ຂໍ້ຕົກລົງ ວ່າດ້ວຍ ການກໍານົດບັນຊີ ພືດ ແລະ ຜະລິດຕະພັນພືດ ທີ່ເປັນບຸລິມະສິດ ສໍາລັບເຈລະຈາເຕັກນິກເປີດຕະຫລາດ ເພື່ອສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ.





ຂໍ້ຕົກລົງ ວ່າດ້ວຍ ການກໍານົດບັນຊີ ພືດ ແລະ ຜະລິດຕະພັນພືດ ທີ່ເປັນບຸລິມະສິດ ສໍາລັບເຈລະຈາເຕັກນິກເປີດຕະຫລາດ ເພື່ອສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ.





ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດສະສົມຈາກໂຄວິດ-19 ທັງໝົດ 89 ຄົນ (ໃໝ່ 3)
ເຊິ່ງມີລາຍລະອຽດລຸ່ມນີ້:
ຜູ້ທີ 1: ເພດຍິງ, 52 ປີ, ອາຊີບ: ປະຊາຊົນ, ບ້ານດອນຂາຊ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ
ຜູ້ທີ 2: ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານສາຍລົມ, ນະຄອນຫລວງພະບາງ, ແຂວງຫລວງພະບາງ
ຜູ້ທີ 3: ເພດຊາຍ, 40 ປີ, ອາຊີບ: ປະຊາຊົນ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງ
-ນະຄອນຫຼວງ 512 ຄົນ: ມາຈາກ 159 ບ້ານ, ໃນ 8 ເມືອງ
-ຫຼວງພະບາງ, ມີ 137 ຄົນ ໃນ 29 ບ້ານ ແລະ 6 ເມືອງ
-ແຂວງວຽງຈັນ ມີ 86 ຄົນ ໃນ 31 ບ້ານ ແລະ 9 ເມືອງ
-ບໍ່ແກ້ວ ມີ 81 ຄົນ ໃນ 3 ເມືອງ
-ຈຳປາສັກ ມີ 44 ຄົນ ໃນ 15 ບ້ານ ແລະ 3
-ເມືອງຫຼວງນ້ຳທາ ມີ 44 ຄົນ ໃນ 23 ບ້ານ ແລະ 2 ເມືອງ
-ຜົ້ງສາລີ ມີ 31 ຄົນ ໃນ 9 ບ້ານ ແລະ 2 ເມືອງ
-ບໍລິຄຳໄຊ ມີ 25 ຄົນ ໃນ 6 ບ້ານ ແລະ 1 ເມືອງ
-ສະຫວັນນະເຂດ ມີ 19 ຄົນ ໃນ 11 ບ້ານ ແລະ 2 ເມືອງ
-ເຊກອງ ມີ 21 ຄົນ ໃນ 5 ບ້ານ ແລະ 2 ເມືອງ
-ຄຳມ່ວນ ມີ 16 ຄົນ ໃນ 5 ບ້ານ ແລະ 1 ເມືອງ
-ອຸດົມໄຊ ມີ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ
-ໄຊຍະບູລີ ມີ 12 ຄົນ ໃນ 5 ບ້ານ ແລະ 1 ເມືອງ
-ໄຊສົມບູນ ມີ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 04 ຄົນ ຈາກ ແຂວງສະຫວັນນະເຂດ 2 ຄົນ ແລະ ຈໍາປາສັກ 2 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 48.892 ຄົນ, ເສຍຊີວິດສະສົມ 89 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 469 ຄົນ, ກໍາລັງປິ່ນປົວ 9,348 ຄົນ.
ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 8 ພະຈິກ 2021 ນີ້, ເຊິ່ງເປັນມື້ທີ 7 ຂອງການດໍາເນີນກອງປະຊຸມດັ່ງກ່າວ.
ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຫລາຍເຂດເລືອກຕັ້ງ ໄດ້ປະກອບຄໍາເຫັນ ແລະ ໃຫ້ຄວາມສົນໃຈຫລາຍບັນຫາ ຕໍ່ບົດລາຍງານຂອງການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ ໃນໄລຍະ 1 ປີຜ່ານມາ, ເຊິ່ງປະເດັນສໍາຄັນທີ່ສຸດກໍແມ່ນການແກ້ໄຂບັນຫາ ຈັນຍາບັນ-ຈັນຍາທໍາ ຂອງພະນັກງານຜູ້ພິພາກສາ, ຜູ້ຊ່ວຍຜູ້ພິພາກສາ, ຈ່າສານ ລວມທັງພະນັກງານສານຈໍານວນໜຶ່ງ ເຮັດໃຫ້ເກີດມີຫາງສຽງຈາກສັງຄົມຕໍ່ພາບພົດຂອງສານປະຊາຊົນໃນທາງລົບ ຫລາຍສົມຄວນ.
ຕໍ່ບັນຫານີ້, ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຍອມຮັບວ່າ: ຄໍາເຫັນທີ່ ສສຊ ຫລາຍເຂດເລືອກຕັ້ງ ໄດ້ຍົກຂຶ້ນມາລ້ວນແຕ່ແມ່ນສະພາບຫຍໍ້ທໍ້ ແລະ ຄົງຄ້າງໃນວຽກງານສານໃນຜ່ານມາ ເຊິ່ງເຫັນວ່າເປັນຄວາມຈິງແທ້.
ແນວໃດກໍຕາມ ຜ່ານມາ, ຄະນະພັກ-ຄະນະນໍາຂອງສານປະຊາຊົນ ກໍໄດ້ຮັບການສະເໜີ ຫລື ຮ້ອງທຸກ ຈາກຄູ່ຄວາມໃນຫລາຍໆຄະດີ ເພື່ອໃຫ້ກວດກາຄືນການຕັດສິນຄະດີ ກໍຄືການປະຕິບັດໜ້າທີ່ຂອງສານ ແລະ ໃນໄລຍະຜ່ານມາ, ຄະນະພັກ-ຄະນະນໍາ ຂອງສານປະຊາຊົນທຸກຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານຢ່າງເປັນປົກກະຕິ ເພື່ອຍົກສູງຄວາມຮັບ ຜິດຊອບ ນັບທັງດ້ານຈັນຍາບັນ-ຈັນຍາທໍາ ແລະ ໄປຄຽງຄູ່ກັບການປະຕິບັດວຽກງານວິຊາສະເພາະ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທໍາ.
ຄຽງຄູ່ກັບການເອົາໃຈໃສ່ ຕິດຕາມກວດກາບັນຫາຕ່າງໆ ທີ່ໄດ້ຮັບການສະເໜີມາ ແລະ ມີບາງກໍລະນີ ກໍໄດ້ແກ້ໄຂໄປຕາມຂັ້ນຕອນລະບຽບກົດໝາຍແນວໃດກໍຕາມ, ໃນທິດທາງແກ້ໄຂບັນຫາດັ່ງກ່າວໃນຕໍ່ໜ້ານີ້, ສານປະຊາຊົນ ຈະໄດ້ກໍານົດແຜນການ ແກ້ໄຂທີ່ລົງເລິກບັນຫາລະອຽດ ແລະ ຕໍ່ເນື່ອງ, ພ້ອມທັງ ເພີ່ມທະວີການປະສານສົມທົບກັບສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ-ນະຄອນຫລວງ ແລະ ອົງການປົກຄອງ ໃນແຕ່ລະທ້ອງຖິ່ນຊ່ວຍເອົາໃຈໃສ່ຕິດຕາມກວດກາປະຕິບັດໜ້າທີ່ຂອງພະນັກງານ ແລະ ຄັດຈ້ອນເອົາ ກຸ່ມເປົ້າໝາຍທີ່ມີພຶດຕິກໍາບໍ່ດີ ມາກ່າວເຕືອນ, ສຶກສາອົບຮົມ, ຍົກຍ້າຍໜ້າທີ່ ແລະ ລົງວິໄນ ທີ່ເຂັ້ມງວດກວ່າເກົ່າ ຕໍ່ຜູ້ກະທໍາຜິດຕາມລະບຽບກົດໝາຍ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ສັງຄົມຫລາຍຂຶ້ນ.
ແຫຼ່ງຂ່າວ: ຂປລ, ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ, ຮູບ: ອ່າຍຄໍາ
ຜູ້ຕິດເຊື້ອພາຍໃນໃໝ່ ຈາກ 9 ເມືອງ ໃນນະຄອນຫຼວງວຽງຈັນ








ອັບເດດ 10:30 ໂມງ ວັນທີ 8 ພະຈິກ 2021
ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ທ້າວ ລັດດາ ອາຍຸ 23 ປີ ອາຊີບ ກໍາມະກອນ ຢູ່ບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສັງທອງ ກັກຕົວໃນວັນທີ 3 ພະຈິກ 2021 ຂໍ້ຫາທໍາລາຍຊັບຂອງພົນລະເມືອງ (ຈູດກອງເຂົ້າ) ສ້າງຜົນເສຍຫາຍຈໍໍານວນ 7 ລ້ານກີບ. ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ໃຫ້ຮູ້ວ່າ: ໃນວັນທີ 28 ຕຸລາ 2021 ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ຮັບລາຍງານ ຈາກອໍານາດການປົກຄອງບ້ານກົ້ວ ວ່າ:
ມີຄົນລັກຈູດກອງເຂົ້າ ປະຊາຊົນ ທີ່ກອງໂຮມໄວ້ ຢູ່ບ້ານດັ່ງກ່າວ ຈິ່ງໄດ້ຈັດຕັ້ງກໍາລັງ ພະແນກຕໍາຫຼວດ ປກສ ເມືອງ ສັງທອງ ລົງສົມທົບກັບ ປກສ ກຸ່ມ ແລະ ອໍານາດການປົກຄອງບ້ານ ລົງເກັບກໍາຂໍ້ມູນ ແລະ ກໍານົດໄດ້ເປົ້າໝາຍຕົກມາຮອດ ວັນທີ 3 ພະຈິກ 2021 ຈິ່ງໄດ້ກັກຕົວທ້າວລັດດາ ມາສອບສວນ. ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ:
ໄດ້ລົງມືກໍ່ເຫດໃນຄັ້ງນີ້ແທ້ ຍ້ອນມີຄວາມບໍ່ພໍໃຈ ທີ່ເຈົ້າຂອງກອງເຂົ້າບໍ່ຈ່າຍຄ່າແຮງງານ ທີ່ຕົນຮັບຈ້າງກູ້ເຂົ້າໃນມື້ນັ້ນ ເຊິ່ງເຈົ້າຂອງກອງເຂົ້າໄດ້ບອກຕົນວ່າຫຼັກຄ່າທີ່ຕົນຢືມກ່ອນໜ້າໝົດ ຕົນຈິ່ງເກີດຄວາມບໍ່ພໍໃຈ ແລະ ໄດ້ລົງມືກໍ່ເຫດ.
ຕໍ່ກັບຄະດີດັ່ງກ່າວ ກອງບັນຊາການ ປກສ ເມືອງສັງທອງ ຈະໄດ້ດໍາເນີນຄະດີຕາມລະບຽບກົດໝາຍ.
ສຶກສາ ຄໍາສັ່ງ ວ່າດ້ວຍ ການກວດກາ ແລະ ປະຕິບັດມາດຕະການ ຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະທຸກປະເພດ ແບບບໍ່ຖືກຕ້ອງ



ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 8 ພະຈິກ 2021 ໃຫ້ຮູ້ວ່າ: ສປປ ລາວ ມີຜູ້ເສຍຊີວິດໃໝ່ +4 ເຮັດໃຫ້ມີຜູ້ເສຍຊີວິດສະສົມ 86 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 86 ປີ, ບ້ານນໍ້າສ້າງ, ເມືອງປາກກະດິງ, ແຂວງບໍລິຄຳໄຊ.
ຜູ້ທີ 2: ເພດຍິງ, ອາຍຸ 42 ປີ, ອາຊີບ ແມ່ເຮືອນ, ບ້ານສີບຸນເຮືອງທ່າ, ເມືອງສີໂຄດຕະບອງ, ນະຄອນຫລວງ
ຜູ້ທີ 3: ເພດຍິງ, ອາຍຸ 65 ປີ, ອາຊີບ: ແມ່ເຮືອນ, ບ້ານຫນອງປາໄນ, ເມືອງສີໂຄດຕະບອງ, ນະຄອນຫລວງ.
ຜູ້ທີ 4: ເພດຍິງ, ອາຍຸ 84 ປີ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ
ປກສ ກຸ່ມສວນມອນ ລົງສຶກສາອົບຮົມ ຊາວຄ້າຂາຍ ທີ່ຂາຍເຄື່ອງຊະຊາຍຕາມແຄມທາງ
ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນຕອນເຊົ້າຂອງວັນທີ 06 ພະຈິກ 2021 ເຈົ້າໜ້າທີ່ ປກສ ກຸ່ມ ສວນມອນ ສົມທົບກັບການຈັດຕັັ້ງບ້ານສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍ, ສຶກສາອົບຮົມ ຊາວຄ້າຂາຍ ທີ່ນຳເອົາເຄື່ອງມາວາງຂາຍຢູ່ຕາມທາງຍ່າງ ເຂດບ້ານສວນມອນ ຈຳນວນ 18 ຮ້ານ ທີ່ໄດ້ຮັບຜົນກະທົບຈາກການປິດຕະຫຼາດ ເນື່ອງຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ເຂດບ້ານດັ່ງກ່າວ (ເຮັດໃຫ້ບໍ່ມີສະຖານທີ່ຄ້າຂາຍ).

ພັທ ວຽງຄອນ ແສງພະຈັນ ຮອງຫົວໜ້າ ປກສ ກຸ່ມສວນມອນ ໃຫ້ຮູ້ວ່າ: ຈຳນວນທີ່ນຳເອົາເຄື່ອງມາຂາຍຕາມທາງຍ່າງດັ່ງກ່າວ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ ກ່າວເຕືອນ ແລະ ບັນທຶກປະຫວັການເຄື່ອນໄຫວ ໃຫ້ຢຸດເຊົາ ການມາຂາຍເຄື່ອງຢູ່ຕາມທາງຍ່າງ ເນື່ອງຈາກເຮັດໃຫ້ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ການໄປ-ມາຂອງຜູ້ທີ່ໃຊ້ຖະໜົນບໍ່່ໄດ້ຮັບຄວາມສະດວກ.
ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ.

ລາຍລະອຽດພາຍຫຼັງຖະແຫຼງຂ່າວສະຖານະການໂຄວິດ-19 ປະຈຳວັນ.