Home Blog Page 201

ຕັດສິນຈຳຄຸກຈຳເລີຍ 14 ຄົນ ໃນຂໍ້ຫາຢາເສບຕິດ

ສານປະຊາຊົນແຂວງວຽງຈັນຕັດສິນຈຳຄຸກຈຳເລີຍ 14 ຄົນ ໃນວັນທີ 22 ກໍລະກົດ 2021 ຜ່ານມານີ້ ສານປະຊາຊົນແຂວງວຽງຈັນ ຕັດສິນຄະດີ ຈຳນວນ 14 ຄົນຄື:

– ທ້າວ ໄຊ, ອາຍຸ 45 ປີ, ອາຊີບ ກຳມະກອນ, ຢູ່ບ້ານ ວຽງໄຊ, ທ້າວ ລ້ຽງ ອາຍຸ 61 ປີ, ອາຊີບ ເຮັດນາ, ຢູ່ບ້ານ ໂພນໄຊ, ທ້າວ ແຂກ ອາຍຸ 30 ປີ, ອາຊີບ ເຮັດນາ, ຢູ່ບ້ານ ໂພນໄຊ ເຊິ່ງທັງ 3 ຢູ່ເມືອງເມືອງວັງວຽງ ແຂວງວຽງຈັນ.

– ທ້າວໄຊ ຖືກກັກຕົວໃນວັນທີ 11 ກໍລະກົດ 2020 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 15 ເມັດ ດັ່ງນັ້ນສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ທ້າວ ໄຊ ຈຳເລີຍ ຫ້າປີ ປັບໃໝ 10,000,000 ກີບ.

– ທ້າວ ລ້ຽງ ແລະ ທ້າວ ແຂກ ຖືກກັກຕົວໃນວັນທີ 12 ມິຖຸນາ 2020 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຂອງກາງປະເພດຢາບ້າ 80 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ

-ທ້າວ ລ້ຽງ ຈຳເລີຍທີ1 ສີ່ປີ ປັບໃໝ 8,000,000 ກີບ

– ທ້າວ ແຂກ ຈຳເລີຍທີ2 ຫ້າປີ ປັບໃໝ 10,000,000 ກີບ

– ທ້າວ ກ໋ອກ ອາຍຸ 23 ປີ ອາຊີບວ່າງງານ ຢູ່ບ້ານ ໂພນແຮ່ ເມືອງ ທຸລະຄົມ ແຂວງວຽງຈັນ, ຖືກກັກຕົວໃນວັນທີ 10 ກໍລະກົດ 2020 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 36 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ຫ້າປີ, ປັບໃໝ 10,000,000 ກີບ

ຢຢ

– ທ້າວ ບຸນເດື່ອງ ອາຍຸ 31 ປີ ອາຊີບ ເຮັດນາ ຢູ່ບ້ານ ໂນນສະຫວັນ ເມືອງ ຊະນະຄາມ ແຂວງວຽງຈັນ, ຖືກກັກຕົວໃນວັນທີ 1 ພະຈິກ 2019 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 87 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ຫ້າປີ, ປັບໃໝ 10,000,000 ກີບ

– ທ້າວ ໄຊ ອາຍຸ 39 ປີ ອາຊີບກຳມະກອນ ຢູ່ບ້ານ ນາໝາກ ເມືອງທຸລະຄົມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 28 ກໍລະກົດ 2020 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 2 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ຫ້າປີ, ປັບໃໝ 10,000,000 ກີບ

– ທ້າວ ອ໋ອງ ອາຍຸ 35 ປີ ອາຊີບ ເຮັດນາ ຢູ່ບ້ານ ດອນຮຽງ ເມືອງໝື່ນ ແຂວງວຽງຈັນ ຖືກກັກຕົວໃນວັນທີ 24 ມັງກອນ 2020 ໃນຂໍ້ກ່າວຫາມີຢາເສບຕິດໄວ້ໃນຄອບຄອງ ຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 196 ເມັດ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ຫ້າປີ ປັບໃໝ 10,000,000 ກີບ

– ທ້າວ ແງັດ ອາຍຸ 28 ປີ ອາຊີບ ກຳມະກອນ ຢູ່ບ້ານ ຜາຮອມ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວໃນຄັ້ງວັນທີ 19 ກໍລະກົດ 2020 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງເພື່ອເສບ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 14 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ສອງປີ, ປັບໃໝ 10,000,000 ກີບ

– ທ້າວ ສົມລິດ ອາຍຸ 51 ປີ ອາຊີບ ເຮັດນາ ຢູ່ບ້ານ ນາສັກ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 4 ກໍລະກົດ 2020 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 799 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ແປດປີ, ປັບໃໝ 64,000,000 ກີບ

– ທ້າວ ກາເຢັ້ງຈ້າ ອາຍຸ 32 ປີ ອາຊີບ ເຮັດນາ, ຢູ່ບ້ານ ນາມອນເໜືອ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 25 ເມສາ 2020 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 375 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ເກົ້າປີ, ປັບໃໝ 42,000,000ກີບ

– ທ້າວ ເພັດສະໝອນ ອາຍຸ 26 ປີ ອາຊີບ ເຮັດນາ ຢູ່ບ້ານ ນາຄອງ, ທ້າວ ດວງພະຈັນ ອາຍຸ 32 ປີ ອາຊີບ ເຮັດນາ ຢູ່ບ້ານ ລິ່ງຊັນ, ທ້າວ ບຸນນຳ ອາຍຸ 35 ປີ ອາຊີບ ກຳມະກອນ ຢູ່ບ້ານລິ່ງຊັນ ທັງ 3 ຢູ່ເມືອງທຸລະຄົມ ແຂວງວຽງຈັນ ທ້າວເພັດສະໝອນຖືກກັກຕົວໃນວັນທີ 17 ກຸມພາ 2020

– ທ້າວ ດວງພະຈັນ ແລະ ທ້າວ ບຸນນຳ ຖືກກັກຕົວໃນວັນທີ 18 ກຸມພາ 2020 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ແລະ ການຂົນສົ່ງຢາບ້າ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 1,218 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍທັງ 3

– ທ້າວ ເພັດສະ ໝອນ ແລະ ທ້າວ ດວງພະຈັນ (ຈຳເລີຍທີ 1,2) ຜູ້ລະ ຫ້າປີ ປັບໃໝຜູ້ລະ 10,000,000 ກີບ, ທ້າວບຸນນຳ (ຈຳເລີຍທີ 3) ສີບປີ ປັບໃໝ 100,000,000 ກີບ

– ທ້າວ ບີມົວ ອາຍຸ 45 ປີ ອາຊີບ ເຮັດນາ ຢູ່ບ້ານ ໂພນເງີນ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວໃນວັນທີ 11 ກັນຍາ 2019 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 260 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ ຫົກປີ ປັບໃໝ 18, 000,000 ກີບ

– ທ້າວ ແຂກ ອາຍຸ 42 ປີ ອາຊີບ ເຮັດນາ ຢູ່ບ້ານນາພຽງ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 26 ມິຖຸນາ 2020 ໃນຂໍ້ກ່າວຫາຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 995 ເມັດ ສານປະຊາຊົນແຂວງວຽງຈັນຈຶ່ງຕັດສີນລົງໂທດຕັດອິດສະຫຼະພາບ ຈຳເລີຍ ແປດປີ ປັບໃໝ 64,000,000 ກີບ.

ຂ່າວ: ປກສ ແຂວງວຽງຈັນ ດວງມະນີ 55477832

ຈັບກຸ່ມຜູ້ຄ້າຢາເສບຕິດ 3 ຄົນ ພ້ອມຢາບ້າລວມ 11.379 ເມັດ

ຕາມການລາຍງານ ຂອງເພສຂ່າວ ສະຫວັນພັດທະນາ ຂ່າວ ໃຫ້ຮູ້ວ່າ:ໃນວັນທີ 23 ກໍລະກົດ 2021 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ເມືອງພີນ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ກໍລະກົດ 2021 ມີພົນ ລະເມືອງດີໄດ້ໂທມາແຈ້ງຕໍ່ເຈົ້າ ໜ້າທີ່ວ່າ: ມີຄົນບໍ່ດີຈຳນວນໜຶ່ງ ກຳລັງເຄື່ອນໄຫວຄ້າ-ຂາຍຢາ ເສບຕິດ(ຢາບ້າ) ແລະ ມົ້ວສຸມຢາ ເສບຕິດຢູ່ບ້ານພີນ, ເມືອງພີນ, ແຂວງສະຫວັນນະເຂດ ຈາກນັ້ນ, ຈຶ່ງໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດບໍລິການປະຊາຊົນ (ປກສ ກຸ່ມບ້ານທີ 04) ແລະໄດ້ແຕ່ງຕັ້ງ ພະນັກງານລົງສັນລະສູດແຫຼ່ງ ຂ່າວຢູ່ທີ່ຢູ່ຈຸດດັ່ງກ່າວ ເຊິ່ງເຫັນວ່າ ມີມູນຄວາມຈິງແທ້.

ພໍມາຮອດເວລາປະມານ 12 ໂມງ 05 ນາທີ ຂອງວັນດຽວກັນ ຈິ່ງໄດ້ນໍາກຳລັງ ເຂົ້າກັກຕົວເປົ້າໝາຍ 01 ຄົນຊື່ ທ້າວ ລໍາ ອາຍຸ 23 ປີ, ອາຊີບເຮັດນາ, ຢູ່ບ້ານມະລົວ, ເມືອງພີນ ພ້ອມຂອງກາງຢາບ້າຈໍານວນ 9.000 ເມັດ, ໂທລະສັບຍີ່ຫໍ້ອອບ ໂປ້ສີດຳ 1 ໜ່ວຍ, ເງິນກີບທະນາ ຄານ 11,8 ລ້ານກີບ ແລະ ລົດ ຈັກຍີ່ຫໍ້ YAMAHA ລຸ້ນເອັມສະ ແລັດສີດຳ 1 ຄັນ.

ຫຼັງຈາກນັ້ນ, ທາງເຈົ້າໜ້າທີ່ວິຊາສະເພາະຈິ່ງ ໄດ້ຂະຫຍາຍຜົນຈັບກຸມຜູ້ຮ່ວມ ຂະບວນການ ຈົນມາຮອດເວລາ ປະມານ 12 ໂມງ ຂອງວັນດຽວ ກັນຈິ່ງສາມາດກັກຕົວທ້າວ ລັ່ງ ອາຍຸ 41 ປີ, ອາຊີບ ເຮັດນາ, ບ້ານນາທະລັງ, ເມືອງພີນພົບ ເຫັນຂອງກາງປະເພດຢາບ້າ 1.807 ເມັດ ແລະ ຮອດເວລາ 17 ໂມງ 00 ນາທີຂອງວັນດຽວກັນ ກໍ່ສາມາດກັກຕົວເປົ້າໝາຍໄດ້ຕື່ມອີກ 1 ຄົນ ຊື່ທ້າວ ພູເງິນ ອາຍຸ 26 ປີ, ອາຊີບເຮັດນາ, ບ້ານອຸດົມໄຊ, ເມືອງພີນ ພ້ອມຂອງກາງຢາບ້າ 572 ເມັດ. ຕໍ່ກັບຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ວິຊາສະເພາະ ຈະໄດ້ນຳຕົວຜູ້ກ່ຽວທັງ 03 ຄົນ ພ້ອມຂອງກາງຢາບ້າຈຳນວນ 11.379 ເມັດ ມາດຳເນີນການສືບ ສວນ-ສອບສວນຕາມຂັ້ນຕອນ ຂອງກົດໝາຍຕໍ່ໄປ./.

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳຕິດຕາມ ທີມນັກກີລາ ເຫຼົ່າຮົບຊ່າງແສງ

ຕາມການລາຍງານ ຂອງ Lao people’s Army News: ວັນທີ 23 ກໍລະກົດ 2021 ທີ່ຜ່ານມາ, ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ກຳມະການຄະນະ ປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ ທັງເປັນຫົວໜ້າ ຊີ້ນຳການແຂ່ງຂັນໄດ້ລົງຊີ້ນຳຕິດຕາມທິມນັກກີລາເຫຼົ່າຮົບຊ່າງແສງ ຢູ່ສະໜາມຫັດແອບກອງ ພັນຂ້າມຜ່ານ 588 ເພື່ອກະກຽມ ເຂົ້າຮ່ວມການແຂ່ງຂັນກິລາການທະຫານສານາໆຊາດ ອາມີເກມ ( ARMY GAMES 2021 ) ຢູ່ສະຫະພັນຣັດເຊຍ ແລະ ສສ ຫວຽດນາມ.

ສະຫາຍ ພັນໂທ ອານຸສັກ ພົມ ວົງສາ ຫົວໜ້າພະແນກອົບຮົມ- ສູ້ຮົບຄະນະຮັບຜິດຊອບຄູເຝິກ ທິມນັກກີລາການທະຫານເຫຼົ່າຮົບ ຊ່າງແສງກົມໃຫຍ່ເສນາທິການ ກອງທັບ ໄດ້ລາຍງານກ່ຽວກັບ ການເຝິກຊ້ອມວ່າ: ພາຍຫຼັງໄດ້ ຮັບຄຳສັ່ງແຈ້ງການຂອງຂັ້ນເທິງ ໃຫ້ສ້າງແຜນການກ່ຽວກັບການ ກະກຽມເຝິກຊ້ອມກີລາການທະ ຫານເຫຼົ່າຮົບຊ່າງແສງ (ARMYGAMES 2021) ເຊິ່ງຈະໄດ້ຈັດຂຶ້ນທີ່ ສ.ຣັດເຊຍ ໃນຄັ້ງນີ້.

ເພື່ອເປັນກະກຽມຄວາມພ້ອມ ຮອບດ້ານຂອງທິມນັກກິລາແຕ່ ລະສະຫາຍໃຫ້ມີຄວາມຊຳນານ ຄ່ອງແຄ້ວ, ທັງເປັນການວັດແທກ ລະດັບຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກການທະຫານ ເຫຼົ່າຮົບວິຊາສະເພາະຊ່າງແສງ ຂອງແຕ່ລະພາກສ່ວນ ເຊັ່ນ : ພາກ ສ່ວນເຕັກນິກ ແລະ ພາກສ່ວນ ກວດກູ້ມີນຜ່ານສິ່ງກີດຂວາງ ຕ່າງໆຜ່ານການອົບຮົມພາກທິດ ສະດີ ແລະ ພາກປະຕິບັດຕົວຈິງ ເປັນເວລາ 01 ເດືອນ ເຫັນວ່າທິມ ກີລາເຫຼົ່າຮົບຊ່າງແສງສາມາດ ກຳບົດຮຽນໄດ້ດີ. ການເຂົ້າຮ່ວມແຂ່ງຂັນກີລາ ການທະຫານ(ARMYGA ME S2021) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ຈະເຂົ້າຮ່ວມແຂ່ງຂັນປະເພດກິລາ (SAFE ROUTE) ຫຼືເອີ້ນວ່າ : (ເສັ້ນທາງທີ່ປອດໄພ) ແລະ ໄດ້ປະກອບມີ 02 ພາກ ສ່ວນຄື: ພາກສ່ວນພາຫະພາເຕັກ ນິກ ແລະ ພາກສ່ວນເກັບກູ້ມີນ, ພາກສ່ວນເຕັກນິກ ປະກອບມີ 01 ຈຸມີຈຳນວນພົນ 12 ສະຫາຍ, ພາ ຫະນະທີ່ນຳເຂົ້າມາເຝິກອົບຮົມ ໃນຄັ້ງນີ້ປະກອບມີ ລົດກ່າຍຂົວ TMM-3 ຈຳນວນ 03 ຄັນ, ລົດ PTS ຈຳນວນ 02 ຄັນ.

ມີໜ້າທີ່ ຮັບປະກັນກ່າຍຂົວຂ້າມຜ່ານແມ່ນ້ຳ, ຜ່ານສີ່ງກິດຂວາງຕ່າງໆ, ສ່ວນຈຸນັກ ກວດ-ກູ້ ມິນ ປະກອບມີ 01 ຈຸ, ມີຈຳນວນພົນ 05 ສະຫາຍ, ປະກອບມີຈັກກວດມີນ 05 ເຄື່ອງ, ເຮັດໜ້າທີ່ທຳລາຍສີ່ງກີດຂວາງ, ກວດກູ້ມີນ ຕາມເສັ້ນທາງເຄື່ອນ ທັບ ແລະ ຮັບປະກັນຄວາມປອດ ໄພໃຫ້ແກ່ບັນດາພາຫະນະຕ່າງໆ ທີ່ເຄື່ອນທັບເຂົ້າພາກສະໜາມ.

ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສາຍໃຈ ກົມມະສິດ ກໍໄດ້ ມີຄຳເຫັນເນັ້ນໜັກໃຫ້ຄະນະຮັບ ຜິດຊອບ ແລະ ວິຊາການຕ້ອງເອົາ ໃຈໃສ່ທາງດ້ານເຕັກນິກການທະ ຫານ ແລະ ວິຊາສະເພາະເຫຼົ່າຮົບ ຊ່າງແສງໂດຍອີງໃສ່ເງືອນໄຂ ພູມມີປະເທດຕົວຈິງຂອງພາກ ສະໜາມ. ພ້ອມກັນນັ້ນ ຕ້ອງເອກະ ພາບກັນລະຫວ່າງຜູ້ບັນຊາ ແລະ ພະນັກງານ-ນັກຮົບບົນພື້ນຖານ ອົບຮົມ-ຫັດແອບຕາມແຜນການ ທີ່ໄດ້ກຳກົດໄວ້ໃຫ້ມີຄວາມປອດ ໄພ 100%, ເອົາໃຈໃສ່ຄວາມສາ ມັກຄີໃຫ້ເປັນປຶກແຜນແໜ້ນໜ້າ ເຂົ້າໃນການເຝິກຊ້ອມ ກໍຄືໃນ ໄລຍະເຂົ້າຮ່ວມໃນການແຂ່ງຂັນ ອາມີເກມ 2021 ໃຫ້ມີຜົນສຳ ເລັດຕາມລະດັບຄາດໝາຍ ແລະ ພ້ອມກັນຍາດເອົາກຽດຕິຄຸນ ແລະ ຊື່ສຽງມາສູ່ກອງທັບປະຊາ ຊົນລາວ.

ເມືອງສອງຄອນ ວາງແຜນຕ້ານໂຄວິດ-19 ຫຼັງຈາກມີລາຍງານຜູ້ຕິດເຊື້ອ

ໃນຕອນເຊົ້າ ຂອງວັນທີ​ 28​ ກໍລະກົດ​ 2021​ ຄະນະສະເພາະກິດ ເມືອງສອງຄອນ ວາງແຜນຮັບມື​ປ້ອງກັນ​ ຄວບຄຸມ​ແລະ​ແກ້ໄຂການລະບາດຂອງພະຍາດໂຄວິດ-19​ ພາຍໃນເມືອງເປັນການຮີບດ່ວນ ພາຍຫລັງໄດ້ພົບຜູ້ຕິດເຊື້ອເພີ່ມອີກ​ 4​ ຄົນ​ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ​ ພັອ​ ລຳຄູນ​ ວໍລະວົງ​ ເຈົ້າເມືອງ ເມືອງສອງຄອນ​ ແຂວງສະຫວັນນະເຂດ ລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້:

ສວຍໂອກາດໃຊ້ລົດຂົນສົ່ງສິນຄ້າ ຊຸກເຊື່ອງລົດຈັກ ທີ່ຖືກລັກມາ ເພື່ອສົ່ງອອກຕ່າງແຂວງ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ: ເຈົ້າໜ້າທີ່ ໜ່ວຍງານສືບສວນ-ສອບສວນ ປກສ ເມືອງໄຊທານີ ນວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍໃນວັນທີ 09 ກໍລະກົດ 2021 ວ່າລົດຈັກຕົນເອງຖືກລັກໄປ ຢູ່ເຂດບ້ານໜອງພະຍາ ເມືອງໄຊທານີ ເຈົ້າໜ້າທີ່ຈຶ່ງໄດ້ແຕ່ງກໍາລັງວິຊາສະເພາະ ຕິດຕາມ, ສືບຄົ້ນ ຮອດເວລາ 16:00 ໂມງ ຂອງວັນດຽວກັນກໍພົບເຫັນລົດຈັກຄັນດັ່ງກ່າວ ຢູ່ໃນລົດຂົນສົ່ງສິນຄ້າຂອງທ້າວ ພັນ ອາຍຸ 43 ປີ ອາຊິບຂັບລົດ ຢູ່ບ້ານນາໄຄ ເມືອງແປກ ແຂວງຊຽງຂວາງ ທີ່ກໍາລັງຈະເດີນທາງໄປຊຽງຂວາງ ຢູ່ຄີວລົດຊໍາເກດ ເມືອງສີໂຄດຕະບອງ ນວ ດັ່ງນັ້ນ, ຈິ່ງໄດ້ກັກຕົວຜູ້ກ່ຽວ ໃນຂໍ້ຫາຊື້-ຂາຍ ຊັບ ແລະ ຊຸກເຊື່ອງຊັບ ບໍ່ຖືກຕ້ອງຕາມກົດໝາຍພ້ອມ ຂອງກາງລົດຈັກ ເວບ 100 ສີຂຽວ-ດໍາ 1 ຄັນ.

ໃນຂະນະດຽວກັນ, ທ້າວ ໄຊຍະສິດ ອາຍຸ 22 ປີ ຢູ່ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ( ຜູ້ກໍ່ເຫດລັກລົດຈັກ ) ໄດ້ໂທຫາ ທ້າວ ພັນ ວ່າ ຈະເອົາລົດ ມາສົ່ງໃຫ້ອີກ 1 ຄັນ ເພື່ອສົ່ງອອກໄປແຂວງຊຽງຂວາງ; ເວລາຕໍ່ມາເຈົ້າໜ້າທີ່ ກໍ່ສາມາດກັກຕົວ ທ້າວ ໄຊຍະສິດ ໄດ້ພ້ອມທັງສອບສວນຂະຫຍາຍຜົນ.

ຮອດວັນທີ 10 ກໍລະກົດ 2021 ກໍສາມາດກັກຕົວຜູ້ຮ່ວມຂະບວນການໄດ້ອີກ 1 ຄົນ ຄື: ທ້າວ ຄໍາດີ ອາຍຸ 48 ປີ ປະຊາຊົນ ຢູ່ ບ້ານ ນາໄຫ ເມືອງ ຫາດຊາຍຟອງ ນວ ມາດໍາເນີນຄະດີ. ຜ່ານການສອບສວນ ທ້າວ ພັນ ໄດ້ໃຫ້ການຮັບສາລະພາບວ່າ: ໃນໄລຍະ ເດືອນພຶດສະພາ 2021 ຕົນເອງໄດ້ເອົາລົດໃຫຍ່ 6 ລໍ້ມາເຂົ້າຄີວລົດ ຊໍາເກດ ຈຸດປະສົງເພື່ອຂົນສົ່ງເຄື່ອງທຸກຊະນິດອອກແຂວງຊຽງຂວາງ ຕາມທີ່ລູກຄ້າສັ່ງ ແລະ ຕົນກໍ່ໄດ້ແຈກນາມບັດ ເພື່ອໃຫ້ລູກຄ້າຫຼາຍຄົນຮູ້ ແລະ ມາໃຊ້ບໍລິການ.

ຕົກມາຮອດ ວັນທີ 09 ກໍລະກົດ 2021, ໄດ້ມີຍິງຄົນໜຶ່ງ ຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໄດ້ໂທຫາ ແລະ ບອກວ່າຈະມີຄົນນໍາເອົາລົດຈັກເວບ 100 ສີດໍາ-ຂຽວ ມາສົ່ງໃຫ້ແລ້ວໃຫ້ຕົນນໍາມາສົ່ງໃຫ້ຢູ່ຕະຫຼາດ ໂພນສະຫວັນ; ພ້ອມທັງບອກຕົນເອງ ສົ່ງບັນຊີໃຫ້ເພື່ອຈະໂອນເງິນຄ່າລົດຈັກໃຫ້ຊາຍຄົນໜຶ່ງ ທີ່ເອົາລົດມາຝາກ, ສ່ວນຄ່າຂົນສົ່ງ 300.000 ແມ່ນເກັບປາຍທາງ ພໍຮອດເວລາ 16:00 ໂມງ ຂອງວັນດຽວກັນ ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວ.

ສ່ວນທ້າວ ໄຊຍະສິດ ແລະ ທ້າວ ຄໍາດີ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ພວກກ່ຽວທັງສອງຄົນ ແມ່ນໄດ້ຮ່ວມກັນເຄື່ອນໄຫວລັກຊັບພົນລະເມືອງ ປະເພດ ລົດຈັກ ມາແລ້ວ 5 ຄັ້ງ ໄດ້ລົດຈັກ 5 ຄັນ. ໂດຍໃຊ້ຮູບການຂີ່ລົດເລາະຖ້າພົບເຫັນລົດຈັກ ຈອດປະໄວ້ແມ່ນ ໄດ້ລົງມືກໍ່ເຫດທັນທີ ຫຼັງຈາກໄດ້ລົດຈັກມາແລ້ວກໍ່ໄດ້ສົ່ງຂາຍອອກແຂວງຊຽງຂວາງ ແລະ ເຊິ່ງໄນໄລຍະຜ່ານມາ ທັງສອງຄົນ ແມ່ນໄດ້ເອົາລົດຈັກມາຝາກນໍາໃຫ້ທ້າວ ພັນ 1 ຄັ້ງ, ເພື່ອສົ່ງຂາຍອອກຕ່າງແຂວງຊຽງຂວາງ.

ຜູ້ທີ່ມີດິນຢູ່ແຄມຂອງພາຍໃນເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ບໍ່ຄວນໂອນກໍາມະສິດການນໍາໃຊ້ທີ່ດິນໃນໄລຍະນີ້

ຕາມ Lao National Radio ລາຍງານ: ໃນໂອກາດໃຫ້ສໍາພາດຜ່ານລາຍການ ຍົກບັນຫາມາສົນທະນາ ທາງວິ ທະຍຸກະຈາຍສຽງແຫ່ງຊາດ ເມື່ອບໍ່ດົນມານີ້ ທ່ານ ພຸດທະເສນ ສິນທະວົງ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ຮຽກຮ້ອງມາຍັງຜູ້ທີ່ມີດິນຢູ່ແຄມຂອງຂອງ 2 ເມືອງພາຍໃນນະຄອນຫຼວງ ວຽງຈັນ ຄື: ເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ທີ່ນອນຢູ່ໃນໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະທີ II ບໍ່ຄວນໂອນກໍາມະສິດການນໍາໃຊ້ທີ່ດິນ ຫລື ມີການຊື້-ຂາຍ ທີ່ດິນເທື່ອໃນໄລຍະນີ້ ເນື່ອງຈາກໂຄງການດັ່ງກ່າວຈະເລີ່ມລົງມືຈັດຕັ້ງປະຕິບັດພາຍໃນຕົ້ນປີ 2021.

ທ່ານກ່າວວ່າ: ຕາມການສໍາຫລວດຂໍ້ມູນໃນເບື້ອງຕົ້ນ ໂຄງການນີ້ຈະສົ່ງຜົນກະທົບຕໍ່ເນື້ອທີ່ດິນຂອງປະຊາຊົນ 111 ຕອນ. ໃນນີ້ ສະເພາະດິນທີ່ຖືກຜົນກະທົບຈາກການກໍ່ສ້າງສວນສາທາລະນະຢູ່ບ້ານແກ້ງຍາງ ມີຫລາຍກວ່າ 50 ຕອນ. ຢ່າງໃດກໍ່ຕາມ ຜົນກະທົບຂອງໂຄງການນີ້ຈະໄດ້ເກັບກໍາອີກຄັ້ງໃຫ້ລະອຽດກວ່າເກົ່າເພື່ອໃຫ້ໄດ້ຂໍ້ມູນທີ່ຊັດເຈນກ່ອນຈະເລີ່ມລົງມືກໍ່ ສ້າງຕົວຈິງໃນຕົ້ນປີໜ້າ. ດັ່ງນັ້ນ ຜູ້ທີ່ມີດິນຢູ່ແຄມຂອງພາຍໃນສອງເມືອງດັ່ງກ່າວບໍ່ຄວນມີການໂອນກໍາມະສິດການນໍາໃຊ້ທີ່ດິນ ຫລື ມີການຊື້-ຂາຍ ທີ່ດິນເທື່ອໃນໄລຍະນີ້ ເພາະຈະສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ຄະນະຮັບຜິດຊອບໂຄງການໃນການຊົດເຊີຍຜົນເສຍຫາຍທີ່ເກີດຂຶ້ນ.

ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງ ຈັນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ຄະນະຮັບຜິດຊອບໂຄງການ ໄດ້ເຊີນເອົາພາກສ່ວນທີ່ກ່ຽວຂ້ອງ, ໃນນີ້ ລວມທັງບັນດານາຍບ້ານທີ່ຢູ່ລຽບຕາມແຄມຂອງຂອງເມືອງສີສັດຕະນາກ ແລະ ເມືອງຫາດຊາຍຟອງ ມາປະຊຸມເພື່ອຮັບຟັງການເຜີຍແຜ່ກ່ຽວກັບເຫດຜົນ ແລະ ຜົນປະ ໂຫຍດລວມຂອງໂຄງ ການ ເພື່ອນໍາໄປເຜີຍແຜ່ຕໍ່ໃຫ້ປະຊາຊົນພາຍໃນບ້ານຂອງຕົນຮັບຮູ້ ແລະ ໃຫ້ການຮ່ວມມືນໍາລັດ ຖະບານ. ນອກຈາກນີ້ ໃນອີກບໍ່ດົນນີ້ ຄະນະຮັບຜິດ ຊອບໂຄງການຈະລົງໄປສົມທົບກັບອົງການປົກຄອງເມືອງທີ່ກ່ຽວຂ້ອງເພື່ອລົງເຜີຍແຜ່ໃຫ້ປະຊາຊົນຢູ່ບັນດາບ້ານທີ່ຢູ່ລຽບແຄມຄອງໃຫ້ຮັບຮູ້ອີກຄັ້ງກ່ຽວກັບໂຄງການດັ່ງກ່າວ.

ໂຄງການປ້ອງກັນຕະຝັ່ງ ແລະ ພັດທະນາແຄມຂອງ ໄລຍະທີ II ປະ ກອບມີ 4 ໜ້າວຽກສໍາຄັນ ຄື:

1). ຍົກລະດັບຄູປ້ອງກັນນໍ້າ ແລະ ກໍ່ສ້າງລະບົບປ້ອງກັນຕະຝັ່ງແຕ່ຫລັກ 3 ຫາ ຫລັກ 4 ເມືອງສີສັດຕະນາກ ມີຄວາມຍາວປະ ມານ 0,97 ກິໂລແມັດ ແລະ ກໍ່ສ້າງລະບົບປ້ອງກັນຕະຝັ່ງບໍ່ໃຫ້ມີການເຊາະເຈື່ອນ ມີຄວາມຍາວທັງໝົດ 8,36 ກິໂລ ແມັດ ຈາກ ຫລັກ 4 ຫາ ບ້ານ ຫາດດອກແກ້ວ, ເມືອງ ຫາດຊາຍຟອງ.

2). ກໍ່ສ້າງສວນສາທາ ລະນະຢູ່ເຂດບ້ານແກ້ງຍາງ ໃຫ້ເຊື່ອມຈອດກັນໄດ້ລະ ຫວ່າງໂຄງການໄລຍະທີ I ແລະ ທີ II ຈົນຮອດບ້ານຫາດດອກແກ້ວ, ເມືອງຫາດຊາຍຟອງ ໃນເນື້ອທີ່ປະມານ 4 ເຮັກຕາ ເຊີ່ງປະກອບດ້ວຍ: ເສັ້ນທາງຍ່າງຊົມວີວ ແລະ ຊົມຕາເວັນຕົກດິນ, ສວນກິລາກາງ ແຈ້ງ ແລະ ຈຸດທ່ອງທ່ຽວທໍາມະຊາດທີ່ເຊື່ອມຈອດກັບຕົວເມືອງໄດ້.

3). ຍົກລະດັບເສັ້ນທາງຕາມຄູປ້ອງກັນນໍ້າຖ້ວມໃນໂຄງການໄລຍະທີ I ແຕ່ບ້ານອຸໂມງ ຫາ ບ້ານເກົ້າລ້ຽວ, ເມືອງສີໂຄດຕະບອງ, ມີຄວາມຍາວ 4,4 ກິ ໂລແມັດ ລຽບຕາມແຄມຂອງ.

4). ກໍ່ສ້າງເສັ້ນ ທາງຍ່າງຊົມທໍາມະຊາດ ແລະ ອອກກໍາລັງກາຍລຽບຕາມແຄບຂອງຈາກ ຫລັກ 3 ຫາ ຫລັກ 4 ເມືອງສີສັດຕະນາກ ມີຄວາມຍາວປະມານ 0,97 ກິໂລ ແມັດ ເພື່ອເຊື່ອມກັບໂຄງການໄລຍະທີ I.

ແຈ້ງ! ປິດການເຂົ້າ-ອອກ ເມືອງໄຊຍະບູລີ ເລີ່ມ 28 ກໍລະກົດ 2021

ແຈ້ງການ ຈາກຫ້ອງວ່າການແຂວງໄຊຍະບູລີ ເລື່ອງ: ເພີ່ມທະວີການປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກນການລະບາດ ຂອງໂຄວິດ-19 ຫົວໜ້າຫ້ອງວ່າການແຂວງໄຊຍະບູລີ ຂໍຖືເປັນກຽດແຈ້ງການມາຍັງບັນດາທ່ານ ຊາບວ່າ: ປະຈຸບັນນີ້ ຢູ່ເມືອງໄຊຍະບູລີ ໄດ້ມີຜູ້ຕິດເຊື້ອພະຍາດໂດວິດ-1 ໃຫມ່ຈໍານວນ 02 ຄົນ ເຊິ່ງແມ່ນບຸກຄົນທີ່ໄດ້ເດີນທາງ ມາຈາກສູນກັກກັນນະຄອນຫຼວງວຽງຈັນ ດັ່ງນັ້ນຄະນະສະເພາະກິດຈຶ່ງໄດ້ກໍານົດເຂດທີ່ມີຄວາມສ່ຽງໃນ ການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ພາຍໃນແຂວງຄື: ເມືອງໄຊຍະບູລີ ບ້ານນາແລ້ງຫຼວງ ມີຜູ້ຕິດເຊື້ອ 2 ກໍລະນີ ແລະ ໄດ້ປະກາດເປັນບ້ານສີແດງ; ສ່ວນເຂດສີເຫຼຶອງມື: ບ້ານຫ້ວຍເລິກ ເມືອງແກ່ນທ້າວ, ບ້ານ ມົດລົ້ມ ເມືອງປາກລາຍ, ບ້ານດອນ ເມືອງບໍ່ແຕນ ແລະ ບ້ານນາບວມ, ບ້ານດົງຫຼວງ, ບ້ານກາງ ເມືອງພຽງ ດັ່ງນັ້ນ ຈຶ່ງໃຫ້ທຸກພາກສ່ວນປະຕິບັດດັ່ງນີ້:

1 ປິດການເຂົ້າ-ອອກເມືອງໄຊຍະບູລີ ນັບແຕ່ວັນທີ 28 ກໍລະກົດ 2021 ເປັນຕົ້ນໄປ ຈົນກວ່າຈະມີ ແຈ້ງການປ່ຽນແປງ, ກໍລະນີມີຄວາມຈໍາເປັ້ນທີ່ຈະເດີນທາງເຂົ້າ-ອອກແມ່ນຕ້ອງໄດ້ຮັບການສັກວັກຊິນຄົບ 02 ເຂັ້ມ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ.

2. ໃຫ້ບັນດາພະແນກການ, ອົງການ, ຫ້ອງການອ້ອມຂ້າງແຂວງ ແລະ ເມືອງໄຊຍະບູລີ ແຕ່ງຕັ້ງພະນັກງານຜັດປ່ຽນກັນມາປະຈໍາການ ພາຍໃນສໍານັກງານຂອງຕົນ ຕາມຄວາມເຫມາະສົມພ້ອມທັງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ.

3. ໃຫ້ປິດຮ້ານບັນເທິງ, ຄາລາໂອເກະ, ຮ້ານຕັດຜົມ, ຮ້ານເສີມສວຍ, ຮ້ານນວດ, ຮ້ານສະປາ, ຮ້ານສະນຸກເກີ, ສັງວຽນຕິໄກ່ ແລະ ແຫຼ່ງທ່ອງທ່ຽວ ຢູ່ເມືອງໄຊຍະບູລີ; ສໍາລັບຮ້ານອາຫານ, ສວນຂ່າວກ່ອນຫນ້ານີ້ ແແລະ ແຈ້ງການແຂວງໄຊຍະບູູູລີ ແຈ້ງການໂຈະການເດີນທາງລະຫວ່າງເມືອງອາຫານ, ສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ ອະນຸຍາດໃຫ້ *ເປີດໄດ້ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າເຂັ້ມງວດ.

4. ປິດການຂົນສົ່ງໂດຍສານລະຫວ່າງ ເມືອງໄຊຍະບູລີ ຫາ ເມືອງອື່ນພາຍໃນ ແລະ ຕ່າງແຂວງ.

5. ຫ້າມຈັດກອງປະຊຸມໃນລະດັບຕ່າງໆ, ງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່,ສ່ວນງານຊາປະນະກິດສົບແມ່ນໃຫ້ປະຕິບັດມາດຕະການປ້ອງການຕິດເຊື້ອຢ່າງເຂັ້ມງວດ.

6. ໃຫ້ປິດການຮຽນ-ການສອນທຸກຊັ້ນຮຽນຢູ່ເມືອງໄຊຍະບູລີ; ສ່ວນການຈັດຕັ້ງສອບເສັງ ຊັ້ນ ມ7ແມ່ນໃຫ້ປະຕິບັດຕາມແຜນ, ແຕ່ຕ້ອງປະຕິບັດມາດຕະການຕາມຄະນະສະເພາະກິດໄດ້ແນະນໍາຢ່າງເຂັ້ມງວດ.

7. ໃຫ້ແຕ່ລະເມືອງຈັດຕັ້ງຈຸດກວດກາຄົນເຂົ້າ-ອອກເມືອງ ແລະ ບ້ານທີ່ມີຄວາມສ່ຽງໃນການແຜ່ລະບາດຂອງພະຍາດໂດວິດ-1 9 ໃນເມືອງຂອງຕົນຢ່າງເຂັ້ມງວດ ຕະຫຼອດ 24 ຊົ່ວໂມງ (ຍ້ອນກໍລະນີຜູ້ ຕິດເຊື້ອໃຫມ່ມີການພົວພັນກັບບຸກຄົນເປັ້ນຈໍານວນຫຼາຍ), ສ່ວນຜູ້ທີ່ໄດ້ຮັບອະນຸຍາດອອກຈາກສູນ ກັກກັນຫຼັກ 27 ນະຄອນຫຼວວງວຽງຈັນ ໃນລະຫວ່າງວັນທີ 25 ກໍລະກົດ 2021 ເປັນຕົ້ນມາ ແມ່ນ ໃຫ້ນໍາເຂົ້າສູນກັກກັນຂອງເມືອງຄືນຕື່ມກໍານົດ 14 ວັນ, ຖ້າບໍ່ມີອາການ ແລະ ກໍລະນີເກີດຂື້ນຈຶ່ງໃຫ້ກັບຫາຄອບຄົວໄດ້.

8. ມອບໃຫ້ພະແນກສາທາລະນະສຸກແຂວງ ສົມທົບກັບຄະນະສະເພາະກິດຂັ້ນເມືອງ ຊອກຫາຜູ້ສໍາຜັດໃກ້ຊິດ ກັບຜູ້ຕິດເຊື້ອ ເພື່ອເກັບຕົວຢ່າງ ແລະ ນໍາເຂົ້າສູນກັກກັນຕາມລະບຽບການ. 9. ມອບໃຫ້ພະແນກການ, ອົງການ, ກົມກອງ, ຫ້ອງການອ້ອມຂ້າງແຂວງ, ອົງການປົກຄອງເມືອງ II ເມືອງ, ຄະນະສະເພາະກິດເມືອງໄຊຍະບູລີ ແລະ ເຈົ້າຫນ້າທີ່ປກຊ-ປກສ ເປັນເຈົ້າການຈັດຕັ້ງ ປະຕິບັດແຈ້ງການສະບັບນີ້ ຢ່າງເດັດຂາດ ແລະ ເຂັ້ມງວດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ (ປະຕິບັດນັບແຕ່ວັນທີ 28 ກໍລະກົດ 2021 ເບັ້ນຕົ້ນໄປ ຈົນກວ່າຈະມີແຈ້ງການປ່ຽນແປງ).

ຂາຍລຳໃຍ ລາຍຮັບໄດ້ 80 ລ້ານກີບ!

ຕາມລາຍງານ ຂອງມີເດຍລາວແຂວງຫົວພັນ ໃຫ້ຮູ້ວ່າ: ຄອບຄົວທ່ານ ໂລພາມ ຢູ່ບ້ານພຽງໂຮມB ເມືອງຊຽງຄໍ້ ແຂວງຫົວພັນ ເປັນຄອບຄົວໜື່ງທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການປູກໄມ້ໃຫ້ໝາກທີ່ມີລາຍຮັບດີ. ທ່ານ ໂລພາມ ເວົ້າສູ່ຟັງວ່າ: ຍ້ອນບ້ານພຽງໂຮມB ບໍ່ມີເນື້ອທີ່ນາພຽງພໍໃຫ້ປະຊາຊົນໃນບ້ານ ເພື່ອຜະລິດເຂົ້າ ຈິ່ງເຮັດໃຫ້ປະຊາຊົນຫຼາຍຄອບຄົວຫັນຈາກການຖາງປ່າເຮັດໄຮ່ແບບເລື່ອນລອຍ ມາປູກຝັງ-ລ້ຽງສັດເປັນສິນຄ້າ ເພື່ອພັດທະນາຄອບຄົວ, ສຳລັບຄອບຄົວທ່ານ ໂລພາມ ນັບແຕ່ໄດ້ຍ້າຍມາຢູ່ບ້ານພຽງໂຮມB ໃນປີ 1994 ກໍໄດ້ນຳພາຄອບຄົວປູກໝາກໄມ້ ໂດຍສະເພາະແມ່ນ ປູກໝາກລຳໄຍຈຳນວນ 100 ກວ່າຕົ້ນ ໃນເນື້ອທີ່ 1,5 ເຮັກຕາ ປູກແບບທຳມະຊາດ ບາງປີກໍເປັນໝາກ ແລະ ບາງປີກໍ່ບໍ່ເປັນໝາກ, ໃນປີທຳອິດໝາກລຳໄຍ ໃຫ້ຜົນຜະລິດ ພຽງແຕ່ 3 ໂຕນ ແລະ ຂາຍອອກໃນລາຄາທີ່ຖືກ ແຕ່ຊີວິດການເປັນຢູ່ກໍຍັງພົບຄວາມຫຍຸ້ງຍາກ ຂາດໆເຂີນໆຢູ່.

ມາຮອດປີ 2016 ໄດ້ມີນັກທຸລະກິດຄົນຫວຽດນາມ ລົງມາສຳປະທານສວນໝາກລຳໄຍ ເຊິ່ງໄດ້ນຳເອົາເຕັກນິກເຂົ້າມາຊ່ວຍປະຊາຊົນ ໂດຍສະເພາະແມ່ນ ວິທີການຕັດຕໍ່ຫງ່າ, ການໃສ່ຝຸ່ນ, ການບົວລະບັດຮັກສາ ແລະ ເຕັກນິກອື່ນໆ ເພື່ອໃຫ້ໝາກລຳໄຍເພີ່ມທັງປະລິມານ ແລະ ຄຸນນະພາບ, ພາຍຫຼັງທີ່ໄດ້ນຳໃຊ້ເຕັກນິກເຂົ້າໃນການປູກໝາກລຳໄຍມາເຖີງປັດຈຸບັນ ໄດ້ເຮັດໃຫ້ຜົນຜະລິດຂອງໝາກລຳໄຍເພີ່ມຂຶ້ນທຸກໆປີ ຈາກ 3 ໂຕນຕໍ່ເຮັກຕາເຄິ່ງ ມາເປັນ 20 ໂຕນກວ່າຕໍ່ເຮັກຕາເຄິ່ງ ປີ 2020 ຜ່ານມາ ຄອບຄົວທ່ານ ໂລພາມ ມີລາຍຮັບຈາກການຂາຍໝາກລຳໄຍໄດ້ 80 ລ້ານກີບ ສະເພາະປີ 2021 ນີ້ຄາດວ່າຜົນຜະລິດຈະໃຫ້ໄດ້ 22 ໂຕນ.

ທ່ານ ລະສານ ເບິນເຜົ່າເຈົາ ນາຍບ້ານ-ບ້ານພຽງໂຮມB ເວົ້າວ່າ: ຍ້ອນໄດ້ເຊື່ອມຊຶມແນວທາງຂອງພັກ-ລັດ ໃນການຫັນຈາກການຜະລິດແບບທຳມະຊາດ-ແບບເລື່ອນລອຍ ໄປສູ່ການຜະລິດເພື່ອເປັນສິນຄ້າ, ຄະນະພັກ – ອຳນາດການປົກຄອງບ້ານ ໄດ້ເອົາໃຈໃສ່ ປຸກລະດົມ-ຊຸກຍູ້ປະຊາຊົນພາຍໃນບ້ານ ຫັນມາປູກຝັງ – ລ້ຽງສັດ ສ້າງອາຊີບແບບຄົງທີ່ ໂດຍສະເພາະແມ່ນ ໝາກລຳໄຍ ໃນນີ້ ຄອບຄົວທ່ານ ໂລພາມ ກໍ່ແມ່ນໜຶ່ງໃນຄອບຄົວທີ່ເອົາການປູກໝາກລຳໄຍຂາຍ ເປັນຄອບຄົວທີ່ເຮັດແທ້ທຳຈິງສາມາດເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວນັບມື້ດີຂຶ້ນ.

ທ່ານ ໂລພາມ ໃຫ້ຮູ້ຕື່ມວ່າ ພາຍຫຼັງທີ່ໄດ້ເອົາການປູກໄມ້ໃຫ້ໝາກເປັນອາຊີບ ໂດຍສະເພາະ ໝາກລຳໄຍ ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວຄອ່ຍໆດີຂຶ້ນ, ມີຢູ່ມີກິນ, ມີພາຫະນະຮັບໃຊ້, ມີເຄື່ອງໃຊ້ສອຍພາຍໃນເຮືອນ, ເຈັບເປັນມີເງິນປິ່ນປົວ ແລະ ມີສ່ວນແຮໄວ້. ສຳລັບແຜນການໃນຕໍ່ໜ້າ ແມ່ນຈະເອົາໃຈໃສ່ບົວລະບັດ ແລະ ຂະຫຍາຍເນື້ອທີ່ປູກໝາກລຳໄຍຕື່ມ ພ້ອມນີ້ຍັງຈະປູກຫຍ້າລ້ຽງງົວ ເພື່ອສ້າງລາຍຮັບເພີ່ມເຂົ້າສູ່ຄອບຄົວ ເຮັດໃຫ້ຄອບຄົວໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.

ອັບເດດການສ້າງສະຖານນີລົດໄຟນະຄອນຫຼວງວຽງຈັນ

ມາຮູ້ກ່ຽວກັບຂໍ້ມູນ ຂອງສະຖານີລົດໄຟ ລາວ-ຈີນ ທີ່ຈະເປີດໃຫ້ບໍລິການໄວໆນີ້.

ຕາມການລາຍານຂອງ Laos – China Railway Company: ສະຖານີຂອງທາງລົດໄຟລາວ-ຈີນ ມີທັງໝົດ 11​ ແຫ່ງ, ເຊິ່ງຈະເປີດນຳໃຊ້ກ່ອນ 10 ແຫ່ງຄື: ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫຼວງວຽງຈັນ; ໃນນັ້ນ,​ ສະຖານີທີ່ໃຫຍ່ທີ່ສຸດແມ່ນ ສະຖານີນະຄອນຫຼວງວຽງຈັນ, ສະຖານີຫຼວງພະບາງ, ສະຖານີບໍ່ເຕັນ, ສະຖານີວັງວຽງ ແລະ ສະຖານີເມືອງໄຊ.

ເຊິ່ງທັງ 10 ສະຖານີທີ່ກ່າວມາ ນອກຈາກສະຖານີບໍ່ເຕັນ,​ ສະຖານີນາໝໍ້,​ ສະຖານີເມືອງງາ ແລະ ສະຖານີນະຄອນຫຼວງ ທີ່ເປັນສະຖານີຂົນສົ່ງຜູ້ໂດຍສານຢ່າງດຽວແລ້ວ ທີ່ເຫຼືອແມ່ນຈະເປັນທັງສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ.

ການກໍ່ສ້າງອາຄານສະຖານີຂອງທາງລົດໄຟ ແມ່ນຈະມີຮູບຊົງປະສົມປະສານລະຫວ່າງວັດທະນະທຳ ແລະ ສະຖາປັດຕະຍະກຳ ຂອງລາວ ແລະ ຈີນ ໂດຍໃນອາຄານສະຖານີນອກຈາກຈະເປັນບ່ອນຂາຍປີ້ ແລະ ລໍຖ້າຂື້ນລົດໄຟແລ້ວຍັງມີຮ້ານເຄື່ອງດື່ມ, ຮ້ານສະດວກຊື້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໄວ້ຄອຍໃຫ້ບໍລິການທຸກທ່ານ.

ສະຫວັນນະເຂດ ພວມຄົ້ນຄວ້າວຽກເຮັດງານທໍາ ໃຫ້ແຮງງານລາວ ທີ່ກັບມາຈາກ ປະເທດໃກ້ຄຽງ

ຕາມລາຍງານ ຂອງຂປລ: ແຫຼ່ງຂ່າວ ຈາກແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ໃນວັນທີ 28 ກໍລະກົດ 2021 ນີ້ວ່າ ທ່ານ ນາງ ພາວັນ ບົວຫຼວງລາດ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ ແຂວງສະຫວັນນະເຂດ ກ່າວວ່າ: ເພື່ອເປັນການຮອງຮັບໃຫ້ແກ່ບັນດາແຮງງານລາວ ທີ່ກັບມາຈາກຕ່າງປະເທດໄດ້ມີວຽກເຮັດງານທຳ ຢູ່ພາຍໃນປະເທດຫຼາຍຂຶ້ນ, ແນໃສ່ໃຫ້ເຂົາເຈົ້າໄດ້ມີລາຍຮັບສາມາດກຸ້ມຕົນເອງນັ້ນ ຂະແໜງການຕົນ ດໍາເນີນການສຳຫລວດ ແລະ ເກັບກຳຕົວເລກຜູ້ໄປອອກແຮງງານຢູ່ປະເທດໄທ ໃນປີ 2019 ຈາກຄອບຄົວໃນແຕ່ລະບ້ານ ທົ່ວແຂວງສະຫວັນນະເຂດ ມີທັງໝົດ 35.726 ຄົນ (ຍິງ 20.544 ຄົນ). ໃນນັ້ນ 21.972 ຄົນແມ່ນໄປຖືກຕ້ອງຕາມລະບຽບກົດໝາຍ, ສ່ວນອີກ 13.754 ຄົນ ແມ່ນໄປບໍ່ຖືກກົດໝາຍ.

ສຳລັບການເຂົ້າມາຂອງແຮງງານ ຍ້ອນການແຜ່ລະບາດ ຂອງພະຍາດໂຄວິດ-19 ເລີ່ມແຕ່ເດືອນມີນາ 2020 ມາຮອດປັດຈຸບັນ ແມ່ນໄດ້ແບ່ງເປັນສອງໄລຍະ ຄື: ໄລຍະທີ 1 ມີແຮງງານເຂົ້າມາຈໍານວນ 27.659 ຄົນ (ຍິງ 13.445 ຄົນ) ແລະ ໄລຍະທີ 2 ມີແຮງງານ 23.445 ຄົນ (ຍິງ 10.984 ຄົນ). ໃນນີ້ຂະແໜງການກ່ຽວຂ້ອງແຂວງ ຍິນດີຮັບເອົາຄົນລາວໃນໄວເຮັດວຽກງານ, ໄວສະລາ ແລະ ເດັກນ້ອຍ ເປັນບູລິມະສິດກ່ອນໝູ່, ພ້ອມທັງເອົາໃຈໃສ່ປິ່ນປົວເຂົາເຈົ້າດ້ວຍວິທີການນຳເຂົ້າສູນຈຳກັດບໍລິເວນ 14 ວັນ, ໄປຄຽງຄູ່ການສຸມໃສ່ປິ່ນປົວກໍລະນີມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃຫ້ດີ. ຂະນະດຽວກັນ, ກໍໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບແຮງງານ, ການຈ້າງງານ, ການຊອກວຽກເຮັດງານທຳ, ສຶກສາອົບຮົມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ດ້ວຍຫລາຍຮູບການ ເພື່ອໃຫ້ເຂົາເຈົ້າຮູ້ໄດ້ເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ຕໍ່ບັນດາແຮງງານ, ຕໍ່ຍາດພີ່ນ້ອງຮ່ວມຊາດ ກໍຄື ການຫາບ່ອນພັກເຊົາ, ການກັກກັນ, ການປິ່ນປົວໂດຍບໍ່ເສຍຄ່າ, ພ້ອມທັງອຳນວຍຄວາມສະດວກ ໃນການປະສານງານກັບທ້ອງຖິ່ນ, ສ້າງເງື່ອນໄຂໃຫ້ໄດ້ຮັບວັກຊີນ, ປະຊາສຳພັນໃຫ້ແຮງງານທີ່ມີຈຸດປະສົງ ສະໝັກວຽກລົງທະບຽນຢູ່ຈຸດບໍລິການຈັດຫາງານ, ເຊິ່ງມີຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ໄປຄຽງຄູ່ໄດ້ຊຸກຍູ້ໃຫ້ບໍລິສັດຈັດຫາງານ ທີ່ເຄື່ອນໄຫວພາຍໃນແຂວງ ເປັນຜູ້ຊ່ວຍໃນການຊອກຫາວຽກເຮັດງານທໍາໃຫ້ເຂົາເຈົ້າ, ເຊິ່ງຄາດວ່າຖ້າແຮງງານຂອງພວກເຮົາໄດ້ຮັບວັກຊີນຢ່າງທົ່ວເຖິງ ກໍເປັນເງື່ອນໄຂໜຶ່ງໃນການເຂົ້າເຖິງຕະຫລາດແຮງງານ ແລະ ຍັງຈະໄດ້ມີການປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຊ່ວຍແຮງງານດັ່ງກ່າວ ເຊັ່ນ: ສະພາການຄ້າອຸດສາຫະກຳ, ຈັດຕະຫລາດນັດແຮງງານ, ຂະຫຍາຍເຄືອຂ່າຍບໍລິການຈັດຫາງານໃຫ້ຮອດເມືອງ ແລະ ບ້ານ, ເປີດການຝຶກອົບຮົມທາງດ້ານສີມືແຮງງານ ແລະ ອື່ນໆ.

ປັດຈຸບັນ ໄດ້ມີ 3 ບໍລິສັດແລ້ວ ທີ່ຍື່ນສະເໜີຫາພະແນກແຮງງານ ແລະ ສະຫວັດດີການສັງ ຄົມແຂວງ ທີ່ມີຄວາມຕ້ອງການທາງດ້ານແຮງງານເປັນຕົ້ນ ແມ່ນ:

ບໍລິສັດ ສາມມິດ ຈັດຫາງານ ມີຄວາມຕ້ອງການພະນັກງານຊ່າງຊີມັງ-ຊ່າງເຫລັກ ຈໍານວນຫຼາຍຄົນ ໃນໂຄງການກໍ່ສ້າງຂົວຂ້າມແມ່ນ້ຳ ຂອງແຫ່ງທີ 5 ປາກຊັນ-ບຶງການ, ມີຄ່າແຮງງານເລີ່ມຕົ້ນ 85.000 ກີບ ຫາ 100.000 ກີບຕໍ່ມື້, ມີເງິນລ່ວງເວລາ 13.000 ກີບ ຕໍ່ຊົ່ວໂມງ, ເຮັດວຽກ 8 ຊົ່ວໂມງຕໍ່ມື້.

ບໍລິສັດ ທຣີໂອລາວ ເອັກປອດ ຈຳກັດ ຕ້ອງການພະນັກງານ 350 ຄົນ, ຕຳແໜ່ງງານຫຍິບຜ້າ, ຫົວໜ້າລາຍການຜະລິດ, ຊ່າງສ້ອມແປງເຄື່ອງຈັກ, ໂດຍປະຕິບັດນະໂຍບາຍຕາມກົດໝາຍແຮງງານ ແລະ ກົດໝາຍປະກັນສັງ ຄົມ ມີເງິນໃຫ້ 1.400.000 ກີບ ຫາ 5.000.000 ກີບຕໍ່ເດືອນ, ພ້ອມມີຫໍພັກຍິງໃຫ້ຢູ່.

ບໍລິສັດ ຕຣີມາກ ຈໍາກັດ ດໍາເນີນທຸລະກິດ ກ່ຽວກັບຫຍິບເສື້ອຜ້າສົ່ງອອກ ຕ້ອງການພະນັກງານຫຍິບຜ້າຈຳນວນຫຼາຍ ມີນະໂຍບາຍຄ່າແຮງງານຕາມກົດໝາຍ, ມີເງິນລ່ວງເວລາ, ເງິນຜົນຜະລິດ, ມີຄ່າອາ ຫານ ແລະ ມີເງິນໂບນັດໃຫ້ນຳອີກ. ໂດຍຈະຈ່າຍເງິນໃຫ້ໃນທຸກໆວັນທີ 10 ແລະ ວັນທີ 25 ຂອງແຕ່ລະເດືອນ.

ສ່ວນວ່າ ເຂດເສດຖະກິດພິເສດສະຫວັນນະເຂດ ບໍລິສັດ ເຣັນໂຣເວິກ ກໍມີທ່າອ່ຽງຈະຮັບແຮງງານເພີ່ມຕື່ມໃນຫຼາຍຕຳແໜ່ງງານ, ບໍລິສັດປ້ອງກັນເວນຍາມ (ປກສ) ຕ້ອງການພະນັກງານ 40 ຄົນ, ຂົງເຂດກະສິກຳ ຕ້ອງການແຮງງານປັກດຳ, ກ່ຽວເຂົ້າ, ປູກ ແລະ ຕັດອ້ອຍ, ປູກ ແລະ ເກັບກູ້ມັນຕົ້ນ 4.000 ຄົນ ເປັນແຮງງານຕາມລະດູການ ແລະ ກໍມີໂຄງການລົງທຶນຂອງບໍລິສັດ ເອອາບີຊີ ໃນຂົງເຂດກະສິກຳປຸງແຕ່ງ, ຊຶ່ງສະເໜີໂຄງການ ຢູ່ເມືອງຈຳພອນ ແລະ ເມືອງສອງຄອນ ໃນເນື້ອທີ່ 100.000 ກວ່າເຮັກຕາ ຄາດຄະເນຄວາມຕ້ອງການແຮງງານ 50.000 ຄົນ.

ສັງລວມແລ້ວຖ້າສະພາບການລະບາດຂອງພະຍາດໂຄວິດ-19 ເບົາບາງລົງ ໂຄງການຕ່າງໆ ກໍໄດ້ມີການລິເລີ່ມ ແລະ ຈັດຕັ້ງປະຕິບັດໃນໄວໆນີ້ ແລະ ບັນດາແຮງງານທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກັບມາຈາກປະເທດໄທ ກໍຈະໄດ້ຮັບການຈ້າງງານ ແລະ ມີວຽກເຮັດງານທຳຫລາຍຂຶ້ນ.