HomeUncategorizedແມ່ເຖົ້າບົວຊ້ອຍ ມີຄວາມຫວັງສູ້ຄະດີອີກຄັ້ງ ເມື່ອບໍລິສັດກົດໝາຍ ພົມສຸພາ ແອນ ຊັນ ຈະຊ່ວຍສູ້ຄະດີ!

ແມ່ເຖົ້າບົວຊ້ອຍ ມີຄວາມຫວັງສູ້ຄະດີອີກຄັ້ງ ເມື່ອບໍລິສັດກົດໝາຍ ພົມສຸພາ ແອນ ຊັນ ຈະຊ່ວຍສູ້ຄະດີ!

ຈາກທີ່ເປັນກະແສຂ່າວ ໃນປະຈຸບັນ ທີ່ແມ່ເຖົ້າບົວຊ້ອຍ ພົມສະຫວັດ ໄດ້ມີການຮ້ອງຟ້ອງ ລູກສາວຄີງໆ ຂອງຕົນສອງຄົນ. ໂດຍຄະດີທີ່ຟ້ອງແມ່ນ ລູກສາວລັກປອມແປງເອກະສານ ເພື່ອເອົາດິນສິນສົມສ້າງ ຂອງຜູ້ເປັນແມ່, ໂດຍທີ່ແມ່ບໍ່ໄດ້ຍິນຍອມ. ການຕໍ່ສູ້ຄະດີ ຂອງສາມແມ່ລູກ ແມ່ນຂຶ້ນຮອດຂັ້ນສານ ແລະ ໃນວັນທີ 26 ສິງຫາ 2021 , ສານໄດ້ຕັດສິນໃຫ້ ຜູ້ເປັນແມ່ ພ່າຍແພ້ຄະດີ. ທາງຜູ້ເປັນແມ່ ຈິ່ງໄດ້ໂພດຂໍ້ຄວາມຜ່ານເພຈ ເຖິງຄວາມ ອະຍຸຕິທໍາ ແລະ ບໍ່ມີເງິນຈະໄປ ອຸທອນ ຕໍ່ສູ້ຄະດີ.

ຫຼ້າສຸດ ວັນທີ 27 ສິງຫາ 2021 ຜ່ານມາ, ບໍລິສັດ Phomsoupha & Son Law ໄດ້ສະແດງເຈດຈໍານົງ ຈະຊ່ວຍເປັນທະນາຍຄວາມໃຫ້ກັບແມ່ເຖົ້າບົວຊ້ອຍ ໂດຍບໍ່ເກັບຄ່າໃຊ້ຈ່າຍໃດ?

ສິ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈຄື ຄວາມຍຸຕິທໍາ, ຖ້າວ່າ ແມ່ບໍ່ຍິນຍອມ ແລ້ວ ການໂອ່ນຖ່າຍສິດຄອບຄອງ ທີ່ດິນ ຖືກດໍາເນີນການໄປໄດ້ແນວໃດ? ໃຜຊ່ວຍໃຫ້ ຂະບວນການນີ້ສໍາເລັດ, ຖ້າມີຄົນຮ່ວມຫົວກັນ ລະບົບກົດໝາຍຂອງລາວ ຈະລົງໂທດແນວໃດ? ແລະ ຄະດີນີ້ ຈະມີບົດສະຫຼຸບແນວໃດ? ຕ້ອງຖ້າຕິດຕາມກັນຕໍ່ໄປ!