ການແຜ່ລະບາດ ຂອງໂຄວິດ-19 ຂອງນະຄອນໄກສອນພົມວິຫານ ມາເຖິງປັດຈຸບັນນີ້ຍັງມີື່ສອ່ຽງເພີ່ມຂຶ້ນໃນແຕ່ລະວັນດັ່ງນີ້ ເຈົ້າແຂວງສະຫວັນນະເຂດ ຈຳເປັນຕ້ອງອອກຄຳສັ່ງເພີ່ມເຕີມດັ່ງນີ້:



ການແຜ່ລະບາດ ຂອງໂຄວິດ-19 ຂອງນະຄອນໄກສອນພົມວິຫານ ມາເຖິງປັດຈຸບັນນີ້ຍັງມີື່ສອ່ຽງເພີ່ມຂຶ້ນໃນແຕ່ລະວັນດັ່ງນີ້ ເຈົ້າແຂວງສະຫວັນນະເຂດ ຈຳເປັນຕ້ອງອອກຄຳສັ່ງເພີ່ມເຕີມດັ່ງນີ້:



ຂ່າວດ່ວນ! ນະຄອນຫຼວງວຽງຈັນ ປະກາດ ຂໍ້ຫ້າມຕ່າງໆ ດັ່ງນີ້.

.

.

.

.
ຕາມການລາຍງານ ຂອງຄະນະສະເພາະກິດ ໃນວັນທີ 30 ສິງຫາ 2021 ໃຫ້ຮູ້ວ່າ: ສະພາບການລະບາດຢູ່ໃນລາວເຮົາ ປັດຈຸບັນ ພົບການຕິດເຊື້ອໃໝ່ຢູ່ໃນ 9 ແຂວງ, ໃນນັ້ນ ມີ 8 ແຂວງ ທີ່ມີລາຍງານການລະບາດຢູ່ໃນຊຸມຊົນ ຄື: ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ຄຳມ່ວນ, ຫຼວງພະບາງ, ບໍ່ແກ້ວ, ຫຼວງນ້ຳທາ, ນະຄອນຫຼວງ.
ແຂວງທີ່ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ ມີຢູ່ 5 ແຂວງ ເຊິ່ງສາເຫດຫຼັກ ກໍ່ມາຈາກການນຳເຂົ້າເປັນສ່ວນໃຫຍ່ ແຕ່ການຕິດເຊື້ອໃນຊຸມຊົນໃໝ່ ແມ່ນເກີດຈາກການບໍ່ປະຕິບັດມາດຕະການທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ຢ່າງເຂັ້ມງວດ ເຊັ່ນ: ການອະນຸຍາດໃຫ້ອອກຈາກບ້ານທີ່ຖືກກຳນົດເປັນບ້ານແດງ, ຍັງມີການຊຸມແຊວກັນເປັນກຸ່ມ, ມີການດຶ່ມສິ່ງມຶນເມົາ, ບໍ່ຮັກສາໄລຍະຫ່າງ ໃນຮ້ານອາຫານ ລວມທັງ ການຈັດງານປະເພນີ ເຫັນວ່າ ປະຊາຊົນຈຳນວນໜຶ່ງ ເມື່ອໄປຮ່ວມງານ ບໍ່ໃສ່ຜ້າປິດປາກ-ດັງ, ການປະຕິບັດມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກ ບາງບໍລິສັດ, ໂຮງງານ, ຫ້າງຮ້ານ ຍັງບໍ່ເຮັດບໍ່ໄດ້ດີເທົ່າທີ່ຄວນ ເຊິ່ງທັງໝົດນີ້ ສ້າງໃຫ້ເກີດມີຄວາມສ່ຽງສູງ ໃຫ້ແກ່ການລະບາດອອກສູ່ຊຸມຊົນ ເຊິ່ງປະເທດຂອງພວກເຮົາກຳລັງພະເຊີນຢູ່ໃນປັດຈຸບັນນີ້;
ປະຈຸບັນ ມີລາຍງານການຕິດເຊື້ອ ພາຍໃນບໍລິສັດ, ໂຮງຈັກ, ໂຮງງານ ເຊິ່ງສ້າງຄວາມກັງວົນ ໃຫ້ແກ່ພະນັກງານ.
ສຳລັບຜູ້ທີ່ຮັບຜິດຊອບໃນບໍລິສັດ/ໂຮງຈັກ, ໂຮງງານ ສະເໜີໃຫ້ມີມາດຕະການໃນການປ້ອງກັນການຕິດເຊື້ອ ພາຍໃນຢ່າງເຄັ່ງຄັດ ແລະ ໃຫ້ມີການກວດອຸນຫະພູມເຂົ້າ-ອອກ ຢ່າງເປັນປົກກະຕິ, ມີຈຸດລ້າງມື ຫຼື ເຈວຂ້າເຊື້ອ ຢ່າງພຽງພໍ ແລະ ມີການຮັກສາໄລຍະຫ່າງ ໃນສະຖານທີ່ເຮັດວຽກ, ຫ້າມບໍ່ໃຫ້ຜູ້ທີ່ມີປະຫວັດການເຄື່ອນໄຫວ ມາແຕ່ເຂດແດງ ຫຼື ຮູ້ສຶກບໍ່ສະບາຍ ມາເຮັດວຽກ ໂດຍທີ່ບໍ່ມີການກວດກາທາງດ້ານສຸຂະພາບຢ່າງລະອຽດ.
ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເກີດເຫດຜົວຄາດຕະກໍາເມຍ ເຊິ່ງ ທ້າວ ສຸຈີ ອາຍຸ 30 ປີ ( ຜູ້ເປັນຜົວ ) ໂດຍໃຊ້ປືນແກັບຍິງ ນາງ ລັດນາ ອາຍຸ 32 ປີ ( ຜູ້ເປັນເມຍ ) ເສຍຊີວິດຄາທີ່.
ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງປາກງື່ມ ນວ ໃຫ້ຮູ້ວ່າ: ໃນເວລາ 22:00 ໂມງ ຂອງວັນທີ 13 ພຶດສະພາ 2021, ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານໂນນສູງ ວ່າ: ມີເຫດການຜົວຄາດຕະກໍາເມຍ ເຊິ່ງ ທ້າວ ສຸຈີ ອາຍຸ 30 ປີ ( ຜູ້ເປັນຜົວ ) ໂດຍໃຊ້ປືນແກັບຍິງ ນາງ ລັດນາ ອາຍຸ 32 ປີ ( ຜູ້ເປັນເມຍ ) ເສຍຊີວິດຄາທີ່ ຢູ່ສວນຢາງພະລາ ຫ່າງຈາກບ້ານໂນນສູງ ປະມານ 2,500 ແມັດ, ຈາກນັ້ນ ຜູ້ເປັນຜົວກໍ່ໃຊ້ປືນແກັບຍິງເຂົ້າຄາງຕົວເອງ ເພື່ອຫວັງຕາຍຕາມເມຍ ແຕ່ລູກປືນບໍ່ຖືກຈຸດສໍາຄັນ ກໍ່ເລີຍໄດ້ຮັບບາດເຈັບຫຼາຍພໍສົມຄວນ, ຈາກນັ້ນ ທ້າວ ສຸຈີ ໄດ້ແລ່ນໄປຫາພີ່ນ້ອງພາໄປໂຮງໝໍ ເພື່ອປິ່ນປົວ, ມາຮອດວັນທີ 26 ກໍລະກົດ 2021 ຜູ້ກ່ຽວຫາຍດີເປັນປົກກະຕິ ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວມາກັກຂັງໄວ້ ຢູ່ ປກສ ເມືອງປາກງື່ມ ເພື່ອດໍາເນີນຄະດີ.
ຜ່ານການສອບສວນ ທ້າວ ສຸຈີ ( ຜູ້ເປັນຜົວ ) ສາລະພາບກັບເຈົ້າໜ້າທີ່ວ່າ: ໄດ້ແຕ່ງດອງກັບນາງ ລັດນາ ( ຜູ້ເປັນເມຍ ) ແຕ່ປີ 2010 ແລະ ມີລູກນໍາກັນ 2 ຄົນ; ມາຮອດວັນທີ 13 ພຶດສະພາ 2021 ມື້ເກີດເຫດຕົນກັບເມຍໄດ້ຂັບຂີ່ລົດໄຖນາເດີນຕາມ ອອກໄປຊອກຫາຂອງກິນ ( ກ້ານກົບ, ຂຽດ ) ແລະ ໄດ້ເອົາປືນແກັບສອງກະບອກໄປນໍາ ເມື່ອໄປຮອດຈຸດເກີດເຫດ ເມຍໄດ້ຮ້າຍໃຫ້ຕົນທີ່ໄປພົວພັນກັບຢາເສບຕິດ ຈົນຜິດຖຽງກັນຢ່າງຮຸນແຮງ ແລ້ວເມຍໄດ້ຍາດເອົາປືນນໍາ ເຮັດໃຫ້ປືນລັ່ນດາດຫົວຜູ້ເປັນຜົວຈົນມີບາດແຜຢູ່ຄີິ້ວ ຜູ້ກ່ຽວຢາກຮ້າຍເລີຍເອົາປືນແກັບທີ່ພາຍຢູ່ ຍິງງ່ອນເມຍໜື່ງນັດ ເຮັດໃຫ້ເມຍເສຍຊີວິດຄາທີ່ ເມື່ອເຫັນເມຍເສຍຊີວິດກໍ່ຕົກໃຈ ເລີຍເອົາປືນຍິງໃສ່ຄາງຕົວເອງຫວັງຕາຍຕາມເມຍ ແຕ່ບໍ່ຕາຍເນື່ອງຈາກລູກປືນບໍ່ຖືກຈຸດສໍາຄັນ ເລີຍເຮັດໃຫ້ຕົນໄດ້ຮັບບາດເຈັບຫຼາຍພໍສົມຄວນ ຈິ່ງໄດ້ແລ່ນໄປຫາພີ່ນ້ອງພາໄປໂຮງໝໍ. ຕໍ່ກັບຄະດີດັ່ງກ່າວເຈົ້າໜ້າທີ່ ປກສ ເມືອງປາກງື່ມ ໄດ້ປະກອບສໍານວນຄະດີສົ່ງໃຫ້ໄອຍະການ ສັ່ງຟ້ອງສານຕັດສິນລົງໂທດຕາມຂັ້ນຕອນຂອງກົດໝາຍ.
ມາຮອດມື້ນີ້ 30 ສິງຫາ 2021 ສະຖານນະການໂຄວິດ-19 ໃນຊຸມຊົນ ຂອງແຕ່ລະແຂວງເລີ່ມເພີ່ມຂື້ນ.
ຕາມການຖະແຫຼ່ງຂ່າວ ຂອງຄະນະສະກິດປະຈຳວັນທີ 30 ສິງຫາ 2021 ໄດ້ລາຍງານກ່ຽວກັບ ສະຖານທີ່ສ່ຽງ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນໄລຍະທີ່ຜ່ານມາ:
ວັນທີ 23 ສິງຫາ 2021:
-ໄປຜ່າຕັດແຂ້ວຢູ່ແພດສາດ ນະຄອນຫຼວງວຽງຈັນ
-ໄປທະນາຄານການຄ້າ ສາຂາຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ
ວັນທີ 25 ສິງຫາ 2021
-ໄປທະນາຄານການຄ້າ ສາຂາຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ
ຢ່າງໃດກໍຕາມ ຂໍໃຫ້ທຸກຄົນມີສະຕິລະວັງໂຕ ແລະຮັກສາສຸຂະພາບຂອງຕົນ ແລະ ຄອບຄົວ.
ການຖະແຫຼງຂ່າວຂອງຄະນະສະເພາະກິດ ປະຈຳວັນຈັນ ວັນທີ 30 ສິງຫາ ປີ 2021 ໄດ້ກວດວິເຄາະທັງໝົດ 2,212 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 155 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 15 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື: ບໍ່ແກ້ວ 3 ຄົນ, ຫຼວງນ້ຳທາ 1 ຄົນ, ແຂວງວຽງຈັນ 1 ຄົນ, ສາລະວັນ 1 ຄົນ ແລະສະຫວັນນະເຂດ 9 ຄົນ.
ສ່ວນ ກໍລະນີນໍາເຂົ້າ ມີ 140 ຄົນ ຈາກ ນະຄອນຫຼວງ 5 ຄົນ, ຫຼວງພະບາງ 1 ຄົນ, ຄຳມ່ວນ 14 ຄົນ, ສາລະວັນ 48 ຄົນ, ສະຫວັນນະເຂດ 19 ຄົນ ແລະ ຈຳປາສັກ 53 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
–ລາຍລະອຽດ ຜູ້ເສຍຊີວິດ 2 ຄົນ ຢູ່ແຂວງສະຫວັນນະເຂດ:
ຜູ້ທີ 1: ເພດຊາຍ, ອາຍຸ 33 ປີ, ບ້ານ ຕາກແດດ, ເມືອງ ໄຊພູທອງ, ແຂວງສະຫວັນນະເຂດ, ປະຈຸບັນເປັນຜູ້ຖືກຂັງ ຢູ່ສະຖານຄຸມຂັງ ແຂວງສະຫວັນນະເຂດ, ເລີ້ມມີອາການ 25 ສິງຫາ 2021 ແລະ ເສຍຊີວິດໃວັນທີ 29 ສິງຫາ 2021.
ຜູ້ທີ 2: ເພດຍິງ, ອາຍຸ 74 ປີ, ອາຊີບ ແມ່ເຮືອນ, ບ້ານ ລັດຕະລັງສີໃຕ້, ນະຄອນໄກສອນ, ແຂວງສະຫວັນນະເຂດ, ຜູ້ກ່ຽວມີພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ໃນວັນທີ 27 ສິງຫາ 2021 ແລະ ເສຍຊີວິດ ໃນວັນທີ 29 ສິງຫາ 2021.
ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:
–ແຂວງວຽງຈັນ 1 ຄົນ: ຈາກບ້ານ ໂພນສະຫວາດ, ເມືອງກາສີ ຊື່ງເດີນທາງມາຈາກແຂວງບໍ່ແກ້ວ ຈຳກັດບໍລິເວນຢູ່ສູນກັກກັນ.
ຫຼວງນ້ຳທາ 1 ຄົນ ເປັນກໍລະນີສຳຜັດກັບຜູ້ຕິດເຊື້ອ ທີ່ໄດ້ຖະແຫຼງຂ່າວວານນີ້ (ກ່ຽວພັນກັບງານສົບຢູ່ເມືອງນານ, ແຂວງຫຼວງພະບາງ), ມີຜູ້ສຳຜັດໃກ້ໃນຫ້ອງປະຊຸມ ທັງໝົດ 52 ຄົນ ລວມທັງຜູ້ກ່ຽວ ເຊິ່ງລາຍລະອຽດ ທາງແຂວງ ໄດ້ອອກແຈ້ງການສະເພາະ.
ສະຫວັນນະເຂດ 9 ຄົນ, ໃນນັ້ນ 1 ຄົນ ເປັນພະນັກງານແພດ ທີ່ເຂົ້າປະຈຳການ ຢູ່ໂຮງໝໍ, ເຫຼືອນັ້ນ ແມ່ນເກີດແບບກະແຈກກະຈາຍ ໃນບັນດາບ້ານທີ່ຂື້ນກັບນະຄອນໄກສອນ.
ສາລະວັນ 1 ຄົນ ແມ່ນພະນັກງານປະຈຳສູນຈຳກັດບໍລິເວນ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,816 ຄົນ, ຄົນເຈັບເສຍຊີວິດສະສົມ14 ຄົນ (ໃໝ່ 2 ຄົນ ຈາກສະຫວັນນະເຂດ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,040 ຄົນ.
ມສ ວຽງຈັນ ອອກແຈ້ງການ ໂຈະການລົງທະບຽນ ຮັບນັກຮຽນ
ແຈ້ງການວັນທີ 29 ສິງຫາ 2021
ກະລຸນາແຊໃຫ້ທຸກຄົນຮັບຮູ້ແດ່ເດີ

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ໃນເຊົ້າວັນທີ 29 ສິງຫາ 2021 ນີ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 28 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2,961 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 98 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
ສ່ວນ ກໍລະນີນໍາເຂົ້າ ມີ 97 ຄົນ ຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 7 ຄົນ, ຄຳມ່ວນ 9 ຄົນ, ສາລະວັນ 6 ຄົນ ແລະ ຈຳປາສັກ 71 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:
ນະຄອນຫຼວງ 12 ຄົນ
ສຳລັບສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ ມີ:
ບໍ່ແກ້ວ 15 ຄົນ ຈາກ ເມືຶອງຕົ້ນເຜິ້ງ ເປັນກໍລະນີສຳຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ປະກອບມີ:
ອຸດົມໄຊ 2 ຄົນ ກ່ຽວຂ້ອງກັບງານຊາປະນາກິດສົບຢູ່ເມືອງນ່ານ ແຂວງຫຼວງພະບາງ
ຫຼວງນ້ຳທາ 2 ຄົນ ກຸ່ມທີ່ກ່ຽວພັນ ກັບ ບ້ານໃຫຍ່ສີເມືອງງາມ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ, ໃນນັ້ນ 01 ຄົນ ແມ່ນເດັກອານຸບານ ເຂົ້າໂຮງຮຽນອະນຸບານ (ກຸ່ມສຳຜັດ ທັງໝົດ 55 ຄົນ ໄດ້ເກັບຕົວຢ່າງ ແລະ ພັກ ຈຳກັດບໍລິເວນແລ້ວ ໃນນັ້ນ ມີເດັກອານຸບານທັງໝົດ 37 ຄົນ, ຄູ 5 ແລະ ຄອບຄົວທີ່ເປັນເຈົ້າຂອງໂຮງຮຽນ)
ຫຼວງພະບາງ 4 ຄົນ ທັງໝົດເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ ໄດ້ລາຍງານ ຜ່ານມາ
ຄຳມ່ວນ 5 ຄົນ ໃນນັ້ນ 3 ຄົນແມ່ນຄອບຄົວດຽວກັນທີ່ພົວພັນກັບຜູ້ຕິດເຊື້ອມາກ່ອນ ແລະ 01 ຄົນ ເປັນເພດຊາຍ, ອາຍຸ 44 ປີ ອາຊີບພະນັກງານຂັບລົດ, ບ້ານມ່ວງໄຂ່, ເມືອງຫີນບູນ
ສະຫວັນນະເຂດ 57 ຄົນ ມາຈາກ:
ຈຸ້ມບ້ານ ໂພນສະຫວ່າງເໜືອ ມີ 19 ຄົນ ຊື່ງບ້ານນີ້ ເຄີຍໄດ້ລາຍງານໃນວັນທີ 26 ສິງຫາ ທີ່ຜ່ານມາ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່
ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,641 ຄົນ, ຄົນເຈັບເສຍຊີວິດສະສົມ12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,901 ຄົນ.
ຈາກທີ່ເປັນກະແສຂ່າວ ໃນປະຈຸບັນ ທີ່ແມ່ເຖົ້າບົວຊ້ອຍ ພົມສະຫວັດ ໄດ້ມີການຮ້ອງຟ້ອງ ລູກສາວຄີງໆ ຂອງຕົນສອງຄົນ. ໂດຍຄະດີທີ່ຟ້ອງແມ່ນ ລູກສາວລັກປອມແປງເອກະສານ ເພື່ອເອົາດິນສິນສົມສ້າງ ຂອງຜູ້ເປັນແມ່, ໂດຍທີ່ແມ່ບໍ່ໄດ້ຍິນຍອມ. ການຕໍ່ສູ້ຄະດີ ຂອງສາມແມ່ລູກ ແມ່ນຂຶ້ນຮອດຂັ້ນສານ ແລະ ໃນວັນທີ 26 ສິງຫາ 2021 , ສານໄດ້ຕັດສິນໃຫ້ ຜູ້ເປັນແມ່ ພ່າຍແພ້ຄະດີ. ທາງຜູ້ເປັນແມ່ ຈິ່ງໄດ້ໂພດຂໍ້ຄວາມຜ່ານເພຈ ເຖິງຄວາມ ອະຍຸຕິທໍາ ແລະ ບໍ່ມີເງິນຈະໄປ ອຸທອນ ຕໍ່ສູ້ຄະດີ.

ຫຼ້າສຸດ ວັນທີ 27 ສິງຫາ 2021 ຜ່ານມາ, ບໍລິສັດ Phomsoupha & Son Law ໄດ້ສະແດງເຈດຈໍານົງ ຈະຊ່ວຍເປັນທະນາຍຄວາມໃຫ້ກັບແມ່ເຖົ້າບົວຊ້ອຍ ໂດຍບໍ່ເກັບຄ່າໃຊ້ຈ່າຍໃດ?

ສິ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈຄື ຄວາມຍຸຕິທໍາ, ຖ້າວ່າ ແມ່ບໍ່ຍິນຍອມ ແລ້ວ ການໂອ່ນຖ່າຍສິດຄອບຄອງ ທີ່ດິນ ຖືກດໍາເນີນການໄປໄດ້ແນວໃດ? ໃຜຊ່ວຍໃຫ້ ຂະບວນການນີ້ສໍາເລັດ, ຖ້າມີຄົນຮ່ວມຫົວກັນ ລະບົບກົດໝາຍຂອງລາວ ຈະລົງໂທດແນວໃດ? ແລະ ຄະດີນີ້ ຈະມີບົດສະຫຼຸບແນວໃດ? ຕ້ອງຖ້າຕິດຕາມກັນຕໍ່ໄປ!
ລາຍງານຈາກ ຄະນະສະເພາະກິດ ໃຫ້ຮູ້ວ່າ ທີ່ນະຄອນຫຼວງວຽງຈັນ ບ້ານທີ່ຖືກກໍານົດໃຫ້ເປັນບ້ານາເຂດແດງ ແມ່ນມີທັງໝົດ 11 ບ້ານ ຢູ່ 4 ເມືອງ ດັ່ງນີ້.
ບ້ານແດງຖືເປັນເຂດ ທີ່ມີມາດຕະການຄຸມເຂັ້ມ ຄືຄົນໃນຫ້າມອອກ ຄົນນອກຫ້າມເຂົ້າ, ຍົກເວັ້ນກໍລະນີຈໍາເປັນ.