Home Blog Page 203

ຄະນະສະເພາະກິດ ປະຊຸມປຶກສາຫາລື ໃຫ້ບັນດາແຂວງປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ພຽງພໍກັບແຮງງານລາວທີ່ກັບຄືນມາ

ຄະນະສະເພາະກິດ ປະຊຸມປຶກສາຫາລືວຽກງານຕ້ານໂຄວິດ-19 ໂດຍໃຫ້ບັນດາແຂວງປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ພຽງພໍກັບແຮງງານ ລາວທີ່ຈະເດີນທາງກັບຄືນປະເທດ.

ຕາມການລາຍງານ ຂອງຂ່າວເສດຖະກິດ-ການຄ້າ ໃຫ້ຮູ້ວ່າ: ໃນຕອນເຊົ້າ ວັນທີ 23 ກໍລະກົດ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ໄດ້ປະຊຸມທາງໄກ (Video Conference) ຮ່ວມກັບຄະນະສະເພາະກິດບັນດາແຂວງ ແລະ ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານສະພາບການລະບາດ, ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ຢູ່ບັນດາແຂວງ, ຂໍ້ສະດວກ, ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຕົວຈິງ, ແລະ ປຶກສາຫາລືແຜນຮັບມືໃນຕໍ່ໜ້າ ໂດຍສະເພາະ ອັນທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດດັ່ງກ່າວ ມີຄວາມໂລ່ງລ່ຽນ, ວ່ອງໄວ, ທັນສະພາບການ, ມີປະສິດທິພາບ ແລະ ປະສິດທິຜົນ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫຼັງຈາກນັ້ນ ທ່ານປະທານກອງປະຊຸມ ໄດ້ສະຫຼຸບສັງລວມ ເນື້ອໃນຂອງກອງປະຊຸມຄັ້ງນີ້, ພ້ອມທັງ ມີຄຳເຫັນເນັ້ນໜັກ ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຢ່າງສຸດຂີດ, ຮັບປະກັນໃຫ້ທິດຊີ້ນຳລວມສູນ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ທ່າແຮງຂອງທ້ອງຖິ່ນ ໃຫ້ແທດເໝາະ ກັບສະພາບຕົວຈິງ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.

ສຳລັບແຜນຮັບມືກັບ ກໍລະນີຕິດເຊື້ອຂອງແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງ ໃຫ້ເອົາໃຈໃສ່ມາດຕະການສະເພາະໜ້າທີ່ເລັ່ງດ່ວນ ໂດຍສະເພາະ ໃຫ້ບັນດາແຂວງປັບປຸງ ແລະ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ໃຫ້ພຽງພໍກັບແຮງງານລາວທີ່ຈະເດີນທາງກັບມາ, ກວດກາຄືນສະຖານທີ່ມີຄວາມພ້ອມ ແລະ ເໝາະສົມ, ພ້ອມທັງ ໃຫ້ມີການບໍລິຫານຄຸ້ມຄອງທີ່ເປັນລະບົບ; ໃຫ້ຄະນະສະເພາະກິດຂັ້ນສູນກາງ ສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນຈັດສົ່ງເຄື່ອງມື, ອຸປະກອນການແພດ ແລະ ຢາ, ພ້ອມທັງ ຄົ້ນຄວ້າງົບປະມານທີ່ຈຳເປັນ ໃຫ້ພຽງພໍ ແລະ ທັນການ ໃຫ້ບັນດາແຂວງ ໂດຍສະເພາະ ແຂວງທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ; ໃຫ້ກະຊວງສາທາລະນະສຸກ ຄົ້ນຄວ້າສົ່ງໜ່ວຍແພດ ແລະ ອາສາສະໝັກ ລົງຊ່ວຍແຂວງ ທີ່ມີແຮງງານກັບມາຈໍານວນຫຼາຍ ໃນການກວດວິເຄາະຫາເຊື້ອ ແລະ ປິ່ນປົວ, ພ້ອມທັງ ເລັ່ງສັກວັກຊີນ ໃຫ້ກຸ່ມເປົ້າໝາຍ ຕາມແຜນທີ່ວາງໄວ້; ໃຫ້ບັນດາແຂວງ ພາກກາງ ແລະ ພາກໃຕ້ ໂດຍສະເພາະ ແຂວງສະຫວັນນະເຂດ ແລະ ແຂວງຈໍາປາສັກ ປະສານກັບແຂວງເຊິ່ງໜ້າຂອງປະເທດໃກ້ຄຽງ ກ່ຽວກັບການແຮງງານທີ່ຈະເດີນທາງກັບມາ ເພື່ອວາງແຜນຮັບມືໄດ້ຊັດເຈນ.

ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພີ່ມທະວີໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ຂອງພັກ-ລັດ ກໍຄືກົດໝາຍ ແລະ ລະບຽບການ ກ່ຽວກັບແຮງງານ ໃຫ້ແກ່ແຮງງານລາວທີ່ກັບມາຈຳກັດບໍລິເວນໃນສູນ ເພື່ອໃຫ້ເຂົາເຈົ້າຮັບຮູ້, ເຂົ້າໃຈ, ຄົ້ນຄິດ, ຕັດສິນໃຈ ຊອກວຽກເຮັດງານທຳ ຢູ່ພາຍໃນປະເທດ ຫຼື ໄປອອກແຮງງານຢູ່ຕ່າງປະເທດແບບຖືກກົດໝາຍ; ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເກັບກຳຂໍ້ມູນ ແລະ ຂຶ້ນທະບຽນແຮງງານທີ່ກັບມານັ້ນ ໃຫ້ລະອຽດຊັດເຈນ ເພື່ອເປັນບ່ອນອີງໃນ ການຝຶກສີມືແຮງງານ ແລະ ປະສານກັບຂະແໜງການ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ບັນດາຫົວໜ່ວຍແຮງງານ, ໂຄງການລົງທຶນ ໃນການຈັດຫາວຽກເຮັດງານທຳໃຫ້ແຮງງານເຫຼົ່ານັ້ນໃນຕໍ່ໜ້າ; ໃຫ້ໜ່ວຍງານງົບປະມານ ແລະ ພະລາທິການ ເອົາໃຈໃສ່ການປະຕິບັດນະໂຍບາຍອຸດໜູນພິເສດ ໃຫ້ເຈົ້າໜ້າທີ່, ແພດໝໍ ແລະ ອາສາສະໜັກ; ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ນຳເອົາຄຳຖະແຫຼງ ຂອງທ່ານນາຍົກລັດຖະມົນຕີ ໃນວັນທີ 20 ກໍລະກົດ ທີ່ຜ່ານມາ ແລະ ແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 829/ຫສນຍ, ລົງວັນທີ 19 ກໍລະກົດ 2021 ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ.

ສະຫວັນນະເຂດ ມີຜູ້ປິ່ນປົວດີຈາກໂຄວິດ-19 ຕື່ມ 28 ກໍລະນີ

ຕາມພະແນກສາທາລະສຸກແຂວງສະຫວັນນະເຂດວັນທີ 26 ກໍລະກົດ 2021 ເວລາ 15:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 28 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ເຂດເສດຖະກິດພິເສດສະຫວັນ-ເຊໂນ.

ໂດຍການເຂົ້າຮ່ວມຂອງ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ, ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ.ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.ເຊີ່ງປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 1.537 ຄົນ, ຍັງຄັ້ງສູນປິ່ນປົວ 1.197 ຄົນ, ຍິງ 603 ຄົນ, ປິ່ນປົວດີແລ້ວ 340 ຄົນ, ຍິງ 180 ຄົນ ແລະ ເສັຍຊີວິດ 1 ຄົນ.ລາຍຊື່ຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ ອອກຈາກສູນປິ່ນປົວໃນວັນທີ 26 ກໍລະກົດ 2021 ມີ 28 ຄົນ ( ລາຍລະອຽດລາຍຊື່ຄົນເຈັບອອກໂຮງໝໍ ຢູ່ຮູບສຸດທ້າຍ ).

ແຂວງບໍລິຄຳໄຊ ກຽມພ້ອມ ສູນກັກກັນແຮງງານລາວກັບຄືນປະເທດ

ບໍລິຄຳໄຊ ກຽມພ້ອມ ສູນກັກກັນແຮງງານລາວກັບຄືນປະເທດ

ຕາມ ຂປລ ລາຍງານ: ແຫລ່ງຂ່າວຈາກແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍລິຄຳໄຊ ມີແຜນປັບປຸງ, ສ້ອມແປງ ໂຮງຮຽນນາຍ 10 ປກສ ຊັນຕົ້ນເລກ 4 ບ່ອນທີ່ມີການເປເພ ແລະ ຕໍ່ເຕີມບາງສ່ວນ ພ້ອມອຳນວຍຄວາມສະດວກໃນດ້ານຕ່າງໆ ເປັນຕົ້ນແມ່ນ ຕຽງນອນ, ຫ້ອງນ້ຳ, ອຸປະກອນໃຊ້ແຕ່ງກິນ ແລະ ອື່ນໆ ເພື່ອຈະນຳໃຊ້ເປັນບ່ອນຮອງຮັບແຮງງານລາວທີ່ເດີນທາງກັບຄືນປະເທດ ທີ່ມີຄວາມສ່ຽງຈາກການຕິດເຊື້ອຂອງພະຍາດໂຄວິດ-19 ໃຫ້ພຽງພໍ ແລະ ຄາດວ່າຈະໄດ້ເປີດນຳໃຊ້ໃນໄວໆນີ້.

ໃນຕອນບ່າຍວັນທີ 23 ກໍລະກົດ ຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ພ້ອມຫົວໜ້າຄະນະສະເພາະກິດຂັ້ນແຂວງ-ເມືອງ ລົງຕິດຕາມສູນກັກກັນໂຄວິດ-19 ຂອງແຮງງງານລາວທີ່ກັບຄືນປະເທດ ຢູ່ສູນກັກກັນໂຮງຮຽນບ້ານໄຊມຸງຄຸນ, ປັດຈຸບັນທົ່ວແຂວງ ມີສູນກັກກັນທັງໝົດ 17 ສູນ.

ໃນນັ້ນ ເມືອງປາກຊັນ ຍັງເຫລືອແຮງງານທີ່ຢູ່ສູນເມືອງປາກຊັນ 47 ຄົນ, ເມືອງທ່າພະບາດ 5 ຄົນ, ບໍລິຄັນ 7 ຄົນ, ປາກກະດິງ 67 ຄົນ, ຄຳເກີດ 107 ຄົນ ແລະ ເມືອງວຽງທອງ 1 ຄົນ. ມາຮອດປັດຈຸບັນ, ທົ່ວແຂວງກວດພົບເຊື້ອພະຍາດໂຄວິດ-19 ຈາກແຮງງານທີ່ເດີນທາງກັບມາຈາກປະເທດໃກ້ຄຽງ ຕິດເຊື້ອ 6 ກໍລະນີ ແລະ ຍັງລໍຖ້າຜົນກວດ 30 ຄົນ.

ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະສະເພາະກິດ ຍັງໄດ້ລົງເບິ່ງໂຮງຮຽນນາຍ 10 ປກສ ຊັນຕົ້ນເລກ 4 ທີ່ຈະນຳໃຊ້ເປັນບ່ອນຮອງຮັບແຮງງານກຸ່ມທີ່ມີຄວາມສ່ຽງຈາກການຕິດເຊື້ອຂອງພະຍາດໂຄວິດ-19 ຕື່ມອີກ.

ກຽມໂຕ! ສະຖານີລົດໄຟໂພນໂຮງໃກ້ຈະສ້າງສໍາເລັດແລ້ວ

ສະຖານີລົດໄຟໂພນໂຮງໃກ້ຈະສ້າງສໍາເລັດແລ້ວ ສະຖານນີລົດໄຟໂພນໂຮງທີ່ເປັນໜຶ່ງໃນໂຄງການເສັ້ນທາງລົດໄຟລາວ-ຈີນ,ໃກ້ຈະສ້າງສໍາເລັດແລ້ວ ທັງທາງດ້ານໃນ ແລະດ້ານນອກ ປັດຈຸບັນແມ່ນຢູ່ໃນໄລຍະສືບຕໍ່ການຕົບແຕ່ງທັງສອງດ້ານໃຫ້ມີຄວາມລະອຽດຕາມການອອກແບບທີ່ໄດ້ກຳນົດໄວ້.

ຕາມວິທະຍຸກະຈາຍສຽງແຫ່ງຊາດລາວ ລາຍງານ: ສະຖານີດັ່ງກ່າວຕັ້ງຢູ່ເມືອງໂພງໂຮງແຂວງວຽງຈັນ ເຊິ່ງໄດ້ຮັບການອອກແບບເປັນສະຖານນີຂົນສົ່ງໂດຍສານ, ມີບ່ອນລໍຖ້າຂຶ້ນລົດ 2 ບ່ອນ ໂດຍມີເສັ້ນທາງລົດໄຟຂັ້ນກາງ 3 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ສູງສຸດ 300 ຄົນ. ອາຄານສະຖານີມີຄວາມຍາວ 79,78 ແມັດ, ກວ້າງ 19,8 ແມັດ, ລວມພື້ນທີ່ກໍ່ສ້າງ 1498,7 ຕາລາງແມັດ.

ໂດຍລວມແລ້ວການອອກແບບສະຖານີໂພນໂຮງ ແມ່ນໄດ້ປະສົມປະສານກັນລະຫວ່າງສະຖາປັດຕະຍະກໍາແບບດັ້ງເດີມຂອງລາວ ແລະຈີນເຊິ່ງມີສະເໜ່ ແລະສວຍງາມ ປະກອບດ້ວຍວັດທະນະທໍາລາວ ແລະຈີນ ເຊິ່ງການອອກແບບທັງໝົດແມ່ນມີຄວາມສະຫຼັບຊັບຊ້ອນພໍສົມຄວນ ໂດຍຜ່ານການສ້າງແບບຈຳລອງດ້ານເຕັກໂນໂລຢີ (BIM) ແລະປະກອບເຂົ້າກັນກ່ອນການກໍ່ສ້າງ. ສະຖານີໂພນໂຮງ ເລີ່ມກໍ່ສ້າງມາແຕ່ກາງເດືອນພຶດສະພາ 2020 ແລະເປັນສະຖານີທໍາອິດ ທີ່ໄດ້ກໍ່ສ້າງສໍາເລັດໃນວຽກທີ່ເປັນສິ່ງທ້າທ້າຍ ແລະຂໍ້ຫຍຸ້ງຍາກທາງດ້ານໃນ ແລະ ດ້ານນອກ.

ຄາດວ່າຈະສໍາເລັດສົມບູນໃນໄວໆນີ້. ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກເສັ້ນທາງຕອນເໜືອທີ່ດ່ານຊາຍແດນຈີນ-ລາວໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021 ຕາມແຜນການ.

ໃຊ້ເຮືອນຕົນເອງເປັນບ່ອນມົ້ວສຸມ ແລະ ຄ້າຂາຍຢາເສບຕິດ ຖືກຈັບດຳເນີນຄະດີ

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນວັນທີ 22 ກໍລະກົດ 2021 ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ເຂົ້າປິດລ້ອມເຮືອນ ນາງ ສີສົມພອນ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນລວງວຽງຈັນ ພົບເຫັນຊາຍ 3 ຄົນກໍາລັງມົ້ວສຸມເສບຢາບ້າ ພ້ອມທັງ ກວດຄົ້ນເຮືອນ ພົບຂອງກາງຢາບ້າ ຈໍານວນ 315 ເມັດ, ຢາໄອສ 1 ຖົງນ້ອຍ.

ດັ່ງນັ້ນ ຈຶ່ງນໍາຕົວພວກກ່ຽວພ້ອມເຈົ້າຂອງເຮືອນ ມາດໍາເນີນຄະດີ, ພັທ ສອນເພັດ ພິຈິດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ຜ່ານການຕິດຕາມມາໄລຍະໜຶ່ງເຫັນວ່າ: ຢູ່ເຮືອນຂອງນາງ ສີສົມພອນ ອາຍຸ 47 ປີ ປະຊາຊົນ ຢູ່ບ້ານຈັນສະຫວ່າງ ໄດ້ຄ້າຂາຍ ແລະ ມົ້ວສຸມຢາເສບຕິດ ເຈົ້າໜ້າທີ່ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຄຸມຕົວ ແລະ ກວດຄົ້ນເຮືອນຂອງຜູ້ກ່ຽວພົບຢາບ້າ ຈຳນວນ 315 ເມັດ ແລະ ຢາໄອສ 1 ຖົງນ້ອຍ ທີ່ຊຸກເຊື່ອງໄວ້ໃນກະເປົາເງິນ ມາດຳເນີນຄະດີ, ສ່ວນກຸ່ມທີ່ມົ້ວສຸມເສບຢາບ້າ ແມ່ນໄດ້ສົມທົບກັບ ປກສ ກຸ່ມ ໜອງໜ້ຽວ ແລະ ອຳນາດການປົກຄອງບ້ານຈັນສະຫວ່າງ ສຶກສາອົບຮົມ, ຕໍ່ກັບຄະດີດັ່ງກ່າວເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນ ເພື່ອຂະຫາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີ.

ຕໍ່ກັບບັນຫາຢາເສບຕິດນີ້ ກອງບັນຊາການ ປກສ ນວ ຂໍຮຽກຮ້ອງປະຊາຊົນ ໃຫ້ຊ່ວຍເປັນຫູເປັນຕາຕໍ່ເຈົ້າໜ້າທີ່ ຖ້າພົບເຫັນເຫດການໃດທີ່ມີຄວາມສ່ຽງເຮັດ ໃຫ້ເກີດປະກົດການຫຍໍ້ທໍ້ ໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ໃກ້ຄຽງ ຫຼື ແຈ້ງມາທາງເບີວອດແອບກອງບັນຊາການ ປກສ ນວ 020 288 997 74 ຫຼື ແຈ້ງມາຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຜູ້ຕິດເຊື້ອໂຄວິດ-19 ຢູ່ສະຫວັນນະເຂດໄດ້ກັບບ້ານແລ້ວ 40 ຄົນ

ວັນທີ 25 ກໍລະກົດ 2021 ເວລາ 16:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 40 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9.

ໂດຍການເຂົ້າຮ່ວມຂອງ ທິມແພດປິ່ນປົວ, ຄອບຄົວ ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້.ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.

ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ຂໍຂອບໃຈແພດໝໍຫຼາຍໆ
ຂໍຂອບໃຈແພດໝໍຫຼາຍໆ

ເຊີ່ງປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 1.417 ຄົນ, ຍັງຄັ້ງສູນປິ່ນປົວ 1.110 ຄົນ ແລະ ປິ່ນປົວດີແລ້ວ 307 ຄົນ, ຍິງ 159 ຄົນ, ເສັຍຊີວິດ 1 ຄົນ.ລາຍຊື່ຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ ອອກຈາກສູນປິ່ນປົວໃນວັນທີ 25 ກໍລະກົດ 2021 ມີ 40 ຄົນ ( ລາຍລະອຽດລາຍຊື່ຄົນເຈັບອອກໂຮງໝໍ ຢູ່ຮູບສຸດທ້າຍ ).ພາບ-ຂ່າວ: ທິບພະໂກສົນ ສຸວັນສໍດາຈັນ

ໂຄງການກໍ່ສ້າງທາງລົດໄຟ ຢູ່ແຂວງອຸດົມໄຊ

ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ເຄື່ອນໄຫວຕິດຕາມ, ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟ ຢູ່ແຂວງອຸດົມໄຊ

ຕາມການລາຍງານຂອງ ຂ່າວປະຈຳວັນ Daily News Oudomxay ໃຫ້ຮູ້ວ່າ: ທ້າຍອາທິດທີ່ຜ່ານມານີ້ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ມາເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟ ຢູ່ແຂວງອຸດົມໄຊ.

ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໂດຍມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂັ້ນແຂວງ ພ້ອມດ້ວຍຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟຂັ້ນແຂວງຮ່ວມເດີນທາງນຳ ໄດ້ຂີ່ລົດໄຟທີ່ຮັບໃຊ້ຢູ່ພາຍໃນໂຄງການກໍ່ສ້າງ ຈາກນະຄອນຫຼວງພະບາງມາ ເມືອງງາ, ເມືອງໄຊ ແລະ ເມືອງນາໝໍ້ ເພື່ອເຄື່ອນໄຫວເບິ່ງການກໍ່ສ້າງເສັ້ນທາງ ແລະ ບັນດາສະຖານີລົດໄຟ ຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນ ເບິ່ງຄວາມຄືບໜ້າ ແລະ ຄວາມພ້ອມຮອບດ້ານໃນການກະກຽມເປີດການນຳໃຊ້ ເຊິ່ງກຳນົດແມ່ນວັນທີ 2 ທັນວາປີ 2021 ທີ່ຈະມາເຖິງນີ້ ແລະ ໄດ້ໄປເບິ່ງໂຄງການກໍ່ສ້າງບ້ານຈັດສັນໃໝ່ ບ້ານນາຄົກ, ເມືອງງາ ແລະ ບ້ານນາໝໍ້ໃຕ້, ເມືອງນາໝໍ້ ເຊິ່ງເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ.

ທ່ານ ຄຳແສງ ອາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂັ້ນແຂວງ ໃຫ້ສຳພາດວ່າ: ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດໂຄງການທັງໝົດແມ່ນດຳເນີນໄປຕາມແຜນ ສຳລັບວຽກກໍ່ສ້າງເສັ້ນທາງລົດໄຟແມ່ນຄືບໜ້າແລ້ວ 99%.

ສ່ວນວຽກໄຟຟ້າ, ວຽກກໍ່ສ້າງສະຖານີ ແລະ ວຽກລະອຽດຈຳນວນໜຶ່ງແມ່ນພວມສຸມໃສ່ກໍ່ສ້າງ ເຊິ່ງຄາດວ່າທ້າຍປີນີ້ການກໍ່ສ້າງບັນດາໜ້າວຽກຂອງໂຄງການທັງໝົດຈະສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ.

ໂອກາດດັ່ງກ່າວ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນໃຫ້ຄະນະຊີ້ນຳໂຄງການຈົ່ງໃຫ້ການໃກ້ຊິດຕິດແທດຊີ້ນຳ, ຕິດຕາມ, ຊຸກຍູ້ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ແນໃສ່ເຮັດໃຫ້ການກໍ່ສ້າງດຳເນີນໄປຢ່າງມີຄຸນະພາບ ແລະ ສຳເລັດຕາມແຜນທີ່ກຳນົດໄວ້.ກວດແກ້: ອ່ຽງຄຳ ວິລະສັກ

ແຂວງຈຳປາສັກ ຈັດພິທີຮັບການຊ່ວຍເຫລືອ

ແຂວງຈຳປາສັກ ໄດ້ຮັບ ຊຸດຕຽງນອນ ແລະ ອຸປະກອນທາງການແພດ ຈາກອົງການປົກຄອງນະຄອນຫລວງວຽງຈັນ ແລະ ກະຊວງສາທາລະນະສຸກ.#ອົງການປົກຄອງແຂວງຈຳປາສັກ ໄດ້ຮັບ ຊຸດຕຽງນອນ 200 ຊຸດ, ຈາກກະຊວງສາທາລະນະສຸກ.

ໃນນັ້ນມີ ຕຽງເຈ້ຍ 100 ຕຽງ, ຕຽງເຫລັກສຳລັບໂຮງໝໍພາກສະໜາມ 80 ຕຽງ ແລະ ຕຽງແພດ 20 ຕຽງ ໃນມູນຄ່າ 401.648.000 ກີບ ແລະ ໄດ້ຮັບ ຊຸດຕຽງນອນ ຈຳນວນ 50 ຕຽງ ແລະ ອຸປະກອນທາງການແພດ 2.500 ຊຸດ ໃນມູນຄ່າ 171.000.000 ກີບ ຈາກອົງການປົກຄອງນະຄອນຫລວງວຽງຈັນ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ ສະ ກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຢູ່ແຂວງຈຳປາສັກ.

ພິທີ ຮັບການຊ່ວຍເຫລືອ ດັ່ງກ່າວ ຈັດຂຶ້ນໃນວັນທີ 21 ຫາ 23 ກໍລະກົດ ທີ່ຜ່ານມາ, ທີ່ຫ້ອງວ່າການແຂວງຈຳປາສັກ, ເປັນກຽດກ່າວຮັບໂດຍທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ.ມີ ທ່ານ ວັນນະໄຊ ຊາດຕະກຸນ ຫົວໜ້າຫ້ອງວ່າການແຂວງ ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ: ສະຖານນີວິທະຍຸແຂວງຈຳປາສັກ 100,7 MHz

ການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ

ການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຈະໃຫ້ສໍາເລັດທ້າຍປີນີ້

ຕາມ Lao National Radio ລາຍງານ: ມາຮອດປັດຈຸບັນ, ການກໍ່ສ້າງເຮືອນຢູ່ຖາວອນ 700 ຫລັງໃຫ້ປະຊາຊົນທີ່ປະສົບໄພຈາກເຫດການສັນເຂື່ອນອ່າງເກັບ ນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກຢູ່ເມືອງສະໜາມໄຊ, ແຂວງອັດຕະປື ສຳເລັດແລ້ວ 65% ຄາດວ່າການກໍ່ສ້າງທັງໝົດຈະໃຫ້ສໍາເສັດພາຍໃນທ້າຍປີ 2021 ນີ້.

ທ່ານ ລັດຕະນະພອນ ເທບສຸວັນ, ຫົວໜ້າພະແນກໂຍທາທິການ ແລະ ຂົນ ສົ່ງແຂວງອັດຕະປື, ທັງເປັນຄະນະຮັບຜິດຊອບການກໍ່ສ້າງພື້ນ ຖານໂຄງລ່າງໃຫ້ປະຊາຊົນທີ່ປະສົບໄພດັ່ງກ່າວ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດ ໃນໂອກາດຄົບ ຮອບ 3 ປີ ເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ( 23.7.2018-23.7.2021) ວ່າ: ເຮືອນຢູ່ຖາວອນທີ່ກໍ່ສ້າງມີທັງໝົດ 802 ຫລັງ, ໃນນີ້ ເປັນທຶນຊ່ວຍເຫລືອຈາກລັດຖະບານຍິ່ປຸ່ນ 66 ຫລັງ ແລະ ລັດຖະບານໄທ 45 ຫລັງ ໄດ້ກໍ່ສ້າງສໍາເລັດແລ້ວ.

ສ່ວນອີກ 700 ຫລັງແມ່ນທຶນຂອງບໍລິສັດທີ່ພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຈຳນວນ 24,5 ລ້ານໂດລາສະ ຫະລັດ, ເລີ່ມລົງມືກໍ່ສ້າງນັບແຕ່ຕົ້ນປີ 2020 ເປັນຕົ້ນມາ, ມາຮອດປັດຈຸບັນ ການກໍ່ສ້າງໂດຍລວມສໍາເລັດແລ້ວ 65% ໃນນີ້ ມີປະຊາຊົນໄດ້ຂຶ້ນຢູ່ແລ້ວ 182 ຄອບຄົວ, ສ່ວນທີ່ເຫລືອຈະສືບຕໍ່ໃຫ້ປະຊາຊົນໄດ້ເຂົ້າຢູ່ອາໃສຢູ່ເປັນແຕ່ລະໄລຍະ ເລີ່ມແຕ່ເດືອນສິງຫາຈົນຮອດເດືອນທັນວາປີ 2021 ໃຫ້ສໍາເລັດທັງໝົດ. ທ່ານ ລັດຕະນະພອນ ເທບສຸວັນ ໃຫ້ຮູ້ຕື່ມວ່າ: ການກໍ່ສ້າງເຮືອນຢູ່ຖາ ວອນໃຫ້ປະຊາຊົນທີ່ປະສົບໄພ ພົບຄວາມຫຍຸ້ງຍາກສົມຄວນ ຍ້ອນການລະ ບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນໍາເຂົ້າອຸປະກອນກໍ່ສ້າງ ແລະ ແຮງງານຂອງບໍລິສັດຮັບເໝົາກໍ່ສ້າງບໍ່ສະດວກເທົ່າທີ່ຄວນ. ແນວໃດກໍ່ຕາມ ຄະນະຮັບຜິດຊອບໂຄງການການກໍ່ສ້າງພື້ນຖານໂຄງລ່າງໝັ້ນໃຈວ່າການກໍ່ສ້າງຈະສໍາເລັດແນ່ນອນໃນທ້າຍປີ 2021 ນີ້.

ສໍາລັບການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພຈາກເຫດ ການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ແບ່ງ ອອກເປັນ 4 ປະເພດ ຄື: + ປະເພດທີ 1: ເຮືອນກໍ່ສອງຊັ້ນ.+ ປະເພດທີ 2: ເຮືອນກໍ່ຊັ້ນລຸ່ມ ແລະ ຊັ້ນເທີງໄມ້+ ປະເພດທີ 3: ເຮືອນກໍ່ຊັ້ນດຽວ.+ ປະເພດທີ 4: ເຮືອນມີກ້ອງລ່າງ ທັງໝົດນີ້ ໄດ້ຈັດແບ່ງໃຫ້ປະຊາຊົນໂດຍອີງຕາມຜົນເສຍຫາຍ ຫລື ຖານະແຕ່ລະຄອບຄົວທີ່ໄດ້ຮັບຜົນກະທົບຕົວຈິງທີ່ມີການປະເມີນຈາກຄະ ນະຮັບຜິດຊອບຢ່າງລະອຽດແລ້ວ.

ສປປ ລາວ ຈະໄດ້ຮັບ ຊີໂນຟາມ (Sinopham) ເພີ່ມອີກ 1 ລ້ານໂດສ

ສປປ ລາວ ກຽມຕ້ອນຮັບ ຊີໂນຟາມ (Sinopham) ເພີ່ມອີກ 1 ລ້ານໂດສ ຈາກ ສປ.ຈີນ ໃນໄວໆນີ້

ຕາມ ແອໂຣລາວ AeroLaos ລາຍງານ ໃຫ້ຮູ້ວ່າ: ແອໂຣລາວ AeroLaos ໄດ້ຮັບກຽດ ຈາກກົມການບິນພົນລະເຮືອນ ສປປລາວ ເພື່ອແຈ້ງຂ່າວດີ ໃຫ້ທຸກທ່ານໄດ້ຮັບຊາບວ່າ: ລັດຖະບານ ສປ.ຈີນ ແຈ້ງຊ່ວຍເຫຼືອ ສະໜອງຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ທີ່ຜະລິດໂດຍ [Beijing Institute Biological Products co.,LTD] #SINOPHARM ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຈໍານວນ 1 ລ້ານໂດສ ໃນໄວໆນີ້.

ເຊິ່ງຂັ້ນຕອນຕ່າງໆ ສໍານັກງານທີ່ປຶກສາດ້ານເສດຖະກິດການຄ້າ ສະຖານທູດ ສປ.ຈີນ ປະຈໍາ ສປປລາວ, ຄະນະກໍາມະທິການຮ່ວມມືລາວ-ຈີນ, ກະຊວງ ການຕ່າງປະເທດ ແຫ່ງ ສປປລາວ ແລະ ກະຊວງສາທາລະນະສຸກ ພວມກະກຽມວຽກງານ ດ້ານການຂົນສົ່ງ ເງື່ອນໃຂ ແລະ ລະບຽບການຈໍານວນໜຶ່ງຮ່ວມກັນ ,ຄາດວ່າທຸກຝ່າຍພວມຈະຈັດຕັ້ງປະຕິບັດໂດຍໄວທີ່ສຸດ

ສ່ວນດ້ານພິທີການຕ້ອນຮັບ ຈະອັບເດດໃຫ້ຊາບພາຍຫຼັງ ຜ່ານຊ່ອງທາງເພຈແອໂຣລາວ.