Home Blog Page 66

ສານຕັດສິນລົງໂທດປະຫາຊີວິດໃນຂໍ້ຫາຢາເສບຕິດ

ຕາມການລາຍງານຂອງໜັງສືພິມຄວາມສະຫງົບໃຫ້ຮູ້ວ່າ: ໃນວັນທີ 6 ພຶດສະພາ 2022, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ໄດ້ເປີດກອງ ປະຊຸມ ເພື່ອຄົ້ນຄວ້າພິຈາລະນາສໍານວນຄະດີໃນສະຖານຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດ ( ປະເພດຢາບ້າ ) ໄວ້ໃນຄອບຄອງ ໂດຍມີຈໍາເລີຍຊື່ ທ້າວ ຢາເຊັງ ອາຍຸ 40 ປີ ຢູ່ບ້ານທອງສີ ເມືອງໂພນທອງ ແຂວງ ຫຼວງພະບາງ.

ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ ໄດ້ຖະແຫຼງເນື້ອໃນຄະດີຂອງຈໍາເລີຍ ໃຫ້ຮູ້ວ່າ: ໃນ ເວລາ 13:00 ໂມງຂອງວັນທີ 24 ທັນວາ 2020, ເຈົ້າຫນ້າທີ່ຕໍາຫຼວດ ປກສ ເມືອງປາກແບງ ແຂວງອຸດົມ ໄຊ ໄດ້ອອກເຄື່ອນໄຫວຕັ້ງຈຸດກວດກາຢູ່ເສັ້ນທາງເຂດບ້ານມົກແຄໃຫຍ່ ເມືອງປາກແບງ ແລະ ໃນຂະນະ ນັ້ນ, ໄດ້ພົບເຫັນ ທ້າວ ຢາເຊັງ ຂັບ ຂີ່ລົດຈັກຮອນດາເວັບ 100 ສີແດງ-ດໍາ ຫມາຍເລກທະບຽນ ຈຈ 1148 ຫຼວງນ້ໍາທາ ມາແຕ່ທາງເມືອງຜາອຸດົມ ແຂວງບໍ່ແກ້ວ ດ້ວຍທ່າທາງມີພິລຸດສົງໄສ ຈຶ່ງໄດ້ລັດລົດຈັກ ຜູ້ກ່ຽວ ພ້ອມທັງຂໍອະນຸຍາດກວດກາລົດ ແລະ ຄົ້ນຕົວ ຈຶ່ງພົບ ເຫັນຢາບ້າ ຈໍານວນ 20 ມັດ ເທົ່າກັບ 40.000 ເມັດ ນໍ້າຫນັກ 4 ກິໂລກຼາມ ຊຸກເຊື່ອງໄວ້ຢູ່ໃນຖົງຢາງຂອງຜູ້ກ່ຽວ. ຈາກນັ້ນ, ຈຶ່ງໄດ້ກັກຕົວພ້ອມ ຂອງກາງມາມອບ ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ດໍາເນີນ ຄະດີຕາມກົດຫມາຍ.

ຜ່ານການສືບສວນ-ສອບສວນ, ທ້າວ ຢາເຊັງ ໄດ້ໃຫ້ການຮັບສາລະພາບວ່າ: ໃນເດືອນມິຖຸນາ 2020, ຜູ້ກ່ຽວ ໄດ້ໄປຮັບຈ້າງປາດຢາງພາລາຢູ່ບ້ານລາວຫຼວງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ມາຮອດ ວັນທີ 20 ທັນວາ 2020, ນາງ ປູ່ເຢ ( ແມ່ເມຍ ) ຢູ່ບ້ານທອງເຫນືອ ເມືອງໂພນທອງ ແຂວງຫຼວງພະບາງ ໄດ້ໂທລະສັບບອກໃຫ້ຜູ້ກ່ຽວກັບໄປບ້ານ ຍ້ອນແມ່ເມຍບໍ່ສະບາຍ. ວັນທີ 23 ທັນວາ 2020, ຜູ້ກ່ຽວຈຶ່ງ ໄດ້ຢືມລົດຈັກຂອງ ທ້າວ ຈະ ຢູ່ບ້ານ ຫົວຂົວ ເມືອງລອງ ແຂວງຫຼວງນໍ້າທາ ທີ່ໄດ້ມາຢາມຜູ້ກ່ຽວຢູ່ເຮືອນ. ຈາກນັ້ນ, ຜູ້ກ່ຽວຈຶ່ງຂັບຂີ່ລົດຄັນດັ່ງກ່າວອອກຈາກສວນຢາງພາລາບ້ານລາວຫຼວງ ເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ເພື່ອຈະກັບໄປບ້ານ. ເມື່ອຂັບຂີ່ໄປຮອດເຂດບ້ານຫ້ວຍຊາຍນ້ອຍ ຈຶ່ງໄດ້ເຊົ່າບ້ານພັກເພື່ອນອນຄ້າງ ຄືນໃນເວ ລາຍ່າງໄປຊື້ຂອງກິນຢູ່ຕະຫຼາດໄດ້ມີຜູ້ຊາຍສອງຄົນ ( ບໍ່ຮູ້ຊື່ ແລະ ທີ່ຢູ່ ) ຍ່າງມາຖາມຜູ້ກ່ຽວວ່າ: ມາແຕ່ໃສ ແລະ ຈະໄປໃສ, ຜູ້ກ່ຽວຕອບວ່າ ມາແຕ່ບ້ານລາວຫຼວງ ຈະໄປເບິ່ງແມ່ເຖົ້າເຈັບຢູ່ບ້ານທອງເຫນືອ ເມືອງໂພນທອງ ແຂວງຫຼວງພະບາງ ແລ້ວມີຜູ້ຊາຍຄົນຫນຶ່ງ ຊື່ ທ້າວ ລາວຕົວ ຢູ່ເມືອງນ້ໍາບາກ ແຂວງຫຼວງ ພະບາງ ແຕ່ບໍ່ໄດ້ບອກບ້ານຢູ່ ໄດ້ເວົ້າຕື່ມວ່າ: ມີເລື່ອງຢາກລົມນໍາ. ພາຍຫຼັງທີ່ຊື້ຂອງກິນ ແລ້ວພວກກ່ຽວຈຶ່ງ ໄດ້ກັບມາລົມກັນຢູ່ບ້ານພັກທີ່ຜູ້ກ່ຽວເຊົ່າ ໂດຍ ທ້າວ ລາວຕົວ ໄດ້ບອກໃຫ້ຜູ້ກ່ຽວຂົນສົ່ງຢາບ້າ ຈໍານວນ 20 ມັດ ຈາກແຂວງບໍ່ແກ້ວ ໄປສົ່ງໃຫ້ຜູ້ກ່ຽວຢູ່ເຂດບ້ານປາກມອງ ເມືອງນ້ໍາບາກ ແຂວງຫຼວງພະບາງ ໂດຍ ຈະໃຫ້ເງິນຄ່າຈ້າງຈໍານວນ 500.000 ກີບ ຜູ້ກ່ຽວຈຶ່ງໄດ້ຕົກລົງ ເນື່ອງຈາກວ່າເປັນເສັ້ນທາງ ທີ່ຕົນຈະໄດ້

ເຫັນວ່າ: ການກະທໍາຂອງ ທ້າວ ຢາ ເຊັງ (ຈໍາເລີຍ) ເປັນການກະທໍາທີ່ແຕະຕ້ອງຕໍ່ປະມວນກົດຫມາຍ ອາຍງໃນ ຫມວດທີ 8 ການກະທໍາຜິດກ່ຽວກັບຢາ ເສບຕິດ ໂດຍອີງຕາມໃບຢັ້ງຢືນຜົນການພິສູດ-ວິໄຈຢາ ເສບຕິດຂອງພະ ແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ສະບັບເລກ ທີ 1985/021 ຢັ້ງຢືນວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນບັນຈຸສານເສບຕິດໃນ ຫມວດ Methampheta- mine (ຢາບ້າ+).

ດ້ວຍເຫດນີ້, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນແຂວງອຸດົມໄຊ ຈຶ່ງໄດ້ພິຈາລະນາຕັດສິນຕາມ ຄໍາຕັດສິນ ເລກທີ 052/ຂຕ.ອ, ລົງວັນທີ 6 ພຶດ ສະພາ 2022 ບອກວ່າ: ຕັດສິນ ທ້າວ ຢາເຊັງ (ຈໍາເລີຍ) ມີຄວາມຜິດທາງອາຍາ ໃນຫມວດທີ 8 ມາດຕາ 315 ວັກ 4 ໃນການຂົນສົ່ງຢາເສບຕິດ ແລະ ມີຢາເສບຕິດ ປະເພດຢາບ້າໄວ້ໃນຄອບຄອງ ຖືກສານຕັດສິນລົງໂທດປະຫານຊີວິດ ແລະ ຮິບຢາເສບຕິດ (ປະເພດຢາບ້າ) ຈໍານວນ 20 ມັດ ເທົ່າກັບ 40.000 ເມັດ ຂອງຈໍາເລີຍມາທໍາລາຍຖິ້ມ, ຮິບລົດຈັກຮອນດ້າ ສີແດງດໍາ ຫມາຍເລກທະບຽນ ຈຈ 1148 ຫຼວງນ້ໍາທາ ທີ່ໄດ້ນໍາໃຊ້ເຂົ້າໃນການກະທໍາຜິດມາເປັນຂອງລັດ.

ຂໍສະແດງຄວາມໄວ້ອາໄລ ແດ່ດວງວິນຍານ ຂອງທ່ານ ປອ.ທອງຄຳ ອ່ອນມະນີສອນ

ຂໍສະແດງຄວາມໄວ້ອາໄລ ແດ່ດວງວິນຍານ ຂອງທ່ານ ປອ.ທອງຄຳ ອ່ອນມະນີສອນ ສິລະປິນດີເດັ່ນແຫ່ງຊາດ ສາຂາວັນນະກຳ-ນັກຂຽນລາງວັນຊີໄຣ, ນັກຂຽນລາງວັນແມ່ນ້ຳຂອງ-ນັກຂຽນລາງວັນນາກຄຳ, ຜູ້ຄົ້ນຄ້ວາວັດຈະນານຸກົມພາສາລາວ ແລະ ຜົນງານອື່ນໆ.

ເຊິ່ງໄດ້ ວາງປາກກາ ຫລັບຕາອຳລາວົງການໄປແລ້ວຊົ່ວກາລະນານ ໃນມື້ນີ້, ວັນທີ 19/5/2022, ເວລາ 4:00 ໂມງ ລວມອາຍຸ 73 ປີ. ບັດນີ້ ໂພໃຫຍ່ລົ້ມ ເສຍຮົ່ມເງົາພັກ ນັກກະວີມືຊຽນ ປ່ຽນສີໂສມເສົ້າ ປາຍປາກກາສູນສິ້ນ ຄົນດີກະວີເອກ ນັກຂຽນຊຸມຊາດເຊື້ອ ຕັ້ງແຕ່ເໜືອຮອດໃຕ້ ຜົນງານຈາລຶກໃນແຜ່ນພື້ນ ບໍ່ມີມື້ເສື່ອມສະຫລາຍແທ້ແລ້ວ! ບົດກະວີ: ສາລາກະວີງົວແລະກວຽນ

ຂໍສະແດງຄວາມເສຍໃຈນຳຄອບຄົວດ້ວຍນະທີ່ນີ້ດ້ວຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ເລັ່ງຂຶ້ນບັນຊີລົດລັດ ສະສາງລົດເກົ່າ ແລະ ຖອນຄືນຈຳນວນໜຶ່ງ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ກະຊວງການເງິນ ເປີດເຜີຍຜົນການຈັດຕັ້ງປະຕິບັດດຳລັດ ວ່າດ້ວບລົດຂອງລັດ ສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າມີຄວາມຄືບໜ້າດີສົມຄວນ ໂດຍທຸກພາກສ່ວນໄດ້ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບວຽກງານດັ່ງກ່າວ ແລະ ສຳເລັດ ການເຜີຍແຜ່ເນື້ອໃນຂອງດຳລັດ ແລະ ນິຕິກຳທີ່ກ່ຽວຂ້ອງ ໂດຍຕິດພັນກັບການເຮັດວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ.

ພ້ອມດຽວກັນນັ້ນ, ກໍໄດ້ເລັ່ງສັງລວມ ຂຶ້ນບັນຊີລົດຂອງລັດ ທີ່ກະຊວງ-ອົງການຂອງຕົນ ຄຸ້ມຄອງ ແລະ ນຳໃຊ້ ເປັນຕົ້ນ ຈຳນວນລົດ, ຊະນິດ-ປະເພດລົດ (ລົດປະຈໍາຕໍາແໜ່ງການນໍາລະດັບສູງ, ລົດບໍລິຫານ ແລະ ລົດວິຊາສະເພາະ), ຜູ້ນຳໃຊ້ລົດ, ສະພາບລົດ ແລະ ອື່ນໆ; ລວມທັງແຜນການຈັດສັນລົດຄືນໃໝ່ ແລະ ແຜນການສະສາງລົດເກົ່າ ທີ່ໝົດອາຍຸການໃຊ້ງານ ແລະ ໄດ້ຖອນຄືນລົດຈຳນວນໜຶ່ງ ທີ່ເກີນກໍານົດ ໃນດຳລັດ ເລກທີ 599/ລບ.

ສະເພາະ ຫສນຍ ກໍໄດ້ສົມທົບກັບກະຊວງການເງິນ ດໍາເນີນການຖອນລົດຈໍານວນໜຶ່ງຈາກການນໍາຂັ້ນສູງ ແລະ ໄດ້ດຸ່ນດ່ຽງລົດທີ່ໄດ້ຖອນມານັ້ນ ໃຫ້ຂະແໜງການ, ອົງການ ຈຳນວນໜຶ່ງ; ໄດ້ສົມທົບກັນ ກໍານົດວິທີການ, ກົນໄກ, ແຜນດໍາເນີນງານ ແລະ ຄາດໝາຍທາງດ້ານເວລາ ໃນການຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດດໍາລັດ 599/ລບ ແລະ ໄດ້ແຕ່ງຕັ້ງຄະນະລົງເຜີຍແຜ່ເອກະສານ ກ່ຽວກັບການຄຸ້ມຄອງພາຫະນະຂອງລັດ ຢູ່ບັນດາແຂວງໃນທົ່ວປະເທດ. ໃນຕໍ່ໜ້າ ຖ້າພາກສ່ວນໃດ ບໍ່ທັນສຳເລັດ ການຂຶ້ນບັນຊີສະຖິຕິລົດ ກໍໃຫ້ສືບຕໍ່ຮີບຮ້ອນຈັດຕັ້ງປະຕິບັດ ແລ້ວສັງລວມລາຍງານ ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.ການຈັດຕັ້ງປະຕິບັດດຳລັດ ສະບັບນີ້ ສ່ອງແສງໃຫ້ເຫັນເຖິງ ຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ ໃຫ້ເກີດປະໂຫຍດສູງສຸດ, ປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງປະເທດ, ສ້າງລັດຂອງປະຊາຊົນ ໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ ແລະ ສັງຄົມຫລາຍຂຶ້ນ, ສິ່ງສຳຄັນ ແມ່ນປະຕິບັດ ທິດຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດໄວ້ ໃຫ້ປະກົດຜົນເປັນຈິງ.

ຂໍ້ມູນ. ຫສນຍ ພາບປະກອບຂ່າວ

ການເໜັງຕີງແຮງຂອງອັດຕາແລກປ່ຽນ ຢູ່ ສປປ ລາວ

ຕາມການຖະແຫລ່ງຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເມື່ອບໍ່ດົນນີ້ວ່າ: ບາງບັນຫາທີ່ສົ່ງຜົນກະທົບເຮັດໃຫ້ອັດຕາແລກປ່ຽນຢູ່ ສປປ ລາວ ມີການເໜັງຕີງແຮງ ແລະ ສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງລະບົບທະນາຄານ ແລະ ຂອງຕະຫລາດນອກລະບົບ ແມ່ນຍ້ອນສະຕິຕໍ່ກົດໝາຍ ຂອງບຸກຄົນ, ນິຕິບຸກຄົນຈໍານວນບໍ່ໜ້ອຍໃນສັງຄົມຍັງບໍ່ສູງ; ການປະຕິບັດກົດໝາຍ, ລະບຽບການ, ມາດຕະການຕິດພັນກັບການຄຸ້ມຄອງເງິນຕາຕ່າງປະເທດ ຍັງບໍ່ທັນກົມກຽວເຂັ້ມງວດເທົ່າທີ່ຄວນ ສົ່ງຜົນໃຫ້ມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະ ເທດຈໍານວນຫລາຍພໍສົມຄວນບໍ່ທັນເຂົ້າມາປະເທດ ຕາມລະບຽບການ. ພ້ອມກັນນີ້, ຍັງມີການເຄື່ອນ ໄຫວທຸລະກໍາທີ່ຕິດພັນກັບເງິນຕາຕ່າງປະເທດ ລວມທັງການແລກປ່ຽນເງິນຕາ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາ ຄານໜ້ອຍກວ່າທີ່ຄວນຈະເປັນ ພາໃຫ້ຄວາມສາມາດໃນການສະໜອງເງິນຕາຕ່າງປະເທດ ຂອງລະບົບທະນາຄານຫລຸດລົງ ໃນສະພາບທີ່ລາຄາສິນຄ້ານໍາເຂົ້າ ທີ່ຈໍາເປັນຕໍ່ການດໍາລົງຊີວິດ ໄດ້ເພີ່ມຂຶ້ນສູງຫລາຍ ນອກເໜືອຈາກພັນທະໜີ້ສິນຕໍ່ຕ່າງປະເທດ.

ທ່ານ ສອນໄຊ ສິດພະໄຊ ຍັງໃຫ້ຮູ້ວ່າ: ພື້ນຖານເສດຖະກິດຂອງລາວ ຍັງຕ້ອງ ການເວລາໃນການຟື້ນຕົວ ໃນການສ້າງຄວາມເຂັ້ມແຂງໃຫ້ຫລາຍຂຶ້ນ ເພື່ອໃຫ້ປະເທດສາມາດສະສົມລາຍຮັບ ທີ່ເປັນເງິນຕາຕ່າງປະເທດ ໃຫ້ສົມດຸນກັບລະດັບຄວາມຕ້ອງການໃນການຊໍາລະ ຄ່ານໍາເຂົ້າສິນຄ້າ-ການບໍລິການ ແລະ ຊໍາລະໜີ້ສິນ ໃຫ້ຕ່າງປະເທດທີ່ຍັງຢູ່ໃນລະດັບສູງ. ໄລຍະ 4 ເດືອນຕົ້ນປີ 2022 ເຖິງວ່າຕົວເລກມູນຄ່າດຸນການຄ້າດ້ານສິນຄ້າຂອງ ສປປ ລາວ ໄດ້ເກີນດຸນຢູ່ໃນລະດັບ 589,66 ລ້ານໂດລາ ດີກວ່າໄລຍະດຽວກັນຂອງປີຜ່ານມາ ເກືອບ 50%, ແຕ່ໃນນີ້ມີພຽງແຕ່ 33% ຂອງມູນຄ່າການສົ່ງອອກເທົ່ານັ້ນ ທີ່ໄດ້ໂອນເຂົ້າມາປະເທດຜ່ານລະບົບທະນາຄານ, ໃນຂະນະທີ່ 98% ຂອງມູນຄ່າການນໍາເຂົ້ານັ້ນ ໄດ້ມີການໂອນອອກຜ່ານລະບົບທະນາຄານ ເຮັດໃຫ້ພວກເຮົາໄດ້ປະເຊີນກັບສະພາບການມີກະແສເງິນອອກປະເທດ ຜ່ານລະບົບທະນາຄານຫລາຍກວ່າມີກະແສເງິນເຂົ້າປະເທດ ຜ່ານລະບົບທະນາຄານ ໃນລະດັບທີ່ຫລາຍກວ່າໄລຍະດຽວກັນຂອງປີຜ່ານມາ ເຖິງ 143% ເຊິ່ງສະພາບດັ່ງກ່າວ ໄດ້ສົ່ງຜົນກະທົບເຮັດໃຫ້ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດ ໄດ້ໜ້ອຍກວ່າລະດັບທີ່ຄວນຈະເປັນ ຫລື ໜ້ອຍກວ່າມູນຄ່າການສົ່ງອອກ ແລະ ມູນຄ່າການລົງທຶນຈາກຕ່າງປະເທດຫລາຍ, ແຕ່ຄວາມຮຽກຮ້ອງຕ້ອງການເງິນຕາຕ່າງປະເທດຂອງທົ່ວສັງຄົມ ເພື່ອການຊໍາລະສະສາງກັບຕ່າງ ປະເທດ ຍັງສືບຕໍ່ຢູ່ໃນລະດັບສູງ ແລະ ເພີ່ມຂຶ້ນຕໍ່ເນື່ອງ.

ນອກຈາກນີ້, ຄວາມບໍ່ສົມດຸນລະຫວ່າງລະດັບຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດຢູ່ພາຍໃນປະເທດເຮົາ ທີ່ຍັງສືບຕໍ່ສູງຂຶ້ນ, ການປະຕິບັດລະບຽບກົດ ໝາຍຕິດພັນກັບການຄຸ້ມຄອງ ເງິນຕາຕ່າງປະເທດທີ່ບໍ່ທັນຮັດກຸມ; ການເໜັງຕີງຂອງຄ່າເງິນກີບ ຍັງໄດ້ຮັບຜົນກະທົບຫລາຍຈາກຈິດຕະສາດ ຂອງປະຊາຊົນໃນສັງຄົມ ທີ່ກໍາລັງແຕກຕື່ນ ຍ້ອນມີຄວາມກັງວົນຫລາຍເກີນເຫດ ຕໍ່ສະພາບທີ່ເກີດຂຶ້ນຢູ່ສາກົນ ແລະ ຕໍ່ບາງສະພາບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ການປະກາດອັດຕາແລກປ່ຽນ ແລະ ການແລກປ່ຽນເງິນຕາແບບບໍ່ສອດຄ່ອງ ກັບລະບຽບກົດໝາຍໃນແຕ່ລະວັນ ທີ່ໄດ້ເປັນການຖ່ວງດຶງຄວາມເຊື່ອໝັ້ນຕໍ່ສະກຸນເງິນຂອງຊາດ ຕໍ່ຄວາມເປັນຊາດໃຫ້ຕໍ່າລົງ.

ປະກົດການດັ່ງກ່າວ, ໄດ້ສົ່ງຜົນກະທົບຢ່າງຫລວງຫລາຍ ເຮັດໃຫ້ສະພາບອັດຕາແລກປ່ຽນຂອງພວກເຮົາໃນໄລຍະທ້າຍເດືອນມີນາ-ເດືອນເມສາ ໄດ້ເໜັງຕີງແຮງ ໃນທິດທາງອ່ອນຄ່າຫລາຍກວ່າລະດັບດຸນຍະພາບ ດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ. ພ້ອມນີ້, ການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບ ເກີນລະດັບທີ່ຄວນຈະເປັນ ຈະສົ່ງຜົນກະທົບຕໍ່ທຸກພາກສ່ວນໃນສັງຄົມ ທັງພາກລັດ ກໍຄື ພາກເອກະຊົນ ເຊິ່ງສົ່ງຜົນໃຫ້ພັນ ທະໃນການຊໍາລະກັບຕ່າງປະເທດ ຂອງພວກເຮົາໜັກໜ່ວງຂຶ້ນ, ລາຄາສິນຄ້າ-ຄ່າບໍລິການ, ຕົ້ນທຶນການຜະລິດ ຢູ່ພາຍໃນປະເທດເພີ່ມສູງຂຶ້ນ, ອັດຕາເງິນເຟີ້ສູງຂຶ້ນ ກະທົບຕໍ່ຊີວິດການເປັນຢູ່ຂອງພວກເຮົາທຸກຄົນໃນສັງຄົມ. ໃນຂະນະທີ່ລາຍຮັບຕໍ່ຫົວຄົນ ເມື່ອຄິດໄລ່ເປັນເງິນຕາຕ່າງປະເທດຈະຫລຸດລົງ ສົ່ງຜົນກະທົບດ້ານລົບຕໍ່ສະຖານະພາບ ດ້ານການພັດທະ ນາເສດຖະກິດຂອງປະເທດ ແລະ ຊື່ສຽງຂອງຊາດ ໃນເວທີສາກົນ ເຖິງວ່າພວກເຮົາຈະບໍ່ສາມາດຄວບຄຸມປັດໄຈພາຍນອກປະເທດໄດ້ ແຕ່ທະນາຄານແຫ່ງ ສປປ ລາວ ເຊື່ອໝັ້ນວ່າ: ຖ້າພວກເຮົາທຸກຄົນ ທຸກພາກສ່ວນ ທຸກສາຍອາຊີບ ທັງພາກລັດ ແລະ ເອກະຊົນ ກໍາໄດ້ສະພາບຄວາມເປັນຈິງ ແລະ ຕັດສິນໃຈເປັນຈິດໜຶ່ງໃຈດຽວກັນ ຮ່ວມມືກັນແກ້ໄຂ, ເຊື່ອແນ່ວ່າພວກເຮົາຈະສາມາດຜ່ານຜ່າ ບັນຫາອັດຕາແລກປ່ຽນ ທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ໂດຍສະເພາະສະພາບການອ່ອນຄ່າແຮງ ແລະ ໄວຂອງຄ່າເງິນກີບ ກໍຄືສະພາບສ່ວນຕ່າງລະຫວ່າງອັດຕາແລກປ່ຽນ ຂອງລະບົບທະນາຄານ ແລະ ອັດຕາແລກ ປ່ຽນຢູ່ນອກລະບົບໄດ້.

ແຫຼ່ງຂ່າວ: ປະເທດລາວ

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງລາວໃນເດືອນເມສາ

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງລາວໃນເດືອນເມສາ ບັນລຸ 950 ລ້ານໂດລາ

ອີງຕາມຂໍ້່ມູນສູນຂໍ້ມູນຈາກຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ເມສາ 2022 ບັນລຸໄດ້ປະມານ 950 ລ້ານໂດລາສະຫະລັດ (ບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ) ໃນນັ້ນ, ມູນຄ່າການສົ່ງອອກປະມານ 424 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 526 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 102 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກຫຼັກ ປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ແຮ່ເຫລັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ ແລະ ຝຸ່ນ (ປຸຍ)

ສິນຄ້ານໍາເຂົ້າຫຼັກ ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກ ຈາກເຄື່ອງກົນຈັກພາຫະນະ), ເຍື່ອໄມ້ ແລະ ເສດເຈ້ຍ, ສິ້ນສ່ວນອາໄຫລ່ລົດ, ເຄື່ອງດື່ມ , ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫລັກ, ເຫຼັກກ້າ, ເຄື່ອງໃຊ້ທີ່ເຮັດດ້ວຍປລາສຕິກ, ນ້ຳມັນ ແອັດຊັງ, ແອັດຊັງພິເສດ, ເຈ້ຍ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍເຍື່ອເຈ້ຍ-ໄມ້, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫລັກ ປະກອບມີ: ສປ ຈີນ ມີມູນຄ່າ ປະມານ 137 ລ້ານໂດລາສະຫະລັດ, ຫວຽດນາມ 106 ລ້ານໂດລາສະຫະລັດ, ໄທ 65 ລ້ານໂດລາສະຫະລັດ, ອົດສະຕຣາລີ 32 ລ້ານໂດລາສະຫະລັດ ແລະ ສະວິດ 14 ລ້ານໂດລາສະຫະລັດ. ສ່ວນ 5 ປະເທດທີ່ ສປປ ລາວ ນໍາເຂົ້າຫລັກປະກອບມີ: ໄທ ມູນຄ່າປະມານ 238 ລ້ານໂດລາສະຫະລັດ, ສປ ຈີນ 157 ລ້ານໂດລາສະຫະລັດ, ຫວຽດນາມ 47 ລ້ານໂດລາສະຫະລັດ, ສ ອາເມລິກາ 18 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 12 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ: ປະເທດລາວ

ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້!

ເຫດການປຸ້ນຊິງຊັບຍິງສາວ ເຈົ້າໜ້າທີ່ຢືນຢັນຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້ ສື່ອອນລາຍລົງຂ່າວວ່າຈັບໄດ້ແລ້ວນັ້ນແມ່ນຂ່າວປອມ

ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ເຮືອນຢູ່ຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຈຳນວນຫຼາຍລາຍການແລ້ວຫລົບຫນີໄປ. + ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ຢູ່ຫລາຍຮ້ານ, ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ.

ພໍຮອດທ່ຽງຄືນຜູ້ເສຍຫາຍຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ລວມ 2 ຄັນ ໃນການກໍ່ເຫດ. ສ່ວນຍິງສາວປອດໄພບໍ່ໄດ້ຮັບບາດເຈັບໃດໆ.

ຕໍ່ມາ ກໍຄືວັນທີ 18 ພຶດສະພາ 2022, ໄດ້ມີຂ່າວອອນລາຍ ໂດຍສະເພາະເພຈຂ່າວປອມ ເຜີຍແຜ່ພາບ ຊາຍສາມຄົນທີ່ມີລາຍສັກເຕັມໂຕ ວ່າເປັນກຸ້ມແກ້ງປຸ້ນຊັບຄັ້ງນີ້ ຖືກເຈົ້າໜ້າທີ່ຈັບຕົວໄດ້ແລ້ວ; ເຊິ່ງເຈົ້າໜ້າທີ່ຜູ້ຮັບຜິດຊອບຄະດີດັ່ງກ່າວ ໄດ້ຢືນຢັນວ່າ:

ຊາຍສາມຄົນທີ່ສື່ອອນລາຍລົງຂ່າວອ້າງວ່າເຈົ້າໜ້າທີ່ຈັບຕົວຜູ້ກໍ່ເຫດປຸ້ນຊີງຊັບຍິງສາວ ຢູ່ບ້ານດົງນາໂຊກເໜືອ ນັ້ນແມ່ນເປັນຂ່າວປອມ ແລະ ພວກກ່ຽວບໍ່ໄດ້ກ່ຽວຂ້ອງກັບຄະດີປຸ້ນຊັບຄັ້ງນີ້ ແລະ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້ເທື່ອ ແລະ ກຳລັງເລັ່ງສືບສວນ-ສອບສວນຫາກຸ່ມຄົນຮ້າຍມາລົງໂທດຢູ່ ແລະ ຂໍຮຽກຮ້ອງນຳສື່ສັງຄົມອອນລາຍຢ່າສ້າງກະແສໃຫ້ສັງຄົມປັ່ນປ່ວນ.

ແຫຼ່ງຂ່າວ: ໜັງສືພິມຄວາມສະຫງົບ

ເຫດໂຈນປຸ້ນຈີ້ຊິງຊັບຮອດບ້ານ!

ຈາກເຫດການປຸ້ນຈີ້ຊິງຊັບໃນວັນທີ 17/05/2022 ເວລາ 1:42 ໂມງ (ຕອນເຊົ້າມືດ), ຮ່ອມ 3, ບ້ານດົງນາໂຊກເໜືອ, ເມືອງສີໂຄດ, ນະຄອນຫຼວງວຽງຈັນ ໄດ້ມີຄົນຮ້າຍເປັນຊາຍຫຼາຍກວ່າ 5 ຄົນໄດ້ຂູ່ບັງຄັບໃຫ້ລູກສາວເຈົ້າຂອງບ້ານທີ່ໄປຫຼິ້ນມາເດິກໃຫ້ໄຂປະຕູເຂົ້າໄປໃນເຮືອນ, ແລ້ວບັງຄັບໃຫ້ເປີດຕູ້ເຊັບເພື່ອເອົາຊັບສິນມີຄ່າຫຼາຍລາຍການໄປ. ໂຊກດີເຫດການຄັ້ງນີ້ບໍ່ມີຜູ້ໄດ້ຮັບບາດເຈັບ.

ຫຼ້າສຸດໃນຕອນເຊົ້າຂອງມື້ນີ້ ວັນທີ 18/05/2022, ກໍມີແຫຼ່ງຂ່າວທີ່ບໍ່ເປັນທາງການວ່າ: ສາມາດຈັບຄົນຮ້າຍໄດ້ແລ້ວ 3 ຄົນ, ນັ້ນແມ່ນຂ່າວປອມ.

ຂໍໃຫ້ທຸກຄົນຕິດຕາມຂໍ້ມູນທີ່ເປັນທາງເຈົ້າໜ້າທີ່, ຢ່າຟ້າວຕັດສິນໄປກ່ອນ.

ຂໍ້ມູນເຫດການມີດັ່ງນີ້: ໃນເວລາ 1:30 ຫາ 2:00 ໂມງ ຕອນກາງຄືນຂອງວັນທີ 16-17 ພຶດສະພາ 2022 ໄດ້ມີຄົນຮ້າຍຈຳນວນ 5 ຄົນ ( ຮູບຕາມກ້ອງວົງຈອນ ) ຈີ້ຍິງສາວ ອາຍຸ 30 ປີ, ເຮືອນຢູ່ຮ່ອມ 3 ບ້ານດົງນາໂຊກເຫນືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ບັງຄັບເມືອເຮືອນ ແລ້ວບອກລະຫັດໄຂຕູ້ເຊັບກວດເອົາຊັບສິນມີຄ່າຈຳນວນຫຼາຍລາຍການແລ້ວຫລົບຫນີໄປ.
+

ເຫດການໃນເບື້ອງຕົ້ນ ໃນເວລາ 19:00 ໂມງ ຂອງວັນທີ 16 ພຶດສະພາ ຜູ້ເສຍຫາຍໄດ້ຂັບລົດ ໂຕໂຍຕ້າ ແລນກຸຍເຊິ້ ໄປກິນເບຍ ກັບຫມູ່ ຢູ່ຫລາຍຮ້ານ, ຕໍ່ມາໄດ້ຍ້າຍມາກິນຢູ່ຮ້ານແຄມຂອງ ເຊີ່ງເປັນຮ້ານສຸດທ້າຍ. ພໍຮອດທ່ຽງຄືນຜູ້ເສຍຫາຍຈະກັບເຮືອນ ຍ່າງມາຫາລົດຢູ່ບ່ອນຈອດລົດ, ໃນຂະນະນັ້ນ ມີຜູ້ຊາຍ 5 ຄົນ ໄດ້ເອົາປຶນຈິ້ຜູ້ກ່ຽວບັງຄັບໃຫ້ພາເມືອເຮືອນ ພໍຮອດເຮືອນບັງຄັບໃຫ້ບອກລະຫັດຕູ້ເຊັບຢູ່ຊັ້ນລຸ່ມເຮືອນ ຈາກນັ້ນ ກໍໄຂເອົາຊັບສິນທີ່ມີຄ່າ, ຄົນຮ້າຍກໍຂີ່ລົດຫລົບຫນີ ໂດຍນຳໃຊ້ລົດກະບະ ແລະ ລົດເກັງ ລວມ 2 ຄັນ ໃນການກໍ່ເຫດ. ສ່ວນຍິງສາວປອດໄພບໍ່ໄດ້ຮັບບາດເຈັບໃດໆ.



+ ຕໍ່ມາ ກໍຄືວັນທີ 18 ພຶດສະພາ 2022, ໄດ້ມີຂ່າວອອນລາຍ ໂດຍສະເພາະເພຈຂ່າວປອມ ເຜີຍແຜ່ພາບ ຊາຍສາມຄົນທີ່ມີລາຍສັກເຕັມໂຕ ວ່າເປັນກຸ້ມແກ້ງປຸ້ນຊັບຄັ້ງນີ້ ຖືກເຈົ້າໜ້າທີ່ຈັບຕົວໄດ້ແລ້ວ; ເຊິ່ງເຈົ້າໜ້າທີ່ຜູ້ຮັບຜິດຊອບຄະດີດັ່ງກ່າວ ໄດ້ຢືນຢັນວ່າ: ຊາຍສາມຄົນທີ່ສື່ອອນລາຍລົງຂ່າວອ້າງວ່າເຈົ້າໜ້າທີ່ຈັບຕົວຜູ້ກໍ່ເຫດປຸ້ນຊີງຊັບຍິງສາວ ຢູ່ບ້ານດົງນາໂຊກເໜືອ ນັ້ນແມ່ນເປັນຂ່າວປອມ ແລະ ພວກກ່ຽວບໍ່ໄດ້ກ່ຽວຂ້ອງກັບຄະດີປຸ້ນຊັບຄັ້ງນີ້ ແລະ ເຊິ່ງປັດຈຸບັນ ເຈົ້າໜ້າທີ່ຍັງຈັບຕົວຜູ້ກໍ່ເຫດບໍ່ໄດ້ເທື່ອ ແລະ ກຳລັງເລັ່ງສືບສວນ-ສອບສວນຫາກຸ່ມຄົນຮ້າຍມາລົງໂທດຢູ່ ແລະ ຂໍຮຽກຮ້ອງນຳສື່ສັງຄົມອອນລາຍຢ່າສ້າງກະແສໃຫ້ສັງຄົມປັ່ນປ່ວນ.

ຂ່າວ: ໜັງສືພິມຄວາມສະຫງົບ

ເຫດຄົນຜູກຄໍຕາຍ ຢູ່ຫ້ອງນ້ຳຫຼັງສາລາໂຮງທັມວັດ

ຕາມການລາຍງານ ຈາດແຟນເພຈ ວັດຈອມເພັດ ມ.ສີສັຕະນາກ

ເຊິ່ງມີລາຍລະອຽດດັ່ງນີ້:

ແຈ້ງຂ່າວດ່ວນ ມີຄົນມາຜູກຄໍຕາຍ ຢູ່ຫ້ອງນ້ຳ ຫຼັງສາລາໂຮງທັມວັດຈອມເພັດ ຈີ່ນາຍໂມ້ ພົບເຫັນເຊົ້ານີ້ຊື່ທ້າວເພັດ ສົບແມ່ນໄປທຳພິທີວັດສົມຫວັງ (ຫຼັກ8)​ ວັນ18/05/2022

ບ່ອນເກີດເຫດ: ວັດຈອມເພັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ຈີ່ນາຍໂມ້)

ສ່ວນລາຍລະອຽດເພີ່ມເຕີມແມ່ນພາຍຫຼັງ

ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

ໃນຕອນເຊົ້າວັນທີ 17 ພຶດສະພາ ຜ່ານມາ, ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດນຳພາຄະນະມາຢ້ຽມ ຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ລະຫວ່າງ ວັນທີ 15-17 ພຶດສະ ພາ 2022 ເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ສອງສະພາແຫ່ງຊາດ.ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຜູ້ແທນຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການຈັດຕັ້ງປະຕິບັດ ໜຶ່ງໃນບັນດາກິດຈະກຳ ສຳ ລັບການສະເຫລີມສະຫລອງ ແລະ ຂໍ່ານັບຊົມເຊີຍ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 45 ປີ ໃຫ້ມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນດ້ານຕ່າງໆ ທີ່ສະພາແຫ່ງຊາດຫວຽດ ນາມ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ, ລວມທັງ ຜົນສໍາເລັດຂອງການຮ່ວມມືສອງຝ່າຍ ໂດຍສະເພາະການປະຕິບັດໂຄງການທີ່ສຳຄັນ, ຜົນສໍາເລັດຂອງການພົບປະລະ ຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ເປັນການປະກອບສ່ວນສໍາຄັນ ເຮັດໃຫ້ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ ກໍຄື ສອງລັດຖະບານ ລາວ-ຫວຽດນາມ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ນັບມື້ເຂົ້າສູ່ລວງເລິກ, ແທດຕົວຈິງ, ມີປະສິດທິຜົນສູງ ແລະ ນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນສອງປະເທດ; ໄດ້ຕີລາຄາສູງ ແລະ ຍົກໃຫ້ເຫັນໝາກຜົນ ກໍຄື ມູນເຊື້ອອັນດີງາມ ໃນການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ. ຄຽງຄູ່ກັບການພົວພັນຮ່ວມມື ທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

ພ້ອມດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີ ຕໍ່ສະຫາຍປະທານສະພາແຫ່ງຊາດຫວຽດນາມ ສືບຕໍ່ຊີ້ນໍາ ແລະ ເພີ່ມທະວີການຮ່ວມມືດ້ານຕ່າງໆກັບ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ສະຫາຍ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນ ສະພາແຫ່ງຊາດຫວຽດນາມ ຈົ່ງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມທັງ ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນດີງາມ ຜ່ານສະຫາຍ ປະທານສະພາແຫ່ງຊາດ ໄປຍັງການນຳຂັ້ນສູງ ຂອງພັກ ແລະ ລັດ ແຫ່ງ ສສ ຫວຽດນາມ ຕື່ມອີກ. ໃນໂອກາດດຽວກັນ, ສະຫາຍ ເວືອງ ດິງ ເຫວະ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດ ໃນການຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະພາແຫ່ງຊາດລາວ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.ພາບ: ພາຍຄຳຂ່າວ: ສນຍ

ຫຼາຍປໍ້າໃນໄຊຍະບູລີ 17/05/2022

ດ່ັງທີ່ທຸກຄົນເຫັນໃນປັດຈຸບັນ, ຫຼາຍປໍ້າຂາດນໍ້າມັນ ແລະ ບາງປໍ້າກໍໄດ້ປິດຊົ່ວຄາວ ບາງປໍ້າກໍມີແຕ່ກາຊວນ ຖ້າປໍ້າໃດມີນໍ້າມັນກໍເຮັດໃຫ້ຫຼາຍຄົນອັ່ງອໍໄປແຕ່ປໍ້ານັ້ນ. ບໍ່ວ່າຈະຢູ່ນະຄອນຫຼວງວຽງຈັນ ຫຼື ແຂວງອື່ນໆເຮົາຈະເຫັນກ່ຽວກັບຂ່າວກ່ຽວກັບນໍ້າມັນເກືອບທຸກມື້.

ຈາກຜູ້ໃຊ້ເຟສບຸກຄົນໜຶ່ງ ເພິ່ນໄດ້ເລາະໃສ່ນໍ້າມັນຫຼາຍກວ່າ 5 ປໍ້າແຕ່ປາກົດວ່າປໍ້າປິດໝົດ ໂພສມື້ນີ້ (ວັນທີ 17/5/2022)

.

.

.

.

.

.

.

ເຮົາຈະເຫັນຫຼາຍປິດ ແລະ ເຫຼືອພຽງຈຳນວນໜ້ອຍທີ່ເປີດ.

ຂໍຂອບໃຈຂໍ້ມູນຈາກ: Tousombath Xiong