Home Blog Page 204

ທ້າວ ສົມຄິດ ສິມມະວົງ ຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກ

ທ້າວ ສົມຄິດ ສິມພະວົງ ຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກພາຍຫລັງກະທໍາຜິດຕໍ່ສະຖານທີ່ແຫ່ງນີ້

ຕອນບ່າຍ ຂອງວັນທີ 23 ກໍລະກົດ​ 2021​ ທີ່ຜ່ານມາ,​ ອົງການປົກຄອງເມືອງຈຳປາສັກ ໄດ້ນຳພາ ທ້າວ ສົມຄິດ ສິມພະວົງ​ ອາຍຸ 17 ປີ ອາຊີບ ນັກຮຽນ,​ປະຈຸບັນ ຢູ່ບ້ານຂອນແກ່ນເມືອງຈຳປາສັກ ແຂວງຈຳປາສັກ ເຂົ້າມາຈະມາ ຄາລະວະ ຕໍ່ໜ້າຜາສີນຫີນວັດພູຈຳປາສັກມໍລະດົກໂລກແຫ່ງທີ2 ຂອງ ສປປ ລາວ.

ພາຍຫຼັງຜູ້ກຽ່ວ ໄດ້ກະທຳຜິດ, ຕໍ່ກົດໜາຍ ແລະ ຮີດຄອງປະເພນີ, ທີ່ໄດ້ສ້າງຄວາມເຊື່ອມເສຍທາງດ້ານວັດທະນະທຳຮີດຄອງປະເພນີ ຂອງລາວ ແລະ ຜິດຕໍ່ກົດລະບຽບ ຂອງມໍລະດົກ, ໂດຍຜູ້ກຽ່ວ ໄດ້ໄປລັກຖ່າຍຮູບພາບທທີ່ໂປ້ເປືອຍອະນາຈານ ບໍ່ເໝາະສົມໃນສະຖານທີ່ມໍລະດົກໂລກວັດພູຈຳປາສັກ ໃນຄັ້ງວັນທີ 28 /5/2021 ທີ່ຜ່ານມາ, ແລ້ວນຳໄປໂຄສະນາຜ່ານສື່ອອນລາຍ ຕໍ່ການກະທຳຂອງຜູ້ກ່ຽວ ອົງການປົກຄອງເມືອງຈຳປາສັກ ຈິ່ງໄດ້ນຳເອົາຜູ້ກຽ່ວມາສຶກສາອົບຮົມ ເພື່ອໃຫ້ຜູ້ກຽ່ວມີຈິດສຳນຶກ ຮູ້ຜິດຮູ້ຖືກ ຮູ້ອັນໃດເໜາະສົມ, ບໍ່ເໜາະສົມ, ຄວນຄິດກອ່ນຈິ່ງເຮັດ ​ ພາຍຫຼັງຜູ້ກຽ່ວໄດ້ຮັບສຶກສາອົບຮົບອົງການປົກຄອງເມືອງຈຳປາສັກ ຈິ່ງໄດ້ນຳເອົາທ້າວ ສົມຄິດ ສິມພະວົງ ມາຂໍຂະມາ ຄາລະວະ ຕໍ່ໜ້າຜາສາດຫີນວັດພູຈຳປາສັກ ມໍລະດົກໂລກແຫ່ງທີ2 ຂອງລາວ ໂດຍມີ ທ່ານ ພອນພິລົມ ພິຈິດ ກຳມະການ​ພັກ​ເມືອງ​ຫົວໜ້າ​ຫ້ອງການ ​ຖະແຫຼງຂ່າວ​-ວັດທະນະທຳ ແລະ ທ່ອງທຽ່ວ​ເມືອງຈຳປາສັກ, ທ່ານ ອຳພົນ​ ແສງພະຈັນ​ ຫົວໜ້າຫ້ອງການມໍລະດົກໂລກວັດພູຈໍປາສັກ, ພ້ອມດ້ວຍນາຍບ້ານ ພໍ່-ແມ່ ແລະ ຍາດພີ່ນ້ອງ ຂອງຜູ້ກຽ່ວເຂົ້າຮ່ວມ.

ຂ່າວ: ໄຊຍະສິດ​ ສີຫາວົງ​ ຖວທ​ ເມືອງ​ຈຳປາສັກ

ສະຫວັນນະເຂດ ເລັ່ງກຽມສູນກັກກັນ ສຳລັບແຮງງານ ທີ່ກັບມາຈາກຕ່າງປະເທດ

ຕາມລາຍງານ Lao Na`ional Radio: ໃນວັນທີ 25 ກໍລະກົດ 2021, ແຂວງສະຫວັນນະເຂດ ໄດ້ກະກຽມສະຖານທີ່ກັກກັນສຳລັບແຮງງານລາວທີ່ກັບມາຈາກຕ່າງປະເທດ ເຊິ່ງໄດ້ກຳນົດເອົາອາຄານເກົ່າ ທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນ ພົມວິຫານ ເປັນສູນກັກກັນຊົ່ວ ຄາວ ໂດຍໄດ້ເລັ່ງລະດົມແຮງງານຈາກອົງການຈັດຕັ້ງມະຫາຊົນຂອງພະແນກການ ແລະ ກຳລັງປ້ອງກັນຊາດ,ປ້ອງກັນຄວາມສະຫງົບ ເພື່ອອະນາໄມສະຖາທີ່ໃຫ້ມີຄວາມສະອາດ ແລະ ປອດໄພ ໂດຍການຊີ້ນຳ ນຳພາຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນ,ສະກັດກັ້ນ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ຂັ້ນແຂວງ.ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ໄດ້ເປີດເຜີຍວ່າ:

ເພື່ອເປັນການຮອງຮັບດ້ານສະຖານທີ່ຈຳກັດບໍລິເວນ 14 ສຳລັບແຮງງານລາວທີ່ກັບມາຈາກປະເທດໄທ ຜ່ານດ່ານສາກົນຂົວມິດ ຕະພາບ 2 ສະຫວັນນະເຂດ – ມຸກດາຫານ ໃຫ້ພຽງພໍ ແລະ ຫຼີກລ່ຽງຄວາມແອອັດທີ່ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ 19 ພາຍໃນສູນ ກໍ່ຄືການປ້ອງກັນພະ ຍາດບໍ່ໃຫ້ມີການລະບາດອອກສູ່ຊຸມຊົນ ຊຶ່ງແຂວງສະຫວັນນະເຂດກໍ່ເປັນແຂວງທີ່ໃຫຍ່ອັນດັບຕົ້ນໆຂອງປະເທດ ແລະ ໄດ້ມີແຮງງານເປັນຈຳນວນຫຼວງຫຼາຍທີ່ໄປອອກແຮງງານຢູ່ປະເທດໃກ້ຄຽງໂດຍສະ ເພາະແມ່ນປະເທດໄທ ໃນແຕ່ລະວັນໄດ້ມີແຮງງານກັບຄືນປະເທດຈຳນວນ 300 ກວ່າຄົນ ໃນນີ້ໄດ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ສູງເຖິງ 30 – 45% ເຊິ່ງຜ່ານມາແຂວງສະຫວັນນະເຂດ ໄດ້ມີສູນກັກກັນທັງໝົດຈຳນວນ 11 ສູນໃນນັ້ນໄດ້ຂະຫຍາຍລົງເມືອງມີ 3 ສູນຄື:

ເມືອງອຸ ທຸມພອນ,ຈຳພອນ ແລະ ເມືອງສອງຄອນ ເມືອງລະ 1 ສູນ ແຕ່ຖ້າອີງໃສ່ກັບມາດຕະການໃນການປ້ອງກັນແລ້ວ ໂດຍສະເພາະແມ່ນມາດຕະການຮັກສາໄລຍະຫ່າງຂອງແຮງງານພາຍໃນສູນ ເຫັນວ່າຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ດັ່ງນັ້ນ ທາງຄະນະສະເພາະກິດຂັ້ນແຂວງຈຶ່ງໄດ້ເລັ່ງໃສ່ສ້າງສູນກັກກັນຕື່ມອີກ ໂດຍກຳນົດເອົາສະຖານທີ່ອາຄານຫຼັງເກົ່າທີ່ຕັ້ງຢູ່ບ້ານໂນນສະຫວາດ ນະຄອນໄກສອນພົມ ວິຫານ ເປັນສະຖານທີ່ກັກກັນແຮງງານແຫ່ງໃໝ່ຂອງແຂວງ ເຊິ່ງສະຖານທີ່ດັ່ງກ່າວມີເນື້ອທີ່ກວ້າງຂວາງສາມາດຮອງຮັບແຮງງານໄດ້ຫຼາຍເຖິງ 10.000 ກວ່າຄົນ. ທ່ານຮອງເຈົ້າແຂວງຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ແຮງງານທີ່ເຂົ້າມາແຂວງສະຫວັນນະເຂດ ຈາກຕົວເລກຫຼ້າສຸດປະຈຳວັນທີ 24 ກໍລະກົດ 2021 ມີທັງໝົດ 2.907 ຄົນ, ທົ່ວແຂວງມີຜູ້ຕິດເຊື້ອພະຍາດໂຄວິດ 19 ທີ່ກຳລັງປິ່ນປົວຢູ່ໂຮງໝໍພາກສະໜາມຂອງແຂວງໃນປັດຈຸບັນມີຈຳນວນທັງໝົດ 1.020 ຄົນ ແລະ ໃນໂອກາດດັ່ງກ່າວນີ້ ທ່ານຮອງເຈົ້າແຂວງ ກໍ່ໄດ້ຮຽກຮ້ອງມາຍັງພະນັກງານ,ທະຫານ,ຕຳຫຼວດ ຕະ ຫຼອດຮອດປະຊາຊົນທຸກຄົນທັງໃນຕົວເມືອງ ແລະ ຊົນນະບົດ ຈົ່ງໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມມາດຕະການ, ແຈ້ງການ ກໍ່ຄືຄຳສັ່ງຕ່າງໆຂອງຄະນະສະເພາະກິດຂັ້ນສູນກາງ,ຂັ້ນແຂວງວາງອອກຢ່າງເຂັ້ມງວດ ໃນການປ້ອງກັນ,ສະກັດກັ້ນ ແລະ ຕອບໂຕ້ການແຜ່ລະບາດພະຍາດໂຄວິດ 19.

ປະທານປະເທດ ໂອ້ລົມ ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 23-24 ກໍລະກົດ 2021, ໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ພ້ອມດ້ວຍບັນດາການນຳຂອງແຂວງ ແລະ ບັນດາການນຳ 7 ເມືອງ ທົ່ວແຂວງຊຽງຂວາງ.

ການມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະໂອ້ລົມພະ ນັກງານຫລັກແຫລ່ງຂອງແຂວງຊຽງຂວາງ ໄດ້ຮັບຟັງການລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມພາຍໃນແຂວງໃຫ້ຊາບ. ໂດຍລວມແຂວງຊຽງຂວາງ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະ ນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງປະຈຳບ້ານ, ກຸ່ມບ້ານປັນປົກະຕິ, ສາມາດສ້າງບ້ານປ້ອມທີ່ໝັ້ນໄດ້ 12 ບ້ານ, ກຸ່ມບ້ານສູ້ຮົບລຽນຕິດໄດ້ 2 ກຸ່ມ ຜ່ານການຕີລາຄາປະເມີນຜົນການເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄນະພັກແຂວງ ແມ່ນສາມາດເຮັດໃຫ້ເປົ້າໝາຍເຂົ້າຮ່ວມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ສະໜັບສະໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າຮ່ວມປະຕິບັກໜ້າທີ່ການເມືອງໄດ້ເປັນຢ່າງດີ ເພື່ອແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີການຫັນປ່ຽນໃໝ່ ແລະ ຂະຫຍາຍຕົວ ມາຮອດປັດຈຸບັນ ການພັດທະນາເສດຖະກິດພາຍໃນແຂວງ ມີການຂະຫຍາຍຕົວດີສົມຄວນ, ສະເລ່ຍລາຍຮັບ ບັນລຸໄດ້ 1.622 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ລວມຍອດຜລິດຕະພັນພາຍໃນ 5 ປີ ບັນລຸໄດ້ 16 ພັນກວ່າຕື້ກີບ, ວຽກງານປູກ ຝັງ-ລ້ຽງສັດ ແຂວງໄດ້ຫັນການລ້ຽງແບບທຳມະຊາດ ມາເປັນການລ້ຽງແບບຟາມ, ລ້ຽງເປັນກຸ່ມ, ລ້ຽງແບບທອມ ເຮັດໃຫ້ການລົງທຶນເຂົ້າໃສ່ເພື່ອລ້ຽງສັດໃຫຍ່ມີມູນຄ່າເຖິງ 537 ກວ່າຕື້ກີບ, ວຽກງານພັດທະ ນາຊົນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດລຶບລ້າງຄວາມທຸກາກໄດ້ 35 ບ້ານ, ລຶບລ້າງບ້ານທຸກຍາກໄດ້ 411 ບ້ານ ແລະ ລຶບລ້າງຄອບຄົວທຸກຍາກໄດ້ 209 ຄອບຄົວ. ມາຮອດປັດຈຸບັນ ເຮັດໃຫ້ຍັງເຫລືອຄອບຄົວທຸກຍາກ 769 ຄອບຄົວ ກວມເອົາ 1,86% ຂອງຈໍານວນຄອບຄົວທັງໝົດທົ່ວແຂວງ.

ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ພ້ອມໃຫ້ທິດຊີ້ນຳ, ໂດຍກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ແຂວງຍັງຮັກສາໄດ້ມູນເຊື້ອຂອງການປະຕິວັດ, ດິນແດນຖານທີ່ໝັ້ນ, ພ້ອມດຽວກັນທ່ານ ຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາການນຳຫລັກແຫລ່ງຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ໃນການຜັນຂະຫຍາຍເອົາມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກຫັນລົງສູ່ຮາກຖານໂຕຈິງ, ຖືເອົາມະຕິ 11 ເປັນຫລັກ ແລະ ເປັນແຜນລະອຽດໃນການພັດທະນາເສດຖະກິດ-ສັງຄົມ, ພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ, ມີການບຸກທະລຸ, ນຳໃຊ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນທີ່ມີ, ແບ່ງຂອດ ແລະ ຄຸ້ມຄອງການລົງທຶນເຂົ້າໃສ່ການພັດ ທະນາຢ່າງຈະແຈ້ງ, ຖືເອົາວາລະແຫ່ງຊາດ ບັນຫາການແກ້ໄຂເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດມາໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ກ້າຮັບຄຳຕຳນິຕິຊົມຂອງໝູ່ຄະນະ ເພື່ອການປ່ຽນແປງທີ່ດີຂຶ້ນ. ເອົາໃຈໃສ່ຕໍ່ວຽກງານການເມືອງແນວຄິດ ກັບຖັນແຖວສະມະຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ມີຄວາມຮູ້, ຄວາມສາມາດ, ຄວາມດຸໝັ່ນ, ຊອກຮູ້ຮໍ່າຮຽນນຳເອົາຄວາມຮູ້ທີ່ທັນສະໄໝເຂົ້າໃນໜ້າທີ່ວຽກງານ ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນ, ເສຍສະຫລະແກ່ປະຊາຊົນ, ເຮັດເພື່ອປະຊາຊົນຢ່າງແທ້ຈີງ, ຮັກສາຄວາມສາມະຄີເປັນປຶກແຜ່ນ, ເພີ່ມທະວີເອົາໃຈໃສ່ການສະແຫວງຫາສີ່ງໃໝ່ໆ ເພື່ອນຳພາພັດທະນາປະເທດຊາດ ກໍ່ຄື ແຂວງຊຽງຂວາງ ໃຫ້ຈະເລີນຂຶ້ນໄປເລື້ອຍໆ. ຈາກນັ້ນ, ທ່ານເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມໂຄງການ ກຸ່ມຟາມງົວພັນຊີ້ນພັນນົມ ເຕັກໂນໂລຊີສູງ ຢູ່ບ້ານລາດແສນ ເມືອງຜາໄຊ.

ພາບ-ຂ່າວ: ວັນມົວ-ເຂັມພອນ ທຳມະວົງ

ຮ່ວມມືກັນສ້າງຕັ້ງລະບົບການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດ ຈາກອຸບັດຕິເຫດ

ສູນຂ່າວສານການແພດສຸຂະສຶກສາ ລາຍງານ: ໂຮງໝໍມິດຕະພາບໂຮງໝໍມິດຕະພາບ, ມະຫາວິທະຍາໄລ ຊຶກຸບະ ປະເທດຍີ່ປຸ່ນ ແລະ ສະຖາບັນຄົ້ນຄວ້າການບໍລິການທາງສັງຄົມຂອງຍີ່ປຸ່ນ ໄດ້ຮ່ວມມືກັນສ້າງຕັ້ງລະບົບການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດຕິເຫດ ໂດຍການພັດທະນາບໍລິການການແພດສຸກເສີນ ແລະ ມາດຕະການຄວາມປອດໄພຕາມທ້ອງຖະໜົນ (SAFEER) ພິທີເປີດໂຄງການ (SAFEER) ແຜນງານການຮ່ວມມືຂອງອົງການຮ່ວມມືສາກົນຍີ່ປຸ່ນ ໃນໂຄງການຢຸດຕິການເພີ່ມຂຶ້ນຂອງການເສຍຊີວິດຈາກອຸບັດຕິເຫດ ໂດຍການພັດທະນາບໍລິການການແພດສຸກເສີນ ແລະ ມາດຕະການຄວາມປອດໄພຕາມທ້ອງຖະໜົນ ໄດ້ຮັບການລົງນາມໂດຍທ່ານ ດຣ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ແລະ ທ່ານ Dr. Takaaki SUZUKI ຜູ້ຈັດການໂຄງການ SAFER, ມະຫາວິທະຍາໄລ ຊຶກຸບະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການດັ່ງກ່າວນີ້ມີຈຸດມຸ່ງໝາຍ ໃນການເສີມສ້າງຂີດຄວາມສາມາດຂອງການບໍລິການການແພດສຸກເສີນ ແລະ ຢຸດຕິການເສຍຊີວິດຈາກອຸບັດຕິເຫດຕາມທ້ອງຖະໜົນພາຍໃນນະຄອນຫຼວງວຽງຈັນ ພ້ອມທັງຄາດໝາຍທີ່ຈະເປັນຕົ້ນແບບໃນການສ້າງຕັ້ງການບໍລິການການແພດສຸກເສີນໃຫ້ໄດ້ໃນຂອບເຂດທົ່ວປະເທດໂດຍຍຶດຖືຫຼັກການ “ການເບີ່ງແຍງທີ່ຖືກຕ້ອງ, ຖືກເວລາ ແລະ ຖືກສະຖານທີ່’”

ຜູ້ກໍ່ເຫດຄາດຕະກຳ 2 ເອື້ອຍນ້ອງ ເຂົ້າມອບໂຕ ພ້ອມສາລະພາບຜິດ

ຜູ້ກໍ່ເຫດຄາດຕະກໍາ 2 ເອື້ອຍນ້ອງ ເຂົ້າມອບຕົວເພື່ອຮັບຜິດຊອບຕໍ່ການກະທໍາຂອງຕົນ

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານ: ໃນເວລາ 18:00 ໂມງ ຂອງວັນທີ 20 ກໍລະກົດ 2021 ທ້າວ ພຸດທະກອນ (ຜູ້ກໍ່ເຫດຄາດຕະກຳ) 2 ເອື້ອຍນ້ອງຢູ່ບ້ານ ແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ຍອມເຂົ້າມອບຕົວຕໍ່ເຈົ້າໜ້າທີ່ຫ້ອງຕຳຫຼວດ ປກສ ນວ, ພາຍຫຼັງທີ່ເຈົ້າໜ້າທີ່ປະສານສົມທົບກັບຫຼາຍພາກສ່ວນ ນັບທັງຄອບຄົວຜູ້ກ່ຽວ ເພື່ອລະດົມມອບຕົວ ຍອມຮັບຜິດຕໍ່ການກະທຳຂອງຕົນທີ່ກໍ່ຂຶ້ນ.

ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 21 ກໍລະກົດ 2021 ວ່າ: ຜ່ານການສອບສວນເອົາຄໍາໃຫ້ການຂອງເຈົ້າໜ້າທີ່ ທ້າວ ພຸດທະກອນ ( ຜູ້ກໍ່ເຫດ ) ຮັບສາລະພາບວ່າ: ຕົ້ນປີ 2017 ຕົນເອງໄດ້ສ້າງຄອບຄົວກັບ ນາງ ອັກປະລິນຍາ ອາຍຸ 26 ປີ ອາຊີບຄ້າ-ຂາຍ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ນວ (ຜູ້ເສຍຊີວິດ) ມີລູກນໍາກັນ 2 ຄົນ (ເພດຊາຍ)ຄອບຄົວບໍ່ມີຄວາມສະຫງົບຜິດຖຽງກັນເປັນປະຈໍາ, ບາງຄັ້ງຕົນໄດ້ລົງມືທໍາຮ້າຍຮ່າງກາຍຜູ້ເປັນເມຍ ຍ້ອນຕົນເອງໄດ້ພົວພັນກັບເສບຢາເສບຕິດ ແລະ ໄລຍະຜ່ານມາເຄີຍຖືກສຶກສາອົບຮົມຂັ້ນບ້ານ ແລະ ຂັ້ນຄອບຄົວຫຼາຍຄັ້ງ ຕົນກໍ່ບໍ່ຢຸດເຊົາ ຜູ້ເປັນເມຍຈຶ່ງໄດ້ຮ້ອງຟ້ອງຕໍ່ສານປະຊາຊົນເຂດ 3 ເພື່ອຂໍຢ່າຮ້າງ ພໍຮອດວັນທີ 19 ກໍລະກົດ 2021 ສານປະຊາຊົນ ເຂດ 3 ໄດ້ຮຽກທັງສອງຝ່າຍເຂົ້າຮ່ວມປະຊຸມສານຮັບຟັງຄໍາຕັດສິນ,ຜ່ານການວິນິດໄສຂອງສານໄດ້ລົງຄຳຕັດສິນໃຫ້ຕົນ ກັບ ນາງ ອັກປະລິນຍາ ຢ່າຮ້າງຈາກສາຍຜົວເມຍ ມອບລູກໃຫ້ເມຍເປັນຜູ້ຄຸ້ມຄອງ ຕົນເອງເກີດຄວາມບໍ່ພໍໃຈ ຈິ່ງໄດ້ໃຊ້ປືນທີ່ລັກຊື້ມາຈາກປະເທດເພື່ອນບ້ານ ຍິງຄາດຕະກໍາເມຍ ແລະ ນ້ອງເມຍ.

ຫຼັງຈາກຮັບຟັງຄໍາຕັດສິນຂອງສານມາແລ້ວເວລາ 11: 30 ໂມງ ຕົນໄດ້ໄປເຮືອນເມຍ ແຕ່ເຫັນຜູ້ເປັນນ້ອງສາວເມຍ ນາງອາລິຕ່າ (ຜູ້ເສຍຊີວິດ) ຢືນປິ່ນຫຼັງໃສ່ ຄິດວ່າແມ່ນເມຍຈຶ່ງໄດ້ໃຊ້ປືນຍິງໃສ່ກາງຫຼັງ 2 ນັດ ແລະ ເຂົ້າໄປເຮືອນຄົວເຫັນເມຍ ກໍາລັງແຕ່ງກິນຈິ່ງໄດ້ໃຊ້ປືນຍິງໃສ່ກາງຫຼັງ 2 ນັດ, ຖຶກກົກແຂນ 2 ນັດ, ໜ້າເອີກ 2 ນັດ ເຮັດໃຫ້ເສຍຊີວິດຄາທີ່ ແລະ ໄດ້ຍິງໃສ່ແມ່ເມຍ ໄດ້ຮັບບາດເຈັບ.

ປັດຈຸບັນ, ຄະດີດັ່ງກ່າວເຈົ້າໜ້າທີ່ກໍາລັງສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ.

ແຈ້ງການ! ການຈັດງານບຸນເຂົ້າພັນສາໃນໄລຍະຕ້ານການລະບາດໂຄວິດ-19 ຢູ່ ແຂວງສະຫວັນນະເຂດ

ເຈົ້າຄອງສະຫວັນນະເຂດ ອອກແຈ້ງການ ເລື່ອງ ການຈັດງານບຸນເຂົ້າພັນສາ ໃນໄລຍະການສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ການແຜ່ລະບາດ ຂອງພະຍາດໂຄວິດ-19.

ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫົວພັນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫົວພັນໃນວັນທີ 23 ກໍລະກົດ 2021 ທີ່ແຂວງຫົວພັນ.

Lao National Radio ລາຍງານ: ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ, ໂດຍມີ ສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງ, ພ້ອມພະນັກງານຫລັກແຫລ່ງ ໃຫ້ການຕ້ອນຮັບ ແລະ ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ຊາດ ໂດຍລວມແລ້ວແຂວງຫົວພັນ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງ.

ມາຮອດປັດຈຸບັນ ການພັດທະນາເສດຖະກິດ 6 ເດືອນຕົ້ນປີທົ່ວແຂວງ ມີເນື້ອທີ່ປູກຝັງລະດູແລ້ງທັງໝົດ 26.761 ເຮັກຕາ ສາມາດເກັບຜົນຜະລິດໄດ້ທັງ ໝົດ 37.322 ໂຕນ ທຽບໃສ່ແຜນການປະຕິບັດໄດ້ 14,57%, ເນື້ອປູກພືດເປັນສະບຽງອາຫານມີ 7.606 ເຮັກຕາ ສາ ມາດເກັບກ່ຽວຜົນຜະລິດໄດ້ 17 ພັນກວ່າໂຕນ ແລະ ມີເນື້ອປູກພືດເປັນສິນຄ້າ 11.676 ເຮັກຕາ ສາມາດເກັບກ່ຽວຜົນຜະລິດໄດ້ 12 ພັນກວ່າໂຕນ ສ່ວນການພັດທະນາບັນດາວຽກງານໃນຂົງເຂດອື່ນໆ ແມ່ນສາມາດປະຕິບັດໄດ້ດີພໍສົມຄວນ, ແຕ່ອັດຕາຄວາມທຸກຍາກຍັງມີເຖິງ 13,44% ຂອງຄອບຄົວທັງໝົດ ທຽບໃສ່ປີ 2015 ຫລຸດລົງ 8,52% ແລະ ມີບ້ານທຸກຍາກ 473 ບ້ານ ກວມເອົາ 64,97% ຂອງບ້ານທຸກຍາກ.

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມ, ພ້ອມໃຫ້ທິດຊີ້ນຳ ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ແຂວງຍັງຮັກສາໄດ້ມູນເຊື້ອຂອງການປະຕິວັດ ພ້ອມດຽວກັນສະຫາຍ ຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາການນຳຫຼັກແຫຼ່ງ ຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການຜັນເອົາມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ຫັນລົງສູ່ຮາກຖານຕົວຈິງ, ຖືເອົາມະຕິ 11 ເປັນຫຼັກ ແລະ ເປັນແຜນລະອຽດ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ນຳເອົາວາລະແຫ່ງຊາດ ມາຜັນຂະຫຍາຍ ພ້ອມກັບໝູນໃຊ້ເຂົ້າກັບພຶດຕິກຳຕົວຈິງຂອງການພັດທະນາແຂວງ ໃຫ້ກ້າວເດີນໄປຂ້າງໜ້າ, ໂດຍສ້າງຈີນຕະນາການອັນໃໝ່ທີ່ຖືກຕ້ອງ ແລະ ກ້າຮັບເອົາສິ່ງໃໝ່ ທີ່ມີການຫັນປ່ຽນທີ່ດີກວ່າອັນເກົ່າ ສຸດທ້າຍສະມາຊິກພັກທຸກຂັ້ນ ຕ້ອງເປັນແບບຢ່າງທີ່ດີໃນການດຳລົງຊີວິດ ແລະ ປະຕິບັດໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອບ.

ຫຼັງຈາກນັ້ນ, ທາງຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານນາຊອນ ເມືອງສົບເບົາ, ເຊິ່ງເປັນບ້ານເກີດຂອງ ສະຫາຍເອງ ໂດຍມີ ສະຫາຍ ໄຊຍະແສງ ຊົງຢົງຢາ ເລຂາພັກເມືອງ, ເຈົ້າເມືອງ ພ້ອມເຖົ້າແກ່ແນວໂຮມ, ຄູ-ນັກຮຽນ ໃຫ້ການຕ້ອນຮັບ.

ບ້ານນາຊອນ ປັດຈຸບັນ ມີພົນລະເມືອງທັງໝົດ 384 ຄົນ, ຍິງ 219 ຄົນ, ມີ 70 ຫລັງຄາ ແລະ 76 ຄອບຄົວ ທົ່ວເມືອງສົບເບົາ ມີເນຶ້ອທີ່ 101,99 ຮຕ ທິດຕາເວັນອອກ ຕິດກັບເມືອງມົກເຈົາ, ເວິ້ນໂຮ່, ເມືອງລາດ ສສ ຫວຽດນາມ, ທິດຕາເວັນຕົກຕິດກັບເມືອງຊຳເໜືອ, ທິດໃຕ້ຕິດກັບເມືອງວຽງໄຊ ແລະ ທິດເໜືອຕິດກັບເມືອງຊຽງຄໍ້. ມີເນື້ອທີ່ດິນປູກຝັງ 5.734 ເຮັກຕາ, ເນື້ອທີ່ນາ 2.526 ເຮັກຕາ, ພື້ນຖານເສດຖະກິດ ຫລັກ ແມ່ນກະສິກຳ, ມີ 67 ບ້ານ, 4.599 ຄອບຄົວ, ມີພົນລະເມືອງ 25.853 ຄົນ, ຍິງ 12.632 ຄົນ, ມີ 6 ເຜົ່າຊົນ, ເຜົ່າລາວພຸດ ກວມເອົາ 15%, ເຜົ່າໄຕແດງ ກວມເອົາ 64%, ເຜົ່າມົ້ງກວມເອົາ 22%, ເຜົ່າໄຕດຳ ກວມເອົາ 02%, ເຜົ່າອິ້ວມ້ຽນ ກວມເອົາ 03% ແລະ ເຜົ່າກຶມມຸ ກວມເອົາ 04%, ຜົນ ສຳເລັດໃນການນຳພາ-ຊີ້ນຳ ພັດທະນາເສດຖະກິດ-ສັງຄົມ ໄລຍະຜ່ານມາມີຫລາຍອັນທີ່ຍັງສັບສົນ, ມີທັງສິ່ງອຳນວຍຄວາມສະດວກ ແລະ ສີ່ງທ້າທາຍຫລາຍປະການໃຫ້ແກ່ການພັດທະນາ, ແຕ່ເຖິງຢ່າງໃດກໍ່ຕາມໂດຍຄວາມຮັບຜິດຊອບສູງ ຄວາມເປັນເຈົ້າການຂອງຄະນະພັກ, ສະມາຊິກພັກ, ອຳນາດການປົກ ຄອງແຕ່ລະຂັ້ນ, ອົງການຈັດຕັ້ງຕ່າງໆ ບວກກັບມູນເຊື້ອອັນດີງາມຂອງຊາວເມືອງສົບເບົາ ແລະ ພາຍໃຕ້ການນຳພາ-ຊີ້ນຳ ຢ່າງເປັນປົກກະຕິ ໃນການສຶກສາອົບຮົມການເມືອງແນວຄິດ ດ້ວຍການຄົ້ນຄວ້າເຊື່ອມຊຶມກຳແໜ້ນແນວທາງຂອງພັກ, ກົດໝາຍຂອງລັດ ໂດຍສະເພາະ ແມ່ນມະຕິຕ່າງໆ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ມະຕິ X ຂອງອົງຄະນະພັກແຂວງ, ມະຕິ V ຂອງອົງຄະນະພັກເມືອງ, ການເລົ່າມູນເຊື້ອຂອງພັກ, ຂອງຊາດ, ສາກົນ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນ 67 ບ້ານ ທົ່ວເມືອງ ເຫັນໄດ້ວ່າ ຄຸນທາດການເມືອງຂອງພໍ່ແມ່ປະຊາຊົນ ແມ່ນຍັງມີຄວາມໜັກແໜ້ນເດັດດ່ຽວ ເດີນຕາມອຸດົມການສັງ ຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ ມີຄວາມຮັບຮູ້ເຂົ້າໃຈ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ກົດໝາຍຂອງລັດ.

ທົ່ວເມືອງ ມີ 100 ໜ່ວຍພັກ, ໃນນັ້ນມີໜ່ວຍພັກເອກະລາດ 82 ໜ່ວຍ, ມີສະ ມາຊິກພັກທັງໝົດ 1.459 ສະຫາຍ, ຍິງ 342 ສະຫາຍ, ມີສະມາຊິກພັກແຂງ 1.271 ສະຫາຍ, ຍິງ 305 ສະຫາຍ, ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ 79 ໜ່ວຍພັກ ເທົ່າກັບ 82,29% ຂອງຈຳນວນໜ່ວຍພັກ.

ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິ ການໃຫຍ່, ປະທານປະເທດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ບາງບັນຫາ ກ່ອນອື່ນ ສະຫາຍໄດ້ຍ້ອງຍໍຊົມເຊີຍທີ່ອຳນາດການປົກຄອງທຸກຂັ້ນ ຕະຫລອດພໍ່ແມ່ປະ ຊາຊົນ ໄດ້ຍຶດໝັ້ນ ແລະ ຮັກສາໄດ້ມູນເຊື້ອພິລະອາດຫານແຫ່ງປະຕິວັດ ແລະ ຈົ່ງສືບຕໍ່ຮັກສາມູນເຊື້ອດັ່ງກ່າວ, ພ້ອມເສີມຂະຫາຍ ແລະ ສູ້ຊົນເຮັດໃຫ້ປະຊາຊົນພາຍໃນເມືອງ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ, ເຮັດໃຫ້ທົ່ວສັງຄົມພາຍໃນເມືອງ ປອດຈາກສິ່ງເສບຕິດ, ສິ່ງຜິດກົດໝາຍ ແລະ ສົ່ງເສີມໃຫ້ລູກຫລານໄດ້ຮັບການສຶກສາ ເພື່ອເຮັດໃຫ້ລູກຫລານຫ່າງໄກຈາກສິ່ງອະບາຍຍະມຸກຕ່າງໆ.

ເຂື່ອນໄຟຟ້ານໍ້າອູ1 ປະກາດລະບາຍນໍ້າ ວັນທີ 23/07/2021

ບໍລິສັດໄຟຟ້ານ້ຳອູຈຳກັດ-ໂຄງການເຂື່ອນໄຟຟ້ານ້ຳອູ1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021 ແລະ ໄດ້ອອກແຈ້ງການຄວາມປອດໄພ ໃນລະດັບການແຈ້ງເຕືອນສີຟ້າ ເຖິງອົງການປົກຄອງເມືອງປາກອູ ແຂວງຫຼວງພະບາງ ທັງພາກລັດ ແລະ ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ລຸ່ມເຂື່ອນໄຟຟ້ານ້ຳອູ1 ເຊີ່ງທາງເຂື່ອນໄດ້ແຈ້ງເຕືອນໃຫ້ຊາບກ່ຽວກັບສິ່ງທີ່ຄວນລະວັງ ແລະ ເລື່ອງຄວາມປອດໄພ ດັ່ງນີ້:

-ເມື່ອທາງເຂື່ອນໄດ້ທຳການປ່ອຍນ້ຳ ຄວນຢຸດການເດີນເຮືອ, ຫາປາ, ລາກໄມ້ ແລະສິ່ງອື່ນໆຕາມລຳນ້ຳອູຢ່າງເດັດຂາດ.

-ເມື່ອເວລາເຂື່ອນປ່ອຍນ້ຳອອກ, ຜູ້ທີ່ບໍ່ກ່ຽວຂ້ອງກະລຸນາຢ່າງຫ່າງຈາກນ້ຳອູ.

-ອຳນາດການປົກຄອງຂອງແຕ່ລະບ້ານ ຕ້ອງແຈ້ງໃຫ້ແຕ່ລະຄອບຄົວມີສະຕິເຝົ້າລະວັງນ້ຳຖ້ວມ, ພ້ອມທັງແນະນຳບອກສອນໃຫ້ເດັກນ້ອຍຫ້າມລົງຫຼິ້ນນ້ຳ ແລະຫ້າມຈັບປາເດັດຂາດ.

-ກ່ອນຂ້າມຂົວ ຄວນເບີ່ງໃຫ້ແນ່ໃຈວ່າມີຄວາມປອດໄພ, ຫ້າມເຂົ້າໄປໃນພື້ນທີ່ມີຄວາມເຊາະເຈື່ອນ ແລະດິນເຈື່ອນທີ່ເປັນອັນຕະລາຍໂດຍເດັດຂາດ.

-ຍັບຍ້າຍສັບສິນໄປສະຖານທີ່ທີ່ປອດໄພ.

-ຖ້າຫາກມີສັນຍານອັນຕະລາຍ, ການຈັດຕັ້ງບ້ານຕ້ອງແຈ້ງ ແລະ ຍົກຍ້າຍປະຊາຊົນໄປພື້ນທີ່ສູງ ເມື່ອເວລາເກີດນ້ຳຖ້ວມ ກະລຸນາອອກຈາກທີ່ຢູ່ອາໄສຂອງທ່ານຢ່າງໄວວາ ເພື່ອຍົກຍ້າຍໄປບ່ອນທີ່ປອດໄພ​ ແລະ ເລີ່ມປະຕິບັດການຊ່ວຍເຫຼືອຕົນເອງ ໃນຂະນະທີ່ລໍຖ້າການຊ່ວຍເຫຼືອຈາກທາງນອກ.

ປກສ ແຂວງບໍ່ແກ້ວ ມ້າງຄະດີຄ້າຂາຍຢາເສບຕິດລັອດໃຫຍ່

ວັນທີ 21 ກໍລະກົດ 2021 ທາງຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ລົງສົມທົບກັບກອງບັນຊາການ ປກສ ເມືອງຕົ້ນເຜິ້ງ ເຂົ້າມ້າງເປົ້າໝາຍຄ້າຂາຍຢາເສບຕິດ ຢູ່ບ້ານມອມ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ສາມາດກັກຕົວເປົ້າໝາຍໄດ້ 01 ຄົນ ຊື່ທ້າວ ສົມຈິດ ແກ້ວໃຈ ພ້ອມທັງໄດ້ກວດຄົ້ນເຮືອນຂອງຜູ້ກຽວ ໄດ້ພົບເຫັນຄື: ຢາໄອສ ຈາໍນວນ 2 ເປົ່າເທົ່າກັບ 40 ຫໍ່ ມີນໜັກ 40 ກິໂລກຼາມ, ໂທລະສັບ 01 ໜ່ວຍ.ຜ່ານການສືບສວນ-ສອບສວນ ທ້າວ ສົມຈິດ ໄດ້ໃຫ້ການຊັດທອດຫາຜູ້ເຂົ້າຮ່ວມຂະບວນການຄື: ທ້າວ ໄມ່ແອ່ນ ອາຍຸປະມານ 29 ປີ, ອາຊີບ ເຮັດນາ ຢູ່ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ທ້າວ ຍອດແສງ ແສງສະຫວັນ ອາຍຸ 26 ປີ ຢູ່ບ້ານ ສີດອນມີ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.

ຈາກນັ້ນທາງເຈົ້າໜ້າທີ່ພວກເຮົາ ໄດ້ເຂົ້າກວດຄົ້ນເຮືອນຂອງທ້າວ ໄມ່ແອ່ນ (ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບໜີກ່ອນ) ຜ່ານການກວດຄົ້ນເຮືອນແມ່ນບໍ່ພົບເຫັນສິ່ງທີ່ຜິດກົດໝາຍ ແລະ ໄດ້ເຂົ້າກັກຕົວທ້າວ ຍອດແສງແສງສະຫວັນ ຢູ່ບ້ານ ສີດອນມີ ເມືອງຕົ້ນເຜິ້ງ ພ້ອມທັງ ກວດຄົ້ນເຮືອນຂອງຜູ້ກຽ່ວ ໄດ້ພົບເຫັນຄື: ຢາບ້າຈາໍນວນ 367 ມັດ, 07 ຖັງນ້ອຍ, 147 ເມັດ ເທົ່າກັບ735.547 ເມັດ, ມີນໍ້າໜັກ73,5 ກິໂລ. ປືນເບີ 01 ກະບອກ ພ້ອມລູກ 24 ລູກ, ເຮືອກາບ 01 ລໍາ,ໂທລະສັບ 02 ໜ່ວຍ.

ປັດຈຸບັນທາງເຈົ້າໜ້າທີ່ພວກເຮົາພວມດຳເນີນການສືບສວນ-ສອບສວນຂະຫຍາຍຜົນຊອກຫາກຸ່ມແກ້ງຜູ້ຮ່ວມຂະບວນການມາດາໍເນີນຄະດີຕາມລະບຽບຂອງກົດໝາຍ.

ແຈ້ງກ່ຽວກັບການຂຸດຄົ້ນຫາປະຊາຊົນທີ່ຖືກດິນທັບຢູ່ພູສູນ

ເກີດເຫດດິນຍຸບທັບປະຊາຊົນ ທີ່ລັກລອບຂຸດຄຳ ຈຳນວນ 7 ຄົນ ຍິງ 1 ຄົນ ຢູ່ທີ່ ພູສູນ ຈຸດສາຍແດນບ້ານ ແລທອງ, ບ້ານ ຍາຍ ແລະ ບ້ານ ໂຈຍ ເມືອງພູກູດ ແຂວງຊຽງຂວາງ.

ອີງຕາມ ທ່ານ ສຸລິສາ ຈັນທະປັນຍາ ຮອງເຈົ້າເມືອງ ເມືອງພູກູດ ໄດ້ໃຫ້ສຳພາດວ່າ: ແຮ່ຄຳແມ່ນຊັບສົມບັດລວມຂອງວົງຄະນາຍາດ ແຫ່ງຊາດລາວເຮົາ ທີ່ກົດໝາຍໄດ້ຮອງຮັບ, ໄລຍະຜ່ານມາ ຄະນະພັກ ອຳນາດການປ້ອງຄອງ ແຂວງຊຽງຂວາງ ກໍຄືອຳນາດປົກຄອງ ແຕ່ລະເມືອງໂດຍສະເພາະ ກໍແມ່ນ ອົງການປົກຄອງເມືອງ ພູກູດ ຂອງພວກເຮົາກໍໄດ້ເອົາໃຈໃສ່ ໃນການປົກປັກຮັກສາ ແລະ ຄຸ້ມຄອງ ແຕ່ກໍຍັງມີປະຊາຊົນຈຳນວນໜຶ່ງ ຍັງລັກລອກຊຂຸດຄົ້ນແຮ່ຄຳ ເຊິ່ງກໍເປັນປາກົດການຫຍໍ້ທໍ້ອັນໜຶ່ງທີ່ເກີດຂຶ້ນແກ່ຍາດມາດົນນານ.

ຕໍ່ກັບບັນຫາດັ່ງກ່າວ, ຄະນະພັກ ອຳນາດປົກຄອງແຂວງ ແລະ ເມືອງ ພູກູດ ກໍໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາ ເປັນຕົ້ນແມ່ນໄດ້ສຶກສາອົບຮົມການເມືອງແນວຄິດ ນໍາເອົາ ແນວທາງນະໂຍບາຍບັນຫານິທິກຳ ທີ່ກ່ຽວຂອງຂອງພັກ ຂອງລັດ ເຜີຍແຜ່ຜົນຮ້າຍ ຂອງການຂຸດຄົ້ນແຮ່ຄຳ ດ້ວຍຫຼາຍຮູບແບບ ຫຼາຍຄັ້ງຢ່າງຕໍ່ເນື່ອງ ພ້ອມທັງເອົາໃຈໃສ່ ຕິດຕາມກວດກາ ເມື່ອພົບເຫັນບຸກຄົນ ທີ່ລັກລອບຄົ້ນຄົ້ນແຮ່ຄຳ ກໍໄດ້ນຳມາແກ້ໄຂຕາມຂະບວນການດ້ານກົດໝາຍ ພ້ອມທັງຕິດຕາມບັນດາກຸ່ມເປົ້າໝາຍ ແຕ່ຍ້ອນປະຊາຊົນສ່ວນໜຶ່ງ ທີ່ມີແນວຄິດ ຢາກໄດ້ຈົນລືມຄຳນຶງເຖິງ ບັນຫາທີ່ຈະເກີດຂຶ້ນຕາມມາ.

ຕົກມາຮອດວັນທີ 18 ກໍລະກົດ 2021 ເວລາ 14: 00 ໂມງ ໄດ້ຮັບການລາຍງານວ່າ ເກີດມີດິນຍຸບທັບປະຊາຊົນ ທີ່ຮັກລອບຂຸດຄຳ ເມື່ອເປັນເຊັ່ນັ້ນ ຄຳນະພັກ ອຳນາດການປ້ອງຄອງເມືອງພູກູດ ກໍໄດ້ຈັດກອງປະຊຸມ ປຶກສາຫາລື ໄດ້ມອບໝາຍໃຫ້ຕາງໜ້າການນຳ ຂອງເມືອງ ສົມທົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານ ລົງກວດກາສະຖານທີ່ຕົວຈິງ ເຫັນວ່າ ມີມູນຄວາມຈິງ.

ຜ່ານການເກັບກຳຂໍ້ມູນ ຜູ້ທີ່ຖືກເຄາະຮ້າຍໃນຄັ້ງນີ້ ມີຈຳນວນ 7 ຄົນ ຍິງ 1 ຄົນ ທັງໝົດແມ່ພົນລະເມືອງ ຂອງເມືອງພູກູດ ກໍຄືປະຊາຊົນບ້ານໂຈຍ 5 ຄົນ, ບ້ານ ບົງ 1 ຄົນ, ບ້ານເມືອງເສັງ 1ຄົນ.

ຕໍ່ກັບສະພາບບັນຫາ ດັ່ງກ່າວ, ຈິດໃຈ ທາງຄອບຄົວຜູ້ທີ່ຖືກເຄາະຮ້າຍ ສະເໜີ ຢາກຂຸດຄົ້ນ ຫາຜູ້ທີ່ສູນຫາຍອອກມາ  ເມື່ອເປັນເຊັ່ນນັ້ນການນຳເມືອງກໍໄດ້ຈັດຕັ້ງ ປະຊຸມປຶກສາຫາລື ຫຼາຍຄັ້ງຢ່າງກົງໄປກົງມາ ພ້ອມທັງໄດ້ ຂໍທິດຊີ້ນຳຈາກແຂວງ ແລະ ບັນດາພະແນກການທີ່ກ່ຽວຂ້ອງ ໄດ້ລົງມາສົມທົບກັບເມື່ອ ເພື່ອພ້ອມກັນປະເມີນສະພາບການໂຕຈິງ ຄາດວ່າຜູ້ທີ່ຖືກເຄາະຮ້າຍ ຈະບໍ່ສາມາດຂຸດຄົ້ນອອກມາໄດ້ ເນື່ອງຈາກວ່າ ສະພາບຂອງພື້ນທີ່ເປັນພື້ນທີ່ສູງ ແລະ ດິນຍຸບໂຕເປັນບໍລິເວນກ້ວາງ ມີຄວາມສ່ຽງສູງ ທີ່ຈະເກີດອຸບັດຕິເຫດເກີດຂຶ້ນຕື່ມ ແລະ ຍັງຈະມີຜົນກະທົບ ຊັບພະຍາກອນທຳມະຊາດ ສິ່ງແວວລ້ອມ ແລະ ສັງຄົມ ເປັນຕົ້ນແມ່ນ ຢູ່ໃກ້ບ່ອນທຳການຜະລິດຂອງພໍ່ແມ່ປະຊາຊົນ ແລະ ຈະສ້າງຄວາມບໍ່ສະຫງົບຢູ່ໃນສັງຄົມ ຕໍ່ສະພາບການດັ່ງກ່າວ ຂ້າພະເຈົ້າ ຜູ້ຕ່າງໜ້າໃຫ້ການນຳ ຂອງເມືອງ ຂໍສະແດງຄວາມເສຍໃຈ ມາຍັງຄອບຄົວຜູ້ທີ່ຖືກເຄາະຮ້າຍ ຈາກເຫດການໃນຄັ້ງນີ້ ຕໍ່ເຫດການດັ່ງກ່າວ ຂ້າພະເຈົ້າຂໍຮຽກຮ້ອງມາຍັງ ຄອບຄົວຜູ້ທີ່ຖືກເຄາະຮ້າຍ ຈົ່ງເຂົ້າໃຈຕໍ່ເຫດຜົນ ແລະ ຄວາມຈຳເປັນ ຂອງເຫດການທີ່ເກີດຂຶ້ນໃນຕົວຈິງ.

ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນໃນທົ່ວແຂວງ ຊຽງຂວາງ ໂດຍສະເພາະພໍ່ແມ່ປະຊາຊົນເມືອງພູກູດ ໃຫ້ຢຸດເຊົາໃນການລັກລອບຂຸດຄົ້ນ ແຮ່ຄຳທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອອບໍ່ໃຫ້ເກີດເຫດການ ການສູນເສຍ ແບບນີ້ຂຶ້ນອີກ.