Home Blog Page 200

ເຝີກຊ້ອມຄັ້ງສຸດທ້າຍກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມ ແລະ ຊ້ອມຮົບຮ່ວມລາໂຣດ ທີ່ ສ ຣັດເຊຍ

ເຫຼົ່າຮົບລົດຕັງ-ຍານເກາະ ເຝີກຊ້ອມຄັ້ງສຸດທ້າຍກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມ ແລະ ຊ້ອມຮົບຮ່ວມລາໂຣດ ທີ່ ສ ຣັດເຊຍ

ຕາມ ວິທະຍຸແຫ່ງຊາດລາວ ລາຍງານ: ວັນທີ 29 ກໍລະກົດນີ້, ຢູ່ທີ່ ສະໜາມຫັດແອບ ວິທະຍາຄານ ກົມມະດໍາ ທີມເຫຼົ່າຮົບລົດຕັງ- ຍານເກາະກອງທັບປະຊາຊົນ ລາວ ໄດ້ສະແດງການເຝິກຊ້ອມ ຄັ້ງສຸດທ້າຍ ກ່ອນເດີນທາງເຂົ້າ ຮ່ວມການແຂ່ງຂັນກີລາການທະ ຫານນາໆຊາດ ອາມີເກມ ຄັ້ງທີ 5 ແລະ ເຂົ້າຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣດ ຄັ້ງທີ 2 ທີ່ ສ ຣັດເຊຍ ໃນປີ 2021, ໂດຍການ ເປັນກຽດເຂົ້າຮ່ວມສັງເກດການ ແລະ ໃຫ້ການຊີ້ນຳ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີບັນດາຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະ ຊວງ, ທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ຣັດເຊຍ ປະຈໍາລາວ, ກົມ ວິຊາສະເພາະ, ຄະນະຮັບຜິດຊອບ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ.

ກ່ອນການສະແດງຍິງລູກປືນແທ້ ຄະນະຜູ້ແທນໄດ້ຮັບຊົມການສະ ແດງຂັບລົດຕັງ T-72 ຂອງທີມ ເພດຍິງ ຈໍານວນ 3 ຈຸລົດ, ຈາກນັ້ນ ກໍໄດ້ຮັບຊົມການສະແດງເຝິກ ຊ້ອມຍິງລູກປືນແທ້ ຂອງພາກ ສ່ວນກະກຽມເຂົ້າຮ່ວມຊ້ອມຮົບ ລາວ-ຣັດເຊຍ ຫຼື ລາໂຣດ ຄັ້ງທີ 2 ລວມມີ 4 ຈຸລົດ ແລະ ຮັບຊົມ ການສະແດງຂອງທີມນັກກີລາ ເຫຼົ່າຮົບລັດຕັງ-ຍານເກາະ ທີ່ ກະກຽມເຂົ້າຮ່ວມແຂ່ງຂັນອາ ມີເກມ ຄັ້ງທີ 5 ລວມມີ 3 ຈຸລົດ, ໂດຍເລີ່ມຈາກລົດອອກຮັບລູກ ກະສຸນ, ຍິງເປົ້າໝາຍຄົ່ງທີ່, ການ ຂັບຂີ່ລົດຕັງຜ່ານສິ່ງກີດຂວາງ ແລະ ການເຄື່ອນທີ່ຍິງເປົ້າໝາຍ ຄົງທີ່.

ຂ່າວ

ພາຍຫຼັງສໍາເລັດການສະແດງ, ສະຫາຍລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະ ນະໄດ້ລົງຢ້ຽມຢາມຖາມຂ່າວ ນັກກີລາ, ພ້ອມທັງກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ຮັບຜິດຊອບທຸກພາກສ່ວນ ແລະ ນັກກີລາແຕ່ລະສະຫາຍ ທີ່ໄດ້ຕັ້ງ ໜ້າສຸມໃສ່ອົບຮົມ-ຫັດແອບ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກ ເຮັດໃຫ້ການຫັດແອບເຝິກ ຊ້ອມຄັ້ງນີ້ສໍາເລັດຕາມແຜນ ການທີ່ວາງໄວ້, ສະຫາຍຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ ຕະຫຼອດຮອດພະນັກ ງານ-ນັກຮົບກົມກອງເຫຼົ່າຮົບວິ ຊາສະເພາະລົດຕັງ-ຍານເກາະ ສືບຕໍ່ຍົກສູງຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ ມີຄວາມມະ ນະອົດທົນ, ກະຕືລືລົ້ນ, ສືບຕໍ່ປັບ ປຸງຕົນເອງ, ປັບປຸງເຫຼົ່າຮົບໃຫ້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ, ຖອດຖອນບົດຮຽນນໍາກອງທັບ ປະເທດເພື່ອນມິດ, ໂດຍສະເພາະ ກອງທັບຣັດເຊຍ ໃນການນຳໃຊ້ ພາຫະນະ-ອາວຸດທີ່ທັນສະໄໝ. ພ້ອມກັນນັ້ນ, ກໍຕ້ອງເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ພາຍໃນ, ປັບປຸງແບບແຜນການ ນໍາພາ-ບັນຊາ, ແບບແຜນວິທີເຮັດ ວຽກໃຫ້ສອດຄ່ອງ, ຕໍ່ສອງພາກ ສ່ວນທີ່ກະກຽມເດີນທາງໄປເຂົ້າ ຮ່ວມແຂ່ງຂັນ ອາມີເກມ ແລະ ລາໂຣດ ໃນປີນີ້ ໃຫ້ສືບຕໍ່ກະກຽມ ຄວາມພ້ອມຮອບດ້ານແຕ່ນີ້ຮອດ ມື້ເດີນທາງ, ພ້ອມກັນອົດທົນຜ່ານ ຜ່າຂໍ້ຫຍຸ້ງຍາກນາໆປະການເພື່ອ ເຮັດສໍາເລັດໜ້າທີ່ຂອງຕົນທີ່ກອງ ທັບ ແລະ ປະເທດຊາດມອບໝາຍ ໃຫ້ຍາດໃຫ້ໄດ້ຜົນສຳເລັດອັນ ຄັ້ງໃໝ່ໃຫຍ່ຫຼວງກວ່າເກົ່າ.

ປກສ ແຂວງສະຫວັນນະເຂດ ກຽມພ້ອມເອົາໃຈໃສ່ ສະກັດກັ້ນແລະ ຕ້ານເຊື້ອໂຄວິດ-19

ຕາມ ເພສຂ່າວ ປກສ ສະຫວັນນະເຂດ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ໜ້າທີ່ວຽກງານວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບມີຄວາມເຕີບໃຫ່ຍເຂັ້ມແຂງ ເປັນເຈົ້າການ ມີຄວາມຮັບພິຊອບເຂັ້ມງວດໃນໜ້າທີ່ຂອງຕົນ ກໍ່ຄືພັກ-ລັດຂັ້ນເທິງມອບໝາຍໃຫ້ເຮັດສຳເລັດໜ້າທີ່ ທ່ານພັອ ສົມໝາຍ ພົມມະຈັນຄະນະປະຈຳພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດທັງເປັນ ຄະນະສະເພາະກິດປ້ອງກັນ COVID-19 ຂັ້ນແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ28ກໍລະກົດ2021ນີ້ ວ່າ:

ມາເຖິງປະຈຸບັນນີ້ຢູ່ແຂວງສະຫວັນນະເຂດເຫັນວ່າຍັງມີແຮງງານລາວທີ່ກັບມາແຕ່ປະເທດເພື່ອນບ້ານ ຜ່ານດ່ານຕມໃນແຕ່ລະມື້ເຫັນວ່າ ເປັນຈໍານວນຫຼວງຫຼາຍ ທີ່ເຂົ້າກັກຕົວ ຢູ່ໃນສູນຕ່າງໆ ໃນແຂວງສະຫວັນນະເຂດ ສະນັ້ນເພື່ອຮອງຮັບສະຖະນະການໃນການຫຼັງໄຫຼເຂົ້າມາ ຂອງແຮງງານລາວ ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງ ກໍ່ໄດ້ມີການຄົ້ນຄົ້ວວາງແຜນໃນການປ້ອງກັນເພື່ອຮັບປະກັນໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນແຂວງ ສຳຄັນໄປກົ່ວນັ້ນ ກໍ່ເພື່ອຮັບປະກັນ ບໍ່ໃຫ້ແຮງງານລາວໂຕນອອກຈາກສູນກັກກັ້ນຕ່າງໆ ບໍ່ໃຫ້ນຳເອົາເຊື້ອພະຍາດອອກໄປແຜ່ຢູ່ພາຍນອກ,ຄະນະກອງບັນຊາການ ປກສ ແຂວງກໍ່ໄດ້ມີການຄົ້ນຄົ້ວວາງແຜນ ແບ່ງງານຄວາມຮັບຜິດຊອບໃຫ້ຄະນະພັກຄະນະບັນຊາກອງບັນຊາການ ປກສ ແຂວງຢ່າງລະອຽດ, ມອບຄວາມຮັບພິຊອບໃຫ້ແຕ່ລະສະຫາຍລົງຊີ້ນຳບັນຊາແຕ່ລະຈຸດຫຼໍ່ແຫຼມຕ່າງໆ, ໄດ້ກວດກາຄວາມພ້ອມທັງໝົດຂອງກຳລັງປກສ ແຂວງ ທຸກຄົນຕ້ອງໄດ້ສັກຢາ ສອງເຂັ້ມຂຶ້ນໄປ ເພື່ອຮອງຮັບໃນການແກ້ໄຂບັນຫາ.

ນອກນີ້ກໍ່ໄດ້ ມີການກະກຽມຄວາມພ້ອມທາງດ້ານພາຫານະ, ອຸປະກອນຕ່າງໆເພື່ອຮັບໃຊ້ຈັດວາງກຳລັງລົງປະຈຳການໃນແຕ່ລະຈຸດ ດ້ວຍຄວາມຮັບຜິດຊອບ ໃນນັ້ນ ມີກຳລັງສຳຮອງເພື່ອຜັດປ່ຽນກັນ, ສະເພາະຢູ່ດ່ານ ຕມ ຂົວມິດຕະພາບສອງເປັນຈຸດທີ່ມີຄວາມສຽງ ອາດຈະມີການຕິດເຊື້ອໄດ້, ຈຸດດັ່ງກ່າວກໍ່ໄດ້ມີການຈັດແບ່ງ ຈຸໜຶ່ງ ໄດ້ກຳນົດເອົາ 05ສະຫາຍ ລົງປະຈໍາການຢູ່ແຕ່ລະປ້ອມກຳນົດ05ວັນແລະກໍ່ມາກວດກາສຸຂະພາບຄືນ, ສະເພາະປ້ອງກັນຢູ່ໂຮງໜໍພາກສະໜາມແມ່ນ15 ວັນ ໄດ້ປ່ຽນແລະກວດກາສຸຂະພາບຄືນ, ສະເພາະດ້ານພາຫະນະຮັບໃຊ້ ຂົນ-ຍ້າຍ ແຮງງານໃນ ແຕ່ລະມື້ ລົດ ປກສ ແຂວງ ມີ ເຊອາ 03ຄັນ, ລົດທະຫານແຂວງ 02ຄັນ, ຢູ່ລຽບຕາມລຳແມ່ນໍ້າຂອງ ກໍ່ໄດ້ມີການປະສານງານກັບກອງບັນຊາການທະຫານແຂວງເຮັດໜ້າທີ່ປ້ອງກັນຢ່າງເຂັ້ມງວດ, ພ້ອມນີ້ໄດ້ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ບັນດາ ຫາງຮ້ານ ບັນເທິງຕ່າງໆ ໄດ້ມີມາດຕະການເດັດຂາດ, ໃນກໍລະນີຖ້າມີຜູ້ລະເມີດແມ່ນຈະຖືກດຳເນີນຄະດີຕາມລະບຽບກົດໝາຍ,ດ້ານຂໍ້ສະດວກ ໄດ້ມີການຊີ້ນີ້ນໍາພາ ຈາກປະທານປ້ອງກັນຊາດປ້ອງກັນຄວາມສະຫງົບກໍ່ຄືທ່ານເຈົ້າແຂວງໆສະຫວັນນະເຂດ, ປະຕິບັດຕາມຄຳສັງແນະນຳຂອງຄະນະສະເພາະກິດ ແລະກຳລັງ ປກສ ແຂວງກໍ່ໄດ້ມີການກະກຽມຢ່າງຮອບດ້ານ, ມີການຖອດຖອນບົດຮຽນໄປນໍາໃນແຕ່ລະມື້ ແລະໄດ້ຮັບການສະນັບສະໜູນຈາກພາກສ່ວນສັງຄົມຈາກ ບໍລິສັດຫ້າງຮ້ານຕ່າງໆ ໂດຍສະເພາະເຄື່ອງອຸປະໂພກ-ບໍລິໂພກ ອື່ນໆ, ຂໍ້ຫຍຸ້ງຢາກ ຕົ້ນຕໍເຫັນວ່າ ໄລຍະການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ແມ່ນບໍ່ມີກຳນົດ, ການເຂົ້າມາຂອງແຮງງານລາວຄັ້ງນີ້ເຫັນວ່າແມ່ນມີຜູ້ຕິດເຊື້ອພະຍາດນໍາເຂົ້າມ.

ສະນັ້ນທາງກອງບັນຊາການ ປກສ ແຂວງ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃຫ້ເປັນເຈົ້າການ ໃນການຕ້ານແລະສະກັດກັ້ນປ້ອງກັນເຊື້ອພະຍາດ19, ຮັກສາໄລຍະຫ່າງ, ໜັ້ນລາງມື ໃສ່ຜ້າປິດປາກແລະ ປະຕິບັດຕາມຄຳສັ່ງແນະນຳອື່ນໆຂອງຄະນະສະເພາະກິດ ສຳຄັນໄປກວ່ານັ້ນແມ່ນໃຫ້ໄປສັກວັກຊິນກັນພະຍາດໂຄວິດ-19 ຕາມແຈ້ງການຂອງສາທາລະນະສຸກທີ່ໄດ້ກຳນົດ ຢູ່ໃນແຕ່ລະຈຸດຕ່າງໆໃນທົ່ວແຂວງ.

ແຂວງຄຳມ່ວນມີແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທ 13 ພັນກວ່າຄົນ

ຕາມ ສຳນັກຂ່າວ ຂປລ ລາຍງານ: ທ່ານ ສີໄຮແກ້ວ ໄກຖິ່ນ ຫົວໜ້າພະແນກແຮງງານ ແລະສະ ຫວັດດີການສັງຄົມ ແຂວງຄຳມ່ວນ ຕໍ່ກອງປະຊຸມຄະນະບໍລິຫານງານພັກແຂວງ ສະໄໝທີ X ໃນລ ະຫວ່າງວັນທີ 29-30 ກໍລະກົດ 2021 ແຈ້ງໃຫ້ຮູ້ວ່າ:

ການເກັບກຳສະຖິຕິແຮງງານລາວ ທີ່ກັບມາຈາກປະເທດໄທ ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແຮງງານຫວ່າງງານພາຍໃນມີຈຳນວນທັງໝົດ 14.589 ຄົນ ໃນນີ້ແຮງງານລາວ ທີ່ກັບມາຈາກໄທ 13.264 ຄົນເຊິ່ງປະກອບອາຊີບໃນຂົງເຂດອຸດສາຫະກຳ 8.169 ຄົນ, ຂົງເຂດກະສິກຳ 2.073 ຄົນ ແລະ ຂົງເຂດບໍລິການ 4.347 ຄົນ, ຈຳນວນແຮງງານທີ່ຫວ່າງງານພາຍໃນ 1.325 ຄົນ.

ເຊິ່ງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ມີການຂຶ້ນທະບຽນຜູ້ຕ້ອງການຊອກຫາວຽກເຮັດງານທຳ ແລະ ໄດ້ລົງສົມທົບກັບຫົວໜ່ວຍແຮງງານເພື່ອເກັບກຳຕຳແໜ່ງງານຫວ່າງ ເປັນແຕ່ລະໄຕມາດຢ່າງຕໍ່ເນື່ອງ.ໃນ 06 ເດືອນຜ່ານມາ ສາມາດຈັດຫາງານໃຫ້ແກ່ແຮງງານໄດ້ທັງໝົດ 246 ຄົນ.

ໃນນັ້ນມີຂົງ ເຂດອຸດສາຫະກຳ 15 ຄົນ ແລະ ຂົງເຂດບໍລິການ 231 ຄົນ, ວຽກງານການພັດທະນາສີມືແຮງງານ ໄດ້ປະສານສົມທົບກັບພາກສ່ວນຂະແໜງການຂອງລັດ ແລະ ລົງຕິດຕາມຊຸກຍູ້ການຝຶກ ແລະ ພັດທະນາສີມືແຮງງານຢູ່ບັນດາຫົວໜ່ວຍແຮງງານ ແລະ ສະຖານປະກອບການຢູ່ໃນທົ່ວແຂວງຢ່າງເປັນປົກກະຕິ, ເຊິ່ງໃນທົ່ວແຂວງ ມີຫົວໜ່ວຍແຮງງານທັງໝົດ 495 ຫົວໜ່ວຍ, ແຍກອອກເປັນ 03 ຂົງເຂດ ຄື: ຂົງເຂດອຸດ ສາຫະກຳ 168 ຫົວໜ່ວຍ, ຂົງເຂດກະສິກຳ 35 ຫົວໜ່ວຍ ແລະ ຂົງເຂດບໍລິການ 292 ຫົວໜ່ວຍ, ມີຜູ້ອອກແຮງງານ 20.335 ຄົນ ໃນນີ້ມີແຮງງານຕ່າງປະເທດ 5.569 ຄົນ, ຜ່ານມາແມ່ນໄດ້ລົງຊຸກຍູ້, ຕິດຕາມບັນດາຫົວໜ່ວຍແຮງງານຢ່າງເປັນປົກກະຕິ ເພື່ອໃຫ້ຫັນເຂົ້າສູ່ລະບຽບກົດໝາຍ ເປັນຕົ້ນ: ການສ້າງສັນຍາແຮງງານ, ການນຳເອົາແຮງງານເຂົ້າເປັນສະມາຊິກປະກັນສັງຄົມ, ການສ້າງກົດລະບຽບພາຍໃນ, ການປະຕິບັດແຮງງານຂັ້ນຕໍ່າ ແລະ ອື່ນໆ.

ຕາມການເກັບກໍາຂໍ້ມູນມາຮອດເດືອນກໍລະກົດ 2021 ຈຳນວນແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທໃນປັດຈຸບັນ ແມ່ນມີປະມານ 13.745 ຄົນ ໃນນັ້ນເມືອງທ່າແຂກ 3.926 ຄົນ, ໜອງບົກ 4.446 ຄົນ, ຫີນບູນ 1.737 ຄົນ, ມະຫາໄຊ 1.208 ຄົນ, ເຊບັ້ງໄຟ 537 ຄົນ, ຄູນຄຳ 705 ຄົນ, ຍົມມະລາດ 192 ຄົນ, ໄຊບົວທອງ 563 ຄົນ, ບົວລະພາ 403 ຄົນ ແລະ ເມືອງນາກາຍ 28 ຄົນ.

ເຮັດແທ້! ສັ່ງປິດຮ້ານບັນເທີງທີ່ລະເມີດຄຳສັ່ງ

ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ອອກໜັງສືສັ່ງປິດ ຮ້ານບັນເທີງ ຢູ່ແອນໄອ.

ເນື່ອງຈາກ ທາງຮ້ານໄດ້ຝ່າຝືນຄຳສັ່ງ ຂອງຄະນະສະເພາະກິດ ວາງອອກ ໃນການຕ້ານໂຄວິດ-19 ລະຫວ່າງວັນທີ 20 ກໍລະກົດຫາ 3 ສິງຫາ 2021 ເພາະທາງຮ້ານ ໄດ້ລະເມີດເປີດຮ້ານເຖິງ 2 ເທື່ອ ເຊິ່ງກໍໄດ້ມີການສຶກສາອົບຮົບ, ຕັກເຕືອນ ແລະ ເຮັດບົດບັນທຶກ ຕາມລະບຽບການ, ຕົກມາຮອດວັນທີ 28 ກໍລະກົດ 2021 ທາງຮ້ານໄດ້ກັບມາເປີດບໍລິການ ເຊິ່ງເປັນການຝ່າຝືນຄຳສັ່ງຂອງຄະນະສະເພາະກິດ ລະຫວ່າງວັນທີ 20 ກໍລະກົດຫາ 3 ສິງຫາ 2021

ຂ່າວເສົ້າ! ລາວມີຜູ້ເສຍຊີວິດ ຄົນທີ 7 ຈາກໂຄວິດ-19

ວັນທີ 30/7/2021 ແຂວງຈໍາປາສັກ ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ ຈໍານວນ 38 ຄົນ ແລະ ມີຜູ້ເສຍຊິວິດ 1 ຄົນ.

ໃນວັນທີ 30 ກໍລະກົດ 2021 ນີ້, ທ່ານ ດຣ ວຽງສີ ສຸພັກດີ  ໄດ້ຕາງໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງຈໍາປາສັກ ໄດ້ຖະແຫຼງຂ່າວກ່ຽວກັບການຄວບຄຸມການລະຍາດພະຍາດໂຄວິດ -19 ວ່າ: ຜ່ານການກວດວິເຄາະທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 38 ຄົນ, ໃນນັ້ນເມືອງຊະນະສົມບູນ 3 ຄົນ,ເມືອງບາຈຽງ 1 ຄົນ,ເມືອງປະທຸມພອນ 2 ຄົນ,ເມືອງໂພນທອງ 2 ຄົນ,ເມືອງຈຳປາສັກ 6 ຄົນ,ເມືອງສຸຂຸມາ 6 ຄົນ,ເມືອງມຸນລະປາໂມກ 1 ຄົນ, ເມືອງໂຂງ 5 ຄົນ ແລະ ແຂວງສາລະວັນ 10 ຄົນ, ແຂວວອັດຕາປື 1 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ.

ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ, ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.656 ຄົນ,ປົວຫາຍດີແລ້ວ 806 ຄົນ,ອອກໂຮງໝໍມື້ນີ້ 52 ຄົນ. ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ແລະ ຢູ່ໂຮງໝໍເມືອງໂພນທອງລວມຈໍານວນທັງໝົດ 848 ຄົນ.

ເຊິ່ງລາຍງານມື້ນີ້, ຢູ່ແຂວງຈໍາປາສັກ ຄື:ມີຜູ້ເສຍຊີວິດ ຈາກໂຄວິດ-19 ຈຳນວນ 1 ຄົນ ອາຍຸ 38 ເຊິ່ງແມ່ນແຮງງານລາວກັບຈາກປະເທດເພື່ອນບ້ານ, ເປັນປະຊາຊົນບ້ານເວີນໂສມ ເມືອງໂຂງ ແຂວງຈຳປາສັກ, ຜູ້ກ່ຽວມີພະຍາດຊໍາເຮື້ອ ເຊັ່ນ: ເບົາຫວານ,ຄວາມດັນ.

ວັນທີ 23 ກໍລະກົດ 2021 ຜູ້ກ່ຽວໄດ້ຜ່ານມາທາງດ້ານວັງເຕົ່າ, ວັນທີ 25 ກໍລະກົດ 2021 ຜົນກວດອອກມາວ່າພົບເຊື້ອໂຄວິດ-19, ຜູ້ກ່ຽວມີອາການ ຫາຍໃຈຟືດ ເມື່ອຍແຮງ ໄຂ້ສູງ ອົກຊີຕໍ່າ ແລະ ເສຍຊີວິດ ຕອນເຊົ້າ ວັນທີ 30 ກໍລະກົດ 2021.

ສຸນິສາ ລີ ຄົນມົ້ງ-ອາເມລິກາ ຍາດໄດ້ຫຼຽນຄຳໂອລິມປິກ2020

ສຸນິສາເຮັດສຳເລັດ! ຂໍສະແດງຄວາມຍິນດີນຳ ສຸນິສາ “ສຸນິ” ລີ ທີ່ຄວ້າຫຼຽນຄຳປະເພດລວມອຸປະກອນ ໃນການແຂ່ງຂັນກິລາຍິມນາສຕິກຍິງ ໃນອາຍຸພຽງ 18 ປີ, ສຸນິສາ ແມ່ນຄວາມພາກພູມໃຈ ຂອງຄົນມົ້ງອາເມລິກາ ເຊິ່ງພໍ່ແມ່ ຂອງລາວໄດ້ຍ້າຍຈາກ ສປປ ລາວ ເມື່ອຄາວຍັງນ້ອຍ ໄປທີ່ປະເທດສະຫະລັດ, ແລະ ສຸນິສາ ແມ່ນຄົນມົ້ງ-ອາເມລິກາ ທີ່ເປັນນັກກິລາຍິມນາສຍິງຄົນທຳອິດ.

ບັນດາໝູ່ ແລະ ຄອບຄົວ ຂອງລາວ ຢູ່ລັດມິນິໂຊຕາ ລວມທັງທຸກໆຄົນ ທີ່ສະຫະລັດອາເມລິກາ ມີຄວາມພາກພູມໃຈ ຕໍ່ກັບນາງທີ່ສຸດ ໝູ່ໆລາວໄດ້ກ່າວວ່າ: “ສິ່ງທີ່ລາວປະສົບຜົນສຳເລັດ ສະແດງໃຫ້ເຫັນສິ່ງທີ່ເປັນໄປໄດ້ຢູ່ທີ່ນີ້ ໃນສະຫະລັດອາເມລິກາ”

ສຸນິສາ ມີຄວາມສາມາດໃນການແຂ່ງຂັນໂດດຫ້ອຍໂຫນຮາວ ທີ່ຍາກທີ່ສຸດໂດຍເຮັດຄະແນນ ໄດ້ 6.8 ຖືເປັນຄະແນນສູງທີ່ສຸດໃນໂລກ ຈົນສາມາດຄວ້າແຊ້ມລາຍການຍິງດີເດັ່ນທີ່ໂຕກຽວ ໃນວັນທີ 29 ກໍລະກົດຜ່ານມາ ນຳໜ້າທີມຊາດບຣາຊີນ ອັນດັບທີສອງ ແລະ ຄະນະກຳມະການໂອລິມປິກຣັດເຊຍ (ROC) ອັນດັບສາມ.

“ຂ້ອຍຄິດບໍ່ເຖິງເລີຍວ່າ ຕົນຈະມາຮອດຈຸດນີ້ໄດ້ ເພາະສອງປີຜ່ານມາຂ້ອຍຄິດໜັກພໍສົມຄວນກັບເລື່ອງພະຍາດໂຄວິດ-19 ລວມທັງເລື່ອງຄອບຄົວ ນັບແຕ່ພໍ່ເກີດອຸບັດເຫດຈົນເປັນອຳມະພາດເມື່ອສອງປີກ່ອນ ພ້ອມນັ້ນ ປ້າ ແລະ ລຸງກໍມາຈາກໄປອີກຍ້ອນພະຍາດໂຄວິດ, ຫຼຽນຄຳຫຼຽນນີ້ມີຄວາມໝາຍພິເສດໃນຊີວິດຂອງຂ້ອຍ ເພາະມັນໄດ້ຢໍ້າເຕືອນເຖິງຊ່ວງເວລາທີ່ຂ້ອຍເຄີຍຄິດຈະລາອອກຈາກການເປັນນັກກີລາກາຍະກຳ” ນາງ ສຸນິສາ ລີ ກ່າວ.

ທ່ານ ນາຍົກລັດຖະມົນຕີ ຢ້ຽມຢາມໂຮງໝໍພາກສະໜາມ ສູນກັກກັນແຮງງານລາວ ທີ່ແຂວງສະຫວັນນະເຂດ

ທ່ານ ນາຍົກລັດຖະມົນຕີ ຢ້ຽມຢາມໂຮງໝໍພາກສະໜາມ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ 19 ແລະ ສູນກັກກັນແຮງງານລາວ ທີ່ແຂວງສະຫວັນນະເຂດ.

ຕາມ Media Laos ລາຍງານ: ໃນໂອກາດ ທີ່ໄດ້ມາເຄື່ອນໄຫວຕິດຕາມ ຊຸກຍູ້ ການປະຕິບັດມາດຕະການປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢູ່ບັນດາແຂວງ ພາກໃຕ້ຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມບັນດາທ່ານ ລັດຖະມົນຕີ,ຮອງລັດຖະມົນຕີ ກະຊວງຕ່າງໆ ທີ່ກ່ຽວຂ້ອງ ໃນວັນທີ 29 ກໍລະກົດ 2021 ນີ້, ທ່ານ ແລະ ຄະນະພ້ອມດ້ວຍການນຳຂອງແຂວງ ໂດຍມີທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີທ່ານຮອງເລຂາພັກແຂວງ,ທ່ານຮອງເຈົ້າແຂວງ,ພະແນກການອ້ອມຂ້າງແຂວງ ໄດ້ລົງຢ້ຽມຢາມ ແລະ ຕິດຕາມເບິ່ງການ ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢູ່ສູນກັກກັນ ແຮງງານລາວ ທີ່ກັບມາຈາກປະເທດໄທ ທີ່ພວມມີການລະບາດຂອງ ພະຍາດໂຄວິດ 19 ຢູ່ແຂວງສະຫວັນນະເຂດ.

ໃນນີ້ແມ່ນໄດ້ລົງເບິ່ງ ຢູ່ສູນກັກກັນສະໜາມກິລາຫຼັກ4 ເຊິ່ງເປັນສູນໃຫຍ່ ມີແຮງງານທີ່ກັກກັນຫຼາຍກວ່າ 1 ພັນຄົນ,ຈາກນັ້ນກໍ່ໄດ້ໄປຢ້ຽມຢາມ ເພື່ອໃຫ້ກຳລັງໃຈພະນັກງານແພດໝໍ ລວມທັງຄົນເຈັບທີ່ໂຮງໝໍພາກສະໜາມ ປິ່ນປົວພະຍາດໂຄວິດ 19 ຫຼັກ 9 ນະຄອນໄກສອນ ພົມວິຫານ,ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ພະນັກງານ ແພດໝໍ, ເຈົ້າທີ່ທຸກຄົນ ທີ່ເຮັດໜ້າທີ່ ຂອງຕົນຈົນສຸດຄວາມສາມາດ, ມີຄວາມອົດທົນ,ພ້ອມທັງຮຽກຮ້ອງໃຫ້ ມີການຮັກສາແລະປ້ອງກັນຕົນເອງໃຫ້ດີທີ່ສຸດ ເພື່ອບໍ່ໃຫ້ຕິດເຊື້ອພະຍາດໂຄວິດ 19, ສ່ວນແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ຜູ້ທີ່ຕິດເຊື້ອ ແລະ ກຳລັງປິ່ນປົວກໍ່ຕ້ອງມີຄວາມອົດທົນ, ພະຍາຍາມຮັກສາກົດລະບຽບຂອງສູນຢ່າງເຄັ່ງຄັດ, ເພາະວ່າຜ່ານມາ ລັດຖະບານພວກເຮົາ ກໍ່ໄດ້ມີນະໂຍບາຍສູງ ອະນຸຍາດໃຫ້ຄົນລາວທີ່ໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ເຖິງວ່າການໄປ ຈະບໍ່ຖືກຕ້ອງ ແຕ່ການ ກັບຄືນຕ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ເພື່ອຫຼີກເວັ້ນການແຜ່ລະບາດຂອງເຊື້ອພະຍາດ ສູ່ຍາດພີ່ນ້ອງ, ສູ່ຄອບຄົວ ແລະສັງຄົມ.ສຳລັບຕົວເລກຜູ້ຕິດເຊື້ອມາຮອດວັນທີ 28 ກໍລະກົດ 2021 ມີທັງໝົດ 1.892 ກໍລະນີ, ກໍາລັງປິ່ນປົວ 1.477 ກໍລະນີ, ປິ່ນປົວຫາຍດີແລ້ວ 413 ກໍລະນີ ແລະ ເສຍຊີວິດ 02 ກໍລະນີ.

ໃນໄລຍະ ແຕ່ເດືອນ 1-6 ປີ 2021 ໄດ້ມີແຮງງານເຂົ້າມາທີ່ແຂວງສະຫວັນນະເຂດ ຈໍານວນ 9.322, ຍິງ 4.529 ຄົນ (ໃນນີ້ປະມານ 95% ແມ່ນແຮງງານຂອງແຂວງສະຫວັນນະເຂດ ແລະ ທີ່ເຫຼືອແມ່ນຕ່າງແຂວງ).

ປັດຈຸບັນແຮງງານລາວແມ່ນຍັງໄດ້ສືບຕໍ່ກັບຄືນປະເທດ, ສະເລ່ຍແແຕ່ລະວັນ ແມ່ນ 200-300 ກວ່າຄົນ, ແລະ ມີອັດຕາການຕິດເຊື້ອນໍາເຂົ້າຢູ່ລະຫວ່າງ 30-45% ຂອງຈໍານວນແຮງງານເຂົ້າມາໃນແຕ່ລະວັນ. ເພື່ອຮອງຮັບການກັກກັນແຮງງານກັບມາຈາກຕ່າງປະເທດ ທີ່ແຂວງສະຫວັນນະເຂດ ໄດ້ກຳນົດເອົາ 2 ສູນໃຫຍ່ ຄື ສະໜາມກິລາຫຼັກ 4 ແລະ ໂຮງງານອັບເກນ ແລະ ອີກ 09 ສູນຍ່ອຍແມ່ນໃຊ້ໂຮງຮຽນປະຖົມມັດທະຍົມ ຢູ່ທີ່ນະຄອນໄກສອນ ພົມວິຫານ ເປັນບ່ອນກັກກັນ. ປະຈຸບັນມີແຮງງານຈຳນວນ 2.956 ຄົນ (ໃນນີ້ມີເດັກນ້ອຍຕໍ່າກວ່າ 5 ປີ 144 ຄົນ, ແມ່ຍິງຖືພາ 15 ຄົນ ແລະ ແມ່ມີລູກນ້ອຍກຳລັງກິນນົມ 50ຄົນ) ທີ່ກໍາລັງກັກກັນຢູ່ໃນບັນດາສູນດັ່ງກ່າວ ໃນນັ້ນ ເປັນແຮງງານຕ່າງແຂວງ ຈໍານວນ 298 ຄົນມາຈາກ 11 ແຂວງ ຫຼາຍກວ່າໝູ່ແມ່ນ 03 ແຂວງຄື: ສາລະວັນ 157 ຄົນ, ແຂວງຄໍາມ່ວນ 82 ຄົນ ແລະ ຈໍາປາສັກ 28 ຄົນ.

ຍ້ອນສະພາບຄວາມແອອັດ ແລະ ເພື່ອເປັນການຫຼີກລ້ຽງບໍ່ໃຫ້ມີການລະບາດພາຍໃນສູນກັກກັນ, ທາງແຂວງຈຶ່ງໄດ້ລະບາຍແຮງງານ ທີ່ໄດ້ຜ່ານການກວດກັ່ນກອງບໍ່ພົບເຊື້ອແລ້ວລົງໄປສືບຕໍ່ກັກກັນຢູ່ສູນຂອງເມືອງທີ່ມີທ່າແຮງຄວາມສາມາດໃນການຈັດຕັ້ງປະຕິບັດ, ມີຢູ່ 04 ເມືອງຄື: ເມືອງ ຈຳພອນ, ເມືອງ ສອງຄອນ, ເມືອງໄຊພູທອງ ແລະ ເມືອງອຸທຸມພອນ. ພ້ອມນີ້ກໍ່ໄດ້ມີການກະກຽມໂຮງໝໍພາກສະໜາມສອງແຫ່ງເພື່ອປິ່ນປົວຜູ້ຕິດເຊື້ອຄື: ແຫ່ງທີໜຶ່ງນຳໃຊ້ອາຄານວິທະຍາໄລວິທະຍາສາດສຸຂະພາບ ສາມາດບັນຈຸ ໄດ້ 140 ຕຽງ, ແຫ່ງທີ່ສອງ ຢູ່ຫຼັກ 9 ນຳໃຊ້ອາຄານຂອງໂຮງງານເກົ່າຢູ່ເຂດເສດຖະກິດພິເສດ ທີ່ບໍ່ໄດ້ມີການເຄື່ອນໄຫວ ສາມາດຮອງຮັບຜູ້ປິ່ນປົວໄດ້ 1.400 ຕຽງ, ລວມທັງໝົດ 1.540 ຕຽງ, ປັດຈຸບັນໄດ້ນໍາໃຊ້ແລ້ວຈໍານວນ 1.358 ຕຽງ.

ພົນລະເມືອງລາວ ທີ່ເຮັດວຽກຢູ່ໄທຈະໄດ້ສັກວັກຊີນ

ແຈ້ງການດ່ວນ ຈາກ ສະຖານເອກອັກຄະລັດສະທູດ ສປປ ລາວ – ບາງກອກ ເຖິງ: ພົນລະເມືອງລາວທີ່ເຮັດວຽກຢູ່ປະເທດໄທ, ເລື່ອງ: ການສິດວັກຊີນຕ້ານພະຍາດໂຄວິດ-19.

ສະຖານເອກອັກຄະລັດຖະທູດ ສປປ.ລາວ ປະຈຳຣາຊະອານຈັກໄທ ຂໍແຈ້ງມາຍັງພີ່ນ້ອງພົນລະເມືອງລາວ ແລະ ແຮງງານທີ່ມາເຮັດວຽກຢູ່ປະເທດໄທ ຊາບວ່າ: ທາງການໄທໄດ້ເຫັນດີ ຈະອຳນວຍຄວາມສະດວກສັກວັກຊີນໃຫ້ກັບຄົນຕ່າງຊາດ ແລະ ລວມທັງແຮງງານລາວ ດັ່ງນີ້:

1.ຜູ້ທີ່ມີອາຍຸ 75 ປີຂື້ນໄປ ສາມາດເດີນທາງເຂົ້າໄປ(walk in) ຮັບການສິດວັກຊີນປ້ອງກັນພະຍາດໂຄວິດ-19. ໄດ້ຢູ່ສູນຮັບວັກຊີນຂອງເຂດບາງຊື່ນ ກຸງເທບມະຫານະຄອນ ຕັ້ງແຕ່ເວລາ 09:00 ຫາ 16:00 ໂມງ ໄດ້ທຸກວັນ ໂດຍຕ້ອງນຳຫນັງສືເດີນທາງ ຫລື ເອກະສານທີ່ຢືນຢັນຕົວຕົນໄປພ້ອມ.

2.ຜູ້ທີ່ມີອາຍຸ 60-74 ປີທີ່ອາໄສຢູ່ເຂດກຸງເທບມະຫານະຄອນ ແລະຈັງຫວັດທີ່ໃກ້ຄຽງ ໄດ້ແກ່ ສະສະມຸດປຣາການ,ສະມຸດສາຄອນ, ປະທຸມທານີ,ນົນທະບຸຣີ ແລະ ນະຄອນປະຖົມ ໃຫ້ລົງທະບຽນຜ່ານ:
https://form.gle/ULAqvx8eiDoX3v5Q9 ຂອງກົງສູນ, ກະຊວງການຕ່າງປະເທດໄທ ຫລື ທ່ານສາມາດລົງທະບຽນໄດ້ຕາມທີ່ຢູ່: 123 ຖະຫນົນແຈ້ງວັດທະນະ ແຂວງທຸ່ງສອງຫ້ອງ,ເຂດຫລັກ 4 ກຣຸງເທບມະຫານະຄອນ.
ໂທລະສັບ: 02-572-8442.

3.ສຳລັບບຸກຄົນທີ່ມີ 7 ໂລກຄວາມສ່ຽງເຊັ່ນ:

-ໂລກລະບົບທາງເດີນຫາຍໃຈຊຳເຮື້ອ.
-ໂລກຫົວໃຈແລະ ໂລກຫລອດເລືອດ
-ໂລກໄຕຊຳເຮື້ອ.
-ໂລກຫລອດເລືອດໃນສະຫມອງ.
-ໂລກມະເຮັງທຸກຊະນິດທີ່ຢູ່ລະວັງການໃຊ້ເຄມີບຳບັດ,ສາຍລັງສີ,ພຸມຄຸ້ມກັນບຳບັດ.
-ໂລກເບົາຫວານ.
-ໂລກອ້ວນທີ່ມີນ້ຳຫນັກ 100 kg ແລະແມ່ຍິງຖືພາ ແມ່ນໃຫ້ໄປລົງທະບຽນນຳໂຮງໝໍ 10 ແຫ່ງ ທີ່ກະຊວງສາທາລະນະສຸກໄທກຳນົດໄວ້ຄື:

  • ໂຮງຫມໍສະມິດຕິເວດ ສຸຂຸມວິດ,ກຣຸງເທບມະຫານະຄອນ.
  • ໂຮງຫມໍເມດປາກ ,ກຣຸງເທບມະຫານະຄອນ.
  • ໂຮງຫມໍວິມຸດ ກຣຸງເທບມະຫານະຄອນ.
  • ໂຮງຫມໍພະຍາໄທ,ກຣຸງເທບມະຫານະຄອນ.
  • ໂຮງຫມໍ BNH ,ກຣຸງເທບມະຫານະຄອນ.
  • ໂຮງຫມໍບຳລຸງຣາດ,ກຣຸງເທບມະຫານະຄອນ
  • ໂຮງຫມໍກຣຸງເທບຂອນແກ່ນ, ຈັງຂອນແກ່ນ.
  • ໂຮງຫມໍກຣຸງເທບ ພູເກັດ,ຈັງຫວັດພູເກັດ
  • ໂຮງຫມໍສະມິດຕິເວດ ສີຣາຊາ, ຈັງຫັວດຊົນບຸຣີ.
  • ໂຮງຫມໍວັກຊີນ ແລະ ສຸຂະພາບບາງລັກ,ກຣຸງເທບມະຫານະຄອນ.

ສຳລັບແຮງງານລາວ ທີ່ບໍ່ມີ 7 ໂລກຄວາມສ່ຽງດັ່ງລະບຸໃນຂໍ້ທີ່ 3 ຂ້າງເທິງໃຫ້ລໍຖ້າທາງການໄທຈະແຈ້ງໃຫຊາບຕາມພາຍຫຼັງ.

ທ່ານ ພັນຄໍາ ວິພາວັນ ລົງຢ້ຽມຢາມ ແລະ ຊີ້ນຳ ການແກ້ໄຂການລະບາດ ພະຍາດໂຄວິດ-19 ຢູ່ແຂວງຈຳປາສັກ

ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງ ສູູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ນີ້,ໃນໂອກາດນີ້ທີ່ສະໂມສອນຫຼັກ 4 ແຂວງຈໍາປາສັກ ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງລາຍງານ ແລະໃຫ້ການຊີ້ນໍາ, ຊຸກຍູ້ຄະນະພັກ -ອົງການປົກຄອງແຂວງ ແຂວງຈໍາປາສັກ,ສາລະວັນ,ເຊກອງ,ອັດຕະປືໃນການ ປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19.

ສະເພາະຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ໄດ້ລາຍງານວ່າ: ແຂວງຈໍາປາສັກໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19 ທີ່ສູນກາງວາງອອກຢ່າງເຂັ້ມງວດ.ມາຮອດວັນທີ 29 ກໍລະກົດ 2021 ນີ້ ທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 57 ຄົນ ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ, ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.618 ຄົນ,ປົວຫາຍດີແລ້ວ 755 ຄົນ,ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 3 ແຫ່ງ ຄື: ຄົນເຈັບທີ່ມີອາການໜັກແມ່ນປິ່ນປົວຢູ່ເມືອງໂພນທອງ,ຄົນເຈັບມີອາການປານກາງແມ່ນປີ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ, ສ່ວນຜູ້ຕິດເຊື້ອອາການເບົາບາງແມ່ນປິ່ນປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້.

ມາຮອດປະຈຸບັນ ( ວັນທີ 29 ກໍລະກົດ 2021 ) ມີຜູ້ຍັງສືບຕໍ່ປິນປົວ ທັງໝົດຈໍານວນ 863 ຄົນ, ສ່ວນແຮງງານລາວສະເລ່ຍເດີນທາງເຂົ້າມາປະເທດຜ່ານດ່ານສາກົນວັງເຕົ່າແຕ່ລະວັນ ປະມານ 100-200 ຄົນ, ທົ່ວແຂວງມີສູນກັກກັ້ນບໍລະເວນທັງໝົດມີຢູ່ 8 ສູນ, ມີຈໍານວນພົນທັງໝົດ 1.431 ຄົນ.

ຈາກນີ້ພະນັກງານແພດ-ໝໍ ທົ່ວແຂວງໄດ້ສຸມໃສ່ສັກວັກຊິນ (ຈອນສັນ ແອນ ຈອນສັນ) ແກ່ປະຊາຊົນຢູ່ 9 ເມືອງ, 1 ນະຄອນຢ່າງເປັນຂະບວນ ເຊິ່ງໄດ້ຮັບການແບ່ງປັນຈາກລັດຖະບານກໍຄືກະຊວງສາທາລະນະສຸກຈໍານວນ 1 ແສນ 3 ມື່ນໂດສ ເຊິ່ງເມື່ອສັກສໍາເລັດຈະກວມເອົາ 30% ຂອງພົນລະເມືອງໃນທົ່ວແຂວງ.

ພາຍຫຼັງຟັງລາຍງານແລ້ວ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ກໍໄດ້ເປັນກຽດໂອ້ລົມ ເຊິ່ງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ອົງການປົກຄອງ ແລະຄະນະສະເພາະກິດແຕ່ລະຂັ້ນ ທີໄດ້ສຸມມານະຈິດ ເຮື່ອແຮງ ແລະທຶນຮອນ ເຂົ້າໃນການຄວບຄຸມພະຍາດໂຄວິດ-19 ຢ່າງຈິງຈັງ.

ໂອກາດນີ້, ກໍໄດ້ນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຂັວນກຳລັງໃຈຂອງພັກ, ລັດຖະບານທີ່ມີຕໍ່ການປ້ອງກັນ, ຄວບຄຸມ ແລະແກ້ໄຂສະພາບການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະ ບັນດາແຂວງພາກໃຕ້.

ຈາກນີກໍໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ -ອົງການປົກຄອງແຂວງ ກໍຄືຄະນະສະເພາະກິດແຕ່ລະຂັ້ນ ໃຫ້ສືບຕໍ່ເອົາໃຈໃສ່ໃນການຄວບຄຸມພະຍາດໂຄວິດ-19 ໃຫ້ແຂງແຮງກ່ວາເກົ່າ.

ຖືເອົາການປະຕິບັດມາດຕະການທີ່ສູນກາງພັກ,ລັດຖະບານ ແລະ ແຂວງວາງອອກຢ່າງເຂັ້ມງວດ ແລະເປັນເຈົ້າການຂອງທົ່ວປວງຊົນ, ສືບຕໍ່ປຸກລະດົມກຳລັງແຮງຂອງສັງຄົມສາມັກຄີກັນປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ 19 ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ໂອກາດມາຢ້ຽມຢາມ ແລະຊີ້ນໍາ,ຊຸກຍູ້ວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ແລະຍັນດາແຂວງພາກໃຕ້ ນາຍົກລັດຖະມົນຕີ ຍັງໄດ້ມອບເງິນ ໃຫ້ແຂວງຈໍາປາສັກຈໍານວນ 450 ລ້ານກີບ.ແຂວງສາລະວັນ,ເຊກອງ ແລະ ແຂວງອຫດຕະປືແຂວງລະ 150 ລ້ານກີບ.ເພື່ອນໍາໃຊ້ເຂົ້າໃນດານຄວບຄຸມ ແກ້ໄຂການລະບາດພະຍາດໂຄວິດ- 19 . ຈາກນີ້ກໍໄດ້ໄປຢ້ຽມຢາມໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ເພື່ອເປັນການຢ້ຽມຢາມຖາມຂ່າວ ແລະໃຫ້ກຳລັງໃຈແກ່ພະນັກງານແພດໝໍ ແລະຜູ້ຕິດເຊື້ອໂຄວິດ 19 ທີ່ກຳລັງພະຍາບານຕົວຢູ່. ຕິດຕາມນາຍົກລັດຖະມົນຕີຢ້ຽມຢາມ ແລະຊີ້ນໍາ,ຊຸກຍູ້ວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ.ຍັງມີລັດຖະມົນຕີກະຊວງການເງິນ,ລັດຖະມົນຕີກະຊວງສາທາລະນະສຸກ,ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ ອີກດ້ວຍ.

ກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ ຮ່ວມກັບແຜນງານ ອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ (ASEAN-ACT) ຈັດກອງປະຊຸມທົບທວນກິດຈະກຳ ປະຈຳປີ 2021 ແລະ ວາງແຜນຈັດຕັ້ງປະຕິບັດງານປະຈຳປີ 2022

ຕາມການລາຍງານຂອງ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດ ລະດັບຊາດ: ກອງເລຂາກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 22 ກໍລະກົດ 2021 ທີ່ຜ່ານມາ ຢູ່ທີ່ ໂຮງແຮມ ລາວພຣາຊາ ໂດຍການເປັນປະທານຮ່ວມ ໂດຍ ທ່ານ ພັອ ລັດສະໝີ ໄຊຍະຄຳ ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ, ຫົວໜ້າຫ້ອງການກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ແລະ ທ່ານ ນາງ ມະນີຈັນ ແກ້ວວິຣິຍະວົງ ຜູ້ບໍລິຫານແຜນງານ ອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ ປະຈຳ ສປປ ລາວ (ASEAN-ACT) ມີຄູ່ຮ່ວມງານຈາກຂະ ແໜງການທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ ແລະ ວາງແຜນບັນດາກິດຈະກຳທີ່ເປັນບູລິມະສິດສຳຄັນໃນການຕ້ານການຄ້າມະນຸດ, ການປົກປ້ອງຜູ້ຖືກເຄາະຮ້າຍໃນໄລຍະສັ້ນ ແລະ ໄລຍະຍາວ ທີ່ຈະເອົາເຂົ້າໃນແຜນງານ ອາຊຽນ-ອົດສະຕາລີ ເພື່ອຕ້ານການຄ້າມະນຸດ, ສຸມໃສ່ຍຸດທະສາດກ່ຽວກັບສິດທິຂອງຜູ້ຖືກເຄາະຮ້າຍ, ຄວາມສະເໝີພາບ, ການລວມເອົາທຸກຄົນໃນສັງຄົມ ແລະ ຍຸດທະສາດການສ້າງຄວາມອາດສາມາດ, ເພື່ອທົບທວນ ແລະ ສະທ້ອນເຖິງຄວາມເຂັ້ມແຂງຂອງຂະແໜງການຍຸຕິທຳໃນການຕອບໂຕ້ກັບການຄ້າມະນຸດ; ນອກຈາກນີ້ ກອງປະຊຸມຄັ້ງນີ້້ຍັງໄດ້ເຮັດວຽກກັບເພື່ອນຮ່ວມງານທາງໄກຜ່ານທາງອອນລາຍ ເພື່ອຊ່ວຍໃນການກຳນົດວິທີການຈັດຕັ້ງປະຕິບັດ ແລະ ແຜນງານທີ່ກ່ຽວຂ້ອງ ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງແຜນງານໃນການຕອບໂຕ້ການຄ້າມະນຸດຢ່າງມີປະສິດທິພາບໃນອະນາຄົດ; ພ້ອມດຽວກັນນັ້ນໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນກ່ຽວກັບບັນຫາຕ່າງໆ ເພື່ອກຳນົດບັນດາກິດຈະກຳທີ່ເປັນບູລິມະສິດຫຼັກ ຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປະຈຳປີ 2022 ເພື່ອເອົາເຂົ້າໃນແຜນງານດັ່ງກ່າວ ແລະ ຈະນໍາເອົາໄປຈັດຕັ້ງປະຕິບັດໃນອະນາຄົດ.