Home Blog Page 12

ລັດຖະບານລາວ ແລະ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການອຸດສາຫະກໍາໝູນວຽນ

ນິຄົມອຸດສາຫະກໍາ ລະດັບຊາດຂອງປະເທດລາວ ໄດ້ເລີ່ມດໍາເນີນງານຄວາມວ່ອງໄວ ອາຊີ-ໂປຕາສ ຈະສ້າງຄວາມມະຫັດສະຈັນໃຫ້ແກ່ລາວອີກຄັ້ງ

ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິະຍະ ອາຊີ-ໂປຕາສ ສາກົນ ຢ່າງຍິ່ງໃຫຍ່

ວັນທີ 24 ມີນາ 2023, ລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຈັດພິທິເຊັນບົດບັນທຶກຄວາມເຂົ້າໃຈ “ໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ” ຢູ່ທີ່ໂຮງແຮມແລນມາກ, ເຊິ່ງເປັນສັນຍາລັກໃຫ້ເຫັນໂຄງການ ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ທີ່ວິສາຫະກິດກະກຽມມາໄດ້ 1 ກວ່າປີນັ້ນ, ຈະເລີ່ມດໍາເນີນງານຢ່າງເປັນທາງການ ແລະ ຈັດຕັ້ງປະຕິບັດຢ່າງຮອບດ້ານ.

ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີໂປຕາສ ຈໍາກັດ ໄດ້ຕາງໜ້າສອງຝ່າຍລົງນາມເຊັນບົດບັນທຶກຄວາມເຂົ້າໃຈ. ເຊິ່ງມີ ພາກສ່ວນກ່ຽວຂ້ອງຕາງໜ້າພາກລັດເຊັ່ນ: ສະຖານທູດຈີນ ປະຈໍາ ສປປ ລາວ, ສໍານັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທະນາຄານ ແຫ່ງ ສປປ ລາວ, ຄະນະກໍາມະການຮ່ວມມື ລາວ-ຈີນ ແລະ ພາກສ່ວນຕາງໜ້າຂະແໜງການກ່ຽວຂ້ອງຕ່າງໆເຊັ່ນ: ສໍານັກຂ່າວ ຊິນຮວາປະຈໍາລາວ, ສະພາການຄ້າຈີນປະຈໍາລາວ, ສະພາຈີນ, ທະນາຄານ ອຸດສະຫະກໍາ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງ (ໄອຊີບີຊີ), ທະນາຄານ ສປ ຈີນ ສາຂານະຄອນຫຼວງ, ວິສາຫະກິດລາວ ແລະ ວິສາຫະກິດຈີນທີ່ມີຊື່ສຽງ ເຂົ້າຮ່ວມພິທິເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້.

ມີການລາຍງານວ່າ: ໂຄງການນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ໄດ້ກວມລວມການພັດທະນາແບບອຸດສາຫະກໍາ, ແບບຕົວເມືອງ ແລະ ການດຶງດູດການລົງທຶນຂອງປະເທດລາວ, ພ້ອມທັງຂະຫຍາຍໄປເຖິງການຫັນປ່ຽນກະສິກໍາດັ້ງ ເດີມໄປສູ່ກະສິກໍາທັນສະໄໝ, ຍັງຈະຊຸກຍູ້ການເລັ່ງພັດທະນາຂະແໜງການບໍລິການຢ່າງຮອບດ້ານ. ນິຄົມອຸດສາຫະກໍາແບ່ງເປັນ 3 ເຂດໃຫຍ່ຄື: ເຂດນິຄົມອຸດສາຫະກໍາປຸ໋ຍໂປຕາສ, ເຂດນິຄົມອຸດສາຫະກໍາອະໂປຕາສ ແລະ ຕົວເມືອງ ອາຊີ-ໂປຕາສ, ກວມເນື້ອທີ່ທັງໝົດ 2,000 ເຮັກຕາ, ຄາດຄະເນການລົງທຶນທັງໝົດສູງເຖິງ 4.31 ຕື້ໂດລາ, ເຊິ່ງຈະນໍາໃຊ້ທ່າແຮງດ້ານການສະໜັບສະໜູນຂອງລັດຖະບານ, ຊັບພະຍາກອນບໍ່ແຮ່, ພະລັງງານໄຟຟ້າ, ຕົ້ນທຶນແຮງງານ ແລະ ທີ່ດິນຢ່າງເຕັມທີ່, ເພື່ອຊຸກຍູ້ປະເທດລາວສ້າງເປັນຮູບແບບອຸດສາ ຫະກໍາທີ່ທົດແທນການນໍາເຂົ້າ ແລະ ສ້າງລາຍຮັບການສົ່ງອອກ.

ນິຄົມອຸດສາຫະກໍາປຸ໋ຍໂປຕາສ ແມ່ນອາໃສຊັບພະຍາກອນແຮ່ເກືອໂປຕາສຂອງວິສາຫະກິດ, ເລັ່ງການພັດທະນາອຸດສາຫະກໍາປຸ໋ຍໂປຕາສ ແລະ ບັນລຸກໍາລັງການຜະລິດປີ 2023 ຈໍານວນ 3 ລ້ານໂຕນ, ປີ 2025 ຈໍານວນ 5 ລ້ານໂຕນ ແລະ ວິໄສທັັດ ຈໍານວນ 10 ລ້ານໂຕນ, ພັດທະນາໃຫ້ວິສາຫະກິດກາຍເປັນວິສາຫະກິດປຸງແຕ່ງ ແລະ ຜະລິດອັນດັບທີ 1 ໃນອາຊີ, ເຮັດໃຫ້ປະເທດລາວກາຍເປັນຖານຜະລິດປຸ໋ຍໂປຕາສ ອັນດັບທີ 4 ໃນໂລກ.

ເຂດນິຄົມອຸດສາຫະກໍາອະໂປຕາສ ແມ່ນນໍາໃຊ້ຊັບພະຍາກອນທີ່ຕິດພັນແຮ່ເກືອໂປຕາສ, ຊັບພະຍາກອນແຮ່ຖ່ານຫີນ, ຊັບພະຍາກອນແຮ່ບົກຊິດ ແລະ ຊັບພະຍາ ກອນອື່ນໆ, ຜ່ານການດຶງດູດການລົງທຶນ, ພັດທະນາຊັບພະຍາກອນໃຫ້ຍືນຍົງ, ນໍາໃຊ້ຕ່ອງໂສ້ການສະໜອງຕ່ອງໂສ້ອຸດສາຫະກໍາ, ດໍາເນີນການຜະລິດທີ່ມີມູນຄ່າເພີ່ມສູງ ແລະ ລວມຜະລິດຕະພັນ, ສ້າງໂຮງງານໄຟຟ້ານໍາໃຊ້ເອງ+ຜະລິດໄຟຟ້າດ້ວຍພະລັງງານລົມ ຫລື ພະລັງງານແສງຕາເວັນ, ສ້າງທ່າແຮງພະລັງງານໄຟຟ້າໃນນິຄົມອຸດສາຫະກໍາ, ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ຊຸກຍູ້ການພັດທະນາຊັບພະຍາກອນບໍ່ແຮ່ຂອງປະເທດລາວ, ຊ່ວຍພັກດັນປະເທດລາວພັດທະນາຈາກປະເທດທີ່ມີຄວາມອຸດົມສົມບູນດ້ານຊັບພະຍາກອນໄປສູ່ປະເທດທີ່ມີອຸດສາຫະກໍາເຂັ້ມແຂງ.

ຕົວເມືອງ ອາຊີ-ໂປຕາສ ຜ່ານການກໍ່ສ້າງຕົວເມືອງທັນສະໄໝທີ່ກວມລວມຫຼາຍຟັງຊັນ, ລວມທັງການແພດ, ການສຶກສາ, ການຄ້າ, ກິລາ, ການບໍລິການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ, ໃນດ້ານໜຶ່ງ ແມ່ນເຮັດໃຫ້ປະຊາຊົນເຂົ້າມາໃນຕົວເມືອງ, ກໍ່ສ້າງໃຫ້ເປັນອຸດສາຫະກໍາສີມືແຮງງານ, ປົດປ່ອຍທ່າແຮງຕົ້ນທຶນແຮງງານ, ອີກດ້ານໜຶ່ງຈະເປັນການເປີດປະຕູສູ່ພາຍນອກເພື່ອສະແດງໃຫ້ເຫັນເຖີງສັກກະຍະພາບຂອງລາວ, ເພື່ອດຶງດູດນັກລົງທຶນ ແລະ ບຸກຄະລາກອນໃນທົ່ວໂລກເຂົ້າມາລວມຕົວ ແລະ ດໍາເນີນທຸລະກິດຢູ່ໃນປະເທດລາວ.

    ໃນພິທິເຊັນບົດບັນທຶກຄວາມເຂົ້າໃຈ, ທ່ານ ທົງຢົງເຮິງ (TONG YONGHENG) ກໍາມະການບໍລິຫານ ແລະ ຜູ້ຈັດການ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ກ່າວຄໍາປາໃສວ່າ: ນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສ ສາກົນ ເປັນແພັດຟອມການກໍ່ສ້າງແບບອຸດສາຫະກໍາ ແລະ ແບບຕົວເມືອງ, ຍັງເປັນແພັດຟອມທີ່ສະແດງທ່າແຮງການພັດທະນາຂອງປະເທດລາວ, ສະໜອງຄວາມມີຊີວິດຊີວາ-ພະລັງໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມລາວ, ພາຍໃຕ້ສະພາບການຖົດຖອຍຂອງເສດຖະກິດໂລກ ແລະ ຄວາມຂັດແຍ້ງດ້ານພູມລັດຖະສາດ, ທັງເປັນແພັດຟອມທີ່ຊ່ວຍໃຫ້ປະເທດລາວຈັບໂອກາດການພັດທະນາ, ຮັບເໝົາການຫັນປ່ຽນຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງໃນທົ່ວໂລກ, ຍິ່ງເປັນແພັດຟອມທີ່ລວບລວມບັນດາວິສາຫະກິດ ແລະ ບຸກຄະລາກອນທີ່ໂດດເດັ່ນໃນທົ່ວໂລກ ເຂົ້າມາດໍາເນີນການລົງທຶນລິເລີ່ມກິດຈະການ ແລະ ສະ ແຫວງຫາການພັດທະນາຮ່ວມກັນ.

    ພາຍຫຼັງໂຄງການສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊິ-ໂປຕາສ ສາກົນ ໄດ້ເຂົ້າເຖິງການຜະລິດແລ້ວ, ຄາດຄະເນ ທຸກໆປີຈະສາມາດສ້າງລາຍຮັບການເງິນ ຈໍານວນ 320 ລ້ານໂດລາໃຫ້ແກ່ປະເທດລາວ, ເພີ່ມສໍາຮອງຄັງເງິນຕາຕ່າງປະເທດປະມານ 1.7 ຕື້ໂດລາ, ຊຸກຍູ້ການມີວຽກເຮັດງານທໍາໃນທ້ອງຖິ່ນ 30,000-50,000 ຄົນ, ໃຫ້ການສະໜັບສະໜູນອັນສໍາຄັນໃນການພັດທະນາເສດຖະກິດ ແລະ ສັງຄົມລາວ ທີ່ມີຄຸນນະພາບສູງ, ມີບົດບາດສໍາຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ລາວ-ຈີນ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.

ພິທີປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ

ວັນທີ 4 ເມສາ 2023 ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃຫ້ກຽດເປັນປະທານ ແລະ ປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຄະນະຈັດຕັ້ງສູນກາງພັກ, ກົມກອງອ້ອມຂ້າງກະຊວງ, ຕະຫຼອດຮອດພະນັກງານຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນເຂົ້າຮ່ວມ.

ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ຜ່ານມະຕິຕົກລົງເລກທີ 326, 327, 328/ຄລສພ, ລົງວັນທີ 29 ມີນາ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການປະຈໍາພັກ, ກໍາມະການຄະນະພັກກະຊວງປ້ອງກັນຄວາມສະຫງົບ; ໃນນີ້, ບົ່ງຕົວແຕ່ງຕັ້ງ ສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ເປັນກຳມະການປະຈຳພັກ ກະຊວງປ້ອງ ກັນຄວາມສະຫງົບ, ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ ເປັນກຳມະການຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົຈວ ແອນ ອຸ່ນອານົງນຸດ ເປັນກຳມະການຄະນະພັກ ກະຊວງປ້ອງກັນຄວາມສະຫງົບ; ດໍາລັດ ສະບັບເລກທີ 151, 152, 153/ນຍ, ລົງວັນທີ 30 ມີນາ 2023 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ; ໃນນີ້, ແຕ່ງຕັ້ງ ພົຈວ ທອງສຸກ ຍ່າເອີລາວລີ ເປັນຫົວໜ້າກົມໃຫຍ່ພະລາທິການ ປກສ, ພັອ ເຄນທະວີໄຊ ເພັດພະນາ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ພັອ ບຸນລຽນ ສະອາດສີ ເປັນຫົວໜ້າກົມກວດກາ-ກວດການ ກະຊວງ ປກສ.

ໃນພິທີ, ທ່ານ ດອນ ໄພວົງ ຍັງໄດ້ຜ່ານລັດຖະດຳລັດ ສະບັບເລກທີ 039-042/ປປທ, ລົງວັນທີ 4 ເສມາ 2023 ວ່າດ້ວຍການເລື່ອນຊັ້ນພັນເອກ ຂຶ້ນ ຊັ້ນພົນຈັດຕະວາ ໃຫ້ນາຍຕຳຫຼວດ ຈໍານວນ 5 ສະຫາຍ ປະກອບມີ: ສະຫາຍ ສີສຸວັນ ທອງປະເສີດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ສະຫາຍ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ, ສະຫາຍ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ສະຫາຍ ຕູ່ຊົ່ງ ປັດໃຈ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ສະຫາຍ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ; ຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 154-187/ນຍ, ລົງວັນທີ 30 ມີນາ 2023 ວ່າດ້ວຍການເລື່ອນຊັ້ນ ພັນໂທ ຂຶ້ນຊັ້ນ ພັນເອກ ໃຫ້ນາຍຕໍາຫຼວດ ຈໍານວນ 34 ສະຫາຍ ຍິງ 4 ສະຫາຍ.

ແຫຼ່ງຂ່າວ ຄວາມສະຫງົບ

ບໍ່ມີທາງເລືອກ ຈຶ່ງຕ້ອງໄດ້ເລາະຂໍເງິນຄົນ

ຕາມການລາຍງານຂອງຜູ້ໃຊ້ເຟສບຸກຊື່ວ່າ: Anousone Phanpaseuth ໄດ້ໂພສຄລິບວີດີໂອ ເດັກນ້ອຍຄົນໜິ່ງ ເລະຂໍເງິນປະຊາຊົນຢູ່ປໍ້ານໍ້າມັນບ້ານນາເມືອງ ເມືອງນານ ແຂວງຫຼວງພະບາງ.

ເຊິ່ງຜູ້ກ່ຽວໄດ້ລະບຸວ່າ: ເຄີຍນັ່ງລົດລົງໄປວຽງຈັນຫຼາຍເທື່ອແລ້ວ ແລະ ມັກແວ່ເຂົ້າຫ້ອງນໍ້າ ປໍ້ານໍ້າມັນແຫ່ງນີ້ ແລະ ຈະມັກເຫັນເດັກນ້ອຍຜູ້ນີ້ມາຂໍເງີນຕະຫຼອດ ແຕ່ມາວັນທີ່ 3 ເມສາ(4) 2023 ເວລາ 13ໂມງ25 ນາທີ ເທື່ອນີ້ມາເຫັນໃນສະພາບທີ່ນະມອມແມ໋ມ ແລະ ມີບາດແຜເຕັມໂຕເລີຍຖາມກົກປາຍສາຍເຫດ ຈຶ່ງໄດ້ຮູ້ວ່າທີ່ບາດເຈັບມາ ລາວໄດ້ບອກວ່າຖຶກພໍ່ຕີ ຍ້ອນມາຂໍເງີນໄປໃຫ້ພໍ່ບໍ່ໄດ້ ພໍ່ແມ່ນກິນຢາ ແມ່ໜີປະ ເພີ່ນກໍເລີຍໄປຖາມຄົນອ້ອມແອມແຖວນັ້ນວ່າເເມ່ນຄວາມຈິ່ງແທ້ບໍ ເຂົາເຈົ້າກະຕອບເປັນສຽງດຽວກັນວ່າຖຶກພໍ່ຕີຕະຫຼອດຖ້າຫາກມາຂໍເງີນນຳລົດທີ່ພາແຂກມາແວ່ເຂົ້າຫ້ອງນໍ້າຢູ່ທີ່ນີ້ບໍ່ໄດ້

ສະນັ້ນຈຶ່ງຮຽກຮ້ອງໃຫ້ອົງການຈັດຕັ້ງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງລົງໄປຊ່ອຍເຫຼືອແກ້ໄຂບັນຫາເດັກນ້ອຍຜູ້ນີ້ແດ່ທ້ອນ.

ລະມັດລະວັງໂດຍສະເພາະຊ່ວງຍາມແລ້ງ

ຊ່ວງລະດູແລ້ງມານີ້ ສັງເກດເຫັນວ່າມີເຫດອັກຄີໄພ ແລະ ໄຟໄໝ້ລາມປ່່າເກີດຂຶ້ນທຸກມື້,

ຂໍໃຫ້ທຸກຄົນມີສະຕິລະວັງໂຕຕໍ່ອັກຄີໄພທີ່ອາດຈະເກີດຂຶ້ນໄດ້ຕະຫຼອດເວລາ,

ລົດບັນທຸກຕຳເດັກນ້ອຍເຂດບ້ານ ບ້ານພູສະຫວັນ,​ເມືອງໄຊ, ແຂວງອຸດົມໄຊ

ເຫດລົດບັນທຸກເດັກທີ່ກຳລັງຍ່າງຢູ່ແຄມທາງ

ເຫດເກີດຕອນສວາຍຂອງມື້ນີ້ ໃນວັນທີ23/3/2023 ເຊິ່ງຜູ້ເຫັນເຫດການໄດ້ໃຫ້ຮູ້ວ່າ: ມີສອງເອື້ອຍນ້ອງຍາງໄປໂຮຽຮງນຫຼັງເລີກຮຽນຕອນບາຍປະມານ 11:30ໂມງທັງສອງກໍໄດ້ຍາງກັບເຮືອນເພື່ອມາກີນເຂົ້າສວຍກ່ອນຈືງກັບໄປໂຮຽຮງນແຕ່ພໍມາຮອດກາງທາງມີລົດ22ລໍ້ແກໝາກແຕງໂມແລ່ນໂດຍຄວາມໄວຈືງເຮັດໃຫ້ເກີດອຸປະຕິເຫດຕຳຜູ້ເປັນນ້ອງເສຍຊີວິດຄາທີ່.

ຈຸດເກີດເຫດຢູ່ທີບ້ານພູສະຫວັນ,​ເມືອງໄຊ, ແຂວງອຸດົມໄຊ

ຊີ້ແຈງສາເຫດກໍລະນີຂົວຫ້ວຍກັນຈານ ເມືອງສະໜາມໄຊ ‘’ຫັກ’’

ຫົວໜ້າໂຄງການກໍ່ສ້າງເສັ້ນທາງ 18 A ໄລຍະ 1 ພະແນກ ຍທຂ ຊີ້ແຈງກໍລະນີຂົວຫ້ວຍກັນຈານ ເມືອງສະໜາມໄຊ ‘’ຫັກ’’

ທ່ານ. ບົວໄຂ ຊາວພູທອນ ຫົວໜ້າໂຄງການ ກໍ່ສ້າງເສັ້ນທາງ 18 A ໄລຍະ 1 ພະແນກ ຍທຂ ແຂວງ ອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງໃນຄັ້ງວັນທີ 22 ມີນາ 2023 ນີ້ວ່າ: ໂດຍອີງໃສ່ບົດບັນທຶກລະຫວ່າງພະແນກ ໂຍທາທິການແລະ ຂົນສົ່ງແຂວງ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ບັນທຶກລົງໃນວັນທີ 10 ມີນາ 2023​ ເລື່ອງການຄົ້ນຄວ້າປຶກສາຫາລືກ່ຽວກັບການຂົນສົ່ງໄມ້ທ່ອນອອກຈາກສະໜາມ 2 ເຂົ້າໂຮງງານ ໂດຍແມ່ນໄມ້ທ່ອນທີ່ຮັບການອະນຸຍາດຂຸດຄົ້ນຈາກເຂດແລ້ວນໍ້າທີ່ຮັບຜົນກະທົບຈາກເຂືອນເຊປຽນ-ເຊນໍ້ານ້ອຍແຕກໃນຄັ້ງວັນທີ 23 ເດືອນ ກໍລະກົດ ປີ 2018 ຜ່ານມາ, ເຊິ່ງມີບໍລິມາດຂົນສົ່ງໄມ້ທ່ອນທັງໝົດ 94 ພັນແມັດກ້ອນ, ໃນນັ້ນ, ມີໄມ້ເຂດເມືອງສະະໜາມໄຊ 79 ພັນເມັດກ້ອນ ແລະ ເຫັນດີຂົນສົ່ງຜ່ານເສັ້ນທາງດິນແດງທາງຫລວງທ້ອງຖິ່ນ 9004 ແລະ ທາງຫລວງ 18 A .ໃນເວລາຂົນສົ່ງຫາກກໍລະນີມີຂົວຫັກ, ເສັ້ນທາງເປ້ເພເສຍຫາຍ ບໍ່ສາມາດສັນຈອນໄດ້ແມ່ນມອບໃຫ້ບໍລິສັດຂົນສົ່ງເປັນຜູ້ຮັບຜິດຊອບສ້ອມແປງທັງໝົດ ແລະ ມອບໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ ຂຶ້ນໄມ້ທ່ອນແຕ່ລະຄັນບໍ່ໃຫ້ເກີນ 25 ແມັດກ້ອນຕໍ່ຄັນ, ສໍາລັບລົດປະເພດ 22 ລໍ້, ໃນເວລາອອກຂົນສົ່ງໃຫ້ຫຸ້ມຫໍດ້ວຍຜ້າບັດ, ສ່ວນລົດປະເພດ ຫົວລາກ 10,12, ແລະ 14 ລໍ້ ແມ່ນບໍ່ອະນຸຍາດຂົນສົ່ງຢ່າງເດັດຂາດ, ສ່ວນຂົວເຫຼັກແຕ່ລະຈຸດຮັບນໍ້າໜັກໄດ້ພຽງ 30 ໂຕນ. ມອບໃຫ້ຂະແໜງຂົນສົ່ງ ຮ່ວມກັບຫ້ອງການ ຍທຂ ເມືອງ ສະໜາມໄຊ ລົງກວດກາໃນການຂົນສົ່ງໄມ້ທ່ອນ ໃຫ້ຖືກຕ້ອງຕາມການອະນຸຍາດ ແລະ ການຂົນສົ່ງໄມ້ທ່ອນແມ່ນໃຫ້ຢຸດເຊົາໃນວັນທີ 30 ພຶດສະພາ ປີ 2023.

ສາເຫດທີ່ພາໃຫ້ຂົວຫັກ ແມ່ນຍ້ອນການຂົນສົ່ງໄມ້ເກີນບໍລິມາດຕາມທີ່ໄດ້ກໍານົດໄວ້ໃນບົດບັນທຶກສະບັບນີ້, ສ່ວນຂົວຫ້ວຍກັນຈານດັ່ງກ່າວແມ່ນເປັນຂົວເຫຼັກທີ່ໄດ້ຮັບການສະໜູນຊ່ວຍເຫລືອກໍ່ສ້າງຈາກໂຄງການທາງລົດໄຟລາວ-ຈີນ, ໃນປີ 2018 ມີລວງຍາວ 30 ແມັດ ແລະ ລວງກວ້າງ 6 ແມັດ ມາຮອດວັນທີ 20 ມີນາ 2023 ແມ່ນໄດ້ຫັກ ແລະ ໄດ້ຮັບຄວາມເສຍຫລາຍສົມຄວນ.

ປັດຈຸບັນທາງບໍລິສັດກໍໄດ້ມີຄວາມຮັບຜິດຊອບ ແລະ ມີຄວາມພ້ອມໃນການກໍ່ສ້າງສ້ອມແປງຄືນເປັນຕົ້ນ: ປັດຈຸບັນໄດ້ຮີບຮ້ອນເລັ່ງມືກໍ່ສ້າງຖົມທາງເວັ້ນ ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ ແລະ ການສັນຈອນໄປມາຂອງປະຊາຊົນໄດ້ສໍາເລັດ ແລະ ພ້ອມທີ່ຈະປັງປຸງກໍ່ສ້າງຄືນໃໝ່ຂົວເຫຼັກທີ່ຫັກນັ້ນໃຫ້ທັນຮັບໃຊ້ປະຊາຊົນກ່ອນຊ້ວງລະດູຝົນປີ 2023 ນີ້.

ສະນັ້ນ, ຂໍຮຽກຮ້ອງ ແລະ ຝາກເຖິງພໍ່ແມ່ປະຊາຊົນ ແລະ ສັງຄົມທຸກທົ່ວໜ້າທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີຄວາມເຂົ້າໃຈ ແລະ ມີສະຕິໃນການຕິດຕາມ, ຮັບຟັງຂໍ້ມູນຂ່າວສານທີ່ມີຈິງ ໂດຍສະເພາະແມ່ນສື່ສັງຄົມອອນລາຍ ທີ່ບໍ່ເປັນທາງການຂໍໃຫ້ການບໍລິໂພກຢ່າງມີສະຕິ ແລະ ໃຫ້ກຽດເຊິ່ງກັນ ແລະ ກັນ.

ແຫຼ່ງຂ່າວ: ຂ່າວສານອອນລາຍ ອັດຕະປື

ທ່ານ ທອງລຸນ ສີສຸລິດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ

ວັນທີ 22 ມີນາ 2023 ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄໍາມ່ວນ ໂດຍໃຫ້ການຕ້ອນຮັບຈາກທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນໍາຂອງແຂວງ, ການນໍາຂອງເມືອງເຂົ້າຮ່ວມ.

ພ້ອມນີ້ຄະນະທ່ານປະທານປະເທດໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະພໍ່ແມ່ປະຊາຊົນບ້ານຜັກອີ່ຕູ່ ເມືອງ ໜອງບົກ ເຊິ່ງໄດ້ຮັບຟັງການລາຍງານສະພາບການພັດທະນາ ແລະ ບາງວຽກງານທີ່ໄດ້ຮັບການຈັດຕັ້ງປະຕິບັດຢູ່ໃນເມືອງໜອງບົກ ໃນໄລຍະຜ່ານມາ ແລະ ສະພາບການພັດທະນາບ້ານຜັກອີ່ຕູ່. ເຊິ່ງຄະພັກ, ຄະນະການຈັດຕັ້ງບ້ານ ໄດ້ສຸມໃສ່ນໍາພາປະຊາຊົນພັດທະນາພື້ນຖານໂຄງລ່າງ ໂດຍສະເພາະເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານ, ເສັ້ນທາງໄປສູ່ພື້ນທີ່ການຜະລິດຂອງປະຊາຊົນ ໃຫ້ສາມາດທຽວໄດ້ທັງສອງລະດູ. ບ້ານຜັກອີ່ຕູ່ ມີເນື້ອທີ່ທັງໝົດ 190 ເຮັກຕາ, ໃນນີ້ເນື້ອທີ່ການຜະລິດ 187 ເຮັກຕາ, ມີ 81 ຄອບຄົວ, ພົນລະເມືອງ 409 ຄົນ. ໃນປີ 2022 ປະຊາຊົນພາຍໃນບ້ານໄດ້ສຸມໃສ່ຜະລິດເຂົ້ານາປີໄດ້ 149 ເຮັກຕາ, ນາແຊງ 139 ເຮັກຕາ, ຜົນຜະລິດລວມໄດ້ 1.152 ໂຕ່ນ, ສະເລ່ຍໄດ້ 1.816 ກິໂລຕໍ່ຄົນຕໍ່ປີ ແລະ ໄດ້ຂາຍເປັນສິນຄ້າ 868 ໂຕ່ນ ລວມມູນຄ່າ 5,4 ຕື້ກວ່າກີບ ພ້ອມນີ້ຍັງໄດ້ປູກສາລີ ແລະ ພືດຜັກອື່ນໆຢ່າງເປັນຂະບວນຟົດຟື້ນ. ຈາກນັ້ນຄະນະຂອງທ່ານປະທານປະເທດກໍ່ໄດ້ເດີນທາງຢ້ຽມຢາມການລ້ຽງປາໃສ່ກະຊັງ ທີ່ບ້ານຈອມແຈ້ງ ເມືອງທ່າແຂກ ແລະ ເຂົ້າກາບໄຫວ້ຫໍຈາລຶກປະຫວັດສາດ ບັ້ນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ພ້ອມຊົມງານວາງສະແດງ ແລະ ຈໍາໜ່າຍສິນຄ້າຢູ່ບໍລິເວນຫໍຈາລຶກດັ່ງກ່າວ.

ໂອກາດດຽວກັນທ່ານປະທານປະເທດ ກໍ່ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳແກ່ພາກສ່ວນກ່ຽວຂ້ອງ ໃຫ້ເພີ່ມທະວີຄວາມເອົາໃຈໃສ່ບາງດ້ານເປັນຕົ້ນ: ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບ້ານຜັກອີ່ຕູ່ ປູກພືດຜັກປອດສານຜິດ ເພື່ອສົ່ງຂາຍຕະຫຼາດທີ່ເຫັນວ່າສັງຄົມມີຄວາມຕ້ອງການສູງ ແລະ ໄດ້ລາຄາດີກວ່າ, ຫຼຸດຜ່ອນການນຳເຂົ້າພືດຜັກຈາກບ່ອນອື່ນ ຫຼື ຈາກປະເທດໃກ້ຄຽງ ພ້ອມທັງມີການຄົ້ນຄວ້າປູກພືດຜັກທີ່ໃຊ້ນໍ້າໜ້ອຍ ແຕ່ໄດ້ຜົນຕອບຮັບທີ່ສູງ ເພື່ອປະຢັດຕົ້ນທຶນການຜະລິດລົງ, ມອບໃຫ້ກະຊວງກ່ຽວຂ້ອງສຶກສາຄົ້ນຄວ້າ ເພື່ອເຮັດແນວໃດໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເຖິງສິ່ງອຳນວຍຄວາມສະດວກໃນການຜະລິດ ທີ່ມີຕົ້ນທຶນທີ່ຕໍ່າ ໂດຍສະເພາະເຄື່ອງກົນຈັກ, ລາຄາປຸ໋ຍ ແລະ ອື່ນໆ, ຄະນະນຳຂອງເມືອງ, ບ້ານ ໃຫ້ເອົາໃຈໃສ່ຮັກສາມູນເຊື້ອວິລະຊົນ, ມູນເຊື້ອປະຕິວັດ, ເຮັດໃຫ້ປະຊາຊົນມີຢູ່ມີກິນ ແລະ ເປັນເຈົ້າການປົກປ້ອງເຂດນໍ້າແດນດິນຂອງຕົນຢ່າງເປັນເຈົ້າການ, ເຮັດໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແລະ ຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຕໍ່ຕ້ານບັນດາປະກົດການຫຍໍ້ທໍ້ ແລະ ກຸ່ມຄົນທີ່ບໍ່ດີ ທີ່ຫວັງມ້າງເພທຳລາຍ ສ້າງຄວາມແຕກແຍກໃນລະບົບການຈັດຕັ້ງຕ່າງໆ, ສຶກສາອົບຮົມລູກຫຼານ-ເຍົາວະຊົນ ຢ່າໃຫ້ຫຼົງມົວເມົານຳຢາເສບຕິດ ແລະ ສຶກສາອົບຮົມໃຫ້ເຂົາເຈົ້າເສບຂໍ້ມມູນຂ່າວສານຈາກສື່ອອນລາຍທີ່ມີຜົນປະໂຫຍດ, ມີການແຂ່ງຂັນພັດທະນາທາງດ້ານການຜະລິດໃຫ້ມີຄວາມແຂງແຮງ ແລະ ສ້າງໃຫ້ເປັນແບບຢ່າງໃຫ້ແກ່ບັນດາເມືອງ ແລະ ແຂວງອື່ນໆ, ມອບໃຫ້ກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ສົມທົບກັບຜູ້ປະກອບການ ສຶກສາຄົ້ນຄວ້າ ໃນການເພາະພັນລູກປາ ເພື່ອລ້ຽງຕອບສະໜອງໃຫ້ແກ່ຕະຫຼາດພາຍໃນ ແລະ ຫຼີກລ້ຽງການນຳເຂົ້າລູກປາຈາກບ່ອນອື່ນ ທັງເປັນການປະຢັດຕົ້ນທຶນ ແລະ ເພີ່ມກຳໄລໃຫ້ແກ່ຜູ້ປະກອບການ.

ໂອກາດດຽວກັນທ່ານປະທານປະເທດ ກໍ່ຍັງໄດ້ໂອ້ລົມໃຫ້ທິດຊີ້ນຳແກ່ການນຳຂອງແຂວງ ຢູ່ທີ່ເຮືອນຮັບແຂກ ເລກ 1 ເພື່ອເຮັດໃຫ້ການບໍລິຫານວຽກງານຕ່າງໆຢູ່ພາຍໃນແຂວງຄຳມ່ວນ ໄດ້ຮັບການພັດທະນາ ແລະ ມີບາດກ້າວຂະຫຍາຍຕົວສູງຂຶ້ນກວ່າເກົ່າ.

ແຫຼ່ງຂ່າວ-ພາບ: Media Laos

ຊົມເຊີຍນ້ຳໃຈວັນທີ 21 ມີນາ ຢ່າງສຸດໃຈ ຄົບຮອບ 77 ປີ

ວັນທີ 21 ມີນາ ເປັນວັນນັກຮົບເສຍອົງຄະ ແລະ ສະລະຊີວິດ ເພື່ອປະເທດຊາດ ຊຶ່ງໃນປີນີ້ໄດ້ໝູນວຽນມາບັນຈົບ ຄົບຮອບ 77 ປີ (21 ມີນາ 1946-21 ມີນາ 2023). ໃນປະຫວັດສາດ, ຊາດລາວເຮົາເປັນຊາດໜຶ່ງທີ່ມີປະຫວັດການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຢູ່ໃນຜືນແຜ່ນດິນຕອນນີ້ ຊຶ່ງຖືກຈາລຶກໄວ້ໄດ້ຫລາຍພັນປີມາແລ້ວ; ບັນພະ ບຸລຸດ ແລະ ປະຊາຊົນລາວຜູ້ຮັກຊາດ ໄດ້ສືບຕໍ່ປົກປັກຮັກສາ ແລະ ສ້າງສາ ສືບທອດກັນມາຫລາຍເຊັ່ນຄົນ. ໃນປະຫວັດສາດອັນຍາວນານນັ້ນ, ຊາດລາວເຮົາບໍ່ເຄີຍຮຸກຮານປະເທດອື່ນ, ມີແຕ່ປະເທດອື່ນເຂົ້າມາລົບກວນຮຸກຮານ ຍ້ອນແນວນັ້ນຊາດລາວເຮົາຈຶ່ງໄດ້ລຸກຂຶ້ນຕ້ານຜູ້ຮຸກຮານ ແລະ ການຢຶດຄອງຂອງຕ່າງດ້າວເລື້ອຍໆມາ ເພື່ອປົກປັກຮັກສາປິຕຸພູມອັນແສນຮັກເອົາໄວ້.

ເມື່ອຫວນຄືນປະຫວັດສາດກ່ອນນີ້ 77 ປີ, ຊາດລາວເຮົາ ໄດ້ເກີດເຫດການສຳຄັນທີ່ຄົນລາວບໍ່ອາດລືມລົງໄດ້ ນັ້ນແມ່ນເຫດການທີ່ນັກຮົບປ້ອງກັນຕົວເມືອງທ່າແຂກ ຜູ້ພິລະອາດຫານ ໄດ້ອຸທິດຕົນຕໍ່ສູ້ເອົາເປັນເອົາຕາຍຕ້ານພວກຈັກກະພັດຕ່າງດ້າວທີ່ເຂົ້າມາບຸກລຸກຮຸກຮານ ແລະ ຢຶດຄອງລາວ ກັບບັນດາປະເທດໃນອິນດູຈີນ ເຫດການຄັ້ງນັ້ນຈົບລົງດ້ວຍການປາບປາມອັນໂຫດຮ້າຍປ່າເຖື່ອນທີ່ສຸດຂອງພວກລ່າເມືອງຂຶ້ນແບບເກົ່າ ຊຶ່ງມີຜູ້ບາດເຈັບ ແລະ ເສຍຊີວິດເປັນຈຳນວນຫລວງຫລາຍ. ຫລັງຈາກເຫດການນັ້ນ ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ໂດຍພາຍໃຕ້ການນຳພາຂອງພັກແຄວ້ນລາວ ກໍ່ໄດ້ຫັນກຳລັງອອກສູ່ຊົນນະບົດ, ກໍ່ສ້າງທີ່ໝັ້ນປະຕິວັດ, ປັບປຸງກໍ່ສ້າງ ແລະ ຂະຫຍາຍກຳລັງ, ດຳເນີນການຕໍ່ສູ້ຍືດເຍື້ອຍາວນານ ຍາດເອົາໄຊຊະນະເປັນແຕ່ລະບາດກ້າວ, ສ້າງເງື່ອນໄຂເພື່ອກ້າວຂຶ້ນປົດປ່ອຍຊາດຢ່າງ ສົມບູນໃນເວລາຕໍ່ມາ. ພາຍຫລັງພັກປະຊາຊົນລາວ (ຕໍ່ມາປ່ຽນເປັນພັກປະຊາຊົນ ປະຕິວັດລາວ)ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ກໍ່ໄດ້ສືບຕໍ່ນຳພາຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຢ່າງພິລະອາດຫານ, ລະອິດລະອ້ຽວ ທໍລະຫົດອົດທົນ, ເຕັມໄປດ້ວຍຄວາມເສຍສະຫລະຕະຫລອດ ຈົນສາມາດຍາດເອົາໄຊຊະນະຢ່າງສົມບູນ, ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນແບບໃໝ່, ລົບລ້າງລະບອບສັກດີນາຫລ້າຫລັງ ແລ້ວສ້າງລະບອບໃໝ່-ລະບອບປະຊາທິປະໄຕປະຊາຊົນ ແລະ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເອກອ້າງທະນົງໃຈ ແລະ ສະຫງ່າລາສີ ໃນວັນທີ 2 ທັນວາ ປີ 1975 .

ຂະບວນການຕໍ່ສູ້ຂອງປະຊາຊົນລາວພວກເຮົາ ໄດ້ມີມາແຕ່ສະຕະວັດທີ 14, ແຕ່ລະໄລຍະກໍມີການສູ້ຮົບ, ມີການບາດເຈັບ, ເສຍອົງຄະ ແລະ ເສຍຊີວິດ, ໄລຍະທີ່ດຸເດືອດ ຂ້ຽວຂາດ ເປັນຕາຍກວ່າຫມູ່ແມ່ນໄລຍະສົງຄາມຕ້ານຈັກກະພັດອາເມລິກາແຕ່ປີ 1955-1973. ຕະຫລອດໄລຍະແຫ່ງການນຳພາຕໍ່ສູ້ອັນລະອິດລະອ້ຽວ ແຕ່ມີກຽດສະຫງ່າງາມຂອງພັກປະຊາຊົນ ລາວ ກໍຄືລັດຖະບານລາວອິດສະລະໃນເມື່ອກ່ອນ ຊຶ່ງປັດຈຸບັນເປັນພັກປະຊາຊົນ ປະຕິວັດລາວ ແລະ ລັດຖະບານປະຕິວັດຂອງພວກເຮົາ ກໍໄດ້ຖືສຳຄັນການເອົາໃຈໃສ່ເບິ່ງແຍງບັນດານັກຮົບປະຕິວັດທີ່ໄດ້ຮັບບາດເຈັບເສຍອົງຄະ, ຍ້ອນແນວນັ້ນ ລັດຖະບານ ຈຶ່ງໄດ້ອອກດຳລັດຮັບຮອງເອົາວັນທີ 21 ມີນາ 1946 ເປັນວັນ ນັກຮົບເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ. ຂະບວນການຕໍ່ສູ້ຂອງປະຊາຊົນລາວເຮົາ ກັບສັກດີນາ ແລະ ພວກລ່າເມືອງຂຶ້ນຕ່າງດ້າວ ທີ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວ ເຕັມໄປດ້ວຍຄວາມເສຍສະລະເລືອດເນື້ອ ແລະ ຊີວິດ ເພື່ອອຸທິດໃຫ້ແກ່ຜືນແຜ່ນດິນອັນແສນຮັກ ເດັດຂາດບໍ່ຍອມເປັນຂ້ອຍຂ້າມ້າໃຊ້ໃຫ້ແກ່ຜູ້ຮຸກຮານ.

ໃນໂອກາດອັນສຳຄັນນີ້ ພວກເຮົາຈົ່ງພ້ອມກັນເຊີດຊູ ແລະ ສືບທອດ ນ້ຳໃຈເສຍສະລະ ຂອງບັນພະບຸລຸດ, ນັກປະຕິວັດລຸ້ນກ່ອນ ທີ່ໄດ້ເສຍສະລະເລືອດເນື້ອ -ຊີວິດ ເພື່ອໃຫ້ປະເທດຊາດຂອງພວກເຮົາດຳລົງຢູ່ມາເທົ່າທຸກວັນນີ້ ດ້ວຍການຍົກສູງນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຊາດເຮົາ; ພ້ອມກັນອຸທິດຕົນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງຕັ້ງໜ້າ ເພື່ອນຳເອົາປະເທດລາວເຮົາ ກ້າວສູ່ຄວາມສີວິໄລ ຕາມຈຸດໝາຍກ້າວສູ່ສັງຄົມນິຍົມ ໃຫ້ສຳເລັດຜົນເປັນກ້າວໆ.

ນ້ຳໃຈ ວັນທີ 21 ມີນາ ໝັ້ນຍືນ !

ເຫດລົດລົ້ມເສຍຊີວິດຄາທີ່ ເຂດບ້ານຈຽມປາງ ເມືອງຫາດຊາຍຟອງ​

ຕາມການລາຍງານຈາກ ໜ່ວຍກູ້ໄພຊ່ວຍເຫຼືອຜູ້ດ້ອຍໂອກາດ ຈຸດບ້ານຫ້ອມ ໃຫ້ຮູ້ວ່າ: ໃນເວລາ 20:28 ນາທີ ຂອງວັນອາທິດ ໄດ້ຮັບແຈ້ງເຫດຈາກປະຊາຊົນ ຜ່ານເບີ 020 22985558 ວ່າມີລົດລົ້ມຢູ່ທາງໂຄ້ງ ບ້ານຈຽມປາງ​ ເມືອງຫາດຊາຍຟອງ​ ນະຄອນຫຼວງວຽວຈັນ ເມື່ອກູ້ໄພໄປເຖິງຈຸດເກີດເຫດກໍພົບລົດຈັກ 1 ຄັນ ແລະ ພົບຄົນເສຍຊີິວິດຄາທີ່ ຜ່ານການກວດສອບຮ່າງກາຍ ແມ່ນຄົນເຈັບຖືກກະທົບໜ້າ ແລະ ຫົວເບື້ອງຂວາຢ່າງຮຸນແຮງ.

ສຳລັບສົບຜູ້ເສຍຊີວິດແມ່ນທາງຍາດພີ່ນ້ອງໄດ້ມາຮັບເອົາທີ່ຈຸດເກີດເຫດ ພ້ອມນຳໄປປະຕິບັດພິທີທາງສາສະໜາຕໍ່ໄປ.

mde

ຂໍສະແດງຄວາມເສຍໃຈກັບເຫດການຄັ້ງນີ້.

ພິທີ ເຊັນສັນຍາ ການຮ່ວມມືຍຸດທະສາດທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ

ພິທີ ເຊັນສັນຍາ ການຮ່ວມມືຍຸດທະສາດທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 24 ກຸມພາ 2023 ທີ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຄືອຂ່າຍອັນດັບ 1 ຂອງລາວ ໂດຍການເຂົ້າຮ່ວມຂອງທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປະຖົມພົບ ສຸວັນສິລິ ປະທານເຈົ້າຫນ້າທີ່ບໍລິຫານ ບໍລິສັດ ໄທຄົມ ຈຳກັດ (ມະຫາຊົນ), ຮອງປະທານ ສະພາຜູ້ຖືຫຸ້ນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະກຳມະການ ສະພາຜູ້ຖືຫຸ້ນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະ​ຜູ້​ບໍລິຫານ ບໍລິສັດ ໄທຄົມ ຈຳກັດ (ມະຫາຊົນ), ຄະນະ​ຜູ້​ບໍລິຫານ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ແລະ ວິຊາການທັງສອງຝ່າຍ ໃຫ້ກຽດລົງນາມໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ນາງ ສຸດາລັດ ນຽມຊາວນາ ຜູ້ຈັດການສ່ວນງານຂາຍການຕະຫຼາດ ກຸ່ມປະເທດ CLMV (ປະເທດ ກໍາປູເຈຍ, ສປປ ລາວ, ປະເທດມຽນມາ ແລະ ສສ ຫວຽດນາມ) ບໍລິສັດ ໄທຄົມ ຈຳກັດ (ມະຫາຊົນ).

ຈຸດປະສົງຂອງພິທີໃນຄັ້ງນີ້ແມ່ນ ເພື່ອບັນທືກຄວາມເຂົ້າໃຈ ການຮ່ວມມືຍຸດທະສາດທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ລະຫວ່າງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ໄທຄົມ ຈໍາກັດ (ມະຫາຊົນ) ເຊິ່ງເປັນທຸລະກິດໃຫມ່ ທີ່ທັ້ງສອງບໍລີສັດຈະຮ່ວມມືກັນ ເພື່ອນຳເອົາເຂົ້າມາໃຫ້ບໍລິການໃນ ສປປ ລາວ ພາຍໃຕ້ໂຄງການ “ການວິເຄາະຂໍ້ມູນພູມສາດ ແລະ ເຕັກໂນໂລຊີ ອາວະກາດ (Geospatial Data Analytics and Space Technology Project)” ເປັນໂຄງການທີ່ ປະສົມປະສານລວມເອົາ ການບໍລິການຂອງ ດາວທຽມສໍາຫລວດຊັບພະຍາກອນ ມາໃຊ້ຮ່ວມກັບການວິເຄາະຂໍ້ມູນ ໃຫ້ຍູ່ເທິງດິຈິຕອນແພົດຟອມ (Digital Platform) ເຊິ່ງຖືວ່າເປັນນະວັດຕະກໍາຮູບແບບໃຫມ່ ທີ່ເອົາຮູບພາບຖ່າຍ ຫຼື ຜົນການສໍາຫຼວດຈາກ ດາວທຽມສໍາຫລວດຊັບພະຍາກອນ ມາວິເຄາະເທິງແພົດຟອມ ເພື່ອໃຊ້ເຂົ້າໃນການປະເມີນຜົນໃນດ້ານຂົງເຂດຕ່າງໆ ເຊົ່ນ: ການວິເຄາະພື້ນທີ່ປ່າໄມ້, ການປະເມີນການກັກເກັບກາກບອນໃນຂະແໜງປ່າໄມ້ (Carbon Credit), ການນໍາໃຊ້ປະໂຍດພື້ນທີ່ດິນ, ການວິເຄາະຂໍ້ມູນເຊິງພື້ນທີ່ດ້ານການກະສິກໍາທີ່ຊັດເຈນ, ລວມທັງການປະສົມປະສານກັບການບໍລິການດ້ານເຕັກໂນໂລຊີດິຈິຕອລອື່ນໆ ຂອງບໍລິສັດໃນ ກຸ່ມບໍລິສັດ ໄທຄົມ

ລາວ ໂທລະຄົມ ເປັນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ອັນດັບ 1 ໃນ ສປປ ລາວ ເຊິ່ງມີທັງບຸກຄະລາກອນ ແລະ ເທັກໂນໂລຍີ ທີ່ສາມາດຂະຫຍາຍໄປສູ່ການບໍລິການອື່ນໆ ໄດ້ຢ່າງຫລາກຫຼາຍ

ການຮ່ວມມືທາງທຸລະກິດພາຍໃຕ້ໂຄງການນີ້ ທັ້ງສອງບໍລິສັດ ເຊື່ອຫມັ້ນວ່າ ຈະເປັນໂອກາດອັນດີ ໃນການຮ່ວມມືກັນເພື່ອພັດທະນາຜະລິດຕະພັນແລະນໍາເອົາການບໍລິການໃຫມ່ ທາງດ້ານເຕັກໂນໂລຊີອາວະກາດ ເຂົ້າມາໃຫ້ບໍລິການແກ່ສັງຄົມ ທັ້ງພາກລັດ ແລະ ພາກທຸລະກິດ ໃນ ສປປ ລາວ.