Home Blog Page 51

ຕັດສິນຄະດີລັກລອບຂົນກັນຊາ 90 ແທ່ງ ຈຳຄຸກ 7 ປີ

ສານປະຊາຊົນແຂວງຄຳມ່ວນຕັດສິນ ຈຳເລີຍໃນສະຖານການຂົນສົ່ງກັນຊາແທ່ງຈຳຄຸກ 7 ປີ ພ້ອມທັງປັບໄໝ 10ລ້ານກີບ.

ທ້າວ ຈາມົວ ( ຈຳເລີຍ ) ອາຍຸ 27 ປີ ຢູ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແມ່ນໄດ້ຖືກຄະນະສານອາຍາ ແຂວງຄຳມ່ວນຕັດສິນຈຳຄຸກ 7 ປີ ພ້ອມທັງປັບໄໝ 10 ລ້ານກີບ ໃນສະຖານການຂົນສົ່ງກັນຊາແທ່ງ.

ໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຖະແຫຼງສໍານວນຄະດີຕໍ່ຄະນະສານໄດ້ຮັບຮູ້ໃນວັນທີ 13 ມິຖຸນາ ຜ່ານມາ, ເຊິ່ງຄະດີດັ່ງກ່າວເກີດຂຶ້ນ ໃນຄັ້ງວັນທີ 02 ພະຈິກ 2021 ໃນຂະນະທີ່ ທ້າວ ຈາມົວ ( ຈຳເລີຍ ) ໄດ້ຂັບຂີ່ລົດຮຸນໃດ ຍີ່ຫໍ້ ລີບີໂລ້ ສີຂາວ ປ້າຍທະບຽນ ກຂ 6032 ຈຳປາສັກ ໄປຮັບເອົາກັນຊາຢູ່ທີ່ ເຮືອນຂອງທ້າວ ເສີຊົງ ປະຊາຊົນ ເມືອງຄຳເກີດ ແຂວງບລິຄຳໄຊ ເພື່ອໄປສົ່ງກັນຊາ ໃຫ້ຜູ້ຮ່ວມຂະບວນການ ຢູ່ ທີ່ ທາງແບ່ງຫຼັກຊາວ, ພໍຜູ້ກ່ຽວຂັບຂີ່ ລົດມາຮອດ ຈຸດກວດກາ ທາງເຈົ້າໜ້າທີ່ຕຳຫຼວດ ຈະລາຈອນ ປກສ ເມືອງ ຄູນຄຳ ແຂວງຄຳມ່ວນ ຈື່ງໄດ້ຖືກເຈົ້າໜ້າທີ່ກັກ ແລະ ທຳການຂໍກວດກາລົດຄັນດັ່ງກ່າວ ພາຍຫຼັງກວດກາແລ້ວ ຈື່ງໄດ້ພົບເຫັນ ກັນຊາແຫ່ງ ຈຳນວນ 90 ແທ່ງ ນ້ຳໜັກ 69 ກິໂລກຼາມ ດັ່ງນັ້ນທາງເຈົ້າ ໜ້າທີ່ ຈື່ງໄດ້ກັກຕົວຜູ້ກ່ຽວ ມາດຳເນີນຄະດີຕາມລະບຽບກົດໝາຍ.

ຜ່ານການຄົ້ນຄ້ວາບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນ ຮອບດ້ານ ແລະ ພາວະວິໃສ່ເຫັນວ່າມີຂໍ້ມູນຫຼັກຖານໜັກແໜ້ນພຽງພໍທີ່ສາມາດຢັ້ງຢືນວ່າ : ທ້າວ ຈາມົວ (ຈຳເລີຍ) ແມ່ນມີເຈຕະນາກະທຳຜິດໃນສະຖານການຂົນສົ່ງກັນຊາແຫ່ງ ຕາມມາດຕາ 318 ວັກ 5 ຂອງປະມວນກົດໝາຍອາຍາ ຈຶ່ງເຫັນຄວນໃຫ້ຜູ້ກ່ຽວມີຄວາມຮັບຜິດຊອບທາງອາຍາ ຕາມລະບຽບກົດໝາຍ ແລະ ເພື່ອບໍ່ໃຫ້ຜູ້ກະທຳຜິດຫຼຸດພົ້ນຈາກການລົງໂທດ.

ສະນັ້ນສານຈຶ່ງເຫັນຄວນລົງໂທດຕັດອິດສະຫຼະພາບ ທ້າວ ຈາມົວ ( ຈຳເລີຍ ) ຈຳຄຸກ 7 ປີ ພ້ອມທັງປັບໄໝ 10.000.000 ກີບ. ສ່ວນຜູ້ຮ່ວມຂະບວນການປະຈຸບັນທາງເຈົ້າໜ້ທີ່ວິຊາສະເພາະພວມຂະຫຍາຍຜົນນຳຈັບຕົວພວກກ່ຽວມາດຳເນີນຄະດີ ຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ລາຍການຄວາມສະຫງົບແຂວງຄຳມ່ວນ

ຈັດບູລິມະສິດຄູອາສາສະໝັກຕາມ 3 ບັນຊີ ທີ່ມີຈຳນວນ 7.693 ຄົນ

ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈງຜົນການແກ້ໄຂບັນຫາຄູອາສາໃນທົ່ວປະເທດ

ໃນໂອກາດຊີ້ແຈງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ ຂອງທ່ານ ຮສ ປອ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ພວມດໍາເນີນໃນປັດຈຸບັນນີ້ ໂດຍໄດ້ຊີ້ໃຫ້ເຫັນຜົນສໍາເລັດໃນການຈັດບູລິມະສິດຄູອາສາສະໝັກຕາມ 3 ບັນຊີ ທີ່ມີຈຳນວນ 7.693 ຄົນ.

ໃນນີ້ ບັນຊີ 1 ມີຈໍານວນ 3.604 ຄົນເຊິ່ງແມ່ນຄູອາສາສະໝັກ ທີ່ຈົບຖືກຊັ້ນຖືກສາຍວິຊາ ທີ່ຜ່ານການປະເມີນການສອນ ຢູ່ໃນເກນດີ ແລະ ສະ ຖານການສຶກສາມີຄວາມຕ້ອງການ; ສ່ວນຜູ້ທີ່ຈັດຢູ່ໃນບັນຊີ 2 ແມ່ນຜູ້ທີ່ສອນບໍ່ຖືກຊັ້ນຖືກສາຍ ເປັນຄູສອນລາຍວິຊາທີ່ມີຫລາຍເກີນຄວາມຕ້ອງການຂອງສະຖານສຶກສາ, ແຕ່ມີຄວາມກະຕືລືລົ້ນທີ່ຈະສືບຕໍ່ສອນ, ສຳລັບກຸ່ມນີ້ມີຈໍານວນ 1.404 ຄົນ ທີ່ຈະໄດ້ລະດົມໃຫ້ໄປບຳລຸງຍົກລະດັບ ໃນວິຊາທີ່ຂາດຢູ່ວິທະຍາໄລຄູແຫ່ງຕ່າງໆ ເພື່ອຈະສືບຕໍ່ບັນຈຸໃນຕໍ່ໜ້າ ແລະ ຜູ້ທີ່ຈັດຢູ່ໃນບັນຊີ 3 ແມ່ນຈະລະດົມໃຫ້ໄປຮຽນອາຊີວະສຶກສາ ຫລື ຂະແໜງການອື່ນ, ເວລາຈົບມາແມ່ນໃຫ້ໄປເຮັດວຽກອື່ນ ເຊິ່ງມີຈໍານວນ 2.685 ຄົນ.

ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ຂະແໜງການຕົນໄດ້ສໍາເລັດການເກັບກໍາ ແລະ ສັງລວມ ຈໍານວນຄູອາສາສະໝັກ ໃນແຕ່ລະຊັ້ນຮຽນ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າແຜນ ການບັນຈຸລັດຖະກອນຄູໃໝ່ໃນແຕ່ລະປີ.

ສຳລັບຄູອາສາສະໝັກທີ່ຈັດແບ່ງຕາມຊັ້ນ ມີລາຍລະອຽດດັ່ງນີ້: ຊັ້ນການສຶກສາກ່ອນໄວຮຽນ ມີ 1.417 ຄົນ, ຊັ້ນປະຖົມສຶກສາ 2.601 ຄົນ, ຊັ້ນມັດທະຍົມຕອນຕົ້ນ1.372 ຄົນ, ຊັ້ນມັດທະຍົມສົມບູນ 2.303 ຄົນ. ໃນນີ້ ເປັນອາສາສະໝັກ ມາໄດ້ 8-9 ປີ ມີຈຳນວນ 38 ຄົນ, 6-7 ປີ ມີຈໍານວນ 1.636 ຄົນ ແລະ ຄູອາສາສະໝັກ ປະມານ 3-5 ປີ ມີຈໍານວນ 6.019 ຄົນ. ຂະນະດຽວກັນ ໄດ້ສຳເລັດແບ່ງປັນຕົວເລກ(ທຶນໃນແຜນ) ໃຫ້ຄູອາສາສະໝັກ ບັນຊີທີ 2 ໄປຍົກລະດັບຊັ້ນປະລິນຍາຕີ(ຕໍ່ເນື່ອງ) ພາກປົກກະຕິ ພາຍໃນປະເທດ ຈຳນວນ 166 ຄົນ.

ໃນນັ້ນ ຊັ້ນມັດທະຍົມປະກອບມີວິຊາ: ຄະນິດສາດ, ພາສາລາວ-ວັນນະຄະດີ, ໄອຊີທີ, ພື້ນຖານວິຊາຊີບ, ພະລະສຶກສາ ແລະ ສິລະປະສຶກສາ. ໃນແຕ່ລະປີ ໄດ້ບັນຈຸຄູອາສາສະໝັກທີ່ສອນໃນແຕ່ລະຊັ້ນຮຽນ ເຂົ້າເປັນລັດຖະກອນຄູ ປະມານ 94% ຂອງໂກຕ້າ ທີ່ໄດ້ຮັບທັງໝົດ ເຊິ່ງເຮັດໃຫ້ຈໍານວນຄູອາສາສະໝັກໄດ້ຫລຸດລົງໃນແຕ່ລະປີ ເຊັ່ນ: ໃນສົກຮຽນ 2020-2021 ທົ່ວປະເທດ ມີຈໍານວນຄູອາສາສະໝັກ ທັງໝົດ 8.423 ຄົນ (ນັບສະເພາະຜູ້ມີອາຍຸການສິດສອນ 3 ປີຂຶ້ນໄປ) ຕົກມາສົກຮຽນ 2021-2022 ທົ່ວປະເທດ ມີຈໍານວນຄູອາສາສະໝັກທັງໝົດເຫລືອພຽງ 7.693 ຄົນ ແລະ ຜ່ານການປະເມີນການສິດສອນ ຂອງຄູອາສາສະໝັກຂອງບັນດາແຂວງ, ເມືອງ ແລະ ໂຮງຮຽນ ເຫັນວ່າປະສິດທິພາບໃນການນໍາໃຊ້ຄູອາສາສະໝັກ ແມ່ນຢູ່ໃນລະດັບດີພໍສົມຄວນ ແລະ ສາມາດຮັບຮອງເປັນຄູໄດ້ ຖ້າວ່າມີໂຄຕາ ຫລື ຖ້າວ່າມີລະບົບຄູພາລາກອນ.

ແຫຼ່ງຂ່າວ: ປະເທດລາວ

ນັກສຶກສາລາວ 66 ຄົນ ຜ່ານການສອບເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ

ນັກຮຽນຄົນລາວ ຈໍານວນ 66 ຄົນ ໄດ້ຜ່ານການສອບ ເສັງເປັນຜູ້ຊ່ວຍຂັບລົດໄຟລາວ-ຈີນ ໃນວັນທີ 18 ມິຖຸນາປີ 2022 ນີ້ ເຮັດໃຫ້ນັກຮຽນຈໍານວນດັ່ງກ່າວກາຍເປັນຄົນລາວງວດທໍາອິດທີ່ເປັນຜູ້ຂັບລົດໄຟລາວ-ຈີນ ຢ່າງເປັນທາງການ.

ອີງຕາມຂໍ້ມູນຈາກ ບໍລິສັດ ລົດໄຟລາວ-ຈີນ ຈຳກັດ ທີ່ຮັບຜິດຊອບການຂົນສົ່ງລົດໄຟລາວ-ຈີນ ເບື້ອງຝ່າຍລາວ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການໃນເດືອນທັນວາປີ 2021 ເປັນຕົ້ນມາ, ພະແນກ ການນຳໃຊ້ ກວດກາ ແລະ ສ້ອມແປງລົດໄຟລາວ-ຈີນ ປະຈຳນະຄອນຫຼວງວຽງຈັນ ໄດ້ເລີ່ມສ້າງພະນັກ ງານທີ່ກ່ຽວຂ້ອງໄດ້ຢ່າງໄວວາ. ພາຍຫຼັງໄດ້ຮັບການອົບຮົມມາເປັນເວລາປະມານເຄິ່ງປີ, ນັກຮຽນຄົນລາວທັງ 66 ຄົນ ລ້ວນແຕ່ໄດ້ຜ່ານການສອບເສັງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ບໍລິສັດ ລົດໄຟລາວ-ຈີນ ຈໍາກັດໃຫ້ຮູ້ຕື່ມວ່າ: ຜູ້ຊ່ວຍຂັບລົດໄຟລາວ-ຈີນ ຄົນລາວທັງ 66 ຄົນ ຈະໄປເຮັດວຽກໃນທຸກໜ້າທີ່ຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນເບື້ອງຢູ່ລາວ, ເຊີ່ງເບື້ອງຕົ້ນຈະເຮັດຂັບລົດໄຟຮ່ວມກັບຜູ້ຂັບລົດໄຟສັນຄົນຈີນ, ຫລັງຈາກນັ້ນໃນຕໍ່ໜ້າ ເມື່ອຊໍານານແລ້ວ ຄົນລາວຈະໄດ້ຂັບລົດໄຟດ້ວຍຕົນເອງ.

ແຫຼ່ງຂ່າວ: Lao National Radio

ການຊື້ – ຂາຍ ຮຸ້ນ ແລະ ສັນຍາຮ່ວມຮຸ້ນ ຂອງ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ

ໃນວັນຈັນ, ວັນທີ 20 ມິຖຸນາ 2022 ທີ່ ກະຊວງການເງິນ, ໄດ້ມີ ພິທີເຊັນສັນຍາ ການຊື້ – ຂາຍ ຮຸ້ນ ແລະ ສັນຍາຮ່ວມຮຸ້ນ ຂອງ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ລະຫວ່າງກະຊວງການເງິນ ແຫ່ງ ສປປ.ລາວ ແລະ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ.

ເປັນປະທານພິທີເຊັນສັນຍາໂດຍ ທ່ານ ບຸນປອນ ວັນນະຈິດ, ຮອງລັດຖະມົນຕີ ກະຊວງການເງິນໂດຍຜູ້ເຊັນສັນຍາແມ່ນທ່ານ ປອ. ສອນເພັດ ອິນທະວົງ, ຫົວຫນ້າກົມ ປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ, ກະຊວງການເງິນ ພ້ອມດ້ວຍຄະນະພະແນກ ແລະ ກະຊວງແລະ ທ່ານ ວຽງຄອນ ສິດທິໄຊ, ຜູ້ອຳນວຍການ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ແລະ ບັນດາຜູ້ບໍລິຫານຂັ້ນສູງ ເຂົ້າຮ່ວມ ແລະ ເປັນສັກຂີພິຍານ ການເຊັນສັນຍາໃນຄັ້ງນີ້.

ຂໍ້ມູນຈາກ: Sitthi Logistics

ການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ກັບຣາຊະອານາຈັກ ກຳປູເຈຍ

ອິງຕາມການຮ່ວມມືດ້ານພະລັງງານໄຟຟ້າ ລະຫວ່າງ ສປປ ລາວ ກັບຣາຊະອານາຈັກ ກຳປູເຈຍ ກໍານົດໄວ້ວ່າ: ພາຍໃນປີ 2030 ສປປ ລາວ ຈະສົ່ງຂາຍພະລັງງານໄຟຟ້າໄປ ປະເທດກຳປູເຈຍ ໃຫ້ໄດ້ຫລາຍກວ່າ 6.000 MW; ປັດຈຸບັນ ສາມາດສົ່ງໄຟໄປແລ້ວ ຈຳນວນ 445 MW.

ສຳລັບສັນຍາການຮ່ວມມືດ້ານພະລັງງານລະຫວ່າວສອງປະເທດ ປະກອບມີສັນຍາຊື້-ຂາຍໄຟ ຟ້າ ຄື: 1.PPA ລະຫ່ວາງ EDL ແລະ EDC, (ເຂື່ອນໄຟຟ້າດອນສະໂຮງ 3 Unit) ຈໍານວນ 195 MW, 2.PPA ລະຫ່ວາງ EDL ແລະ EDC ຈໍານວນ 500 MW, 3.PPA ລະຫວ່າງ ຜູ້ພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນລະມາມ ແລະ EDC ຈຳນວນ 600 MW ແລະ 4.PPA ລະ ຫວ່າງ ຜູ້ພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນກະລຶມ ແລະ EDC ຈຳນວນ 1.800 MW.ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 20 22 ນີ້ວ່າ: ນອກຈາກສົ່ງໄປປະເທດ ກຳປູເຈຍແລ້ວ, ຍັງໄດ້ສົ່ງໄຟຟ້າ ຈຳນວນ 5 MW ໄປ ປະເທດມຽນມາ ແລະ ຈະສົ່ງໄປອີກຕື່ມປະມານ 30-35 MW ພາຍໃນປີ 2022 ນີ້ ລວມທັງການສົ່ງໄຟ ໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານໃນລະບົບແຮງດັນ 115 kV ແລະ ມີແຜນຈະເຊື່ອມໂຍງ ດ້ວຍລະບົບ 500 Kv, ພ້ອມນັ້ນ ຈະສົ່ງໄຟໄປ ສິງກະໂປແບບທົດລອງບໍ່ເກີນ 100 MW ໃນທ້າຍເດືອນນີ້.ສຳລັບ ກອບການຮ່ວມມືລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ, ມາຮອດປັດຈຸບັນ ໂຄງການທີ່ໄດ້ເຊັນສັນຍາຊື້-ຂາຍໄຟຟ້າ (PPA) ກັບ ລັດວິສາຫະກິດໄຟຟ້າຫວຽດນາມ (EVN) ທັງໝົດມີ 25 ໂຄງການ, ລວມກຳລັງຕິດຕັ້ງ 2.180 MW ໃນນັ້ນ, ໄດ້ສົ່ງໄຟອອກຂາຍແລ້ວມີ 3 ໂຄງ ການຄື:

ໂຄງການເຊຂະໝານ 1, ເຊຂະໝານຊານໄຊ ແລະ ເຊຂະໝານ 3 ລວມກໍາລັງຕິດຕັ້ງ 572 MW. ສ່ວນໂຄງການທີ່ກຳລັງກໍ່ສ້າງ ແລະ ຄາດວ່າຈະສາມາດສົ່ງໄຟໄດ້ໃນປີ 2022-2025 ແມ່ນມີທັງໝົດ 22 ໂຄງການ, ລວມກໍາລັງຕິດຕັ້ງ 1.608 MW.

ນອກນີ້, ຍັງມີບັນດາໂຄງການທີ່ມີນິຕິກໍາພາຍໃຕ້ ການເຊັນບົດບັນທຶກຄວາມເຂົ້າໃຈດ້ານລາຄາໄຟຟ້າ (Tariff MOU); ມີຂໍ້ຕົກລົງເຫັນດີດ້ານຫລັກການຮັບໄຟ ແລະ ບັນດາໂຄງການທີ່ກຸ່ມບໍລິສັດ ພົງຊັບທະວີກໍ່ສ້າງຂົວທາງ-ເຄຫາສະ ຖານ ຈຳກັດ ແລະ EVN ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ໂຄງການທີ່ຈະຂາຍໃຫ້ ສສ ຫວຽດນາມມີ ຄື:ໂຄງການທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈດ້ານລາຄາໄຟຟ້າ (Tariff MOU) ມີ 8 ໂຄງການ ລວມກຳລັງຕິດຕັ້ງ 1.814 MW;

ໂຄງການທີ່ມີຂໍ້ຕົກລົງເຫັນດີດ້ານຫລັກການຮັບໄຟຈາກ ລັດຖະບານ ສສ ຫວຽດນາມມີ 6 ໂຄງການ ລວມກຳລັງຕິດຕັ້ງ 2.485 MW; ໂຄງການທີ່ກຸ່ມບໍລິ ສັດ ພົງຊັບທະວີກໍ່ສ້າງຂົວທາງ-ເຄຫາສະຖານ ແລະ EVN ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ກັບ EVN ມີ 8 ໂຄງການ ລວມກຳລັງຕິດຕັ້ງ 1.669,5 MW.ທ່ານ ດາວວົງ ພອນແກ້ວ ກ່າວຕື່ມວ່າ: ຖ້າພວກເຮົາສາມາດຈັດຕັ້ງປະຕິບັດບັນດາໂຄງການທີ່ຢູ່ໃນເປົ້າໝາຍດັ່ງກ່າວສໍາເລັດທັງໝົດ ແມ່ນຈະສາມາດບັນລຸຕົວເລກສົ່ງອອກພະລັງງານໄຟຟ້າໄປຍັງ ສສ ຫວຽດນາມໄດ້ປະມານ 8.148,5 MW ເຊິ່ງກໍໝາຍຄວາມວ່າຖ້າຈັດຕັ້ງປະຕິບັດສຳເລັດພາຍໃນປີ 2030 ແມ່ນຈະປະຕິບັດໄດ້ເກີນຄາດໝາຍທີ່ວາງໄວ້.

ແຫຼ່ງຂ່າວ: ປະເທດລາວ

ໝຸ່ມ 23 ປີ ເສຍຊີວິດຍ້ອນເປັນໄຂ້

ອີງຕາມການລາຍງານຂອງ ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ມີເຫດຄົນນອນເສຍຊີວິດ

ເນື່ອງໃນລະບຸວ່າ: ບໍ່ຍອມໄປຫາໝໍ ທ້າວຄຳໄຫຼ ອາຍຸ 23 ປີ ພວມເປັນໜຸ່ມ ອາຊີບກຳມະກອນກວດຖະໜົນທາງຢູ່ໜ້າໂຮງໝໍ.

ມີອາການເປັນໄຂ່ມາໄດ້ 2 ມື້ ເປັນໄຂ້ຂີງຮ້ອນເເຮງແຕ່ບໍ່ຮູ້ໄຂ້ສະນີດໃດເພາະບໍ່ໄດ້ໄປກວດແລະບໍ່ຍອມເອົາຕົວເອງໄປໂຮງໝໍ ບໍ່ຍອມບອກພີ່ນ້ອງເພາະຢ້ານເຮັດໃຫ້ຄົນອື່ນລຳບາກຍ້ອນຕົນບໍ່ມີ ສີຂໍໃຜກະບໍ່ກ້າ ເພາະໃຜກະບໍ່ມີແຮງຊ່ວງນີ້ວິດກີດເຂົ້າຢາກໝາກແພງອາຫານການກີນຄ່າໃຊ້ຈ່າຍຕ່າງໆສູງຂື້ນ.

ປະຈຸບັນຄຳໄຫຼ ເຊົ່າຫ້ອງແຖວ ຍ້ອນມີພະລະຫຼາຍອັນຈົນປະໂຕເອງທໍລະມານຈົນຂາດໃຈແລະນອນຕາຍຕາບໍ່ຫລັບ ໃນຄອບຄົວພີ່ນ້ອງກໍ່ລ້ວນແຕ່ແມ່ນຄົນບໍ່ມີ ຢູ່ກັນຄົນລະບ່ອນ ຈື່ງໄດ້ວອນຂໍໃຫ້ສະມາຄົມພວກເຮົາຊ່ວຍດູແລແກ້ໄຂຈັດງານສົບໃຫ້ແກ່ທ້າວຄຳໄຫຼ ດ້ວຍເທີດ.

ຜູ້ຕາຍເຊົ່າຫ້ອງເເຖວຢູ່ບ້ານໂພນປາເປ້າ ເມືອງສີສັດຕະນາກ ນະຄອນຫລວງ ຕອນນີ້ສົບເອົາມາໄວ້ທີ່ວັດປ່າສ້າງເຫວີຍມື້ອື່ນສົ່ງສະການ

ຂໍ້ມູນ: ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນ

ເລີ່ມ 20 ມິຖຸນາ ມີປໍ້ານໍ້າມັນເຊື້ອໄຟ ເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ

ເລີ່ມແຕ່ວັນທີ 20 ມິຖຸນາເປັນຕົ້ນໄປ ມີປໍ້ານໍ້າມັນເຊື້ອໄຟ ເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ

ວັນທີ 20 ມິຖຸນາ 2022, ທ່ານ ນາງ ຈັນສຸກ ແສງພະ ຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບສະພາບການຄຸ້ມ ຄອງລາຄານໍ້າມັນເຊື້ອໄຟ ແລະ ບາງວິທີການແກ້ໄຂ. ທ່ານໃຫ້ຮູ້ວ່າ: ຈາກສະພາບການຂາດເຂີນນໍ້າມັນທີ່ເກີດຂຶ້ນ, ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຸມຄວາມພະຍາຍາມຮັບມື ແລະ ຊອກວິທີແກ້ໄຂສະພາບດັ່ງກ່າວ ມາຕັ້ງແຕ່ທ້າຍປີທີ່ຜ່ານມາຈົນມາເຖິງໄລຍະທີ່ຫຍຸ້ງຍາກໄດ້ອອກຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຊ່ວຍວຽກຂອງຄະນະສະເພາະກິດຮັບ ຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນໃນການແກ້ໄຂບັນຫາການນ້ຳມັນເຊື້ອໄຟ, ລາຄາສີນຄ້າ ແລະ ເງິນຕາຕ່າງປະເທດ ສະບັບເລກທີ 36/ນຍ, ລົງວັນທີ 6 ມິຖຸນາ 2022.

ພາຍຫຼັງການຕົກລົງເຫັນດີ ຈາກຄະນະ 36/ນຍ ກໍຄື ລັດຖະບານ ເຂົ້າມາຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກ ໂດຍໃຫ້ນະໂຍບາຍແລກປ່ຽນເງິນຕາຕາມອັດຕາທາງການໃນອັດຕາ 14.065 ກີບ/ໂດລາສະຫະລັດ ໃຫ້ແກ່ບັນດາບໍລິສັດນໍາເຂົ້ານໍ້າມັນຈຳນວນຫຼາຍ ແລະ ມີຈຳນວນປໍ້ານໍ້າມັນທີ່ແຈກຢາຍທົ່ວປະເທດໃຫ້ມີຄວາມສາມາດນໍາເຂົ້າໄດ້ເພີ່ມຂຶ້ນ ທຽບໃສ່ໄລຍະຍະດຽວກັນຂອງເດືອນຜ່ານມາ ເຊິ່ງຈາກການເກັບກໍາຂໍ້ມູນການນໍາເຂົ້າ ນັບແຕ່ວັນທີ 14 ມິຖຸນາ 2022 ເຫັນວ່າ ມີການນໍາເຂົ້າສະເລ່ຍ 1,23 ລ້ານລິດ, ໃນວັນທີ 15 ມິຖຸນາ 2022 ນໍາເຂົ້າສະເລ່ຍ 2,99 ລ້ານລິດ (ເພີ່ມຂຶ້ນ 1,76 ລ້ານລິດ), ວັນທີ 16 ມິຖຸນາ 2022 ນໍາເຂົ້າສະເລ່ຍ 3,57 ລ້ານລິດ (ເພີ່ມຂື້ນ 0,58 ລ້ານລິດ), ວັນທີ 17 ມິຖຸນາ 2022 ນໍາເຂົ້າສະເລ່ຍ 2,23 ລ້ານລິດ (ຫຼຸດລົງ 1,34 ລ້ານລິດ), ວັນທີ 18 ມິຖຸນາ 2022 ນໍາເຂົ້າສະເລ່ຍ 4 ລ້ານລິດ, ວັນທີ 19 ມິຖຸນາ 2022 ນໍາເຂົ້າສະເລ່ຍ 4 ແສນລິດ ແລະ ໃນວັນທີ 20 ມິຖຸນາ ບັນດາບໍລິສັດນໍາເຂົ້ານໍ້າມັນສະເລ່ຍ 5,92 ລ້ານລິດ ເຊີ່ງເປັນຕົວເລກການນໍາເຂົ້າທີ່ສູງຂື້ນສົມຄວນທຽບໃສ່ຫຼາຍວັນຜ່ານມາ.

ທ່ານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 20 ມິຖຸນາ ມີປໍ້ານໍ້າມັນເຊື້ອໄຟທີ່ເປີດບໍລິການເປັນປົກກະຕິທັງໝົດ 706 ປໍ້າ, ກວມ 35,47% ຂອງຈໍານວນປໍ້ານໍ້າມັນເຊື້ອໄຟທັງໝົດໃນຂອບເຂດທົ່ວປະເທດ. ສະຫຼຸບແລ້ວ, ຈາກນະໂຍບາຍ ຫຼື ທິດຊີ້ນໍາຂອງ ຄະນະ 36/ນຍ ເຮັດໃຫ້ເລີ່ມຕັ້ງແຕ່ວັນທີ 20 ມິຖຸນາ ເປັນຕົ້ນໄປ ມີປໍ້ານໍ້າມັນເຊື້ອໄຟເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ (ໃນນີ້, ລວມທັງ ບໍລິສັດນຳເຂົ້າທີ່ຍັງບໍ່ໄດ້ຮັບນະໂຍບາຍແລກປ່ຽນເງິນຕາ, ແຕ່ເຂົາເຈົ້າ ໄດ້ສຸມກໍາລັງແຮງເພື່ອຊ່ວຍການສະໜອງໃນໄລຍະວິກິດນີ້) ແລະ ຈະສາມາດຂະຫຍາຍອອກໄປໄດ້ຕື່ມອີກ ເຊັ່ນ ປໍ້າຂອງບໍລິສັດ ພີທີທີ ລາວ ຈໍາກັດ ຈະສາມາດເປີດໄດ້ອີກ 43 ປໍ້າ ເຊີ່ງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຊີ້ນໍາຢ່າງໃກ້ ຊິດໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ ລົງຕິດຕາມການຈໍາໜ່າຍ (ຈໍລະຈອນ) ແຕ່ຂອດສາງຂອງບໍລິສັດ ຮອດປໍ້ານໍ້າມັນເຊື້ອໄຟ (ເຮັດບັນທຶກຈົດຮັບຈົດຈ່າຍຊັດເຈນ), ພ້ອມດຽວກັນນີ້, ລັດຖະບານ ໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະ ກັນການຊໍາລະ ໃນມູນຄ່າທີ່ສູງໃຫ້ແກ່ລັດວິ ສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະ ຫນອງນ້ຳມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ຕື່ມວ່າ: ສໍາລັບການປັບໂຄງສ້າງລາຄານໍ້າມັນເຊື້ອໄຟ, ນອກຈາກ ລັດຖະບານ ມີນະໂຍບາຍຫຼຸດອາກອນຊົມໃຊ້ (ນໍ້າມັນແອັດຊັງທໍາມະດາ ແລະ ນໍ້າມັນກາຊວນ) ລົງ 02 ຄັ້ງຜ່ານມາ ເພື່ອຫຼຸດຜ່ອນລາຄານໍ້າມັນເຊື້ອໄຟຊ່ວຍປະຊາ ຊົນບັນເຜົ່າ, ຄະນະ 36/ນຍ ຍັງມີທິດຊີ້ນໍາໃຫ້ ມີການຊ່ວຍໜູນ ໂດຍການກໍານົດອັດຕາແລກປ່ຽນແບບເດັດຖານ ຕາມວັນທີ 3 ມິຖຸນາ 2022 ຄື 14.065 ກີບຕໍ່ໂດລາສະຫະ ລັດ ເຮັດໃຫ້ລາຄານໍ້າມັນເຊື້ອໄຟປັບຂຶ້ນບໍ່ສູງຫຼາຍ ຕາມການເໜັງຕີງສູງຂຶ້ນຂອງລາຄານໍາມັນເຊື້ອໄຟໃນຕະຫຼາດໂລກ. ຢ່າງໃດກໍຕາມ ຈາກສະພາບການເໜັງຕີງຂອງລາຄານ້ຳມັນເຊື້ອໄຟໃນປັດຈຸບັນເພີ່ມຂຶ້ນສູງ ສົ່ງຜົນກະທົບຕໍ່ການນຳເຂົ້ານ້ຳມັນເຊື້ອໄຟຂອງປະເທດເຮົາກໍມີຄວາມຈຳເປັນນຳໃຊ້ເງິນຕາຕ່າງປະເທດເພີ່ມຂຶ້ນ, ໃນຂະ ນະທີ່ແຫລ່ງສະໜອງເງິນຕາຕ່າງປະເທດຂອງປະເທດເຮົາມີຈຳກັດຈາກບັນຫາໂຄງສ້າງທາງເສດຖະກິິດ.

ຕໍ່ໍບັນຫາດັ່ງກ່າວ ຂັ້ນເທິງໄດ້ມີທິດຊີ້ນຳໃຫ້ບັນດາບໍລິສັດນໍາເຂົ້ານ້ຳມັນເຊື້ອໄຟພາຍໃນປະເທດປຶກສາຫາລືຮ່ວມກັນ ເພື່ອເຈລະຈາຈັດຊື້ນ້ຳມັນເຊື້ອໄຟຈາກຫຼາຍແຫຼ່ງ ຫຼື ຈາກປະເທດຜູ້ຜະລິດທີ່ມີລາຄາຖືກກວ່າເພື່ອເປັນອີກທາງເລືອກໃນການສະໜອງນ້ຳມັນເຊື້ອໄຟໃນສະເພາະໜ້າ ແລະ ຍາວນານ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ພວມຂຸ້ນຂ້ຽວຮ່ວມກັບບັນດາບໍລິສັດປະສານພົວພັນຕິດຕໍ່ຫຼາຍແຫຼ່ງ ແລະ ຄິດວ່າຈະມີຄວາມຄືບໜ້າໃນໄວໆນີ້.

ຄຽງຄູ່ກັນນີ້, ກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ຊຸກຍູ້ໃຫ້ບັນດາໂຮງງານປຸ່ງແຕ່ງ, ປະສົມນໍ້າມັນເຊື້ອໄຟ ພາຍໃນປະເທດ ເຊັ່ນ: ໂຮງງານກັ່ນນໍ້າມັນລາວເປັກ, ໂຮງງານປະສົມນໍ້າມັນເຊື້ອໄຟ ຍອດງື່ມພາວເວີ ແລະ ໂຮງງານນໍ້າມັນກາຊວນຊີວະພາບ ອາໂກຣເທັກ ໂດຍຄາດວ່າຈະມີກຳລັງການຜະລິດ ລວມເບື້ອງຕົ້ນ ເປັນນໍ້າມັນແອັດຊັງ 65 ລ້ານລິດ/ປີ, ນໍ້າມັນກາຊວນ 150 ລ້ານລິດ/ປີ ແລະ ນໍ້າມັນກາຊວນຊີວະພາບ 4 ລ້ານລິດ/ປີ.

ພ້ອມນີ້, ທ່ານໄດ້ຮຽກຮ້ອງມາຍັງບັນດາຜູ້ປະກອບການທັງໝົດ ຈົ່ງຢ່າໄດ້ສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ ຫຼື ກັກຕຸນສິນຄ້າ ກໍຄືນໍ້າມັນເຊື້ອໄຟ ໂດຍເອົາປຽບຜູ້ຊື້ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ ແລະ ຫຼາຍຄົນກໍພົບກັບສະພາບຂໍ້ຫຍຸ້ງຍາກຫຼາຍຢ່າງ. ສະນັ້ນ, ທຸກທ່ານ ແລະ ທຸກພາກສ່ວນ ຈົ່ງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນກ້າວຜ່ານວິກິດການໃນຄັ້ງນີ້. ພ້ອມກັນນັ້ນ, ຊ່ວຍເປັນຫູເປັນຕາ ຫາກພົບເຫັນ ມີການສວຍໂອ ກາດຂຶ້ນລາຄາສິນຄ້າ ທ່ານສາມາດ ໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ www.lcp.gov.la ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ໃຊ້ມາດຕະການຕໍ່ຜູ້ລະເມີດ ຕາມກົດໝາຍ ແລະ ລະບຽບການ.

ເກືອບກາຍເປັນເລື່ອງເສົ້າ ແຕ່ສຸດທ້າຍກາຍເປັນຄະດີຄວາມ

ເລື່ອງນີ້ເກີດຂຶ້ນທີ່ປະເທດອິນເດຍ, ເຊິ່ງລາຍງານຈາກສື່ທ້ອງຖິ່ນຂອງອິນເດຍໃຫ້ຮູ້ວ່າ: ຄູ່ຮັກຄູ່ໜຶ່ງ ທີ່ເມືອງປະຍາຄາ ລັດອຸຕະປະເທດ ຂອງອິນເດຍ ຕັດສິນໃຈຈົບຊີວິດ ເພາະຄວາມຮັກຖືກຂັດຂວາງ ແຕ່ສຸດທ້າຍຝ່າຍຊາຍປ່ຽນໃຈບໍ່ໂດດນຳ.

ທັງສອງໄດ້ວາງແຜນຈະຈົບຊີວິດພ້ອມກັນເນື່ອງຈາກຄວາມຮັກບໍ່ສົມຫວັງ ຫຼັງຄົບຫາກັນມາດົນເຖິງ 7 ປີ, ກ່ອນຝ່າຍຊາຍຈະໄດ້ໄປແຕ່ງງານກັບຜູ້ຍິງຄົນອື່ນ ໂດຍຝ່າຍຊາຍສັນຍາວ່າ ຈະປະກັບພັນລະຍາຂອງຕົນເອງມາແຕ່ງານໃໝ່ກັບຜູ້ຍິງທີ່ຮັກ ແຕ່ກໍເຮັດບໍ່ໄດ້ເລີຍຕັດສິນໃຈວາງແຜນກັນໄປເທິງຂົວເພື່ອໂດດລົງແມ່ນໍ້າພ້ອມກັນ.

ເມື່ອກຳລັງຈະໂດດ, ແຕ່ຝ່າຍຊາຍກໍຢ້ານ ແລະ ປ່ຽນໃຈບໍ່ໂດດ ປ່ອຍໃຫ້ຝ່າຍຍິງໂດດລົງໄປຄົນດຽວ, ເມື່ອຝ່າຍຍິງເຫັນຝ່າຍຊາຍບໍ່ໂດດ ຈິ່ງລອຍນໍ້າຂຶ້ນແຄມຝັ່ງດ້ວຍຄວາມແຄ້ນ ແລະ ໄປແຈ້ງຄວາມກັບເຈົ້າໜ້າທີ່ຕຳຫຼວດ.

ຝ່າຍຍິງຖືກສົ່ງໂຕໄປໂຮງໝໍເພື່ອກວດຮ່າງກາຍ, ສ່ວນຝ່າຍຊາຍຖືກດຳເນີນຄະດີ ໃນຖານພະຍາຍາມຂ້າ ແລະ ເຮັດໃຫ້ເສຍຊັບ (ໂທລະສັບຂອງຝ່າຍຍິງ) ແຕ່ຍັງບໍ່ທັນສະຫຼຸບຄະດີເປັນທີ່ຮຽບຮ້ອຍ.

ອ້າງອີງ: The Tribune

ການສົ່ງເສີມການຜະລິດພາຍໃນ ມີໜໍ່ແໜງເຂັ້ມແຂງດີຂຶ້ນ

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນ ໃນວັນທີ 20 ມິຖຸນາ 2022 ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍຍົກໃຫ້ເຫັນວ່າ: ການສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງພື້ນຖານລາຍຮັບຍືນຍົງ ໄດ້ມີໜໍ່ແໜງເຂັ້ມແຂງດີຂຶ້ນ ໂດຍສະເພາະການຊຸກຍູ້ການຜະລິດ ແລະ ປຸງແຕ່ງສິນຄ້າທີ່ມີທ່າແຮງ ແລະ ຕະຫລາດຮອງຮັບເພື່ອສົ່ງອອກມີຄວາມຄືບໜ້າດີສົມຄວນ.ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ຮູ້ວ່າ:

ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາ, ລັດຖະບານ ໄດ້ພະຍາຍາມຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກໍາ ເພື່ອຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກ ຕິດພັນກັບການປຸງແຕ່ງ ແລະ ການບໍລິການຕາມທ່າແຮງຂອງແຕ່ລະທ້ອງຖິ່ນ, ຊຶ່ງໃນ 6 ເດືອນຕົ້ນປີ 2022 ໄດ້ສົ່ງອອກສິນຄ້າກະສິກໍາ ມີມູນຄ່າຫຼາຍກວ່າ 870 ລ້ານໂດລາສະຫະລັດ ເທົ່າກັບ 72% ຂອງແຜນການ.

ໃນນີ້ ສົ່ງອອກພືດ ແລະ ຜະລິດຕະພັນພືດ ມີມູນຄ່າ ກວ່າ 824 ລ້ານໂດລາສະຫະລັດ, ການສົ່ງອອກສັດ ໄດ້ຈໍານວນ 1,72 ລ້ານໂຕ, ໃນນີ້ ຄວາຍ 18 ພັນກວ່າໂຕ, ງົວ 41 ພັນກວ່າໂຕ, ໝູ 36 ພັນກວ່າໂຕ, ແກະ-ແບ້ 5 ພັນກວ່າໂຕ ແລະ ສັດປິກ 1,6 ລ້ານກວ່າໂຕ ລວມມີມູນຄ່າຫລາຍກວ່າ 46 ລ້ານໂດລາສະຫະລັດ.

ສໍາລັບການສົ່ງອອກໄຟຟ້າໄປປະເທດໃກ້ຄຽງ ມີຈໍານວນກໍາລັງການຕິດຕັ້ງທັງໝົດ 6.437 ເມກາວັດ ແລະ ນັບແຕ່ເດືອນສິງຫາ 2021 ເປັນຕົ້ນມາ ການສົ່ງອອກໄຟຟ້າ ເພີ່ມຂຶ້ນ 150 ເມກາວັດ. ໃນນີ້ ສົ່ງໄປໄທ 5.415 ເມກາວັດ, ສສ ຫວຽດນາມ 572 ເມກາວັດ, ກໍາປູເຈຍ 445 ເມກາວັດ ແລະ ມຽນມາ 5 ເມກາວັດ ແລະ ໃນກາງປີ 2022 ການສົ່ງອອກໄຟຟ້າໄປໄທ ຈະເພີ່ມອີກ 1 ໂຄງການ ມີກໍາລັງຕິດຕັ້ງ 514 ເມກາວັດ, ຈະສົ່ງໄປສິງກະໂປອີກ 100 ເມກາວັດ ໂດຍຜ່ານສາຍສົ່ງໄທ ແລະ ມາເລເຊຍ.

ຂະນະດຽວກັນ ຈະສົ່ງໄປມຽນມາ ອີກ 30-35 ເມກາວັດ ແລະ ຈະສົ່ງໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານ ຜ່ານລະບົບສາຍສົ່ງ 115 ກິໂລໂວນ. ພິເສດ ສາມາດເຈລະຈາເພີ່ມການສະໜອງໄຟຟ້າໄປໄທ ຈາກ 9.000 ເປັນ 10.500 ເມກາວັດ ເພື່ອຮອງຮັບການສົ່ງອອກ ພະລັງງານໄຟຟ້າຂອງໂຄງການຂະໜາດໃຫຍ່; ໄດ້ທົດລອງຂຸດຄົ້ນແຮ່ທາດ ຈໍານວນ 50 ບໍລິສັດ ແລະ ຍັງອີກ 7 ບໍລິສັດ ທີ່ຍັງບໍ່ທັນເຊັນສັນຍາ ແຕ່ໄດ້ມີການຖອກພັນທະໃຫ້ລັດຖະບານແລ້ວ ເຊິ່ງສາມາດ ເກັບລາຍຮັບທີ່ໄດ້ຈາກເງິນມັດຈໍາ 52,65 ລ້ານໂດລາສະຫະລັດ ແລະ 321,68 ຕື້ກີບ.

ປັດຈຸບັນ ມີ 18 ບໍລິສັດທີ່ໄດ້ສະເໜີແຜນຈໍາໜ່າຍຜະລິດຕະພັນແຮ່ເຫລັກ ປະຈໍາປີ 2022 ລວມຈໍານວນ 9,9 ລ້ານກວ່າໂຕນ. ໃນນີ້ ມີ 9 ບໍລິສັດ ໄດ້ສະເໜີສົ່ງອອກຜະລິດຕະພັນແຮ່ເຫລັກ ລວມທັງໝົດ 515 ພັນໂຕນ ຈະສົ່ງໄປ ສສ ຫວຽດນາມ ແລະ ສປ ຈີນ.

ພ້ອມນີ້, ກໍໄດ້ສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ແລະ ເປີດຮັບນັກທ່ອງທ່ຽວຈາກຕ່າງປະເທດ ຕາມສະພາບຕົວຈິງຂອງການລະບາດພະຍາດໂຄວິດ-19 ເປັນແຕ່ລະໄລຍະ ແລະ ໄດ້ເປີດປະເທດເຕັມຮູບແບບ ນັບແຕ່ວັນທີ 9 ພຶດສະພາ 2022 ເຮັດໃຫ້ການທ່ອງທ່ຽວມີບັນຍາກາດດີຂຶ້ນ, ໃນ 6 ເດືອນຕົ້ນປີ ມີນັກທ່ອງທ່ຽວພາໃນຫຼາຍກວ່າ 463.907 ເທື່ອຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ ມີ 56.986 ເທື່ອຄົນ, ສາມາດສ້າງລາຍຮັບຈາກການທ່ອງທ່ຽວ ໄດ້ 52 ລ້ານກວ່າໂດລາສະຫະລັດ.ສໍາລັບການສົ່ງເສີມການຜະລິດ ແລະ ບໍລິການ ຕາມແລວເສດຖະກິດພາຍໃນ ແລະ ພາກພື້ນ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງຕ່າງໆ ອັນພົ້ນເດັ່ນ ໄດ້ເປີດນໍາໃຊ້ທາງລົດໄຟລາວ-ຈີນ, ຍົກລະດັບເສັ້ນທາງຫລວງແຫ່ງຊາດ ເລກ 13 ແລະ 11, ທັງສຸມໃສ່ພັດທະນາເຂດໂລຈີສຕິກ ແລະ ປັດຈຸບັນ ໄດ້ເປີດນໍາໃຊ້ທ່າບົກສະຫວັນນະເຂດ, ທ່າບົກຈໍາປາສັກ ແລະ ທ່າບົກທ່ານາແລ້ງ, ເຊິ່ງໄລຍະ 5 ເດືອນຕົ້ນປີ ສາມາດສ້າງລາຍຮັບໃຫ້ລັດຈາກທ່າບົກໄດ້ປະມານ 30,81 ຕື້ກີບ ແລະ ໃນ 6 ເດືອນຕົ້ນປີ 2022 ສາມາດດຶງດູດການລົງທຶນຈາກ ພາຍໃນ ແລະ ຕ່າງປະເທດ ໃນເຂດເສດຖະກິດພິເສດ ໄດ້ 53 ບໍລິສັດ ແລະ ສາມາດສົ່ງອອກໄດ້ 112,14 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ: ປະເທດລາວ

ລັດຖະບານມາເລເຊຍ ມອບວັກຊີນ 500,000 ໂດສ ແກ່ ສປປ ລາວ

ລັດຖະບານມາເລເຊຍ ມອບວັກແຊັງຊີໂນຟາມ ປ້ອງກັນພະຍາດໂຄວິດ-19 ຈໍານວນ 500,000 ໂດດສ໌ ໃຫ້ ແກ່ ສປປ ລາວ.

ວັນທີ 20 ມິຖຸນາ 2022, ສປປ ລາວ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຍີ່ຫໍ້ ຊີໂນຟາມ ຈາກລັດຖະບານແຫ່ງ ມາເລເຊຍ ຈໍານວນ 500,000 ໂດດສ໌, ເຊິ່ງວັກຊີນຈໍານວນດັ່ງກ່າວໄດ້ຂົນສົ່ງມາຮອດ ສະຫນາມບິນ ສາກົນວັດໄຕ ໂດຍທາງອາກາດ ແລະ ໄດ້ມີພິທີຮັບຢາວັກຊີນດັ່ງກ່າວຂື້ນທີ່ ສະໝາມບິນສາກົນວັດໄຕ ໂດຍຊ່ອງໜ້າ ຈາກກະຊວງສາທາລະນະສຸກ ແລະ ສະຖານທູດມາເລເຊຍ ປະຈໍາ ສປປ ລາວ ເຂົ້າຮ່ວມພິທີດັ່ງກ່າວ, ຕາງໜ້າກະຊວງສາທາລະນະສຸກ ຮັບໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ການຊ່ວຍເຫຼືອດ້ານວັກຊີນຈາກລັດຖະບານມາເລເຊຍ ໃຫ້ແກ່ ລັດຖະບານ ແຫ່ງ ສປປ ລາວ ແມ່ນເປັນຄັ້ງທີ 2, ລວມກັບຄັ້ງທຳອິດແມ່ນ 780,400 ໂດສ, ອັນເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຊຸກຍູ້ໃຫ້ປະເທດລາວດໍາເນີນນະໂຍບາຍ ພູມຄຸ້ມກັນແຫ່ງ ຊາດ ແລະ ສາມາດບັນລຸການສັງວັກແຊັງໃຫ້ແກ່ພົນລະເມືອງລາວ ໃຫ້ໄດ້ 80% ໃນປີ 2022 ນີ້.