Home Blog Page 3

ເພື່ອຍົກລະດັບກະສິກຳຂອງລາວ ແລະ ບັນລຸຮູບແບບການຮ່ວມມືການພັດທະນາໃໝ່

0

ໃນຕອນເຊົ້າຂອງວັນທີ 10 ສິງຫາ 2023 ຜ່ານ​ມາ, ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຈັດພິທີເປີດປ້າຍໂຄງການກະສິກຳທັນສະໄໝ ທີ່ເມືອງໂຂງ ແຂວງຈໍາປາສັກ ສປປ ລາວ, ເປັນໂຄງການຮ່ວມມືພັດທະນາກະສິກຳ ເພື່ອປູກເຂົ້າຫຼາຍລະດູ ແຫ່ງທຳອິດ ທີ່ຈັດຂຶ້ນຢູ່ ສປປ ລາວ ໂດຍ ບໍລິສັດອາຊີ-ໂປຕາສ ສາກົນ ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຄຳພູ ລິດທິສັກເຈົ້າເມືອງໂຂງ, ມີ ທ່ານ Tong Yongheng ຮອງອຳນວຍການໃຫຍ່ ບໍລິສັດອາຊີ-ໂປຕາສ ສາກົນ,ອຳນວຍການໃຫຍ່ ບໍລິສັດຊີໂນ-ອາກຣີໂປຕາສ, ພ້ອມດ້ວຍຮອງອຳນວຍການໃຫຍ່ ທ່ານ Zong Guofu, ທ່ານ Ai Yongjun, ມີ ທ່ານ Han Xiaohui ຫົວໜ້າຝ່າຍການເງິນ, ທ່ານ Liu Feilong ຫົວໜ້າຝ່າຍບໍລິຫານ, ມີຜູ້ຕາງໜ້າບໍລິສັດຄູ່ຮ່ວມໂຄງການ, ຕາງໜ້າຄະນະປົກຄອງບ້ານ ແລະ ປະຊາຊົນໃນທ້ອງຖິ່ນ,  ສື່ມວນຊົນລາວ ​​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 200 ກວ່າຄົນ.

ສວນສາທິດປູກເຂົ້ານາຫຼາຍລະດູ ແຫ່ງທຳອິດ ທີ່ແຂວງຈຳປາສັກ ຂອງບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ເລີ່ມຕົ້ນຢ່າງເປັນທາງການ, ເປັນການລົງມືປະຕິບັດ ແລະ ມີຄວາມຄືບໜ້າຢ່າງວ່ອງໄວຕໍ່ຜົນຂອງກອງປະຊຸມສົ່ງເສີມການລົງທຶນຢູ່ຕ່າງປະເທດຄັ້ງທຳອິດ ຂອງລັດຖະບານລາວ ທີ່ຈັດຂຶ້ນຢູ່ນະ ຄອນກວາງໂຈວ ສປ ຈີນ ໃນເດືອນກໍລະກົດ ຜ່ານມາ.  ແຂວງຈໍາປາສັກ ບໍ່ພຽງແຕ່ມີຊັບພະຍາກອນທີ່ອຸດົມສົມບູນ, ຍັງມີສະພາບແວດລ້ອມທີ່ດີຕໍ່ການດຳເນີນທຸລະກິດ, ໄດ້ໃຫ້ການສະໜັບສະໜູນດ້ານຄ່າເຊົ່າທີ່ດິນ, ການກໍ່ສ້າງສູນເກັບມ້ຽນເຂົ້າ ແລະ ສະຖານທີ່ຕາກແຫ້ງ, ກໍ່ສ້າງບ່ອນປຸງແຕ່ງຜະລິດຕະພັນກະເສດ ແລະ ເວທີການຄ້າ, ຕະຫຼອດເຖິງການປັບແປງຊົນລະປະທານ ໂດຍເລີ່ມຕົ້ນຈາກໂຄງການປູກເຂົ້າຫຼາຍລະດູ ຢູ່ດອນໂຂງ. ອາຊີ-ໂປຕາສ ສາກົນ ຈະປະກອບສ່ວນເຂົ້າໃນການພັດທະນາກະສິກຳຂອງທ້ອງຖິ່ນໃຫ້ເປັນທັນສະໄໝ, ເປັນອັດສະລິຍະ, ເປັນຂະແໜງການ ແລະ ພັດທະນາດ້ານເສດຖະກິດ-ສັງຄົມຢ່າງຕັ້ງໜ້າກວ່າເກົ່າ.  ປັດຈຸບັນ, ມີແຜນການປູກເຂົ້າໃນເນື້ອທີ່ 110 ເຮັກຕາ ໂດຍຄຽງຄູ່ກັບການກໍ່ສ້າງສິ່ງອຳນວຍຄວາມສະດວກທາງຊົນລະປະທານໃຫ້ສຳເລັດ, ຈະສືບຕໍ່ຂະຫຍາຍເນື້ອທີ່ປູກໃຫ້ໄດ້ 1.200 ເຮັກຕາ, ໃນອະນາຄົດຈະຂະຫຍາຍເນື້ອທີ່ປູກເຂົ້າຫຼາຍລະດູ ຢູ່ເມືອງໂຂງກາຍເປັນ 3.500 ເຮັກຕາ ແລະ ໃນທີ່ສຸດຈະໃຫ້ບັນລຸການປູກເຂົ້າຫຼາຍລະດູ ຢູ່ແຂວງຈຳປາສັກ ລວມເນື້ອທີ່ 10.000 ເຮັກຕາ.

ພາຍຫຼັງໂຄງການດັ່ງກ່າວ ໄດ້ຮັບການປະຕິບັດແລ້ວ, ຈະລະດົມການພັດທະນາດ້ານເສດຖະ ກິດ-ສັງຄົມ ຂອງທ້ອງຖິ່ນຢ່າງແຂງແຮງ, ບໍ່ພຽງແຕ່ຈະຂັບເຄື່ອນຊາວນາຫັນເປັນອຸດສາຫະກອນ ຍັງສາ ມາດເພີ່ມລາຍຮັບໃຫ້ກະສິກອນ. ບົນພື້ນຖານນີ້, ບໍລິສັດ ຍັງໄດ້ເອົາການຕະຫຼາດເປັນເຂັມທິດ, ຂະ ຫຍາຍຕ່ອງໂສ້ອຸດສາຫະກຳປຸງແຕ່ງເຂົ້າ, ສ້າງຮູບແບບການພັດທະນາກະສິກຳແບບທັນສະໄໝ ທີ່ສາ ມາດຈຳລອງ ແລະ ສົ່ງເສີມໃນລາວໄດ້ເຊິ່ງໄດ້ເຊື່ອມໂຍງ “ການປູກ+ການປຸງແຕ່ງ+ການຄ້າ”ເປັນລະ ບົບດຽວ ໂດຍຜ່ານການພັດທະນາຂະແໜງການປູກເຂົ້າ ໃຫ້ເປັນໂຄງການທີ່ໃຫຍ່ ແລະ ເຂັ້ມແຂງ, ບັນລຸການປຸງແຕ່ງເຂົ້າຢ່າງເລິກເຊິ່ງ ແລ້ວສາມາດສົ່ງອອກຜະລິດຕະພັນກະສິກຳ, ສ້າງລາຍຮັບເງິນຕາຕ່າງປະເທດຫຼາຍຂຶ້ນ ແລະ ຮັບປະກັນຄວາມປອດໄພດ້ານສະບຽງອາຫານຂອງໂລກ.

ທ່ານ Tong Yongheng ຮອງອຳນວຍການໃຫຍ່ຂອງບໍລິສັດ ອາຊີ-ໂປຕາສ ສາກົນ, ອຳນວຍການໃຫຍ່ຂອງບໍລິສັດຊີ ໄດ້ກ່າວວ່າ: ບໍລິສັດ ອາຊີ-ໂປຕາສ ສາກົນ ສຸມແຮງໃສ່ການເປັນຜູ້ຊຸກຍູ້ການພັດທະນາເສດຖະກິດ ແລະ ສັງຄົມ ຂອງລາວ ແລະ ເຮັດໃຫ້ດີສະເໝີ ເພື່ອເປັນຕົວແບບໃນການຫັນເປັນອຸດສາຫະກໍາ, ການຫັນເປັນຕົວເມືອງ ແລະ ດຶງດູດການລົງທຶນ; ຮັບບົດບາດເປັນເວທີທ່າແຮງ ແລະ ເຊື່ອມໂຍງເອົາທີມງານການປູກຝັງຊັ້ນນຳຂອງຈີນ ມາລົງທຶນຢູ່ລາວ ເພື່ອຮ່ວມມືໃນການດຳເນີນໂຄງການກະສິກຳທີ່ທັນສະໄໝ, ເພື່ອເຮັດໃຫ້ເຂົ້ານາຂອງລາວສາມາດປ່ຽນຈາກລະດູ ດຽວເປັນ 3 ລະດູ.  ປະເທດລາວ ມີທ່າແຮງບົ່ມຊ້ອນໃນການພັດທະນາກະສິກຳຢ່າງໃຫຍ່ຫຼວງ ໂດຍຜ່ານເຕັກໂນໂລຊີ ແລະ ຮູບແບບທີ່ທັນສະໄໝ ດ້ານການປູກພືດກະສິກຳ ກະຕຸ້ນມູນຄ່າຊັບພະຍາກອນກະສິກຳຂອງລາວ, ຊຸກຍູ້ກະສິກຳຂອງລາວ ກ້າວໄປສູ່ຄວາມທັນສະໄໝ, ຫຼາກ​ຫຼາຍ, ເປັນການຕະຫຼາດ ແລະ ເປັນສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງລາວ ຢ່າງຕັ້ງໜ້າ.

ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໂຂງ ໄດ້ສະ​ເໜີທ່າແຮງໃນການຮ່ວມມືພັດທະນາກະສິກຳຢູ່ດອນໂຂງວ່າ: ເມືອງໂຂງ ຕັ້ງຢູ່ພາກໃຕ້ສຸດຂອງແຂວງຈຳປາສັກໃນປະເທດລາວ, ມີເງື່ອນໄຂສະດວກໃນດ້ານການປູກຝັງ, ມີຊັບພະຍາກອນທຳມະຊາດ, ມີເນື້ອທີ່ດິນອຸດົມສົມບູນ ແລະ ມີປະລິມານນ້ຳຝົນທີ່ພຽງພໍ. ການຮ່ວມມືລະຫວ່າງອຳນາດການປົກຄອງເມືອງໂຂງກັບ ບໍລິສັດອາຊີ-ໂປຕາສ ສາກົນ ເພື່ອສ້າງ “ໂຄງການພັດທະນາກະສິກຳທັນສະໄໝຢູ່ດອນໂຂງ” , ໄດ້ນຳເຂົ້າແນວພັນເຂົ້າທີ່ມີຄຸນນະພາບສູງຈາກຈີນ, ປີໜຶ່ງສາມາດປູກໄດ້ 3 ລະດູ, ແຕ່ລະລະດູຈະຜະລິດໄດ້ 7 ໂຕນ/​ເຮັກຕາ ແລະ ປີໜຶ່ງຈະເກີນ 20 ໂຕນ/ເຮັກຕາ, ເຊິ່ງຈະສ້າງສະຖິຕິໃໝ່ໃຫ້ແກ່ການຜະລິດເຂົ້າຂອງລາວ, ຊຸກຍູ້ການພັດທະນາຂະແໜງການປູກເຂົ້ານາໃຫ້ມີຄຸນນະພາບແບບກ້າວກະໂດດ, ສ້າງຖານສະບຽງອາຫານ ແຂວງຈໍາປາສັກ, ຈະປະກອບສ່ວນ​ສຳຄັນຕໍ່ການພັດທະນາກະສິກຳຂອງເມືອງໂຂງ, ແຂວງຈໍາປາສັກ ກໍຄື ສປປ ລາວ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ໄດ້ຕີລາຄາສູງຕໍ່ ບໍລິສັດອາຊີ-ໂປຕາສ ສາກົນ ໃນການຊ່ວຍພັດທະນາກະສິກຳທັນສະໄໝຂອງລາວ ​ໂດຍທ່ານ​ໄດ້ກ່າວວ່າ: ແຂວງຈໍາປາສັກ ໄດ້ສົ່ງເສີມທ່າແຮງການປູກຝັງ, ກະສິກໍາໃນທ້ອງຖິ່ນຢ່າງ​ເຕັມ​ສ່ວນ, ຂະຫຍາຍເນື້ອທີ່ປູກເຂົ້າ, ເພີ່ມຫົວໜ່ວຍການຜະລິດ ແລະ ຊຸກຍູ້ການຫັນປ່ຽນພັດທະນາກະສິກຳເປັນທັນສະໄໝ ເພື່ອພັດທະນາເປັນ “ຖານຜະລິດສະບຽງອາຫານ”ຂອງ ສປປ ລາວ. ພ້ອມນີ້, ທ່ານ​ຍັງ​ສະ​ເໜີ​ໃຫ້ໂຄງການຮ່ວມມືພັດທະນາ ກໍ່ສ້າງຊົນລະປະທານຕື່ມອີກ ເພື່ອສະໜອງແຫຼ່ງນ້ຳສຳລັບເພີ່ມຜົນຜະລິດ, ສະໜອງແນວພັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຂະຫຍາຍເນື້ອທີ່ການຜະລິດ ​ແລະ ສະ​ເໜີ​ໃຫ້ສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາແນວພັນ ເພື່ອຝຶກອົບຮົມວິຊາຊີບການເພາະພັນເຂົ້າທີ່ກ່ຽວຂ້ອງ;  ຜ່ານການພັດທະນາໂຄງການກະສິກຳ ໂດຍການຮ່ວມມືກັນລະຫວ່າງລັດຖະບານ ແລະ ວິສາຫະກິດ ຈະຮ່ວມກັນຊຸກຍູ້ການພັດທະນາເສດຖະກິດຂອງ ແຂວງຈໍາປາສັກ ແລະ ເຮັດໃຫ້ປະຊາຊົນແຂວງຈໍາປາສັກ ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.

ອາຊີ-ໂປຕາສ ສາກົນ ຕັ້ງໜ້າຕອບສະໜອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ, ພ້ອມທັງຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ຫັນເປັນຕົວເມືອງຂອງລາວ, ຍັງເປັນການນຳພາການຫັນປ່ຽນ ແລະ ຍົກລະດັບກະສິກຳຂອງລາວ ແລະ ບັນລຸຮູບແບບການຮ່ວມມືການພັດທະນາໃໝ່ ໂດຍລັດຖະບານແລະ ວິສາຫະກິດ;  ການຮ່ວມມືກັນສ້າງ “ໂຄງການພັດທະນາກະສິກຳທັນສະໄໝຂອງ ອາຊີ-ໂປຕາສ” ແນ່ນອນຈະກາຍເປັນ​ແຖວໜ້າ ຂອງການພັດທະນາກະສິກຳທັນສະໄໝ ຢ່າງເລິກເຊິ່ງຂອງລາວ, ​ເພີ່ມ​ກໍາລັງແຮງກະຕຸ້ນໃໝ່ໃນການພັດທະນາເສດຖະກິດຂອງລາວຢ່າງບໍ່ຢຸດຢັ້ງ, ຊຸກຍູ້ການຟື້ນຟູເສດຖະກິດຂອງລາວຢ່າງວ່ອງໄວ, ພັດທະນາແບບຍືນຍົງຢ່າງເລິກເຊິ່ງ ເພື່ອປະກອບສ່ວນ​ເຂົ້າໃນການສ້າງເປັນຄູ່ຮ່ວມຊາຕາກຳ ລະຫວ່າງ ລາວ-ຈີນ ໃຫ້ຫລາຍຍິ່ງຂຶ້ນ.

ເສດຖະກິດຈີນຫຼັງໂຄວິດບໍ່ຂະຫຍາຍໂຕ

0

ຈີນປະເຊີນກັບພາວະເງິນຝືດ ເສດຖະກິດບໍ່ຂະຫຍາຍໂຕ ຫຼັງຈາກຜ່ານໂຄວິດ, ລາຍງານຈາກ ສຳນັກງານສະຖິຕິແຫ່ງຊາດຂອງຈີນ ໄດ້ລະບຸວ່າ ດັດຊະນີລາຄາຜູ້ບໍລິໂພກເຊິ່ງເປັນໂຕວັດແທກອັດຕາເງິນຝືດຂອງຈີນຫຼຸດລົງ 0.3% ໃນເດືອນກໍລະກົດ ຫຼັງຈາກສະຖານະການຊົງຕົວໃນເດືອນມິຖຸນາ ທີ່ຜ່ານມາ, ແຕ່ກໍຍັງໜ້ອຍກວ່ານັກວິເຄາະຄາດຄະເນວ່າ ຈະຫຼຸດລົງ 0.4% ໃນເດືອນກໍລະກົດ.

ຈີນ ໄດ້ລາຍງານໂຕເລກການສົ່ງອອກທີ່ຕົກຕໍ່າຄັ້ງໃຫຍ່ໃນຮອບ 3 ປີ ຫຼື ຫຼຸດລົງ 14.2% ເຮັດໃຫ້ສ້າງຜົນກະທົບຕໍ່ຫຼາຍບໍລິສັດຫຼາຍແຫ່ງໃນຈີນທີ່ເນັ້ນການສົ່ງອອກເປັນຫຼັກ. ທັງນີ້, ພາວະເງິນຝືດໝາຍເຖິງລາຄາສິນຄ້າ ແລະ ບໍລິການຫຼຸດລົງ ເຊິ່ງມີຫຼາຍປັດໄຈ ລວມເຖິງຜູ້ບໍລິໂພກຫຼຸດລົງ ເຖິງວ່າສິນຄ້າຈະລາຄາຖືກສົ່ງຜົນດີຕໍ່ກຳລັງຊື້ ແຕ່ພາວະເງິນຝືດກໍເປັນໄພກ້ວາງຕໍ່ເສດຖະກິດໃນປະເທດ.

ປັດໃຈທີ່ເຮັດໃຫ້ເສດຖະກິດປະສົບບັນຫາ ມາຈາກຄວາມວຸ້ນວາຍຕໍ່ເນື່ອງໃນພາກອະສັງຫາລິມະຊັບ ເຊິ່ງມີສັດສ່ວນເຖິງ ¼ ຂອງຈີດີພີຂອງຈີນ ແລະ ຍັງມີທ່າແຮງຈາກການສົ່ງອອກຫຼຸດລົງ.

ນອກຈາກນີ້ ສຳນັກງານບໍລິຫານກາແລກປ່ຽນເງິນຕາຕ່າງປະເທດແຫ່ງຊາດຂອງຈີນ ຫຼື State Administration of Foreign Exchange (SAFE) ເປີດເຜີຍວ່າ ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນຊ່ວງເດືອນ ເມສາ-ມິຖຸນາ ຫົດໂຕລົງມາຢູ່ທີ່ 4.9 ພັນລ້ານໂດລາ ເຊິ່ງຫຼຸດລົງ 87% ຈາກຊ່ວງເດືອນດຽວກັນຂອງປີທີ່ແລ້ວ ແລະ ເປັນຈຳນວນເງິນລົງທຶນທີ່ຕໍ່າທີ່ສຸດຕັ້ງແຕ່ ປີ 1998.

ໄທກຽມອະນຸມັດເງິນກູ້ 1,8 ຕື້ບາດ ໃຫ້ ສປປ ລາວ

0

ໄທກຽມອະນຸມັດເງິນກູ້ 1,8 ຕື້ບາດ ໃຫ້ ສປປ ລາວ ໃນການພັດທະນາເສັ້ນທາງເລກທີ 12 (R12) ເຊື່ອມຕໍ່ໄທ-ລາວ-ຫວຽດນາມ ແລະ ສະຖານີຄຳສະຫວາດ.

ໂຄງການນີ້ ເປັນສ່ວນໜຶ່ງຂອງໂຄງການລົດໄຟລາວ-ໄທ ໂດຍຈະເຊື່ອມລະຫວ່າງ ນະຄອນຫຼວງວຽງຈັນ-ໜອງຄາຍ ແລະ ເປັນການສະໜັບສະໜູນຍຸດທະສາດການພັດທະນາລົດໄຟແຫ່ງຊາດລາວ ທີ່ຕ້ອງການພັດທະນາຂົນສົ່ງສິນຄ້າທາງລົດໄຟລະຫວ່າງລາວ-ໄທ ເພື່ອຜົນປະໂຫຍດທາງເສດຖະກິດຂອງທັງສອງປະເທດ.

ໂດຍລາວ-ໄທ ໄດ້ຫາລືກັນ ແລະ ຕາງໜ້າລັດຖະບານ ສປປ ລາວ ໄດ້ຮຽກຮ້ອງໃຫ້ໄທເຂົ້າຊ່ວຍເຫຼືອໃນດ້ານການເຝິກອົບຮົມພະນັກງານຂັບລົດໄຟ ທາງລາວຈະສົ່ງພະນັກງານ 5-10 ຄົນ ໄປເຝິກອົບຮົມພັດທະນາທັກສະເລື່ອງການລົດໄຟ.

ທ່ານ ພຣີເມດ ຜູ້ອຳນວຍການສຳນັກງານຄວາມຮ່ວມມືພັດທະນາເສດຖະກິດຂອງໄທ ກ່າວວ່າ ງົບປະມານ 1,8 ຕື້ບາດ ຈະອະນຸມັດໃນການພັດທະນາສະຖານີຄຳສະຫວາດ, ໂດຍການຊ່ວຍເຫຼືອຈາກໄທ ລວມທັງໝົດມີ 21 ໂຄງການ ເປັນມູນຄ່າ 15,32 ຕື້ບາດ ຫຼື ເກືອບ 70% ຂອງງົບປະມານທັງໝົດ.

ນອກຈາກນີ້ ໄທຍັງຊ່ວຍເຫຼືອດ້ານວິຊາການມີ 12 ໂຄງການ ລວມເປັນ 189 ລ້ານບາດ ເຊິ່ງຜ່ານມາມີເຈົ້າໜ້າທີ່ຂອງ ສປປ ລາວ ໄປເຝິກອົບຮົມຢູ່ໄທ ທັງໝົດ 206 ຄົນໃນຫຼັກສູດຕ່າງໆທີ່ກ່ຽວຂ້ອງກັບ ການຂົນສົ່ງ ການເງິນ ແລະ ການຄ້າ ເປັນຕົ້ນ.

Cr.BangkokbizNews

ໃນປີ 2023 ນີ້, ເຊໂປນຈະຜະລິດຄຳໃຫ້ຫຼາຍກວ່າ 6 ໂຕນ ແລະ ທອງ 7 ພັນໂຕນ

ໃນປີ 2023 ນີ້, ບໍລິສັດລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ ວາງຄາດໝາຍ ຈະຜະລິດຄຳ ໃຫ້ໄດ້ຫລາຍກວ່າ 6 ໂຕນ ແລະ ທອງ ໃຫ້ໄດ້ 7 ພັນໂຕນ, ໃນຂະນະທີ່ ປີ 2022 ຜ່ານມາ ສາມາດຜະລິດຄຳ ໄດ້ຫລາຍກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ ເຊິ່ງໄດ້ປະກອບສ່ວນສະໜັບສະໜູນ ລາຍຮັບຈາກການສົ່ງອອກ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ.

ຕາມຂໍ້ມູນຈາກໜັງສືຂ່າວຂອງ ບໍລິສັດ LXML ໃຫ້ຮູ້ວ່າ: ໃນປີ 2022 ບໍລິສັດ LXML ໄດ້ເປີດບໍ່ແຮ່ໃຕ້ດິນ ທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ ບໍ່ຄຳ-ທອງ ເຊໂປນ ເຊິ່ງໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການ ບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033. ພ້ອມກັນນີ້, ບໍລິສັດ LXML ຍັງໄດ້ສະໜອງທຶນ 5 ລ້ານໂດລາ ໃຫ້ແຂວງສະຫວັນນະເຂດ ເພື່ອຍົກລະດັບສະພາບເສັ້ນທາງຫລວງ 28A ຍາວ 41,56 ກມ ຈາກນາບໍ່ເຖິງເມືອງວິລະບູລີ. ທັງນີ້, ເພື່ອສະໜອງການເຂົ້າເຖິງຕະຫລາດ ທີ່ດີກວ່າສຳລັບປະຊາ ຊົນກວ່າ 40.000 ຄົນ, ເສັ້ນທາງ 28A ເປັນເສັ້ນທາງສໍາຄັນທີ່ເຊື່ອມຕໍ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ເຊື່ອມຈອດ ສປປ ລາວ ກັບ ສສ ຫວຽດນາມ ແລະ ໄທ. ພ້ອມນັ້ນ, ບໍລິສັດ LXML ໄດ້ລົງທຶນປະມານ 34 ລ້ານໂດລາສະຫະລັດ ໃສ່ໂຄງລ່າງພື້ນຖານ ເພື່ອຂະຫຍາຍຕາຂ່າຍໄຟຟ້າ ຈາກເມືອງທ່າແຂກ ເຖິງເມືອງມະຫາໄຊ ໂດຍການຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ໂດຍໄດ້ຂະຫຍາຍໂອກາດດ້ານເສດຖະກິດ ໃຫ້ແກ່ຊຸມຊົນຢູ່ເຂດຊົນນະບົດ.

ນັບແຕ່ເລີ່ມດຳເນີນງານໃນປີ 2003, ບໍລິສັດ LXML ໄດ້ປະກອບສ່ວນຫລາຍກວ່າ 1,6 ຕື້ໂດລາສະຫະລັດ ທີ່ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍພາສີອາກອນ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກຈາກນີ້, ກໍໄດ້ປະກອບສ່ວນຫລາຍຮ້ອຍລ້ານໂດລາສະຫະລັດ ເຂົ້າໃນການສ້າງວຽກເຮັດງານທຳ, ການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງຖິ່ນ.

Cr.ປະເທດລາວ

ວິທີປະຖົມພະຍາບານເບື້ອງຕົ້ນ ເມື່ອອາຫານຕິດຄໍ

ອາຫານຕິດຄໍ ຫຼື ອຸບັດເຫດໃນຂະນະທີ່ກຳລັງກິນ ໂດຍການກືນ ແລະ ອາຫານກໍຈະຜ່ານລີ້ນໄປໃນຄໍ, ຫຼອດອາຫານ ແລະ ກະເພາະອາຫານ. ຖ້າຫາກມີສິ່ງແປກປອມ ຫຼື ອາຫານເຂົ້າສູ່ທາງເດີນຫາຍໃຈຂະນະທີ່ອາຫານຢູ່ຊ່ອງປາກ ຈຶ່ງເກີດການສະໝັກອາຫານ ແລະ ເມື່ອຫາຍໃຈເຂົ້າຢ່າງແຮງ ສິ່ງທີ່ຢູ່ໃນປາກຈະໄປຕິດທີ່ທາງເດີນອາຫານ ຫຼື ບໍລິເວນໜ້າເອິກ ເຮັດໃຫ້ຫາຍໃຈບໍ່ອອກ ແລະ ອັນຕະລາຍເຖິງຊີວິດໄດ້.

ການປະຖົມພະຍາບານເບື້ອງຕົ້ນນັ້ນເປັນສິ່ງສຳຄັນ ຖ້າທ່ານຮູ້ໄວ້ກໍຈະສາມາດຊ່ວຍເຫຼືອເບື້ອງຕົ້ນໄດ້

ປະຫວັດຄວາມເປັນມາຂອງ “ບຸນເຂົ້າພັນສາ”

ຄຳວ່າ “ພັນສາ” ຫຼື “ວັສສາ” ໄດ້ແກ່ປີ ຫຼື ລະດູຝົນ ຄຳວ່າ: ເຂົ້າໄດ້ແກ່ ການເຂົ້າໄປຢູ່ປະຈຳ ໃນສະຖານທີ່ໃດທີ່ໜຶ່ງ ໂດຍບໍ່ໄປແຮມຄືນ ຫຼື ຄ້າງຄືນບ່ອນອື່ນຕະຫຼອດສາມເດືອນ, ຊື່ວ່າ: ເຂົ້າພັນສາ ຫຼື ຈຳພັນສາ ປີໜຶ່ງມີການກຳໜົດ ສອງເທື່ອຄື: ປຸຣິມີກາ ວັສສູປນະນີກາ ເຂົ້າພັນສາຕົ້ນ ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ຖ້າປີໃດເປັນປີ ອະທິກະມາດມີເດືອນ 8 ສອງຫົນ ກໍເລື່ອນມາເຂົ້າພັນສາເດືອນ 8 ຫຼັງ ແລະ ອອກພັນສາໃນມື້ ຂຶ້ນ 15 ຄ່ຳເດືອນ 11 ເອີ້ນວ່າ: ປັສສິມມະພັນສາ

ພິທີການໃສ່ບາດເຂົ້າພັນສາ

*ມູນເຫດແຫ່ງການເຮັດບຸນມີເລື່ອງເລົ່າໄວ້ໃນ ວັສສູປະນະຍິກາຂັນທະກະ ວ່າ: ພິກຂຸບໍລິສັດທ່ຽວໄປໃນຊົນນະບົດ ບໍ່ມີເວລາພັກຜ່ອນ ທັງລະດູຮ້ອນ, ລະດູໜາວ, ລະດູຝົນ ໂດຍສະເພາະລະດູຝົນນີ້ ເປັນລະດູທີ່ຊາວນາເຮັດການຜະລິດກະສິກຳ ແລະ ເປັນລະດູທີ່ສັດນ້ອຍໃຫຍ່ທັງຫຼາຍຂະຫຍາຍເຜົ່າພັນ ພຣະສົງເຫຼົ່ານັ້ນໄດ້ເດີນໄປຢຽບຢ່ຳເຂົ້າກ້າໄຮ່ນາ ແລະ ສັດນ້ອຍໃຫຍ່ເສຍຫາຍ. ດັ່ງນັ້ນ, ພຣະພຸດທະເຈົ້າຈິ່ງອະນຸຍາດໃຫ້ພຣະສົງຈຳພັນສາຕາມພຸດທະປະເພນີ ຕະຫຼອດ 3 ເດືອນໃນລະດູຝົນ ໂດຍບໍ່ໄດ້ໄປແຮມຄືນທີ່ອື່ນ ຖ້າພຣະສົງອົງໃດຂາດພັນສາຕ້ອງອາບັດທຸກົດ ເວັ້ນເສຍແຕ່ມີກິດທຸລະຈຳເປັນເຊັ່ນ : ໄປຮັກສາພະຍາບານພຣະພິກຂຸ ຫຼື ບິດາ ມານດາເຈັບປ່ວຍ, ໄປຫ້າມພຣະສົງສາມະເນນ ທີ່ຢາກຈະສິກ, ໄປຫາອຸປະກອນກໍ່ສ້າງ ກຸຕິວິຫານ, ໄປກິດນິມົນ. ແຕ່ຕ້ອງກັບມາພາຍໃນ 7 ວັນ ພັນສາຈິ່ງບໍ່ຂາດ ເອີ້ນວ່າ: ສະຕະຫະ.

ເນື່ອງຈາກກ່ອນວັນເຂົ້າພັນສາ ເປັນວັນອະພິລັກຂິດຕະສະໄຫມ ເປັນວັນສຳຄັນທາງພຸດທະສາສະໜາ ເຫດການເກີດກ່ອນ ພສ 45 ປີຫັລງຈາກພຣະພຸດທະເຈົ້າໄດ້ຕັດສະຮູ້ທັມໃນວັນເພັງເດືອນວິສາຂະເດືອນ 6 ທີ່ເມືອງອຸຣຸເວລາເສນານິຄົມ (ພຸດທະຄະຍາ) ໃນປະຈຸບັນແລ້ວໄດ້ສະເຫວີຍວິມຸດຕິສຸກຢູ່ສັດຕະມະຫາສະຖານເປັນເວລາເຈັດສັບປະດາ ພຣະອົງກໍ່ມາພິຈາລະນາທັມທີ່ຕັດສະຮູ້ນັ້ນຍາກທີ່ຄົນອື່ນຈະເຂົ້າໃຈ ແຕ່ເພາະພຣະມະຫາກະຣຸນາທິຄຸນຢາກໃຫ້ຄົນອື່ນໄດ້ຮູ້ທັມທີ່ຕັດສະຮູ້ແລ້ວເມື່ອພິຈາຣະນາເຫັນອາຈານທັງສອງ ຄື: ອາຣາລະດາບົດກາຣາມະໂຄດ ແລະທຸທະກະດາບົດ ຣາມມະບຸດ ກໍ່ຮູ້ວ່າທ່ານທັງສອງນັ້ນຫມົດໂອກາດຟັງທັມແລ້ວ ພຣະອົງຈິ່ງໄປໂຜດປັນຈະວັກຄີທັງຫ້າ ທີ່ເຄີຍອຸປະຖາກພຣະອົງຜ່ານມາທີ່ຢູ່ເມືອງພາຣານະສີ ກົງກັບເດືອນແປດເພັງ ຈິ່ງເອີ້ນວ່າ: ວັນອາສາລະຫະບູຊາວັນບູຊາໃນເດືອນແປດເພັງ. ເປັນວັນທີ່ພຣະພຸດທະເຈົ້າໄດ້ປະກາດພຣະສາສະຫນາແກ່ຊາວໂລກເປັນຄັ້ງທຳອິດ ຄື: ສະແດງພຣະທັມມະຈັກກັບປະວັດຕະນະສູດ ທີ່ປ່າອິສິປະຕະນະມະຣຶຄະທາຍະວັນ ເມືອງພາຣານະສີ ແກ່ປັນຈະວັກຄີທັງຫ້າ ເຮັດໃຫ້ພຣະອັນຍາໂກນດັນຍະໄດ້ດວງຕາເຫັນທັມ ແລະຂໍບວດໃນພຸດທະສາສະໜາ ເປັນວັນເກິດຂື້ນຂອງພຣະພຸດທະສາສະນາທີ່ຄົບສາມປະການ ຄືພຣະພຸດ ພຣະທັມ ພຣະສົງ.

*ວິທີເຮັດບຸນ: ຕະຫຼອດເວລາ 3 ເດືອນ ພຣະສົງສາມະເນນ ແລະ ຊາວພຸດທັງຫຼາຍ ຈະເປັນເວລາສ້າງບຸນກຸສົນ ພໍ່າເພັງບາຣະມີ ທານ ສິນ ພາວະນາ ພິຈາລະນາໄຕຣສິກຂານ້ອຍໃຫຍ່ໃຫ້ບໍລິບູນ ທັງພາກທິດສະດີ ແລະ ພາກປະຕິບັດຂັດເກົາ ເພິ່ມບຸນກຸສົນ ອະຣິຍະສັມມາປະຕິບັດ ເພື່ອປະໂຫຍດຕົນ ແລະ ປະໂຫຍດຜູ້ອື່ນໃຫ້ເຕັມ.

ອອກຕົນຍາດໂຍມຜູ້ທີ່ມີຈິດສັດທາໃນພຣະຣັຕຕະນະໄຕຣ ທັງຫຼາຍຕ່າງຈັດແຈງແຕ່ງເຄື່ອງກິຍາບູຊາ ມີຂອງຄ້ຽວຂອງສັນ ພູພັນໝ້ຽງໝາກ ພ້ອມທຸກພາກ ອາຫານຫວານຄາວ ເຄື່ອງນຸ່ງຫົມມີຜ້າໄຕຼຈີວອນເປັນຕົ້ນ ຢາຮັກສາໂຣກໄພ ພ້ອມປັດໄຈເງິນທອງກອງແກ້ວ ສະຫຼະແລ້ວໃຫ້ທ່ານສ້າງສາ ທັງຫຼາຍເຫຼົ່ານີ້ເປັນນິພັດທະກຸສົນບໍ່ຂາດສາຍ ພ້ອມນີ້ຍັງມີການຖວາຍແສງສະຫວ່າງ ມີປະທູບ ປະທີບ ມາແຕ່ບູຮານ ມີການຖວາຍທຽນ ທານຕາມກາລະສະໄໝ ມີດອກໄຟສັ້ນຍາວເປັນຕົ້ນ ນຳໄປຖວາຍສັງຄະ ອາຮາມໃນວັນ 15 ຄ່ຳເດືອນ 8 ເພື່ອກຸສົນໃນອະນາຄົດ ເຮັດໃຫ້ອານິສົງສົ່ງບຸນໜູນຄ້ຳ ຍ້ອນຜົນກຳກຸສົນສ້າງ ຫູຕາດີສະຫວ່າງ ໄດ້ຕາທິບໃນອະນາຄົດ ເຊັ່ນພຣະອານຸຣຸດທະ ແຕ່ຊາດກ່ອນໄດ້ຖາຍທູບທຽນ ແກ່ພຣະສົງສາວົກມີພຣະພຸດທະເຈົ້າເປັນປະມຸກໂຂ ຄັນມາເຖິງສາສະໜາໂຄຕະໂມພຣະພຸດທະເຈົ້າ ກໍ່ໄດ້ເປັນສິດເຫງົ້າຜູ້ມີທິບພະຈັກຂຸ.

ອອກຕົນຍາດໂຍມຜູ້ມີສັດທາປາຖະໜາຈະຖວາຍສິ່ງຂອງ ໂດຍບໍ່ໄດ້ກຳໜົດ ແລະຈຳກັດເວລາ ມັກໃຊ້ວິທີ ປະວໍລະນາກັມ ຄືຕັ້ງໃຈວ່າຈະສົງເຄາະພຣະສົງ ໃຫ້ພຣະສົງຂໍໄດ້ຕາມປາຖະໜາ ຖ້າບໍ່ແມ່ນຜູ້ປະວໍລະນາ ບໍ່ແມ່ນພີ່ນ້ອງ ພຣະໄປຂໍອັນນັ້ນ ອັນນີ້ ພຣະສົງກໍ່ຜິດຕ້ອງ ອາບັດ

ຮູບພາບ: Amala Xaipanya

*ຜ້າອາບນ້ຳຝົນຄື ຜ້າທີ່ໃຊ້ນຸ່ງອາບນ້ຳຝົນ ຊົງອະນຸໂລມຕາມສີຜ້ສາຈີວອນກໍມີຜ້າຂາວກໍມີກຳນົດຍາວ 5 ສອກກວ້າງ 2 ສອກຕັ້ງແຕ່ວັນແຮມ 1 ຄ່ຳເດືອນ 7 ເຖິ່ງກາງເດືອນ8 ເປັນເວລາທີ່ພຣະພິກຂຸສົງແສວງຫາຜ້າອາບນ້ຳຝົນຜູ້ມີສັດທາສາມາດຖວາຍໄດ້ຕັ້ງແຕ່ແຮມ ຄ່ຳ 1ເດືອນ 7 ເຖິ່ງກາງເດືອນ 8.

*ມູນເຫດແຫ່ງການທຳ: ມີເລື່ອງເລົ່າໄວ້ວ່າ ເດີມພຸດທະເຈົ້າ ອະນຸຍາດພຽງຜ້າສາມຜືນ ຄື ຜ້າສັງຄາໜຶ່ງ ຜ້າຮົ່ມໜື່ງ ຜ້ານຸ່ງໜຶ່ງ ຄັນເຖິ່ງລະດູຝົນ ພິກຂຸບາງຮູບຈະອາບນ້ຳຝົນ ບໍ່ມີຜ້າຈະອາບນ້ຳ ມື້ໜຶ່ງນາງວິສາຂາໃຊ້ໃຫ້ສາວໄຊ້ໄປວັດ ຂະນະທີ່ຝົນຕົກສາວໃຊ້ເຫັນພິກຂຸເປື່ອຍກາຍອາບນ້ຳຝົນ ສາວໃຊ້ຈື່ງກັບໄປບອກນາງວິສາຂານາງວິສາຂາທູນຖວາຍຜ້າອາບນ້ຳຝົນເປັນຕົ້ນມາພຣະອົງ ຊົ່ງອານຸຍາດແສວງຫາ ກຳນົດຜ້າ ແລະເວລາໃຊ້ຜ້າ ໃຫ້ຖືເປັນວັດປະຕິບັດແຕ່ນັ້ນເປັນຕົ້ນມາ.*ຄະລືຫັດເຂົ້າພັນສາຕ່າງຈາກພິກສຸບໍ່ມີຈຳກັດເຂດທີ່ຢູ່ອາໄສຈະຢູ່ວັດຫຼືບ້ານໄດ້ທັງນັ້ນ ບໍ່ມີຄໍາອະທິຖານເໝື່ອນພິກຂຸສົງ ແຕ່ຕັ້ງຈິດອະທິຖານໃນໃຈວ່າ ຂ້າພະເຈົ້າໃຫ້ທານ ຮັກສາສິນ ຈະເຣີນເມດຕາພາວະນາ ສະດັບຮັບຟັງພະສັດທຳມະເທດສະໜາ ຈະບໍ່ສໍ້ໂກງ ຈະຢູ່ໃນສິນກິນໃນທັມ ຫຼືງົດເວັ້ນສິ່ງຂອງມຶນເມົາຕະຫລອດຈົນສາມເດືອນ ດັ່ງນີ້ຂື້ນຊື່ວ່າຄະລືຫັດເຂົ້າພັນສາການທຳວັດຖ້າຄິດໄດ້ວ່າຕົນໄດ້ປະມາດ ພະສົງຄະເຈົ້າ ຫລື ຜູ້ຫຼັກຜູ້ໃຫຍ່ກໍຈັດແຈງເຄື່ອງສັກລະໄປຂໍຂະມາໃຫ້ທ່ານຍົກໂທດໃຫ້ ພຽງເທົ່ານີ້ຊື່ວ່າທຳຂະມາໂທດແລ້ວຄະລືຫັດທຳວັດວັນເຂົ້າພັນສາຈະມີໂອກາດພໍ່າເພັງບຸນກິຣິຍາວັດຖຸ ໃຫ້ເຕັມທັງ 10 ປະການນໂດຍບໍ່ມີຂໍ້ລະແວງສົງໄສ.

ຮູບພາບ: ວັດສຸນັນທາ ,ນະຄອນໄກສອນ,ສະຫວັນນະເຂດ

*ພິທີຝ່າຍສົງ

ຈວນເຂົ້າພັນສາ ຈັດແຈງທຳຄວາມສະອາດ ອາຄານສະຖານທີ່ ກຸດຕວິຫານເດີນວັດ ຊ່ອມແຊມເສນາສະນະໃຫ້ສຳເລັດຮຽບຮ້ອຍກ່ອນເຂົ້າວັນສາ.

*ພຣະພຸທຣູບເຂົ້າພັນສາ

ວັນຂື້ນ 15 ຄໍ່າ ຕອນເຊົ້າ ທາຍົກທາຍິກາ ສະມາທານສິນ 5 ສິນ 8 ຫຼືສີນອຸໂປສົດ ແລ້ວອັງຄາດພຣະພິກສຸສົງ ໂດຍອາຫານບິນທະບາດ ຕອນບ່າຍປະຊຸມວັດ ສະມາທານສິນ ຟັງເທດ ຕະຫລອດວັນໃນວັນນີ້.

Cr. ສາຍສະໄໝ ໄຊຍະປັນຍາ

ເສດຖະກິດລາວຈະຟື້ນຕົວ ສົ່ງສັນຍານໃຫ້ນັກລົງທຶນ

ຫລາຍຄົນໜ້າຈະຮູ້ວ່າ ຕອນນີ້  ສປປ ລາວ ກຳລັງເຮັດຫຍັງຢູ່ ແລະ ມີການພັດທະນາໄປໃນທິດທາງໃດ?

ຫລາຍສື່ຂ່າວທີ່ບໍ່ເປັນທາງການໄດ້ລາຍງານຂ່າວໄປໃນຫລາຍທິດທາງວ່າລາວມີການຂາດດຸນການຄ້າມາໂດຍຕະຫຼອດແຕ່ແທ້ຈິງແລ້ວ ນັບຈາກໄຕມາດ 3 ຂອງປີ 2020 ລາວປ່ຽນສະຖານະຈາກຂາດດຸນບັນຊີການຄ້າ (Trade Deficit) ມາເປັນການເກີນດຸນບັນຊີການຄ້າ (Trade Surplus) ແລ້ວເວົ້າງ່າຍໆວ່າ ລາວມີມູນຄ່າການສົ່ງອອກສິນຄ້າ ຫຼາຍກວ່າມູນຄ່ານຳເຂົ້ານັ້ນເອງ ຖ້າຫາກສັງເກດມູນຄ່າການສົ່ງອອກຂອງລາວທີ່ຜ່ານມາ.

–  ໃນປີ 2021 ມູນຄ່າການສົ່ງອອກ 7,695 ລ້ານໂດລາສະຫະລັດ

– ໃນປີ 2022 ມູນຄ່າການສົ່ງອອກ 8,198 ລ້ານໂດລາສະຫະລັດ

ຈະເຫັນໄດ້ວ່າ ມູນຄ່າການສົ່ງອອກຂອງລາວມີການເຕີບໃຫຍ່ຂຶ້ນຈາກປີຜ່ານມາ ຊຶ່ງປັດໄຈສຳຄັນທີ່ເຮັດໃຫ້ການສົ່ງອອກເພີ່ມຂຶ້ນ ສ່ວນໃຫຍ່ກໍມາຈາກການສົ່ງອອກ ໄຟຟ້າ, ແຮ່ທາດ, ຜະລິດຜົນຈາກໄມ້, ເຍື້ອໄມ້ ແລະ ເຈ້ຍ, ສິນຄ້າກະເສດ ໄປຍັງປະເທດປາຍທາງຕ່າງໆ ເຊັ່ນ : ປະເທດໄທ, ຈີນ, ຫວຽດນາມ, ອອດສະເຕເລຍ ແລະ ສິງກະໂປ.

ນອກຈາກນີ້,  ສປປ ລາວຍັງມີໂຄງສ້າງພື້ນຖານ ແລະ ໂຄງການຂະໜາດໃຫຍ່ທີ່ກຳລັງສ້າງສໍາເລັດ ເປັນຕົ້ນແມ່ນ ໂຄງການໄຟຟ້າພະລັງງານນ້ຳ, ໂຄງການລົດໄຟຟ້າລາວ-ຈີນ, ໂຄງການກໍ່ສ້າງເຂດເສດຖະກິດພິເສດໃໝ່ ສູນໂລຈິດສະຕິກວຽງຈັນ (Vientiane Logistics park) ໂດຍສະເພາະ 2 ໂຄງການຫຼັງຈາກທີ່ເອື້ອປະໂຫຍດຢ່າງຫຼວງຫຼາຍຕໍ່ການສົ່ງອອກຂອງ ສປປ ລາວ ຊ່ວຍລຸດຕົ້ນທຶນ ແລະ ປະຫຍັດເວລາໃນການຂົນສົ່ງສິນຄ້າ ແລະ ສະດວກສະບາຍຫຼາຍຂຶ້ນ.

ສີ່ງທີ່ເປັນຈຸດເດັ່ນທີ່ສຸດຂອງ ສປປ ລາວ ກໍ່ຄື ການໄດ້ປຽບຂອງພູມສັນຖານຂອງປະເທດ ຊຶ່ງສົ່ງຜົນດີຕໍ່ເສດຖະກິດລາວ ໃນຫຼາຍໆດ້ານ ຂໍ້ທຳອິດກໍຄື ການເປັນຜູ້ພັດທະນາໂຮງໄຟຟ້າພະລັງງານນ້ຳລາຍໃຫຍ່ຂອງອາຊຽນ ຈົນໄດ້ຮັບສາຍານາມວ່າ “ແບັດເຕຣີແຮງອາຊຽນ” ສັງເກດໄດ້ຈາກສິນຄ້າສົ່ງອອກສໍາຄັນໃນອັນດັບ 1 ຂອງ ສປປ ລາວ ນັ້ນກໍຄືໄຟຟ້າ ເຊິ່ງຂໍ້ໄດ້ປຽບດ້ານພູມສັນຖານປະເທດລາວ ມີພື້ນທີ່ຮອງຮັບນ້ຳໄດ້ຫຼາຍເຖິງ 202,000 ກິໂລຕາແມັດ ຄິດເປັນ 85% ຂອງພື້ນທີ່ທັງໝົດ ເຮັດໃຫ້ ສປປ ລາວ ສາມາດນຳພະລັງງານນ້ຳມາຜະລິດເປັນໄຟຟ້າ ຄິດເປັນ 80% ຂອງກຳລັງການຜະລິດໄຟຟ້າທັງໝົດ ໂດຍຕາມເປົ້າໝາຍຂອງ ສປປ ລາວ ພາຍໃນປີ 2030 ລາວຈະມີກຳລັງຜະລິດໄຟຟ້າ 20,000 ເມກາວັດ ຫຼື ເພີ່ມຂຶ້ນເຖິງ 80% ຈາກປັດຈຸບັນທີ່ມີກໍາລັງຜະລິດ 11,000 ເມກາວັດ.

ຍິ່ງໄປກວ່ານັ້ນ, ທາງ ສປປ ລາວ ຍັງມີແຜນຈະປັບປຸງປະສິດທິພາບ ແລະ ຂະຫຍາຍສາຍສົ່ງໄຟຟ້າ ທັງໃນປະເທດ ແລະ ໄປປະເທດເພື່ອນບ້ານ ເຮັດໃຫ້ມີຄວາມສະຖຽນໃນການຈ່າຍໄຟຟ້າໃຫ້ດີຂຶ້ນ ແລະ ຄວບຄຸມໄປທົ່ວພື້ນທີ່ ຊື່ງນອກຈາກຈະຊ່ວຍໃຫ້ຮອງຮັບການໃຊ້ໄຟຟ້າພາຍໃນປະເທດໄດ້ຢ່າງສົມບູນແລ້ວ ຍັງສາມາດເພີ່ມໂອກາດໃນການສົ່ງອອກໄປສູ່ປະເທດຕ່າງໆ ໃນອາຊຽນ ກາຍເປັນເມັດເງິນລາຍໄດ້ເຂົ້າປະເທດລາວອີກດ້ວຍ

ຂໍ້ຕໍ່ມາຄື, ການເປັນປະຕູເຊື່ອມຕໍ່ລະຫວ່າງຈີນ ແລະ ອາຊຽນ, ລາວມຸ້ງໜ້າສູ່ການເປັນສູນກາງດ້ານໂລຈິສຕິກ ແລະ ຈຸດເຊື່ອງໂຍງທີ່ສຳຄັນຂອງອາຊຽນ ຜ່ານການລົງທຶນໃນໂຄງສ້າງພື້ນຖານດ້ານຄົມມະນາຄົມຢ່າງເຕັມຮູບແບບ,  ເຊັ່ນໂຄງການລົດໄຟຟ້າລາວ-ຈີນ, ທາງດ່ວນວຽງຈັນ-ບໍ່ເຕ່ນ ແລະ ໂຄງການທ່າບົກທ່ານາແລ້ງ ສູນໂລຈິສຕິກວຽງຈັນ ທີ່ເປີດດຳເນີນການໄປແລ້ວ,​ ຊຶ່ງຈະສົ່ງຜົນໃຫ້ຜູ້ປະກອບການສາມາດຫຼຸດຕົ້ນທຶນ ແລະ ໄລຍະເວລາໃນການຂົ່ນສົ່ງ ຊ່ວຍເພີ່ມໂອກາດໃຫ້ສິນຄ້າສົ່ງອອກຂອງອາຊຽນ ມີການຂົນສົ່ງທາງປະເທດລາວຫຼາຍຂຶ້ນ, ລວມໄປຮອດການຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ ມາຕັ້ງຖານໃນຜະລິດໃນ ສປປ ລາວ, ມາຮອດນີ້ເຮົາຄົງເຫັນສັກກະຍາພາບການເຕີບໂຕຂອງ ສປປ ລາວ ກັນໄປແລ້ວ.

ຄຳຖາມຕໍ່ມາຄື ແລ້ວລາວມີຄວາມສ່ຽງຫຍັງແນ່? ໃນປີທີ່ຜ່ານມາ ຢ່າງທີ່ເຮົາຮູ້ກັນວ່າລາວພົບກັບວິກິດເງິນກີບອ່ອນຄ່າ, ເຮັດໃຫ້ ສປປ ລາວ ຕ້ອງນໍາເຂົ້ານ້ຳມັນເພື່ອມາໃຊ້ພາຍໃນປະເທດ ໃນລາຄາທີ່ແພງຂຶ້ນ ສົ່ງຜົນໃຫ້ ສປປ ລາວ ຍັງຕ້ອງປະເຊີນໜ້າກັບບັນຫາອັດຕາເງິນເຟີທີ່ສູງຂຶ້ນ, ຊຶ່ງ ສປປ ລາວ ເອງນັ້ນ ກໍມີມາດຕະການຕ່າງໆ ອອກມາແກ່ບັນຫາ ບໍ່ວ່າຈະເປັນ :

– ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ

– ປັບຂຶ້ນອັດຕາສ່ວນສຳຮອງເງິນກີບກັບເງິນຕາຕ່າງປະເທດ

– ອອກພັນທະບັດໄລຍະສັ້ນຂອງທະນາຄານແຫ່ງ ສປປ ລາວ ໃນສະກຸນເງິນກີບ ເພື່ອດຶງເງິນກີບເຂົ້າລະບົບ

– ປິດຮ້ານແລກປ່ຽນເງິນທົ່ວປະເທດ ໂດຍການແລກເງິນກັບທະນາຄານເທົ່ານັ້ນ ຊຶ່ງເຮັດໃຫ້ຄ່າເງິນບໍ່ຜັນຜວນ ແລະ ເຮັດໃຫ້ຈັດການບໍລິຫານໄດ້ງ່າຍຂຶ້ນ

ໂດຍມາດຕະການຕ່າງໆ ທີ່ອອກມາເລີ່ມສົ່ງຜົນໃຫ້ອັດຕາເງິນເຟີ້ຄ່ອຍຫຼຸດລົງໃນປີນີ້ ແລະ ໃນໄຕມາດ 4 ປີ 2024 ຮອດຕົ້ນປີ 2025 ຄາດວ່າຈະມີສັນຍານປັບຕົວໃນທາງທີ່ດີຂອງຄ່າເງິນກີບ, ພ້ອມນັ້ນທາງດ້ານຈໍານວນໜີ້ສິນຕ່າງປະເທດຂອງ ສປປ ລາວ.

– ປີ 2019 ໜີ້ສິນຕ່າງປະເທດ 10,684 ລ້ານໂດລາສະຫະລັດ

– ປີ 2021 ໜີ້ສິນຕ່າງປະເທດ 10,426 ລ້ານໂດລາສະຫະລັດ

– ປີ 2022 ໜີ້ສິນຕ່າງປະເທດ 10,495 ລ້ານໂດລາສະຫະລັດ

ເຫັນໄດ້ວ່າ ຕົວເລກໜີ້ຕ່າງປະເທດນັ້ນ ບໍ່ມີການເພີ່ມຂຶ້ນແຕ່ຢ່າງໃດ ໝາຍຄວາມວ່າ ສປປ ລາວ ບໍ່ໄດ້ກໍ່ໜີ້ຕ່າງປະເທດເພີ່ມຂຶ້ນ, ທັ້ງນີ້ ຍັງອາດມີແນວໂນ້ມລົດລົງຕໍ່ຈາກນີ້ອີກດ້ວຍ, ໂດຍ ສປປ ລາວ ຈະມີລາຍໄດ້ເພີ່ມຂຶ້ນຈາກໂຄງການຂະໜາດໃຫຍ່ ເຊັ່ນ: ໂຄງການໂຮງໄຟຟ້າ ແລະ ໂຄງການສ້າງຖານຄົມມະນາຄົມ ຊຶ່ງຫຼາຍໆໂຄງການໄດ້ເລີ່ມເຂົ້າສູ່ຊ່ວງເກັບກ່ຽວລາຍໄດ້ແລ້ວ ແລະ ຫຼັງຈາກນີ້ ສປປ ລາວ ຍັງບໍ່ມີຄວາມຈຳເປັນຕ້ອງໃຊ້ເງິນລົງທຶນໃນໂຄງການຂະໜາດໃຫຍ່ ເນື່ອງຈາກລົງສຳເລັດໄປແລ້ວກ່ອນໜ້ານີ້,​ ລວມໄປເຖິງ ສປປ ລາວ ໄດ້ມີການບໍລິຫານຈັດການຄວບຄຸມການຂາດດຸນງົບປະມານເປັນຢ່າງດີ ສົ່ງຜົນໃຫ້ຕັ້ງແຕ່ປີ 2021 ເປັນຕົ້ນມາ ມີການຂາດດຸນງົບປະມານທີ່ຫຼຸດ. ໃນປັດຈຸບັນໜີ້ສິນຕ່າງປະເທດຂອງ ສປປ ລາວ ມີສັດສ່ວນ 40% ເປັນເງິນກູ້ເງື່ອນໄຂທົ່ວໄປ (Market Term Debts) ແລະ 60% ເປັນເງິນກູ້ທີ່ມີເງື່ອນໄຂ (Concessional loans) ຈະເຫັນວ່າ Concessional loans ຈະມີສັດສ່ວນທີ່ສູງຂຶ້ນເກີນເຄິ່ງ ເຊິ່ງຂໍ້ດີຂອງໜີ້ປະເພດນີ້ກໍຄື ມີຕົ້ນທຶນທາງການເງິນທີ່ຕໍ່າ ແລະ ມີຄວາມຍືນຍົງຫຼາຍກວ່າ, ໂດຍປີ 2023-2030 ໜີ້ສິນຕ່າງປະເທດຂອງ ສປປ ລາວ ຈະຄົບກໍານົດຊໍາລະໃນແຕ່ລະປີ ຢູ່ທີ່ 1,200-1,500 ລ້ານໂດລາສະຫະລັດ (ເປັນເງິນຕົ້ນ 900-1,200 ລ້ານໂດລາສະຫະລັດ)

ຊຶ່ງ ສປປ ລາວ ເອງ ກໍມີການຕຽມການຫາແຫຼ່ງລາຍໄດ້ ແລະ ເງິນທຶນທີ່ເປັນເງິນຕາຕ່າງປະເທດ ເພື່ອມາຮອງຮັບໜີ້ສິນຕ່າງປະເທດໄວ້ແລ້ວ ຜ່ານ 5 ແຫຼ່ງຫຼັກໆຄື :

1. ພາສີ ຄ່າສິດ ແລະ ຄ່າສໍາປະທານ ທີ່ຮັບເປັນສະກຸນເງິນຕາຕ່າງປະເທດຈາກ ໂຄງການໄຟຟ້າ, ໂຄງການບໍ່ແຮ່, ຄ່າບິນຜ່ານນ່ານຟ້າ ແລະ ຄ່າລົງຈອດຂອງເຮືອບິນ.

2. ເງິນທີ່ໄດ້ຮັບຈາກການຊຳລະໜີ້ຄືນ ຈາກເງິນທີ່ໃຫ້ລັດວິສາຫະກິດກູ້ຢືມ

3. ການອອກພັນທະບັດໃນປະເທດ

4. Refinance ເງິນກູ້ຢືມ

5. ແຫຼ່ງເງິນອື່ນໆ ເຊັ່ນ ຄ່າທໍານຽມສໍາປະທານຈາກໂຄງການຕ່າງໆ, ເງິນທີ່ໄດ້ຮັບຈາກການແປຮູບລັດວິສາຫະກິດ

ສະຫຼຸບງ່າຍໆວ່າ ສປປ ລາວ ອອກມາດຕະການມາແກ້ໄຂບັນຫາເງິນເຟີ້ ແລະ ກໍມີການບໍລິຫານຈັດການໜີ້ ລວມໄປຮອດການກະກຽມແຫຼ່ງລາຍໄດ້ ແລະ ເງິນທຶນ ມາຮອງຮັບໜີ້ສິນຕ່າງປະເທດ ຢ່າງພຽງພໍຕໍ່ການຊຳລະໜີ້ລາຍປີ ດ້ວຍສັກກະຍາພາບການເຕີບໂຕຂອງ ສປປ ລາວ ແລະ ແນວໂນ້ມທາງເສດຖະກິດທີ່ດີຂຶ້ນເລື້ອຍໆ ຊື່ງເຮັດໃຫ້ບັນດານັກລົງທຶນຫລາຍປະເທດຈັບຕາເບິ່ງຫລາຍຂື້ນ ເພື່ອມຸ່ງໜ້າພັດທະນາ ແລະ ປ່ຽນແປງປະເທດ ຍົກລະດັບເສດຖະກິດ ໃຫ້ໄປໄດ້ໄກກວ່າເກົ່າ.

ກວດກາຕະຫຼາດຫາສິນຄ້າໝົດອາຍຸ!

ວັນທີ 17 ກໍລະກົດນີ້ ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາ ການກຳນົດລາຄາ ແລະ ວາງຈຳໜ່າຍສິນຄ້າ ໂດຍສະເພາະແມ່ນປະເພດອາຫານແຊ່ແຂງທີ່ນຳເຂົ້າຈາກຕ່າງປະເທດຢູ່ 2 ຕະຫຼາດຄື: ຕະຫຼາດໜອງແມງດາ ແລະ ຕະຫຼາດໜອງແລ້ງ.

ຜ່ານການລົງກວດກາຕົວຈິງພົບວ່າ ມີອາຫານປະເພດຮອນດ໋ອກ, ໄສ້ອົ່ວ, ຕິນໄກ່ ແລະ ເຕົາຫູ່ ລວມມູນຄ່າທັງໝົດ ເກືອບ 3 ລ້ານກີບ ທີ່ແມ່ຄ້ານໍາມາວາງຈໍາໜ່າຍ ຈໍານວນໜຶ່ງໝົດອາຍຸການບໍລິໂພກແລ້ວ ແລະ ຈຳນວນໜຶ່ງເຫັນວ່າບໍ່ມີສະຫຼາກກຳນົດສິນຄ້າ. ຕໍ່ກັບບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ກວດກາການຄ້າແຂວງກໍໄດ້ຍຶດເອົາສິນຄ້າຈຳນວນດັ່ງກ່າວ ເພື່ອນຳໄປທຳລາຍຖີ້ມ ບາງລາຍການແມ່ນໄດ້ທຳລາຍກັບທີ່ ພ້ອມທັງໄດ້ສ້າງບົດບັນທຶກກັບເຈົ້າຂອງຮ້ານເພື່ອເປັນການຕັກເຕື່ອນ ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊໃຫ້ສຳພາດວ່າ ການລົງເຄື່ອນໄຫວຕິດຕາມລາຄາ ແລະ ກວດກາສິນຄ້າແມ່ນເປັນວຽກປົກກະຕິຂອງເຈົ້າໜ້າທີ່ກວດກາການຄ້າ ເພື່ອແນໃສ່ປົກປ້ອງຜູ້ບໍລິໂພກສິນຄ້າໃຫ້ມີຄວາມປອດໄພ ແລະ ໄດ້ຊົມໃຊ້ລາຄາທີ່ເໝາະສົມ.

ໂອກາດດັ່ງກ່າວ ທ່ານ ນາງ ໄມພອນ ສີລິວົງ ໄດ້ຮຽກຮ້ອງມາຍັງຜູ້ປະກອບການໃນການແກ້ໄຂສະພາບຄວາມຫຍຸ້ງຍາກຄືແນວນີ້ການທີ່ນຳເຂົ້າສິນຄ້າມາວາງຈຳໜ່າຍ ໂດຍສະເພາະແມ່ນປະເພດສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດໃຫ້ເປັນເຈົ້າການນຳກັນໃນການກວດກາຄຸນນະພາບສິນຄ້າ ໂດຍສະເພາະແມ່ນກວດກາອາຍຸການບໍລິໂພກຕ່າງໆຢ່າງລະອຽດ ຖ້າຫາກພົບເຫັນສິນຄ້າທີ່ໝົດອາຍຸ ຫຼື ບໍ່ມີສະຫຼາກກຳນົດສິນຄ້າແມ່ນບໍ່ຄວນນຳມາຈຳໜ່າຍໃຫ້ແກ່ລູກຄ້າ ພ້ອມນີ້ ຜູ້ບໍລິໂພກກໍເຊັ່ນດຽວກັນ ເວລາຊື້ກໍຕ້ອງກວດເບິ່ງອາຍຸການບໍລິໂພກເຊັ່ນດຽວກັນ ຖ້າໃກ້ໝົດອາຍຸ ຫຼື ໝົດອາຍຸແລ້ວແມ່ນບໍ່ຄວນນຳມາບໍລິໂພກ ເຊິ່ງອາດຈະເຮັດໃຫ້ອາຫານເປັນພິດຕໍ່ຕົນເອງ ແລ້ວຈະເກີດຜົນເສຍຫຼາຍຢ່າງຕາມມາ.

ຕໍ່ກັບອາຫານທີ່ຍຶດມານັ້ນ ທາງເຈົ້າໜ້າທີ່ກວດກາການຄ້າແຂວງ ໄດ້ນຳໄປຈູດທຳລາຍຖີ້ມໃນວັນທີ 18 ກໍລະກົດ 2023.

ຄົນແຮ່ບູຊາ! ຫຼັງຈາກພົບຊາກກະດູກຄົນບູຮານ ທີ່ແຂວງສະຫວັນນະເຂດ

ຄົ້ນພົບຊາກກະດູກຄົນບູຮານທີ່ແຂວງສະຫວັນນະເຂດ

ໃນວັນທີ 30 ມິຖຸນາ ໄດ້ມີການສ້າງຫ້ອງນ້ຳຢູ່ວັດອິນສີຊຽງໃໝ່ ໃນຂະນະທີ່ຂຸດຫ້ອງນ້ຳ ພັດຂຸດໄປຖືກຂຸມຝັງສົບຄົນບູຮານ ມີ 2 ສົບ ສັນນິຖານວ່າເປັນຄົນ 8 ສອກ.

ຕໍ່ມາ ໃນວັນທີ 15 ກໍລະກົດ ທາງນັກຄົ້ນຄວ້າຕ່າງປະເທດໄດ້ມາທຳການຂຸດຄົ້ນ ແລະ ນຳເອົາກະດູກເພື່ອຈະໄປວິໄຈ.

.

ພາບ ແລະ ຂໍ້ມູນຈາກ: Sorlasine Saysavanh

ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ ຢູ່ ສປ ຈີນ

ໃນ​ວັນ​ທີ 3-6 ກໍ­ລະ­ກົດ 2023, ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ​ເຊັນ​ສັນ­ຍາ​ລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ແຂວງ​ຄໍາ​ມ່ວນ ສປປ ລາວ ໄດ້​ຈັດ​ຂຶ້ນ ທີ່ນະ­ຄອນ​ກວາງ​ໂຈວ ສປ ຈີນ, ເຊິ່ງ​ເປັນ​ເຈົ້າ­ພາບ​ໂດຍ ກະ­ຊວງ ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ແລະ ອໍາ​ນາດ​ການ​ປົກ­ຄອງ​ແຂວງ​ຄໍາ​ມ່ວນ ແຫ່ງ ສປປ ລາວ ມີ ບັນດາ 100 ກວ່າບໍ­ລິ­ສັດ ນັກ​ລົງທຶນ ແລະ ອົງ­ການ​ການ​ເງິນ​ຕ່າງໆ​ທີ່​ມີ​ຊື່​ສຽງ​ໃນ ສປ ຈີນ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ຄັ້ງ​ນີ້ ແມ່ນ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ​ອຸດ­ສາ­ຫະ­ກຳ​ຂະ­ໜາດ​ໃຫຍ່​ຄັ້ງ​ທໍາ​ອິດ​ທີ່​ລັດ­ຖະ­ບານ​ລາວ​ຈັດ​ຂຶ້ນ​ຢູ່​ຕ່າງ­ປະ­ເທດ ເຊິ່ງ​ແຕກ​ຕ່າງ​ຈາກ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງທຶນ​ກໍ່ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ລັດ­ຖະ­ບານ​ລາວ​ຈັດ​ຂຶ້ນ​ໃນ​ຄັ້ງ​ກ່ອນ, ກອງ​ປະ­ຊຸມໄດ້ພົບປະ​ເຈ­ລະ­ຈາ​ລະ­ດັບ​ສູງ​ລະຫວ່າງ ລັດ­ຖະ­ບານ ແລະ ວິສາຫະ­ກິດ, ປຶກ­ສາ​ຫາ­ລື​ປະ­ຊາ­ສຳ­ພັນ​ການ​ລົງ­ທຶນ​ຂອງ​ບໍ­ລິ­ສັດ ແລະ ວາລະພິທີເຊັນບົດບັນທຶກຮ່ວມມືລົງທຶນ ໂດຍ​ລັດ­ຖະ­ບານ​ໄດ້​ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາກົນ ເປັນ​ເຂດ​ພັດ­ທະ­ນາ​ລະ­ດັບ​ສູງ​ໃໝ່. ເຊິ່ງ​ໄດ້​ສະ­ແດງ​ໃຫ້​ທົ່ວ​ໂລກ ເຫັນ​ເຖິງ​ທ່າ­ແຮງ​ຂອງການ​ພັດ­ທະ­ນາ​ໃນ ສປປ ລາວ. ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ ມີ​ປະ­ສິດ​ທິ​ຜົນ​ສູງ, ໄດ້​ສໍາ​ເລັດ​ການ​ລົງ​ນາມ ຈໍາ​ນວນ 10 ໂຄງ­ການ, ລວມ​ຍອດ​ມູນ​ຄ່າ​ການ​ລົງ­ທຶນ 835 ລ້ານໂດ​ລາສະຫະລັດ 15.100 ຕື້ກີບ, ໃນ​ນັ້ນ ລວມ​ມີ​ບັນ­ດາ​ໂຄງ­ການ​ທີ່​ກ່ຽວ­ຂ້ອງ​ກັບ​ຕ່ອງ​ໂສ້​ອຸດ­ສາ­ຫະ­ກຳ​ເຊັ່ນ:  ໂຄງ­ການ ຄ​ລໍ​-​ອັນ​ຄາ​ໄລ (chlor-alkali), ໂຄງ­ການ​ປຸງ​ແຕ່ງໂບຣມິນ, ໂຄງການແບດເຕີຣີກະແສ ວາເນດຽມ/ສັງກະສີ-ໂບຣມິນ (Vanadium/zinc-bromine) ແລະ ໂຄງ­ການ​ອຸດ​ສາ​ຫະ​ກໍາ​ທີ່​ພົ້ນ​ເດັ່ນ​ເຊັ່ນ: ວິ­ທະຍາ­ສາດ​ຊີ­ວະ​ພາບ​ວິ­ທະ­ຍາ ແລະ ການ​ຜະ­ລິດ​ອັດ​ສະ​ລິ​ຍະ ເຊິ່ງ​ຄາດ​ວ່າ ເມື່ອ​ບັນ­ດາ​ໂຄງການ​ທັງ​ໝົດ​ສຳ­ເລັດ ລວມ​ຍອດ​ມູນ​ຄ່າ​ຜົນ​ຜະ­ລິດ​ຂອງ​ໂຄງ­ການ ຈະ​ສູງ​ເກີນ 2 ຕື້ ໂດ​ລາສະຫະລັດ ຫຼື ທຽບ​ເທົ່າ 36.200 ຕື້ກີບ.

ໂດຍ​ອີງ​ຕາມ​ທິດ​ຊີ້​ນໍາ​ຂອງ​ພັກ, ລັດ­ຖະ­ບານ ແລະ ສະ­ພາ​ແຫ່ງ​ຊາດ ກ່ຽວ​ກັບ ການ​ຮັກ­ສາ​ສະ­ຖຽນ​ລະ​ພາບ​ຂອງ​ເສດ­ຖະ­ກິດ, ດຶງ​ດູດ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ, ສ້າງ​ລາຍ​ຮັບ​ເງິນຕາ​ຕ່າງ­ປະ­ເທດ, ທົດ​ແທນ​ການ​ນຳ​ເຂົ້າ, ນີ້​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ເປັນ​ອີກ​ບາດ­ກ້າວ​ໜຶ່ງ​ແຫ່ງ​ການ​ພັດ­ທະນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ.

ໃນ​ກອງ​ປະ­ຊຸມ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ ກະ­ຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ, ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຈົ້າ­ແຂວງ ແຂວງ​ຄໍາ​ມ່ວນ, ທ່ານ ກູ ໄບທັນ (Guo Baichun) ປະ­ທານ ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈໍາ​ກັດ, ພ້ອມ​ດ້ວຍ ກຸ່ມ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ ໄດ້​ລົງ​ເລິກ​ປຶກ­ສາ​ຫາ­ລືກ່ຽວ​ກັບການ​ລົງ­ທຶນ ແລະ ການ​ພັດ­ທະ­ນາ​ຢູ່​ ສປປ ​ລາວ ເພື່ອການ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ, ເປີດ​ປະ­ຕູ​ສູ່​ພາຍ​ນອກ ແລະ ການ​ພັດ­ທະ­ນາເພື່ອ​ແນ­ໃສ່​ແກ້​ໄຂ​ບັນ­ຫາ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ​ໃນ​ປະ­ຈຸ​ບັນ​ຢ່າງ​ມີ​ປະ­ສິດ​ທິ​ຜົນ ເຊັ່ນ: ໄພ​ເງິນ​ເຟີ້, ເງິນ​ກີບ​ອ່ອນ​ຄ່າ, ແລະ ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ບໍ່​ພຽງ​ພໍ.

ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ

ທ່ານ ກົ່ວປາຍຊຸນ ກ່າວ​ວ່າ: ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ ທີ່ ສປປ ລາວ ກຳລັງ​ປະ​ເຊີນ​ໜ້າ​ໃນ​ປະ­ຈຸ​ບັນ​ເປັນ​ພຽງ​ຊົ່ວ​ຂະ­ນະ​ເທົ່າ​ນັ້ນ, ການ​ພັດ­ທະ­ນາ​ເປັນ​ວິ­ທີ​ທາງ​ແກ້​ໄຂ​ທີ່​ດີ​ທີ່​ສຸດ, ພຽງ​ແຕ່​ຕ້ອງ​ຮັກ­ສາ​ນະ­ໂຍ­ບາຍ​ເປີດ​ປະ­ຕູ​ສູ່​ພາຍ​ນອກ​ຢ່າງ​ມີ​ສະ­ຖຽນ​ລະ​ພາບ, ຂໍ້​ໄດ້​ປຽບ​ຂອງ​ປະ­ເທດ​ລາວ ຈະ​ດຶງ​ດູດ​ການ​ລົງ­ທຶນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ທຸກ​ບັນ­ຫາ​ສາ­ມາດ​ແກ້​ໄຂ​ໄດ້ ແລະ ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ມີ​ຄວາມ​ຍິນ­ດີ​ເປັນ​ຢ່າງ​ສູງ​ໃນ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ. ປະ­ເທດ​ລາວ​ມີ​ທ່າ​ໄດ້​ປຽບ​ຂອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ, ພະ­ລັງ­ງານ​ໄຟ­ຟ້າ, ແຮງ​ງານ, ແລະ ຕະ­ຫຼາດ ໂດຍ​ລັດ­ຖະ­ບານ​ລາວ ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ເປັນ​ເວ­ທີ “ໃນ​ການ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ​ຕ່າງ­ປະ­ເທດ” ເຊິ່ງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຢ່າງ​ຫຼວງ­ຫຼາຍ ຈາກ​ບັນ­ດາ​ນັກ­ທຸ­ລະ­ກິດ​ຈີນ, ນັກ​ລົງ­ທຶນ​ຈີນ ແລະ ອົງ­ການ​ການ​ເງິນ.

ທ່ານ ກົ່ວປາຍຊຸນ

ຂ້າ­ພະ­ເຈົ້າ ສະ­ເໜີ​ໃຫ້​ລັດ­ຖະ­ບານ​ລາວ ຖື​ເອົາ​ກາ­ລະ​ໂອ­ກາດ​ນີ້​ເພື່ອ​ຊຸກ­ຍູ້​ໃຫ້​ນັກ​ລົງ­ທຶນ​ຈີນ ໄປ​ລົງທຶນ​ຢູ່​ປະ­ເທດ​ລາວ, ນຳ​ໃຊ້​ທ່າ​ໄດ້​ປຽບ​ຂອງ​ລາວ​ເພື່ອ​ເຊື່ອມ​ໂຍງ​ກັບ​ຕະ­ຫຼາດ​ໂລກ ແລະ ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດຖະກິດ​ຂອງ​ລາວ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ໝັ້ນ­ຄົງ. ປະ­ຈຸ​ບັນ, ບັນ­ດາ​ວິ​ສາ​ຫະ​ກິດ​ຈີນ​ຫຼາຍ​ແຫ່ງ​ມີ​ຄວາມ​ເຕັມ​ໃຈ​ຮ່ວມ​ມື​ລົງ­ທຶນ ໃນ​ຂົງ­ເຂດ​ອຸດ­ສາ­ຫະ­ກຳອະ​ໂປ​ຕາສ ຂອງ ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ, ເຊິ່ງ​ເປັນ​ການ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ​ໂດຍ​ການ​ສົ່ງ​ອອກ, ເປັນ​ການ​ເພີ່ມ​ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ ສ້າງ​ລາຍ​ຮັບ​ໃຫ້​ປະ­ຊາ­ຊົນ, ແກ້​ໄຂ​ບັນ­ຫາ​ທີ່​ຜະ­ເຊີນ​ໃນ​ປະ­ຈຸ​ບັນ ເພື່ອ​ການ​ພັດ­ທະ­ນາ​ໃນ​ອະນາ­ຄົດ​ຂອງ ສປປ ລາວ.

ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ແລະ ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຫັນ​ດີ​ຕໍ່​ກັບ​ຂໍ້​ສະ­ເໜີ​ຂອງ​ທ່ານ ກົ່ວປາຍຊຸນ ແລະ ໄດ້ກ່າວ​ວ່າ: ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດຖະ­ກິດ​ໃນ​ປະ­ຈຸ​ບັນ​ຢູ່​ປະເທດ​ລາວ, ຕ້ອງ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ເຮັດ​ໃຫ້​ເສດຖະ­ກິດ​ມີ​ການ​ແຂ່ງ­ຂັນ​ໄດ້. ຂ້າ­ພະ­ເຈົ້າ ສະ­ໜັບ­ສະ­ໜູນ​ແນວ​ຄວາມ​ຄິດ​ທີ່​ວ່າ: “ບໍ່​ມີ​ກະສິ­ກຳ ບໍ່​ມີ​ສະ­ຖຽນ​ລະ​ພາບ, ບໍ່​ມີ​ອຸດ­ສາ­ຫະ­ກຳ ບໍ່​ມີ​ຄວາມ​ເຂັ້ມ­ແຂງ, ບໍ່​ມີ​ການ​ຄ້າ ບໍ່​ມີ​ຄວາມ​ຮັ່ງ­ມີ”, ຈຶ່ງ​ຈຳ­ເປັນ​ຕ້ອງ​ຊຸກ­ຍູ້​ອຸດ­ສາ­ຫະ­ກຳ​ໃຫ້​ເປັນ​ເສົາ​ຫຼັກ​ສຳ­ຄັນ​ໃນ​ການ​ພັດທະ­ນາ, ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ​ໂດຍ​ການ​ສົ່ງ​ອອກ. ລັດ­ຖະ­ບານ​ລາວ ຈະ​ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ໃຫ້​ຢ່າງ​ເປີດ​ກ້​ວາງ ແລະ ຮອບດ້ານ ເພື່ອ​ດຶງ​ດູດ​ວິ​ສາ​ຫະ​ກິດ​ຈາກ​ຕ່າງ­ປະ­ເທດ​ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ໃຫ້​ຫຼາຍ​ຂຶ້ນ ແລະ ສະໜັບ­ສະ­ໜູນ​ໃຫ້­ການ​ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂອງ​ພວກ​ເຂົາ​ມີ​ຄວາມ​ເຂັ້ມ​ແຂງ.

ກອງປະຊຸມຄັ້ງນີ້ ມີ ​ບັນ­ດາ​ບໍ­ລິ­ສັດ​ລົງ­ທຶນ​ຂອງ​ຈີນ ແລະ ອົງ­ການ​ການ​ເງິນ​ສາ­ກົນ ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ພົບ​ປະ​ສົນ­ທະ­ນາ​, ໂດຍ​ປິ່ນ​ອ້ອມ​ການ​ເລັ່ງ​ຊຸດ​ຍູ້​ການ​ກໍ່­ສ້າງ​ໂຄງ­ການ, ເລັ່ງ​ປັບ​ຕົວ​ເຂົ້າ​ກັບ​ການ​ພັດ­ທະ­ນາ​ຂອງ​ລາວ, ສະ­ໜອງ​ນະ­ໂຍ­ບາຍ​ສະ­ໜັບ­ສະ­ໜູນ ແລະ ແນວ­ທາງ​ຕ່າງໆ, ສຶກ­ສາ​ຄົ້ນ​ຄ້​ວາ​ຄວາມ​ຕ້ອງ­ການ​ຂອງ​ວິ​ສາ​ຫະ​ກິດ​ທີ່​ຈະ​ເຂົ້າ​ປະ​ຈໍາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ, ໃຫ້​ຄໍາ​ຕອບ​ລະ­ອຽດ​ກ່ຽວ​ກັບ​ບັນ​ຫາ​ສໍາ​ຄັນ​ຕ່າງໆ​ດ້ານ​ແນວ­ທາງ​ນະ­ໂຍ­ບາຍ,  ທ່າ​ໄດ້​ປຽບ​ຂອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ, ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ ແລະ ບັນ­ຫາ​ທີ່​ສົນ­ໃຈ​ຕ່າງໆ. ກອງ​ປະ­ຊຸມ ໄດ້​ຮັບ​ການ​ຕີ​ລາ­ຄາ​ສູງ​ຈາກ​ບັນດາ​ແຂກ​ເຂົ້າ​ຮ່ວມ ແລະ ໄດ້​ເພີ່ມ​ທະ­ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນ­ດາ​ວິ​ສາ​ຫະ​ກິດ​ຈີນ ເພື່ອ​ເຂົ້າ​ມາ​ລົງ­ທຶນ​ຢູ່ ສປປ ລາວ.

ກອງ​ປະ­ຊຸມ ​ໄດ້ຈັດພິທີເຊັນ​ສັນ­ຍາ​ການລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ໂດຍມີ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ທ່ານ ວັນ​ໄຊ ພອງ​ສະ­ຫວັນ, ຮອງ​ປະ­ທານ ຄະ​ນະ​ກໍາ​ມະ​ການ​ຮ່ວມ​ມື​ລາວ​-​ຈີນ, ທີ່​ປຶກ­ສາ​ສະ­ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກໍາ​ແຫ່ງ​ຊາດ​ລາວ, ປະ­ທານ ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈໍາ​ກັດ,  ຮອງ​ເຈົ້າ​ນະຄອນ  ຮ່ວຍ​ຮວາ ສປ ຈີນ, ປະ­ທານ ສະ­ມາ­ຄົມ​ອຸດ​ສາ​ຫະ​ກໍາ​ປະ­ຢັດ​ພະ­ລັງ­ງານ ແລະ ການ​ຜະ­ລິດ​ສະອາດ ສປ ຈີນ ແລະ ປະ­ທານ ສະ­ມາ­ຄົມ​ເກືອ​ອະ​ນົງ​ຄະ​ທາດ ສປ ຈີນ  ມີ ບັນ­ດາ​ທ່ານ​ການ​ນໍາ ຂັ້ນ​ສູນ​ກາງ, ການ​ນໍາ​ແຂວງ​ຄໍາ​ມ່ວນ, ທີ່​ປຶກ­ສາ​ສະ­ຖານ­ທູດ ແຫ່ງ ສປປ ລາວ ປະ​ຈໍາ ສປ ຈີນ, ກົງ­ສຸນ​ໃຫຍ່ ແຫ່ງ ສປປ ລາວ ປະ­ຈຳ ກວາງ​ໂຈ  ສປ ຈີນ ​ເປັນສັກຂີພະຍານ.

ທ່ານ ວັນ​ໄຊ ພອງ​ສະ­ຫວັນ

ໂຄງ­ການ​ທີ່​ເຊັນ​ສັນ­ຍາ​ຄັ້ງ​ນີ້ມີ​ແນວ​ໂນ້ມ​ອຸດ​ສາ​ຫະ​ກໍາ​ທີ່​ຊັດ​ເຈນ, ເຊິ່ງ​ລວມ​ມີໂຄງ­ການ​ອຸດ​ສາ​ຫະ​ກໍາ​ທັນ​ສະ­ໄໝ​ທີ່​ເປັນ​ອຸດ​ສາ​ຫະ​ກໍາ​ຕົ້ນ​ນໍ້າ​ແລະ​ປາຍ​ນໍ້າ ເປັນ­ຕົ້ນ: ໂຄງ­ການ ໂບຣ​ມິນ (Bromine), ໂຊ­ດຽມ ຄ​ລໍ​ເຣດ,  ຄ​ລໍ-​​ອັນ​ຄາ​ໄລ, ອາ​ຊິດ ນິ​ຕຣິກ, ເກືອ​ອຸດ​ສາ​ຫະ​ກໍາ, ແຄນ​ຊຽມ ຄາ​ໄບ/PVC ແລະ  ອື່ນໆ, ພ້ອມ​ທັງ ໂຄງ­ການ​ກະ​ສິ​ກໍາ​ທັນ​ສະ­ໄໝ ເປັນ­ຕົ້ນ: ໂຄງ­ການ​ປູກ​ເຂົ້າ ແລະ ອື່ນໆ, ໂຄງ­ການ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ພັດ­ທະ­ນາ​ໝູນ​ໃຊ້​ຊັບ­ພະ­ຍາ­ກອນ ແລະ ການ​ຜະ­ລິດ​ອັດ​ສະ​ລິ​ຍະ. ການ​ເຊັນ​ສັນ­ຍາ​ຢ່າງ​ເປັນ​ທາງ​ການ​ທີ່​ຕິດ​ພັນ​​ວິ​ສາ​ຫະ​ກິດເປັນ​ຄວາມ​ສໍາ​ເລັດ​ບາດກ້າວ​ໜຶ່ງ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ ແລະ ເປັນ​ກໍາ​ລັງ​ວັງ­ຊາ​ໃໝ່​ໃຫ້​ແກ່​ການ​ສ້າງ ສປປ ລາວ ເປັນ​ບ່ອນ​ຮອງ​ຮັບ​ການ​ຍົກ­ຍ້າຍ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ຈາກ​ທົ່ວ​ໂລກ.

ພາຍ​ໃຕ້​ການ​ເອົາ­ໃຈ­ໃສ່​​ນຳ­ພາ​-ຊີ້ຢ່າງ​ຕັ້ງ­ໜ້າ​ຂອງ​ພັກ ແລະ ລັດ­ຖະ­ບານ​ລາວ ໃນ​ການ​ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ທີ່​ປອດ​ໄພ ແລະ ເຊື່ອ​ໝັ້ນ​ໄດ້, ໂດຍ​ຖື​ຮູບ​ແບບ​ນິຄົມ​ອຸດ​ສາ​ຫະ​ກໍາ​ທີ່​ຕາງ­ໜ້າ​ໂດຍ ນິ­ຄົມ​ອຸດ​ສາ​ຫະ​ກໍາ​ໝູນ­ວຽນ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈະ​ກາຍ­ເປັນ​ເຂດ​ພັດ­ທະ­ນາ​ລະ­ດັບ​ສູງ​ໃໝ່ ທີ່​ຊຸກ­ຍູ້​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ​ຂອງ​ລາວ. ໃນ​ນາມ​ເປັນ​ເວ­ທີ​ພົ້ນ​ເດັ່ນ​ຂອງ​ການ​ລວບ​ລວມ​ຊັບ­ພະ­ຍາ­ກອນ​ຊັ້​ນນໍາ, ພາຍ​ໃຕ້​ການ​ຮ່ວມ​ຊຸກ­ຍູ້​ລະ­ຫວ່າງ​ລັດ­ຖະ­ບານ​ລາວ ແລະ ອາ​ຊີ​-​ໂປ​ຕາສ ສາ­ກົນ, ນິ­ຄົມ​ອຸດ​ສາ​ຫະ​ກໍາ​ຈະ​ສືບ­ຕໍ່​ດຶງ​ດູດ​ການ​ລົງ­ທຶນ, ເສີມ​ຂະ­ຫຍາຍ​ຂະ­ໜາດ, ຖື​ເອົາ​ວິ​ສາ​ຫະ​ກິດ​ທີ່​ດີ​ເປັນ​ເຄື່ອງ​ຈັກ​ໃນ​ການ​ພັດ­ທະ­ນາ, ນໍາ​ໃຊ້​ການ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ທີ່​ຊັດ​ເຈນ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ ເພື່ອ​ສົ່ງ­ເສີມ​ໃຫ້ ສປປ ລາວ ​ພັດ­ທະ­ນາ​ເສດ­ຖະ­ກິດ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.