມໍພາກສະຫນາມ ແລະ ສະຖານທີ່ຮອງຮັບປິ່ນປົວ.

6. ສໍາລັບຜູ້ທີ່ມີເງື່ອນໄຂ ຫຼື ບໍ່ສະດວກທີ່ຈະເຂົ້າໄປປິ່ນປົວຢູ່ໂຮງຫມໍແຂວງ ໂຮງຫມໍຊຸມຊົນ ແລະ ໂຮງຫມໍພາກສະຫມາມ, ທາງຄະນະສະເພາະກິດແຂວງ ໄດ້ກໍານົດໂຮງແຮມເປັນສະຖານທີ່ປິ່ນປົວ ສະເພາະຜູ້ມີ ເງື່ອນໄຂດ້ານ ເສດຖະກິດ ໂດຍມີວິຊາການແພດປິ່ນປົວປະຈໍາ, ແຕ່ທາງພາກສ່ວນກ່ຽວຂ້ອງຕ້ອງໄດ້ຮັບຜິດຊອບຄ່າໃຊ້ຈ່າຍພັກເຊົາ ຕາມ ລາຄາທີ່ທາງໂຮງແຮມໄດ້ ກໍານົດໄວ້.

7. ວິທິການຈັດຕັ້ງປະຕິບັດແມ່ນຈະໄດ້ປະຕິບັດດັ່ງນີ້: – ມອບໃຫ້ ໂຮງຫມໍປະກອບບຸກຄະລາກອນການແພດຈັດຕັ້ງທິມງານເພື່ອຮັບການປິ່ນປົວໃນແຕ່ລະບ່ອນທີ່ໄດ້ກໍານົດໄວ້ ( ຮັບຜິດຊອບວຽກງານປິ່ນປົວໂດຍກົງ ).

ຊົມເຊີຍ! ພະນັກງານ ຖວທ ຫຼວງພະບາງ ອະນາໄມ ແລະ ທາສີຂັ້ນໄດຂຶ້ນພູສີ

ພະນັກງານ ຖວທ ແຂວງຫຼວງພະບາງຮ່ວມກັນອະນາໄມ ແລະ ທາສີຂັ້ນໄດຂື້ນພູສີ

ໃນວັນທີ 23 ພະຈິກ 2021 ພະນັກງານ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ( ຖວທ ແຂວງ ) ໄດ້ຮ່ວມກັນທາສີຂັ້ນໄດຂື້ນ ພະທາດພູສີ ເຊິ່ງຈະໄດ້ເປັນການຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ ຕາມສະຖານທີ່ແຫຼ່ງທ່ອງທ່ຽວຂອງແຂວງຫຼວງພະບາງ ໃຫ້ມີຄວາມຈົບງາມ ແລະສະອາດຕາ.

ການທາສີຂັ້ນໄດຄັ້ງນີ້ໂດຍການນໍາພາຂອງທ່ານ ວິໄລ ແກ້ວປະເສີດ ຄະນະພັກຮາກຖານ ຫົວໜ້າຂະແໜງຖະແຫຼງຂ່າວ ພະແນກ ຖວທ ແຂວງຫຼວງພະບາງ,ມີຄະນະນໍາຈາກຂະແໜງການ ທົ່ວພະແນກ. ເຊິ່ງໜ້າວຽກຂອງຂະບວນການຄັ້ງນີ້ແມ່ນອະນາໄມ ແລະ ທາສີ ຂັ້ນໄດຂື້ນ ແຫຼ່ງທ່ອງທ່ຽວບໍລິເວນຂອບຕີນ ແລະທາງຂຶ້ນພະທາດພູສີເບື້ອງຟາກນໍ້າຄານ ແລະຕາມສະຖານທີ່ ບູຊາ ພະພຸດທະເຈົ້າ ໃຫ້ມີຄວາມຈົບງາມ ໂດຍໃຊ້ແປງທາສີ,ລູກກິ້ງ,ອຸປະກອບທໍາຄວາມສະອາດ ແລະໃຊ້ສີຂາວ. ສໍາລັບໃນເດືອນ ພະຈິກ 2021 ນີ້ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີ ພະນັກງານ-ລັດຖະກອນ ຈາກສາມອົງການຈັດຕັ້ງຄື: ຊາວໝຸ່ມ, ແມ່ຍິງ ແລະກໍາມະບານ ເພື່ອສ້າງຂະບວນການອອກແຮງງານອະນາໄມແຫຼ່ງທ່ອງທ່ຽວເຂດຕີນພູສີ ເປັນຕົ້ນແມ່ນອະນາໄມເດີ່ນ, ຫ້ອງນໍ້າ, ທາສີຂັ້ນໄດທາງຂຶ້ນຫາພະທາດຈອມສີ, ແນໃສ່ໃນການປົກປັກຮັກສາ ໄດ້ຄວາມສະອາດ,ຄວາມສວາຍງາມ ແລະເປັນລະບຽບຮຽບຮ້ອຍ ຢູ່ບໍລິເວນແຫຼ່ງທ່ອງທ່ຽວ ຄຽງຄູ່ກັບພະລາຊະວັງ, ເຊິ່ງເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແຫ່ງສໍາຄັນຂອງຊາວຫຼວງພະບາງ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ນອກຈາກນີ້ແລ້ວຍັງຈະປຸກລະດົມໃຫ້ມີການອະນາໄມສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແຕ່ລະບ່ອນຕື່ມອີກ ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ, ຖໍ້າຕິ່ງ,ນັ້ນກໍເພື່ອເປັນການກະກຽມຄວາມພ້ອມໃນການຕ້ອນຮັບແຂກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ກໍຄືການກຽມຄວາມພ້ອມເປີດປະເທດ ແລະການເປີດເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຖິງ ໃຫ້ບັນຍາກາດການທ່ອງທ່ຽວຢູ່ພາຍໃນແຂວງຫຼວງພະບາງກັບມາຄຶກຄື້ນອີກຄັ້ງໃໝ່.

ແຫຼ່ງຂ່າວ: ຂ່າວສານຫຼວງພະບາງ

ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່ 23 ພະຈິກ 2021

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,007 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,323 ຄົນ (ຕິດເຊື້ອພາຍໃນ ມີ 1,325 ຄົນ ແລະ ຕິດເຊື້ອນໍາເຂົ້າ05 ຄົນ).  

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,318 ຄົນ ຈາກ 17 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

–ນະຄອນຫຼວງວຽງຈັນ 592 ຄົນ ໃນ 197 ບ້ານ ແລະ 9 ເມືອງ

  • ເມືອງຈັນທະບູລີ 77 ຄົນ ຈາກ 21 ບ້ານ
  • ເມືອງສີໂຄດຕະບອງ 89 ຄົນ ຈາກ 32 ບ້ານ
  • ເມືອງໄຊເສດຖາ 145​ ຄົນ ຈາກ 41 ບ້ານ
  • ເມືອງສີສັດຕະນາກ 75 ຄົນ ຈາກ 23​ ບ້ານ
  • ເມືອງນາຊາຍທອງ 19​ ຄົນ ຈາກ 10 ບ້ານ
  • ເມືອງໄຊທານີ 119 ຄົນ ຈາກ 42 ບ້ານ
  • ເມືອງຫາດຊາຍຟອງ 42 ຄົນ ຈາກ 25 ບ້ານ
  • ເມືອງປາກງື່ມ 2 ຄົນ ຈາກ 2 ບ້ານ
  • ເມືອງສັງທອງ 1 ຄົນ ຈາກ 1 ບ້ານ
  • ຕ່າງແຂວງ  6 ຄົນ
  • ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ

–ຫຼວງພະບາງ ມີ 199 ຄົນ ໃນ 47 ບ້ານ ແລະ 10 ເມືອງ

–ບໍລິຄຳໄຊ ມີ 116 ຄົນ ໃນ 41 ບ້ານ ແລະ 6 ເມືອງ

–ແຂວງວຽງຈັນ ມີ 108 ຄົນ ໃນ 35 ບ້ານ ແລະ 8 ເມືອງ

–ຜົ້ງສາລີ ມີ 55 ຄົນ ໃນ 8 ບ້ານ ແລະ 2 ເມືອງ

–ອຸດົມໄຊ ມີ 47 ຄົນ ໃນ 12 ບ້ານ ແລະ 1 ເມືອງ

–ຈຳປາສັກ ມີ 50 ຄົນ ໃນ 28 ບ້ານ ແລະ 6 ເມືອງ

–ໄຊຍະບູລີ ມີ 41 ຄົນ ໃນ 10 ບ້ານ ແລະ 1 ເມືອງ

-ບໍ່ແກ້ວ ມີ 39 ຄົນ ໃນ 12 ບ້ານ ແລະ 2 ເມືອງ

–ສະຫວັນນະເຂດ ມີ 38 ຄົນ ໃນ 19 ບ້ານ ແລະ 4 ເມືອງ

–ສາລະວັນ ມີ 8 ຄົນ ໃນ 7 ບ້ານ ແລະ 3 ເມືອງ

–ຫຼວງນ້ຳທາ ມີ 6 ຄົນ, ໃນ 4 ບ້ານ ແລະ 2 ເມືອງ

–ຄຳມ່ວນ ມີ 6 ຄົນ ໃນ 5 ບ້ານ ແລະ 2 ເມືອງ

–ອັດຕະປື 4 ຄົນ ໃນ 4 ບ້ານ ແລະ 1 ເມືອງ

–ຫົວພັນ ມີ 4 ຄົນ ໃນ 4 ບ້ານ ແລະ 2 ເມືອງ

–ເຊກອງ ມີ 4 ຄົນ ໃນ 3 ບ້ານ ແລະ 2 ເມືອງ

–ຊຽງຂວາງ ມີ 01 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ ຈາກ ສະຫວັນນະເຂດ 1 ຄົນ ແລະ ແຂວງຈໍາປາສັກ 4 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1. ເພດຍິງ, ອາຍຸ 72 ປີ,  ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫລວງ.

  • ພະຍາດຜ່ານມາ: ເບົາຫວານ,ຄວາມດັນ,ໄຂ່ຫລັງ ກິນຢາປະຈຳ
  • ຍັງບໍ່ໄດ້ສັກVaccine
  •   ວັນທີ່ 19 ພະຈິກ 2021: ຄົນເຈັບມີໄອ, ໄຂ້, ຂີ້ມູກຍ້ອຍ
  • ວັນທີ່ 21 ພະຈິກ 2021: ມີອາການຫນັກຂື້ນ, ໄອ, ອິດເມື່ອຍ, ຫາຍໃຈຝືດ, ກະວົນກະວາຍ, ບໍ່ໄດ້ສະຕິ, O2 ຕໍ່າລົງ ແລະ ມາຮອດສຸກເສີນ ຂອງໂຮງໝໍມິດຕະພາບ ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gene x-pert ແລະ ຜົນກວດພົບເຊື້້ອ
  • ເວລາ 05:30 ໂມງຂອງວັນທີ 22 ພະຈິກ 2021: ຄົນເຈັບເອົາອາການຊີວິດ (V/S) ບໍ່ໄດ້   ເນື່ອງຈາກຄົນເຈັບComaໄດ້ແຍ່ທໍ່ຊ່ວຍຫາຍໃຈ
  • ມາຮອດເວລາ 06:00 ຂອງວັນທີ 22 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2. ເພດຊາຍ, ອາຍຸ 25 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ: ບ້ານປ່າປົວະ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ

  • ປະຫວັດຜູ້ກ່ຽວ ເຄີຍເປັນພະຍາດເລືອດຈາງ, ປ້າງກີນເລືອດ , ເຄີຍຜ້າຕັດປ້າງ ໄດ້ 10 ປີ ມາແລ້ວ ,ໄດ້ໃສ່ເລືອດປະຈໍາ ແລະ ຂາດການໃສ່ເລືອດປະມານ 2 ເດືອນ
  • ຜູ້ກ່ຽວຍັງບໍ່ໄດ້ຮັບການສັກຢາວັກຊີນເທື່ອ 
  • ເວລາ 9:00 ໂມງເຊົ້າຂອງວັນທີ 21 ພະຈິກ 2021: ຄົນເຈັບ ໄດ້ໄປປີ່ນປົວຢູ່ໂຮງໝໍທະຫານ ປະມານ 2 ຄັ້ງ ໄດ້ໃສ່ຢ່າຈໍານວນໜື່ງ  ແຕ່ອາການບໍ່ດີຂື້ນ
  • ມື້ດຽວກັນນັ້ນ ເວລາປະມານ 23:30 ນາທີ ໄດ້ໄປເຂົ້າໂຮງໝໍແຂວງ ດ້ວຍອາການອິດເມື່ອຍ, ຈືດມ້ານ, ວີນຫົວ, ຕາລາຍ, ປັ້ນທອ້ງ, ຮາກ, ຕັບໃຫ່ຍ, ຫາຍໃຈຍາກ, ຫົວໃຈຊຸດໂຊມ.
  • ໃນເວລາ 1:00 ໂມງເຊົ້າ ຂອງວັນທີ 22 ພະຈິກ 2021: ທາງໂຮງໝໍແຂວງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ມາຮອດເວລາ 15:00-15:20 ນາທີ:  ຄົນເຈັບອິດເມື່ອຍ, ຄວາມດັນເລືອດຕໍ່າ, ຫາຍໃຈບໍ່ອີ່ມ ແລະ ຕົນໂຕເຢັນ
  • ມາຮອດເວລາ 17: 20 ນາທີ ຂອງມື້ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ

3. ເພດຊາຍ, ອາຍຸ 70 ປີ, ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແຕ່ບໍ່ໄດ້ກິນຢາປົກກະຕິ ແລະ Gout
  • ບໍ່ໄດ້ສັກຢາວັກຊີນ
  • ມີອາການໄຂ້ມາຕະຫລອດ ໄດ້ປະມານ 01 ອາທິດ
  • ມາຮອດວັນທີ 18 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ແລ້ວມານອນປີ່ນປົວ ຢູ່ສູນຫ້ວຍຫົງ
  • ເວລາ 17:05 ນາທີ ຂອງວັນທີ 20 ພະຈິກ 2021: ຄົນເຈັບມີອາການເມື່ອຍ, ຄວາມດັນເລືອດຕໍ່າ, ອົກຊີໃນເລືອດຕໍ່າ ໄດ້ຍ້າຍຄົນມາປີ່ນປົວ ຢູ່ໂຮງໝໍເສດຖາທິລາດ ດ້ວຍອາການຄົນເຈັບສະຕີບໍ່ດີ, ອິດເມື່ອຍ, ອົກຊີໃນເລືອດຕໍ່າ
  • ມາຮອດເວລາ 21:00 ໂມງ ຂອງວັນທີ 22 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
  • ບົ່ງມະຕິການເສຍຊີວິດ: ຊຸດໂຊມທາງລະບົບຫາຍໃຈ

4. ເພດຊາຍ, ອາຍຸ 76 ປີ, ບ້ານໂຄກຊາຍ, ເມືອງຫາດຊາຍຟອງ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ຮູດຫຶດ
  •    ໄດ້ສັກຢາວັກຊີນຄົບ J&J
  •    ວັນທີ 22 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ
  •    ເວລາ 05:00 ໂມງເຊົ້າ ຂອງວັນທີ 23 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ມາຮອດວັນທີ 23 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 64,482 ຄົນ, ເສຍຊີວິດສະສົມ 137 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 795 ຄົນ, ກໍາລັງປິ່ນປົວ 11,239 ຄົນ.

ລາຍງານໂຄວິດ-19 ປະຈຳວັນ

ຕາມການລາຍງານຂອງເພຈສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດເພີ່ມເຕີມພາຍຫຼັງ

ອຸດົມໄຊ ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ອີກ 33 ກໍລະນີ

ທີມງານແພດໝໍແຂວງອຸດົມໄຊ ສຳເລັດການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ອີກ 33 ກໍລະນີ

ໃນວັນທີ 21 ພະຈິກນີ້ ທີມງານແພດໝໍແຂວງອຸດົມໄຊ ໄດ້ສຳເລັດການປິ່ນປົວຜູ້ທີ່ຕິດເຊື້ອໂຄວິດ-19 ໃນຈຳນວນ 33 ກໍລະນີ ຍິງ 13 ກໍລະນີພາຍຫຼັງທີ່ໄດ້ປິ່ນປົວມາເປັນເວລາ 14 ວັນ ຕາມປິ່ນປົວຕາມຫຼັກວິຊາການທາງການແພດ ແລະ ໄດ້ກວດວິເຄາະຫາເຊື້ອແຕ່ລະໄລຍະ ຈົນຜົນກວດອອກມາເປັນລົບ (ບໍ່ພົບເຊື້ອ)

ດັ່ງນັ້ນຈິ່ງໄດ້ອອກໃບຍັ້ງຢືນໃຫ້ຜູ້ກ່ຽວແລ້ວສົ່ງກັບຄືນສູ່ຄອບຄົວ ພ້ອມທັງໄດ້ແນະນຳໃຫ້ສືບຕໍ່ກັບບໍລິເວນຕົນເອງ ຕື່ມອີກ 7 ວັນ ຈິ່ງຄ່ອຍດຳເນີນຊີວິດແບບປົກກະຕິຮ່ວມກັບສັງຄົມ.

ເຖິ່ງແມ່ນວ່າມີການປິ່ນປົວຫາຍດີໃນແຕ່ລະວັນກໍຕາມ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງອຸດົມໄຊ ກໍຍັງມີເພີ່ມຂຶ້ນໃນແຕ່ລະວັນສະແດງອອກໃນວັນທີ 22 ພະຈິກນີ້ ມີຕົວເລກຜູ້ຕິດເຊື້ອສະສົມ 693 ຄົນ ຍິງ 329 ຄົນ ຕິດເຊື້ອໃໝ່ 19 ຄົນ ຍິງ 10 ຄົນ.

ແຫຼ່ງຂ່າວ: ສະຖານນີວິທະຍຸ ໂທລພາບ ແຂວງອຸດົມໄຊ

ລັດມີນະໂຍບາຍສະເໜີອະໄພຍະໂທດ ໃຫ້ແກ່ນັກໂທດ ຜູ້ທີ່ມີຜົນງານດີ 2.017 ຄົນ

ປີ 2021 ລັດຖະບານ ມີນະໂຍບາຍສະເໜີອະໄພຍະໂທດ ໃຫ້ແກ່ນັກໂທດ ຜູ້ທີ່ມີຜົນງານດີ ຈຳນວນ 2.017 ຄົນ

ໃນປີ 2021 ນີ້, ຜ່ານການກວດກາ ຄົ້ນຄວ້າຢ່າງລະອຽດຖີຖ້ວນ, ພາວະວິໃສຂອງເຈົ້າໜ້າທີ່ອົງການຕຸລາການ ແລະ ຍຸຕິທຳ ລັດຖະບານ ມີນະໂຍບາຍສະເໜີອະໄພຍະໂທດ ໃຫ້ນັກ ໂທດຜູ້ທີ່ມີຜົນງານດີ ເພື່ອສະເໜີ ຕໍ່ປະທານປະເທດ ຕົກລົງໃຫ້ອະໄພຍະໂທດ ໃຫ້ນັກໂທດທັງໝົດ ຈຳນວນ 2.017 ຄົນ, ຍິງ 284 ຄົນ, ຄົນຕ່າງປະເທດ 27 ຄົນ, ຍິງ 5 ຄົນ.

ໃນນີ້, ໃຫ້ອະໄພຍະໂທດດ້ວຍການຫລຸດຜ່ອນໂທດ ຈຳນວນ 2005 ຄົນ, ຍິງ 281 ຄົນ, ຕ່າງປະເທດ 27 ຄົນ, ຍິງ 5 ຄົນ; ອະໄພຍະໂທດປ່ອຍຕົວ ຈຳນວນ 12 ຄົນ, ຍິງ 3 ຄົນ, (ບໍ່ມີຄົນຕ່າງປະເທດ).

ໃນວັນທີ 22 ພະຈິກ 20201 ທີ່ອົງການໄອຍະການ ປະຊາຊົນສູງສຸດ ນະຄອນຫລວງວຽງຈັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຖະແຫລງຂ່າວໃຫ້ຮູ້ວ່າ: ໃນນາມປະທານກຳມະການອະໄພຍະໂທດລະດັບຊາດ, ໄດ້ຖະແຫລງ ແລະ ແຈ້ງການ ກ່ຽວກັບການກວດກາ-ຄົ້ນຄວ້າ ຂອງຄະນະກຳມະການອະໄພຍະໂທດຂັ້ນຕ່າງໆ ຕໍ່ວຽກງານອະໄພຍະໂທດ ປະຈຳປີ 2021 ມາຍັງບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຮູ້ວ່າ:

ຄະນະກໍາມະການອະໄພຍະໂທດ ແຕ່ສູນກາງຮອດທ້ອງຖິ່ນ ແລະ ຜູ້ມີສ່ວນຮ່ວມທຸກໆທ່ານ ຂົງເຂດຕຸລາການ ແລະ ຍຸຕິທໍາ ໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັນໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ເປັນຢ່າງດີ, ໂດຍປະຕິບັດແນວທາງນະໂຍບາຍຂອງພັກ ກໍ່ຄື ລັດຖະທຳມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະໂທດ, ແຕ່ລະປີລັດຖະບານ ກໍ່ໄດ້ມີນະໂຍບາຍສະເໜີ ອະໄພຍະໂທດໃຫ້ແກ່ນັກໂທດຜູ້ທີ່ມີຜົນງານດີ, ມີຄວາມກ້າວໜ້າໃນເວລາປະຕິບັດໂທດ ຖືກຕ້ອງຕາມແນວ ທາງນະໂຍບາຍມະນຸດສະທຳ.

ມາຮອດປັດຈຸບັນປະທານປະເທດ ໄດ້ອອກລັດຖະດໍາລັດວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 19 ພະຈິກ 2021 ເນື່ອງໃນໂອກາດ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (ວັນ ຊາດທີ 2 ທັນວາ).

ທ່ານຮອງນາຍົກ ໃຫ້ຮູ້ຕື່ມວ່າ: ວຽກງານອະໄພຍະໂທດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ສະແດງໃຫ້ເຫັນແນວທາງນະໂຍບາຍ ແລະ ນະໂຍບາຍອັນຖືກຕ້ອງເປັນທຳ ຂອງພັກປະຊາຊົນປະຕິວັດລາວ ຕໍ່ພົນລະເມືອງ ທີ່ມີການກະທຳຜິດທາງກົດໝາຍ ເພື່ອສຶກສາອົບຮົມຜູ້ທີ່ຫລົງຜິດ ໃຫ້ກາຍເປັນພົນລະ ເມືອງດີຂອງຊາດ ເພື່ອໃຫ້ບຸກຄົນດັ່ງກ່າວ ມີໂອກາດມາຮ່ວມກັນສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຕໍ່ໄປ.

ແຫຼງຂ່າວ: ຂປລ ຂ່າວ-ພາບ: ສົມຫວັງ

ສາເຫດຂອງການຕິດເຊື້ອກໍ່ຍັງແມ່ນການບໍ່ສາມາດຮັກສາຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກ

ຕາມການລາຍງານຈາກຄະນະສະເພາະກິດ ປະຈຳວັນທີ 22 ພະຈິກ 2021 ເຊິ່ງລາຍງານໂດຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ໄດ້ໃຫ້ຮູ້ວ່າ: ສປປ ລາວ ທ່າອຽງຂອງການລະບາດກໍ່ຍັງນ່າເປັນຫ່ວງເພາະມີໂຕເລກລາຍງານຜູ້ຕິດເຊື້ອໃໝ່ ສະເລ່ຍ 900 ກ່ວາຄົນໃນແຕ່ລະວັນ ແລະ ອັດຕາການພົບເຊື້ອກໍ່ຍັງສູງກ່ວາ 5 ເປີເຊັນ (ປະຈຸບັນ20,74% ທົ່ວປະເທດ, ນະຄອນຫຼວງວຽງຈັນ ອັດຕາການພົບເຊື້ອສູງກ່ວາ 30 % ລວມທັງຫຼາຍໆແຂວງທີ່ກຳລັງປະເຊີນໜ້າການລະບາດ.

ເຊິ່ງກຸ່ມຄົນທີ່ຕິດເຊື້ອ ພົ້ນເດັ່ນມາຫຼາຍອາທິດ ຍັງແມ່ນ ສະມາຊິກໃນຄອບຄົວຂອງຜູ້ຕິດເຊື້ອ, ຄູອາຈານ-ນັກຮຽນ-ນັກສຶກສາ, ສະຖານທີ່ຄຸມຂັງ, ພະນັກງານດ່ານໜ້າ, ພະນັກງານທະນາຄານ ກໍ່ຄືຈາກສຳນັກງານ-ອົງການອື່ນໆ, ເຊີ່ງສາເຫດຂອງການຕິດເຊື້ອກໍ່ຍັງແມ່ນການບໍ່ສາມາດຮັກສາຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກ.

ເນື່ອງຈາກການຢູ່ຮ່ວມກັນຫຼາຍຄົນບໍ່ວ່າໃນຄອບຄົວຫຼືສະຖານທີ່ເຮັດວຽກ, ການຈັດງານປະຊຸມທາງການປະເພນີ, ເປັນຕົ້ນແມ່ນ ງານດອງ, ງານອອກກຳ ເຮືອນບຸນ ແລະ ເຮືອນດີ, ງານສົ່ງສະການ ເຊີ່ງຍາກທີ່ຈະປະຕິບັດຕໍ່ມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ການລ້າງມື ລວມທັງຍັງມີຄົນທີ່ມີຄວາມສ່ຽງເຂົ້າຮ່ວມງານດັ່ງກ່າວ.

ລາຍລະອຽດຜູ້ເສຍຊີວິດ ແລະ ຜູ້ຕິດເຊື້ອໃໝ່ມື້ນີ້!

ຕາມກາລາຍງານຈາກຄະນະສະເພາະກິດ ປະຈຳວັນໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,793 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 999 ຄົນ (ຕິດເຊື້ອພາຍໃນ ມີ 995 ຄົນ ແລະ ຕິດເຊື້ອນໍາເຂົ້າ04 ຄົນ).  

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 995 ຄົນ ຈາກ 16 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

–ນະຄອນຫຼວງ 407 ຄົນ ໃນ 156 ບ້ານ ແລະ 8 ເມືອງ

  • ເມືອງຈັນທະບູລີ 42 ຄົນ ຈາກ 21 ບ້ານ
  • ເມືອງສີໂຄດຕະບອງ 67 ຄົນ ຈາກ 28 ບ້ານ
  • ເມືອງໄຊເສດຖາ 91​ ຄົນ ຈາກ 33 ບ້ານ
  • ເມືອງສີສັດຕະນາກ 46 ຄົນ ຈາກ 15​ ບ້ານ
  • ເມືອງນາຊາຍທອງ 23​ ຄົນ ຈາກ 8 ບ້ານ
  • ເມືອງໄຊທານີ 100 ຄົນ ຈາກ 32 ບ້ານ
  • ເມືອງຫາດຊາຍຟອງ 30 ຄົນ ຈາກ 18 ບ້ານ
  • ເມືອງສັງທອງ 1 ຄົນ ຈາກ 1 ບ້ານ
  • ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ

–ຫຼວງພະບາງ ມີ 123 ຄົນ ໃນ 45 ບ້ານ ແລະ 8 ເມືອງ

–ແຂວງວຽງຈັນ ມີ 99 ຄົນ ໃນ 17 ບ້ານ ແລະ 4 ເມືອງ

–ຜົ້ງສາລີ ມີ 73 ຄົນ ໃນ 16 ບ້ານ ແລະ 6 ເມືອງ

-ບໍ່ແກ້ວ ມີ 63 ຄົນ ໃນ 17 ບ້ານ ແລະ 2 ເມືອງ

–ຈຳປາສັກ ມີ 45 ຄົນ ໃນ 28 ບ້ານ ແລະ 5 ເມືອງ

–ບໍລິຄຳໄຊ ມີ 37 ຄົນ ໃນ 13 ບ້ານ ແລະ 3 ເມືອງ

–ໄຊຍະບູລີ ມີ 35 ຄົນ

–ຄຳມ່ວນ ມີ 22 ຄົນ ໃນ 7 ບ້ານ ແລະ 2 ເມືອງ

–ສາລະວັນ ມີ 22 ຄົນ ໃນ 8 ບ້ານ ແລະ 3 ເມືອງ

–ອຸດົມໄຊ ມີ 19 ຄົນ ໃນ 12 ບ້ານ ແລະ 1 ເມືອງ

–ສະຫວັນນະເຂດ ມີ 17 ຄົນ ໃນ 13 ບ້ານ ແລະ 1 ເມືອງ

–ອັດຕະປື 10 ຄົນ

-ຫຼວງນ້ຳທາ ມີ 10 ຄົນ, 2 ຄົນມາຈາກ ໃນ 2 ບ້ານ ແລະ 1 ເມືອງ ແລະ 8 ຄົນ ແມ່ນຜູ້ທີ່ເດີນທາງມາຈາກແຂວງອື່ນເພື່ອເດີນທາງໄປເຂດບໍ່ເຕນ

–ຫົວພັນ ມີ 4 ຄົນ ຈາກ 2 ເມືອງ

-ເຊກອງ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຈາກ ສະຫວັນນະເຂດ 1 ຄົນ, ສາລະວັນ 1 ຄົນ ແລະ ແຂວງຫົວພັນ 2 ຄົນ ແມ່ນພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້:

  • ເພດຍິງ, ອາຍຸ 58 ປີ, ອາຊີບ: ແມ່ເຮືອນ, ບ້ານສີສະຫວາດ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ
  • ວັນທີ່ 20 ພະຈິກ 2021: ໂຮງໝໍມິດຕະພາບໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍແຂວງບໍລິຄໍາໄຊ
  • ມື້ດຽວກັນນັ້ນ, ຄົນເຈັບມາຮອດພະແນກສຸກເສີນ ຂອງໂຮງໝໍມິດຕະພາບ ດ້ວຍອາການກະວົນກະວາຍ, ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້ ບໍ່ມີນ້ຳຍ່ຽວໄດ້ 03 ມື້້ (ລວມປະຈຸບັນ 05 ມື້) ມີອາການບວມໃບໜ້າ ທັງແຂນ ແລະ ຂາ ມີເລືອດສີແດງສົດຊືມຢູ່ເຂດຜ່າຕັດ (ໜ້າທ້ອງ)
  • ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gen expert ກວດພົບເຊື້ອ
  • ບໍ່ເຄີຍກວດພະຍາດ, ແຕ່ວ່າວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ຜ່າຕັດໜີ້ວຖົງບີ ທີ່ໂຮງໝໍແຂວງບໍລິຄໍາໄຊ ແລະ ມີເລືອດຊືມທາງບາດແຜບໍ່ຢຸດ ຍ້ອນຂາດປັດໃຈການກ້າມຂອງເລືອດ (ຕາມການບອກເລົ່າຂອງລູກສາວເປັນພະນັກງານແພດ) ໄດ້ໃສ່ເລືອດຫຼາຍຖົງຈາກໂຮງໝໍແຂວງ
  • ສັກຢາວັກຊີນ J&J ຄົບ
  • ໄລຍະນອນປິ່ນປົວຢູ່ໂຮງໝໍມິດຕະພາຍ ແຕ່ວັນທີ 20-21 ພະຈິກ 2021, ເປັນເວລາ 02 ມື້ ຄົນເຈັບກໍ່ໄດ້ຮັບການເອົາໃຈໃສ່ຈາກແພດໝໍເພື່ອເຊີດຊູ
  • ມາຮອດເວລາ 22:15 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ
  • ມະຕິພະຍາດ: Critical covid19 (Severe pneumonia, Sepsis, AKI, ARDS)

ມາຮອດວັນທີ 22 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 63,159 ຄົນ, ເສຍຊີວິດສະສົມ 132 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 463ຄົນ, ກໍາລັງປິ່ນປົວ 11,490 ຄົນ.

ສາທາ ອະນຸມັດໃຫ້ໂຮງງານຜະລິດຢາເລກ 3 ຜະລິດຢາໂມນນູພິຣາເວຍ ປິ່ນປົວໂຄວິດ-19

ອີງຕາມການລາຍງານຂອງ​ ໜັງສືພິມ Vientiane Times​ ໃຫ້ຮູ້ວ່າວ່າ: ກະຊວງສາທາລະນະສຸກ ອະນຸມັດໃຫ້ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ຜະລິດຢາໂມນນູພິຣາເວຍ (Molnupiravir) ເຊິ່ງເປັນຢາເມັດ ເພື່ອໃຊ້ປິ່ນປົວພະຍາດໂຄວິດ-19.

ທ່ານ ພູໂຂງ ໂຈມມາລາ ຮອງຜູ້ນຳນວຍການລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໃຫ້ສຳພາດກັບ Vientiane Times ເມື່ອວັນທີ່ 18 ພະຈິກ 2021​ ທີ່ຜ່ານມາວ່າ: ໂຮງງານຈະເລີ່ມຜະລິດຢາໃນເດືອນທັນວາ 2021 ນີ້ ຕາມຄຳແນະນຳຂອ​ງ​ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ທ່ານ ພູໂຄງ ໂຈມມາລາ​ ຍັງກ່າວຕື່ມວ່າ: ພວກເຮົາຄາດຫວັງວ່າ ຈະສາມາດສະໜອງຢາຊະນິດນີ້ໃນເບື້ອງຕົ້ນ ໃຫ້ກັບຜູ້ຕິດເຊື້ອໂຄວິດ-19 ຈຳນວນ 1,000 ຄົນ ພາຍໃຕ້ໂຄງການເລີ່ມຕົ້ນຜະລິດ ເຊິ່ງໂຄງການດັ່ງກ່າວຈະໄດ້ຮັບການກວດສອບ ໂດຍອົງການອະນາໄມໂລກ.

ການໃຊ້ຢາໃໝ່ໃນການປິ່ນປົ່ວພະຍາດໂຄວິດ-19 ເປັນສ່ວນໜຶ່ງ ຂອງຄວາມພະຍາຍາມຂອງລັດຖະບານ ໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19, ໂຄງການເລີ່ມຕົ້ນຜະລິດຢານີ້ ໄດ້ກຳນົດເອົາຜູ້ຕິດເຊື້ອທີ່ມີອາຍຸລະຫວ່າງ 18-65 ປີ ເປັນກຸ່ມເປົ້າໝາຍ ເປັນຜູ້ທີ່ມີອາການເບົາບາງ ຫາ ປານກາງ ແລະ ຢູ່ໃນໄລຍະເລີ່ມຕົ້ນຂອງການຕິດເຊື້ອ, ຜູ້ທີ່ຈະກິນຢານີ້ໃນການປິ່ນປົວ ຕ້ອງບໍ່ມີອາການປອດບວມ ຫຼື ຂາດອົກຊີແຊນ ໂດຍຈະໄດ້ກິນຢາເປັນເວລາ 5 ວັນ.

ຢາໂມນນູພິຣາເວຍ (Molnupiravir)  ເປັນຢາເມັດຊະນິດກິນ ມີຜົນໃນການອອກລິດຕ້ານໄວຣັສ ພັດທະນາຂຶ້ນເພື່ອໃຊ້ປິ່ນປົວໄຂ້ຫວັດໃຫຍ່ ໂດຍເກີດຈາກການຮ່ວມມືໃນການພັດທະນາ ຂອງບໍລິວັດ Ridgebback Biothera peuthisc ປະເທດ ສ.ອາເມຣິກາ ແລະ ບໍລິສັດ Merck ປະເທດເຢຍລະມັນ ມີລິດຕໍ່ຕ້ານໄວຣັສໂຄໂຣນາຫຼາຍຊະນິດເຊັ່ນ: SARS, MERS ແລະ ໂຄວິດ-19.

ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຕິດເຊື້ອໃໝ່ 21 ພະຈິກ 2021

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ ໃຫ້ຮູ້ວ່າ:

ສໍາລັບ ຄົນເຈັບເສຍຊີວິດ 4 ຄົນ, ລາຍລະອຽດ ດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 88 ປີ, ບ້ານວັດທາດ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ 

  • ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
  • ວັນທີ 17 ພະຈິກ 2021: ໄດ້ເຂົ້າມາກວດຢູ່ໂຮງຫມໍແຂວງ ຍ້ອນບໍ່ຮູ້ສະຕິພ້ອມທັງ ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບ
  • ວັນທີ 20 ພະຈິກ 2021: ຄົນເຈັບມີອາການຊຸດລົງກະທັນຫັນ. ມາຮອດເວລາ 17:30 ໂມງ ຄົນເຈັບໄດ້ເສຍຊີວິດ

-ຜູ້ທີ 2: ເພດຊາຍ, ອາຍຸ 88 ປີ, ສັນຊາດ: ຫວຽດນາມ, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
  • ວັນທີ 11 ພະຈິກ 2021: ມີໄຂ້ ແລະ ເຈັບຄໍ ຈຶ່ງເກັບຕົວຢ່າງມາກວດຊອດຫາ ພະຍາດໂຄວິດ-19 ຜົນກວດແມ່ນພົບເຊື້ອ
  • ນັບແຕ່ວັນທີ 11-16 ພະຈິກ 2021: ຄົນເຈັບປິ່ນປົວຢູ່ບ້ານ
  • ວັນທີ 16 ພະຈິກ 2021: ໄດ້ມາປິ່ນປົວຢູ່ສູນລ້ານຊ້າງ
  • ວັນທີ 19 ພະຈິກ 2021: ໄດ້ຍ້າຍຄົນເຈັບຈາກສູນລ້ານຊ້າງ ມາໂຮງຫມໍເສດ ຖາທິລາດ ຍ້ອນຄົນເຈັບອິດເມື່ອຍ, ຫາຍໃຈຍາກ ແລະ ອົກຊີໃນເລືອດຕ່ໍາ
  • ມາຮອດເວລາ 20:30 ໂມງ ຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍ ຊີວິດ

-ຜູ້ທີ 3: ເພດຊາຍ, ອາຍຸ 71 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານ ສີສຸມຸງຄຸນ , ເມືອງປາກຊັນ, ແຂວງບໍລິຄໍາໄຊ

  • ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ – ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 20 ພະຈິກ 2021: ເຂົ້າໂຮງຫມໍ ຍ້ອນອາການ ໄອ ແລະ ຫາຍໃຈຍາກ ຈິງໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດແມ່ນພົບເຊື້ອ ແລະ ໄດ້ນໍາສົ່ງເຂົ້າໄປປິ່ນປົວ ສູນຫຼັກ 6 ຂອງແຂວງ
  • ເວລາ 6 :42 ໂມງ ຜູ້ກ່ຽວລຸກມານັ່ງລົມກັບລູກລາວ ແລະ ໄດ້ນອນລົງເອງ ແລະ ເກີດພາວະຊອຶກກະທັນຫັນ ຈິ່ງໄດ້ເສຍຊີວິດໃນຕໍ່ມາ ຜູ້ທີ 4: ເພດຊາຍ ອາຍຸ 39 ປີ, ອາຊີບ: ປະຊາຊົນ, ບ້ານ ນ້ໍາອາງ (ຄຸ້ມໂພນໄຮ), ເມືອງທຸລະຄົມ, ແຂວງວຽງຈັນ. ບໍ່ມີປະຫວັດພະຍາດປະຈໍາຕົວ ຜ່ານມາຮັບການສັກວັກຊິນກັນໂຄວິດ-19 ໄດ້ 1 ເຂັ້ມ ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ ຖືກກັກໂຕແຕ່ວັນທີ 28 ສິງຫາ 2021.
  • ວັນທີ 19 ພະຈິກ 2021 ເວລາ 13:00 ໂມງ: ຜູ້ກ່ຽວອິດເມື່ອຍ, ອ່ອນເພຍ, ໄອ, ເຈັບຄໍ, ຫັນໃຈຝືດ ແລະ ແຫນ້ນຫນ້າເອີກ.
  • ເວລາ 15:00 ໂມງ ຖືຄີງໄຂ້, ຫັນໃຈຝືດ, ແຫນ້ນຫນ້າເອີກ, ນອນພຽງບໍ່ໄດ້, ຈຶ່ງຖືກໄດ້ນໍາສົ່ງມາໂຮງຫມໍ ເມືອງທຸລະຄົມ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດເປັນບວກ ໃນໄລຍະຕໍ່ມາ ຜູ້ກ່ຽວມີອາການດີຂື້ນ ຈິ່ງໄດ້ຂໍນໍາເອົາຄົນເຈັບກັບຄືນໄປສະ ຖານທີ່ຄຸມຂັງ ເຊິ່ງມີແພດປະຈໍປິ່ນປົວ.
  • ວັນທີ 20 ພະຈິກ 2021 ເວລາ 7:30 ນາທີ ຜູ້ກ່ຽວເສຍຊີວິດ.

-ຜູ້ທີ 5: ເພດຊາຍ ອາຍຸ 62 ປີ, ບ້ານຢູ່ປະຈຸບັນ: ບ້ານອາມອນ, ເມືອງໄຊເສດຖານະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ.
  • ຜ່ານມາບໍ່ໄດ້ສັກວັກຊີນກັນໂຄວິດ-19 –
  • ວັນທີ 12 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງຫມໍ 103 ດ້ວຍອາການໄຂ້, ໄອ, ເມື່ອຍ ແລະ ຫາຍໃຈຍາກ ພ້ອມທັງ ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ-19 ຜົນກວດ ແມ່ນພົບເຊື້ອ – ໄລຍະເວລາປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 12-20 ພະຈິກ 2021, ເປັນເວລາ 09 ນີ້
  • ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

-ຜູ້ທີ 6: ເພດຍິງ, ອາຍຸ 51 ປີ, ບ້ານຢູ່ປະຈຸບັນ: ບ້ານສົມສະຫັວນ, ເມືອງໄຊທານນີ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດຕັບ.
  • ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
  • ວັນທີ 13 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງຫມໍ 103 ດ້ວຍອາການເຈັບທ້ອງ , ທ້ອງເບັງ, ຕົນໂຕເຫລຶອງ ຈຶ່ງໄດ້ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ-19, ຜົນກວດແມ່ນພົບເຊື້ອ ໄລຍະເວລາປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 13-20 ພະຈິກ 2021, ເປັນ ເວລາ 08 ມື້
  • ມາຮອດເວລາ 12:00 ໂມງຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍ ຊີວິດ

ການຕິດເຊື້ອພາຍໃນປະເທດ ຈໍານວນ 911 ຄົນ ຄື:

1. ນະຄອນຫຼວງ 359 ຄົນ: ມາຈາກ 161 ບ້ານ, ໃນ 8 ເມືອງ

  • ເມືອງຈັນທະບູລີ ມີ 14 ບ້ານ (34 ຄົນ)
  • ເມືອງສີໂຄດຕະບອງ ມີ 31 ບ້ານ (67 ຄົນ)
  • ເມືອງໄຊເສດຖາ ມີ 31 ບ້ານ (69 ຄົນ)
  • ເມືອງສີສັດຕະນາກມີ 17 ບ້ານ (44 ຄົນ)
  • ເມືອງ ນາຊາຍທອງ ມີ 11 ບ້ານ (34 ຄົນ)
  • ເມືອງໄຊທານີ ມີ 31 ບ້ານ (64 ຄົນ)
  • ມືອງຫາດຊາຍຟອງ ມີ 24 ບ້ານ (37 ຄົນ)
  • ເມືອງ ສັງທອງ ມີ 06 ບ້ານ (07 ຄົນ)
  • ຕ່າງແຂວງ ມີ 05 ຄົນ

-ຫຼວງພະບາງ ມີ 123 ຄົນ ໃນ 38 ບ້ານ ແລະ 9 ເມືອງ 3

-ຈໍາປາສັກ ມີ 81 ຄົນ ໃນ 39 ບ້ານ ແລະ 10 ເມືອງ

-ໄຊຍະບູລີ ມີ 49 ຄົນ ໃນ 13 ບ້ານ ແລະ 1 ເມືອງ 5

-ອຸດົມໄຊ ມີ 26 ຄົນ ໃນ 9 ບ້ານ ແລະ 3 ເມືອງ

-ຫຼວງນ້ໍາທາ ມີ 19 ຄົນ ໃນ 8 ບ້ານ ແລະ 1 ເມືອງ

-ວຽງຈັນ ມີ 31 ຄົນ ໃນ 20 ບ້ານ ແລະ 6 ເມືອງ

– ບໍ່ແກ້ວ ມີ 52 ຄົນ ໃນ 8 ບ້ານ ແລະ 3 ເມືອງ

– ຜົ້ງສາລີ ມີ 86 ຄົນ ໃນ 15 ບ້ານ ແລະ 4 ເມືອງ 1

-ບໍລິຄໍາໄຊ ມີ 11 ຄົນ ໃນ 8 ບ້ານ ແລະ 2 ເມືອງ

– ເຊກອງ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ

– ສະຫວັນນະເຂດ ມີ 29 ຄົນ ໃນ 15 ບ້ານ ແລະ 3 ເມືອງ

– ຄໍາມ່ວນ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ

– ສາລະວັນ ມີ 23 ຄົນ ໃນ 7 ບ້ານ ແລະ 2 ເມືອງ

– ຫົວພັນ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

– ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

– ອັດຕະປື ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ