Home Blog Page 35

ເຈົ້າແຂວງໄຊຍະບູລີ ມອບເງິນໃຫ້ເມືອງຊຽງຮ່ອນ

ເຈົ້າແຂວງໄຊຍະບູລີ ມອບເງິນໃຫ້ເມືອງຊຽງຮ່ອນນໍາໄປຟື້ນຟູພື້ນຖານໂຄງລ່າງ ທີ່ຖືກນໍ້າຖ້ວມ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນໂອກາດທີ່ ລົງຕິດຕາມສະພາບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຊຽງຮ່ອນ ໃນວັນທີ 14 ສິງຫາ 2022 ນີ້, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ຍັງໄດ້ມອບເງິນຈໍານວນ 100 ລ້ານກີບ ໃຫ້ການນໍາຂອງເມືອງ ເພື່ອນໍາໄປຟື້ນຟູບູລະນະພື້ນຖານໂຄງລ່າງຕ່າງໆທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທໍາມະຊາດ. ພ້ອມທັງເນັ້ນໃຫ້ອົງການປົກຄອງເມືອງຈົ່ງເອົາໃຈ ໃສ່ຟື້ນຟູສະພາບຈິດໃຈປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ແລະ ຟື້ນຟູອາຄານສະຖານທີ່ຕ່າງໆໃຫ້ຜູ້ປະສົບໄພ ໃຫ້ສາມາດກັບມາໃຊ້ຊີວິດຢ່າງເປັນປົກກະຕິ.

ໂອກາດນີ້, ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ໄດ້ລາຍງານໃຫ້ຮູ້ວ່າ: ອຸທົກກະໄພຄັ້ງນີ້ ໄດ້ສ້າງຄວາມເສຍຫາຍໃຫ້ປາຊາຊົນ ຈໍານວນ 244 ຄອບຄົວ, ເຮືອນເສຍຫາຍ 4 ຫລັງ, ເຮືອນຖືກນໍ້າພັດໄຫລສູນຫາຍ 1 ຫລັງ, ໂຮງຮຽນ 1 ຫລັງ, ເນື້ອທີ່ທໍາການຜະລິດເສຍຫາຍ 600 ກວ່າເຮັກຕາ, ເນື້ອທີ່ສວນຢາງພາລາ 2,5 ເຮັກຕາ,ມີງົວຕາຍ 21 ໂຕ, ໄກ່ ແລະ ເປັດ 790 ໂຕ, ລົດໄຖນາເສຍຫາຍ 2 ຄັນ, ລົດຈັກ 13 ຄັນ, ໜອງປາ 43 ໜອງ, ເຂົ້າເປືອກເສຍຫາຍ 789 ເປົາ, ເຂົ້າສານເສຍຫາຍ 231 ເປົາ, ຊົນລະປະທານຫລາຍແຫ່ງໄດ້ຮັບຜົນເສຍຫາຍ, ດິນເຈື່ອນທັບຖົມທາງ, ນໍ້າເຊາະເສັ້ນທາງ ລະຫວ່າເມືອງ ຊຽງຮ່ອນ-ເມືອງເງິນ ຖືກຕັດຂາດ, ຊັບສິນ, ເຄື່ອງໃຊ້ໃນຄົວເຮືອນຂອງປະຊາຊົນເສຍຫາຍເປັນຈຳນວນຫລວງຫລາຍ ເຊິ່ງຍັງບໍ່ສາມາດປະເມີນມູນຄ່າເສຍຫາຍພ້ອມກັນນີ້, ທ່ານເຈົ້າແຂວງ ພ້ອມດ້ວຍການນຳຂັ້ນເມືອງ ຍັງໄດ້ລົງຕິດຕາມສະພາບຜົນກະທົບຈາກນໍ້າຖ້ວມຢູ່ ບ້ານປົ່ງ, ບ້ານາອອນ ແລະ ບ້ານທາດ ອີກດ້ວຍ.

ແຫຼ່ງຂ່າວ: ປະເທດລາວ Pathedlao

ໂຮງຮຽນ ຮຮ ນານາຊາດລາວ ຄວ້າ 4 ຫຼຽນທອງ ໃນແຂ່ງຂັນເລກນານາຊາດ

ນັກຮຽນ ຮຮ ນານາຊາດລາວ ສ້າງກຽດຊື່ສຽງໃນເວທີສາກົນ ຄວ້າ 4 ຫຼຽນທອງ ໃນແຂ່ງຂັນເລກນານາຊາດ ທີ່ສະຫະລັດອາເມຣິກາ

ນັກຮຽນຂອງໂຮງຮຽນ (ຮຮ) ນານາຊາດລາວ ຈຳນວນ 6 ນ້ອງ ໄດ້ສ້າງຄວາມພາກພູມໃຈ ແລະ ກຽດຊື່ສຽງໃຫ້ແກ່ໂຮງຮຽນນານາຊາດລາວ ແລະ ສປປ ລາວ ໃນເວທີລະດັບສາກົນ ໂດຍການຄວ້າ 4 ຫຼຽນທອງ ແລະ 2 ລາງວັນຊົມເຊີຍ ຈາກການເຂົ້າຮ່ວມການແຂ່ງຂັນໃນລາຍການ ເລກນານາຊາດ ໂອລິມປ້ຽນ (The USA Copernicus International Olympiad) ທີ່ນິວຢອກ ປະເທດສະຫະລັດອາເມຣິກາ. ອີງຕາມການລາຍງານຂອງທ່ານ ຮິກເມັດ ໄຊໂຊດາ (Hikmet Saisoda) ອາຈານສອນວິຊາຄະນິດສາດ ໂຮງຮຽນນານາຊາດລາວ ເມື່ອວັນທີ 12 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ຄະນະນຳ ແລະ ຄູອາຈານ ໂຮງຮຽນນານາຊາດລາວ ໄດ້ນໍາພານັກຮຽນຂອງຕົນ ຈຳນວນ 6 ນ້ອງ, ຍິງ 2 ນ້ອງ ເພື່ອເຂົ້າຮ່ວມການແຂ່ງຂັນໃນລາຍການ ເລກນານາຊາດໂອລິມປ້ຽນ (The USA Copernicus International Olympiad) ຄັ້ງທີ III ໃນລະຫວ່າງວັນທີ 19-22 ກໍລະກົດ 2022 ທີ່ນິວຢອກ ປະເທດສະຫະລັດອາເມຣິກາ, ໂດຍມີຕົວແທນນັກຮຽນເກັ່ງຈາກໂຮງຮຽນນານາຊາດ ໃນ 26 ປະເທດ ຈຳນວນ 1.531 ນ້ອງ ເຂົ້າຮ່ວມ ແລະ ປີນີ້ ແມ່ນເປັນປີທໍາອິດທີ່ຕົວແທນນັກຮຽນເກັ່ງຂອງໂຮງຮຽນ ນານາຊາດລາວ ໄດ້ເຂົ້າຮ່ວມຊີງໄຊ. ຜ່ານການແຂ່ງຂັນຜົນປາກົດວ່າ: ນັກຮຽນຂອງໂຮງຮຽນນານາຊາດລາວ ສາມາດຄວ້າ 4 ຫຼຽນທອງມາຄອງ ປະກອບມີ ທ້າວ ນົນທະການ ທິບພະວົງ ຂັ້ນ ມ.3, ນາງ ສຸດສາຄອນ ວິຊາທິບ ຂັ້ນ ມ.3, ທ້າວ ໄຊຍະລັດ ຣາຊະພົນ ຂັ້ນ ມ.3 ແລະ ທ້າວ ຍົດອານັນ ບານຈິດ ຂັ້ນ ມ.2. ນອກຈາກນີ້, ຍັງສາມາດຄວ້າລາງວັນກຽດຕິຍົດໄດ້ອີກ 2 ລາງວັນ ຄື: ນາງ ອາລິສາ ດວງແກ້ວມະນີ ຂັ້ນ ມ.3 ແລະ ທ້າວ ທະນະຊັບ ທິບພະວົງ ຂັ້ນ ມ.3.

ການແຂ່ງຂັນລາຍການດັ່ງກ່າວ, ແມ່ນໄດ້ຈັດຂຶ້ນທຸກໆປີ ແຕ່ຈະແບ່ງແຕ່ລະປະເພດຂອງການແຂ່ງຂັນ ເຊັ່ນ: ການແຂ່ງຂັນ Copernicus Olympiad ແມ່ນຈະຈັດຂຶ້ນເລີ່ມແຕ່ເດືອນມັງກອນ ໂດຍຈະເລີ່ມຈາກການແຂ່ງຂັນກ່ຽວກັບຟີຊິກສາດ (physics), ດາຣາສາດ (astronomy) ແລະ ວິທະຍາສາດທຳມະຊາດ (science); ໃນເດືອນກຸມພາ ແມ່ນຈະຈັດງານເທດສະການກ່ຽວກັບໜັງ ແລະ ຄວາມປອດໄພທາງດ້ານໄຊເບີ (cyber security and film festival) ແລະ ໃນເດືອນກໍລະກົດ ແມ່ນຈັດການແຂ່ງຂັນກ່ຽວກັບຄະນິດສາດ (mathematics). ໃນໂອກາດດັ່ງກ່າວ, ທ່ານ ອຸ່ຍວີ ຊີຣີໂນວ (Ulvi Shirinov) ຜູ້ອຳນວຍການໂຮງຮຽນ ນານາຊາດລາວ “ພວກເຮົາຂໍຂອບໃຈຄູອາຈານຂອງພວກເຮົາທຸກຄົນ, ໂດຍສະເພາະຄູ ຮິກເມັດ (Hikmet) ຜູ້ທີ່ໄດ້ຊີ້ນໍານັກຮຽນຂອງພວກເຮົາຢ່າງອິດເມື່ອຍໃນການກະກຽມຄວາມພ້ອມ ແລະ ການແຂ່ງຂັນຕົວຈິງ. ທັງນີ້, ພວກເຮົາຂໍສະແດງຄວາມຂອບໃຈໄປຍັງບັນດາພໍ່ແມ່ຂອງນັກຮຽນ ທີ່ໄດ້ໃຫ້ການສະໜັບສະໜູນຄວາມພະຍາຍາມອັນລ້ຳຄ່ານີ້. ສຳລັບນັກຮຽນ ແມ່ນສົມຄວນທີ່ຈະໄດ້ຮັບການຊົມເຊີຍສຳລັບຄວາມດຸໝັ່ນ, ພະຍາຍາມ ຕັ້ງໃຈ ແລະ ຄວາມມຸ່ງໝັ້ນ, ຊຶ່ງພວກເຮົາພູມໃຈຫຼາຍໃນໂຕນ້ອງນັກຮຽນ’’.

ສຳລັບແຜນໃນຕໍ່ໜ້າ ແມ່ນທາງໂຮງຮຽນຈະພະຍາຍາມນຳພານັກຮຽນ ເພື່ອເຂົ້າຮ່ວມການແຂ່ງຂັນໃນຄັ້ງຕໍ່ໄປ, ຊຶ່ງຈະຈັດຂຶ້ນທີ່ປະເທດສະຫະລັດອາເມຣິກາ, ອັງກິດ, ຫວຽດນາມ ແລະ ໄທ. ທ່ານ ອຸ່ຍວີ ຊີຣີໂນວ ກ່າວຕື່ມອີກວ່າ: ໂຮງຮຽນນານາຊາດລາວ ແມ່ນເປັນທາງເລືອກໜຶ່ງທີ່ເໝາະສົມສຳລັບທ່ານ. ໂຮງຮຽນຂອງພວກເຮົາຕັ້ງໝັ້ນໃນການດູແລເດັກເປັນພິເສດ ແລະ ມີຄຸນນະພາບໃນການສຶກສາ ໂດຍມີຫຼັກສູດການຮຽນການສອນທີ່ຖືກຍອມຮັບໃນລະດັບສາກົນ. ສຳລັບ 16 ປີທີ່ຜ່ານມາ, ໂຮງຮຽນນານາຊາດລາວ ເປັນທີ່ຮູ້ຈັກໃນເລື່ອງການໃຫ້ໂອກາດທີ່ດີ ບໍ່ພຽງແຕ່ໃຫ້ສໍາລັບນັກຮຽນພາຍໃນໂຮງຮຽນຂອງຕົນເທົ່ານັ້ນ ແຕ່ຍັງໃຫ້ກັບບັນດານັກຮຽນຢູ່ໂຮງຮຽນອື່ນໆ ເຊັ່ນ: ກິດຈະກຳປະຈຳປີ, ການແຂ່ງຂັນ ແລະ ການຈັດການແຂ່ງຂັນສາກົນ, ເພາະພວກເຮົາຢາກໃຫ້ນັກຮຽນທຸກຄົນມີສັກກະຍະພາບທີ່ດີທີ່ສຸດ.

ມາຮຽນຮູ້ວິທີທາງການພັດທະນານັກຮຽນຂອງໂຮງຮຽນນານາຊາດລາວ ເພື່ອໄປສູ່ລະດັບສາກົນ, ມາກຽມພ້ອມເພື່ອອະນາຄົດຂອງລູກຫຼານທ່ານຢ່າງບໍ່ຢຸດຢັ້ງ. ສຳລັບສົກຮຽນປີ 2022-2023 ແມ່ນຈະເລີ່ມເຂົ້າຮຽນໃນວັນທີ 22 ສິງຫາ 2022, ຊຶ່ງປັດຈຸຍັງເປີດຮັບສະໝັກນັກຮຽນໃໝ່ ແລະ ພວກເຮົາຍິນດີຕ້ອນຮັບສຳລັບນັກຮຽນທຸກສັນຊາດທັງລາວ ແລະ ຕ່າງປະເທດ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

ນະຄອນ ໄກສອນ ພົມວິຫານ ທຳລາຍສິນຄ້າໝົດອາຍຸ

ແຫຼງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູວ່າ: ເມື່ອບໍ່ດົນມານີ້, ຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ ໄກສອນ ພົມວິຫານ ຈັດພິທີມອບສົ່ງສິນຄ້າເສື່ອມຄຸນນະພາບ, ໝົດອາຍຸການນໍາໃຊ້ ເພື່ອນໍາໄປທໍາລາຍຖິ້ມ ທີ່ສະໜາມຂີ້ເຫຍື້ອບ້ານຊອກ ຈໍານວນ 56 ລາຍການ, ມູນຄ່າລວມ 155 ລ້ານກວ່າກີບ. ທັງນີ້ ກໍເພື່ອເຮັດໃຫ້ຜູ້ຂາຍ ແລະ ຜູ້ຊື້ ເຫັນໄດ້ຄວາມສຳຄັນໃນການຄັດເລືອກ ເອົາສິນຄ້າທີ່ມີຄຸນນະພາບມາຈຳໜ່າຍ, ຊົມໃຊ້ ແລະ ບໍລິໂພກ ສິນຄ້າທີ່ໄດ້ຕາມມາດຕະຖານ, ທັງຮັບປະກັນທາງດ້ານສຸຂະພາບຂອງຕົນເອງ ແລະ ຄົນໃນຄອບຄົວ ໂດຍມີ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາສີເພັດ ໄຊຍະວົງ ຫົວໜ້າຫ້ອງການອຸດສາຫະກໍາ ແລະ ການຄ້ານະຄອນ ໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ຫ້ອງການອຸດສາຫະກຳ ແລະການຄ້າ ກໍຄື ເຈົ້າໜ້າທີ່ກວດກາການຄ້າ ໄດ້ເອົາໃຈໃສ່ລົງຕິດຕາມ ກວດກາສິນຄ້າທີ່ລະເມີດ ຕໍ່ກົດລະບຽບຄຸ້ມຄອງການຄ້າ ເປັນຕົ້ນ ສິນຄ້າເສື່ອມຄຸນ, ສິນຄ້າໝົດອາຍຸການນໍາໃຊ້, ສິນຄ້າຫ້າມຈຳໜ່າຍ, ສິນຄ້າທີ່ມີສານປົນເປື້ອນ ແລະ ສິນຄ້າບໍ່ໄດ້ມາດຕະຖານ ຕາມຫ້າງຮ້ານ, ຮ້ານສະດວກຊື້, ຕະຫລາດ, ສ້າງເກັບມ້ຽນ ແລະ ສະຖານທີ່ບໍລິການຕ່າງໆ ໃນເທສະບານນະຄອນ ໄກສອນ ພົມວິຫານ.ຜ່ານການລົງເຄື່ອນໄຫວຕົວຈິງ ສາມາດລົງກວດກາສິນຄ້າຮ້ານສະດວກຊື້ໄດ້ 23 ຮ້ານ, ຮ້ານຂາຍຍ່ອຍໄດ້ 75 ຮ້ານ, ຮ້ານຂາຍອາຫານສົດ ແລະ ອາຫານທະເລ ໄດ້ 7 ຮ້ານ, ສາງແຊເຢັນ 6 ສາງ, ຄຣິນິກເສີມຄວາມງາມ 6 ແຫ່ງ, ຮ້ານນວດສະປາ 9 ຮ້ານ ແລະ ສາມາດກວດຢຶດ-ອາຍັດສິນຄ້າໄດ້ ປະເພດສິນຄ້າເສື່ອມຄຸນນະພາບ(ເສຍຄຸນ) ຈໍານວນ 56 ລາຍການ, ມູນຄ່າລວມ 155 ລ້ານກວ່າກີບ ແລະ ໄດ້ນໍາມາທຳລາຍຖິ້ມໃນຄັ້ງນີ້.ຂ່າວ-ພາບ: ນະຄອນ ໄກສອນ ພົມວິຫານ.

ແຫຼ່ງຂ່າວ: ຂປລ

ເດືອນຕຸລານີ້! ຄາດວ່າ ລົດໄຟຂົນສົ່ງສິນຄ້າດ່ວນພິເສດ ມະເລເຊຍ-ໄທ-ລາວ ຈະເປີດນຳໃຊ້ຢ່າງເປັນທາງການ

ຄາດວ່າລົດໄຟຂົນສົ່ງສິນຄ້າດ່ວນພິເສດລະຫວ່າງມະເລເຊຍ-ໄທ-ລາວ ຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາປີນີ້, ຕາມຂ່າວຈາກໜັງສືພິມລຽນເຫີຈາວປ້າວຂອງສິງກະໂປ: ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນ ຫຼື Asean Express ທີ່ເຊື່ອມຕໍ່ລະຫວ່າງມະເລເຊຍ ໄທ ແລະ ລາວຄາດວ່າຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນຕຸລາປີນີ້.

ວັນທີ 11 ສິງຫານີ້, ບໍລິສັດທາງລົດໄຟມະເລເຊຍໄດ້ອອກຖະແຫຼງການໂດຍລະບຸວ່າ, ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນແມ່ນເດີນທາງອອກຈາກມະເລເຊຍໄປສູ່ປະເທດລາວ, ຢູ່ກາງທາງຈະແວ່ປະເທດໄທ, ມີໄລຍະທາງຍາວທັງໝົດ 2.206 ກິໂລແມັດ, ຄາດວ່າຈະໃຊ້ເວລາເດີນທາງ 72 ຊົ່ວໂມງ.

ເນື້ອໃນຖະແຫຼງການດັ່ງກ່າວລະບຸຕື່ມວ່າ, ລົດໄຟຂົນສົ່ງສິນຄ້າດ່ວນພິເສດອາຊຽນແມ່ນຈຸດເລີ່ມຕົ້ນທີ່ບໍລິສັດທາງລົດໄຟມະເລເຊຍບຸກເບີກຕະຫຼາດສາກົນ, ແລະສາມາດຖືເປັນຄວາມພະຍາຍາມເພື່ອຊຸກຍູ້ແຜນການທາງລົດໄຟພາກພື້ນອາຊີທີ່ເລີ່ມຈາກນະຄອນຄຸນໝິງຂອງຈີນ ໄປຮອດສິງກະໂປ.

ແຫຼ່ງຂ່າວ: CRI

ຂະແໜງສາທາລະນະສຸກ ກຽມຄວາມພ້ອມຊ່ວຍເຫຼືອສຸກເສີນດ້ານສຸຂະພາບຫຼັງນໍ້າຖ້ວມ

ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 12 ສິງຫາ 2022 ກ່ຽວກັບການກະກຽມຄວາມພ້ອມ ເພື່ອຊ່ວຍເຫລືອສຸກເສີນດ້ານສຸຂະພາບຫລັງນ້ຳຖ້ວມ ຢູ່ບັນດາທ້ອງຖິ່ນຕ່າງໆໃນໄລຍະລະດູ ຝົນນີ້ວ່າ: ກະຊວງສາທາລະນະສຸກ ເປັນຂະແໜງການໜຶ່ງໃນຄະນະກຳມະການ ເພື່ອຮັບມື ແລະ ຕອບໂຕ້ໄພພິບັດລະດັບຊາດ ແລະ ໃນໄລຍະລະ ດູຝົນນີ້ ມັກເກີດມີສະພາບນໍ້າຖ້ວມຢູ່ໃນຫລາຍທ້ອງຖິ່ນ, ເຊິ່ງກະທົບຕໍ່ສຸຂະພາບ ກໍຄື ຊີວິດຂອງປະຊາຊົນ ໃນເຂດທີ່ຖືກກະທົບຈາກນໍ້າຖ້ວມ, ໂດຍສະເພາະເກີດມີພະຍາດຕ່າງໆທີ່ມາກັບນໍ້າ.

ສະນັ້ນ, ເພື່ອປ້ອງກັນບັນຫາດັ່ງກ່າວ, ຂະແໜງສາທາລະນະສຸກ ກໍໄດ້ມີການກະ ກຽມຄວາມພ້ອມດ້ານຕ່າງໆ ເພື່ອຮັບມື ແລະ ຕອບໂຕ້ສຸກເສີນດ້ານສາທາລະນະສຸກຫລັງ ນໍ້າຖ້ວມ ໂດຍສະເພາະໄດ້ແນະນໍາໃຫ້ໂຮງໝໍ 17 ແຂວງ ແລະ ໂຮງໝໍເມືອງ 135 ແຫ່ງທົ່ວປະເທດ ໄດ້ກະກຽມພ້ອມໃນການປິ່ນປົວສຸກເສີນ.

ນອກນີ້, ຍັງໄດ້ແນະນໍາໃຫ້ກະກຽມວຽກງານອະນາໄມ-ສົ່ງເສີມສຸຂະພາບ ໂດຍເນັ້ນໃຫ້ເອົາໃຈໃສ່ວຽກສຸຂະສຶກສາດ້ານຄວາມສະອາດ, ສິ່ງແວດລ້ອມ, ວິດຖ່າຍ,ໂດຍສະເພາະສຸຂະພາບ ແມ່ ແລະ ເດັກ, ໂພຊະນາການ ແລະ ພາຍຫລັງນ້ຳແຫ້ງອາດຈະມີການລະບາດຂອງພະຍາດຕ່າງໆ, ເຊິ່ງອາດມີການຕິດເຊື້ອ, ການແພ່ເຊື້ອ ໃນກຸ່ມຜູ້ປະສົບເຄາະຮ້າຍໃນເຂດຕ່າງໆ. ຕໍ່ບັນຫານີ້, ກໍໄດ້ມີການຄວາມພ້ອມໃນລະບົບສອບສວນບົ່ງມະຕິພະຍາດໂດຍໄວ ແລະ ວາງມາດຕະການຄວບຄຸມພະຍາດລະບາດ. ທ່ານ ສະໜອງ ທອງຊະນະ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ໄດ້ແນະນໍາໃຫ້ໂຮງງານຜະລິດຢາ ກະກຽມສຳຮອງຢາ ແລະ ອຸປະກອນການແພດ ໃຫ້ສາມາດຜະລິດຕອບສະໜອງ ແລະ ຈັດສັນງົບປະມານໃຫ້ພຽງພໍ.

ນອກນີ້ ຍັງໄດ້ມີການນຳສົ່ງຢາ ແລະ ອຸປະກອນ ກະກຽມໄວ້ຢູ່ສາງແຕ່ລະພາກ; ສໍາລັບສູນກາງໄດ້ກະກຽມລົດຮັບ-ສົ່ງຢາ ແລະ ອຸປະກອນການແພດ ຖ້າມີຄວາມຮຽກຮ້ອງຕ້ອງການ ໃຫ້ສາມາດສົ່ງທັນເວລາ; ໄດ້ມີການກະກຽມລົດແພດສຸກເສີນ ເພື່ອນຳສົ່ງຄົນເຈັບຕະຫລອດ ຢູ່ສູນກາງ ແມ່ນມີລົດນຳສົ່ງຄົນເຈັບໃນລະດັບທີ່ທັນສະໄໝສາມາດຜ່າຕັດຄົນເຈັບໄດ້ກັບທີ່ ເຊິ່ງກຽມພ້ອມຕະຫລອດ 24 ຊົ່ວໂມງ. ພ້ອມກັນນັ້ນ, ຢູ່ແຕ່ລະແຂວງກໍມີລົດນໍາສົ່ງຄົນເຈັບແຂວງລະ 1 ຄັນ ແລະ ກະຊວງສາທາລະນະສຸກ ຈະໄດ້ຕອບສະໜອງລົດນຳສົ່ງຄົນເຈັບໃຫ້ທຸກເມືອງອີກ ຈຳນວນ 135 ຄັນ ເພື່ອໃຫ້ສາມາດນຳໃຊ້ໃນກໍລະນີເກີດໄພພິບັດ ຫລືມີເຫດການສຸກເສີນຕ່າງໆ, ທັງໄດ້ກະກຽມການຕອບສະໜອງນ້ຳ ແລະ ວິດຖ່າຍ,ໂດຍມີລົດກັ່ນກອງນ້ຳສະອາດ ຈຳນວນ 6 ຄັນ ເພື່ອກະກຽມເອົາໄປປະຈໍາຢູ່ເຂດທີ່ເກີດໄພພິບັດໄດ້ທັນທີ. ນອກນີ້, ຍັງມີລົດສົ່ງນໍ້າສະອາດອີກ ຈຳນວນ 20 ຄັນ.

ໃນໄລຍະຜ່ານມາ, ຂະແໜງສາທາລະນະສຸກ ໄດ້ຮັບການສະໜັບສະໜູນດ້ານອຸປະ ກອນ ແລະ ຊ່ວຍເຫລືອຝຶກອົບຮົມວຽກງານຕອບໂຕ້ ການລະບາດຂອງພະຍາດຕ່າງໆ ຈາກບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ເປັນຕົ້ນ ແມ່ນວຽກງານສຸຂະອະນາໄມ, ໂພຊະນາການ, ແມ່ ແລະ ເດັກ ແລະ ອື່ນໆ.

ແຕ່ແນວໃດກໍຕາມ ວຽກງານການຕອບໂຕ້ໄພພິບັດນີ້ ມັນແມ່ນໜ້າທີ່ຂອງທຸກພາກສ່ວນໃນສັງຄົມ ທີ່ຕ້ອງໄດ້ຮ່ວມມືຮ່ວມໃຈກັນ ເພື່ອຕອບໂຕ້ໄພພິບັດທີ່ຈະເກີດຂຶ້ນ.ຂ່າວ-ພາບ: ສຸພາສະຫວັນ

ແຫຼ່ງຂ່າວ: ຂປລ

ທະຫານແຂວງໄຊຍະບູລີກຽມ ພ້ອມຊ່ວຍເຫຼືອພໍ່-ແມ່ ປະຊາຊົນ

ທະຫານແຂວງໄຊຍະບູລີກຽມ ພ້ອມຊ່ວຍເຫຼືອພໍ່-ແມ່ ປະຊາຊົນຈາກໄພທຳມະຊາດ.

ເນື່ອງຈາກພາຍຸເຂດຮ້ອນໄດ້ພັດຜ່ານເຂົ້າມາປະເທດລາວ ເຊິ່ງເຮັດໃຫ້ເກີດມີຝົນຕົກໜັກຕິດຕໍ່ກັນຄືວັນທີ 11-12 ສິງຫາ 2022 ນີ້: ເຮັດໃຫ້ມີນ້ຳປ່າ ແລະ ນໍ້າຫ້ວຍຮ່ອງ, ຄອງບຶງ ໄຫຼມາສົມທົບກັບແມ່ນ້ຳຮຸ່ງ ເຮັດໃຫ້ລະດັບແມ່ນ້ຳຮຸ່ງເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ດັ່ງນັ້ນຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊຍະບູລີ ຈຶ່ງໄດ້ກະກຽມພາຫະນະ, ອຸປະ ກອນ ແລະຈຳນວນພົນ ເພື່ອກະຽມຊ່ວຍ ເຫຼືອ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ. ໃນນີ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງໄຊຍະບູລີ ຈຶ່ງໄດ້ມອບໃຫ້ພະແນກສູ້ຮົບ ກອງບັນຊາການທະຫານແຂວງໄຊຍະບູລີ ເປັນເຈົ້າການໃນການກະກຽມພາຫະນະ, ອຸປະກອນ ແລະ ກຳລັງພົນຕ່າງໆຄົບ ຖ້ວນ. ເຊິ່ງໄດ້ນຳໃຊ້ລົດເຊອາ ຈຳນວນ 5 ຄັນ, ເຮືອ ຈໍານວນ 3 ລໍາ ແລະ ຈໍານວນພົນຈາກກົມກອງອ້ອມຂ້າງກອງບັນຊາ ການທະຫານແຂວງໄຊຍະບູລີ ຄື: ກອງພັນ 419, ກອງພັນ 609, ກອງຮ້ອຍ 21 ແລະ ກອງຮ້ອຍ 23 ຈໍານວນ 215 ສະຫາຍ ເພື່ອກຽມຮັບມືໃນເບື້ອງຕົ້ນ.

ແຫຼ່ງຂ່າວ: Lao National Radio

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 07 ປີ 2022

ຕາມການລາຍງານຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ / Lao PDR Trade Portal ໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 07 ປີ 2022 ບັນລຸໄດ້ປະມານ 968 ລ້ານໂດລາສະຫະລັດ.ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 07 ປີ 2022 ບັນລຸໄດ້ປະມານ 968 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 427 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 541 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 114 ລ້ານໂດລາສະຫາລັດ. ສິນຄ້າສົ່ງອອກຫຼັກ ປະກອບມີ:

ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ຄຳປະສົມ, ຄຳແທ່ງ, ເຍື່ອໄມ້ ແລະ ເສດເຈ້ຍ, ແຮ່ທອງ, ຢາງພາລາ, ແຮ່ເຫຼັກ, ເຄື່ອງນຸ່ງຫົ່ມ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ…), ນໍ້າຕານ, ເກີບ…; ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຍື່ອໄມ້ ແລະ ເສດເຈ້ຍ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ສັດທີ່ມີຊີວິດ, ສາຍໄຟຟ້າ, ເຄເບີ້ລ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ.

ບໍ່ລອດ! ມ້າງຄະດີຢາເສບຕິດພ້ອມກັກໂຕໄດ້17 ຄົນ

ປກສ ເມືອງສີສັດຕະນາກ ຈັບຜູ້ຖືກຫາຄ້າຂາຍຢາເສບຕິດ 17 ຄົນ, ຢຶດຢາບ້າໄດ້ 2 ພັນກວ່າເມັດ

ໃນທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາ 2022, ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ສົມທົບກັບ ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫາຢາເສບຕິດ ໄດ້ 5 ເລື່ອງ, ຢຶດຢາບ້າໄດ້ 2 ພັນກວ່າເມັດ ແລະ ຈັບຜູ້ຖືກສົງໄສ 17 ຄົນ, ຍິງ 1 ຄົນ. ພັທ ສີທາດ ໜູການ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ ນວ ໃຫ້ຮູ້ວ່າ: ໄລຍະສຸມໃສ່ຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫາ 2022, ແກ້ໄຂຄະດີຢາເສບຕິດໄດ້ 5 ເລື່ອງຄື:

ໃນວັນທີ 21 ກໍລະກົດ 2022 ໄດ້ສົມທົບກັບ ປກສ ກຸ່ມວັດນາກ ແລະ ພາກສ່ວນກ່ຽວຂ້ອງ ມ້າງຈຸດມົ້ວສຸມຄ້າຂາຍຢາເສບຕິດ ຢູ່ຮ້ານອິນເຕີເນັດກາເຟ ຫຼື ຮ້ານເກມ ຕັ້ງຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ຈັບຕົວຜູ້ຖືກຫາໄດ້ 4 ຄົນຊື່ ທ້າວ ເກື່ອງ ອາຍຸ 37 ປີ ຫວ່າງງານ ຢູ່ບ້ານສີເມືອງ, ທ້າວ ອານຸສອນ ຢູ່ບ້ານທາດຂາວ, ທ້າວ ພຸດທະສອນ ຢູ່ບ້ານໂພນປ່າເປົ້າ ແລະ ທ້າວ ບຸນທະວີ ຢູ່ບ້ານທ່າພະລານໄຊ ເມືອງສີສັດຕະນາກ ພ້ອມຂອງກາງຢາບ້າ 903 ເມັດ, ຢາໄອ໌ 2 ຖົງນ້ອຍ ຫຼັງຈາກເປີດກວ້າງດຳເນີນຄະດີ ມາຮອດວັນທີ 27 ກໍລະກົດ 2022, ເຂົ້າແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ເຂດບ້ານທົົ່ງພານທອງ ຈັບຕົວຜູ້ຖືກສົງໄສ ຊື່ທ້າວ ຄໍາພູ ອາຍຸ 19 ປີ ກຳມະກອນ ຢູ່ບ້ານທົ່ງພານທອງ ເມືອງສີສັດຕະນາກ ມີຢາເສບຕິດ 28 ເມັດ.ສອບສວນເບື້ອງຕົ້ນເຫັນວ່າມີການຊັດທອດ ຮອດວັນທີ 1 ສິງຫາ 2022, ຈຶ່ງສົມທົບກັບຫຼາຍພາກສ່ວນ ເຂົ້າແກ້ໄຂຢູ່ບ້ານຈອມເພັດໃຕ້ ຊື່ ທ້າວ ເກ ອາຍຸ 30 ປີ ກຳມະກອນ ຢູ່ບ້ານໄຊສະຖານ ມີຢາເສບຕິດ 101 ເມັດ,

ຜ່ານການສອບສວນໄດ້ຊັດທອດຫາພັກພວກຮ່ວມຂະບວກການອີກ 8 ຄົນ, ຍິງ 1 ຄົນ ຊື່ ທ້າວ ເສດຖາ ອາຍຸ 28 ປີ ຫວ່າງງານ ຢູ່ບ້ານຈອມເພັດໃຕ້ ເວລາຈັບກຸມມີຢາເສບຕິດ 30 ເມັດ, ທ້າວ ວິລະບຸດ ອາຍຸ 25 ປີ ຫວ່າງງານ ຢູ່ບ້ານຈອມເພັດໃຕ້ ກວດຄົ້ນຕົວມີຢາເສບຕິດ 172 ເມັດ, ທ້າວ ເພັດນິນ ອາຍຸ 22 ປີ ຫວ່າງງານ ຢູ່ບ້ານຈອມເພັດໃຕ້ ມີຢາເສບຕິດ 100 ເມັດ, ທ້າວ ສົມຈັນ ອາຍຸ 25 ປີ ຫວ່າງງານ ຢູ່ບ້ານຈອມເພັດໃຕ້ ມີຢາເສບຕິດ 5 ເມັດ, ທ້າວ ວັນເພັງ ອາຍຸ 34 ປີ ກຳມະກອນ ຢູ່ບ້ານຈອມເພັດໃຕ້ ມີຢາເສບຕິດ 4 ເມັດ, ທ້າວ ຟ້າມີໄຊ ອາຍຸ 48 ປີ ຫວ່າງງານ ບ້ານສວນມອນ ມີຢາເສບຕິດ 351 ເມັດ ທັງ 7 ຄົນ ຢູ່ເມືອງສີສັດຕະນາກ ແລະ ນາງ ໄຊນາ ອາຍຸ 29 ປີ ຫວ່າງງານ ບ້ານກາງທ່າ ເມືອງຫາດຊາຍຟອງ, ຕົກມາຮອດ ທີ 3 ສິງຫາ 2022, ໄດ້ສືບຕໍ່ຈັບຕົວ ທ້າວ ສຸກສັນ ອາຍຸ 48 ປີ ຫວ່າງງານ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ພ້ອມຂອງກາງ 250 ເມັດ ມາສອບສວນໄດ້ຂໍ້ມູນ ຕົກມາວັນທີ 4 ສິງຫາ 2022, ໄດ້ເຂົ້າຈັບທ້າວ ໄຊນະຄອນ ອາຍຸ 39 ປີ ຫວ່າງງານ ຢູ່ບ້ານທົ່ງພານທອງ ມີຢາເສບຕິດ 168 ເມັດ, ທ້າວ ພອນປະເສີດ ອາຍຸ 32 ປີ ຫວ່າງງານ ຢູ່ບ້ານໂພນປ່າເປົ້າ ມີຢາເສບຕິດ 10 ເມັດ, ທ້າວ ຄໍາຮູ້ ອາຍຸ 31 ປີ ຫວ່າງງານ ຢູ່ບ້ານໂພນປ່າເປົ້າ ມີຢາເສບຕິດ 157 ເມັດ ແລະ ທ້າວ ບຸນມີໄຊ ອາຍຸ 32 ປີ ກໍາມະກອນ ຢູ່ບ້ານໂພນປ່າເປົ້າ ມີຢາເສບຕິດ 7 ເມັດ ທັງ 4 ຄົນ ຢູ່ເມືອງສີສັດຕະນາກ. ຕໍ່ກັບການດຳເນີນຄະດີນີ້ ກອງບັນຊາການ ປກສ ເມືອງສີສັດຕະນາກ ກຳລັງດໍາເນີນຕາມກົດໝາຍ.

ຂ່າວ: ເຄືອວັນ, ພາບ:ມີໄຊ, ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ

ອັດຕະປື ມອບແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ ເພື່ອກໍານົດການແບ່ງຄວາມຮັບຜິດຊອບຂອງບັນດາພະແນກການທີ່ກ່ຽວຂ້ອງ ແລະ ອົງການປົກຄອງຂັ້ນເມືອງ ແລະ ບ້ານ ໃນການຜັນຂະຫຍາຍ ຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ, ເພື່ອວາງແຜນນໍາໃຊ້ທີ່ດິນ ທີ່ຢູ່ໃນການ ຄຸ້ມຄອງການນຳໃຊ້ທີ່ດິນຂອງບັນດາຂະແໜງການ ໃຫ້ບັນລຸຕາມເປົ້າໝາຍ,

ດັ່ງນັ້ນຫວ່າງບໍ່​ດົນ​ມານີ້ ທີ່ພະແນກຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຈັດພິທີມອບແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ, ໂດຍການເຂົ້າຮ່ວມຂອງທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື, ມີທ່ານເຈົ້າເມືອງ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.ທ່ານ ຫັດສະໃນ ສີບຸນເຫຼືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື ໄດ້ຜ່ານມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງ ເອົາແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງແຂວງອັດຕະປື ຮອດປີ 2030ຊຶ່ງກອງປະຊຸມໄດ້ຕົກລົງ ແລະ ຮັບຮອງເອົາແຜນຈັດສັນທີ່ດິນ ໄດ້ກຳນົດເປົ້າໝາຍ ແລະ ​ໂຕເລກຂອງການຈັດສັນເນື້ອທີ່ດິນແຕ່ລະປະເພດ,

ໃນນັ້ນ ເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າປົກຫຸ້ມມີ 88.000 ກວ່າເຮັກຕາ ຊຶ່ງລວມທັງທີ່ດິນບໍລິເວນນໍ້າ ທີ່ນອນໃນເຂດພື້ນທີ່ດັ່ງກ່າວ ຈຳນວນ 14.000 ກວ່າເຮັກຕາ, ເນື້ອທີ່ຈະນໍາໃຊ້ ແລະ ພັດທະນາມີ 148.000 ກວ່າເຮັກຕາ ຊຶ່ງລວມທີ່ດິນບໍລິເວນນໍ້າທີ່ນອນຢູ່ເຂດພື້ນທີ່ດັ່ງກ່າວ ຈຳນວນ 22.000 ກວ່າເຮັກຕາ, ເນື້ອທີ່ດິນທີ່ຈະສະຫງວນ ແລະ ອະນຸລັກໄວ້ ເພື່ອເປັນເນື້ອທີ່ປ່າປົກຫຸ້ມ ຊຶ່ງລວມທັງດິນບໍລິເວນນໍ້າ ທີ່ນອນໃນເຂດພື້ນທີ່ດັ່ງກ່າວ ທັງໝົດ 860.000 ກວ່າເຮັກຕາ, ເນື້ອທີ່ຈະນຳໃຊ້ ແລະ ພັດທະນາ ຊຶ່ງລວມທັງທີ່ດິນບໍລິເວນນໍ້າ ທີ່ນອນໃນເຂດພື້ນທີ່ດັ່ງກ່າວ,

ໃນນັ້ນ ເນື້ອທີ່ດິນກະສິກຳມີ 109.000 ກວ່າເຮັກຕາ ເນື້ອທີ່ດິນນໍ້າໃຊ້ເຂົ້າໃນຂະ ແໜງການຕ່າງໆ ທັງໝົດ 16.000 ກວ່າເຮັກຕາ.ໃນກອງປະຊຸມ ຍັງໄດ້ ມອບ-ຮັບ ປຶ້ມແບບແຜນຈັດສັນທີ່ດິນຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງແຂວງອັດຕະປື ຊຶ່ງໄດ້ມອບໃຫ້ແຕ່ລະພະແນກການອ້ອມຂ້າງແຂວງ, ບັນດາເມືອງ, ກຳລັງ ປກສ, ປກຊ ໂດຍການກ່າວມອບຂອງ ທ່ານ ທະນູໄຊ ບັນຊາລິດ.

ຂ່າວ-ພາບ: ທິດປະສົງ

ການນຳຂອງແຂວງ ມອບເຄື່ອງຊ່ວຍເຫຼືອໃຫ້ເມືອງທ່າປາງທອງ

12/8/2022 ການນຳຂອງແຂວງ ມອບເຄື່ອງຊ່ວຍເຫຼືອໃຫ້ເມືອງທ່າປາງທອງເພື່ອນຳໄປມອບໃຫ້ປະຊາຊົນຜູ້ທີໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ໃນຕອນເຊົ້າຂອງວັນທີ 11 ສິງຫາ 2022 ນີ້ ການນຳຂັ້ນແຂວງສະຫວັນນະເຂດ ນໍາໂດຍທ່ານ ຄຳຜັນ ຄູນສະຫວັນ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ພ້ອມຄະນະ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ເມືອງທ່າປາງທອງ ເພື່ອນຳໄປມອບໃຫ້ຄອບ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໂດຍການຕ້ອນຮັບຂອງທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ພ້ອມຄະນະກຳມະການຕ້ານໄພພິບັດຂັ້ນເມືອງ ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ສຳລັບເຄື່ອງທີ່ນຳມາມອບຄັ້ງນີ້ປະກອບມີ ນ້ຳດື່ມ 100 ແພັກ.

ປາກະປ໋ອງ 4 ແກັດ ແລະ ໝີໄວ 5 ແກັດໃຫຍ່ ລວມມູນຄ່າທັງໝົດ 5800.000 ກີບ. ໂດຍໃຫ້ກຽດມອບຂອງທ່ານ ທ່ານ ຄຳຜັນ ຄູນສະຫວັນ ຮອງປະທານສະພາປະຊາຊົນແຂວງ ແລະ ຕາງໜ້າຮັບ ຂອງທ່ານ ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປງທອງ ຈາກນັ້ນກໍໄດ້ລົງເບິ່ງສະຖານທີ່ ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ໃນຄັ້ງນີ້ອີກດ້ວຍ.