Home Blog Page 73

ຜົນການສຳຫຼວດອັດຕາປົກຄຸມວັກຊິນກັນພະຍາດ ໂຄວິດ19 ໃນພື້ນທີ່ທ່ອງທ່ຽວສີຂຽວ

ເຜີຍແຜ່ຜົນການສຳຫຼວດອັດຕາປົກຄຸມວັກຊິນກັນພະຍາດ ໂຄວິດ19 ໃນພື້ນທີ່ທ່ອງທ່ຽວສີຂຽວ ໃຫ້ສື່ມວນຊົນລາວ.

ກອງປະຊຸມເຜີຍແຜ່ຜົນການສຳຫຼວດອັດຕາປົກຄຸມວັກຊິນກັນພະຍາດ ໂຄວິດ19 ໃນພື້ນທີ່ທ່ອງທ່ຽວສີຂຽວ ໃຫ້ສື່ມວນຊົນລາວ ໃນທົ່ວປະເທດ ຈັດຂຶ້ນຕອນບ່າຍວັນທີ 27 ເມສາ 2022 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ເເລະ ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ ພ້ອມດ້ວຍພະນັກງານ, ວິຊາການກ່ຽວຂ້ອງ ແລະມີສື່ມວນຊົນເຂົ້າຮ່ວມ. ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນພິທີວ່າ: “ນະໂຍບາຍທີ່ສະໜັບສະໜູນທຸລະກິດ ແລະ ຄົວເຮືອນໃຫ້ສາມາດປັບຕົວເຂົ້າກັບສະພາບປົກກະຕິໃໝ່ ໄດ້ ເເມ່ນມີຄວາມສຳຄັນຫຼາຍຕໍ່ການຟື້ນຕົວເສດຖະກິດຂອງ ສປປ ລາວ.

ພວກເຮົາຕ້ອງຊຸກຍູູ້ອັດຕາການສັກວັກຊີນໃຫ້ໄດ້ເຖີງ 100% ເພື່ອບັນລຸເປົ້າໝາຍນີ້. ການນຳສະເໜີຜົນການສຳຫຼວດໃນມື້ນີ້ໄດ້ສະແດງໃຫ້ເຫັນເເລ້ວວ່າ ພວກເຮົາຢູ່ໃນເສັ້ນທາງທີ່ຖືກຕ້ອງເພື່ອຈະບັນລຸເປົ້າໝາຍຂອງພວກເຮົາ ແລະ ຊ່ວຍໃຫ້ ສປປ ລາວ ສາມາດຟື້ນຕົວຈາກວິກິດນີ້ ແລະ ເປີດປະເທດຄືນໃໝ່ໄດ້.” ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ຊີວິດທາງເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ຢ່າງໃຫຍ່ຫຼວງ ແລະ ໄດ້ພາໃຫ້ການທ່ອງທ່ຽວໃນປະເທດຢຸດຕິລົງເກືອບທັງຫມົດ, ເຊີ່ງກ່ອນການລະບາດຂອງພະຍາດດັ່ງກ່າວ ເເມ່ນໄດ້ມີການຂະຫຍາຍຕົວຢ່າງໝັ້ນຄົງມາເເຕ່ຫຼາຍທົດສະວັດ. ໃນທົ່ວໂລກ, ນັກທ່ອງທ່ຽວສາກົນກໍ່ໄດ້ຫຼຸດລົງໃນລະດັບທີ່ບໍ່ເຄີຍມີມາກ່ອນຕັ້ງແຕ່ປີ 1990.

ການທ່ອງທ່ຽວໃນ ສປປ ລາວ ບໍ່ພຽງເເຕ່ມີຄວາມສຳຄັນຕໍ່ເສດຖະກິດຂອງປະເທດເທົ່ານັ້ນ ເເຕ່ຍັງມີຄວາມສຳຄັນຕໍ່ ການບັນລຸເປົ້້າໝາຍພັດທະນາແບບຍືນຍົງສຳລັບປີ 2030 ອີກດ້ວຍ, ໂດຍສະເພາະຕໍ່ 17 ເປົ້າໝາຍການພັດທະນາແບບຍືນຍົງ, ລວມທັງການສະໜອງໂອກາດໃຫ້ແກ່ເດັກນ້ອຍ, ຊາວໜຸ່ມ, ແມ່ຍິງ ແລະ ຊຸມຊົນ, ແລະ ການອະນຸລັກ ແລະ ສົ່ງເສີມມໍລະດົກທາງທໍາມະຊາດ ແລະ ວັດທະນະທໍາຂອງປະເທດ.

ການເປີດປະເທດຄືນໃໝ່ຈະຊ່ວຍຟື້ນຟູການທ່ອງທ່ຽວ ເພື່ອສ້າງແຫຼ່ງລາຍຮັບໃຫ້ເເເກ່ ສປປ ລາວ ເເລະ ເພື່ອບັນລຸໄດ້ຈຸດເປົ້້າໝາຍນີ້, ຈຳເປັນຕ້ອງຜັນຂະຫຍາຍການບໍລິການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ທົ່ວເຖີງ ເເລະ ຕ້ອງຈັດຕັ້ງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ, ໂດຍສະເພາະໃນພື້ນທີ່ທ່ອງທ່ຽວສີຂຽວ.

ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງໜ້າອົງການຢູນິເຊັບປະຈຳ ສປປ ລາວ, ກ່າວວ່າ: “ຜົນການສຳຫຼວດນີ້ໄດ້ສະແດງໃຫ້ເຫັນເຖິງຜົນສຳເລັດຂອງ ໂຄງການ “ລາວຮ່ວມໃຈສັກວັກຊີນ”, ຍຸດທະສາດ ແລະ ການລົງທຶນຂອງລັດຖະບານລາວ. ນອກຈາກນັ້ນ, ຜົນສຳເລັດດັ່ງກ່າວ ຄົງຈະເປັນໄປບໍ່ໄດ້ຖ້າບໍ່ມີການສະໜັບສະໜູນຈາກຄູ່ຮ່ວມພັດທະນາທີ່ກ່ຽວຂ້ອງທຸກທ່ານ, ໂດຍສະເພາະໃນການປະກອບສ່ວນວັກຊີນຜ່ານໂຄງການ COVAX Facility ແລະ ການສະໜັບສະໜູນການໂຄສະນາເຜີຍແຜ່ການໃຫ້ວັກຊີນໃນ 18 ແຂວງຂອງ ສປປ ລາວ. ພວກເຮົາແຕ່ລະຄົນ ສາມາດປະກອບສ່ວຍເຂົ້າໂຄງການ “ລາວຮ່ວມໃຈສັກວັກຊີນ” ເເລະ ແບ່ງປັນຜົນສໍາເລັດກັບທູກຄົນໃນສັງຄົມລາວໄດ້.” ທ່ານນາງ ດຣ. ເພຍ ເຣເບນໂລ ບຣິໂຕ ຍັ່ງໄດ້ກ່າວອີກວ່າ: “ກອງປະຊຸມຂອງພວກເຮົາໃນມື້ນີ້ຍັງກົງກັນກັບອາທິດຂອງການຮັບວັກຊີນກັນພະຍາດສາກົນ, ເຊິ່ງເເມ່ນໄດ້ສະເຫຼີມສະຫຼອງໃນອາທິດສຸດທ້າຍຂອງທຸກໆເດືອນເມສາ ແລະ ມີຈຸດປະສົງເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງວັກຊີນໃນການຊ່ວຍຊີວິດ. ດັ່ງນັ້ນ, ຂ້າພະເຈົ້າຂໍຖືໂອກາດນີ້ເພື່ອເນັ້ນໜັກເຖີງຄວາມສຳຄັນບໍ່ພຽງເເຕ່ຂອງວັກຊີນປ້ອງກັນພະຍາດ ໂຄວິດ-19 ເທົ່ານັ້ນ, ແຕ່ຍັງຂໍເນັ້ນໜັກອີກເຖີງຄວາມສຳຄັນຂອງການສັກວັກຊີນປ້ອງກັນພະຍາດທົວໄປໃນການຊ່ວຍຊີວິດເດັກ.

ພວກເຮົາຕ້ອງຮັບປະກັນວ່າຄວາມພະຍາຍາມຂອງພວກເຮົາໃນວຽກງານການສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ເເກ່ປະຊາຊົນລາວນັ້ນຕ້ອງເດີີນໄປໜ້າຄຽງຄູ່ກັນກັບ ຄວາມພະຍາຍາມໃນວຽກງານການສັກວັກຊີນປ້ອງກັນພະຍາດທົວໄປໃຫ້ເເກ່ເດັກ.” ອີງຕາມຜົນການສໍາຫຼວດຂອງ ກະຊວງສາທາລະນະສຸກ ແລະ ອົງການຢູນີເຊັບ ພື້ນທີ່ທ່ອງທ່ຽວສີຂຽວ, ປະກອບມີ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໄດ້ບັນລຸອັດຕາການສັກວັກຊີນເຖີງ 99.67% ເເລະ ປະຊາຊົນທີ່ອາໃສຢູ່ໃນເຂດດັ່ງກ່າວສະແດງຄວາມຮູ້ໃນລະດັບສູງກ່ຽວກັບມາດຕະການປ້ອງກັນ ໂຄວິດ-19, ການສຳຫຼວດດັ່ງກ່າວ ໄດ້ຈັດຂຶ້ນລະຫວ່າງເດືອນມັງກອນ ຫາ ມີນາ 2022 ເເລະ ໄດ້ສະແດງໃຫ້ເຫັນເຖີງອັດຕາການສັກວັກຊີນໃນພື້ນທີ່ທ່ອງທ່ຽວສີຂຽວທີ່ມີລະດັບສູງເຖີງ 99.67ສ່ວນຮ້ອຍ.

ນອກນັ້ນ, ການສຳຫຼວດຍັງໄດ້ສະແດງໃຫ້ເຫັນວ່າ ປະຊາຊົນທີ່ອາໃສຢູ່ໃນເຂດດັ່ງກ່າວນັ້ນ ມີຄວາມຮູ້ກ່ຽວກັບມາດຕະການປ້ອງກັນພະຍາດ ໂຄວິດ-19 ໃນລະດັບສູງພຽງພໍ, ໂດຍມາດຕະການປ້ອງກັນທີ່ຜູ້ເຂົ້າຮ່ວມການສໍາຫຼວດໄດ້ກ່າວມານັ້ນລວມມີ: ການຫຼີກເວັ້ນການຈັບມື 85%, ການໃສ່ໜ້າກາກ 58.9%, ການໝັ່ນລ້າງມືເປັນປະຈຳ 18.2% ແລະ ການຫຼີກລ້ຽງການດື່ມເຫຼົ້າ 16.5 %. ການສໍາຫຼວດຍັງຊີ້ໃຫ້ເຫັນແຫຼ່ງຂໍ້ມູນຂ່າວສານກ່ຽວກັບພະຍາດ ໂຄວິດ-19 ທີ່ປະຊາຊົນລາວນຳໃຊ້, ໂດຍຜູ້ເຂົ້າຮ່ວມສ່ວນໃຫຍ່ 85% ເເມ່ນນໍາໃຊ້ ເຟສບຸກ ໃນການເສບຂ່າວສານກ່ຽວກັບ ໂຄວິດ-19; ໃນນັ້ນ78.7% ໄດ້ຮັບຂ່າວສານກ່ຽວກັບ ໂຄວິດ-19 ຈາກບ່ອນເຮັດວຽກ/ເພື່ອນຮ່ວມງານ ແລະ 41.3% ເເມ່ນໄດ້ຮັບຂ່າວຈາກໂທລະໂຄງບ້ານ.

ແຫຼ່ງຂ່າວ: Lao National Radio

ຈັບເປົ້າໝາຍຢາເສບຕິດ ພ້ອມຢາບ້າ 200 ກວ່າເມັດ

ຈັບສອງສ່ຽວ ຢູ່ຖຽງນາ ມີຢາບ້າ 200 ກວ່າເມັດ.

ຕາມການລາຍງານ ຂອງຄວາມສະຫງົບ ໃຫ້ຮູ້ວ່າ: ໃນເວລາປະມານ 11:00 ໂມງຂອງວັນທີ 26 ເມສາ 2022 ເຈົ້າໜ້າທີ່ກອງວິຊາສະເພາະໄດ້ອອກເຄື່ອນໄຫວຕິດຕາມ ເປົ້າໝາຍຢາເສບຕິດ ເຂດປ່າບ້ານປາກງື່ມ ນະຄອນຫຼວງວຽງຈັນ ພົບເຫັນເປົ້າໝາຍສົງໄສ ຢູ່ຖຽງນາ ເຂົ້າຄວບຄຸມຕົວ ພົບຢາບ້າ ເກືອບ 280 ເມັດ.

ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕຳຫລວດ ປກສ ເມືອງປາກງື່ມ ໃຫ້ຂໍ້ມູນວ່າ: ໃນຂະນະອອກເຄື່ອນໄຫວ ຕິດຕາມເປົ້າຫມາຍໄດ້ພົບເຫັນຜູ້ສົງໄສສອງທີ່ກໍາລັງນັ່ງຢູ່ຖຽງນາ ຈາກນັ້ນ ຈຶ່ງໄດ້ເຂົ້າຄຸມຕົວ ທ້າວ ເຕັມ ອາຍຸ 31 ປີ ເຮັດນາຢູ່ບ້ານປາກງື່ມພົບເຫັນຢາບ້າ ໃນຖົງໂສ້ງ ຈໍານວນ 195 ເມັດ ເງິນ 120 .000 ກີບ ປືນແກັບ 1 ກະບອກ ແລະ ທ້າວ ສາມາດ 31 ປີ ຄົນບ້ານດຽວກັນ ພົບເຫັນຢາບ້າຈໍານວນ 85 ເມັດ, ເງິນ150.000 ກີບ ປືນ 1 ກະບອກ ລວມຢາບ້າ 280 ເມັດ ຢາ 270.000 ກີບ ແລະ ປືນແກັບ 2 ກະບອກ.

ພວກກ່ຽວສາລະພາບວ່າ: ຢາບ້າຈໍານວນດັ່ງເປັນຂອງພວກກ່ຽວແທ້ ໂດຍຊື້ນຳ ຍະບວນການຄ້າຂາຍຢາເສບຕິດ ປັດຈຸບັນ ພວກເຮົາພວມດໍາເນີນການສອບສວນຂະຫຍາຍຜົນຕໍ່ໄປ.

ແຈ້ງໃຫ້ເຈົ້າຂອງລົດມາພົວພັນເອົາລົດທີ່ຖືກລັກ

ແຈ້ງການ ເຖິງ: ພໍ່ແມ່ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ ໃນຂອບເຂດທົ່ວເມືອງ ປາກແບງ ແລະ ຕ່າງເມືອງຕ່າງແຂວງຊາບ. ເລື່ອງ: ແຈ້ງການເຖີງພາກສ່ວນທີ່ມີລົດຈັກເສຍໃຫ້ເອົາເອກະສານລົດມາແຈ້ງຢູ່ ກອງບັນຊາການ ປກສ ເມືອງ

ດັ່ງນັ້ນບັນຊາການ ປກສ ເມືອງປາກແບງ ຈຶ່ງຖືເປັນກຽດແຈ້ງການມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ ໃນຂອບເຂດທົ່ວເມືອງປາກແບງ ແລະ ຕ່າງເມືອງຕ່າງແຂວງຊາບ. ຖ້າບຸກຄົນ ໃດມີລົດຈັກເສຍຫາຍແມ່ນໃຫ້ນໍາເອົາເອກະສານ ແລະ ທະບຽນລົດຈັກມາສົມທຽບ ຢູ່ກອງບັນຊາການ ປກສ ເມືອງ ປາກແບງ ຕາມໂມງລັດຖະການ ເຊິ່ງກໍານົດໄລຍະເວລາ 03 ເດືອນ ເລີ່ມແຕ່ວັນທີ 26 ເມສາ ປີ 2022 ຫາ ວັນທີ່ 26, ກໍລະກົດ ປີ 2022 ຖ້າກາຍກໍານົດຕາມແຈ້ງການແມ່ນຈະສະຫຼະສິດສວນລົດແມ່ຈະຖືກອາຍັດເປັນຂອງລັດ.

ດັ່ງນັ້ນກອງບັນຊາການ ປກສ ເມືອງ ປາກແບງ ຈຶ່ງອອກແຈ້ງການສະບັບນີ້ມາຍັງພໍ່ແມ່ປະຊາຊົນ ເພື່ອຮັບຊາບ.

ພົນລະເມືອງດີຊ່ວຍກັນຈັບຕົວຜູ້ກໍ່ເຫດຊິງຊັບ

ຊົມເຊີຍ! ພົນລະເມືອງດີ ຊ່ວຍກັນຈັບຕົວຜູ້ກໍ່ເຫດຊິງຊັບ

ຕາມການລາຍງານ ຈາກປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພົນລະເມືອງດີ ຈັບຕົວຜູ້ກໍ່ເຫດຊິງຊັບດຶງໂທລະສັບ ຂອງພົນລະເມືອງ ຢູ່ໜ້າຮ້ານມິນີມາກ ເຂດບ້ານສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນ 3 ຄົນ ໃນວັນທີ 24 ເມສາ 2022, ຫຼັງຈັບໄດ້ແລ້ວ ສນ 1191 ສະພັງເມີກ ໄດ້ນໍາຕົວພວກກ່ຽວມາທໍາການສອບສວນ ດໍາເນີນຄະດີ.

ຜ່ານການສອບສວນ ເບື້ອງຕົ້ນຮູ້ວ່າ: ຜູ້ກໍ່ເຫດຊື່ ທ້າວ ອາພິສິດ ຢູ່ບ້ານໂນສະອາດ ເມືອງໄຊທານີ, ທ້າວ ອາລິຍະ ຢູ່ບ້ານຮ່ອງແຊງ ເມືອງຈັນທະບູລີ ແລະ ທ້າວ ອະພິສິດໄຊ ອາຍຸ 19 ປີຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ທັງສາມຮັບສາລະພາບວ່າ: ໄດ້ລົງມືກໍ່ເຫດຍາດຊິງຊັບແທ້; ເຊິ່ງໃນມື້ກໍ່ເຫດ ໄດ້ນັດກັນໃຫ້ທ້າວ ອະພິສິດ ເປັນຄົນຂັບຂີ່ລົດຈັກເລາະຂອງເຂດ ນວ ເພື່ອຊອກຫາເປົ້າໝາຍ ພໍຮອດເຂດໜ້າຮ້ານ ມິນີມາກ ບ້ານສີວິໄລ ພົບເຫັນເປົ້າໝາຍເປັນເພດຍິງ ຈິ່ງໄດ້ລົງມືກໍ່ເຫດຍາດຊິງເອົາໂທລະສັບ ຈິ່ງຖືກປະຊາຊົນຢູ່ເຂດໃກ້ຄຽງຈັບຕົວ, ສ່ວນໝູ່ອີກ 2 ຄົນແມ່ນລໍຖ້າຢູ່ເຮືອນພັກແຫ່ງໜຶ່ງເຂດ ເມືອງໄຊເສດຖາ ນວ, ຈາກນັ້ນເຈົ້າໜ້າທີ່ຈິ່ງສືບຕໍ່ກັກຕົວ. ປັດຈຸບັນ ສນ 1191 ສະພັງເມີກ ໄດ້ນໍາສົ່ງພວກກ່ຽວທັງ 3 ພ້ອມຂອງກາງລົດຈັກເວບ 100 ໜຶ່ງຄັນ ໃຫ້ກອງບັນຊາກນ ປກສ ເມືອງໄຊທານີ ສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຕໍ່ກັບເຫດການດັ່ງກ່າວທີ່ເກີດຂຶ້ນ ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ໃຫ້ມີສະຕິຮັກສາຊັບສິນຂອງຕົນເອງ ເພື່ອບໍ່ໃຫ້ຕົກເປັນເຫຍື້ອຂອງກຸ່ມຄົນບໍ່ດີ.

ນອກຈາກນີ້ ຈົ່ງພ້ອມກັນປະຕິບັດພັນທະ ປະກອບສວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຖ້າພົບເຫັນເຫດການທີ່ມີຄວາມສ່ຽງເຮັດໃຫ້ເກີດປະກົດການຫຍໍ້ທໍ້ສາມາດແຈ້ງເຂົ້າເບີວອດແອັບ ປກສ ນວ 02028899774 ຫຼື ແຈ້ງຜ່ານຊ່ອງທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ເມສາ 2022

ໄຂກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນເມສາ 2022 ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນເມສາ 2022 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ເມສາ 2022 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນ ດາທ່ານ ຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງເຂົ້າຮ່ວມ.

ກອງປະຊຸມລັດຖະບານຄັ້ງນີ້ ໄດ້ດຳເນີນພາຍຫຼັງທີ່ປວງຊົນລາວທົ່ວປະເທດ ໄດ້ພ້ອມການສະ ເຫຼີມສະຫຼອງປີໃໝ່ລາວ ດ້ວຍບັນຍາກາດທີ່ດີ, ສອດຄ່ອງກັບຮີດຄອງປະເພນີຂອງຊາດລາວເຮົາ, ການຈັດຕັ້ງພັກ-ລັດ ກໍໄດ້ເປັນແບບຢ່າງປະຕິບັດນະໂຍບາຍ ປະຢັດມັດທະຍັດ ແລະ ໃນສະ ພາບທີ່ຍັງມີການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ສົ່ງຜົນກະ ທົບ ທັງທາງກົງ ແລະ ທາງອ້ອມ ຕໍ່ການພັດທະນາເສດຖະ ກິດ-ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນຫຼາຍດ້ານ;

ໃນໄລຍະໜຶ່ງເດືອນຜ່ານມາ ທ່ານນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ຈໍານວນໜຶ່ງ ໄດ້ໄປເຄື່ອນໄຫວວຽກງານຢູ່ຕ່າງປະ ເທດ ແລະ ເຄື່ອນໄຫວວຽກງານ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ທ້ອງຖິ່ນ ໃຫ້ສຳເລັດຕາມແຜນທີ່ວາງໄວ້.

ນອກຈາກນີ້, ການນໍາຂັ້ນສູງຂອງລັດຖະບານ ຍັງໄດ້ເຮັດວຽກຮ່ວມກັບອົງການທີ່ກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາທີ່ຮີບດ່ວນ ແລະ ຈໍາເປັນ. ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນເມສາ 2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 26-27 ເມສາ ຊຶ່ງເນື້ອໃນຂອງກອງປະຊຸມ ຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອ ກະພາບກັນ ຕໍ່ 8 ຫົວຂໍ້ ທີ່ສໍາຄັນ ແລະ ຈໍາເປັນ ໃນການແກ້ໄຂບັນ ຫາລວມຂອງຊາດ ຄື:

1. ສະຫຼຸບການເຄື່ອນໄຫວວຽກງານພົົ້ນເດັ່ນ ປະຈໍາເດືອນເມສາ ແລະ ທິດທາງແຜນການ ປະຈໍາເດືອນພຶດສະພາ 2022 ຂອງລັດຖະບານ.

2. ຮ່າງບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນ ການລົງທຶນຂອງລັດ ໝົດປີ 2021.3. ຮ່າງ ນະໂຍບາຍລາຄານໍ້າປະປາ ແຫ່ງ ສປປ ລາວ ສະບັບປັບປຸງ.

4. ຮ່າງດໍາລັດ ວ່າດ້ວຍການເຕົ້າໂຮມຊັບສິນ ທີ່ສານຕັດສິນ ຮິບເປັນຂອງລັດ.

5. ຮ່າງດໍາລັດ ວ່າດ້ວຍກອງທຶນກິລາ-ກາຍຍະກໍາ.

6. ຮ່າງແຜນພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ 2021-2025.

7. ລາຍງານຜົນການຄົ້ນຄວ້າ ການສະເໜີປັບປຸງຄ່າແຮງງານຂັ້ນຕໍ່າໃໝ່ ຂອງຜູ້ອອກແຮງງານ.

8. ລາຍງານການກະກຽມ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະ ເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

ຮອງປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ

ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ

ຕອບສະໜອງຕາມຄໍາເຊີນ ຂອງ ສະຫາຍ ນາງ ຫວໍ ຖິ ແອັງ ຊວັນ, ຮອງປະທານປະເທດ ແຫ່ງ ສາທາ ລະນະລັດ ສັງຄົມນິຍົມ ຫວຽດ ນາມ ຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງນໍາໂດຍ ສະ ຫາຍ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ໄດ້ເດີນທາງ ຢ້ຽມຢາມ ສາທາລະນະສັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ສັນທີ 25-27 ເມສາ 2022.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຖືກຈັດຂຶ້ນຢ່າງສົມກຽດ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ທີ່ສໍານັກງານປະທານປະເທດ, ໂດຍມີການເຂົ້າຮ່ວມຂອງຄະນະຜູ້ແທນ ຫວຽດນາມ ແລະ ລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍ. ຫຼັງຈາກນັ້ນ, ສອງຮອງປະທານປະເທດ ໄດ້ພົບປະປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກວ້າງ ຂວາງ, ເລິກເຊິ່ງ ແລະ ກົງໄປກົງມາ ກ່ຽວກັບສະພາບການອັນພົ້ນເດັ່ນຂອງແຕ່ລະປະເທດ, ສະພາບການພາກພື້ນສາກົນ, ການຮ່ວມມືສອງປະເທດ ແລະ ການຮ່ວມມື ລະຫວ່າງ ສອງຫ້ອງວ່າການປະທານປະເທດ.

ສອງຝ່າຍໄດ້ຕີລາຄາສູງ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ເຖິງວ່າ ຈະມີການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ຍັງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ບັນດາການຕົກລົງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ການນໍາຂັ້ນສູງສອງຝ່າຍໄດ້ ໄປມາຫາສູ່ກັນຢ່າງເປັນປົກກະຕິ. ສອງຝ່າຍຢືນຢັນຄືນ ທິດທາງການຮ່ວມມືໃນຕໍ່ໜ້າ ທີ່ການນໍາຂັ້ນສູງສອງປະເທດໄດ້ມີການຕົກລົງຮ່ວມ ກັນ ແລະ ເພີ່ມທະວີການຮ່ວມມືໃນການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງ ແລະ ເອກະສານຮ່ວມມືຕ່າງໆ ທີ່ສອງພັກ, ສອງລັດ ກໍ່ຄື ບັນດາກະຊວງຂະແໜງການ ແລະ ທ້ອງຖິ່ນ ມີຮ່ວມກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

ພ້ອມກັນສະເຫຼີມສະ ຫຼອງ ປີສາມັກຄີມິດຕະພາບ 2022 ຢ່າງຟົດຟື້ນ ແລະ ມີຄວາມໝາຍເລິກເຊິ່ງ; ເອົາໃຈໃສ່ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມ ໂດຍສະເພາະຄົນຮຸ້ນໜຸ່ມໃຫ້ເຂົ້າໃຈ ກ່ຽວກັບມູນເຊື້ອສາຍພົວພັນພິເສດສອງຊາດ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ຄົບຮອບ 60 ປີ (5/9/ 1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ (18/7/ 1977-18/7/2022).

ໃນໂອກາດຢ້ຽມຢາມ ສສ ຫວຽດ ນາມ ໃນຄັ້ງນີ້, ສະຫາຍ ຮອງປະທານປະເທດ ປານີ ຢາທໍ່ຕູ້ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ ຈ໋ອງ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແລະ ສະຫາຍ ເວືອງ ດິ່ງ ເຫວະ, ປະທານສະພາແຫ່ງຊາດ, ຊຶ່ງບັນດາການພົບປະດັ່ງກ່າວແມ່ນເຕັມໄປດ້ວຍບັນຍາກາດອັນສະໜິດສະໜົມ ແລະ ຄວາມສາມັກຄີຖານສະ ຫາຍອ້າຍນ້ອງ. ພ້ອມນັ້ນ, ສະຫາຍ ຮອງປະທານປະເທດ ກໍໄດ້ພົບປະຢ້ຽມຢາມ ສະຫາຍ ຫງວຽນ ຖິ ກີມ ເງິນ, ອະດີດປະທານສະພາແຫ່ງຊາດ ແລະ ສະຫາຍ ຕ໋ອງ ຖິ ຝອງ, ອະດີດຮອງປະທານສະພາແຫ່ງຊາດ ທີ່ໄດ້ເຄີຍປະຕິບັດວຽກງານຮ່ວມກັນ, ແລະ ໄດ້ສືບຕ່ໍ່ເຄື່ອນໄຫວຢ້ຽມຢາມ ເພື່ອຖອດຖອນບົດຮຽນໃນການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກ ຢູ່ແຂວງ ກວາງນິງ ແລະ ແຂວງຮ່າຢາງ.

ສຶກສາອົບຮົມ ແລະ ເຮັດບົດບັນທຶກ ຕໍ່ຮ້ານປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ

ຕາມການລາຍງານ ຈາໂທລະພາບຄວາມສະຫງົບ ໃຫ້ຮູ້ວ່າ: ປັດຈຸບັນ, ຍັງພົບເຫັນມີການແລກປ່ຽນເງິນຕາແບບບໍ່ຖືກຕ້ອງ ເປັນຕົ້ນມີຮ້ານແລກປ່ຽນເງິນຕາ ທີ່ບໍ່ແມ່ນຕົວແທນທະນາຄານທຸລະກິດ, ມີການດຳເນີນທຸລະກິດແລກປ່ຽນເງິນຕາແບບມີໜ້າຮ້ານ ແລະ ບໍ່ມີໜ້າຮ້ານ, ມີການປະກາດໂຄສະນາອັດຕາແລກປ່ຽນ ທັງເປັນບ່ອນຕິດຕໍ່ຊື້-ຂາຍເງິນຕາ ຢ່າງເປີດແປນຜ່ານສື່ຕ່າງໆ ໂດຍບໍ່ຢ້ານກົວຕໍ່ລະບຽບກົດໝາຍ ເປັນຕົ້ນແມ່ນຈະພົບເຫັນໃນ Facebook, Whatsapp ແລະ ອື່ນໆ.

ຕໍ່ກັບສະພາບດັ່ງກ່າວ ໄລຍະຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ສົມທົບກັບ ກົມຕໍາຫຼວດເສດຖະກິດ ລົງຕິດຕາມກວດກາຮ້ານແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດໃນຂອບເຂດນະຄອນຫຼວງວຽງຈັນ ໂດຍສະເພາະຢູ່ເຂດຕະຫຼາດຊັງຈຽງ, ສູນການຄ້າເຂດໜອງຈັນ, ເຂດໜອງດ້ວງ ແລະ ການໂຄສະນາຜ່ານສື່ຕ່າງໆ, ເຊິ່ງສາມາດກວດກາໄດ້ ຈໍານວນ 33 ຮ້ານ ແລະ ປະກົດມີຜູ້ທີ່ຍັງດຳເນີນທຸລະກິດແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ຈຳນວນ 16 ຮ້ານ.

ຜ່ານການລົງຕິດຕາມກວດກາເຫັນວ່າ: ຜູ້ໃຫ້ບໍລິການແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ໄດ້ອາໃສຊ່ອງທາງສື່ສັງຄົມອອນລາຍປະກາດໂຄສະນາຊື້-ຂາຍເງິນຕາ ແລະ ອັດຕາແລກປ່ຽນແບບໂຈ່ງແຈ້ງ ໂດຍນຳໃຊ້ບັນຊີສ່ວນຕົວຂອງຕົນ ຫຼື ບັນຊີທຸລະກິດອື່ນທີ່ບໍ່ແມ່ນທຸລະກິດແລກປ່ຽນເງິນຕາດຳເນີນການແລກປ່ຽນເງິນຕາ ໂດຍຮູບແບບການໂອນຜ່ານບັນຊີເງິນຝາກ ແລະ ເງິນສົດ, ຍິ່ງໄປກວ່ານັ້ນ ຍັງມີການແອບອ້າງວ່າຕົນແມ່ນຕາງໜ້າໃຫ້ກັບຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດທີ່ໄດ້ຮັບອະນຸຍາດ ເພື່ອບໍລິການແລກປ່ຽນເງິນຕາ.

ຕໍ່ປະກົດການດັ່ງກ່າວທາງເຈົ້າໜ້າທີ່ຕຳຫຼວດ ແລະ ພະນັກງານຈາກທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຢຸດດຳເນີນທຸລະກິດແລກປ່ຽນເງິນຕາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆທີ່ໜັກກວ່າເກົ່າຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ. ການໃຫ້ບໍລິການແລກປ່ຽນເງິນຕາລວມທັງ ການກຳນົດ ແລະ ຕິດປະກາດ ອັດຕາແລກປ່ຽນ ຕ້ອງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2014 ແລະ ຂໍ້ຕົກລົງວ່າດ້ວຍທຸລະກິດແລກປ່ຽນເງິນຕາ ສະບັບເລກທີ 393/ທຫລ, ລົງວັນທີ 02 ກໍລະກົດ 2020. ຖ້າຫາກມີການເຄື່ອນໄຫວວຽກງານດັ່ງກ່າວໂດຍບໍ່ໄດ້ຮັບອະນຸຍາດ ຈະເປັນການລະເມີດຂໍ້ຫ້າມ ໃນມາດຕາ 28 ຂອງກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ, ເຊິ່ງຈະຖືກດຳເນີນມາດຕະການສຶກສາອົບຮົມ ແລະ ມາດຕະການປັບໃໝ ຕາມມາດຕາ 47 ແລະ ມາດຕາ 49 ຂອງກົດໝາຍສະບັບດັ່ງກ່າວ ຄື: ການດຳເນີນທຸລະກິດເງິນຕາຕ່າງປະເທດ ຫຼື ແລກປ່ຽນເງິນຕາ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ສາມສິບລ້ານກີບ; ການກຳນົດ, ຕິດປະກາດ ຫຼື ປະຕິບັດອັດຕາແລກປ່ຽນ ຂອງທະນາຄານທຸລະກິດ, ຮ້ານແລກປ່ຽນເງິນຕາ ຫຼື ສະຖານທີ່ບໍລິການທີ່ກ່ຽວຂ້ອງ ທີ່ບໍ່ຖືກຕ້ອງຕາມລະບຽບການຈະຖືກປັບໃໝ ຫ້າລ້ານກີບຕໍ່ຄັ້ງ, ກໍລະນີ ຫາກຍັງສືບຕໍ່ ລະເມີດເປັນອາຈີນ ຈະຖືກປະຕິບັດຕາມທີ່ໄດ້ກຳນົດໃນປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017.

ການລະເມີດລະບຽບກົດໝາຍຄືດັ່ງກ່າວ ໄດ້ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ການກໍານົດອັດຕາແລກປ່ຽນທີ່ບໍ່ສອດຄ່ອງກັບສະພາບຄວາມເປັນຈິງຂອງເສດຖະກິດ, ເປັນການປັ່ນປ່ວນອັດຕາແລກປ່ຽນອັນເຮັດໃຫ້ເກີດຜົນເສຍຫາຍທາງດ້ານເສດຖະກິດ, ການສໍ້ໂກງ, ການຕົວະຍົວະຫຼອກລວງໃນສັງຄົມ.

ສະນັ້ນ, ໃນນາມເຈົ້າໜ້າທີ່ຮັກສາຄວາມສະຫງົບ, ຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຈຶ່ງຮຽກຮ້ອງເຖິງບັນດາພໍ່ແມ່ປະຊາຊົນ ທົ່ວສັງຄົມ ກໍລະນີຫາກມີຄວາມຕ້ອງການແລກປ່ຽນເງິນຕາ ທ່ານຄວນເຂົ້າໃຊ້ບໍລິການແລກປ່ຽນເງິນຕາກັບທະນາຄານທຸລະກິດ ຫຼື ຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດ ເທົ່ານັ້ນ, ທັງນີ້ກໍ່ເພື່ອຄວາມປອດໄພ ບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ ແລະ ບໍ່ເປັນການສົ່ງເສີມທຸລະກິດແລກປ່ຽນເງິນຕາທີ່ບໍ່ໄດ້ຮັບອະນຸຍາດ ກໍ່ຄືສົ່ງເສີມການຝ່າຝືນລະບຽບກົດໝາຍ. ພ້ອມດຽວກັນນີ້ ເພື່ອເປັນການສະກັດກັ້ນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ ຫາກທ່ານພົບເຫັນຂໍ້ມູນການໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດ ໂດຍມີລັກສະນະຄື: ບໍ່ມີທີ່ຕັ້ງຮ້ານທີ່ຊັດເຈນ; ບໍ່ມີປ້າຍຮ້ານແລກປ່ຽນເງິນຕາຕົວແທນທະນາຄານທຸລະກິດ; ນຳໃຊ້ບັນຊີສ່ວນບຸກຄົນ ຫຼື ບັນຊີທຸລະກິດອື່ນ ເຂົ້າໃນການແລກປ່ຽນເງິນຕາ ທ່ານສາມາດແຈ້ງ ຫຼື ສະໜອງຂໍ້ມູນດັ່ງກ່າວໃຫ້ກັບ ເຈົ້າໜ້າທີ່ຕຳຫຼວດ (ເບີໂທ: 020 312401) ຫຼື ທະນາຄານແຫ່ງ ສປປ ລາວ (ເບີໂທ 021 264 590) ເພື່ອເປັນຂໍ້ມູນດໍາເນີນການຕິດຕາມກວດກາ ແລະ ດໍາເນີນມາດຕະການຕໍ່ພາກສ່ວນດັ່ງກ່າວຕາມກົດໝາຍ. ການຮ່ວມມືຂອງພໍ່ແມ່ປະຊາຊົນ, ບຸກຄົນ ແລະ ການຈັດຕັ້ງແມ່ນເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງສັງຄົມໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສົ່ງເສີມການດຳເນີນທຸລະກິດໃຫ້ມີຄວາມຍຸດຕິທຳທີ່ຖືກຕ້ອງຕາມກົດໝາຍ ແລະ ການຮັກສາສະຖຽນລະພາບເງິນຕາແຫ່ງຊາດໃຫ້ມີຄວາມໝັ້ນຄົງ ແລະ ເຂັ້ມແຂງຍິ່ງຂຶ້ນ.

ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດການໃຫ້ບໍລິການແລກປ່ຽນເງິນຕາ ແມ່ນວຽກໜຶ່ງທີ່ສຳຄັນ ແລະ ຈຳເປັນໃນການເຄື່ອນໄຫວວຽກງານເສດຖະກິດ-ເງິນຕາ ຊຶ່ງໄດ້ມີກົດໝາຍ, ນິຕິກຳຂັ້ນຕ່າງໆ ເປັນເຄື່ອງມືຄຸ້ມຄອງຂອງລັດ. ກົງກັນຂ້າມ ຖ້າມີການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ຈະເປັນປະກົດການຫຍໍ້ທໍ້ໃນສັງຄົມທີ່ສ້າງຜົນກະທົບຕໍ່ເສດຖະກິດ, ສະຖຽນລະພາບທາງດ້ານເງິນຕາ ແລະ ເປັນບໍ່ເກີດຂອງການປັນປ່ວນອັດຕາແລກປ່ຽນ ທີ່ເປັນສາເຫດໜຶ່ງເຮັດໃຫ້ສະພາບອັດຕາແລກປ່ຽນບໍ່ມີຄວາມສະຫງົບ. ສະນັ້ນ ເພື່ອຕີຖອຍປະກົດການຫຍໍ້ທໍ້ດັ່ງກ່າວ, ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄປຄຽງຄູ່ກັບການຄົ້ນຄວ້າປັບປຸງວຽກງານຄຸ້ມຄອງມະຫາພາກທາງດ້ານເງິນຕາຕ່າງໆ, ໃນນັ້ນຕິດພັນກັບການຄຸ້ມຄອງການບໍລິການແລກປ່ຽນເງິນຕາ ໂດຍໄດ້ຮັບການຕົກລົງເຫັນດີຈາກລັດຖະບານ, ທະນາຄານແຫ່ງ ສປປ ລາວ ໄດ້ຫັນຮ້ານແລກປ່ຽນເງິນຕາທີ່ໄດ້ຮັບອະນຸຍາດໂດຍ ທະນາຄານແຫ່ງ ສປປ ລາວ ໃນໄລຍະຜ່ານມາໃຫ້ເປັນຕົວແທນຂອງທະນາຄານທຸລະກິດ ຕາມແຈ້ງການກ່ຽວກັບການຫັນຮ້ານແລກປ່ຽນເງິນຕາໄປເປັນຮ້ານຕົວແທນຂອງທະນາຄານທຸລະກິດ ສະບັບເລກທີ 111/ທຫລ, ລົງວັນທີ 12 ກໍລະກົດ 2021, ປັດຈຸບັນມີຮ້ານແລກປ່ຽນເງິນຕາຕົວແທນດັ່ງກ່າວ ຈຳນວນ 419 ຮ້ານ ທົ່ວປະເທດ ແມ່ນຢູ່ໃຕ້ການຄຸ້ມຄອງໂດຍກົງຂອງທະນາຄານທຸລະກິດຕາມແຈ້ງການ ຮ້ານແລກປ່ຽນເງິນຕາຕົວແທນທີ່ໄດ້ຮັບອະນຸຍາດຈາກ ທະນາຄານແຫ່ງ ສປປ ລາວ ສະບັບເລກທີ 175/ຫກ, ລົງວັນທີ 17 ກັນຍາ 2021.

ກອງປະຊຸມ ກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ

ຕາມການລາຍງານຈາກຄວາມສະຫງົບໃຫ້ຮູ້ວ່າ: ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກໍາມະທິການກົດໝາຍສະພາແຫ່ງຊາດ ໄດ້ຈັດກອງປະຊຸມ ກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດຂຶ້ນໃນ ລະຫວ່າງວັນທີ 25-26 ເມສາ 2022, ເປັນປະທານຮ່ວມໂດຍ ພົຕ ປອ ທອງເຫຼັກ ມັງຫນໍ່ເມກ ຮອງ ລັດຖະມົນຕີກະຊວງ ປກສ ທັງເປັນຄະນະຮັບຜິດຊອບສ້າງຮ່າງກົດຫມາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ທ່ານ ປວ ພູທອນ ວໍລະເຜັດ ຮອງປະທານກໍາມາທິການກົດຫມາຍ ແລະ ພົຈວ ປອ ມາລາ ວິລະຈິດ ຮອງປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ, ມີບັນດາ ກໍາ ມາທິການກົດຫມາຍສະພາ ແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະຮັບຜິດຊອບສ້າງຮ່າງ ກົດຫມາຍເຂົ້າຮ່ວມ.

ທ່ານ ປອ ພູທອນ ວໍລະເພັດ ກ່າວວ່າ: ການຈັດກອງປະຊມກວດກາເນື້ອໃນຮອບດ້ານຂອງຮ່າງ ກົດຫມາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດໃນຄັ້ງນີ້ ເພື່ອເຮັດໃຫ້ຮ່າງກົດຫມາຍສະບັບດັ່ງ ກ່າວມີຄວາມຄົບຖ້ວນ, ສົມບູນ ແລະ ຮັດກຸມທາງດ້ານໂຄງຮ່າງ ແລະ ເນື້ອໃນທັງໃຫ້ແທດ ເໝາະກັບ ສະພາບຄວາມເປັນຈິງໃນປັດຈຸບັນ ແລະ ໃຫ້ສາມາດນໍາເຂົ້າຜ່ານ ແລະ ຖືກຮັບຮອງເອົາໃນກອງປະຊຸມ ສະໄຫມສາມັນເທື່ອ ທີ III ຂອງສະພາແຫ່ງຊາດ ຊຸດ ທີ IX ທີ່ຈະຈັດຂຶ້ນໃນລະຫວ່າງເດືອນມິຖຸນາ 2022 ນີ້ ຢ່າງເປັນທາງການ.

ໂຄງປະກອບຮ່າງກົດຫມາຍດັ່ງກ່າວ, ປະກອບມີ IX ພາກ, 9 ຫມວດ ແລະ 67 ມາດຕາ, ໃນນີ້, ຄວາມ ສໍາຄັນຮ່າງກົດຫມາຍ ວ່າດ້ວຍການຄຸ້ມຄອງອາ ວຸດ ແລະ ວັດຖຸລະເບີດສະບັບນີ້ ແມ່ນມີຄວາມສໍາຄັນຫຼາຍຕໍ່.

ກັບກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດໃນການຄຸ້ມຄອງ ໂດຍກົງ, ເຊິ່ງໄດ້ ່ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາວຽກງານ.

ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດໃນທົ່ວສັງຄົມ ແລະ ທັງເປັນເຄື່ອງມືຮັບປະກັນໃຫ້ແກ່ກໍາລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ພວກເຮົາກໍຄື ທຸກຂະແຫນງການທີ່ກ່ຽວ ຂ້ອງໃນການປະຕິບັດວຽກງານດັ່ງ ກ່າວໄດ້ຢ່າງຖືກຕ້ອງ, ສອດຄ່ອງກັບກົດຫມາຍ, ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ແກ້ໄຂ ປະກົດການຫຍໍ້ທໍ້ທີ່ເກີດຈາກອາວຸດ ແລະ ວັດຖຸລະເບີດເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານ ການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຂອງສັງຄົມ ປະກອບສ່ວນເຂົ້າໃນການປົກປັກ ຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ໝູ່ພາຊວຍ! ຖືກໃຊ້ຂັບລົດໄປໃສ່ນໍ້າມັນແຕ່ນັ້ນແມ່ນລົດຖືກລັກມາ ເຈົ້າໜ້າທີ່ຈັບພ້ອມຢາບ້າ

ໝູ່ໃຊ້ຂັບລົດໄປໃສ່ນໍ້າມັນແຕ່ນັ້ນແມ່ນລົດຖືກລັກມາ ຖືກເຈົ້າໜ້າທີ່ຈັບພ້ອມຢາບ້າອີກ

ຕາມການລາຍງານ ຂອງຄວາມສະຫງົບໃຫ້ຮູ້ວ່າ: ໃນວັນທີ 7-8 ເມສາ 2022 ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງ ໂພນໂຮງ ແຂວງວຽງຈັນ ໄດ້ຮັບແຈ້ງເຫດວ່າ ມີຄົນຮ້າຍລັກລົດຮຸນໄດຍີ່ຫຍໍ້ H100 ສີຂາວ ໝາຍເລກທະບຽນ ກກ 0424 ວຽງຈັນ (ປ້າຍຟ້າ) ຂອງ ທ້າວ ວົງສີ ບ້ານ ແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ.

ຈາກນັ້ນ, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ຈຶ່ງໄດ້ລົງສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຂຶ້ນບັນຊີເປົ້າໝາຍຜູ້ກໍ່ເຫດ ຮອດວັນທີ 9 ເມສາ 2022 ຈື່ງພົບເຫັນລົດຮຸນໄດຄັນທີ່ຖືກລັກໄປນັ້ນ ມຸ້ງໜ້າໄປໃສ່ນ້ຳມັນຢູ່ປ້ຳນ້ຳມັນ ບ້ານ ຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ໄມ ອາຍຸ 25 ປີ ອາຊີບ ກຳມະກອນ ຢູ່ບ້ານ ທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ຜູ້ຂັບຂີ່ລົດຮຸນໄດນັ້ນມາສຶບສວນ-ສອບສວນ.

ທ້າວ ໄມ ໄດ້ໃຫ້ການຮັບສາລະພາບວ່າ: ໃນເບື້ອງຕົ້ນເວລາປະມານ 18 ໂມງ ຂອງວັນທີ 8 ເມສາ 2022 ຈຸດປະສົງແມ່ນໄປຫາໝູ່ຊື່ທ້າວ ຕຸ້ຍ ອາຍຸ 35 ປີ ອາຊີບ ເຮັດນາ ຢູ່ບ້ານຫ້ວຍໝໍ້, ເມືອງວັງວຽງ, ແຂວງວຽງຈັນ ຜູ້ກ່ຽວໄດ້ໄປນອນຢູ່ເຮືອນຂອງທ້າວຕຸ້ຍ ຈົນຮອດເວລາ 9 ໂມງ ຂອງວັນທີ 9 ເມສາ 2022 ໄດ້ມີທ້າວໄມເລະ ຢູ່ບ້ານຫ້ວຍປາມ້ອມ, ເມືອງວັງວຽງ, ແຂວງວຽງຈັນ ມາຫາຢູ່ເຮືອນຂອງ ທ້າວ ຕຸ້ຍ ຈາກນັ້ນກໍ່ພາກັນໄປເສບຢາບ້າ ຜູ້ລະ 2 ເມັດ ແລ້ວທ້າວ ໄມເລະ ກໍ່ໄດ້ເອົາຢາບ້າໃຫ້ຜູ້ກ່ຽວຈຳວນ 8 ເມັດ ແລ້ວທ້າວ ໄມເລະ ຂີ່ລົດອອກໄປໃສແມ່ນບໍ່ຮູ້ ຕໍ່ມາໄດ້ມີທ້າວ ອ໋ອດ ບໍ່ຮູ້ບ້ານ ຂີ່ລົດຈັກເວບຈີນ ສີຟ້າຂຶ້ນມາຫາຢູ່ເຮືອນທ້າວ ຕຸ້ຍ ແລ້ວບອກໃຫ້ຜູ້ກ່ຽວເອົາລົດໃຫຍ່ໄປໃສ່ນ້ຳມັນໃຫ້ ຈາກນັ້ນຜູ້ກ່ຽວກໍ່ຂຶ້ນລົດຈັກໄປນຳທ້າວອ໋ອດ ມຸ້ງໜ້າໄປທາງວັດທ່າເຮືອ ບ່ອນມ້ຽນເຮືອລວມຂ້ອງບ້ານ ພໍໄປຮອດບ່ອນຈອດລົດໃຫຍ່ ທ້າວ ອ໋ອດ ເອົາເງີນໃຫ້ຜູ້ກ່ຽວ 200,000 ກີບ ເພື່ອໄປໃສ່ນ້ຳມັນລົດໃຫ້ ແລ້ວ ທ້າວ ອ໋ອດ ໄດ້ບອກຜູ້ກ່ຽວອີກວ່າ ຖ້າໃສ່ນ້ຳມັນລົດແລ້ວໃຫ້ຂັບໄປສົ່ງຢູ່ຂອບເຂດ ບ້ານ ສີວິໄລ ຈະຖ້າເອົາຢູ່ແຄມທາງ ແລ້ວຈະເອົາເງີນໃຫ້ອີກ.

ຫຼັງຈາກນັ້ນ, ຜູ້ກ່ຽວຈິ່ງໄດ້ຂີ່ລົດຮຸນໄດຄັນດັ່ງກ່າວ ອອກໄປໃສ່ນ້ຳມັນຢູ່ປ້ຳນ້ຳມັນ ຫ້ວຍປາມ້ອມ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມລົດຮຸນໃດ H100 ຈຳນວນ 1 ຄັນ ແລະ ຢາບ້າຈຳນວນ 8 ເມັດ. ທ້າວ ໄມເລະ ຢູ່ບ້ານຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ແລະ ທ້າວ ອ໋ອດ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ຮ່ວມລົງມືລັກຕົວຈິງແມ່ນເອົາຕົວຫຼົບໜີ, ປະຈຸບັນເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ກອງບັນຊາການ ປກສ ເມືອງໂພນໂຮງ ກຳລັງຕິດຕາມຕົວພວກກ່ຽວທັງ 2 ມາລົງໂທດຕາມລະບຽບກົດໝາຍ.

ໄຟຟ້ານະຄອນຫຼວງແຈ້ງມອດໄຟຫຼາຍຈຸດເລີ່ມ 27 ເມສາ ນີ້

ຫນັງສືແຈ້ງມອດໄຟ ເຖິງ: ຜູ້ຊົມໃຊ້ໄຟຟ້າ,ເນື່ອງຈາກລັດວິສາຫະກິດໄຟຟ້າລາວ,ຝ່າຍລະບົບຈໍາຫນ່າຍ,ສາຂາໄຟຟ້ານະ ຄອນຫຼວງ 1,ຈະໄດ້ມີການມອດໄຟຕາມຄຸ້ມບ້ານຕ່າງໆ, ໂຮງຈັກໂຮງງານຕ່າງໆ,ສໍ ານັກງານຫ້ອງການ ຂອງລັດ ແລະ ເອກະຊົນ ເພື່ອຮັບຊາບ. ເລື່ອງ: ມອດໄຟ 22kV ສາຍແຈກ MSS 4.3.

.

.

.

ລາຍລະອຽດໃນໜັງສືແຈ້ງການ