Home Blog Page 149

ສາລະວັນກວດພົບລົດທີ່ນຳໃຊ້ແບບບໍ່ຖືກໝາຍ ຫຼາຍກວ່າ 1000 ຄັນ

ແຂວງສາລະວັນ ເລັ່ງເສຍພາສີ-ອາກອນ ພາຫະນະນຳເຂົ້າ ບໍ່ຖືກຕ້ອງທຸກປະເພດ

ທ່ານ ແສງເພັດ ສີສຸລາດ ຫົວໜ້າພາສີ ປະຈຳແຂວງສາລະວັນ ໄດ້ເປີດເຜີຍຕໍ່ສື່ມວນຊົນແຂວງ ເມື່ອບໍ່ດົນມານີ້ ໃຫ້ຮູ້ວ່າ: ແຂວງສາລະວັນ ໄດ້ເລັ່ງຮີບຮ້ອນຈັດຕັ້ງວຽກງານແຈ້ງເສຍພາສີ-ອາກອນ ພາຫະນະທີ່ນຳເຂົ້າ ແລະ ນໍາໃຊ້ບໍ່ຖືກຕ້ອງ ຢ່າງຮີບດ່ວນ, ເຊີ່ງໄດ້ແຕ່ງຕັ້ງຄະນະກຳມະການແກ້ໄຂພາຫະນະ ທຸກປະເພດແບບບໍ່ຖືກຕ້ອງ ຂັ້ນແຂວງ ລົງເຄື່ອນໄຫວໃນແຕ່ລະເມືອງ ທົ່ວແຂວງ ແລະ ຢູ່ຫ້ອງການພາສີ ປະຈຳແຂວງ ນັບແຕ່ນີ້ ຈົນເຖີງວັນທີ 20 ມັງກອນ 2022 ເພື່ອເປີດໂອກາດໃຫ້ຜູ້ທີ່ຄຸ້ມຄອງພາຫະນະ ໃນກໍລະນີດັ່ງກ່າວ ເສຍພາສີ-ອາກອນ ໃຫ້ທ່ວງທັນກັບເວລາ ທີ່ໄດ້ກຳນົດໄວ້, ໃນລະຫວ່າງວັນທີ 9-12 ພະຈິກນີ້ ແມ່ນໄດ້ເຄື່ອນໄຫວປະຕິບັດຢູ່ເມືອງເລົ່າງາມ.

ໃນໄລຍະຜ່ານມາ ໄດ້ມີການເກັບກຳຂໍ້ມູນສະຖິຕິ ແລະ ຂຶ້ນບັນຊີພາຫະນະທີ່ນຳເຂົ້າ, ນໍາໃຊ້ແບບບໍ່ຖືກກົດໝາຍ ໃນທົ່ວແຂວງ ມີທັງໝົດ 1.443 ຄັນ, ໃນນັ້ນປະເພດລົດຈັກ 1.411 ຄັນ, ລົດໃຫຍ່ 32 ຄັນ, ສ່ວນການແຈ້ງເສຍພາສີ-ອາກອນ ຈະໄດ້ປະຕິບັດຕາມແຈ້ງການຂອງກະຊວງການເງິນກຳນົດ ເປັນຕົ້ນ: ຕາມປະເພດພາະນະ, ຄວາມແຮງ, ປີຜະລິດ ແລະ ຫັກຄ່າຫຼຸ້ຍຫ້ຽນອາຍຸການນຳໃຊ້ງານ ຫຼື ການປະເມີນສະພາບຕົວຈິງ ເຊັ່ນ:

1. ພາຫະນະທີ່ຜະລິດ ແຕ່ປີ 2018 ຂຶ້ນໄປ ແມ່ນໃຊ້ລາຄາຊື້ຂາຍຕົວຈິງ ທີ່ກົມພາສີກໍານົດ;

2. ພາຫະນະທີ່ຜະລິດ ແຕ່ປີ 2016-2017 ນໍາໃຊ້ຖານລາຄາໃນການແກ້ໄຂພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ;

3. ຜະລິດແຕ່ປີ 2015 ລົງມາ ແມ່ນຈະໄດ້ປະເມີນຕາມຄວາມເປັນຈິງຂອງພາຫະນະ.

ສຳລັບຮູບແບບການຈັດຕັ້ງປະຕິບັດ ແມ່ນໄດ້ເຄື່ອນໄຫວແຈ້ງເສຍພາສີ ໃນແຕ່ລະເມືອງ ແລະ ຫ້ອງການພາສີ ປະຈຳແຂວງສາລະວັນ, ທັງໄດ້ມອບໃຫ້ເມືອງ ສືບຕໍ່ຈັດຕັ້ງປະຕິບັດ ຈົນເຖີງວັນທີ 20 ມັງກອນ 2022 ຕາມທີ່ໄດ້ກໍານົດໄວ້, ການແກ້ໄຂໃນຄັ້ງນີ້ ເປັນຄັ້ງສຸດທ້າຍ. ຖ້າຫາກກາຍກຳນົດໃນການແຈ້ງເສຍພາສີ-ອາກອນ ໃນຄັ້ງນີ້ ຈະໄດ້ປະຕິບັດຕາມລະບຽບກົດໝາຍ ແລະ ຢຶດມາເປັບຊັບສິນຂອງລັດ.

ທ່ານຫົວໜ້າພາສີ ປະຈຳແຂວງ ຍັງໄດ້ຮຽກຮ້ອງເຖີງບັນດາຜູ້ທີ່ຄຸ້ມຄອງ ແລະ ນຳໃຊ້ພາຫະນະ ແບບບໍ່ຖືກຕ້ອງ ໃນທົ່ວສັງຄົມ ຕື່ນຕົວສະໝັກໃຈ ແລະ ຈິງໃຈເຂົ້າມາແຈ້ງເສຍພາສີ-ອາກອນ ໃຫ້ທ່ວງທັນຕາມກຳນົດເວລາ ແລະ ຈົ່ງໃຫ້ການຮ່ວມມືແກ່ຄະນະກຳມະການ ເພື່ອພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ ກໍ່ຄືເພື່ອເຮັດໃຫ້ທຸກຄົນໃນສັງຄົມ ໄດ້ໃຊ້ພາຫະນະ ແບບຖືກຕ້ອງຕາມລະບຽບກົດໝາຍ.

ຂ່າວ-ພາບ: ວິໄລວອນ ສິດທິໄຊ

ລາຍງານໂຄວິດ-19 ໃນລາວ ປະຈຳວັນທີ 11 ພະຈິກ 2021

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພສຍຫຼັງຖະແຫຼງຂ່າວປະຈຳວັນ

ອາກາດເຢັນເລີ່ມປົກຄຸມທົ່ວທຸກພາກຂອງລາວ

ພະຍາກອນອາກາດ ປະຈໍາວັນທີ 10 ພະຈິກ 2021 ອັບເດດເວລາ 16:00 ໂມງ

ມວນອາກາດເຢັນທີ່ປະເທດຈີນຍັງສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງ ປານກາງ, ສົມທົບກັບ ກະແສລົມຕາເວັນອອກ-ຕາເວັນອອກສ່ຽງເຫນືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນຢູ່ທົ່ວໄປ ແລະ ອາກາດຍັງຈະຫນາວເຢັນຢູ່ ເຂດພາກເຫນືອດ້ານຕາເວັນອອກ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ການສ້າງກົດໝາຍໃໝ່ ເພື່ອຄຸ້ມຄອງຍານພາຫະນະທາງບົກ ໃຫ້ຮັດກຸມ

ໃນແຕ່ລະປີ ການເກີດອຸປະຕິເຫດຕາມທ້ອງຖະໜົນ ສະເລ່ຍເກືອບ 1.000 ຄົນ ສາເຫດແມ່ນມາຈາກ 4 ປັດໄຈຫຼັກ ເປັນຕົ້ນ ຜູ້ຂັບຂີ່, ພາຫະນະ, ສະພາບຂອງເສັ້ນທາງ ແລະ ສະພາບແວດລ້ອມທົ່ວໄປ ຖືວ່າການເກີດອຸປະຕິເຫດແຕ່ລະຄັ້ງ ແມ່ນການເກີດ ທີ່ບໍ່ມີຄວາມຈຳເປັນ ແລະ ເຮົາສາມາດປົກປັກຮັກສາໄດ້.

ພ້ອມກັນນີ້, ການເພີ່ມຂຶ້ນຂອງຍານພາຫະນະທາງບົກ ໃນແຕ່ລະປີປະມານ 10-12%, ຖ້າທຽບໃສ່ປະຊາກອນ 7 ລ້ານກວ່າຄົນ ສະຖິຕິການຂຶ້ນຖະບຽນພາຫະນະສະສົມທົ່ວປະເທດ ມີຈຳນວນ 2.393.993 ຄັນ ຖ້າທຽບໃສ່ 3 ຄົນ ຕໍ່ພາຫະນະ 1 ຄັນ, ອັດຕາການເພີ່ມຂຶ້ນ ຂອງຍານພາຫະນະຢ່າງຫຼວງຫຼາຍ ສະແດງໃຫ້ເຫັນເຖິງ ການຈະເລີນເຕີບໂຕ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດ.

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 10 ພະຈິກ 2021 ໂດຍຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການສ້າງກົດໝາຍສະບັບນີ້ ເນື່ອງຈາກໃນໄລຍະຜ່ານມາ ການຄຸ້ມຄອງພາຫະນະທາງບົກ ຍັງບໍ່ທັນຮັດກຸມ, ບໍ່ມີຄວາມເປັນເອກະພາບ, ບໍ່ມີຄວາມປອດໄພ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຕໍ່ສຸຂະພາບ, ລວມເຖິງຄວາມປອດໄພຕໍ່ຊີວິດ ແລະ ຊັບສິນ ຍ້ອນຍັງບໍ່ທັນມີກົດໝາຍສະເພາະກ່ຽວກັບ ວຽກງານຄຸ້ມຄອງຍານພາຫະນະທາງບົກ. ສ່ວນນິຕິກໍາທີ່ມີໃນປັດຈຸບັນ ເຫັນວ່າຍັງບໍ່ທັນກໍານົດລະອຽດ, ຮັດກຸມ ແລະ ກວມເອົາວຽກງານທີ່ສໍາຄັນ ກ່ຽວກັບຍານພາຫະນະທາງບົກ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການ ຈັດຕັ້ງປະຕິບັດ.

ສະນັ້ນ, ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ຍານພາຫະນະທາງບົກຕາມແນວທາງນະ ໂຍບາຍຂອງພັກ ດ້ວຍການຄຸ້ມຄອງລັດແຫ່ງກົດໝາຍ, ແກ້ໄຂຂໍ້ຄົງຄ້າງ, ສ້າງລະບົບຄຸ້ມຄອງຍານພາ ຫະນະທາງບົກໃຫ້ລວມສູນ, ທັນສະໄໝ, ເປັນມິດຕໍ່ສິ່ງແວດລ້ອມ, ທັງມີການແບ່ງຂັ້ນຄຸ້ມຄອງຊັດເຈນ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ມີກົນໄກປະສານງານ ແລະ ຕິດຕາມກວດກາໄດ້ຢ່າງທັນການ ທັງຮັບປະກັນການຈັດຕັ້ງປະຕິບັດສັນຍາ ແລະ ອະນຸສັນຍາ ກັບອະນຸພາກພື້ນ ແລະ ສາກົນ ທີ່ ສປ ປ ລາວ ເປັນພາຄີ ແລະ ເພື່ອປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ.

ດັ່ງນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ ຈິ່ງໄດ້ສ້າງຮ່າງກົດໝາຍ ວ່າດ້ວຍຍານພາຫະ ນະທາງບົກ ສະບັບນີ້ຂຶ້ນມາເຊິ່ງປະກອບມີ 13 ພາກ, 12 ໝວດ ແລະ 91 ມາດຕາ ໂດຍມີກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານຍານພາຫະນະທາງບົກ ໃຫ້ມີປະສິດທິພາບ, ປະສິດທິຜົນ, ທັນສະໄໝ ແລະ ລວມສູນ. ພ້ອມນັ້ນ ກໍເພື່ອແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ຍານພາຫະນະທາງບົກ ດໍາເນີນໄປຢ່າງເປັນເອກະພາບ, ສອດຄ່ອງກັບຕົວຈິງ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໃຫ້ນັບມື້ກ້າວໜ້າ ແລະ ທັນສະໄໝ.

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນໝາກຜົນຂອງການປະກອບຄຳຄິດຄຳເຫັນ ຂອງບັນດາສະມາຊິກສະພາແຫ່ງຊາດ ຕໍ່ເນື້ອໃນຂອງແຕ່ລະໝວດ ແຕ່ລະມາດຕາ ເປັນຕົ້ນ ການຄຸ້ມຄອງຍານພາຫະນະທາງບົກ, ປະເພດລົດເບົາ, ການນໍາເຂົ້າຍານພາຫະນະທາງບົກ ແບບຖາວອນ ແລະ ແບບຊົ່ວຄາວ, ລວມທັງມາດຕະຖານ ແລະ ເງື່ອນ ໄຂທາງດ້ານເຕັກນິກຂອງຍານພາຫະນະທາງບົກ ແລະ ການຍົກຍ້າຍຍານພາຫະນະທາງບົກ. ພ້ອມນີ້ ບັນດາ ສສຊ ລົງເລິກ ການຂຶ້ນທະບຽນ, ປ້າຍທະບຽນ ແລະ ການກວດກາເຕັກນິກ ຍານພາຫະນະທາງບົກ ແລະ ພາກທຸລະກິດ ກ່ຽວກັບຍານພາຫະນະທາງບົກ ແລະ ອື່ນໆ.

ທັງນີ້ ກໍເພື່ອຮັບປະກັນໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບນີ້ ມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ.

ຂໍ້ມູນ: ຂປລ (ຂ່າວ: ມະນີທອນ, ພາບ: ອ່າຍຄຳ)

ກຳລັງຕາມຫາ! ນັກໂທດລາວໂຕນອອກຈາກຄ້າຍຄຸມຂັງ ໃນກຳປູເຈຍ

ນັກໂທດ 7 ຄົນ ໃນຄ້າຍຄຸມຂັງ ແຂວງສຕຣຶງເຕຣງ (Stung Treng Province) ໃນປະເທດກຳປູເຈຍ ໄດ້ໂຕນໜີຈາກຄ້າຍຄຸມຂັງ ດ້ວຍການທຸບກຳແພງ, ໃນນັກໂທດທັງ 7 ທີ່ຫຼົບໜີແມ່ນ ມີຄົນລາວ 4 ຄົນ ແລະ ຄົນກຳປູເຈຍ 3 ຄົນ.

ເຫດການເກີດຂຶ້ນ ໃນເວລາ 3:00 ໂມງ ຂອງວັນຈັນ (01/11/2021) ທີ່ຜ່ານມາ, ຕາມການລາຍງານຂອງ Knmer Times ໃຫ້ຮູ້ວ່າ: ຫຼັງຈາກທີ່ນັກໂທດທຸບກຳແພງໂຕນໜີ ພວກເຂົາໄດ້ລັກເອົາເຮືອ ແລະ ຂ້າມນໍ້າຂອງໄປໃນເຂດບ້ານໃກ້ຄຽງ ເຊິ່ງເຈົ້າໜ້າທີ່ກຳປູເຈຍເຊື່ອວ່າ: ນັກໂທດທັງ 7 ຄົນ ກຳລັງເດີນທາງໄປ ສປປ ລາວ.

ໂຄສົກປະຈຳແຂວງເມັນກຸງ (Men Kung) ໄດ້ກ່າວກັບສຳນັກຂ່າວ Khmer Times ວ່າ: ເຈົ້າໜ້າທີ່ຕຳຫຼວດ ກຳລັງຮ່ວມມືກັບເຈົ້າໜ້າທີ່ໃນຄ້າຍຄຸມຂັງ ເພື່ອຊອກຫາໂຕນັກໂທດທີ່ຫຼົບໜີ.

ມີພະຍານຄົນໜຶ່ງ ທີ່ອາໄສຢູ່ໃນບ້ານໃກ້ຄຽງຂອງທ້ອງຖິ່ນ ໄດ້ບອກວ່າ: ເວລາປະມານ 04:00 ໂມງ ຂອງວັນຈັນ ລາວໄດ້ເຫັນຊາຍ 7 ຄົນ ບໍ່ໃສ່ເສື້ອ ແລະ ຕົນໂຕປຽກ, ພວກເຂົາຂໍຊື້ເກີບນຳລາວ ແຕ່ເມື່ອລາວບອກວ່າບໍ່ມີ ພວກເຂົາທັງ 7 ກໍໄດ້ຍ່າງໜີໄປ.

ພ້ອມນີ້, ເຈົ້າໜ້າທີ່ຍັງເຊື່ອວ່າ: ຫົວໜ້າກຸ່ມໂຕນຄຸກຫຼົບໜີໃນເທື່ອນີ້ ມີຊື້ວ່າ: ແຈັກກີ້ ເຈີທາລີ (Jakky Seutaly) ເຊິ່ງເປັນນັກໂທດຖືກຕັດສິນຈຳຄຸກຕະຫຼອດຊີວິດ ໃນຂໍ້ຫາລັກລອບຂົນສົ່ງຢາເສບຕິດ.

ລາຍງານຜູ້ຕິດເຊຶ້ື້ອພາຍໃນ+1140 ແລະ ເສຍຊີວິດໃໝ່ +2

ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດປະຈຳວັນທີ 10 ພະຈິກ 2021 ໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7,703 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1,140 ຄົນ (ຕິດເຊື້ອພາຍໃນ ມີ 1,134 ຄົນ ແລະ ຕິດເຊື້ອນໍາເຂົ້າ6 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,134 ຄົນ ຈາກ 15 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

–ນະຄອນຫຼວງ 671 ຄົນ: ມາຈາກ 185 ບ້ານ, ໃນ 7 ເມືອງ

  • ເມືອງຈັນທະບູລີ ມີ 16 ບ້ານ (61 ຄົນ)
  • ເມືອງສີໂຄດຕະບອງ ມີ 40 ບ້ານ (104 ຄົນ)
  • ເມືອງໄຊເສດຖາ ມີ 32 ບ້ານ (116 ຄົນ)
  • ເມືອງສີສັດຕະນາກມີ 12 ບ້ານ (39 ຄົນ)
  • ເມືອງ ນາຊາຍທອງ ມີ 12 ບ້ານ (19 ຄົນ)
  • ເມືອງໄຊທານີ ມີ 51 ບ້ານ (226 ຄົນ)
  • ເມືອງຫາດຊາຍຟອງ ມີ 21 ບ້ານ (44 ຄົນ)
  • ຕ່າງແຂວງ (03 ຄົນ)
  • ຍັງສືບຕໍ່ເອົາຂໍ້ມູນ 59 ຄົນ

–ຫຼວງພະບາງ ມີ 157 ຄົນ ໃນ 39 ບ້ານ ແລະ 9 ເມືອງ

–ແຂວງວຽງຈັນ ມີ 71 ຄົນ ໃນ 31 ບ້ານ  ແລະ 7 ເມືອງ

–ຫຼວງນ້ຳທາ ມີ 29 ຄົນ ໃນ 17 ບ້ານ  ແລະ 3 ເມືອງ

–ຜົ້ງສາລີ ມີ 13 ຄົນ ໃນ 3 ເມືອງ

-ໄຊຍະບູລີ ມີ 60 ຄົນ ໃນ 18 ບ້ານ  ແລະ 2 ເມືອງ

–ຈຳປາສັກ ມີ 27 ຄົນ

–ອຸດົມໄຊ ມີ 20 ຄົນ ໃນ 11 ບ້ານ  ແລະ 1 ເມືອງ

-ເຊກອງ ມີ 17 ຄົນ ໃນ 9 ບ້ານ  ແລະ 2 ເມືອງ

–ບໍລິຄຳໄຊ ມີ 7 ຄົນ ໃນ 5 ບ້ານ  ແລະ 2 ເມືອງ

–ຄຳມ່ວນ ມີ 19 ຄົນ ໃນ 5 ບ້ານ  ແລະ 1 ເມືອງ

–ສະຫວັນນະເຂດ ມີ 25 ຄົນ ໃນ 10 ບ້ານ  ແລະ 3 ເມືອງ

–ບໍ່ແກ້ວ ມີ 13 ຄົນ

–ສາລະວັນ ມີ 3 ຄົນ

-ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ  ແລະ 2 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 06 ຄົນ ຈາກ ແຂວງສະຫວັນນະເຂດ 1 ຄົນ ແລະ ບໍ່ແກ້ວ 5 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 9 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 50,032 ຄົນ, ເສຍຊີວິດສະສົມ 91 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 459 ຄົນ, ກໍາລັງປິ່ນປົວ 9,591 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຍີງ, ອາຍຸ 56 ປີ, ບ້ານ ທົ່ງນາມີ, ເມືອງປາກກະດິງ, ແຂວງບໍລິຄຳໄຊ

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ໄຂ່ຫຼັງຊຸດໂຊມ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 22 ຕຸລາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19
  • ວັນທີ 25 ຕຸລາ 2021: ຜົນກວດພົບເຊື້ອ
  • ວັນທີ 26 ຕຸລາ 2021 ຫາ ວັນທີ 3 ພະຈິກ 2021: ຜູ້ກ່ຽວໄດ້ເຂົ້ນອນປີ່ນປົວຢູ່ສູນສະໂມສອນດອກປີກໄກ່ເມືອງປາກຊັນ, ແຂວງບໍລິຄຳໄຊ ດ້ວຍອາການເບົາບາງ ແຕ່ມາຮອດເວລາ 09:00 ໂມງ ຂອງວັນທີ 03 ພະຈິກ ຜູ້ກ່ຽວມຄວາມດັນເລືອດຕໍ່າ ຈື່ງໄດ້ຍ້າຍເຂົ້າມາປີ່ນປົວຢູ່ສູນຫຼັກ 6
  • ໄລຍະເວລາປີ່ນປົວຢູ່ໂຮງໝໍພາກສະໜາມ ແຕ່ວັນທີ 26 ຕຸລາ – 8 ພະຈິກ 2021, ເປັນເວລາ 14 ວັນ.
  • ມາຮອດເວລາ 8:30 ໂມງ ຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສຍຊິວິດ.

ຜູ້ທີ 2: ເພດຍີງ, ອາຍຸ 82 ປີ, ບ້ານ ຫາດຊາຍຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ

  • ພະຍາດປະຈໍາຕົວ: ຫືດ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19  
  • ວັນທີ 9 ພະຈິກ 2021 ເວລາ 8:00 ໂມງ ມາໂຮງໝໍຊຸມຊົນ ເມືອງປາກກະດິງ ຍ້ອນ ອິດເມື່ອຍ  
  • ຫັນໃຈຝຶດ ທ່ານໝໍໄດ້ໃຫ້ການປີ່ນປົວທີ່ເໝາະສົມ ແຕ່ອາການບໍ່ດີຂື້ນ ຈື່ງຂໍຂື້້ນເມືອປີ່ນປົວຢູ່ໂຮງໝໍແຂວງ, ກ່ອນໄປ ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19​ ແລະ  ຜົນກວດພົບເຊື້ອ ຈຶ່ງໄດ້ນໍາສົ່ງເຂົ້າ
  • ສູນປີ່ນປົວຫຼັກ 6 ຂອງເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍໄດ້ໃຊ້ເຄື່ອງຊ່ວຍຫາຍໃຈ. ເວລາ 20:30 ໂມງ ມາຮອດສູນປີນປົວຫຼັກ 6 ອາການຜູ້ກ່ຽວໜັກລົງ ທີມງານແພດຊ່ວຍ ເຊີດຊູປີ່ນປົວ ສຸດຄວາມສາມາດ ແຕ່ອາການບໍ່ດີຂື້້ນ
  • ມາຮອດເວລາ 00:45  ໂມງ ຂອງວັນທີ 10 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊິວິດ

ລາຍງານໂຄວິດ-19 ປະຈຳວັນທີ 10 ພະຈິກ 2021

ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ

ລາຍລະອຽດພາຍຫຼັງຖະແຫຼງຂ່າວປະຈຳວັນ

ຜົນສຳເລັດການພິຈາລະນາວຽກງານຂອງສະພາແຫ່ງຊາດ

ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8-9 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.

ສະມາຊິກສະພາແຫ່ງຊາດ ໄດ້ສໍາເລັດການຄົ້ນຄ້ວາ ແລະ ປະກອບຄໍາເຫັນໃສ່ບົດລາຍງານຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການ ປະຈໍາປີ 2022.

ທ່ານ ນາງ ສຸນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຖະແຫລງຕໍ່ສື່ມວນຊົນວ່າ: ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວາລະການພິຈາລະນາຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້ ໂດຍສາມາດສັງລວມວຽກງານພົ້ນເດັ່ນ ດັ່ງນີ້:

ຜົນສໍາເລັດການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2021 ເຖິງວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂກວິດ-19, ແຕ່ດ້ວຍຄວາມພະຍາຍາມຂອງ ຄະນະປະຈຳສະພາແຫ່ງຊາດ ແລະ ການນຳຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດໄດ້ຮັບຜົນສໍາເລັດທີ່ພົ້ນເດັ່ນຫຼາຍດ້ານ ສັງລວມໄດ້ ດັ່ງນີ້:

– ການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ ສາມາດສ້າງ ແລະ ປັບປປຸງກົດໝາຍໄດ້ 13 ສະບັບ; ຈັດຕັ້ງການສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ໄດ້ດໍາເນີນໄປຢ່າງຄຶກຄື້ນ, ສົມກຽດ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ, ເຊີ່ງເປັນການໂຄສະນາເຜີຍແຜ່ມູນເຊື້ອໃນການນໍາພາຂອງພັກ ໃນການສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.

– ການຈັດຕັ້ງປະຕິບັດພາລະບົດບາດ ດ້ານຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ພວກເຮົາໄດ້ດໍາເນີນກອງປະຊຸມສະພາແຫ່ງຊາດ ປະຈໍາປີ 2021 ຕາມກົດໝາຍກໍານົດ, ອັນພົ້ນເດັ່ນ ແມ່ນ ສະພາແຫ່ງຊາດ ຊຸດທີIX ເຄື່ອນໄຫວປະຕິບັດໜ້າທີ່ມາໄດ້ພຽງ 4 ເດືອນ ພວກເຮົາໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາວາລະແຫ່ງຊາດ 2 ສະບັບ ຊຶ່ງເປັນບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຄວາມເຄັ່ງຮ້ອນ ແລະ ຮີບດ່ວນ; ນັ້ນຄືການແກ້ໄຂບັນຫາຄວາມຍຸ້ງຍາກດ້ານເສດຖະກິດ-ການເງີນ ແລະ ການແກ້ໄຂບັນຫາຢາເສບຕິດ; ຄະນະປະຈໍາສະພາແຫ່ງຊາດ ໃນຖານະເປັນອົງການປະຈໍາການຂອງສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດ ບໍ່ໄດ້ດໍາເນີນກອງປະຊຸມ ກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງາຂອງຕົນ ໂດຍຜ່ານການດໍາເນີນກອງປະຊຸມແຕ່ລະເດືອນ ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ.

– ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ, ເຖີງການລະບາດຂອງພະຍາດໂຄວິດ 19 ໄດ້ສົ່ງຜົນກະທົບຕໍ່ການເຄື່ອນໄຫວຕິດຕາມກວດກາ ກໍຕາມ ແຕ່ໃນປີ 2021 ສະພາແຫ່ງຊາດ ຊຸດທີ IX ເຄື່ອນໄຫວຕິດຕາມກວດກາໂດຍຜ່ານການດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບພາກສ່ວນຕ່າງໆ ເພື່ອຮັບຟັງການລາຍງານກ່ຽວກັບບັນຫາທີ່ພົ້ນເດັ່ນ ແລະ ສັງຄົມມີຄວາມສົນໃຈຫລາຍ. ຄະນະປະຈໍາສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຮ່ວມກັບ ລັດຖະ ບານ; ກອງປະຊຸມຮ່ວມກັບ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ; ກອງປະຊຸມຮ່ວມກັບ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ; ກອງປະຊຸມຮ່ວມກັບ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.

– ການເຄື່ອນໄຫວວຽກງານການຕ່າງປະເທດ ຂອງສະພາແຫ່ງຊາດ ກໍໄດ້ດໍາເນີນໃຫ້ສອດຄ່ອງກັບສະພາບແວດລ້ອມໃໝ່ ໂດຍໄດ້ເຄື່ອນໄຫວເປັນປົກກະຕິ ທັງການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນຮູບແບບກອງປະຊຸມທາງໄກ ແລະ ປົກກະຕິ. – ການສ້າງຄວາມເຂັ້ມແຂງໃຫ້ແກ່ ສະພາແຫ່ງຊາດ, ການປະສານສົມທົບວຽກງານກັບພາກສ່ວນກ່ຽວຂ້ອງ ກໍໄດ້ດໍາເນີນເປັນປົກກະຕິ.

ແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2022 ປີ 2022 ເປັນປີທີສອງຂອງການເຄື່ອນໄຫວວຽກງານຂອງ ສະພາແຫ່ງຊາດ ຊຸດທີ IX ສະພາແຫ່ງຊາດ ຈະຕ້ອງໄດ້ບຸກທະລຸຢ່າງ ຮອບດ້ານ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ຊຶ່ງໄດ້ວາງແຜນການ ດັ່ງນີ້:

– ການປະຕິບັດພາລະບົດບາດດ້ານນິຕິບັນຍັດ ໃນປີ 2022 ຈະສ້າງ ແລະ ປັບປຸງກົດໝາຍ ຈໍານວນ 30, ໃນນີ້ ມີກົດໝາຍສ້າງໃໝ່ 12ສະບັບ ແລະ ກົດໝາຍປັບປຸງ 18 ສະບັບ, ຖືວ່າເປັນການວາງແຜນທີ່ຈະຕ້ອງໄດ້ບຸກບືນສົມຄວນ ຈຶ່່ງຈະບັນລຸຕາມແຜນການໄດ້.

– ການປະຕິບັດພາລະບົດບາດດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຈະກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເປັນຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ, ວຽກງານກວດກາແຫ່ງລັດ, ວຽກງານກວດສອບແຫ່ງລັດ, ວຽກງານຂອງສານປະຊາຊົນສູງສຸດ, ວຽກງານອົງການໄອຍະການປະຊາຊົນສຸງສຸດ; ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ 2 ສະບັບ ແລະ ວຽກງານອື່ນຈໍານວນໜຶ່ງ.

ພ້ອມກັນນັ້ນ, ໃນໄລຍະທີ່ສະພາແຫ່ງຊາດ ບໍ່ໄດ້ດໍາເນີນກອງປະຊຸມຂອງຕົນ ຄະນະປະຈໍາສະພາແຫ່ງຊາດ ກໍຈະໄດ້ປະຕິດບັດໜ້າທີ່ແທນ ໃນການພິຈາລະນາຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງປະເທດຊາດ ເພື່ອເຮັດໃຫ້ການຄຸ້ມຄອງບໍລິຫານລັດ ດໍາເນີນໄປເປັນປົກກະຕິດ.

– ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ ກໍໄດ້ກໍານົດບັນດາວຽກງານຈໍານວນໜຶ່ງ ໂດຍສະເພາະ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ມະຕິກອງປະຊຸມສະພາແຫ່ງຊາດ ແລະ ວຽກງານອື່ນໆຈໍານວນໜຶ່ງ.

– ການເຄື່ອນໄຫວວຽກງານການຕ່າງປະເທດ, ການສ້າງຄວາມເຂັ້ມແຂງ ແລະ ວຽກງານອື່ນ ກໍໄດ້ມີການກໍານົດແຜນການຢ່າງລະອຽດແລ້ວ. ສ່ວນ ການປະກອບຄໍາເຫັນຂອງ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ທ່ານ ນາງ ສຸນທອນ ໄຊຍະຈັກ ໄດ້ຍົກໃຫ້ເຫັນວ່າ: ສູນກາງແນວລາວສ້າງຊາດ ໄດ້ສະເໜີໃຫ້ສະພາແຫ່ງຊາດ ເອົາໃຈໃສ່ບາງວຽກງານ ດັ່ງນີ້:

– ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະພາແຫ່ງຊາດ ທີ່ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ, ກົດໝາຍ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ: ການປະຕິບັດ 3 ພາລະບົດບາດຂອງສະພາແຫ່ງຊາດ, ການສ້າງຄວາມເຂັ້ມແຂງ, ການເຄື່ອນໄຫວວຽກງານການຕ່າງປະເທດ ເຮັດໃຫ້ການຄຸ້ມຄອງບໍລິຫານລັດ ມີຄວາມໜັກແໜ້ນ, ເຂັ້ມ ແຂງ.

– ສະເໜີໃຫ້ສະມາຊິກສະພາແຫ່ງຊາດ ເພີ່ມທະວີການລົງພົບປະກັບປະຊາຊົນໃຫ້ກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະ ຢູ່ເຂດຫ່າງໄກສອກຫຼີກ ເພື່ອຮັບຟັງຄວາມຄິດເຫັນຂອງປະຊາຊົນ ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ

-ສັງຄົມ, ນໍາເອົາຄວາມຄິດເຫັນດັ່ງກ່າວ ມາສົມທົບກັບລັດຖະບານແກ້ໄຂ.

– ເພີ່ມທະວີການຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທໍາມະນູນ, ກົດໝາຍຂອງ ອົງການຈັດຕັ້ງລັດຂັ້ນຕ່າງໆ, ຕິດຕາມຊຸກຍູ້ການແກ້ໄຂຜົນກະທົບ ຈາກໂຄງການລົງທຶນ ໃຫ້ວ່ອງໄວ ແລະ ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດິຂຶ້ນກວ່າເກົ່າ ແລະ ບັນຫາອື່ນອີກຈໍານວນໜຶ່ງ ຊຶ່ງຄະນະປະຈໍາສະພາແຫ່ງຊາດ ຈະໄດ້ມອບໝາຍໃຫ້ບັນດາທ່ານ ສະມາຊິກສະພາແຫ່ງຊາດ ນໍາໄປສົມທົບກັບອໍານາດການປົກຄອງທີ່ກ່ຽວຂ້ອງພ້ອມກັນແກ້ໄຂ.

ຂໍ້ມູນ Lao National Radio

ສະເໜີລັດແກ້ໄຂບັນຫາ ການຈັບຈອງທີ່ດິນ ແຕ່ບໍ່ມີການພັດທະນາ

ສະເໜີລັດ ແກ້ໄຂບັນຫາ ການຈັບຈອງທີ່ດິນ ແຕ່ບໍ່ມີການພັດທະນາ

ຕົວແທນຈາກສູນກາງແນວລາວສ້າງຊາດ ໄດ້ສະເໜີຕໍ່ສະພາແຫ່ງ ໃຫ້ດຳເນີນການຕິດຕາມກວດກາ ຕໍ່ບັນຫາທີ່ດິນ ບໍ່ວ່າຈະເປັນ ການຈັບຈອງທີ່ດິນປ່າ, ດິນຫວງຫ້າມ, ດິນບ້ານ ແລະ ດິນປະເພດຕ່າງໆ ເປັນຈໍານວນຫຼາຍໄວ້ຫລາຍປີ ແຕ່ບໍ່ໄດ້ມີການພັດທະນາຫຍັງ ທັງບໍ່ທັນໄດ້ເສຍພັນທະຕໍ່ລັດ ຂອງບຸກຄົນ, ນິຕິບຸກຄົນ ຍັງມີຢູ່ທ້ອງຖິ່ນຕ່າງໆ ແຕ່ປະຊາຊົນຈໍານວນບໍ່ໜ້ອຍ ບໍ່ມີບ່ອນປຸກສ້າງທີ່ຢູ່ອາໄສ, ບໍ່ມີທີ່ດິນທໍາການຜະລິດ, ບໍ່ມີລາຍຮັບທີ່ໝັ້ນຄົງ, ມີຄວາມທຸກຍາກ ຕໍ່ສະພາບການດັ່ງກ່າວ ຄວນໄດ້ເອົາໃຈໃສ່ກວດກາຄືນ ແລະ ມີການຈັດສັນ, ມີຊ່ອງທາງເພື່ອຊ່ວຍ ເຫຼືອແກ້ໄຂ.

ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດໄດ້ສະຫນີຕໍ່ສະພາແຫ່ງຊາດ ໃຫ້ກວດກາຕື່ມຕໍ່ສະພາບການຊື້-ຂາຍດິນ ແລະ ເຮືອນ ໃຫ້ຄົນຕ່າງປະເທດ ແຕ່ອອກຊື່ເປັນຄົນລາວ ເກີດມີຢ່າງແຜ່ຫຼາຍ, ເກີດມີສະພາບການສໍ້ໂກງກັນລະຫວ່າງຜູ້ຊື້ດິນ ແລະ ຜູ້ອອກຊື່ ໃນໃບຕາດິນ ພາໃຫ້ເກີດມີຄວາມບໍ່ສະຫງົບ ສະເໜີໃຫ້ມີວິທີການແກ້ໄຂເປັນຮູບປະທໍາ; ບັນຫາຂໍ້ຂັດແຍ່ງ ໃນການຊົດເຊີຍຜົນເສຍ ຫາຍຕໍ່ການຜະລິດກະສິກໍາ ຂອງປະຊາຊົນບັນດາເຜົ່າ ທີ່ຖືກຜົນກະທົບ ຈາກໂຄງການກໍ່ສ້າງ, ສໍາປະທານ ເພື່ອເຮັດກິດຈະກໍາຕ່າງໆຂອງລັດ ແລະ ເອກະຊົນຈໍານວນໜຶ່ງ ຍັງບໍ່ທັນຖືກຕ້ອງສອດຄ່ອງກັບແນວທາງ, ກົດໝາຍ ສະພາບຕົວຈິງຍັງມີຫາງສຽງ, ມີການສະເໜີ, ຮ້ອງທຸກ ຕໍ່ການຈັດ ຕັ້ງກ່ຽວຂ້ອງຂັ້ນຕ່າງໆ ແຕ່ການແກ້ໄຂຕົວຈິງຍັງມີຄວາມຫຍຸ້ງຍາກ, ຊັກຊ້າແກ່ຍາວ; ຍັງມີບາງບ່ອນ ມັກໃຊ້ອໍານາດບໍລິຫານຕໍ່ປະຊາຊົນ ຢ່າງບໍ່ມີເຫດຜົນພຽງພໍ.

ສະເໜີສະພາແຫ່ງຊາດ ລົງຕິດຕາມກວດກາ ບັນຫາຂໍ້ຂັດແຍ່ງ ທີ່ດິນລະຫວ່າງບໍລິສັດນໍ້າທາກໍ່ສ້າງຂົວທາງ ກັບປະຊາຊົນຢູ່ບ້ານຊຽງດາ ເມືອງ ໄຊເຊດຖາ ນະຄອນຫລວງວຽງຈັນ ຈໍານວນ 126 ຄອບຄົວ, ແກ່ຍາວມາຫລາຍປີ ປັດຈຸບັນເຫັນວ່າ ມັນກາຍເປັນບັນຫາ ລະຫວ່າງປະຊາຊົນ ກັບ ບໍລິສັດ ແລະ ອົງການປົກຄອງນະຄອນຫຼວງ, ຖ້າບໍ່ໄດ້ຮັບການແກ້ໄຂຢ່າງສົມ ເຫດສົມຜົນ ອາດຈະເປັນບັນຫາກວ້າງຕື່ມ.

ຂໍ້ມູນ: ຂປລ

ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023)

ໃນວັນທີ 05 ພະຈິກ 2021 ແຂວງຄຳມ່ວນ ໄດ້ຈັດ ກອງປະຊຸມເຊື່ອມຊຶມເອກະສານການຈັດຕັ້ງເຜີຍແຜ່ແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ຢູ່ທີ່ສະໂມ ສອນໃຫຍ່ຂອງແຂວງຄຳມ່ວນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄຳມ່ວນ, ທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປ.ກ.ສ, ມີຄະນະພັກ-ຄະນະບັນຊາ ປ.ກ.ຊ-ປ.ກ.ສ, ອົງການປົກຄອງແຂວງ, ບັນດາເມືອງ ແລະ ພະແນກການ ອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ຄຳມ່ວນຍັງໄດ້ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະ ນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນແລະແກ້ໄຂບັນຫາຢາເສບຕິດ; ມະຕິຂອງສະພາແຫ່ງຊາດເລກທີ 04/ສພຊ, ລົງວັນທີ 10 ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ); ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍຢາເສບຕິດເລກທີ 02/ສພຊ, ລົງວັນທີ9ສິງຫາ 2021; ຄຳສັ່ງເລກທີ19/ນຍລົງວັນທີ 4 ຕຸລາ 2021 ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແຂ້ໄຂບັນຫາຢາເສບຕິດ ( 2021-2023 ).

ຈາກນັ້ນທ່ານ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບກໍ່ໄດ້ຜ່ານແຜນການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ໂດຍມີຈຸດປະສົງເພື່ອຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈ, ຄວາມເປັນເອກະພາບທາງດ້ານທັດສະນະແລະຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນຂອງກໍາລັງປ້ອງກັນຄວາມສະຫງົບໃນການປະຕິບັດຕົວຈິງ; ເພື່ອເຮັດໃຫ້ຄະນະພັກ – ຄະນະບັນຊາແຕ່ລະຂັ້ນກໍາແໜ້ນເນື້ອໃນສໍາຄັນທີ່ເປັນພື້ນຖານຮັບປະກັນໃຫ້ແກ່ການແກ້ໄຂບັນຫາຢາເສບຕິດດໍາເນີນໄປຢ່າງເປັນລະບົບ, ຕໍ່ເນື່ອງ, ປະຕິບັດຕາມຂັ້ນຕອນຂອງກົດໝາຍ, ເດັດຂາດ, ໂປ່ງໃສ, ເຂັ້ມງວດ, ເປັນມືອາຊີບ ແລະ ທັນເວລາ; ເພື່ອແກ້ໄຂສາເຫດແລະເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດໃຫ້ຖືກກັບສະພາບຈຸດພິເສດຂອງແຕ່ລະກົມກອງ, ຂະແໜງການແລະທ້ອງຖິ່ນແຕ່ລະຂັ້ນ, ເສີມຂະຫຍາຍຜົນງານ, ຜົນສໍາເລັດທີ່ຍາດມາໄດ້, ພ້ອມກັນນັ້ນກໍ່ປັບປຸງແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະທີ່ຜ່ານມາ.

ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023 ປະກອບມີ3ພາກຄື: ພາກທີ1ແມ່ນສະພາບລວມແລະຄວາມຈໍາເປັນຮີບດ່ວນໃນການແກ້ໄຂບັນຫາຢາເສບຕິດຢູ່ລາວ; ພາກທີ2ແມ່ນເນື້ອໃນມາດຕະ ການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ພາກທີ 03 ແມ່ນແບ່ງຄວາມຮັບຜິດຊອບແລະພາກທີ4 ແມ່ນວິທີການຈັດຕັ້ງປະຕິບັດວິທີຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ແບ່ງອອກເປັນ 03 ໄລຍະຄື:

ໄລຍະທີ 01 ເລີ່ມແຕ່ເດືອນກັນຍາ – ທັນວາ 2021 ແມ່ນໄລຍະກະກຽມຄວາມພ້ອມ ແລະ ເຊື່ອມຊຶມເອກະສານເຊັ່ນ:

ຄໍາສັ່ງຂອງກົມການເມືອງສູນກາງພັກເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນແລະແກ້ໄຂບັນຫາຢາເສບຕິດ; ມະຕິຂອງສະພາແຫ່ງຊາດເລກທີ 04/ສພຊ, ລົງວັນທີ10ສິງຫາ 2021 ວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023); ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍ ຢາເສບຕິດເລກທີ 02/ສພຊ, ລົງວັນທີ 9 ສິງຫາ 2021 ໄລຍະທີ 2 ແຕ່ເດືອນມັງກອນ 2022 – ເມສາ 2023 ( ໄລຍະເກັບຂໍ້ມູນ-ວິໄຈຂໍ້ມູນ, ຈັດຕັ້ງປະຕິບັດແຜນການແລະແກ້ໄຂບັນຫາຢາເສບຕິດຕາມ 6 ແຜນວຽກຈຸດສຸມທີ່ໄດ້ກໍານົດໃນວາລະແຫ່ງຊາດສ້າງຄວາມຮັບຮູ້ໃນທົ່ວສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍແລະຜົນຮ້າຍຂອງຢາເສບຕິດ; ສ້າງຂະບວນການສະເຫຼີມສະຫຼອງວັນແຫ່ງຊາດ, ວັນສາກົນຕ້ານຢາເສບຕິດ ແລະ ປຸກລະດົມຂົນຂວາຍເງິນເຂົ້າກອງທຶນຄວບຄຸມ, ສະກັດກັ້ນແລະຕ້ານຢາເສບຕິດ; ລົງໂຄສະນາເຜີຍແຜ່ສຶກສາອົບຮົມບັນດາບ້ານເປົ້າໝາຍທີ່ກໍານົດໄວ້ໃຫ້ໄດ້ 80% ຂຶ້ນໄປ ຂອງຈໍານວນບ້ານເປົ້າໝາຍທັງໝົດ.

ໄລຍະທີ 3 ແຕ່ເດືອນກັນຍາຫາເດືອນທັນວາ 2023 ( ໄລຍະສະຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ) ມອບໃຫ້ຄະນະພັກ-ການນໍາຂັ້ນກະຊວງ, ຂະແໜງການທີ່ກ່ຽວຂ້ອງແລະອໍານາດການປົກຄອງທ້ອງຖິ່ນແຕ່ລະຂັ້ນຈັດຕັ້ງການສະຫຼຸບ, ປະເມີນຜົນ, ຕີລາຄາຄືນການຈັດຕັ້ງປະຕິບັດ, ຖອນຖອນບົດຮຽນຂອງວາລະແຫ່ງຊາດແລະຈັດຕັ້ງການຍ້ອງຍໍຊົມເຊີຍຕໍ່ກົມກອງແລະບຸກຄົນຜູ້ທີ່ມີຜົນງານດີເດັ່ນໃຫ້ສໍາເລັດພາຍໃນເດືອນທັນວາ 2023.

ໂອກາດດັ່ງກ່າວ ຄະນະປະທານຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກໍ່ຄືຄະນະຮັບຜິດຊອບຕ້ອງກໍາແໜ້ນບັນດາມະຕິ,ຄຳສັ່ງຂອງຂັ້ນເທິງເພື່ອນຳໄປຈັດຕັ້ງຜັນຄະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ມີປະ ສິດທິຜົນແລະມີຜົນສໍາເລັດຕາມລະດັບຄາດໝາຍ.

ຂໍ້ມູນ: Khammouane News