Home Blog Page 11

ເກັບລາຍຮັບເຂົ້າງົບປະມານໄດ້ 292,26 ຕື້ກວ່າກີບ ໃນງວດທີ I

ດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ ງວດ I ເກັບລາຍຮັບເຂົ້າງົບປະມານໄດ້ 292,26 ຕື້ກວ່າກີບ

ດ່ານພາສີສາກົນວັງເຕົ່າ ຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານໜຶ່ງທີ່ມີຊາຍແດນຕິດຈອດທາງບົກ ກັບດ່ານຊ່ອງເມັກ ອໍາເພີສີລິນທອນ ຈັງວັດອຸບົນລາດຊະທານີ ປະເທດໄທ, ໂຄງປະກອບກົງຈັກການຈັດຕັ້ງເປັນເສ ນາທິການໃຫ້ພາສີປະຈໍາແຂວງ, ໂຄສະນາເຜີຍແຜ່ຈັດຕັ້ງປະຕິບັດລະບຽບ, ກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບວຽກງານພາສີຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ບໍລິການອໍານວຍຄວາມສະດວກໃຫ້ແກ່ບໍລິສັດ, ຜູ້ປະກອບການໃນການນໍາເຂົ້າ-ສົ່ງອອກ, ສິນຄ້າເຄື່ອງຂອງຜ່ານດ່ານຢ່າງຖືກຕ້ອງໂປ່ງໃສ, ສະກັດກັ້ນທຸກການລະເມີດກົດໝາຍ ແລະ ດໍາເນີນຄະດີຕໍ່ຜູ້ກະທໍາຜິດທາງພາສີຢ່າງເຂັ້ມງວດ.

ອີງຕາມບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດຈັດເກັບລາຍຮັບຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງ ການພາສີປະຈໍາທ່າບົກ ປະຈຳງວດ I ປີ 2023 ໃຫ້ຮູ້ວ່າ: ດ່ານພາສີສາກົນວັງເຕົ່າປະກອບມີ 2 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີເປັນລາຍລະອຽດ; ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ, ມີດ່ານປະເພນີ 01 ດ່ານຂຶ້ນກັບຄືດ່ານຊ່ອງຕາອູ; ສໍາລັບຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າປະກອບມີ 2 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີເປັນລາຍລະອຽດ; ກຸ່ມວຽກຄຸ້ມຄອງສາງ ແລະ ກວດກາສິນຄ້າ.


ສຳລັບການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກໃນປີ 2023 ໄດ້ຮັບແຜນການທັງໝົດ 978,75 ຕື້ກີບ. ໃນນັ້ນ, ດ່ານພາສີສາກົນວັງເຕົ່າໄດ້ຮັບແຜນການປີຈໍານວນ 728,65 ຕື້ກີບ, ແຜນງວດ I ຈໍານວນ 218,59 ຕື້ກີບ, ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າໄດ້ຮັບແຜນການປີຈໍານວນ 250,10 ຕື້ກີບ, ແຜນງວດ I ຈໍານວນ 75,03 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນງວດ I ປີ 2023 ປະຕິບັດໄດ້ແລ້ວ 292,26 ຕື້ກວ່າກີບ, ທຽບໃສ່ແຜນການງວດ I ເທົ່າກັບ 99,54% ຂອງແຜນການງວດ I, ທຽບໃສ່ແຜນການປີ ເທົ່າກັບ 29,86%, ທຽບໃສ່ໄລຍະດຽວຂອງປີຜ່ານມາເທົ່າກັບ 135,55%, ລາຍຮັບສ່ວນໃຫ່ຍແມ່ນໄດ້ຈາກການນໍາເຂົ້າ-ສົ່ງອອກນໍາມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້ານໍາເຂົ້າເພື່ອສົ່ງອອກ ແລະ ອື່ນໆ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນງວດ II ປີ 2023 ຄະນະດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ, ຈະໄດ້ສຸມໃສ່ຫຼາຍມາດຕະການເພື່ອເປັນການສູ້ຊົນໃນການຈັດເກັບລາຍຮັບໃຫ້ໄດ້ດີ ແລະ ໄດ້ຕາມລະດັບຄາດໝາຍເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດ ສິນທຳປະຕິວັດ ພະນັກງານພາສີຕ້ອງມີຈັນຍາບັນ, ຈັນຍາທຳ,ມີສະຕິຕໍ່ກົນໄກການຄຸ້ມຄອງຕາມພາລະບົດບາດໜ້າທີ່ການເມືອງ ທີ່ໄດ້ມອບໝາຍແຕ່ລະໄລຍະ ຈັດຕັ້ງປະຕິບັດລະບຽບກົດໝາຍໃຫ້ສູງ ແລະ ເຂັ້ມງວດ, ປັບປຸງດ້ານແນວຄິດຈິດໃຈ, ຄວາມຮູ້ຄວາມສາມາດຂອງພະນັກງານ ໃຫ້ເຂົ້າສູ່ລະບົບລະບຽບທ່ວງທັນກັບສະພາບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ເດັດດ່ຽວ, ຕ້ານແນວຄິດທີ່ເຫັນຜົນປະໂຫຍດສ່ວນຕົວຫຼາຍກ່ວາສ່ວນລວມ, ປັບປຸງລະບົບຖານຂໍ້ມູນ ລາຄາສິນຄ້າ ເພື່ອນໍາໃຊ້ໃນການແຈ້ງພາສີ ດ້ວຍລະບົບອີເລັກໂຕຼນິກ ໂດຍສຸມໃສບັນດາບໍລິສັດ ແລະ ໝວດສິນຄ້າທີ່ມີຄວາມສ່ຽງໃນການລັກລອບໂດຍສະເພາະນ້ຳມັນເຊື້ອໄຟ, ສິນຄ້າອຸປະໂພກ ບໍລິໂພກ,ເຄື່ອງໃຊ້ໄຟຟ້າ, ປະສານສົມທົບກັບທຸກຂະແໜງການ, ທຸກກຸ່ມວຽກໃຫ້ມີຄວາມຄ່ອງຕົວໃນການຈັດຕັ້ງປະຕິບັດວຽກງານວິຊາການ ແລະ ວິຊາສະເພາະສະກັດກັ້ນສິນຄ້າລັກລອບໜີພາສີໃນດ່ານ ແລະ ນອກດ່ານ, ເພີ່ມທະວີການກວດກາພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກ ເຮັດເປັນປະຈຳ, ຕ້ານທຸກສິນຄ້າທີ່ຜິດກົດໝາຍນຳເຂົ້າ-ອອກຜ່ານດ່ານ, ລະດົມບັນດາບໍລິສັດນຳເຂົ້າໃຫ້ນໍາສິນຄ້າເຄື່ອງຂອງເຂົ້າເປັນປົກກະຕິ ແລະ ອໍານວຍຄວາມສະດວກບໍລິການເອກະສານວ່ອງໄວຖືກຕ້ອງຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ກະຊວງການເງິນ

ເມືອງແອດອອກເອກະສານຢັ້ງຢືນເປັນພົນລະເມືອງລາວໃຫ້ແກ່ປະຊາຊົນຫວຽດນາມ

119 ຄົນ ທີ່ເຂົ້າມາອາໄສຢູ່ເມືອງແອດແບບບໍ່ຖືກຕ້ອງໄດ້ຮັບໃບຢັ້ງຢືນເປັນພົນລະເມືອງລາວ ສັນຊາດລາວ

ຕອນເຊົ້າ ວັນທີ 4 ພຶດສະພາ 2023 ນີ້, ຢູ່ທີ່ສະໂມສອນ ປກສ ເມືອງແອດໄດ້ຈັດພິທີຮັບຮອງເອົາຜູ່ຍົກຍ້າຍມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຕາມບ້ານບໍລິເວນຊາຍແດນລາວ-ຫວຽດນາມ ເຂົ້າເປັນພົນລະເມືອງລາວ, ໃຫ້ກຽດເຂົ້າຮ່ວມມອບໃບຢັ້ງຢືນໂດຍ ທ່ານ ອະນຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ແລະ ເປັນປະທານຮ່ວມໂດຍທ່ານ ທອງສຸກ ສົມພາວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແອດ, ມີພະແນກການຕ່າງປະເທດ, ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ-ຂັ້ນແຂວງ-ຂັ້ນກະຊວງ, ມີຄະນະພັກ-ນາຍບ້ານໆທີ່ມີບຸກຄົນເຂົ້າມາອາໄສແບບບໍ່ຖືກຕ້ອງຕາມລະບຽບ ພ້ອມດ້ວຍຜູ້ທີ່ຖືກຮັບຮອງເຂົ້າເປັນພົນລະເມືອງລາວໃນຄັ້ງນີ້ເຂົ້າຮ່ວມ.

ໃນວາລະດຳເນີນພິທີ ຄະນະຮັບຜິດຊອບໄດ້ຜ່ານເອກະສານທີ່ກ່ຽວຂ້ອງ ເຊິ່ງໃຫ້ຮູ້ວ່າ: ລັດຖະບານລາວໄດ້ອະນຸມັດໃຫ້ກະຊວງພາຍໃນ ອອກເອກະສານຈົດທະບຽນ ແລະ ອອກໃບຢັ້ງຢືນໃຫ້ສັນຊາດລາວ ແກ່ປະຊາຊົນຫວຽດນາມທີ່ມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບການໃນໄລຍະຜ່ານມາ ຢູ່ບໍລິເວນບ້ານທີ່ຕິດຈອດກັບຊາຍແດນລາວ-ຫວຽດນາມ ຢູ່ໃນ 7 ເມືອງທົ່ວແຂວງຫົວພັນ ເຊິ່ງມີ 720 ຄົນ, ຍິງ 617 ຄົນ, ໃນນີ້ມີ 119 ຄົນ, ຍິງ 96 ຄົນ ທີ່ອາໄສຢູ່ໃນ 33 ບ້ານຂອງເມືອງແອດ, ສະນັ້ນ ຄະນະຮັບຜິດຊອບຈິ່ງໄດ້ຈັດພິທີຮັບຮອງເອົາ ເປັນພົນລະເມືອງລາວ ສັນຊາດລາວ ຖືກຕ້ອງຕາມລະບຽບກົດໝາຍຂອງ ສ ປ ປ ລາວ.

ແຫຼ່ງຂ່າວຈາກ: ຫ້ອງການ ຖວທ ເມືອງແອດ

ໃຫ້ໂຈະຮ້ານຊື້-ຂາຍ ເຫຼັກເສດ ທົ່ວແຂວງສະຫວັນນະເຂດ

ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ສະໄໝສາມັນ ຄັ້ງທີ 4 ປະຈຳເດືອນມີນາ 2023 ກ່ຽວກັບການຄຸ້ມຄອງການດຳເນີນທຸລະກິດເກັບຊື້-ຂາຍເຫຼັກ ເສດ-ເສດໂລຫະໃຫ້ເຂົ້າສູ່ລະ ບຽບກົດໝາຍ, ເພື່ອເປັນການສະກັດກັ້ນປະກົດ ການຫຍໍ້ທໍ້ ຂີ້ລັກງັດແງະວັດຖຸສິ່ງ ຂອງຂອງລັດ, ບຸກຄົນ ແລະນິຕິບຸກຄົນ ເປັນຕົ້ນ: ເຫຼັກເສດ, ເສດໂລຫະຕ່າງໆທີ່ມີການຊື້-ຂາຍ ແບບຊະຊາຍ.

ມາໃນວັນທີ 2 ພຶດສະພາ 2023 ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກ ອຸດສາຫະກຳ-ການຄ້າແຂວງສະ ຫວັນນະເຂດ ພ້ອມດ້ວຍວິຊາການຈາກພະແນກການທີ່ກ່ຽວຂ້ອງ ແລະເຈົ້າໜ້າທີ່ ປກສ ແຂວງ ກໍໄດ້ລົງເຄື່ອນໄຫວສົມທົບກັບອຳນາດການປົກຄອງບ້ານ, ໃນການລົງເຮັດບົດບັນທຶກກັບຮ້ານ ທີ່ດຳເນີນທຸລະກິດເກັບຊື້ເຫຼັກເສດ-ເສດໂລຫະໃນເທສະບານ ນະຄອນໄກສອນພົມວິຫານ, ເຊິ່ງ ມີຈຳນວນ 46 ຮ້ານ, ໃນນັ້ນ ຫຼາຍກວ່າໝູ່ແມ່ນເຂດບ້ານສະໜາມໄຊ ມີທັງໝົດ 15 ຮ້ານ. ທາງວິຊາການພະແນກການຄ້າແຂວງ, ສົມທົບກັບພະແນກໂຍທາທິການ ແລະຂົນສົ່ງແຂວງ, ພະແນກແຮງງານ ແລະສະຫວັດດີການ ສັງຄົມແຂວງ, ກອງບັນຊາການ ປກສ ແຂວງ, ນະຄອນ, ກຸ່ມບ້ານ, ອຳນາດການປົກຄອງບ້ານກໍ່ໄດ້ ພ້ອມກັນລົງເຮັດບົດບັນທຶກ.

ໂດຍປະຕິບັດຕາມແຈ້ງການ ຂອງທ່ານ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງສະບັບ ເລກທີ 1859/ພອຄ, ລົງວັນທີ 12 ເມສາ 2023 ເຊິ່ງມີລາຍລະອຽດດັ່ງນີ້: ໃຫ້ຢຸດໂຈະຊົ່ວຄາວການດຳເນີນທຸລະກິດການເກັບ ຊື້ເຫຼັກເສດ, ເສດໂລຫະທີ່ເຄື່ອນ ໄຫວຢູ່ບັນດາເມືອງ-ນະຄອນ ເພື່ອຈະໄດ້ມີການກວດກາດັດສົມຄືນບັນດາຮ້ານດັ່ງກ່າວມານັ້ນ ທີ່ດຳເນີນທຸລະກິດບໍ່ຖືກຕ້ອງ ແລະບໍ່ສອດຄ່ອງກັບລະບຽບກົດໝາຍເປັນຕົ້ນແມ່ນມາດຕາ 212-213 ຂອງກົດໝາຍວ່າດ້ວຍ ວິສາຫະກິດ ແລະຄຳສັ່ງເລກທີ 62/ນຍ, ລົງວັນທີ 13/11/2015, ກ່ຽວກັບການອຳນວຍຄວາມສະດວກ ໃຫ້ຄວາມຮ່ວມມືໃນການຂຶ້ນທະບຽນ ແລະການອອກບັດ ເຄື່ອນໄຫວຊົ່ວຄາວໃຫ້ຊາວຕ່າງປະເທດ; ໃນໄລຍະຢຸດໂຈະຊົ່ວຄາວແມ່ນຫ້າມເດັດຂາດບໍ່ໃຫ້ມີການເກັບຊື້-ຂາຍເຫຼັກເສດ, ເສດໂລຫະຈົນກວ່າຄະນະກຳມະ ການຂັ້ນແຂວງທຳການກວດກາ ແລະດັດສົມສຳເລັດ; ເມື່ອສຳເລັດ ຈາກການກວດກາ, ດັດສົມຂອງຄະນະກຳມະການຂັ້ນແຂວງແລ້ວ, ຖ້າເອກະສານຖືກຕ້ອງ ຄົບຖ້ວນຕາມລະບຽບກົດໝາຍ, ທາງຄະນະກຳມະການ ຈຶ່ງຈະອະນຸຍາດໃຫ້ເຄື່ອນໄຫວດຳເນີນທຸລະກິດຕໍ່ໄດ້. ທັງນີ້ກໍ ເພື່ອເປັນ ການຫັນທຸລະກິດການເກັບຊື້ເຫຼັກ ເສດ, ເສດໂລຫະໃຫ້ຫັນເຂົ້າສູ່ລະ ບຽບກົດໝາຍ ແລະຖືກວັດຖຸປະສົງຂອງການດຳເນີນທຸລະກິດໃນດ້ານນີ້.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

ດ່ານພາສີສາກົນຂົວມິດຕະພາບ II ງວດ I ປີ 2023 ເກັບລາຍຮັບໄດ້ລື່ນແຜນການ

ໃນງວດ I ປີ 2023 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຈັດຕັ້ງປະຕິບັດວຽກງານວິຊາສະເພາະມີທັງກາ ລະໂອກາດ ແລະສິ່ງທ້າທາຍໂດຍສະເພາະທາງດ້ານເສດຖະກິດພາຍໃນປະເທດກໍ່ຄືແຂວງສະຫວັນນະເຂດເວົ້າລວມເວົ້າສະເພາະຢູ່ດ່ານພາສີສາກົນຂົວມິດຕະພາບ II ແຕ່ເຖິງຢ່າງໃດກໍຕາມຄະນະພັກ, ຄະນະກົມ, ຄະນະພາສີປະຈໍາ ແຂວງ, ຄະນະດ່ານພາສີໄດ້ເອົາໃຈໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະດວກວ່ອງໄວ,ສຳເລັດຕາມລະດັບຄາດໝາຍ ແລະ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການງວດ.

ທ່ານ ຂວັນໄຊຊະນະ ຟອງສະໝຸດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ໃຫ້ຮູ້ວ່າ: ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ, ປະກອບມີກົງຈັກຊ່ວຍວຽກ 03 ກຸ່ມວຽກ, 01 ດ່ານທ້ອງຖິ່ນ, 4 ດ່ານປະເພນີຂຶ້ນກັບ, ມີພະນັກງານ-ລັດຖະກອນທັງໝົດ 49 ຄົນ. ໃນນັ້ນ, ມີສະມາຊິກພັກ 38 ສະຫາຍ, ຍິງ 15 ສະຫາຍ, ກວມເອົາ 95% ຂອງຂອງພະນັກງານ-ລັດຖະກອນທັງໝົດ.

ໃນປີ 2023 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 890 ຕື້ກີບ, ໃນງວດ I ປີ 2023 ໄດ້ແບ່ງຕົວເລກຈັດເກັບລາຍຮັບທັງໝົດ 267 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນງວດ I ສາມາດເກັບລາຍຮັບໄດ້ 307 ຕື້ກີບເທົ່າກັບ 115,06% ຂອງແຜນການງວດ, ເພີ່ມຂຶ້ນ 15,05% ເທົ່າກັບ 40 ຕື້ກວ່າກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 75,51% ຄິດເປັນເງິນປະມານ 132 ຕື້ກວ່າກີບຖ້າທຽບໃສ່ແຜນການປີ (890 ຕື້ກີບ) ເທົ່າກັບ 34,51%. ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບໃນງວດ I ປີ 2023 ເກີນແຜນການງວດສ່ວນໃຫຍ່ລາຍຮັບໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ, ການນໍາເຂົ້າພາຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກ, ຄ່າທຳນຽມ ແລະ ສິນຄ້າປະເພດອື່ນໆ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນງວດ II ປີ 2023 ຄະນະດ່ານພາສີສາກົນຂົວມິດຕະພາບ II, ສຸມໃສ່ຫຼາຍມາດຕະການ, ເອົາໃຈໃສ່ທາງດ້ານການເມືອ-ແນວຄິດໃນຖັນແຖວພະນັກງານສະມາຊິກພັກ, ເຂັ້ມງວດການປະຕິບັດໜ້າທີ່ວິຊາສະເພາະຕາມລະບຽບກົດໝາຍ, ຄຸ້ມຄອງການຈັດເກັບລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ທັນຕາມກໍານົດເວລາ,ປຸກລະດົມຊຸກຍູ້ບັນດາຜູ້ປະກອບການແຈ້ງຂໍ້ມູນລະອຽດເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ຫຼຸດຜ່ອນບັນດາຂັ້ນຕອນທີ່ບໍ່ຈໍາເປັນ, ອໍານວຍຄວາມສະດວກໃຫ່ແກ່ການນໍາເຂົ້າສົ່ງອອກສິນຄ້າ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະຢ່າງມີປະສິດທິຜົນເປັນຕົ້ນ: ລະບົບການແຈ້ງພາສີອັດຕະໂນມັດ (ASYCUDA), ຕິດ ຕາມ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍເຊັ່ນ: ພາຫະນະ, ນໍ້າມັນເຊື້ອໄຟ, ການສົ່ງອອກຊັບພະຍາ ກອນທໍາມະຊາດ ແລະ ຈັດເກັບລາຍຮັບເຂົ້າງົບປະມານສຳເລັດຕາມລະດັບຄາດໝາຍ ແລະ ອື່ນໆ. 

(ຂໍ້ມູນຈາກກະຊວງການເງິນ)

ນັກທ່ອງທ່ຽວໄທເລົ່າປະສົບການມາທ່ຽວລາວ

ເມື່ອເວົ້າເຖິງສັງຄົມອອນລາຍ ຖືວ່າເປັນສິ່ງຫຼັກໆທີ່ສັງຄົມປັດຈຸບັນ ນຳໃຊ້ ແລະ ນຶກເຖິງໃນແຕ່ລະວັນ ບໍ່ວ່າຈະເປັນການແບ່ງປັນຮູບພາບ, ວີດີໂອ, ບົດຄວາມ… ເພື່ອໃຫ້ຄົນອື່ນໄດ້ຮູ້ຈັກ ແລະສະແດງຄວາມຄິດເຫັນ.

ເມື່ອບໍ່ດົນມານີ້, ຜູ້ໃຊ້ຕິກຕ໋ອກ ທີ່ໃສ່ຊື່ວ່າ Newkiim ໄດ້ເລົ່າປະສົບການເລື່ອງທີ່ຕົນເອງ ແລະ ໝູ່ມາທ່ຽວລາວຄັ້ງທຳອິດ ແລະ ໄດ້ຖືກປັບໃໝຈາກເຈົ້າໜ້າທີ່ ໂດຍມີເນື້ອໃນຂໍ້ຄວາມດັ່ງນີ້:

“ປະສົບການມາທ່ຽວ ສປປ ລາວ ກັບໝູ່ຄັ້ງທຳອິດ ຖືກຕຳຫຼວດປັບໃໝ່ 300 ບາດໄທ ເນື່ອງຈາກທ່ຽວແບບບໍ່ມີຄົນນຳທ່ຽວ (ໄກ້ນຳທ່ຽວ) ງົງ ແບບນີ້ ຖ້າທ່ຽວຈຸດອື່ນກໍຕ້ອງຈ່າຍແບບນີ້ໄປເລື່ອຍໆບໍ່?”

ເຈົ້າຂອງວີດີໂອໃຫ້ຮູ້ເພີ່ມເຕີມວ່າ: ເຈົ້າໜ້າທີ່ແຈ້ງວ່າເນື່ອງຈາກເປັນກຸ່ມໃຫຍ່ ແຕ່ບໍ່ມີຄົນນຳທ່ຽວ, ແຕ່ຄວາມຈິງແລ້ວ ຕົນເອງ ແລະໝູ່ແມ່ນມາເຮັດວຽກ ແລ້ວອອກໄປເລາະກິນເຂົ້າ ແລະໄດ້ແວ່ຖ່າຍຮູບ ເຊິ່ງລົດກໍແມ່ນເຊົ່າລົດລາວ ເປັນການຈ້າງລົດໂຮງແຮມ ເພື່ອຈະມາສົ່ງຖ່າຍຮູບທີ່ປະຕູໄຊ ເຊິ່ງມາຖ່າຍຮູບແລ້ວກໍຈະກັບ ແຕ່ເຈົ້າໜ້າທີ່ກໍເຂົ້າມາໂອລົມ.

ຫຼັງຈາກວີດີໂອຖືກແຊສອອກໄປ ກໍມີຜູ້ຄົນເຂົ້າມາສະແດງຄວາມຄິດເຫັນຈຳນວນຫຼາຍ. ບາງຄົນກໍວ່າເຮັດເກີນໄປ, ສ່ວນບາງຄົນກໍວ່າຖືກແລ້ວ ເພາະການມາທ່ຽວເປັນກຸ່ມກໍຕ້ອງມີຄົນນຳທ່ຽວ.

ສາມາດເບິ່ງວີດີໂອໄດ້ທີ່: ລີ້ງ

ປີ 2022 ກຳລັງແຮງງານລາວທີ່ມີອາຍຸໃນເກນອອກແຮງງານ 5,3 ລ້ານຄົນ

ຈາກຜົນການສຳຫຼວດກຳລັງແຮງງານລາວໃນປີ 2022 ດ້ານພົນລະເມືອງລາວທັງໝົດມີປະມານ 7,4 ລ້ານກວ່າຄົນ.

ໃນນັ້ນມີອາຍຸໃນເກນອອກແຮງງານ 5,3 ລ້ານຄົນ ( ອາຍຸ 15 ປີຂຶ້ນໄປ), ເປັນກຳລັງແຮງງານ 2,​7 ລ້ານຄົນ, ມີວຽກເຮັດ​ 2,4 ລ້ານຄົນ ( 35% ມີເງິນເດືອນ ແລະ ເປັນນາຍຈ້າງ 65% ເຮັດວຽກອິດສະຫຼະ, ເຮັດວຽກໃຫ້ຄອບຄົວບໍ່ມີຄ່າແຮງງານ), ວ່າງງານ 2,4% ເທົ່າກັບ 61 ​ພັນກວ່າຄົນ.

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ( ຮສສ ) ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ກຳລັງແຮງງານລາວດ້ານຄຸນນະພາບ ຖ້າເບິ່ງດ້ານການສຶກສາ, ບໍ່ມີການສຶກສາ 12%, ບໍ່ຈົບປະຖົມ, ຕ່ຳກວ່າປະຖົມ 31,5%, ຈົບປະຖົມ 18% ແລະ ຈົບມັດທະຍົມປາຍ 7,5%, ວິຊາສະເພາະຊັ້ນຕົນ 1%, ຊັ້ນກາງ 3%, ສູງ 5,9% ແລະ ມະຫາວິທະຍາໄລ 6,9% ຍັງບໍ່ມີການສຳຫຼວດປະສິດທິພາບຂອງແຮງງານລາວຢ່າງເປັນທາງການ ແຕ່ມີບາງຂະແໜງເສດຖະກິດໄດ້ມີການສົມທຽບໃນລະດັບພາກພື້ນອາຊຽນເຫັນວ່າ ແຮງງານລາວມີຕ່ຳກວ່າຫຼາຍປະເທດໃນອາຊຽນ ແລະ ໃນຂະນະດຽວກັນແຮງງານລາວມີຄຸນນະພາບສູງໃນຂະແໜງການບໍລິການ ການເງິນ, ການທະນາຄານ, ໂທລະຄົມມະນາຄົມ ສັງເກດເຫັນວ່າມີສັດ ສ່ວນການນຳໃຊ້ແຮງງານຕ່າງປະເທດບໍ່ສູງ ເຖິງຈະເປັນຂະແໜງການທີ່ຈຳເປັນຕ້ອງໃຊ້ສີມືຂ້ອນຂ້າງສູງກໍຕາມ ຊຶ່ງ ຫົວໜ່ວຍແຮງງານທີ່ມີຄວາມໝັ້ນຄົງສູງກວ່າ, ມີການຈ່າຍຄ່າແຮງງານທີ່ສູງກວ່າ, ມີສະຫວັດດີການແຮງງານທີ່ດີ ຈະບໍ່ມີບັນຫາໃນການຂາດແຄນແຮງງານທີ່ມີສີມື.

ທ່ານ ພົງໄຊສັກ ອິນຖາລາດ ກ່າວເນັ້ນໃຫ້ຮູ້ອີກວ່າ: ສຳລັບແຜນການໃນຕໍ່ໜ້າ ກະຊວງ ຮສສ ຈະສືບຕໍ່ຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນ 8 ຂອງລັດຖະບານ ແລະ ແຜນ 4 ຂອງກະຊວງ, ສ້າງນິຕິກຳໂດຍສະເພາະກົດໝາຍວ່າດ້ວຍການພັດທະນາສີມືແຮງງານ ເພື່ອເປັນບ່ອນອີງໃຫ້ແກ່ການມີສ່ວນຮ່ວມຂອງຫຼາຍພາກສ່ວນໃນການສ້າງກຳລັງແຮງງານລາວໃຫ້ມີຄຸນນະພາບ ລວມທັງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ, ປັບປຸງເງື່ອນໄຂ ແລະ ສ້າງສະພາບແວດລ້ອມທີ່ດີຂຶ້ນໃນບາງຫົວໜ່ວຍແຮງງານ, ໂຄງການລົງທຶນຕ່າງໆ ເພື່ອຮັບປະກັນຜົນປະໂຫຍດດ້ານຄ່າແຮງງານ ແລະ ສະຫວັດດີການແຮງງານໃຫ້ຜູ້ອອກແຮງງານ ເພື່ອສ້າງແຮງຈູງໃຈໃຫ້ກຳລັງແຮງງານຮຽນສາຍວິຊາຊີບ ແລະ ພັດທະນາຕົນເອງໃຫ້ຫຼາຍຂຶ້ນ ລວມງທັງການຍົກສູງຜະລິດຕະພາ່ບຂອງແຮງງານໃຫ້ສູງຂຶ້ນ, ເກັບກຳຄວາມຕ້ອງການໃນການຢາກຝຶກສີມືແຮງງານ ເພື່ອປະກອບອາຊີບອິດສະຫຼະ ຕາມໂຄງການເງິນກູ້ຈາກທະນາຄານໂລກ 2023-2026, ຂົນຂວາຍແຫຼ່ງທຶນຈາກພາກທຸລະກິດ, ຈາກຕ່າງປະເທດ ເພື່ອລົງທຶນສ້າງພື້ນຖານໂຄງລ່າງ ແລະ ຍົກລະດັບດ້ານວິຊາການໃນການພັດທະນາ ຫຼື ສ້າງກຳລັງແຮງງານລາວໃຫ້ມີຄຸນນະພາບ.

ກະຊວງ ຮສສ ຍາມໃດກໍມີຄວາມເປັນຫ່ວງ ເປັນໃຍຕໍ່ກຳລັງແຮງງານໃຫ້ໄດ້ຮັບການປົກປ້ອງຄຸ້ມຄອງ ສິດຜົນປະໂຫຍດຢ່າງຊອບທຳຈາກຜູ້ໃຊ້ແຮງງານ ໂດຍໄດ້ກຳນົດນິຕິກຳ ປັບປຸງນິຕິກຳໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນແຕ່ລະໄລຍະ ແນໃສ່ເຮັດໃຫ້ຊາວຜູ້ອອກແຮງງານໄດ້ຮັບການປົກປ້ອງສິດຜົນປະໂຫຍດຢ່າງຊອບທຳຖຶກຕ້ອງສອດຄ່ອງຕາມລະບຽບກົດໝາຍ. ເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາ ສ້າງສາເສດຖະກິດ-ສັງຄົມຂອງຂອງຊາດ.

ແຫຼ່ງຂ່າວ: ປະຊາຊົນ

ເມືອງເມິງ ເປີດນຳໃຊ້ ຂົວຂ້າມນໍ້າຄາ

ເມືອງເມິງ ເປີດນຳໃຊ້ ຂົວຂ້າມນໍ້າຄາ ຢ່າງເປັນທາງການ

ແຫຼ່ງຂ່າວຈາກແຂວງບໍ່ແກ້ວໃຫ້ຮູ້ວ່າ: ຂົວຂ້າມນໍ້າຄາ ໄປຫາບ້ານນໍ້າຄາລື້ ເມືອງເມິງ ແຂວງບໍ່ແກ້ວ ໄດ້ເປີດໃຫ້ນຳໃຊ້ຢ່າງເປັນທາງການ ໃນວັນທີ 23 ເມສາ 2023 ໂດຍມີ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ສົມສັກ ປິ່ນແກ້ວ ເຈົ້າເມືອງໆເມິງ, ພ້ອມດ້ວຍອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.

ໂຄງການກໍ່ສ້າງຂົວຂ້າມນໍ້າຄາ ໄດ້ລົງມືຈັດຕັ້ງປະຕິບັດ ໃນວັນ 4 ມີນາ 2023 ໃຊ້ເວລາໃນການກໍ່ສ້າງເກືອບ 1 ເດືອນ, ເປັນຂົວຕໍ່ພື້ນເປັນເບຕົງ, ໂຄງສ້າງເປັນເຫລັກ, ພື້ນຂົວປູດ້ວຍໄມ້, ມີຄວາມກວ້າງ 3,5 ແມັດ, ຄວາມຍາວ 30 ແມັດ, ສາມາດຮັບນໍ້າໜັກໄດ້ 10 ໂຕນ, ລວມມູນຄ່າການກໍ່ສ້າງທັງໝົດ 600 ລ້ານກວ່າກີບ. ໃນນີ້, ໄດ້ຮັບງົບປະມານສະໜັບສະໜູນຈາກ ທ່ານ ລີຮູຍ ບໍລິສັດປູກກ້ວຍຫອມ ບ້ານນໍ້າຄາລື້ ຈໍານວນ 580 ລ້ານກີບ ແລະ ທຶນສົມທົບຂອງປະຊາຊົນນໍ້າຄາລື້ 64 ລ້ານກວ່າກີບ, ພ້ອມທັງແຮງງານປະກອບສ່ວນ 315 ເທື່ອຄົນ.

ຜ່ານມາແຕ່ລະປີ ເມື່ອເຂົ້າສູ່ລະດູຝົນ ນໍ້າຄາ ມີປະລິມານນໍ້າຂຶ້ນສູງ ເຮັດໃຫ້ການສັນຈອນເຂົ້າ-ອອກບ້ານຂອງປະຊາຊົນບ້ານນໍ້າຄາລື້ 100 ກວ່າຄອບຄົວ ແມ່ນພົບຄວາມຫຍຸ້ງຍາກ, ແຕ່ປັດຈຸບັນ ຂົວແຫ່ງນີ້ກໍ່ສ້າງສຳເລັດ ຖືວ່າເປັນອີກບາດກ້າວໜຶ່ງໃຫ້ແກ່ປະຊາຊົນບ້ານດັ່ງກ່າວ ໄດ້ມີຂົວຂ້າມນໍ້າ ເຂົ້າ-ອອກ ບ້ານ ແລະ ສັນຈອນໄປ-ມາຫາສູ່ກັນ ແລະ ປ່ຽນຊື້ຂ່າຍໄດ້ທຸກລະດູ ຢ່າງສະດວກສະບາຍ.

Cr. ປະເທດລາວ

ບໍ່ລອດ! ເຮໂລອິນ 160 ກິໂລກຣາມ

ເຮໂລອິນ 160 ກິໂລກຣາມ ຈັບຊາຍໜຸ່ມທັງ 3 ຂົນຢາເສບຕິດ ຈຳນວນຫຼາຍ

ໃນຄັ້ງວັນທີ 20 ເມສາ 2023 ນີ້ ເຈົ້້າໜ້າທີ່ຕຳຫຼວດປະຈຳຈຸດນໍ້າເກີງ ໄດ້ປະຕິບັດໜ້າທີ່ກວດກາພາຫະນະເຂົ້າ-ອອກ, ຮອດເວລາປະມາ 14 ໂມງ 30 ນາທີໄດ້ພົບເຫັນລົດຈີບ ຢີ່ຫໍ້ MAZDA ສີປອນທອງ, ປ້າຍທະບຽນ ຂຫ 8899 ຫຼວງພະບາງ ແລ່ນມາແຕ່ ເມືອງ ຕົ້ນເຜີ້ງ ມຸ່ງໜ້າໄປ ເມືອງ ຫ້ວຍຊາຍ.

ຜ່ານການກວດກາລົດຄັນດັ່ງກ່າວ ເຫັນວ່າມີການດັດແປງສະພາບເຕັກນີກ ຜູ້ຂັບຂີ່ມານຳຈຳນວນ 03 ຄົນ (ໂຊເຟີ່ 1 ຄົນ)ໃນເວລາທີ່ເຈົ້້າໜ້າທີ່ພວມກວດກາລົດຢູ່ນັ້ນເຫັນວ່າພວກກ່ຽວມີທ່າທາງຜິດປົກກະຕິ ຈື່ງປະສານຫາພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຂື້ນໄປສົມທົບພ້ອມນຳເອົາລົດມາກວດກາຢູ່ກອງບັນຊາການ ປກສ ແຂວງ, ຜ່ານການກວດກາເຫັນວ່າລົດຄັນດັ່ງກ່າວມີການດັດແປງສະພາບເຕັກນີກແທ້ ແລະ ຊຸກເຊື່ອງຢາເສບຕິດປະເພດ ເຮໂຣອີນ ຈໍານວນ 400 ແທ່ງ ໜໍ້າໜັກ 160 ກິໂລກຼາມ.

ເຈົ້າໜ້າທີ່ໄດ້ຈັບຕົວຊາຍໜຸ່ມ 3 ຄົນຄຶ:

1.ທ້າວ ຈາ ເລົາ, ອາຍຸ 25 ປີ, ອາຊີບເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

2.ທ້າວ ເຈຍ ເລົາ ຫຼື ວຽງໄຊ ເລົ່າ, ອາຍຸ 29 ປີ, ອາຊີບ ເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

3.ທ້າວ ຄຳແສງ ຊົ່ງ ຫຼື ຕຸ ຊົງ ອາຍຸ 28 ປີ, ອາຊີບ ເຮັດໄຮ່, ສັນຊາດ ລາວ, ຢູ່ບ້ານ ດອນທາດເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ.

ເຄື່ອງຂອງກາງທີ່ຍຶດໄດ້ມີ ເຮໂຣອີນ ຈຳນວນ 400 ແທ່ງ , ມີນ້ຳໜັກ 160 ກິໂລກຼາມ (ລວມທັງການຫຸ່ມຫໍ່, ລົດຈີບຢີ່ຫໍ້ MAZDA, ລຸ້ນ CX9 4WD, ສີປອນທອງ, ປ້າຍທະບຽນ ຂຫ 8899 ຫຼວງພະບາງ, ໂທລະສັບມຶຖຶ ຈໍານວນ 06 ໜ່ວຍ, ສາຍຄຳເຫຼຶອຄ້າຍຄືຄໍາຈໍານວນ 01 ເສັ້ນ, ແຫວນມຶທອງເຫຼືອງຈໍານວນ 01 ວົງ; ປັດຈຸບັນເຈົ້າໜ້າທີ່ວິຊາສະເພາະພວມດໍາເນີການສືບສວນ-ສອບສວນ ຂະຫຍາຍຜົນຕໍ່ໄປ.

ຂ່າວ: ປກສ ບໍ່ແກ້ວ

ຮ້ານຄໍາພູວົງໄດ້ເປີດໂຕຜະລິດຕະພັນໃໝ່ ລະບົບ EASY GOLD

ຮ້ານຄໍາພູວົງໄດ້ເປີດໂຕຜະລິດຕະພັນໃໝ່ ລະບົບ EASY GOLD ໃນ application KPV Gold ເຊິ່ງເປັນເຄື່ອງມືທີ່ຊ່ວຍໃຫ້ລູກຄ້າຂອງຄໍາພູວົງເຂົ້າເຖີງການຊື້-ຂາຍ ແລະ ຊື້ຄໍາສະສົມເທື່ອລະໜ້ອຍແບບດີຈີຕອລໄດ້ງ່າຍ ແລະ ປອດໄພ ເຊິ່ງເປັນຄັ້ງທໍາອິດຂອງປະເທດລາວທີ່ໄດ້ມີການນໍາໃຊ້ ແອັບຊື້-ຂາຍ ແລະ ຊື້ສະສົມເທື່ອລະຫນ້ອຍແບບດີຈີຕອລ.

ລະບົບ EasyGold ເປັນແພັດຟອມ (platfotm) ທີ່ທຸກຄົນສາມາດລົງທຶນ ແລະ ສະສົມເທື່ອລະຫນ້ອຍແບບດີຈີຕອລ ກັບຮ້ານຄໍາພູວົງເຊິ່ງສາມາດອອມໄດ້ເລີ່ມຕົ້ນມູນຄ່າ 100,000ກີບ ແລະ ເກັບໄວ້ໃນບັນຊີຂອງໂຕເອງ ແລະ ນອກຈາກນັ້ນ, ນັກລົງທຶນເອງຍັງສາມາດນໍາເອົາຄໍາດີຈີຕອລທີ່ມີໄປແລກເອົາຄໍາ ຮູບປະພັນກັບທາງຮ້ານຄໍາພູວົງໄດ້ເຊັ່ນດຽວກັນ. ນອກຈາກນັ້ນ, ລະບົບ EASY GOLD ໃນ application KPV_Gold ຍັງເຮັດຫນ້າທີ່ການ ໃຫ້ຂໍ້ມູນຂ່າວສານ ແລະ ອັບເດດລາຄາຄາຂອງຄໍາໃນແຕ່ລະມື້ ເພື່ອເຮັດໃຫ້ລູກຄ້າ ແລະ ນັກລົງທຶນ ນັ້ນສາມາດຕິດຕາມ ການປ່ຽນແປງ ແລະ ວາງແຜນການຊື້ຄໍາສະສົມໃຫ້ແທດເໝາະ.

ໃນພິທີເປີດໂຕແອັບ KPV_Gold ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2023 ຜ່ານມາ, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາແຂກຈາກພາກລັດ-ທຸລະກິດ, ສື່ມວນຊົນເຂົ້າຮ່ວມ ແລະ ໃນພິທີຍັງໄດ້ມີການມອບໃບຢັ້ງຢືນ ຈາກກົມການຄ້າພາຍໃນ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອເຮັດໃຫ້ການດໍາເນີນທຸລະກິດ ສອດຄ່ອງກັບລະບຽບການ.

ພາຍໃນງານເປີດໂຕ ລະບົບ EASY GOLD ໃນ application KPV Gold, ທ່ານ ຈັນທະວົງ ພະມີສິດ, ຜູ້ອໍານວຍການ ຮ້ານຄໍາພູວົງ ໄດ້ກ່າວວ່າ: ຫນຶ່ງວິໄສທັດຂອງພວກເຮົາ ທີມງານຄໍາພູວົງ ແມ່ນຊ່ວຍໃຫ້ລູກຄ້າຂອງຄໍາພູວົງ ຮູ້ຈັກວາງແຜນ ການເງິນເພື່ອຄວາມມັ່ງຄັ່ງໃນອະນາຄົດໂດຍສະເພາະແມ່ນຄົນຮຸ້ນໃຫມ່ ແລະ ພວກເຮົາເຊື່ອວ່າ ລະບົບ EasyGold ນີ້ຈະເປັນອີກເຄື່ອງມີທີ່ເຂົ້າມາຊ່ວຍໄວຫນຸ່ມລາວໃນການວາງແຜນການເງິນໃນໄລຍະຍາວ ເພື່ອໂຕເຂົາເຈົ້າເອງ. ນອກຈາກນັ້ນ ຮ້ານຄໍາພູວົງກໍເປັນຮ້ານຂາຍຄໍາທີ່ຢູ່ກັບຄົນລາວ ມາດົນນານຫຼາຍກວ່າ 40 ປີ, ມີປະສົບການຫລາຍປີໃນການຄ້າຂາຍ ແລະ ໄດ້ສ້າງຄວາມເຊື່ອຫມັ້ນ ໃຫ້ກັບລູກຄ້າຂອງຄໍາພູວົງທົ່ວປະເທດ. ສະນັ້ນ, ແນ່ນອນ Easy Gold ຈະເປັນອີກຫນຶ່ງ ຜະລິດຕະພັນຂອງ ຄໍາພູວົງ ທີ່ອໍານວຍຄວາມສະດວກ ໃຫ້ກັບລູກຄ້າຂອງຄໍາພູວົງເຂົ້າສູ່ການລົງທືນອອນລາຍ ທີ່ຫມັ້ນຄົງ ແລະ ປອດໄພເຊັ່ນດຽວກັນກັບ ຊື້-ຂາຍກັບຮ້ານຄໍາພູວົງ.

ສຳຫຼັບລະບົບ EASY GOLD ໃນ application KPV Gold ແມ່ນໄດ້ເລີ່ມມີການເປີດນໍາໃຊ້ໃນລາວແລ້ວ ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ແລະ ທຸກຄົນກໍສາມາດດາວໂຫຼດໄດ້ທັງໃນ app store (IOS) ແລະ play store (Android).

.

Cloud Services ຈາກ Unitel

Cloud Services ປະກອບດ້ວຍ 3 ບໍລິການຄື:

1) ບໍລິການ Cloud Server

Cloud Server ແມ່ນບໍລິການທີ່ສະໜອງເຊີບເວີຈໍາລອງໃນພື້ນຖານໂຄງລ່າງ cloud ທີ່ມີປະສິດທິພາບໃນການໃຊ້ງານຄືກັບເຊີເວີແທ້ (Physical server).

+ ຄຸນສົມບັດຂອງ Cloud Server

  • ອຸປະກອນທີ່ເປັນເອກະລາດມີຄວາມດຸ່ນດ່ຽງສະເໝີ, ເພື່ອຫຼີກລ້ຽງການ Overloaded ແລະ ການຂັດແຍ່ງທາງດ້ານຊັບພະຍາກອນ.
  • ງ່າຍໃນການຈັດການ ມີເຄື່ອງມືໃນການຈັດການຢູ່ໃນ Web portal ເພື່ອຊ່ວຍລູກຄ້າໃນການຈັດການລະບົບ Start/Stop/Reset VM, Console VM ສາມາດເຊື່ອມຕໍ່ໂດຍກົງໄດ້.
  • ມາດຕະຖານທາງດ້ານເຕັກນິກ, ມາດຕະຖານການອອກແບບລະບົບ iso 20000-1, iso 27001, iso 27017, iso 27018, ມາດຕະຖານທາງດ້ານພື້ນຖານໂຄງລ່າງ iso 9001, iso 50001 Pci Dss, Tia 942 Rated 3.

+ ເປັນຫຍັງຕ້ອງເລືອກຂອງຢູນີເທວ Cloud server

  • ຢູນີເທວມີຄວາມພ້ອມທາງດ້ານພື້ນຖານໂຄງລ່າງ: ທັນສະໄໝ, ໄດ້ຮັບມາດຕະຖານສາກົນ.
  • ຢູນີເທວມີຄວາມພ້ອມທາງດ້ານບຸກຄະລະກອນ: ມີທີມງານທີ່ເປັນມືອາຊີບ ກໍຄືຜູ້ຊ່ຽວຊານທີ່ຢູ່ພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນຢູ່ໃນ ສສ ຫວຽດນາມທີ່ຄອຍຊ່ວຍເຫຼືອ, ໃຫ້ຄຳປຶກສາ ແລະ ແກ້ໄຂບັນຫາຕ່າງໆ.
  • Cloud server ຂອງຢູນີເທວງ່າຍໃນການຄຸ້ມຄອງ ແລະ ນໍາໃຊ້ແບບໜ້າເຊື່ອ.
  • ຊັບພະນາກອນແບບບໍ່ມີຂີດຈຳກັດ, ສາມາດເພີ່ມຂຶ້ນ ຫຼື ຫຼຸດລົງໂດຍບໍ່ສົ່ງຜົນກະທົບເຖິງເຄື່ອງທີ່ກໍາລັງນຳໃຊ້ຢູ່.
  • ຮັບປະກັນຄວາມປອດໄພສູງສຸດ,ມີລະບົບຕິດຕາມການເຂົ້າເຖິງຂໍ້ມູນທີ່ບໍ່ຖືກຕ້ອງແບບ Real time24/7.
  • ປະຫຍັດຄ່າໃຊ້ຈ່າຍ.

2) ບໍລິການ cloud camera

Cloud Camera ເປັນບໍລິການຕິດຕາມກ້ອງວົງຈອນທີ່ມີີປະສິດທິພາບສູງ, ຜູ້ໃຊ້ສາມາດເບິ່ງອອນລາຍ ແລະ ເບິ່ງຍ້ອນຫຼັງໄດ້, ຮັບປະກັນການສູນເສຍຂໍ້ມູນໃນກໍລະນີກ້ອງວົງຈອນເປ່ເພ ຫຼື ຖືກລັກ. ສາມາດບັນທຶກຂໍ້ມູນ ແລະ ຕິດຕາມຄຸ້ມຄອງກ້ອງວົງຈອນແບບລວມສູນ, ສາມາດເຊື່ອມຕໍ່ກັບກ້ອງວົງຈອນຫຼາຍຍີ່ຫໍ້ໃນທ້ອງຕະຫຼາດ ແລະ ສາມາດນຳໃຊ້ຜ່ານ Web ແລະ App(Android, iOS).

+ ຄຸນສົມບັດຂອງ cloud camera

  • ການແຈ້ງເຕືອນ: ມີຄວາມສາມາດໃນການກວດສອບ ແລະ ແຈ້ງເຕືອນສະຖານະການເຊື່ອມຕໍ່ລະຫວ່າງກ້ອງວົງຈອນກັບລະບົບການໃຫ້ບໍລິການໃນແອັບຕິດຕາມ.
  • ສາມາດຕິດຕາມໄດ້ຫຼາຍຈຸດໃນໜ້າຕ່າງດຽວກັນ, ຕິດຕາມໄດ້ທຸກທີ່ທຸກເວລາ, ທຸກອຸປະກອນ. ນອກນັ້ນຍັງສາມາດກຳນົດສິດທິໃນການຕິດຕາມໃຫ້ກັບຜູ້ໃຊ້ໄດ້ອີກ.
  • ຂໍ້ມູນທັງໝົດຈະຖືກບັນທຶກໃນ Data Center ທີ່ໄດ້ຮັບມາດຕະຖານສາກົນຂອງ Unitel, ຮັບປະກັນຄວາມປອດໄພຂອງຂໍ້ມູນ.
  • ນຳໃຊ້ເຕັກໂນໂລຊີ plug & play ໃນພື້ນຖານໂຄງລ່າງ cloud ຊ່ວຍໃນການເຊື່ອມຕໍ່ ແລະ ຈັດຕັ້ງຜັນຂະຫຍາຍລະບົບຕິດຕາມໄດ້ຢ່າງວ່ອງໄວ.

3) ບໍລິການ Cloud Colocation

Cloud Colocation ເຮົາມີໃຫ້ບໍລີການຄື:

  • ໂຊນໃຫ້ເຊົ່າຈັດວາງ Server ລວມສໍາລັບລູກຄ້າເຊົ່າສະຖານທີ່ຈັດວາງ Server ແບບລວມ,ຕາມ Rack, U.
  • ໂຊນໃຫ້ເຊົ່າຈັດວາງ Server ສ່ວນຕົວສໍາລັບລູກຄ້າທີ່ຕ້ອງການຄວາມປອດໄພສູງ, ຄວາມເປັນສ່ວນຕົວ.

+ ລິ້ງເວັບໄຊ: – https://ucloudcamera.unitel.com.la/

https://ucloudserver.unitel.com.la