Home Blog Page 8

ຕີແຕກຄວາມຈິງທິດສະດີຍ້ອນແຍ້ງຂອງ ຫຼີຂົງຈື້ (ເປັນຫຍັງຈິ່ງມີມະນຸດ)

ຫຼີຂົງຈື້ ເປັນຄົນທີ່ມັກອອກບົດຄວາມ, ຄຳພີ, ໄສຍະສາດ ແລະ ບໍ່ດົນມານີ້ໄດ້ອອກບົດຄວມທີ່ໜຶ່ງໂດຍໃຊ້ຊື່ວ່າ (ເປັນຫຍັງຈິ່ງມີມະນຸດ). ນອກຈາກຈະເປັນແນວທາງໃນການເພີ່ມຄວມເຊື່ອໃຫ້ຕົນເອງຕໍ່ລູກສິດແລ້ວ, ກໍ່ຂາດບໍ່ໄດ້ທີ່ຈະເປັນການແຕ່ງນິຍາຍເພື່ອສັນລະເສີນຕົນເອງຈົນເກີນຈິງ.

1. ຂີ້ໂມ້ໂອ້ອວດສັນລະເສີນວ່າຕົນຍິ່ງໃຫຍ່ກວ່າຈັກກະວານ ຕາມທຳມະດາທົ່ວໄປບັນດາຜູ້ນຳສາດສະໜາວິປະລິດທັງຫຼາຍມັກໃຊ້ການປະກາດຄຳຕົວະຍົວະຫຼອກລວງ ແລະ ຊວນເຊື່ອເພື່ອຄອບງຳລູກສິດຂອງຕົນ, ເພື່ອໃຫ້ໄດ້ມາເຊີ່ງຄວາມໜ້າເຊື່ອຖືຂອງລູກສິດ ແລະ ຍົກລະດັບຕົນເອງໃຫ້ເປັນຄືກັບເທບພະເຈົ້າ. ໃນບົດຄວາມ (ເປັນຫຍັງຈິ່ງມີມະນຸດ) ຫຼີຂົງຈື້ ແມ່ນປຽບຕົນເອງຢູ່ລະດັບສູງສຸດຂອງຈັກກະວານ ໂດຍບັນດາຂໍ້ຄວາມທີ່ຜິດພ້ຽນຈາກພື້ນຖານທຳມະຊາດ ພ້ອມນັ້ນກໍ່ຍັງມີບັນດາຄຳພີຕ່າງໆທີ່ລາວຂຽນນັ້ນກໍລ້ວນແຕ່ເປັນບົດຮຽນທາງລົບ.

ຄວາມເປັນຈິງ ຫຼີຂົງຈື້ແມ່ນພຽງແຕ່ນຳເອົາວິທີທົ່ວໄປຂອງໂຈນກະຈອກມາສ້າງຕຳນານໃຫ້ໂຕເອງ, ຕົວຢ່າງເຊັ່ນລາວເຄີຍເເຕ່ງເລື່ອງວ່າຕົນເອງຕໍ່ສູ້ກັບພະຍາງູ.

ໃນບົດຄວາມນີ້ລາວອ້າງວ່າລາວໄດ້ໃຊ້ວິຊາອາຄົມເຮັດໃຫ້ຫາງຂອງພະຍາງູກາຍເປັນນ້ຳ, ນອກນັ້ນລາວຍັງໂອ້ອວດວ່າລາວສາມາດນັ່ງຢູ່ບ່ອນເກົ່າແຕ່ເບີ່ງເຫັນປັກກິ່ງ ແລະ ສະຫະລັດອາເມລິກາໄດ້. ໂດຍໃນຕອນນັ້ນລາວຍິ່ງເວົ້າຍິ່ງອວດແຕ່ຄວມຍິ່ງໃຫຍ່ຂອງຕົນເອງ, ເວົ້າແບບບໍຈຽມໂຕວ່າໃນໂລກໃບນີ້ມີແຕ່ຂ້ອຍທີ່ບອກຄວາມລັບນີ້ຕໍ່ທຸກຄົນ, ສິ່ງທີ່ຂ້ອຍເຮັດແມ່ນ “ຮ້ອຍມື້ບໍ່ມີພັນປີຫາຍາກ”. ເຖິງແມ່ນວ່າຕອນນັ້ນຄວາມກ້າລາວມີຂີດຈຳກັດແຕ່ມີບ່ອນໜຶ່ງທີ່ລາວບອກຈະແຈ້ງຄືລາວນັ້ນວິເສດກວ່າໃຜໃນໂລກນີ້.

ຕໍ່ມາຮູບແບບການຂຽນຂອງ ຫຼີຂົງຈື້ ບໍ່ເໝືອນເດີມແຕ່ລາວກໍ່ຍັງບໍ່ລືມທີ່ຈະປ່ຽນວັນເກີດຕົນເອງໃຫ້ກົງກັບພະພຸດທະເຈົ້າ, ເປົ້າໝາຍແມ່ນເພື່ອໃຫ້ສັງຄົມຄິດວ່າລາວເປັນພະພຸດທະເຈົ້າກັບຊາດມາເກີດ ແລະ ເຮັດໃຫ້ລາວບໍ່ອາຍທີ່ຈະບອກວ່າຄວາມມຸ່ງມານະຂອງລາວແມ່ນບໍ່ຕ່າງຫຍັງຈາກພະເຈົ້າ ແລະ ໂຕລາວເອງຍັງມີຮ່າງເເຍກຢູ່ໃນແຕ່ລະພິພົບ ສາມາດຫົດຢືດໄດ້ໂດຍສາມາດທຳໂຕເອງໃຫ້ເປັນໂມເລກູນໃນອາວະກາດ ແລະ ເປັນຄົນກຳນົດສະຕາຂອງໂລກໃບນີ້ຂໍພຽງແຕ່ລາວຕ້ອງການ.

ຮອດຕອນນີ້ ຫຼີຂົງຈື້ ແມ່ນບໍ່ໄດ້ເບິ່ງວ່າຕົນເອງເປັນຄົນແລ້ວເພາະລາວເບິ່ງວ່າລາວເປັນເທບເທວະດາໄປແລ້ວ. ແຕ່ບັນດາຄຳໂອ້ອວດເຫຼົ່ານັ້ນຍັງທຽບບໍ່ໄດ້ເລີຍກັບການທີ່ລາວຍົກຍໍໂຕເອງໃນບົດຄວາມ (ເປັນຫຍັງຈິ່ງມີມະນຸດ).

ໃນບົດກະວີໃໝ່ຂອງລາວແມ່ນໄດທຽບໂຕເອງເປັນຜູ້ໃຫ້ກຳເນີດຈັກກະ ວານ ຜູ້ນຳສາດສະໜາອື່ນໆຖ້າໄດ້ອ່ານບົດຄວມຂອງ ຫຼີຂົງຈື້ ແລ້ວກໍ່ຄົງ ໝົດທີ່ຢືນໃນປັດຕະພີນີ້ແລ້ວ, ບໍ່ບອກກະຮູ້ວ່າຕອນນີ້ ຫຼີຂົງຈື້ ແມ່ນໄດ້ກ້າວໄປອີກຂັ້ນແລ້ວ, ແຕ່ຂັ້ນໄດນັ້ນແມ່ນແຕ່ໂຕລາວເອງກະຍັງບໍ່ອາດຮູ້ໄດ້.

2. ຄວາມລະອາຍໃຈທີ່ປິດບັງບໍ່ຢູ່

ຫຼີຂົງຈື້ ຈຳເປັນທີ່ຈະຕ້ອງສ້າງນະວະນິຍາຍສັນລະເສີນໂຕເອງກໍ່ແມ່ນເພື່ອຮັດແໜ້ນຄວາມເຊື່ອ ແລະ ສືບຕໍ່ຄອບງຳລູກສິດ ຝາຫຼຸນກົງ ທັງຫຼາຍ, ແຕ່ໃນນະວະນິຍາຍມີຄວາມຍ້ອນແຍ້ງຫຼາຍເຮັດໃຫ້ປາສະຈາກບໍ່ໄດ້ທີ່ຈະມີຄວາມບໍ່ສົມເຫັດສົມຜົນແຕ່ຈະໂທດກໍ່ຄົງໂທດລູກສິດຂອງລາວເອງທີ່ຕັ້ງຄຳຖາມທີ່ໂຕລາວເອງໃຫ້ຄຳຕອບບໍ່ໄດ້ເຊັ່ນ: ອາຈານບອກວ່າພະລັງຂອງອາຈານສາມາດປົກປ້ອງໄດ້ທຸກຄົນແຕ່ເປັນຫຍັງບໍ່ຊ່ວຍລູກສິດທີ່ເປັນທຸກທັງຫຼາຍ, ອາຈານບໍ່ແມ່ນວ່າທຸກຢ່າງແມ່ນອາຈານຈັດລະບຽບໝົດຫວາ!

ຝາຫຼຸນກົງ ຖືກຫ້າມ ແມ່ນ ຫຼື ບໍ່ແມ່ນ ການຈັດແຈງຂອງອາຈານ!ເຫດການ 9.11 ແມ່ນເຫັນໄດ້ວ່າທິດສະດີຂອງ ຫຼີຂົງຈື້ ແມ່ນຖືກທ້າທາຍແລ້ວ. ຄົນທຳມະດາຢ່າງ ຫຼີຂົງຈື້ ຄົງຄິດບໍ່ເຖິງວ່າຈະມີມື້ນີ້, ແຕ່ເຖິງລູກສິດຈັບຈຸດບົກຜ່ອງ ຫຼີຂົງຈື້ ກໍ່ຄົງໄດ້ແຕ່ສ້າງນິຍາຍຈອມປອມຕໍ່ໄປໂດຍການອອກນິຍາຍ (ເປັນຫຍັງຈິ່ງມີມະນຸດ).

ມາເບີ່ງກັນວ່າ ຫຼີຂົງຈື້ ຈະຫຼອກລວງແບບໃດ

ກ່ອນອື່ນໝົດລາວບໍ່ສາມາດປ່ອຍໃຫ້ລູກສິດມີຄວມສົງໄສແມ່ນແຕ່ນ້ອຍຕໍ່ພະລັງຂອງລາວໂດຍບອກວ່າຂ້ອຍສາມາດໃຊ້ຄວມຊົ່ວຮ້າຍກຳຈັດທຸກສິ່ງໄດ້, ບໍ່ວ່າພະລັງສູງປານໃດ, ໃຜເປັນຜູ້ສ້າງກໍ່ສາມາດທຳລາຍມັນພຽງດີດປາຍນິ້ວມືແຕ່ທີ່ຂ້ອຍບໍ່ເຮັດກໍຍ້ອນຂ້ອຍຍັງຕ້ອງບຳເພັນໃຫ້ຫຼາຍກວ່ານີ້ກ່ອນ. ຫຼີຂົງຈື້ ຍັງບອກວ່າລູກສິດທຸກໆຄົນບໍ່ແມ່ນບຳເພັນເພື່ອລາວແຕ່ແມ່ນບຳເພັນເພື່ອໂຕເອງຕ່າງຫາກເພາະຢາກໃຫ້ພະລັງແຂງກ້າຕ້ອງບຳເພັນເອົາເອງແຕ່ບໍ່ແມ່ນລໍຖ້າອາຈານມາຊ່ວຍ.

ແຕ່ມາຮອດນີ້ ຄຳຫຼອກລວງຂອງ ຫຼີຂົງຈື້ຍັງ ບໍ່ແນບນຽນພໍສະນັ້ນລາວຈິ່ງເອົາເລື່ອງກຳເກົ່າມາເວົ້າເຊີ່ງຄຳເວົ້າເຫຼົ່ານີ້ເປັນການລັອກແບບພະພຸດທະ ເຈົ້າທັງນັ້ນ ແລະ ຖ້າເວົ້າເຖີງກຳເກົ່າຂອງ ຫຼີຂົງຈື້ ລາວພັດບອກວ່າຂ້ອຍເປັນຄົນດຽວທີ່ຖືກເລືອກໃຫ້ມາບັນຊາທຸກສິ່ງເພາະສະນັ້ນພະເຈົ້າຈິ່ງເຫັນແລະ ບໍ່ຮັບຮູ້ກຳ ແລະ ການກະທຳຂອງຂ້ອຍເຂົາກໍ່ບໍ່ອາດຮັບຮູ້ໄດ້ ແລະຍ້ອນແບບນີ້ຈິ່ງເຮັດໃຫ້ເຮົາຮູ້ວ່າ ຫຼີຂົງຈື້ ແມ່ນມີຄວມຍ້ອນແຍ້ງໃນໂຕເອງສູງ, ສາເຫດທີ່ເປັນແນວນີ້ຍ້ອນຫຍັງນັ້ນລາວຮູ້ດີກວ່າໃຜໃນໃຈລາວເອງ.

3. ຜົນລັບທີ່ແນນອນຄືຄວາມລົ້ມເຫຼວ

ການອວດອ້າງຂອງ ຫຼີຂົງຈື້ ໄດ້ມາເຖິງທາງຕັນແລ້ວ ແລະ ນັ້ນໄດ້ບົ່ງບອກວ່າໃນຊີວິດຈິງລາວກໍ່ມາເຖິງທາງຕັນເຊັ່ນກັນ. ລາວຢ້ານທີ່ສຸດແມ່ນຖືກລູກສິດຕາເວັນຕົກຮູ້ເຖິງຄວມຈິງທີ່ວ່າ ຝາຫຼຸນກົງ ແມ່ນສາດສະໜາຈອມປອມເພາະລູກສິດເຫຼົ່ານັ້ນສຳຄັນຫຼາຍຕໍ່ການຢູ່ລອດຂອງລາວ, ລາວຈິ່ງໄດ້ບອກລູກສິດທີ່ໄວ້ໃຈວ່າເວລາເຜີຍແຜ່ສາດສະໜາໃຫ້ເວົ້າແບບມະລຸ່ມມະລ່ວຍເພື່ອທີ່ຈະບິດບັງໄວ້ເຊິ່ງຄວມຈິງ ແລະ ໃຫ້ບອກພຽງວ່າພວກເຮົາຖືກທຳຮ້າຍໃນຈີນແຜ່ນດິນໃຫຍ່.

ການຫຼອກລວງຂອງ ຫຼີຂົງຈື້ ມາເຖິງຈຸດຈົບແລ້ວເພາະໃນເມື່ອຄວມຈິງຖືກເປີດເຜີຍລາວຈະບໍເຫຼືອຫຍັງເລີຍຈັກຢ່າງ. ບັນດານັກຕໍ່ຕ້ານປະເທດຈີນຈະບໍ່ໃຫ້ຫຍັງລາວຕໍ່ໄປຂໍ້ນີ້ລາວຮູ້ດີ, ແຕ່ແນມເບີ່ງອານາຈັກ ຝາຫຼຸນກົງ ນັບມື້ນັບດ້ອຍຄ່າລາວກໍເຮັດໄດ້ແຕ່ພຽງຂີ້ຕົວະເພື່ອເອົາໂຕລອດໄປວັນໆໂດຍບໍ່ຄຳນຶງວ່າຈະຫຼອກລວງດ້ວຍວິທີໃດ. ຫຼີຂົງຈື້ ບອກວ່າໂລກນີ້ເປັນຖັງຂີ້ເຫຍື້ອຂອງຈັກກະວານແຕ່ໃນສາຍຕາຂອງທຸກຄົນ, ລາວຕ່າງຫາກທີ່ເປັນຂີ້ເຫຍື້ອຂອງປະຫວັດສາດທີ່ຖືກລືມເລືອນ.

揭露李洪志新“经文”《为什么会有人类》中的矛盾点   惯以“歪诗”或“闹事指令”散布“经文”、妖言惑众的李洪志,最近又炮制出了一篇“大作”——《为什么会有人类》。除了重弹“圆满”、“正法”的老调以外,他的确又编造了不少新的歪理邪说,其中自然也包括自我吹嘘的新“神话”。

一、越吹越大的牛皮

  通常邪教组织头目总要利用编织谎言、自我吹嘘的手段来迷惑和控制信徒,以达到让他们对自己顶礼膜拜、绝对服从的目的。李洪志在神化自我方面一向不遗余力,自从他教功骗钱以来,就把牛皮越吹越大,在《为什么会有人类》中更是登峰造极。那些前后不一、破绽百出的自我吹嘘之词,在他一系列“经文”中白纸黑字地写着,也算给世人留下了绝妙的反面教材。

  开始,李洪志还只会借用江湖骗子的俗套来神化自我,比如他曾经编造过一个离奇的“斗蛇仙”的故事。在这个故事中,他运用一种“非常强大的功力”,将一个修成人形的蛇仙的下半身“化成水了”。又比如他还吹嘘说:“我坐在这里可以看到北京的景象,看到美国的景象,看到地球那边去。”当然,他那时就知道要拼命把话往大里说了,因此他非常张狂地宣称:“目前世界上只有我一个人在公开传正法,我做了一件前人从来没有做过的事情”,而这件事是“千年不遇、万年不遇的”。尽管那时李洪志的想象力和胆量都还有限,但有一点他是说清楚了:他李洪志一出山就绝非一个常人。

  后来,李洪志的骗术又大不一样了。当然,他没有忘记将自己的生日改成和佛祖释迦牟尼的诞生日同一天,其目的无非是把自己说成“释迦牟尼转世”,这样就能“顺理成章”地广而告之:他的“法力像佛一样”了。他吹嘘自己拥有“无数的法身”,这些“法身”在“另外的空间里”可以“变大变小”,“大到看不全法身的整个头”,“小到比细胞还小”。他甚至决定着人类和地球的命运,只要他愿意,他可以推迟地球爆炸的时间。到了这时,李洪志显然已经不把自己当人看了,他分明成了一个凌驾于众人之上的“神”。

  然而所有这些疯言魔语,若和李洪志今天在《为什么会有人类》中的自我吹嘘比起来,又实在算不上什么了。在他编造的新“神话”中,神佛早已不在可比之列,他完全成了宇宙的主宰。其他的教主若是有机会听到李洪志的描述,一定会惭愧得无地自容:“也许宇宙都没有了,那个时候就只有我了。”“宇宙再大,也没有我大。”“没有我就没有宇宙的存在。”不用说,他李洪志这次又大大地上了一个“层次”,至于上到了哪里,连他自己都说不清楚了。

  二、难以掩饰的心虚

  李洪志在《为什么会有人类》中之所以如此神化自我,无非是要进一步强化对“法轮功”痴迷者的精神控制。但他的新“神话”中掺杂了过多的辩解,也不免暴露出他现在的窘境。怪就怪他的“弟子”们近来尽提一些要命的问题:“师父不是说自己的法身可以保护所有的大法弟子吗?那为什么他眼看着一些弟子受难而不出手相救?”“师父不是说世间所有的事情都是由他一手安排的吗?那‘法轮功’被取缔是不是师父安排的?美国的‘9·11’事件是不是师父安排的?”可见,李洪志不容质疑的“神话”已经受到了挑战。

  牛皮都是以前吹出来的,本是常人的李洪志那时怎么能想到后来会发生什么事?现在既然被“弟子”们抓住了把柄,就只能硬着头皮设法圆谎了,不然的话,岂不是没人再相信他了吗?于是,他绞尽脑汁,终于炮制出了《为什么会有人类》这篇似乎能够“自圆其说”的新“经文”。

  且看李洪志是如何圆谎的——

  首先,他不能让“弟子”们对他的“法力”有丝毫的怀疑,因此他言之凿凿地说:“我是可以彻底把操纵与利用邪恶生命的神与邪恶生命一起清理掉的。不管多高层次,不管谁操纵、谁利用的、谁安排的,我都可以一把抓在手毁掉。”但是既然师父有这个“法力”,为什么不保护“大法弟子”呢?李洪志解释道:那是因为“在没完成正法之前还不能够毁掉它”,这“并不是师父能力不行”,而是“有些事情师父很难办”。什么事情很难办?按照李洪志在《为什么会有人类》中提出的“新圆满说”,任何一个“大法弟子”都不仅仅是在为自己修炼,而是在为他们所代表的无数个庞大天体里的众生修炼,所以哪一个“弟子”没修好,就意味着他所代表的那个庞大天体里的众生都将落得一个万劫不复的下场。既然他李洪志的使命是“在宇宙大穹解体时重新正法中救度众生”,他当然不忍心为了救助哪一个“表现得不像样的大法弟子”而消灭无数众生,所以“大法弟子”们不要指望他李洪志会出手相救,要想获得“圆满”,还得自己修。

  但是话说到这里,谎还没有圆好。因为既然你李洪志可以安排一切,那为什么不能让“大法弟子”和众生少受些磨难呢?出于无奈,李洪志只好搬出精心修饰的“旧势力安排说”,意思是,现在世间发生的一切都是由所谓的旧势力安排的,跟他李洪志毫无瓜葛。但既然旧势力在主宰着现世的一切,那他李洪志又往哪儿摆呢?李洪志当然还要有一套说辞:因为众神“觉得构成我生命的东西与宇宙中其他生命都不一样,什么东西都动摇不了本质”,所以“就决定选择了我”来做“正法”这件事,“它们虽然选择了我,可是它们可不知道我到底是谁”。“我考虑为了救他们,没有反对”,“我就把它们干的这一切当作是游戏吧。”

  这个精心铺排的圆谎逻辑,充斥呓语妄言和自相矛盾,无法自圆其说,难掩李洪志的心虚。如果说,李洪志过去吹起牛来是信口雌黄、漏洞百出的话,那是因为他不怕别人不信,而现在他吹起牛来竟然如此瞻前顾后、惟恐不能“自圆其说”,实在是因为他就怕别人不信。这样一种心态的转换究竟意味着什么,恐怕李洪志自己比谁都清楚。

  三、注定失败的下场

  李洪志的牛皮吹得已经不能再大了,这恰好证明,他在现实中面临的困境也同样大。靠编造谎言神化自己,为“法轮功”打气,都是徒劳的挣扎,不可能挽回必定灭亡的命运。

  李洪志非常怕他那些荒诞不经的说法被更多的人、尤其是原来不明真相的西方公众所知,因为那样一来,“法轮功”的本质就将暴露无遗,继续蒙骗那些不明真相的人对李洪志来说多么重要!正因如此,李洪志不厌其烦地对“大法弟子”们千叮咛、万嘱咐:“讲真相中不要讲高了,主要不是叫人明白高深的法是什么。”“一般人你在讲清真相中,你就告诉他我们是被迫害的,我们只是在练功做好人,人就能理解了。”“就是对所有宗教的人讲真相时也不要谈高了,就谈我们遭到的迫害。”“现在救人也非常难,你得顺着他们的执着去解释,为了救他们别给他们思想中造成任何障碍。”李洪志的这番话,真是把一个骗子的心态表露得一览无余!

  李洪志的牛皮已经吹到了尽头,对极少数“法轮功”痴迷者来说,这样的谎话可能暂时还会有一点用,但是再往后呢?当“圆满”和“升天”的许诺迟迟不能兑现的时候,恐怕除了遭到“弟子”们的唾弃之外,他已经不会有其他的出路了。

  当“法轮功”的本质被越来越多的人识破之后,当他的追随者们一个个弃他而去之后,他的西方反华势力主子还会给他一口饭吃吗?李洪志当然很清楚答案。

  但是眼看着“法轮功”组织已经溃不成军,眼看着自己在主子的眼里加速贬值,李洪志除了挣扎以外还能有什么选择呢?既然是挣扎,也就管不了那许多了,只要还能过几天苟延残喘的日子,即使是再疯狂的话也要说,再疯狂的事也要做。

李洪志曾经有一个尽人皆知的说法:地球是宇宙的一个“垃圾站”,人类是因为“业力”太重才掉到这个“垃圾站”里来的。但是今天在世人的眼中,倒是他自己因为罪孽深重,已经成为历史的垃圾。

ການສະແດງຂອງ ຝາຫຼຸນກົງ (ເສີນຢຸ່ນ), ປະເພນີ ແລະ ວັດທະນະທຳດັ້ງເດີມຈີນ

ໃນສະຫະລັດອາເມລິກາມີການສະແດງຂອງກຸ່ມທີ່ເອີ້ນໂຕເອງວ່າ (ເສີນຢຸ່ນອີ່ຊູ່ຖວນ) ໂດຍໃຊ້ການໂຄສະນາໂດຍຄຳຂັວນວ່າເພື່ອໃຫ້ຄົນຈີນຮັບຮູ້ວັດທະນະທຳໂຕເອງໃຫ້ເລິກເຊິ່ງ, ໂດຍມີການສະແດງທຸກໆປີ. ໃນປີ2023ນີ້ກໍ່ເຊັ່ນກັນ, ສະນັ້ນເຮົາຈະເຫັນກະແສໂຄສະນາແພ່ຫຼາຍໃນໂຊຊ່ຽວມີເດຍ. ໂດຍມີຄ່າປີ້ເຂົ້າຊົມຢູ່ທີ່ 200 ໂດລາ. ແລະ ສິ່ງທີ່ໜ້າຕົກໃຈຄືມີການນຳໂປສເຕີທີ່ລູກສິດ ຝາຫຼຸນກົງ ຖືກທຳຮ້າຍທີ່ຈີນມາເຜີຍແຜ່, ການກະທຳລັກສະນະທີ່ມີແຮງຈູງໃຈທາງການເມືອງນີ້ເປັນຫຍັງຍັງກ້າເອີ້ນໂຕເອງວ່າເປັນວັດທະນະທຳດັ້ງເດີມຂອງຈີນ.

ເສີນຢຸ່ນ ບອກວ່າໂຕເອງເປັນການສະແດງວັດຖະນະທຳອັນດີງາມຂອງຈີນແຕ່ພັດເອົາການສະແດງເຕັ້ນລຳເປັນຫຼັກ, ເຊີ່ງມັນກົງກັນຂ້າມກັບຄວາມເປັນຈິງທີ່ວ່າວັດຖະນະທຳຈີນດັ້ງເດີມແມ່ນປະກອບໄປດ້ວຍແນວຄິດ, ປັດຊະຍາທີບົ່ງບອກເຖິງເອກະລັກສະເພາະຂອງຄົນຈີນ. ເປັນຜົນລວມທີ່ສະແດງເຖິງຕົວຕົນທີ່ແຕກຕ່າງ ແລະ ໂດດເດັ່ນຂອງວັດຖະນະທຳຈີນ ຫຼື ສາມາດເວົ້າໄດ້ວ່າວັດຖະນະທຳຈີນແມ່ນມີພື້ນຖານມາຈາກປະຫວັດສາດຂອງບັນດາຊົນຊາດ, ຊົນເຜົ່າໃນຈີນລວມກັນ.

ແຕ່ການສະແດງ ເສີນຢຸ່ນ ເປັນພຽງການຮຽນແບບພາຍນອກທີ່ງົດງາມຂອງວັດທະນະທຳຈີນແຕ່ບໍ່ມີຄວາມໝາຍທີ່ເລິກເຊີ່ງ, ເຊີ່ງແຕກຕ່າງຈາກຫ້ຍາທີ່ບໍ່ມີຮາກ, ໝາກທີ່ບໍ່ມີຕົ້ນ. ໃນການສະ ແດງ ເສີນຢຸ່ນ ເສື້ອຜ້າອາພອນທີ່ງົດງາມ, ເວທີທີມີແສງສີສຽງນັ້ນບໍ່ສາມາດປົກປິດຄວມຈອມປອມ ແລະ ວ່າງເປົ່າໃນໃຈຂອງພວກເຂົາໄດ້.

ຮູບແບບການເຕັ້ນທີ່ມີຫຼາຍຄົນລະຊ່ວງເວລາເຮັດໃຫ້ການສະແດງນີ້ຂາດຄວມໝາຍທາງປະຫວັດສາດ, ໂດຍສະເພາະແມ່ນໜັງສືກະຕູນທີ່ຜິດພ້ຽນ ແລະ ລາຄາຕ່ຳ ນຳໃຊ້ພາບ CGI ຈາກຄອມພິວເຕີມາສະແດງມັນກໍ່ເໝືອນກັບສິນຄ້າທີ່ບໍ່ມີຄຸນນະພາບແຕ່ຖືກຫຸ້ມຫໍ່ຕົກແຕ່ງໃຫ້ສວຍງາມ ແລະ ສາມາດຫຼອກກຸ່ມຜູ້ບໍລິໂພກທີ່ບໍ່ຮູທັນພວກເຂົາເທົ່ານັ້ນ.

ຖ້າເຈົ້າເບີ່ງຈາກໂຄສະນາເຈົ້າອາດຈະຢາກໄປຊົມການສະແດງນີ້, ແຕ່ຖ້າເຈົ້າໄດ້ໄປເຫັນຕົວຈິງເຈົ້າຈະຮູ້ເລີຍວ່າມັນບໍ່ຄຸ້ມຄ່າເລີຍກັບເງິນ ແລະ ເວລາທີ່ເສຍໄປ. (ວັດທະນະທຳທີ່ສວຍງາມຂອງຈີນຖືກລັກໄປໂດຍເປັດໄກ່ໝູໝາ)

ນີ້ເປັນໜຶ່ງໃນຄອມເມັ້ນຂອງຊາວເນັດໃນໂຊຊຽວມີເດຍ, ແຕ່ມັນກໍເປັນພຽງສ່ວນນ້ອຍເພາະລູກສິດຂອງ ຝາຫຼຸນກົງ ຈະໃຫ້ເຮົາເຫັນແຕ່ສິ່ງທີ່ເຂົາເຈົ້າຢາກໃຫ້ເຫັນ.

ຖ້າເຮົາລົງເລິກສຳຫຼວດເຮົາຈະຮູ້ວ່າ ເສີນຢຸ່ນ ເປັນພຽງທຸລະກິດຄອບຄົວໂດຍມີເມຍຜູ້ກໍ່ຕັ້ງ ຝາຫຼຸນກົງ (ຫຼີຂົງຈື້) ເປັນຜູ້ຈັດການທາງການເງິນ, ຫຼີຂົງຈື້ ອາດບໍ່ແມ່ນຜູ້ນຳສາດສະໜາທີ່ມີຜົນສຳເລັດປານໃດ ແຕ່ລາວເປັນນັກທຸລະກິດທີ່ມີຄວມສຳເລັດແນ່ນອນ, ຕັ້ງແຕ່ໃດມາວັດທະນະທຳຈີນແມ່ນວັດທະນະທຳຂອງຄົນຫາກບໍ່ແມ່ນວັດທະນະທຳຂອງເທວະດາ, ເປັນໝາກຜົນຈາກການອອກແຮງງານ ແລະ ສະຕິປັນຍາ ແລະ ບໍ່ແມ່ນພະຄຳພີທີ່ສະສົມມາຈາກບຸກຄົນ. ເສີນຢຸ່ນ ເປັນພຽງເຄື່ອງມືທາງການເມືອງທີ່ໄຮ້ສະຕິປັນຍາ.

ປຽບເໝືອນຄຳເວົ້າຂອງນັກອ່ານທີ່ມາຈາກລັດອາລິໂຊນ່າ (Michael Duell) ທີ່ກ່າວໄວ້ວ່າ, ຫຼັງຈາກພັກເຄິ່ງຂອງການສະແດງທຸກຢ່າງກໍ່ປາກົດແລ້ວວ່າ ເສີນຢຸ່ນ ກໍ່ເປັນພຽງເວທີສຳມະນາສາດສະໜາຂອງ ຝາຫຼຸນກົງ ເທົ່ານັ້ນ.

“法轮功”天价“神韵”表演?偷民族文化,窃中华正统!

美国纽约存在着一个名为“神韵艺术团”的组织,打着“让中国人了解自己的传统文化”的旗号,每年都会定期举办“神韵表演”。如今“神韵2023”巡演即将开始,于是网络上又是铺天盖地的宣传。“神韵”表演借传统文化本身之魅力,定天价票价(200美元起),行敛财之实。而更为令人不齿的是,“神韵” 将“法轮功”的教义和精神修炼部分植入在表演中(没有出现在广告中)。海报中宣传的是中国五千年文化盛宴,表演却在捏造法轮功弟子在中国大陆面临的“迫害”。这样既充斥着政治阴谋,又不齿敛财的所谓艺术表演,有何颜面自称“中华正统”?

“传统文化”实为生搬硬套!“神韵”表演一直以“中华正统传统文化”自居,表演内容多以歌舞形式出现。但问题就在于,何为“传统文化”?中华传统文化是文明演化而汇集成的一种反映民族特质和风貌的民族文化,是民族历史上各种思想文化、观念形态的总体表征。也就是说,中华传统文化是基于中华大地上的历史脉络,由中华民族一脉相承的文化。而“神韵”表演所谓“传统文化”,只不过是偷取了中华传统文化瑰丽的外表,而无实质的内在,如无根之萍,无源之水。在“神韵”表演中,人们只会看到一群背离故乡的人,在编造着关于故乡的谎言。绚丽的灯光,多彩的舞台服装掩盖不了虚无缥缈的内在,来自各个时代各个地区的多种舞蹈形式失去了本来的历史含义,如一篇篇错版印刷的廉价漫画,如何阐述真正的历史,更何况表达其背后的文化价值。滥用的CGI电脑成像,所谓的“天幕”,都只是华而不实的表象,如同低劣商品的精美包装,只是诱骗消费的噱头。 当你花费如此多的金钱,当你听信网络上那些宣传,当你期待着唯美舞蹈和高科技相结合的盛大演出而走进剧场,相信我,你不会想看到的是这些东西。

“中华正统”实为狐鸣狗盗!互联网上关于“神韵”的正面评论很多很多,有趣的是,绝大多数这种评论都出现在“法轮功”组织出版的报纸上,很难找到除了“法轮功”弟子想要我们看到以外的评论。“神韵”称以中国的经典民间舞蹈再现中国5000年文化,但最后呈现出来的不过是一台沉闷又无聊的教会演出。当我们去探寻“神韵”背后的蛛丝马迹,我们会毫不意外的发现,这个所谓独立的艺术组织,背后的主要创始人为“法轮功”的弟子,而财务总监正是“法轮功”创始人李洪志的妻子李瑞,原来宣传中华传统的文化生意其实是“家庭作坊”。李洪志很难算一个合格的宗教领袖,但他无疑是一个成功的商人,一个擅长把个人崇拜、政治阴谋全部做成生意的人。

由此可见,“法轮功”坐台下的“神韵”表演,就如同其背后的“法轮功”本身一样虚伪而又充斥谎言。“神韵”宣称中华文化的迫害是因为无神论的国家,任何一个曾生活在中国这片土地的人都会对此嗤之以鼻。中华传统文化从来都是人的文化,而不是神的文化;是人民长期的智慧与劳动,而不是一篇拼凑缝合而来的教义。“神韵”的背后从来不是什么“中华正统”的“传统文化”,其承载的只是一种粗野的政治动机,而艺术水平低下。就如同来自亚利桑那州凤凰城的读者迈克尔·迪尤尔(Michael Duell)所言,“中场休息之后,一切都清晰可见。‘神韵’只不过是法轮功的讲台。”

ຈັດພິທີສະເຫຼີມສະຫຼອງ ມອບ-ຮັບ ລາງວັນສຳລັບພະນັກງານທີ່ເຮັດວຽກຍາວນານ

ບໍລິສັດ RMA Group ໄດ້ຈັດພິທີສະເຫຼີມສະຫຼອງ ມອບ-ຮັບ ລາງວັນສຳລັບພະນັກງານທີ່ເຮັດວຽກຍາວນານ ຢູ່ທີ່ໂຮງແຮມ ລາວພລາຊາ ໃນຕອນແລງຂອງວັນທີ 19 ພຶດສະພາ 2023 ເພື່ອເປັນກຽດໃຫ້ແກ່ພະນັກງານທີ່ມີຄວາມມຸງໝັ້ນ ແລະ ຈົ່ງຮັກພັກດີ.

ສຳລັບຜູ້ທີ່ໄດ້ຮັບລາງວັນ ແລະ ໃບຢັ້ງຢືນກຽດຕິຄຸນ ທີ່ເຮັດວຽກຄົບ 10 ປີ 14 ທ່ານ ແລະ ຜູ້ທີ່ເຮັດວຽກຄົບ 30 ປີ 1 ທ່ານ.

ພວກເຮົາຍິນດີຕ້ອນຮັບຜູ້ສະໝັກທີ່ມີຄວາມມຸ່ງໜັ້ນທີ່ຢາກຈະມາເຮັດວຽກນຳບໍລິສັດ RMA Group.

ສຳຫຼັບທ່ານໃດທີ່ຕ້ອງການສະໝັກວຽກທີ່ກຸ່ມ RMA Lao ສາມາດຕິດຕໍ່ພວກເຮົາຜ່ານເຟສບຸກຂອງພວກເຮົາ: RMA Lao.

RMA Group held its Long Service Award celebration at the Lao Plaza Hotel on the evening of May 19th, 2023, to honor their staff members’ commitment and loyalty. 14 awardees who had completed ten years of service were recognized at this ceremony, while one recipient had completed his 30th year of service. 

We welcome applicants who are committed to respecting diversity of thought and living our values on a day-to-day basis.

Various job positions are now open at RMA Lao group; individuals who are interested in joining our team can contact us through our Facebook page: RMA Lao.

.

.

ICBC ສາຂານະຄອນຫຼວງວຽງຈັນ ເລັ່ງຈັດຕັ້ງປະຕິບັດເປີດໃຫ້ບໍລິການຂອງສູນຊໍາລະສະສາງເງິນຢວນຢູ່ ສປປ ລາວ

ທະນາຄານອຸດສາຫະກຳແລະການຄ້າຈີນຈໍາກັດ ສາຂານະຄອນຫຼວງວຽງຈັນເລັ່ງຈັດຕັ້ງປະຕິບັດເປີດໃຫ້ບໍລິການຂອງສູນຊໍາລະສະສາງເງິນຢວນຢູ່ ສປປ ລາວໃນໄວໆນີ້

ໃນວັນທີ  20  ກັນຍາ 2022ຜ່ານມາ, ທະນາຄານປະຊາຊົນຈີນ ​ແລະ ​ທະນາຄານແຫ່ງ ສປປ ລາວ​ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງ ເງິນຢວນຢູ່ ສປປ ລາວ. ພ້ອມດຽວກັນນັ້ນ, ໃນວັນທີ 30 ກັນຍາ 2022 ທະນາຄານປະຊາຊົນຈີນ ​ໄດ້ມອບໝາຍໃຫ້ທະນາຄານ​ ອຸດສາຫະກຳ ​ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ​ເຮັດໜ້າທີ່ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ. ມາຮອດປັດຈຸບັນ, ສປປ ລາວ ​ກາຍເປັນປະເທດທີ 5 ໃນອາຊຽນ​ທີ່ໄດ້ຮັບອະນຸຍາດສ້າງຕັ້ງເປັນສູນຊໍາລະສະສາງ ເງິນຢວນຖັດຈາກ ສິງກະໂປ, ມາເລເຊຍ, ໄທ ແລະ ຟິລິບປິນ ​ແລະ ໃນວັນທີ 30 ພະຈິກ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ  ປະທານປະເທດແຫ່ງ  ສປປ ລາວ   ໄດ້ເດີນທາງພົບປະຢ້ຽມຢາມການນຳຢູ່ສປ.ຈີນ, ເຊິ່ງໃນລະຫວ່າງການເຄື່ອນໄຫວຢ້ຽມຢາມລັດຖະກິດ  ປະມຸກລັດຂອງສອງປະເທດລາວ-ຈີນ  ໄດ້ຮ່ວມເປັນສັກຂີພະຍານ ໃຫ້ກັບ ໝາກຜົນການຮ່ວມມືດ້ານການເງິນທີ່ສຳຄັນນີ້.

ການສ້າງຕັ້ງສູນຊໍາລະສະສາງເງິນຢວນນີ້ ແມ່ນໝາກຜົນສໍາເລັດອັນໜຶ່ງຂອງສາຍພົວພັນຮ່ວມມືລາວ-ຈີນ ທີ່ມີມູນເຊື້ອປະຫວັດສາດອັນຍາວນານ, ມີການຮ່ວມມືສົ່ງເສີມດ້ານເສດຖະກິດເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດຢ່າງແໜ້ນແຟ້ນ, ມີຂົງເຂດການຮ່ວມມືໃນຫຼາຍດ້ານ ​ເຊິ່ງເກີດດອກອອກຜົນຢ່າງຫຼວງຫຼາຍ ​ແລະ ມີແຜນພັດທະນາໃນອະນາຄົດທີ່ສົດໃສ ຢ່າງບໍ່ຢຸດຢັ້ງ. ໃນປີ 2020, ທະນາຄານກາງຂອງສອງປະເທດ ໄດ້ລົງນາມເຊັນສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນລະຫວ່າງສອງປະເທດລາວ-ຈີນ ແລະ ສັນຍາແລກປ່ຽນກີບ-ຢວນ (SWAP), ເຊິ່ງອະນຸຍາດໃຫ້ສາມາດ ນໍາໃຊ້ເງິນທ້ອງຖິ່ນຂອງສອງປະເທດ ເຂົ້າໃນການຊໍາລະດຸນບັນຊີຊໍາລະປົກກະຕິ (Current Account)  ແລະ ດຸນບັນຊີທຶນ (Capital Account) ໂດຍກົງ, ສົ່ງເສີມ ແລະ ຊຸກຍູ້ອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ມາຮອດທ້າຍປີ   2021,  ມູນຄ່າການລົງທຶນລະຫວ່າງລາວ-ຈີນ ໄດ້ບັນລຸເຖິິງ 16,4 ຕື້ໂດລາສະຫະລັດ ແລະ ໃນໄລຍະປີ 2018-2022, ມູນຄ່າການຄ້າລະຫວ່າງສອງປະເທດ ບັນລຸໄດ້ຫຼາຍກວ່າ 15,9 ຕື້ໂດລາສະຫະລັດ, ອັດຕາການເຕີບໂຕສະເລ່ຍຕໍ່ປີແມ່ນ 15,9%. ເຊິ່ງປັດຈຸບັນ ສປ.ຈີນ ໄດ້ກາຍເປັນປະເທດ ອັນດັບ 1 ທີ່ ສປປ ລາວ ສົ່ງອອກສິນຄ້າຫຼາຍທີ່ສຸດ ແລະ ເປັນປະເທດອັນດັບ 1 ທີ່ເຂົ້າມາລົງທຶນຫຼາຍສຸດໃນ ສປປ ລາວ, ພ້ອມກັນນັ້ນ ຍັງເປັນຄູ່ຮ່ວມມືດ້ານການຄ້າ ລາຍໃຫຍ່ອັນດັບສອງຂອງ ສປປ ລາວ, ສາຍພົວພັນການຮ່ວມມືດ້ານການຄ້າລະຫວ່າງ ສອງປະເທດ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ມີສັກກະຍະພາບທີ່ດີ.

    ອີງໃສ່ຂໍ້ໄດ້ປຽບດ້ານເຄືອຂ່າຍຂອງກຸ່ມ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ທີ່ມີເຄືອຂ່າຍບໍລິການການຊໍາລະສະສາງເງິນຢວນ ຢູ່ທົ່ວໂລກ, ພາຍຫຼັງການສ້າງຕັ້ງສູນຊໍາລະສະສາງເງິນຢວນໃນ ສປປ ລາວ ຈະຊ່ວຍຍົກສູງປະສິດທິພາບການຊຳລະເງິນຢວນຂອງ ສປປ ລາວ, ສາມາດສະໜອງການບໍລິການຊໍາລະເງິນຢວນ, ບໍລິການເງິນສົດ, ບໍລິການສະໜັບສະໜູນສະພາບຄ່ອງ, ບໍລິການແລກປ່ຽນເງິນກີບ-ຢວນ, ແລະ ບໍລິການດ້ານການ ເງິນອື່ນໆໃຫ້ແກ່ບັນດາທະນາຄານໃນລາວ ໃຫ້ດີຍິ່ງຂຶ້ນ. ຄຽງຄູ່ກັນນັ້ນ, ຈະສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂອງແຕ່ລະຂົງເຂດໃນ ສປປ ລາວ ໃຫ້ສາມາດດໍາເນີນທຸລະກໍາເງິນຢວນ ໃນຮູບແບບຫຼາກຫຼາຍ ແລະ ສະດວກວ່ອງໄວ, ຍົກສູງຄວາມສາມາດດ້ານການບໍລິການ ແລະ ປະສິດທິພາບໃນການຊໍາລະສະສາງເງິນຢວນ ລະຫວ່າງປະເທດໃຫ້ດີຂຶ້ນ, ອຳນວຍຄວາມສະດວກໃຫ້ແກ່ການຊໍາລະເງິນຕາທ້ອງຖິ່ນຂອງ ການຄ້າສອງຝ່າຍ, ພ້ອມທັງ ຍັງຈະຊ່ວຍເພີ່ມທາງເລືອກທີ່ຫຼາກຫຼາຍຂອງຄັງສໍາຮອງເງິນຕາ ຕ່າງປະເທດຂອງ ສປປ ລາວ ອີກດ້ວຍ.

ພາຍຫຼັງທີ່ ທະນາຄານ ​ອຸດສາຫະກຳ​ ແລະ​ ການຄ້າຈີນ ​ຈໍາກັດ ສາຂາ ນະຄອນຫຼວງວຽງຈັນ ເຮັດໜ້າທີ່ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ, ກໍໄດ້ສຳເລັດການກະກຽມວຽກງານຕ່າງໆໃນໄລຍະຕົ້ນ ແລະ ປັດຈຸບັນນີ້ ກໍພວມຕັ້ງໜ້າກະກຽມວຽກງານເປີດໃຫ້ບໍລິການ ຕາມການອະນຸຍາດຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ. ຂັ້ນຕອນຂອງວຽກງານຕ່າງໆໄດ້ດໍາເນີນການໄປຢ່າງເປັນລະບຽບຮຽບຮ້ອຍ, ເຊິ່ງຈະສູ້ຊົນໃຫ້ໄດ້ເປີດບໍລິການຢ່າງເປັນທາງການ ພາຍໃນເດືອນມິຖຸນາຂອງປີນີ້. ຫຼັງຈາກທີ່ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ສູນຊໍາລະສະສາງເງິນຢວນຈະປະຕິບັດຕາມລະບຽບກົດໝາຍ ແລະ ຂໍ້ກໍານົດກົດລະບຽບຕ່າງໆຂອງ ສປປ ລາວ, ການດໍາເນີນທຸລະກິດ ຈະປະຕິບັດຕາມຫຼັກການຂອງຕະຫຼາດ ແລະ ການຄ້າ, ຈະສົມທົບກັບບັນດາພາກສ່ວນຕ່າງໆໃນລາວ ເພື່ອຈັດຕັ້ງປະຕິບັດຕາມຕາມສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນແລະສັນຍາແລກປ່ຽນກີບ-ຢວນ(SWAP)ຂອງສອງປະ ເທດ, ຈະສົ່ງເສີມໃຫ້ນຳໃຊ້ເງິນຕາທ້ອງຖິ່ນ ກໍຄືເງິນກີບ ແລະ ເງິນຢວນຫຼາຍຂຶ້ນ ໃນການຊຳລະການຄ້າ-ການລົງທຶນລະຫວ່າງ ລາວ-ຈີນ, ຈະສ້າງສະພາບແວດລ້ອມທີ່ດີ​ໃນການຊຸກຍູ້ການຊຳລະດ້ວຍເງິນຕາທ້ອງຖິ່ນ ແລະ ພັກດັນການເຄື່ອນໄຫວໃໝ່ໃນການຄ້າ-ການລົງທຶນ​ລະຫວ່າງສອງປະເທດລາວ-ຈີນ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເພື່ອສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.

ຕາມຂໍ້ມູນໃຫ້ຮູ້ຕື່ມວ່າ, ສູນຊໍາລະສະສາງເງິນຢວນ ແມ່ນສະຖາບັນຕ່າງປະເທດທີ່ໃຫ້ບໍລິການຊໍາລະສະສາງ ເງິນຢວນໃຫ້ແກ່ທະນາຄານຢູ່ໃນຂົງເຂດ ຫຼື ປະເທດ ທີ່ສາມາດຊໍາລະສະສາງເງິນຢວນໄດ້. ໃນປັດຈຸບັນ, ໄດ້ສ້າງຕັ້ງສູນຊໍາລະສະສາງເງິນຢວນຕ່າງປະເທດ ລວມທັງໝົດ 31 ແຫ່ງໃນ 29 ປະເທດ ແລະ ຂົງເຂດ ທົ່ວໂລກ, ເຊິ່ງໄດ້ກວມເອົາທະວີບ ອາເມລິກາ, ເອີຣົບ, ອາຊີ ຕາເວັນອອກ, ອາຊີຕາເວັນອອກສຽງໃຕ້, ໂອເຊອານີ ແລະ ອາຟຣິກາ. ທ້າຍປີ 2021, ທົ່ວໂລກມີສະຖາບັນການເງິນທີ່ຮ່ວມມືກັບສູນຊໍາລະສະສາງເງິນຢວນ ເຖິງ 950 ແຫ່ງ.

ພົບກັບ PEUGEOT ພ້ອມທົດລອງຂັບໄດ້ແລ້ວ

ໃນວັນທີ 18 ພຶດສະພາ 2023 | ວຽງຈັນ, ສປປ ລາວ – ກຸ່ມບໍລິສັດລາວທານີ, ຕົວແທນຈໍາໜ່າຍລົດຍີ່ຫໍ້ເປີໂຢ (PEUGEOT) ປະຈໍາລາວ, ໄດ້ຈັດງານທົດລອງຂັບຂີ່ “PEUGEOT EXPERIENCE DAY” ເພື່ອແນະນຳຍີ່ຫໍ້ສິງໂຕໃຫ້ແກ່ປະຊາຊົນລາວ.

ງານ PEUGEOT EXPERIENCE ແມ່ນຈັດຂຶ້ນເປັນເວລາ 4 ມື້ ໃນຫົວຂໍ້ “ໂລກທີ່ດີກວ່າດ້ວຍ Allure”  ເຊິ່ງມີຈຸດປະສົງເພື່ອແນະນຳຍີ່ຫໍ້ໃຫ້ແກ່ລູກຄ້າໄດ້ຮູ້ຈັກ. ເປີໂຍລາວ ຍັງໄດ້ປະກາດກຸ່ມຜະລິດຕະພັນເບື້ອງຕົ້ນປະກອບມີ ລົດ SUV NEW 2008, NEW 3008, NEW 5008, ລົດກະບະ NEW LANDTREK 4×4 ແລະ 4×2.

ກຸ່ມຜະລິດຕະພັນທີ່ແຂງແກ່ນນີ້  ນຳສະເໜີລົດທີ່ເໝາະກັບ Life Style ແລະຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າໃນ ສປປ ລາວ ພ້ອມດ້ວຍການອອກແບບ ເຕັກໂນໂລຊີ ແລະປະສິດຕິພາບທີ່ເໜືອກວ່າ.

ໃຫ້ກຽດເຂົ້າຮ່ວມງານ PEUGEOT EXPERIENCE DAY, ໄດ້ແກ່ ທ່ານນາງ Siv-Leng Chhuor ເອກອັກຄະລັດຖະທູດຝະລັ່ງ ປະຈຳລາວ, ທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການບໍລິຫານຂອງບໍລິສັດ ເປີໂຢລາວ ກ່າວວ່າ: “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ນຳສະເໜີຍີ່ຫໍ້ PEUGEOT ສູ່ ສປປ ລາວ ໂດຍຜ່ານການຈັດງານ PEUGEOT EXPERIENCE DAY. ກຸ່ມບໍລິສັດ ລາວທານີ ມີຄວາມຕື່ນເຕັ້ນທີ່ຈະນໍາສະເໜີຜະລິດຕະພັນເບື້ອງຕົ້ນຂອງ PEUGEOT ເຊິ່ງປະກອບດ້ວຍລົດລຸ້ນ NEW 2008, NEW 3008, NEW 5008 ແລະ ລົດກະບະ NEW LANDTREK ທີ່ຈະຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າໃນທົ່ວປະເທດ.”

ເລີ່ມແຕ່ວັນທີ 18 ມິຖຸນາ 2023 ເປັນຕົ້ນໄປ, ລູກຄ້າສາມາດຊື້ ຫຼື ຈອງລົດໄດ້ໂດຍການເຂົ້າໄປທີ່:

  • ຫ້ອງຂາຍ ລາວທາມີ ສາຂາໂພນໄຊ LAOTHANI PHONXAY SHOWROOM (ຂ້າງປ້ຳນ້ຳມັນ ໂພນໄຊ PV) ບ້ານໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ. ໂທ: 021-412391
  • ຫ້ອງຂາຍ ລາວທານີ ສາຂາຫຼັກ 7 (LAOTHANI KM7 SHOWROOM) ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ໂທ: 020-5596 8188
  • ສູນບໍລິການລູກຄ້າ PEUGEOT ໂທ: 020 57382111

ໃນໂອກາດສະເຫຼີມສະຫຼອງດັ່ງກ່າວ, PEUGEOT Laos ຍັງຈັດໂປຣໂມຊັນພິເສດ ເລີ່ມແຕ່ວັນທີ 18-31 ພຶດສະພາ 2023 ສຳຫຼັບລົດPEUGEOT ທຸກໆລຸ້ນ ໃຫ້ກັບລູກຄ້າ ແລະຍັງກົງກັບໂອກາດ ສະເຫຼີມສະຫຼອງສາຍພົວພັນລາວ-ຝຣັ່ງ ຄົບຮອບ 70 ປີນຳອີກ.

ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ງານ PEUGEOT EXPERIENCE DAY ທີ່ບຶງທາດຫຼວງ, ນະຄອນຫຼວງວຽງຈັນ ຕັ້ງແຕ່ມື້ນີ້ ຈົນເຖິງ 21 ພຶດສະພາ 2023 ຫຼື ເຂົ້າມາເບິ່ງທີ່ຫ້ອງວາງຂາຍຂອງ ລາວທານີ.

ມາຮູ້ຈັກກຸ່ມຜະລິດຕະພັນ PEUGEOT: NEW PEUGEOT LANDTREK ເປັນທາງເລືອກໃໝ່ຂອງລົດກະບະຂະໜາດກາງ ທີ່ອອກແບບມາເພື່ອຮັບມືກັບຖະໜົນຫົນທາງໃນເມືອງ ແລະພູມສັນຖານທີ່ຍາກລຳບາກ, ໃນຂະນະທີ່ທ່ານອອກໄປເຮັດກິດຈະກຳພັກຜ່ອນກາງແຈ້ງ. ປະສົມປະສານກັບການຕົບແຕ່ງພາຍໃນທີ່ທັນສະໄໝ ກວ້າງຂວາງ ແລະສະດວກສະບາຍ, ລົດກະບະ LANDTREK ຍັງມີເຕັກໂນໂລຊີໃນລົດທີ່ທັນສະໄໝ, ຄວາມສາມາດໃນການປັບຕົວຂັ້ນສູງ ແລະ ຄວາມພຶງພໍໃຈໃນການຂັບຂີ່ລົດແບບ SUV ໂດຍຈະວາງຈຳໜ່າຍທັງໝົດ 2 ລຸ້ນ ສໍາລັບລູກຄ້າໃນ ສປປ ລາວ.

NEW PEUGEOT 2008 ເປັນລົດ SUV ຂະໜາດກະທັດຮັດທີ່ອອກແບບມາເພື່ອການດຳລົງຊີວິດແບບທັນສະໄໝ ໂດຍເນັ້ນໃສ່ຮູບແບບສະປອດ, ສະຫງ່າງາມ. ຄຸນສົມບັດທີ່ສໍາຄັນຂອງມັນປະກອບມີ ເຕັກໂນໂລຊີຄວາມປອດໄພກ້າວໜ້າ, ຫ້ອງໂດຍສານທີ່ມີເຕັກໂນໂລຊີຂັ້ນສູງ, ແລະຫ້ອງໂດຍສານທີ່ກວ້າງຂວາງ. ມີຫຼາກຫຼາຍສີໃຫ້ເລືອກ ໄດ້ແກ່: Amazonite Grey, Pearl White ແລະ Perla Nera Black, ເໝາະສຳລັບຜູ້ຂັບຂີ່ທີ່ມັກໃນການຜະຈົນໄພ ແລະ ເປັນຄົນມີແບບແຜ່ນໃນການຂັບຂີ່.

ປະສົມປະສານຮູບແບບທີ່ໂດດເດັ່ນ ກັບການໃຊ້ງານຕົວຈິງ ແລະຄວາມຄ່ອງແຄ້ວ, NEW PEUGEOT 3008 ເປັນລົດ SUV ຂະຫນາດກາງ ທີ່ສ້າງສັນຂຶ້ນສໍາລັບຜູ້ຂັບຂີ່ ທີ່ໃຫ້ຄຸນຄ່າກັບຄວາມສະດວກສະບາຍ ແລະມີເອກະລັກ. ການອອກແບບທີ່ຄ່ອງແຄ້ວ ແລະ ທັນສະໄໝຂອງມັນ ແມ່ນປະກອບໄປດ້ວຍເຕັກໂນໂລຊີນະວັດຕະກໍາ, ລວມທັງລະບົບການຊ່ວຍເຫຼືອຜູ້ຂັບຂີ່, ລະບົບຂໍ້ມູນຄວາມບັນເທີງ (infotainment) ​ທີ່​ຕອບ​ສະ​ຫນອງ​ວ່ອງໄວ, ແລະ ຊ່ອງຫຼັງຄາທີ່ເປີດໄດ້ກວ້າງ (Sunroof Panoramic)​. ລົດລຸ້ນ NEW 3008 ມີຫຼາຍສີໃຫ້ເລືອກ ໄດ້ແກ່: Perla Nera Black, Pearl White, Amazonite Grey ແລະ Cuprite Brown. 

NEW PEUGEOT 5008 ເປັນລົດ SUV ເຈັດບ່ອນນັ່ງທີ່ກວ້າງຂວາງ ແລະໃຊ້ງານຈິງໄດ້ ພ້ອມທັງມອບປະສົບການການຂັບຂີ່ທີ່ຫຼູຫຼາ. ການ​ອອກ​ແບບ​ທີ່​ປານີດ ​ແລະ​ສະ​ຫງ່າ​ງາມ ຈຶ່ງ​ຖືກ​ຈັບ​ຄູ່​ກັບ​ຄຸນ​ສົມ​ບັດ​ທີ່ສຸດປະທັບໃຈ, ລວມ​ທັງ​ປະຕູທ້າຍລົດແບບ Hand-Free, ຊ່ອງຫຼັງຄາທີ່ເປີດໄດ້ກວ້າງ (Sunroof Panoramic)​, ແລະ​ລະ​ບົບ​ສຽງ​ລະດັບພຣີມ້ຽມ​.

ລົດລຸ້ນ NEW 5008 ແມ່ນສົມບູນແບບສໍາລັບຄອບຄົວ ແລະຜູ້ທີ່ຕ້ອງການພື້ນທີ່ກວ້າງຂວາງ ແລະສະດວກສະບາຍໃນການເດີນທາງ. ມີຫຼາກສີໃຫ້ເລືອກ ໄດ້ແກ່: Emerald Crystal, Pearl White, Amazonite Grey ແລະ Perla Nera Black.

ກ່ຽວກັບ PEUGEOT: PEUGEOT ເປັນຍີ່ຫໍ້ອັນດັບຕົ້ນໆຂອງໂລກທີ່ມີສ້າງສັນ ແລະເປັນສາກົນ. ຄຸນ​ຄ່າ​ຂອງ​ຍີ່ຫໍ້​ແມ່ນອາລົວ (Allure​), excellence ແລະ​ emotion. ປະຈຸບັນ, ແມ່ນມີວາງຂາຍໃນຫຼາຍກວ່າ 130 ປະເທດ, PEUGEOT ຂາຍລົດໄປແລ້ວຫຼາຍກວ່າ 1.200.000 ຄັນໃນທົ່ວໂລກໃນປີ 2021.

ຫຼັງຈາກການສະເຫຼີມສະຫຼອງຄົບຮອບ 211 ປີຂອງຍີ່ຫໍ້, ປະຈຸບັນ PEUGEOT ໄດ້ສະແດງຕົວຕົນໃໝ່ດ້ວຍໂລໂກ້ ທີ່ເນັ້ນໜັກເຖິງບຸກຄະລິກ ແລະ ຄວາມບໍ່ສິ້ນສຸດ. ດ້ວຍກຸ່ມລົດທີ່ນຳໃຊ້ໄຟຟ້າ 80% ແລະກຸ່ມລົດເພື່ອການຄ້າທີ່ໃຊ້ພະລັງງານໄຟຟ້າ 100%, ຍີ່ຫໍ້ PEUGEOT ພວມສືບຕໍ່ຫັນປ່ຽນພະລັງງານຂອງຕົນ. ຈາກປີ 2022, PEUGEOTຈະແຂ່ງຂັນໃນງານ World Endurance Championship (WEC) ດ້ວຍລົດລຸ້ນ 9X8 hybrid Hypercar.

ລາວມອບຜູ້ຖືກຫາກັບຄືນປະເທດໃຫ້ແກ່ໄທ

ໃນວັນທີ 5 ພຶດສະພາ 2023 ນີ້ ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເຈົ້າໜ້າທີ່ກົມຕຳຫຼວດສືບສວນ – ສອບສວນ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາ 2 ຄົນຄື: ທ້າວ ທົງໄຊ ພະນິນທອນ ອາຍຸ 42 ປີ, ສັນຊາດ ໄທ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດ ໄທ ໃຫ້ແກ່ເຈົ້າຫນ້າທີ່ຕຳຫຼວດ ລາດຊະອານາຈັກໄທ ໂດຍເຊິ່ງຝ່າຍລາວນຳໂດຍ ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ຝ່າຍລາດຊະອານາຈັກໄທ ນຳໂດຍ ພັນຕຳຫຼວດເອກ ກິດມົງຄົນ ບູລະນະພັກດີ ຜູ້ກຳກັບການຕຳຫຼວດກວດຄົນເຂົ້າ-ອອກ ເມືອງຈັງຫວັດໜອງຄາຍ ລາດຊະອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນໃຫ້ຮູ້ວ່າ: ໃນຄັ້ງວັນທີ 27 ກຸມພາ 2023 ກົມຕໍາຫຼວດສືບສວນ-ສອບສວນ ໄດ້ຮັບໜັງສືຂໍຄວາມຮ່ວມມື ຂອງເຈົ້າໜ້າທີ່ຕໍາຫຼວດ ໜອງຄາຍ ຣາຊະອານາຈັກໄທ ກ່ຽວກັບເລື່ອງ ຂໍຄວາມຮ່ວມມືສືບສວນ-ສອບສວນ ຕິດຕາມຈັບຕົວຜູ້ຖືກຫາ ຄົນສັນຊາດໄທ ທີ່ກະທຳຜິດແລ້ວເອົາຕົວຫຼົບໜີເຂົ້າມາລີ້ຊ່ອນຢູ່ ສປປ ລາວ ຈຳນວນ 02 ຄົນຄື: ທ້າວ ທົງໄຊ ພະນິນທອນ, ອາຍຸ 42 ປີ, ສັນຊາດ ໄທ ຕາມຄໍາສັ່ງຈັບຕົວຂອງສານສະລະບູລີ, ໃນຂໍ້ຫາ: ຮ່ວມກັນກະທຳຄວາມຜິດຖານການຟອກເງິນ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດໄທ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຈາກນັ້ນເຈົ້າຫນ້າທີ່ວິຊາສະເພາະ ຈື່ງໄດ້ຕິດຕາມ ຄົ້ນຫາ ຈົນສາມາດກັກຕົວທັງ 2 ໄດ້.

ໂອກາດນີ້ ເຈົ້າຫນ້າທີ່ທັງ 2 ຝ່າຍ ກໍ່ໄດ້ລົງນາມໃນບົດບັນທຶກ ມອບ – ຮັບ ຜູ້ຖືກຫາ ໂດຍມີ ເຈົ້າຫນ້າທີ່ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ: ອາລຸນນະຄອນ, ວິທະຍຸປ້ອງກັນຄວາມສະຫງົບ fm101,5 Mhz

ເກັບລາຍຮັບເຂົ້າງົບປະມານໄດ້ 292,26 ຕື້ກວ່າກີບ ໃນງວດທີ I

ດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ ງວດ I ເກັບລາຍຮັບເຂົ້າງົບປະມານໄດ້ 292,26 ຕື້ກວ່າກີບ

ດ່ານພາສີສາກົນວັງເຕົ່າ ຕັ້ງຢູ່ເມືອງໂພນທອງ ແຂວງຈຳປາສັກ ເປັນດ່ານໜຶ່ງທີ່ມີຊາຍແດນຕິດຈອດທາງບົກ ກັບດ່ານຊ່ອງເມັກ ອໍາເພີສີລິນທອນ ຈັງວັດອຸບົນລາດຊະທານີ ປະເທດໄທ, ໂຄງປະກອບກົງຈັກການຈັດຕັ້ງເປັນເສ ນາທິການໃຫ້ພາສີປະຈໍາແຂວງ, ໂຄສະນາເຜີຍແຜ່ຈັດຕັ້ງປະຕິບັດລະບຽບ, ກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບວຽກງານພາສີຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ບໍລິການອໍານວຍຄວາມສະດວກໃຫ້ແກ່ບໍລິສັດ, ຜູ້ປະກອບການໃນການນໍາເຂົ້າ-ສົ່ງອອກ, ສິນຄ້າເຄື່ອງຂອງຜ່ານດ່ານຢ່າງຖືກຕ້ອງໂປ່ງໃສ, ສະກັດກັ້ນທຸກການລະເມີດກົດໝາຍ ແລະ ດໍາເນີນຄະດີຕໍ່ຜູ້ກະທໍາຜິດທາງພາສີຢ່າງເຂັ້ມງວດ.

ອີງຕາມບົດສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດຈັດເກັບລາຍຮັບຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງ ການພາສີປະຈໍາທ່າບົກ ປະຈຳງວດ I ປີ 2023 ໃຫ້ຮູ້ວ່າ: ດ່ານພາສີສາກົນວັງເຕົ່າປະກອບມີ 2 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີເປັນລາຍລະອຽດ; ກຸ່ມວຽກຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ, ມີດ່ານປະເພນີ 01 ດ່ານຂຶ້ນກັບຄືດ່ານຊ່ອງຕາອູ; ສໍາລັບຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າປະກອບມີ 2 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີເປັນລາຍລະອຽດ; ກຸ່ມວຽກຄຸ້ມຄອງສາງ ແລະ ກວດກາສິນຄ້າ.


ສຳລັບການຈັດຕັ້ງປະຕິບັດວຽກງານການເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກໃນປີ 2023 ໄດ້ຮັບແຜນການທັງໝົດ 978,75 ຕື້ກີບ. ໃນນັ້ນ, ດ່ານພາສີສາກົນວັງເຕົ່າໄດ້ຮັບແຜນການປີຈໍານວນ 728,65 ຕື້ກີບ, ແຜນງວດ I ຈໍານວນ 218,59 ຕື້ກີບ, ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າໄດ້ຮັບແຜນການປີຈໍານວນ 250,10 ຕື້ກີບ, ແຜນງວດ I ຈໍານວນ 75,03 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນງວດ I ປີ 2023 ປະຕິບັດໄດ້ແລ້ວ 292,26 ຕື້ກວ່າກີບ, ທຽບໃສ່ແຜນການງວດ I ເທົ່າກັບ 99,54% ຂອງແຜນການງວດ I, ທຽບໃສ່ແຜນການປີ ເທົ່າກັບ 29,86%, ທຽບໃສ່ໄລຍະດຽວຂອງປີຜ່ານມາເທົ່າກັບ 135,55%, ລາຍຮັບສ່ວນໃຫ່ຍແມ່ນໄດ້ຈາກການນໍາເຂົ້າ-ສົ່ງອອກນໍາມັນເຊື້ອໄຟ, ພາຫະນະ, ສິ້ນສ່ວນອາໄຫຼ່, ເຄື່ອງວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອຸປະໂພກ-ບໍລິໂພກ, ສິນຄ້ານໍາເຂົ້າເພື່ອສົ່ງອອກ ແລະ ອື່ນໆ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນງວດ II ປີ 2023 ຄະນະດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ, ຈະໄດ້ສຸມໃສ່ຫຼາຍມາດຕະການເພື່ອເປັນການສູ້ຊົນໃນການຈັດເກັບລາຍຮັບໃຫ້ໄດ້ດີ ແລະ ໄດ້ຕາມລະດັບຄາດໝາຍເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ, ຄຸນສົມບັດ ສິນທຳປະຕິວັດ ພະນັກງານພາສີຕ້ອງມີຈັນຍາບັນ, ຈັນຍາທຳ,ມີສະຕິຕໍ່ກົນໄກການຄຸ້ມຄອງຕາມພາລະບົດບາດໜ້າທີ່ການເມືອງ ທີ່ໄດ້ມອບໝາຍແຕ່ລະໄລຍະ ຈັດຕັ້ງປະຕິບັດລະບຽບກົດໝາຍໃຫ້ສູງ ແລະ ເຂັ້ມງວດ, ປັບປຸງດ້ານແນວຄິດຈິດໃຈ, ຄວາມຮູ້ຄວາມສາມາດຂອງພະນັກງານ ໃຫ້ເຂົ້າສູ່ລະບົບລະບຽບທ່ວງທັນກັບສະພາບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່, ເດັດດ່ຽວ, ຕ້ານແນວຄິດທີ່ເຫັນຜົນປະໂຫຍດສ່ວນຕົວຫຼາຍກ່ວາສ່ວນລວມ, ປັບປຸງລະບົບຖານຂໍ້ມູນ ລາຄາສິນຄ້າ ເພື່ອນໍາໃຊ້ໃນການແຈ້ງພາສີ ດ້ວຍລະບົບອີເລັກໂຕຼນິກ ໂດຍສຸມໃສບັນດາບໍລິສັດ ແລະ ໝວດສິນຄ້າທີ່ມີຄວາມສ່ຽງໃນການລັກລອບໂດຍສະເພາະນ້ຳມັນເຊື້ອໄຟ, ສິນຄ້າອຸປະໂພກ ບໍລິໂພກ,ເຄື່ອງໃຊ້ໄຟຟ້າ, ປະສານສົມທົບກັບທຸກຂະແໜງການ, ທຸກກຸ່ມວຽກໃຫ້ມີຄວາມຄ່ອງຕົວໃນການຈັດຕັ້ງປະຕິບັດວຽກງານວິຊາການ ແລະ ວິຊາສະເພາະສະກັດກັ້ນສິນຄ້າລັກລອບໜີພາສີໃນດ່ານ ແລະ ນອກດ່ານ, ເພີ່ມທະວີການກວດກາພາຫະນະ ແລະ ຜູ້ໂດຍສານເຂົ້າ-ອອກ ເຮັດເປັນປະຈຳ, ຕ້ານທຸກສິນຄ້າທີ່ຜິດກົດໝາຍນຳເຂົ້າ-ອອກຜ່ານດ່ານ, ລະດົມບັນດາບໍລິສັດນຳເຂົ້າໃຫ້ນໍາສິນຄ້າເຄື່ອງຂອງເຂົ້າເປັນປົກກະຕິ ແລະ ອໍານວຍຄວາມສະດວກບໍລິການເອກະສານວ່ອງໄວຖືກຕ້ອງຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ກະຊວງການເງິນ

ເມືອງແອດອອກເອກະສານຢັ້ງຢືນເປັນພົນລະເມືອງລາວໃຫ້ແກ່ປະຊາຊົນຫວຽດນາມ

119 ຄົນ ທີ່ເຂົ້າມາອາໄສຢູ່ເມືອງແອດແບບບໍ່ຖືກຕ້ອງໄດ້ຮັບໃບຢັ້ງຢືນເປັນພົນລະເມືອງລາວ ສັນຊາດລາວ

ຕອນເຊົ້າ ວັນທີ 4 ພຶດສະພາ 2023 ນີ້, ຢູ່ທີ່ສະໂມສອນ ປກສ ເມືອງແອດໄດ້ຈັດພິທີຮັບຮອງເອົາຜູ່ຍົກຍ້າຍມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຕາມບ້ານບໍລິເວນຊາຍແດນລາວ-ຫວຽດນາມ ເຂົ້າເປັນພົນລະເມືອງລາວ, ໃຫ້ກຽດເຂົ້າຮ່ວມມອບໃບຢັ້ງຢືນໂດຍ ທ່ານ ອະນຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ແລະ ເປັນປະທານຮ່ວມໂດຍທ່ານ ທອງສຸກ ສົມພາວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແອດ, ມີພະແນກການຕ່າງປະເທດ, ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ-ຂັ້ນແຂວງ-ຂັ້ນກະຊວງ, ມີຄະນະພັກ-ນາຍບ້ານໆທີ່ມີບຸກຄົນເຂົ້າມາອາໄສແບບບໍ່ຖືກຕ້ອງຕາມລະບຽບ ພ້ອມດ້ວຍຜູ້ທີ່ຖືກຮັບຮອງເຂົ້າເປັນພົນລະເມືອງລາວໃນຄັ້ງນີ້ເຂົ້າຮ່ວມ.

ໃນວາລະດຳເນີນພິທີ ຄະນະຮັບຜິດຊອບໄດ້ຜ່ານເອກະສານທີ່ກ່ຽວຂ້ອງ ເຊິ່ງໃຫ້ຮູ້ວ່າ: ລັດຖະບານລາວໄດ້ອະນຸມັດໃຫ້ກະຊວງພາຍໃນ ອອກເອກະສານຈົດທະບຽນ ແລະ ອອກໃບຢັ້ງຢືນໃຫ້ສັນຊາດລາວ ແກ່ປະຊາຊົນຫວຽດນາມທີ່ມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບການໃນໄລຍະຜ່ານມາ ຢູ່ບໍລິເວນບ້ານທີ່ຕິດຈອດກັບຊາຍແດນລາວ-ຫວຽດນາມ ຢູ່ໃນ 7 ເມືອງທົ່ວແຂວງຫົວພັນ ເຊິ່ງມີ 720 ຄົນ, ຍິງ 617 ຄົນ, ໃນນີ້ມີ 119 ຄົນ, ຍິງ 96 ຄົນ ທີ່ອາໄສຢູ່ໃນ 33 ບ້ານຂອງເມືອງແອດ, ສະນັ້ນ ຄະນະຮັບຜິດຊອບຈິ່ງໄດ້ຈັດພິທີຮັບຮອງເອົາ ເປັນພົນລະເມືອງລາວ ສັນຊາດລາວ ຖືກຕ້ອງຕາມລະບຽບກົດໝາຍຂອງ ສ ປ ປ ລາວ.

ແຫຼ່ງຂ່າວຈາກ: ຫ້ອງການ ຖວທ ເມືອງແອດ

ໃຫ້ໂຈະຮ້ານຊື້-ຂາຍ ເຫຼັກເສດ ທົ່ວແຂວງສະຫວັນນະເຂດ

ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ສະໄໝສາມັນ ຄັ້ງທີ 4 ປະຈຳເດືອນມີນາ 2023 ກ່ຽວກັບການຄຸ້ມຄອງການດຳເນີນທຸລະກິດເກັບຊື້-ຂາຍເຫຼັກ ເສດ-ເສດໂລຫະໃຫ້ເຂົ້າສູ່ລະ ບຽບກົດໝາຍ, ເພື່ອເປັນການສະກັດກັ້ນປະກົດ ການຫຍໍ້ທໍ້ ຂີ້ລັກງັດແງະວັດຖຸສິ່ງ ຂອງຂອງລັດ, ບຸກຄົນ ແລະນິຕິບຸກຄົນ ເປັນຕົ້ນ: ເຫຼັກເສດ, ເສດໂລຫະຕ່າງໆທີ່ມີການຊື້-ຂາຍ ແບບຊະຊາຍ.

ມາໃນວັນທີ 2 ພຶດສະພາ 2023 ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກ ອຸດສາຫະກຳ-ການຄ້າແຂວງສະ ຫວັນນະເຂດ ພ້ອມດ້ວຍວິຊາການຈາກພະແນກການທີ່ກ່ຽວຂ້ອງ ແລະເຈົ້າໜ້າທີ່ ປກສ ແຂວງ ກໍໄດ້ລົງເຄື່ອນໄຫວສົມທົບກັບອຳນາດການປົກຄອງບ້ານ, ໃນການລົງເຮັດບົດບັນທຶກກັບຮ້ານ ທີ່ດຳເນີນທຸລະກິດເກັບຊື້ເຫຼັກເສດ-ເສດໂລຫະໃນເທສະບານ ນະຄອນໄກສອນພົມວິຫານ, ເຊິ່ງ ມີຈຳນວນ 46 ຮ້ານ, ໃນນັ້ນ ຫຼາຍກວ່າໝູ່ແມ່ນເຂດບ້ານສະໜາມໄຊ ມີທັງໝົດ 15 ຮ້ານ. ທາງວິຊາການພະແນກການຄ້າແຂວງ, ສົມທົບກັບພະແນກໂຍທາທິການ ແລະຂົນສົ່ງແຂວງ, ພະແນກແຮງງານ ແລະສະຫວັດດີການ ສັງຄົມແຂວງ, ກອງບັນຊາການ ປກສ ແຂວງ, ນະຄອນ, ກຸ່ມບ້ານ, ອຳນາດການປົກຄອງບ້ານກໍ່ໄດ້ ພ້ອມກັນລົງເຮັດບົດບັນທຶກ.

ໂດຍປະຕິບັດຕາມແຈ້ງການ ຂອງທ່ານ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງສະບັບ ເລກທີ 1859/ພອຄ, ລົງວັນທີ 12 ເມສາ 2023 ເຊິ່ງມີລາຍລະອຽດດັ່ງນີ້: ໃຫ້ຢຸດໂຈະຊົ່ວຄາວການດຳເນີນທຸລະກິດການເກັບ ຊື້ເຫຼັກເສດ, ເສດໂລຫະທີ່ເຄື່ອນ ໄຫວຢູ່ບັນດາເມືອງ-ນະຄອນ ເພື່ອຈະໄດ້ມີການກວດກາດັດສົມຄືນບັນດາຮ້ານດັ່ງກ່າວມານັ້ນ ທີ່ດຳເນີນທຸລະກິດບໍ່ຖືກຕ້ອງ ແລະບໍ່ສອດຄ່ອງກັບລະບຽບກົດໝາຍເປັນຕົ້ນແມ່ນມາດຕາ 212-213 ຂອງກົດໝາຍວ່າດ້ວຍ ວິສາຫະກິດ ແລະຄຳສັ່ງເລກທີ 62/ນຍ, ລົງວັນທີ 13/11/2015, ກ່ຽວກັບການອຳນວຍຄວາມສະດວກ ໃຫ້ຄວາມຮ່ວມມືໃນການຂຶ້ນທະບຽນ ແລະການອອກບັດ ເຄື່ອນໄຫວຊົ່ວຄາວໃຫ້ຊາວຕ່າງປະເທດ; ໃນໄລຍະຢຸດໂຈະຊົ່ວຄາວແມ່ນຫ້າມເດັດຂາດບໍ່ໃຫ້ມີການເກັບຊື້-ຂາຍເຫຼັກເສດ, ເສດໂລຫະຈົນກວ່າຄະນະກຳມະ ການຂັ້ນແຂວງທຳການກວດກາ ແລະດັດສົມສຳເລັດ; ເມື່ອສຳເລັດ ຈາກການກວດກາ, ດັດສົມຂອງຄະນະກຳມະການຂັ້ນແຂວງແລ້ວ, ຖ້າເອກະສານຖືກຕ້ອງ ຄົບຖ້ວນຕາມລະບຽບກົດໝາຍ, ທາງຄະນະກຳມະການ ຈຶ່ງຈະອະນຸຍາດໃຫ້ເຄື່ອນໄຫວດຳເນີນທຸລະກິດຕໍ່ໄດ້. ທັງນີ້ກໍ ເພື່ອເປັນ ການຫັນທຸລະກິດການເກັບຊື້ເຫຼັກ ເສດ, ເສດໂລຫະໃຫ້ຫັນເຂົ້າສູ່ລະ ບຽບກົດໝາຍ ແລະຖືກວັດຖຸປະສົງຂອງການດຳເນີນທຸລະກິດໃນດ້ານນີ້.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

ດ່ານພາສີສາກົນຂົວມິດຕະພາບ II ງວດ I ປີ 2023 ເກັບລາຍຮັບໄດ້ລື່ນແຜນການ

ໃນງວດ I ປີ 2023 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຈັດຕັ້ງປະຕິບັດວຽກງານວິຊາສະເພາະມີທັງກາ ລະໂອກາດ ແລະສິ່ງທ້າທາຍໂດຍສະເພາະທາງດ້ານເສດຖະກິດພາຍໃນປະເທດກໍ່ຄືແຂວງສະຫວັນນະເຂດເວົ້າລວມເວົ້າສະເພາະຢູ່ດ່ານພາສີສາກົນຂົວມິດຕະພາບ II ແຕ່ເຖິງຢ່າງໃດກໍຕາມຄະນະພັກ, ຄະນະກົມ, ຄະນະພາສີປະຈໍາ ແຂວງ, ຄະນະດ່ານພາສີໄດ້ເອົາໃຈໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະດວກວ່ອງໄວ,ສຳເລັດຕາມລະດັບຄາດໝາຍ ແລະ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການງວດ.

ທ່ານ ຂວັນໄຊຊະນະ ຟອງສະໝຸດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ໃຫ້ຮູ້ວ່າ: ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ, ປະກອບມີກົງຈັກຊ່ວຍວຽກ 03 ກຸ່ມວຽກ, 01 ດ່ານທ້ອງຖິ່ນ, 4 ດ່ານປະເພນີຂຶ້ນກັບ, ມີພະນັກງານ-ລັດຖະກອນທັງໝົດ 49 ຄົນ. ໃນນັ້ນ, ມີສະມາຊິກພັກ 38 ສະຫາຍ, ຍິງ 15 ສະຫາຍ, ກວມເອົາ 95% ຂອງຂອງພະນັກງານ-ລັດຖະກອນທັງໝົດ.

ໃນປີ 2023 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 890 ຕື້ກີບ, ໃນງວດ I ປີ 2023 ໄດ້ແບ່ງຕົວເລກຈັດເກັບລາຍຮັບທັງໝົດ 267 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນງວດ I ສາມາດເກັບລາຍຮັບໄດ້ 307 ຕື້ກີບເທົ່າກັບ 115,06% ຂອງແຜນການງວດ, ເພີ່ມຂຶ້ນ 15,05% ເທົ່າກັບ 40 ຕື້ກວ່າກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 75,51% ຄິດເປັນເງິນປະມານ 132 ຕື້ກວ່າກີບຖ້າທຽບໃສ່ແຜນການປີ (890 ຕື້ກີບ) ເທົ່າກັບ 34,51%. ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບໃນງວດ I ປີ 2023 ເກີນແຜນການງວດສ່ວນໃຫຍ່ລາຍຮັບໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ, ການນໍາເຂົ້າພາຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກ, ຄ່າທຳນຽມ ແລະ ສິນຄ້າປະເພດອື່ນໆ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນງວດ II ປີ 2023 ຄະນະດ່ານພາສີສາກົນຂົວມິດຕະພາບ II, ສຸມໃສ່ຫຼາຍມາດຕະການ, ເອົາໃຈໃສ່ທາງດ້ານການເມືອ-ແນວຄິດໃນຖັນແຖວພະນັກງານສະມາຊິກພັກ, ເຂັ້ມງວດການປະຕິບັດໜ້າທີ່ວິຊາສະເພາະຕາມລະບຽບກົດໝາຍ, ຄຸ້ມຄອງການຈັດເກັບລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ທັນຕາມກໍານົດເວລາ,ປຸກລະດົມຊຸກຍູ້ບັນດາຜູ້ປະກອບການແຈ້ງຂໍ້ມູນລະອຽດເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ຫຼຸດຜ່ອນບັນດາຂັ້ນຕອນທີ່ບໍ່ຈໍາເປັນ, ອໍານວຍຄວາມສະດວກໃຫ່ແກ່ການນໍາເຂົ້າສົ່ງອອກສິນຄ້າ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະຢ່າງມີປະສິດທິຜົນເປັນຕົ້ນ: ລະບົບການແຈ້ງພາສີອັດຕະໂນມັດ (ASYCUDA), ຕິດ ຕາມ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍເຊັ່ນ: ພາຫະນະ, ນໍ້າມັນເຊື້ອໄຟ, ການສົ່ງອອກຊັບພະຍາ ກອນທໍາມະຊາດ ແລະ ຈັດເກັບລາຍຮັບເຂົ້າງົບປະມານສຳເລັດຕາມລະດັບຄາດໝາຍ ແລະ ອື່ນໆ. 

(ຂໍ້ມູນຈາກກະຊວງການເງິນ)